ພຣະອົງສາມາດປິ່ນປົວ ຂ້າພະເຈົ້າ!
ການປິ່ນປົວ ແລະ ອຳນາດແຫ່ງການໄຖ່ຂອງພຣະຜູ້ຊ່ວຍໃຫ້ລອດນັ້ນ ໃຊ້ກັບຄວາມຜິດພາດທີ່ບໍ່ໄດ້ຕັ້ງໃຈ, ການຕັດສິນໃຈທີ່ບໍ່ດີ, ການທ້າທາຍ, ແລະ ການທົດລອງທຸກຊະນິດ—ລວມທັງບາບຂອງເຮົາດ້ວຍ.
ໂມໂຣໄນສັນຍາວ່າ ຖ້າເຮົາອ່ານພຣະຄຳພີມໍມອນ ແລ້ວຖາມພຣະເຈົ້າພຣະບິດາຜູ້ສະຖິດນິລັນດອນ, ດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຄຣິດ, ພຣະອົງຈະສະແດງ ຄວາມຈິງຂອງເລື່ອງນີ້ໃຫ້ປະຈັກ ໂດຍອຳນາດຂອງພຣະວິນຍານບໍລິສຸດ.1 ຫລາຍລ້ານຄົນໄດ້ເຮັດຕາມຄຳສັນຍານີ້ ແລະ ໄດ້ຮັບຄຳພະຍານຢືນຢັນເຖິງການຟື້ນຟູຄວາມສົມບູນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ໂມໂຣໄນແນະນຳເຮົາ, ຂະນະທີ່ເຮົາອ່ານພຣະຄຳພີມໍມອນ, ໃຫ້ “ຈື່ຈຳໄວ້ວ່າ ພຣະຜູ້ເປັນເຈົ້າເມດຕາລູກຫລານມະນຸດຫລາຍພຽງໃດ, ຕັ້ງແຕ່ການສ້າງອາດາມລົງມາຈົນເຖິງເວລາ [ນີ້], … ແລະ [ໃຫ້] ໄຕ່ຕອງເລື່ອງນີ້ຢູ່ໃນໃຈ [ເຮົາ].”2 ເລື່ອງລາວ ແລະ ຄຳສອນຕ່າງໆໃນພຣະຄຳພີມໍມອນຢໍ້າເຕືອນເຮົາ ແລະ ເປັນພະຍານເຖິງຄວາມຮັກ, ຄວາມເມດຕາສົງສານ, ແລະ ຄວາມເມດຕາຂອງພຣະຜູ້ຊ່ວຍໃຫ້ລອດ.
ພໍ່ຂອງຂ້າພະເຈົ້າເສຍຊີວິດໄປໃນເດືອນເມສາ ປີ 2013. ຂະນະທີ່ຂ້າພະເຈົ້າກຽມທີ່ຈະຂຶ້ນກ່າວໃນງານສົບຂອງເພິ່ນນັ້ນ, ຂ້າພະເຈົ້າໄດ້ຮັບຮູ້ວ່າ ຂ້າພະເຈົ້າໄດ້ຮັບພອນຫລາຍສໍ່າໃດທີ່ຂ້າພະເຈົ້າໄດ້ຮູ້ ແລະ ມັກຂໍ້ພຣະຄຳພີທີ່ເພິ່ນມັກທີ່ສຸດ. ເພິ່ນໄດ້ແບ່ງປັນມັນໃນການເຕົ້າໂຮມຄອບຄົວ, ແລະ ເພິ່ນໄດ້ອ່ານມັນກັບຂ້າພະເຈົ້າ ເມື່ອຂ້າພະເຈົ້າຕ້ອງການຄຳປຶກສາ, ການນຳພາ, ຫລື ການເສີມສ້າງສັດທາຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ຍິນເພິ່ນແບ່ງປັນມັນໃນຄຳປາໄສ ແລະ ວຽກງານມອບໝາຍ. ຂ້າພະເຈົ້າບໍ່ໄດ້ພຽງແຕ່ຮູ້ຈັກມັນເທົ່ານັ້ນ, ແຕ່ຂ້າພະເຈົ້າຍັງຈື່ສຽງຂອງເພິ່ນ ແລະ ຄວາມຮູ້ສຶກທາງວິນຍານທີ່ຂ້າພະເຈົ້າເຄີຍຮູ້ສຶກ ຂະນະທີ່ເພິ່ນແບ່່ງປັນມັນ. ຜ່ານການແບ່່ງປັນຂໍ້ພຣະຄຳພີ ແລະ ຄວາມຮູ້ສຶກ, ພໍ່ຂອງຂ້າພະເຈົ້າໄດ້ຊ່ວຍໃຫ້ຂ້າພະເຈົ້າສ້າງຕັ້ງຮາກຖານຂອງສັດທາທີ່ໝັ້ນຄົງໃນອົງພຣະເຢຊູຄຣິດເຈົ້າ.
ພໍ່ຂອງຂ້າພະເຈົ້າມັກເລື່ອງລາວຂອງການມາຢ້ຽມຢາມຜູ້ຄົນຂອງນີໄຟຂອງພຣະຜູ້ຊ່ວຍໃຫ້ລອດເປັນພິເສດ.3 ເລື່ອງລາວນີ້ແມ່ນກ່ຽວກັບອົງພຣະເຢຊູຄຣິດເຈົ້າທີ່ຟື້ນຄືນພຣະຊົນ ແລະ ຮັບຄວາມສູງສົ່ງ. ພຣະອົງໄດ້ດື່ມຈອກອັນຂົມຂື່ນນັ້ນ ແລະ ໄດ້ທົນທຸກທໍລະມານກັບທຸກສິ່ງ ເພື່ອວ່າເຮົາຈະບໍ່ໄດ້ທົນທຸກທໍລະມານຖ້າຫາກເຮົາຈະກັບໃຈ.4 ພຣະອົງໄດ້ໄປຢ້ຽມຢາມໂລກວິນຍານ ແລະ ໄດ້ຈັດຕັ້ງການສັ່ງສອນພຣະກິດຕິຄຸນຢູ່ທີ່ນັ້ນ.5 ພຣະອົງໄດ້ຟື້ນຄືນມາຈາກຄວາມຕາຍ, ແລະ ພຣະອົງໄດ້ຢູ່ນຳ ແລະ ຮັບບັນຊາຈາກພຣະບິດາ ໃຫ້ແບ່ງປັນພຣະຄຳພີກັບຊາວນີໄຟ ທີ່ຈະເປັນພອນໃຫ້ແກ່ຜູ້ຄົນລຸ້ນຫລັງ.6 ພຣະອົງໄດ້ຮັບຄວາມສູງສົ່ງ ແລະ ມີອຳນາດ ແລະ ຄວາມສາມາດຊົ່ວນິລັນດອນທັງໝົດຂອງພຣະອົງ. ເຮົາສາມາດຮຽນຮູ້ຈາກທຸກໆລາຍລະອຽດຂອງຄຳສອນຂອງພຣະອົງ.
ໃນ 3 ນີໄຟ 11, ເຮົາໄດ້ອ່ານເຖິງວິທີທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສະເດັດລົງມາຈາກສະຫວັນເພື່ອສິດສອນຊາວນີໄຟວ່າ ພຣະອົງຄືພຣະເຢຊູຄຣິດ, ຜູ້ທີ່ສາດສະດາທັງຫລາຍໄດ້ເປັນພະຍານວ່າຈະສະເດັດມາສູ່ໂລກນີ້. ພຣະອົງໄດ້ປະກາດວ່າ ພຣະອົງເປັນແສງສະຫວ່າງຂອງໂລກ ແລະ ວ່າພຣະອົງໄດ້ຖວາຍບາລະມີພຣະບິດາໂດຍຮັບເອົາບາບຂອງໂລກໄວ້. ພຣະອົງໄດ້ເຊື້ອເຊີນຜູ້ຄົນໃຫ້ອອກມາ ເພື່ອເອົາມືຂອງພວກເຂົາມາວາງໃສ່ຂ້າງຂອງພຣະອົງ ແລະ ເພື່ອສຳຜັດຮອຍຕະປູໃນພຣະຫັດ ແລະ ພຣະບາດຂອງພຣະອົງ. ພຣະອົງຢາກໃຫ້ພວກເຂົາຮູ້ວ່າ ພຣະອົງເປັນພຣະເຈົ້າຂອງອິດສະຣາເອນ, ຜູ້ທີ່ໄດ້ຖືກປະຫານເພື່ອບາບຂອງໂລກ. ຜູ້ຄົນໄດ້ຕອບຮັບຢ່າງຊົມຊື່ນຍິນດີ, ໂດຍອອກໄປເທື່ອລະຄົນ, ເທື່ອລະຄົນ, ຈົນກວ່າພວກເຂົາທຸກຄົນໄດ້ເຫັນ ແລະ ໄດ້ສຳຜັດວ່າ ມັນແມ່ນພຣະອົງແທ້ໆ ຜູ້ທີ່ສາດສະດາທັງຫລາຍໄດ້ຂຽນໄວ້ວ່າຈະສະເດັດມາ.7
ພຣະເຢຊູໄດ້ສິດສອນຊາວນີໄຟກ່ຽວກັບຄວາມສຳຄັນຂອງການກັບໃຈ, ກ່ຽວກັບການກາຍເປັນເໝືອນດັ່ງເດັກນ້ອຍໆ, ແລະ ກ່ຽວກັບຄວາມຈຳເປັນທີ່ຈະຕ້ອງຮັບບັບຕິສະມາໂດຍຜູ້ທີ່ມີສິດອຳນາດຂອງພຣະອົງ. ແລ້ວພຣະອົງກໍໄດ້ສິດສອນຄຳສອນຫລາຍໆຢ່າງທີ່ເຮົາກຳລັງສຶກສາໃນປີນີ້ໃນພຣະຄຳພີໃໝ່.
ໃນ 3 ນີໄຟ 17, ເຮົາອ່ານວ່າ ພຣະເຢຊູໄດ້ບອກຜູ້ຄົນວ່າ ມັນເຖິງເວລາທີ່ພຣະອົງຈະໄປເຂົ້າເຝົ້າພຣະບິດາ ແລະ ໄປປະກົດຕົວຕໍ່ເຜົ່າອິດສະຣາເອນທີ່ຫາຍໄປ.8 ຂະນະທີ່ພຣະອົງໄດ້ທອດພຣະເນດເບິ່ງຝູງຊົນນັ້ນ, ພຣະອົງສັງເກດເຫັນວ່າ ພວກເຂົາຫລັ່ງນ້ຳຕາ, ແລະ ໄດ້ຫລຽວເບິ່ງພຣະອົງຄືກັບວ່າຈະທູນຂໍໃຫ້ພຣະອົງຢູ່ກັບພວກເຂົາຕື່ມອີກໜ້ອຍໜຶ່ງ.9
ຄຳຕອບຂອງພຣະຜູ້ຊ່ວຍໃຫ້ລອດຕໍ່ຊາວນີໄຟນັ້ນ ທັງຊາບຊຶ້ງ ແລະ ເປັນຄຳແນະນຳ. ພຣະອົງໄດ້ກ່າວວ່າ: “ຈົ່ງເບິ່ງ, ອຸທອນຂອງເຮົາເຕັມໄປດ້ວຍຄວາມເມດຕາສົງສານເຈົ້າ.”10
ຂ້າພະເຈົ້າເຊື່ອວ່າ ຄວາມເມດຕາສົງສານຂອງພຣະອົງນັ້ນ ເປັນຫລາຍກວ່າການຕອບສະໜອງຕໍ່ນໍ້າຕາຂອງຜູ້ຄົນ. ເບິ່ງຄືວ່າ ພຣະອົງສາມາດເຫັນພວກເຂົາຜ່ານສາຍພຣະເນດແຫ່ງການເສຍສະລະຊົດໃຊ້ຂອງພຣະອົງ. ພຣະອົງເຫັນທຸກໆຄວາມເຈັບປວດ, ຄວາມທຸກ, ແລະ ການລໍ້ລວງຂອງພວກເຂົາ. ພຣະອົງເຫັນຄວາມເຈັບປ່ວຍຂອງພວກເຂົາ. ພຣະອົງເຫັນຄວາມບົກພ່ອງຂອງພວກເຂົາ, ແລະ ພຣະອົງຮູ້ຈາກຄວາມທຸກທໍລະມານອັນແສນເຈັບປວດໃນເຄັດເຊມາເນ ແລະ ຢູູ່ທີ່ພູກະໂຫລກຫົວ ວ່າຈະຊ່ວຍເຫລືອຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງຂອງພວກເຂົາໄດ້ແນວໃດ.11
ເຊັ່ນດຽວກັນ, ເມື່ອພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ເບິ່ງມາທີ່ເຮົາ, ພຣະອົງເຫັນ ແລະ ເຂົ້າໃຈຄວາມເຈັບປວດ ແລະ ຄວາມໜັກໜ່ວງຂອງຄວາມບາບຂອງເຮົາ. ພຣະອົງເຫັນການຕິດແສດ ແລະ ການທ້າທາຍຂອງເຮົາ. ພຣະອົງເຫັນການດີ້ນລົນ ແລະ ຄວາມທຸກຂອງເຮົາທຸກໆຊະນິດ—ແລະ ພຣະອົງເຕັມໄປດ້ວຍຄວາມເມດຕາສົງສານຕໍ່ເຮົາ.
ຄຳເຊີນທີ່ມີພຣະຄຸນຂອງພຣະອົງແກ່ຊາວນີໄຟ ມີຄວາມວ່າ: “ມີຜູ້ໃດເຈັບປ່ວຍຢູ່ໃນບັນດາພວກເຈົ້າບໍ່? ຈົ່ງນຳເອົາພວກເຂົາມານີ້. ມີຜູ້ໃດທີ່ເປັນລ່ອຍ, ຫລື ຕາບອດ, ຫລື ຂາເສຍ, ຫລື ພິການ, ຫລື ເປັນຂີ້ທູດ, ຫລື ຫ່ຽວແຫ້ງ, ຫລື ຫູໜວກ, ຫລື ເປັນທຸກອັນໃດບໍ່? ຈົ່ງນຳເອົາພວກເຂົາມານີ້ ແລະ ເຮົາຈະປິ່ນປົວພວກເຂົາ, ເພາະເຮົາມີຄວາມເມດຕາສົງສານເຈົ້າ; ອຸທອນຂອງເຮົາເຕັມໄປດ້ວຍຄວາມເມດຕາ.”12
ແລະ ຜູ້ຄົນກໍໄດ້ອອກມາ “ພ້ອມດ້ວຍຄົນທັງໝົດທີ່ເປັນທຸກໃດໆ; ແລະ ພຣະອົງໄດ້ປິ່ນປົວພວກເຂົາທຸກຄົນ ເມື່ອພວກເຂົາຖືກພາມາຫາພຣະອົງ.”13
ໃນປີ 1990 ພວກເຮົາໄດ້ໃຊ້ຊີວິດຢູ່ໃນເມືອງນ້ອຍໆຢູ່ ເຊວ, ໃນວິກໂຕເຣຍ, ປະເທດອົດສະຕາລີ. ພວກເຮົາຫຍຸ້ງວຽກຢ່າງມີຄວາມສຸກກັບພັນທະຄອບຄົວ, ສາດສະໜາຈັກ, ແລະ ການງານ. ໃນວັນເສົາໜຶ່ງໃນລະດູຮ້ອນທີ່ງົດງາມ ກ່ອນຄຣິດສະມາດໜ້ອຍໜຶ່ງ, ພວກເຮົາໄດ້ຕັດສິນໃຈໄປທ່ຽວສວນສາທາລະນະບາງແຫ່ງ ແລະ ຊາຍຫາດທີ່ພວກເຮົາມັກທີ່ສຸດ. ຫລັງຈາກທີ່ມ່ວນຊື່ນໄປກັບການຫລິ້ນນຳກັນແບບຄອບຄົວໃນມື້ທີ່ດີມື້ໜຶ່ງ, ພວກເຮົາໄດ້ພາທຸກຄົນຂຶ້ນລົດ ແລະ ເດີນທາງກັບບ້ານ. ຂະນະທີ່ກຳລັງຂັບລົດ, ຂ້າພະເຈົ້າໄດ້ເຜີຫລັບໄປຊົ່ວຂະນະໜຶ່ງ ແລະ ໄດ້ກໍ່ໃຫ້ເກີດອຸບັດຕິເຫດລົດຕຳທາງໜ້າ. ຫລັງຈາກພັກຟື້ນບຶດໜຶ່ງ, ຂ້າພະເຈົ້າໄດ້ເບິ່ງອ້ອມໆລົດ. ພັນລະຍາຂອງຂ້າພະເຈົ້າ, ແມັກຊີນ, ຂາຫັກຢ່າງຮຸນແຮງ ແລະ ຫາຍໃຈລຳບາກ. ກະດູກສັນເອິກຂອງລາວຫັກ. ລູກສາວຂອງພວກເຮົາສາມຄົນຕົກຢູ່ໃນພາວະຊ໊ອກ ແຕ່ໂຊກດີທີ່ພວກເຂົາເບິ່ງຄືວ່າບໍ່ເປັນຫຍັງ. ຂ້າພະເຈົ້າໄດ້ຮັບບາດເຈັບເລັກນ້ອຍ. ແຕ່ລູກຊາຍອາຍຸຫ້າປີຂອງພວກເຮົານັ້ນ ໝົດສະຕິ.
ທ່າມກາງຄວາມຕຶງຄຽດ ແລະ ຄວາມສັບສົນຂອງອຸບັດຕິເຫດນັ້ນ, ລູກສາວກົກຂອງພວກເຮົາ, ເຄດ ອາຍຸ 11 ປີ, ໄດ້ເວົ້າຂຶ້ນຢ່າງຮີບດ່ວນວ່າ, “ພໍ່, ເຈົ້າຕ້ອງວາງມືໃຫ້ພອນຈາຣອມ.” ຫລັງຈາກທີ່ດີ້ນລົນຈັກໄລຍະໜຶ່ງ, ພວກລູກສາວຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າກໍສາມາດອອກຈາກລົດໄດ້. ແມັກຊີນບໍ່ສາມາດຖືກເຄື່ອນຍ້າຍໄດ້. ຂ້າພະເຈົ້າໄດ້ອູ້ມຈາຣອມຂຶ້ນຢ່າງລະມັດລະວັງ; ແລ້ວ, ຂະນະທີ່ກຳລັງນອນຫງາຍຢູ່ກັບພື້ນ, ຂ້າພະເຈົ້າໄດ້ຄ່ອຍໆວາງລາວຢູ່ເທິງເອິກຂອງຂ້າພະເຈົ້າ ແລະ ໃຫ້ພອນຖານະປະໂລຫິດແກ່ລາວ. ເວລາທີ່ລົດໂຮງໝໍມາຮອດ 40 ນາທີຕໍ່ມາ, ຈາຣອມກໍຮູ້ສຶກຕົວ.
ໃນຄືນນັ້ນ, ຂ້າພະເຈົ້າໄດ້ປະສະມາຊິກຄອບຄົວຂອງຂ້າພະເຈົ້າສາມຄົນໄວ້ຢູ່ໂຮງໝໍ ແລະ ນັ່ງແທັກຊີເມືອຢ່າງງຽບໆກັບລູກສາວອີກສອງຄົນຂອງຂ້າພະເຈົ້າ. ຕະຫລອດຄືນທີ່ຍາວນານ, ຂ້າພະເຈົ້າຂໍຮ້ອງພຣະບິດາເທິງສະຫວັນໃຫ້ຄອບຄົວຂອງຂ້າພະເຈົ້າ ແລະ ຜູ້ທີ່ຮັບບາດເຈັບໃນລົດອີກຄັນໜຶ່ງຟື້ນຕົວ. ດ້ວຍຄວາມເມດຕາ, ຄຳອະທິຖານຂອງຂ້າພະເຈົ້າ ແລະ ຄຳອະທິຖານທີ່ຈິງໃຈຂອງຄົນອື່ນອີກຫລາຍໆຄົນ ກໍໄດ້ຮັບຄຳຕອບ. ທຸກຄົນໄດ້ຫາຍດີຕາມເວລາ, ຊ່າງເປັນພອນທີ່ຍິ່ງໃຫຍ່ ແລະ ຄວາມເມດຕາອັນອ່ອນໂຍນແທ້ໆ.
ແຕ່ຂ້າພະເຈົ້າກໍຍັງສືບຕໍ່ຮູ້ສຶກຜິດ ແລະ ສຳນຶກຜິດຢ່າງສຸດຊຶ້ງ ທີ່ເຮັດໃຫ້ເກີດອຸບັດຕິເຫດທີ່ຮ້າຍແຮງເຊັ່ນນັ້ນ. ຂ້າພະເຈົ້າຮູ້ເມື່ອຂຶ້ນໃນຕອນກາງຄືນ ແລະ ນຶກເຖິງເຫດການທີ່ເປັນຕາຢ້ານນັ້ນອີກຄັ້ງ. ຂ້າພະເຈົ້າໄດ້ດີ້ນລົນເປັນເວລາຫລາຍປີ ເພື່ອທີ່ຈະໃຫ້ອະໄພຕົນເອງ ແລະ ພົບສັນຕິສຸກ. ແລ້ວ, ໃນຖານະຜູ້ນຳຖານະປະໂລຫິດ, ຂະນະທີ່ຊ່ວຍໃຫ້ຄົນອື່ນກັບໃຈ ແລະ ຊ່ວຍໃຫ້ພວກເຂົາຮູ້ສຶກເຖິງຄວາມເມດຕາສົງສານ, ຄວາມເມດຕາ, ແລະ ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດນັ້ນ, ຂ້າພະເຈົ້າກໍໄດ້ຮູ້ວ່າ ພຣະອົງສາມາດປິ່ນປົວຂ້າພະເຈົ້າໄດ້.
ການປິ່ນປົວ ແລະ ອຳນາດແຫ່ງການໄຖ່ຂອງພຣະຜູ້ຊ່ວຍໃຫ້ລອດນັ້ນ ໃຊ້ກັບຄວາມຜິດພາດທີ່ບໍ່ໄດ້ຕັ້ງໃຈ, ການຕັດສິນໃຈທີ່ບໍ່ດີ, ການທ້າທາຍ, ແລະ ການທົດລອງທຸກຊະນິດ—ລວມທັງບາບຂອງເຮົາດ້ວຍ. ເມື່ອຂ້າພະເຈົ້າຫັນໄປຫາພຣະອົງ, ຄວາມຮູ້ສຶກຜິດ ແລະ ຄວາມສຳນຶກຜິດຂອງຂ້າພະເຈົ້າກໍຄ່ອຍໆຖືກແທນທີ່ດ້ວຍສັນຕິສຸກ ແລະ ການພັກຜ່ອນ.
ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ: “ເມື່ອພຣະຜູ້ຊ່ວຍໃຫ້ລອດໄດ້ຊົດໃຊ້ແທນມວນມະນຸດ, ພຣະອົງໄດ້ເປີດທາງໃຫ້ຜູ້ທີ່ຕິດຕາມພຣະອົງ ໃຫ້ສາມາດເຂົ້າເຖິງອຳນາດແຫ່ງການປິ່ນປົວ, ຄວາມເຂັ້ມແຂງ, ແລະ ການໄຖ່ຂອງພຣະອົງ. ສິດທິພິເສດທາງວິນຍານເຫລົ່ານີ້ມີໃຫ້ທຸກຄົນທີ່ສະແຫວງຫາທີ່ຈະໄດ້ຍິນພຣະອົງ ແລະ ຕິດຕາມພຣະອົງ.”14
ອ້າຍເອື້ອຍນ້ອງທັງຫລາຍ, ບໍ່ວ່າທ່ານກຳລັງແບກຄວາມໜັກໜ່ວງຂອງບາບທີ່ບໍ່ໄດ້ຮັບການແກ້ໄຂ, ທົນທຸກຍ້ອນຄວາມບາດໝາງກັບຄວາມຜິດທີ່ກະທຳຕໍ່ທ່ານເມື່ອດົນນານມາແລ້ວ, ຫລື ດີ້ນລົນກັບການໃຫ້ອະໄພຕົນເອງສຳລັບຄວາມຜິດທີ່ບໍ່ໄດ້ຕັ້ງໃຈ, ທ່ານສາມາດເຂົ້າເຖິງການປິ່ນປົວ ແລະ ອຳນາດແຫ່ງການໄຖ່ຂອງພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດໄດ້.
ຂ້າພະເຈົ້າເປັນພະຍານວ່າ ພຣະອົງຊົງພຣະຊົນ. ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ພຣະອົງຮັກເຮົາ. ພຣະອົງມີຄວາມເມດຕາສົງສານຕໍ່ເຮົາ, ພຣະອົງເຕັມໄປດ້ວຍຄວາມເມດຕາ, ແລະ ພຣະອົງສາມາດປິ່ນປົວເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.