ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ພໍ່​ແມ່
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ພໍ່​ແມ່

ຊ່ວຍ​ລູກໆ​ຂອງ​ທ່ານ​ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ຮັກ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ແລະ ກະ​ກຽມ​ສຳ​ລັບ​ທາງ​ເລືອກ​ທີ່​ຊອບ​ທຳ​ຕະ​ຫລອດ​ຊີ​ວິດ.

ແຕ່​ກີ້​ແຕ່​ກ່ອນ, ມີ​ພໍ່​ຄົນ​ໜຶ່ງ​ທີ່​ກຳ​ລັງ​ຈະ​ອອກ​ເຮືອນ​ໄປ​ຮ່ວມ​ການ​ປະ​ຊຸມ​ຂອງ​ຝ່າຍ​ອະ​ທິ​ການ​ໃນ​ຄ່ຳ​ຄືນ​ໜຶ່ງ. ລູກ​ສາວ​ນ້ອຍ​ຂອງ​ລາວ ອາ​ຍຸ​ສີ່​ປີ​ໄດ້​ກ້າວ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ລາວ, ນຸ່ງ​ຊຸດ​ນອນ ແລະ ຖື​ປຶ້ມ ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ.

“ເປັນ​ຫຍັງ​ພໍ່​ຕ້ອງ​ໄປ​ປະ​ຊຸມ?” ນາງ​ໄດ້​ຖາມ.

“ເພາະ​ວ່າ​ພໍ່​ເປັນ​ທີ່​ປຶກ​ສາ​ໃນ​ຝ່າຍ​ອະ​ທິ​ການ,” ລາວ​ໄດ້​ຕອບ​ໄປ.

“ແຕ່​ພໍ່​ເປັນ​ພໍ່​ຂອງ​ລູກ!” ລູກ​ສາວ​ຂອງ​ລາວ​ໄດ້​ຕໍ່​ຕ້ານ.

ລາວ​ໄດ້​ຄຸ​ເຂົ່າ​ລົງ​ຢູ່​ຕໍ່​ໜ້າ​ນາງ. “ລູກ​ທີ່​ຮັກ​ເອີຍ,” ລາວ​ເວົ້າ, “ພໍ່​ຮູ້​ວ່າ​ລູກ​ຢາກ​ໃຫ້​ພໍ່​ອ່ານ​ໃຫ້​ລູກ​ຟັງ ແລະ ຊ່ວຍ​ໃຫ້​ລູກ​ນອນ​ຫລັບ, ແຕ່​ຄືນ​ນີ້​ພໍ່​ຕ້ອງ​ຊ່ວຍ​ອະ​ທິ​ການ.”

ລູກ​ສາວ​ຂອງ​ລາວ​ໄດ້​ຕອບ​ກັບ​ວ່າ, “ອະ​ທິ​ການ​ບໍ່​ມີ​ພໍ່​ທີ່​ຈະ​ຊ່ວຍ​ໃຫ້​ເພິ່ນ​ນອນ​ຫລັບ​ບໍ​ລະ?”

ພວກ​ເຮົາ​ກະ​ຕັນ​ຍູ​ຊົ່ວ​ນິ​ລັນ​ດອນ​ສຳ​ລັບ​ສະ​ມາ​ຊິກ​ທີ່​ນັບ​ບໍ່​ຖ້ວນ ຜູ້​ທີ່​ໄດ້​ຮັບ​ໃຊ້​ຢ່າງ​ພາກ​ພຽນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທຸກໆ​ມື້. ການ​ເສຍ​ສະ​ລະ​ຂອງ​ທ່ານ​ແມ່ນ​ສັກ​ສິດ​ແທ້ໆ.

ແຕ່​ດັ່ງ​ທີ່​ນາງ​ນ້ອຍ​ຄົນ​ນີ້​ເບິ່ງ​ຄື​ວ່າ​ຈະ​ເຂົ້າ​ໃຈ​ໄດ້, ຍັງ​ມີ​ບາງ​ສິ່ງ​ທີ່​ສັກ​ສິດ​ເທົ່າໆ​ກັນ—ສິ່ງ​ທີ່​ບໍ່​ມີ​ຫຍັງ​ມາ​ແທນ​ໄດ້—ກ່ຽວ​ກັບ​ການ​ທີ່​ພໍ່​ແມ່​ບຳ​ລຸງ​ລ້ຽງ​ລູກ. ມັນ​ສະ​ທ້ອນ​ເຖິງ​ແບບ​ແຜນ​ຂອງ​ສະ​ຫວັນ.1 ແນ່​ນອນ​ວ່າ ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ, ພຣະ​ບິ​ດາ​ຜູ້​ສູງ​ສົ່ງ​ຂອງ​ເຮົາ, ປິ​ຕິ​ຍິນ​ດີ​ເມື່ອ​ລູກໆ​ຂອງ​ພຣະ​ອົງ​ຖືກ​ສິດ​ສອນ ແລະ ບຳ​ລຸງ​ລ້ຽງ​ໂດຍ​ພໍ່​ແມ່​ຂອງ​ພວກ​ເຂົາ​ຢູ່​ເທິງ​ໂລກ.2

ພໍ່​ແມ່​ທັງ​ຫລາຍ, ຂໍ​ຂອບ​ໃຈ​ສຳ​ລັບ​ທຸກ​ສິ່ງ​ທີ່​ທ່ານ​ກຳ​ລັງ​ເຮັດ​ຢູ່​ເພື່ອ​ລ້ຽງ​ດູ​ລູກໆ​ຂອງ​ທ່ານ. ແລະ ລູກໆ​ທັງ​ຫລາຍ, ຂໍ​ຂອບ​ໃຈ​ສຳ​ລັບ​ທຸກ​ສິ່ງ​ທີ່​ພວກ​ເຈົ້າ​ກຳ​ລັງ​ເຮັດ​ຢູ່​ເພື່ອ​ລ້ຽງ​ດູ​ພໍ່​ແມ່​ຂອງ​ພວກ​ເຈົ້າ, ເພາະ​ວ່າ​ດັ່ງ​ທີ່​ພໍ່​ແມ່​ທຸກ​ຄົນ​ກໍ​ຮູ້, ສ່ວນ​ຫລາຍ​ແລ້ວ​ເຮົາ​ຈະ​ຮຽນ​ຮູ້​ຈາກ​ລູກໆ​ຂອງ​ເຮົາ​ຫລາຍ​ຢ່າງ​ກ່ຽວ​ກັບ​ສັດ​ທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ​ເທົ່າ​ທີ່​ພວກ​ເຂົາ​ຮຽນ​ຮູ້​ຈາກ​ເຮົາ!3

ພໍ່​ແມ່​ມີ​ໜ້າ​ທີ່​ອັນ​ສັກ​ສິດ

ທ່ານ​ເຄີຍ​ໄດ້​ຄິດ​ບໍ​ກ່ຽວ​ກັບ​ຄວາມ​ສ່ຽງ​ສູງ​ທີ່​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ​ມີ ແຕ່​ລະ​ເທື່ອ​ທີ່​ພຣະ​ອົງ​ສົ່ງ​ລູກ​ຄົນ​ໜຶ່ງ​ຂອງ​ພຣະ​ອົງ​ມາ​ຍັງ​ໂລກ? ພວກ​ເຂົາ​ເປັນ​ບຸດ ແລະ ທິ​ດາ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ. ພວກ​ເຂົາ​ມີ​ສັກ​ກະ​ຍະ​ພາບ​ທີ່​ບໍ່​ມີ​ເຂດ​ຈຳ​ກັດ. ພວກ​ເຂົາ​ຖືກ​ກຳ​ນົດ​ໄວ້​ເພື່ອ​ກາຍ​ເປັນ​ບຸກ​ຄົນ​ທີ່​ຮຸ່ງ​ໂລດ​ຂອງ​ຄວາມ​ດີ​ງາມ, ພຣະ​ຄຸນ, ແລະ ຄວາມ​ຈິງ. ແຕ່​ພວກ​ເຂົາ​ລົງ​ມາ​ສູ່​ໂລກ​ຢ່າງ​ຊ່ວຍ​ຕົວ​ເອງ​ບໍ່​ໄດ້​ເລີຍ, ເກືອບ​ເຮັດ​ຫຍັງ​ບໍ່​ໄດ້​ນອກ​ຈາກ​ຮ້ອງ​ໄຫ້ ຂໍ​ຄວາມ​ຊ່ວຍ​ເຫລືອ. ຄວາມ​ຊົງ​ຈຳ​ຂອງ​ພວກ​ເຂົາ​ຕອນ​ໄດ້​ຢູ່​ກັບ​ພຣະ​ເຈົ້າ, ພ້ອມ​ທັງ​ຄວາມ​ຮູ້​ທີ່​ວ່າ​ພວກ​ເຂົາ​ເປັນ​ໃຜ​ແທ້ໆ ແລະ ຜູ້​ທີ່​ພວກ​ເຂົາ​ສາ​ມາດ​ກາຍ​ເປັນ ກໍ​ຖືກ​ປິດ​ບັງ. ພວກ​ເຂົາ​ປະ​ກອບ​ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຂົາ​ເຖິງ​ຊີ​ວິດ, ຄວາມ​ຮັກ, ພຣະ​ເຈົ້າ, ແລະ ແຜນ​ຂອງ​ພຣະ​ອົງ ອີງ​ຕາມ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ສັງ​ເກດ​ເຫັນ​ຈາກ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ພວກ​ເຂົາ—ໂດຍ​ສະ​ເພາະ​ພໍ່​ແມ່​ຂອງ​ພວກ​ເຂົາ, ຜູ້​ທີ່, ແທ້​ຈິງ​ແລ້ວ, ກໍ​ຍັງ​ພະ​ຍາ​ຍາມ​ທີ່​ຈະ​ຮຽນ​ຮູ້​ຢູ່​ຄື​ກັນ.

ຮູບ​ພາບ
ແອ​ນ້ອຍ​ເກີດ​ໃໝ່

ພຣະ​ເຈົ້າ​ໄດ້​ມອບ​ໃຫ້ “ພໍ່​ແມ່​ມີ​ໜ້າ​ທີ່​ອັນ​ສັກ​ສິດ​ທີ່​ຈະ​ລ້ຽງ​ດູ​ລູກໆ​ຂອງ​ຕົນ​ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ຄວາມ​ຊອບ​ທຳ, ທີ່​ຈະ​ຈັດ​ຫາ​ສິ່ງ​ຈຳ​ເປັນ​ທາງ​ກາຍ ແລະ ທາງ​ວິນ​ຍານ​ໃຫ້​ເຂົາ, ແລະ ທີ່​ຈະ​ສອນ​ເຂົາ​ໃຫ້ … ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.”4

ສິ່ງ​ນີ້​ກໍ​ຫລາຍ​ພໍ​ແລ້ວ​ທີ່​ຈະ​ເຮັດ​ໃຫ້​ແມ່ນ​ແຕ່​ພໍ່​ແມ່​ທີ່​ດີ​ທີ່​ສຸດ​ນອນ​ບໍ່​ຫລັບ.

ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ພໍ່​ແມ່​ທຸກ​ຄົນ ແມ່ນ​ວ່າ:

ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ທ່ານ.

ພຣະ​ອົງ​ສະ​ຖິດ​ຢູ່​ກັບ​ທ່ານ.

ພຣະ​ອົງ​ສະ​ຖິດ​ຢູ່​ຄຽງ​ຂ້າງ​ທ່ານ.

ພຣະ​ອົງ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ທ່ານ​ໃນ​ການ​ຊີ້​ນຳ​ລູກໆ​ຂອງ​ທ່ານ​ໃຫ້​ເລືອກ​ສິ່ງ​ທີ່​ຊອບ​ທຳ.

ຈົ່ງ​ຮັບ​ເອົາ​ສິດ​ທິ​ພິ​ເສດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບນີ້​ຢ່າງ​ກ້າ​ຫານ ແລະ ຢ່າງ​ຊື່ນ​ຊົມ. ຢ່າ​ມອບ​ໝາຍ​ແຫລ່ງ​ຂອງ​ພອນ​ຈາກ​ສະ​ຫວັນ​ນີ້​ໃຫ້​ກັບ​ຄົນ​ອື່ນ. ພາຍ​ໃນ​ໂຄງ​ຮ່າງ​ຂອງ​ຄຸນ​ຄ່າ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ຫລັກ​ທຳ, ທ່ານ​ເປັນ​ຜູ້​ທີ່​ຈະ​ນຳ​ພາ​ລູກ​ຂອງ​ທ່ານ​ໃນ​ລາຍ​ລະ​ອຽດ​ຂອງ​ການ​ຕັດ​ສິນ​ໃຈ​ປະ​ຈຳ​ວັນ. ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ທີ່​ຈະ​ຮັກ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ແລະ ກະ​ກຽມ​ສຳ​ລັບ​ທາງ​ເລືອກ​ທີ່​ຊອບ​ທຳ​ຕະ​ຫລອດ​ຊີ​ວິດ. ແທ້​ຈິງ​ແລ້ວ, ນັ້ນ​ຄື​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ພໍ່​ແມ່.

ຊາ​ຕານ​ຈະ​ຄັດ​ຄ້ານ​ທ່ານ, ລົບ​ກວນ​ທ່ານ, ພະ​ຍາ​ຍາມ​ຈະ​ເຮັດ​ໃຫ້​ທ່ານ​ທໍ້​ຖອຍ​ໃຈ.

ເດັກ​ນ້ອຍ​ທຸກ​ຄົນ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ ທີ່​ເປັນ​ສາຍ​ຕໍ່​ໂດຍ​ກົງ​ເຖິງ​ສະ​ຫວັນ. ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຊ່ວຍ​ທ່ານ, ຊີ້​ນຳ​ທ່ານ, ແລະ ໃຫ້​ກຳ​ລັງ​ໃຈ​ທ່ານ. ຈົ່ງ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ. ຈົ່ງ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ!

ຮູບ​ພາບ
ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ

ດັ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, ພຣະ​ເຢ​ຊູ​ຄຣິດ​ກໍ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ພໍ່​ແມ່​ເຊັ່ນ​ກັນ.

ພຣະ​ອົງ​ຂະ​ຫຍາຍ​ຄວາມ​ຮັກ

ບາງ​ເທື່ອ​ເຮົາ​ອາດ​ສົງ​ໄສ​ຖ້າ​ຫາກ​ວ່າ​ຄົນ​ອື່ນ​ຈະ​ເໝາະ​ສົມ​ຫລາຍ​ກວ່າ ທີ່​ຈະ​ນຳ​ພາ ແລະ ສິດ​ສອນ​ລູກໆ​ຂອງ​ເຮົາ. ບໍ່​ວ່າ​ທ່ານ​ຈະ​ຮູ້​ສຶກ​ບໍ່​ດີ​ພໍ​ພຽງ​ໃດ​ກໍ​ຕາມ, ທ່ານ​ຍັງ​ມີ​ບາງ​ສິ່ງ​ທີ່​ເຮັດ​ໃຫ້​ທ່ານ​ເໝາະ​ສົມ​ເປັນ​ພິ​ເສດ: ຄວາມ​ຮັກ​ຂອງ​ທ່ານ​ທີ່​ມີ​ໃຫ້​ແກ່​ລູກ​ຂອງ​ທ່ານ.

ຄວາມ​ຮັກ​ຂອງ​ພໍ່​ແມ່​ທີ່​ມີ​ໃຫ້​ແກ່​ລູກ​ເປັນ​ພະ​ລັງ​ທີ່​ແຂງ​ແກ່ນ​ທີ່​ສຸດ​ໃນ​ຈັກ​ກະ​ວານ. ມັນ​ເປັນ​ໜຶ່ງ​ໃນ​ສອງ​ສາມ​ຢ່າງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ທີ່​ສາ​ມາດ​ເປັນ​ໄປ​ໄດ້​ຊົ່ວ​ນິ​ລັນ​ດອນ​ແທ້ໆ.

ບັດ​ນີ້, ບາງ​ທີ​ທ່ານ​ຮູ້​ສຶກ​ວ່າ ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ລູກ​ຂອງ​ທ່ານ​ແມ່ນ​ບໍ່​ດີ​ເທົ່າ​ທີ່​ຄວນ​ເປັນ​ໃນ​ອຸ​ດົມ​ຄະ​ຕິ. ໃນ​ທີ່​ນັ້ນ​ແຫລະ​ທີ່​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ເຂົ້າ​ມາ​ຊ່ວຍ. ພຣະ​ອົງ​ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ, ແລະ ພຣະ​ອົງ​ສາ​ມາດ​ປິ່ນ​ປົວ​ຄວາມ​ສຳ​ພັນ​ໄດ້. ພຣະ​ອົງ​ເພີ່ມ​ພູນ​ເຂົ້າ​ຈີ່ ແລະ ປາ, ແລະ ພຣະ​ອົງ​ສາ​ມາດ​ເພີ່ມ​ພູນ​ຄວາມ​ຮັກ ແລະ ຄວາມ​ຊື່ນ​ຊົມ​ໃນ​ບ້ານ​ເຮືອນ​ຂອງ​ທ່ານ​ໄດ້.

ຄວາມ​ຮັກ​ຂອງ​ທ່ານ​ທີ່​ມີ​ໃຫ້​ແກ່​ລູກໆ​ຂອງ​ທ່ານ​ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ອຸ​ດົມ​ສົມ​ບູນ​ສຳ​ລັບ​ການ​ສິດ​ສອນ​ຄວາມ​ຈິງ ແລະ ສ້າງ​ສັດ​ທາ. ຈົ່ງ​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ທ່ານ​ເປັນ​ບ້ານ​ແຫ່ງ​ການ​ອະ​ທິ​ຖານ, ການ​ຮຽນ​ຮູ້, ແລະ ສັດ​ທາ; ບ້ານ​ແຫ່ງ​ປະ​ສົບ​ການ​ທີ່​ຊື່ນ​ຊົມ; ສະ​ຖານ​ທີ່​ຂອງ​ການ​ເປັນ​ພາກ​ສ່ວນ; ບ້ານ​ຂອງ​ພຣະ​ເຈົ້າ.5 ແລະ “ຈົ່ງ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ, ເພື່ອ​ທ່ານ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ [ຂອງ​ພຣະ​ອົງ], ຊຶ່ງ​ພຣະ​ອົງ​ປະ​ທານ​ໃຫ້ … ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ.”6

ພຣະ​ອົງ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ເລັກ​ນ້ອຍ ແລະ ງ່າຍໆ

ຄວາມ​ເຂັ້ມ​ແຂງ​ອີກ​ຢ່າງ​ໜຶ່ງ​ທີ່​ທ່ານ​ມີ, ໃນ​ຖາ​ນະ​ພໍ່​ແມ່, ແມ່ນ​ໂອ​ກາດ​ສຳ​ລັບ​ອິດ​ທິ​ພົນ​ປະ​ຈຳ​ວັນ​ທີ່​ຕໍ່​ເນື່ອງ. ໝູ່​ເພື່ອນ, ຄູ​ສອນ, ແລະ ຜູ້​ມີ​ອິດ​ທິ​ພົນ​ໃນ​ສື່​ມວນ​ຊົນ​ຈະ​ໄປໆ​ມາໆ. ແຕ່​ທ່ານ​ສາ​ມາດ​ເປັນ​ອິດ​ທິ​ພົນ​ທີ່​ໝັ້ນ​ຄົງ, ສະ​ໝ່ຳ​ສະ​ເໝີ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ລູກ​ທ່ານ.

ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ອາດ​ເບິ່ງ​ຄື​ວ່າ​ເລັກ​ນ້ອຍ​ເມື່ອ​ທຽບ​ໃສ່​ກັບ​ສຽງ​ດັງ​ສະ​ໜັ່ນ​ທີ່​ລູກໆ​ຂອງ​ທ່ານ​ໄດ້​ຍິນ​ຢູ່​ໃນ​ໂລກ. ບາງ​ເທື່ອ​ມັນ​ອາດ​ຈະ​ຮູ້​ສຶກ​ຄື​ວ່າ ທ່ານ​ບໍ່​ໄດ້​ສຳ​ເລັດ​ຫຍັງ​ຫລາຍ. ແຕ່​ຂໍ​ໃຫ້​ຈື່​ຈຳ​ໄວ້​ວ່າ, “ດ້ວຍ​ວິ​ທີ​ນ້ອຍໆ ແລະ ງ່າຍໆ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ນຳ​ເລື່ອງ​ອັນ​ໃຫຍ່​ຍິ່ງ​ມາ​ໃຫ້.”7 ການ​ສັງ​ສັນ​ໃນ​ຕອນ​ແລງ​ໜຶ່ງ​ເທື່ອ, ການ​ສົນ​ທະ​ນາ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ໜຶ່ງ​ເທື່ອ, ຫລື ການ​ເປັນ​ຕົວ​ຢ່າງ​ທີ່​ດີ​ໜຶ່ງ​ເທື່ອ ອາດ​ບໍ່​ປ່ຽນ​ແປງ​ຊີ​ວິດ​ຂອງ​ລູກ​ທ່ານ​ໃນ​ຊ່ວງ​ເວ​ລາ​ດຽວ, ນ້ຳ​ຝົນ​ໜຶ່ງ​ຢົດ​ກໍ​ຈະ​ບໍ່​ເຮັດ​ໃຫ້​ຕົ້ນ​ໄມ້​ຕົ້ນ​ໜຶ່ງ​ໃຫຍ່​ຂຶ້ນ​ໃນ​ທັນ​ທີ​ທັນ​ໃດ​ເຊັ່ນ​ກັນ. ແຕ່​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ມື້​ແລ້ວ​ມື້​ເລົ່າ, ຈະ​ບຳ​ລຸງ​ລ້ຽງ​ລູກໆ​ຂອງ​ທ່ານ​ໄດ້​ດີ​ກວ່າ​ການ​ທຸ້ມ​ເທ​ອິດ​ທິ​ພົນ​ທາງ​ວິນ​ຍານ​ຢ່າງ​ຫລວງ​ຫລາຍ​ເປັນ​ບາງ​ຄັ້ງ​ບາງ​ຄາວ.8

ນັ້ນ​ຄື​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ກ່າວ​ກັບ​ທ່ານ ແລະ ລູກ​ຂອງ​ທ່ານ​ດ້ວຍ​ສຽງ​ແຜ່ວ​ເບົາ, ບໍ່​ແມ່ນ​ດ້ວຍ​ສຽງ​ຟ້າ​ຮ້ອງ.9 ພຣະ​ອົງ​ໄດ້​ປິ່ນ​ປົວ ນາ​ອາ​ມານ ບໍ່​ແມ່ນ​ຜ່ານ “ສິ່ງ​ທີ່​ຍາກ” ແຕ່​ຜ່ານ​ການ​ກະ​ທຳ​ງ່າຍໆ, ຊ້ຳ​ແລ້ວ​ຊ້ຳ​ອີກ​ຂອງ​ການ​ອາບ​ນ້ຳ​ຊຳ​ລະ​ຕົວ.10 ຊາວ​ອິດ​ສະ​ຣາ​ເອນ​ໄດ້​ກິນ​ນົກ​ຂຸ້ມ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແຕ່​ສິ່ງ​ທີ່​ໄດ້​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຊີ​ວິດ​ຢູ່​ໄດ້​ແມ່ນ​ສິ່ງ​ມະ​ຫັດ​ສະ​ຈັນ​ເລັກ​ນ້ອຍ ແລະ ງ່າຍໆ​ຂອງ​ມາ​ນາ—ເຂົ້າ​ຈີ່​ປະ​ຈຳ​ວັນ​ຂອງ​ເຂົາ​ເຈົ້າ.11

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຂົ້າ​ຈີ່​ປະ​ຈຳ​ວັນ​ແມ່ນ​ແຊບ​ທີ່​ສຸດ​ເມື່ອ​ຈັດ​ຕຽມ ແລະ ມີ​ໃຫ້​ກິນ​ຢູ່​ທີ່​ບ້ານ. ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ຖືກ​ສະ​ໜັບ​ສະ​ໜູນ​ໄດ້​ດີ​ທີ່​ສຸດ​ໃນ​ວິ​ທີ​ແບບ​ທຳ​ມະ​ດາ ແລະ ທຳ​ມະ​ຊາດ, ເທື່ອ​ລະ​ຂັ້ນ​ຕອນ, ໃນ​ຊ່ວງ​ເວ​ລາ​ເລັກໆ​ນ້ອຍໆ, ລະ​ຫວ່າງ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ.12

ທຸກໆ​ຊ່ວງ​ເວ​ລາ​ແມ່ນ​ຊ່ວງ​ເວ​ລາ​ແຫ່ງ​ການ​ສິດ​ສອນ. ທຸກໆ​ຖ້ອຍ​ຄຳ ແລະ ທຸກໆ​ການ​ກະ​ທຳ​ສາ​ມາດ​ເປັນ​ສິ່ງ​ນຳ​ພາ​ໃນ​ການ​ເລືອກ.13

ທ່ານ​ອາດ​ບໍ່​ເຫັນ​ຜົນ​ກະ​ທົບ​ຂອງ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ໂດຍ​ທັນ​ທີ. ແຕ່​ຢ່າ​ຍອມ​ແພ້. “ທຸກ​ສິ່ງ​ຕ້ອງ​ເກີດ​ຂຶ້ນ​ໃນ​ເວ​ລາ​ຂອງ​ມັນ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ. “ດັ່ງ​ນັ້ນ, ຢ່າ​ເມື່ອຍ​ລ້າ​ໃນ​ການ​ເຮັດ​ວຽກ​ງານ​ດີ, ເພາະ [ທ່ານ] ພວມ​ວາງ​ຮາກ​ຖານ​ຂອງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່.”14 ຈະ​ມີ​ວຽກ​ງານ​ຫຍັງ​ແດ່​ທີ່​ຍິ່ງ​ໃຫຍ່​ໄປ​ກວ່າ​ການ​ຊ່ວຍ​ໃຫ້​ລູກໆ​ຜູ້​ລ້ຳ​ຄ່າ​ຂອງ​ພຣະ​ເຈົ້າ​ຮຽນ​ຮູ້​ວ່າ​ເຂົາ​ເຈົ້າ​ເປັນ​ໃຜ​ແທ້ໆ ແລະ ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ? ພຣະ​ເຢ​ຊູ​ຄຣິດ​ຈະ​ອວຍ​ພອນ​ທ່ານ ແລະ ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ທີ່​ສະ​ໝ່ຳ​ສະ​ເໝີ​ຂອງ​ທ່ານ.

ພຣະ​ອົງ​ປະ​ທານ​ການ​ເປີດ​ເຜີຍ

ອີກ​ທາງ​ໜຶ່ງ​ທີ່​ມີ​ພະ​ລັງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສະ​ໜັບ​ສະ​ໜູນ​ພໍ່​ແມ່​ແມ່ນ​ຜ່ານ​ທາງ​ຂອງ​ປະ​ທານ​ແຫ່ງ​ການ​ເປີດ​ເຜີຍ​ສ່ວນ​ຕົວ. ພຣະ​ເຈົ້າ​ຕື່ນ​ເຕັ້ນ​ທີ່​ຈະ​ຖອກ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ນຳ​ພາ​ພໍ່​ແມ່.

ຂະ​ນະ​ທີ່​ທ່ານ​ອະ​ທິ​ຖານ ແລະ ຮູ້​ສຶກ​ໄວ​ຕໍ່​ພຣະ​ວິນ​ຍານ, ພຣະ​ອົງ​ຈະ​ເຕືອນ​ທ່ານ​ເຖິງ​ອັນ​ຕະ​ລາຍ​ທີ່​ຊ້ອນ​ຢູ່.15 ພຣະ​ອົງ​ຈະ​ເປີດ​ເຜີຍ​ພອນ​ສະ​ຫວັນ, ຄວາມ​ເຂັ້ມ​ແຂງ, ແລະ ຄວາມ​ຫ່ວງ​ໃຍ​ທີ່​ບໍ່​ໄດ້​ກ່າວ​ອອກ​ມາ ຂອງ​ລູກໆ​ຂອງ​ທ່ານ.16 ພຣະ​ເຈົ້າ​ຈະ​ຊ່ວຍ​ໃຫ້​ທ່ານ​ເຫັນ​ລູກໆ​ຂອງ​ທ່ານ​ດັ່ງ​ທີ່​ພຣະ​ອົງ​ເຫັນ​ພວກ​ເຂົາ—ກວ້າງ​ໄກ​ໄປ​ກວ່າ​ພາບ​ລັກ​ສະ​ນະ​ພາຍ​ນອກ​ຂອງ​ພວກ​ເຂົາ ແລະ ເຂົ້າ​ໄປ​ພາຍ​ໃນ​ຈິດ​ໃຈ​ຂອງ​ພວກ​ເຂົາ.17

ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ເຈົ້າ, ທ່ານ​ສາ​ມາດ​ຮຽນ​ຮູ້​ເພື່ອ​ຈະ​ຮູ້​ຈັກ​ລູກໆ​ຂອງ​ທ່ານ​ໃນ​ວິ​ທີ​ທີ່​ບໍ​ລິ​ສຸດ ແລະ ດັ່ງ​ທີ່​ພຣະ​ເຈົ້າ​ຮູ້​ຈັກ​ພວກ​ເຂົາ. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຮັບ​ເອົາ​ຂໍ້​ສະ​ເໜີ​ຂອງ​ພຣະ​ເຈົ້າ ເພື່ອ​ນຳ​ພາ​ຄອບ​ຄົວ​ຂອງ​ທ່ານ​ໂດຍ​ການ​ເປີດ​ເຜີຍ​ສ່ວນ​ຕົວ. ສະ​ແຫວງ​ຫາ​ການ​ນຳ​ພາ​ຂອງ​ພຣະ​ອົງ​ໃນ​ການ​ອະ​ທິ​ຖານ​ຂອງ​ທ່ານ.18

ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ

ບາງ​ທີ​ຄວາມ​ຊ່ວຍ​ເຫລືອ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ພຣະ​ເຢ​ຊູ​ຄຣິດ​ສະ​ເໜີ​ມອບ​ໃຫ້​ພໍ່​ແມ່​ຄື “ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່” ຂອງ​ໃຈ.19 ມັນ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ເຮົາ​ທຸກ​ຄົນ​ຕ້ອງ​ການ.

ໃຫ້​ວາດ​ພາບ​ເຫັນ​ສະ​ພາບ​ການ​ນີ້​ບຶດ​ໜຶ່ງ​ວ່າ: ທ່ານ​ຢູ່​ທີ່​ໂບດ, ກຳ​ລັງ​ຮັບ​ຟັງ​ຄຳ​ປາ​ໄສ​ກ່ຽວ​ກັບ​ຄອບ​ຄົວ​ຢູ່. ຜູ້​ກ່າວ​ປາ​ໄສ​ບັນ​ຍາຍ​ບ້ານ​ເຮືອນ​ທີ່​ສົມ​ບູນ​ແບບ ແລະ ແມ່ນ​ແຕ່​ຄອບ​ຄົວ​ທີ່​ສົມ​ບູນ​ແບບ​ຫລາຍ​ກວ່າ. ສາ​ມີ ແລະ ພັນ​ລະ​ຍາ​ບໍ່​ເຄີຍ​ຜິດ​ຖຽງ​ກັນ. ລູກໆ​ກໍ​ຢຸດ​ອ່ານ​ພຣະ​ຄຳ​ພີ​ພຽງ​ແຕ່​ເມື່ອ​ເຖິງ​ເວ​ລາ​ທີ່​ຈະ​ເຮັດ​ວຽກ​ບ້ານ​ເທົ່າ​ນັ້ນ. ແລະ ສຽງ​ເພງ “ຮັກ​ທີ່​ບ້ານ”20 ກໍ​ກຳ​ລັງ​ບັນ​ເລງ​ຢູ່​ເບື້ອງ​ຫລັງ. ກ່ອນ​ຜູ້​ກ່າວ​ປາ​ໄສ​ກ່າວ​ເຖິງ​ຕອນ​ທີ່​ທຸກ​ຄົນ​ຊ່ວຍ​ກັນ​ລ້າງ​ຫ້ອງ​ນ້ຳ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ, ທ່ານ​ກໍ​ໄດ້​ຄິດ​ຢູ່​ໃນ​ໃຈ​ວ່າ, “ຄອບ​ຄົວ​ຂອງ​ເຮົາ​ແມ່ນ​ບໍ່​ມີ​ຫວັງ​ເລີຍ.”

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຢ່າ​ກັງ​ວົນ​ເລີຍ! ທຸກ​ຄົນ​ຢູ່​ໃນ​ບ່ອນ​ຊຸມ​ນຸມ​ກໍ​ກຳ​ລັງ​ຄິດ​ແບບ​ດຽວ​ກັນ! ຄວາມ​ຈິງ​ກໍ​ຄື, ພໍ່​ແມ່​ທຸກ​ຄົນ​ກໍ​ເປັນ​ຫ່ວງ​ວ່າ​ບໍ່​ດີ​ພໍ.

ເປັນ​ຈັ່ງ​ບຸນ, ຍັງ​ມີ​ແຫລ່ງ​ຊ່ວຍ​ເຫລືອ​ທີ່​ສູງ​ສົ່ງ​ສຳ​ລັບ​ພໍ່​ແມ່: ນັ້ນ​ຄື​ພຣະ​ເຢ​ຊູ​ຄຣິດ. ພຣະ​ອົງ​ເປັນ​ແຫລ່ງ​ແຫ່ງ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ຂອງ​ໃຈ​ເຮົາ.

ເມື່ອ​ທ່ານ​ເປີດ​ໃຈ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ, ພຣະ​ອົງ​ຈະ​ສະ​ແດງ​ໃຫ້​ທ່ານ​ເຫັນ​ຄວາມ​ອ່ອນ​ແອ​ຂອງ​ທ່ານ. ຖ້າ​ວ່າ​ທ່ານ​ໄວ້​ວາງ​ໃຈ​ພຣະ​ເຢ​ຊູ​ຄຣິດ​ດ້ວຍ​ຫົວ​ໃຈ​ທີ່​ຖ່ອມ, ພຣະ​ອົງ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອ​ກາຍ​ເປັນ​ສິ່ງ​ທີ່​ເຂັ້ມ​ແຂງ. ພຣະ​ອົງ​ເປັນ​ພຣະ​ເຈົ້າ​ແຫ່ງ​ການ​ມະ​ຫັດ​ສະ​ຈັນ.

ນີ້​ໝາຍ​ຄວາມ​ວ່າ​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ​ຈະ​ສົມ​ບູນ​ແບບ​ທຸກ​ຢ່າງ​ບໍ? ບໍ່​ເລີຍ. ແຕ່​ທ່ານ​ຈະ​ເຮັດ​ໄດ້​ດີ​ກວ່າ​ເກົ່າ. ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, ທ່ານ​ຈະ​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ທີ່​ບັນ​ດາ​ພໍ່​ແມ່​ຕ້ອງ​ການ: ຄວາມ​ຮັກ​ທີ່​ມີ​ໃຫ້​ພຣະ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງ, ຄວາມ​ອົດ​ທົນ, ຄວາມ​ບໍ່​ເຫັນ​ແກ່​ຕົວ, ສັດ​ທາ​ໃນ​ພຣະ​ຄຣິດ, ແລະ ຄວາມ​ກ້າ​ຫານ​ທີ່​ຈະ​ເຮັດ​ການ​ເລືອກ​ທີ່​ຊອບ​ທຳ.

ພຣະ​ເຢ​ຊູ​ຄຣິດ​ສະ​ເໜີ​ມອບ​ຄວາມ​ຊ່ວຍ​ເຫລືອ​ຜ່ານ​ທາງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ

ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ສູນ​ກາງ​ຢູ່​ທີ່​ບ້ານ, ສຸມ​ໃສ່​ສ່ວນ​ບຸກ​ຄົນ. ແລະ ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ. ນອກ​ເໜືອ​ໄປ​ຈາກ​ການ​ຈັດ​ຫາ​ພຣະ​ຄຳ​ພີ​ສັກ​ສິດ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໃຫ້​ແລ້ວ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີ​ມອບ​ແຫລ່ງ​ຊ່ວຍ​ເຫລືອ​ຫລາຍ​ຢ່າງ​ເພື່ອ​ຊ່ວຍ​ໃຫ້​ພໍ່​ແມ່ ແລະ ລູກໆ​ເຮັດ​ການ​ເລືອກ​ທີ່​ຊອບ​ທຳ.

ຮູບ​ພາບ
ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ
  • ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ ບໍ່​ໄດ້​ໃຫ້​ລາຍ​ການ​ສິ່ງ​ທີ່​ຄວນ​ເຮັດ ຫລື ບໍ່​ຄວນ​ເຮັດ​ແກ່​ທ່ານ. ມັນ​ສິດ​ສອນ​ຄວາມ​ຈິງ​ນິ​ລັນ​ດອນ​ເພື່ອ​ຊ່ວຍ​ເຮັດ​ໃຫ້​ການ​ເລືອກ​ມີ​ສູນ​ກາງ​ຢູ່​ທີ່​ພຣະ​ຊົນ​ຊີບ ແລະ ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໃຫ້​ອ່ານ​ມັນ​ກັບ​ລູກໆ​ຂອງ​ທ່ານ. ປ່ອຍ​ໃຫ້​ພວກ​ເຂົາ​ເວົ້າ​ລົມ​ກ່ຽວ​ກັບ​ສິ່ງ​ນັ້ນ. ຊ່ວຍ​ໃຫ້​ພວກ​ເຂົາ​ມີ​ຄວາມ​ຈິງ​ນິ​ລັນ​ດອນ ແລະ ສູງ​ສົ່ງ​ເຫລົ່າ​ນີ້​ນຳ​ພາ​ການ​ເລືອກ​ຂອງ​ພວກ​ເຂົາ.22

  • ກອງ​ປະ​ຊຸມ FSY (ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ) ກໍ​ເປັນ​ແຫລ່ງ​ຊ່ວຍ​ເຫລືອ​ທີ່​ດີ​ອີກ​ຢ່າງ​ໜຶ່ງ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຊາວ​ໜຸ່ມ​ທຸກ​ຄົນ​ຈະ​ໄປ​ຮ່ວມ. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ຜູ້​ໃຫຍ່​ໜຸ່ມ​ໂສດ​ໃຫ້​ໄປ​ຮ່ວມ​ກອງ​ປະ​ຊຸມ​ເຫລົ່າ​ນີ້​ໃນ​ຖາ​ນະ​ຜູ້​ໃຫ້​ຄຳ​ປຶກ​ສາ ແລະ ທີ່​ປຶກ​ສາ. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ພໍ່​ແມ່​ໃຫ້​ສານ​ຕໍ່​ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ທີ່​ຊາວ​ໜຸ່ມ​ນຳ​ກັບ​ມາ​ບ້ານ ຈາກ​ກອງ​ປະ​ຊຸມ FSY.

  • ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ມີ​ຄູ​ສອນ, ຜູ້​ແນະ​ນຳ, ແລະ ຜູ້​ໃຫ້​ຄຳ​ປຶກ​ສາ. ສ່ວນ​ຫລາຍ​ແລ້ວ​ທ່ານ​ເຂົ້າ​ໄປ​ໃນ​ຊີ​ວິດ​ຂອງ​ຄົນ​ໜຸ່ມ​ໃນ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນ​ເພື່ອ​ສ້າງ​ສາ ແລະ ສະ​ໜັບ​ສະ​ໜູນ​ສັດ​ທາ ແລະ ປະ​ຈັກ​ພະ​ຍານ. ພວກ​ທ່ານ​ບາງ​ຄົນ​ກໍ​ເປັນ​ຜູ້​ໃຫຍ່​ໂສດ. ພວກ​ທ່ານ​ບາງ​ຄົນ​ບໍ່​ເຄີຍ​ມີ​ລູກ​ຂອງ​ຕົວ​ເອງ. ການ​ຮັບ​ໃຊ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ​ຂອງ​ທ່ານ​ຕໍ່​ລູກໆ​ຂອງ​ພຣະ​ເຈົ້າ ແມ່ນ​ສັກ​ສິດ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ.23

ຢ່າ​ໝົດ​ຫວັງ​ໃນ​ສິ່ງ​ມະ​ຫັດ​ສະ​ຈັນ​ເລີຍ

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ການ​ສ້າງ​ສັດ​ທາ​ໃນ​ຕົວ​ເດັກ​ນ້ອຍ​ກໍ​ຄ້າຍ​ຄື​ກັນ​ກັບ​ການ​ຊ່ວຍ​ໃຫ້​ດອກ​ໄມ້​ຈະ​ເລີນ​ເຕີບ​ໂຕ. ທ່ານ​ບໍ່​ສາ​ມາດ​ດຶງ​ກ້ານ​ມັນ​ເພື່ອ​ເຮັດ​ໃຫ້​ມັນ​ສູງ​ຂຶ້ນ​ກວ່າ​ເກົ່າ. ທ່ານ​ບໍ່​ສາ​ມາດ​ແງະ​ເປີດ​ດອກ​ຈູມ​ເພື່ອ​ເຮັດ​ໃຫ້​ມັນ​ບານ​ໄວ​ກ່ອນ​ກຳ​ນົດ. ແລະ ທ່ານ​ບໍ່​ສາ​ມາດ ລະ​ເລີຍ ດອກ​ໄມ້​ນັ້ນ ແລະ ຄາດ​ຫວັງ​ໃຫ້​ມັນ​ເຕີບ​ໂຕ ຫລື ບານ​ເອງ​ໄດ້.

ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ແລະ ຕ້ອງ​ເຮັດ​ເພື່ອ​ຄົນ​ລຸ້ນ​ໃໝ່​ແມ່ນ​ຈັດ​ຫາ​ສະ​ພາບ​ແວດ​ລ້ອມ​ທີ່​ດີ, ມີ​ດິນ​ດີ, ດ້ວຍ​ການ​ເຂົ້າ​ເຖິງ​ນ້ຳ​ແຫ່ງ​ສະ​ຫວັນ​ທີ່​ໄຫລ​ລ່ອງ. ເສຍ​ຫຍ້າ ແລະ ກຳ​ຈັດ​ທຸກ​ສິ່ງ​ທີ່​ຈະ​ບັງ​ແດດ. ສ້າງ​ສະ​ພາບ​ການ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ເພື່ອ​ການ​ເຕີບ​ໂຕ. ດ້ວຍ​ຄວາມ​ອົດ​ທົນ ອະ​ນຸ​ຍາດ​ໃຫ້​ຄົນ​ລຸ້ນ​ໃໝ່​ເຮັດ​ການ​ເລືອກ​ທີ່​ດົນ​ໃຈ, ແລະ ປ່ອຍ​ໃຫ້​ພຣະ​ເຈົ້າ​ເຮັດ​ສິ່ງ​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ອົງ. ຜົນ​ທີ່​ໄດ້​ຮັບ​ຈະ​ສວຍ​ງາມ ແລະ ໜ້າ​ອັດ​ສະ​ຈັນ ແລະ ໜ້າ​ຊື່ນ​ຊົມ​ຫລາຍ​ກວ່າ​ສິ່ງ​ໃດໆ​ທີ່​ທ່ານ​ສາ​ມາດ​ເຮັດ​ສຳ​ເລັດ​ໄດ້​ດ້ວຍ​ຕົວ​ທ່ານ​ເອງ.

ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ​ແມ່ນ​ຊົ່ວ​ນິ​ລັນ​ດອນ. ນີ້​ຄື​ເຫດ​ຜົນ, ໃນ​ຖາ​ນະ​ພໍ່​ແມ່, ທີ່​ທ່ານ​ບໍ່​ເຄີຍ​ຍອມ​ແພ້, ເຖິງ​ແມ່ນ​ວ່າ​ທ່ານ​ບໍ່​ພູມ​ໃຈ​ກັບ​ບາງ​ສິ່ງ​ທີ່​ເປັນ​ໄປ​ໃນ​ອະ​ດີດ​ກໍ​ຕາມ.

ກັບ​ພຣະ​ເຢ​ຊູ​ຄຣິດ, ພຣະ​ອາ​ຈານ​ທີ່​ປິ່ນ​ປົວ, ຍັງ​ສາ​ມາດ​ມີ​ການ​ເລີ່ມ​ຕົ້ນ​ໃໝ່​ໄດ້​ສະ​ເໝີ; ຍັງ​ມີ​ຄວາມ​ຫວັງ​ສະ​ເໝີ.

ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ຄອບ​ຄົວ.

ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ.

ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ພໍ່​ແມ່.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. “ພໍ່​ແມ່​ທຸກ​ຄົນ​ກໍ​ມີ​ຄວາມ​ປາດ​ຖະ​ໜາ ທີ່​ຈະ​ສິດ​ສອນ​ລູກໆ​ຂອງ​ຕົນ​ໃຫ້​ມີ​ຄຸນ​ຄ່າ​ທາງ​ສິນ​ທຳ. ນີ້​ຄື​ພາກ​ສ່ວນ​ຂອງ​ການ​ມະ​ຫັດ​ສະ​ຈັນ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ພຣະ​ອົງ​ປະ​ສົງ​ໃຫ້​ລູກໆ​ຂອງ​ພຣະ​ອົງ​ມາ​ສູ່​ໂລກ, ເຮັດ​ຕາມ​ແບບ​ແຜນ​ນິ​ລັນ​ດອນ​ຂອງ​ຄອບ​ຄົວ​ທີ່​ມີ​ຢູ່​ໃນ​ສະ​ຫວັນ. ຄອບ​ຄົວ​ເປັນ​ໜ່ວຍ​ພື້ນ​ຖານ​ທີ່​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ຂອບ​ເຂດ​ນິ​ລັນ​ດອນ, ແລະ ສະ​ນັ້ນ ພຣະ​ອົງ​ຈຶ່ງ​ມີ​ເຈດ​ຕະ​ນາ​ໃຫ້​ເຂົາ​ເຈົ້າ​ເປັນ​ໜ່ວຍ​ພື້ນ​ຖານ​ຄື​ກັນ ຢູ່​ໃນ​ໂລກ. ເຖິງ​ແມ່ນ​ວ່າ ຄອບ​ຄົວ​ຢູ່​ໃນ​ໂລກ​ໄກ​ຈາກ​ຄວາມ​ດີ​ພ້ອມ​ທຸກ​ຢ່າງ, ແຕ່​ມັນ​ກໍ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ ໄດ້​ຮັບ​ໂອ​ກາດ​ທີ່​ດີ​ທີ່​ສຸດ ເພື່ອ​ຈະ​ໄດ້​ຖືກ​ຮັບ​ຕ້ອນ​ເຂົ້າ​ສູ່​ໂລກ ດ້ວຍ​ຄວາມ​ຮັກ​ທີ່​ໃກ້​ຄຽງ​ທີ່​ສຸດ ກັບ​ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ເຄີຍ​ຮູ້​ສຶກ​ໃນ​ສະ​ຫວັນ—ນັ້ນ​ຄື ຄວາມ​ຮັກ​ຂອງ​ພໍ່​ແມ່. ຄອບ​ຄົວ​ກໍ​ຍັງ​ເປັນ​ວິ​ທີ​ທີ່​ດີ​ທີ່​ສຸດ ທີ່​ຈະ​ຮັກ​ສາ ແລະ ສົ່ງ​ຕໍ່​ຄວາມ​ດີ​ທາງ​ສິນ​ທຳ ແລະ ຫລັກ​ທຳ​ທີ່​ແທ້​ຈິງ ຊຶ່ງ​ສ່ວນ​ຫລາຍ​ຈະ​ນຳ​ພາ​ເຮົາ​ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ” (Henry B. Eyring, “Gathering the Family of God,” Liahona, May 2017, 20).

  2. ແນ່ນ​ນອນ​ວ່າ, ເຮົາ​ຮູ້​ວ່າ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ຈະ​ບໍ່​ສຳ​ເລັດ​ຜົນ​ສະ​ເໝີ​ໄປ “ໃນ​ສະ​ຫວັນ​ເປັນ​ຢ່າງ​ໃດ​ຂໍ​ໃຫ້​ເປັນ​ໄປ​ຢ່າງ​ນັ້ນ​ທີ່​ແຜ່ນ​ດິນ​ໂລກ” (ມັດ​ທາຍ 6:10). ການ​ເປັນ​ພໍ່​ແມ່​ໃນ​ຊີ​ວິດ​ມະ​ຕະ​ນີ້​ຈະ​ບໍ່​ທຽບ​ເທົ່າ​ກັບ​ອຸ​ດົມ​ຄະ​ຕິ​ຂອງ​ພຣະ​ເຈົ້າ. ແນ່​ນອນ​ວ່າ​ພຣະ​ອົງ​ກໍ​ເຫັນ​ສິ່ງ​ນັ້ນ. ພຣະ​ອົງ​ຄົງ​ກັນ​ແສງ​ກັບ​ຄວາມ​ເສົ້າ​ສະ​ຫລົດ​ໃຈ ແລະ ຄວາມ​ເຈັບ​ປວດ​ໃຈ​ທັງ​ໝົດ​ໃນ​ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ. ແລະ ເຖິງ​ປານ​ນັ້ນ ພຣະ​ອົງ​ກໍ​ຍັງ​ບໍ່​ໝົດ​ຫວັງ​ກັບ​ຄອບ​ຄົວ. ແລະ ພຣະ​ອົງ​ຈະ​ບໍ່​ໝົດ​ຫວັງ, ເພາະ​ພຣະ​ເຈົ້າ​ມີ​ແຜນ​ທີ່​ຮຸ່ງ​ໂລດ​ສຳ​ລັບ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ລູກໆ​ຂອງ​ພຣະ​ອົງ. ແລະ ​ຢູ່​ໃນ​ຈຸດ​ໃຈ​ກາງ​ຂອງ​ແຜນ​ນັ້ນ​ແມ່ນ​ຄອບ​ຄົວ.

  3. ເບິ່ງ ມັດ​ທາຍ 18:1–5; ​ໂມ​ໄຊ​ຢາ 3:19.

  4. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ChurchofJesusChrist.org; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:25–28 ນຳ​ອີກ.

  5. ເບິ່ງ “ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ​ແມ່ນ​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ຄວາມ​ສຳ​ພັນ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: ສຳ​ລັບ​ທຸກ​ຄົນ​ທີ່​ສິດ​ສອນ​ຢູ່​ໃນ​ບ້ານ ແລະ ໃນ​ສາດ​ສະ​ໜາ​ຈັກ (2022), 30–31; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:8 ນຳ​ອີກ.

  6. ໂມ​ໂຣ​ໄນ 7:48.

  7. 1 ນີ​ໄຟ 16:29; ເບິ່ງ ແອວ​ມາ 37:6–7 ນຳ​ອີກ.

  8. ເບິ່ງ “ການ​ຮຽນ​ຮູ້​ທີ່​ບ້ານ​ປະ​ກອບ​ດ້ວຍ​ຄວາມ​ພະ​ຍາ​ຍາມ​ເລັກ​ນ້ອຍ, ລຽບ​ງ່າຍ, ແລະ ສະ​ໝ່ຳ​ສະ​ເໝີ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, 31. ປະ​ທານ​ເດ​ວິດ ໂອ ມິກ​ເຄ ໄດ້​ສິດ​ສອນ​ວ່າ: “ບໍ່​ໃຫ້​ເຮົາ​ຄິດ​ວ່າ, ເພາະ​ວ່າ​ບາງ [ສິ່ງ] … ເບິ່ງ​ຄື​ວ່າ​ເລັກ​ນ້ອຍ ແລະ ທຳ​ມະ​ດາ, [ວ່າ] ມັນ​ບໍ່​ສຳ​ຄັນ. ຊີ​ວິດ, ໃນ​ທີ່​ສຸດ​ແລ້ວ, ແມ່ນ​ປະ​ກອບ​ດ້ວຍ​ສິ່ງ​ເລັກໆ​ນ້ອຍໆ. ຊີ​ວິດ​ຂອງ​ເຮົາ, ທາງ​ຮ່າງ​ກາຍ, ແມ່ນ​ປະ​ກອບ​ດ້ວຍ​ການ​ເຕັ້ນ​ຄ່ອຍໆ​ຂອງ​ຫົວ​ໃຈ. ປ່ອຍ​ໃຫ້​ຫົວ​ໃຈ​ນ້ອຍໆ​ດວງ​ນັ້ນ​ຢຸດ​ເຕັ້ນ, ແລະ ຊີ​ວິດ​ຢູ່​ໃນ​ໂລກ​ນີ້​ກໍ​ຈະ​ຢຸດ​ຕິ. ພຣະ​ອາ​ທິດ​ທີ່​ຍິ່ງ​ໃຫຍ່​ເປັນ​ພະ​ລັງ​ມະ​ຫາ​ສານ​ໃນ​ຈັກ​ກະ​ວານ, ແຕ່​ເຮົາ​ໄດ້​ຮັບ​ພອນ​ຈາກ​ລັງ​ສີ [ຂອງ​ມັນ] ເພາະ​ມັນ​ມາ​ເຖິງ​ເຮົາ​ເປັນ​ແສງ​ນ້ອຍໆ, ຊຶ່ງ​ເມື່ອ​ຮັບ​ເປັນ​ສ່ວນ​ລວມ​ແລ້ວ, ເຮັດ​ໃຫ້​ທັງ​ໂລກ​ເຕັມ​ໄປ​ດ້ວຍ​ແສງ​ແດດ. ຄ່ຳ​ຄືນ​ທີ່​ມືດ​ມົວ​ກໍ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ພໍ​ໃຈ​ໂດຍ​ແສງ​ແວບ​ວາບ​ທີ່​ເບິ່ງ​ຄື​ວ່າ​ເປັນ​ດວງ​ດາວ​ນ້ອຍໆ; ແລະ ຊີ​ວິດ​ທີ່​ແທ້​ຈິງ​ຂອງ​ຊາວ​ຄຣິດ​ກໍ​ປະ​ກອບ​ດ້ວຍ​ການ​ກະ​ທຳ​ເລັກໆ​ນ້ອຍໆ​ເໝືອນ​ດັ່ງ​ພຣະ​ຄຣິດ ທີ່​ຖືກ​ກະ​ທຳ​ລົງ​ໄປ​ໃນ​ຊົ່ວ​ໂມງ​ນີ້, ນາ​ທີ​ນີ້—ຢູ່​ໃນ​ບ້ານ​ເຮືອນ” (Teachings of Presidents of the Church: David O. McKay [2003], 219).

  9. ເບິ່ງ ຮີ​ລາ​ມັນ 5:30.

  10. ເບິ່ງ 2 ກະ​ສັດ 5:9–14.

  11. ເບິ່ງ ອົບ​ພະ​ຍົບ 16.

  12. ເບິ່ງ “ການ​ກະ​ກຽມ​ລູກໆ​ຂອງ​ທ່ານ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023, ພາກ​ຫ້ອຍ​ທ້າຍ (ສະ​ບັບ​ດິ​ຕິ​ຈັນ​ເທົ່າ​ນັ້ນ).

  13. ເບິ່ງ “ການ​ຮຽນ​ຮູ້​ທີ່​ບ້ານ​ສາ​ມາດ​ຖືກ​ວາງ​ແຜນ ແຕ່​ເກີດ​ຂຶ້ນ​ແບບ​ທຳ​ມະ​ຊາດ​ໄດ້,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, 31; 1 ເປ​ໂຕ 3:15.

  14. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:32–33.

  15. ເບິ່ງ ມັດ​ທາຍ 2:13.

  16. ເບິ່ງ ແອວ​ມາ 40:1; 41:1; 42:1.

  17. ເບິ່ງ 1 ຊາ​ມູ​ເອນ 16:7.

  18. ເບິ່ງ 1 ນີ​ໄຟ 15:8.

  19. ແອວ​ມາ 5:13.

  20. ເບິ່ງ “Love One Another,” Hymns, no. 308.

  21. ເບິ່ງ ອີ​ເທີ 12:27.

  22. “ໃນ​ກໍ​ລະ​ນີ​ຂອງ​ເດັກ​ນ້ອຍ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ການ​ໃຫ້​ການ​ຊີ້​ນຳ​ທາງ​ສິນ​ທຳ​ແມ່ນ​ຂຶ້ນ​ຢູ່​ກັບ​ພໍ່​ແມ່. ເຂົາ​ເຈົ້າ​ຮູ້​ຈັກ​ນິ​ໄສ​ໃຈ​ຄໍ, ຄວາມ​ເຂົ້າ​ໃຈ, ແລະ ສະ​ຕິ​ປັນ​ຍາ​ຂອງ​ລູກ​ແຕ່​ລະ​ຄົນ. ພໍ່​ແມ່​ໃຊ້​ເວ​ລາ​ຕະ​ຫລອດ​ຊີ​ວິດ​ສະ​ແຫວງ​ຫາ​ທີ່​ຈະ​ສະ​ຖາ​ປະ​ນາ ແລະ ຮັກ​ສາ​ການ​ສື່​ສານ​ທີ່​ດີ​ກັບ​ລູກໆ​ຂອງ​ເຂົາ​ເຈົ້າ​ແຕ່​ລະ​ຄົນ. ເຂົາ​ເຈົ້າ​ຢູ່​ໃນ​ຖາ​ນະ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຕັດ​ສິນ​ໃຈ​ຂັ້ນ​ສຸດ​ທ້າຍ​ທາງ​ດ້ານ​ສິນ​ທຳ ກ່ຽວ​ກັບ​ຄວາມ​ຜາ​ສຸກ ແລະ ສຸ​ຂະ​ພາບ​ດີ​ຂອງ​ລູກ​ເຕົ້າ​ຂອງ​ເຂົາ​ເຈົ້າ” (James E. Faust, “The Weightier Matters of the Law: Judgment, Mercy, and Faith,” Ensign, Nov. 1997, 54).

  23. ອີກ​ສອງ​ແຫລ່ງ​ຊ່ວຍ​ເຫລືອ​ທີ່​ອາດ​ເປັນ​ປະ​ໂຫຍດ​ແມ່ນ: ແຫລ່ງ​ຊ່ວຍ​ເຫລືອ​ສະ​ບັບ​ດິ​ຈິ​ຕັນ ໃນ​ປີ​ນີ້ ຂອງ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ແມ່ນ​ລວມ​ທັງ​ພາກ​ໃໝ່ ຊື່ “ການ​ກະ​ກຽມ​ລູກໆ​ຂອງ​ທ່ານ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ.” ມັນ​ແນະ​ນຳ​ແນວ​ຄິດ​ແບບ​ລຽບ​ງ່າຍ​ທີ່​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ​ຊ່ວຍ​ເຫລືອ​ລູກໆ​ໃຫ້​ກະ​ກຽມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ອື່ນໆ. ແລະ ສະ​ບັບ​ທີ່​ແກ້​ໄຂ​ໃໝ່​ຂອງ​ປຶ້ມ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ມີ​ພາກ​ທີ່​ຊື່​ວ່າ “ບ້ານ​ເຮືອນ ແລະ ຄອບ​ຄົວ” ທີ່​ບັນ​ຍາຍ​ວ່າ ຫລັກ​ທຳ​ຂອງ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ​ຈະ​ນຳ​ໃຊ້​ແນວ​ໃດ​ຢູ່​ທີ່​ບ້ານ (ເບິ່ງ​ໜ້າ 30–31).

ພິມ