ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ສຸມ​ໃສ່​ພຣະ​ເຢ​ຊູ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ສຸມ​ໃສ່​ພຣະ​ເຢ​ຊູ​ຄຣິດ

ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຄື​ທາງ​ແກ້​ໄຂ​ຕໍ່​ບັນ​ຫາ​ຂອງ​ເຮົາ, ແຕ່​ເຮົາ​ຕ້ອງ​ເງີຍ​ໜ້າ​ຂຶ້ນ ແລະ ສຸມ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ໃສ່​ພຣະ​ອົງ.

ພໍ່​ຂອງ​ຂ້າ​ພະ​ເຈົ້າ​ເຄີຍ​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຢ່າ​ເມົາ​ແຕ່​ສຸມ​ໃສ່​ບັນ​ຫາ​ຂອງ​ລູກ​ຈົນ​ວ່າ​ລູກ​ຫລຽວ​ບໍ່​ເຫັນ​ທາງ​ແກ້​ໄຂ​ເລີຍ.”

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ເປັນ​ທາງ​ແກ້​ໄຂ​ແມ່ນ​ແຕ່​ສຳ​ລັບ​ບັນ​ຫາ​ທີ່​ຍາກ​ທີ່​ສຸດ​ຂອງ​ເຮົາ. ໂດຍ​ສະ​ເພາະ, ພຣະ​ອົງ​ໄດ້​ເອົາ​ຊະ​ນະ​ບັນ​ຫາ​ສີ່​ຢ່າງ​ທີ່​ເຮົາ​ທຸກ​ຄົນ​ປະ​ເຊີນ ແລະ ບໍ່​ມີ​ຜູ້​ໃດ​ໃນ​ພວກ​ເຮົາ​ທີ່​ສາ​ມາດ​ແກ້​ໄຂ​ມັນ​ໄດ້​ດ້ວຍ​ຕົວ​ເຮົາ​ເອງ.

  1. ບັນ​ຫາ​ທີ​ໜຶ່ງ​ຄື​ຄວາມ​ຕາຍ​ທາງ​ຮ່າງ​ກາຍ. ເຮົາ​ສາ​ມາດ​ພະ​ຍາ​ຍາມ​ຊັກ​ຊ້າ​ມັນ ຫລື ບໍ່​ຫົວ​ຊາ​ກັບ​ມັນ​ໄດ້, ແຕ່​ເຮົາ​ບໍ່​ສາ​ມາດ​ເອົາ​ຊະ​ນະ​ມັນ​ໄດ້​ດ້ວຍ​ຕົວ​ເຮົາ​ເອງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ເຢ​ຊູ​ຄຣິດ​ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ​ເພື່ອ​ເຮົາ, ແລະ ຜົນ​ທີ່​ຕາມ​ມາ​ກໍ​ຄື, ເຮົາ​ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ​ໃນ​ມື້​ໃດ​ມື້​ໜຶ່ງ.1

  2. ບັນ​ຫາ​ທີ​ສອງ​ແມ່ນ​ລວມ​ທັງ​ຄວາມ​ຍາກ​ລຳ​ບາກ, ປະ​ສົບ​ການ​ທີ່​ຫຍຸ້ງ​ຍາກ, ຄວາມ​ໂສກ​ເສົ້າ, ຄວາມ​ເຈັບ​ປວດ, ແລະ ຄວາມ​ບໍ່​ຍຸດ​ຕິ​ທຳ​ຂອງ​ໂລກ​ນີ້. ພຣະ​ເຢ​ຊູ​ຄຣິດ​ໄດ້​ເອົາ​ຊະ​ນະ​ທຸກ​ສິ່ງ​ທັງ​ໝົດ​ນີ້. ສຳ​ລັບ​ຜູ້​ທີ່​ພະ​ຍາ​ຍາມ​ຕິດ​ຕາມ​ພຣະ​ອົງ, ໃນ​ມື້​ໃດ​ມື້​ໜຶ່ງ​ພຣະ​ອົງ “​ຈະ​ຊົງ​ເຊັດ​ນ້ຳ​ຕາ​ທຸກ​ຢົດ” ເຮັດ​ໃຫ້​ທຸກ​ສິ່ງ​ຖືກ​ຕ້ອງ​ອີກ​ຄັ້ງ.2 ໃນ​ຂະ​ນະ​ນີ້, ພຣະ​ອົງ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ ເພື່ອ​ຜ່ານ​ຜ່າ​ການ​ທົດ​ລອງ​ຂອງ​ເຮົາ​ດ້ວຍ​ຄວາມ​ໝັ້ນ​ໃຈ, ຄວາມ​ເບີກ​ບານ, ແລະ ສັນ​ຕິ​ສຸກ.3

  3. ບັນ​ຫາ​ທີ​ສາມ​ຄື​ຄວາມ​ຕາຍ​ທາງ​ວິນ​ຍານ​ທີ່​ເກີດ​ມາ​ຈາກ​ບາບ. ພຣະ​ເຢ​ຊູ​ຄຣິດ​ໄດ້​ເອົາ​ຊະ​ນະ​ບັນ​ຫາ​ນີ້​ໂດຍ​ການ​ຮັບ​ເອົາ “ການ​ຕີ​ສອນ​ເພື່ອ​ສັນ​ຕິ​ສຸກ​ຂອງ​ພວກ​ເຮົາ” ໄວ້​ກັບ​ພຣະ​ອົງ.4 ເປັນ​ເພາະ​ການ​ເສຍ​ສະ​ລະ​ຊົດ​ໃ​ຊ້​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ເປັນ​ອິດ​ສະ​ລະ​ຈາກ​ຜົນ​ສະ​ທ້ອນ​ຂອງ​ບາບ​ຂອງ​ເຮົາ ຖ້າ​ຫາກ​ເຮົາ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ກັບ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ, ຮັບ​ເອົາ​ພັນ​ທະ​ສັນ​ຍາ​ທີ່​ພຣະ​ບິ​ດາ​ສະ​ເໜີ​ມອບ​ໃຫ້​ເຮົາ​ຜ່ານ​ທາງ​ພິ​ທີ​ການ​ທີ່​ຈຳ​ເປັນ ດັ່ງ​ເຊັ່ນ​ການ​ບັບ​ຕິ​ສະ​ມາ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.5

  4. ບັນ​ຫາ​ທີ​ສີ່​ຄື​ທຳ​ມະ​ຊາດ​ບໍ່​ດີ​ພ້ອມ, ທີ່​ຈຳ​ກັດ​ຂອງ​ເຮົາ. ພຣະ​ເຢ​ຊູ​ຄຣິດ​ມີ​ທາງ​ແກ້​ໄຂ​ຕໍ່​ບັນ​ຫາ​ນີ້​ດ້ວຍ. ພຣະ​ອົງ​ບໍ່​ພຽງ​ແຕ່​ຈະ​ລຶບ​ຄວາມ​ຜິດ​ພາດ​ຂອງ​ເຮົາ ແລະ ເຮັດ​ໃຫ້​ເຮົາ​ບໍ​ລິ​ສຸດ​ຄືນ​ອີກ​ເທົ່າ​ນັ້ນ. ພຣະ​ອົງ​ສາ​ມາດ​ກໍ່​ໃຫ້​ເກີດ “ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ … ໃນ​ໃຈ​ຂອງ​ພວກ​ເຂົາ, ຈົນ​ວ່າ​ພວກ​ເຮົາ​ບໍ່​ມີ​ໃຈ​ທີ່​ຈະ​ກະ​ທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ, ແຕ່​ປາດ​ຖະ​ໜາ​ຈະ​ເຮັດ​ແຕ່​ຄວາມ​ດີ​ໂດຍ​ຕະ​ຫລອດ.”6 ເຮົາ​ສາ​ມາດ​ຖືກ​ເຮັດ​ໃຫ້​ດີ​ພ້ອມ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ຄຣິດ ແລະ ໃນ​ມື້​ໜຶ່ງ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.7

ໜ້າ​ເສຍ​ດາຍ, ສ່ວນ​ຫລາຍ​ແລ້ວ​ເຮົາ​ມັກ​ຈະ​ເອົາ​ໃຈ​ໃສ່​ແຕ່​ບັນ​ຫາ​ຂອງ​ເຮົາ​ເອງ​ຈົນ​ວ່າ​ເຮົາ​ສູນ​ເສຍ​ການ​ສຸມ​ໃສ່​ການ​ແກ້​ໄຂ, ຊຶ່ງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ເຮົາ​ຈະ​ຫລີກ​ລ້ຽງ​ຄວາມ​ຜິດ​ພາດ​ນັ້ນ​ໄດ້​ແນວ​ໃດ? ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ຈະ​ພົບ​ເຫັນ​ຄຳ​ຕອບ​ນັ້ນ​ຢູ່​ໃນ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ຖືກ​ເຊື້ອ​ເຊີນ​ໃຫ້​ເຮັດ​ກັບ​ພຣະ​ອົງ ແລະ ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ.

ສຸມ​ໃສ່​ພຣະ​ເຢ​ຊູ​ຄຣິດ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ

ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ຊ່ວຍ​ເຮົາ​ໃຫ້​ສຸມ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ, ຄວາມ​ນຶກ​ຄິດ, ແລະ ການ​ກະ​ທຳ​ຂອງ​ເຮົາ​ໃສ່​ທີ່​ພຣະ​ຄຣິດ. ເມື່ອ​ເຮົາ “ແນບ​ສະ​ໜິດ​ຢູ່​ກັບ​ພັນ​ທະ​ສັນ​ຍາ [ຊຶ່ງ​ເຮົາ​ໄດ້] ເຮັດ,” ເຮົາ​ສາ​ມາດ​ເຫັນ “ສິ່ງ​ທີ່​ເປັນ​ຂອງ​ໂລກ​ນີ້” ທີ່​ເຮົາ​ຄວນ “ປ່ອຍ​ວາງ” ແລະ “ສິ່ງ​ທີ່​ດີ​ກວ່າ [ທາງ​ໂລກ]” ທີ່​ເຮົາ​ຄວນ​ສະ​ແຫວງ​ຫາ​ຢ່າງ​ພາກ​ພຽນ.8

ນັ້ນ​ຄື​ສິ່ງ​ທີ່​ຜູ້​ຄົນ​ຂອງ​ອຳ​ໂມນ​ໄດ້​ສະ​ແຫວງ​ຫາ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ເມື່ອ​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ໄດ້​ເລີ່ມ​ສຸມ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ໃສ່​ພຣະ​ອົງ, ເຂົາ​ເຈົ້າ​ໄດ້​ຮັບ​ຮູ້​ວ່າ​ເຂົາ​ເຈົ້າ​ຄວນ​ຝັງ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ເຂົາ​ເຈົ້າ ແລະ ໄດ້​ກາຍ​ເປັນ​ຄົນ​ຊື່​ຕົງ​ຢ່າງ​ສົມ​ບູນ ແລະ “ດີ​ເດັ່ນ​ຂຶ້ນ ຍ້ອນ​ວ່າ​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ພຣະ​ເຈົ້າ.”9

ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ນຳ​ເຮົາ​ໄປ​ສະ​ແຫວງ​ຫາ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຊື້ອ​ເຊີນ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ ແລະ ປະ​ຕິ​ເສດ​ສິ່ງ​ໃດ​ກໍ​ຕາມ​ທີ່​ຂັບ​ໄລ່​ອິດ​ທິ​ພົນ​ນັ້ນ—“ເພາະ​ເຮົາ​ຮູ້​ວ່າ ຖ້າ​ຫາກ​ເຮົາ​ສາ​ມາດ​ມີ​ຄ່າ​ຄວນ​ສຳ​ລັບ​ການ​ສະ​ຖິດ​ຢູ່​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລ້ວ​ເຮົາ​ກໍ​ສາ​ມາດ​ມີ​ຄ່າ​ຄວນ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ.”10 ນີ້​ກໍ​ອາດຈະໝາຍ​ຄວາມ​ວ່າ ເຮົາ​ຕ້ອງ​ປ່ຽນ​ຄຳ​ສັບ​ຂອງ​ເຮົາ, ນຳ​ໃຊ້​ຖ້ອຍ​ຄຳ​ທີ່​ດີ​ມີ​ເມດ​ຕາ​ຫລາຍ​ກວ່າ. ມັນ​ກໍ​ສາ​ມາດ​ໝາຍ​ຄວາມ​ວ່າ ການ​ເອົາ​ນິ​ໄສ​ທີ່​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ເຂົ້າ​ມາ​ແທນ​ນິ​ໄສ​ທີ່​ບໍ່​ສົມ​ບູນ​ທາງ​ຝ່າຍ​ວິນ​ຍານ, ດັງ​ເຊັ່ນ​ການ​ອະ​ທິ​ຖານ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ​ທຸກໆ​ວັນ, ທັງ​ເປັນ​ສ່ວນ​ຕົວ ແລະ ກັບ​ຄອບ​ຄົວ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ “ທຸກ​ຄົນ​ທີ່​ເຮັດ​ພັນ​ທະ​ສັນ​ຍາ​ຢູ່​ທີ່​ອ່າງ​ບັບ​ຕິ​ສະ​ມາ ແລະ ໃນ​ພຣະ​ວິ​ຫານ—ແລະ ຮັກ​ສາ​ມັນ—ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ. …

“ລາງ​ວັນ​ສຳ​ລັບ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ຄື​ພະ​ລັງ​ຈາກ​ສະ​ຫວັນ—ພະ​ລັງ​ທີ່​ເສີມ​ກຳ​ລັງ​ໃຫ້​ເຮົາ ເພື່ອ​ຕ້ານ​ທານ​ກັບ​ການ​ທົດ​ລອງ, ການ​ລໍ້​ລວງ, ແລະ ຄວາມ​ເຈັບ​ປວດ​ໃຈ ໄດ້​ດີ​ກວ່າ​ເກົ່າ.”11

ການ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ລະ​ຫວ່າງ​ກອງ​ປະ​ຊຸມ​​ສິນ​ລະ​ລຶກ​ທຸກໆ​ວັນ​ອາ​ທິດ​ເປັນ​ໂອ​ກາດ​ທີ່​ດີ​ທີ່​ຈະ​ສຳ​ຫລວດ​ຕົວ​ເຮົາ​ເອງ12 ແລະ ກັບ​ມາ​ສຸມ​ຊີ​ວິດ​ຂອງ​ເຮົາ​ໃສ່​ພຣະ​ເຢ​ຊູ​ຄຣິດ​ຄືນ​ອີກ. ໂດຍ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ, ເຮົາ​ປະ​ກາດ​ວ່າ​ເຮົາ “ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ.”13 ຄຳ​ທີ່​ວ່າ ຕະ​ຫລອດ​ເວ​ລາ ແມ່ນ​ສຳ​ຄັນ​ຫລາຍ. ມັນ​ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄປ​ເຖິງ​ທຸກໆ​ພາກ​ສ່ວນ​ຂອງ​ຊີ​ວິດ​ເຮົາ. ເຮົາ​ລະ​ນຶກ​ເຖິງ​ພຣະ​ອົງ​ບໍ່​ພຽງ​ແຕ່​ຢູ່​ທີ່​ໂບດ ຫລື ລະ​ຫວ່າງ​ການ​ອະ​ທິ​ຖານ​ຕອນ​ເຊົ້າ​ຂອງ​ເຮົາ ຫລື ເມື່ອ​ເຮົາ​ມີ​ບັນ​ຫາ ແລະ ຕ້ອງ​ການ​ບາງ​ສິ່ງ​ບາງ​ຢ່າງ​ເທົ່າ​ນັ້ນ.

ແມ່ນ​ແລ້ວ, ບາງ​ເທື່ອ​ເຮົາ​ກໍ​ຖືກ​ລົບ​ກວນ. ເຮົາ​ລືມ​ໄປ. ເຮົາ​ສູນ​ເສຍ​ຈຸດ​ສຸມ​ຂອງ​ເຮົາ. ແຕ່​ການ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ໝາຍ​ຄວາມ​ວ່າ​ເຮົາ ຢາກ ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕະ​ຫລອດ​ເວ​ລາ, ວ່າ​ເຮົາ​ຈະ​ພະ​ຍາ​ຍາມ​ລະ​ນຶກ​ເຖິງ​ຕະ​ຫລອດ​ທັງ​ອາ​ທິດ, ແລະ ວ່າ​ເຮົາ​ຈະ​ເຮັດ​ຄຳ​ໝັ້ນ​ສັນ​ຍາ ແລະ ສຸມ​ໃສ່​ພຣະ​ອົງ​ຄືນ​ອີກ​ຄັ້ງ​ຢູ່​ທີ່​ໂຕະ​ສິນ​ລະ​ລຶກ​ໃນ​ອາ​ທິດ​ຕໍ່​ໄປ.

ສຸມ​ໃສ່​ພຣະ​ເຢ​ຊູ​ຄຣິດ​ຢູ່​ທີ່​ບ້ານ​ເຮືອນ​ຂອງ​ເຮົາ

ແທ້ໆ​ແລ້ວ, ການ​ສຸມ​ໃສ່​ພຣະ​ເຢ​ຊູ​ຄຣິດ ຕ້ອງ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ແຕ່​ໃນ​ວັນ​ອາ​ທິດ, ຢູ່​ທີ່​ກິດ​ຈະ​ກຳ​ໂບດ. ເມື່ອ​ປະ​ທານ​ແນວ​ສັນ​ໄດ້​ນຳ​ສະ​ເໜີ ຈົ່ງ​ຕາມ​ເຮົາ​ມາ ໃນ​ປີ 2018, ເພິ່ນ​ໄດ້​ກ່າວ​ວ່າ, “ມັນ​ເຖິງ​ເວ​ລາ​ແລ້ວ ທີ່​ຈະ​ເປັນ​ສາດ​ສະ​ໜາ​ຈັກ​ທີ່​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ.”14 ເພິ່ນ​ໄດ້​ກ່າວ​ວ່າ​ເຮົາ​ຄວນ “ປ່ຽນ​ບ້ານ​ເຮືອນ [ຂອງ​ເຮົາ] ໃຫ້​ເປັນ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ສັດ​ທາ” ແລະ ເພື່ອ “ເປັນ​ສູນ​ກາງ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ.” ແລະ ເພິ່ນ​ໄດ້​ໃຫ້​ຄຳ​ສັນ​ຍາ​ທີ່​ດີ​ເລີດ​ສີ່​ຢ່າງ​ກັບ​ເຮົາ​ຖ້າ​ຫາກ​ເຮົາ​ເຮັດ​ດັ່ງ​ນັ້ນ.15

ຄຳ​ສັນ​ຍາ​ຢ່າງ​ທີ​ໜຶ່ງ: “ວັນ​ຊະ​ບາ​ໂຕ ຂອງ​ທ່ານ ຈະ​ເປັນ​ມື້​ທີ່​ມີ​ຄວາມ​ສຸກ​ຫລາຍ​ແທ້ໆ.” ມັນ​ຈະ​ເປັນ​ວັນ​ທີ່​ທ່ານ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ. ດັ່ງ​ທີ່​ຍິງ​ໜຸ່ມ​ຄົນ​ໜຶ່ງ​ຈາກ​ປະ​ເທດ​ເປ​ຣູ ໄດ້​ກ່າວ​ວ່າ, “ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ວັນ​ທີ່​ຂ້າ​ນ້ອຍ​ໄດ້​ຮັບ​ຄຳ​ຕອບ​ຫລາຍ​ທີ່​ສຸດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.”

ຄຳ​ສັນ​ຍາ​ຢ່າງ​ທີ​ສອງ: “ລູກໆ ຂອງ​ທ່ານ ຈະ​ຕື່ນ​ເຕັ້ນ​ທີ່​ຈະ​ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ນັ້ນ​ຈຶ່ງ​ເປັນ​ເຫດ​ຜົນ​ທີ່ “ພວກ​ເຮົາ​ເວົ້າ​ເຖິງ​ພຣະ​ຄຣິດ, ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ, ພວກ​ເຮົາ​ສັ່ງ​ສອນ​ເລື່ອງ​ພຣະ​ຄຣິດ, … ເພື່ອ​ລູກ​ຫລານ​ຂອງ​ພວກ​ເຮົາ ຈະ​ໄດ້​ຮູ້​ວ່າ ພວກ​ເຂົາ​ຈະ​ຫລຽວ​ຫາ​ແຫລ່ງ​ໃດ​ເພື່ອ​ການ​ປົດ​ບາບ.”16

ເຮົາ​ເຮັດ​ສິ່ງ​ນີ້​ເພື່ອ​ວ່າ​ໃນ​ມື້​ໜຶ່ງ, ເມື່ອ​ລູກ​ຊາຍ​ຂອງ​ເຮົາ​ອອກ​ໄປ​ທຳ​ງານ ຫລື ໄປ​ເດີນ​ປ່າ​ຢູ່​ທີ່​ພູ​ເຂົາ ຫລື ໄປ​ລ່າ​ສັດ​ຢູ່​ໃນ​ປ່າ, ດັ່ງ​ທີ່​ເອ​ໂນດ​ໄດ້​ເຮັດ, ລາວ​ຈະ​ຈື່​ຈຳ​ສິ່ງ​ທີ່​ເຮົາ​ໄດ້​ສິດ​ສອນ​ລາວ​ກ່ຽວ​ກັບ​ພຣະ​ຄຣິດ ແລະ ກ່ຽວ​ກັບ​ຄວາມ​ຊື່ນ​ຊົມ​ຂອງ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ. ແລະ ໃຜ​ຈະ​ຮູ້​ໄດ້? ບາງ​ທີ​ມື້​ນີ້​ຈະ​ເປັນ​ມື້​ນັ້ນ ເມື່ອ​ໃນ​ທີ່​ສຸດ​ລາວ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຫິວ​ໂຫຍ​ທາງ​ວິນ​ຍານ​ທີ່​ເຮັດ​ໃຫ້​ລາວ​ຫັນ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ວ່າ​ລາວ​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ຕໍ່​ລາວ​ວ່າ “ບາບ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະ​ໄພ​ໃຫ້​ແລ້ວ, ແລະ ເຈົ້າ​ຈະ​ໄດ້​ຮັບ​ພອນ.”17

ຄຳ​ສັນ​ຍາ​ຢ່າງ​ທີ​ສາມ: “ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ​ໃນ​ຊີ​ວິດ ຂອງ​ທ່ານ ແລະ ໃນ​ບ້ານ​ເຮືອນ ຂອງ​ທ່ານ ຈະ​ລົດ​ນ້ອຍ​ຖອຍ​ລົງ.” ເພາະ​ເຫດ​ໃດ? ເພາະ​ວ່າ​ເມື່ອ​ເຮົາ​ສຸມ​ໃສ່​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ເທົ່າ​ໃດ, ບາບ​ຍິ່ງ​ຈະ​ສູນ​ເສຍ​ແຮງ​ດຶງ​ດູດ​ຂອງ​ມັນ.18 ເມື່ອ​ບ້ານ​ເຮືອນ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຈະ​ມີ​ຊ່ອງ​ວ່າງ​ໜ້ອຍ​ລົງ​ສຳ​ລັບ​ຄວາມ​ມືດ​ຂອງ​ຜູ້​ປໍ​ລະ​ປັກ.

ຄຳ​ສັນ​ຍາ​ຢ່າງ​ທີ​ສີ່: “ການ​ປ່ຽນ​ແປງ​ໃນ​ຄອບ​ຄົວ​ຂອງ​ທ່ານ ຈະ​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ ຄ້ຳ​ຈູນ.” ເພາະ​ເຫດ​ໃດ? ເພາະ​ວ່າ​ການ​ປ່ຽນ​ແປງ​ທີ່​ພຣະ​ເຢ​ຊູ​ຄຣິດ​ນຳ​ມາ​ເປັນ “ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່.”19 ພຣະ​ອົງ​ປ່ຽນ​ທຳ​ມະ​ຊາດ​ແທ້ໆ​ຂອງ​ເຮົາ; ເຮົາ “ກາຍ​ມາ​ເປັນ​ຄົນ​ໃໝ່.”20 ເຮົາ​ຈະ​ຄ່ອຍໆ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ, ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ ສຳ​ລັບ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ.

ໃຜ​ຈະ​ບໍ່​ຢາກ​ໃຫ້​ຄຳ​ສັນ​ຍາ​ເຫລົ່າ​ນີ້​ເກີດ​ເປັນ​ຈິງ​ໃນ​ຊີ​ວິດ​ຂອງ​ເຂົາ ແລະ ຄອບ​ຄົວ​ຂອງ​ເຂົາ? ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່ ເພື່ອ​ຈະ​ໄດ້​ມັນ​ມາ? ຄຳ​ຕອບ​ຄື​ທີ່​ຈະ​ປ່ຽນ​ບ້ານ​ເຮືອນ​ຂອງ​ເຮົາ ໃຫ້​ເປັນ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ສັດ​ທາ ແລະ ເປັນ​ສູນ​ກາງ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ. ແລະ ເຮົາ​ຈະ​ເຮັດ​ແນວ​ນັ້ນ​ໄດ້​ແນວ​ໃດ? ໂດຍ​ການ​ສຸມ​ໃສ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ, ການ​ເຮັດ​ໃຫ້​ພວກ​ພຣະ​ອົງ​ເປັນ​ສູນ​ກາງ​ໃນ​ຊີ​ວິດ​ຄອບ​ຄົວ​ຂອງ​ເຮົາ, ເປັນ​ອິດ​ທິ​ພົນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ບ້ານ​ເຮືອນ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ວ່າ ໃຫ້​ທ່ານ​ເລີ່ມ​ຕົ້ນ​ໂດຍ​ການ​ເຮັດ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ, ເປັນ​ພາກ​ສ່ວນ​ປະ​ຈຳ​ວັນໃນ​ຊີ​ວິດ​ຂອງ​ທ່ານ​ໄດ້​ບໍ? ບໍ່​ມີ​ສູດ​ການ​ກຳ​ນົດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ທີ່​ສົມ​ບູນ​ແບບ. ອາດ​ຈະ​ໃຊ້​ເວ​ລາ 5 ຫລື 10 ນາ​ທີ​ແຕ່​ລະ​ວັນ—ຫລື ນານ​ກວ່າ​ນັ້ນ​ຖ້າ​ທ່ານ​ສາ​ມາດ​ເຮັດ​ໄດ້. ອາດ​ຈະ​ອ່ານ​ໜຶ່ງ​ບົດ ຫລື ສາມ​ສີ່​ຂໍ້​ແຕ່​ລະ​ວັນ​ກໍ​ໄດ້. ບາງ​ຄອບ​ຄົວ​ເລືອກ​ທີ່​ຈະ​ສຶກ​ສາ​ໃນ​ຕອນ​ເຊົ້າ​ກ່ອນ​ເຂົາ​ເຈົ້າ​ອອກ​ໄປ​ໂຮງ​ຮຽນ ຫລື ໄປ​ທຳ​ງານ. ຄອບ​ຄົວ​ອື່ນ​ເລືອກ​ທີ່​ຈະ​ອ່ານ​ຕອນ​ກາງ​ຄືນ​ກ່ອນ​ເຂົ້າ​ນອນ. ຄູ່​ສາ​ມີ​ພັນ​ລະ​ຍາ​ໜຸ່ມ​ບາງ​ຄູ່​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ເຂົາ​ເຈົ້າ​ສຶກ​ສາ​ເປັນ​ສ່ວນ​ຕົວ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ທຳ​ງານ ແລະ ແລ້ວ​ແບ່ງ​ປັນ​ຄວາມ​ຮູ້​ແຈ້ງ​ກັບ​ກັນ​ແລະ​ກັນ ຜ່ານ​ທາງ​ຂໍ້​ຄວາມ ເພື່ອ​ວ່າ​ຄວາມ​ຄິດ​ເຫັນ ແລະ ການ​ສົນ​ທະ​ນາ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ບັນ​ທຶກ​ໄວ້.

ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ໃຫ້​ຄຳ​ແນະ​ນຳ​ເຖິງ​ກິດ​ຈະ​ກຳ ແລະ ແຫລ່ງ​ຊ່ວຍ​ເຫລືອ​ຫລາຍ​ຢ່າງ ທີ່​ສາ​ມາດ​ຊ່ວຍ​ໃຫ້​ບຸກ​ຄົນ ແລະ ຄອບ​ຄົວ​ຮຽນ​ຮູ້​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຈາກ​ພຣະ​ຄຳ​ພີ. ວິ​ດີ​ໂອ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ວິ​ດີ​ໂອ​ພຣະ​ຄຳ​ພີ​ມໍ​ມອນ ກໍ​ເປັນ​ເຄື່ອງ​ມື​ທີ່​ມີ​ຄ່າ​ນຳ​ອີກ ເພື່ອ​ເຮັດ​ໃຫ້​ຄອບ​ຄົວ​ຂອງ​ທ່ານ​ເຂົ້າ​ເຖິງ​ພຣະ​ຄຳ​ພີ​ໄດ້. ຊາວ​ໜຸ່ມ ແລະ ເດັກ​ນ້ອຍ​ມັກ​ຈະ​ໄດ້​ຮັບ​ການ​ດົນ​ໃຈ​ໂດຍ​ເລື່ອງ​ລາວ​ທີ່​ໜ້າ​ຊົງ​ຈຳ​ໃນ​ພຣະ​ຄຳ​ພີ. ເລື່ອງ​ລາວ​ເຫລົ່າ​ນີ້ ແລະ ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ທີ່​ມັນ​ສິດ​ສອນ​ຈະ​ຄົງ​ຢູ່​ກັບ​ລູກໆ​ຂອງ​ທ່ານ, ຄື​ກັນ​ກັບ​ໝູ່​ເພື່ອນ​ທີ່​ໄວ້​ໃຈ​ໄດ້, ເມື່ອ​ພວກ​ເຂົາ​ຕ້ອງ​ການ​ຕົວ​ຢ່າງ​ຂອງ​ການ​ຮັບ​ໃຊ້​ທີ່​ດີ, ຄຸນ​ນະ​ທຳ, ການ​ເຊື່ອ​ຟັງ, ຄວາມ​ອົດ​ທົນ, ຄວາມ​ບາກ​ບັ່ນ, ການ​ເປີດ​ເຜີຍ​ສ່ວນ​ຕົວ, ຄວາມ​ໃຈ​ບຸນ, ຄວາມ​ຖ່ອມ​ຕົວ, ແລະ ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ເມື່ອ​ເວ​ລາ​ຜ່ານ​ໄປ, ຄວາມ​ສະໝ່ຳ​ສະ​ເໝີ​ຂອງ​ທ່ານ​ໃນ​ການ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຈະ​ຊ່ວຍ​ລູກໆ​ຂອງ​ທ່ານ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ​ເລື້ອຍໆ. ພວກ​ເຂົາ​ຈະ​ມາ​ຮູ້​ຈັກ​ພຣະ​ອົງ​ຫລາຍ​ກວ່າ​ແຕ່​ກ່ອນ.

ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ໃນ​ວັນ​ເວ​ລາ​ນີ້. ພຣະ​ອົງ​ສາ​ມາດ​ປະ​ທັບ​ຢູ່​ຢ່າງ​ແຂງ​ຂັນ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ. ພຣະ​ອົງ​ຄື​ທາງ​ແກ້​ໄຂ​ຕໍ່​ບັນ​ຫາ​ຂອງ​ເຮົາ, ແຕ່​ເຮົາ​ຕ້ອງ​ເງີຍ​ໜ້າ​ຂຶ້ນ ແລະ ສຸມ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ໃສ່​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ຈົ່ງ​ເບິ່ງ​ທີ່​ເຮົາ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ; ຢ່າ​ສົງ​ໄສ, ຢ່າ​ສູ່​ຢ້ານ.”21 ເມື່ອ​ເຮົາ​ສຸມ​ໃສ່​ພຣະ​ອົງ ແລະ ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ, ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພວກ​ພຣະ​ອົງ, ແລະ ເຮັດ​ໃຫ້​ພວກ​ພຣະ​ອົງ​ເປັນ​ອິດ​ທິ​ພົນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ບ້ານ​ເຮືອນ ແລະ ຄອບ​ຄົວ​ຂອງ​ເຮົາ, ແລ້ວ​ເຮົາ​ຈະ​ກາຍ​ເປັນ​ຜູ້​ຄົນ​ທີ່​ປະ​ທານ​ແນວ​ສັນ​ໄດ້​ວາດ​ພາບ​ເຫັນ​ວ່າ​ເປັນ: “ຜູ້​ຄົນ​ທີ່​ສາ​ມາດ, ພ້ອມ​ແລ້ວ, ແລະ ມີ​ຄ່າ​ຄວນ​ທີ່​ຈະ​ຮັບ​ເອົາ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ອີກ, ຜູ້​ຄົນ​ທີ່​ເລືອກ​ເອົາ​ພຣະ​ເຢ​ຊູ​ຄຣິດ​ເໜືອ​ໂລກ​ທີ່​ຕົກ​ຕ່ຳ, ຜູ້​ຄົນ​ທີ່​ປິ​ຕິ​ຍິນ​ດີ​ກັບ​ອຳ​ເພີ​ໃຈ​ຂອງ​ເຂົາ​ເຈົ້າ ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ທີ່​ສູງ​ກວ່າ, ສັກ​ສິດ​ກວ່າ​ຂອງ​ພຣະ​ເຢ​ຊູ​ຄຣິດ.”22 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ