ຄວາມນຶກຄິດຂອງແອວມາ ໄດ້ລະນຶກເຖິງຄວາມຄິດນີ້ເຖິງພຣະເຢຊູຄຣິດ
ຂະນະທີ່ທ່ານສືບຕໍ່ລະນຶກເຖິງຄວາມຄິດເຖິງພຣະເຢຊູຄຣິດຢ່າງຕັ້ງໃຈ, ຂ້າພະເຈົ້າໃຫ້ສັນຍາທ່ານ ບໍ່ພຽງແຕ່ການຊີ້ນຳຈາກສະຫວັນເທົ່ານັ້ນ ແຕ່ອຳນາດຈາກສະຫວັນນຳອີກ.
ລະຫວ່າງເທດສະການອີດສະເຕີທີ່ສວຍງາມນີ້, ຂ້າພະເຈົ້າກ່າວສະທ້ອນຄຳອະທິຖານຂອງເພງສວດທີ່ມີພະລັງນີ້ວ່າ, “ພຣະເຢໂຮວາໂປດຊົງນຳເຮົາ.”1
ເລື່ອງລາວໂດດເດັ່ນເລື່ອງໜຶ່ງໃນພຣະຄຳພີມໍມອນເລົ່າເຖິງຊາຍໜຸ່ມຄົນໜຶ່ງ, ຈາກຄອບຄົວທີ່ມີຊື່ສຽງ, ຊື່ແອວມາ, ຜູ້ທີ່ພຣະຄຳພີບັນຍາຍວ່າເປັນຄົນບໍ່ເຊື່ອຖື ແລະ ນັບຖືຮູບບູຊາ.2 ເພິ່ນເປັນຄົນເວົ້າເກັ່ງ ແລະ ໄດ້ເວົ້າຍົກຍ້ອງເພື່ອຊັກຊວນຄົນອື່ນໃຫ້ຕິດຕາມເພິ່ນ. ຢ່າງປະຫລາດໃຈ, ທູດສະຫວັນໄດ້ປະກົດຕົວຕໍ່ແອວມາ ແລະ ໝູ່ເພື່ອນຂອງເພິ່ນ. ແອວມາໄດ້ລົ້ມລົງຢູ່ກັບພື້ນດິນ ແລະ ອ່ອນເພຍຫລາຍຈົນໝູ່ເພື່ອນຂອງເພິ່ນໄດ້ຫາມເພິ່ນໄປຫາບ້ານຂອງພໍ່ຂອງເພິ່ນ. ເພິ່ນໄດ້ຄົງຢູ່ໃນສະພາບທີ່ໝົດສະຕິເປັນເວລາສາມວັນ.3 ຕໍ່ມາ, ເພິ່ນໄດ້ອະທິບາຍວ່າ ໃນຂະນະທີ່ເພິ່ນປະກົດວ່າໝົດສະຕີຕໍ່ຜູ້ຄົນທີ່ຢູ່ອ້ອມຂ້າງເພິ່ນ, ແຕ່ຄວາມນຶກຄິດຂອງເພິ່ນຍັງເຄື່ອນໄຫວຢູ່ ຂະນະທີ່ຈິດວິນຍານຂອງເພິ່ນໂສກເສົ້າເສຍໃຈ, ຄິດກ່ຽວກັບຊີວິດຂອງເພິ່ນທີ່ບໍ່ໄດ້ເອົາໃຈໃສ່ພຣະບັນຍັດຂອງພຣະເຈົ້າ. ເພິ່ນໄດ້ບັນຍາຍເຖິງຄວາມນຶກຄິດຂອງເພິ່ນວ່າ “ຖືກເຈັບປວດຢູ່ດ້ວຍຄວາມຊົງຈຳເຖິງບາບອັນຫລວງຫລາຍ [ຂອງເພິ່ນ]”4 ແລະ “ຖືກທໍລະມານດ້ວຍຄວາມທໍລະມານນິລັນດອນ.”5
ໃນຄວາມສິ້ນຫວັງຂອງເພິ່ນ, ເພິ່ນຈຳໄດ້ວ່າຖືກສິດສອນກ່ຽວກັບ “ການສະເດັດມາຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າອົງໜຶ່ງ, ເພື່ອຊົດໃຊ້ແທນບາບຂອງໂລກ.”6 ຕໍ່ຈາກນັ້ນ ເພິ່ນໄດ້ກ່າວຄຳຖະແຫລງທີ່ກະຕຸ້ນຄວາມຄິດວ່າ: “ເວລາພໍ່ກຳລັງລະນຶກເຖິງຄວາມຄິດເຫລົ່ານີ້, ພໍ່ໄດ້ຮ້ອງໄຫ້ຢູ່ໃນໃຈວ່າ: ໂອ້ ພຣະເຢຊູເຈົ້າເອີຍ, ພຣະບຸດຂອງພຣະເຈົ້າ, ຂໍຊົງມີເມດຕາປານີຕໍ່ຂ້ານ້ອຍດ້ວຍເຖີດ.”7 ຂະນະທີ່ເພິ່ນອ້ອນວອນທູນຂໍອຳນາດແຫ່ງສະຫວັນຂອງພຣະຜູ້ຊ່ວຍໃຫ້ລອດ, ສິ່ງມະຫັດສະຈັນໄດ້ເກີດຂຶ້ນ: “ເວລາທີ່ພໍ່ຄິດແບບນີ້,” ເພິ່ນໄດ້ກ່າວ, “ພໍ່ບໍ່ຈື່ຈຳຄວາມເຈັບປວດຂອງພໍ່ອີກເລີຍ.”8 ໃນທັນໃດນັ້ນ ເພິ່ນໄດ້ຮູ້ສຶກເຖິງຄວາມສະຫງົບ ແລະ ຄວາມສະຫວ່າງ. “ບໍ່ມີອັນໃດ [ເລີຍ] ທີ່ງົດງາມ ແລະ ຫວານຊື່ນເທົ່າກັບຄວາມສຸກຂອງພໍ່,”9 ເພິ່ນໄດ້ປະກາດ.
ແອວມາ “ໄດ້ລະນຶກເຖິງ” ຄວາມຈິງຂອງພຣະເຢຊູຄຣິດ. ຖ້າຫາກເຮົາໃຊ້ຄຳ “ລະນຶກເຖິງ” ຕາມຄວາມໝາຍທາງກາຍ, ເຮົາອາດກ່າວວ່າ, “ເພິ່ນໄດ້ຈັບຮາວພະນັກເອົາໄວ້ຂະນະທີ່ເພິ່ນກຳລັງຕົກຢູ່,” ທີ່ໝາຍຄວາມວ່າເພິ່ນໄດ້ຢື້ມືອອກໄປທັນທີທັນໃດ ແລະ ໄດ້ແນບຕົວເພິ່ນເອງໄວ້ກັບບາງສິ່ງທີ່ຕິດແໜ້ນຢູ່ກັບພື້ນຖານທີ່ໝັ້ນຄົງ.
ໃນກໍລະນີຂອງແອວມາ, ມັນແມ່ນຄວາມນຶກຄິດຂອງເພິ່ນທີ່ໄດ້ເອື້ອມອອກໄປ ແລະ ຮັບເອົາຄວາມຈິງທີ່ມີພະລັງ ຂອງການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດ. ການກະທຳດ້ວຍສັດທາເທິງຄວາມຈິງນັ້ນ, ແລະ ໂດຍອຳນາດ ແລະ ພຣະຄຸນຂອງພຣະເຈົ້າ, ເພິ່ນຖືກຊ່ວຍຊີວິດເອົາໄວ້ ຈາກຄວາມສິ້ນຫວັງ ແລະ ໄດ້ເຕັມໄປດ້ວຍຄວາມຫວັງ.
ໃນຂະນະທີ່ປະສົບການຂອງເຮົາອາດບໍ່ຕື່ນເຕັ້ນດັ່ງປະສົບການຂອງແອວມາ, ເຖິງຢ່າງໃດກໍດີ ມັນກໍຍັງສຳຄັນຊົ່ວນິລັນດອນ. ຄວາມນຶກຄິດຂອງເຮົາກໍໄດ້ “ລະນຶກເຖິງຄວາມຄິດນີ້” ເຖິງພຣະເຢຊູຣິດ ແລະ ການເສຍສະລະທີ່ມີເມດຕາຂອງພຣະອົງ, ແລະ ຈິດວິນຍານຂອງເຮົາໄດ້ຮູ້ສຶກເຖິງຄວາມສະຫວ່າງ ແລະ ຄວາມຊື່ນຊົມທີ່ຈະຕິດຕາມມາ.
ການຮັບເອົາຄວາມຄິດເຖິງພຣະເຢຊູຄຣິດ
ຄຳອະທິຖານຂອງຂ້າພະເຈົ້າໃນເທດສະການອີດສະເຕີນີ້ແມ່ນວ່າ ເຮົາຈະຫລໍ່ຫລອມ, ເພີ່ມຄວາມເຂັ້ມແຂງ, ແລະ ຮັບເອົາຄວາມຄິດທີ່ສຳຄັນທີ່ສຸດນີ້ ເຖິງພຣະເຢຊູຄຣິດຢ່າງມີສະຕິຢູ່ໃນຈຸດເລິກໆຂອງຈິດວິນຍານຂອງເຮົາ,10 ປ່ອຍໃຫ້ມັນຫລັ່ງໄຫລເຂົ້າມາໃນຄວາມນຶກຄິດຂອງເຮົາ, ຊີ້ນຳເຮົາໃນສິ່ງທີ່ເຮົາຄິດ ແລະ ກະທຳ, ແລະ ສືບຕໍ່ນຳຄວາມຊື່ນຊົມທີ່ຫວານຊື່ນຂອງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດມາໃຫ້.11
ການເຮັດໃຫ້ຄວາມນຶກຄິດຂອງເຮົາເຕັມໄປດ້ວຍອຳນາດຂອງພຣະເຢຊູຄຣິດບໍ່ໄດ້ໝາຍຄວາມວ່າພຣະອົງເປັນຄວາມຄິດຢ່າງດຽວທີ່ເຮົາມີ. ແຕ່ມັນກໍໝາຍຄວາມວ່າຄວາມຄິດທັງໝົດຂອງເຮົາແມ່ນກຳນົດຂອບເຂດຢູ່ໃນຄວາມຮັກຂອງພຣະອົງ, ພຣະຊົນຊີບ ແລະ ຄຳສອນຂອງພຣະອົງ, ແລະ ການເສຍສະລະຊົດໃຊ້ ແລະ ການຟື້ນຄືນພຣະຊົນທີ່ຮຸ່ງໂລດຂອງພຣະອົງ. ພຣະເຢຊູບໍ່ໄດ້ປະທັບຢູ່ໃນແຈທີ່ຖືກລືມໄລ, ເພາະຄວາມຄິດຂອງເຮົາເຖິງພຣະອົງນັ້ນປະກົດຢູ່ສະເໝີ ແລະ “ທຸກສິ່ງທີ່ຢູ່ໃນ [ເຮົາສັກກາລະ] ພຣະອົງ!”12 ເຮົາອະທິຖານ ແລະ ທ່ອງຈຳຢູ່ໃນຄວາມນຶກຄິດຂອງເຮົາເຖິງປະສົບການທີ່ໄດ້ນຳເຮົາເຂົ້າໃກ້ພຣະອົງຫລາຍຂຶ້ນ. ເຮົາຕ້ອນຮັບພາບທີ່ສູງສົ່ງ, ພຣະຄຳພີສັກສິດ, ແລະ ເພງສວດທີ່ດົນໃຈເຂົ້າມາສູ່ຊີວິດຂອງເຮົາ ເພື່ອບັນເທົາຄວາມຄິດປະຈຳວັນທີ່ນັບບໍ່ຖ້ວນ ທີ່ຜ່ານເຂົ້າມາໃນຊີວິດທີ່ຫຍຸ້ງຍາກຂອງເຮົາ. ຄວາມຮັກຂອງເຮົາທີ່ມີຕໍ່ພຣະອົງບໍ່ໄດ້ປົກປ້ອງເຮົາຈາກຄວາມໂສກເສົ້າ ແລະ ຄວາມສະຫລົດໃຈໃນຊີວິດມະຕະນີ້, ແຕ່ມັນອະນຸຍາດໃຫ້ເຮົາກ້າວເດີນຜ່ານຜ່າການທ້າທາຍ ດ້ວຍຄວາມເຂັ້ມແຂງທີ່ເກີນກວ່າຂອງເຮົາເອງ.
ເມື່ອຂ້ານຶກເຖິງພຣະເຢຊູທ່ານ
ບັນດານໃຫ້ລື່ນຊື່ນໃຈ,
ແຕ່ຖ້າພົບພັກຈັກສຸກພຽງໃດ
ແລະ ໄດ້ຢູ່ຊິດພຣະອົງ.13
ຂໍໃຫ້ຈຳໄວ້ວ່າ, ທ່ານເປັນລູກທີ່ຮັກຫອມທາງວິນຍານຂອງພຣະບິດາເທິງສະຫວັນ. ດັ່ງທີ່ອັກຄະສາວົກໂປໂລອະທິບາຍ, ເຮົາເປັນ “ເຊື້ອສາຍຂອງພຣະເຈົ້າ.”14 ທ່ານໄດ້ມີຊີວິດຢູ່ກັບເອກະລັກສ່ວນຕົວຂອງທ່ານເອງດົນນານກ່ອນທີ່ທ່ານໄດ້ລົງມາສູ່ໂລກ. ພຣະບິດາຂອງເຮົາໄດ້ສ້າງແຜນທີ່ສົມບູນແບບໃຫ້ແກ່ເຮົາ ເພື່ອຈະລົງມາເທິງແຜ່ນດິນໂລກ, ຮຽນຮູ້, ແລະ ກັບຄືນໄປຫາພຣະອົງ. ພຣະອົງໄດ້ສົ່ງພຣະບຸດທີ່ຮັກຂອງພຣະອົງມາ ເພື່ອວ່າ ຜ່ານທາງອຳນາດຂອງການຊົດໃຊ້ ແລະ ການຟື້ນຄືນພຣະຊົນທີ່ບໍ່ມີຂອບເຂດຂອງພຣະອົງ, ເຮົາຈະມີຊີວິດອີກຄັ້ງຫລັງຈາກຊີວິດມະຕະນີ້; ແລະ ຕາມທີ່ເຮົາເຕັມໃຈຈະໃຊ້ສັດທາໃນພຣະອົງ ແລະ ກັບໃຈຈາກບາບຂອງເຮົາ,15 ເຮົາກໍຈະໄດ້ຮັບການໃຫ້ອະໄພ ແລະ ໄດ້ຮັບຄວາມຫວັງທີ່ຈະມີຊີວິດນິລັນດອນ.16
ການເອົາໃຈໃສ່ຕໍ່ຄວາມນຶກຄິດ ແລະ ວິນຍານຂອງເຮົາເປັນຢ່າງສູງ
ໃນຊີວິດມະຕະນີ້, ຄວາມນຶກຄິດ ແລະ ວິນຍານຂອງເຮົາຕ້ອງການການເອົາໃຈໃສ່ຢ່າງສູງ.17 ຄວາມນຶກຄິດຂອງເຮົາອະນຸຍາດໃຫ້ເຮົາມີຊີວິດ, ເລືອກ, ແລະ ຫລິງເຫັນຄວາມດີ ແລະ ຄວາມຊົ່ວ.18 ວິນຍານຂອງເຮົາໄດ້ຮັບພະຍານທີ່ຢືນຢັນວ່າ ພຣະເຈົ້າເປັນພຣະບິດາຂອງເຮົາ, ວ່າພຣະເຢຊູຄຣິດເປັນພຣະບຸດຂອງພຣະເຈົ້າ, ແລະ ວ່າຄຳສອນຂອງພວກພຣະອົງເປັນການນຳພາໄປສູ່ຄວາມສຸກຢູ່ທີ່ນີ້ ແລະ ຊີວິດນິລັນດອນ ຫລັງຈາກຊີວິດມະຕະ.
ຄວາມນຶກຄິດຂອງແອວມາ ໄດ້ລະນຶກເຖິງຄວາມຄິດນີ້ເຖິງພຣະເຢຊູຄຣິດ. ມັນໄດ້ປ່ຽນແປງຊີວິດຂອງເພິ່ນ. ກອງປະຊຸມໃຫຍ່ສາມັນເປັນເວລາທີ່ຈະເຂົ້າໃຈ ສິ່ງທີ່ພຣະຜູ້ເປັນເຈົ້າປະສົງໃຫ້ເຮົາເຮັດ ແລະ ກາຍເປັນ. ມັນຍັງເປັນເວລາທີ່ຈະສະທ້ອນຄິດເຖິງຄວາມກ້າວໜ້າຂອງເຮົານຳອີກ. ຂະນະທີ່ໜ້າທີ່ມອບໝາຍຂອງຂ້າພະເຈົ້າໄດ້ພາຂ້າພະເຈົ້າໄປຕະຫລອດທົ່ວໂລກ, ຂ້າພະເຈົ້າໄດ້ເຫັນຄວາມເຂັ້ມແຂງທາງວິນຍານເພີ່ມທະວີຂຶ້ນກັບສະມາຊິກຂອງສາດສະໜາຈັກຜູ້ຊອບທຳ ແລະ ອຸທິດຕົນ.
ເມື່ອຫ້າປີກ່ອນ, ເຮົາຖືກຮຽກຮ້ອງໃຫ້ວາງພຣະຜູ້ຊ່ວຍໃຫ້ລອດໄວ້ໃນຈຸດທີ່ເດັ່ນທີ່ສຸດໃນທຸກສິ່ງທີ່ເຮົາເຮັດ ໂດຍການນຳໃຊ້ຊື່ທີ່ແທ້ຈິງຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.19 ເຮົາກ່າວເຖິງພຣະນາມຂອງພຣະອົງຢ່າງຕັ້ງໃຈຫລາຍຂຶ້ນ.
ເມື່ອສີ່ປີກ່ອນ, ໂດຍການລົດເວລາທີ່ກອງປະຊຸມສິນລະລຶກຂອງເຮົາ, ເຮົາໄດ້ເພີ່ມຈຸດສຸມຂອງເຮົາໃສ່ທີ່ການຮັບສ່ວນສິນລະລຶກຂອງພຣະຜູ້ເປັນເຈົ້າຫລາຍຂຶ້ນ. ເຮົາຄິດເຖິງພຣະເຢຊູຄຣິດຫລາຍຂຶ້ນ ແລະ ເອົາຈິງເອົາຈັງຫລາຍຂຶ້ນໃນຄຳສັນຍາຂອງເຮົາທີ່ຈະລະນຶກເຖິງພຣະອົງຕະຫລອດເວລາ.20
ດ້ວຍການແຍກຕົວຢູ່ເພາະໂຣກລະບາດຕະຫລອດທົ່ວໂລກ ແລະ ການຊ່ວຍເຫລືອຂອງປຶ້ມ ຈົ່ງຕາມເຮົາມາ, ຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດໄດ້ກາຍມາເປັນຈຸດເດັ່ນຫລາຍຂຶ້ນໃນບ້ານເຮືອນຂອງເຮົາ, ຊ່ວຍເຮົາໃນການນະມັດສະການຂອງເຮົາລະຫວ່າງອາທິດ.
ໂດຍການເຮັດຕາມຄຳແນະນຳຂອງປະທານຣະໂຊ ເອັມ ແນວສັນ ທີ່ຈະ “ຮັບຟັງພຣະອົງ,”21 ເຮົາຫລໍ່ຫລອມຄວາມສາມາດຂອງເຮົາ ທີ່ຈະຮັບຮູ້ການສື່ມຂອງພຣະວິນຍານບໍລິສຸດ ແລະ ເຫັນພຣະຫັດຂອງພຣະຜູ້ເປັນເຈົ້າໃນຊີວິດຂອງເຮົາ.
ດ້ວຍການປະກາດ ແລະ ການກໍ່ສ້າງພຣະວິຫານສຳເລັດໃນສິບສອງແຫ່ງ, ເຮົາກໍເຂົ້າໄປໃນບ້ານຂອງພຣະຜູ້ເປັນເຈົ້າ ແລະ ຮັບເອົາພອນທີ່ຖືກສັນຍາໄວ້ຂອງພຣະອົງເລື້ອຍໆຂຶ້ນ. ເຮົາຮູ້ສຶກຢ່າງມີພະລັງຫລາຍຂຶ້ນເຖິງຄວາມສວຍງາມທີ່ສູງສົ່ງຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ.
ປະທານແນວສັນໄດ້ກ່າວວ່າ: “ບໍ່ມີສິ່ງໃດທີ່ງ່າຍ ຫລື ອັດຕະໂນມັດ ກ່ຽວກັບການກາຍເປັນ [ສານຸສິດ] ທີ່ມີພະລັງ. ຄວາມຕັ້ງໃຈຂອງເຮົາຕ້ອງຍຶດໝັ້ນຢູ່ທີ່ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງ. ມັນຮຽກຮ້ອງຄວາມພະຍາຍາມທາງຈິດໃຈ ທີ່ຈະຫວັງເພິ່ງພຣະອົງ ໃນ ທຸກ ຄວາມຄິດ.”22
ໂດຍການສຸມຄວາມຕັ້ງໃຈຂອງເຮົາຢູ່ທີ່ພຣະເຢຊູຄຣິດ, ທຸກສິ່ງທີ່ຢູ່ອ້ອມຮອບເຮົາ—ໃນຂະນະທີ່ຍັງຢູ່ທີ່ນັ້ນ—ຈະຖືກມອງເຫັນຜ່ານທາງຄວາມຮັກຂອງເຮົາທີ່ມີໃຫ້ພຣະອົງ. ສິ່ງລົບກວນທີ່ສຳຄັນໜ້ອຍຈະມີໜ້ອຍລົງ, ແລະ ເຮົາກຳຈັດສິ່ງເຫລົ່ານັ້ນທີ່ບໍ່ສອດຄ່ອງກັບຄວາມສະຫວ່າງ ແລະ ລັກສະນະຂອງພຣະອົງ. ຂະນະທີ່ທ່ານສືບຕໍ່ລະນຶກເຖິງຄວາມຄິດເຫລົ່ານີ້ ເຖິງພຣະເຢຊູຄຣິດຢ່າງຕັ້ງໃຈ, ໄວ້ວາງໃຈໃນພຣະອົງ, ແລະ ຮັກສາພຣະບັນຍັດຂອງພຣະອົງ, ຂ້າພະເຈົ້າໃຫ້ສັນຍາທ່ານ ບໍ່ພຽງແຕ່ການຊີ້ນຳຈາກສະຫວັນເທົ່ານັ້ນ ແຕ່ອຳນາດຈາກສະຫວັນນຳອີກ—ອຳນາດທີ່ນຳຄວາມເຂັ້ມແຂງມາສູ່ພັນທະສັນຍາຂອງທ່ານ, ຄວາມສະຫງົບສຸກມາສູ່ຄວາມຫຍຸ້ງຍາກຂອງທ່ານ, ແລະ ຄວາມຊື່ນຊົມມາສູ່ພອນຂອງທ່ານ.
ການລະນຶກເຖິງພຣະເຢຊູຄຣິດ
ເມື່ອສອງສາມອາທິດຜ່ານມານີ້, ແຄຕີ້ ແລະ ຂ້າພະເຈົ້າໄດ້ໄປຢ້ຽມຢາມຄອບຄົວຂອງທ້າວແມດ ແລະ ນາງແຊຣາ ຈອນສັນ. ຢູ່ເທິງຝາເຮືອນມີຮູບຄອບຄົວທີ່ລ້ຳຄ່າຂອງເຂົາເຈົ້າ, ມີພາບທີ່ສວຍງາມຂອງພຣະຜູ້ຊ່ວຍໃຫ້ລອດ, ແລະ ພາບແຕ້ມຂອງພຣະວິຫານ.
ລູກສາວສີ່ຄົນຂອງເຂົາເຈົ້າ, ນາງແມດີ, ຣູບີ່, ຄະແລ, ແລະ ຈູນ, ໄດ້ກ່າວຢ່າງມີຄວາມສຸກວ່າ ພວກນາງຮັກແມ່ຫລາຍຂະໜາດໃດ.
ເປັນເວລາໜຶ່ງປີກວ່າ ນາງແຊຣາ ໄດ້ຈັດການນັດໝາຍເອົາວັນເສົາເປັນປະຈຳ ສຳລັບຄອບຄົວທີ່ຈະໄປພຣະວິຫານນຳກັນ ເພື່ອວ່າລູກສາວຈະໄດ້ມີສ່ວນຮ່ວມໃນການຮັບບັບຕິສະມາແທນສະມາຊິກໃນຄອບຄົວທີ່ໄດ້ມີຊີວິດຢູ່ມາກ່ອນ.
ໃນເດືອນພະຈິກປີແລ້ວນີ້, ນາງແຊຣາໄດ້ນັດໝາຍໃຫ້ຄອບຄົວໄປພຣະວິຫານອາທິດສຸດທ້າຍຂອງເດືອນທັນວາ ເປັນວັນພະຫັດແທນວັນເສົາ. “ຂ້ອຍຫວັງວ່າເຈົ້າຈະເຫັນດີດ້ວຍ,” ນາງໄດ້ເວົ້າກັບທ້າວແມດ.
ນາງແຊຣາຖືກກວດພົບວ່າເປັນໂຣກມະເລັງ, ແຕ່ທ່ານໝໍໄດ້ຄາດການວ່ານາງຈະມີຊີວິດຢູ່ຕໍ່ໄປອີກສອງສາມປີ. ລະຫວ່າງກອງປະຊຸມສິນລະລຶກ, ນາງແຊຣາໄດ້ສະແດງປະຈັກພະຍານອັນມີພະລັງຂອງນາງ, ໂດຍກ່າວວ່າ ບໍ່ວ່າຜົນຮັບຈະເປັນແບບໃດກໍຕາມສຳລັບນາງ, ນາງໄດ້ຮັກພຣະຜູ້ຊ່ວຍໃຫ້ລອດດ້ວຍສຸດຫົວໃຈຂອງນາງ, ແລະ ວ່າພຣະອົງ “ໄດ້ເອົາຊະນະຄວາມຕາຍແລ້ວ.” ຂະນະທີ່ເດືອນທັນວາໄດ້ຜ່ານໄປ, ໂດຍບໍ່ໄດ້ຄາດຄິດ ສຸຂະພາບຂອງນາງແຊຣາໄດ້ຊຸດໂຊມລົງຢ່າງໄວວາ, ແລະ ນາງໄດ້ເຂົ້າໂຮງໝໍ. ໃນຕອນເຊົ້າໆຂອງວັນພະຫັດ ວັນທີ 29 ເດືອນທັນວາ, ນາງໄດ້ເສຍຊີວິດໄປຢ່າງງຽບໆ. ທ້າວແມດໄດ້ຢູ່ຄຽງຂ້າງ ນາງແຊຣາຕະຫລອດທັງຄືນ.
ດ້ວຍຫົວໃຈທີ່ແຕກສະຫລາຍ, ແລະ ອິດເມື່ອຍແຮງທັງທາງກາຍ ແລະ ອາລົມ, ລາວໄດ້ກັບເຖິງບ້ານ, ເສົ້າສະຫລົດໃຈກັບລູກສາວຂອງລາວ. ເມື່ອທ້າວແມດໄດ້ຫລຽວເບິ່ງໂທລະສັບ, ລາວໄດ້ເຫັນຂໍ້ຄວາມເຕືອນເຖິງການນັດໝາຍໄປພຣະວິຫານວັນພະຫັດທີ່ຜິດປົກກະຕິ ທີ່ນາງແຊຣາໄດ້ຈັດໄວ້ສຳລັບຕອນບ່າຍມື້ນັ້ນ. ທ້າວແມດໄດ້ເວົ້າວ່າ, “ທຳອິດເມື່ອຂ້ອຍໄດ້ເຫັນຂໍ້ເຕືອນ, ຂ້ອຍຄິດວ່າ, ນີ້ຈະເປັນໄປບໍ່ໄດ້ດອກ.”
ແຕ່ແລ້ວ ທ້າວແມດໄດ້ລະນຶກເຖິງຄວາມຄິດເຫລົ່ານີ້ວ່າ: “ພຣະຜູ້ຊ່ວຍໃຫ້ລອດຊົງພຣະຊົນ. ບໍ່ມີທີ່ອື່ນທີ່ພວກເຮົາຈະໄປເປັນຄອບຄົວນອກຈາກບ້ານສັກສິດຂອງພຣະອົງ.”
ທ້າວແມດ, ນາງແມດີ, ຣູບີ່, ຄະແລ, ແລະ ຈູນໄດ້ໄປເຖິງພຣະວິຫານຕາມທີ່ນາງແຊຣາໄດ້ຈັດນັດໝາຍໄວ້ໃຫ້ເຂົາເຈົ້າ. ດ້ວຍນ້ຳຕາໄຫລອາບແກ້ມຂອງລາວ, ທ້າວແມດໄດ້ດຳເນີນການບັບຕິສະມາກັບລູກສາວຂອງລາວ. ເຂົາເຈົ້າໄດ້ຮູ້ສຶກຢ່າງເລິກເຊິ່ງເຖິງຄວາມຮັກ ແລະ ຄວາມຜູກພັນນິລັນດອນຂອງເຂົາເຈົ້າກັບນາງແຊຣາ, ແລະ ເຂົາເຈົ້າໄດ້ຮູ້ສຶກເຖິງຄວາມຮັກອັນໃຫຍ່ຫລວງ ແລະ ຄວາມສະຫງົບສຸກທີ່ປອບໂຍນຂອງພຣະຜູ້ຊ່ວຍໃຫ້ລອດ. ທ້າວແມດໄດ້ແບ່ງປັນຢ່າງອ່ອນໂຍນວ່າ, “ໃນຂະນະທີ່ຂ້ອຍຮູ້ສຶກໂສກເສົ້າເສຍໃຈຫລາຍ, ແຕ່ຂ້ອຍກໍຍັງໂຮຮ້ອງເພາະຄວາມຊື່ນຊົມ, ໂດຍທີ່ຮູ້ເຖິງແຜນແຫ່ງຄວາມລອດຂອງພຣະບິດາຂອງຂ້ອຍ.”
ລະຫວ່າງເທດສະການອີດສະເຕີນີ້, ຂ້າພະເຈົ້າເປັນພະຍານເຖິງຄວາມຈິງແທ້ ແລະ ສົມບູນຂອງການເສຍສະລະຊົດໃຊ້ທີ່ຫາອັນປຽບບໍ່ໄດ້ຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ການຟື້ນຄືນພຣະຊົນທີ່ຮຸ່ງໂລດຂອງພຣະອົງ. ຂະນະທີ່ຄວາມນຶກຄິດຂອງທ່ານລະນຶກເຖິງຄວາມຄິດເຖິງພຣະເຢຊູຄຣິດຢ່າງໝັ້ນຄົງ ແລະ ຕະຫລອດໄປ, ແລະ ຂະນະທີ່ທ່ານສືບຕໍ່ສຸມຊີວິດຂອງທ່ານໃສ່ທີ່ພຣະຜູ້ຊ່ວຍໃຫ້ລອດຢ່າງເຕັມປ່ຽມຫລາຍຂຶ້ນ, ຂ້າພະເຈົ້າສັນຍາກັບທ່ານວ່າ ທ່ານຈະຮູ້ສຶກເຖິງຄວາມຫວັງຂອງພຣະອົງ, ຄວາມສະຫງົບຂອງພຣະອົງ, ແລະ ຄວາມຮັກຂອງພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.