ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຖືກ​ເຕົ້າ​ໂຮມ​ກັບ​ຄືນ​ບ້ານ​ຢ່າງ​ປອດ​ໄພ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ຖືກ​ເຕົ້າ​ໂຮມ​ກັບ​ຄືນ​ບ້ານ​ຢ່າງ​ປອດ​ໄພ

ເຮົາ​ຈຶ່ງ​ຢູ່​ໃນ​ຕຳ​ແໜ່ງ​ພິ​ເສດ​ທີ່​ຈະ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ຢູ່​ທັງ​ສອງ​ຟາກ​ມ່ານ ດັ່ງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ພາຍ​ໃຕ້​ແຜນ​ຂອງ​ພຣະ​ບິ​ດາ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ໄດ້​ເນັ້ນ​ຢ່າງ​ເລິກ​ເຊິ່ງ​ເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ພິ​ເສດ​ຂອງ​ເຮົາ​ຄື ການ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ທີ່​ກະ​ຈັດ​ກະ​ຈາຍ ແລະ ຕຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ.1 ພຣະ​ບິ​ດາ​ແຫ່ງ​ວິນ​ຍານ​ຂອງ​ເຮົາ​ປາດ​ຖະ​ໜາ​ໃຫ້​ລູກໆ​ຂອງ​ພຣະ​ອົງ ຖືກ​ເຕົ້າ​ໂຮມ​ກັບ​ຄືນ​ບ້ານ​ຢ່າງ​ປອດ​ໄພ.

ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໃນ​ການ​ເຕົ້າ​ໂຮມ​ລູກໆ​ຂອງ​ພຣະ​ອົງ​ກັບ​ຄືນ​ບ້ານ​ເທິງ​ສະ​ຫວັນ​ຢ່າງ​ປອດ​ໄພ ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຄວາມ​ສຳ​ເລັດ​ໃນ​ໂລກ, ສະ​ຖາ​ນະ​ທາງ​ເສດ​ຖະ​ກິດ, ການ​ສຶກ​ສາ, ເຊື້ອ​ຊາດ, ຫລື ເພດ. ແຜນ​ຂອງ​ພຣະ​ບິ​ດາ​ຂຶ້ນ​ຢູ່​ກັບ​ຄວາມ​ຊອບ​ທຳ, ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ການ​ຮັບ​ພິ​ທີ​ການ​ສັກ​ສິດ ແລະ ການ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ.2

ຄຳ​ສອນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສະ​ຫວັນ​ຄື ເຮົາ​ທຸກ​ຄົນ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ ແລະ “ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ” ເປັນ​ຮາກ​ຖານ​ຂອງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ນີ້. ຄຳ​ສອນ​ນີ້​ສອດ​ຄ່ອງ​ກັບ​ຜູ້​ທີ່​ຕ້ອງ​ການ​ຢ່າງ​ສຸດ​ຊຶ້ງ​ໃຫ້​ຜູ້​ທີ່​ມີ​ສະ​ຖາ​ນະ​ທາງ​ເສດ​ຖະ​ກິດ ແລະ ເຊື້ອ​ສາຍ​ທີ່​ຫລາກ​ຫລາຍ ໄດ້​ສຳ​ຜັດ​ກັບ​ຊີ​ວິດ​ທີ່​ດີ​ກວ່າ. ພວກ​ເຮົາ​ຊົມ​ເຊີຍ ແລະ ເຂົ້າ​ຮ່ວມ​ໃນ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ. ຍິ່ງ​ໄປ​ກວ່າ​ນັ້ນ, ພວກ​ເຮົາ​ປາດ​ຖະ​ໜາ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ມາ​ຫາ​ພຣະ​ອົງ ແລະ ຮັບ​ເອົາ​ພອນ​ນິ​ລັນ​ດອນ​ທີ່​ພຣະ​ອົງ​ສະ​ເໜີ​ມອບ​ໃຫ້​ຜ່ານ​ທາງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.3 ໃນ​ຄຳ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ພຣະ​ອົງ​ປະ​ກາດ​ວ່າ, “ຈົ່ງ​ເຊື່ອ​ຟັງ ເຈົ້າ​ຜູ້​ຄົນ​ຈາກ​ແດນ​ໄກ; ແລະ ເຈົ້າ​ຜູ້​ຢູ່​ເທິງ​ເກາະ​ໃນ​ທະ​ເລ, ຈົ່ງ​ຟັງ​ນຳ​ກັນ.”4

ຂ້າ​ພະ​ເຈົ້າ​ມັກ​ຂໍ້​ທຳ​ອິດ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ລວມ​ທັງ​ຜູ້​ຄົນ​ທີ່​ຢູ່​ເທິງ “ເກາະ​ໃນ​ທະ​ເລ.” ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ສາມ​ຄັ້ງ​ໂດຍ​ສະ​ເພາະ ເພື່ອ​ໃຫ້​ຮັບ​ໃຊ້ ແລະ ໃຊ້​ຊີ​ວິດ​ຢູ່​ເທິງ​ເກາະ​ໃນ​ທະ​ເລ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ຄັ້ງ​ທຳ​ອິດ​ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ ຢູ່​ເກາະ​ອັງ​ກິດ, ທີ​ສອງ ຕອນ​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ຢູ່​ໝູ່​ເກາະ​ຟີ​ລິບ​ປິນ, ແລະ ແລ້ວ​ຕອນ​ເປັນ​ປະ​ທານ​ເຂດ ຢູ່​ໝູ່​ເກາະ​ປາ​ຊີ​ຟິກ, ຊຶ່ງ​ລວມ​ທັງ​ໝູ່​ເກາະ​ໂປ​ລີ​ນີ​ເຊຍ​ຫລາຍ​ແຫ່ງ.

ໃນ​ທັງ​ສາມ​ເຂດ​ເຫລົ່າ​ນີ້ ໄດ້​ເຕົ້າ​ໂຮມ​ຜູ້​ທີ່​ເຊື່ອ​ສູ່​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢ່າງ​ມີ​ປະ​ສິດ​ທິ​ພາບ. ຜູ້​ສອນ​ສາດ​ສະ​ໜາ​ທີ່​ໄປ​ເຖິງ​ເກາະ​ອັງ​ກິດ​ຄັ້ງ​ທຳ​ອິດ​ແມ່ນ​ໃນ​ປີ 1837. ນັ້ນ​ເປັນ​ໜຶ່ງ​ປີ​ຫລັງ​ຈາກ​ໂຈ​ເຊັບ ສະ​ມິດ ໄດ້​ອຸ​ທິດ​ພຣະ​ວິ​ຫານ​ເຄີດ​ແລນ, ບ່ອນ​ທີ່​ໂມ​ເຊ​ໄດ້​ມອບ “ຂໍ​ກະ​ແຈ​ແຫ່ງ​ການ​ເຕົ້າ​ໂຮມ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ຈາກ​ສີ່​ທິດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ການ​ນຳ​ພາ​ສິບ​ເຜົ່າ​ມາ​ຈາກ​ແຜ່ນ​ດິນ​ທາງ​ເໜືອ.”5 ຄວາມ​ສຳ​ເລັດ​ໃນ​ຊ່ວງ​ຕົ້ນ​ໃນ​ເກາະ​ອັງ​ກິດ​ນັ້ນ; ແມ່ນ​ຕຳ​ນານ. ພາຍ​ໃນ​ປີ 1851 ສະ​ມາ​ຊິກ​ຫລາຍ​ກວ່າ​ເຄິ່ງ​ໜຶ່ງ​ຂອງ​ສາດ​ສະ​ໜາ​ຈັກ​ແມ່ນ​ຜູ້​ທີ່​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຮັບ​ບັບ​ຕິ​ສະ​ມາ ທີ່​ອາ​ໄສ​ຢູ່​ອັງ​ກິດ.6

ໃນ​ປີ 1961, ແອວ​ເດີ ກໍ​ດອນ ບີ ຮິງ​ລີ ໄດ້​ໄປ​ຢ້ຽມ​ຢາມ ແລະ ລິ​ເລີ່ມ​ໂຄງ​ການ​ເຜີຍ​ແຜ່​ເຕັມ​ເວ​ລາ​ໃນ​ໝູ່​ເກາະ​ຟີ​ລິບ​ປິນ. ໃນ​ເວ​ລາ​ນັ້ນ​ມີ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຊາວ​ຟີ​ລິບ​ປິນ​ພຽງ​ຄົນ​ດຽວ. ໜ້າ​ປະ​ຫລາດ​ໃຈ, ປະ​ຈຸ​ບັນ​ນີ້​ມີ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຫລາຍກວ່າ 850,000 ຄົນ​ໃນ​ໝູ່​ເກາະ​ຟີ​ລິບ​ປິນ. ຂ້າ​ພະ​ເຈົ້າ​ຍົກ​ຍ້ອງ​ຄົນ​ຟີ​ລິບ​ປິນ; ເຂົາ​ເຈົ້າ​ມີ​ຄວາມ​ຮັກ​ຢ່າງ​ເລິກ​ເຊິ່ງ ແລະ ຍືນ​ຍົງ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ບາງ​ທີ​ສິ່ງ​ທີ່​ບໍ່​ຄ່ອຍ​ເປັນ​ທີ່​ຮູ້​ຈັກ​ຄື ໂຄງ​ການ​ເຜີຍ​ແຜ່​ຢ່າງ​ຕໍ່​ເນື່ອງ​ໄປ​ຍັງ​ໝູ່​ເກາະ​ໂປ​ລີ​ນີ​ເຊຍ. ມັນ​ໄດ້​ເລີ່ມ​ຕົ້ນ​ໃນ​ປີ 1844 ເມື່ອ ແອັດ​ດີ​ສັນ ພະ​ແຣັດ ໄດ້​ໄປ​ຍັງ​ເກາະ ທີ່​ປະ​ຈຸ​ບັນ​ເອີ້ນ​ວ່າ ຝຣັ່ງ​ໂປ​ລີ​ນີ​ເຊຍ.7 ຊາວ​ໂປ​ລີ​ນີ​ເຊຍ​ຫລາຍ​ຄົນ​ກໍ​ເຊື່ອ​ໃນ​ຄອບ​ຄົວ​ນິ​ລັນ​ດອນ​ຢູ່​ແລ້ວ ແລະ ໄດ້​ຮັບ​ເອົາ​ພຣະ​ເຢ​ຊູ​ຄຣິດ ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຂົາ​ເຈົ້າ. ປະ​ຈຸ​ບັນ ຊາວ​ໂປ​ລີ​ນີ​ເຊຍ​ເກືອບ 25 ເປີ​ເຊັນ, ໃນ​ໝູ່​ເກາະ​ໂປ​ລີ​ນີ​ເຊຍ, ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.8

ຄັ້ງ​ໜຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຟັງ​ຍິງ​ໜຸ່ມ​ອາ​ຍຸ 17 ປີ ຈາກ​ເກາະ​ຕາ​ຮີ​ຕີ​ທີ່​ຢູ່​ຫ່າງ​ໄກ ຊຶ່ງ​ເປັນ​ສະ​ມາ​ຊິກ​ລຸ້ນ​ທີ​ເຈັດ. ນາງ​ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ບັນ​ພະ​ບຸ​ລຸດ​ຂອງ​ນາງ ທີ່​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ປີ 1845 ໃນ​ເມືອງ​ທູ​ບົວ, ສອງ​ປີ​ກ່ອນ​ທີ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ມາ​ເຖິງ​ຮ່ອມ​ພູ​ເມືອງ​ເຊົາ​ເລັກ.9

ຄຳ​ສອນ​ຂອງ​ພວກ​ເຮົາ​ແມ່ນ​ແຈ່ມ​ແຈ້ງ ວ່າ​ຈະ​ມີ​ເວ​ລາ ແລະ ລະ​ດູ​ການ​ທີ່​ທຸກ​ຄົນ​ຈະ​ໄດ້​ຮັບ​ເອົາ ແລະ ຕອບ​ສະ​ໜອງ​ຕໍ່​ຂ່າວ​ສານ​ພຣະ​ກິດ​ຕິ​ຄຸນ. ຕົວ​ຢ່າງ​ເຫລົ່າ​ນີ້​ເປັນ​ພຽງ​ສ່ວນ​ໜຶ່ງ​ຂອງ​ພາບ​ທີ່​ໃຫຍ່​ກວ່າ​ຫລາຍ. ປະ​ທານ​ແນວ​ສັນ​ໄດ້​ເນັ້ນ​ໜັກ​ຢ່າງ​ຕໍ່​ເນື່ອງ​ວ່າ ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ເປັນ​ການ​ທ້າ​ທາຍ, … ເປັນ​ອຸ​ດົມ​ການ, ແລະ … ເປັນ​ວຽກ​ງານ “ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ຢູ່​ເທິງ​ໂລກ​ນີ້.”10

ຈົນ​ກວ່າ​ມີ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ, ລວມ​ທັງ​ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ແລະ ການ​ເປີດ​ເຜີຍ ແລະ ຂໍ​ກະ​ແຈ​ຖາ​ນະ​ປະ​ໂລ​ຫິດ​ຖືກ​ມອບ​ໃຫ້​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ, ຄວາມ​ເຂົ້າ​ໃຈ​ເລື່ອງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ແມ່ນ​ບໍ່​ຫລາຍ ແລະ ຈຳ​ກັດ.11

ຊື່​ສະ​ເພາະ “ອິດ​ສະ​ຣາ​ເອນ” ເປັນ​ຊື່​ທີ່​ມອບ​ໃຫ້​ແກ່​ຢາ​ໂຄບ.12 ມັນ​ເປັນ​ຕົວ​ແທນ​ໃຫ້​ລູກ​ຫລານ​ຂອງ​ອັບ​ຣາ​ຮາມ​ຜ່ານ​ທາງ​ອີ​ຊາກ ແລະ ຢາ​ໂຄບ. ຄຳ​ສັນ​ຍາ ແລະ ພັນ​ທະ​ສັນ​ຍາ​ດັ້ງ​ເດີມ​ຕໍ່​ພໍ່​ອັບ​ຣາ​ຮາມ ໄດ້​ຖືກ​ກຳ​ນົດ​ໄວ້​ໃນ ອັບ​ຣາ​ຮາມ 2:9–10, ຊຶ່ງ​ບາງ​ສ່ວນ​ອ່ານ​ວ່າ:

“ເຮົາ​ຈະ​ເຮັດ​ໃຫ້​ມີ​ປະ​ຊາ​ຊາດ​ທີ່​ຍິ່ງ​ໃຫຍ່​ຈາກ​ເຈົ້າ, …

“ແລະ ເຮົາ​ປະ​ທານ​ພອນ​ໃຫ້​ແກ່ [ທຸກ​ປະ​ຊາ​ຊາດ] ຜ່ານ​ນາມ​ຂອງ​ເຮົາ; ເພາະ​ວ່າ​ເທົ່າ​ທີ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ນີ້​ຈະ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ເຈົ້າ, ແລະ ຈະ​ນັບ​ໄວ້​ເປັນ​ລູກ​ຫລານ​ຂອງ​ເຈົ້າ, ແລະ ຈະ​ລຸກ​ຂຶ້ນ ແລະ ອວຍ​ພອນ​ເຈົ້າ, ເປັນ​ບິ​ດາ​ຂອງ​ພວກ​ເຂົາ.”

ລະ​ຫວ່າງ​ສະ​ພາ​ໃນ​ສະ​ຫວັນ ໃນ​ໂລກ​ກ່ອນ​ເກີດ, ມີ​ການ​ສົນ​ທະ​ນາ ແລະ ການ​ສະ​ໜັບ​ສະ​ໜູນ ເລື່ອງ​ແຜນ​ແຫ່ງ​ຄວາມ​ລອດ. ມັນ​ລວມ​ທັງ​ກົດ ແລະ ພິ​ທີ​ການ​ບາງ​ຢ່າງ​ສະ​ເພາະ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ຈັດ​ຕັ້ງ​ຂຶ້ນ​ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ ແລະ ກຳ​ນົດ​ໄວ້​ເມື່ອ​ມີ​ການ​ເຕົ້າ​ໂຮມ.13 ມັນ​ຍັງ​ລວມ​ທັງ​ຫລັກ​ທຳ​ທີ່​ຄອບ​ງຳ​ອຳ​ເພີ​ໃຈ​ນຳ​ອີກ.

ຫລັງ​ຈາກ​ຫລາຍ​ສັດ​ຕະ​ວັດ​ໄດ້​ຜ່ານ​ໄປ ໃນ​ຖາ​ນະ​ຜູ້​ຄົນ​ທີ່​ມີ​ອຳ​ນາດ​ຍິ່ງ​ໃຫຍ່, ລວມ​ທັງ​ການ​ປົກ​ຄອງ​ຂອງຊາ​ອູນ, ດາ​ວິດ, ແລະ ໂຊ​ໂລ​ໂມນ, ອິດ​ສະ​ຣາ​ເອນ​ກໍ​ໄດ້​ຖືກ​ແບ່ງ​ແຍກ. ເຜົ່າ​ຢູ​ດາ ແລະ ພາກ​ສ່ວນ​ໜຶ່ງ​ຂອງ​ເຜົ່າ​ເບັນ​ຢາ​ມິນ​ໄດ້​ກາຍ​ເປັນ​ອາ​ນາ​ຈັກ​ຢູ​ດາ. ສ່ວນ​ທີ່​ເຫລືອ​ຢູ່, ຖືກ​ລະ​ບຸ​ວ່າ​ເປັນ​ສິບ​ເຜົ່າ, ໄດ້​ກາຍ​ເປັນ​ອາ​ນາ​ຈັກ​ອິດ​ສະ​ຣາ​ເອນ.14 ຫລັງ​ຈາກ 200 ປີ​ທີ່​ໄດ້​ແຍກ​ຕົວ​ອອກ​ຈາກ​ກັນ, ການ​ກະ​ຈັດ​ກະ​ຈາຍ​ຄັ້ງ​ທຳ​ອິດ​ຂອງ​ອິດ​ສະ​ຣາ​ເອນ ໄດ້​ເກີດ​ຂຶ້ນ 721 ປີ​ກ່ອນ ຄ.ສ. ເມື່ອ​ອິດ​ສະ​ຣາ​ເອນ​ສິບ​ເຜົ່າ​ໄດ້​ຖືກ​ພາ​ຕົວ​ໄປ​ເປັນ​ຊະ​ເລີຍ ໂດຍ​ກະ​ສັດ​ອັດ​ຊີ​ເຣຍ.15 ຕໍ່​ມາ​ພວກ​ເຂົາ​ໄດ້​ໄປ​ຫາ​ປະ​ເທດ​ທາງ​ເໜືອ.16

ໃນ 600 ປີ​ກ່ອນ ຄ.ສ. ໃນ​ຈຸດ​ເລີ່ມ​ຕົ້ນ​ພຣະ​ຄຳ​ພີ​ມໍ​ມອນ, ພໍ່​ລີ​ໄຮ​ໄດ້​ນຳ​ພາ​ອະ​ນາ​ນິ​ຄົມ​ອິດ​ສະ​ຣາ​ເອນ​ກຸ່ມ​ໜຶ່ງ​ໄປ​ຍັງ​ອາ​ເມ​ຣິ​ກາ. ລີ​ໄຮ​ເຂົ້າ​ໃຈ​ການ​ກະ​ຈັດ​ກະ​ຈາຍ​ຂອງ​ອິດ​ສະ​ຣາ​ເອນ ຊຶ່ງ​ເພິ່ນ​ກໍ​ເປັນ​ສ່ວນ​ໜຶ່ງ​ເຊັ່ນ​ກັນ. ເພິ່ນ​ຖືກ​ອ້າງ​ອີງ​ໂດຍ​ນີ​ໄຟ​ວ່າ ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ “ປຽບ​ເໝືອນ ຕົ້ນ​ໝາກ​ກອກ​ເທດ​ທີ່​ກິ່ງ​ງ່າ​ຈະ​ຫັກ ແລະ ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ.”17

ໃນ​ບ່ອນ​ທີ່​ເອີ້ນ​ວ່າ​ໂລກ​ໃໝ່, ປະ​ຫວັດ​ສາດ​ຂອງ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ​ໄດ້​ຖືກ​ລະ​ບຸ​ໄວ້​ໃນ​ພຣະ​ຄຳ​ພີ​ມໍ​ມອນ ສິ້ນ​ສຸດ​ລົງ​ປະ​ມານ ຄ.ສ. 400. ລູກ​ຫລານ​ຂອງ​ພໍ່​ລີ​ໄຮ​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ອາ​ເມ​ຣິ​ກາ.18

ເລື່ອງ​ນີ້​ມີ​ອະ​ທິ​ບາຍ​ໄວ້​ຢ່າງ​ແຈ່ມ​ແຈ້ງ​ໂດຍ​ມໍ​ມອນ​ໃນ 3 ນີ​ໄຟ 5:20, ຊຶ່ງ​ອ່ານ​ວ່າ: “ຂ້າ​ພະ​ເຈົ້າ​ຄື​ມໍ​ມອນ, ແລະ ເປັນ​ຜູ້​ສືບ​ເຊື້ອ​ສາຍ​ໂດຍ​ແທ້​ຈິງ​ຂອງ​ລີ​ໄຮ. ຂ້າ​ພະ​ເຈົ້າ​ມີ​ເຫດ​ຜົນ​ທີ່​ຈະ​ຖວາຍ​ພອນ​ແດ່​ພຣະ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ, ທີ່​ພຣະ​ອົງ​ໄດ້​ນຳ​ພາ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ອອກ​ມາ​ຈາກ​ແຜ່ນ​ດິນ​ເຢ​ຣູ​ຊາ​ເລັມ.”19

ຈຸດ​ສູງ​ສຸດ​ທີ່​ແຈ່ມ​ແຈ້ງ​ໃນ​ລຳ​ດັບ​ປະ​ຫວັດ​ສາດ​ຂອງ​ອິດ​ສະ​ຣາ​ເອນ ແມ່ນ​ການ​ກຳ​ເນີດ, ຂ່າວ​ສານ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ພາ​ລະ​ກິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ.20

ຫລັງ​ຈາກ​ການ​ສິ້ນ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ຫລໍ່​ຫລອມ​ຄວາມ​ເປັນ​ນິ​ລັນ​ດອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ການ​ກະ​ຈັດ​ກະ​ຈາຍ​ຄັ້ງ​ທີ​ສອງ​ຂອງ​ຢູ​ດາ​ທີ່​ຮູ້​ຈັກ​ກັນ​ດີ ໄດ້​ເກີດ​ຂຶ້ນ​ລະ​ຫວ່າງ ຄ.ສ. 70 ແລະ ຄ.ສ. 135 ເມື່ອ, ອີງ​ຕາມ​ຄວາມ​ກົດ​ດັນ ແລະ ການ​ຂົ່ມ​ເຫັງ​ຂອງ​ຊາວ​ໂຣມ, ຊາວ​ຢິວ​ຈຶ່ງ​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ໂລກ ທີ່​ຮູ້​ຈັກ​ກັນ​ໃນ​ເວ​ລາ​ນັ້ນ.

ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ, “ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ອອກ​ມາ ເປັນ​ສັນ​ຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ການ​ເຕົ້າ​ໂຮມ​ລູກໆ​ແຫ່ງ​ພັນ​ທະ​ສັນ​ຍາ.”21 ດັ່ງ​ນັ້ນ, ພຣະ​ຄຳ​ພີ​ມໍ​ມອນ, ທີ່​ຖືກ​ແປ​ໂດຍ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ຜ່ານ​ທາງ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ, ແມ່ນ​ເຈາະ​ຈົງ​ໃສ່​ລູກ​ຫລານ​ຂອງ​ລີ​ໄຮ, ຊາວ​ອິດ​ສະ​ຣາ​ເອນ​ທີ່​ກະ​ຈັດ​ກະ​ຈາຍ, ແລະ ຄົນ​ຕ່າງ​ຊາດ ຜູ້​ຖືກ​ຮັບ​ເຂົ້າ​ໃນ​ເຜົ່າ​ອິດ​ສະ​ຣາ​ເອນ. ຫົວ​ບົດ​ຂອງ 1 ນີ​ໄຟ 22 ສ່ວນ​ໜຶ່ງ​ອ່ານ​ວ່າ, “ອິດ​ສະ​ຣາ​ເອນ​ຈະ​ກະ​ຈັດ​ກະ​ຈາຍ​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ຂອງ​ຜືນ​ແຜ່ນ​ດິນ​ໂລກ—ຄົນ​ຕ່າງ​ຊາດ​ຈະ​ບຳ​ລຸງ ແລະ ລ້ຽງ​ດູ​ອິດ​ສະ​ຣາ​ເອນ​ດ້ວຍ​ພຣະ​ກິດ​ຕິ​ຄຸນ​ໃນ​ຍຸກ​ສຸດ​ທ້າຍ.” ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ອ່ານ​ວ່າ ຈຸດ​ປະ​ສົງ​ຢ່າງ​ໜຶ່ງ​ຂອງ​ມັນ​ຄື ເພື່ອ​ໃຫ້ “​ຊາວ​ຢິວ ແລະ ຄົນ​ຕ່າງ​ຊາດ​ຮັບ​ຮູ້​ວ່າ​ພຣະ​ເຢ​ຊູ​ຄື ພຣະ​ຄຣິດ.” ດ້ວຍ​ການ​ຟື້ນ​ຟູ ແລະ ພຣະ​ຄຳ​ພີ​ມໍ​ມອນ, ແນວ​ຄິດ​ເລື່ອງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ໄດ້​ຂະ​ຫຍາຍ​ອອກ​ຢ່າງ​ກວ້າງ​ໄກ.22

ຜູ້​ທີ່​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ໂດຍ​ບໍ່​ຄຳ​ນຶງ​ເຖິງ​ເຊື້ອ​ຊາດ ຈະ​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.23 ດ້ວຍ​ການ​ເຕົ້າ​ໂຮມ​ນັ້ນ ແລະ ພຣະ​ວິ​ຫານ​ຢ່າງ​ຫລວງ​ຫລາຍ​ທີ່​ຖືກ​ສ້າງ​ຂຶ້ນ ແລະ ຖືກ​ປະ​ກາດ, ເຮົາ​ຈຶ່ງ​ຢູ່​ໃນ​ຕຳ​ແໜ່ງ​ພິ​ເສດ​ທີ່​ຈະ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ຢູ່​ທັງ​ສອງ​ຟາກ​ມ່ານ ດັ່ງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ພາຍ​ໃຕ້​ແຜນ​ຂອງ​ພຣະ​ບິ​ດາ.

ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ, ໃນ​ການ​ກ່າວ​ເຖິງ​ການ​ເຕົ້າ​ໂຮມ​ກັນ​ແທ້ໆ​ຂອງ​ອິດ​ສະ​ຣາ​ເອນ, ໄດ້​ກ່າວ​ວ່າ: “ບັດ​ນີ້, ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ປະ​ກອບ​ດ້ວຍ​ການ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ ແລະ … ການ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ພຣະ​ເຈົ້າ​ທີ່​ແທ້​ຈິງ. … ດັ່ງ​ນັ້ນ, ບຸກ​ຄົນ​ໃດ​ກໍ​ຕາມ​ທີ່​ຍອມ​ຮັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ, ແລະ ບັດ​ນີ້​ເປັນ​ຜູ້​ສະ​ແຫວງ​ຫາ​ທີ່​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ພາ​ສາ​ຂອງ​ຕົນ ແລະ ກັບ​ໄພ່​ພົນ​ທີ່​ຢູ່​ໃນ​ປະ​ເທດ​ທີ່​ຕົນ​ອາ​ໄສ​ຢູ່, ໄດ້​ປະ​ຕິ​ບັດ​ຕາມ​ກົດ​ແຫ່ງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ແລະ ເປັນ​ຜູ້​ສືບ​ທອດ​ພອນ​ທັງ​ໝົດ​ທີ່​ສັນ​ຍາ​ໄວ້​ກັບ​ໄພ່​ພົນ​ໃນ​ຍຸກ​ສຸດ​ທ້າຍ​ນີ້.”24

“ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ໃນ​ປະ​ຈຸ​ບັນ​ກ່ຽວ​ຂ້ອງ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ.”25

ດັ່ງ​ທີ່​ເບິ່ງ​ຜ່ານ​ທັດ​ສະ​ນະ​ທີ່​ແຈ່ມ​ແຈ້ງ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ມີ​ສິດ​ທິ​ພິ​ເສດ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ຮັກ, ການ​ແບ່ງ​ປັນ, ການ​ເຊື້ອ​ເຊີນ, ແລະ ການ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ເພື່ອ​ຮັບ​ພອນ​ແຫ່ງ​ພັນ​ທະ​ສັນ​ຍາ​ທີ່​ສົມ​ບູນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ນີ້​ແມ່ນ​ລວມ​ທັງ​ຊາວ​ອາ​ຟຣິ​ກາ ແລະ ຊາວ​ເອີ​ຣົບ, ຊາວ​ອາ​ເມ​ຣິ​ກາ​ໃຕ້ ແລະ ເໜືອ, ຊາວ​ເອ​ເຊຍ, ຊາວ​ອົດ​ສະ​ຕາ​ລີ, ແລະ ຜູ້​ທີ່​ຢູ່​ເທິງ​ເກາະ​ໃນ​ທະ​ເລ. “ເພາະ​ຕາມ​ຄວາມ​ຈິງ ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ມະ​ນຸດ​ທັງ​ປວງ.”26 “ການ​ເຕົ້າ​ໂຮມ​ນີ້​ຈະ​ດຳ​ເນີນ​ຕໍ່​ໄປ​ຈົນ​ກວ່າ​ຜູ້​ຊອບ​ທຳ​ຖືກ​ເຕົ້າ​ໂຮມ​ໃນ​ບ່ອນ​ຊຸມ​ນຸມ​ຂອງ​ໄພ່​ພົນ ໃນ​ປະ​ເທດ​ຕ່າງໆ​ຂອງ​ໂລກ.”27

ບໍ່​ມີ​ຜູ້​ໃດ​ທີ່​ໄດ້​ກ່າວ​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ກັນ​ຢ່າງ​ຊື່​ຕົງ​ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ ທີ່​ວ່າ: “ທຸກ​ເທື່ອ ທີ່​ທ່ານ​ເຮັດ​ສິ່ງ ໃດ​ກໍ​ຕາມ ທີ່​ຊ່ວຍ​ຄົນ ໃດ​ກໍ​ຕາມ—ຢູ່​ທັງ​ສອງ​ຟາກ​ມ່ານ—ເພື່ອ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ຮັບ​ເອົາ​ການ​ບັບ​ຕິ​ສະ​ມາ ແລະ ພິ​ທີ​ການ​ຂອງ​ພຣະ​ວິ​ຫານ​ທີ່​ຈຳ​ເປັນ, ແລ້ວ​ທ່ານ​ກໍ​ໄດ້​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ມັນ​ງ່າຍໆ​ແຄ່​ນັ້ນ.”28

ສາດ​ສະ​ໜາ​ຈັກ​ຢູ່​ຈຸດ​ໃດ​ໃນ​ປະ​ຈຸ​ບັນ? ໃນ 62 ປີ ນັບ​ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຮັບ​ໃຊ້​ເຜີຍ​ແຜ່​ໃນ​ປີ 1960, ຈຳ​ນວນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ທີ່​ຮັບ​ໃຊ້​ພາຍ​ໃຕ້​ການ​ເອີ້ນ​ຈາກ​ສາດ​ສະ​ດາ ໄດ້​ເພີ່ມ​ຂຶ້ນ​ຈາກ 7,683 ຄົນ​ເປັນ 62,544 ຄົນ. ຈຳ​ນວນ​ເຂດ​ເຜີຍ​ແຜ່​ໄດ້​ເພີ່ມ​ຂຶ້ນ​ຈາກ 58 ແຫ່ງ​ເປັນ 411 ແຫ່ງ. ຈຳ​ນວນ​ສະ​ມາ​ຊິກ​ໄດ້​ເພີ່ມ​ຂຶ້ນ​ຈາກ​ປະ​ມານ 1,700,000 ຄົນ​ເປັນ​ປະ​ມານ 17,000,000 ຄົນ.

ການ​ລະ​ບາດ​ຂອງ​ໂຄ​ວິດ-19 ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ໂອ​ກາດ​ບາງ​ຢ່າງ​ຂອງ​ພວກ​ເຮົາ ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຊົ່ວ​ຄາວ. ມັນ​ກໍ​ຍັງ​ໃຫ້​ປະ​ສົບ​ການ​ເພື່ອ​ໃຊ້​ເທັກ​ໂນ​ໂລ​ຈີ​ໃໝ່, ຊຶ່ງ​ຈະ​ຊ່ວຍ​ຍົກ​ລະ​ດັບ​ການ​ເຕົ້າ​ໂຮມ​ໄດ້​ຢ່າງ​ຫລວງ​ຫລາຍ. ພວກ​ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ທີ່​ຕອນ​ນີ້​ສະ​ມາ​ຊິກ ແລະ ຜູ້​ສອນ​ສາດ​ສະ​ໜາ​ພວມ​ຂະ​ຫຍາຍ​ວຽກ​ງານ​ໃນ​ການ​ເຕົ້າ​ໂຮມ​ຊາວ​ອິດ​ສະ​ຣາ​ເອນ​ທີ່​ກະ​ຈັດ​ກະ​ຈາຍ. ການ​ເຕີບ​ໂຕ​ຍັງ​ສືບ​ຕໍ່​ຢູ່​ທົ່ວ​ທຸກ​ແຫ່ງ, ໂດຍ​ສະ​ເພາະ ອາ​ເມ​ຣິ​ກາ​ໃຕ້ ແລະ ອາ​ຟຣິ​ກາ. ພວກ​ເຮົາ​ກໍ​ຊາບ​ຊຶ້ງ​ທີ່​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ທົ່ວ​ໂລກ​ໄດ້​ຕອບ​ຮັບ​ຄຳ​ເຊື້ອ​ເຊີນ​ທີ່​ມີ​ພະ​ລັງ​ຂອງ​ປະ​ທານ​ແນວ​ສັນ ໃຫ້​ຮັບ​ໃຊ້​ວຽກ​ງານ​ເຜີຍ​ແຜ່​ນຳ​ອີກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຮົາ​ທີ່​ຈະ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ ສາ​ມາດ​ຂະ​ຫຍາຍ​ອອກ​ໄດ້​ຫລາຍ.

ສ່ວນ​ທີ່​ສຳ​ຄັນ​ໃນ​ໂຄງ​ການ​ເຜີຍ​ແຜ່​ນີ້ ແມ່ນ​ເພື່ອ​ໃຫ້​ສະ​ມາ​ຊິກ​ແຕ່​ລະ​ຄົນ​ກາຍ​ເປັນ​ຕົວ​ຢ່າງ​ກະ​ໂຈມ​ໄຟ29 ໃນ​ບ່ອນ​ໃດ​ກໍ​ຕາມ​ທີ່​ເຮົາ​ອາ​ໄສ​ຢູ່.30 ເຮົາ​ບໍ່​ສາ​ມາດ​ປິດ​ບັງ​ຕົວ​ເອງ​ໄວ້. ຕົວ​ຢ່າງ​ຂອງ​ເຮົາ​ເຖິງ​ຄວາມ​ເມດ​ຕາ, ຄວາມ​ຊອບ​ທຳ, ຄວາມ​ສຸກ, ແລະ ຄວາມ​ຮັກ​ຢ່າງ​ຈິງ​ໃຈ ເໝືອນ​ດັ່ງ​ພຣະ​ຄຣິດ​ສຳ​ລັບ​ທຸກ​ຄົນ ບໍ່​ພຽງ​ແຕ່​ເປັນ​ກະ​ໂຈມ​ໄຟ​ນຳ​ທາງ​ໃຫ້​ເຂົາ​ເຈົ້າ​ເທົ່າ​ນັ້ນ ແຕ່​ຍັງ​ໃຫ້​ຄວາມ​ເຂົ້າ​ໃຈ​ວ່າ ມີ​ບ່ອນ​ປອດ​ໄພ​ທາງ​ວິນ​ຍານ​ໃນ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ກະ​ລຸ​ນາ​ເຂົ້າ​ໃຈ​ວ່າ ມີ​ພອນ​ອັນ​ໂດດ​ເດັ່ນ​ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ຄຳ​ພີ​ກ່າວ​ເຖິງ​ຄວາມ​ຊື່ນ​ຊົມ ແລະ ສັນ​ຕິ​ສຸກ, ການ​ໃຫ້​ອະ​ໄພ​ບາບ, ການ​ປົກ​ປ້ອງ​ຈາກ​ການ​ລໍ້​ລວງ, ແລະ ການ​ສະ​ໜັບ​ສະ​ໜູນ​ອຳ​ນາດ​ຈາກ​ພຣະ​ເຈົ້າ.31 ເມື່ອ​ເບິ່ງ​ຜ່ານ​ຂ້າມ​ຊີ​ວິດ​ມະ​ຕະ​ນີ້, ເຮົາ​ຈະ​ຕຽມ​ພ້ອມ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ຜູ້​ທີ່ “ຢູ່​ໃນ​ຄວາມ​ມືດ ແລະ ພາຍ​ໃຕ້​ຄວາມ​ເປັນ​ທາດ​ຂອງ​ບາບ​ໃນ​ໂລກ​ວິນ​ຍານ​ອັນ​ກວ້າງ​ໃຫຍ່​ໄພ​ສານ​ຂອງ​ຄົນ​ຕາຍ.”32

ຄຳ​ອະ​ທິ​ຖານ​ສະ​ເພາະ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້​ແມ່ນ​ຂໍ​ໃຫ້​ເດັກ​ນ້ອຍ, ຊາຍ​ໜຸ່ມ, ຍິງ​ໜຸ່ມ, ຄອບ​ຄົວ, ກຸ່ມ​ອ້າຍ​ນ້ອງ, ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ແລະ ຫ້ອງ​ຮຽນ ທຸກ​ຄົນ​ທົບ​ທວນ​ວ່າ ເຮົາ​ຮັບ​ເອົາ​ຄຳ​ແນະ​ນຳ​ອັນ​ໂດດ​ເດັ່ນ​ເປັນ​ສ່ວນ​ຕົວ ແລະ ສ່ວນ​ລວມ​ແນວ​ໃດ ເພື່ອ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ທີ່​ກຳ​ນົດ​ໄວ້​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ.

ພວກ​ເຮົາ​ນັບ​ຖື​ອຳ​ເພີ​ໃຈ. ໃນ​ໂລກ​ທີ່​ບໍ່​ຢາກ​ກ່ຽວ​ຂ້ອງ​ກັບ​ສາດ​ສະ​ໜາ​ນີ້, ຫລາຍ​ຄົນ​ຈະ​ບໍ່​ຕອບ​ຮັບ ແລະ ມີ​ສ່ວນ​ຮ່ວມ​ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ແຕ່​ອີກ​ຫລາຍ​ຄົນ​ຈະ​ຕອບ​ຮັບ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ຫວັງ​ໃຫ້​ຄົນ​ທີ່​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ພະ​ຍາ​ຍາມ​ເປັນ​ຕົວ​ຢ່າງ​ຂອງ​ກະ​ໂຈມ​ໄຟ​ຢ່າງ​ຮີບ​ດ່ວນ ທີ່​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ເຈົ້າ. ສິ່ງນີ້​ຈະ​ເຮັດ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ​ຕະ​ຫລອດ​ທົ່ວ​ໂລກ​ຊື່ນ​ຊົມ​ກັບ​ພອນ ແລະ ພິ​ທີ​ການ​ອັນ​ສູງ​ສົ່ງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຖືກ​ເຕົ້າ​ໂຮມ​ກັບ​ຄືນ​ບ້ານ​ຢ່າງ​ປອດ​ໄພ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ທີ່​ແນ່​ນອນ ແລະ ແນ່ວ​ແນ່ ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ເຖິງ​ແຜນ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ສຳ​ລັບ​ເຮົາ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Russell M. Nelson, “Welcome Message,” Liahona, May 2021, 7.

  2. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37.

  3. ເບິ່ງ 2 ນີ​ໄຟ 26:33.

  4. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:1. ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:4, ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ຕື່ມ​ວ່າ, “ແລະ ສຽງ​ເຕືອນ​ຈະ​ມາ​ເຖິງ​ທຸກ​ຄົນ, ໂດຍ​ປາກ​ຂອງ​ສາ​ນຸ​ສິດ​ຂອງ​ເຮົາ, ຜູ້​ຊຶ່ງ​ເຮົາ​ເລືອກ​ໄວ້​ໃນ​ຍຸກ​ສຸດ​ທ້າຍ​ນີ້.”

  5. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:11.

  6. ໃນ​ປີ 1851, ມີ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທັງ​ໝົດ 52,165 ຄົນ. ອີງ​ຕາມ​ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ ແລະ “ການ​ສຳ​ຫລວດ​ສຳ​ມະ​ໂນ​ສາດ​ສະ​ໜາ​ຂອງ​ປີ 1851” ໃນ​ປະ​ເທດ​ອັງ​ກິດ ແລະ ປະ​ເທດ​ແວວ ມີ​ສະ​ມາ​ຊິກ​ຫລາຍ​ກວ່າ 28,000 ຄົນ ໃນ​ສະ​ຖານ​ທີ່​ເຫລົ່າ​ນັ້ນ (ເບິ່ງ Robert L. Lively Jr., “Some Sociological Reflections on the Nineteenth-Century British Mission,” ໃນ Mormons in Early Victorian Britain, ed. Richard L. Jensen and Malcolm R. Thorp [1989], 19–20).

  7. ເບິ່ງ Saints: The Story of the Church of Jesus Christ in the Latter Days, vol. 1, The Standard of Truth, 1815–1846 (2018), 494–95, 514–15, 573.

  8. ຕົງ​ກາ: 45 ເປີ​ເຊັນ; ຊາ​ມົວ: 31 ເປີ​ເຊັນ; ອາ​ເມ​ຣິ​ກາ​ຊາ​ມົວ: 22.5 ເປີ​ເຊັນ; ແລະ ຝຣັ່ງ​ໂປ​ລີ​ນີ​ເຊຍ: 7 ເປີ​ເຊັນ.

  9. ເບິ່ງ Saints, 573–74.

  10. Russell M. Nelson, “Hope of Israel” (ກອງປະຊຸມໃຫ້ຄຳດົນໃຈສຳລັບຊາວໜຸ່ມທົ່ວໂລກ, ວັນທີ 3 ເດືອນມິຖຸນາ, 2018), HopeofIsrael.ChurchofJesusChrist.org.

  11. ຄຳ​ສອນ​ທີ່​ໂດດ​ເດັ່ນ ແລະ ມີ​ພະ​ລັງ​ນີ້ ມີ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ແລະ ໃນ ຫລັກ​ແຫ່ງ​ຄວາມ​ເຊື່ອ ຂໍ້​ທີ​ສິບ, ແບບ​ກະ​ທັດ​ລັດ ແລະ ຊັດ​ເຈນ ຊຶ່ງ​ເລີ່ມ​ຕົ້ນ​ວ່າ, “ພວກ​ເຮົາ​ເຊື່ອ​ໃນ​ການ​ຮ່ວມ​ກັນ​ແທ້ໆ​ຂອງ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ ແລະ ໃນ​ການ​ກັບ​ຄືນ​ມາ​ຂອງ​ຄົນ​ສິບ​ເຜົ່າ” (ເບິ່ງ James E. Talmage, The Articles of Faith, 12th ed. [1924], 314–44).

  12. ດັ່ງ​ທີ່​ມີ​ບັນ​ທຶກ​ໄວ້​ໃນ ປະ​ຖົມ​ມະ​ການ 32:28, ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ​ອ່ານ​ວ່າ, “ຊື່​ຂອງ​ເຈົ້າ​ຈະ​ບໍ່​ແມ່ນ​ຢາ​ໂຄບ​ອີກ​ຕໍ່​ໄປ, ເຈົ້າ​ໄດ້​ຕໍ່​ສູ້​ກັບ​ພຣະ​ເຈົ້າ ແລະ ມະ​ນຸດ ແລະ ເຈົ້າ​ຊະ​ນະ; ສະ​ນັ້ນ ຊື່​ຂອງ​ເຈົ້າ​ຈະ​ແມ່ນ​ອິດ​ສະ​ຣາ​ເອນ.”

  13. ເບິ່ງ Joseph Smith, ໃນ “History, 1838–1856, volume D-1,” 1572, josephsmithpapers.org; ເບິ່ງ Joseph Smith, “Discourse, 11 June 1843–A, as Reported by Wilford Woodruff,” [42–43], josephsmithpapers.org; Joseph Smith, “Discourse, 11 June 1843–A, as Reported by Willard Richards,” [241], josephsmithpapers.org ນຳ​ອີກ.

  14. ເບິ່ງ Bible Dictionary, “Israel, Kingdom of”; James E. Talmage, The Articles of Faith, 315. ເຣ​ໂຫ​ໂບ​ອາມ ແລະ ບັນ​ດາ​ເຜົ່າ​ຂອງ​ເພິ່ນ​ເປັນ​ທີ່​ຮູ້​ຈັກ​ໃນ​ນາມ ອາ​ນາ​ຈັກ​ຢູ​ດາ ແລະ ຕັ້ງ​ຢູ່​ທາງ​ຕອນ​ໃຕ້​ຂອງ​ອິດ​ສະ​ຣາ​ເອນ​ໃນ​ປະ​ຈຸ​ບັນ.

  15. ເບິ່ງ 2 ກະ​ສັດ 17:23.

  16. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133:26; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:11 ນຳ​ອີກ.

  17. 1 ນີ​ໄຟ 10:12. ຕໍ່​ມາ​ອຳ​ໂມນ​ໄດ້​ກ່າວ​ວ່າ, “ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເຖີດ, ພຣະ​ຜູ້​ທີ່​ເປັນ​ຫ່ວງ​ຜູ້​ຄົນ​ພວກ​ນີ້, ຜູ້​ທີ່​ເປັນ​ກິ່ງ​ງ່າ​ຂອງ​ຕົ້ນ​ອິດ​ສະ​ຣາ​ເອນ, ຊຶ່ງ​ຫລົງ​ຈາກ​ຕົ້ນ​ຂອງ​ມັນ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ໃໝ່” (ແອວ​ມາ 26:36).

  18. ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ, ໃນ​ການ​ກ່າວ​ເຖິງ​ອິດ​ສະ​ຣາ​ເອນ​ຊາວ​ເລ​ມັນ, ໄດ້​ສິດ​ສອນ​ວ່າ ຊີ​ໂອນ​ແມ່ນ​ອາ​ເມ​ຣິ​ກາ​ທັງ​ໝົດ. ເພິ່ນ​ໄດ້​ກ່າວ​ວ່າ, “ເຮົາ​ຢູ່​ໃນ​ອິດ​ສະ​ຣາ​ເອນ ແລະ ກຳ​ລັງ​ຖືກ​ເຕົ້າ​ໂຮມ” (The Teachings of Spencer W. Kimball, ed. Edward L. Kimball [1982], 439).

  19. ເມື່ອ​ພໍ່​ລີ​ໄຮ​ໄດ້​ຖືກ​ແນະ​ນຳ​ໃຫ້​ພາ​ຄອບ​ຄົວ​ຂອງ​ເພິ່ນ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ຢ່າງ​ໜ້ອຍ​ເຫດ​ຜົນ​ໜຶ່ງ​ຄື ເຢ​ຣູ​ຊາ​ເລັມ​ຈະ​ຖືກ​ທຳ​ລາຍ (ເບິ່ງ 1 ນີ​ໄຟ 2). ການ​ຖືກ​ທຳ​ລາຍ​ຂອງ​ພຣະ​ວິ​ຫານ​ໂຊ​ໂລ​ໂມນ, ການ​ຕົກ​ຂອງ​ເຢ​ຣູ​ຊາ​ເລັມ, ແລະ ການ​ເປັນ​ຊະ​ເລີຍ​ຂອງ​ເຜົ່າ​ຢູ​ດາ ໄດ້​ເກີດ​ຂຶ້ນ​ປະ​ມານ 586 ປີ​ກ່ອນ ຄ.ສ.

    “ອິດ​ສະ​ຣາ​ເອນ​ໄດ້​ຖືກ​ຍຶດ​ຄອງ​ປະ​ມານ 720 ປີ​ກ່ອນ ຄ.ສ., ແລະ 10 ເຜົ່າ​ຂອງ​ມັນ​ໄດ້​ຖືກ​ຂັບ​ໄລ່​ໄປ​ເປັນ​ຊະ​ເລີຍ. … “[ໃນ] ເຢ​ຣູ​ຊາ​ເລັມ … ພຣະ​ວິ​ຫານ​ຂອງ​ໂຊ​ໂລ​ໂມນ​ໄດ້​ຖືກ​ໂຈມ​ຕີ​ຫລາຍ​ຄັ້ງ ໂດຍ​ອຳ​ນາດ​ຕ່າງ​ປະ​ເທດ ກ່ອນ​ທີ່​ສຸດ​ທ້າຍ, ໃນ 586 ປີ​ກ່ອນ ຄ.ສ., ໄດ້​ຖືກ​ທຳ​ລາຍ​ໝົດ ໂດຍ​ກອງ​ທັບ​ຂອງ​ເນ​ບູ​ກາດ​ເນັດ​ຊາ, ກະ​ສັດ​ບາ​ບີ​ໂລນ” (David B. Green, “The History of the Jewish Temple in Jerusalem,” Haaretz, Aug. 11, 2014, haaretz.com/jewish/.premium-history-of-the-temple-in-jerusalem-1.5256337). ເບິ່ງ 2 ກະ​ສັດ 25:8–9 ນຳ​ອີກ.

  20. ເບິ່ງ Tad R. Callister, The Infinite Atonement (2000).

  21. Russell M. Nelson, “Children of the Covenant,” Ensign, May 1995, 33; ເບິ່ງ “Covenants,” Liahona, Nov. 2011, 88 ນຳ​ອີກ.

  22. ເບິ່ງ Russell M. Nelson, in R. Scott Lloyd, “ສຳ​ມະ​ນາ​ສຳ​ລັບ​ປະ​ທານ​ເຜີຍ​ແຜ່​ໃໝ່: ‘Swift Messengers’ to Scattered Israel,” Church News, July 13, 2013, thechurchnews.com. ປະ​ທານ​ແນວ​ສັນ​ໄດ້​ກ່າວ​ເຖິງ​ການ​ເຕົ້າ​ໂຮມ​ວ່າ ການ​ເຕົ້າ​ໂຮມ “ບໍ່​ຂຶ້ນ​ກັບ​ວ່າ​ເຮົາ​ອາ​ໄສ​ຢູ່​ບ່ອນ​ໃດ; ມັນ​ເປັນ​ເລື່ອງ​ຂອງ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ບຸກ​ຄົນ. ຜູ້​ຄົນ​ສາ​ມາດ ‘ຖືກ​ນຳ​ມາ​ສູ່ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ເປັນ​ເຈົ້າ’ [3 ນີ​ໄຟ 20:13] ໂດຍ​ທີ່​ບໍ່​ຕ້ອງ​ໜີ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ” (“The Gathering of Scattered Israel,” Liahona, Nov. 2006, 81). ເບິ່ງ 3 ນີ​ໄຟ 21:1–7 ນຳ​ອີກ.

  23. ຄຳ​ສອນ​ຂອງ​ພວກ​ເຮົາ​ແມ່ນ​ແຈ່ມ​ແຈ້ງ; ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ຈັດ​ກະ​ຈາຍ​ຊາວ​ອິດ​ສະ​ຣາ​ເອນ ຍ້ອນ​ການ​ກະ​ບົດ​ຂອງ​ພວກ​ເຂົາ ແລະ ຄວາມ​ບໍ່​ຊອບ​ທຳ​ຂອງ​ພວກ​ເຂົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ນຳ​ໃຊ້​ການ​ກະ​ຈັດ​ກະ​ຈາຍ​ຂອງ​ຜູ້​ຄົນ​ທີ່​ຖືກ​ເລືອກ​ໄວ້​ຂອງ​ພຣະ​ອົງ​ໃນ​ບັນ​ດາ​ປະ​ຊາ​ຊາດ​ຂອງ​ໂລກ ເພື່ອ​ເປັນ​ພອນ​ໃຫ້​ແກ່​ປະ​ຊາ​ຊາດ​ເຫລົ່າ​ນັ້ນ. (ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ອິດ​ສະ​ຣາ​ເອນ—ການ​ກະ​ຈັດ​ກະ​ຈາຍ​ຂອງ​ຊາວ​ອິດ​ສະ​ຣາ​ເອນ,” scriptures.ChurchofJesusChrist.org.

  24. Spencer W. Kimball, The Teachings of Spencer W. Kimball, 439.

  25. ສະ​ຫລຸບ​ຫົວ​ເລື່ອງ​ໃນ Spencer W. Kimball, The Teachings of Spencer W. Kimball, 438. ເບິ່ງ “All Are Alike unto God,” ed. ນຳ​ອີກ. E. Dale LeBaron (1990), ຄໍ​ເລັກ​ຊັນ​ຂອງ​ການ​ສົນ​ທະ​ນາ 23 ເລື່ອງ ໂດຍ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຊາວ​ອາ​ຟຣິ​ກາ​ຜິວ​ດຳ. ຊິດ​ສະ​ເຕີ ຈູ​ເລຍ ເອັນ ມາ​ວິມ​ເບ​ລາ ໄດ້​ເວົ້າ​ວ່າ ກ່ອນ​ລາວ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ ແລະ ເຖິງ​ຄຳ​ວ່າ ອິດ​ສະ​ຣາ​ເອນ, ລາວ​ຈະ​ໂຍນ “ປຶ້ມ​ຖິ້ມ ແລະ ເວົ້າ​ວ່າ, ‘ມັນ​ແມ່ນ​ສຳ​ລັບ​ຄົນ​ຂາວ. ມັນ​ບໍ່​ແມ່ນ​ສຳ​ລັບ​ພວກ​ເຮົາ. ພວກ​ເຮົາ​ບໍ່​ໄດ້​ຖືກ​ເລືອກ.’ ທຸກ​ວັນ​ນີ້ ຂ້ອຍ​ຮູ້​ວ່າ ຂ້ອຍ​ເປັນ​ຄົນ​ໃນ​ຄອບ​ຄົວ​ຂອງ​ຣາຊ​ວົງ, ຖ້າ​ຫາກ​ຂ້ອຍ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ. ຂ້ອຍ​ເປັນ​ຊາວ​ອິດ​ສະ​ຣາ​ເອນ, ແລະ ເມື່ອ​ຂ້ອຍ​ກະ​ທຳ​ພິ​ທີ​ການ​ຢູ່​ໃນ​ພຣະ​ວິ​ຫານ, ຂ້ອຍ​ຮູ້​ສຶກ​ໄດ້​ວ່າ ທຸກ​ຄົນ​ຢູ່​ເທິງ​ໂລກ​ເປັນ​ຄອບ​ຄົວ​ດຽວ​ກັນ” (ໃນ “All Are Alike unto God,” 151).

  26. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:2.

  27. Spencer W. Kimball, The Teachings of Spencer W. Kimball, 438.

  28. Russell M. Nelson, “Hope of Israel.”

  29. ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ບອກ​ຕີ​ໂມ​ທຽວ​ເພື່ອນ​ໜຸ່ມ​ຂອງ​ເພິ່ນ​ວ່າ “ຈົ່ງ​ເປັນ​ແບບ​ຢ່າງ​ໃຫ້​ຄົນ​ທີ່​ເຊື່ອ” (1 ຕີ​ໂມ​ທຽວ 4:12).

  30. ເບິ່ງ 3 ນີ​ໄຟ 18:24.

  31. ເບິ່ງ ໂມ​ໄຊ​ຢາ 18:8–13; 3 ນີ​ໄຟ 18:25; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:10–16; 31:5; 62:3.

  32. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:57.

ພິມ