ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຜູ້​ຕິດ​ຕາມ​ຂອງ​ອົງ​ສັນ​ຕິ​ລາດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ຜູ້​ຕິດ​ຕາມ​ຂອງ​ອົງ​ສັນ​ຕິ​ລາດ

ເມື່ອ​ເຮົາ​ພະ​ຍາ​ຍາມ​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ຈະ​ສາ​ມາດ​ເປັນ​ເຄື່ອງ​ມື​ແຫ່ງ​ສັນ​ຕິ​ສຸກ​ຂອງ​ພຣະ​ອົງ​ຢູ່​ໃນ​ໂລກ.

ໃນ​ການ​ເຮັດ​ຕາມ​ຄຳ​ທຳ​ນາຍ​ທີ່​ມອບໃຫ້​ແກ່​ເຊ​ກາ​ຣີ​ຢາ,1 ພຣະ​ເຢ​ຊູ​ໄດ້​ເຂົ້າ​ໄປ​ໃນ​ນະ​ຄອນ​ສັກ​ສິດ​ຢ່າງ​ຜູ້​ມີ​ໄຊ​ໂດຍ​ຂີ່​ລໍ, ຊຶ່ງ​ນັບ​ຖື​ໃນ​ວັນ​ນະ​ຄະ​ດີ​ວ່າ​ເປັນ “ສັນ​ຍາ​ລັກ​ບູ​ຮານ​ຂອງ​ລາ​ຊະ​ວົງ​ຢິວ,”2 ຕາມ​ຄວາມ​ຈິງ​ແລ້ວ​ມີ​ຄວາມ​ເໝາະ​ສົມ​ກັບ​ພຣະ​ມະ​ຫາ​ກະ​ສັດ​ເໜືອ​ກະ​ສັດ​ທັງ​ປວງ ແລະ ອົງ​ສັນ​ຕິ​ລາດ.3 ພຣະ​ອົງ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ສາ​ນຸ​ສິດ​ທີ່​ເບີກ​ບານ​ມ່ວນ​ຊື່ນ ຜູ້​ໄດ້​ແຜ່​ເຄື່ອງ​ນຸ່ງ, ໃບ​ຕານ, ແລະ ໃບ​ໄມ້​ອື່ນໆ ຕາມ​ເສັ້ນ​ທາງ​ທີ່​ພຣະ​ເຢ​ຊູ​ໄດ້​ຜ່ານ​ໄປ. ພວກ​ເຂົາ​ກ່າວ​ດ້ວຍ​ສຽງ​ດັງ​ວ່າ, “ຂໍ​ໃຫ້​ກະ​ສັດ ຜູ້​ທີ່​ສະ​ເດັດ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຊົງ​ພຣະ​ຈະ​ເລີນ: ສັນ​ຕິ​ສຸກ​ຈົ່ງ​ມີ​ໃນ​ສະ​ຫວັນ, ແລະ ລັດ​ສະ​ໝີ​ພາບ​ຈົ່ງ​ມີ​ໃນ​ທີ່​ສູງ​ສຸດ.”4 ແລະ ອີກ​ເທື່ອ​ໜຶ່ງ, “ໂຮ​ຊັນ​ນາ​ແດ່​ບຸດ​ຂອງ​ດາ​ວິດ: ຂໍ​ພຣະ​ເຈົ້າ​ອວຍ​ພອນ​ທ່ານ​ຜູ້​ທີ່​ສະ​ເດັດ​ມາ​ໃນ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຊົງ​ພຣະ​ຈະ​ເລີນ; ໂຮ​ຊັນ​ນາ​ໃນ​ທີ່​ສູງ​ສຸດ.”5 ເຫດ​ການ​ອັນ​ສະ​ຫງ່າ​ລາ​ສີ​ນີ້, ຊຶ່ງ​ພວກ​ເຮົາ​ສະ​ເຫລີມ​ສະ​ຫລອງ​ໃນ​ວັນ​ນີ້​ເອີ້ນ​ວ່າ ວັນ​ອາ​ທິດ​ໃບ​ຕານ, ເປັນ​ເຫດ​ການ​ເລີ່ມ​ຕົ້ນ​ທີ່​ສະ​ໜຸກ​ສະ​ໜານ​ທີ່​ເກີດ​ຂຶ້ນ​ລະ​ຫວ່າງ​ອາ​ທິດ​ແຫ່ງ​ໂຊກ​ຊະ​ຕາ​ນັ້ນ ຊຶ່ງ​ຈົບ​ລົງ​ດ້ວຍ​ການ​ເສຍ​ສະ​ລະ​ທີ່​ບໍ່​ເຫັນ​ແກ່​ຕົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ມະ​ຫັດ​ສະ​ຈັນ​ອັນ​ຍິ່ງ​ໃຫຍ່​ຂອງ​ອຸບ​ມຸງ​ທີ່​ວ່າງ​ເປົ່າ.

ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ, ເຮົາ​ເປັນ​ພົນ​ລະ​ເມືອງ​ຂອງ​ພຣະ​ອົງ, ຖືກ​ເອີ້ນ​ໃຫ້​ປະ​ກາດ​ຄຸນ​ນະ​ທຳ​ຂອງ​ພຣະ​ອົງ,6 ຜູ້​ສົ່ງ​ເສີມ​ສັນ​ຕິ​ສຸກ​ທີ່​ສະ​ເໜີ​ມອບ​ໃຫ້​ຢ່າງ​ໃຈ​ກວ້າງ ຜ່ານ​ທາງ​ພຣະ​ອົງ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ສັນ​ຕິ​ສຸກ​ນີ້​ເປັນ​ຂອງ​ປະ​ທານ​ທີ່​ສັນ​ຍາ​ໄວ້​ກັບ​ທຸກ​ຄົນ​ທີ່​ຫັນ​ໃຈ​ຂອງ​ພວກ​ເຂົາ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ; ສັນ​ຕິ​ສຸກ​ດັ່ງ​ກ່າວ​ໃຫ້​ພະ​ລັງ​ແກ່​ເຮົາ​ເພື່ອ​ຊື່ນ​ຊົມ​ກັບ​ຊີ​ວິດ​ມະ​ຕະ ແລະ ຊ່ວຍ​ໃຫ້​ເຮົາ​ສາ​ມາດ​ອົດ​ທົນ​ກັບ​ການ​ທົດ​ລອງ​ອັນ​ເຈັບ​ປວດ​ໃນ​ການ​ເດີນ​ທາງ​ຂອງ​ເຮົາ.

ໃນ​ປີ 1847, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ຄຳ​ແນະ​ນຳ​ສະ​ເພາະ​ໃຫ້​ແກ່​ໄພ່​ພົນ​ຜູ້​ບຸກ​ເບີກ ຜູ້​ທີ່​ຕ້ອງ​ການ​ຄວາມ​ສະ​ຫງົບ ແລະ ຄວາມ​ເປັນ​ໜຶ່ງ ຂະ​ນະ​ທີ່​ເຂົາ​ເຈົ້າ​ປະ​ເຊີນ​ກັບ​ຄວາມ​ລຳ​ບາກ​ທີ່​ບໍ່​ຄາດ​ຄິດ ໃນ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ. ໃນ​ບັນ​ດາ​ສິ່ງ​ອື່ນໆ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ໄພ່​ພົນ​ໃຫ້ “ເຊົາ​ຂັດ​ແຍ້ງ​ກັນ; ເຊົາ​ນິນ​ທາ​ຊຶ່ງ​ກັນ​ແລະ​ກັນ.”7 ພຣະ​ຄຳ​ພີ​ຢືນ​ຢັນ​ວ່າ ຜູ້​ທີ່​ປະ​ຕິ​ບັດ​ວຽກ​ງານ​ແຫ່ງ​ຄວາມ​ຊອບ​ທຳ ແລະ ພະ​ຍາ​ຍາມ​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ອ່ອນ​ໂຍນ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ຖືກ​ສັນ​ຍາ​ເຖິງ​ສັນ​ຕິ​ສຸກ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ ເພື່ອ​ຢູ່​ລອດ​ໃນ​ຍຸກ​ແຫ່ງ​ຄວາມ​ໂກ​ລາ​ຫົນ ທີ່​ເຮົາ​ອາ​ໄສ​ຢູ່​ໃນ​ທຸກ​ວັນ​ນີ້.8

ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ອົງ​ສັນ​ຕິ​ລາດ, ເຮົາ​ໄດ້​ຖືກ​ແນະ​ນຳ​ໃຫ້​ດຳ​ລົງ​ຊີ​ວິດ​ດ້ວຍ​ການ “ໃຫ້​ໃຈ​ຂອງ​ພວກ​ເຮົາ​ຜູກ​ພັນ​ກັນ​ໄວ້​ໃນ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ໃນ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ.”9 ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໄດ້​ກ່າວ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ, “ການ​ຂັດ​ແຍ້ງ​ລະ​ເມີດ​ທຸກ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍຶດ​ຖື ແລະ ສິດ​ສອນ.”10 ສາດ​ສະ​ດາ​ຂອງ​ເຮົາ​ຍັງ​ໄດ້​ອ້ອນ​ວອນ​ໃຫ້​ເຮົາ “ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ຢຸດ​ຕິ​ການ​ຂັດ​ແຍ້ງ​ສ່ວນ​ຕົວ ທີ່​ກຳ​ລັງ​ລຸກ​ລາມ​ໃນ​ໃຈ ແລະ ໃນ​ຊີ​ວິດ​ຂອງ​ເຮົາ​ໃນ​ເວ​ລາ​ນີ້.11

ຂໍ​ໃຫ້​ເຮົາ​ພິ​ຈາ​ລະ​ນາ​ຫລັກ​ທຳ​ເຫລົ່າ​ນີ້ ໃນ​ທັດ​ສະ​ນະ​ຂອງ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ​ທີ່​ມີ​ຕໍ່​ເຮົາ ວ່າ​ເຮົາ, ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ, ສະ​ແຫວງ​ຫາ​ທີ່​ຈະ​ມີ​ຕໍ່​ກັນ​ແລະ​ກັນ. ພຣະ​ຄຳ​ພີ​ນິ​ຍາມ​ຄວາມ​ຮັກ​ເຊັ່ນ​ນີ້​ວ່າ ເປັນ​ຄວາມ​ໃຈ​ບຸນ.12 ເມື່ອ​ເຮົາ​ຄິດ​ເຖິງ​ຄວາມ​ໃຈ​ບຸນ, ຕາມ​ປົກ​ກະ​ຕິ​ແລ້ວ ໃຈ​ຂອງ​ເຮົາ​ຈະ​ຫັນ​ໄປ​ຫາ​ການ​ກະ​ທຳ ແລະ ການ​ບໍ​ລິ​ຈາກ​ດ້ວຍ​ຄວາມ​ເອື້ອ​ເຟື້ອ​ເພື່ອ​ແຜ່ ເພື່ອ​ບັນ​ເທົາ​ຄວາມ​ທຸກ​ຂອງ​ຜູ້​ທີ່​ປະ​ສົບ​ກັບ​ບັນ​ຫາ​ທາງ​ຮ່າງ​ກາຍ, ທາງ​ໂລກ, ຫລື ທາງ​ອາ​ລົມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ໃຈ​ບຸນ​ບໍ່​ພຽງ​ແຕ່​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ເຮົາ​ບໍ​ລິ​ຈາກ​ໃຫ້​ຄົນ​ອື່ນ​ເທົ່າ​ນັ້ນ, ແຕ່​ເປັນ​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາ​ມາດ​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ລັກ​ສະ​ນະ​ຂອງ​ເຮົາ​ໄດ້. ບໍ່​ແປກ​ໃຈ​ເລີຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ເຮົາ​ໃຫ້​ຫຸ້ມ​ຫໍ່​ຕົນ​ເອງ “ດ້ວຍ​ພັນ​ທະ​ແຫ່ງ​ຄວາມ​ໃຈ​ບຸນ, … ຊຶ່ງ​ເປັນ​ພັນ​ທະ​ແຫ່ງ​ຄວາມ​ດີ​ພ້ອມ ແລະ ສັນ​ຕິ​ສຸກ.”13 ຖ້າ​ບໍ່​ມີ​ຄວາມ​ໃຈ​ບຸນ, ເຮົາ​ກໍ​ບໍ່​ເປັນ​ອັນ​ໃດ​ເລີຍ14 ແລະ ເຮົາ​ບໍ່​ສາ​ມາດ​ຮັບ​ບ່ອນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕຽມ​ໄວ້​ໃນ​ຜາ​ສາດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.15

ພຣະ​ເຢ​ຊູ​ໄດ້​ເປັນ​ຕົວ​ຢ່າງ​ທີ່​ສົມ​ບູນ​ແບບ​ເຖິງ​ຄວາມ​ໝາຍ​ຂອງ​ການ​ມີ​ພັນ​ທະ​ແຫ່ງ​ຄວາມ​ດີ​ພ້ອມ ແລະ ສັນ​ຕິ​ສຸກ​ນີ້, ໂດຍ​ສະ​ເພາະ​ເມື່ອ​ໃນ​ເວ​ລາ​ທີ່​ປະ​ເຊີນ​ໜ້າ​ກັບ​ເຫດ​ການ​ທີ່​ເຈັບ​ປວດ ກ່ອນ​ການ​ຖືກ​ປະ​ຫານ​ຂອງ​ພຣະ​ອົງ. ລອງ​ຄິດ​ເບິ່ງ​ບຶດ​ໜຶ່ງ​ວ່າ ພຣະ​ເຢ​ຊູ​ຄົງ​ຮູ້​ສຶກ​ແນວ​ໃດ ຂະ​ນະ​ທີ່​ພຣະ​ອົງ​ລ້າງ​ຕີນ​ໃຫ້​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ຖ່ອມ​ໃຈ, ໂດຍ​ທີ່​ຮູ້​ວ່າ​ມີ​ຄົນ​ໜຶ່ງ​ຈະ​ທໍ​ລະ​ຍົດ​ຕໍ່​ພຣະ​ອົງ​ໃນ​ຄືນ​ນັ້ນ.16 ຫລື ໃນ​ເວ​ລາ​ທີ່​ພຣະ​ເຢ​ຊູ, ຫລາຍ​ຊົ່ວ​ໂມງ​ຕໍ່​ມາ, ໄດ້​ປິ່ນ​ປົວ​ຫູ​ຂອງ​ຊາຍ​ຄົນ​ໜຶ່ງ​ທີ່​ມາ​ກັບ​ຢູ​ດາ, ຜູ້​ທໍ​ຍົດ​ຕໍ່​ພຣະ​ອົງ, ເພື່ອ​ຈັບ​ພຣະ​ອົງ.17 ຫລື ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຢືນ​ຢູ່​ຕໍ່​ໜ້າ​ປີ​ລາດ, ໄດ້​ຖືກ​ກ່າວ​ຫາ​ຢ່າງ​ບໍ່​ຍຸດ​ຕິ​ທຳ​ໂດຍ​ພວກ​ຫົວ​ໜ້າ​ປະ​ໂລ​ຫິດ ແລະ ພວກ​ເຖົ້າ​ແກ່​ກ່າວ​ຫາ​ຢ່າງ​ບໍ່​ເປັນ​ທຳ, ແລະ ພຣະ​ອົງ​ບໍ່​ຕອບ​ຫຍັງ​ເລີຍ​ເພື່ອ​ແກ້​ຂໍ້​ກ່າວ​ຫາ​ເທັດ​ຕ້ານ​ພຣະ​ອົງ, ແລະ ພຣະ​ອົງ​ໄດ້​ເຮັດ​ໃຫ້​ຜູ້​ປົກ​ຄອງ​ທີ່​ເປັນ​ຊາວ​ໂຣມ​ປະ​ຫລາດ​ໃຈ.18

ຜ່ານ​ເຫດ​ການ​ທີ່​ໂສກ​ເສົ້າ​ສາມ​ຄັ້ງ​ນີ້, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຖິງ​ແມ່ນ​ຈະ​ແບກ​ຮັບ​ພາ​ລະ​ຄວາມ​ໂສກ​ເສົ້າ ແລະ ຄວາມ​ຕຶງ​ຄຽດ​ຫລາຍ​ເກີນ​ໄປ, ໄດ້​ສິດ​ສອນ​ເຮົາ​ໂດຍ​ຕົວ​ຢ່າງ​ຂອງ​ພຣະ​ອົງ​ວ່າ “[ຄວາມ​ໃຈ​ບຸນ] ອົດ​ທົນ​ດົນ​ນານ, ແລະ ເມດ​ຕາ​ກະ​ລຸ​ນາ; … ບໍ່​ເຫິງ​ສາ; … ບໍ່​ອວດ​ອ້າງ, ບໍ່​ຈອງ​ຫອງ, ບໍ່​ເຮັດ​ການ​ອັນ​ບໍ່​ສຸ​ພາບ, ບໍ່​ຄິດ​ເຫັນ​ປະ​ໂຫຍດ​ສ່ວນ​ຕົວ, ບໍ່​ມີ​ໃຈ​ຮ້າຍ​ງ່າຍ, [ແລະ] ບໍ່​ມັກ​ຈົດ​ຈຳ​ຄວາມ​ຜິດ.”19

ລັກ​ສະ​ນະ​ທີ່​ສຳ​ຄັນ​ອີກ​ຢ່າງ​ໜຶ່ງ​ທີ່​ຕ້ອງ​ເນັ້ນ​ໜັກ, ແລະ ທີ່​ມີ​ຄວາມ​ໝາຍ​ໂດຍ​ກົງ​ຕໍ່​ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ ແລະ ວິ​ທີ​ທີ່​ເຮົາ​ສົ່ງ​ເສີມ​ສັນ​ຕິ​ສຸກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແມ່ນ​ລັກ​ສະ​ນະ​ທີ່​ເຮົາ​ປະ​ຕິ​ບັດ​ຕໍ່​ກັນ. ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ເທິງ​ໂລກ​ຂອງ​ພຣະ​ອົງ, ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສຸມ​ໃສ່—ບໍ່​ພຽງ​ແຕ່, ແຕ່​ໄດ້​ສຸມ​ໃສ່​ໂດຍ​ສະ​ເພາະ—ເຖິງ​ຄຸນ​ນະ​ທຳ​ຂອງ​ຄວາມ​ຮັກ, ຄວາມ​ໃຈ​ບຸນ, ຄວາມ​ອົດ​ທົນ, ຄວາມ​ຖ່ອມ​ຕົວ, ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ—ຊຶ່ງ​ເປັນ​ຄຸນ​ລັກ​ສະ​ນະ​ພື້ນ​ຖານ​ສຳ​ລັບ​ຜູ້​ທີ່​ຢາກ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ ແລະ ສົ່ງ​ເສີມ​ສັນ​ຕິ​ສຸກ​ຂອງ​ພຣະ​ອົງ​ນຳ​ອີກ. ຄຸນ​ລັກ​ສະ​ນະ​ດັ່ງ​ກ່າວ​ແມ່ນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ, ແລະ ເມື່ອ​ເຮົາ​ພະ​ຍາ​ຍາມ​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້, ເຮົາ​ຈະ​ເລີ່ມ​ເຫັນ​ຄວາມ​ແຕກ​ຕ່າງ ແລະ ຄວາມ​ອ່ອນ​ແອ​ຂອງ​ເພື່ອນ​ບ້ານ​ຂອງ​ເຮົາ ດ້ວຍ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຄວາມ​ອ່ອນ​ໄຫວ, ຄວາມ​ເຄົາ​ລົບ, ແລະ ຄວາມ​ອົດ​ທົນ​ຫລາຍ​ຂຶ້ນ. ສັນ​ຍານ​ທີ່​ແຈ່ມ​ແຈ້ງ​ທີ່​ສຸດ​ຢ່າງ​ໜຶ່ງ ທີ່​ສະ​ແດງວ່າ​ເຮົາ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ ຄື​ວິ​ທີ​ທີ່​ເຮົາ​ປະ​ຕິ​ບັດ​ຕໍ່​ເພື່ອນ​ມະ​ນຸດ​ຂອງ​ເຮົາ​ດ້ວຍ​ຄວາມ​ຮັກ, ດ້ວຍ​ຄວາມ​ອົດ​ທົນ, ແລະ ດ້ວຍ​ຄວາມ​ເມດ​ຕາ, ບໍ່​ວ່າ​ສະ​ຖາ​ນະ​ການ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ.

ເຮົາ​ມັກ​ຈະ​ເຫັນ​ຜູ້​ຄົນ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ຄວາມ​ຄິດ​ເຫັນ​ໃນ​ແງ່​ລົບ ແລະ ແມ່ນ​ແຕ່​ໃນ​ແງ່​ເສຍ​ຫາຍ​ກ່ຽວ​ກັບ​ຄຸນ​ລັກ​ສະ​ນະ​ການ​ຮັບ​ຮູ້, ຄວາມ​ອ່ອນ​ແອ, ແລະ ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ, ສ່ວນ​ໃຫຍ່​ເມື່ອ​ບຸກ​ຄະ​ລິກ​ລັກ​ສະ​ນະ ແລະ ຄວາມ​ຄິດ​ເຫັນ​ດັ່ງ​ກ່າວ​ແຕກ​ຕ່າງ ຫລື ຂັດ​ກັບ​ການ​ກະ​ທຳ ແລະ ຄວາມ​ຄິດ​ຂອງ​ພວກ​ເຂົາ. ມັນ​ເປັນ​ເລື່ອງ​ປົກ​ກະ​ຕິ​ຫລາຍ​ທີ່​ຈະ​ເຫັນ​ຄົນ​ເຫລົ່າ​ນີ້​ສົ່ງ​ຕໍ່​ຄວາມ​ຄິດ​ເຫັນ​ດັ່ງ​ກ່າວ​ໃຫ້​ກັບ​ຄົນ​ອື່ນ, ຊຶ່ງ​ເວົ້າ​ຊ້ຳ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຍິນ ໂດຍ​ບໍ່​ຮູ້​ສະ​ຖາ​ນະ​ການ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ກັບ​ເລື່ອງ​ນັ້ນ. ໜ້າ​ເສຍ​ໃຈ​ທີ່ສື່​ສັງ​ຄົມ​ສົ່ງ​ເສີມ​ການ​ປະ​ພຶດ​ແບບ​ນີ້​ໃນ​ນາມ​ຂອງ​ຄວາມ​ຈິງ ແລະ ຄວາມ​ໂປ່ງ​ໃສ. ໂດຍ​ບໍ່​ມີ​ການ​ຢັບ​ຢັ້ງ, ການ​ສົນ​ທະ​ນາ​ທາງ​ດິ​ຈິ​ຕັນ​ມັກ​ຈະ​ນຳ​ຜູ້​ຄົນ​ໄປ​ສູ່​ການ​ໂຈມ​ຕີ​ສ່ວນ​ຕົວ ແລະ ການ​ຜິດ​ຖຽງ​ທີ່​ຮຸນ​ແຮງ, ສ້າງ​ຄວາມ​ຜິດ​ຫວັງ, ກະ​ທົບ​ກະ​ເທືອນ​ຈິດ​ໃຈ, ແລະ ແຜ່​ລາມ​ເປັນ​ສັດ​ຕູ​ທີ່​ລຸກ​ເປັນ​ໄຟ.

ນີ​ໄຟ​ໄດ້​ທຳ​ນາຍ​ວ່າ ໃນ​ວັນ​ເວ​ລາ​ສຸດ​ທ້າຍ, ສັດ​ຕູ​ຈະ​ໂມ​ໂຫ​ຮ້າຍ ແລະ ຍຸ​ຍົງ​ຜູ້​ຄົນ​ໃຫ້​ຄຽດ​ແຄ້ນ​ໃຫ້​ສິ່ງ​ທີ່​ດີ.20 ພຣະ​ຄຳ​ພີ​ສິດ​ສອນ​ວ່າ “ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຊື້ອ​ເຊີນ ແລະ ຊັກ​ຈູງ​ໃຫ້​ເຮັດ​ຄວາມ​ດີ, ແລະ ໃຫ້​ຮັກ​ພຣະ​ເຈົ້າ ແລະ ໃຫ້​ຮັບ​ໃຊ້​ພຣະ​ອົງ, ແມ່ນ​ມາ​ຈາກ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ.”21 ກົງ​ກັນ​ຂ້າມ, “ສິ່ງ​ທີ່​ຊົ່ວ​ມາ​ຈາກ​ມານ; ເພາະ​ມານ​ເປັນ​ສັດ​ຕູ​ກັບ​ພຣະ​ເຈົ້າ, ແລະ ຕໍ່​ສູ້​ກັບ​ພຣະ​ອົງ​ຢູ່​ຕະ​ຫລອດ​ເວ​ລາ, ແລະ ເຊື້ອ​ເຊີນ ແລະ ຊັກ​ຈູງ​ມະ​ນຸດ​ໃຫ້​ເຮັດ​ບາບ ແລະ ເຮັດ​ຄວາມ​ຊົ່ວ​ຢູ່​ຕະ​ຫລອດ​ເວ​ລາ.”22

ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ຄຳ​ສອນ​ນີ້​ຂອງ​ສາດ​ສະ​ດາ, ບໍ່​ແປກ​ໃຈ​ເລີຍ​ທີ່​ຍຸດ​ທະ​ວິ​ທີ​ຢ່າງ​ໜຶ່ງ​ຂອງ​ຜູ້​ປໍ​ລະ​ປັກ​ຄື ການ​ຍຸ​ຍົງ​ຄວາມ​ເປັນ​ປໍ​ລະ​ປັກ ແລະ ຄວາມ​ກຽດ​ຊັງ​ໃນ​ໃຈ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ. ມັນ​ປິ​ຕິ​ຍິນ​ດີ​ເມື່ອ​ເຫັນ​ຜູ້​ຄົນ​ຕິ​ຕຽນ, ເຍາະ​ເຍີ້ຍ, ແລະ ໃສ່​ຮ້າຍ​ກັນ. ພຶດ​ຕິ​ກຳ​ຢ່າງ​ນີ້​ສາ​ມາດ​ທຳ​ລາຍ​ລັກ​ສະ​ນະ, ຊື່​ສຽງ, ແລະ ຄວາມ​ນັບ​ຖື​ຕົນ​ເອງ​ຂອງ​ບຸກ​ຄົນ, ໂດຍ​ສະ​ເພາະ​ເມື່ອ​ບຸກ​ຄົນ​ຖືກ​ຕັດ​ສິນ​ຢ່າງ​ບໍ່​ຍຸດ​ຕິ​ທຳ. ສິ່ງ​ສຳ​ຄັນ​ທີ່​ຕ້ອງ​ຊີ້​ໃຫ້​ເຫັນ​ວ່າ ເມື່ອ​ເຮົາ​ປ່ອຍ​ໃຫ້​ທັດ​ສະ​ນະ​ຄະ​ຕິ​ແບບ​ນີ້​ມີ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ໄດ້​ເປີດ​ໃຈ​ໃຫ້ສັດ​ຕູ​ປູກ​ເມັດ​ພັນ​ຂອງ​ຄວາມ​ຂັດ​ແຍ້ງ​ໃນ​ບັນ​ດາ​ພວກ​ເຮົາ, ຊຶ່ງ​ມີ​ຄວາມ​ສ່ຽງ​ທີ່​ຈະ​ຕົກ​ຢູ່​ໃນ​ກັບ​ດັກ​ທີ່​ໂຫດ​ຮ້າຍ​ຂອງ​ມັນ.

ຖ້າ​ຫາກ​ເຮົາ​ບໍ່​ລະ​ວັງ​ຄວາມ​ຄິດ, ຄຳ​ເວົ້າ, ແລະ ການ​ກະ​ທຳ​ຂອງ​ເຮົາ, ເຮົາ​ອາດ​ຈະ​ຖືກ​ເລ່​ລ່ຽມ​ຂອງ​ສັດ​ຕູ, ຈົນ​ທຳ​ລາຍ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ ແລະ ຄົນ​ທີ່​ເຮົາ​ຮັກ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ໃນ​ຖາ​ນະ​ຜູ້​ຄົນ​ພິ​ເສດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຜູ້​ສົ່ງ​ເສີມ​ສັນ​ຕິ​ສຸກ, ເຮົາ​ບໍ່​ສາ​ມາດ​ປ່ອຍ​ໃຫ້​ກົນ​ອຸ​ບາຍ​ຂອງ​ຄົນ​ຊົ່ວ​ຮ້າຍ​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ເຮົາ​ໄດ້. ເຮົາ​ບໍ່​ສາ​ມາດ​ແບກ​ຮັບ​ພາ​ລະ​ຜຸ​ພັງ ທີ່​ທຳ​ລາຍ​ຄວາມ​ຮູ້​ສຶກ, ຄວາມ​ສຳ​ພັນ, ແລະ ແມ່ນ​ແຕ່​ຊີ​ວິດ. ພຣະ​ກິດ​ຕິ​ຄຸນ​ເປັນ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່.

ແນ່​ນອນ, ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ທີ່​ສົມ​ບູນ​ແບບ, ແລະ ແນ່​ນອນ, ມີ​ບາງ​ຄັ້ງ​ທີ່​ເຮົາ​ຖືກ​ຫລອກ​ລວງ​ໃຫ້​ມີ​ພຶດ​ຕິ​ກຳ​ແບບ​ນີ້. ໃນ​ຄວາມ​ຮັກ​ອັນ​ສົມ​ບູນ​ແບບ ແລະ ຄວາມ​ຮູ້​ຮອບ​ດ້ານ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ແນວ​ໂນ້ມ​ຂອງ​ຄວາມ​ເປັນ​ມະ​ນຸດ​ຂອງ​ເຮົາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ພະ​ຍາ​ຍາມ​ເຕືອນ​ເຮົາ​ສະ​ເໝີ​ເຖິງ​ອັນ​ຕະ​ລາຍ​ເຊັ່ນ​ນັ້ນ. ພຣະ​ອົງ​ໄດ້​ສິດ​ສອນ​ເຮົາ​ວ່າ, “ເພາະ​ສິ່ງ​ໃດ​ທີ່​ເຈົ້າ​ເອົາ​ມາ​ກ່າວ​ໂທດ​ຜູ້​ອື່ນ, ເຈົ້າ​ກໍ​ຈະ​ຖືກ​ກ່າວ​ໂທດ​ໃນ​ສິ່ງ​ນັ້ນ: ແລະ ເຈົ້າ​ຕວງ​ຜູ້​ອື່ນ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ, ເຈົ້າ​ກໍ​ຈະ​ຖືກ​ຕວງ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ​ຄື​ກັນ.”23

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເມື່ອ​ເຮົາ​ພະ​ຍາ​ຍາມ​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ຈະ​ສາ​ມາດ​ເປັນ​ເຄື່ອງ​ມື​ແຫ່ງ​ສັນ​ຕິ​ສຸກ​ຂອງ​ພຣະ​ອົງ​ຢູ່​ໃນ​ໂລກ ຕາມ​ແບບ​ແຜນ​ທີ່​ພຣະ​ອົງ​ເອງ​ໄດ້​ຈັດ​ຕັ້ງ​ໄວ້. ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ໃຫ້​ທ່ານ​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ເຮົາ​ຈະ​ປ່ຽນ​ແປງ​ຕົນ​ເອງ​ໃຫ້​ເປັນ​ຄົນ​ທີ່​ຍົກ​ລະ​ດັບ ແລະ ໃຫ້​ກຳ​ລັງ​ໃຈ, ເປັນ​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ ແລະ ມີ​ໃຈ​ທີ່​ໃຫ້​ອະ​ໄພ, ເປັນ​ຄົນ​ທີ່​ເບິ່ງ​ຫາ​ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ຕົວ​ຄົນ​ອື່ນ, ໂດຍ​ການ​ຈື່​ຈຳ​ສະ​ເໝີ​ວ່າ “ຫາກ​ມີ​ສິ່ງ​ໃດ​ທີ່​ເປັນ​ຄຸນ​ນະ​ທຳ, ງົດ​ງາມ, ຫລື ຈາກ​ການ​ລາຍ​ງານ​ດີ ຫລື ຄວນ​ສັນ​ລະ​ເສີນ, ພວກ​ເຮົາ​ສະ​ແຫວງ​ຫາ​ສິ່ງ​ເຫລົ່າ​ນີ້.”24

ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ເມື່ອ​ເຮົາ​ສະ​ແຫວງ​ຫາ ແລະ ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້, ເຮົາ​ຈະ​ຈິງ​ໃຈ ແລະ ຮູ້​ສຶກ​ໄວ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ເພື່ອນ​ມະ​ນຸດ​ດ້ວຍ​ກັນ​ຫລາຍ​ຂຶ້ນ​ເລື້ອຍໆ25 ແລະ ປະ​ສົບ​ຄວາມ​ຊື່ນ​ຊົມ, ສັນ​ຕິ​ສຸກ, ແລະ ຄວາມ​ເຕີບ​ໂຕ​ທາງ​ວິນ​ຍານ.26 ຢ່າງບໍ່​ຕ້ອງ​ສົງ​ໄສ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຮັບ​ຮູ້​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ແລະ ມອບ​ຂອງ​ປະ​ທານ​ທີ່​ເຮົາ​ຕ້ອງ​ການ​ໃຫ້​ເຮົາ ເພື່ອ​ໃຫ້​ເຮົາ​ມີ​ຄວາມ​ອົດ​ທົນ​ຫລາຍ​ຂຶ້ນ ແລະ ອົດ​ທົນ​ກັບ​ຄວາມ​ແຕກ​ຕ່າງ, ຄວາມ​ອ່ອນ​ແອ, ແລະ ຄວາມ​ບົກ​ພ່ອງ​ຂອງ​ກັນ​ແລະ​ກັນ. ຍິ່ງ​ໄປ​ກວ່າ​ນັ້ນ, ເຮົາ​ຈະ​ສາ​ມາດ​ຕໍ່​ຕ້ານ​ການ​ກະ​ຕຸ້ນ​ໃຫ້​ຕອບ​ໂຕ້ ຫລື ຮຸກ​ຮານ​ຄົນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ເຈັບ​ປວດ. ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ໃຫ້​ອະ​ໄພ, ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ, ກັບ​ຜູ້​ທີ່​ປະ​ຕິ​ບັດ​ບໍ່​ດີ​ຕໍ່​ເຮົາ ຫລື ເວົ້າ​ບໍ່​ດີ​ກ່ຽວ​ກັບ​ເຮົາ ຈະ​ເພີ່ມ​ທະ​ວີ​ຂຶ້ນ ແລະ ຈະ​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ລັກ​ສະ​ນະ​ຂອງ​ເຮົາ.

ຂໍ​ໃຫ້​ເຮົາ​ໃນ​ມື້​ນີ້, ວັນ​ອາ​ທິດ​ໃບ​ຕານ​ນີ້, ແຜ່​ເສື້ອ​ຄຸມ​ແຫ່ງ​ຄວາມ​ຮັກ ແລະ ໃບ​ຕານ​ແຫ່ງ​ຄວາມ​ໃຈ​ບຸນ, ​ເດີນ​ຕາມ​ພຣະ​ບາດ​ຂອງ​ອົງ​ສັນ​ຕິ​ລາດ ໃນ​ຂະ​ນະ​ທີ່​ເຮົາ​ກະ​ກຽມ​ສະ​ເຫລີມ​ສະ​ຫລອງ​ວັນ​ອາ​ທິດ, ທີ່​ຈະ​ມາ​ເຖິງ​ນີ້ ການ​ມະ​ຫັດ​ສະ​ຈັນ​ຂອງ​ອຸບ​ມຸງ​ທີ່​ວ່າງ​ເປົ່າ. ໃນ​ຖາ​ນະ​ອ້າຍ​ເອື້ອຍ​ນ້ອງ​ໃນ​ພຣະ​ຄຣິດ, ຂໍ​ໃຫ້​ເຮົາ​ຈົ່ງ​ປະ​ກາດ​ດ້ວຍ​ຄວາມ​ຍິນ​ດີ​ວ່າ, “ໂຮ​ຊັນ​ນາ​ແດ່​ບຸດ​ຂອງ​ດາ​ວິດ: ຂໍ​ພຣະ​ເຈົ້າ​ອວຍ​ພອນ​ທ່ານ​ຜູ້​ທີ່​ສະ​ເດັດ​ມາ​ໃນ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຊົງ​ພຣະ​ຈະ​ເລີນ; ໂຮ​ຊັນ​ນາ​ໃນ​ທີ່​ສູງ​ສຸດ.”27

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ພຣະ​ເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນ​ຢູ່, ແລະ ວ່າ​ຄວາມ​ຮັກ​ອັນ​ສົມ​ບູນ​ແບບ​ຂອງ​ພຣະ​ອົງ, ຊຶ່ງ​ສະ​ແດງ​ອອກ​ມາ​ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ຖືກ​ສະ​ເໜີ​ມອບ​ໃຫ້​ທຸກ​ຄົນ​ທີ່​ປາດ​ຖະ​ໜາ​ເດີນ​ໄປ​ກັບ​ພຣະ​ອົງ ແລະ ຊື່ນ​ຊົມ​ກັບ​ສັນ​ຕິ​ສຸກ​ຂອງ​ພຣະ​ອົງ ຢູ່​ໃນ​ໂລກ​ນີ້ ແລະ ໃນ​ໂລກ​ທີ່​ຈະ​ມາ​ເຖິງ. ຂ້າ​ພະ​ເຈົ້າ​ກ່າວ​ສິ່ງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ