ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເມື່ອ​ໃດ​ຄວນ​ໄດ້​ຮັບ​ປິ​ຕຸ​ພອນ​ຂອງ​ທ່ານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ເມື່ອ​ໃດ​ຄວນ​ໄດ້​ຮັບ​ປິ​ຕຸ​ພອນ​ຂອງ​ທ່ານ

ເມື່ອ​ທ່ານ​ໄດ້​ຮັບ​ພອນ​ຂອງ​ທ່ານ, ທ່ານ​ຈະ​ສັງ​ເກດ ແລະ ຮູ້​ສຶກ​ໄດ້​ວ່າ ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຮັກ​ທ່ານ ແລະ ພວກ​ພຣະ​ອົງ​ເອົາ​ໃຈ​ໃສ່​ຕໍ່​ທ່ານ​ຢ່າງ​ເປັນ​ສ່ວນ​ຕົວ.

ມື້​ວານ​ນີ້​ເພື່ອນ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ ແອວ​ເດີ ແຣນ​ໂດ ເຄ ເບັນ​ເນັດ ໄດ້​ກ່າວ​ກ່ຽວ​ກັບ​ເລື່ອງ​ປິ​ຕູ​ພອນ. ຊຶ່ງ​ເປັນ​ຂ່າວ​ສານ​ທີ່​ດີ​ເລີດ ແລະ ເປັນ​ແຮງ​ບັນ​ດານ​ໃຈ​ໃຫ້​ກັບ​ເຮົາ​ທຸກ​ຄົນ. ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ກ່ຽວ​ກັບ​ປິ​ຕຸ​ພອນ​ເຊັ່ນ​ກັນ​ໄດ້​ບໍ? ປິ​ຕຸ​ທັງ​ຫລາຍ, ເນື່ອງ​ຈາກ​ວ່າ​ການ​ຂໍ​ຮັບ​ປິ​ຕຸ​ພອນ​ອາດ​ຈະ​ເພີ່ມ​ຂຶ້ນ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ພອນ​ແກ່​ທ່ານ​ຂະ​ນະ​ທີ່​ທ່ານ​ຂະ​ຫຍາຍ​ການ​ເອີ້ນ​ຂອງ​ທ່ານ​ຕໍ່​ໄປ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄປ​ຮ່ວມ​ກອງ​ປະ​ຊຸມ​ສະ​ເຕກ​ຕ່າງໆ, ຂ້າ​ພະ​ເຈົ້າ​ມັກ​ຈະ​ຢ້ຽມ​ຢາມ​ຖາມ​ຂ່າວ​ກັບ​ປິ​ຕູ​ຂອງ​ສະ​ເຕກ ແລະ ພັນ​ລະ​ຍາ​ຂອງ​ເພິ່ນ. ປິ​ຕຸ​ຄື​ຜູ້​ທີ່​ອ່ອນ​ໂຍນ, ເຊື່ອ​ຟັງ, ແລະ ເປັນ​ຜູ້​ນຳ​ທີ່​ໜ້າ​ອັດ​ສະ​ຈັນ​ທີ່​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ. ພວກ​ເພິ່ນ​ໄດ້​ເລົ່າ​ຫລາຍ​ເລື່ອງ​ໃຫ້​ຂ້າ​ພະ​ເຈົ້າ​ຟັງ​ກ່ຽວ​ກັບ​ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ດີ​ເລີດ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ເຖິງ​ອາ​ຍຸ​ຂອງ​ຜູ້​ຮັບ​ພອນ​ທີ່​ນ້ອຍ​ທີ່​ສຸດ ແລະ ທີ່​ຫລາຍ​ທີ່​ສຸດ​ທີ່​ເຄີຍ​ໄດ້​ຮັບ​ຜ່ານ​ມາ. ປະ​ກົດ​ວ່າ​ໃນ​ປະ​ຈຸ​ບັນ ອາ​ຍຸ​ທີ່​ນ້ອຍ​ທີ່​ສຸດ​ແມ່ນ 11 ປີ, ແລະ ຫລາຍ​ທີ່​ສຸດ​ແມ່ນ 93 ປີ.

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ປິ​ຕຸ​ພອນ​ຂອງ​ຕົນ​ເອງ​ໃນ​ຊ່ວງ​ການ​ເປັນສະ​ມາ​ຊິກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ, ຕອນ​ອາ​ຍຸ​19 ປີ, ສອງ​ປີ​ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ປິ​ຕຸ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຄົນ​ສູງ​ອາ​ຍຸ​ຫລາຍ. ເພິ່ນ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ໃນ​ປີ 1916 ແລະ ກໍ​ເປັນ​ຜູ້​ບຸກ​ເບີກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ປະ​ເທດ​ຍີ່​ປຸ່ນ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເປັນ​ກຽດ​ຢ່າງ​ຍິ່ງ​ທີ່​ໄດ້​ຮັບ​ປິ​ຕຸ​ພອນ​ຈາກ​ສາ​ວົກ​ທີ່​ດີ​ເລີດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພາ​ສາ​ຍີ່​ປຸ່ນ​ຂອງ​ເພິ່ນ​ຂ້ອນ​ຂ້າງ​ຈະ​ຍາກ​ສຳ​ລັບ​ຂ້າ​ພະ​ເຈົ້າ​ທີ່​ຈະ​ເຂົ້າ​ໃ​ຈ, ແຕ່​ມີ​ພະ​ລັງ​ຫລາຍ.

ປິ​ຕຸ​ຫລາຍ​ທ່ານ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ພົບ​ເລົ່າ​ສູ່​ຂ້າ​ພະ​ເຈົ້າ​ຟັງ​ວ່າ ມີ​ຫລາຍ​ຄົນ​ທີ່​ຮັບ​ປິ​ຕຸ​ພອນ​ຂອງ​ເຂົາ​ເຈົ້າ​ກ່ອນ​ການ​ເຂົ້າ​ຮັບ​ໃຊ້​ເຜີຍ​ແຜ່. ຊາຍ​ໜຸ່ມ, ຍິງ​ໜຸ່ມ, ພໍ່​ແມ່, ແລະ ອະ​ທິ​ການ​ທີ່​ຮັກ​ແພງ​ທັງ​ຫລາຍ, ປິ​ຕຸ​ພອນ​ບໍ່​ແມ່ນ​ມີ​ໄວ້​ເພື່ອ​ການ​ກຽມ​ພ້ອມ​ຮັບ​ໃຊ້​ເຜີຍ​ແຜ່​ເທົ່າ​ນັ້ນ. ສະ​ມາ​ຊິກ​ທີ່​ຮັບ​ບັບ​ຕິ​ສະ​ມາ​ທີ່​ມີ​ຄ່າ​ຄວນ ສາ​ມາດ​ຮັບ​ປິ​ຕຸ​ພອນ​ເມື່ອ​ເຖິງ​ເວ​ລາ​ອັນ​ເໝາະ​ສົມ​ສຳ​ລັບ​ເຂົາ​ເຈົ້າ.1

ເຖິງ​ສະ​ມາ​ຊິກ​ຜູ້​ໃຫຍ່​ທັງ​ຫລາຍ, ບາງ​ຄົນ​ໃນ​ພວກ​ທ່ານ​ອາດ​ຍັງ​ບໍ່​ທັນ​ໄດ້​ຮັບ​ປິ​ຕຸ​ພອນ​ຂອງ​ຕົນ. ໃຫ້​ຈື່​ຈຳ​ໄວ້​ວ່າ, ບໍ່​ມີ​ການ​ຈຳ​ກັດ​ອາ​ຍຸ.

ແມ່​ເຖົ້າ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ເຂັ້ມ​ແຂງ​ຄົນ​ໜຶ່ງ, ໄດ້​ຮັບ​ໃຊ້​ເປັນ​ຄູ​ສອນ​ຫ້ອງ​ຮຽນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຈົນ​ເພິ່ນ​ໄດ້​ເສຍ​ຊີ​ວິດ​ຕອນ​ອາ​ຍຸ 91 ປີ. ຂ້າ​ພະ​ເຈົ້າ​ເສຍ​ໃຈ​ທີ່​ໄດ້​ຮູ້​ວ່າ​ເພິ່ນ​ບໍ່​ໄດ້​ເຄີຍ​ຮັບ​ປິ​ຕຸ​ພອນ. ເພິ່ນ​ໄດ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ​ໃນ​ຊີ​ວິດ​ຂອງ​ເພິ່ນ, ແລະ ຍ້ອນ​ວ່າ​ເພິ່ນ​ບໍ່​ມີ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຢູ່​ທີ່​ບ້ານ, ເພິ່ນ​ກໍ​ເລີຍ​ບໍ່​ໄດ້​ຮັບ​ພອນ​ຖາ​ນະ​ປະ​ໂລ​ຫິດ​ຫລາຍ​ຢ່າງ. ປິ​ຕຸ​ພອນ​ອາດ​ຊ່ວຍ​ປອບ​ໂຍນ​ເພິ່ນ​ໃນ​ເວ​ລາ​ທີ່​ເພິ່ນ​ຕ້ອງ​ການ​ຄວາມ​ປອບ​ໂຍນ​ຫລາຍ​ທີ່​ສຸດ.

ຜູ້​ໃຫຍ່​ທັງ​ຫລາຍ, ຖ້າ​ວ່າ​ທ່ານ​ຍັງ​ບໍ່​ທັນ​ໄດ້​ຮັບ​ປິ​ຕຸ​ພອນ​ເທື່ອ, ກໍ​ຢ່າ​ໄດ້​ກັງ​ວົນ! ເສັ້ນ​ເວ​ລາ​ທາງ​ວິນ​ຍານ​ຂອງ​ທຸກ​ຄົນ​ແມ່ນ​ແຕກ​ຕ່າງ​ກັນ. ຖ້າ​ວ່າ​ທ່ານ​ມີ​ອາ​ຍຸ 35 ປີ ຫລື 85 ປີ​ກໍ​ຕາມ ແລະ ທ່ານ​ມີ​ຄວາມ​ປາດ​ຖະ​ໜາ, ໃຫ້​ເວົ້າ​ລົມ​ກັບ​ອະ​ທິ​ການ​ຂອງ​ທ່ານ​ກ່ຽວ​ກັບ​ການ​ຮັບ​ພອນ​ຂອງ​ທ່ານ.

ສະ​ມາ​ຊິກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ, ທ່ານ​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ປິ​ຕຸ​ພອນ​ບໍ? ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຮູ້​ມາ​ກ່ອນ​ວ່າ​ຈະ​ມີ​ໂອ​ກາດ​ໄດ້​ຮັບ​ໃນ​ຕອນ​ທີ່​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ, ແຕ່​ອະ​ທິ​ການ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ບອກ​ກັບ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ປິ​ຕຸ​ພອນ ແລະ ສະ​ໜັບ​ສະ​ໜູນ​ໃຫ້​ຂ້າ​ພະ​ເຈົ້າ​ກຽມ​ພ້ອມ​ທີ່​ຈະ​ຮັບ​ຂອງ​ຕົນ​ເອງ​ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ສະ​ມາ​ຊິກ​ໃໝ່​ທີ່​ຮັກ​ແພງ, ທ່ານ​ສາ​ມາດ​ຮັບ​ເອົາ​ປິ​ຕຸ​ພອນ​ໄດ້​ເຊັ່ນ​ກັນ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ທ່ານ​ໃນ​ການ​ກຽມ​ພ້ອມ​ສຳ​ລັບ​ໂອ​ກາດ​ອັນ​ສັກ​ສິດ​ນີ້.

ໃຫ້​ເຮົາ​ພິ​ຈາ​ລະ​ນາ​ຈຸດ​ປະ​ສົງ​ສອງ​ຢ່າງ​ສຳ​ລັບ​ປິ​ຕຸ​ພອນ:

  1. ປິ​ຕຸ​ພອນ​ປະ​ກອບ​ດ້ວຍ​ຄຳ​ແນະ​ນຳ​ສ່ວນ​ຕົວ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເຖິງ​ທ່ານ.2

  2. ປິ​ຕຸ​ພອນ​ປະ​ກາດ​ເຊື້ອ​ສາຍ​ຂອງ​ທ່ານ ຢູ່​ໃນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ.

ປິ​ຕຸ​ພອນ​ຂອງ​ທ່ານ​ຍັງ​ເປັນ​ຂ່າວ​ສານ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ​ ແລະ ອາດ​ຈະ​ລວມ​ທັງ​ຄຳ​ສັນ​ຍາ​ຕ່າງໆ ແລະ ຄຳ​ແນະ​ນຳ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ເພື່ອ​ນຳ​ທາງ​ຕະ​ຫລອດ​ຊີ​ວິດ​ຂອງ​ທ່ານ. ປິ​ຕຸ​ພອນ​ຈະ​ບໍ່​ກຳ​ນົດ​ຊີ​ວິດ​ຂອງ​ທ່ານ ຫລື ຕອບ​ທຸກ​ຄຳ​ຖາມ​ຂອງ​ທ່ານ​ໄດ້. ຖ້າ​ວ່າ​ມັນ​ບໍ່​ໄດ້​ກ່າວ​ເຖິງ​ເຫດ​ການ​ໃດ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ຊີ​ວິດ, ຢ່າ​ໄດ້​ຖື​ວ່າ ມັນ​ໝາຍ​ຄວາມ​ວ່າ​ວ່າ ທ່ານ​ຈະ​ບໍ່​ມີ​ໂອ​ກາດ​ນັ້ນ. ໃນ​ທຳ​ນອງ​ດຽວ​ກັນ​ນີ້, ບໍ່​ມີ​ການ​ຮັບ​ປະ​ກັນ​ວ່າ​ທຸກ​ສິ່ງ​ໃນ​ພອນ​ຂອງ​ທ່ານ​ຈະ​ເປັນ​ຈິງ​ໃນ​ຊີ​ວິດ​ນີ້. ປິ​ຕຸ​ພອນ​ເປັນ​ສິ່ງ​ນິ​ລັນ​ດອນ, ແລະ ຖ້າ​ວ່າ​ທ່ານ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ, ຄຳ​ສັນ​ຍາ​ຕ່າງໆ​ທີ່​ຍັງ​ບໍ່​ບັນ​ລຸ​ຜົນ​ໃນ​ຊີ​ວິດ​ນີ້​ຈະ​ໄດ້​ຮັບ​ໃນ​ຊີ​ວິດ​ຕໍ່​ໄປ.3

ເມື່ອ​ທ່ານ​ໄດ້​ຮັບ​ການ​ປະ​ກາດ​ເຊື້ອ​ສາຍ, ທ່ານ​ຈະ​ໄດ້​ມາ​ຮູ້​ວ່າ​ທ່ານ​ເປັນ​ຂອງ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ ແລະ ເປັນ​ລູກ​ຫລານ​ຂອງ​ອັບ​ຣາ​ຮາມ.4 ເພື່ອ​ໃຫ້​ເຂົ້າ​ໃຈ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ນີ້, ໃຫ້​ເນັ້ນ​ໃສ່​ຄຳ​ສັນ​ຍາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ຜ່ານ​ອັບ​ຣາ​ຮາມ.

ຄຳ​ສັນ​ຍາ​ເຫລົ່າ​ນັ້ນ​ແມ່ນ​ລວມ​ທັງ:

  • “ລູກ​ຫລານ​ຂອງ​ເພິ່ນ​ຈະ​ຂະ​ຫຍາຍ​ອອກ​ໄປ (ເບິ່ງ ປະ​ຖົມ​ມະ​ການ 17:5–6; ອັບ​ຣາ​ຮາມ 2:9; 3:14).

  • “ລູກ​ຫລານ, ຫລື ຜູ້​ສືບ​ທອດ​ຂອງ​ເພິ່ນ, ຈະ​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ ແລະ ນຳ​ການ​ປະ​ຕິ​ບັດ​ຖາ​ນະ​ປະ​ໂລ​ຫິດ (ເບິ່ງ ອັບ​ຣາ​ຮາມ 2:9).

  • “ໂດຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ລູກ​ຫລານ​ຂອງ​ເພິ່ນ, ‘ຄອບ​ຄົວ​ທັງ​ໝົດ​ຂອງ​ແຜ່ນ​ດິນ​ໂລກ [ຈະ] ໄດ້​ຮັບ​ພອນ, ແມ່ນ​ແຕ່​ດ້ວຍ​ພອນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ, ຊຶ່ງ​ເປັນ​ພອນ​ແຫ່ງ​ຄວາມ​ລອດ, ແມ່ນ​ແຕ່​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ’ (ອັບ​ຣາ​ຮາມ 2:11).”5

ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ຄື​ລູກ​ຫລານ​ແຫ່ງ​ພັນ​ທະ​ສັນ​ຍາ.6 ເຮົາ​ໄດ້​ຮັບ​ພອນ​ຂອງ​ລູກ​ຫລານ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ ເມື່ອ​ເຮົາ​ເຊື່ອ​ຟັງ​ກົດ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ.

ການ​ກຽມ​ພ້ອມ​ສຳ​ລັບ​ປິ​ຕຸ​ພອນ​ຂອງ​ທ່ານ​ຈະ​ຊ່ວຍ​ທ່ານ​ເພີ່ມ​ພູນ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ແລະ ເມື່ອ​ທ່ານ​ໄດ້​ຮັບ​ປິ​ຕຸ​ພອນ​ຂອງ​ທ່ານ ແລະ ອ່ານ ແລະ ໄຕ່​ຕອງ, ທ່ານ​ສາ​ມາດ​ເອົາ​ໃຈ​ໃສ່​ໃນ​ພວກ​ພຣະ​ອົງ​ຫລາຍ​ຂຶ້ນ.

ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ອະ​ທິ​ບາຍ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ​ກັນ​ທີ່​ຈັດ​ຕຽມ​ເລຍ​ໂຮ​ນາ​ໃຫ້​ລີ​ໄຮ ກໍ​ຈັດ​ຕຽມ​ໄວ້​ສຳ​ລັບ​ທ່ານ ແລະ ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້ ເປັນ​ຂອງ​ປະ​ທານ​ທີ່​ຫາ​ຍາກ ແລະ ມີ​ຄຸນ​ຄ່າ​ໃນ​ການ​ໃຫ້​ທິດ​ທາງ​ແກ່​ຊີ​ວິດ​ຂອງ​ເຮົາ, ເພື່ອ​ເຮັດ​ເຄື່ອງ​ໝາຍ​ເຕືອນ​ອັນ​ຕະ​ລາຍ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ເຮົາ, ແລະ ເພື່ອ​ກຳ​ນົດ​ເສັ້ນ​ທາງ, ແມ່ນ​ແຕ່​ທາງ​ທີ່​ປອດ​ໄພ—ບໍ່​ແມ່ນ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ແຕ່​ໄປ​ຫາ​ບ້ານ​ໃນ​ສະ​ຫວັນ​ຂອງ​ເຮົາ.”7

ອະ​ທິ​ການ, ພໍ່​ແມ່, ປະ​ທານ​ກຸ່ມ​ແອວ​ເດີ ແລະ ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ, ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ທີ່​ຮັກ​ແພງ​ທັງ​ຫລາຍ, ກະ​ລຸ​ນາ​ຊ່ວຍ​ໃນ​ການ​ຊຸກ​ຍູ້​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ເຫລົ່າ​ນັ້ນ​ຜູ້​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ປີ​ຕຸ​ພອນ​ຂອງ​ເຂົາ​ເຈົ້າ​ເທື່ອ ໃຫ້​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຊ່ວຍ​ເຂົາ​ເຈົ້າ​ໃນ​ການ​ກຽມ​ຕົວ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ນັ້ນ.

ຂ້າ​ພະ​ເຈົ້າ​ອ່ານ​ປິ​ຕຸ​ພອນ​ຂອງ​ຂ້າ​ພະ​ເຈົ້າ​ໂດຍ​ການ​ອະ​ທິ​ຖານ​ຢູ່​ເລື້ອຍໆ, ມັນ​ຊ່ວຍ​ເປັນ​ກຳ​ລັງ​ໃຈ​ໃຫ້​ຂ້າ​ພະ​ເຈົ້າ​ຢູ່​ສະ​ເໝີ. ຂ້າ​ພະ​ເຈົ້າ​ຮັບ​ຮູ້​ໄດ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ຫວັງ​ຫຍັງ​ຈາກ​ຂ້າ​ພະ​ເຈົ້າ, ແລະ ມັນ​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ກັບ​ໃຈ ແລະ ຖ່ອມ​ຕົວ. ເມື່ອ​ຂ້າ​ພະ​ເຈົ້າ​ອ່ານ ແລະ ໄຕ່​ຕອງ​ມັນ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ​ໃນ​ການ​ຮັບ​ເອົາ​ພອນ​ທີ່ມັນ​ສັນ​ຍາ​ໄວ້.

ເຊັ່ນ​ດຽວ​ກັນ​ກັບ​ພຣະ​ຄຳ​ພີ​ທີ່​ເຮົາ​ໄດ້​ອ່ານ​ຫລາຍ​ຄັ້ງ​ແລ້ວ​ມີ​ຄວາມ​ໝາຍ​ໃໝ່​ກັບ​ເຮົາ​ພາຍ​ຫລັງ, ປິ​ຕຸ​ພອນ​ຂອງ​ເຮົາ​ກໍ​ຈະ​ມີ​ຄວາມ​ໝາຍ​ທີ່​ແຕກ​ຕ່າງ​ອອກ​ໄປ​ສຳ​ລັບ​ເຮົາ​ໃນ​ແຕ່​ລະ​ຊ່ວງ​ເວ​ລາ​ທີ່​ແຕກ​ຕ່າງ​ກັນ. ສ່ວນ​ຂອງ​ຂ້າ​ພະ​ເຈົ້າ​ເອງ​ມີ​ຄວາມ​ໝາຍ​ທີ່​ແຕກ​ຕ່າງ​ໃນ​ຕອນ​ນີ້​ຈາກ​ຕອນ​ທີ່​ຂ້າ​ພະ​ເຈົ້າ​ອາ​ຍຸ 30 ​ປີ ແລະ ຕອນ​ທີ່​ຂ້າ​ພະ​ເຈົ້າ​ອາ​ຍຸ 50 ​ປີ. ມັນ​ບໍ່​ແມ່ນ​ຄຳ​ສັບ​ທີ່​ປ່ຽນ​ໄປ, ແຕ່​ວ່າ​ເຮົາ​ເຫັນ​ມັນ​ໃນ​ທິດ​ທາງ​ທີ່​ແຕກ​ຕ່າງ.

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ປະ​ກາດ​ວ່າ ປິ​ຕຸ​ພອນ “ໄດ້​ຮັບ​ພາຍ​ໃຕ້​ການ​ດົນ​ໃຈ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ຄວນ​ທີ່​ຈະ​ຖືກ​ອ່ານ ແລະ ແປ​ຄວາມ​ໝາຍ​ພາຍ​ໃຕ້​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ອັນ​ດຽວ​ກັນ. ຄວາມ​ໝາຍ ແລະ ຄວາມ​ສຳ​ຄັນ​ຂອງ​ປິ​ຕຸ​ພອນ​ຈະ​ໄດ້​ຮັບ​ການ​ສິດ​ສອນ​ເປັນ​ທີ​ລະ​ບັນ​ທັດ​ໃນ​ຊ່ວງ​ແຫ່ງ​ການ​ເວ​ລາ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ອັນ​ດຽວ​ກັນ​ທີ່​ໄດ້​ຖືກ​ດົນ​ໃຈ​ໃຫ້​ຂຽນ [ມັນ].”8

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ທີ່​ຮັກ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ, ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ຊົງ​ພຣະ​ຊົນ​ຢູ່. ພວກ​ພຣະ​ອົງ​ຮັກ​ເຮົາ. ປິ​ຕຸ​ພອນ​ຄື​ຂອງ​ປະ​ທານ​ສັກ​ສິດ​ຈາກ​ພວກ​ພຣະ​ອົງ. ເມື່ອ​ທ່ານ​ໄດ້​ຮັບ​ພອນ​ຂອງ​ທ່ານ, ທ່ານ​ຈະ​ຮັບ​ຮູ້ ແລະ ຮູ້​ສຶກ​ໄດ້​ວ່າ​ພວກ​ພຣະ​ອົງ​ຮັກ​ທ່ານ ແລະ ພວກ​ພຣະ​ອົງ​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ສູງ​ສົ່ງ​ສ່ວນ​ຕົວ​ຂອງ​ທ່ານ​ແນວ​ໃດ.

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ການ​ນຳ​ພາ​ໂດຍ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ.

ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ. ໃນ​ເຊົ້າ​ຂອງ​ວັນ​ອີດ​ສະ​ເຕີ​ນີ້ ຂ້າ​ພະ​ເຈົ້າ​ຈະ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ອົງ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ ແລະ ນະ​ມັດ​ສະ​ການ​ພຣະ​ອົງ ແລະ ຂອບ​ພຣະ​ໄທ​ສຳ​ລັບ​ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ອົງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ຫລາຍ​ເພາະ​ວ່າ​ພຣະ​ອົງ​ຮັກ​ເຮົາ​ຫລາຍ​ແທ້ໆ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະຊົນ​ເພາະ​ວ່າ​ພຣະ​ອົງ​ຮັກ​ເຮົາ. ພຣະ​ອົງ​ມີ​ຈິງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ General Handbook: Serving in The Church of Jesus Christ of Latter-day Saints, 18.17, ChurchofJesusChrist.org.

  2. ເບິ່ງ “Patriarchal Blessings,” ໃນ True to the Faith (2004), 112.

  3. ເບີ່ງ “Patriarchal Blessings,” ໃນ True to the Faith, 113.

  4. ເບິ່ງ ອັບ​ຣາ​ຮາມ 2:10.

  5. Abrahamic Covenant,” ໃນ True to the Faith, 5.

  6. ເບິ່ງ 3 ນີ​ໄຟ 20:25–26.

  7. Thomas S. Monson, “Your Patriarchal Blessing: A Liahona of Light,” Ensign, Nov. 1986, 65.

  8. Dallin H. Oaks, “Patriarchal Blessings,” Worldwide Leadership Training Meeting: The Patriarch, Jan. 8, 2005, 10.

ພິມ