ພຣະເຢຊູຄຣິດຄືການບັນເທົາທຸກ
ເຮົາສາມາດເປັນຫຸ້ນສ່ວນກັບພຣະຜູ້ຊ່ວຍໃຫ້ລອດ ເພື່ອໃຫ້ການບັນເທົາທຸກທັງທາງຝ່າຍໂລກ ແລະ ຝ່າຍວິນຍານໃຫ້ແກ່ຜູ້ຄົນທີ່ຂັດສົນ—ແລະ ໃນຂັ້ນຕອນນັ້ນພົບເຫັນການບັນເທົາທຸກຂອງເຮົາເອງ.
ດ້ວຍສັດທາໃນພຣະເຢຊູຄຣິດ ແລະ ຄວາມຫວັງໃນສິ່ງທີ່ເຂົາເຈົ້າໄດ້ຍິນມາ ເຖິງການມະຫັດສະຈັນ, ຜູ້ໃຫ້ການດູແລຊາຍເປ້ຍຄົນໜຶ່ງໄດ້ພາລາວມາຫາພຣະຄຣິດ. ເຂົາເຈົ້າໄດ້ມີຄວາມຄິດປະດິດສ້າງໃນການພາລາວໄປທີ່ນັ້ນ—ເປີດຫລັງຄາເຮືອນ ແລະ ຢ່ອນຊາຍຄົນນັ້ນ, ໃນຕຽງຂອງລາວ, ລົງໄປໃນບ່ອນທີ່ພຣະເຢຊູກຳລັງສິດສອນຢູ່. ເມື່ອພຣະເຢຊູ “ໄດ້ເຫັນຄວາມເຊື່ອຂອງເຂົາເຈົ້າ, ພຣະອົງໄດ້ກ່າວ [ແກ່ຊາຍເປ້ຍຄົນນັ້ນ], ວ່າບາບກຳທັງຫລາຍຂອງເຈົ້າໄດ້ຮັບການອະໄພແລ້ວ.”1 ແລະ ແລ້ວ, “ເຮົາສັ່ງເຈົ້າໃຫ້ລຸກຂຶ້ນ, ຍົກເອົາບ່ອນນອນ, ແລະ ເມືອເຮືອນສາ.”2 ແລະ ໃນທັນໃດນັ້ນ ຊາຍເປ້ຍຄົນນັ້ນກໍໄດ້ລຸກຂຶ້ນ, ແລະ ຍົກເອົາຕຽງຂອງລາວຂຶ້ນ ແລະ ກັບຄືນເມືອເຮືອນ, “ສັນລະເສີນພຣະເຈົ້າ.”3
ເຮົາຮູ້ຫຍັງຕື່ມອີກກ່ຽວກັບໝູ່ເພື່ອນຜູ້ໃຫ້ການດູແລຊາຍເປ້ຍຄົນນັ້ນ? ເຮົາຮູ້ວ່າພຣະຜູ້ຊ່ວຍໃຫ້ລອດໄດ້ຮັບຮູ້ສັດທາຂອງ ເຂົາເຈົ້າ. ແລະ ໂດຍທີ່ໄດ້ເຫັນ ແລະ ໄດ້ຍິນພຣະຜູ້ຊ່ວຍໃຫ້ລອດ ແລະ ໄດ້ເປັນພະຍານເຖິງການມະຫັດສະຈັນຂອງພຣະອົງ, ເຂົາເຈົ້າທຸກຄົນຕ່າງ “ກໍງຶດປະຫລາດໃຈ” ແລະ “ສັນລະເສີນພຣະເຈົ້າ.”4
ພຣະເຢຊູຄຣິດໄດ້ໃຫ້ການປິ່ນປົວທີ່ປາດຖະໜາເອົາໄວ້—ການບັນເທົາທຸກ ທາງຮ່າງກາຍ ຈາກຄວາມເຈັບປວດ ແລະ ຜົນສະທ້ອນທີ່ຮ້າຍແຮງຂອງໂຣກຊຳເຮື້ອ. ຢ່າງສຳຄັນ, ພຣະຜູ້ຊ່ວຍໃຫ້ລອດກໍຍັງໄດ້ໃຫ້ ການບັນເທົາທຸກ ທາງຮ່າງກາຍ ໃນການຊຳລະຊາຍຄົນນັ້ນຈາກບາບນຳອີກ.
ແລະ ໝູ່ເພື່ອນເດ—ໃນຄວາມພະຍາຍາມຂອງເຂົາເຈົ້າທີ່ຈະດູແລຄົນທີ່ມີຄວາມຕ້ອງການ, ເຂົາເຈົ້າໄດ້ພົບເຫັນແຫລ່ງຂອງການບັນເທົາທຸກ; ເຂົາເຈົ້າໄດ້ພົບເຫັນພຣະເຢຊູຄຣິດ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດ ຄື ການບັນເທົາທຸກ. ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ, ເຮົາອາດໄດ້ຮັບຄວາມບັນເທົາຈາກພາລະໜັກ ແລະ ຜົນສະທ້ອນຂອງບາບ ແລະ ໄດ້ຮັບຄວາມຊ່ວຍເຫລືອກັບຄວາມເຈັບປ່ວຍຂອງເຮົາ.
ແລະ ເປັນເພາະເຮົາຮັກພຣະເຈົ້າ ແລະ ໄດ້ເຮັດພັນທະສັນຍາທີ່ຈະຮັບໃຊ້ພຣະອົງ, ເຮົາຈຶ່ງສາມາດເປັນຫຸ້ນສ່ວນກັບພຣະຜູ້ຊ່ວຍໃຫ້ລອດ ເພື່ອໃຫ້ການບັນເທົາທຸກທັງທາງຝ່າຍໂລກ ແລະ ຝ່າຍວິນຍານໃຫ້ແກ່ຜູ້ຄົນທີ່ຂັດສົນ—ແລະ ໃນຂັ້ນຕອນນັ້ນພົບເຫັນການບັນເທົາທຸກຂອງເຮົາເອງໃນພຣະເຢຊູຄຣິດ.5
ສາດສະດາທີ່ຮັກແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ໄດ້ເຊື້ອເຊີນເຮົາໃຫ້ເອົາຊະນະໂລກ ແລະ ພົບຄວາມເຊົາເມື່ອຍ.6 ເພິ່ນໄດ້ໃຫ້ນິຍາມ “ຄວາມເຊົາເມື່ອຍທີ່ແທ້ຈິງ” ວ່າເປັນ “ການບັນເທົາທຸກ ແລະ ຄວາມສະຫງົບ.” ປະທານແນວສັນໄດ້ກ່າວວ່າ, “ເພາະພຣະຜູ້ຊ່ວຍໃຫ້ລອດ, ຜ່ານທາງການຊົດໃຊ້ອັນບໍ່ມີຂອບເຂດຂອງພຣະອົງ, ໄດ້ໄຖ່ເຮົາແຕ່ລະຄົນຈາກຄວາມອ່ອນແອ, ຄວາມຜິດພາດ, ແລະ ບາບ, ແລະ ເພາະພຣະອົງໄດ້ປະສົບກັບຄວາມເຈັບປວດ, ຄວາມກັງວົນ, ແລະ ຄວາມໜັກໜ່ວງທຸກຢ່າງ ທີ່ທ່ານເຄີຍມີ, ແລ້ວເມື່ອທ່ານກັບໃຈຢ່າງແທ້ຈິງ ແລະ ສະແຫວງຫາຄວາມຊ່ວຍເຫລືອຈາກພຣະອົງ, ທ່ານຈະສາມາດຢູ່ເໜືອໂລກທີ່ບໍ່ແນ່ນອນໃນປະຈຸບັນນີ້ໄດ້.”7 ນັ້ນຄືການບັນເທົາທຸກທີ່ພຣະເຢຊູຄຣິດສະເໜີມອບໃຫ້ເຮົາ!
ໂດຍການປຽບທຽບ ເຮົາແຕ່ລະຄົນກຳລັງພາຍຖົງເປ້. ມັນອາດເປັນກະຕ່າທີ່ຢູ່ເທິງຫົວທ່ານ ຫລື ຖົງ ຫລື ມັດສິ່ງຂອງທີ່ຫໍ່ດ້ວຍຜ້າ ແລະ ຢູ່ເທິງບ່າຂອງທ່ານ. ແຕ່ສຳລັບຈຸດປະສົງຂອງເຮົາ, ໃຫ້ເຮົາເອີ້ນມັນວ່າຖົງເປ້.
ຖົງເປ້ອັນປຽບທຽບນີ້ຄືບ່ອນທີ່ເຮົາແບກຫາບພາລະໜັກຂອງການມີຊີວິດຢູ່ໃນໂລກທີ່ຕົກຕ່ຳ. ພາລະໜັກຂອງເຮົາກໍຄືກັນກັບກ້ອນຫີນຢູ່ໃນຖົງເປ້. ໂດຍທົ່ວໄປແລ້ວ, ມັນມີຢູ່ສາມປະເພດ:
-
ກ້ອນຫີນຢູ່ທີ່ນັ້ນກໍເປັນການກະທຳຂອງເຮົາເອງ ເພາະບາບ.
-
ກ້ອນຫີນຢູ່ໃນຖົງເປ້ຂອງເຮົາ ເປັນເພາະການຕັດສິນໃຈບໍ່ດີ, ການປະພຶດຜິດ, ແລະ ການກະທຳທີ່ຂາດຄວາມເມດຕາຂອງຄົນອື່ນ.
-
ແລະ ກ້ອນຫີນທີ່ເຮົາແບກຫາບເພາະເຮົາມີຊີວິດຢູ່ໃນສະພາບການທີ່ຕົກຕ່ຳ. ສິ່ງເຫລົ່ານີ້ແມ່ນລວມທັງກ້ອນຫີນຂອງພະຍາດ, ຄວາມເຈັບປວດ, ຄວາມເຈັບປ່ວຍຊຳເຮື້ອ, ຄວາມໂສກເສົ້າ, ຄວາມຜິດຫວັງ, ຄວາມໂດດດ່ຽວ, ແລະ ຜົນກະທົບຂອງໄພທຳມະຊາດ.
ຂ້າພະເຈົ້າປະກາດຢ່າງຊື່ນຊົມວ່າ ພາລະໜັກທາງໂລກຂອງເຮົາ, ກ້ອນຫີນເຫລົ່ານີ້ທີ່ຢູ່ໃນຖົງເປ້ປຽບທຽບຂອງເຮົາ, ບໍ່ຈຳເປັນຕ້ອງໜັກໜ່ວງ.
ພຣະເຢຊູຄຣິດສາມາດເຮັດໃຫ້ພາລະໜັກຂອງເຮົາເບົາລົງໄດ້.
ພຣະເຢຊູຄຣິດສາມາດຍົກເອົາພາລະໜັກຂອງເຮົາອອກໄປ.
ພຣະເຢຊູຄຣິດປະທານວິທີທາງໃຫ້ເຮົາເພື່ອຈະໄດ້ຮັບການບັນເທົາຈາກຄວາມໜັກໜ່ວງຂອງບາບ.
ພຣະເຢຊູຄຣິດຄືການບັນເທົາທຸກຂອງເຮົາ.
ພຣະອົງໄດ້ກ່າວວ່າ:
“ບັນດາຜູ້ທີ່ເຮັດການໜັກໜ່ວງ ແລະ ແບກພາລະໜັກ, ຈົ່ງມາຫາເຮົາ, ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ [ນັ້ນກໍແມ່ນ, ການບັນເທົາທຸກ ແລະ ຄວາມສະຫງົບ].
“ຈົ່ງເອົາແອກຂອງເຮົາແບກໄວ້, ແລ້ວຮຽນຮູ້ຈາກເຮົາ; ເພາະວ່າເຮົາເປັນຜູ້ມີໃຈອ່ອນສຸພາບ ແລະ ຖ່ອມລົງ: ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ.
“ດ້ວຍວ່າ ແອກຂອງເຮົາກໍພໍເໝາະ ແລະ ພາລະຂອງເຮົາກໍເບົາ.”8
ທີ່ວ່າ ແອກນັ້ນພໍເໝາະ ແລະ ພາລະນັ້ນກໍເບົາ ສັນນິຖານວ່າເຮົາທຽມແອກກັບພຣະຜູ້ຊ່ວຍໃຫ້ລອດ, ວ່າເຮົາແບ່ງປັນພາລະຂອງເຮົາກັບພຣະອົງ, ວ່າເຮົາປ່ອຍໃຫ້ພຣະອົງຍົກເອົາພາລະໜັກຂອງເຮົາອອກໄປ. ນັ້ນກໍໝາຍຄວາມວ່າ ການເຂົ້າສູ່ຄວາມສຳພັນແຫ່ງພັນທະສັນຍາກັບພຣະເຈົ້າ ແລະ ການຮັກສາພັນທະສັນຍານັ້ນ, ຊຶ່ງ, ດັ່ງທີ່ປະທານແນວສັນໄດ້ອະທິບາຍວ່າ, “ຈະເຮັດໃຫ້ ທຸກສິ່ງ ກ່ຽວກັບຊີວິດງ່າຍຂຶ້ນ. ເພິ່ນໄດ້ກ່າວວ່າ, “ການທຽມແອກຂອງທ່ານກັບພຣະຜູ້ຊ່ວຍໃຫ້ລອດໝາຍຄວາມວ່າ ທ່ານໄດ້ເຂົ້າເຖິງຄວາມເຂັ້ມແຂງ ແລະ ອຳນາດແຫ່ງການໄຖ່ ຂອງພຣະອົງ.”9
ແລ້ວເປັນຫຍັງເຮົາຈຶ່ງບໍ່ເຕັມໃຈຈະແບ່ງປັນພາລະໜັກຂອງເຮົາກັບພຣະອົງ? ເປັນຫຍັງຜູ້ດຶກບານຈຶ່ງບໍ່ຍອມອອກໄປຈາກບ່ອນດຶກບານເມື່ອຜູ້ຊ່ວຍກໍຢູ່ທີ່ນັ້ນ ພ້ອມຈະຊ່ວຍໃຫ້ເກມຈົບລົງດ້ວຍດີ. ເປັນຫຍັງຂ້າພະເຈົ້າຈຶ່ງຢືນຢັນທີ່ຈະຢູ່ໃນທີ່ຂອງຂ້າພະເຈົ້າຕາມລຳພັງ ເມື່ອພຣະເຢຊູຄຣິດກໍພ້ອມຈະຢູ່ທີ່ນັ້ນກັບຂ້າພະເຈົ້າ?
ປະທານແນວສັນໄດ້ສິດສອນວ່າ, “ພຣະເຢຊູຄຣິດ … ຢືນວາແຂນຢູ່, ດ້ວຍຄວາມຫວັງ ແລະ ຄວາມເຕັມພຣະໄທ ທີ່ຈະປິ່ນປົວ, ໃຫ້ອະໄພ, ຊຳລະລ້າງ, ຊູກຳລັງ, ເຮັດໃຫ້ເຮົາສະອາດ, ແລະ ເຮັດໃຫ້ເຮົາບໍລິສຸດ.”10
ແລ້ວເປັນຫຍັງເຮົາຈຶ່ງຢືນຢັນທີ່ຈະແບກຫາບພາລະໜັກຂອງເຮົາຢູ່ຄົນດຽວ?
ມັນມີເຈດຕະນາໃຫ້ເປັນຄຳຖາມສ່ວນຕົວເພື່ອໃຫ້ທ່ານແຕ່ລະຄົນພິຈາລະນາ.
ສຳລັບຂ້າພະເຈົ້າ, ມັນແມ່ນໄພເກົ່າແກ່ຂອງຄວາມທະນົງຕົວ. “ເຮົາເຮັດໄດ້ເອງ,” ຂ້າພະເຈົ້າຈະກ່າວ. “ບໍ່ຕ້ອງເປັນຫ່ວງ; ເຮົາຈະເຮັດໃຫ້ມັນສຳເລັດ.” ມັນແມ່ນຜູ້ຫລອກລວງທີ່ຍິ່ງໃຫຍ່ ຜູ້ທີ່ຢາກເຮັດໃຫ້ເຮົາລີ້ຈາກພຣະເຈົ້າ, ຫັນໄປຈາກພຣະອົງ, ເພື່ອຈະເຮັດຕາມລຳພັງ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຈະເຮັດຕາມລຳພັງບໍ່ໄດ້, ແລະ ຂ້າພະເຈົ້າບໍ່ຈຳເປັນຕ້ອງເຮັດແບບນັ້ນ, ແລະ ຂ້າພະເຈົ້າກໍບໍ່ຢາກເຮັດແບບນັ້ນ. ການເລືອກທີ່ຈະຖືກຜູກພັນເຂົ້າກັບພຣະຜູ້ຊ່ວຍໃຫ້ລອດຂອງຂ້າພະເຈົ້າ, ພຣະເຢຊູຄຣິດ, ຜ່ານທາງພັນທະສັນຍາທີ່ຂ້າພະເຈົ້າໄດ້ເຮັດກັບພຣະເຈົ້າ, “ເຮົາສາມາດສູ້ກັບທຸກສິ່ງໄດ້ໂດຍພຣະອົງຜູ້ຊົງຊູກຳລັງເຮົາ.”11
ຜູ້ທີ່ຮັກສາພັນທະສັນຍາໄດ້ຮັບພອນດ້ວຍການບັນເທົາທຸກຂອງພຣະຜູ້ຊ່ວຍໃຫ້ລອດ.
ໃຫ້ພິຈາລະນາຕົວຢ່າງນີ້ຢູ່ໃນພຣະຄຳພີມໍມອນ: ຜູ້ຄົນຂອງແອວມາຖືກຂົ່ມເຫັງດ້ວຍການ “ເຮັດວຽກໜັກ, ແລະ … ຈັດນາຍຄຸມພວກເຂົາ.”12 ໂດຍທີ່ຖືກຫ້າມບໍ່ໃຫ້ອະທິຖານອອກສຽງ, ພວກເຂົາ “ໄດ້ທຸ້ມເທໃຈຂອງພວກເຂົາແດ່ [ພຣະເຈົ້າ]; ແລະ ພຣະອົງຮູ້ຈັກຄວາມນຶກຄິດຂອງໃຈຂອງພວກເຂົາ.”13
ແລະ “ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ມາເຖິງພວກເຂົາໃນທ່າມກາງຄວາມທຸກຂອງພວກເຂົາ, ມີຄວາມວ່າ: ຈົ່ງເງີຍໜ້າຂຶ້ນ ແລະ ຈົ່ງສະບາຍໃຈເຖີດ, ເພາະວ່າເຮົາຮູ້ຈັກເຖິງ ພັນທະສັນຍາ ທີ່ພວກເຈົ້າເຮັດໄວ້ກັບເຮົາ; ແລະ ເຮົາຈະເຮັດ ພັນທະສັນຍາ ກັບຜູ້ຄົນຂອງເຮົາ ເພື່ອປົດປ່ອຍພວກເຂົາອອກຈາກຄວາມເປັນທາດ.
“ແລະ ເຮົາຈະໃຫ້ພາລະແບກຫາບຢູ່ບ່າຂອງພວກເຈົ້າເບົາບາງລົງຈົນວ່າພວກເຈົ້າບໍ່ຮູ້ສຶກວ່າ ມີຫຍັງຢູ່ເທິງຫລັງເລີຍ.”14
ແລະ ພາລະແບກຫາບຂອງພວກເຂົາ “ຖືກເຮັດໃຫ້ເບົາບາງລົງ,” ແລະ “ພຣະຜູ້ເປັນເຈົ້າໄດ້ເພີ່ມພະລັງໃຫ້ພວກເຂົາ ເພື່ອພວກເຂົາຈະໄດ້ທົນຕໍ່ພາລະແບກຫາບຢ່າງງ່າຍດາຍ, ແລະ ພວກເຂົາໄດ້ຍອມຮັບຢ່າງເບີກບານມ່ວນຊື່ນ ແລະ ດ້ວຍຄວາມອົດທົນຕໍ່ພຣະປະສົງທັງໝົດຂອງພຣະຜູ້ເປັນເຈົ້າ.”15
ຜູ້ຮັກສາພັນທະສັນຍາເຫລົ່ານັ້ນໄດ້ຮັບການບັນເທົາທຸກໃນຮູບແບບຂອງການປອບໂຍນ, ຄວາມອົດທົນ ແລະ ຄວາມເບີກບານມ່ວນຊື່ນຫລາຍຂຶ້ນ, ຄວາມງ່າຍດາຍໃນການແບກຫາບພາລະຂອງພວກເຂົາ ຈົນວ່າມັນຖືກຮູ້ສຶກວ່າເບົາລົງ, ແລະ ໃນທີ່ສຸດກໍໄດ້ຮັບການປົດປ່ອຍ.16
ບັດນີ້ໃຫ້ເຮົາກັບຄືນໄປຫາຖົງເປ້ປຽບທຽບຂອງເຮົາເອງ.
ການກັບໃຈ, ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ, ເປັນສິ່ງທີ່ບັນເທົາເຮົາຈາກຄວາມໜັກຂອງກ້ອນຫີນຂອງບາບ. ແລະ ໂດຍຂອງປະທານທີ່ດີເລີດນີ້, ຄວາມເມດຕາຂອງພຣະເຈົ້າຈະບັນເທົາເຮົາຈາກຄວາມໜັກໜ່ວງ ແລະ ຄວາມຮຽກຮ້ອງຕ້ອງການຂອງຄວາມຍຸດຕິທຳທີ່ຈະຜ່ານຜ່າບໍ່ໄດ້.17
ການຊົດໃຊ້ຂອງພຣະເຢຊູຄຣິດຍັງເຮັດໃຫ້ເປັນໄປໄດ້ສຳລັບເຮົານຳອີກ ທີ່ຈະໄດ້ຮັບຄວາມເຂັ້ມແຂງເພື່ອໃຫ້ອະໄພ, ຊຶ່ງອະນຸຍາດໃຫ້ເຮົາປ່ອຍວາງຄວາມໜັກໜ່ວງທີ່ເຮົາແບກຫາບ ເພາະການກະທຳຜິດຕໍ່ເຮົາໂດຍຄົນອື່ນ.18
ສະນັ້ນ ພຣະຜູ້ຊ່ວຍໃຫ້ລອດບັນເທົາເຮົາຈາກພາລະໜັກຂອງການມີຊີວິດຢູ່ເທິງໂລກທີ່ຕົກຕ່ຳ ດ້ວຍຮ່າງກາຍມະຕະທີ່ຂຶ້ນຢູ່ກັບຄວາມໂສກເສົ້າ ແລະ ຄວາມເຈັບປວດແນວໃດ?
ສ່ວນຫລາຍແລ້ວ, ພຣະອົງຈະດຳເນີນການບັນເທົາທຸກແບບນັ້ນຜ່ານພວກເຮົາ! ໃນຖານະສະມາຊິກຜູ້ເຮັດພັນທະສັນຍາຂອງສາດສະໜາຈັກຂອງພຣະອົງ, ເຮົາສັນຍາວ່າ “ຈະເປັນທຸກກັບຄົນທີ່ເປັນທຸກ” ແລະ “ປອບໃຈຄົນທີ່ຕ້ອງການຄວາມປອບໃຈ.”19 ເພາະເຮົາ “ເຂົ້າມາຫາຝູງຊົນຂອງພຣະເຈົ້າ” ແລະ “ມີຊື່ວ່າຜູ້ຄົນຂອງພຣະອົງ,” ເຮົາ “ເຕັມໃຈຈະແບກຫາບພາລະຂອງກັນແລະກັນ, ເພື່ອຈະໄດ້ແບ່ງເບົາ.”20
ພອນແຫ່ງພັນທະສັນຍາຂອງເຮົາ ແມ່ນທີ່ຈະເປັນຫຸ້ນສ່ວນກັບພຣະເຢຊູຄຣິດ ໃນການໃຫ້ການບັນເທົາທຸກ, ທັງທາງຝ່າຍໂລກ ແລະ ຝ່າຍວິນຍານ, ແກ່ລູກໆທຸກຄົນຂອງພຣະເຈົ້າ. ເຮົາເປັນຊ່ອງທາງ ຊຶ່ງຜ່ານທາງນັ້ນພຣະອົງຈັດຫາການບັນເທົາທຸກໃຫ້.21
ສະນັ້ນ, ເໝືອນດັ່ງໝູ່ເພື່ອນຂອງຊາຍເປ້ຍຄົນນັ້ນ, ເຮົາ “ຊ່ວຍເຫລືອຄົນທີ່ອ່ອນແອ, ຍົກມືທີ່ເມື່ອຍລ້າ, ແລະ ໃຫ້ກຳລັງຫົວເຂົ່າທີ່ອ່ອນເພຍ.”22 ເຮົາ “ຊ່ວຍ … ຮັບພາລະໜັກຂອງກັນແລະກັນ ຖ້າເຮັດດັ່ງນີ້ ພວກເຈົ້າກໍປະຕິບັດຕາມກົດບັນຍັດຂອງພຣະຄຣິດ.”23 ເມື່ອເຮົາເຮັດດັ່ງນັ້ນ, ເຮົາຈະມາຮູ້ຈັກພຣະອົງ, ກາຍເປັນເໝືອນດັ່ງພຣະອົງ, ແລະ ພົບການບັນເທົາທຸກຂອງພຣະອົງ.24
ແມ່ນຫຍັງຄືການບັນເທົາທຸກ?
ມັນເປັນການຍົກຍ້າຍ ຫລື ການເຮັດໃຫ້ບາງສິ່ງທີ່ເຈັບປວດ, ລຳບາກໃຈ ຫລື ເປັນພາລະໜັກໜ່ວງເບົາບາງລົງ, ຫລື ໃຫ້ຄວາມເຂັ້ມແຂງເພື່ອຈະອົດທົນກັບມັນໄດ້. ມັນອ້າງເຖິງບຸກຄົນທີ່ເຮັດແທນຄົນອື່ນ. ມັນເປັນການແກ້ໄຂທາງກົດໝາຍຂອງຄວາມຜິດພາດ.25 ຄຳສັບພາສາຝຣັ່ງແອງກະໂລ ມາຈາກພາສາຝຣັ່ງເດີມ, ຄຳວ່າ relever [ເຣີລະເວ], ຫລື “ທີ່ຈະຍົກຂຶ້ນ,” ແລະ ຈາກພາສາລາຕິນ relevare [ເຣເລວາເຣ], ຫລື “ຍົກຂຶ້ນອີກ.”26
ອ້າຍເອື້ອຍນ້ອງທັງຫລາຍ, ພຣະເຢຊູຄຣິດຄືການບັນເທົາທຸກ. ຂ້າພະເຈົ້າເປັນພະຍານວ່າ ພຣະອົງໄດ້ຟື້ນຄືນອີກໃນມື້ທີສາມ ແລະ, ໂດຍທີ່ໄດ້ສຳເລັດການຊົດໃຊ້ທີ່ມີຄວາມຮັກ ແລະ ບໍ່ມີຂອບເຂດ, ຢືນວາແຂນຢູ່, ສະເໜີມອບໂອກາດໃຫ້ເຮົາເພື່ອຈະຟື້ນຄືນອີກ ແລະ ຖືກເຮັດໃຫ້ສູງສົ່ງ ແລະ ກາຍເປັນເໝືອນດັ່ງພຣະອົງ. ການບັນເທົາທຸກທີ່ພຣະອົງສະເໜີມອບໃຫ້ແມ່ນຕະຫລອດໄປເປັນນິດ.
ເໝືອນດັ່ງພວກແມ່ຍິງທີ່ທູດສະຫວັນໄດ້ມາຢ້ຽມຢາມ ໃນເຊົ້າວັນອີດສະເຕີທຳອິດນັ້ນ, ຂ້າພະເຈົ້າກໍຢາກຈະ “ຟ້າວໄປ” ແລະ ດ້ວຍຄວາມ “ຊົມຊື່ນຍິນດີທີ່ສຸດ” ເພື່ອນຳຂ່າວສານໄປບອກຄົນອື່ນວ່າ ພຣະອົງຊົງຟື້ນ.27 ໃນພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ອາແມນ.