ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ພົບ​ສັນ​ຕິ​ສຸກ​ສ່ວນ​ຕົວ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ການ​ພົບ​ສັນ​ຕິ​ສຸກ​ສ່ວນ​ຕົວ

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ທ່ານ​ຈະ​ພົບ​ສັນ​ຕິ​ສຸກ, ຊ່ວຍ​ຄົນ​ອື່ນ​ຫລາຍ​ຄົນ​ໃຫ້​ພົບ​ມັນ, ແລະ ສົ່ງ​ຕໍ່​ມັນ​ໄປ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເຮົາ​ໄດ້​ຮັບ​ພອນ​ໂດຍ​ຄຳ​ສອນ​ທີ່​ດົນ​ໃຈ ແລະ ສຽງ​ເພງ​ທີ່​ມ່ວນ​ອອນ​ຊອນ​ທີ່​ເຮົາ​ໄດ້​ສຳ​ຜັດ​ຢູ່​ທີ່​ພາກ​ເປີດ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ນີ້. ພວກ​ເຮົາ​ຂໍ​ຂອບ​ໃຈ​ສຳ​ລັບ​ການ​ມີ​ສ່ວນ​ຮ່ວມ​ຂອງ​ທ່ານ ແລະ ສຳ​ລັບ​ສັດ​ທາ​ຂອງ​ທ່ານ.

ມື້​ນີ້​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້ ກ່ຽວ​ກັບ​ການ​ມະ​ຫັດ​ສະ​ຈັນ​ຂອງ​ການ​ພົບ​ສັນ​ຕິ​ສຸກ​ສ່ວນ​ຕົວ, ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ວ່າ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທຸກ​ຄົນ​ປາດ​ຖະ​ໜາ​ຢາກ​ມີ​ສັນ​ຕິ​ສຸກ, ແລະ ພຣະ​ອົງ​ກໍ​ໄດ້​ກ່າວ​ວ່າ​ພຣະ​ອົງ​ສາ​ມາດ​ປະ​ທານ​ມັນ​ໃຫ້​ເຮົາ. ທ່ານ​ຄົງ​ຈື່​ຈຳ​ພຣະ​ຄຳ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ມີ​ບັນ​ທຶກ​ໄວ້​ຢູ່​ໃນ​ພຣະ​ທຳ​ໂຢ​ຮັນ ທີ່​ວ່າ “ເຮົາ​ມອບ​ສັນ​ຕິ​ສຸກ​ໄວ້​ກັບ​ພວກ​ເຈົ້າ, ເປັນ​ສັນ​ຕິ​ສຸກ​ຂອງ​ເຮົາ, ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ: ສັນ​ຕິ​ສຸກ​ທີ່​ເຮົາ​ໃຫ້​ນັ້ນ, ບໍ່​ເໝືອນ​ສັນ​ຕິ​ສຸກ​ທີ່​ໂລກ​ໃຫ້. ຢ່າ​ວຸ້ນ​ວາຍ​ເປັນ​ທຸກ​ໃຈ, ແລະ ຢ່າ​ສູ່​ຢ້ານ.”1

ສິ່ງ​ທີ່​ພຣະ​ອົງ​ໝາຍ​ເຖິງ​ກ່ຽວ​ກັບ​ສັນ​ຕິ​ສຸກ ແລະ ວ່າ​ພຣະ​ອົງ​ສາ​ມາດ​ມອບ​ມັນ​ໃຫ້​ແນວ​ໃດ ແມ່ນ​ຖືກ​ເປີດ​ເຜີຍ​ໂດຍ​ສະ​ຖາ​ນະ​ການ​ຂອງ​ຜູ້​ທີ່​ໄດ້​ຍິນ​ພຣະ​ອົງ​ກ່າວ​ຄຳ​ເຫລົ່າ​ນັ້ນ. ຂໍ​ໃຫ້​ຟັງ​ເລື່ອງ​ລາວ​ຢູ່​ໃນ​ພຣະ​ທຳ​ໂຢ​ຮັນ ເຖິງ​ຈຸດ​ສູງ​ສຸດ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຄຣິດ. ກອງ​ກຳ​ລັງ​ທີ່​ໂຫດ​ຮ້າຍ​ຂອງ​ຄວາມ​ຊົ່ວ​ກຳ​ລັງ​ພະ​ຍາ​ຍາມ​ກີດ​ກັນ​ພຣະ​ອົງ ແລະ ອີກ​ບໍ່​ດົນ​ກໍ​ຈະ​ກີດ​ກັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ.

ນີ້​ຄື​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ:

“ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນ​ຍັດ​ຂອງ​ເຮົາ.

“ຝ່າຍ​ເຮົາ​ຈະ​ທູນ​ຂໍ​ພຣະ​ບິ​ດາ, ແລະ ພຣະ​ອົງ​ຈະ​ປະ​ທານ​ຜູ້​ຊ່ວຍ​ອີກ​ອົງ​ໜຶ່ງ​ແກ່​ພວກ​ເຈົ້າ ເພື່ອ​ຈະ​ຢູ່​ກັບ​ພວກ​ເຈົ້າ​ຕະ​ຫລອດ​ໄປ​ເປັນ​ນິດ;

“ຄື​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ; ຊຶ່ງ​ໂລກ​ບໍ່​ອາດ​ຈະ​ຮັບ​ພຣະ​ອົງ​ໄດ້, ເພາະ​ໂລກ​ບໍ່​ເຫັນ ແລະ ບໍ່​ຮູ້​ຈັກ​ພຣະ​ອົງ: ແຕ່​ພວກ​ເຈົ້າ​ຮູ້​ຈັກ​ພຣະ​ອົງ, ເພາະ​ພຣະ​ອົງ​ສະ​ຖິດ​ຢູ່​ກັບ​ພວກ​ເຈົ້າ, ແລະ ຢູ່​ໃນ​ພວກ​ເຈົ້າ.

“ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ​ທັງ​ຫລາຍ​ໄວ້​ໃຫ້​ເປັນ​ກຳ​ພ້າ: ເຮົາ​ຈະ​ມາ​ຫາ​ພວກ​ເຈົ້າ.

“ອີກ​ໜ້ອຍ​ໜຶ່ງ​ໂລກ​ຈະ​ບໍ່​ເຫັນ​ເຮົາ, ແຕ່​ພວກ​ເຈົ້າ​ຈະ​ເຫັນ​ເຮົາ: ເພາະ​ເຮົາ​ມີ​ຊີ​ວິດ​ຢູ່, ພວກ​ເຈົ້າ​ກໍ​ຈະ​ມີ​ຊີ​ວິດ​ຢູ່​ເໝືອນ​ກັນ.

“ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກ​ເຈົ້າ​ຈະ​ຮູ້​ວ່າ ເຮົາ​ຢູ່​ໃນ​ພຣະ​ບິ​ດາ​ຂອງ​ເຮົາ, ພວກ​ເຈົ້າ​ຢູ່​ໃນ​ເຮົາ, ແລະ ເຮົາ​ກໍ​ຢູ່​ໃນ​ພວກ​ເຈົ້າ.

“ຜູ້​ທີ່​ມີ​ກົດ​ບັນ​ຍັດ​ຂອງ​ເຮົາ ແລະ ເຊື່ອ​ຟັງ​ກົດ​ບັນ​ຍັດ​ນັ້ນ, ແມ່ນ​ຜູ້​ນັ້ນ​ແຫລະ ທີ່​ຮັກ​ເຮົາ: ພຣະ​ບິ​ດາ​ຂອງ​ເຮົາ ຈະ​ຮັກ​ຜູ້​ທີ່​ເຮົາ​ຮັກ, ແລະ ເຮົາ​ຈະ​ຮັກ​ເຂົາ​ເໝືອນ​ກັນ, ທັງ​ຈະ​ປະ​ກົດ​ຕົວ​ໃຫ້​ແກ່​ເຂົາ.

“ຢູ​ດາ​ຜູ້​ທີ່​ບໍ່​ແມ່ນ​ຢູ​ດາ​ອິດ​ສະ​ກາ​ຣີ​ອົດ ຖາມ​ພຣະ​ອົງ​ວ່າ, ພຣະ​ອົງ​ເຈົ້າ​ເອີຍ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ສຳ​ແດງ​ຕົວ​ແກ່​ພວກ​ຂ້າ​ນ້ອຍ ແຕ່​ບໍ່​ສຳ​ແດງ​ຕົວ​ແກ່​ໂລກ?

“ພຣະ​ເຢ​ຊູ​ຕອບ​ເພິ່ນ​ວ່າ, ຖ້າ​ຜູ້​ໃດ​ຮັກ​ເຮົາ ກໍ​ຈະ​ປະ​ຕິ​ບັດ​ຕາມ​ຖ້ອຍ​ຄຳ​ຂອງ​ເຮົາ, ແລະ ພຣະ​ບິ​ດາ​ຂອງ​ເຮົາ​ຈະ​ຮັກ​ຜູ້​ນັ້ນ, ແລະ ເຮົາ​ທັງ​ສອງ​ຈະ​ມາ​ຫາ​ຜູ້​ນັ້ນ, ແລະ ເຮົາ​ຈະ​ຕັ້ງ​ຢູ່​ກັບ​ຜູ້​ນັ້ນ.

“ຜູ້​ໃດ​ທີ່​ບໍ່​ຮັກ​ເຮົາ ກໍ​ບໍ່​ປະ​ຕິ​ບັດ​ຕາມ​ຖ້ອຍ​ຄຳ​ຂອງ​ເຮົາ: ຖ້ອຍ​ຄຳ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ນັ້ນ​ບໍ່​ແມ່ນ​ຂອງ​ເຮົາ, ແຕ່​ມາ​ຈາກ​ພຣະ​ບິ​ດາ​ຜູ້​ທີ່​ໃຊ້​ເຮົາ​ມາ.

“ເຮົາ​ບອກ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແກ່​ພວກ​ເຈົ້າ, ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກ​ເຈົ້າ.

“ແຕ່​ພຣະ​ຜູ້​ຊ່ວຍ​ຄື​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຜູ້​ທີ່​ພຣະ​ບິ​ດາ​ຈະ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ, ອົງ​ນັ້ນ​ແຫລະ ຈະ​ສັ່ງ​ສອນ​ພວກ​ເຈົ້າ​ທຸກ​ສິ່ງ, ແລະ ຈະ​ເຕືອນ​ໃຫ້​ພວກ​ເຈົ້າ​ລະ​ນຶກ​ເຖິງ​ທຸກ​ສິ່ງ, ຊຶ່ງ​ເຮົາ​ໄດ້​ບອກ​ພວກ​ເຈົ້າ​ແລ້ວ​ນັ້ນ.

“ເຮົາ​ມອບ​ສັນ​ຕິ​ສຸກ​ໄວ້​ກັບ​ພວກ​ເຈົ້າ, ເປັນ​ສັນ​ຕິ​ສຸກ​ຂອງ​ເຮົາ, ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ: ສັນ​ຕິ​ສຸກ​ທີ່​ເຮົາ​ໃຫ້​ນັ້ນ, ບໍ່​ເໝືອນ​ສັນ​ຕິ​ສຸກ​ທີ່​ໂລກ​ໃຫ້. ຢ່າ​ວຸ້ນ​ວາຍ​ເປັນ​ທຸກ​ໃຈ, ແລະ ຢ່າ​ສູ່​ຢ້ານ.”2

ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຄວາມ​ຈິງ ຢ່າງ​ໜ້ອຍ​ຫ້າ​ຢ່າງ ຈາກ​ຄຳ​ສອນ​ນັ້ນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ໜຶ່ງ, ຂອງ​ປະ​ທານ​ແຫ່ງ​ສັນ​ຕິ​ສຸກ​ນັ້ນ​ແມ່ນ​ຖືກ​ມອບ​ໃຫ້ ຫລັງ​ຈາກ ເຮົາ​ມີ​ສັດ​ທາ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ສຳ​ລັບ​ຜູ້​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ເຮັດ​ພັນ​ທະ​ສັນ​ຍາ, ການ​ເຊື່ອ​ຟັງ​ເປັນ​ສິ່ງ​ທີ່​ເຮົາ​ໄດ້​ສັນ​ຍາ​ວ່າ​ຈະ​ເຮັດ.

ສອງ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ມາ​ຫາ​ເຮົາ ແລະ ສະ​ຖິດ​ຢູ່​ກັບ​ເຮົາ. ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ຂະ​ນະ​ທີ່​ເຮົາ​ຊື່​ສັດ​ຕໍ່​ໄປ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ສະ​ຖິດ​ຢູ່​ໃນ​ເຮົາ. ນັ້ນ​ຄື​ຄຳ​ສັນ​ຍາ​ຢູ່​ໃນ​ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ ວ່າ​ພຣະ​ວິນ​ຍານ​ຈະ​ເປັນ​ເພື່ອນ​ຂອງ​ເຮົາ ແລະ ວ່າ​ເຮົາ​ຈະ​ຮູ້​ສຶກ​ການ​ປອບ​ໂຍນ​ຂອງ​ພຣະ​ອົງ, ຢູ່​ໃນ​ຫົວ​ໃຈ ແລະ ຄວາມ​ນຶກ​ຄິດ​ຂອງ​ເຮົາ.

ສາມ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສັນ​ຍາ​ວ່າ ຂະ​ນະ​ທີ່​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາ​ຈະ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ​ທີ່​ມີ​ໃຫ້​ກັນ​ແລະ​ກັນ ແລະ ໃຫ້​ແກ່​ເຮົາ. ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ໃກ້​ຊິດ​ຂອງ​ພຣະ​ອົງ​ຢູ່​ໃນ​ຊີ​ວິດ​ມະ​ຕະ​ຂອງ​ເຮົາ, ດັ່ງ​ທີ່​ເຮົາ​ຈະ​ຮູ້​ສຶກ​ເມື່ອ​ເຮົາ​ໄດ້​ຮັບ​ພອນ​ທີ່​ຈະ​ໄດ້​ຢູ່​ກັບ​ພວກ​ພຣະ​ອົງ​ຕະ​ຫລອດ​ໄປ.

ສີ່, ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ຫລາຍ​ກວ່າ​ການ​ເຊື່ອ​ຟັງ. ເຮົາ​ຕ້ອງ​ຮັກ​ພຣະ​ເຈົ້າ​ດ້ວຍ​ສຸດ​ຫົວ​ໃຈ, ດ້ວຍ​ສຸດ​ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ຈິດ​ວິນ​ຍານ​ຂອງ​ເຮົາ.3

ຜູ້​ທີ່​ບໍ່​ຮັກ​ພຣະ​ອົງ​ຈະ​ບໍ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ແລະ ສະ​ນັ້ນ ເຂົາ​ເຈົ້າ​ຈະ​ບໍ່​ມີ​ຂອງ​ປະ​ທານ​ແຫ່ງ​ສັນ​ຕິ​ສຸກ​ໃນ​ຊີ​ວິດ​ນີ້ ແລະ ໃນ​ໂລກ​ທີ່​ຈະ​ມາ​ເຖິງ.

ຫ້າ, ມັນ​ກໍ​ແຈ່ມ​ແຈ້ງ​ດີ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັກ​ເຮົາ​ຫລາຍ​ພໍ ທີ່​ຈະ​ຈ່າຍ​ຄ່າ​ບາບ​ຂອງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ—ຜ່ານ​ທາງ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ອົງ ແລະ ການ​ກັບ​ໃຈ​ຂອງ​ເຮົາ, ຜ່ານ​ທາງ​ຜົນ​ກະ​ທົບ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ—ມີ​ຂອງ​ປະ​ທານ​ແຫ່ງ​ສັນ​ຕິ​ສຸກ​ທີ່ “ເກີນ​ຄວາມ​ເຂົ້າ​ໃຈ,”4 ໃນ​ຊີ​ວິດ​ນີ້ ແລະ ກັບ​ພຣະ​ອົງ​ຊົ່ວ​ນິ​ລັນ​ດອນ.

ທ່ານ​ບາງ​ຄົນ, ບາງ​ທີ​ຫລາຍ​ຄົນ, ບໍ່​ຮູ້​ສຶກ​ເຖິງ​ສັນ​ຕິ​ສຸກ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ໄວ້. ທ່ານ​ອາດ​ໄດ້​ອະ​ທິ​ຖານ​ຂໍ​ສັນ​ຕິ​ສຸກ​ສ່ວນ​ຕົວ ແລະ ການ​ປອບ​ໂຍນ​ທາງ​ວິນ​ຍານ. ແຕ່​ທ່ານ​ອາດ​ຮູ້​ສຶກ​ວ່າ​ຟ້າ​ສະ​ຫວັນ​ມິດ​ງຽບ​ໄປ ຕໍ່​ການ​ອ້ອນ​ວອນ​ຂໍ​ສັນ​ຕິ​ສຸກ​ຂອງ​ທ່ານ.

ມີ​ສັດ​ຕູ​ຂອງ​ຈິດ​ວິນ​ຍານ​ຂອງ​ທ່ານ ທີ່​ບໍ່​ຕ້ອງ​ການ​ໃຫ້​ທ່ານ ແລະ ຜູ້​ຄົນ​ທີ່​ທ່ານ​ຮັກ​ໄດ້​ພົບ​ສັນ​ຕິ​ສຸກ. ສັດ​ຕູ​ບໍ່​ສາ​ມາດ​ມີ​ມັນ​ໄດ້. ມັນ​ເຮັດ​ວຽກ​ເພື່ອ​ກີດ​ກັນ​ທ່ານ ແມ່ນ​ແຕ່​ຈາກ​ການ​ຢາກ​ພົບ​ສັນ​ຕິ​ສຸກ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ປາດ​ຖະ​ໜາ​ໃຫ້​ທ່ານ​ມີ.

ຄວາມ​ພະ​ຍາ​ຍາມ​ຂອງ​ຊາ​ຕານ​ທີ່​ຈະ​ກໍ່​ໃຫ້​ເກີດ​ຄວາມ​ກຽດ​ຊັງ ແລະ ການ​ຂັດ​ແຍ້ງ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ກໍ​ເບິ່ງ​ຄື​ວ່າ​ນັບ​ມື້​ນັບ​ມີ​ຫລາຍ​ຂຶ້ນ. ເຮົາ​ເຫັນ​ຫລັກ​ຖານ​ຂອງ​ມັນ​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ລະ​ຫວ່າງ​ປະ​ເທດ​ຊາດ ແລະ ເມືອງ, ໃນ​ໝູ່​ບ້ານ, ໃນ​ສື່​ສານ​ອີ​ເລັກ​ໂທຣ​ນິກ, ແລະ ຕະ​ຫລອດ​ທົ່ວ​ໂລກ.

ແຕ່​ຍັງ​ມີ​ເຫດ​ຜົນ​ສຳ​ລັບ​ການ​ມອງ​ໂລກ​ໃນ​ແງ່​ດີ: ນັ້ນ​ກໍ​ຄື​ວ່າ ເດັກ​ນ້ອຍ​ທີ່​ເກີດ​ໃໝ່​ທຸກ​ຄົນ​ເກີດ​ມາ​ພ້ອມ​ດ້ວຍ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ. ດ້ວຍ​ຂອງ​ປະ​ທານ​ທີ່​ມີ​ໃຫ້​ທຸກ​ຄົນ​ນັ້ນ ຄວາມ​ຮູ້​ສຶກ​ເຖິງ​ສິ່ງ​ທີ່​ຖືກ​ຕ້ອງ​ກໍ​ມີ​ມາ, ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຮັກ ແລະ ເປັນ​ທີ່​ຮັກ. ຍັງ​ມີ​ຄວາມ​ຮູ້​ສຶກ​ທີ່​ເກີດ​ມາ​ພ້ອມ ເຖິງ​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ຈິງ​ຢູ່​ໃນ​ຕົວ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ຂະ​ນະ​ທີ່​ເຂົາ​ລົງ​ມາ​ສູ່​ຊີ​ວິດ​ມະ​ຕະ.

ການ​ມອງ​ໂລກ​ໃນ​ແງ່​ດີ​ຂອງ​ເຮົາ​ສຳ​ລັບ​ສັນ​ຕິ​ສຸກ​ສ່ວນ​ຕົວ​ທີ່​ມີ​ໃຫ້​ແກ່​ເດັກ​ນ້ອຍ​ເຫລົ່າ​ນັ້ນ​ແມ່ນ​ຂຶ້ນ​ຢູ່​ກັບ​ຜູ້​ຄົນ​ທີ່​ດູ​ແລ​ພວກ​ເຂົາ. ຖ້າ​ຫາກ​ຜູ້​ຄົນ​ທີ່​ລ້ຽງ​ດູ​ພວກ​ເຂົາ ແລະ ຮັບ​ໃຊ້​ພວກ​ເຂົາ​ໄດ້​ພະ​ຍາ​ຍາມ​ເພື່ອ​ຈະ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ສັນ​ຕິ​ສຸກ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໂດຍ​ຕົວ​ຢ່າງ​ສ່ວນ​ຕົວ ແລະ ຄວາມ​ພະ​ຍາ​ຍາມ, ເຂົາ​ເຈົ້າ​ຈະ​ຊຸກ​ຍູ້​ສັດ​ທາ​ຂອງ​ເດັກ​ຄົນ​ນັ້ນ​ໃຫ້​ເໝາະ​ສົມ​ສຳ​ລັບ​ຂອງ​ປະ​ທານ​ແຫ່ງ​ສັນ​ຕິ​ສຸກ​ທີ່​ສູງ​ສົ່ງ.

ນັ້ນ​ຄື​ສິ່ງ​ທີ່​ພຣະ​ຄຳ​ພີ​ສັນ​ຍາ: “ຈົ່ງ​ອົບ​ຮົມ​ເດັກ​ນ້ອຍ​ໃນ​ທາງ​ທີ່​ຖືກ​ຕ້ອງ: ແລະ ເມື່ອ​ເຂົາ​ເປັນ​ຜູ້​ໃຫຍ່​ແລ້ວ​ເຂົາ​ຈະ​ບໍ່​ໜີ​ຈາກ​ທາງ​ນັ້ນ.”5 ມັນ​ຈະ​ຮຽກ​ຮ້ອງ​ໃຫ້​ຜູ້​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ດູ​ແລ ແລະ ບຳ​ລຸງ​ລ້ຽງ​ພວກ​ເຂົາ​ມີ​ຄຸນ​ຄ່າ​ສຳ​ລັບ​ຂອງ​ປະ​ທານ​ແຫ່ງ​ສັນ​ຕິ​ສຸກ.

ໜ້າ​ໂສກ​ເສົ້າ​ທີ່, ເຮົາ​ທຸກ​ຄົນ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ເຈັບ​ປວດ​ເມື່ອ​ເດັກ​ນ້ອຍ​ທີ່​ຖືກ​ລ້ຽງ​ດູ​ໂດຍ​ພໍ່​ແມ່​ທີ່​ຖືກ​ດົນ​ໃຈ—ບາງ​ເທື່ອ​ໂດຍ​ພໍ່​ແມ່​ລ້ຽງ​ດ່ຽວ—ຫລັງ​ຈາກ​ໄດ້​ມີ​ສັດ​ທາ ແລະ ສັນ​ຕິ​ສຸກ​ຕະ​ຫລອດ​ຊີ​ວິດ, ແລ້ວ​ເລືອກ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຄວາມ​ໂສກ​ເສົ້າ.

ແມ່ນ​ແຕ່​ເມື່ອ​ຄວາມ​ໂສກ​ເສົ້າ​ນັ້ນ​ເກີດ​ຂຶ້ນ, ຂ້າ​ພະ​ເຈົ້າ​ຍັງ​ມອງ​ໂລກ​ໃນ​ແງ່​ດີ ເພາະ​ຂອງ​ປະ​ທານ​ອີກ​ຢ່າງ​ໜຶ່ງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ນີ້​ກໍ​ແມ່ນ​ວ່າ: ພຣະ​ອົງ​ຈັດ​ຫາ​ຜູ້​ສ້າງ​ສັນ​ຕິ​ສຸກ​ໃຫ້​ໃນ​ບັນ​ດາ​ສາ​ນຸ​ສິດ​ທີ່​ໄວ້​ວາງ​ໃຈ​ໄດ້​ຂອງ​ພຣະ​ອົງ. ເຂົາ​ເຈົ້າ​ໄດ້​ຮູ້​ສຶກ​ສັນ​ຕິ​ສຸກ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ເຂົາ​ເຈົ້າ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢູ່​ໃນ​ໃຈ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ຊີ້​ນຳ​ເຂົາ​ເຈົ້າ​ໃຫ້​ເອື້ອມ​ອອກ​ໄປ​ຫາ​ແກະ​ທີ່​ກຳ​ລັງ​ຫລົງ​ທາງ​ຢູ່.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ນີ້​ຕະ​ຫລອດ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ແລະ ຕະ​ຫລອດ​ທົ່ວ​ໂລກ. ທ່ານ​ກໍ​ເຄີຍ​ໄດ້​ເຫັນ​ມັນ​ຄື​ກັນ. ບາງ​ເທື່ອ, ເມື່ອ​ທ່ານ​ຖືກ​ນຳ​ພາ​ໄປ​ຊ່ວຍ​ຄົນ​ໃດ​ຄົນ​ໜຶ່ງ, ມັນ​ອາດ​ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ບັງ​ເອີນ.

ເທື່ອ​ໜື່ງ, ຂ້າ​ພະ​ເຈົ້າ​ພຽງ​ແຕ່​ຖາມ​ຄົນ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ພົບ​ຕອນ​ເດີນ​ທາງ​ວ່າ, “ເຈົ້າ​ເລົ່າ​ເລື່ອງ​ເລັກ​ນ້ອຍ​ໃຫ້​ຂ້ອຍ​ຟັງ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ເຈົ້າ​ໄດ້​ບໍ?” ການ​ສົນ​ທະ​ນາ​ໄດ້​ນຳ​ພາ​ຂ້າ​ພະ​ເຈົ້າ​ໃຫ້​ຂໍ​ເບິ່ງ​ຮູບ​ຂອງ​ລູກ​ສາວ​ຜູ້​ໃຫຍ່​ຂອງ​ນາງ, ທີ່​ນາງ​ໄດ້​ເວົ້າ​ວ່າ​ກຳ​ລັງ​ດີ້ນ​ລົນ​ຢູ່. ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ກັບ​ຄວາມ​ດີ​ງາມ​ຢູ່​ໃນ​ໃບ​ໜ້າ ຂອງ​ຍິງ​ສາວ​ຢູ່​ໃນ​ຮູບ​ນັ້ນ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ໃຫ້​ຂໍ​ທີ່​ຢູ່​ອີ​ເມວ​ຂອງ​ນາງ. ໃນ​ເວ​ລາ​ນັ້ນ​ລູກ​ສາວ​ຄົນ​ນັ້ນ​ກຳ​ລັງ​ຫລົງ​ທາງ ແລະ ສົງ​ໄສ​ຖ້າ​ຫາກ​ວ່າ​ພຣະ​ເຈົ້າ​ໄດ້​ມີ​ຂ່າວ​ສານ​ສຳ​ລັບ​ນາງ. ພຣະ​ອົງ​ມີ. ຂ່າວ​ສານ​ນັ້ນ​ແມ່ນ: “ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ເຈົ້າ. ພຣະ​ອົງ​ຮັກ​ເຈົ້າ​ມາ​ຕະ​ຫລອດ. ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ເຈົ້າ​ກັບ​ມາ. ພອນ​ຂອງ​ເຈົ້າ​ທີ່​ຖືກ​ສັນ​ຍາ​ໄວ້​ກໍ​ຍັງ​ມີ​ຢູ່.”

ສະ​ມາ​ຊິກ​ຕະ​ຫລອດ​ທົ່ວ​ສາດ​ສະ​ໜາ​ຈັກ​ໄດ້​ຮູ້​ສຶກ​ເຖິງ​ຂອງ​ປະ​ທານ​ແຫ່ງ​ສັນ​ຕິ​ສຸກ​ສ່ວນ​ຕົວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ກຳ​ລັງ​ຊຸກ​ຍູ້​ທຸກ​ຄົນ​ໃຫ້​ຊ່ວຍ​ຄົນ​ອື່ນ​ມີ​ໂອ​ກາດ​ທີ່​ຈະ​ມາ​ຫາ​ພຣະ​ອົງ ແລະ ເໝາະ​ສົມ​ສຳ​ລັບ​ສັນ​ຕິ​ສຸກ​ອັນ​ດຽວ​ກັນ​ນັ້ນ. ແລ້ວ​ເຂົາ​ເຈົ້າ​ຈະ​ເລືອກ​ທີ່​ຈະ​ສະ​ແຫວງ​ຫາ​ການ​ດົນ​ໃຈ ເພື່ອ​ຈະ​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ສົ່ງ​ຕໍ່​ຂອງ​ປະ​ທານ​ນັ້ນ​ໃຫ້​ຄົນ​ອື່ນ​ໄດ້​ແນວ​ໃດ.

ຄົນ​ລຸ້ນ​ໃໝ່​ຈະ​ກາຍ​ເປັນ​ຜູ້​ບຳ​ລຸງ​ລ້ຽງ​ຄົນ​ລຸ້ນ​ທີ່​ຈະ​ຕາມ​ມາ. ຜົນ​ກະ​ທົບ​ນັ້ນ​ຈະ​ເພີ່ມ​ທະ​ວີ​ຂຶ້ນ​ໃນ​ທາງ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ. ມັນ​ຈະ​ແຜ່​ອອກ​ໄປ ແລະ ເຕີບ​ຂະ​ຫຍາຍ​ເມື່ອ​ເວ​ລາ​ຜ່ານ​ໄປ, ແລະ ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ກໍ​ຈະ​ຖືກ​ກະ​ກຽມ ແລະ ພ້ອມ​ທີ່​ຈະ​ທັກ​ທາຍ​ພຣະ​ອົງ​ດ້ວຍ​ສຽງ​ໂຮ​ຮ້ອງ​ໂຮ​ຊັນ​ນາ. ຈະ​ມີ​ສັນ​ຕິ​ສຸກ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ທີ່​ແນ່​ນອນ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ວ່າ​ພຣະ​ອົງ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ແລະ ຄວາມ​ຮັກ ແລະ ຄວາມ​ຫ່ວງ​ໃຍ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທຸກໆ​ຄົນ. ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ​ທີ່​ໃຫ້​ມາ​ຫາ​ພຣະ​ອົງ​ເປັນ​ການ​ສະ​ເໜີ​ມອບ​ສັນ​ຕິ​ສຸກ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ເຈົ້າ ຕະ​ຫລອດ​ແຜ່ນ​ດິນ​ໂລກ. ເພິ່ນ​ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ຮັບ​ຮອງ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ບໍ່​ວ່າ​ສະ​ພາບ​ການ​ຂອງ​ໂລກ ແລະ ສະ​ຖາ​ນະ​ການ​ສ່ວນ​ຕົວ​ຂອງ​ທ່ານ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ທ່ານ​ສາ​ມາດ​ປະ​ເຊີນ​ໜ້າ​ກັບ​ອະ​ນາ​ຄົດ​ດ້ວຍ​ການ​ມອງ​ໂລກ​ໃນ​ແງ່​ດີ ແລະ ດ້ວຍ​ຄວາມ​ຊື່ນ​ຊົມ.”6

ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ທ່ານ. ສັດ​ທາ ແລະ ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ຂອງ​ທ່ານ​ກຳ​ລັງ​ເອື້ອມ​ອອກ​ໄປ​ຫາ​ຜູ້​ຄົນ ແລະ ອະ​ນຸ​ຍາດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ປ່ຽນ​ແປງ​ຫົວ​ໃຈ ແລະ ຕໍ່​ມາ​ຈະ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ສະ​ເໜີ​ມອບ​ຂອງ​ປະ​ທານ​ແຫ່ງ​ສັນ​ຕິ​ສຸກ​ທີ່​ເກີນ​ຄວາມ​ເຂົ້າ​ໃຈ​ໃຫ້​ແກ່​ຄົນ​ອື່ນ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ທ່ານ​ຈະ​ພົບ​ສັນ​ຕິ​ສຸກ, ຊ່ວຍ​ຄົນ​ອື່ນ​ຫລາຍ​ຄົນ​ໃຫ້​ພົບ​ມັນ, ແລະ ສົ່ງ​ຕໍ່​ມັນ​ໄປ. ຈະ​ມີ​ຊ່ວງ​ເວ​ລາ​ໜຶ່ງ​ພັນ​ປີ​ແຫ່ງ​ສັນ​ຕິ​ສຸກ​ທີ່​ປະ​ເສີດ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ກັບ​ມາ​ອີກ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ຄວາມ​ຊື່ນ​ຊົມ ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ