ຫລັງຈາກມື້ທີສີ່
ຂະນະທີ່ເຮົາມຸ່ງໜ້າດ້ວຍສັດທາໃນພຣະເຢຊູຄຣິດ, ມື້ທີສີ່ຈະມາເຖິງສະເໝີ. ພຣະອົງຈະມາຊ່ວຍເຮົາສະເໝີ.
ດັ່ງທີ່ເຮົາໄດ້ຖືກຢໍ້າເຕືອນໃນມື້ເຊົ້ານີ້, ມື້ນີ້ແມ່ນວັນອາທິດໃບຕານ, ຊຶ່ງໝາຍເປັນການເຂົ້ານະຄອນເຢຣູຊາເລັມຢ່າງຜູ້ມີໄຊຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ເປັນຈຸດເລີ່ມຕົ້ນຂອງອາທິດທີ່ສັກສິດກ່ອນການຊົດໃຊ້ອັນຍິ່ງໃຫຍ່ຂອງພຣະອົງ, ຊຶ່ງລວມທັງການຮັບທຸກທໍລະມານ, ການຄຶງທີ່ໄມ້ກາງແຂນ, ແລະ ການຟື້ນຄືນພຣະຊົນຂອງພຣະອົງ.
ບໍ່ດົນກ່ອນທີ່ພຣະອົງຈະສະເດັດເຂົ້ານະຄອນຕາມຄຳທຳນາຍ, ພຣະເຢຊູຄຣິດໄດ້ມີສ່ວນຮ່ວມຢ່າງເຕັມທີ່ໃນການປະຕິບັດສາດສະໜາກິດຂອງພຣະອົງ ເມື່ອພຣະອົງໄດ້ຍິນຄວາມຈາກເພື່ອນອັນເປັນທີ່ຮັກຂອງພຣະອົງ ນາງມາຣີ ແລະ ນາງມາທາ ວ່າລາຊະໂຣນ້ອງຊາຍຂອງພວກນາງໄດ້ລົ້ມປ່ວຍ.1
ເຖິງແມ່ນວ່າ ການປ່ວຍຂອງລາຊະໂຣນັ້ນຮ້າຍແຮງ, ແຕ່ພຣະຜູ້ເປັນເຈົ້າ “ຍັງພັກຢູ່ບ່ອນເກົ່າຕໍ່ອີກສອງວັນ. ຫລັງຈາກນັ້ນ ພຣະອົງກໍກ່າວແກ່ພວກສາວົກຂອງພຣະອົງວ່າ, “ໃຫ້ພວກເຮົາກັບຄືນສູ່ແຂວງຢູດາຍອີກເທາະ.”2 ກ່ອນທີ່ຈະເລີ່ມຕົ້ນເດີນທາງໄປບ້ານຂອງໝູ່ເພື່ອນຂອງພຣະອົງໃນເບັດທານີ, “ພຣະເຢຊູ … ບອກ [ບັນດາສານຸສິດຂອງພຣະອົງ] ຢ່າງຈະແຈ້ງວ່າ, ລາຊະໂຣຕາຍແລ້ວ.”3
ເມື່ອພຣະເຢຊູສະເດັດມາຍັງເບັດທານີ ແລະ ພົບກັບນາງມາທາກ່ອນ ແລະ ແລ້ວຈຶ່ງພົບນາງມາຣີ, ບາງທີອາດເປັນເພາະຄວາມອຸກອັ່ງໃຈທີ່ພຣະອົງມາຮອດຊ້າ, ພວກນາງໄດ້ທັກທາຍພຣະອົງໂດຍກ່າວວ່າ, “ພຣະອົງເຈົ້າເອີຍ ຖ້າທ່ານຢູ່ນີ້ ນ້ອງຊາຍຂ້ານ້ອຍຄົງບໍ່ຕາຍ.”4 ນາງມາທາໄດ້ອຸທານຂຶ້ນຕື່ມວ່າ, “ປານນີ້ສົບຄົງມີກິ່ນເໝັນແລ້ວ ເພາະລາວຕາຍໄດ້ສີ່ວັນແລ້ວ.”5
ສີ່ມື້ນັ້ນສຳຄັນຫລາຍຕໍ່ນາງມາຣີ ແລະ ນາງມາທາ. ອີງຕາມຄວາມຄິດຂອງຜູ້ນຳສາດສະໜາຢິວບາງທ່ານ, ໄດ້ມີຄວາມເຊື່ອວ່່າ ວິນຍານຂອງຜູ້ຕາຍຈະສືບຕໍ່ຢູ່ກັບຮ່າງກາຍເປັນເວລາສາມມື້, ໂດຍໃຫ້ຄວາມຫວັງວ່າ ຊີວິດຍັງເປັນໄປໄດ້ຢູ່. ເຖິງຢ່າງໃດກໍຕາມ, ພໍຮອດມື້ທີສີ່ ຄວາມຫວັງກໍໝົດໄປ, ບາງທີອາດເປັນເພາະຮ່າງກາຍຈະເລີ່ມເປື່ອຍເນົ່າ ແລະ “ເໝັນ.”6
ມາຣີ ແລະ ມາທາໄດ້ຢູ່ໃນສະພາບຂອງຄວາມສິ້ນຫວັງ “ພຣະເຢຊູເຫັນ [ນາງມາຣີ] ຮ້ອງໄຫ້ … ພຣະອົງຈຶ່ງສະເທືອນໃຈກັບເຫດການນັ້ນ ແລະ ຊົງໂສກເສົ້າ.
“ພຣະອົງຖາມພວກເຂົາວ່າ, ພວກເຈົ້າໄດ້ເອົາສົບໄປວາງໄວ້ຢູ່ໃສ? ພວກເຂົາຕອບວ່າ, ເຊີນມາເບິ່ງ ພຣະອົງເຈົ້າເອີຍ.”7
ມັນແມ່ນຊ່ວງເວລານີ້ແຫລະ ທີ່ພວກເຮົາເຫັນໜຶ່ງໃນການອັດສະຈັນອັນຍິ່ງໃຫຍ່ລະຫວ່າງການປະຕິບັດສາດສະໜາກິດໃນມະຕະຂອງພຣະອົງ. ທຳອິດ ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ກິ້ງກ້ອນຫີນອອກ.”8 ແລ້ວ, ຫລັງຈາກທີ່ຖວາຍຂອບພຣະຄຸນແດ່ພຣະບິດາຂອງພຣະອົງແລ້ວ, “ພຣະອົງຈຶ່ງເປັ່ງສຽງຮ້ອງຂຶ້ນວ່າ, ລາຊະໂຣເອີຍ ຈົ່ງອອກມາ.
“ຜູ້ຕາຍນັ້ນກໍອອກມາ ມີຜ້າພັນຕີນພັນມື: ທັງມີຜ້າປົກໜ້າໄວ້ຢູ່. ພຣະເຢຊູບອກພວກເຂົາວ່າ, ແກ້ຜ້າໃຫ້ລາວ, ແລ້ວປ່ອຍລາວໄປ.”9
ເຊັ່ນດຽວກັບນາງມາຣີ ແລະ ນາງມາທາ, ເຮົາມີໂອກາດທີ່ຈະປະສົບກັບຄວາມເປັນມະຕະທັງໝົດ, ແມ່ນແຕ່ຄວາມໂສກເສົ້າ10 ແລະ ຄວາມອ່ອນແອ.11 ເຮົາແຕ່ລະຄົນຈະປະສົບກັບຄວາມເຈັບປວດໃຈທີ່ມາພ້ອມກັບການສູນເສຍຄົນທີ່ເຮົາຮັກ. ການເດີນທາງໃນຊ່ວງມະຕະຂອງເຮົາອາດລວມທັງຄວາມເຈັບປ່ວຍສ່ວນຕົວ ຫລື ຄວາມເຈັບປ່ວຍທີ່ຊຸດໂຊມຂອງຄົນທີ່ເຮົາຮັກ; ພາວະຊຶມເສົ້າ, ພາວະວິຕົກກັງວົນ, ຫລື ການທ້າທາຍດ້ານສຸຂະພາບຈິດອື່ນໆ; ຄວາມລຳບາກທາງການເງິນ; ການທໍລະຍົດ; ບາບ. ແລະ ບາງເທື່ອ ສິ່ງເຫລົ່ານີ້ກໍມາພ້ອມກັບຄວາມຮູ້ສຶກຂອງຄວາມໝົດຫວັງ. ຂ້າພະເຈົ້າກໍບໍ່ຕ່າງຫຍັງ. ເຊັ່ນດຽວກັບທ່ານ, ຂ້າພະເຈົ້າເຄີຍປະສົບກັບການທ້າທາຍທີ່ນັບບໍ່ຖ້ວນ ທີ່ຄາດວ່າຈະເກີດຂຶ້ນໃນຊີວິດນີ້. ຂ້າພະເຈົ້າສົນໃຈເລື່ອງລາວນີ້ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ສິ່ງທີ່ເລື່ອງນີ້ສິດສອນຂ້າພະເຈົ້າກ່ຽວກັບຄວາມສຳພັນຂອງເຮົາກັບພຣະອົງ.
ໃນຊ່ວງທີ່ເຮົາກັງວົນທີ່ສຸດ, ເຮົາ, ເຊັ່ນດຽວກັບນາງມາຣີ ແລະ ນາງມາທາ, ສະແຫວງຫາພຣະຜູ້ຊ່ວຍໃຫ້ລອດ ຫລື ທູນຂໍພຣະບິດາເພື່ອການແຊກແຊງຈາກສະຫວັນຂອງພຣະອົງ. ເລື່ອງລາວຂອງລາຊະໂຣສິດສອນເຮົາກ່ຽວກັບຫລັກທຳທີ່ສາມາດນຳໃຊ້ໄດ້ໃນຊີວິດຂອງເຮົາເອງ ຂະນະທີ່ເຮົາປະເຊີນກັບການທ້າທາຍສ່ວນຕົວ.
ເມື່ອພຣະຜູ້ຊ່ວຍໃຫ້ລອດມາຮອດເບັດທານີ, ທຸກຄົນໄດ້ສູນເສຍຄວາມຫວັງວ່າ ລາຊະໂຣຈະຖືກຊ່ວຍໃຫ້ລອດໄດ້—ສີ່ມື້ໄດ້ຜ່ານໄປແລ້ວ, ແລະ ລາວໄດ້ຈາກໄປແລ້ວ. ບາງເທື່ອ ໃນລະຫວ່າງການທ້າທາຍຂອງເຮົາເອງ, ເຮົາອາດຮູ້ສຶກວ່າ ພຣະຄຣິດມາຊ້າເກີນໄປ, ແລະ ຄວາມຫວັງ ແລະ ສັດທາຂອງເຮົາອາດຮູ້ສຶກຖືກທ້າທາຍຊໍ້າ. ຄຳພະຍານ ແລະ ປະຈັກພະຍານຂອງຂ້າພະເຈົ້າກໍຄື ຂະນະທີ່ເຮົາມຸ່ງໜ້າດ້ວຍສັດທາໃນພຣະເຢຊູຄຣິດ, ມື້ທີສີ່ຈະມາເຖິງສະເໝີ. ພຣະອົງຈະມາຊ່ວຍເຮົາ ຫລື ປຸກຄວາມຫວັງຂອງເຮົາໃຫ້ຟື້ນຄືນຊີວິດສະເໝີ. ພຣະອົງໄດ້ສັນຍາກັບເຮົາວ່າ:
“ຢ່າວຸ້ນວາຍໄປ.”12
“ເຮົາຈະບໍ່ປະຖິ້ມເຈົ້າທັງຫລາຍໄວ້ໃຫ້ເປັນກຳພ້າ: ເຮົາຈະມາຫາພວກເຈົ້າ.”13
ບາງເທື່ອມັນອາດເບິ່ງຄືວ່າ ພຣະອົງບໍ່ຢາກມາຊ່ວຍເຮົາຈົນກວ່າຈະຮອດມື້ທີສີ່ໃນທາງປຽບທຽບ, ຫລັງຈາກທີ່ຄວາມຫວັງທັງໝົດເບິ່ງຄືວ່າສູນສິ້ນໄປແລ້ວ. ແຕ່ເປັນຫຍັງຄືຊ້າແທ້? ປະທານທອມມັສ ແອັສ ມອນສັນ ໄດ້ສິດສອນວ່າ, “ພຣະບິດາເທິງສະຫວັນຂອງເຮົາ, ຜູ້ປະທານຄວາມສຸກຢ່າງຫລວງຫລາຍໃຫ້ເຮົາ, ຍັງຮູ້ອີກວ່າ ເຮົາຮຽນຮູ້ ແລະ ເຕີບໂຕ ແລະ ກາຍເປັນຄົນທີ່ເຂັ້ມແຂງກວ່າ ເມື່ອເຮົາປະເຊີນ ແລະ ເອົາຊະນະການທົດລອງ ຜ່ານສິ່ງທີ່ເຮົາຕ້ອງຜ່ານຜ່າ.”14
ແມ່ນແຕ່ສາດສະດາໂຈເຊັບ ສະມິດ ກໍໄດ້ປະເຊີນກັບປະສົບການມື້ທີສີ່ອັນໃຫຍ່ຫລວງ. ຈື່ຄຳອ້ອນວອນຂອງເພິ່ນໄດ້ບໍ່? “ໂອ້ ພຣະອົງເຈົ້າ, ພຣະອົງຊົງປະທັບຢູ່ບ່ອນໃດ? ແລະ ສາລາທີ່ປົກປິດບ່ອນລີ້ຂອງພຣະອົງຢູ່ບ່ອນໃດ?”15 ຂະນະທີ່ເຮົາໄວ້ວາງໃຈໃນພຣະອົງ, ເຮົາສາມາດຄາດຫວັງຄຳຕອບເຊັ່ນນີ້ໄດ້: “ລູກເອີຍ, ສັນຕິສຸກຈົ່ງມີແກ່ຈິດວິນຍານຂອງເຈົ້າ; ຄວາມຍາກລຳບາກຂອງເຈົ້າ ແລະ ຄວາມທຸກທໍລະມານຂອງເຈົ້າຈະເປັນຢູ່ພຽງຊົ່ວຄາວ.”16
ອີກຂ່າວສານໜຶ່ງທີ່ເຮົາສາມາດຮຽນຮູ້ຈາກເລື່ອງລາວຂອງລາຊະໂຣກໍຄື ບົດບາດຂອງເຮົາໃນການແຊກແຊງຈາກສະຫວັນທີ່ເຮົາສະແຫວງຫາ. ເມື່ອພຣະເຢຊູເຂົ້າໄປໃກ້ບ່ອນຝັງສົບນັ້ນ, ທຳອິດ ພຣະອົງໄດ້ກ່າວຕໍ່ຜູ້ທີ່ຢູ່ທີ່ນັ້ນວ່າ, “ກິ້ງກ້ອນຫີນອອກ.”17 ດ້ວຍອຳນາດທີ່ພຣະຜູ້ຊ່ວຍໃຫ້ລອດມີ, ພຣະອົງ ບໍ່ສາມາດກິ້ງກ້ອນຫີນອອກຢ່າງອັດສະຈັນໂດຍບໍ່ໃຊ້ແຮງເລີຍບໍ? ນີ້ອາດເປັນສິ່ງທີ່ໜ້າປະທັບໃຈທີ່ຈະເບິ່ງ ແລະ ເປັນປະສົບການທີ່ບໍ່ສາມາດລືມໄດ້, ແຕ່ພຣະອົງໄດ້ກ່າວແກ່ຄົນອື່ນວ່າ, “ກິ້ງກ້ອນຫີນອອກ.”
ສອງ, ພຣະຜູ້ເປັນເຈົ້າ “ເປັ່ງສຽງຮ້ອງຂຶ້ນວ່າ, ລາຊະໂຣເອີຍ ຈົ່ງອອກມາ.”18 ມັນຈະບໍ່ໜ້າປະທັບໃຈກວ່າບໍ ຖ້າພຣະອົງເອົາລາຊະໂຣມາວາງໄວ້ຢູ່ທີ່ປາກອຸບມຸງຢ່າງໜ້າອັດສະຈັນ ເພື່ອວ່າຝູງຊົນຈະໄດ້ເຫັນລາວໂດຍທັນທີ ເມື່ອກ້ອນຫີນຖືກກິ້ງອອກ?
ສາມ, ເມື່ອລາຊະໂຣອອກມາແລ້ວ, ລາວກໍ “ມີຜ້າພັນຕີນພັນມື: ທັງມີຜ້າປົກໜ້າໄວ້ຢູ່. ພຣະເຢຊູບອກພວກເຂົາວ່າ, “ແກ້ຜ້າໃຫ້ລາວ, ແລ້ວປ່ອຍລາວໄປ.”19 ຂ້າພະເຈົ້າແນ່ໃຈວ່າ ພຣະຜູ້ເປັນເຈົ້າສາມາດເຮັດໃຫ້ລາຊະໂຣຢືນຢູ່ທີ່ປາກອຸບມຸງ, ສະອາດໝົດແລ້ວ ແລະ ສາມາດເຂົ້າເຖິງໄດ້, ໂດຍທີ່ຜ້າພັນສົບຂອງລາວຖືກພັບໄວ້ເປັນຢ່າງດີ.
ຈຸດປະສົງຂອງການເນັ້ນປະເດັນເຫລົ່ານີ້ຄືຫຍັງ? ທັງສາມປະເດັນເຫລົ່ານີ້ມີບາງຢ່າງທີ່ເໝືອນກັນ—ບໍ່ມີສິ່ງໃດຈຳເປັນຕ້ອງໃຊ້ອຳນາດແຫ່ງສະຫວັນຂອງພຣະຄຣິດ. ສິ່ງທີ່ສານຸສິດຂອງພຣະອົງສາມາດເຮັດໄດ້, ພຣະອົງແນະນຳໃຫ້ ພວກເຂົາ ເຮັດ. ບັນດາສານຸສິດສາມາດຍ້າຍກ້ອນຫີນດ້ວຍຕົນເອງຢ່າງແນ່ນອນ; ລາຊະໂຣ, ຫລັງຈາກທີ່ຟື້ນຄືນມາແລ້ວ, ສາມາດຢືນ ແລະ ສະແດງຕົນຢູ່ທີ່ປາກອຸບມຸງໄດ້, ແລະ ຜູ້ທີ່ຮັກລາຊະໂຣ ສາມາດຊ່ວຍລາວແກ້ຜ້າພັນສົບອອກໄດ້ຢ່າງແນ່ນອນ.
ເຖິງຢ່າງໃດກໍຕາມ, ມີພຽງແຕ່ພຣະຄຣິດເທົ່ານັ້ນທີ່ມີອຳນາດ ແລະ ສິດອຳນາດໃນການໂຜດລາຊະໂຣໃຫ້ເປັນຄືນມາຈາກຕາຍໄດ້. ຄວາມປະທັບໃຈຂອງຂ້າພະເຈົ້າກໍຄື ພຣະຜູ້ຊ່ວຍໃຫ້ລອດຄາດຫວັງໃຫ້ເຮົາເຮັດທຸກສິ່ງທີ່ເຮົາສາມາດເຮັດໄດ້, ແລະ ພຣະອົງຈະເຮັດສິ່ງທີ່ມີແຕ່ ພຣະອົງເທົ່ານັ້ນ ສາມາດເຮັດໄດ້.20
ເຮົາຮູ້ວ່າ “ສັດທາ [ໃນອົງພຣະເຢຊູຄຣິດເຈົ້າ] ແມ່ນຫລັກທຳຂອງການກະທຳ”21 ແລະ “ການອັດສະຈັນບໍ່ສ້າງສັດທາ, ແຕ່ສັດທາທີ່ເຂັ້ມແຂງຈະຖືກພັດທະນາຂຶ້ນໂດຍການເຊື່ອຟັງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ໃນອີກຄຳໜຶ່ງ, ສັດທາມາເຖິງໂດຍຄວາມຊອບທຳ.”22 ຂະນະທີ່ເຮົາພະຍາຍາມທີ່ຈະປະພຶດຢ່າງຊອບທຳ ໂດຍການເຮັດ ແລະ ຮັກສາພັນທະສັນຍາອັນສັກສິດ ແລະ ນຳໃຊ້ຄຳສອນຂອງພຣະຄຣິດໃນຊີວິດຂອງເຮົາ, ສັດທາຂອງເຮົາຈະບໍ່ພຽງແຕ່ພຽງພໍທີ່ຈະພາເຮົາໄປເຖິງມື້ທີສີ່ເທົ່ານັ້ນ, ແຕ່ດ້ວຍຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ ເຮົາຈະສາມາດຍ້າຍກ້ອນຫີນທີ່ຢູ່ໃນເສັ້ນທາງຂອງເຮົາ, ລຸກຂຶ້ນຈາກຄວາມສິ້ນຫວັງ, ແລະ ປົດຕົວເອງອອກຈາກທຸກສິ່ງທີ່ຜູກມັດເຮົາໄວ້ໄດ້ເຊັ່ນກັນ. ຂະນະທີ່ພຣະຜູ້ເປັນເຈົ້າຄາດຫວັງໃຫ້ເຮົາ “ເຮັດທຸກສິ່ງທຸກຢ່າງທີ່ຢູ່ໃນອຳນາດຂອງພວກເຮົາ,”23 ໃຫ້ຈື່ໄວ້ວ່າ ພຣະອົງຈະໃຫ້ຄວາມຊ່ວຍເຫລືອໃນທຸກສິ່ງເຫລົ່ານີ້ທີ່ເຮົາຕ້ອງການ ເມື່ອເຮົາໄວ້ວາງໃຈໃນພຣະອົງ.
ເຮົາຈະສາມາດຍ້າຍກ້ອນຫີນ ແລະ ສ້າງຢູ່ເທິງດານຫີນຂອງພຣະອົງໄດ້ແນວໃດ?24 ເຮົາສາມາດເຮັດຕາມ ຄຳແນະນຳ ຂອງບັນດາສາດສະດາ.
ຍົກຕົວຢ່າງ, ໃນເດືອນຕຸລາທີ່ຜ່ານມາ, ປະທານຣະໂຊ ເອັມ ແນວສັນ ໄດ້ອ້ອນວອນເຮົາໃຫ້ດູແລປະຈັກພະຍານຂອງເຮົາເອງເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງ, ໃຫ້ພະຍາຍາມທີ່ຈະມີປະຈັກພະຍານ ແລະ ບຳລຸງລ້ຽງມັນ, ລ້ຽງດູມັນດ້ວຍຄວາມຈິງ, ແລະ ຫລີກລ້ຽງບໍ່ໃຫ້ມັນເປິເປື້ອນດ້ວຍປັດຊະຍາເທັດຂອງຜູ້ທີ່ບໍ່ເຊື່ອຖື. ເພິ່ນໄດ້ສັນຍາກັບເຮົາແຕ່ລະຄົນວ່າ, “ເມື່ອທ່ານສືບຕໍ່ເສີມສ້າງປະຈັກພະຍານຂອງທ່ານເຖິງພຣະເຢຊູຄຣິດໃຫ້ເປັນລຳດັບຄວາມສຳຄັນທີ່ສູງສຸດ, ໃຫ້ເຝົ້າເບິ່ງສິ່ງມະຫັດສະຈັນເກີດຂຶ້ນໃນຊີວິດຂອງທ່ານ.”25
ເຮົາສາມາດເຮັດໄດ້!
ເຮົາຈະສາມາດລຸກຂຶ້ນ ແລະ ຍ່າງອອກມາໃນທາງປຽບທຽບໄດ້ແນວໃດ? ເຮົາສາມາດກັບໃຈຢ່າງຊົມຊື່ນຍິນດີ ແລະ ເລືອກທີ່ຈະເຊື່ອຟັງ ພຣະບັນຍັດ ໄດ້. ພຣະຜູ້ເປັນເຈົ້າກ່າວວ່າ “ຜູ້ທີ່ມີກົດບັນຍັດຂອງເຮົາ, ແລະ ເຊື່ອຟັງກົດບັນຍັດນັ້ນ, ແມ່ນຜູ້ນັ້ນແຫລະ ທີ່ຮັກເຮົາ: ພຣະບິດາຂອງເຮົາຈະຮັກຜູ້ທີ່ຮັກເຮົາ, ແລະ ເຮົາຈະຮັກເຂົາເໝືອນກັນ, ທັງຈະປະກົດຕົວເຮົາໃຫ້ແກ່ເຂົາ.”26 ເຮົາສາມາດພະຍາຍາມທີ່ຈະກັບໃຈທຸກມື້ ແລະ ມຸ່ງໜ້າໄປຢ່າງຊົມຊື່ນຍິນດີ ດ້ວຍຄວາມເຕັມໃຈທີ່ເຕັມໄປດ້ວຍຄວາມຮັກຕໍ່ພຣະຜູ້ເປັນເຈົ້າ.
ເຮົາສາມາດເຮັດໄດ້!
ເຮົາຈະສາມາດປົດຕົວເຮົາເອງອອກຈາກທຸກສິ່ງທີ່ຜູກມັດເຮົາໄວ້ ດ້ວຍຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າໄດ້ແນວໃດ? ປະການທຳອິດທີ່ສຳຄັນທີ່ສຸດ ເຮົາສາມາດຜູກມັດຕົວເອງກັບພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຜ່ານທາງ ພັນທະສັນຍາ. ແອວເດີ ດີ ທອດ ຄຣິສໂຕເຟີສັນ ໄດ້ສິດສອນວ່າ: “ແຫລ່ງຂອງພະລັງທາງສິນທຳ ແລະ ທາງຈິດວິນຍານຂອງ [ເຮົາ] ມາຈາກໃສ, ແລະ ເຮົາຈະສາມາດໄດ້ມັນມາໄດ້ແນວໃດ? ແຫລ່ງນັ້ນຄື ພຣະເຈົ້າ. ການເຂົ້າເຖິງອຳນາດນັ້ນ ແມ່ນຜ່ານທາງພັນທະສັນຍາຂອງເຮົາຕໍ່ພຣະອົງ. … ໃນຂໍ້ຕົກລົງແຫ່ງສະຫວັນເຫລົ່ານີ້, ພຣະເຈົ້າຜູກມັດພຣະອົງເອງເພື່ອສະໜັບສະໜູນ, ຊຳລະລ້າງ, ແລະ ໃຫ້ຄວາມສູງສົ່ງແກ່ເຮົາ ເພື່ອເປັນການຕອບແທນສຳລັບພັນທະຂອງເຮົາໃນການຮັບໃຊ້ພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ.”27 ເຮົາສາມາດເຮັດ ແລະ ຮັກສາພັນທະສັນຍາອັນສັກສິດໄດ້.
ເຮົາສາມາດເຮັດໄດ້!
“ກິ້ງກ້ອນຫີນອອກ.” “ຈົ່ງອອກມາ.” “ແກ້ຜ້າໃຫ້ລາວ ແລ້ວປ່ອຍລາວໄປ.”
ຄຳແນະນຳ, ພຣະບັນຍັດ, ແລະ ພັນທະສັນຍາ. ເຮົາສາມາດເຮັດໄດ້!
ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ສັນຍາວ່າ, “ເຮົາຈະໄດ້ຮັບພອນບາງຢ່າງໄວ, ບາງຢ່າງຊ້າ, ແລະ ພອນບາງຢ່າງກໍຈະບໍ່ໄດ້ຮັບຈົນກວ່າຮອດສະຫວັນ; ແຕ່ສຳລັບຜູ້ຍຶດໝັ້ນໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ, ແມ່ນຈະໄດ້ຮັບ ພອນແທ້ໆ.”28
ແລະ ໃນທີ່ສຸດ, “ດັ່ງນັ້ນ, ຈົ່ງເບີກບານເຖີດ, ແລະ ຢ່າສູ່ຢ້ານ, ເພາະເຮົາພຣະຜູ້ເປັນເຈົ້າຢູ່ກັບພວກເຈົ້າ, ແລະ ຈະຢືນຢູ່ກັບພວກເຈົ້າ.”29
ນີ້ຄືຄຳພະຍານ ແລະ ປະຈັກພະຍານຂອງຂ້າພະເຈົ້າ, ໃນພຣະນາມອັນສັກສິດຂອງພຣະອົງຜູ້ທີ່ຈະສະເດັດມາສະເໝີ, ແມ່ນແຕ່ພຣະເຢຊູຄຣິດ, ອາແມນ.