ການປະຕິບັດສາດສະໜາກິດ
ຂໍໃຫ້ເຮົາເອື້ອມອອກໄປ ແລະ ດູແລ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດຂອງເຮົາຈະຊົງກະທຳ, ໂດຍສະເພາະຕໍ່ຜູ້ທີ່ເຮົາໄດ້ຮັບສິດທິພິເສດໃຫ້ຮັກ ແລະ ຮັບການມອບໝາຍໃຫ້ປະຕິບັດສາດສະໜາກິດ.
ອ້າຍເອື້ອຍນ້ອງ, ໝູ່ເພື່ອນທັງຫລາຍທີ່ຮັກແພງ, ຂໍຕ້ອນຮັບສູ່ກອງປະຊຸມໃຫຍ່ສາມັນ!
ຫລັງຈາກກອງປະຊຸມໃຫຍ່ສາມັນເດືອນຕຸລາທີ່ຜ່ານມາ, ຊິດສະເຕີກອງ ແລະ ຂ້າພະເຈົ້າໄດ້ຍ່າງຜ່ານສູນກາງປະຊຸມໃຫຍ່ເພື່ອທັກທາຍ ແລະ ເພື່ອຮັບຟັງປະສົບການພຣະກິດຕິຄຸນຂອງພວກທ່ານ.
ສະມາຊິກຂອງເຮົາຈາກແມັກຊິໂກໄດ້ເວົ້າວ່າ, “Hoy es el tiempo de Mexico [ມື້ນີ້ແມ່ນເວລາຂອງແມັກຊິໂກ].”
ພວກເຮົາໄດ້ຮູ້ວ່າ ກຽວລີ ແລະ ແມຣີ ແມ່ນເພື່ອນຈາກປະເທດອັງກິດ. ເມື່ອແມຣີໄດ້ເຂົ້າຮ່ວມສາດສະໜາຈັກ, ລາວໄດ້ສູນເສຍບ່ອນຢູ່ຂອງລາວ. ກຽວລີໄດ້ຊວນແມຣີໃຫ້ມາຢູ່ກັບລາວຢ່າງໃຈກວ້າງຂວາງ. ເຕັມໄປດ້ວຍສັດທາ, ກຽວລີເວົ້າວ່າ, “ຂ້ອຍບໍ່ເຄີຍສົງໄສເລີຍວ່າ ພຣະຜູ້ເປັນເຈົ້າຊົງຢູ່ກັບຂ້ອຍ.” ຢູ່ທີ່ກອງປະຊຸມໃຫຍ່, ກຽວລີຍັງໄດ້ພົບກັບຊິດສະເຕີຜູ້ສອນສາດສະໜາທີ່ໄດ້ສອນລາວ 47 ປີກ່ອນຢ່າງຊົມຊື່ນຍິນດີອີກຄັ້ງ.
ແຈັຟ ແລະ ພັນລະຍາຂອງລາວ, ເມລິສາ, ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສາມັນເປັນເທື່ອທຳອິດ. ແຈັຟເຄີຍເປັນນັກຫລິ້ນເບສບໍມືອາຊີບ (ລາວເປັນຜູ້ຮັບບານ) ແລະ ຕອນນີ້ ລາວເປັນແພດຢາສະຫລົບ. ລາວບອກຂ້າພະເຈົ້າວ່າ, “ຂ້ອຍປະຫລາດໃຈຫລາຍ, ທີ່ຂ້ອຍກຳລັງເດີນໜ້າສູ່ການບັບຕິສະມາ ເພາະມັນຮູ້ສຶກວ່າ ມັນເປັນວິຖີຊີວິດທີ່ແທ້ຈິງ ແລະ ສັດຊື່.”
ກ່ອນໜ້ານີ້, ເມລິສາໄດ້ຂໍໂທດກັບອ້າຍນ້ອງຜູ້ປະຕິບັດສາດສະໜາກິດຂອງແຈັຟ, “ແຈັຟບໍ່ຢາກໃຫ້ໃສ່ ‘ເສື້ອຂາວ’ ໃນເຮືອນຂອງພວກເຮົາ.” ອ້າຍນ້ອງຜູ້ປະຕິບັດສາດສະໜາກິດໄດ້ເວົ້າວ່າ, “ຂ້ອຍຈະຫາວິທີ.” ດຽວນີ້ ລາວ ແລະ ແຈັຟເປັນໝູ່ທີ່ດີຕໍ່ກັນ. ຢູ່ທີ່ພິທີບັບຕິສະມາຂອງແຈັຟນັ້ນ, ຂ້າພະເຈົ້າໄດ້ພົບກັບສານຸຊົນໄພ່ພົນຍຸກສຸດທ້າຍ ຜູ້ທີ່ແຈັຟ, ເມລິສາ, ແລະ ລູກສາວຂອງເຂົາເຈົ້າ, ຊາລ໊ອດ, ຮັກ.
ໃນຖານະຜູ້ຕິດຕາມຂອງພຣະເຢຊູຄຣິດ, ພວກເຮົາສະແຫວງຫາທີ່ຈະປະຕິບັດສາດສະໜາກິດຕໍ່ຄົນອື່ນ ດັ່ງທີ່ພຣະອົງຈະຊົງກະທຳ ເພາະຊີວິດກຳລັງລໍຖ້າທີ່ຈະຮັບການປ່ຽນແປງ.
ເມື່ອເພັກກີບອກຂ້າພະເຈົ້າວ່າ ສາມີຂອງລາວ, ຈອນ, ຈະຮັບບັບຕິສະມາ ຫລັງຈາກ 31 ປີຂອງການແຕ່ງງານ, ຂ້າພະເຈົ້າໄດ້ຖາມວ່າ ແມ່ນຫຍັງທີ່ໄດ້ປ່ຽນແປງໄປ.
ເພັກກີເວົ້າວ່າ, “ຈອນ ແລະ ຂ້ານ້ອຍໄດ້ສຶກສາ ພຣະຄຳພີໃໝ່ ຈົ່ງຕາມເຮົາມາ, ແລະ ຈອນໄດ້ຖາມກ່ຽວກັບຄຳສອນຂອງສາດສະໜາຈັກ.”
ເພັກກີໄດ້ເວົ້າວ່າ, “ໃຫ້ພວກເຮົາເຊີນຜູ້ສອນສາດສະໜາກັນເທາະ.”
ຈອນໄດ້ເວົ້າວ່າ, “ບໍ່ໃຫ້ມີຜູ້ສອນສາດສະໜາ—ນອກເສຍຈາກວ່າ ໝູ່ຂ້ອຍຈະສາມາດມາໄດ້.” ເປັນເວລາ 10 ກວ່າປີ, ອ້າຍນ້ອງຜູ້ປະຕິບັດສາດສະໜາກິດຂອງຈອນ ໄດ້ກາຍເປັນໝູ່ທີ່ລາວໄວ້ວາງໃຈ. (ຂ້າພະເຈົ້າຄິດວ່າ, ຖ້າອ້າຍນ້ອງຜູ້ປະຕິບັດສາດສະໜາກິດຂອງຈອນໄດ້ເຊົາມາຫາລາວຫລັງຈາກໜຶ່ງ, ສອງ, ຫລື ເກົ້າປີເດ?)
ຈອນໄດ້ຟັງ. ລາວໄດ້ອ່ານພຣະຄຳພີມໍມອນດ້ວຍເຈດຕະນາອັນແທ້ຈິງ. ເມື່ອຜູ້ສອນສາດສະໜາໄດ້ເຊື້ອເຊີນຈອນໃຫ້ຮັບບັບຕິສະມາ, ລາວໄດ້ຕອບຕົກລົງ. ເພັກກີເວົ້າວ່າ “ຂ້ອຍຕົກຕະລຶງ ແລະ ເລີ່ມຮ້ອງໄຫ້.”
ຈອນໄດ້ເວົ້າວ່າ, “ຂ້ອຍປ່ຽນ ຂະນະທີ່ຂ້ອຍຫຍັບເຂົ້າໃກ້ພຣະຜູ້ເປັນເຈົ້າຫລາຍຂຶ້ນ.” ຕໍ່ມາ, ຈອນ ແລະ ເພັກກີໄດ້ຮັບການຜະນຶກໃນພຣະວິຫານສັກສິດ. ເດືອນທັນວາທີ່ຜ່ານມາ, ຈອນໄດ້ເສຍຊີວິດໃນໄວ 92 ປີ. ເພັກກີເວົ້າວ່າ, “ຈອນເປັນຄົນດີມາຕະຫລອດ, ແຕ່ລາວໄດ້ປ່ຽນໄປໃນທາງທີ່ງົດງາມ ຫລັງຈາກທີ່ລາວຮັບບັບຕິສະມາ.”
ຊິດສະເຕີກອງ ແລະ ຂ້າພະເຈົ້າໄດ້ພົບກັບເມັບ ແລະ ເຈັນນີທາງວິດີໂອ ໃນຊ່ວງທີ່ໂຄວິດລະບາດ. (ພວກເຮົາໄດ້ພົບກັບຄູ່ສາມີພັນລະຍາ ແລະ ບຸກຄົນທີ່ດີເລີດຫລາຍຄົນທາງວິດີໂອໃນຊ່ວງໂຄວິດ, ແຕ່ລະຄົນໄດ້ຮັບການແນະນຳດ້ວຍການອະທິຖານໂດຍປະທານສະເຕກຂອງເຂົາເຈົ້າ.)
ເມັບ ແລະ ເຈັນນີໄດ້ກ່າວຢ່າງຖ່ອມຕົວວ່າ ຄວາມກັງວົນໃນຊີວິດຂອງເຂົາເຈົ້າເຮັດໃຫ້ເຂົາເຈົ້າສົງໄສວ່າ ຈະສາມາດຮັກສາການແຕ່ງງານໃນພຣະວິຫານຂອງເຂົາເຈົ້າໄວ້ໄດ້ຫລືບໍ່, ແລະ ຖ້າໄດ້, ຕ້ອງເຮັດແນວໃດ. ເຂົາເຈົ້າເຊື່ອວ່າ ການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ຂໍ້ຜູກມັດໃນພັນທະສັນຍາຂອງເຂົາເຈົ້າສາມາດຊ່ວຍເຂົາເຈົ້າໄດ້.
ລອງຈິນຕະນາການເບິ່ງຄວາມຊື່ນຊົມຂອງຂ້າພະເຈົ້າ ເມື່ອເມັບ ແລະ ເຈັນນີໄດ້ຮັບໃບຮັບຮອງເຂົ້າພຣະວິຫານໃໝ່ ແລະ ກັບຄືນສູ່ບ້ານຂອງພຣະຜູ້ເປັນເຈົ້ານຳກັນ. ຕໍ່ມາ ເມັບເກືອບເສຍຊີວິດ. ຊ່າງເປັນພອນແທ້ໆ ທີ່ເມັບ ແລະ ເຈັນນີໄດ້ຟື້ນຟູຄວາມສຳພັນແຫ່ງພັນທະສັນຍາກັບພຣະຜູ້ເປັນເຈົ້າ ແລະ ນຳກັນ, ແລະ ຮູ້ສຶກເຖິງຄວາມຮັກຂອງການປະຕິບັດສາດສະໜາກິດຂອງຫລາຍຄົນທີ່ຢູ່ອ້ອມຕົວເຂົາເຈົ້າ.
ທຸກບ່ອນທີ່ຂ້າພະເຈົ້າໄປ, ຂ້າພະເຈົ້າຮຽນຮູ້ຢ່າງກະຕັນຍູຈາກຜູ້ທີ່ປະຕິບັດສາດສະໜາກິດ ແລະ ຫ່ວງໃຍ ເຊັ່ນດຽວກັບທີ່ພຣະຜູ້ຊ່ວຍໃຫ້ລອດຊົງກະທຳ.
ໃນເປຣູ, ຊິດສະເຕີກອງ ແລະ ຂ້າພະເຈົ້າໄດ້ພົບກັບຊາລວາດໍ ແລະ ອ້າຍເອື້ອຍຂອງລາວ.1 ຊາລວາດໍ ແລະ ອ້າຍເອື້ອຍຂອງລາວເປັນເດັກກຳພ້າ. ມັນແມ່ນວັນເກີດຂອງຊາລວາດໍ. ຜູ້ນຳ ແລະ ສະມາຊິກສາດສະໜາຈັກທີ່ປະຕິບັດສາດສະໜາກິດຢ່າງຊື່ສັດຕໍ່ຄອບຄົວນີ້ ດົນໃຈຂ້າພະເຈົ້າ. “ທຳມະທີ່ບໍລິສຸດ ແລະ ບໍ່ມີການຊົ່ວມົວໝອງ … ກໍມີດັ່ງນີ້ ຄືການຢ້ຽມຢາມລູກກຳພ້າ ແລະ ຍິງໝ້າຍ,”2 “ຊ່ວຍເຫລືອຄົນທີ່ອ່ອນແອ, ຍົກມືທີ່ເມື່ອຍລ້າ, ແລະ ໃຫ້ກຳລັງຫົວເຂົ່າທີ່ອ່ອນເພຍ.”3
ໃນຮົງກົງ, ປະທານກຸ່ມແອວເດີໄດ້ແບ່ງປັນຢ່າງສຸພາບອ່ອນໂຍນເຖິງວິທີທີ່ກຸ່ມຂອງເຂົາເຈົ້າດຳເນີນການສຳພາດຜູ້ປະຕິບັດສາດສະໜາກິດຢ່າງສະໝໍ່າສະເໝີ 100 ເປີເຊັນ. “ພວກເຮົາຈັດຄູ່ດ້ວຍການອະທິຖານ ເພື່ອວ່າທຸກຄົນຈະສາມາດໃຫ້ການດູແລ ແລະ ຮັບການດູແລ,” ລາວກ່າວ. “ພວກເຮົາຖາມແຕ່ລະຄູ່ກ່ຽວກັບຜູ້ທີ່ເຂົາເຈົ້າປະຕິບັດສາດສະໜາກິດຕໍ່. ພວກເຮົາບໍ່ໄດ້ເຮັດພໍໃຫ້ແລ້ວໆໄປ; ແຕ່ພວກເຮົາປະຕິບັດສາດສະໜາກິດຕໍ່ຜູ້ປະຕິບັດສາດສະໜາກິດທີ່ດູແລຜູ້ຄົນຂອງພວກເຮົາ.”
ໃນຄິນຊາຊາ, ສາທາລະນະລັດປະຊາທິປະໄຕ ຄອງໂກ, ປະທານໂບໂກໂລ ໄດ້ແບ່ງປັນວ່າ ເພິ່ນ ແລະ ຄອບຄົວຂອງເພິ່ນໄດ້ເຂົ້າຮ່ວມສາດສະໜາຈັກຢູ່ທີ່ປະເທດຝຣັ່ງແນວໃດ. ມື້ໜຶ່ງ, ຂະນະທີ່ເພິ່ນກຳລັງອ່ານປິຕຸພອນຂອງເພິ່ນຢູ່ນັ້ນ, ພຣະວິນຍານໄດ້ດົນໃຈ ບຣາເດີ ໂບໂກໂລ ໃຫ້ກັບຄືນເມືອ ສປ ຄອງໂກ ກັບຄອບຄົວຂອງເພິ່ນ. ບຣາເດີ ໂບໂກໂລ ຮູ້ຢູ່ແລ້ວວ່າ ເພິ່ນອາດປະເຊີນກັບການທ້າທາຍຫລາຍຢ່າງ ຖ້າພວກເພິ່ນກັບຄືນເມືອ. ແລະ ສາດສະໜາຈັກຂອງພວກເພິ່ນ, ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ຍັງບໍ່ທັນໄດ້ຖືກສ້າງຕັ້ງຂຶ້ນເທື່ອໃນຄິນຊາຊາ.
ແຕ່, ດ້ວຍສັດທາ, ເຊັ່ນດຽວກັບຄົນອື່ນໆຫລາຍຄົນ, ຄອບຄົວໂບໂກໂລໄດ້ເຮັດຕາມພຣະວິນຍານຂອງພຣະຜູ້ເປັນເຈົ້າ. ໃນຄິນຊາຊາ, ພວກເພິ່ນໄດ້ປະຕິບັດສາດສະໜາກິດ ແລະ ເປັນພອນແກ່ຄົນທີ່ຢູ່ອ້ອມຕົວພວກເພິ່ນ, ໄດ້ເອົາຊະນະການທ້າທາຍ, ໄດ້ຮັບພອນຝ່າຍວິນຍານ ແລະ ຝ່າຍໂລກ. ທຸກມື້ນີ້, ພວກເພິ່ນປິຕິຍິນດີກັບການມີບ້ານຂອງພຣະຜູ້ເປັນເຈົ້າໃນປະເທດຂອງພວກເພິ່ນ.4
ຜູ້ປ່ຽນໃຈເຫລື້ອມໃສຄົນໜຶ່ງໄດ້ຮັບການປະຕິບັດສາດສະໜາກິດຕໍ່ໂດຍຕົວຢ່າງສ່ວນຕົວ. ເມື່ອຕອນເປັນຊາຍໜຸ່ມ, ລາວເວົ້າວ່າ ລາວໄດ້ໃຊ້ເວລາໃນແຕ່ລະມື້ຂອງລາວ ນັ່ງພັກຜ່ອນຢູ່ຊາຍຫາດ. ມື້ໜຶ່ງ, ລາວເວົ້າວ່າ, “ຂ້ານ້ອຍໄດ້ເຫັນຜູ້ຍິງໜ້າຕາດີຄົນໜຶ່ງໃນຊຸດລອຍນໍ້າທີ່ສຸພາບຮຽບຮ້ອຍ.” ດ້ວຍຄວາມປະຫລາດໃຈ, ລາວໄດ້ຍ່າງໄປຖາມວ່າ ເປັນຫຍັງຜູ້ຍິງໜ້າຕາດີເຊັ່ນນີ້ຈຶ່ງໃສ່ຊຸດລອຍນໍ້າທີ່ສຸພາບຮຽບຮ້ອຍແທ້. ນາງເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແລະ ໄດ້ຖາມພ້ອມຮອຍຍິ້ມວ່າ, “ເຈົ້າຢາກໄປໂບດວັນອາທິດນີ້ບໍ່?” ລາວເວົ້າວ່າ ໄປ.
ຫລາຍປີກ່ອນ, ຂະນະທີ່ພວກເຮົາກຳລັງເຮັດວຽກມອບໝາຍນຳກັນຢູ່ນັ້ນ, ແອວເດີ ແອວ ທອມ ແພຣີ ໄດ້ແບ່ງປັນວ່າ ເພິ່ນ ແລະ ຄູ່ຂອງເພິ່ນ ໄດ້ປະຕິບັດສາດສະໜາກິດເປັນປະຈຳຕໍ່ເອື້ອຍນ້ອງຄົນໜຶ່ງທີ່ຢູ່ຄົນດຽວໃນຄຸ້ມທີ່ອັນຕະລາຍໃນເມືອງບອສຕັນແນວໃດ. ເມື່ອແອວເດີ ແພຣີ ແລະ ຄູ່ຂອງເພິ່ນໄປຮອດ, ເອື້ອຍນ້ອງຜູ້ນັ້ນໄດ້ກຳຊັບຢ່າງລະມັດລະວັງວ່າ, “ປ່ອນໃບຮັບຮອງເຂົ້າພຣະວິຫານຂອງພວກເຈົ້າມາທາງລຸ່ມປະຕູ.” ພຽງແຕ່ຫລັງຈາກທີ່ເຫັນໃບຮັບຮອງເຂົ້າພຣະວິຫານເທົ່ານັ້ນ ລາວຈຶ່ງປົດລ໊ອກຫລາຍໆອັນ ແລະ ເປີດປະຕູ.5 ແນ່ນອນ, ຂ້າພະເຈົ້າບໍ່ໄດ້ເວົ້າວ່າ ຄູ່ປະຕິບັດສາດສະໜາກິດຈຳເປັນຕ້ອງມີໃບຮັບຮອງເຂົ້າພຣະວິຫານ. ແຕ່ຂ້າພະເຈົ້າມັກຄວາມຄິດທີ່ວ່າ, ເມື່ອຜູ້ທີ່ໃຫ້ກຽດແກ່ພັນທະສັນຍາປະຕິບັດສາດສະໜາກິດ, ບ້ານກໍປົດລ໊ອກ ແລະ ໃຈກໍເປີດອອກ.
ແອວເດີ ແພຣີ ຍັງໄດ້ໃຫ້ຄຳແນະນຳທີ່ໃຊ້ໄດ້ແທ້. ເພິ່ນໄດ້ກ່າວວ່າ, “ມອບໝາຍວຽກງານໃນຈຳນວນທີ່ສົມເຫດສົມຜົນໃຫ້ຄູ່ປະຕິບັດສາດສະໜາກິດ, ເລືອກດ້ວຍການອະທິຖານ, ຈັດກຸ່ມພື້ນທີ່ທາງພູມສາດຢ່າງເໝາະສົມ ເພື່ອວ່າເວລາການເດີນທາງຈະຖືກນຳໃຊ້ເປັນຢ່າງດີ.” ເພິ່ນໄດ້ແນະນຳວ່າ, “ເລີ່ມຕົ້ນຈາກຜູ້ທີ່ຕ້ອງການການຢ້ຽມຢາມຫລາຍທີ່ສຸດ. ສ້າງຈາກຜູ້ທີ່ມີແນວໂນ້ມທີ່ຈະຕ້ອນຮັບ ແລະ ຕອບສະໜອງຕໍ່ການຢ້ຽມຢາມເປັນຢ່າງດີ.” ເພິ່ນໄດ້ສະຫລຸບວ່າ, “ຄວາມສະໝໍ່າສະເໝີທີ່ມີສັດທາ ນຳການອັດສະຈັນມາໃຫ້.”
ການປະຕິບັດສາດສະໜາກິດທີ່ສູງກວ່າ ແລະ ສັກສິດກວ່າ6 ມີມາ ເມື່ອເຮົາອະທິຖານເພື່ອ “ຄວາມຮັກອັນບໍລິສຸດຂອງພຣະຄຣິດ”7 ແລະ ເຮັດຕາມພຣະວິນຍານ. ນອກຈາກນີ້ ມັນຍັງມີມາ ເມື່ອຝ່າຍປະທານກຸ່ມແອວເດີ ແລະ ຝ່າຍປະທານສະມາຄົມສະຕີສົງເຄາະ, ພາຍໃຕ້ການຊີ້ນຳຂອງອະທິການ, ດູແລຄວາມພະຍາຍາມຂອງການປະຕິບັດສາດສະໜາກິດ, ລວມທັງການມອບໝາຍຄູ່ປະຕິບັດສາດສະໜາກິດ. ກະລຸນາໃຫ້ໂອກາດຊາຍໜຸ່ມ ແລະ ຍິງໜຸ່ມເພື່ອເປັນຄູ່ ແລະ ຮັບການອົບຮົມໂດຍອ້າຍນ້ອງ ແລະ ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດທີ່ມີປະສົບການ. ແລະ ກະລຸນາໃຫ້ຄົນໜຸ່ມລຸ້ນໃໝ່ເປັນແຮງບັນດານໃຈໃຫ້ຄູ່ອ້າຍນ້ອງ ແລະ ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ.
ໃນບາງບ່ອນໃນສາດສະໜາຈັກ, ພວກເຮົາມີຊ່ອງວ່າງໃນການປະຕິບັດສາດສະໜາກິດ. ມີຫລາຍຄົນເວົ້າວ່າ ເຂົາເຈົ້າປະຕິບັດສາດສະໜາກິດ ແຕ່ມີໜ້ອຍຄົນເວົ້າວ່າ ເຂົາເຈົ້າໄດ້ຮັບການປະຕິບັດສາດສະໜາກິດຕໍ່. ເຮົາບໍ່ຕ້ອງການບັນຊີລາຍການຄວາມຫ່ວງໃຍ. ແຕ່ຫລາຍເທື່ອທີ່ເຮົາຕ້ອງການຫລາຍກວ່າການຖາມສະບາຍດີທີ່ຈິງໃຈຢູ່ໃນຫ້ອງໂຖງ ຫລື ຄຳວ່າ “ມີຫຍັງໃຫ້ຊ່ວຍບໍ່?” ແບບທຳມະດາຢູ່ບ່ອນຈອດລົດ. ຢູ່ຫລາຍໆບ່ອນ, ເຮົາສາມາດເອື້ອມອອກໄປ, ເຂົ້າໃຈຄົນອື່ນ ແລະ ສະຖານະການຂອງເຂົາເຈົ້າ, ແລະ ສ້າງຄວາມສຳພັນເມື່ອເຮົາໄປຢ້ຽມຢາມສະມາຊິກຢູ່ທີ່ບ້ານຂອງເຂົາເຈົ້າເປັນປະຈຳ. ຄຳເຊີນທີ່ດົນໃຈປ່ຽນຊີວິດ. ເມື່ອຄຳເຊີນຊ່ວຍໃຫ້ເຮົາເຮັດ ແລະ ຮັກສາພັນທະສັນຍາທີ່ສັກສິດ, ເຮົາກໍຫຍັບເຂົ້າໃກ້ພຣະຜູ້ເປັນເຈົ້າ ແລະ ເຂົ້າໃກ້ຊຶ່ງກັນແລະກັນຫລາຍຂຶ້ນ.
ມີກ່າວໄວ້ວ່າ ຜູ້ທີ່ເຂົ້າໃຈວິນຍານທີ່ແທ້ຈິງຂອງການປະຕິບັດສາດສະໜາກິດ ຈະເຮັດຫລາຍກວ່າແຕ່ກ່ອນ, ຂະນະທີ່ຜູ້ທີ່ບໍ່ເຂົ້າໃຈຈະເຮັດໜ້ອຍລົງ. ຂໍໃຫ້ເຮົາເຮັດຫລາຍຂຶ້ນກວ່າເກົ່າ, ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດຈະຊົງກະທຳ. ດັ່ງທີ່ເພງສວດຂອງເຮົາເວົ້າວ່າ, “ເປັນພອນແຫ່ງງານໜ້າທີ່ ແລະ ຮັກ.”8
ສະພາຫວອດ, ກຸ່ມແອວເດີ, ແລະ ສະມາຄົມສະຕີສົງເຄາະ, ກະລຸນາຟັງຜູ້ລ້ຽງແກະທີ່ດີ ແລະ ຊ່ວຍພຣະອົງ “ຊອກຫາແກະໂຕທີ່ຫລົງເສຍໄປ, … ນຳແກະໂຕທີ່ຊັດເຊພະເນຈອນໄປນັ້ນກັບຄືນມາ, … ພັນບາດແຜໂຕທີ່ໄດ້ຖືກທຳຮ້າຍ, … ປິ່ນປົວໂຕທີ່ເຈັບໂຊ.”9 ເຮົາອາດຕ້ອນຮັບ “[ທູດສະຫວັນ] ຢ່າງບໍ່ຮູ້ຕົວ”10 ຂະນະທີ່ເຮົາກຽມຫ້ອງໃນໂຮງແຮມຂອງພຣະອົງສຳລັບທຸກຄົນ.11
ການປະຕິບັດສາດສະໜາກິດທີ່ໄດ້ຮັບການດົນໃຈ ເປັນພອນໃຫ້ຄອບຄົວ ແລະ ບຸກຄົນ; ມັນຍັງເພີ່ມຄວາມເຂັ້ມແຂງໃຫ້ກັບຫວອດ ແລະ ສາຂານຳອີກ. ໃຫ້ຄິດວ່າ ຫວອດ ຫລື ສາຂາຂອງທ່ານເປັນລະບົບນິເວດທາງວິນຍານ. ໃນວິນຍານຂອງຄຳປຽບທຽບເລື່ອງຕົ້ນໝາກກອກໃນພຣະຄຳພີມໍມອນ, ເຈົ້າຂອງສວນອະງຸ່ນ ແລະ ຄົນໃຊ້ຂອງເພິ່ນ ນຳໝາກທີ່ລໍ້າຄ່າມາ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຕົ້ນໄມ້ແຕ່ລະຕົ້ນ ໂດຍການຕໍ່ຄວາມເຂັ້ມແຂງ ແລະ ຄວາມອ່ອນແອຂອງຕົ້ນໄມ້ທັງໝົດໃສ່ກັນ.12 ເຈົ້າຂອງສວນອະງຸ່ນ ແລະ ຄົນໃຊ້ຂອງເພິ່ນຖາມຢ່າງຊໍ້າໆວ່າ, “ເຮົາຈະເຮັດແນວໃດຕື່ມອີກ?”13 ຮ່ວມກັນ, ພວກເພິ່ນເປັນພອນໃຫ້ໃຈ ແລະ ບ້ານ, ຫວອດ ແລະ ສາຂາ, ຜ່ານທາງການປະຕິບັດສາດສະໜາກິດທີ່ໄດ້ຮັບການດົນໃຈ ແລະ ສະໝໍ່າສະເໝີ.14
ການປະຕິບັດສາດສະໜາກິດ—ການລ້ຽງແກະ—ເຮັດໃຫ້ສວນອະງຸ່ນຂອງເຮົາເປັນ “ກາຍດຽວ”15—ຄືປ່າສັກສິດ. ຕົ້ນໄມ້ແຕ່ລະຕົ້ນໃນປ່າຂອງເຮົາແມ່ນຕົ້ນຕະກຸນທີ່ມີຊີວິດ. ຮາກເຫງົ້າ ແລະ ກິ່ງງ່າກໍສານກັນ. ການປະຕິບັດສາດສະໜາກິດເປັນພອນໃຫ້ແກ່ຫລາຍໆລຸ້ນຄົນ. ເມື່ອການຮັບໃຊ້ເປັນທີ່ຕ້ອງການ, ອະທິການທີ່ສະຫລາດ, ຝ່າຍປະທານກຸ່ມແອວເດີ ແລະ ຝ່າຍປະທານສະມາຄົມສະຕີສົງເຄາະຈະຖາມວ່າ, “ແມ່ນໃຜເປັນອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ?” ສະພາຫວອດ ແລະ ການສຳພາດຜູ້ປະຕິບັດສາດສະໜາກິດ ບໍ່ພຽງແຕ່ຖາມກ່ຽວກັບການທ້າທາຍ ຫລື ບັນຫາເທົ່ານັ້ນ ແຕ່ຍັງເບິ່ງດ້ວຍຕາ ເພື່ອເຫັນນຳອີກ ແລະ ປິຕິຍິນດີໃນຄວາມເມດຕາອັນອ່ອນໂຍນຂອງພຣະຜູ້ເປັນເຈົ້າໃນຊີວິດຂອງເຮົາ ຂະນະທີ່ເຮົາປະຕິບັດສາດສະໜາກິດດັ່ງທີ່ພຣະອົງຈະຊົງກະທຳ.
ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ເປັນຕົວຢ່າງທີ່ດີພ້ອມ.16 ເພາະພຣະອົງເປັນຄົນດີ, ພຣະອົງໄດ້ໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ.17 ພຣະອົງອວຍພອນທັງແກະໂຕໜຶ່ງ ແລະ 99 ໂຕ. ພຣະອົງເປັນຕົວຢ່າງທີ່ດີເລື່ອງການປະຕິບັດສາດສະໜາກິດ. ເຮົາກາຍເປັນເໝືອນດັ່ງພຣະເຢຊູຄຣິດ ເມື່ອເຮົາເຮັດ “ແກ່ຜູ້ທີ່ຕໍ່າຕ້ອຍທີ່ສຸດ” ດັ່ງທີ່ເຮົາຈະເຮັດແກ່ພຣະອົງ,18 ເມື່ອເຮົາຮັກເພື່ອນບ້ານເໝືອນຮັກຕົນເອງ,19 ເມື່ອເຮົາ “ຮັກຊຶ່ງກັນແລະກັນ [ເໝືອນດັ່ງທີ່ພຣະອົງ] ຮັກເຮົາ,”20 ແລະ ເມື່ອ “ຜູ້ໃດໃນພວກເຈົ້າຢາກເປັນໃຫຍ່ ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ຂອງພວກເຈົ້າ.”21
ພຣະເຢຊູຄຣິດປະຕິບັດສາດສະໜາກິດ. ທູດສະຫວັນປະຕິບັດສາດສະໜາກິດ.22 ຜູ້ຕິດຕາມຂອງພຣະເຢຊູຄຣິດ “ປະຕິບັດສາດສະໜາກິດແກ່ກັນແລະກັນ,”23 “ຊົມຊື່ນຍິນດີກັບຜູ້ທີ່ຊົມຊື່ນຍິນດີ ຮ້ອງໄຫ້ກັບຜູ້ທີ່ຮ້ອງໄຫ້,”24 “ດູແລ … ແລະ ບຳລຸງລ້ຽງຜູ້ຄົນ … ໃນສິ່ງທີ່ຊອບທຳ,”25 “ຈື່ຈຳຄົນຍາກຈົນ ແລະ ຄົນຂັດສົນ, ຄົນເຈັບປ່ວຍ ແລະ ຄົນທີ່ເປັນທຸກ,”26 ໃຫ້ພຣະນາມຂອງພຣະອົງເປັນທີ່ຮູ້ຈັກຜ່ານທາງການປະຕິບັດສາດສະໜາກິດຂອງເຮົາ.27 ເມື່ອເຮົາປະຕິບັດສາດສະໜາກິດດັ່ງທີ່ພຣະອົງຈະຊົງກະທຳ, ເຮົາກໍເປັນພະຍານຕໍ່ການອັດສະຈັນຕ່າງໆຂອງພຣະອົງ ແລະ ພອນຂອງພຣະອົງ.28 ເຮົາຮັບ “ພາລະກິດ ຊຶ່ງປະເສີດກວ່າ.”29
ເຮົາອາດອິດເມື່ອຍຝ່າຍຮ່າງກາຍ. ແຕ່ໃນການຮັບໃຊ້ພຣະອົງ ເຮົາ “ຢ່າເມື່ອຍລ້າໃນການເຮັດວຽກງານດີ.”30 ເຮົາເຮັດໃຫ້ດີທີ່ສຸດຢ່າງພາກພຽນ, ໂດຍບໍ່ແລ່ນໄວກວ່າກຳລັງຂອງຕົນ,31 ແຕ່ໄວ້ວາງໃຈ, ດັ່ງທີ່ອັກຄະສາວົກໂປໂລໄດ້ສິດສອນວ່າ “ພຣະເຈົ້າຊົງຮັກຄົນນັ້ນ ທີ່ໃຫ້ດ້ວຍຊື່ນໃຈຍິນດີ.”32 ເພາະພຣະເຈົ້າຜູ້ຊົງ “ປະທານແນວປູກໃຫ້ແກ່ຜູ້ຫວ່ານ ກັບທັງອາຫານສຳລັບກິນ ຈະຊົງປະທານແນວປູກໃຫ້ແກ່ເຈົ້າທັງຫລາຍ ທັງຈະຊົງບັນດານໃຫ້ແນວປູກນັ້ນທະວີຫລາຍຂຶ້ນ.”33 ໃນອີກຄຳໜຶ່ງ, ພຣະເຈົ້າຊົງໂຜດໃຫ້ “ເຈົ້າທັງຫລາຍຮັ່ງມີ ດ້ວຍສິ່ງຂອງຢ່າງບໍລິບູນ.”34 ພວກເຂົາຜູ້ທີ່ “ຫວ່ານຫລາຍກໍເກັບກ່ຽວໄດ້ຫລາຍ.”35
ບໍ່ວ່າເຮົາຈະຢູ່ໃສໃນຊ່ວງເທດສະການອີດສະເຕີນີ້, ຂໍໃຫ້ເຮົາເອື້ອມອອກໄປ ແລະ ດູແລ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດຂອງເຮົາຈະຊົງກະທຳ, ໂດຍສະເພາະຕໍ່ຜູ້ທີ່ເຮົາໄດ້ຮັບສິດທິພິເສດໃຫ້ຮັກ ແລະ ຮັບການມອບໝາຍໃຫ້ປະຕິບັດສາດສະໜາກິດ. ໃນການເຮັດເຊັ່ນນັ້ນ, ຂໍໃຫ້ເຮົາຫຍັບເຂົ້າໃກ້ພຣະເຢຊູຄຣິດ ແລະ ເຂົ້າໃກ້ກັນແລະກັນຫລາຍຂຶ້ນ, ໂດຍກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ ແລະ ເປັນໄພ່ພົນຍຸກສຸດທ້າຍທີ່ພຣະອົງຢາກໃຫ້ເຮົາເປັນ. ໃນພຣະນາມອັນສັກສິດຂອງພຣະອົງ, ພຣະເຢຊູຄຣິດ, ອາແມນ.