ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ໄວ້​ວາງ​ໃຈ​ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ການ​ໄວ້​ວາງ​ໃຈ​ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ

ເມື່ອ​ເຮົາ​ໄດ້​ສ້າງ​ບ້ານ​ຂອງ​ເຮົາ​ເທິງ​ຮາກ​ຖານ​ຂອງ​ຄວາມ​ສຳ​ພັນ​ຕາມ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ຄຣິດ, ເຮົາ​ກຳ​ລັງ​ໄວ້​ວາງ​ໃຈ​ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ.

ໃນ​ສາຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເຫັນ​ສາດ​ສະ​ດາ​ນີ​ໄຟ​ຢູ່​ທີ່​ໂຕະ​ທຳ​ງານ​ຂອງ​ເພິ່ນ, ແຜ່ນ​ຈາ​ລຶກ​ຄຳ​ວາງ​ຢາຍ​ຢູ່​ຕໍ່​ໜ້າ​ເພິ່ນ, ມີ​ປາກ​ກາ​ແກະ​ສະ​ຫລັກ​ຢູ່​ໃນ​ມື.

ນີ​ໄຟ​ກຳ​ລັງ​ທຳ​ການ​ແກະ​ສະ​ຫລັກ​ບັນ​ທຶກ​ສຸດ​ທ້າຍ​ໃຫ້​ສຳ​ເລັດ. ເພິ່ນ​ໄດ້​ຂຽນ​ວ່າ, “ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ຈົບ​ຂໍ້​ຄວາມ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ເທົ່າ​ນີ້.”1 ແຕ່​ບໍ່​ດົນ​ຈາກ​ນັ້ນ, ພຣະ​ວິນ​ຍານ​ໄດ້​ກະ​ຕຸ້ນ​ໃຫ້​ນີ​ໄຟ​ກັບ​ໄປ​ຫາ​ບັນ​ທຶກ​ຂອງ​ເພິ່ນ ແລະ ຂຽນ​ຂໍ້​ຄວາມ​ສົ່ງ​ທ້າຍ. ພາຍ​ໃຕ້​ອິດ​ທິ​ພົນ​ອັນ​ມີ​ພະ​ລັງ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ສາດ​ສະ​ດາ​ທີ່​ຍິ່ງ​ໃຫຍ່​ຜູ້​ນັ້ນ​ໄດ້​ຈັບ​ເອົາ​ປາກ​ກາ​ແກະ​ສະ​ຫລັກ ແລະ ຂຽນ​ອີກ​ຄັ້ງ​ວ່າ, “ດັ່ງ​ນັ້ນ, ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບັນ​ທຶກ​ໄວ້​ກໍ​ພຽງ​ພໍ​ສຳ​ລັບ​ຂ້າ​ພະ​ເຈົ້າ, ນອກ​ຈາກ​ຈະ​ເປັນ​ຄຳ​ເວົ້າ​ສອງ​ສາມ​ຄຳ … ຂ້າ​ພະ​ເຈົ້າ ຕ້ອງ ເວົ້າ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພຣະ​ຄຣິດ.”2

ເຮົາ​ຮູ້​ສຶກ​ຂອບ​ຄຸນ​ຊົ່ວ​ນິ​ລັນ​ດອນ​ຫລາຍ​ພຽງ​ໃດ​ສຳ​ລັບ “ສອງ​ສາມ​ຄຳ”3 ເຫລົ່າ​ນັ້ນ ແລະ ສຳ​ລັບ​ພຣະ​ວິນ​ຍານ​ທີ່​ບັງ​ຄັບ​ໃຫ້​ນີ​ໄຟ​ຂຽນ​ຄຳ​ເຫລົ່າ​ນັ້ນ. ບົດ​ຄວາມ​ຂອງ​ນີ​ໄຟ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພຣະ​ຄຣິດ ເປັນ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຕໍ່​ຜູ້​ທີ່​ຊື່ນ​ຊົມ​ກັບ​ຄຳ​ເຫລົ່າ​ນັ້ນ. ມັນ​ບັນ​ຈຸ​ພາບ​ນິ​ມິດ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ4 ແລະ ສຸ​ລະ​ສຽງ​ຂອງ​ພຣະ​ບຸດ ເຊື້ອ​ເຊີນ​ໃຫ້​ທຸກ​ຄົນ​ຕິດ​ຕາມ​ພຣະ​ອົງ5 ແລະ “ເຮັດ​ສິ່ງ​ທີ່ [ເຮົາ] ເຫັນ [ພຣະ​ອົງ] ເຮັດ.”6 ມັນ​ບັນ​ຈຸ​ຄຳ​ພະ​ຍານ​ຂອງ​ນີ​ໄຟ​ວ່າ ຜູ້​ທີ່​ກັບ​ໃຈ​ຈາກ​ບາບ​ຢ່າງ​ຈິງ​ໃຈ​ດ້ວຍ​ສັດ​ທາ​ໃນ​ພຣະ​ຄຣິດ ແລະ ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເຂົ້າ​ໄປ​ໃນ​ນ້ຳ​ແຫ່ງ​ບັບ​ຕິ​ສະ​ມາ ຈະ “ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; ແທ້​ຈິງ​ແລ້ວ, ເມື່ອ​ນັ້ນ​ການ​ບັບ​ຕິ​ສະ​ມາ​ດ້ວຍ​ໄຟ ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ມາ​ເຖິງ.”7 ເຮົາ​ກໍ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ບິ​ດາ​ເປັນ​ພະ​ຍານ​ນຳ​ອີກ​ວ່າ: “ແທ້​ຈິງ​ແລ້ວ, ຄຳ​ຂອງ​ຜູ້​ເປັນ​ທີ່​ຮັກ​ຂອງ​ເຮົາ​ຈິງ ແລະ ຊື່​ສັດ. ຜູ້​ໃດ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ຜູ້​ນັ້ນ​ຈະ​ລອດ.”8

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເຄີຍ​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຄຳ​ສອນ​ຂອງ​ພຣະ​ຄຣິດ ໃນ​ລະ​ຫວ່າງ​ການ​ກ່າວ​ກັບ​ຜູ້​ນຳ​ເຜີຍ​ແຜ່: “ເໜືອກວ່າ​ສິ່ງ​ອື່ນ​ໃດ ພວກ​ເຮົາ​ຕ້ອງ​ການ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ … ມີ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຈາ​ລຶກ​ໄວ້​ຢູ່​ໃນ​ໃຈ​ຂອງ​ເຂົາ​ເຈົ້າ—ຝັງ​ຮາກ … ຢູ່​ໃນ​ໄຂ​ກະ​ດູກ​ຂອງ​ເຂົາ​ເຈົ້າ.”9

ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ສະ​ຫລຸບ​ອົງ​ປະ​ກອບ​ຫ້າ​ຢ່າງ​ຂອງ​ຄຳ​ສອນ​ຂອງ​ພຣະ​ຄຣິດ. ມັນ​ກ່າວ​ວ່າ, “[ພວກ​ເຮົາ] ເຊື້ອ​ເຊີນ​ຜູ້​ອື່ນ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ຄຣິດ ໂດຍ​ການ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ຜ່ານ​ທາງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ການ​ກັບ​ໃຈ, ການ​ຮັບ​ບັບ​ຕິ​ສະ​ມາ, ການ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.”10

ແຕ່​ຄວາມ​ສຳ​ຄັນ​ຂອງ​ຄຳ​ສອນ​ຂອງ​ພຣະ​ຄຣິດ ບໍ່​ໄດ້​ມີ​ໄວ້​ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ເທົ່າ​ນັ້ນ! ແລະ ມັນ​ມີ​ຄວາມ​ເລິກ​ເຊິ່ງ​ຫລາຍ​ກວ່າ​ການ​ສະ​ຫລຸບ​ອົງ​ປະ​ກອບ​ຫ້າ​ຢ່າງ​ຊ້ຳ​ຄືນ​ເທົ່າ​ນັ້ນ. ມັນ​ຄຸມ​ກວມ​ກົດ​ຂອງ​ພຣະ​ກິດ​ຕິ​ຄຸນ. ມັນ​ແມ່ນ​ແຜນ​ທີ່​ຍິ່ງ​ໃຫຍ່​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຖ້າ​ຫາກ​ເຮົາ​ຕ້ອງຍອມ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ປະ​ທານ​ແນວ​ສັນ ເພື່ອ​ໃຫ້​ຄຳ​ສອນ​ຂອງ​ພຣະ​ຄຣິດ ຝັງ​ຮາກ​ຢູ່​ໃນ​ໄຂ​ກະ​ດູກ ຂອງ​ເຮົາ, ເຮົາ​ຕ້ອງ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂຶ້ນ ໂດຍ​ການ​ສຶກ​ສາ, ການ​ອະ​ທິ​ຖານ, ການ​ດຳ​ລົງ​ຊີ​ວິດ​ຢ່າງ​ຊື່​ສັດ, ແລະ ການ​ກັບ​ໃຈ​ຢ່າງ​ຕໍ່​ເນື່ອງ. ເຮົາ​ຕ້ອງ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເພື່ອ​ຈາ​ລຶກ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ໃສ່​ໃນ “ຫົວ​ໃຈ [ຂອງ​ເຮົາ]”11 ໃຫ້​ເລິກ ແລະ ຖາ​ວອນ ເໝືອນ​ດັ່ງ​ທີ່​ນີ​ໄຟ​ໄດ້​ແກະ​ສະ​ຫລັກ​ໄວ້​ຢູ່​ເທິງ​ແຜ່ນ​ຈາ​ລຶກ​ຄຳ.

ເດືອນ​ຕຸ​ລາ​ແລ້ວ​ນີ້, ປະ​ທານ​ແນວ​ສັນ​ໄດ້​ຖາມ​ວ່າ, “ການ​ເອົາ​ຊະ​ນະ​ໂລກ​ໝາຍ​ຄວາມ​ວ່າ​ແນວ​ໃດ?” ໃນ​ບັນ​ດາ​ສິ່ງ​ອື່ນໆ, ເພິ່ນ​ໄດ້​ກ່າວ​ວ່າ, “ໝາຍ​ເຖິງ ການ​ໄວ້​ວາງ​ໃຈ ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຫລາຍ​ກວ່າ​ປັດ​ຊະ​ຍາ​ຂອງ​ມະ​ນຸດ.”12

ຄຳ​ວ່າ ໄວ້​ວາງ​ໃຈ ຖືກ​ນິ​ຍາມ​ວ່າ​ເປັນ “ການ​ເພິ່ງ​ອາ​ໄສ​ລັກ​ສະ​ນະ, ຄວາມ​ສາ​ມາດ, ຄວາມ​ເຂັ້ມ​ແຂງ, ຫລື ຄວາມ​ຈິງ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ ຫລື ສິ່ງ​ໃດ​ສິ່ງ​ໜຶ່ງ.”13 ຄົນ​ໃດ​ຄົນ​ໜຶ່ງ​ນັ້ນ​ແມ່ນ​ພຣະ​ເຢ​ຊູ​ຄຣິດ, ແລະ ສິ່ງ​ໃດ​ສິ່ງ​ໜຶ່ງ​ນັ້ນ​ແມ່ນ​ຄຳ​ສອນ​ຂອງ​ພຣະ​ອົງ.

ສະ​ນັ້ນ ການ​ໄວ້​ວາງ​ໃຈ ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ໂດຍ​ເຈດ​ຕະ​ນາ ຈະ​ປ່ຽນ​ວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ?

ຖ້າ​ຫາກ​ເຮົາ ໄວ້​ວາງ​ໃຈ ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ, ແລ້ວ​ເຮົາ​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ຄຣິດ​ຫລາຍ​ພໍ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ທຸກ​ຄຳ.14 ເຮົາ​ຈະ​ສຶກ​ສາ​ຕະ​ຫລອດ​ຊີ​ວິດ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄ​ຣິດ,15 ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ຄຳ​ສອນ​ຂອງ​ພຣະ​ອົງ, ແລະ ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ, ລວມ​ທັງ​ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ພຣະ​ອົງ. ເຮົາ​ຈະ​ສຶກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ແລະ ເງື່ອນ​ໄຂ ຊຶ່ງ​ໂດຍ​ສິ່ງ​ເຫລົ່າ​ນັ້ນ​ທີ່​ຄຳ​ສັນ​ຍາ​ຖືກ​ມອບ​ໃຫ້.16 ຂະ​ນະ​ທີ່​ເຮົາ​ສຶກ​ສາ, ເຮົາ​ຈະ​ຮູ້​ສຶກ​ມີ​ຄວາມ​ຮັກ​ຫລາຍ​ຂຶ້ນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

ຖ້າ​ຫາກ​ເຮົາ ໄວ້​ວາງ​ໃຈ ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ, ເຮົາ​ຈະ​ເຂົ້າ​ເຖິງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ທຸກ​ວັນ​ດ້ວຍ​ຄຳ​ອະ​ທິ​ຖານ​ທີ່​ຖ່ອມ​ຕົວ ແລະ ໃນ​ບ່ອນ​ລັບ​ຕາ, ແລ້ວ​ເຮົາ​ຈະ​ສາ​ມາດ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ຂອງ​ປະ​ທານ​ທີ່​ເປັນ​ພຣະ​ບຸດ​ຂອງ​ພຣະ​ອົງ ແລະ ສຳ​ລັບ​ພອນ​ທັງ​ໝົດ​ຂອງ​ເຮົາ.17 ເຮົາ​ສາ​ມາດ​ອະ​ທິ​ຖານ​ສຳ​ລັບ​ຄວາມ​ເປັນ​ເພື່ອນ​ທີ່​ໃຫ້​ການ​ເປີດ​ເຜີຍ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ18 ອະ​ທິ​ຖານ​ເພື່ອ​ເຮັດ​ໃຫ້​ຄວາມ​ປະ​ສົງ​ຂອງ​ເຮົາ​ສອດ​ຄ່ອງ​ກັບ​ຂອງ​ພຣະ​ອົງ,19 ອະ​ທິ​ຖານ​ເພື່ອ​ສະ​ທ້ອນ​ເຖິງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ແລະ ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຮົາ​ທີ່​ຈະ​ຮັກ​ສາ​ມັນ.20 ເຮົາ​ສາ​ມາດ​ອະ​ທິ​ຖານ​ເພື່ອ​ສະ​ໜັບ​ສະ​ໜູນ ແລະ ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ;21 ອະ​ທິ​ຖານ​ສຳ​ລັບ​ອຳ​ນາດ​ແຫ່ງ​ການ​ຊຳ​ລະ​ລ້າງ​ຂອງ​ການ​ໃຫ້​ອະ​ໄພ;22 ແລະ ອະ​ທິ​ຖານ​ເພື່ອ​ຄວາມ​ເຂັ້ມ​ແຂງ​ທີ່​ຈະ​ຕ້ານ​ທານ​ກັບ​ການ​ລໍ້​ລວງ.23 ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ເຮັດ​ໃຫ້​ການ​ອະ​ທິ​ຖານ​ມີ​ຄວາມ​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ທ່ານ, ສະ​ແຫວງ​ຫາ​ໃນ​ທຸກ​ວັນ​ເພື່ອ​ພັດ​ທະ​ນາ​ການ​ສື່​ສານ​ຂອງ​ທ່ານ​ກັບ​ພຣະ​ເຈົ້າ.

ຖ້າ​ຫາກ​ເຮົາ ໄວ້​ວາງ​ໃຈ ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ, ແລ້ວ​ເຮົາ​ຈະ​ປະ​ຖິ້ມ​ສິ່ງ​ທີ່​ເຫລືອງ​ເຫລື້ອມ​ຂອງ​ໂລກ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ສຸມ​ໃຈ​ໃສ່​ພຣະ​ຜູ້​ໄຖ່​ຂອງ​ໂລກ.24 ເຮົາ​ຈະ​ຈຳ​ກັດ ຫລື ກຳ​ຈັດ​ເວ​ລາ​ທີ່​ໃຊ້​ໃນ​ສື່​ສັງ​ຄົມ; ເກມ​ດິ​ຈິ​ຕັນ; ສິ່ງ​ບັນ​ເທີງ​ທີ່​ສິ້ນ​ເປືອງ, ຫລາຍ​ເກີນ​ໄປ, ຫລື ບໍ່​ເໝາະ​ສົມ; ຄວາມ​ລໍ້​ລວງ​ຂອງ​ຊັບ​ສົມ​ບັດ ແລະ ຄວາມ​ໂອ້​ອວດ​ຂອງ​ໂລກ; ແລະ ກິດ​ຈະ​ກຳ​ອື່ນໆ​ທີ່​ກໍ່​ໃຫ້​ເກີດ​ປະ​ເພ​ນີ​ທີ່​ບໍ່​ຖືກ​ຕ້ອງ ແລະ ປັດ​ຊະ​ຍາ​ທີ່​ເຂົ້າ​ໃຈ​ຜິດ​ຂອງ​ມະ​ນຸດ. ພຽງ​ແຕ່​ໃນ​ພຣະ​ຄຣິດ​ເທົ່າ​ນັ້ນ​ທີ່​ເຮົາ​ຈະ​ພົບ​ຄວາມ​ຈິງ ແລະ ຄວາມ​ເພິ່ງ​ພໍ​ໃຈ​ອັນ​ຍືນ​ຍົງ.

ການ​ກັບ​ໃຈ​ຢ່າງ​ຈິງ​ໃຈ25 ເປັນ​ສ່ວນ​ໜຶ່ງ​ທີ່​ຊື່ນ​ຊົມ26 ໃນ​ຊີ​ວິດ​ຂອງ​ເຮົາ—ທັງ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ ແລະ ປ່ຽນ​ແປງ​ໃນ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ຄຣິດ.27 ການ​ກັບ​ໃຈ​ດ້ວຍ​ສັດ​ທາ​ໃນ​ພຣະ​ຄຣິດ​ຈະ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ. ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ອະ​ໄພ, ພຣະ​ອົງ “ໄດ້​ກະ​ທຳ​ຫລາຍ​ກວ່າ​ພຽງ​ແຕ່​ຊຳ​ລະ [ເຮົາ] ໃຫ້​ສະ​ອາດ​ຈາກ​ບາບ​ເທົ່າ​ນັ້ນ. ພຣະ​ອົງ​ຍັງ​ໃຫ້​ຄວາມ​ເຂັ້ມ​ແຂງ​ໃໝ່​ແກ່ [ເຮົາ] ນຳ​ອີກ.”28 ເຮົາ​ແຕ່​ລະ​ຄົນ​ຕ້ອງ​ການ​ຄວາມ​ເຂັ້ມ​ແຂງ​ນີ້​ເພື່ອ​ທີ່​ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ແລະ ເພື່ອ​ທີ່​ຈະ​ບັນ​ລຸ​ຈຸດ​ປະ​ສົງ​ນິ​ລັນ​ດອນ​ຂອງ​ຊີ​ວິດ​ເຮົາ.

ເຮົາ​ພົບ​ຄວາມ​ເຂັ້ມ​ແຂງ​ໃນ​ພຣະ​ເຢ​ຊູ ແລະ ໃນ​ຄຳ​ສອນ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ວ່າ ນີ້​ຄື​ຄຳ​ສອນ​ຂອງ​ເຮົາ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ສ້າງ​ຢູ່​ໃນ​ຄຳ​ສອນ ນີ້ ຍ່ອມ​ສ້າງ​ຢູ່​ເທິງ​ດານ​ຫີນ​ຂອງ​ເຮົາ ແລະ ປະ​ຕູ​ນະ​ລົກ​ຈະ​ເອົາ​ຊະ​ນະ​ເຂົາ​ບໍ່​ໄດ້.”29

ເຮົາ​ເຫັນ​ຄຳ​ສັນ​ຍາ​ນີ້​ບັນ​ລຸ​ໃນ​ຊີ​ວິດ​ຂອງ​ຜູ້​ຄົນ​ທີ່​ຊື່​ສັດ. ມັນ​ເປັນ​ເວ​ລາ​ໜຶ່ງ​ປີ​ກວ່າ​ມາ​ແລ້ວ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ທີ່​ໄດ້​ພົບ​ກັບ ທຣາ​ວັສ ແລະ ເຄ​ຊີ. ເຂົາ​ເຈົ້າ​ໄດ້​ແຕ່ງ​ງານ​ກັນ​ໃນ​ປີ 2007. ໃນ​ເວ​ລາ​ນັ້ນ, ທຣາ​ວັສ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ເຖິງ​ແມ່ນ​ວ່າ​ນາງ​ເຄ​ຊີ​ໄດ້​ເຕີບ​ໃຫຍ່​ໃນ​ບ້ານ​ສິດ​ທິ​ຊົນ​ຍຸກ​ສຸດ​ທ້າຍ​ທີ່​ເຂັ້ມ​ແຂງ, ແຕ່​ນາງ​ໄດ້​ຖອຍ​ຫ່າງ​ຈາກ​ສັດ​ທາ​ຂອງ​ນາງ​ຕອນ​ເປັນ​ໄວ​ລຸ້ນ ແລະ ໄດ້​ອອກ​ໄປ​ຈາກ​ຮາກ​ຖານ​ຂອງ​ນາງ.

ໃນ​ປີ 2018, ທຣາ​ວັສ​ໄດ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ ແລະ ລາວ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ປີ 2019. ທຣາ​ວັສ​ໄດ້​ກາຍ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ກັບ​ນາງ​ເຄ​ຊີ, ຜູ້​ທີ່​ໄດ້​ປະ​ເຊີນ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ປ່ຽນ​ແປງ​ຊີ​ວິດ​ເຊັ່ນ​ກັນ. ເຂົາ​ເຈົ້າ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ໃນ​ພຣະ​ວິ​ຫານ​ໃນ ເດືອນ​ກັນ​ຍາ ປີ 2020. ປະ​ມານ​ສອງ​ປີ​ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ​ຂອງ​ລາວ, ທຣາ​ວັສ​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ຝ່າຍ​ອະ​ທິ​ການ.

ທຣາ​ວັສ​ໄດ້​ເປັນ​ພະ​ຍາດ​ຫາ​ຍາກ ທີ່​ກໍ່​ຕົວ​ເປັນ​ກ້ອນ​ເນື້ອ​ງອກ​ໃນ​ອະ​ໄວ​ຍະ​ວະ​ພາຍ​ໃນ​ຂອງ​ລາວ​ຢ່າງ​ຕໍ່​ເນື່ອງ. ລາວ​ໄດ້​ຮັບ​ການ​ຜ່າ​ຕັດ​ເອົາ​ເນື້ອ​ງອກ​ທີ່​ເກີດ​ຊ້ຳໆ​ອອກ​ຫລາຍ​ຄັ້ງ, ແຕ່​ພະ​ຍາດ​ນີ້​ປົວ​ບໍ່​ຫາຍ. ເມື່ອ​ຫລາຍ​ປີ​ກ່ອນ, ທ່ານ​ໝໍ​ບອກ​ທຣາ​ວັສ​ວ່າ ລາວ​ຈະ​ຢູ່​ໄດ້​ບໍ່​ເຖິງ 10 ປີ.

ນາງ​ເຄ​ຊີ​ມີ ຈໍ​ປະ​ສາດ​ຕາ​ອັກ​ເສບ, ເປັນ​ພະ​ຍາດ​ຫາ​ຍາກ​ທາງ​ພັນ​ທຸ​ກຳ ທີ່​ເຮັດ​ໃຫ້​ລານ​ສາຍ​ຕາ​ແຄບ​ລົງ ຊຶ່ງ​ບໍ່​ສາ​ມາດ​ແກ້​ໄຂ​ຈົນ​ຕາ​ບອດ​ສະ​ໜິດ.

ນາງ​ເຄ​ຊີ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ເຖິງ​ອະ​ນາ​ຄົດ​ຂອງ​ນາງ. ນາງ​ຄາດ​ການ​ວ່າ, ຊຶ່ງ​ອີກ​ບໍ່​ດົນ, ນາງ​ຈະ​ເປັນ​ໝ້າຍ, ຕາ​ບອດ, ບໍ່​ມີ​ເງິນ​ຊ່ວຍ​ເຫລືອ, ແລະ ຖືກ​ປະ​ໃຫ້​ລ້ຽງ​ລູກ​ນ້ອຍ​ສີ່​ຄົນ​ຕາມ​ລຳ​ພັງ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ນາ​ເຄ​ຊີ​ວ່າ ນາງ​ຈະ​ຮັບ​ມື​ກັບ​ອະ​ນາ​ຄົດ​ທີ່​ມືດ​ມົນ​ເຊັ່ນ​ນີ້​ໄດ້​ແນວ​ໃດ. ນາງຍິ້ມ​ຢ່າງ​ສະ​ຫງົບ ແລະ ເວົ້າ​ວ່າ, “ຂ້າ​ນ້ອຍ​ບໍ່​ເຄີຍ​ມີ​ຄວາມ​ສຸກ ຫລື ມີ​ຄວາມ​ຫວັງ​ຫລາຍ​ເທົ່າ​ນີ້​ມາ​ກ່ອນ​ໃນ​ຊີ​ວິດ. ພວກ​ຂ້າ​ນ້ອຍ​ໄດ້​ຍຶດ​ໝັ້ນ​ໃນ​ຄຳ​ສັນ​ຍາ​ທີ່​ພວກ​ຂ້າ​ນ້ອຍ​ໄດ້​ຮັບ​ໃນ​ພຣະ​ວິ​ຫານ.”

ຕອນ​ນີ້​ທຣາ​ວັສ​ເປັນ​ອະ​ທິ​ການ. ສອງ​ເດືອນ​ແລ້ວ​ນີ້ ລາວ​ໄດ້​ຮັບ​ການ​ຜ່າ​ຕັດ​ໃຫຍ່​ອີກ​ຄັ້ງ. ແຕ່​ລາວ​ເປັນ​ຄົນ​ເບິ່ງ​ໂລກ​ໃນ​ແງ່​ດີ ແລະ ມັກ​ສະ​ຫງົບ. ສາຍ​ຕາ​ຂອງ​ນາງ​ເຄ​ຊີ​ຮ້າຍ​ແຮງ​ກວ່າ​ເກົ່າ. ດຽວ​ນີ້​ນາງ​ມີ​ໝາ​ຊ່ວຍ​ນຳ​ທາງ ແລະ ນາງ​ບໍ່​ສາ​ມາດ​ຂັບ​ລົດ​ໄດ້​ອີກ. ແຕ່​ນາງ​ຍັງ​ເພິ່ງ​ພໍ​ໃຈ, ລ້ຽງ​ລູກ ແລະ ຮັບ​ໃຊ້​ເປັນ​ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ.

ທຣາ​ວັສ ແລະ ເຄ​ຊີ​ກຳ​ລັງ​ສ້າງ​ບ້ານ​ຂອງ​ເຂົາ​ເຈົ້າ​ຢູ່​ເທິງ​ດານ​ຫີນ. ທຣາ​ວັສ ແລະ ເຄ​ຊີ​ໄວ້​ວາງ​ໃຈ​ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ ແລະ ໃນ​ຄຳ​ສັນ​ຍາ​ວ່າ​ພຣະ​ເຈົ້າ​ຈະ “ຕັ້ງ​ຄວາມ​ທຸກ [ຂອງ​ເຂົາ​ເຈົ້າ] ໄວ້ ເພື່ອ​ຜົນ​ປະ​ໂຫຍດ [ຂອງ​ເຂົາ​ເຈົ້າ].”30 ໃນ​ແຜນ​ອັນ​ສົມ​ບູນ​ແບບ​ຂອງ​ພຣະ​ເຈົ້າ, ຄວາມ​ທຸກ​ທໍ​ລະ​ມານ​ດ້ວຍ​ສັດ​ທາ​ໃນ​ພຣະ​ຄຣິດ​ຈະ​ຖືກ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ກາຍ​ເປັນ​ຄົນ​ສົມ​ບູນ​ແບບ​ຂອງ​ເຮົາ​ໃນ​ພຣະ​ຄຣິດ.31 ເຊັ່ນ​ດຽວ​ກັບ​ຄົນ​ສະ​ຫລາດ​ໃນ​ຄຳ​ອຸ​ປະ​ມາ ທີ່​ປຸກ​ເຮືອນ​ຂອງ​ຕົນ​ໃສ່​ເທິງ​ດານ​ຫີນ,32 ແລະ ຝົນ​ຖັ່ງ​ເທ​ລົງ​ມາ, ແລະ ນ້ຳ​ກໍ​ນອງ, ແລະ ລົມ​ກໍ​ພັດ, ແລະ ປະ​ທະ​ເຮືອນ​ທີ່​ທຣາ​ວັສ ແລະ ເຄ​ຊີ​ກຳ​ລັງ​ສ້າງ; ແລະ ມັນ​ຈະ​ບໍ່​ເພ​ພັງ, ເພາະ​ວ່າ​ມັນ​ຖືກ​ສ້າງ​ໃສ່​ເທິງ​ດານ​ຫີນ.33

ພຣະ​ເຢ​ຊູ​ໄດ້​ກ່າວ​ເຖິງ ຄວາມ​ເປັນ​ໄປ​ໄດ້ ຂອງ​ຝົນ ແລະ ນ້ຳ​ຖ້ວມ ແລະ ລົມ​ໃນ​ຊີ​ວິດ​ຂອງ​ເຮົາ; ພຣະ​ອົງ​ໄດ້​ກ່າວ​ເຖິງ ຄວາມ​ແນ່​ນອນ ວ່າ​ພະ​ຍຸ​ຈະ​ເກີດ​ຂຶ້ນ. ສິ່ງ​ທີ່​ປ່ຽນ​ແປງ​ໄດ້​ໃນ​ຄຳ​ອຸ​ປະ​ມາ​ນີ້​ບໍ່​ແມ່ນ​ວ່າ​ພະ​ຍຸ​ຈະ​ເກີດ​ຂຶ້ນ​ຫລື​ບໍ່ ແຕ່​ວ່າ​ເຮົາ​ຈະ​ຕອບ​ສະ​ໜອງ​ຄຳ​ແນະ​ນຳ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ​ໃນ​ການ​ຟັງ ແລະ ເຮັດ​ສິ່ງ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ​ໄດ້​ແນວ​ໃດ.34 ມັນ​ບໍ່​ມີ​ທາງ​ອື່ນ​ເລີຍ​ເພື່ອ​ຄວາມ​ຢູ່​ລອດ.

ເມື່ອ​ເຮົາ​ໄດ້​ສ້າງ​ບ້ານ​ຂອງ​ເຮົາ​ເທິງ​ຮາກ​ຖານ​ຂອງ​ຄວາມ​ສຳ​ພັນ​ຕາມ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ຄຣິດ, ເຮົາ ກຳ​ລັງ​ໄວ້​ວາງ​ໃຈ ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ ແລະ ເມື່ອ​ເຮົາ​ມາ​ຫາ​ພຣະ​ອົງ, ເຮົາ​ຈະ​ໄດ້​ຮັບ​ຄຳ​ສັນ​ຍາ​ຂອງ​ຊີ​ວິດ​ນິ​ລັນ​ດອນ. ຜູ້​ຄົນ​ທີ່​ໄວ້​ວາງ​ໃຈ​ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຈະ​ດຳ​ເນີນ​ໄປ​ໜ້າ​ຢ່າງ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ ແລະ ອົດ​ທົນ​ຈະ​ເຖິງ​ທີ່​ສຸດ. ບໍ່​ມີ​ທາງ​ອື່ນ​ທີ່​ເຮົາ​ຈະ​ລອດ​ໃນ​ອາ​ນາ​ຈັກ​ສະ​ຫວັນ.35

ຂ້າ​ພະ​ເຈົ້າ​ສະ​ແດງ​ປະ​ຈັກ​ພະ​ຍານ​ສ່ວນ​ຕົວ​ເຖິງ​ຄວາມ​ຈິງ​ແທ້​ຂອງ​ການ​ຊົງ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ຊົງ​ຮັກ​ໂລກ​ຫລາຍ​ທີ່​ສຸດ ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ຂອງ​ພຣະ​ອົງ​ເພື່ອ​ໄຖ່​ເຮົາ​ຈາກ​ບາບ36 ແລະ ປິ່ນ​ປົວ​ເຮົາ​ຈາກ​ຄວາມ​ໂສກ​ເສົ້າ.37 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ໄດ້​ເອີ້ນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ໃນ​ວັນ​ເວ​ລາ​ຂອງ​ເຮົາ, ແມ່ນ​ແຕ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ຊຶ່ງ​ຜ່ານ​ທາງ​ເພິ່ນ ທີ່​ພຣະ​ອົງ​ກ່າວ ແລະ ນຳ​ພາ​ເຮົາ.

ດ້ວຍ​ສຸດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ໄວ້​ວາງ​ໃຈ​ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ ແລະ ສ້າງ​ຊີ​ວິດ​ຂອງ​ທ່ານ​ຢູ່​ເທິງ​ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່. ພຣະ​ອົງ​ຈະ​ບໍ່​ເຄີຍ​ເຮັດ​ໃຫ້​ທ່ານ​ຜິດ​ຫວັງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. 2 ນີ​ໄຟ 30:18.

  2. 2 ນີ​ໄຟ 31:2; ເນັ້ນ​ຄຳ​ເນີ້ງ.

  3. ເບິ່ງ 2 ນີ​ໄຟ 31–32.

  4. ເບິ່ງ 2 ນີ​ໄຟ 31:7–8.

  5. ເບິ່ງ 2 ນີ​ໄຟ 31:10.

  6. 2 ນີ​ໄຟ 31:12.

  7. 2 ນີ​ໄຟ 31:13.

  8. 2 ນີ​ໄຟ 31:15.

  9. ໃນ Marianne Holman Prescott, “Elder Russell M. Nelson: ‘Epistles of the Lord,’Church News, July 1, 2015, thechurchnews.com.

  10. ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ (2004), 1. “ຈຸດ​ປະ​ສົງ​ຂອງ​ຜູ້​ສອນ​ສາດ​ສະ​ໜາ” ສະ​ທ້ອນ​ເຖິງ​ອົງ​ປະ​ກອບ​ຫ້າ​ຢ່າງ​ຂອງ​ຄຳ​ສອນ​ຂອງ​ພຣະ​ຄຣິດ. ຄຳ​ສອນ​ຂອງ 2 ນີ​ໄຟ 31–32 ແມ່ນ​ລວມ​ທັງ​ອົງ​ປະ​ກອບ​ທີ່​ສຳ​ຄັນ​ອື່ນໆ​ຫລາຍ​ຢ່າງ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄຳ​ສອນ​ຂອງ​ພຣະ​ຄຣິດ, ດັ່ງ​ເຊັ່ນ​ການ​ຍຶດ​ໝັ້ນ​ໃນ​ພຣະ​ຄຳ​ຂອງ​ພຣະ​ຄຣິດ (ເບິ່ງ 2 ນີ​ໄຟ 31:19–20; 32:3); ການ​ຮັກ​ສາ​ພຣະ​ບັນ​ຍັດ (ເບິ່ງ 2 ນີ​ໄຟ 31:7, 10, 18); ການ​ອະ​ທິ​ຖານ (ເບິ່ງ 2 ນີ​ໄຟ 32:8–9); ແລະ ແກ່ນ​ແທ້​ໃນ​ນັ້ນ, ຄຳ​ສອນ​ທີ່​ວ່າ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ​ເປັນ​ທາງ​ດຽວ​ທີ່​ເຮົາ​ຈະ​ລອດ​ໄດ້ (ເບິ່ງ 2 ນີ​ໄຟ 31:21). ອົງ​ປະ​ກອບ​ຂອງ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ມີ​ຢູ່​ທົ່ວ​ໄປ​ໃນ​ພຣະ​ຄຳ​ພີ, ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ອະ​ທິ​ບາຍ​ຄຳ​ສອນ​ຢ່າງ​ລະ​ອຽດ​ຢູ່​ໃນ 2 ນີ​ໄຟ 31:5–21, 3 ນີ​ໄຟ 11:31–39, 3 ນີ​ໄຟ 27:13–21, ແລະ ໂມ​ເຊ 6:59–62.

  11. 2 ໂກ​ຣິນ​ໂທ 3:3.

  12. Russell M. Nelson, “Overcome the World and Find Rest,” Liahona, Nov. 2022, 96; ເນັ້ນ​ຄຳ​ເນີ້ງ.

  13. Merriam-Webster.com Dictionary, “trust.”

  14. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:44.

  15. ເບິ່ງ ມັດ​ທາຍ 11:29.

  16. ເບິ່ງ Russell M. Nelson, “Drawing the Power of Jesus Christ into Our Lives,” Liahona, May 2017, 39: “ເຮົາ​ເລີ່ມ​ຕົ້ນ​ໂດຍ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ. … ເມື່ອ​ເຮົາ​ຮູ້​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ​ເທົ່າ​ໃດ—ເມື່ອ​ເຮົາ​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ພຣະ​ອົງ ແລະ ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ເຮົາ​ຫລາຍ​ຂຶ້ນ​ເທົ່າ​ໃດ. … ຂ້າ​ພະ​ເຈົ້າ [ເຊື້ອ​ເຊີນ​ທ່ານ] ເຮັດ​ໃຫ້​ຂໍ້​ອ້າງ​ອີງ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຢູ່​ໃນ Topical Guide ກາຍ​ເປັນ​ຫລັກ​ສູດ​ສຳ​ຄັນ​ຂອງ [ທ່ານ].”

  17. ເບິ່ງ ມັດ​ທາຍ 6:6–13.

  18. ເບິ່ງ 3 ນີ​ໄຟ 19:9.

  19. ເບິ່ງ 2 ນີ​ໄຟ 4:35; 3 ນີ​ໄຟ 19:24; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:30.

  20. ເບິ່ງ Russell M. Nelson, “The Temple and Your Spiritual Foundation,” Liahona, Nov. 2021, 95: “ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ຫາ​ເວ​ລາ​ເພື່ອ​ທົບ​ທວນ​ໃນ​ຈິດ​ໃຈ​ເຖິງ​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ​ຢ່າງ​ສະ​ໝ່ຳ​ສະ​ເໝີ.”

  21. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:22.

  22. ເບິ່ງ ໂມ​ໄຊ​ຢາ 4:10.

  23. ເບິ່ງ ມັດ​ທາຍ 6:13.

  24. ເບິ່ງ ມັດ​ທາຍ 6:19–21, 33.

  25. ກະ​ສັດ​ເບັນ​ຢາ​ມິນ​ໄດ້​ບັນ​ຍາຍ​ເຖິງ​ການ​ກັບ​ໃຈ​ຢ່າງ​ຈິງ​ໃຈ​ວ່າ: “ແລະ ອີກ​ຢ່າງ​ໜຶ່ງ, ຈົ່ງ​ເຊື່ອ​ວ່າ​ພວກ​ທ່ານ​ຕ້ອງ​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ທ່ານ, ແລະ ປະ​ຖິ້ມ​ມັນ ແລະ ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ; ແລະ ທູນ​ຂໍ​ດ້ວຍ​ໃຈ​ຈິງ​ໃຫ້​ພຣະ​ອົງ​ອະ​ໄພ​ໃຫ້​ພວກ​ທ່ານ; ແລະ ບັດ​ນີ້, ຖ້າ​ຫາກ​ພວກ​ທ່ານ​ເຊື່ອ​ສິ່ງ​ທັງ​ໝົດ​ນີ້ ໃຫ້​ເບິ່ງ​ວ່າ​ພວກ​ທ່ານ​ເຮັດ​ຕາມ​ນັ້ນ” (ໂມ​ໄຊ​ຢາ 4:10).

  26. ເບິ່ງ Russell M. Nelson, “The Power of Spiritual Momentum,” Liahona, May 2022, 98–99: “ໃຫ້​ເລີ່ມ​ຕົ້ນ​ໃນ​ມື້​ນີ້​ເພື່ອ​ຈະ​ໄດ້​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ​ໃນ​ການ​ປະ​ຖິ້ມ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັກ​ເຮົາ​ສະ​ເໝີ ແຕ່ ໂດຍ​ສະ​ເພາະ ເມື່ອ​ເຮົາ​ກັບ​ໃຈ. … ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ ແລະ ການ​ບັນ​ເທົາ​ທຸກ​ຈາກ​ການ​ກັບ​ໃຈ.”

  27. ເບິ່ງ ແອວ​ມາ 5:14–15.

  28. Dallin H. Oaks, “Our Message for Missionaries” (ການ​ຖ່າຍ​ທອດ​ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ທົ່ວ​ໂລກ, ວັນ​ທີ 20 ເດືອນ​ມັງ​ກອນ, 2016); ເບິ່ງ Dallin H. Oaks, “Sin and Suffering,” Ensign, July 1992, 73 ນຳ​ອີກ.

  29. 3 ນີ​ໄຟ 11:39; ເນັ້ນ​ຄຳ​ເນີ້ງ.

  30. 2 ນີ​ໄຟ 2:2.

  31. ເບິ່ງ ເຮັບ​ເຣີ 5:8–9.

  32. ເບິ່ງ 3 ນີ​ໄຟ 14:24–27.

  33. ເບິ່ງ 3 ນີ​ໄຟ 14:24–25.

  34. ເບິ່ງ 3 ນີ​ໄຟ 14:24.

  35. ເບິ່ງ 2 ນີ​ໄຟ 31:20–21.

  36. ເບິ່ງ ໂຢ​ຮັນ 3:16–17.

  37. ເບິ່ງ ໂຢ​ຮັນ 16:20.

ພິມ