ດຳເນີນຕໍ່ໄປ—ດ້ວຍສັດທາ
ການໃຊ້ສັດທາໃນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ຊ່ວຍເຮົາໃຫ້ເອົາຊະນະຄວາມທໍ້ຖອຍໃຈ ບໍ່ວ່າເຮົາຈະປະເຊີນໜ້າກັບອຸປະສັກໃດໆກໍຕາມ.
ແອວເດີ ຈອດ ເອ ສະມິດ, ອັກຄະສາວົກທ່ານໜຶ່ງ, ໄດ້ຮັບຄຳແນະນຳຈາກສາດສະດາໂຈເຊັບ ສະມິດ ໃນຊ່ວງເວລາທີ່ຍາກລຳບາກຫລາຍແທ້ໆວ່າ: “ເພິ່ນໄດ້ບອກຂ້າພະເຈົ້າວ່າ ຂ້າພະເຈົ້າບໍ່ຄວນທໍ້ຖອຍໃຈເລີຍ, ບໍ່ວ່າຈະມີຄວາມຍາກລຳບາກໃດໆຢູ່ອ້ອມຂ້າງຂ້າພະເຈົ້າກໍຕາມ. ຖ້າຂ້າພະເຈົ້າຈະຕົກຫລຸມເລິກຂອງ ໂນວາ ສະໂກຊາ ແລະ ໜ່ວຍພູຣ້ອກກີ້ທັງໝົດຈະຕົກທັບຂ້າພະເຈົ້າກໍຕາມ, ຂ້າພະເຈົ້າບໍ່ຄວນທໍ້ຖອຍໃຈ ແຕ່ຕ້ອງອົດທົນຕໍ່ໄປ, ໃຊ້ສັດທາ, ແລະ ຮັກສາຄວາມກ້າຫານເອົາໄວ້ ແລະ ໃນທີ່ສຸດຂ້າພະເຈົ້າຈະເອົາຊະນະຄວາມຍາກລຳບາກເຫລົ່ານັ້ນໄດ້.”1
ສາດສະດາໂຈເຊັບສາມາດເວົ້າແນວນັ້ນ—ກັບຄົນຄົນໜຶ່ງທີ່ກຳລັງທົນທຸກທໍລະມານຢູ່ໄດ້ແນວໃດ? ເປັນເພາະເພິ່ນຮູ້ວ່າມັນເປັນຄວາມຈິງ. ເພິ່ນໄດ້ຜ່ານຜ່າມັນມາແລ້ວ. ໂຈເຊັບໄດ້ປະສົບກັບຄວາມຍາກລຳບາກທີ່ຮ້າຍແຮງໃນຊີວິດຂອງເພິ່ນຊ້ຳແລ້ວຊ້ຳອີກ. ເຖິງຢ່າງໃດກໍຕາມ, ຂະນະທີ່ເພິ່ນໄດ້ໃຊ້ສັດທາໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ ແລະ ໄດ້ດຳເນີນຕໍ່ໄປ, ເພິ່ນກໍໄດ້ເອົາຊະນະອຸປະສັກທີ່ເບິ່ງຄືວ່າຍາກເກີນໄປ.2
ມື້ນີ້ຂ້າພະເຈົ້າຂໍຕໍ່ຄຳອ້ອນວອນຂອງໂຈເຊັບ ທີ່ຈະບໍ່ປ່ອຍໃຫ້ຄວາມທໍ້ຖອຍໃຈຄອບງຳເຮົາ ເມື່ອເຮົາປະເຊີນໜ້າກັບຄວາມຜິດຫວັງ, ປະສົບກັບຄວາມເຈັບປວດ, ຄວາມອ່ອນແອຂອງເຮົາເອງ, ຫລື ການທ້າທາຍອື່ນໆ.
ເມື່ອຂ້າພະເຈົ້າກ່າວເຖິງຄວາມທໍ້ຖອຍໃຈ, ຂ້າພະເຈົ້າບໍ່ໄດ້ກ່າວເຖິງການທ້າທາຍຂອງພາວະຊຶມເສົ້າທີ່ຮ້າຍແຮງ, ພາວະວິຕົກກັງວົນ, ຫລື ຄວາມເຈັບປ່ວຍອື່ນໆທີ່ຮຽກຮ້ອງການປິ່ນປົວພິເສດ.3 ຂ້າພະເຈົ້າພຽງແຕ່ກ່າວກ່ຽວກັບຄວາມທໍ້ຖອຍໃຈທຳມະດາທີ່ມາຈາກບັນຫາໃນຊີວິດທີ່ຂຶ້ນໆລົງໆຕາມປົກກະຕິ.
ຂ້າພະເຈົ້າຖືກດົນໃຈໂດຍວິລະຊົນຂອງຂ້າພະເຈົ້າ ຜູ້ທີ່ດຳເນີນຕໍ່ໄປ—ດ້ວຍສັດທາ—ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກໍຕາມ.4 ໃນພຣະຄຳພີມໍມອນ, ເຮົາອ່ານກ່ຽວກັບໂຊຣຳ, ຄົນໃຊ້ຂອງລາບານ. ເມື່ອນີໄຟໄດ້ໄປເອົາແຜ່ນຈາລຶກທອງເຫລືອງ, ໂຊຣຳໄດ້ປະເຊີນໜ້າກັບທາງເລືອກທີ່ຈະຕິດຕາມນີໄຟ ແລະ ພວກອ້າຍຂອງເພິ່ນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ຫລື ອາດຈະສູນເສຍຊີວິດຂອງລາວກໍເປັນໄປໄດ້.
ຊ່າງເປັນທາງເລືອກທີ່ຍາກແທ້ໆ! ແນວໂນ້ມທຳອິດຂອງໂຊຣຳແມ່ນຈະແລ່ນໜີ, ແຕ່ນີໄຟໄດ້ຈັບລາວໄວ້ ແລະ ໄດ້ໃຫ້ຄຳສາບານວ່າ ຖ້າວ່າລາວຈະໄປນຳພວກເພິ່ນ, ລາວຈະເປັນອິດສະລະ ແລະ ມີບ່ອນຢູ່ ກັບຄອບຄົວຂອງພວກເພິ່ນ. ໂຊຣຳໄດ້ມີກຳລັງໃຈຂຶ້ນ ແລະ ໄດ້ອອກໄປນຳພວກເພິ່ນ.5
ໂຊຣຳໄດ້ທົນທຸກກັບຄວາມລຳບາກຕ່າງໆນາໆໃນຊີວິດໃໝ່ຂອງລາວ, ແຕ່ລາວຍັງໄດ້ມຸ່ງໜ້າຕໍ່ໄປດ້ວຍສັດທາ. ເຮົາບໍ່ມີຄຳຊີ້ແຈງເລີຍວ່າໂຊຣຳໄດ້ຍຶດຕິດຢູ່ກັບອະດີດຂອງລາວ ຫລື ວ່າໄດ້ເກັບຄວາມຂຸ່ນເຄືອງໃຈທີ່ມີຕໍ່ພຣະເຈົ້າ ຫລື ຄົນອື່ນໄວ້ຫລືບໍ່.6 ລາວໄດ້ເປັນເພື່ອນທີ່ແທ້ຈິງຕໍ່ນີໄຟ, ສາດສະດາ, ແລະ ລາວ ແລະ ລູກຫລານຂອງລາວກໍໄດ້ອາໄສຢູ່ໃນຄວາມເປັນອິດສະລະ ແລະ ຄວາມຮຸ່ງເຮືອງຢູ່ໃນແຜ່ນດິນແຫ່ງຄຳສັນຍາ. ສິ່ງທີ່ເຄີຍເປັນອຸປະສັກອັນໃຫຍ່ຫລວງໃນເສັ້ນທາງຂອງໂຊຣຳ ໃນທີ່ສຸດກໍໄດ້ນຳໄປສູ່ພອນຢ່າງຫລວງຫລາຍ, ເປັນເພາະຄວາມຊື່ສັດ ແລະ ຄວາມເຕັມໃຈຂອງລາວທີ່ຈະດຳເນີນຕໍ່ໄປ—ດ້ວຍສັດທາ.7
ເມື່ອບໍ່ດົນມານີ້ຂ້າພະເຈົ້າໄດ້ຟັງເອື້ອຍນ້ອງທີ່ກ້າຫານຄົນໜຶ່ງແບ່ງປັນວ່າ ລາວໄດ້ບາກບັ່ນຜ່ານຜ່າຄວາມຍາກລຳບາກແນວໃດ.8 ລາວໄດ້ມີການທ້າທາຍບາງຢ່າງ, ແລະ ວັນອາທິດວັນໜຶ່ງລາວໄດ້ນັ່ງຢູ່ຫ້ອງຮຽນສະມາຄົມສະຕີສົງເຄາະ, ຮັບຟັງຄູສອນ ຜູ້ທີ່ລາວໄດ້ຄິດວ່າໄດ້ມີຊີວິດທີ່ສົມບູນແບບ—ແຕກຕ່າງຈາກຊີວິດຂອງລາວຢ່າງສິ້ນເຊີງ. ລາວອິດເມື່ອຍ ແລະ ທໍ້ຖອຍໃຈ. ລາວໄດ້ຮູ້ສຶກວ່າລາວບໍ່ດີພໍ—ຫລື ແມ່ນແຕ່ເປັນພາກສ່ວນ—ສະນັ້ນລາວຈຶ່ງໄດ້ລຸກຂຶ້ນ ແລະ ອອກໜີໄປ, ວາງແຜນວ່າຈະບໍ່ກັບຄືນໄປໂບດອີກເລີຍ. ຂະນະທີ່ຍ່າງໄປຫາລົດຂອງລາວ, ລາວໄດ້ຮູ້ສຶກເຖິງຄວາມປະທັບໃຈທີ່ແຈ້ງຊັດວ່າ: “ຈົ່ງກັບເຂົ້າໄປຫາຫ້ອງນະມັດສະການ ແລະ ຟັງຜູ້ກ່າວປາໄສໃນກອງປະຊຸມສິນລະລຶກ.” ລາວສົງໄສການກະຕຸ້ນນັ້ນແຕ່ໄດ້ຮູ້ສຶກມັນອີກຢ່າງແຮງ, ສະນັ້ນລາວຈຶ່ງເຂົ້າໄປທີ່ກອງປະຊຸມ.
ຂ່າວສານນັ້ນກໍເປັນສິ່ງທີ່ລາວຕ້ອງການແທ້ໆ. ລາວໄດ້ຮູ້ສຶກເຖິງພຣະວິນຍານ. ລາວໄດ້ຮູ້ວ່າພຣະອົງປະສົງໃຫ້ລາວຄົງຢູ່ກັບພຣະອົງ, ໃຫ້ເປັນສານຸສິດຂອງພຣະອົງ, ແລະ ໃຫ້ໄປໂບດ, ແລະ ລາວກໍໄດ້ເຮັດດັ່ງນັ້ນ.
ທ່ານຮູ້ບໍວ່າລາວກະຕັນຍູສຳລັບຫຍັງແດ່? ທີ່ລາວບໍ່ໄດ້ຍອມແພ້. ລາວໄດ້ດຳເນີນຕໍ່ໄປ—ດ້ວຍສັດທາໃນພຣະເຢຊູຄຣິດ, ແມ່ນແຕ່ເມື່ອມັນໄດ້ເປັນເລື່ອງຍາກສຳລັບລາວ, ແລະ ລາວກັບຄອບຄົວຂອງລາວກໍໄດ້ຮັບພອນຢ່າງຫລວງຫລາຍຂະນະທີ່ລາວມຸ່ງໜ້າຕໍ່ໄປ.
ພຣະເຈົ້າແຫ່ງສະຫວັນ ແລະ ແຜ່ນດິນໂລກຈະຊ່ວຍເຮົາໃຫ້ເອົາຊະນະຄວາມທໍ້ຖອຍໃຈ ແລະ ບໍ່ວ່າອຸປະສັກໃດໆກໍຕາມທີ່ເຮົາຈະປະເຊີນ ຖ້າຫາກເຮົາຫວັງເພິ່ງພຣະອົງ, ເຮັດຕາມການກະຕຸ້ນຂອງພຣະວິນຍານບໍລິສຸດ,9 ແລະ ດຳເນີນຕໍ່ໄປ—ດ້ວຍສັດທາ.
ເປັນຈັ່ງບຸນ, ເມື່ອເຮົາອ່ອນແອ ຫລື ຂາດຄວາມສາມາດ, ພຣະຜູ້ເປັນເຈົ້າສາມາດເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຮົາ. ພຣະອົງສາມາດເພີ່ມພູນຄວາມສາມາດຂອງເຮົາເກີນກວ່າທີ່ເຮົາຈະເຮັດໄດ້ເອງ. ຂ້າພະເຈົ້າກໍເຄີຍມີປະສົບການນັ້ນ. ຫລາຍກວ່າ 20 ປີກ່ອນ, ຂ້າພະເຈົ້າຖືກເອີ້ນໃຫ້ເປັນສາວົກເຈັດສິບປະຈຳເຂດໂດຍບໍ່ຄາດຄິດ, ແລະ ໄດ້ຮູ້ສຶກວ່າບໍ່ພຽບພ້ອມ. ຫລັງຈາກການຝຶກອົບຮົມໜ້າທີ່ມອບໝາຍຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ໄປຄວບຄຸມຢູ່ທີ່ກອງປະຊຸມໃຫຍ່ສະເຕກເປັນເທື່ອທຳອິດ.10 ປະທານສະເຕກ ແລະ ຂ້າພະເຈົ້າໄດ້ວາງແຜນທຸກໆລາຍລະອຽດຢ່າງລະມັດລະວັງ. ບໍ່ດົນກ່ອນກອງປະຊຸມ, ປະທານບອຍ ເຄ ແພ໊ກເກີ, ຕອນນັ້ນ–ເປັນປະທານສະພາອັກຄະສາວົກສິບສອງແທນຊົ່ວຄາວ, ໄດ້ໂທຖາມຖ້າຫາກວ່າເພິ່ນຈະໄປເປັນເພື່ອນຂ້າພະເຈົ້າໄດ້ບໍ. ຂ້າພະເຈົ້າຕົກໃຈ ແລະ ແນ່ນອນວ່າຂ້າພະເຈົ້າໄດ້ຕົກລົງ. ຂ້າພະເຈົ້າໄດ້ຖາມວ່າເພິ່ນຈະດຳເນີນກອງປະຊຸມແນວໃດເພາະເພິ່ນຈະເປັນຜູ້ຄວບຄຸມ. ເພິ່ນໄດ້ແນະນຳວ່າໃຫ້ພວກເຮົາປ່ຽນແຜນ ແລະ ກະກຽມທີ່ຈະເຮັດຕາມພຣະວິນຍານ. ເປັນຈັ່ງບຸນ, ຂ້າພະເຈົ້າຍັງມີເວລາ 10 ວັນທີ່ຈະສຶກສາ, ອະທິຖານ, ແລະ ກະກຽມ.
ໂດຍທີ່ມີວາລະທີ່ວ່າງຢູ່, ພວກເຮົາໄດ້ຢູ່ເທິງເວທີ 20 ນາທີ ກ່ອນກອງປະຊຸມຂອງຜູ້ນຳໄດ້ເລີ່ມຕົ້ນ. ຂ້າພະເຈົ້າໄດ້ເນີ້ງໂຕໄປຫາປະທານສະເຕກ ແລະ ໄດ້ສື່ມວ່າ, “ນີ້ເປັນສະເຕກທີ່ດີເລີດແຫ່ງໜຶ່ງ.”
ປະທານແພ໊ກເກີໄດ້ເອົາແຂນສອກສະກິດຂ້າພະເຈົ້າຄ່ອຍໆ ແລະ ເວົ້າວ່າ, “ຢ່າສູ່ເວົ້າ.”
ຂ້າພະເຈົ້າຢຸດເວົ້າ, ແລະ ຄຳປາໄສຂອງເພິ່ນໃນກອງປະຊຸມໃຫຍ່ສາມັນ ຊື່ “ຄວາມຄາລະວະເຊື້ອເຊີນການເປີດເຜີຍ]”11 ກໍໄດ້ເຂົ້າມາໃນຄວາມຄິດຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ສັງເກດເຫັນວ່າ ປະທານແພ໊ກເກີໄດ້ຂຽນຂໍ້ພຣະຄຳພີອ້າງອີງລົງໄວ້. ພຣະວິນຍານໄດ້ຢືນຢັນຕໍ່ຂ້າພະເຈົ້າວ່າ ເພິ່ນກຳລັງໄດ້ຮັບຄວາມປະທັບໃຈສຳລັບກອງປະຊຸມ. ປະສົບການທາງການຮຽນຮູ້ຂອງຂ້າພະເຈົ້າຫາກໍໄດ້ເລີ່ມຕົ້ນ.
ປະທານແພ໊ກເກີໄດ້ກ່າວປາໄສກ່ອນ ໃນຊ່ວງເວລາ 15 ນາທີທຳອິດ ແລະ ໄດ້ເນັ້ນເຖິງຄວາມສຳຄັນຂອງການດຳເນີນການປະຊຸມທັງໝົດຕາມທີ່ຖືກນຳພາໂດຍພຣະວິນຍານສັກສິດ.12 ແລ້ວເພິ່ນໄດ້ກ່າວວ່າ, “ບັດນີ້ເຮົາຈະໄດ້ຍິນຈາກ ແອວເດີ ຄຸກ.”
ລະຫວ່າງທີ່ຍ່າງໄປຫາແທ່ນປາໄສ, ຂ້າພະເຈົ້າໄດ້ຖາມວ່າເພິ່ນຢາກໃຫ້ຂ້າພະເຈົ້າກ່າວດົນປານໃດ ແລະ ຖ້າຫາກວ່າເພິ່ນມີຫົວຂໍ້ໃດບໍທີ່ເພິ່ນຢາກໃຫ້ຂ້າພະເຈົ້າກ່າວ. ເພິ່ນໄດ້ເວົ້າວ່າ, “ໃຫ້ໃຊ້ເວລາ 15 ນາທີ ແລະ ກ່າວຕາມທີ່ທ່ານຮູ້ສຶກຖືກດົນໃຈ.” ຂ້າພະເຈົ້າໄດ້ກ່າວປະມານ 14 ນາທີ ແລະ ໄດ້ແບ່ງປັນທຸກສິ່ງທີ່ຂ້າພະເຈົ້າມີຢູ່ໃນໃຈ.
ປະທານແພ໊ກເກີໄດ້ລຸກຂຶ້ນ ແລະ ກ່າວປາໄສອີກ 15 ນາທີ. ເພິ່ນໄດ້ແບ່ງປັນພຣະຄຳພີຂໍ້ນີ້ວ່າ:
“ກ່າວຄວາມຄິດທີ່ເຮົາຈະເອົາໃສ່ໃນໃຈຂອງພວກເຈົ້າ, ແລະ ພວກເຈົ້າຈະບໍ່ຖືກເຮັດໃຫ້ຈຳນົນຢູ່ຕໍ່ໜ້າມະນຸດ;
“ເພາະມັນຈະຖືກມອບໃຫ້ພວກເຈົ້າ … ໃນເວລານັ້ນເອງ, ສິ່ງທີ່ພວກເຈົ້າຈະກ່າວ.”13
ແລ້ວເພິ່ນໄດ້ກ່າວວ່າ, “ບັດນີ້ເຮົາຈະໄດ້ຍິນຈາກ ແອວເດີ ຄຸກ.”
ຂ້າພະເຈົ້າຕົກໃຈແຮງ. ຂ້າພະເຈົ້າບໍ່ໄດ້ຄິດເລີຍວ່າຂ້າພະເຈົ້າຈະຖືກຂໍໃຫ້ກ່າວປາໄສສອງເທື່ອໃນກອງປະຊຸມດຽວ. ຂ້າພະເຈົ້າບໍ່ຮູ້ວ່າ ຈະເວົ້າຫຍັງ. ໂດຍການອະທິຖານຢ່າງແຮງກ້າ ແລະ ເພິ່ງອາໄສພຣະຜູ້ເປັນເຈົ້າເພື່ອໃຫ້ຊ່ວຍເຫລືອ, ໂດຍວິທີໃດວິທີໜຶ່ງ, ຂ້າພະເຈົ້າໄດ້ຮັບພອນດ້ວຍຄວາມຄິດ, ຂໍ້ພຣະຄຳພີ, ແລະ ຂ້າພະເຈົ້າກໍສາມາດກ່າວໄດ້ອີກ 15 ນາທີ. ຂ້າພະເຈົ້າໄດ້ນັ່ງລົງ ອິດເມື່ອຍຫລາຍແທ້ໆ.
ປະທານແພ໊ກເກີໄດ້ກ່າວອີກ 15 ນາທີກ່ຽວກັບການເຮັດຕາມພຣະວິນຍານ ແລະ ໄດ້ແບ່ງປັນຄຳສອນຂອງໂປໂລ ທີ່ວ່າ ເຮົາບໍ່ຄວນກ່າວ “ດ້ວຍຖ້ອຍຄຳ ຊຶ່ງປັນຍາຂອງມະນຸດໄດ້ສອນໄວ້ແຕ່ດ້ວຍຖ້ອຍຄຳ ຊຶ່ງພຣະວິນຍານໄດ້ສັ່ງສອນ.”14 ຕາມທີ່ທ່ານສາມາດຈິນຕະນາການໄດ້, ຂ້າພະເຈົ້າຕື້ນຕັນໃຈເມື່ອເພິ່ນໄດ້ຮັບຄວາມປະທັບໃຈທີ່ຈະກ່າວເປັນເທື່ອທີສາມວ່າ, “ບັດນີ້ເຮົາຈະໄດ້ຍິນຈາກ ແອວເດີ ຄຸກ.”
ຂ້າພະເຈົ້າເມື່ອຍແຮງ. ຂ້າພະເຈົ້າບໍ່ຮູ້ວ່າຈະກ່າວຫຍັງໄດ້ອີກແລ້ວ. ຂ້າພະເຈົ້າໄດ້ຮູ້ວ່າ ມັນເປັນເວລາທີ່ຈະຕ້ອງໃຊ້ສັດທາຫລາຍຂຶ້ນ. ຂ້າພະເຈົ້າໄດ້ຍ່າງໄປທີ່ແທ່ນປາໄສ, ຢ່າງຊ້າໆ, ອ້ອນວອນຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ. ເມື່ອຂ້າພະເຈົ້າໄປເຖິງໄມໂກຣໂຟນ, ພຣະຜູ້ເປັນເຈົ້າໄດ້ອວຍພອນຂ້າພະເຈົ້າຢ່າງໜ້າອັດສະຈັນ ເພື່ອໃຫ້ຂ້າພະເຈົ້າກ່າວເພີ່ມອີກ 15 ນາທີ.15
ໃນທີ່ສຸດກອງປະຊຸມກໍໄດ້ຈົບລົງ, ແຕ່ຂ້າພະເຈົ້າໄດ້ຮັບຮູ້ໄວໆວ່າ ພາກປະຊຸມສຳລັບຜູ້ໃຫຍ່ຈະເລີ່ມພາຍໃນໜຶ່ງຊົ່ວໂມງ. ໂອຍນໍ! ຄືກັນກັບໂຊຣຳ, ຂ້າພະເຈົ້າຢາກແລ່ນໜີໄປແທ້ໆ, ແຕ່ດັ່ງທີ່ນີໄຟໄດ້ຈັບລາວໄວ້, ຂ້າພະເຈົ້າກໍໄດ້ຮູ້ວ່າ ປະທານແພ໊ກເກີກໍຈະຈັບຂ້າພະເຈົ້າໄວ້ເຊັ່ນກັນ. ກອງປະຊຸມສຳລັບຜູ້ໃຫຍ່ກໍໄດ້ດຳເນີນໄປຕາມແບບແຜນດຽວກັນ. ຂ້າພະເຈົ້າໄດ້ກ່າວອີກສາມເທື່ອ. ມື້ຕໍ່ມາ ລະຫວ່າງພາກທົ່ວໄປ, ຂ້າພະເຈົ້າໄດ້ກ່າວໜຶ່ງເທື່ອ.
ຫລັງຈາກກອງປະຊຸມ, ປະທານແພ໊ກເກີໄດ້ກ່າວດ້ວຍຄວາມຮັກວ່າ, “ໃຫ້ພວກເຮົາເຮັດແບບນີ້ອີກເນາະ.” ຂ້າພະເຈົ້າຮັກ ປະທານບອຍ ເຄ ແພ໊ກເກີ ແລະ ຮູ້ສຶກບຸນຄຸນສຳລັບທຸກສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້.
ທ່ານຮູ້ບໍວ່າຂ້າພະເຈົ້າກະຕັນຍູສຳລັບຫຍັງ? ກະຕັນຍູທີ່ຂ້າພະເຈົ້າບໍ່ໄດ້ຍອມແພ້—ຫລື ຕ້ານທານ. ຖ້າຫາກຂ້າພະເຈົ້າໄດ້ຍອມຕໍ່ຄວາມປາດຖະໜາຂອງຂ້າພະເຈົ້າທີ່ຈະປົບໜີໄປຈາກກອງປະຊຸມເຫລົ່ານັ້ນ, ຂ້າພະເຈົ້າຄົງພາດໂອກາດທີ່ຈະເພີ່ມພູນສັດທາຂອງຂ້າພະເຈົ້າ ແລະ ຮັບເອົາຄວາມຮັກ ແລະ ການສະໜັບສະໜູນຢ່າງຫລວງຫລາຍຈາກພຣະບິດາເທິງສະຫວັນຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ຮຽນຮູ້ເຖິງຄວາມເມດຕາຂອງພຣະອົງ, ອຳນາດທີ່ເຮັດໃຫ້ເປັນໄປໄດ້ທີ່ໜ້າອັດສະຈັນຂອງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ, ແລະ ອິດທິພົນທີ່ມີພະລັງຂອງພຣະວິນຍານບໍລິສຸດ. ເຖິງແມ່ນວ່າຂ້າພະເຈົ້າມີຄວາມອ່ອນແອ,16 ແຕ່ຂ້າພະເຈົ້າໄດ້ຮຽນຮູ້ວ່າ ຂ້າພະເຈົ້າສາມາດຮັບໃຊ້; ຂ້າພະເຈົ້າສາມາດປະກອບສ່ວນ ເມື່ອພຣະຜູ້ເປັນເຈົ້າສະຖິດຢູ່ຄຽງຂ້າງຂ້າພະເຈົ້າ ຖ້າຫາກຂ້າພະເຈົ້າພຽງແຕ່ຈະດຳເນີນຕໍ່ໄປ—ດ້ວຍສັດທາ.
ບໍ່ວ່າການທ້າທາຍທີ່ເຮົາປະເຊີນໜ້າໃນຊີວິດຈະຍິ່ງໃຫຍ່, ກວ້າງໄກ, ແລະ ຮ້າຍແຮງພຽງໃດກໍຕາມ, ເຮົາທຸກຄົນກໍມີຊ່ວງເວລາທີ່ເຮົາຮູ້ສຶກວ່າຢາກຈະຢຸດ, ອອກໄປ, ປົບໜີ, ຫລື ແມ່ນແຕ່ຍອມແພ້. ແຕ່ການໃຊ້ສັດທາໃນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ຊ່ວຍເຮົາໃຫ້ເອົາຊະນະຄວາມທໍ້ຖອຍໃຈ ບໍ່ວ່າເຮົາຈະປະເຊີນໜ້າກັບອຸປະສັກໃດໆກໍຕາມ.
ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສຳເລັດວຽກງານທີ່ພຣະອົງຖືກມອບໝາຍໃຫ້ກະທຳ, ພຣະອົງມີອຳນາດທີ່ຈະຊ່ວຍເຫລືອເຮົາໃຫ້ສຳເລັດວຽກງານທີ່ເຮົາໄດ້ຖືກມອບໝາຍເຊັ່ນກັນ.17 ເຮົາສາມາດໄດ້ຮັບພອນທີ່ຈະກ້າວໄປໜ້າຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ບໍ່ວ່າມັນຈະຍາກລຳບາກພຽງໃດກໍຕາມ, ແລະ ໃນທີ່ສຸດໄດ້ຮັບຊີວິດນິລັນດອນ.18
ດັ່ງທີ່ສາດສະດາໂຈເຊັບ ສະມິດ ໄດ້ກ່າວວ່າ “ຂໍໃຫ້ຍຶດໝັ້ນ, ພວກທ່ານໄພ່ພົນຂອງພຣະເຈົ້າ, ຈົ່ງອົດທົນຕໍ່ໄປອີກໜ້ອຍໜຶ່ງ, ແລະ ມໍລະສຸມຊີວິດຈະຜ່ານພົ້ນໄປ, ແລະ ພວກທ່ານຈະໄດ້ຮັບລາງວັນຈາກພຣະເຈົ້າ ຜູ້ທີ່ທ່ານເປັນຜູ້ຮັບໃຊ້.”19 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.