“ບໍ່ມີອັນໃດເລີຍທີ່ງົດງາມ ແລະ ຫວານຊື່ນເທົ່າກັບຄວາມສຸກຂອງພໍ່”
ການກັບໃຈໃນທຸກໆວັນ ແລະ ການມາຫາພຣະເຢຊູຄຣິດຄືຫົນທາງສູ່ປະສົບການແຫ່ງຄວາມສຸກ—ຄວາມສຸກທີ່ເກີນກວ່າເຮົາຈະຈິນຕະນາການໄດ້.
ຕະຫລອດການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດໄດ້ສະແດງຄວາມເຫັນອົກເຫັນໃຈທີ່ຍິ່ງໃຫຍ່ຕໍ່ລູກໆຂອງພຣະເຈົ້າໝົດທຸກຄົນ—ໂດຍສະເພາະຜູ້ທີ່ກຳລັງປະເຊີນກັບຄວາມທຸກທໍລະມານ ຫລື ໄດ້ຕົກໄປ. ເມື່ອຖືກວິພາກວິຈານຈາກພວກຟາຣີຊາຍຕໍ່ການຄົບຫາສະມາຄົມ ແລະ ກິນເຂົ້າຮ່ວມກັບຄົນບາບ, ພຣະເຢຊູໄດ້ຕອບກັບໂດຍການສິດສອນຄຳອຸປະມາສາມເລື່ອງທີ່ຄຸ້ນເຄີຍ.1 ໃນຄຳອຸປະມາແຕ່ລະເລື່ອງເຫລົ່ານີ້, ພຣະອົງໄດ້ເນັ້ນຄວາມສຳຄັນຂອງການສະແຫວງຫາຜູ້ຄົນທີ່ຫລົງທາງ, ແລະ ຄວາມສຸກທີ່ຮູ້ສຶກເມື່ອເຂົາເຈົ້າກັບຄືນມາ. ຍົກຕົວຢ່າງ, ໃນຄຳອຸປະມາເລື່ອງລູກແກະທີ່ເສຍໄປ ພຣະອົງໄດ້ກ່າວວ່າ, “ໃນສະຫວັນຈະມີຄວາມຊົມຊື່ນຍິນດີ [ຫລາຍ] ທີ່ຄົນບາບຜູ້ໜຶ່ງຖິ້ມໃຈເກົ່າເອົາໃຈໃໝ່.”2
ຄວາມປາດຖະໜາຂອງຂ້າພະເຈົ້າໃນມື້ນີ້ຄືເສີມສ້າງຄວາມເຂັ້ມແຂງຄວາມສຳພັນລະຫວ່າງຄວາມສຸກ ແລະ ການກັບໃຈ—ໂດຍສະເພາະຢ່າງຍິ່ງ, ຄວາມສຸກທີ່ເກີດຂຶ້ນໃນຕອນທີ່ເຮົາກັບໃຈ ແລະ ຄວາມສຸກທີ່ຮູ້ສຶກຊື່ນຊົມຍິນດີທີ່ເຮົາໄດ້ປະສົບໃນຂະນະທີ່ເຮົາເຊື້ອເຊີນຄົນອື່ນໃຫ້ມາຫາພຣະຄຣິດ ແລະ ຮັບເອົາການຊົດໃຊ້ພຣະຊົນຊີບຂອງພຣະອົງເຂົ້າມາໃນຊີວີດຂອງເຂົາເຈົ້າ.
ເຮົາເປັນຢູ່ກໍເພື່ອເຮົາຈະໄດ້ມີຄວາມສຸກ
ໃນພຣະຄຳພີ, ຄຳວ່າ ຄວາມຊື່ນຊົມ ໂດຍທົ່ວໄປມີຄວາມໝາຍຫລາຍກວ່າການຜ່ານຊ່ວງເວລາແຫ່ງຄວາມພໍໃຈ ຫລື ແມ່ນແຕ່ການຮູ້ສຶກມີຄວາມສຸກ. ຄວາມໝາຍຂອງຄຳວ່າຄວາມຊື່ນຊົມນີ້ຄືຄຸນລັກສະນະຂອງພຣະເຈົ້າ, ທີ່ສາມາດພົບເຫັນໄດ້ໃນຄວາມສົມບູນເມື່ອເຮົາກັບໄປຢູ່ໃນທີ່ປະທັບຂອງພຣະເຈົ້າ.3 ມັນຊາບຊຶ້ງ, ຍົກລະດັບ, ຍືນຍົງ, ແລະ ປ່ຽນແປງຊີວິດຫລາຍກວ່າຄວາມສຸກ ຫລື ຄວາມສະດວກສະບາຍໃດໆທີ່ໂລກນີ້ຈະມອບໃຫ້ໄດ້.
ເຮົາໄດ້ຖືກສ້າງຂຶ້ນເພື່ອຈະມີຄວາມສຸກ. ມັນຄືຈຸດໝາຍປາຍທາງທີ່ເຮົາຕັ້ງໃຈໄວ້ໃນຖານະລູກໆຂອງພຣະບິດາເທິງສະຫວັນທີ່ຊົງຮັກ. ພຣະອົງຢາກແບ່ງປັນຄວາມສຸກຂອງພຣະອົງໃຫ້ກັບເຮົາ. ສາດສະດາລີໄຮໄດ້ສິດສອນວ່າ ແຜນຂອງພຣະເຈົ້າສຳລັບເຮົາແຕ່ລະຄົນຄື ເພື່ອເຮົາ “ຈະໄດ້ມີຄວາມສຸກ.”4 ຍ້ອນເຮົາຢູ່ໃນໂລກທີ່ຕົກຕ່ຳ, ຄວາມສຸກທີ່ຍືນຍົງ ຫລື ຄວາມສຸກອັນເປັນນິດ ສ່ວນຫລາຍເບິ່ງຄືວ່າໄກເກີນກວ່າຈະຢື້ເຖິງ. ແຕ່ໃນຂໍ້ຖັດໄປ, ລີໄຮສືບຕໍ່ໂດຍການອະທິບາຍວ່າ “ພຣະເມຊີອາ [ໄດ້ສະເດັດມາ] … , ເພື່ອພຣະອົງຈະໄຖ່ [ເຮົາ] ຈາກການຕົກ.”5 ການໄຖ່, ໂດຍທາງ ແລະ ຜ່ານທາງພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ, ເຮັດໃຫ້ຄວາມສຸກນັ້ນເປັນໄປໄດ້.
ຂ່າວສານພຣະກິດຕິຄຸນຄືຂ່າວສານແຫ່ງຄວາມຫວັງ, “ເປັນຂ່າວທີ່ນຳຄວາມຊົມຊື່ນຍິນດີອັນໃຫຍ່,” ມາໃຫ້6 ແລະ ວິທີທີ່ທຸກຄົນສາມາດປະສົບກັບສັນຕິສຸກ ແລະ ໂອກາດແຫ່ງຄວາມຊື່ນຊົມໃນຊີວິດນີ້ ແລະ ຮັບຄວາມສົມບູນຂອງຄວາມຊື່ນຊົມໃນຊີວິດທີ່ຈະມາເຖິງ.7
ຄວາມຊື່ນຊົມທີ່ເຮົາເວົ້າເຖິງຄືພອນສຳລັບຄົນທີ່ຊື່ສັດ, ແຕ່ກໍມາພ້ອມກັບການແລກດ້ວຍລາຄາ. ຄວາມຊື່ນຊົມບໍ່ໄດ້ມີລາຄາຖືກ ຫລື ຖືກມອບໃຫ້ຢ່າງງ່າຍດາຍ. ກົງກັນຂ້າມ, ມັນຖືກຊື້ມາ “ດ້ວຍໂລຫິດອັນມີຄ່າຂອງ [ພຣະເຢຊູ] ຄຣິດ.”8 ຖ້າເຮົາເຂົ້າໃຈຄຸນຄ່າຂອງຄວາມສຸກທີ່ແທ້ຈິງຂອງພຣະເຈົ້າ, ເຮົາຈະບໍ່ລັງເລທີ່ຈະເສຍສະລະທຸກສິ່ງທຸກຢ່າງທີ່ເຮົາເປັນເຈົ້າຂອງໃນໂລກ ຫລື ປ່ຽນແປງຊີວິດທີ່ຈຳເປັນເພື່ອໃຫ້ໄດ້ມັນມາ.
ກະສັດຜູ້ມີອຳນາດແຕ່ຖ່ອມຕົນໃນພຣະຄຳພີມໍມອນເຂົ້າໃຈສິ່ງນີ້. “ຂ້າພະເຈົ້າຈະເຮັດແນວໃດ,” ເພິ່ນໄດ້ຖາມ, “ເພື່ອຈະໄດ້ເກີດຈາກພຣະເຈົ້າ, ໂດຍຂຸດເອົາຮາກຂອງວິນຍານຊົ່ວນີ້ອອກຈາກໜ້າເອິກຂອງຂ້າພະເຈົ້າ, ແລະ ຮັບເອົາພຣະວິນຍານຂອງພຣະອົງ, ເພື່ອຂ້າພະເຈົ້າຈະເຕັມໄປດ້ວຍຄວາມປິຕິຍິນດີ … ? ຈົ່ງເບິ່ງ, ກະສັດໄດ້ເວົ້າວ່າ ຂ້າພະເຈົ້າຈະສະລະທຸກສິ່ງທຸກຢ່າງທີ່ຂ້າພະເຈົ້າເປັນເຈົ້າຂອງ, ແທ້ຈິງແລ້ວ, ຂ້າພະເຈົ້າຈະປະຖິ້ມລາຊາອານາຈັກຂອງຂ້າພະເຈົ້າ, ເພື່ອຈະໄດ້ຮັບຄວາມຜາສຸກອັນຍິ່ງໃຫຍ່ນີ້.”9
ເພື່ອຕອບຄຳຖາມຂອງກະສັດ, ອາໂຣນຜູ້ສອນສາດສະໜາໄດ້ເວົ້າວ່າ, “ຖ້າຫາກວ່າທ່ານປາດຖະໜາສິ່ງເຫລົ່ານີ້ ກໍຂໍໃຫ້ … ກົ້ມຂາບລົງຕໍ່ພຣະພັກຂອງພຣະເຈົ້າ … [ແລະ] ກັບໃຈຈາກບາບທັງໝົດຂອງທ່ານ.”10 ການກັບໃຈຄືຫົນທາງໄປສູ່ຄວາມຊື່ນຊົມ11 ເພາະມັນຄືຫົນທາງທີ່ນຳໄປສູ່ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ.12
ຄວາມຊື່ນຊົມມີມາຜ່ານທາງການກັບໃຈຢ່າງແທ້ຈິງ
ສຳລັບບາງຄົນ, ເພື່ອໃຫ້ຄິດວ່າການກັບໃຈຄືຫົນທາງໄປສູ່ຄວາມຊື່ນຊົມນັ້ນອາດຈະເບິ່ງເປັນການຂັດແຍ້ງກັນ. ການກັບໃຈ, ໃນບາງຄັ້ງ, ກໍອາດຈະເຈັບປວດ ແລະ ຍາກລຳບາກ. ມັນຮຽກຮ້ອງໃຫ້ຍອມຮັບວ່າຄວາມຄິດ ແລະ ການກະທຳບາງຢ່າງ—ຫລື ແມ່ນແຕ່ຄວາມເຊື່ອບາງຢ່າງຂອງເຮົາ—ນັ້ນຜິດ. ການກັບໃຈຍັງຮຽກຮ້ອງໃຫ້ປ່ຽນແປງ, ຊຶ່ງບາງຄັ້ງ, ກໍອາດເຮັດໃຫ້ບໍ່ສະບາຍໃຈ. ແຕ່ຄວາມຊື່ນຊົມ ແລະ ຄວາມສະບາຍນັ້ນບໍ່ແມ່ນສິ່ງດຽວກັນ. ບາບ—ລວມທັງບາບແຫ່ງຄວາມເພິ່ງພໍໃຈ—ຈຳກັດຄວາມຊື່ນຊົມຂອງເຮົາ.
ດັ່ງທີ່ພຣະທຳເພງສັນລະເສີນກ່າວໄວ້, “ນ້ຳຕາອາດໄຫລຫລັ່ງໃນເວລາກາງຄືນ, ແຕ່ຄວາມຊົມຊື່ນຍິນດີກໍມີມາໃນຕອນເຊົ້າ.”13 ຂະນະທີ່ເຮົາກັບໃຈຈາກບາບຂອງເຮົາ, ເຮົາຕ້ອງເອົາໃຈໃສ່ກັບຄວາມຊົມຊື່ນຍິນດີທີ່ຍິ່ງໃຫຍ່ທີ່ຕາມມາ. ເວລາກາງຄືນອາດເບິ່ງຄືດົນນານ, ແຕ່ແລ້ວຕອນເຊົ້າກໍຈະມາເຖິງ, ແລະ, ໂອ, ສັນຕິສຸກອັນງົດງາມ ແລະ ຄວາມຊົມຊື່ນຍິນດີທີ່ສົດໃສຫລາຍປານໃດທີ່ເຮົາຮູ້ສຶກໄດ້ຈາກການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດທີ່ປົດປ່ອຍເຮົາອອກຈາກບາບ ແລະ ຄວາມທຸກທໍລະມານ.
ບໍ່ມີອັນໃດເລີຍທີ່ງົດງາມ ແລະ ຫວານຊື່ນເທົ່າກັບ
ໃຫ້ຄິດເຫັນປະສົບການຂອງແອວມາໃນພຣະຄຳພີມໍມອນ. ເພິ່ນໄດ້ຖືກ “ທໍລະມານດ້ວຍຄວາມທໍລະມານນິລັນດອນ” ແລະ ຈິດວິນຍານຂອງເພິ່ນ “ເຈັບປວດຈົນສຸດຂີດ” ດ້ວຍບາບຂອງເພິ່ນ. ແຕ່ເມື່ອເພິ່ນໄດ້ຫັນໜ້າໄປສູ່ຄວາມເມດຕາຂອງພຣະຜູ້ຊ່ວຍໃຫ້ລອດ, ເພິ່ນ “ບໍ່ຈື່ຈຳຄວາມເຈັບປວດ [ຂອງເພິ່ນ] ອີກເລີຍ.”14
“ແລະ ໂອ້, ພໍ່ບໍ່ເຄີຍເຫັນຄວາມສຸກ,” ເພິ່ນໄດ້ປະກາດ, “ແລະ ຄວາມສະຫວ່າງອັນໃດທີ່ໜ້າອັດສະຈັນເຊັ່ນນີ້; ແທ້ຈິງແລ້ວ, … ບໍ່ມີອັນໃດເລີຍທີ່ງົດງາມ ແລະ ຫວານຊື່ນເທົ່າກັບຄວາມສຸກຂອງພໍ່.”15
ນີ້ຄືຄວາມສຸກທີ່ມີໃຫ້ສຳລັບຜູ້ທີ່ມາຫາພຣະເຢຊູຄຣິດຜ່ານທາງການກັບໃຈ.16 ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ:
“ການກັບໃຈຈະເປີດໃຫ້ເຮົາເຂົ້າເຖິງອຳນາດແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດ. …
“ເມື່ອເຮົາເລືອກທີ່ຈະກັບໃຈ, ເຮົາເລືອກທີ່ຈະປ່ຽນແປງ! ເຮົາໃຫ້ພຣະຜູ້ຊ່ວຍໃຫ້ລອດປ່ຽນເຮົາເປັນບຸກຄົນທີ່ດີທີ່ສຸດ. ເຮົາເລືອກທີ່ຈະເຕີບໂຕທາງວິນຍານ ແລະ ຮັບເອົາຄວາມຊື່ນຊົມ—ເປັນຄວາມຊື່ນຊົມຂອງການໄຖ່ໃນພຣະອົງ. ເມື່ອເຮົາເລືອກທີ່ຈະກັບໃຈ, ເຮົາເລືອກທີ່ຈະກາຍເປັນເໝືອນດັ່ງພຣະເຢຊູຄຣິດ!”17
ການກັບໃຈນຳຄວາມຊື່ນຊົມມາໃຫ້ ຍ້ອນວ່າມັນໄດ້ຊ່ວຍກຽມຈິດໃຈຂອງເຮົາເພື່ອຮັບເອົາອິດທິພົນຂອງພຣະວິນຍານບໍລິສຸດ. ການເຕັມໄປດ້ວຍພຣະວິນຍານບໍລິສຸດນັ້ນກໍໝາຍເຖິງການເຕັມໄປດ້ວຍຄວາມສຸກ. ແລະ ການເຕັມໄປດ້ວຍຄວາມສຸກນັ້ນກໍໝາຍເຖິງການເຕັມໄປດ້ວຍພຣະວິນຍານບໍລິສຸດ.18 ຄວາມຊື່ນຊົມຂອງເຮົາຈະເພີ່ມຂຶ້ນເມື່ອເຮົາໃຊ້ຄວາມພະຍາຍາມທຸກມື້ໃນການນຳເອົາພຣະວິນຍານມາສູ່ຊີວິດຂອງເຮົາ. ດັ່ງທີ່ໄດ້ຖືກສິດສອນໂດຍສາດສະດາມໍມອນ: “ເຖິງຢ່າງໃດກໍຕາມພວກເຂົາຖືສິນອົດເຂົ້າ ແລະ ອະທິຖານຢູ່ເລື້ອຍໆ ແລະ ໄດ້ເຂັ້ມແຂງໄປເລື້ອຍໆໃນຄວາມຖ່ອມຕົວຂອງພວກເຂົາ, ແລະ ໝັ້ນຄົງຂຶ້ນໄປເລື້ອຍໆ [ໃນ] ສັດທາ [ຂອງພວກເຂົາ] ໃນພຣະຄຣິດ, ຈົນເຮັດໃຫ້ຈິດວິນຍານຂອງພວກເຂົາເຕັມໄປດ້ວຍຄວາມສຸກ ແລະ ຄວາມປອບໃຈ.”19 ພຣະຜູ້ເປັນເຈົ້າສັນຍາໄວ້ກັບທຸກຄົນທີ່ໃຊ້ຄວາມພະຍາຍາມໃນການຕິດຕາມພຣະອົງ, “ເຮົາຈະໃຫ້ພຣະວິນຍານ … ແກ່ເຈົ້າ, ຊຶ່ງຈະໃຫ້ຄວາມສະຫວ່າງແກ່ຄວາມຄິດຂອງເຈົ້າ, ຊຶ່ງຈະເຮັດໃຫ້ຈິດວິນຍານຂອງເຈົ້າເຕັມໄປດ້ວຍຄວາມສຸກ.”20
ຄວາມສຸກຂອງການຊ່ວຍເຫລືອຄົນອື່ນໃຫ້ກັບໃຈ
ຫລັງຈາກທີ່ເຮົາໄດ້ຮູ້ສຶກເຖິງຄວາມສຸກທີ່ໄດ້ມາຈາກການກັບໃຈຢ່າງແທ້ຈິງແລ້ວ, ເຮົາກໍຢາກແບ່ງປັນຄວາມສຸກນັ້ນໃຫ້ກັບຄົນອື່ນໂດຍທຳມະຊາດ. ຂະນະທີ່ເຮົາເຮັດເຊັ່ນນັ້ນ, ຄວາມສຸກຂອງເຮົາກໍຈະທະວີຄູນຂຶ້ນ. ນັ້ນຄືສິ່ງທີ່ໄດ້ເກີດຂຶ້ນກັບແອວມາ.
“ນີ້ຄືຄວາມປາບປື້ມຂອງຂ້າພະເຈົ້າ,” ເພິ່ນໄດ້ກ່າວ, “ເພື່ອບາງທີຂ້າພະເຈົ້າອາດຈະເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າໃນການນຳຈິດວິນຍານດວງໜຶ່ງມາສູ່ການກັບໃຈ; ແລະ ນີ້ຄືຄວາມສຸກຂອງຂ້າພະເຈົ້າ.
“ແລະ ຈົ່ງເບິ່ງ, ເມື່ອຂ້າພະເຈົ້າເຫັນພີ່ນ້ອງຂອງຂ້າພະເຈົ້າຫລາຍຄົນທີ່ສຳນຶກຜິດດ້ວຍຄວາມຈິງໃຈ, ແລ້ວເຂົ້າມາຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ເວລານັ້ນຈິດວິນຍານຂອງຂ້າພະເຈົ້າເຕັມໄປດ້ວຍຄວາມສຸກ; ແລ້ວຂ້າພະເຈົ້າສຳນຶກໄດ້ວ່າ ມີສິ່ງໃດແດ່ທີ່ພຣະຜູ້ເປັນເຈົ້າໄດ້ກະທຳເພື່ອຂ້າພະເຈົ້າ, … ແທ້ຈິງແລ້ວ, ຂ້າພະເຈົ້າສຳນຶກເຖິງພຣະຫັດທີ່ມີຄວາມເມດຕາປານີຂອງພຣະອົງຊຶ່ງເດ່ [ມາຫາ] ຂ້າພະເຈົ້າ.”21
ການຊ່ວຍເຫລືອຄົນອື່ນໃຫ້ກັບໃຈນັ້ນເປັນການສະແດງອອກຕາມທຳມະຊາດເຖິງຄວາມກະຕັນຍູຂອງເຮົາຕໍ່ພຣະຜູ້ຊ່ວຍໃຫ້ລອດ, ແລະ ມັນຄືແຫລ່ງແຫ່ງຄວາມສຸກທີ່ຍິ່ງໃຫຍ່. ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ:
“ຫາກວ່າ ເຈົ້າຈະ … ນຳຈິດວິນຍານດວງໜຶ່ງມາຫາເຮົາ, ຄວາມຊື່ນຊົມຂອງພວກເຈົ້າຈະຍິ່ງໃຫຍ່ພຽງໃດນຳເຂົາໃນອານາຈັກຂອງພຣະບິດາຂອງເຮົາ!
“ແລະ ບັດນີ້, ຖ້າຫາກພວກເຈົ້າຈະມີຄວາມຊື່ນຊົມຫລາຍພຽງນັ້ນນຳຈິດວິນຍານດວງໜຶ່ງ ທີ່ພວກເຈົ້າໄດ້ນຳມາຫາເຮົາ … , ແລ້ວພວກເຈົ້າຈະມີຄວາມຊື່ນຊົມຫລາຍພຽງໃດ ຖ້າຫາກພວກເຈົ້າໄດ້ນຳຈິດວິນຍານຫລາຍດວງມາຫາເຮົາ!”22
ຄວາມຊື່ນຊົມຂອງພຣະອົງນັ້ນຈະຍິ່ງໃຫຍ່ພຽງໃດນຳຈິດວິນຍານທີ່ກັບໃຈ
ຂ້າພະເຈົ້າພົບວ່າມັນຊ່ວຍໄດ້ຫລາຍ ທີ່ຈະພະຍາຍາມຈິນຕະນາການເຖິງຄວາມຊື່ນຊົມ ທີ່ພຣະຜູ້ຊ່ວຍໃຫ້ລອດຮູ້ສຶກໃນແຕ່ລະຄັ້ງ ທີ່ເຮົາໄດ້ຮັບພອນແຫ່ງການເສຍສະລະຊົດໃຊ້ຂອງພຣະອົງໃນຊີວິດຂອງເຮົາ.23 ດັ່ງທີ່ປະທານແນວສັນໄດ້ອ້າງອີງ,24 ເຖິງສານຂອງອັກຄະສາວົກໂປໂລຕໍ່ຊາວເຮັບເຣີທີ່ໄດ້ແບ່ງປັນຂໍ້ຄິດອັນລະອຽດອ່ອນນີ້ວ່າ: “ພວກເຮົາຈົ່ງຊັດຖິ້ມທຸກ … ຄວາມຜິດບາບທີ່ຕິດແໜ້ນໂດຍງ່າຍ, … ຈົ່ງປັກຕາເບິ່ງພຣະເຢຊູ ຄືຜູ້ບຸກເບີກຄວາມເຊື່ອ; ຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ … ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.”25 ເຮົາມັກເວົ້າເຖິງຄວາມເຈັບປວດ ແລະ ຄວາມທຸກທໍລະມານຢູ່ທີ່ເຄັດເຊມາເນ ແລະ ພູກະໂຫລກຫົວເປັນປະຈຳ, ແຕ່ວ່າບໍ່ຄ່ອຍກ່າວເຖິງຄວາມຊື່ນຊົມຍິ່ງໃຫຍ່ທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ຄາດໝາຍໄວ້ໃນການສະລະພຣະຊົນຊີບຂອງພຣະອົງເພື່ອເຮົາ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ, ຄວາມເຈັບປວດ ແລະ ຄວາມທຸກທໍລະມານຂອງພຣະອົງແມ່ນສຳລັບເຮົາ, ເພື່ອເຮົາອາດຈະປະສົບກັບຄວາມຊື່ນຊົມໃນການກັບຄືນໄປຫາພຣະອົງໃນທີ່ປະທັບຂອງພຣະເຈົ້າ.
ຫລັງຈາກທີ່ໄດ້ສິດສອນຜູ້ຄົນຊາວອາເມຣິກາໃນສະໄໝບູຮານແລ້ວ, ພຣະຜູ້ຊ່ວຍໃຫ້ລອດໄດ້ສະແດງຄວາມຮັກທີ່ຍິ່ງໃຫຍ່ຂອງພຣະອົງຕໍ່ເຂົາເຈົ້າໂດຍການກ່າວວ່າ:
“ບັດນີ້, ຈົ່ງເບິ່ງຄວາມສຸກຂອງເຮົາໃຫຍ່ຍິ່ງ, ຈົນເຕັມບໍລິບູນ, ເພາະເຈົ້າ … ; ແທ້ຈິງແລ້ວ, ເຖິງແມ່ນພຣະບິດາກໍປິຕິຍິນດີ, ແລະ ເຫລົ່າທູດທີ່ສັກສິດທັງຫລາຍນຳອີກ. …
“… ເຮົາມີຄວາມສຸກຫລາຍແທ້ໆນຳ [ພວກເຈົ້າ].”26
ຈົ່ງມາຫາພຣະຄຣິດ ແລະ ຮັບເອົາຄວາມສຸກຂອງພຣະອົງ
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າສະຫລຸບດ້ວຍການແບ່ງປັນປະຈັກພະຍານສ່ວນຕົວ, ຊຶ່ງຂ້າພະເຈົ້າຖືວ່າເປັນຂອງປະທານອັນສັກສິດ. ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງໂລກ. ຂ້າພະເຈົ້າຮູ້ວ່າພຣະອົງຮັກເຮົາແຕ່ລະຄົນ. ຈຸດມຸ່ງໝາຍຢ່າງດຽວຂອງພຣະອົງ, “ວຽກງານ ແລະ ລັດສະໝີພາບ [ຂອງພຣະອົງ],”27 ຄືການຊ່ວຍໃຫ້ເຮົາໄດ້ຮັບຄວາມສຸກທີ່ສົມບູນໃນພຣະອົງ. ຂ້າພະເຈົ້າເປັນພະຍານສ່ວນຕົວວ່າ ການກັບໃຈໃນທຸກໆວັນ ແລະ ການມາຫາພຣະເຢຊູຄຣິດຄືທາງໄປສູ່ປະສົບການແຫ່ງຄວາມສຸກ—ຄວາມສຸກທີ່ເກີນກວ່າຈະຈິນຕະນາການໄດ້.28 ນີ້ຄືເຫດຜົນວ່າເປັນຫຍັງເຮົາຈຶ່ງມາຢູ່ໃນໂລກນີ້. ນີ້ຄືເຫດຜົນທີ່ພຣະເຈົ້າໄດ້ຕຽມແຜນແຫ່ງຄວາມສຸກໄວ້ໃຫ້ເຮົາ. ພຣະເຢຊູຄຣິດເປັນ “ທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ”29 ແລະ ບໍ່ມີ “ພຣະນາມອື່ນໃດຈະປະທານໃຫ້ພາຍໃຕ້ສະຫວັນອີກເລີຍ ຊຶ່ງໂດຍທາງນັ້ນມະນຸດຈະລອດໄດ້ໃນອານາຈັກຂອງພຣະເຈົ້າ.”30 ຂ້າພະເຈົ້າເປັນພະຍານໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.