ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຂ້ອຍ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແທ້​ແລ້ວ​ແມ່ນ​ບໍ?
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


11:36

ຂ້ອຍ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແທ້​ແລ້ວ​ແມ່ນ​ບໍ?

ຄຳ​ສັນ​ຍາ​ແຫ່ງ​ການ​ໃຫ້​ອະ​ໄພ​ຢ່າງ​ຄົບ​ຖ້ວນ ແລະ ສົມ​ບູນ​ແບບ​ໄດ້​ເຮັດ​ໄວ້​ກັບ​ທຸກ​ຄົນ—ໃນ ແລະ ຜ່ານ​ທາງ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເມື່ອ​ຫລາຍ​ປີ​ກ່ອນ, ຂ້າ​ພະ​ເຈົ້າ ແລະ ຊິດ​ສະ​ເຕີ ນະ​ແທຣສ໌ ໄດ້​ຍ້າຍ​ໄປ​ຢູ່​ລັດ​ໄອ​ດາ​ໂຮ, ບ່ອນ​ທີ່​ພວກ​ເຮົາ​ໄດ້​ເປີດ​ທຸ​ລະ​ກິດ​ໃໝ່. ພວກ​ເຮົາ​ເຮັດ​ວຽກ​ແກ່​ຍາວ​ທັງ​ເວັນ ແລະ ຄືນ​ຢູ່​ທີ່​ຫ້ອງ​ການ. ໂຊກ​ດີ, ທີ່​ພວກ​ເຮົາ​ອາ​ໄສ​ຢູ່​ຫ່າງ​ຈາກ​ຫ້ອງ​ການ​ປະ​ມານ​ສອງ​ສາມ​ຮ່ອມ. ແຕ່​ລະ​ອາ​ທິດ, ຊອນ​ນາ ແລະ ລູກ​ສາວ​ສາມ​ຄົນ​ຂອງ​ພວກ​ເຮົາ—ທີ່​ທັງ​ໝົດ​ແມ່ນ​ມີ​ອາ​ຍຸ​ຕ່ຳ​ກວ່າ​ຫົກ​ປີ—ມັກ​ຈະ​ມາ​ທີ່​ຫ້ອງ​ການ​ເພື່ອ​ກິນ​ເຂົ້າ​ສວຍ​ນຳ​ກັນ.

ໃນ​ມື້​ໜຶ່ງ​ຫລັງ​ຈາກ​ການ​ກິນ​ເຂົ້າ​ສວຍ​ຂອງ​ຄອບ​ຄົວ​ຂອງ​ພວກ​ເຮົາ, ຂ້າ​ພະ​ເຈົ້າ​ສັງ​ເກດ​ເຫັນ​ວ່າ​ລູກ​ສາວ​ອາ​ຍຸ​ຫ້າ​ປີ​ຂອງ​ພວກ​ເຮົາ, ມິ​ແຊວ, ໄດ້​ຂຽນ​ຂໍ້​ຄວາມ​ສ່ວນ​ຕົວ​ໃຫ້​ຂ້າ​ພະ​ເຈົ້າ, ລົງ​ໃນ​ເຈ້ຍ​ສະ​ຕິກ​ເກີ ແລະ ຕິດ​ໄວ້​ກັບ​ໂທ​ລະ​ສັບ​ຫ້ອງ​ການ​ຂອງ​ຂ້າ​ພະ​ເຈົ້າ.

ຂໍ້​ຄວາມ​ອ່ານ​ງ່າຍໆ​ວ່າ, “ພໍ່, ຢ່າ​ລືມ​ຮັກ​ເຮົາ​ເດີ. ດ້ວຍ​ຄວາມ​ຮັກ, ມິ​ແຊວ.” ນີ້​ເປັນ​ສິ່ງ​ເຕືອນ​ໃຈ​ທີ່​ມີ​ພະ​ລັງ​ຫລາຍ​ສຳ​ລັບ​ພໍ່​ໄວ​ໜຸ່ມ​ກ່ຽວ​ກັບ​ສິ່ງ​ໃດ​ທີ່​ສຳ​ຄັນ​ທີ່​ສຸດ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຈື່​ຈຳ​ເຮົາ​ສະ​ເໝີ ແລະ ວ່າ​ພຣະ​ອົງ​ຮັກ​ເຮົາ​ຢ່າງ​ສົມ​ບູນ​ແບບ. ຄຳ​ຖາມ​ຂອງ​ຂ້າ​ພະ​ເຈົ້າ​ຄື: ເຮົາ​ເດ​ຈື່​ຈຳ​ພຣະ​ອົງ​ຢູ່​ບໍ? ແລະ ເຮົາ​ຮັກ​ພຣະ​ອົງ​ຢູ່​ບໍ?

ຫລາຍ​ປີ​ຜ່ານ​ມາ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ເປັນ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ. ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ, ຊື່​ແດນ​ນີ, ເປັນ​ຄົນ​ທີ່​ໂດດ​ເດັ່ນ​ໃນ​ທຸກ​ດ້ານ. ລາວ​ເຊື່ອ​ຟັງ, ໃຈ​ດີ, ເປັນ​ຄົນ​ດີ, ແລະ ມີ​ຈິດ​ໃຈ​ທີ່​ດີ​ເລີດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ຕອນ​ທີ່​ລາວ​ຮຽນ​ຈົບ​ຊັ້ນ​ມັດ​ທະ​ຍົມ​ປາຍ, ລາວ​ເລີ່ມ​ຄົບ​ຫາ​ກັບ​ກຸ່ມ​ຄົນ​ທີ່​ແຂງ​ກະ​ດ້າງ. ລາວ​ໄດ້​ພົວ​ພັນ​ກັບ​ຢາ​ເສບ​ຕິດ, ໂດຍ​ສະ​ເພາະ​ຢາ​ບ້າ, ແລະ ພະ​ລາດ​ລົງ​ໄປ​ໃນ​ທາງ​ຂອງ​ການ​ຕິດ​ແສດ ແລະ ຄວາມ​ວິ​ບັດ. ບໍ່​ດົນ, ຮູບ​ຮ່າງ​ໜ້າ​ຕາ​ຂອງ​ລາວ​ກໍ​ປ່ຽນ​ແປງ​ໄປ​ໝົດ. ຈົນ​ເກືອບ​ບໍ່​ສາ​ມາດ​ຈື່​ລາວ​ໄດ້. ການ​ປ່ຽນ​ແປງ​ຫລາຍ​ທີ່​ສຸດ​ຄື​ດວງ​ຕາ​ຂອງ​ລາວ—ຄວາມ​ສະ​ຫວ່າງ​ໃນ​ດວງ​ຕາ​ຂອງ​ລາວ​ໄດ້​ດັບ​ລົງ. ຫລາຍ​ຄັ້ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕໍ່​ຫາ​ລາວ, ແຕ່​ກໍ​ບໍ່​ພົບ​ຈັກ​ເທື່ອ. ລາວ​ບໍ່​ສົນ​ໃຈ.

ມັນ​ເປັນ​ເລື່ອງ​ຍາກ​ທີ່​ເຫັນ​ຊາຍ​ໜຸ່ມ​ຜູ້​ໜ້າ​ອັດ​ສະ​ຈັນ​ຜູ້​ນີ້​ຕ້ອງ​ທົນ​ທຸກ​ທໍ​ລະ​ມານ ແລະ ໃຊ້​ຊີ​ວິດ​ທີ່​ບໍ່​ແມ່ນ​ຕົວ​ຂອງ​ລາວ! ລາວ​ສາ​ມາດ​ເຮັດ​ຫຍັງ​ໄດ້​ອີກ​ຫລາຍ.

ແລ້ວ​ມື້​ໜຶ່ງ, ສິ່ງ​ມະ​ຫັດ​ສະ​ຈັນ​ຂອງ​ລາວ​ກໍ​ເລີ່ມ​ຂຶ້ນ.

ລາວ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ມື້​ທີ່​ນ້ອງ​ຊາຍ​ຂອງ​ລາວ​ໄດ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ກ່ອນ​ອອກ​ເດີນ​ທາງ​ໄປ​ຮັບ​ໃຊ້​ເຜີຍ​ແຜ່. ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ, ແດນ​ນີ​ໄດ້​ຮູ້​ສຶກ​ເຖິງ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ລາວ​ບໍ່​ໄດ້​ຮູ້​ສຶກ​ແບບ​ນັ້ນ​ມາ​ດົນ​ແລ້ວ. ລາວ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໃນ​ທີ່​ສຸດ​ລາວ​ກໍ​ມີ​ຄວາມ​ຫວັງ.

ເຖິງ​ແມ່ນ​ວ່າ​ລາວ​ຈະ​ມີ​ຄວາມ​ປາດ​ຖະ​ໜາທີ່​ຈະ​ປ່ຽນ​ແປງ, ມັນ​ກໍ​ເປັນ​ເລື່ອງ​ທີ່​ຍາກ​ສຳ​ລັບ​ແດນ​ນີ. ການ​ຕິດ​ແສດ​ຂອງ​ລາວ ແລະ ປະ​ກອບ​ກັບ​ຄວາມ​ຮູ້​ສຶກ​ຜິດ ເປັນ​ສິ່ງ​ທີ່​ເກີນ​ກວ່າ​ທີ່​ລາວ​ຈະ​ທົນ​ໄດ້.

ໃນ​ຕອນ​ສວຍ​ຂອງ​ວັນ​ໜຶ່ງ, ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຕັດ​ຫຍ້າ​ຢູ່​ນອກ, ແດນ​ນີ​ໄດ້​ຈອດ​ລົດ​ຂອງ​ລາວ​ຢູ່​ໜ້າ​ບ້ານ​ໂດຍ​ທີ່​ບໍ່​ໄດ້​ບອກ​ນັດ​ລ່ວງ​ໜ້າ. ລາວ​ກຳ​ລັງ​ດີ້ນ​ລົນ​ຫລາຍ. ຂ້າ​ພະ​ເຈົ້າ​ໄດ້​ຢຸດ​ເຄື່ອງ​ຕັດ​ຫຍ້າ, ແລະ ພວກ​ເຮົາ​ກໍ​ນັ່ງ​ລົງ​ນຳ​ກັນ​ຢູ່​ຮົ່ມ​ຂັ້ນ​ໄດ​ລະ​ບຽງ​ໜ້າ​ບ້ານ. ເວ​ລາ​ນັ້ນ​ເອງ​ທີ່​ລາວ​ໄດ້​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຈາກ​ໃຈ. ລາວ​ຕ້ອງ​ການ​ຢ່າງ​ແທ້​ຈິງ​ທີ່​ຈະ​ກັບ​ຄືນ​ມາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ອອກ​ຈາກ​ການ​ຕິດ​ແສດ​ຂອງ​ລາວ ແລະ ການ​ໃຊ້​ຊີ​ວິດ​ຂອງ​ລາວ​ນັ້ນ​ເປັນ​ເລື່ອງ​ທີ່​ຍາກ​ຫລາຍ. ນອກ​ຈາກ​ນີ້, ລາວ​ຮູ້​ສຶກ​ຜິດ​ຫລາຍ, ຮູ້​ສຶກ​ລະ​ອາຍ​ໃຈ​ທີ່​ຕົນ​ໄດ້​ຕົກ​ມາ​ໄກ​ເກີນ​ໄປ. ລາວ​ໄດ້​ຖາມ​ວ່າ, “ຂ້ອຍ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແທ້​ບໍ? ຍັງ​ມີ​ຫົນ​ທາງ​ທີ່​ຈະ​ກັບ​ຄືນ​ມາ​ໄດ້​​ຢູ່​ບໍ?”

ຫລັງ​ຈາກ​ທີ່​ລາວ​ໄດ້​ລະ​ບາຍ​ຄວາມ​ໃນ​ໃຈ​ດ້ວຍ​ຄວາມ​ກັງ​ວົນ​ເຫລົ່າ​ນີ້​ແລ້ວ, ພວກ​ເຮົາ​ໄດ້​ອ່ານ ແອວ​ມາ ບົດ​ທີ 36 ນຳ​ກັນ:

“ແທ້​ຈິງ​ແລ້ວ, ພໍ່​ໄດ້​ລະ​ນຶກ​ເຖິງ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ​ຂອງ​ພໍ່. …

“ແທ້​ຈິງ​ແລ້ວ, … ພຽງ​ແຕ່​ຄິດ​ທີ່​ຈະ​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ຂອງ​ພໍ່ ມັນ​ກໍ​ໄດ້​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ພໍ່​ຕ້ອງ​ທໍ​ລະ​ມານ​ດ້ວຍ​ຄວາມ​ຢ້ານ​ກົວ” (ຂໍ້​ທີ 13–14).

ຫລັງ​ຈາກ​ອ່ານ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນັ້ນ, ແດນ​ນີ​ກໍ​ເວົ້າ​ອອກ​ມາ​ວ່າ, “ນີ້​ແມ່ນ​ຄວາມ​ຮູ້​ສຶກ​ຂອງ​ຂ້ອຍ​ແທ້ໆ!”

ພວກ​ເຮົາ​ໄດ້​ອ່ານ​ຕໍ່​ໄປ​ອີກ​ວ່າ:

“ຂະ​ນະ​ທີ່​ພໍ່​ເຈັບ​ປວດ​ຢູ່​ດ້ວຍ​ຄວາມ​ຊົງ​ຈຳ​ເຖິງ​ບາບ​ອັນ​ຫລວງ​ຫລາຍ​ຂອງ​ພໍ່​ຢູ່​ນັ້ນ, ຈົ່ງ​ເບິ່ງ, ພໍ່​ໄດ້​ລະ​ນຶກ​ເຖິງ​ຄຳ​ທຳ​ນາຍ​ຂອງ​ພໍ່​ທີ່​ເພິ່ນ​ໄດ້​ເວົ້າ​ຕໍ່​ຜູ້​ຄົນ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເຢ​ຊູ​ຄຣິດ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ອົງ​ໜຶ່ງ, ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ໂລກ. …

“ແລະ ໂອ້, ພໍ່​ບໍ່​ເຄີຍ​ເຫັນ​ຄວາມ​ສຸກ ແລະ ຄວາມ​ສະ​ຫວ່າງ​ອັນ​ໃດ​ທີ່​ໜ້າ​ອັດ​ສະ​ຈັນ​ເຊັ່ນ​ນີ້” (ຂໍ້​ທີ 17, 20).

ຂະ​ນະ​ທີ່​ພວກ​ເຮົາ​ອ່ານ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້, ນ້ຳ​ຕາ​ກໍ​ເລີ່ມ​ໄຫລ​ອອກ​ມາ. ຄວາມ​ສຸກ​ຂອງ​ແອວ​ມາ ກໍ​ຄື​ຄວາມ​ສຸກ​ທີ່​ແດນ​ນີ​ກຳ​ລັງ​ຊອກ​ຫາ!

ພວກ​ເຮົາ​ໄດ້​ສົນ​ທະ​ນາ​ກັນ​ວ່າ​ແອວ​ມາ​ກໍ​ເປັນ​ຄົນ​ທີ່​ຊົ່ວ​ຮ້າຍ​ຫລາຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ເພິ່ນ​ກັບ​ໃຈ​ແລ້ວ, ເພິ່ນ​ກໍ​ບໍ່​ຫັນ​ກັບ​ໄປ​ເບິ່ງ​ມັນ​ອີກ. ເພິ່ນ​ໄດ້​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເພິ່ນ​ໄດ້​ກາຍ​ເປັນ​ສາດ​ສະ​ດາ. ດວງ​ຕາ​ຂອງ​ແດນ​ນີ​ກໍ​ໃຫຍ່​ຂຶ້ນ​ດ້ວຍ​ຄວາມ​ຕົກ​ໃຈ. “ເປັນ​ສາດ​ສະ​ດາ​ເລີຍ​ບໍ?” ລາວ​ເວົ້າ.

ຂ້າ​ພະ​ເຈົ້າ​ກໍ​ໄດ້​ຕອບ​ແບບ​ລຽບ​ງ່າຍ​ວ່າ, “ແມ່ນ​ແລ້ວ, ເປັນ​ສາດ​ສະ​ດາ. ບໍ່​ແມ່ນ​ເວົ້າ​ໃຫ້​ກົດ​ດັນ​ເຈົ້າ!”

ພວກ​ເຮົາ​ໄດ້​ສົນ​ທະ​ນາ​ກັນ​ວ່າ​ໃນ​ເມື່ອ​ຄວາມ​ຜິດ​ບາບ​ຂອງ​ລາວ​ຍັງ​ບໍ່​ຢູ່​ສູງ​ທຽບ​ເທົ່າ​ລະ​ດັບ​ຂອງ​ແອວ​ມາ, ແຕ່​ຄຳ​ສັນ​ຍາ​ອັນ​ດຽວ​ກັນ​ນີ້​ມີ​ໃຫ້​ກັບ​ທຸກ​ຄົນ ຄື​ການ​ໃຫ້​ອະ​ໄພ​ຢ່າງ​ຄົບ​ຖ້ວນ ແລະ ສົມ​ບູນ​ແບບ—ໃນ ແລະ ຜ່ານ​ທາງ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຕອນ​ນີ້​ແດນ​ນີ​ໄດ້​ເຂົ້າ​ໃຈ​ແລ້ວ. ລາວ​ຮູ້​ແລ້ວ​ວ່າ​ລາວ​ຈະ​ຕ້ອງ​ເຮັດ​ຫຍັງ: ລາວ​ຕ້ອງ​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ຂອງ​ລາວ ໂດຍ​ການ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ການ​ໃຫ້​ອະ​ໄພ​ຕົວ​ລາວ​ເອງ!

ການ​ປ່ຽນ​ແປງ​ຫົວ​ໃຈ​ຄັ້ງ​ຍິ່ງ​ໃຫຍ່​ຂອງ​ແດນ​ນີ​ເກືອບ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ. ເມື່ອ​ເວ​ລາ​ຜ່ານ​ໄປ, ສີ​ໜ້າ​ຂອງ​ລາວ​ກໍ​ປ່ຽນ​ໄປ, ແລະ ຄວາມ​ສົດ​ໃສ​ໃນ​ດວງ​ຕາ​ຂອງ​ລາວ​ກໍ​ກັບ​ຄືນ​ມາ. ລາວ​ມີ​ຄ່າ​ຄວນ​ເຂົ້າ​ພຣະ​ວິ​ຫານ! ໃນ​ທີ່​ສຸດ​ລາວ​ກໍ​ໄດ້​ກັບ​ຄືນ​ມາ!

ຫລາຍ​ເດືອນ​ຕໍ່​ມາ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ແດນ​ນີ​ວ່າ ລາວ​ຕ້ອງ​ການ​ສົ່ງ​ໃບ​ສະ​ໝັກ​ເພື່ອ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ​ບໍ່. ຄໍາ​ຕອບ​ຂອງ​ລາວ​ເປັນ​ສິ່ງ​ທີ່​ຕົກ​ໃຈ ແລະ ຕະ​ລຶງ.

ລາວ​ໄດ້​ເວົ້າ​ວ່າ, “ຂ້ອຍ​ຢາກ​ຮັບ​ໃຊ້​ເຜີຍ​ແຜ່, ແຕ່​ເຈົ້າ​ຮູ້​ແລ້ວ​ວ່າ​ຂ້ອຍ​ເຄີຍ​ຢູ່​ໃນ​ຈຸດ​ໃດ ແລະ ເຄີຍ​ປະ​ຕິ​ບັດ​ຕົນ​ແນວ​ໃດ! ຂ້ອຍ​ຄິດ​ວ່າ ຕົວ​ເອງ​ບໍ່​ມີ​ຄຸນ​ສົມ​ບັດ​ດີ​ພໍ.”

ຂ້າ​ພະ​ເຈົ້າ​ໄດ້​ຕອບ​ວ່າ, “ເຈົ້າ​ອາດ​ຈະ​ເວົ້າ​ຖືກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ມີ​ຫຍັງ​ຂັດ​ຂວາງ​ພວກ​ເຮົາ​ຈາກ​ການ​ສົ່ງ​ໃບ​ສະ​ໝັກ. ຖ້າ​ຫາກ​ວ່າ​ເຈົ້າ​ຖືກ​ປະ​ຕິ​ເສດ, ຢ່າງ​ນ້ອຍ​ເຈົ້າ​ກໍ​ຮູ້​ວ່າ ເຈົ້າ​ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢ່າງ​ຈິງ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ.” ດວງ​ຕາ​ຂອງ​ລາວ​ກໍ​ສະ​ຫວ່າງ​ຂຶ້ນ. ລາວ​ຕື່ນ​ເຕັ້ນ​ກັບ​ຄວາມ​ຄິດ​ນີ້. ສຳ​ລັບ​ລາວ​ແລ້ວ ນີ້​ເປັນ​ໂອ​ກາດ​ທີ່​ຢູ່​ໄກ​ຫລາຍ, ແຕ່​ວ່າ​ມັນ​ເປັນ​ໂອ​ກາດ​ທີ່​ລາວ​ຕັ້ງ​ໃຈ​ທີ່​ຈະ​ດຶງ​ມາ​ໃຫ້​ໃກ້.

ສອງ​ສາມ​ອາ​ທິດ​ຈາກ​ນັ້ນ, ແລະ ເປັນ​ໜ້າ​ປະ​ຫລາດ​ໃຈ, ສິ່ງ​ມະ​ຫັດ​ສະ​ຈັນ​ອີກ​ຢ່າງ​ໜຶ່ງ​ໄດ້​ເກີດ​ຂຶ້ນ. ແດນ​ນີ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ.

ສອງ​ສາມ​ເດືອນ​ຫລັງ​ຈາກ​ທີ່​ແດນ​ນີ​ໄປ​ຮອດ​ສະ​ໜາມ​ເຜີຍ​ແຜ່, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໂທ​ລະ​ສັບ. ປະ​ທານ​ຂອງ​ລາວ​ພຽງ​ເວົ້າ​ວ່າ, “ເປັນ​ຫຍັງ​ກັບ​ຊາຍ​ໜຸ່ມ​ຜູ້​ນີ້? ລາວ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ໜ້າ​ເຫລືອ​ເຊື່ອ​ເທົ່າ​ທີ່​ຂ້ອຍ​ເຄີຍ​ພົບ​ເຫັນ!” ທ່ານ​ເຫັນ​ບໍ, ປະ​ທານ​ຄົນ​ນີ້​ໄດ້​ຮັບ​ແອວ​ມາ​ຜູ້​ເປັນ​ລູກ​ໃນ​ຍຸກ​ປະ​ຈຸ​ບັນ.

ສອງ​ປີ​ຕໍ່​ມາ, ແດນ​ນີ​ໄດ້​ກັບ​ຄືນ​ບ້ານ​ຢ່າງ​ສົມ​ກຽດ, ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ໃຈ, ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ​ຂອງ​ລາວ.

ຫລັງ​ຈາກ​ການ​ລາຍ​ງານ​ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ລາວ​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ, ຂ້າ​ພະ​ເຈົ້າ​ກໍ​ກັບ​ບ້ານ, ຍັງ​ບໍ່​ທັນ​ເທົ່າ​ໃດ​ກໍ​ໄດ້​ຍິນ​ສຽງ​ເຄາະ​ປະ​ຕູ. ຢືນ​ຢູ່​ຕໍ່​ໜ້າ​ນັ້ນ​ກໍ​ຄື​ແດນ​ນີ​ທີ່​ມີ​ນ້ຳ​ຕາ​ຄາ​ປໍ້. ລາວ​ໄດ້​ເວົ້າ​ວ່າ, “ພວກ​ເຮົາ​ລົມ​ກັນ​ຈັກ​ບຶດ​ໜຶ່ງ​ໄດ້​ບໍ?” ພວກ​ເຮົາ​ໄດ້​ອອກ​ມາ​ນອກ​ບ້ານ​ຢູ່​ຂັ້ນ​ໄດ​ລະ​ບຽງ​ບ່ອນ​ເກົ່າ.

ລາວ​ເວົ້າ​ວ່າ, “ປະ​ທານ, ເຈົ້າ​ຄິດ​ວ່າ​ຂ້ອຍ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແທ້​ແລ້ວ​ແມ່ນ​ບໍ?”

ບັດ​ນີ້​ຂ້າ​ພະ​ເຈົ້າ​ກໍ​ນ້ຳ​ຕາ​ໄຫລ​ກັບ​ລາວ. ຢູ່​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ​ຄື​ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຜູ້​ທີ່​ໄດ້​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ໃນ​ການ​ສິດ​ສອນ ແລະ ເປັນ​ພະ​ຍານ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ລາວ​ເປັນ​ຕົວ​ແທນ​ຂອງ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ ແລະ ການ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ຈາກ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຂ້າ​ພະ​ເຈົ້າ​ເວົ້າ​ວ່າ, “ແດນ​ນີ! ເຈົ້າ​ເຄີຍ​ເບິ່ງ​ຕົວ​ເອງ​ຢູ່​ໃນ​ແວ່ນ​ຫລື​ບໍ່? ເຈົ້າ​ເຄີຍ​ເຫັນ​ດວງ​ຕາ​ຂອງ​ເຈົ້າ​ຫລື​ບໍ່? ມັນ​ເຕັມ​ໄປ​ດ້ວຍ​ແສງ​ສະ​ຫວ່າງ, ແລະ ເຈົ້າ​ກຳ​ລັງ​ສາຍ​ສ່ອງ​ໄປ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແນ່​ນອນ ເຈົ້າ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແລ້ວ! ເຈົ້າ​ໜ້າ​ອັດ​ສະ​ຈັນ​ແທ້ໆ! ບັນ​ນີ້​ສິ່ງ​ທີ່​ເຈົ້າ​ຕ້ອງ​ເຮັດ​ຄື​ກ້າວ​ໄປ​ທາງ​ໜ້າ​ກັບ​ຊີ​ວິດ​ຂອງ​ເຈົ້າ. ຢ່າ​ເບິ່ງ​ກັບ​ຫລັງ! ລໍ​ຖ້າ​ດ້ວຍ​ສັດ​ທາ​ສຳ​ລັບ​ພິ​ທີ​ການ​ໃນ​ຂັ້ນ​ຕໍ່​ໄປ.”

ຄວາມ​ມະ​ຫັດ​ສະ​ຈັນ​ຂອງ​ແດນ​ນີ​ຍັງ​ດຳ​ເນີນ​ຕໍ່​ໄປ​ຈົນ​ຮອດ​ທຸກ​ວັນ​ນີ້. ລາວ​ໄດ້​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ ແລະ ກັບ​ໄປ​ຮຽນ​ຕໍ່, ບ່ອນ​ທີ່​ລາວ​ໄດ້​ຮັບ​ປະ​ລິນ​ຍາ​ໂທ. ລາວ​ສືບ​ຕໍ່​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ກຽດ ແລະ ສັກ​ສີ​ໃນ​ການ​ເອີ້ນ​ຂອງ​ລາວ. ທີ່​ສຳ​ຄັນ​ໄປ​ກວ່າ​ນັ້ນ, ລາວ​ໄດ້​ກາຍ​ເປັນ​ສາ​ມີ​ທີ່​ໜ້າ​ເຫລືອ​ເຊື່ອ ແລະ ເປັນ​ພໍ່​ທີ່​ຊື່​ສັດ. ລາວ​ເປັນ​ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ, “ປາດ​ສະ​ຈາກ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ [ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ], ມະ​ນຸດ​ຊາດ​ທັງ​ປວງ​ຈະ​ຫລົງ​ທາງ​ຢ່າງ​ບໍ່​ອາດ​ກັບ​ຄືນ​ມາ​ໄດ້.”1 ແດນ​ນີ​ບໍ່​ໄດ້​ຫລົງ​ທາງ, ແລະ ເຮົາ​ກໍ​ເຊັ່ນ​ກັນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ຢືນ​ຢູ່​ໜ້າ​ປະ​ຕູ​ເພື່ອ​ຍົກ​ເຮົາ​ຂຶ້ນ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ, ແລະ ໃຫ້​ອະ​ໄພ​ເຮົາ. ພຣະ​ອົງ​ຈື່​ຈຳ​ສະ​ເໝີ​ວ່າ​ຈະ​ຮັກ​ເຮົາ!

ການ​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ລູກໆ​ຂອງ​ພຣະ​ເຈົ້າ​ທີ່​ໜ້າ​ເຫລືອ​ເຊື່ອ​ໄດ້​ຖືກ​ບັນ​ທຶກ​ໄວ້​ໃນ​ພຣະ​ຄຳ​ພີ​ມໍ​ມອນ: “ເມື່ອ​ພຣະ​ເຢ​ຊູ​ໄດ້​ກ່າວ​ດັ່ງ​ນີ້​ແລ້ວ, ພຣະ​ອົງ​ໄດ້​ທອດ​ພຣະ​ເນດ​ເບິ່ງ​ຝູງ​ຊົນ​ໂດຍ​ຮອບ​ອີກ, ແລະ ເຫັນ​ວ່າ​ພວກ​ເຂົາ​ຫລັ່ງ​ນ້ຳ​ຕາ, ແລະ ໄດ້​ຫລຽວ​ເບິ່ງ​ພຣະ​ອົງ​ຄື​ກັບ​ວ່າ​ຈະ​ທູນ​ຂໍ​ໃຫ້​ພຣະ​ອົງ​ຢູ່​ກັບ​ພວກ​ເຂົາ​ຕື່ມ​ອີກ​ໜ້ອຍ​ໜຶ່ງ” (3 ນີໄຟ 17:5).

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຊ້​ເວ​ລາ​ໝົດ​ມື້​ນັ້ນ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຜູ້​ຄົນ. ແຕ່​ພຣະ​ອົງ​ກໍ​ຍັງ​ມີ​ຫລາຍ​ຢ່າງ​ທີ່​ຈະ​ຕ້ອງ​ເຮັດ—ພຣະ​ອົງ​ຕ້ອງ​ສະ​ເດັດ​ໄປ​ຢ້ຽມ​ຢາມ​ລູກ​ແກະ​ໂຕ​ອື່ນໆ; ພຣະ​ອົງ​ຕ້ອງ​ໄປ​ຫາ​ພຣະ​ບິ​ດາ​ຂອງ​ພຣະ​ອົງ.

ເຖິງ​ແມ່ນ​ວ່າ​ຈະ​ມີ​ພັນ​ທະ​ເຫລົ່າ​ນີ້, ພຣະ​ອົງ​ຍັງ​ເຫັນ​ວ່າ​ຜູ້​ຄົນ​ມີ​ຄວາມ​ປາດ​ຖະ​ໜາ​ໃຫ້​ພຣະ​ອົງ​ຢູ່​ກັບ​ພວກ​ເຂົາ​ຕື່ມ​ອີກ​ຈັກ​ໜ້ອຍ​ໜຶ່ງ. ຈາກ​ນັ້ນ, ດ້ວຍ​ພຣະ​ໄທ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ສົງ​ສານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເລື່ອງ​ທີ່​ອັດ​ສະ​ຈັນ​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ​ກໍ​ໄດ້​ເກີດ​ຂຶ້ນ:

ພຣະ​ອົງ​ໄດ້​ປະ​ທັບ​ຢູ່​ກັບ​ພວກ​ເຂົາ.

ພຣະ​ອົງ​ໄດ້​ໃຫ້​ພອນ​ແກ່​ພວກ​ເຂົາ.

ພຣະ​ອົງ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ລູກໆ​ຂອງ​ພວກ​ເຂົາ​ເທື່ອ​ລະ​ຄົນ.

ພຣະ​ອົງ​ໄດ້​ອະ​ທິ​ຖານ​ເພື່ອ​ພວກ​ເຂົາ; ພຣະ​ອົງ​ໄດ້​ກັນ​ແສງ​ກັບ​ພວກ​ເຂົາ.

ແລະ ພຣະ​ອົງ​ໄດ້​ປິ່ນ​ປົວ​ພວກ​ເຂົາ. (ເບິ່ງ 3 ນີ​ໄຟ 17.)

ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ເປັນ​ນິ​ລັນ​ດອນ: ພຣະ​ອົງ​ຈະ​ປິ່ນ​ປົວ​ເຮົາ.

ເຖິງ​ຜູ້​ທີ່​ອອກ​ໄປ​ຈາກ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ຈົ່ງ​ຮູ້​ໄວ້​ວ່າ​ຄວາມ​ຫວັງ​ມີ​ໃຫ້​ຢູ່​ສະ​ເໝີ, ການ​ປິ່ນ​ປົວ​ມີ​ຢູ່​ສະ​ເໝີ, ແລະ ເສັ້ນ​ທາງ​ກັບ​ຄືນ​ມາ​ນັ້ນ​ມີ​ຢູ່​ສະ​ເໝີ.

ຂ່າວ​ສານ​ແຫ່ງ​ຄວາມ​ຫວັງ​ນິ​ລັນ​ດອນ​ຂອງ​ພຣະ​ອົງ​ເປັນ​ຫວ້ານ​ຢາ​ແຫ່ງ​ການ​ປິ່ນ​ປົວ​ສຳ​ລັບ​ທຸກ​ຄົນ​ທີ່​ອາ​ໃສ​ຢູ່​ໃນ​ໂລກ​ຂອງ​ຄວາມ​ວຸ້ນ​ວາຍ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ, ເປັນ​ຄວາມ​ຈິງ, ແລະ ເປັນ​ຊີ​ວິດ” (ໂຢ​ຮັນ 14:6).

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ເຮົາ​ຈື່​ຈຳ​ທີ່​ຈະ​ສະ​ແຫວງ​ຫາ​ພຣະ​ອົງ, ຮັກ​ພຣະ​ອົງ, ແລະ ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່ ແລະ ວ່າ​ພຣະ​ອົງ​ຮັກ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕື່ມ​ອີກ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ໂລກ. ພຣະ​ອົງ​ເປັນ​ຜູ້​ປິ່ນ​ປົວ​ທີ່​ຍິ່ງ​ໃຫຍ່. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ຜູ້​ໄຖ່​ຂອງ​ຂ້າ​ພະ​ເຈົ້າ​ຊົງ​ພຣະ​ຊົນ! ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Prepare for Blessings of the Temple,” Ensign, Mar. 2002, 21.