ເລື່ອງອີດສະເຕີທີ່ຍິ່ງໃຫຍ່ທີ່ສຸດທີ່ເຄີຍເລົ່າ
ໃຫ້ເບິ່ງພຣະຄຳພີມໍມອນ ໃນມຸມມອງໃໝ່ ແລະ ພິຈາລະນາເຖິງການເປັນພະຍານຂອງມັນ ເຖິງຄວາມເປັນຈິງຂອງພຣະຄຣິດທີ່ຟື້ນຄືນພຣະຊົນ.
ຈົດໝາຍຈາກຝ່າຍປະທານສູງສຸດກ່ຽວກັບອີດສະເຕີ
ທ່ານອາດຈື່ວ່າເຄີຍໄດ້ຍິນຈົດໝາຍຈາກຝ່າຍປະທານສູງສຸດ ທີ່ຖືກອ່ານຢູ່ໃນຫວອດ ຫລື ສາຂາຂອງທ່ານ ຫລາຍອາທິດຜ່ານມານີ້. ຈົດໝາຍສະບັບນັ້ນໄດ້ປະກາດວ່າ ວັນອາທິດໜ້າ—ວັນອາທິດອີດສະເຕີ—ທຸກຫວອດ ແລະ ສາຂາ ຈະເຂົ້າຮ່ວມປະຊຸມສິນລະລຶກເທົ່ານັ້ນ, ເພື່ອໃຫ້ເວລາເພີ່ມເຕີມສຳລັບການນະມັດສະການຢູ່ທີ່ບ້ານເປັນຄອບຄົວ ເພື່ອລະນຶກເຖິງເທດສະການທີ່ສຳຄັນທີ່ສຸດນີ້.1
ຈົດໝາຍຂອງຝ່າຍປະທານສູງສຸດດຶງດູດຄວາມສົນໃຈຂອງຂ້າພະເຈົ້າ, ແລະ ເຮັດໃຫ້ຂ້າພະເຈົ້ານຶກເຖິງວິທີທີ່ຄອບຄົວຂອງພວກເຮົາສະເຫລີມສະຫລອງອີດສະເຕີຕະຫລອດຫລາຍປີທີ່ຜ່ານມາ. ເມື່ອຂ້າພະເຈົ້າຄິດກ່ຽວກັບການສະເຫລີມສະຫລອງຂອງພວກເຮົາຫລາຍຂຶ້ນເທົ່າໃດ, ຂ້າພະເຈົ້າຍິ່ງສົງໄສວ່າ ພວກເຮົາກຳລັງປ່ຽນແປງຄວາມໝາຍທີ່ແທ້ຈິງຂອງເທດສະການນີ້ໂດຍບໍ່ໄດ້ຕັ້ງໃຈຫລືບໍ່, ຊຶ່ງເປັນສິ່ງສຳຄັນສຳລັບຜູ້ທີ່ເຊື່ອໃນພຣະເຢຊູຄຣິດທຸກຄົນ.
ປະເພນີຄຣິດສະມາດ ແລະ ອີດສະເຕີ
ຄວາມຄິດເຫລົ່ານັ້ນເຮັດໃຫ້ຂ້າພະເຈົ້າໄຕ່ຕອງເຖິງຄວາມແຕກຕ່າງລະຫວ່າງວິທີທີ່ເຮົາສະເຫລີມສະຫລອງວັນຄຣິດສະມາດ ເມື່ອປຽບທຽບກັບອີດສະເຕີ. ໃນຊ່ວງເດືອນທັນວາ, ໂດຍວິທີໃດວິທີໜຶ່ງ ພວກເຮົາໄດ້ນຳຄວາມສະໜຸກສະໜານຂອງເພງ “Jingle Bells,” ຖົງເທົ້າຄຣິດສະມາດ, ແລະ ຂອງຂວັນພ້ອມທັງສິ່ງອື່ນໆ ໄປນຳໃຊ້ກັບປະເພນີອື່ນທີ່ເອົາໃຈໃສ່ຫລາຍກວ່າ—ດັ່ງເຊັ່ນ ການດູແລຄົນຂັດສົນ, ການຮ້ອງເພງຄຣິດສະມາດ ແລະ ເພງສວດທີ່ພວກເຮົາມັກ, ແລະ ແນ່ນອນ ການເປີດພຣະຄຳພີ ແລະ ການອ່ານເລື່ອງຄຣິດສະມາດໃນ ລູກາ 2. ທຸກໆປີເມື່ອເຮົາອ່ານເລື່ອງທີ່ພວກເຮົາມັກ ຈາກພຣະຄຣິສຕະທຳຄຳພີເກົ່າແກ່ຫົວໃຫຍ່, ຄອບຄົວຂອງພວກເຮົາເຮັດສິ່ງທີ່ຄອບຄົວຂອງທ່ານອາດຈະເຮັດ—ເອົາຜ້າເຊັດຕົວຄຸມຫົວ ແລະ ບ່າຂອງພວກເຮົາ ແລະ ນຸ່ງເສື້ອຄຸມອາບນ້ຳ ເພື່ອເປັນຕົວແທນຂອງໂຢເຊັບ, ນາງມາຣີ, ແລະ ອີກຫລາຍຄົນທີ່ມານະມັດສະການກຸມມານນ້ອຍເຢຊູ, ໄດ້ຫລິ້ນຈຳລອງເລື່ອງຄຣິດສະມາດອັນລ້ຳຄ່າ ຂອງການກຳເນີດຂອງພຣະຜູ້ຊ່ວຍໃຫ້ລອດ.
ເຖິງຢ່າງໃດກໍຕາມ, ການສະເຫລີມສະຫລອງອີດສະເຕີໃນຄອບຄົວຂອງພວກເຮົາແມ່ນແຕກຕ່າງໄປອີກແບບໜຶ່ງ. ຂ້າພະເຈົ້າຮູ້ສຶກວ່າຄອບຄົວຂອງພວກເຮົາເພິ່ງອາໄສຫລາຍຂຶ້ນກ່ຽວກັບ “ການໄປໂບດ” ເພື່ອໃຫ້ພຣະຄຣິດເປັນສູນກາງຂອງອີດສະເຕີ; ແລະ ແລ້ວ, ໃນຖານະຄອບຄົວ, ພວກເຮົາໄດ້ເຕົ້າໂຮມກັນເພື່ອແບ່ງປັນປະເພນີອື່ນໆທີ່ກ່ຽວຂ້ອງກັບອີດສະເຕີ. ຂ້າພະເຈົ້າມັກເບິ່ງລູກໆຂອງພວກເຮົາ ແລະ ຕອນນີ້ ພວກຫລານນ້ອຍຂອງພວກເຮົາຊອກຫາໄຂ່ອີດສະເຕີ ແລະ ຄົ້ນກະຕ່າອີດສະເຕີຂອງພວກເຂົາ.
ແຕ່ຈົດໝາຍຈາກຝ່າຍປະທານສູງສຸດໄດ້ເປັນການປຸກໃຫ້ຕື່ນ. ພວກເພິ່ນບໍ່ພຽງແຕ່ເຊື້ອເຊີນເຮົາທຸກຄົນໃຫ້ແນ່ໃຈວ່າ ການສະເຫລີມສະຫລອງເຫດການທີ່ສຳຄັນທີ່ສຸດ ທີ່ເຄີຍເກີດຂຶ້ນຢູ່ເທິງໂລກໃບນີ້—ການຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ—ແມ່ນລວມທັງການສະແດງຄວາມຄາລະວະ ແລະ ຄວາມເຄົາລົບທີ່ພຣະຜູ້ເປັນເຈົ້າສົມຄວນໄດ້ຮັບ, ແຕ່ພວກເພິ່ນກໍຍັງໃຫ້ເວລາພວກເຮົາຫລາຍຂຶ້ນກັບຄອບຄົວ ແລະ ໝູ່ເພື່ອນໃນວັນອາທິດອີດສະເຕີ ເພື່ອເຮັດແນວນັ້ນ.
ຖ້ອຍຄຳເຫລົ່ານີ້ຂອງສາດສະດາໂຈເຊັບ ສະມິດ ເພີ່ມເບື້ອງຫລັງອັນສຳຄັນຂອງເຫດການທີ່ຢູ່ອ້ອມຮອບອີດສະເຕີ: “ຫລັກທຳພື້ນຖານຂອງສາດສະໜາຂອງພວກເຮົາແມ່ນປະຈັກພະຍານຂອງອັກຄະສາວົກ ແລະ ສາດສະດາ, ກ່ຽວກັບພຣະເຢຊູຄຣິດ, ທີ່ພຣະອົງໄດ້ສິ້ນພຣະຊົນ, ຖືກຝັງໄວ້, ແລະ ໄດ້ຟື້ນຄືນພຣະຊົນອີກໃນມື້ທີສາມ, ແລະ ໄດ້ສະເດັດຂຶ້ນໄປສະຫວັນ, ແລະ ທຸກສິ່ງທັງໝົດ ທີ່ກ່ຽວຂ້ອງກັບສາດສະໜາຂອງເຮົາເປັນພຽງສ່ວນປະກອບໃສ່ກັບສິ່ງເຫລົ່ານັ້ນເທົ່ານັ້ນ.”2
ເລຊາ ແລະ ຂ້າພະເຈົ້າໄດ້ສົນທະນາກ່ຽວກັບວິທີທີ່ຄອບຄົວຂອງພວກເຮົາສາມາດເຮັດໄດ້ດີກວ່າເກົ່າ ລະຫວ່າງເທດສະການອີດສະເຕີນີ້. ບາງທີຄຳຖາມທີ່ພວກເຮົາໄດ້ຖາມຕົວເອງເປັນຄຳຖາມທີ່ເຮົາທຸກຄົນສາມາດໄຕ່ຕອງໄດ້ຄື: ເຮົາເປັນແບບຢ່າງໄດ້ແນວໃດ ຂອງການສິດສອນ ແລະ ການສະເຫລີມສະຫລອງການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ, ເລື່ອງອີດສະເຕີ, ໂດຍປະເພນີທີ່ມີຄວາມສົມດູນ, ຄວາມສົມບູນ, ແລະ ຄວາມອຸດົມສົມບູນທາງດ້ານສາດສະໜາ ເທົ່າກັບການກຳເນີດຂອງພຣະເຢຊູຄຣິດ, ເລື່ອງຄຣິດສະມາດ?
ເບິ່ງຄືວ່າເຮົາທຸກຄົນກຳລັງພະຍາຍາມ. ຂ້າພະເຈົ້າສັງເກດເຫັນຄວາມພະຍາຍາມໃນບັນດາໄພ່ພົນຍຸກສຸດທ້າຍ ໂນ້ມອຽງໄປທາງອີດສະເຕີທີ່ມີພຣະຄຣິດເປັນສູນກາງຫລາຍຂຶ້ນ. ສິ່ງນີ້ແມ່ນລວມທັງການຮັບຮູ້ວັນອາທິດໃບຕານ ແລະ ວັນສຸກປະເສີດ ຫລາຍຂຶ້ນກວ່າເກົ່າ ຊຶ່ງປະຕິບັດໂດຍພີ່ນ້ອງຂອງພວກເຮົາທີ່ເປັນຊາວຄຣິດ. ພວກເຮົາກໍຍັງອາດຮັບເອົາປະເພນີອີດສະເຕີທີ່ມີພຣະຄຣິດເປັນສູນກາງຢ່າງເໝາະສົມ ຊຶ່ງພົບເຫັນໃນວັດທະນະທຳ ແລະ ການປະຕິບັດຂອງຫລາຍປະເທດທົ່ວໂລກ.
ເອັນ ທີ ວະໄຣ້ ຜູ້ຊຶ່ງເປັນນັກປາດອາຈານພຣະຄຳພີໃໝ່ ໄດ້ແນະນຳວ່າ: “ເຮົາຄວນດຳເນີນການສະເຫລີມສະຫລອງອີດສະເຕີໃນຮູບແບບໃໝ່ທີ່ສ້າງສັນ: ໃນງານສິລະປະ, ວັນນະຄະດີ, ເກມຂອງເດັກນ້ອຍ, ບົດກະວີ, ດົນຕີ, ງານເຕັ້ນລຳ, ງານບຸນ, ລະຄັງ, ຄອນເສີດພິເສດ. … ນີ້ແມ່ນງານບຸນທີ່ດີທີ່ສຸດ. ຖ້າເອົາຄຣິດສະມາດອອກໄປ, ແລ້ວໃນພຣະຄຣິສຕະທຳຄຳພີ ທ່ານຈະສູນເສຍສອງບົດທຳອິດທີ່ຢູ່ທາງໜ້າຂອງມັດທາຍ ແລະ ລູກາ, ບໍ່ເສຍຫຍັງອີກ. ຖ້າເອົາອີດສະເຕີອອກໄປ, ແລ້ວທ່ານຈະບໍ່ມີພຣະຄຳພີໃໝ່; ທ່ານຈະບໍ່ມີສາດສະໜາຄຣິດສະຕຽນເລີຍ.”3
ອີດສະເຕີ, ພຣະຄຣິສຕະທຳຄຳພີ, ແລະ ພຣະຄຳພີມໍມອນ
ເຮົາທະນຸຖະໜອມພຣະຄຣິສຕະທຳຄຳພີສຳລັບຄຳສອນກ່ຽວກັບການກຳເນີດ, ການປະຕິບັດສາດສະໜາກິດ, ການຄຶງ, ແລະ ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ. ບໍ່ມີສາມຄຳອື່ນໃດທີ່ສະແດງເຖິງຄວາມຫວັງ ແລະ ຜົນສະທ້ອນນິລັນດອນສຳລັບມວນມະນຸດ ຫລາຍໄປກວ່າຄຳທີ່ກ່າວໂດຍທູດສະຫວັນ ໃນເຊົ້າຂອງວັນອີດສະເຕີ ຢູ່ທີ່ສວນອຸບມຸງ ທີ່ວ່າ: “ພຣະອົງຊົງຟື້ນ.”4 ເຮົາຮູ້ສຶກກະຕັນຍູຢ່າງເລິກເຊິ່ງສຳລັບພຣະຄຳພີໃໝ່ ທີ່ຮັກສາເລື່ອງອີດສະເຕີ ແລະ ການປະຕິບັດສາດສະໜາກິດໃນວັນອີດສະເຕີຂອງພຣະຜູ້ຊ່ວຍໃຫ້ລອດໃນແຂວງຢູດາຍ ແລະ ຄາລີເລ.
ຂະນະທີ່ເລຊາ ແລະ ຂ້າພະເຈົ້າໄດ້ສືບຕໍ່ໄຕ່ຕອງ ແລະ ຊອກຫາວິທີທາງທີ່ຈະຂະຫຍາຍການສະເຫລີມສະຫລອງອີດສະເຕີຂອງຄອບຄົວພວກເຮົາ ໃຫ້ມີພຣະຄຣິດເປັນສູນກາງຫລາຍຂຶ້ນ, ພວກເຮົາໄດ້ສົນທະນາກ່ຽວກັບປະເພນີການອ່ານພຣະຄຳພີທີ່ພວກເຮົາອາດແນະນຳໃຫ້ກັບຄອບຄົວຂອງພວກເຮົາ— ລູກາ 2 ທີ່ເໝາະສົມກັບອີດສະເຕີ, ຖ້າຈະເວົ້າ.
ແລະ ແລ້ວພວກເຮົາໄດ້ຮັບການເປີດເຜີຍນີ້ຈາກສະຫວັນ: ນອກເໜືອໄປຈາກຂໍ້ພຣະຄຳພີສຳຄັນກ່ຽວກັບອີດສະເຕີ ໃນພຣະຄຳພີໃໝ່ແລ້ວ, ພວກເຮົາໃນຖານະໄພ່ພົນຍຸກສຸດທ້າຍ ໄດ້ຮັບຂອງປະທານແຫ່ງອີດສະເຕີທີ່ໜ້າອັດສະຈັນທີ່ສຸດ! ຂອງປະທານແຫ່ງການເປັນພະຍານທີ່ເປັນເອກະລັກ, ປະຈັກພະຍານອີກຢ່າງໜຶ່ງເຖິງການມະຫັດສະຈັນທີ່ປະກອບດ້ວຍ ບາງທີຂໍ້ພຣະຄຳພີອີດສະເຕີທີ່ງົດງາມທີ່ສຸດ ໃນສາດສະໜາຄຣິດສະຕຽນທັງໝົດ. ແນ່ນອນ ຂ້າພະເຈົ້າອ້າງເຖິງພຣະຄຳພີມໍມອນ ແລະ, ຕື່ມອີກໂດຍສະເພາະ, ເຖິງເລື່ອງຂອງພຣະເຢຊູຄຣິດທີ່ປະກົດຕົວຕໍ່ຜູ້ອາໄສຢູ່ໃນໂລກໃໝ່ ໃນລັດສະໝີພາບແຫ່ງການຟື້ນຄືນພຣະຊົນຂອງພຣະອົງ.
ສາດສະດາໂຈເຊັບ ສະມິດ ໄດ້ບັນຍາຍພຣະຄຳພີມໍມອນວ່າເປັນ “ໜັງສືທີ່ຖືກຕ້ອງທີ່ສຸດໃນບັນດາໜັງສືໃດໆ,”5 ແລະ ເລີ່ມຕົ້ນດ້ວຍ 3 ນີໄຟ 11, ບອກກ່າວເລື່ອງລາວອັນງົດງາມຂອງການສະເດັດມາຢ້ຽມຢາມຊາວນີໄຟຂອງພຣະຄຣິດ, ການປະຕິບັດສາດສະໜາກິດໃນອີດສະເຕີຂອງພຣະຜູ້ຊ່ວຍໃຫ້ລອດ. ຂໍ້ພຣະຄຳພີເຫລົ່ານີ້ກ່ຽວກັບອີດສະເຕີ ເປັນພະຍານເຖິງການຟື້ນຄືນພຣະຊົນຂອງອົງພຣະເຢຊູຄຣິດເຈົ້າ.
ໃນບົດເຫລົ່ານີ້, ພຣະຄຣິດເອີ້ນສານຸສິດສິບສອງຄົນ, ສິດສອນດັ່ງທີ່ພຣະອົງໄດ້ກະທຳໃນຄຳເທດສະໜາຢູ່ເທິງເນີນພູ, ປະກາດວ່າພຣະອົງໄດ້ປະຕິບັດຕາມກົດຂອງໂມເຊແລ້ວ, ແລະ ທຳນາຍກ່ຽວກັບການເຕົ້າໂຮມອິດສະຣາເອນໃນຍຸກສຸດທ້າຍ. ພຣະອົງປິ່ນປົວຄົນເຈັບປ່ວຍ ແລະ ອະທິຖານເພື່ອຜູ້ຄົນໃນວິທີທີ່ສະຫງ່າລາສີຈົນວ່າ “ບໍ່ມີລີ້ນໃດຈະເວົ້າໄດ້, ທັງບໍ່ມີຄົນໃດຈະຂຽນໄວ້ໄດ້, ທັງໃຈຂອງມະນຸດຈະເຂົ້າໃຈເລື່ອງຍິ່ງໃຫຍ່ ແລະ ໜ້າອັດສະຈັນເຊັ່ນນີ້ບໍ່ໄດ້ ດັ່ງທີ່ພວກເຮົາທັງໄດ້ເຫັນ ແລະ ໄດ້ຍິນພຣະເຢຊູກ່າວ; ແລະ ບໍ່ມີຜູ້ໃດເຂົ້າໃຈໄດ້ເຖິງຄວາມສຸກ ຊຶ່ງເຕັມຈິດວິນຍານຂອງພວກເຮົາໃນເວລາທີ່ພວກເຮົາໄດ້ຍິນພຣະອົງອະທິຖານຕໍ່ພຣະບິດາເພື່ອພວກເຮົາ.”6
ອີດສະເຕີນີ້, ຄອບຄົວຂອງພວກເຮົາຈະສຸມໃຈໃສ່ 17 ຂໍ້ທຳອິດຂອງ 3 ນີໄຟ 11, ຊຶ່ງທ່ານກໍຄຸ້ນເຄີຍຢູ່ແລ້ວ. ທ່ານຈື່ຈຳຝູງຊົນຢ່າງຫລວງຫລາຍຢູ່ອ້ອມຮອບພຣະວິຫານ ຢູ່ໃນແຜ່ນດິນອຸດົມສົມບູນຜູ້ທີ່ໄດ້ຍິນສຸລະສຽງຂອງພຣະເຈົ້າອົງເປັນພຣະບິດາ ແລະ ໄດ້ເຫັນພຣະເຢຊູຄຣິດກຳລັງສະເດັດລົງມາຈາກສະຫວັນ ເພື່ອສະເໜີມອບຄຳເຊື້ອເຊີນໃນອີດສະເຕີທີ່ສວຍງາມທີ່ສຸດ ທີ່ວ່າ:
“ຈົ່ງລຸກຂຶ້ນ ແລະ ອອກມາຫາເຮົາເຖີດ, … ເພື່ອເຈົ້າຈະໄດ້ລູບຄຳຮອຍຕະປູທີ່ພຣະຫັດ ແລະ ທີ່ພຣະບາດຂອງເຮົານຳອີກ ເພື່ອເຈົ້າຈະໄດ້ຮູ້ວ່າ ເຮົາຄື … ພຣະເຈົ້າຂອງທັງແຜ່ນດິນໂລກ, ແລະ ໄດ້ຖືກປະຫານເພື່ອບາບຂອງໂລກ.
“ແລະ … ຝູງຊົນໄດ້ອອກໄປ, … ເທື່ອລະຄົນ … ແລະ ໄດ້ເຫັນດ້ວຍຕາຂອງຕົນເອງ ແລະ ໄດ້ລູບຄຳດ້ວຍມືຂອງຕົນເອງ, … ແລະ ໄດ້ເປັນພະຍານວ່າ ມັນແມ່ນພຣະອົງແທ້ໆ. …
“ແລະ … ພວກເຂົາໄດ້ຮ້ອງອອກມາເປັນສຽງດຽວກັນ, ມີຄວາມວ່າ:
“ໂຮຊັນນາ! ຂໍພຣະນາມຂອງພຣະເຈົ້າຜູ້ສູງສຸດຈົ່ງພຣະກະເສີມສຳລານເຖີດ! ແລ້ວພວກເຂົາກໍໄດ້ກາບລົງແທບພຣະບາດຂອງພຣະເຢຊູ, ແລະ ໄດ້ນະມັດສະການພຣະອົງ.”7
ໃຫ້ລອງຄິດວາດພາບເບິ່ງ: ຊາວນີໄຟຢູ່ທີ່ພຣະວິຫານ ໄດ້ສຳຜັດພຣະຫັດຂອງພຣະຜູ້ເປັນເຈົ້າທີ່ໄດ້ຟື້ນຄືນພຣະຊົນແທ້ໆ! ພວກເຮົາຫວັງວ່າຈະເຮັດໃຫ້ບົດເຫລົ່ານີ້ໃນ 3 ນີໄຟ ເປັນສ່ວນໜຶ່ງໃນປະເພນີອີດສະເຕີຂອງພວກເຮົາຫລາຍຂຶ້ນ ພໍໆກັບ ລູກາ 2 ໃນປະເພນີຄຣິດສະມາດ. ໃນຄວາມເປັນຈິງ, ພຣະຄຳພີມໍມອນແບ່ງປັນເລື່ອງອີດສະເຕີທີ່ຍິ່ງໃຫຍ່ທີ່ສຸດທີ່ເຄີຍເລົ່າ. ຂໍຢ່າໃຫ້ມັນເປັນເລື່ອງອີດສະເຕີທີ່ຍິ່ງໃຫຍ່ທີ່ສຸດທີ່ບໍ່ເຄີຍເລົ່າ.
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ເບິ່ງພຣະຄຳພີມໍມອນ ໃນມຸມມອງໃໝ່ ແລະ ພິຈາລະນາເຖິງການເປັນພະຍານຂອງມັນ ເຖິງຄວາມເປັນຈິງຂອງພຣະຄຣິດທີ່ຟື້ນຄືນພຣະຊົນ ຕະຫລອດທັງຄວາມບໍລິບູນ ແລະ ຄວາມເລິກຂອງຄຳສອນຂອງພຣະຄຣິດ.
ພຣະຄຳພີມໍມອນເປັນພະຍານເຖິງພຣະເຢຊູຄຣິດ.
ເຮົາອາດຖາມວ່າ, ການອ່ານພຣະຄຳພີມໍມອນໃນວັນອີດສະເຕີ ເປັນພອນໃຫ້ແກ່ຊີວິດຂອງເຮົາ ແລະ ຜູ້ຄົນທີ່ເຮົາຮັກ ໃນທາງທີ່ມີຄວາມໝາຍແນວໃດ? ຫລາຍກວ່າທີ່ຜູ້ຄົນຈະຮູ້ຈັກ. ທຸກເທື່ອທີ່ເຮົາອ່ານ ແລະ ສຶກສາຈາກພຣະຄຳພີມໍມອນ, ເຮົາສາມາດຄາດຫວັງຜົນຮັບທີ່ໜ້າອັດສະຈັນໄດ້.
ເມື່ອບໍ່ດົນມານີ້, ເລຊາ ແລະ ຂ້າພະເຈົ້າໄດ້ໄປຮ່ວມພິທີຄາລະວະສົບ ຂອງເພື່ອນໃກ້ຊິດຄົນໜຶ່ງ, ສະຕີແຫ່ງສັດທາ ຜູ້ຊຶ່ງຊີວິດຖືກຕັດໃຫ້ສັ້ນລົງດ້ວຍຄວາມປ່ວຍໂຊ. ພວກເຮົາໄດ້ຢູ່ກັບຄອບຄົວຂອງລາວ ແລະ ໝູ່ເພື່ອນໃກ້ຊິດ, ແລກປ່ຽນຄວາມຊົງຈຳດີໆຂອງຈິດວິນຍານທີ່ສວຍງາມຂອງຄົນນີ້ ທີ່ໄດ້ເຮັດໃຫ້ຊີວິດຂອງພວກເຮົາດີຂຶ້ນ.
ຂະນະທີ່ຢືນຢູ່ຫ່າງຈາກໂລງສົບເລັກນ້ອຍ, ກຳລັງສົນທະນາກັບຄົນອື່ນໆ, ຂ້າພະເຈົ້າໄດ້ສັງເກດເຫັນເດັກນ້ອຍຜູ້ຍິງສອງຄົນ ລຸ້ນປະຖົມໄວ ຍ່າງເຂົ້າໄປໃກ້ໂລງສົບ ແລະ ຢືດຕົວຂຶ້ນ ຢືນຢັ່ງຢີ້—ຕາສູງເຖິງພຽງຂອບ—ເພື່ອຄາລະວະເປັນຄັ້ງສຸດທ້າຍຕໍ່ປ້າທີ່ຮັກຂອງພວກເຂົາ. ໂດຍທີ່ບໍ່ມີໃຜຢູ່ໃກ້, ເລຊາໄດ້ຍ່າງໄປຫາ ແລະ ຫຍໍ້ຕົວລົງຢູ່ຂ້າງໆພວກເຂົາ ເພື່ອສະເໜີໃຫ້ການປອບໂຍນ ແລະ ສິດສອນ. ລາວໄດ້ຖາມພວກເຂົາວ່າ ພວກເຂົາເປັນຈັ່ງໃດ ແລະ ພວກເຂົາຮູ້ບໍວ່າ ປ້າຂອງພວກເຂົາຢູ່ໃສດຽວນີ້. ພວກເຂົາໄດ້ບອກເຖິງຄວາມໂສກເສົ້າຂອງພວກເຂົາ, ແຕ່ແລ້ວທິດາທີ່ປະເສີດຂອງພຣະເຈົ້າເຫລົ່ານີ້, ດ້ວຍຄວາມໝັ້ນໃຈທີ່ເຕັມຢູ່ໃນດວງຕາຂອງພວກເຂົາ, ເວົ້າວ່າພວກເຂົາຮູ້ວ່າປ້າຂອງພວກເຂົາມີຄວາມສຸກຕອນນີ້ ແລະ ລາວສາມາດຢູ່ກັບພຣະເຢຊູ.
ໃນໄວເຍົານີ້, ພວກເຂົາພົບເຫັນຄວາມສະຫງົບໃນແຜນແຫ່ງຄວາມສຸກທີ່ຍິ່ງໃຫຍ່ ແລະ, ຕາມພາສາເດັກນ້ອຍ, ໄດ້ເປັນພະຍານເຖິງຄວາມເປັນຈິງທີ່ເລິກເຊິ່ງ ແລະ ຄວາມສວຍງາມທີ່ລຽບງ່າຍຂອງການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດ. ພວກເຂົາຮູ້ສິ່ງນີ້ຢູ່ໃນໃຈຂອງພວກເຂົາ ເພາະການສິດສອນຢ່າງຮອບຄອບຂອງພໍ່ແມ່, ຄອບຄົວ, ຜູ້ນຳປະຖົມໄວ ທີ່ໄດ້ປູກຝັງເມັດພືດແຫ່ງສັດທາ ໃນພຣະເຢຊູຄຣິດ ແລະ ຊີວິດນິລັນດອນ. ໂດຍມີຄວາມສະຫລາດເກີນຕົວ, ເດັກຍິງເຫລົ່ານີ້ເຂົ້າໃຈຄວາມຈິງທີ່ມາສູ່ເຮົາຜ່ານທາງຂ່າວສານອີດສະເຕີ ແລະ ການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນ ແລະ ຖ້ອຍຄຳຂອງສາດສະດາ ດັ່ງທີ່ບອກກ່າວໃນພຣະຄຳພີມໍມອນ.
ຂ້າພະເຈົ້າໄດ້ສັງເກດເຫັນວ່າ ເມື່ອປະທານຣະໂຊ ເອັມ ແນວສັນ ມອບຂອງຂວັນທີ່ເປັນພຣະຄຳພີມໍມອນໃຫ້ຄົນໃດຄົນໜຶ່ງທີ່ນັບຖືສາດສະໜາອື່ນ, ເພິ່ນມັກເປີດໄປຫາ 3 ນີໄຟ ແລະ ອ່ານກ່ຽວກັບການມາປະກົດຕົວຂອງພຣະຄຣິດທີ່ຟື້ນຄືນພຣະຊົນຕໍ່ຊາວນີໄຟ. ໃນການເຮັດເຊັ່ນນັ້ນ, ສາດສະດາ ທີ່ມີຊີວິດຢູ່ ຖ້າຈະເວົ້າແລ້ວ ກໍກຳລັງເປັນພະຍານເຖິງພຣະຄຣິດ ທີ່ຊົງພຣະຊົນ.
ເຮົາບໍ່ສາມາດ ຢືນ ເປັນພະຍານເຖິງພຣະເຢຊູຄຣິດ ຈົນກວ່າເຮົາຈະສາມາດ ເປັນພະຍານ ເຖິງພຣະອົງເສຍກ່ອນ. ພຣະຄຳພີມໍມອນເປັນພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ ຍ້ອນວ່າໃນແຕ່ລະໃບທີ່ສັກສິດເຫລົ່ານັ້ນ, ສາດສະດາຫລາຍໆທ່ານບໍ່ພຽງແຕ່ເປັນພະຍານວ່າ ພຣະຄຣິດຈະສະເດັດມາເທົ່ານັ້ນ ແຕ່ພຣະອົງ ໄດ້ ສະເດັດມາແລ້ວ ນຳອີກ.
ຍ້ອນພຣະອົງ
ຂ້າພະເຈົ້າກຳລັງຖືພຣະຄຳພີມໍມອນສະບັບພິມເທື່ອທຳອິດຢູ່ໃນມື. ການເຮັດແນວນັ້ນ ເຮັດໃຫ້ຂ້າພະເຈົ້າຮູ້ສຶກປາບປື້ມ ສະເໝີ. ຕະຫລອດຊີວິດໄວຜູ້ໃຫຍ່ຂອງຂ້າພະເຈົ້າ, ຂ້າພະເຈົ້າຮູ້ສຶກປະຫລາດໃຈ, ປະທັບໃຈ, ແລະ ຈັບໃຈກັບສິ່ງທີ່ຊາຍໜຸ່ມໂຈເຊັບ ສະມິດ ໄດ້ເຮັດ ເພື່ອຈະໄດ້ໃຫ້ປຶ້ມພຣະຄຳພີທີ່ສັກສິດນີ້ຖືກແປ ແລະ ຖືກພິມ. ການມະຫັດສະຈັນທີ່ໄດ້ເກີດຂຶ້ນເປັນໜ້າງຶດງໍ້ທີ່ໃຫ້ໄຕ່ຕອງ.
ແຕ່ນັ້ນບໍ່ແມ່ນເຫດຜົນທີ່ປຶ້ມຫົວນີ້ເຮັດໃຫ້ຂ້າພະເຈົ້າປະທັບໃຈ. ເປັນເພາະປຶ້ມຫົວນີ້, ຍິ່ງກວ່າປຶ້ມອື່ນໃດທີ່ໄດ້ພິມໃນໂລກ, ເປັນພະຍານເຖິງພຣະຊົນຊີບ, ການປະຕິບັດສາດສະໜາກິດ, ຄຳສອນ, ການຊົດໃຊ້, ແລະ ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ. ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ການສຶກສາເປັນປະຈຳຈາກປຶ້ມຫົວນີ້ ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ຈະປ່ຽນແປງຊີວິດຂອງທ່ານ. ມັນຈະເປີດຕາຂອງທ່ານສູ່ຄວາມເປັນໄປໄດ້ໃໝ່ໆ. ມັນຈະເພີ່ມຄວາມຫວັງຂອງທ່ານ ແລະ ເຕີມເຕັມທ່ານດ້ວຍຄວາມໃຈບຸນ. ສິ່ງສຳຄັນທີ່ສຸດ, ມັນຈະສ້າງ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງທ່ານໃນພຣະເຢຊູຄຣິດ ແລະ ອວຍພອນທ່ານດ້ວຍຄວາມຮູ້ທີ່ແນ່ນອນວ່າ ພຣະອົງ ແລະ ພຣະບິດາຂອງເຮົາຮູ້ຈັກທ່ານ, ຮັກທ່ານ, ແລະ ຢາກໃຫ້ທ່ານຫາທາງກັບຄືນບ້ານ, ດ້ວຍອັກສອນໂຕ ບ ໃຫຍ່.
ອ້າຍເອື້ອຍນ້ອງທີ່ຮັກແພງ, ເວລາມາເຖິງແລ້ວ, ຊຶ່ງຖືກບອກໄວ້ລ່ວງໜ້າໂດຍບັນດາສາດສະດາໃນສະໄໝບູຮານວ່າ, “ເມື່ອຄວາມຮູ້ເລື່ອງຂອງພຣະຜູ້ຊ່ວຍໃຫ້ລອດຈະແຜ່ໄປທົ່ວທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ.”8 ເຮົາກຳລັງເຫັນການບັນລຸຜົນສຳເລັດຂອງຄຳທຳນາຍຂໍ້ນີ້ຢູ່ຕໍ່ໜ້າເຮົາ, ຜ່ານທາງປະຈັກພະຍານຂອງພຣະເຢຊູຄຣິດ ທີ່ພົບເຫັນຢູ່ໃນພຣະຄຳພີມໍມອນ.
ບໍ່ມີໜັງສືເຫລັ້ມໃດທີ່ສະແດງໃຫ້ເຫັນວ່າ:
-
ຍ້ອນພຣະເຢຊູຄຣິດ, ທຸກສິ່ງໄດ້ປ່ຽນໄປ.
-
ຍ້ອນພຣະອົງ, ທຸກສິ່ງດີຂຶ້ນ.
-
ຍ້ອນພຣະອົງ, ຊີວິດຈຶ່ງຈັດການໄດ້—ໂດຍສະເພາະໃນຊ່ວງເວລາທີ່ເຈັບປວດ.
-
ຍ້ອນພຣະອົງ, ທຸກສິ່ງຈຶ່ງເປັນໄປໄດ້.
ການມາຢ້ຽມຢາມຂອງພຣະອົງໃນຖານະພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນແລ້ວ, ໄດ້ແນະນຳໂດຍພຣະເຈົ້າອົງເປັນພຣະບິດາ, ແມ່ນຂ່າວສານອີດສະເຕີທີ່ສະຫງ່າລາສີ ແລະ ໄຊຊະນະ. ມັນຈະຊ່ວຍໃຫ້ຄອບຄົວຂອງເຮົາມີປະຈັກພະຍານສ່ວນຕົວຫລາຍຂຶ້ນ ເຖິງພຣະເຢຊູຄຣິດ ວ່າເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ຜູ້ຊຶ່ງໄດ້ເຮັດໃຫ້ສາຍຮັດແຫ່ງຄວາມຕາຍຂາດອອກ.
ຂ້າພະເຈົ້າຂໍຈົບດ້ວຍປະຈັກພະຍານຂອງຂ້າພະເຈົ້າເຖິງຄວາມຈິງແທ້ຂອງພຣະຄຳພີມໍມອນ ແລະ ເຖິງພຣະເຢຊູຄຣິດ ວ່າເປັນພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.