ຈົ່ງຈື່ຈຳສິ່ງທີ່ສຳຄັນທີ່ສຸດ
ສິ່ງທີ່ສຳຄັນທີ່ສຸດແມ່ນຄວາມສຳພັນຂອງເຮົາກັບພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຮັກຂອງພຣະອົງ, ຄອບຄົວຂອງເຮົາ, ແລະ ເພື່ອນບ້ານຂອງເຮົາ, ແລະ ການອະນຸຍາດໃຫ້ພຣະວິນຍານຊີ້ນຳເຮົາ.
ຂະນະທີ່ເຮົາຈື່ຈຳການສະເດັດເຂົ້າໄປນະຄອນເຢຣູຊາເລັມຢ່າງຜູ້ມີໄຊຂອງພຣະຜູ້ຊ່ວຍໃຫ້ລອດ ບໍ່ດົນກ່ອນການເສຍສະລະຊົດໃຊ້ຂອງພຣະອົງ, ຂ້າພະເຈົ້າຫວນຄິດເຖິງພຣະຄຳແຫ່ງຄວາມຫວັງ ແລະ ການປອບໂຍນຂອງພຣະອົງທີ່ວ່າ: “ເຮົານີ້ແຫລະ ເປັນເຫດໃຫ້ຄົນທັງປວງເປັນຄືນມາ ທັງເປັນຊີວິດ, ຜູ້ທີ່ວາງໃຈເຊື່ອໃນເຮົາ ເຖິງແມ່ນວ່າຕາຍໄປແລ້ວ ກໍຍັງມີຊີວິດ.”1
ຂ້າພະເຈົ້າຮັກພຣະອົງ. ຂ້າພະເຈົ້າວາງໃຈເຊື່ອໃນພຣະອົງ. ຂ້າພະເຈົ້າເປັນພະຍານວ່າ ພຣະອົງເປັນເຫດໃຫ້ຄົນທັງປວງເປັນຄືນມາ ທັງເປັນຊີວິດ.
ປະຈັກພະຍານນີ້ໄດ້ປອບໂຍນ ແລະ ເສີມຄວາມເຂັ້ມແຂງໃຫ້ແກ່ຂ້າພະເຈົ້າລະຫວ່າງສີ່ປີເຄິ່ງທີ່ຜ່ານມານັບຕັ້ງແຕ່ ບາບາຣາ, ພັນລະຍາຂອງຂ້າພະເຈົ້າໄດ້ເສຍຊີວິດໄປ. ຂ້າພະເຈົ້າຄິດຮອດນາງ.
ຂ້າພະເຈົ້າໄດ້ສະທ້ອນຄິດເຖິງການແຕ່ງງານນິລັນດອນຂອງພວກເຮົາ ແລະ ຊີວິດຂອງພວກເຮົານຳກັນ, ເລື້ອຍໆ.
ທີ່ຜ່ານມາຂ້າພະຈົ້າໄດ້ແບ່ງປັນວ່າຂ້າພະເຈົ້າໄດ້ພົບກັບ ບາບາຣາ ແນວໃດ ແລະ ວ່າປະສົບການນັ້ນໄດ້ສິດສອນຂ້າພະເຈົ້າໃຫ້ນຳໃຊ້ທັກສະຂອງ “ການຕິດຕາມເບິ່ງ” ທີ່ຂ້າພະເຈົ້າໄດ້ຮຽນຮູ້ຕອນຢູ່ສະໜາມເຜີຍແຜ່. ຂ້າພະເຈົ້າຕ້ອງໄດ້ຕິດຕາມເບິ່ງນາງໄວໆຫລັງຈາກໄດ້ພົບກັນເປັນເທື່ອທຳອິດເພາະນາງເປັນຄົນທີ່ສວຍງາມ, ມີຊື່ສຽງ, ແລະ ມີຊາຍໜຸ່ມຫລາຍຄົນມາຈີບ. ຂ້າພະເຈົ້າໄດ້ຕົກຫລຸມຮັກຕັ້ງແຕ່ຕົ້ນເພາະນາງເປັນຄົນທີ່ເຂົ້າຫາໄດ້ງ່າຍ ແລະ ເປັນມິດ. ຂ້າພະເຈົ້າຍົກຍ້ອງຄວາມດີງາມຂອງນາງ. ຂ້າພະເຈົ້າຮູ້ສຶກວ່ານາງ ແລະ ຂ້າພະເຈົ້າເປັນເນື້ອຄູ່ກັນ. ມັນເບິ່ງຄືວ່າລຽບງ່າຍແບບນັ້ນໃນຄວາມນຶກຄິດຂອງຂ້າພະເຈົ້າ.
ບາບາຣາ ແລະ ຂ້າພະເຈົ້າໄດ້ອອກທ່ຽວຫລິ້ນນຳກັນ, ແລະ ຄວາມສຳພັນຂອງພວກເຮົາໄດ້ເລີ່ມພັດທະນາ, ແຕ່ນາງບໍ່ແນ່ໃຈວ່າການແຕ່ງງານກັບຂ້າພະເຈົ້ານັ້ນແມ່ນຖືກຕ້ອງສຳລັບນາງ.
ມັນບໍ່ພຽງພໍທີ່ຂ້າພະເຈົ້າຮູ້ແຕ່ຝ່າຍດຽວ; ນາງບາບາຣາຕ້ອງຮູ້ດ້ວຍຕົວນາງເອງ. ຂ້າພະເຈົ້າຮູ້ ຖ້າວ່າພວກເຮົາໄດ້ໃຊ້ເວລາຖືສິນອົດເຂົ້າ ແລະ ອະທິຖານກ່ຽວກັບເລື່ອງນີ້, ນາງບາບາຣາຈະສາມາດໄດ້ຮັບການຢືນຢັນຈາກສະຫວັນ.
ພວກເຮົາໄດ້ໃຊ້ວັນພັກງານໂດຍບໍ່ອອກທ່ຽວຫລິ້ນນຳກັນເພື່ອວ່າພວກເຮົາຈະສາມາດຖືສິນອົດເຂົ້າ ແລະ ອະທິຖານເປັນສ່ວນຕົວເພື່ອຈະຮູ້ດ້ວຍຕົວພວກເຮົາເອງ. ຊ່າງໂຊກດີສຳລັບຂ້າພະເຈົ້າ, ນາງໄດ້ຮັບການຢືນຢັນຢ່າງດຽວກັນດັ່ງທີ່ຂ້າພະເຈົ້າໄດ້ຮັບ. ຕາມທີ່ຫລາຍຄົນມັກເວົ້າ, ເຫດການທີ່ໄດ້ຕາມມາກໍເປັນປະຫວັດສາດ.
ຕອນນາງບາບາຣາໄດ້ເສຍຊີວິດໄປ, ລູກໆຂອງພວກເຮົາໄດ້ຈາລຶກບົດຮຽນສາມສີ່ບົດໄວ້ທີ່ຫີນຈາລຶກຢູ່ເທິງຫລຸມຝັງສົບຂອງນາງ ທີ່ນາງບາບາຣາຢາກໃຫ້ພວກເຂົາຈື່ຈຳໄວ້. ໜຶ່ງໃນບົດຮຽນເຫລົ່ານັ້ນແມ່ນວ່າ “ສິ່ງທີ່ສຳຄັນທີ່ສຸດຄືສິ່ງທີ່ຍືນຍົງດົນນານທີ່ສຸດ.”
ມື້ນີ້ ຂ້າພະເຈົ້າຈະແບ່ງປັນຄວາມຮູ້ສຶກ ແລະ ຄວາມຄິດສາມສີ່ຢ່າງ ຈາກຫົວໃຈຂອງຂ້າພະເຈົ້າເຖິງສິ່ງທີ່ສຳຄັນທີ່ສຸດ.
ໜຶ່ງ, ຄວາມສຳພັນກັບພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະບຸດຂອງພຣະອົງ, ອົງພຣະເຢຊູຄຣິດເຈົ້າ, ແມ່ນສຳຄັນທີ່ສຸດ. ຄວາມສຳພັນນີ້ແມ່ນສຳຄັນທີ່ສຸດໃນເວລານີ້ ແລະ ໃນນິລັນດອນ.
ສອງ, ຄວາມສຳພັນຂອງຄອບຄົວແມ່ນໜຶ່ງໃນບັນດາຂອງສິ່ງທີ່ສຳຄັນທີ່ສຸດ.
ຕະຫລອດການປະຕິບັດສາດສະໜາກິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຢ້ຽມຢາມຫລາຍໆຄົນ ແລະ ຄອບຄົວທີ່ຖືກກະທົບກະເທືອນໂດຍໄພທຳມະຊາດທີ່ຮ້າຍແຮງ. ຫລາຍຄົນຖືກຍົກຍ້າຍ, ຫິວໂຫຍ, ແລະ ຢ້ານກົວ. ເຂົາເຈົ້າຕ້ອງການຄວາມຊ່ວຍເຫລືອທາງການແພດ, ອາຫານ, ແລະ ທີ່ພັກອາໄສ.
ເຂົາເຈົ້າກໍຍັງຕ້ອງການຄອບຄົວຂອງເຂົາເຈົ້ານຳອີກ.
ຂ້າພະເຈົ້າຮັບຮູ້ວ່າ ບາງຄົນອາດບໍ່ໄດ້ຮັບພອນຂອງການມີຄອບຄົວທີ່ໃກ້ຊິດກັນ, ສະນັ້ນຂ້າພະເຈົ້າຈຶ່ງລວມທັງຍາດພີ່ນ້ອງ, ໝູ່ເພື່ອນ, ແລະ ແມ່ນແຕ່ຄອບຄົວຫວອດວ່າເປັນ “ຄອບຄົວ.” ຄວາມສຳພັນເຫລົ່ານີ້ກໍຈຳເປັນສຳລັບສຸຂະພາບທາງອາລົມ ແລະ ຮ່າງກາຍ.
ຄວາມສຳພັນເຫລົ່ານີ້ກໍຍັງສາມາດໃຫ້ຄວາມຮັກ, ຄວາມຊື່ນຊົມ, ຄວາມສຸກ, ແລະ ຄວາມເປັນພາກສ່ວນນຳອີກ.
ການບຳລຸງລ້ຽງຄວາມສຳພັນທີ່ສຳຄັນເຫລົ່ານີ້ເປັນທາງເລືອກ. ທາງເລືອກທີ່ຈະເປັນພາກສ່ວນຂອງຄອບຄົວຮຽກຮ້ອງຄຳໝັ້ນສັນຍາ, ຄວາມຮັກ, ຄວາມອົດທົນ, ການສື່ສານ, ແລະ ການໃຫ້ອະໄພ.2 ອາດມີບາງຄັ້ງທີ່ເຮົາບໍ່ເຫັນດ້ວຍກັບຄົນອື່ນ, ແຕ່ເຮົາສາມາດເຮັດໄດ້ໂດຍປາດສະຈາກຄວາມຂັດແຍ້ງ. ໃນການຄົບຫາ ແລະ ການແຕ່ງງານ, ເຮົາບໍ່ຕົກຫລຸມຮັກ ຫລື ໝົດຮັກຄືກັນກັບວ່າເຮົາເປັນສິ່ງຂອງທີ່ຖືກຍົກຍ້າຍຢູ່ໃນແປ້ນໝາກຮຸກ. ເຮົາເລືອກທີ່ຈະຮັກ ແລະ ຄ້ຳຊູກັນແລະກັນ. ເຮົາເຮັດແບບດຽວກັນໃນຄວາມສຳພັນອື່ນໆຂອງຄອບຄົວ ແລະ ກັບໝູ່ເພື່ອນຜູ້ທີ່ເປັນຄືກັນກັບຄອບຄົວສຳລັບເຮົາ.
ການປະກາດຕໍ່ໂລກກ່ຽວກັບຄອບຄົວປະກາດວ່າ “ແຜນແຫ່ງຄວາມສຸກຂອງພຣະເຈົ້າ ເຮັດໃຫ້ຄວາມສຳພັນຂອງຄອບຄົວຍືນຍົງຕໍ່ໄປຫລັງຈາກຄວາມຕາຍ. ພິທີການ ແລະ ພັນທະສັນຍາສັກສິດຕ່າງໆທີ່ມີໄວ້ໃນພຣະວິຫານ ໄດ້ເປີດໂອກາດໃຫ້ຜູ້ຄົນສາມາດເຂົ້າໄປໃນທີ່ປະທັບຂອງພຣະເຈົ້າ ແລະ ເປີດໂອກາດໃຫ້ຄອບຄົວຢູ່ນຳກັນຊົ່ວນິລັນດອນໄດ້.”3
ອີກສິ່ງໜຶ່ງທີ່ສຳຄັນທີ່ສຸດແມ່ນການເຮັດຕາມການກະຕຸ້ນຂອງພຣະວິນຍານ ໃນຄວາມສຳພັນທີ່ສຳຄັນທີ່ສຸດຂອງເຮົາ ແລະ ໃນຄວາມພະຍາຍາມຂອງເຮົາທີ່ຈະຮັກເພື່ອນບ້ານຂອງເຮົາເໝືອນຮັກຕົນເອງ, ລວມທັງຢູ່ໃນການປະຕິບັດສາດສະໜາກິດເປັນການສ່ວນຕົວ ແລະ ໃນທີ່ສາທາລະນະ. ຂ້າພະເຈົ້າໄດ້ຮຽນຮູ້ບົດຮຽນນີ້ຕັ້ງແຕ່ຕົ້ນໃນຊີວິດຂອງຂ້າພະເຈົ້າ ຂະນະທີ່ຮັບໃຊ້ເປັນອະທິການ.
ໃນຄ່ຳຄືນລະດູໜາວທີ່ຫິມະຕົກ, ເດິກແລ້ວຄືນໜຶ່ງ, ຂ້າພະເຈົ້າກຳລັງອອກຈາກຫ້ອງການອະທິການ ເມື່ອຂ້າພະເຈົ້າໄດ້ຮູ້ສຶກຄວາມປະທັບໃຈອັນແຮງກ້າວ່າ ໃຫ້ໄປຢ້ຽມຢາມແມ່ໝ້າຍສູງອາຍຸຄົນໜຶ່ງຢູ່ໃນຫວອດ. ຂ້າພະເຈົ້າໄດ້ຫລຽວເບິ່ງໂມງ—ຕອນນັ້ນກໍ 10 ໂມງກາງຄືນແລ້ວ. ຂ້າພະເຈົ້າໄດ້ຕັດສິນໃຈວ່າມັນເດິກເກີນໄປທີ່ຈະໄປຢ້ຽມຢາມໃນເວລານັ້ນ. ແລະ ນອກເໜືອໄປຈາກນັ້ນ, ຫິມະກໍກຳລັງຕົກຢູ່. ຂ້າພະເຈົ້າໄດ້ຕັດສິນໃຈຈະໄປຢາມເອື້ອຍທີ່ຮັກຄົນນັ້ນໃນຕອນເຊົ້າແທນທີ່ຈະໄປລົບກວນລາວໃນເວລາທີ່ເດິກປານນັ້ນແລ້ວ. ຂ້າພະເຈົ້າໄດ້ຂັບລົດກັບບ້ານ ແລະ ໄດ້ເຂົ້ານອນ ແຕ່ນອນບໍ່ຫລັບ.
ແຕ່ເຊົ້າໆມື້ຕໍ່ມາ, ຂ້າພະເຈົ້າໄດ້ຂັບລົດໄປທີ່ບ້ານຂອງແມ່ໝ້າຍຄົນນັ້ນທັນທີ. ລູກສາວຂອງລາວໄດ້ເປີດປະຕູ ແລະ ໄດ້ເວົ້າທັງຮ້ອງໄຫ້ວ່າ, “ໂອ້, ອະທິການ, ຂອບໃຈເດີທີ່ມາ. ແມ່ໄດ້ເສຍຊີວິດໄປແລ້ວເມື່ອສອງຊົ່ວໂມງຜ່ານມານີ້”—ຂ້ານ້ອຍເສຍໃຈຫລາຍ. ຂ້າພະເຈົ້າຈະບໍ່ມີວັນລືມຄວາມຮູ້ສຶກໃນໃຈຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ຮ້ອງໄຫ້. ມີໃຜແດ່ທີ່ສົມຄວນຫລາຍກວ່າແມ່ໝ້າຍທີ່ຮັກຄົນນີ້ ທີ່ຈະມີອະທິການຂອງລາວຈັບມືລາວ, ປອບໂຍນລາວ, ແລະ ບາງທີໃຫ້ພອນຄັ້ງສຸດທ້າຍແກ່ລາວ. ຂ້າພະເຈົ້າໄດ້ພາດໂອກາດນັ້ນເພາະວ່າຂ້າພະເຈົ້າໄດ້ຕັດສິນໃຈບໍ່ຫົວຊາກັບການກະຕຸ້ນທີ່ແຮງກ້ານີ້ຈາກພຣະວິນຍານ.4
ອ້າຍເອື້ອຍນ້ອງ, ຊາຍໜຸ່ມ ແລະ ຍິງໜຸ່ມ, ແລະ ເດັກນ້ອຍປະຖົມໄວທັງຫລາຍ, ຂ້າພະເຈົ້າເປັນພະຍານວ່າ ການເຮັດຕາມການກະຕຸ້ນຂອງພຣະວິນຍານ ເປັນສິ່ງໜຶ່ງໃນບັນດາສິ່ງທີ່ສຳຄັນທີ່ສຸດໃນຄວາມສຳພັນທັງໝົດຂອງເຮົາ.
ສຸດທ້າຍ, ໃນວັນອາທິດໃບຕານນີ້, ຂ້າພະເຈົ້າເປັນພະຍານວ່າການປ່ຽນໃຈເຫລື້ອມໃສຕໍ່ພຣະຜູ້ເປັນເຈົ້າ, ການສະແດງປະຈັກພະຍານເຖິງພຣະອົງ, ແລະ ການຮັບໃຊ້ພຣະອົງກໍເປັນໜຶ່ງໃນບັນດາສິ່ງທີ່ສຳຄັນທີ່ສຸດ.
ສັດທາໃນພຣະເຢຊູຄຣິດເປັນພື້ນຖານຂອງປະຈັກພະຍານຂອງເຮົາ. ປະຈັກພະຍານຄືການເປັນພະຍານ ຫລື ການຢືນຢັນເຖິງຄວາມຈິງນິລັນດອນ ທີ່ຖືກປະທັບໄວ້ໃນຫົວໃຈ ແລະ ຈິດວິນຍານຂອງສ່ວນບຸກຄົນ ຜ່ານທາງພຣະວິນຍານບໍລິສຸດ. ປະຈັກພະຍານເຖິງພຣະເຢຊູຄຣິດ, ທີ່ພຣະວິນຍານປະທານໃຫ້ ແລະ ເຮັດໃຫ້ເຂັ້ມແຂງ ປ່ຽນແປງຊີວິດ—ມັນປ່ຽນແປງວິທີທີ່ເຮົາຄິດ ແລະ ວິທີທີ່ເຮົາດຳລົງຊີວິດ. ປະຈັກພະຍານຈະຫັນເຮົາໄປຫາພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະບຸດທີ່ສູງສົ່ງຂອງພຣະອົງ.
ແອວມາໄດ້ສິດສອນວ່າ:
“ຈົ່ງເບິ່ງ, ຂ້າພະເຈົ້າເປັນພະຍານຕໍ່ພວກທ່ານວ່າ ຂ້າພະເຈົ້າຮູ້ຈັກເລື່ອງເຫລົ່ານີ້ທີ່ຂ້າພະເຈົ້າເວົ້າມາແລ້ວວ່າເປັນຄວາມຈິງ. ແລະ ພວກທ່ານຄິດວ່າຂ້າພະເຈົ້າຮູ້ເຖິງຄວາມແນ່ນອນຂອງເລື່ອງເຫລົ່ານີ້ໄດ້ແນວໃດ?
“ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ເລື່ອງນີ້ເປັນທີ່ຮູ້ແກ່ຂ້າພະເຈົ້າໂດຍພຣະວິນຍານສັກສິດຂອງພຣະເຈົ້າ. ຈົ່ງເບິ່ງ, ຂ້າພະເຈົ້າໄດ້ຖືສິນອົດເຂົ້າ ແລະ ອະທິຖານມາຫລາຍມື້ ເພື່ອຂ້າພະເຈົ້າຈະໄດ້ຮູ້ເລື່ອງເຫລົ່ານີ້ດ້ວຍຕົວເອງ. ແລະ ບັດນີ້ຂ້າພະເຈົ້າຮູ້ໄດ້ດ້ວຍຕົວເອງວ່າ ເລື່ອງເຫລົ່ານີ້ເປັນຄວາມຈິງ; ເພາະອົງພຣະຜູ້ເປັນເຈົ້າໄດ້ສະແດງມັນໃຫ້ປະຈັກແກ່ຂ້າພະເຈົ້າໂດຍພຣະວິນຍານສັກສິດຂອງພຣະອົງ; ແລະ ນີ້ຄືວິນຍານແຫ່ງການເປີດເຜີຍ ຊຶ່ງຢູ່ໃນຂ້າພະເຈົ້າ.”5
ການມີປະຈັກພະຍານເທົ່ານັ້ນບໍ່ພຽງພໍ. ຂະນະທີ່ການປ່ຽນໃຈເຫລື້ອມໃສຂອງເຮົາຕໍ່ພຣະເຢຊູຄຣິດເຕີບໂຕ, ຕາມທຳມະຊາດເຮົາຢາກຈະເປັນພະຍານເຖິງພຣະອົງ—ເຖິງພຣະກະລຸນາທິຄຸນ, ຄວາມຮັກ, ແລະ ຄວາມເມດຕາຂອງພຣະອົງ.
ສ່ວມຫລາຍໃນກອງປະຊຸມສິນລະລຶກໃນວັນອາທິດຖືສິນອົດເຂົ້າ, ເຮົາມັກຈະໄດ້ຍິນວະລີທີ່ວ່າ “ຂ້າພະເຈົ້າຂອບພຣະໄທ” ແລະ “ຂ້າພະເຈົ້າຮັກ” ຫລາຍກວ່າທີ່ເຮົາຈະໄດ້ຍິນວະລີທີ່ວ່າ “ຂ້າພະເຈົ້າຮູ້” ແລະ “ຂ້າພະເຈົ້າເຊື່ອ.”
ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ສະແດງປະຈັກພະຍານຂອງທ່ານເຖິງພຣະເຢຊູຄຣິດເລື້ອຍໆຂຶ້ນ. ສະແດງປະຈັກພະຍານເຖິງສິ່ງທີ່ທ່ານ ຮູ້ ແລະ ເຊື່ອ ແລະ ສິ່ງທີ່ທ່ານ ຮູ້ສຶກ, ບໍ່ພຽງແຕ່ເຖິງສິ່ງທີ່ທ່ານຢາກຂອບພຣະໄທ. ເປັນພະຍານເຖິງປະສົບການຂອງທ່ານເອງ ເຖິງການໄດ້ມາຮູ້ ແລະ ຮັກພຣະຜູ້ຊ່ວຍໃຫ້ລອດ, ເຖິງການດຳລົງຊີວິດຕາມຄຳສອນຂອງພຣະອົງ, ແລະ ເຖິງອຳນາດແຫ່ງການໄຖ່ ແລະ ການເຮັດໃຫ້ເປັນໄປໄດ້ຂອງພຣະອົງໃນຊີວິດຂອງທ່ານ. ຂະນະທີ່ທ່ານສະແດງປະຈັກພະຍານເຖິງສິ່ງທີ່ທ່ານ ຮູ້, ເຊື່ອ, ແລະ ຮູ້ສຶກ, ພຣະວິນຍານບໍລິສຸດຈະຢືນຢັນຄວາມຈິງຕໍ່ຜູ້ຄົນທີ່ກຳລັງຮັບຟັງປະຈັກພະຍານຂອງທ່ານຢູ່ຢ່າງຕັ້ງໃຈ. ເຂົາເຈົ້າຈະເຮັດດັ່ງນັ້ນເພາະວ່າເຂົາເຈົ້າໄດ້ເຫັນທ່ານກາຍມາເປັນຜູ້ຕິດຕາມທີ່ເຕັມໄປດ້ວຍຄວາມສະຫງົບສຸກຂອງພຣະເຢຊູຄຣິດ. ເຂົາເຈົ້າຈະເຫັນວ່າການເປັນສານຸສິດຂອງພຣະອົງນັ້ນໝາຍຄວາມວ່າແນວໃດ. ເຂົາເຈົ້າຈະຮູ້ສຶກບາງສິ່ງທີ່ເຂົາເຈົ້າອາດບໍ່ເຄີຍຮູ້ສຶກມາກ່ອນນຳອີກ. ປະຈັກພະຍານທີ່ບໍລິສຸດມາຈາກຫົວໃຈທີ່ຖືກປ່ຽນແປງ ແລະ ອຳນາດຂອງພຣະວິນຍານບໍລິສຸດຈະນຳມັນ ເຂົ້າໄປສູ່ຫົວໃຈຂອງຄົນອື່ນ ຜູ້ທີ່ເປີດໃຈຮັບເອົາມັນ.
ແລ້ວຜູ້ຄົນທີ່ຮູ້ສຶກບາງສິ່ງທີ່ເປັນຜົນຮັບຂອງປະຈັກພະຍານຂອງທ່ານອາດທູນຖາມພຣະຜູ້ເປັນເຈົ້າໃນການອະທິຖານ ເພື່ອຢືນຢັນຄວາມຈິງຂອງປະຈັກພະຍານຂອງທ່ານ. ແລ້ວເຂົາເຈົ້າຈະສາມາດຮູ້ໄດ້ດ້ວຍຕົວເຂົາເຈົ້າເອງ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ຂ້າພະເຈົ້າຮູ້ວ່າ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງໂລກ. ພຣະອົງຊົງພຣະຊົນຢູ່. ພຣະອົງຄືພຣະບຸດທີ່ໄດ້ຟື້ນຄືນພຣະຊົນຂອງພຣະເຈົ້າ, ແລະ ນີ້ແມ່ນສາດສະໜາຈັກຂອງພຣະອົງ, ທີ່ຖືກນຳພາໂດຍສາດສະດາ ແລະ ອັກຄະສາວົກຂອງພຣະອົງ. ຂ້າພະເຈົ້າອະທິຖານວ່າ ມື້ໜຶ່ງເມື່ອຂ້າພະເຈົ້າໄດ້ຈາກໂລກນີ້ໄປຫາໂລກຕໍ່ໄປ, ຂ້າພະເຈົ້າຈະສາມາດໄປພ້ອມດ້ວຍປະຈັກພະຍານຂອງຂ້າພະເຈົ້າທີ່ຍັງເຂັ້ມແຂງຢູ່.
ໃນການປະຕິບັດສາດສະໜາກິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຮຽນຮູ້ສິ່ງທີ່ສຳຄັນທີ່ສຸດແມ່ນຄວາມສຳພັນຂອງເຮົາກັບພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຮັກຂອງພຣະອົງ, ຄອບຄົວຂອງເຮົາ, ແລະ ເພື່ອນບ້ານຂອງເຮົາ, ແລະ ການອະນຸຍາດໃຫ້ພຣະວິນຍານຂອງພຣະຜູ້ເປັນເຈົ້າຊີ້ນຳເຮົາ ໃນຄວາມສຳພັນເຫລົ່ານັ້ນ ເພື່ອວ່າເຮົາຈະສາມາດເປັນພະຍານເຖິງສິ່ງທີ່ສຳຄັນທີ່ສຸດ ແລະ ຍືນຍົງດົນນານທີ່ສຸດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.