ໂຮຊັນນາ ແດ່ພຣະເຈົ້າຜູ້ສູງສຸດ
ການສະເດັດເຂົ້າໄປໃນນະຄອນເຢຣູຊາເລັມຢ່າງຜູ້ມີໄຊຂອງພຣະເຢຊູຄຣິດ ແລະ ເຫດການຕ່າງໆທີ່ໄດ້ເກີດຂຶ້ນໃນອາທິດຕໍ່ມາ ເປັນຕົວຢ່າງຂອງຄຳສອນທີ່ເຮົາສາມາດນຳມາໃຊ້ໃນຊີວິດຂອງເຮົາໃນປະຈຸບັນ.
ມື້ນີ້, ດັ່ງທີ່ໄດ້ກ່າວໄປແລ້ວ, ພວກເຮົາຮ່ວມກັບຊາວຄຣິດຕະຫລອດທົ່ວໂລກ ເພື່ອຖວາຍກຽດແດ່ພຣະເຢຊູຄຣິດໃນວັນອາທິດໃບຕານນີ້. ເກືອບ 2,000 ປີມາແລ້ວ, ທີ່ວັນອາທິດໃບຕານເປັນການເລີ່ມຕົ້ນອາທິດສຸດທ້າຍຂອງການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະເຢຊູຄຣິດ. ມັນຄືອາທິດທີ່ສຳຄັນທີ່ສຸດໃນປະຫວັດສາດຂອງມະນຸດຊາດ.
ສິ່ງທີ່ໄດ້ເລີ່ມຕົ້ນຈາກການປະກາດວ່າພຣະເຢຊູ ຄືພຣະເມຊີອາທີ່ຖືກສັນຍາໄວ້ໃນການເຂົ້າໄປໃນນະຄອນເຢຣູຊາເລັມຢ່າງຜູ້ມີໄຊຂອງພຣະອົງກໍໄດ້ປິດລົງດ້ວຍການຄຶງ ແລະ ການຟື້ນຄືນພຣະຊົນ.1 ໂດຍແບບແຜນແຫ່ງສະຫວັນ, ການເສຍສະລະຊົດໃຊ້ຂອງພຣະອົງໄດ້ສະຫລຸບການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງ, ເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະຢູ່ກັບພຣະບິດາເທິງສະຫວັນຂອງເຮົາຊົ່ວນິລັນດອນ.
ພຣະຄຳພີໄດ້ບອກກັບເຮົາວ່າອາທິດນັ້ນເລີ່ມຕົ້ນດ້ວຍຜູ້ຄົນຈຳນວນຫລວງຫລາຍຢືນຢູ່ປະຕູເມືອງເພື່ອມາເບິ່ງ “ພຣະເຢຊູຜູ້ທຳນາຍທີ່ມາຈາກເມືອງນາຊາເຣັດ ແຂວງຄາລີເລ.”2 ພວກເຂົາຈຶ່ງ “ພາກັນຖືກ້ານຕານ, ອອກໄປຕ້ອນຮັບພຣະອົງ, ທັງຮ້ອງໂຮຂຶ້ນວ່າ: ໂຮຊັນນາ: ຂໍພຣະເຈົ້າອວຍພອນທ່ານທີ່ມາໃນນາມຂອງອົງພຣະຜູ້ເປັນເຈົ້າ.”3
ເລື່ອງລາວໃນພຣະຄຳພີດົນນານມາແລ້ວນັ້ນໄດ້ເຕືອນຄວາມຊົງຈຳຂອງຂ້າພະເຈົ້າກ່ຽວກັບການປະຕິບັດວຽກງານມອບໝາຍຂອງສາດສະໜາຈັກໃນເມືອງທາໂຄຣາດີ, ປະເທດການາ. ດ້ວຍຄວາມປະຫລາດໃຈ, ຂ້າພະເຈົ້າໄດ້ຢູ່ທີ່ນັ້ນໃນມື້ວັນອາທິດໃບຕານ.
ຂ້າພະເຈົ້າໄປທີ່ນັ້ນເພື່ອແບ່ງສະເຕກ ທາໂຄຣາດີ ການາ ແລະ ສ້າງຕັ້ງສະເຕກ ເອັມພິນຊິນ ການາ. ປະຈຸບັນນີ້, ມີສະມາຊິກຂອງສາດສະໜາຈັກຫລາຍກວ່າ 100,000 ຄົນຢູ່ທີ່ປະເທດການາ.4 (ພວກເຮົາຂໍຕ້ອນຮັບກະສັດ ກາ ແມນສີ, ພະມະຫາກະສັດ ນີ ແທັກກີ ເທອີໂກ ຊູຣູ ທີສອງ ແຫ່ງອາກຣາ, ປະເທດການາ, ທີ່ໄດ້ມາຮ່ວມກັບພວກເຮົາໃນມື້ນີ້.) ການທີ່ໄດ້ພົບພໍ້ກັບໄພ່ພົນເຫລົ່ານີ້, ຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມຮັກທີ່ເລິກເຊິ່ງ ແລະ ການອຸທິດຕົນຂອງເຂົາເຈົ້າຕໍ່ພຣະຜູ້ເປັນເຈົ້າ. ຂ້າພະເຈົ້າໄດ້ສະແດງຄວາມຮັກອັນຍິ່ງໃຫຍ່ຕໍ່ເຂົາເຈົ້າ, ແລະ ວ່າປະທານຂອງສາດສະໜາຈັກກໍຮັກເຂົາເຈົ້າເຊັ່ນກັນ. ຂ້າພະເຈົ້າໄດ້ອ້າງເຖິງຄຳເວົ້າຂອງພຣະຜູ້ຊ່ວຍໃຫ້ລອດທີ່ໄດ້ຖືກບັນທຶກໄວ້ໂດຍໂຢຮັນວ່າ: “ຈົ່ງຮັກຊຶ່ງກັນແລະກັນ ເໝືອນດັ່ງເຮົາຮັກພວກເຈົ້າ.”5 ເຂົາເຈົ້າໄດ້ເອີ້ນມັນວ່າ “ກອງປະຊຸມຂ້ອຍຮັກເຈົ້າ.”6
ຂະນະທີ່ຂ້າພະເຈົ້າຫລຽວຂຶ້ນ ແລະ ລົງຕາມແຖວນັ່ງຂອງອ້າຍເອື້ອຍນ້ອງທີ່ຮັກ ແລະ ຄອບຄົວຂອງເຂົາເຈົ້າເຫລົ່ານັ້ນໃນຕຶກໂບດ, ຂ້າພະເຈົ້າກໍສາມາດເຫັນແສງແຫ່ງປະຈັກພະຍານ ແລະ ສັດທາໃນພຣະເຢຊູຄຣິດເທິງໃບໜ້າຂອງເຂົາເຈົ້າ. ຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມປາດຖະໜາຂອງເຂົາເຈົ້າທີ່ຈະຖືກນັບເຂົ້າເປັນສ່ວນໜຶ່ງຂອງສາດສະໜາຈັກອັນກວ້າງໄກຂອງພຣະອົງ. ແລະ ເມື່ອກຸ່ມນັກຮ້ອງປະສານສຽງຮ້ອງເພງ, ເຂົາເຈົ້າຮ້ອງເພງເໝືອນກັນກັບທູດສະຫວັນ.
ເຊັ່ນດຽວກັນກັບວັນອາທິດໃບຕານໃນສະໃໝບູຮານ, ຜູ້ຄົນເຫລົ່ານີ້ຄືສານຸສິດຂອງພຣະເຢຊູຄຣິດທີ່ໄດ້ເຕົ້າໂຮມກັນເພື່ອສັນລະເສີນພຣະອົງຄືກັນກັບຜູ້ຄົນເຫລົ່ານັ້ນຢູ່ທີ່ປະຕູນະຄອນເຢຣູຊາເລັມ, ຖືໃບຕານໄວ້ໃນມືຂອງພວກເຂົາ, ພ້ອມທັງຮ້ອງໂຮຂຶ້ນວ່າ, “ໂຮຊັນນາ … : ຂໍພຣະເຈົ້າອວຍພອນທ່ານທີ່ມາໃນນາມຂອງອົງພຣະຜູ້ເປັນເຈົ້າ.”7
ແມ່ນແຕ່ນັກບວດໃນໂບດໃກ້ຄຽງກໍຍັງນັບຖືວັນອາທິດໃບຕານ. ໃນຂະນະທີ່ຂ້າພະເຈົ້າກຳລັງກ່າວຢູ່ເທິງແທ່ນປາໄສ, ຂ້າພະເຈົ້າໄດ້ສັງເກດເຫັນຈາກນອກປ່ອງຢ້ຽມວ່າພວກເຂົາກຳລັງຍ່າງໄປຕາມຫົນທາງແກວ່ງໃບຕານໃນມືຂອງພວກເຂົາດ້ວຍຄວາມມ່ວນຊື່ນ, ເໝືອນກັບຜູ້ຄົນທີ່ຢູ່ໃນຮູບນີ້. ມັນເປັນພາບຕິດຕາທີ່ຂ້າພະເຈົ້າຈະບໍ່ມີວັນລືມ—ເຮົາທຸກຄົນໃນມື້ນັ້ນນະມັດສະການພຣະມະຫາກະສັດຂອງກະສັດທັງປວງ.
ປະທານຣະໂຊ ເອັມ ແນວສັນ ໄດ້ຕັກເຕືອນເຮົາໃຫ້ປະຕິບັດວັນອາທິດໃບຕານໃຫ້ເປັນວັນ “ທີ່ສັກສິດຢ່າງແທ້ຈິງໂດຍການລະນຶກເຖິງ, ບໍ່ແມ່ນແຕ່ໃບຕານທີ່ແກວ່ງໄປມາເພື່ອຖວາຍກຽດແກ່ການເຂົ້າໄປໃນນະຄອນເຢຣູຊາເລັມຂອງພຣະເຢຊູເທົ່ານັ້ນ, ແຕ່ໃຫ້ລະນຶກເຖິງຝາພຣະຫັດຂອງພຣະອົງ” ນຳດ້ວຍ. ຈາກນັ້ນປະທານແນວສັນໄດ້ອ້າງເຖິງເອຊາຢາ, ຜູ້ທີ່ກ່າວເຖິງຄຳສັນຍາຂອງພຣະຜູ້ຊ່ວຍໃຫ້ລອດ, “ເຮົາຈະບໍ່ມີວັນລືມໄລພວກເຈົ້າ,” ດ້ວຍຖ້ອຍຄຳເຫລົ່ານີ້: “ຈົ່ງເບິ່ງ, ເຮົາຈາລຶກເຈົ້າໄວ້ໃນຝາມືຂອງເຮົາ.”8
ພຣະຜູ້ເປັນເຈົ້າຮູ້ດ້ວຍຕົນເອງແລ້ວວ່າຄວາມເປັນມະຕະນັ້ນຍາກ. ບາດແຜຂອງພຣະອົງເຕືອນໃຫ້ເຮົາຮູ້ວ່າພຣະອົງ “ໄດ້ລົງຕ່ຳກວ່າທຸກສິ່ງ … ທັງໝົດ”9 ເພື່ອພຣະອົງຈະໄດ້ຊ່ວຍເຮົາໃນຍາມທີ່ເຮົາທຸກທໍລະມານ ແລະ ເປັນຕົວຢ່າງໃຫ້ເຮົາໃນການ “ຍຶດໝັ້ນຢູ່ໃນ,”10 ທາງຂອງພຣະອົງ, ເພື່ອ “ພຣະເຈົ້າຈະຢູ່ກັບ [ເຮົາ] ຕະຫລອດການ ແລະ ຕະຫລອດໄປ.”11
ວັນອາທິດໃບຕານບໍ່ແມ່ນເປັນພຽງແຕ່ເຫດການອີກຢ່າງໜຶ່ງ, ບໍ່ແມ່ນເປັນແຕ່ອີກໜ້າໜຶ່ງໃນປະຫວັດສາດທີ່ບົ່ງບອກວັນ, ເວລາ, ແລະ ສະຖານທີ່. ການສະເດັດເຂົ້າໄປໃນນະຄອນເຢຣູຊາເລັມຢ່າງຜູ້ມີໄຊຂອງພຣະເຢຊູຄຣິດ ແລະ ເຫດການຕ່າງໆທີ່ໄດ້ເກີດຂຶ້ນໃນອາທິດຕໍ່ມາ ເປັນຕົວຢ່າງຂອງຄຳສອນທີ່ເຮົາສາມາດນຳມາໃຊ້ໃນຊີວິດຂອງເຮົາໃນປະຈຸບັນ.
ຂໍໃຫ້ເຮົາເບິ່ງຄຳສອນນິລັນດອນບາງປະການທີ່ສານຕໍ່ຜ່ານທາງການປະຕິບັດສາດສະໜາກິດຂອງພຣະອົງທີ່ສິ້ນສຸດລົງໃນນະຄອນເຢຣູຊາເລັມ.
ຢ່າງທຳອິດແມ່ນ, ຄຳທຳນາຍ. ຍົກຕົວຢ່າງ, ໃນພຣະຄຳພີເດີມ ສາດສະດາເຊກາຣີຢາໄດ້ທຳນາຍເຖິງການສະເດັດເຂົ້າໄປໃນນະຄອນເຢຣູຊາເລັມຢ່າງຜູ້ມີໄຊຂອງພຣະເຢຊູຄຣິດ, ແມ່ນແຕ່ໄດ້ອະທິບາຍວ່າພຣະອົງຂີ່ໂຕລໍເຂົ້າໄປ.12 ພຣະເຢຊູໄດ້ບອກລ່ວງໜ້າເຖິງການຟື້ນຄືນພຣະຊົນຂອງພຣະອົງ ຂະນະທີ່ພຣະອົງກຽມເຂົ້າໄປໃນເມືອງ, ໂດຍກ່າວວ່າ:
“ຈົ່ງຟັງເຖີດ, ພວກເຮົາກຳລັງຂຶ້ນໄປຍັງນະຄອນເຢຣູຊາເລັມ; ບ່ອນທີ່ບຸດມະນຸດຈະຖືກມອບໄວ້ໃນກຳມືຂອງຫົວໜ້າປະໂລຫິດ ແລະ ພວກທຳມະຈານ, ພວກເຂົາຈະລົງໂທດເພິ່ນໃຫ້ເຖິງຕາຍ,
“ແລະ ຈະມອບເພິ່ນໃຫ້ກັບຄົນຕ່າງຊາດ ຄົນເຫລົ່ານີ້ຈະເຍາະເຍີ້ຍເພິ່ນ, ຈະຂ້ຽນຕີເພິ່ນ, ແລະ ຈະຄຶງເພິ່ນໄວ້ທີ່ໄມ້ກາງແຂນ: ແຕ່ໃນວັນຖ້ວນສາມ ເພິ່ນຈະເປັນຄືນມາຈາກຕາຍສູ່ຊີວິດ.”13
ຢ່າງທີສອງ, ຂອງປະທານແຫ່ງພຣະວິນຍານບໍລິສຸດ. ໂຈເຊັບ ສະມິດ ໄດ້ສິດສອນວ່າ, “ບໍ່ມີມະນຸດຄົນໃດສາມາດຮູ້ໄດ້ວ່າພຣະເຢຊູຄືພຣະຜູ້ເປັນເຈົ້າ, ແຕ່ໂດຍພຣະວິນຍານບໍລິສຸດເທົ່ານັ້ນ.”14 ພຣະຜູ້ຊ່ວຍໃຫ້ລອດໄດ້ສັນຍາໄວ້ກັບພວກສາວົກຂອງພຣະອົງ15 ໃນເຂົ້າແລງຄາບສຸດທ້າຍ16 ຢູ່ໃນຫ້ອງຊັ້ນເທິງວ່າ,17 “ເຮົາຈະບໍ່ປະຖິ້ມເຈົ້າທັງຫລາຍໄວ້ໃຫ້ເປັນກຳພ້າ.”18 ພວກເພິ່ນຈະບໍ່ໂດດດ່ຽວໃນການນຳຄວາມຈິງແຫ່ງພຣະກິດຕິຄຸນໄປທາງໜ້າ ແຕ່ຈະມີຂອງປະທານສູງສຸດແຫ່ງພຣະວິນຍານບໍລິສຸດນຳພາພວກເພິ່ນ. “ເຮົາມອບສັນຕິສຸກໄວ້ກັບພວກເຈົ້າ, ເປັນສັນຕິສຸກຂອງເຮົາ,” ພຣະອົງສັນຍາ; “ສັນຕິສຸກທີ່ເຮົາໃຫ້ນັ້ນ, ບໍ່ເໝືອນສັນຕິສຸກທີ່ໂລກໃຫ້.”19 ດ້ວຍຂອງປະທານແຫ່ງພຣະວິນຍານບໍລິສຸດ, ເຮົາກໍມີຄວາມໝັ້ນໃຈເຊັ່ນດຽວກັນ—ວ່າ “[ເຮົາ] ຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ”20 ແລະ “ໂດຍອຳນາດຂອງພຣະວິນຍານບໍລິສຸດ [ເຮົາ] ຈະຮູ້ຈັກຄວາມຈິງຂອງທຸກເລື່ອງ.”21
ຢ່າງທີສາມ, ການເປັນສານຸສິດ. ການເປັນສານຸສິດທີ່ແທ້ຈິງຄືຄວາມຕັ້ງໃຈທີ່ບໍ່ລົ້ມເຫລວ, ການເຊື່ອຟັງກົດແຫ່ງນິລັນດອນ, ແລະ ຄວາມຮັກຕໍ່ພຣະເຈົ້າ, ເປັນອັນດັບໜຶ່ງ ແລະ ສຳຄັນທີ່ສຸດ. ໂດຍບໍ່ຫວັ່ນໄຫວ. ຝູງຊົນທີ່ສັນລະເສີນດ້ວຍໃບຕານຍົກຍ້ອງພຣະອົງໃນຖານະພຣະເມຊີອາ. ພຣະອົງເປັນເຊັ່ນນັ້ນແທ້ໆ. ເຂົາເຈົ້າໄດ້ຖືກດຶງດູດໃຫ້ມາຫາພຣະອົງ, ຄວາມມະຫັດສະຈັນຂອງພຣະອົງ, ແລະ ການສິດສອນຂອງພຣະອົງ. ແຕ່ສຳລັບຫລາຍຄົນ ການຍົກຍ້ອງບໍ່ໝັ້ນຄົງ. ບາງຄົນທີ່ຮ້ອງໂຮກ່ອນໜ້ານີ້ວ່າ, “ໂຮຊັນນາ”22 ບໍ່ດົນກໍປ່ຽນມາຮ້ອງວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ.”23
ຢ່າງທີສີ່, ການຊົດໃຊ້ຂອງພຣະເຢຊູຄຣິດ24 ໃນວາລະສຸດທ້າຍຂອງພຣະອົງ, ຫລັງຈາກວັນອາທິດໃບຕານ, ພຣະອົງໄດ້ດຳເນີນການຊົດໃຊ້ທີ່ໜ້າອັດສະຈັນໃຈຂອງພຣະອົງ, ຈາກຄວາມທຸກທໍລະມານຢູ່ທີ່ເຄັດເຊມາເນໄປຈົນຮອດການເຍາະເຍີ້ຍລະຫວ່າງການພິຈາລະນາຄະດີຂອງພຣະອົງ, ການທໍລະມານຂອງພຣະອົງເທິງໄມ້ກາງແຂນ, ແລະ ການຝັງພຣະສົບຂອງພຣະອົງໃນອຸບມຸງທີ່ຢືມໃຊ້. ແຕ່ບໍ່ໄດ້ຢຸດຢູ່ພຽງເທົ່ານັ້ນ. ດ້ວຍຄວາມຍິ່ງໃຫຍ່ໃນຕຳແໜ່ງການເອີ້ນຂອງພຣະອົງ ໃນຖານະພຣະຜູ້ໄຖ່ຂອງລູກໆທຸກຄົນຂອງພຣະບິດາເທິງສະຫວັນຂອງພຣະອົງ, ສາມມື້ຕໍ່ມາ ພຣະອົງໄດ້ກ້າວອອກຈາກອຸບມຸງນັ້ນ, ຟື້ນຄືນພຣະຊົນ25 ດັ່ງທີ່ພຣະອົງໄດ້ທຳນາຍໄວ້.
ເຮົາມີຄວາມກະຕັນຍູຢູ່ສະເໝີສຳລັບການຊົດໃຊ້ທີ່ຫາອັນປຽບບໍ່ໄດ້ຂອງພຣະເຢຊູຄຣິດຫລືບໍ່? ເຮົາຮູ້ສຶກເຖິງພະລັງທີ່ຊຳລະໃຫ້ບໍລິສຸດຫລືບໍ່, ດຽວນີ້? ນັ້ນຄືເຫດຜົນທີ່ພຣະເຢຊູຄຣິດ, ຜູ້ຂຽນ ແລະ ຜູ້ສຳເລັດຄວາມລອດຂອງເຮົາ, ໄດ້ສະເດັດໄປທີ່ນະຄອນເຢຣູຊາເລັມເພື່ອຊ່ວຍເຮົາທຸກຄົນ. ຄຳເວົ້າເຫລົ່ານີ້ໃນແອວມາມີຄວາມສຳຄັນຫລືບໍ່: “ຖ້າຫາກພວກທ່ານເຄີຍປະສົບກັບການປ່ຽນແປງໃນໃຈ ແລະ ຖ້າຫາກພວກທ່ານຮູ້ສຶກຢາກຮ້ອງເພງສັນລະເສີນຄວາມຮັກທີ່ໄຖ່, ຂ້າພະເຈົ້າຈະຖາມວ່າ ພວກທ່ານສາມາດຮູ້ສຶກເຊັ່ນນັ້ນບໍໃນຂະນະນີ້?”26 ຂ້າພະເຈົ້າສາມາດກ່າວໄດ້ແທ້ໆວ່າ, ກຸ່ມນັກຮ້ອງປະສານສຽງໃນມື້ວັນອາທິດໃບຕານທີ່ທາໂຄຣາດີໄດ້ຮ້ອງເພງສັນລະເສີນຄວາມຮັກທີ່ໄຖ່.”
ໃນອາທິດໂຊກຊະຕາສຸດທ້າຍໃນການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງ, ພຣະເຢຊູຄຣິດໄດ້ກ່າວຄຳອຸປະມາເລື່ອງຍິງສາວບໍລິສຸດສິບຄົນ.27 ພຣະອົງກຳລັງສິດສອນເລື່ອງການສະເດັດກັບຄືນມາຂອງພຣະອົງໃຫ້ກັບຜູ້ທີ່ກຽມພ້ອມທີ່ຈະຮັບເອົາພຣະອົງ, ບໍ່ແມ່ນການມີໃບຕານຢູ່ໃນມືຂອງພວກເຂົາ ແຕ່ດ້ວຍຄວາມສະຫວ່າງແຫ່ງພຣະກິດຕິຄຸນໃນຕົວຂອງພວກເຂົາ. ພຣະອົງໄດ້ໃຊ້ຮູບພາບກະຕຽງທີ່ຈູດໄຟແລ້ວ ແລະ ໄໝ້ລຸກຂຶ້ນ, ດ້ວຍນ້ຳມັນທີ່ເພີ່ມປະກາຍແປວໄຟ, ດັ່ງຄຳອະທິບາຍຂອງຄວາມເຕັມໃຈໃນການດຳເນີນຊີວິດຕາມວິທີທາງຂອງພຣະອົງ, ຮັບເອົາຄວາມຈິງຂອງພຣະອົງ, ແລະ ແບ່ງປັນແສງສະຫວ່າງຂອງພຣະອົງ.
ທ່ານຮູ້ວ່າ ເລື່ອງລາວມັນເປັນຈັ່ງໃດ. ຍິງສາວບໍລິສຸດສິບຄົນນັ້ນຄືຕົວແທນຂອງສະມາຊິກຂອງສາດສະໜາຈັກ, ແລະ ເຈົ້າບ່າວນັ້ນຄືຕົວແທນຂອງພຣະເຢຊູຄຣິດ.
ຍິງສາວບໍລິສຸດສິບຄົນຖືໂຄມໄຟຂອງຕົນ “ອອກໄປຮັບເຈົ້າບ່າວ.”28 ຫ້າຄົນເປັນຄົນສະຫລາດ, ກຽມພ້ອມນ້ຳມັນໃນໂຄມໄຟຂອງພວກເຂົາ ແລະ ມີນ້ຳມັນສຳຮອງ, ແລະ ອີກຫ້າຄົນເປັນຄົນໂງ່, ໂຄມໄຟໄດ້ດັບລົງຍ້ອນບໍ່ມີນ້ຳມັນສຳຮອງ. ເມື່ອມີສຽງຮ້ອງອອກມາວ່າ, “ເຈົ້າບ່າວ, ມາແລ້ວ; ຈົ່ງອອກໄປຮັບເພິ່ນເຖີດ,”29 ຫ້າຄົນຜູ້ທີ່ເປັນຄົນ “ສະຫລາດ ແລະ [ໄດ້] ຮັບເອົາຄວາມຈິງ, ແລະ [ໄດ້] ຮັບເອົາພຣະວິນຍານສັກສິດເພື່ອນຳພາ,”30 ກຽມພ້ອມແລ້ວສຳລັບ “ກະສັດຂອງພວກເຂົາ ແລະ ເປັນຜູ້ໃຫ້ກົດຂອງພວກເຂົາ”31 ເພື່ອ “ລັດສະໝີພາບຂອງພຣະອົງ [ຈະ] ຢູ່ເທິງພວກເຂົາ.”32 ອີກຫ້າຄົນໄດ້ພະຍາຍາມຊອກຫານ້ຳມັນຢ່າງວຸ້ນວາຍ. ແຕ່ມັນກໍສາຍເກີນໄປແລ້ວ. ຂະບວນເຄື່ອນໄປທາງໜ້າໂດຍບໍ່ມີພວກເຂົາ. ເມື່ອພວກເຂົາເຄາະປະຕູ ແລະ ອ້ອນວອນເພື່ອຈະຂໍເຂົ້າໄປ, ພຣະຜູ້ເປັນເຈົ້າໄດ້ຕອບວ່າ, “ເຮົາບໍ່ຮູ້ຈັກພວກເຈົ້າ.”33
ເຮົາຈະຮູ້ສຶກແນວໃດຖ້າວ່າພຣະອົງກ່າວກັບເຮົາວ່າ, “ເຮົາບໍ່ຮູ້ຈັກພວກເຈົ້າ!”
ເຮົາ, ກໍເໝືອນກັນກັບຍິງສາວບໍລິສຸດສິບຄົນນັ້ນ, ມີໂຄມໄຟ, ແຕ່ເຮົາມີນ້ຳມັນຢູ່ບໍ? ຂ້າພະເຈົ້າຢ້ານວ່າຈະມີບາງຄົນທີ່ດຳເນີນໄປດ້ວຍການມີນ້ຳມັນຢູ່ພຽງແຕ່ເລັກນ້ອຍ, ຍັງຫຍຸ້ງວຸ້ນວາຍກັບການກົດດັນທາງໂລກຫລາຍກວ່າການກຽມພ້ອມຢ່າງເໝາະສົມ. ນ້ຳມັນໄດ້ມາຈາກການມີຄວາມເຊື່ອ ແລະ ປະຕິບັດຕາມຄຳທຳນາຍ ແລະ ຄຳເວົ້າຂອງສາດສະດາທີ່ມີຊີວິດຢູ່, ໂດຍສະເພາະປະທານແນວສັນ, ທີ່ປຶກສາຂອງເພິ່ນ, ແລະ ອັກຄະສາວົກສິບສອງ. ນ້ຳມັນຈະເຕີມຈິດວິນຍານຂອງເຮົາເມື່ອເຮົາໄດ້ຍິນ ແລະ ຮູ້ສຶກເຖິງພຣະວິນຍານບໍລິສຸດ ແລະ ປະຕິບັດຕາມການນຳພາຈາກສະຫວັນນັ້ນ. ນ້ຳມັນຈະເທລົງໃນໃຈຂອງເຮົາເມື່ອການເລືອກຂອງເຮົາສະແດງໃຫ້ເຫັນວ່າເຮົາຮັກພຣະຜູ້ເປັນເຈົ້າ ແລະ ເຮົາຮັກສິ່ງທີ່ພຣະອົງຊົງຮັກ. ນ້ຳມັນມາຈາກການກັບໃຈ ແລະ ສະແຫວງຫາການປິ່ນປົວຈາກການຊົດໃຊ້ຂອງພຣະເຢຊູຄຣິດ.
ຖ້າວ່າບາງຄົນໃນພວກທ່ານກຳລັງຊອກຫາການເຕີມເຕັມບາງສິ່ງທີ່ເອີ້ນວ່າ “ລາຍການທີ່ຢາກເຮັດກ່ອນຕາຍ,” ມັນແມ່ນສິ່ງນີ້: ໃຫ້ເຕີມນ້ຳມັນໃສ່ໃນລາຍການຂອງທ່ານໃນຮູບແບບນ້ຳທີ່ປະກອບດ້ວຍຊີວິດຂອງພຣະເຢຊູຄຣິດ,34 ຊຶ່ງຄືຕົວແທນຂອງພຣະຊົນຊີບ ແລະ ຄຳສອນຂອງພຣະອົງ. ກົງກັນຂ້າມ, ການໃຫ້ຄວາມສົນໃຈສະຖານທີ່ຫ່າງໄກ ຫລື ເຫດການທີ່ຕື່ນຕາຕື່ນໃຈຈະບໍ່ຊ່ວຍເຮັດໃຫ້ຈິດວິນຍານຂອງທ່ານຫາຍດີ ຫລື ເພິ່ງພໍໃຈ; ແຕ່ການດຳລົງຊີວິດຕາມຄຳສອນທີ່ສິດສອນໂດຍພຣະເຢຊູຄຣິດຈະຊ່ວຍໄດ້. ຂ້າພະເຈົ້າໄດ້ກ່າວຕົວຢ່າງກ່ອນໜ້ານີ້ມາແລ້ວວ່າ: ຈົ່ງຍອມຮັບຄຳທຳນາຍ ແລະ ຄຳສອນຂອງສາດສະດາ, ປະຕິບັດຕາມການກະຕຸ້ນຂອງພຣະວິນຍານບໍລິສຸດ, ກາຍເປັນສານຸສິດທີ່ແທ້ຈິງ, ແລະ ສະແຫວງຫາອຳນາດແຫ່ງການປິ່ນປົວຂອງການຊົດໃຊ້ຂອງພຣະຜູ້ເປັນເຈົ້າຂອງເຮົາ. ລາຍການທີ່ຢາກເຮັດກ່ອນຕາຍນັ້ນຈະນຳທ່ານໄປຫາບ່ອນທີ່ທ່ານປາດຖະໜາທີ່ຈະໄປ—ກັບໄປຫາພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງທ່ານ.
ວັນອາທິດໃບຕານມື້ນັ້ນທີ່ທາໂຄຣາດີເປັນປະສົບການທີ່ພິເສດຫລາຍສຳລັບຂ້າພະເຈົ້າ ເພາະວ່າຂ້າພະເຈົ້າໄດ້ແບ່ງປັນໃຫ້ອ້າຍເອື້ອຍນ້ອງທີ່ຊື່ສັດໃນບ່ອນຊຸມນຸມ. ສະນັ້ນຂ່າວສານນີ້ຈຶ່ງໄປຍັງທະວີບຕ່າງໆ ແລະ ໝູ່ເກາະຕ່າງໆຕະຫລອດທົ່ວໂລກ. ຫົວໃຈ ແລະ ຈິດວິນຍານຂອງຂ້າພະເຈົ້າ, ກໍເປັນເໝືອນກັນກັບທ່ານ, ຢາກຮ້ອງໂຮອອກມາວ່າ, “ໂຮຊັນນາ ແດ່ອົງພຣະເຈົ້າສູງສຸດ.”35
ເຖິງແມ່ນວ່າມື້ນີ້ເຮົາບໍ່ໄດ້ຢືນຢູ່ທີ່ປະຕູນະຄອນເຢຣູຊາເລັມພ້ອມກັບມີໃບຕານໃນມືຂອງເຮົາ, ເວລາຈະມາເຖິງ, ດັ່ງທີ່ໄດ້ຖືກທຳນາຍໄວ້ໃນພຣະນິມິດ, “ປະຊາຊົນຫລວງຫລາຍ, ຈົນນັບບໍ່ຖ້ວນ, ພວກເຫລົ່ານີ້ມາຈາກທຸກປະເທດ, ທຸກເຜົ່າ, ທຸກຊົນຊາດ, ທຸກພາສາ, [ຈະຢືນຢູ່] ຕໍ່ໜ້າບັນລັງ, ແລະ ຊ້ອງໜ້າພຣະເມສານ້ອຍ, ນຸ່ງເສື້ອຄຸມສີຂາວ, ຖືກ້ານຕານ.”36
ຂ້າພະເຈົ້າຂໍມອບພອນໃຫ້ກັບທ່ານ ໃນຖານະທີ່ເປັນອັກຄະສາວົກຄົນໜຶ່ງຂອງພຣະເຢຊູຄຣິດ ວ່າທ່ານຈະພະຍາຍາມຢ່າງພາກພຽນໃນການດຳລົງຊີວິດຢ່າງຊອບທຳ ແລະ ຢູ່ໃນທ່າມກາງຜູ້ຄົນທີ່, ຖືໃບຕານໃນມືຂອງພວກເຂົາ, ຈະປະກາດພຣະບຸດຂອງພຣະເຈົ້າ, ພຣະຜູ້ໄຖ່ທີ່ຍິ່ງໃຫຍ່ຂອງເຮົາທຸກຄົນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.