ການເກັບກ່ຽວທີ່ບໍ່ສົມບູນແບບ
ພຣະຜູ້ຊ່ວຍໃຫ້ລອດຢືນກຽມພ້ອມທີ່ຈະຮັບເອົາເຄື່ອງຖວາຍທີ່ຕໍ່າຕ້ອຍຂອງເຮົາ ແລະ ເຮັດໃຫ້ມັນສົມບູນແບບຜ່ານທາງພຣະຄຸນຂອງພຣະອົງ. ກັບພຣະຄຣິດແລ້ວ, ບໍ່ມີການເກັບກ່ຽວທີ່ບໍ່ສົມບູນແບບ.
ຕອນທີ່ເປັນຊາຍໜຸ່ມ, ຂ້າພະເຈົ້າໄດ້ຮຽນຮູ້ທີ່ຈະຮັກການປ່ຽນແປງອັນອະລັງການໃນລະດູການຕ່າງໆຂອງປີໃນພາກຕາເວັນຕົກສຽງໃຕ້ຂອງລັດມອນທານາ, ບ່ອນທີ່ຂ້າພະເຈົ້າໄດ້ເຕີບໃຫຍ່ຂຶ້ນ. ລະດູທີ່ຂ້າພະເຈົ້າມັກທີ່ສຸດແມ່ນລະດູໃບໄມ້ຫລົ່ນ—ຊຶ່ງເປັນເວລາຂອງການເກັບກ່ຽວ. ຄອບຄົວຂອງພວກເຮົາໄດ້ຫວັງ ແລະ ອ້ອນວອນອະທິຖານວ່າ ການເຮັດວຽກໜັກເປັນເດືອນໆຂອງພວກເຮົາຈະໄດ້ຮັບຜົນຕອບແທນດ້ວຍການເກັບກ່ຽວທີ່ອຸດົມສົມບູນ. ພໍ່ແມ່ຂອງຂ້າພະເຈົ້າເປັນຫ່ວງກ່ຽວກັບດິນຟ້າອາກາດ, ສຸຂະພາບຂອງສັດ ແລະ ພືດພັນ, ແລະ ຫລາຍໆຢ່າງທີ່ພວກເພິ່ນຄວບຄຸມບໍ່ໄດ້ຫລາຍ.
ເມື່ອຂ້າພະເຈົ້າເຕີບໃຫຍ່ຂຶ້ນ, ຂ້າພະເຈົ້າກໍຮູ້ເຖິງຄວາມຮີບດ່ວນທີ່ກ່ຽວຂ້ອງຫລາຍຍິ່ງຂຶ້ນ. ຊີວິດການເປັນຢູ່ຂອງພວກເຮົາຂຶ້ນຢູ່ກັບການເກັບກ່ຽວ. ພໍ່ຂອງຂ້າພະເຈົ້າໄດ້ສອນຂ້າພະເຈົ້າກ່ຽວກັບອຸປະກອນທີ່ພວກເຮົາໃຊ້ເກັບກ່ຽວເຂົ້າ. ຂ້າພະເຈົ້າໄດ້ເບິ່ງຂະນະທີ່ເພິ່ນຍ້າຍເຄື່ອງຈັກໄປໃນທົ່ງ, ຕັດເຂົ້າແຖວນ້ອຍໜຶ່ງ, ແລ້ວກວດເບິ່ງທາງຫລັງລົດກ່ຽວເຂົ້າ ເພື່ອໃຫ້ແນ່ໃຈວ່າ ເມັດເຂົ້າໄດ້ຕົກລົງໄປໃນຖັງຮອງຮັບຫລາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ແລະ ບໍ່ໄດ້ຖືກໂຍນຖິ້ມໄປພ້ອມກັບຂີ້ແກບ. ເພິ່ນໄດ້ເຮັດກິດຈະວັດນີ້ຊໍ້າໆຫລາຍເທື່ອ, ໂດຍທີ່ປັບຄ່າຕັ້ງເຄື່ອງຈັກແຕ່ລະເທື່ອ. ຂ້າພະເຈົ້າໄດ້ແລ່ນຂ້າງໆ ແລະ ໄດ້ງົມຂີ້ແກບກັບເພິ່ນ ແລະ ທຳທ່າວ່າຂ້າພະເຈົ້າຮູ້ວ່າຂ້າພະເຈົ້າກຳລັງເຮັດຫຍັງ.
ຫລັງຈາກທີ່ເພິ່ນພໍໃຈກັບການຕັ້ງຄ່າຂອງເຄື່ອງຈັກແລ້ວ, ຂ້າພະເຈົ້າໄດ້ພົບເມັດເຂົ້າບາງສ່ວນປົນຢູ່ໃນຂີ້ແກບຢູ່ເທິງພື້ນດິນ ແລະ ເອົາມັນໄປໃຫ້ພໍ່ຂອງຂ້າພະເຈົ້າເບິ່ງດ້ວຍສາຍຕາທີ່ກັງວົນ. ຂ້າພະເຈົ້າຈະບໍ່ລືມສິ່ງທີ່ພໍ່ຂອງຂ້າພະເຈົ້າເວົ້າກັບຂ້າພະເຈົ້າ: “ມັນດີພໍແລ້ວ ແລະ ດີທີ່ສຸດເທົ່າທີ່ເຄື່ອງຈັກນີ້ຈະເຮັດໄດ້ແລ້ວ.” ໂດຍບໍ່ຄ່ອຍພໍໃຈກັບຄຳອະທິບາຍຂອງເພິ່ນປານໃດ, ຂ້າພະເຈົ້າໄດ້ໄຕ່ຕອງກ່ຽວກັບຄວາມບໍ່ສົມບູນແບບຂອງການເກັບກ່ຽວ.
ຕໍ່ມາບໍ່ດົນ, ເມື່ອອາກາດເລີ່ມໜາວໃນຕອນແລງ, ຂ້າພະເຈົ້າໄດ້ເບິ່ງຫົງ, ຫ່ານ, ແລະ ເປັດເປັນພັນໆໂຕທີ່ກຳລັງຍ້າຍຖິ່ນ ລົງມາຢູ່ທົ່ງ ເພື່ອບຳລຸງລ້ຽງຕົນເອງເພື່ອການເດີນທາງໄກໄປໃຕ້. ພວກມັນໄດ້ກິນເມັດເຂົ້າທີ່ເຫລືອຈາກການເກັບກ່ຽວທີ່ບໍ່ສົມບູນແບບຂອງພວກເຮົາ. ພຣະເຈົ້າໄດ້ເຮັດໃຫ້ມັນສົມບູນແບບແລ້ວ. ແລະ ແມ່ນແຕ່ເມັດເຂົ້າໜຶ່ງເມັດກໍບໍ່ເສຍໄປ.
ນີ້ມັກຈະເປັນການລໍ້ລວງໜຶ່ງໃນໂລກຂອງພວກເຮົາ ແລະ ແມ່ນແຕ່ພາຍໃນວັດທະນະທຳຂອງສາດສະໜາຈັກໃນການໝົກໝຸ້ນຢູ່ກັບຄວາມສົມບູນແບບ. ສື່ສັງຄົມອອນລາຍ, ຄວາມຄາດຫວັງທີ່ບໍ່ສົມຈິງ, ແລະ ການວິຈານຕົວເອງຂອງເຮົາ ມັກຈະສ້າງຄວາມຮູ້ສຶກຂອງຄວາມບໍ່ພໍຢູ່ເລື້ອຍໆ—ວ່າພວກເຮົາບໍ່ດີພໍ ແລະ ຈະບໍ່ມີວັນດີພໍ. ບາງຄົນເຂົ້າໃຈຜິດແມ່ນແຕ່ຄຳເຊີນຂອງພຣະຜູ້ຊ່ວຍໃຫ້ລອດໃຫ້ “ເຈົ້າທັງຫລາຍຕ້ອງເປັນຄົນດີທີ່ສຸດ.”1
ໃຫ້ຈື່ໄວ້ວ່າ ສົມບູນແບບນິຍົມ ບໍ່ຄືກັນກັບການຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະຄຣິດ.2 ສົມບູນແບບນິຍົມ ຮຽກຮ້ອງໃຫ້ມີມາດຕະຖານທີ່ເປັນໄປບໍ່ໄດ້, ທີ່ລົງໂທດຕົວເອງ ຊຶ່ງປຽບທຽບຕົວເຮົາໃສ່ກັບຜູ້ອື່ນ. ສິ່ງນີ້ກໍ່ໃຫ້ເກີດຄວາມຮູ້ສຶກຜິດ ແລະ ຄວາມວິຕົກກັງວົນ ແລະ ສາມາດເຮັດໃຫ້ເຮົາຢາກຖອນຕົວ ແລະ ແຍກຕົວອອກຈາກຄົນອື່ນ.
ການຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະຄຣິດແມ່ນອີກເລື່ອງໜຶ່ງ. ມັນເປັນຂະບວນການ—ທີ່ໄດ້ຮັບການນຳພາໂດຍພຣະວິນຍານບໍລິສຸດ—ຂອງການກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດ. ມາດຕະຖານໄດ້ຖືກຕັ້ງຂຶ້ນໂດຍພຣະບິດາເທິງສະຫວັນ ຜູ້ຊົງເມດຕາ ແລະ ຮູ້ທຸກສິ່ງ ແລະ ໄດ້ຖືກກຳນົດໄວ້ຢ່າງຊັດເຈນໃນພັນທະສັນຍາຕ່າງໆທີ່ພວກເຮົາໄດ້ຮັບເຊີນໃຫ້ຍອມຮັບເອົາ. ມັນຊ່ວຍບັນເທົາພາລະແຫ່ງຄວາມຮູ້ສຶກຜິດ ແລະ ຄວາມບໍ່ພໍ, ໂດຍເນັ້ນໃສ່ສະເໝີ ເຖິງຜູ້ທີ່ເຮົາເປັນໃນສາຍພຣະເນດຂອງພຣະເຈົ້າ. ຂະນະທີ່ຂະບວນການນີ້ຍົກເຮົາຂຶ້ນ ແລະ ຜັກດັນໃຫ້ເຮົາກາຍເປັນຄົນທີ່ດີກວ່າເກົ່າ, ເຮົາໄດ້ຖືກວັດແທກໂດຍການອຸທິດສ່ວນຕົວຂອງເຮົາແກ່ພຣະເຈົ້າ ທີ່ເຮົາສະແດງໃຫ້ປະຈັກໃນຄວາມພະຍາຍາມຂອງເຮົາທີ່ຈະຕິດຕາມພຣະອົງໃນສັດທາ. ເມື່ອເຮົາຍອມຮັບຄຳເຊີນຂອງພຣະຜູ້ຊ່ວຍໃຫ້ລອດໃຫ້ເຂົ້າມາຫາພຣະອົງ, ເຮົາຈະຮູ້ຈັກໃນໄວໆວ່າ ການເຮັດໃຫ້ດີທີ່ສຸດຂອງເຮົານັ້ນດີພໍ ແລະ ວ່າພຣະຄຸນຂອງພຣະຜູ້ຊ່ວຍໃຫ້ລອດທີ່ມີຄວາມຮັກ ຈະຕື່ມໃສ່ສ່ວນທີ່ເຫລືອໃນວິທີທີ່ເຮົາບໍ່ສາມາດຈິນຕະນາການໄດ້.
ເຮົາສາມາດເຫັນຫລັກທຳນີ້ມີຜົນ ເມື່ອພຣະຜູ້ຊ່ວຍໃຫ້ລອດລ້ຽງອາຫານຄົນຫ້າພັນຄົນ.
“ພຣະເຢຊູຫລຽວໄປເຫັນປະຊາຊົນໝູ່ໃຫຍ່ກຳລັງມາຫາພຣະອົງ, ພຣະອົງເວົ້າຕໍ່ຟີລິບວ່າ, ພວກເຮົາຈະຊື້ອາຫານຢູ່ໃສໃຫ້ຄົນເຫລົ່ານີ້ກິນ? …
“ຟີລິບຕອບພຣະອົງວ່າ, ແມ່ນແຕ່ເງິນສອງຮ້ອຍຫລຽນ ຊື້ອາຫານໃຫ້ຄົນເຫລົ່ານີ້ກິນຜູ້ລະໜ້ອຍກໍຍັງບໍ່ພໍ.
“ສາວົກຄົນໜຶ່ງຊື່ວ່າ ອັນເດອາ ຜູ້ທີ່ເປັນນ້ອງຊາຍຂອງຊີໂມນເປໂຕເວົ້າວ່າ,
“ຢູ່ທີ່ນີ້ມີເດັກນ້ອຍຄົນໜຶ່ງ ທີ່ມີເຂົ້າຈີ່ຫ້າກ້ອນເຮັດດ້ວຍແປ້ງເຂົ້າຝ້າງ ແລະ ປາສອງໂຕ, ແຕ່ຈະບໍ່ພໍສຳລັບຄົນເຫລົ່ານີ້ທັງໝົດດອກ.”3
ທ່ານເຄີຍສົງໄສບໍວ່າ ພຣະຜູ້ຊ່ວຍໃຫ້ລອດໜ້າຈະຮູ້ສຶກແນວໃດກ່ຽວກັບເດັກຊາຍຜູ້ນີ້, ຜູ້ທີ່ມີສັດທາຂອງເດັກນ້ອຍ ຊຶ່ງໄດ້ຖວາຍສິ່ງທີ່ລາວຮູ້ວ່າມັນບໍ່ພໍຢ່າງໜັກ ເມື່ອປະເຊີນກັບສະຖານະການໃນຕອນນັ້ນ?
“ພຣະເຢຊູຊົງຈັບເອົາເຂົ້າຈີ່ຂຶ້ນມາ ເມື່ອໂມທະນາຂອບພຣະຄຸນພຣະເຈົ້າແລ້ວ ຈຶ່ງໃຫ້ສາວົກແຈກຢາຍແກ່ຄົນທີ່ນັ່ງໃນທີ່ນັ້ນ ສ່ວນປາ ພຣະອົງໄດ້ເຮັດຢ່າງດຽວກັນ ໄດ້ແຈກຕາມທີ່ພວກເຂົາຕ້ອງການ.
“ເມື່ອທຸກຄົນກິນອີ່ມແລ້ວ ພຣະອົງໄດ້ບອກພວກສາວົກຂອງພຣະອົງວ່າ, ຈົ່ງເກັບເອົາຈຳນວນທີ່ເຫລືອນັ້ນ ຢ່າໃຫ້ມີອັນໃດເສຍໄປ.”4
ພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດໃຫ້ເຄື່ອງຖວາຍທີ່ຕໍ່າຕ້ອຍສົມບູນແບບ.
ຫລັງຈາກປະສົບການນີ້ບໍ່ດົນ, ພຣະເຢຊູໄດ້ສົ່ງບັນດາສາວົກຂອງພຣະອົງຂຶ້ນເຮືອ. ໃນບໍ່ຊ້າ ພວກເພິ່ນໄດ້ພົບຕົນເອງຢູ່ໃນທະເລທີ່ມີພະຍຸແຮງໃນຕອນກາງຄືນ. ພວກເພິ່ນເລີ່ມຢ້ານເມື່ອພວກເພິ່ນເຫັນຮູບຮ່າງຄືຜີກຳລັງຍ່າງມາຫາພວກເພິ່ນເທິງນໍ້າ.
“ແຕ່ພຣະເຢຊູກ່າວໂດຍທັນທີ ຈົ່ງດີໃຈເຖີດ ແມ່ນເຮົາເອງຢ່າສູ່ຢ້ານ.
“ແລ້ວເປໂຕກໍເວົ້າຂຶ້ນວ່າ, ພຣະອົງເຈົ້າເອີຍ, ຖ້າແມ່ນທ່ານແທ້ ໂຜດສັ່ງໃຫ້ຂ້ານ້ອຍຍ່າງເທິງໜ້ານໍ້າໄປຫາທ່ານແດ່ທ້ອນ.
“ພຣະເຢຊູຕອບວ່າ, ມາແມ. ດັ່ງນັ້ນ ເປໂຕຈຶ່ງອອກຈາກເຮືອຍ່າງເທິງໜ້ານໍ້າໄປຫາພຣະເຢຊູ.
“ແຕ່ເມື່ອເປໂຕເຫັນລົມພັດມາແຮງກໍຢ້ານ ແລະ ກຳລັງຈະຈົມລົງ ລາວຈຶ່ງຮ້ອງຂຶ້ນວ່າ, ພຣະອົງເຈົ້າເອີຍ ຊ່ວຍຂ້ານ້ອຍແດ່ທ້ອນ.
“ໃນທັນໃດນັ້ນ ພຣະເຢຊູກໍເດ່ມືອອກໄປຈັບລາວໄວ້ ແລ້ວກ່າວວ່າ, ໂອ້ ຜູ້ມີຄວາມເຊື່ອໜ້ອຍເອີຍ ເປັນຫຍັງຈຶ່ງສົງໄສ?”5
ອ້າຍເອື້ອຍນ້ອງທັງຫລາຍ, ນັ້ນບໍ່ໜ້າຈະແມ່ນຈຸດຈົບຂອງບົດສົນທະນາ. ຂ້າພະເຈົ້າເຊື່ອວ່າ ຂະນະທີ່ເປໂຕ ແລະ ພຣະຜູ້ຊ່ວຍໃຫ້ລອດຍ່າງເກາະແຂນກັບຄືນໄປເຮືອນັ້ນ, ເປໂຕກໍປຽກໂຊກ ແລະ ບາງທີອາດຈະຮູ້ສຶກໂງ່ເຂົາຫລາຍ, ພຣະຜູ້ຊ່ວຍໃຫ້ລອດອາດເວົ້າບາງຢ່າງເຊັ່ນນີ້: “ໂອ, ເປໂຕເອີຍ, ຢ່າສູ່ຢ້ານ ແລະ ຢ່າສູ່ກັງວົນ. ຖ້າເຈົ້າສາມາດເຫັນຕົວເຈົ້າເອງດັ່ງທີ່ເຮົາເຫັນເຈົ້າ, ຄວາມສົງໄສຂອງເຈົ້າກໍຈະຈາງຫາຍໄປ ແລະ ສັດທາຂອງເຈົ້າກໍຈະເພີ່ມຂຶ້ນ. ເຮົາຮັກເຈົ້າ, ເປໂຕເອີຍ, ເຈົ້າໄດ້ອອກມາຈາກເຮືອ. ເຄື່ອງຖວາຍຂອງເຈົ້າເປັນທີ່ຍອມຮັບ, ແລະ ເຖິງແມ່ນວ່າເຈົ້າເສຍຫລັກ, ເຮົາກໍຈະຢູ່ທີ່ນັ້ນສະເໝີເພື່ອຍົກເຈົ້າຂຶ້ນຈາກຄວາມເລິກ, ແລະ ເຄື່ອງຖວາຍຂອງເຈົ້າກໍຈະຖືກເຮັດໃຫ້ສົມບູນແບບ.”
ແອວເດີ ດີເດີ ແອັຟ ອຸກດອບ ໄດ້ສິດສອນວ່າ:
“ຂ້າພະເຈົ້າເຊື່ອວ່າ ພຣະຜູ້ຊ່ວຍໃຫ້ລອດພຣະເຢຊູຄຣິດຈະຢາກໃຫ້ທ່ານເຫັນ, ຮູ້ສຶກ, ແລະ ຮູ້ວ່າ ພຣະອົງເປັນຄວາມເຂັ້ມແຂງຂອງທ່ານ. ດ້ວຍຄວາມຊ່ວຍເຫລືອຈາກພຣະອົງ, ມັນບໍ່ມີຂອບເຂດໃນສິ່ງທີ່ທ່ານສາມາດເຮັດໄດ້. ວ່າສັກກະຍະພາບຂອງທ່ານບໍ່ມີຂອບເຂດ. ພຣະອົງຈະຢາກໃຫ້ທ່ານເຫັນຕົວເອງໃນທາງທີ່ພຣະອົງເຫັນທ່ານ. ແລະ ນັ້ນແຕກຕ່າງຫລາຍຈາກວິທີທີ່ໂລກເຫັນທ່ານ. …
“ພຣະອົງໄດ້ປະທານພະລັງໃຫ້ແກ່ຄົນອ່ອນເພຍ; ແລະ ແກ່ຜູ້ທີ່ບໍ່ມີກຳລັງ, ພຣະອົງຈະເພີ່ມຄວາມເຂັ້ມແຂງໃຫ້.”6
ເຮົາຕ້ອງຈື່ໄວ້ວ່າ ບໍ່ວ່າເຄື່ອງຖວາຍຂອງເຮົາທີ່ດີທີ່ສຸດ ແຕ່ບໍ່ສົມບູນແບບ ຈະເປັນຫຍັງກໍຕາມ, ພຣະຜູ້ຊ່ວຍໃຫ້ລອດສາມາດເຮັດໃຫ້ມັນສົມບູນແບບໄດ້. ບໍ່ວ່າຄວາມພະຍາຍາມຂອງເຮົາຈະເບິ່ງຄືວ່າເລັກນ້ອຍພຽງໃດກໍຕາມ, ເຮົາຕ້ອງບໍ່ມີວັນປະໝາດອຳນາດຂອງພຣະຜູ້ຊ່ວຍໃຫ້ລອດ. ຖ້ອຍຄຳທີ່ລຽບງ່າຍຂອງຄວາມເມດຕາ, ການຢ້ຽມຢາມທີ່ສັ້ນໆ ແຕ່ຈິງໃຈ, ຫລື ບົດຮຽນຊັ້ນປະຖົມໄວທີ່ສິດສອນດ້ວຍຄວາມຮັກ ສາມາດໃຫ້ການປອບໂຍນ, ເຮັດໃຫ້ໃຈອ່ອນລົງ, ແລະ ປ່ຽນຊີວິດນິລັນດອນໄດ້ ດ້ວຍຄວາມຊ່ວຍເຫລືອຈາກພຣະຜູ້ຊ່ວຍໃຫ້ລອດ. ຄວາມພະຍາຍາມທີ່ຊຸ້ມຊ້າມຂອງເຮົາ ສາມາດນຳໄປສູ່ການອັດສະຈັນ, ແລະ ໃນຂະບວນການນີ້, ເຮົາຈະສາມາດເຂົ້າຮ່ວມໃນການເກັບກ່ຽວທີ່ສົມບູນແບບໄດ້.
ເຮົາມັກຈະຕົກຢູ່ໃນສະຖານະການທີ່ເຮັດໃຫ້ເຮົາຢືດຂີດຈຳກັດເລື້ອຍໆ. ເຮົາອາດຮູ້ສຶກບໍ່ມີກະຈິດກະໃຈສົມກັບງານ. ເຮົາອາດເບິ່ງຜູ້ທີ່ເຮົາຮັບໃຊ້ນຳກັນ ແລະ ຮູ້ສຶກວ່າ ເຮົາຈະບໍ່ມີວັນທຽບເທົ່າເຂົາ. ອ້າຍເອື້ອຍນ້ອງທັງຫລາຍ, ຖ້າທ່ານຮູ້ສຶກເຊັ່ນນີ້, ຂໍໃຫ້ເບິ່ງຊາຍ ແລະ ຍິງທີ່ພິເສດທີ່ນັ່ງຢູ່ທາງຫລັງຂ້າພະເຈົ້າ ຜູ້ທີ່ຂ້າພະເຈົ້າຮັບໃຊ້ນຳ.
ຂ້າພະເຈົ້າຮູ້ສຶກເຖິງຄວາມເຈັບປວດຂອງທ່ານ.
ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ສົມບູນແບບນິຍົມບໍ່ຄືກັນກັບການຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະຄຣິດສັນໃດ, ການປຽບທຽບຕົວເອງກໍບໍ່ແມ່ນການເອົາແບບຢ່າງສັນນັ້ນ. ເມື່ອເຮົາປຽບທຽບຕົວເອງກັບຄົນອື່ນ, ມັນຈະມີຜົນໄດ້ຮັບແຕ່ສອງຢ່າງເທົ່ານັ້ນ. ເຮົາຈະເຫັນຕົວເອງດີກວ່າຄົນອື່ນ ແລະ ເລີ່ມຕັດສິນ ແລະ ວິພາກວິຈານພວກເຂົາ, ຫລື ເຮົາຈະເຫັນຕົວເອງດ້ອຍກວ່າຄົນອື່ນ ແລະ ເລີ່ມກັງວົນ, ວິຈານຕົວເອງ, ແລະ ທໍ້ໃຈ. ການປຽບທຽບຕົວເອງກັບຄົນອື່ນ ບໍ່ຄ່ອຍເກີດຜົນ, ບໍ່ຍົກລະດັບຈິດໃຈ, ແລະ ບາງເທື່ອກໍໜ້າຫົດຫູ່ໃຈແທ້ໆ. ແທ້ຈິງແລ້ວ, ການປຽບທຽບເຫລົ່ານີ້ສາມາດເປັນການທຳລາຍທາງຈິດວິນຍານ, ໂດຍຂັດຂວາງບໍ່ໃຫ້ເຮົາຮັບການຊ່ວຍເຫລືອທາງວິນຍານທີ່ເຮົາຕ້ອງການ. ກົງກັນຂ້າມ, ການເອົາແບບຢ່າງຜູ້ທີ່ເຮົາເຄົາລົບ ຜູ້ທີ່ສະແດງຄຸນລັກສະນະທີ່ເປັນເໝືອນດັ່ງພຣະຄຣິດ ສາມາດເປັນການຊີ້ນຳ ແລະ ຍົກລະດັບຈິດໃຈ ແລະ ສາມາດຊ່ວຍໃຫ້ເຮົາກາຍເປັນສານຸສິດທີ່ດີກວ່າເກົ່າຂອງພຣະເຢຊູຄຣິດໄດ້.
ພຣະຜູ້ຊ່ວຍໃຫ້ລອດໄດ້ມອບແບບຢ່າງໃຫ້ເຮົາເຮັດຕາມ ຂະນະທີ່ພຣະອົງເອົາແບບຢ່າງພຣະບິດາ. ພຣະອົງໄດ້ສັ່ງສອນຟີລິບ ສານຸສິດຂອງພຣະອົງວ່າ: “ຟີລິບເອີຍ ເຮົາໄດ້ຢູ່ກັບພວກເຈົ້າຕັ້ງດົນນານ ແລະ ເຈົ້າຍັງບໍ່ຮູ້ຈັກເຮົາບໍ? ຜູ້ທີ່ໄດ້ເຫັນເຮົາ ກໍໄດ້ເຫັນພຣະບິດາ ເປັນຫຍັງເຈົ້າຈຶ່ງເວົ້າວ່າ, ໂຜດໃຫ້ພວກຂ້ານ້ອຍໄດ້ເຫັນພຣະບິດາແດ່ທ້ອນ?”7
ແລ້ວພຣະອົງກໍໄດ້ສິດສອນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກທີ່ເຊື່ອໃນເຮົາ ກໍຈະເຮັດກິດຈະການທີ່ເຮົາເຮັດຢູ່ນັ້ນເໝືອນກັນ.”8
ບໍ່ວ່າຄວາມພະຍາຍາມຂອງເຮົາຈະເບິ່ງຄືວ່າເລັກນ້ອຍພຽງໃດກໍຕາມ, ຖ້າເຮົາຈິງໃຈ, ພຣະຜູ້ຊ່ວຍໃຫ້ລອດຈະໃຊ້ເຮົາໃຫ້ເຮັດວຽກງານຂອງພຣະອົງໃຫ້ສຳເລັດ. ຖ້າເຮົາພຽງແຕ່ເຮັດສຸດຄວາມສາມາດ ແລະ ໄວ້ວາງໃຈໃຫ້ພຣະອົງຕື່ມສ່ວນຕ່າງໆ, ເຮົາຈະສາມາດກາຍເປັນສ່ວນໜຶ່ງຂອງການອັດສະຈັນຕ່າງໆທີ່ຢູ່ອ້ອມຕົວເຮົາ.
ແອວເດີ ແດວ ຈີ ເຣັນລັນ ໄດ້ກ່າວວ່າ, “ທ່ານບໍ່ຈຳເປັນຕ້ອງດີພ້ອມ, ແຕ່ພວກເຮົາຕ້ອງການທ່ານ, ເພາະທຸກຄົນທີ່ຕັ້ງໃຈສາມາດເຮັດບາງສິ່ງໄດ້.”9
ແລະ ປະທານຣະໂຊ ເອັມ ແນວສັນ ສິດສອນພວກເຮົາວ່າ, “ພຣະຜູ້ເປັນເຈົ້າມັກຄວາມພະຍາຍາມ.”10
ພຣະຜູ້ຊ່ວຍໃຫ້ລອດຢືນກຽມພ້ອມທີ່ຈະຮັບເອົາເຄື່ອງຖວາຍທີ່ຕໍ່າຕ້ອຍຂອງເຮົາ ແລະ ເຮັດໃຫ້ມັນສົມບູນແບບຜ່ານທາງພຣະຄຸນຂອງພຣະອົງ. ກັບພຣະຄຣິດແລ້ວ, ບໍ່ມີການເກັບກ່ຽວທີ່ບໍ່ສົມບູນແບບ. ເຮົາຕ້ອງມີຄວາມກ້າຫານທີ່ຈະເຊື່ອວ່າ ພຣະຄຸນຂອງພຣະອົງແມ່ນສຳລັບເຮົາ—ວ່າພຣະອົງຈະຊ່ວຍເຮົາ, ຊ່ວຍກູ້ເຮົາຈາກຄວາມເລິກເມື່ອເຮົາເສຍຫລັກ, ແລະ ເຮັດໃຫ້ຄວາມພະຍາຍາມທີ່ບໍ່ສົມບູນແບບຂອງເຮົາສົມບູນແບບ.
ໃນຄຳອຸປະມາເລື່ອງຜູ້ຫວ່ານ, ພຣະຜູ້ຊ່ວຍໃຫ້ລອດພັນລະນາເຖິງເມັດພືດທີ່ຖືກປູກໃນດິນດີ. ບາງເມັດເກີດຜົນໄດ້ຮ້ອຍເທົ່າ, ບາງເມັດໄດ້ຫົກສິບເທົ່າ, ແລະ ເມັດອື່ນໆສາມສິບເທົ່າ. ທັງໝົດແມ່ນສ່ວນໜຶ່ງຂອງການເກັບກ່ຽວທີ່ສົມບູນແບບຂອງພຣະອົງ.11
ສາດສະດາໂມໂຣໄນໄດ້ເຊື້ອເຊີນທຸກຄົນວ່າ “ແທ້ຈິງແລ້ວ, ຈົ່ງມາຫາພຣະຄຣິດ, ແລະ ຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະອົງ, ແລະ ປະຕິເສດຕົນຈາກຄວາມບໍ່ເປັນເໝືອນດັ່ງພຣະເຈົ້າທຸກຢ່າງ; ແລະ ຖ້າຫາກທ່ານປະຕິເສດຕົນຈາກຄວາມບໍ່ເປັນເໝືອນດັ່ງພຣະເຈົ້າທຸກຢ່າງ, ແລະ ຮັກພຣະເຈົ້າດ້ວຍສຸດພະລັງ, ຄວາມນຶກຄິດ, ແລະ ກຳລັງຂອງທ່ານ, ເມື່ອນັ້ນພຣະຄຸນຂອງພຣະອົງຈຶ່ງພຽງພໍສຳລັບທ່ານ, ເພື່ອໂດຍພຣະຄຸນຂອງພຣະອົງ, ທ່ານຈະດີພ້ອມໃນພຣະຄຣິດ.”12
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເປັນພະຍານເຖິງພຣະຄຣິດ, ຜູ້ຊົງມີອຳນາດໃນການເຮັດໃຫ້ແມ່ນແຕ່ເຄື່ອງຖວາຍທີ່ຕໍ່າຕ້ອຍທີ່ສຸດສົມບູນແບບ. ຂໍໃຫ້ເຮົາເຮັດສຸດຄວາມສາມາດ, ນຳສິ່ງທີ່ເຮົາສາມາດເອົາມາໄດ້, ແລະ, ດ້ວຍສັດທາ, ເອົາເຄື່ອງຖວາຍທີ່ບໍ່ສົມບູນແບບຂອງເຮົາມາວາງໄວ້ຢູ່ທີ່ພຣະບາດຂອງພຣະອົງ. ໃນພຣະນາມຂອງພຣະອົງຜູ້ຊົງເປັນພຣະອາຈານແຫ່ງການເກັບກ່ຽວທີ່ສົມບູນແບບ, ແມ່ນແຕ່ພຣະເຢຊູຄຣິດ, ອາແມນ.