ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ຂ້ອຍ​ໃນ​ຖາ​ນະ​ຊາວ​ຄຣິດ​ຈຶ່ງ​ເຊື່ອ​ໃນ​ພຣະ​ຄຣິດ?
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ຂ້ອຍ​ໃນ​ຖາ​ນະ​ຊາວ​ຄຣິດ​ຈຶ່ງ​ເຊື່ອ​ໃນ​ພຣະ​ຄຣິດ?

ພຣະ​ເຢ​ຊູ​ຄຣິດ​ຕ້ອງ​ທຸກ​ທໍ​ລະ​ມານ, ສິ້ນ​ພຣະ​ຊົນ, ແລະ ຟື້ນ​ຄືນ​ພຣະ​ຊົນ​ມາ​ອີກ​ຄັ້ງ​ເພື່ອ​ໄຖ່​ມະ​ນຸດ​ທັງ​ປວງ ຈາກ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ ແລະ ເພື່ອ​ມອບ​ຊີ​ວິດ​ນິ​ລັນ​ດອນ​ໃຫ້​ຢູ່​ກັບ​ພຣະ​ເຈົ້າ.

ຕອນ​ແລງ​ຂອງ​ມື້​ໜຶ່ງ​ຫລັງ​ຈາກ​ເລີກ​ວຽກ, ເມື່ອ​ຫລາຍ​ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ຂຶ້ນ​ລົດ​ເມ​ປະ​ຈຳ​ທາງ​ເພື່ອ​ຈະ​ກັບ​ບ້ານ​ຈາກ​ເມືອງ​ນິວ​ຢອກ ໄປ​ຫາ​​ລັດນິວ​ເຈີ​ຊີ. ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ບັງ​ເອີນ​ນັ່ງ​ຢູ່​ທາງ​ຂ້າງ​ໄດ້​ສັງ​ເກດ​ວ່າ​ຂ້າ​ພະ​ເຈົ້າ​ກຳ​ລັງ​ຂຽນ​ຫຍັງ​ລົງ​ໃນ​ຄອມ​ພິວ​ເຕີ​ຂອງ​ຂ້າ​ພະ​ເຈົ້າ ແລະ ໄດ້​ຖາມ​ວ່າ, “ເຈົ້າ​ເຊື່ອ​ໃນ … ພຣະ​ຄຣິດ​ແມ່ນ​ບໍ?” ຂ້າ​ພະ​ເຈົ້າ​ຕອບ​ວ່າ, “ໂດຍ,​ແມ່ນ​ແລ້ວ!” ຂະ​ນະ​ທີ່​ພວກ​ເຮົາ​ລົມ​ກັນ​ຢູ່​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​ວ່າ​ລາວ​ຫາ​ກໍ​ຍ້າຍ​ມາ​ຢູ່​ໃໝ່​ຈາກ​ປະ​ເທດ​ເຂດ​ອາ​ຊີ​ທີ່​ສວຍ​ງາມ​ຂອງ​ລາວ ເພື່ອ​ມາ​ເຮັດ​ວຽກ​ໃນ​ເມືອງ​ນິວ​ຢອກ ບ່ອນ​ທີ່​ມີ​ການ​ແຂ່ງ​ຂັນ​ສູງ​ທາງ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ເທັກ​ໂນ​ໂລ​ຈີ.

ໃນ​ແບບ​ປົກ​ກະ​ຕິ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ລາວ, “ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ຂ້ອຍ​ໃນ​ຖາ​ນະ​ຊາວ​ຄຣິດ​ຈຶ່ງ​ເຊື່ອ​ໃນ​ພຣະ​ຄຣິດ?” ລາວ​ກໍ​ເຊັ່ນ​ດຽວ​ກັນ ຕອບ​ກັບ​ຂ້າ​ພະ​ເຈົ້າ​ຄືນ​ແບບ​ປົກ​ກະ​ຕິ ແລະ ເຊື້ອ​ເຊີນ​ຂ້າ​ພະ​ເຈົ້າ​ເລົ່າ​ໃຫ້​ລາວ​ຟັງ. ແຕ່​ວ່າ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ອອກ​ໄປ, ຂ້າ​ພະ​ເຈົ້າ​ກໍ​ມີ​ຊ່ວງ​ເວ​ລາ​ໜຶ່ງ​ທີ່​ຄວາມ​ຄິດ​ຫລາຍ​ຢ່າງ​ໄດ້​ຫລັ່ງ​ໄຫລ​ເຂົ້າ​ມາ​ໃນ​ໃຈ. ນີ້​ກໍ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໄດ້​ອະ​ທິ​ບາຍ “ເຫດ​ຜົນ” ຂອງ​ຊາວ​ຄຣິດ​ໃຫ້​ກັບ​ຄົນ​ແປກ​ໜ້າ ທີ່​ມີ​ຄວາມ​ສະ​ຫລາດ​ຫລາຍ. ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ເວົ້າ​ແບບ​ງ່າຍໆ​ວ່າ, “ຂ້າ​ພະ​ເຈົ້າ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ເພາະ​ວ່າ​ພຣະ​ອົງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ ແລະ ສິ້ນ​ພຣະ​ຊົນ​ເພື່ອ​ບາບ​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ເຕັມ​ພຣະ​ໄທ.” ລາວ​ອາດ​ຈະ​ສົງ​ໄສ​ວ່າ, “ພຣະ​ເຢ​ຊູ​ຈຳ​ເປັນ​ຕ້ອງ​ສິ້ນ​ພຣະ​ຊົນ​ບໍ? ພຣະ​ເຈົ້າ​ໃຫ້​ອະ​ໄພ ແລະ ຊຳ​ລະ​ເຮົາ​ໃຫ້​ສະ​ອາດ​ຈາກ​ບາບ​ຂອງ​ເຮົາ​ຢ່າງ​ງ່າຍ​ດາຍ ພຽງ​ແຕ່​ເຮົາ​ທູນ​ຂໍ​ຈາກ​ພຣະ​ອົງ​ບໍ່​ໄດ້​ບໍ?”

ທ່ານ​ຈະ​ຕອບ​ແນວ​ໃດ​ໃນ​ເວ​ລາ​ພຽງ​ແຕ່​ສອງ​ສາມ​ນາ​ທີ​ນີ້? ທ່ານ​ຈະ​ອະ​ທິ​ບາຍ​ເລື່ອງ​ນີ້​ແນວ​ໃດ​ໃຫ້​ກັບ​ເພື່ອນ​ຄົນ​ໜຶ່ງ? ເດັກໆ ແລະ ຊາວ​ໜຸ່ມ: ໃຫ້​ພວກ​ເຈົ້າ​ລອງ​ຖາມ​ພໍ່​ແມ່ ຫລື ຜູ້​ນຳ​ລອງ​ເບິ່ງ​ວ່າ, “ເປັນ​ຫຍັງ​ພຣະ​ເຢ​ຊູ​ຈຶ່ງ​ຈຳ​ເປັນ​ຕ້ອງ​ສິ້ນ​ພຣະ​ຊົນ?” ແລະ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ມີ​ເລື່ອງ​ໜຶ່ງ​ຢາກ​ສາ​ລະ​ພາບ: ເຖິງ​ແມ່ນ​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຕົວ​ເອງ​ຮູ້​ກ່ຽວ​ກັບ​ຄຳ​ສອນ, ປະ​ຫວັດ​ສາດ, ນະ​ໂຍ​ບາຍ, ແລະ ເລື່ອງ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ, ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ສຳ​ຄັນ​ກ່ຽວ​ກັບ​ສັດ​ທາ​ຂອງ​ເຮົາ​ນີ້​ບໍ່​ໄດ້​ມີ​ມາ​ຢ່າງ​ງ່າຍ​ດາຍ. ໃນ​ມື້​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ສຸມ​ໃຈ​ໃສ່​ໃນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຕໍ່​ຊີ​ວິດ​ນິ​ລັນ​ດອນ.

ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ບອກ​ກັບ​ເພື່ອນ​ໃໝ່​ຄົນ​ນັ້ນ1 ວ່າ​ເຮົາ​ມີ​ວິນ​ຍານ​ທີ່​ມາ​ກັບ​ຮ່າງ​ກາຍ ແລະ ວ່າ​ພຣະ​ເຈົ້າ​ຄື​ພຣະ​ບິ​ດາ​ຂອງ​ວິນ​ຍານ​ຂອງ​ເຮົາ.2 ຂ້າ​ພະ​ເຈົ້າ​ໄດ້​ບອກ​ກັບ​ລາວ​ວ່າ ເຮົາ​ໄດ້​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​​ຫວັນ​ຂອງ​ເຮົາ​ກ່ອນ​ເຮົາ​ໄດ້​ມາ​ເກີດ​ຢູ່​ໂລກ​ມະ​ຕະ​ນີ້.3 ເພາະ​ພຣະ​ອົງ​ຮັກ​ລາວ ແລະ ລູກໆ​ຂອງ​ພຣະ​ອົງ, ພຣະ​ອົງ​ຈຶ່ງ​ວາງ​ແຜນ​ໃຫ້​ເຮົາ​ໄດ້​ຮັບ​ຮ່າງ​ກາຍ​ຕາມ​ຮູບ​ລັກ​ສະ​ນະ​ຮ່າງ​ກາຍ​ແຫ່ງ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ,4 ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບ​ຄົວ,5 ແລະ ກັບ​ໄປ​ສູ່​ທີ່​ປະ​ທັບ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ເພື່ອ​ຊື່ນ​ຊົມ​ກັບ​ຊີ​ວິດ​ນິ​ລັນ​ດອນ​ຢູ່​ກັບ​ຄອບ​ຄົວ​ຂອງ​ເຮົາ,6 ເໝືອນ​ດັ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ກັບ​ຄອບ​ຄົວ​ຂອງ​ພຣະ​ອົງ.7 ແຕ່​ວ່າ, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ມາ​ແລ້ວ, ເຮົາ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ອຸ​ປະ​ສັກ​ຫລັກ​ສອງ​ປະ​ການ​ຄື:8 (1) ການ​ຕາຍ​ທາງ​ຮ່າງ​ກາຍ—ການ​ແຍກ​ອອກ​ຈາກ​ກັນ​ຂອງ​ຮ່າງ​ກາຍ ແລະ ວິນ​ຍານ​ຂອງ​ເຮົາ. ແນ່​ນອນ, ລາວ​ຮູ້​ແລ້ວ​ວ່າ​ເຮົາ​ທຸກ​ຄົນ​ຕ້ອງ​ຕາຍ. ແລະ (2) ການ​ຕາຍ​ທາງ​ວິນ​ຍານ—ການ​ແຍກ​ອອກ​ຈາກ​ພຣະ​ເຈົ້າ​ຍ້ອນ​ຄວາມ​ຜິດ​ບາບ, ຄວາມ​ຜິດ​ພາດ, ແລະ ຄວາມ​ບົກ​ພ່ອງ​ຂອງ​ເຮົາ ເມື່ອ​ຄວາມ​ເປັນ​ມະ​ນຸດ​ເຮັດ​ໃຫ້​ເຮົາ​ຫ່າງ​ເຫີນ​ຈາກ​ທີ່​ປະ​ທັບ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ.9 ລາວ​ກໍ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ນີ້​ນຳ.

ຂ້າ​ພະ​ເຈົ້າ​ບອກ​ກັບ​ລາວ​ໄປ​ວ່າ ນີ້​ແມ່ນ​ຜົນ​ຕາມ​ມາ​ຂອງ​ກົດ​ເກນ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ. ກົດ​ນິ​ລັນ​ດອນ ນີ້ ຮຽກ​ຮ້ອງ​ໃຫ້​ມີ​ການ​ລົງ ໂທດ​ນິ​ລັນ​ດອນ ສຳ​ລັບ​ທຸກ​ຄົນ​ທີ່​ມີ​ຄວາມ​ຜິດ​ບາບ ຫລື ການ​ລະ​ເມີດ​ກົດ ຫລື ຄວາມ​ຈິງ​ຂອງ​ພຣະ​ເຈົ້າ, ຖ້າ​ບໍ່​ດັ່ງ​ນັ້ນ ເຮົາ​ຈະ ບໍ່​ມີ​ວັນ ໄດ້​ກັບ​ຄືນ​ໄປ​ຢູ່​ໃນ​ທີ່​ປະ​ທັບ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ.10 ມັນ​ຈະ​ບໍ່​ຍຸດ​ຕິ​ທຳ, ແລະ ພຣະ​ເຈົ້າ “ປະ​ຕິ​ເສດ​ຄວາມ​ຍຸດ​ຕິ​ທຳ​ບໍ່​ໄດ້.”11 ລາວ​ເຂົ້າ​ໃຈ​ເລື່ອງ​ນີ້ ແຕ່​ເຂົ້າ​ໃຈ​ໄດ້​ງ່າຍ​ກວ່າ​ວ່າ ພຣະ​ເຈົ້າ​ຍັງ​ຊົງ​ເມດ​ຕາ, ຮັກ, ແລະ ກະ​ຕື​ລື​ລົ້ນ​ທີ່​ຈະ​ໃຫ້​ຊີ​ວິດ​ນິ​ລັນ​ດອນ​ຂອງ​ເຮົາ​ເກີດ​ຂຶ້ນ.12 ຂ້າ​ພະ​ເຈົ້າ​ໄດ້​ບອກ​ກັບ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ວ່າ ເຮົາ​ຍັງ​ມີ​ຜູ້​ປໍ​ລະ​ປັກ​ທີ່​ສະ​ຫລາດ​ແກມ​ໂກງ ແລະ ມີ​ອຳ​ນາດ—ຊຶ່ງ​ເປັນ​ແຫລ່ງ​ທີ່​ມາ​ຂອງ​ຄວາມ​ຊົ່ວ​ຮ້າຍ ແລະ ການ​ຕົວະ—ຕໍ່​ຕ້ານ​ເຮົາ​ຢູ່.13 ດັ່ງ​ນັ້ນ, ຄົນ​ໃດ​ຄົນ​ໜຶ່ງ​ທີ່​ມີ​ອຳ​ນາດ​ຂອງ​ພຣະ​ເຈົ້າ ອັນ​ບໍ່​ມີ​ຂອບ​ເຂດ ຈະ​ສາ​ມາດ​ເອົາ​ຊະ​ນະ​ການ​ຕໍ່​ຕ້ານ ແລະ ອຸ​ປະ​ສັກ​ດັ່ງ​ກ່າວ ເພື່ອ​ຊ່ວຍ​ເຮົາ​ໃຫ້​ລອດ.14

ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ແບ່ງ​ປັນ​ຂ່າວ​ດີ​ກັບ​ລາວ—“ຂ່າວ​ອັນ​ໜ້າ​ຊື່ນ​ຊົມ … ເຖິງ​ທຸກ​ຄົນ”15—ວ່າ “ເພາະ​ວ່າ ພຣະ​ເຈົ້າ​ຮັກ​ໂລກ​ຫລາຍ​ທີ່​ສຸດ ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ ແຕ່​ມີ​ຊີ​ວິດ​ອັນ​ຕະ​ຫລອດ​ໄປ​ເປັນ​ນິດ.”16 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ກັບ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ກັບ​ທ່ານ, ວ່າ​ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ວ່າ​ພຣະ​ອົງ ໄດ້ ຮັບ​ທຸກ​ທໍ​ລະ​ມານ, ສິ້ນ​ພຣະ​ຊົນ, ແລະ ຟື້ນ​ຄືນ​ພຣະ​ຊົນ​ມາ​ອີກ​ຄັ້ງ—ການ​ຊົດ​ໃຊ້ ອັນ​ບໍ່​ມີ​ຂອບ​ເຂດ ຂອງ​ພຣະ​ອົງ—ເພື່ອ​ໄຖ່​ມະ​ນຸດ​ທັງ​ປວງ ຈາກ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ17 ແລະ ເພື່ອ​ມອບ​ຊີ​ວິດ​ນິ​ລັນ​ດອນ​ໃຫ້​ຢູ່​ກັບ​ພຣະ​ເຈົ້າ ແລະ ຄອບ​ຄົວ​ຂອງ​ເຮົາ18 ກັບ ທຸກ​ຄົນ ຜູ້​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ. ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ປະ​ກາດ​ວ່າ, “ແລະ ພຣະ​ເຈົ້າ … ມີ​ໄຊ​ຊະ​ນະ​ຕໍ່​ຄວາມ​ຕາຍ; ປະ​ທານ​ອຳ​ນາດ​ໃຫ້​ພຣະ​ບຸດ … ; ໂດຍ​ທີ່​ມີ​ອຸ​ທອນ​ແຫ່ງ [ຄວາມ​ເມດ​ຕາ ແລະ] ສົງ​ສານ … ; ເຮັດ​ໃຫ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຂາດ​ອອກ, ຮັບ​ເອົາ​ຄວາມ​ຊົ່ວ​ຮ້າຍ ແລະ ການ​ລ່ວງ​ລະ​ເມີດ​ຂອງ​ພວກ​ເຂົາ​ມາ​ໄວ້​ນຳ​ພຣະ​ອົງ​ເອງ, ແລະ ໄຖ່​ພວກ​ເຂົາ, ແລະ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຄວາມ​ຍຸດ​ຕິ​ທຳ.”19

ຂັ້ນ​ຕອນ​ທີ່​ພຣະ​ເຈົ້າ​ເປີດ​ເຜີຍ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຕິດ​ຕາມ​ພຣະ​ເຢ​ຊູ ແລະ ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ​ເອີ້ນ​ວ່າ ຄຳ​ສອນ​ຂອງ​ພຣະ​ຄຣິດ. ມັນ​ລວມ​ທັງ “ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ການ​ກັບ​ໃຈ, ການ​ຮັບ​ບັບ​ຕິ​ສະ​ມາ [ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ], ການ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.”20 ຂ້າ​ພະ​ເຈົ້າ​ໄດ້​ແບ່ງ​ປັນ​ຂັ້ນ​ຕອນ​ເຫລົ່າ​ນີ້​ກັບ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ, ແຕ່​ວ່າ​ນີ້​ແມ່ນ​ບາງ​ວິ​ທີ​ທີ່​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໄດ້​ສິດ​ສອນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ ຄຳ​ສອນ​ຂອງ​ພຣະ​ຄຣິດ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ເຈົ້າ​ແນວ​ໃດ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ແນະ​ນຳ​ດັ່ງ​ນີ້: “ຄຳ​ສອນ​ທີ່​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ​ມີ​ພະ​ລັງ​ຫລາຍ. ມັນ​ປ່ຽນ​ຊີ​ວິດ​ຂອງ ທຸກ​ຄົນ ທີ່​ເຂົ້າ​ໃຈ ແລະ ສະ​ແຫວງ​ຫາ​ທີ່​ຈະ​ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ຂອງ​ຕົນ.”21

ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ໄດ້​ສິດ​ສອນ​ວ່າ, “[ສຳ​ລັບ] ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ [ຄູ່​ມື] ເນັ້ນ​ໜັກ​ການ​ປະ​ກາດ​ຄຳ​ສອນ​ຂອງ … ພຣະ​ຄຣິດ [ແລະ] ເຊື້ອ​ເຊີນທ່ານ [ຊາວ​ໜຸ່ມ] ໃຫ້​ເລືອກ​ຕາມ​ການ​ແນະ​ນຳ [ນັ້ນ].”22

ແອວ​ເດີ ແດວ ຈີ ເຣັນ​ລັນ ໄດ້​ສິດ​ສອນ​ວ່າ, “ພວກ​ເຮົາ​ເຊື້ອ​ເຊີນ​ໃຫ້ ຜູ້​ສອນ​ສາດ​ສະ​ໜາ ປະ​ຕິ​ບັດ​ເໝືອນ​ດັ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຂໍ​ໃຫ້​ຄົນ​ທີ່​ເຂົາ​ເຈົ້າ​ສິດ​ສອນ​ນັ້ນ​ກະ​ທຳ​ຄື: … ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະ​ຄຣິດ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ [ແລະ] ເຂົ້າ​ມາ ແລະ ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.”23

ຄຳ​ສອນ​ຂອງ​ພຣະ​ຄຣິດ​ໃຫ້​ພະ​ລັງ​ແກ່​ຜູ້​ທີ່ ກຳ​ລັງ​ດີ້ນ​ລົນ ຫລື ຮູ້​ສຶກ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ພາກ​ສ່ວນ​ຂອງ​ສາດ​ສະ​ໜາ​ຈັກ ຍ້ອນ​ວ່າ​ມັນ​ຊ່ວຍ​ເຂົາ​ເຈົ້າ, ດັ່ງ​ທີ່ ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ໄດ້​ກ່າວ​ວ່າ, “ແນ່​ນອນ: ພຣະ​ເຢ​ຊູ​ຄຣິດ​ໄດ້​ສິ້ນ​ພຣະ​ຊົນ​ເພື່ອ​ຂ້າ​ພະ​ເຈົ້າ … [ແລະ] ຮັກ​ຂ້າ​ພະ​ເຈົ້າ.”24

ພໍ່​ແມ່​ທັງ​ຫລາຍ, ຖ້າ​ວ່າ​ລູກ​ຂອງ​ທ່ານ​ມີ​ບັນ​ຫາ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ຫລື ຄຳ​ສອນ​ຂອງ​ສາດ​ສະ​ດາ, ກະ​ລຸ​ນາ ຕໍ່​ຕ້ານ​ການ​ເວົ້າ​ຈາ​ທີ່​ຊົ່ວ​ຮ້າຍ25 ຫລື ການ​ເຄື່ອນ​ໄຫວ​ຕໍ່​ຕ້ານ​ສາດ​ສະ​ໜາ​ຈັກ ຫລື ຜູ້​ນຳ. ການ​ປະ​ພຶດ​ທີ່​ເລັກ​ນ້ອຍ​ເຫລົ່າ​ນີ້, ທີ່​ຢູ່​ພາຍ​ໃນ​ຈິດ​ໃຈ​ຂອງ​ທ່ານສາ​ມາດ​ທຳ​ລາຍ​ຄວາມ​ຊື່​ສັດ​ຂອງ​ລູກ​ທ່ານ​ໃນ​ໄລ​ຍະ​ຍາວ​ໄດ້.26 ເປັນ​ການ​ບົ່ງ​ບອກ​ເຖິງ​ຕົວ​ທ່ານ​ວ່າ ທ່ານ​ຈະ​ປົກ​ປ້ອງ ຫລື ສະ​ໜັບ​ສະ​ໜູນ​ລູກ​ທີ່​ມີ​ຄ່າ​ຂອງ​ທ່ານ ຫລື ສະ​ແດງ​ຄວາມ​ເປັນ​ອັນ​ດຽວ​ກັນ​ກັບ​ເຂົາ. ແຕ່​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ເຈນ, ແລະ ຂ້າ​ພະ​ເຈົ້າ​ຮູ້​ຈັກ​ຈາກ​ປະ​ສົບ​ການ​ສ່ວນ​ຕົວ​ວ່າ ເປັນ​ຫຍັງ​ເຮົາ​ທຸກ​ຄົນ​ຈຶ່ງ​ຕ້ອງ​ການ​ພຣະ​ເຢ​ຊູ​ເປັນ​ຢ່າງ​ຍິ່ງ​ໃນ​ການ​ສິດ​ສອນ​ລູກ​ທີ່​ຮັກ​ຂອງ​ເຮົາ ແລະ ວິ​ທີ​ນຳ​ໃຊ້​ຫລັກ​ທຳ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ອົງ​ທີ່​ຈະ​ຊ່ວຍ ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ປິ່ນ​ປົວ​ເຂົາ. ຂໍ​ໃຫ້​ເຮົາ​ຫັນ​ພວກ​ເຂົາ​ມາ​ຫາ​ພຣະ​ເຢ​ຊູ, ຜູ້​ຊົງ​ເປັນ​ຜູ້​ວິງ​ວອນ​ທີ່​ແທ້​ຈິງ ຕໍ່​ພຣະ​ບິ​ດາ. ອັກ​ຄະ​ສາ​ວົກ​ໂຢ​ຮັນ​ໄດ້​ສິດ​ສອນ​ວ່າ, “ຜູ້​ໃດ​ທີ່ … ດຳ​ລົງ​ຢູ່​ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ … ກໍ​ມີ​ທັງ​ພຣະ​ບິ​ດາ ແລະ ພຣະ​ບຸດ.” ແລ້ວ​ເພິ່ນ​ໄດ້​ເຕືອນ​ເຮົາ​ໃຫ້​ລະ​ວັງ “ຜູ້​ໃດ​ມາ​ຫາ​ເຈົ້າ, ແລະ ບໍ່​ເອົາ​ຄຳ​ສອນ​ນີ້​ມາ​ນຳ.”27

ບໍ່​ດົນ​ມາ​ນີ້​ຂ້າ​ພະ​ເຈົ້າ ແລະ ເຈນ​ໄດ້​ໄປ​ຢ້ຽມ​ຢາມ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ບ່ອນ​ທີ່​ໂມ​ເຊ​ໄດ້​ຖື​ງູ​ທອງ​ສຳ​ຣິດ​ຕອກ​ໄວ້​ກັບ​ເສົາ ຕໍ່​ໜ້າ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ຜູ້​ພະ​ເນ​ຈອນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ​ຈະ​ປິ່ນ​ປົວ​ທຸກ​ຄົນ​ທີ່​ຖືກ​ງູ​ພິດ​ກັດ ຖ້າ​ວ່າ​ເຂົາ​ພຽງ​ແຕ່​ແນມ​ເບິ່ງ​ມັນ.28 ໃນ​ການ​ຖື​ເອົາ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ໄວ້​ຕໍ່​ໜ້າ​ເຮົາ, ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ປະ​ຕິ​ບັດ​ເຊັ່ນ​ດຽວ​ກັນ, “ເພື່ອ​ເພິ່ນ​ຈະ​ປິ່ນ​ປົວ​ຜູ້​ຄົນ.”29 ບໍ່​ວ່າ​ເຮົາ​ຈະ​ຖືກ​ກັດ ຫລື ຖືກ​ພິດ ຫລື ດີ້ນ​ລົນ​ກັບ​ບັນ​ຫາ​ທີ່​ເຮົາ​ປະ​ສົບ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ມະ​ຕະ​ແຫ່ງ​ນີ້, ຂໍ​ໃຫ້​ເຮົາ​ຈົ່ງ​ຢ່າ​ເປັນ​ເໝືອນ​ກັບ​ຄົນ​ເຫລົ່າ​ນັ້ນ, ໃນ​ສະ​ໄໝ​ບູ​ຮານ ແລະ ປະ​ຈຸ​ບັນ, ສາ​ມາດ​ໄດ້​ຮັບ​ການ​ປິ່ນ​ປົວ​ແຕ່, ໜ້າ​ເສຍ​ດາຍ, “ບໍ່​ແນມ​ເບິ່ງ … ຍ້ອນ​ເຂົາ​ບໍ່​ເຊື່ອ​ວ່າ​ນັ້ນ​ຈະ​ປິ່ນ​ປົວ​ເຂົາ​ໄດ້.”30 ພຣະ​ຄຳ​ພີ​ມໍ​ມອນ​ຢືນ​ຢັນ: “ດັ່ງ​ນັ້ນ, … ນີ້​ຄື​ທາງ​ນັ້ນ, ແລະ ບໍ່​ມີ​ທາງ ຫລື ພຣະ​ນາມ​ອື່ນ​ໃດ​ຈະ​ປະ​ທານ​ໃຫ້​ພາຍ​ໃຕ້​ສະ​ຫວັນ​ອີກ​ເລີຍ​ຊຶ່ງ​ໂດຍ​ທາງ​ນັ້ນ​ມະ​ນຸດ​ຈະ​ລອດ​ໄດ້​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. “ແລະ ບັດ​ນີ້, ຈົ່ງ​ເບິ່ງ, ນີ້​ຄື​ຄຳ​ສອນ​ຂອງ​ພຣະ​ຄຣິດ.”31

ຕອນ​ແລງ​ຂອງ​ວັນ​ນັ້ນ​ທີ່​ລັດນິວ​ເຈີ​ຊີ, ການ​ແບ່ງ​ປັນ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ການ​ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ ໄດ້​ມອບ​ເອື້ອຍ​ນ້ອງ​ໃຫ້​ກັບ​ຂ້າ​ພະ​ເຈົ້າ ແລະ ມອບ​ອ້າຍ​ນ້ອງ​ຄົນ​ໃໝ່​ໃຫ້​ກັບ​ລາວ. ພວກ​ເຮົາ​ຮູ້​ສຶກ​ເຖິງ​ພະ​ຍານ​ທີ່​ສະ​ຫງົບ ແລະ ປອບ​ໂຍນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຂ້າ​ພະ​ເຈົ້າ​ໄດ້​ຂໍ​ຂໍ້​ມູນ​ຕິດ​ຕໍ່​ກັບ​ລາວ, ແບບ​ທຳ​ມະ​ດາ ແລະ ສົ່ງ​ຕໍ່​ການ​ສົນ​ທະ​ນາ​ໃຫ້​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ. ລາວ​ກໍ​ຍິນ​ດີ​ທີ່​ຈະ​ໃຫ້.

“ດັ່ງ​ນັ້ນ, ມັນ​ສຳ​ຄັນ​ພຽງ​ໃດ​ທີ່​ຈະ​ເຮັດ​ໃຫ້​ສິ່ງ​ເຫລົ່າ​ນີ້​ເປັນ​ທີ່​ຮູ້​ຈັກ​ແກ່​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ,” ພຣະ​ຄຳ​ພີ​ມໍ​ມອນ​ປະ​ກາດ​ວ່າ—ຈົ່ງ​ຮັກ, ແບ່ງ​ປັນ ແລະ ເຊື້ອ​ເຊີນ32 ຂະ​ນະ​ທີ່​ເຮົາ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ໃນ​ທຸກ​ຊຸມ​ຊົນ ແລະ ຄອບ​ຄົວ ຂອງ​ເຮົາ—“ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ວ່າ ບໍ່​ມີ​ເນື້ອ​ໜັງ​ໃດ​ຈະ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໄດ້, ນອກ​ຈາກ​ເປັນ​ຜ່ານ​ທາງ​ພຣະ​ຄຸນ​ຄວາມ​ດີ, ແລະ ພຣະ​ເມດ​ຕາ, ແລະ ພຣະ​ຄຸນ [ແລະ ຄຳ​ສອນ] ຂອງ​ພຣະ​ເມ​ຊີ​ອາ.”33 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ຂ້າ​ພະ​ເຈົ້າ​ເລືອກ​ທີ່​ຈະ​ບໍ່​ເຜີຍ​ຊື່​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ ຫລື ໃຊ້​ຊື່​ປອມ.

  2. ເບິ່ງ ໂຣມ 8:15–17; ເຮັບ​ເຣີ 12:9; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:15.

  3. ເບິ່ງ ເຢ​ເຣ​ມີ​ຢາ 1:4–5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:55–56; ອັບ​ຣາ​ຮາມ 3:22–23, 26; ຄູ່​ມື​ພຣະ​ຄຳ​ພີ, “ຊີ​ວິດ​ກ່ອນ​ເກີດ,” scriptures.ChurchofJesusChrist.org; “ບົດ​ຮຽນ​ທີ 2: ແຜນ​ແຫ່ງ​ຄວາມ​ລອດ,” ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ (2004), 55–56.

  4. ເບິ່ງ “ບົດ​ຮຽນ​ທີ 2: ແຜນ​ແຫ່ງ​ຄວາມ​ລອດ,” ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, 55.

  5. ແຜນ​ອັນ​ສົມ​ບູນ​ແບບ​ຂອງ​ພຣະ​ບິ​ດາ—ເອີ້ນ​ວ່າ​ແຜນ​ແຫ່ງ​ຄວາມ​ສຸກ​ທີ່​ຍິ່ງ​ໃຫຍ່, ແຜນ​ແຫ່ງ​ຄວາມ​ລອດ, ແລະ ແຜນ​ແຫ່ງ​ການ​ໄຖ່, ໃນ​ບັນ​ດາ​ຂໍ້​ອ້າງ​ອີງ​ອື່ນໆ—ຖືກ​ຈັດ​ຕັ້ງ​ເພື່ອ​ທຸກ​ຄົນ​ທີ່​ເຂົ້າ​ມາ​ສູ່​ຄວາມ​ເປັນ​ມະ​ຕະ​ຈຳ​ເປັນ​ຕ້ອງ​ເຮັດ​ເຊັ່ນ​ນັ້ນ​ໃນ​ຄອບ​ຄົວ, ແລະ ທຸກ​ຄົນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບ​ຄົວ. ແນ່​ນອນ​ວ່າ, ບໍ່​ແມ່ນ​ສະ​ຖາ​ນະ​ການ​ຂອງ​ທຸກ​ຄອບ​ຄົວ​ຈະ​ເປັນ​ອຸ​ດົມ​ຄະ​ຕິ ຫລື ສອດ​ຄ່ອງ​ກັບ​ນິ​ມິດ​ແຫ່ງ​ຄວາມ​ຮັກ​ທີ່​ຊົງ​ມີ​ຕໍ່​ລູກໆ​ທັງ​ໝົດ​ຂອງ​ພຣະ​ອົງ, ແລະ ບາງ​ສະ​ຖາ​ນະ​ການ​ກໍ​ເປັນ​ທີ່​ໜ້າ​ເສົ້າ​ໃຈ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂະ​ນະ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຄຣິດ, ພຣະ​ເຢ​ຊູ​ຄຣິດ​ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ພອນ​ທຸກ​ປະ​ການ​ທີ່​ພຣະ​ບິ​ດາ​ມີ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ​ຜ່ານ​ທາງ​ແຜນ​ແຫ່ງ​ຄວາມ​ເມດ​ຕາ ແລະ ເຂົ້າ​ໃຈ​ງ່າຍ​ຂອງ​ພຣະ​ອົງ. ເບິ່ງ endnote 6 ນຳ​ອີກ.

  6. ໜຶ່ງ​ໃນ​ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ລູກໆ​ຂອງ​ພຣະ​ອົງ ພ້ອມ​ທັງ​ເປັນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ທີ່​ມອບ​ໃຫ້​ແກ່​ເຮົາ​ຄື: ຄວາມ​ສູງ​ສົ່ງ, ຫລື ຊີ​ວິດ​ນິ​ລັນ​ດອນ, ຊຶ່ງ​ດຳ​ລົງ​ຊີ​ວິດ​ຢູ່​ຊົ່ວ​ນິ​ລັນ​ດອນ “ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ດຳ​ເນີນ​ຕໍ່​ໄປ​ເປັນ​ຄອບ​ຄົວ” (Gospel Topics, “Eternal Life,” topics.ChurchofJesusChrist.org; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:7 ນຳ​ອີກ). “ຄອບ​ຄົວ” ແມ່ນ​ລວມ​ທັງ​ສາ​ມີ, ພັນ​ລະ​ຍາ, ແລະ ລູກໆ, ພ້ອມ​ທັງ​ພີ່​ນ້ອງ​ຂອງ​ເຮົາ​ທີ່​ມີ​ຊີ​ວິດ​ຢູ່ ຫລື ເສຍ​ຊີ​ວິດ​ໄປ​ແລ້ວ ຜູ້​ທີ່​ຍອມ​ຮັບ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຄຣິດ. ສະ​ມາ​ຊິກ​ຄອບ​ຄົວ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ​ນັ້ນ​ໃນ​ໂລກ​ວິນ​ຍານ​ຜູ້​ທີ່​ບໍ່​ສາ​ມາດ​ຮັບ​ເອົາ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ໃນ​ຊີ​ວິດ​ນີ້ ສາ​ມາດ​ຮັບ​ເອົາ​ໄດ້​ໃນ​ໂລກ​ວິນ​ຍານ​ດ້ວຍ​ພິ​ທີ​ການ​ຕ່າງໆ​ເຊັ່ນ ການ​ບັບ​ຕິ​ສະ​ມາ, ການ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ພິ​ທີ​ການ​ອື່ນໆ​ທີ່​ຊ່ວຍ​ໃຫ້​ເຮົາ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ກະ​ທຳ​ແທນ​ດ້ວຍ​ຄວາມ​ຮັກ​ໂດຍ​ພີ່​ນ້ອງ​ທີ່​ຍັງ​ມີ​ຊີ​ວິດ ໃນ​ພຣະ​ວິ​ຫານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ພ້ອມ​ກັນ​ນັ້ນ, ຄຳ​ສັນ​ຍາ​ເລື່ອງ​ຊີ​ວິດ​ນິ​ລັນ​ດອນ​ບໍ່​ແມ່ນ​ມີ​ໃຫ້​ສະ​ເພາະ​ຜູ້​ທີ່​ແຕ່ງ​ງານ​ໃນ​ຊີ​ວິດ​ນີ້​ເທົ່າ​ນັ້ນ. ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ໄດ້​ສິດ​ສອນ​ວ່າ, “ພຣະ​ຄຳ​ພີ ແລະ ສາດ​ສະ​ດາ​ໃນ​ຍຸກ​ສຸດ​ທ້າຍ​ຢືນ​ຢັນ​ວ່າ ທຸກ​ຄົນ ຜູ້​ທີ່​ຊື່​ສັດ​ໃນ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ຈະ​ໄດ້​ຮັບ​ໂອ​ກາດ​ສຳ​ລັບ​ຄວາມ​ສູງ​ສົ່ງ” (“Hope in Christ,” Liahona, May 2021; ເນັ້ນ​ຄຳ​ເນີ້ງ). ໃນ​ການ​ອ້າງ​ເຖິງ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ແລະ ປະ​ທານ​ດາ​ລິນ ເອັຈ ໂອກສ໌, ປະ​ທານ​ບາ​ເລີດ​ໄດ້​ກ່າວ​ຕໍ່​ວ່າ, “ເວ​ລາ ແລະ ລັກ​ສະ​ນະ​ທີ່​ຊັດ​ເຈນ ຊຶ່ງ​ພອນ​ແຫ່ງ​ຄວາມ​ສູງ​ສົ່ງ​ທີ່​ຖືກ​ມອບ​ໃຫ້​ນັ້ນ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເປີດ​ເຜີຍ​ທັງ​ໝົດ, ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ນັ້ນ​ກໍ ໝັ້ນ​ໃຈ​ໄດ້” (“Hope in Christ,” 55; ເນັ້ນ​ຄຳ​ເນີ້ງ). ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ: “ໃນ​ວິ​ທີ ແລະ ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ມີ​ພອນ​ໃດ​ທີ່​ຈະ​ຖືກ​ກີດ​ກັນ​ຈາກ​ໄພ່​ພົນ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ພິ​ພາກ​ສາ ແລະ ໃຫ້​ລາງ​ວັນ​ແຕ່​ລະ​ຄົນ​ອີງ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ເຂົາ ຕະ​ຫລອດ​ທັງ​ການ​ກະ​ທຳ​ຂອງ​ເຂົາ” (“Celestial Marriage,” Liahona, Nov. 2008, 94). ແລະ ປະທານ​ໂອກສ໌​ໄດ້​ອະ​ທິ​ບາຍ​ວ່າ, “ການ​ຂາດ​ແຄນ​ທີ່​ສຳ​ຄັນ​ທີ່​ສຸດ​ຫລາຍ​ຢ່າງ​ຂອງ​ຄວາມ​ເປັນ​ມະ​ຕະ ຈະ​ຖືກ​ເຮັດ​ໃຫ້​ຖືກ​ຕ້ອງ​ໃນ​ຊ່ວງ​ໄລ​ຍະ​ພັນ​ປີ, ຊຶ່ງ​ເປັນ​ເວ​ລາ​ສຳ​ລັບ​ການ​ເຕີມ​ເຕັມ​ທຸກ​ສິ່ງ​ທີ່​ຍັງ​ບໍ່​ສົມ​ບູນ​ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ທີ່​ຍິ່ງ​ໃຫຍ່ ທີ່​ມີ​ໃຫ້​ແກ່​ລູກໆ​ຜູ້​ທີ່​ມີ​ຄ່າ​ຄວນ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ” (“The Great Plan of Happiness,” Ensign, Nov. 1993, 75). ເບິ່ງ endnote 5 ນຳ​ອີກ.

  7. ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ແຜນ​ແຫ່ງ​ການ​ໄຖ່,” scriptures.ChurchofJesusChrist.org; ເບິ່ງ Gospel Topics, “Plan of Salvation,” topics.ChurchofJesusChrist.org; “ບົດ​ຮຽນ​ທີ 2: ແຜນ​ແຫ່ງ​ຄວາມ​ລອດ,” ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, 55–57, 60 ນຳ​ອີກ.

  8. ເບິ່ງ “ບົດ​ຮຽນ​ທີ 2: ແຜນ​ແຫ່ງ​ຄວາມ​ລອດ,” ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, 56.

  9. ເບິ່ງ “ບົດ​ຮຽນ​ທີ 2: ແຜນ​ແຫ່ງ​ຄວາມ​ລອດ,” ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, 54–57.

  10. ເບິ່ງ “ບົດ​ຮຽນ​ທີ 2: ແຜນ​ແຫ່ງ​ຄວາມ​ລອດ,” ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, 54–57.

  11. ໂມ​ໄຊ​ຢາ 15:27. ອ້າງ​ອີງ​ເຖິງ​ຄວາມ​ຍຸດ​ຕິ​ທຳ​ນິ​ລັນ​ດອນ ຫລື ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ ມີ​ຫລາຍ​ໃນ​ພຣະ​ຄຳ​ພີ, ແຕ່​ເບິ່ງ​ສະ​ເພາະ ແອວ​ມາ 41:2–8 ແລະ ແອວ​ມາ 42.

  12. ເບິ່ງ ແອວ​ມາ 42:14–24; ໂມ​ເຊ 1:39.

  13. ເບິ່ງ “ບົດ​ຮຽນ​ທີ 2: ແຜນ​ແຫ່ງ​ຄວາມ​ລອດ,” ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, 54–57.

  14. ເບິ່ງ ແອວ​ມາ 34:9–13; ເບິ່ງ ໂມ​ໄຊ​ຢາ 13:28, 34–35; 15:1–9; ແອວ​ມາ 42:15 ນຳ​ອີກ.

  15. ລູ​ກາ 2:10.

  16. ໂຢ​ຮັນ 3:16.

  17. ເບິ່ງ ຮີ​ລາ​ມັນ 14:15–17; ມໍ​ມອນ 9:12–14.

  18. ເບິ່ງ endnotes 5 ແລະ 6.

  19. ໂມ​ໄຊ​ຢາ 15:8–9.

  20. ເປົ້າ​ໝາຍ​ຂອງ​ເຮົາ​ແມ່ນ​ຫຍັງ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ?,” ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, 1; ເບິ່ງ “ບົດ​ຮຽນ​ທີ 3: ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ,” ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາl, 74.

  21. Russell M. Nelson, “Pure Truth, Pure Doctrine, and Pure Revelation,” Liahona, Nov. 2021, 6; ເນັ້ນ​ຄຳ​ເນີ້ງ.

  22. Dieter F. Uchtdorf, “Jesus Christ Is the Strength of Youth,” Liahona, Nov. 2022, 11; ເບິ່ງ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ (2022), 4 ນຳ​ອີກ.

  23. Dale G. Renlund, “Lifelong Conversion of Missionaries” (ຄຳ​ປາ​ໄສ​ທີ່​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຜູ້​ນຳ​ເຜີຍ​ແຜ່, ວັນ​ທີ 25 ເດືອນ​ມິ​ຖຸ​ນາ, 2021), 1, ຫໍ​ສະ​ໝຸດ​ປະ​ຫວັດ​ສາດ, ເມືອງ​ເຊົາ​ເລັກ.

  24. D. Todd Christofferson, “The Doctrine of Belonging,” Liahona, Nov. 2022, 56; ເບິ່ງ D. Todd Christofferson, “The Joy of the Saints,” Liahona, Nov. 2019, 15–18 ນຳ​ອີກ.

  25. ເບິ່ງ ຢາ​ໂກ​ໂບ 4:11; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:54; ຄູ່​ມື​ພຣະ​ຄຳ​ພີ, “ເວົ້າ​ຈາ​ບໍ່​ດີ,” scriptures.ChurchofJesusChrist.org.

  26. ເບິ່ງ Ahmad S. Corbitt, “Activism vs. Discipleship: Protecting the Valiant” (address given at the chaplains’ seminar, Oct. 2022), cdn.vox-cdn.com/uploads/chorus_asset/file/24159863/Brother_Corbitt_Chaplain_seminar.pdf; video: media2.ldscdn.org/assets/general-authority-features/2022-chaplain-training-seminar/2022-10-1000-activism-vs-discipleship-1080p-eng.mp4.

  27. 2 ໂຢ​ຮັນ 1:9–10.

  28. ເບິ່ງ ຈົດ​ບັນ​ຊີ 21:5–9.

  29. 2 ນີ​ໄຟ 25:20.

  30. ແອວ​ມາ 33:20.

  31. 2 ນີ​ໄຟ 31:21.

  32. ເບິ່ງ “2021 Broadcast: Principles of Love, Share, and Invite,” broadcasts.ChurchofJesusChrist.org; ເບິ່ງ Gary E. Stevenson, “Love, Share, Invite,” Liahona, May 2022, 84–87 ນຳ​ອີກ.

  33. 2 ນີ​ໄຟ 2:8.

ພິມ