“ຈົ່ງສະຫງົບ, ແລະ ຮູ້ວ່າເຮົາຄືພຣະເຈົ້າ”
ເຮົາຈະສະຫງົບ ແລະ ຮູ້ວ່າພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ, ເຮົາເປັນລູກຂອງພຣະອົງ, ແລະ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
ໃນຊ່ວງເປີດຊົມ ແລະ ວັນສື່ຂ່າວພຣະວິຫານໃໝ່ຂອງພຣະຜູ້ເປັນເຈົ້າເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ນຳນັກຂ່າວກຸ່ມໜຶ່ງໄປທ່ຽວຊົມອາຄານສັກສິດນັ້ນ. ຂ້າພະເຈົ້າໄດ້ບັນຍາຍຈຸດປະສົງຂອງພຣະວິຫານໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແລະ ຕອບຄຳຖາມດີໆຫລາຍຢ່າງ.
ກ່ອນເຂົ້າຫ້ອງຊັ້ນສູງ, ຂ້າພະເຈົ້າໄດ້ອະທິບາຍວ່າ ຫ້ອງນີ້ໂດຍສະເພາະໃນບ້ານຂອງພຣະຜູ້ເປັນເຈົ້າ ເປັນສັນຍາລັກແທນຄວາມສະຫງົບ ແລະ ຄວາມສວຍງາມຂອງບ້ານເທິງສະຫວັນ ຊຶ່ງເຮົາສາມາດກັບໄປຫາໄດ້ຫລັງຈາກຊີວິດນີ້. ຂ້າພະເຈົ້າໄດ້ບອກແຂກວ່າ ພວກເຮົາຈະບໍ່ເວົ້າລົມກັນ ຂະນະທີ່ຢູ່ໃນຫ້ອງຊັ້ນສູງ, ແຕ່ຂ້າພະເຈົ້າຈະຍິນດີຕອບທຸກຄຳຖາມ ຫລັງຈາກພວກເຮົາອອກໄປຫາຈຸດຕໍ່ໄປຂອງການທ່ຽວຊົມ.
ຫລັງຈາກອອກຈາກຫ້ອງຊັ້ນສູງ ແລະ ເມື່ອພວກເຮົາໄດ້ເຕົ້າໂຮມກັນຢູ່ສະຖານທີ່ຕໍ່ໄປ, ຂ້າພະເຈົ້າໄດ້ຖາມແຂກຂອງພວກເຮົາວ່າ ເຂົາເຈົ້າໄດ້ສັງເກດເຫັນຫຍັງບໍ່ ທີ່ເຂົາເຈົ້າຢາກແບ່ງປັນ. ນັກຂ່າວຄົນໜຶ່ງໄດ້ເວົ້າດ້ວຍອາລົມຢ່າງແຮງກ້າວ່າ, “ຂ້ອຍບໍ່ເຄີຍພົບເຫັນສິ່ງໃດແບບນັ້ນມາກ່ອນໃນຊີວິດ. ຂ້ອຍບໍ່ຮູ້ວ່າມີຄວາມສະຫງົບເຊັ່ນນັ້ນຢູ່ໃນໂລກນີ້; ຂ້ອຍບໍ່ເຊື່ອວ່າຄວາມງຽບເຊັ່ນນັ້ນຈະເປັນໄປໄດ້.”
ຂ້າພະເຈົ້າຮູ້ສຶກປະທັບໃຈກັບຄວາມຈິງໃຈ ແລະ ຄວາມແຈ້ງຊັດຂອງຄຳເວົ້າຂອງບຸກຄົນນີ້. ແລະ ປະຕິກິລິຍາຂອງນັກຂ່າວຄົນນີ້ໄດ້ຍ້ຳເຖິງທັດສະນະຂອງຄວາມງຽບສະຫງົບນັ້ນ—ຄືການເອົາຊະນະ ແລະ ການແກ້ໄຂຄວາມວຸ້ນວາຍຂອງສະພາບແວດລ້ອມພາຍນອກຂອງເຮົາ.
ຂະນະທີ່ໄຕ່ຕອງຄຳຄິດເຫັນຂອງນັກຂ່າວ ແລະ ສະທ້ອນເຖິງຄວາມວຸ້ນວາຍຂອງຊີວິດສະໄໝໃໝ່ຂອງເຮົາເລື້ອຍໆ—ຄວາມວຸ້ນວາຍ, ສຽງດັງ, ການປ່ຽນທິດທາງ, ການລົບກວນ, ແລະ ທາງອ້ອມ ທີ່ສ່ວນຫລາຍເບິ່ງຄືວ່າຮຽກຮ້ອງຄວາມສົນໃຈຂອງເຮົາ: “ຈົ່ງສະຫງົບ, ແລະ ຮູ້ວ່າເຮົາຄືພຣະເຈົ້າ.”1
ຂ້າພະເຈົ້າອະທິຖານວ່າພຣະວິນຍານບໍລິສຸດຈະໃຫ້ຄວາມສະຫວ່າງແກ່ເຮົາແຕ່ລະຄົນ ເມື່ອເຮົາພິຈາລະນາມິຕິທີ່ສູງກວ່າ ແລະ ສັກສິດກວ່າຂອງຄວາມສະຫງົບໃນຊີວິດຂອງເຮົາ—ຄວາມສະຫງົບທາງວິນຍານພານໃນຂອງຈິດວິນຍານທີ່ເຮັດໃຫ້ເຮົາສາມາດຮູ້ ແລະ ຈື່ຈຳວ່າ ພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ, ເຮົາເປັນລູກຂອງພຣະອົງ, ແລະ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ພອນທີ່ໜ້າອັດສະຈັນໃຈນີ້ ມີໃຫ້ກັບສະມາຊິກຂອງສາດສະໜາຈັກທຸກຄົນ ທີ່ພະຍາຍາມຢ່າງຊື່ສັດທີ່ຈະກາຍເປັນ “ຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ.”2
ຈົ່ງສະຫງົບ
ໃນປີ 1833, ໄພ່ພົນໃນລັດມີເຊີຣີໄດ້ເປັນເປົ້າໝາຍຂອງການຂົ່ມເຫັງຢ່າງໜັກ. ກຸ່ມອັນຕະພານໄດ້ຂັບໄລ່ເຂົາເຈົ້າອອກຈາກບ້ານເຮືອນຂອງເຂົາເຈົ້າຢູ່ໃນເຂດແຈ໊ກສັນ, ແລະ ສະມາຊິກຂອງສາດສະໜາຈັກບາງຄົນໄດ້ພະຍາຍາມສ້າງຕັ້ງຕົນເອງຢູ່ໃນເຂດໃກ້ຄຽງ. ແຕ່ການຂົ່ມເຫັງຍັງຄົງສືບຕໍ່, ແລະ ການຂູ່ວ່າຈະຂ້າກໍມີຫລາຍ. ໃນສະພາບການທີ່ທ້າທາຍເຫລົ່ານີ້, ພຣະຜູ້ເປັນເຈົ້າໄດ້ເປີດເຜີຍຄຳແນະນຳຕໍ່ໄປນີ້ຕໍ່ສາດສະດາໂຈເຊັບ ສະມິດ ໃນເມືອງເຄີດແລນ, ລັດໂອໄຮໂອ:
ສະນັ້ນ, ຈົ່ງສະບາຍໃຈເຖີດກ່ຽວກັບຊີໂອນ; ເພາະວ່າເນື້ອໜັງທັງປວງຢູ່ໃນມືຂອງເຮົາ; ຈົ່ງສະຫງົບ ແລະ ຮູ້ວ່າເຮົາຄືພຣະເຈົ້າ.”3
ຂ້າພະເຈົ້າເຊື່ອວ່າມີຄຳຕັກເຕືອນຂອງພຣະຜູ້ເປັນເຈົ້າທີ່ວ່າ “ຈົ່ງສະຫງົບ” ມີຄວາມໝາຍຫລາຍກວ່າການບໍ່ເວົ້າ ຫລື ບໍ່ເຄື່ອນໄຫວ. ບາງທີພຣະປະສົງຂອງພຣະອົງຄືໃຫ້ເຮົາຈື່ຈຳ ແລະ ເພິ່ງອາໄສພຣະອົງ ແລະ ອຳນາດຂອງພຣະອົງ “ໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນທີ່ [ເຮົາ] ຢູ່.”4 ດັ່ງນັ້ນ, “ຈົ່ງສະຫງົບ” ອາດເປັນວິທີເຕືອນເຮົາໃຫ້ສຸມໃຈໃສ່ທີ່ພຣະຜູ້ຊ່ວຍໃຫ້ລອດຢ່າງບໍ່ສິ້ນສຸດ ເປັນແຫລ່ງສູງສຸດຂອງຄວາມສະຫງົບທາງວິນຍານຂອງຈິດວິນຍານ ທີ່ເພີ່ມຄວາມເຂັ້ມແຂງໃຫ້ເຮົາ ເພື່ອເຮັດ ແລະ ເອົາຊະນະເລື່ອງຍາກໆ.
ສ້າງເທິງດານຫີນ
ສັດທາທີ່ແທ້ຈິງ ແມ່ນການເອົາໃຈໃສ່ໃນ ແລະ ຕໍ່ ອົງພຣະເຢຊູຄຣິດເຈົ້າ—ໃນພຣະອົງ ໃນຖານະທີ່ເປັນພຣະບຸດອົງດຽວທີ່ຖືກຳເນີດ ແລະ ສູງສົ່ງຂອງພຣະບິດາ ແລະ ຕໍ່ພຣະອົງ ແລະ ພາລະກິດແຫ່ງການໄຖ່ ທີ່ພຣະອົງໄດ້ບັນລຸຄວາມສຳເລັດ.
“ເພາະວ່າພຣະອົງໄດ້ຕອບທີ່ສຸດຂອງກົດແລ້ວ, ແລະ ພຣະອົງຂໍຮັບເອົາຄົນທັງປວງທີ່ມີສັດທາໃນພຣະອົງ; ແລະ ຄົນທີ່ມີສັດທາໃນພຣະອົງຈະແນບສະໜິດໃນທຸກສິ່ງທີ່ດີ; ດັ່ງນັ້ນ ພຣະອົງຈຶ່ງວິງວອນແທນລູກຫລານມະນຸດ.”5
ພຣະເຢຊູຄຣິດຄືພຣະຜູ້ໄຖ່ຂອງເຮົາ,6 ພຣະຜູ້ເປັນກາງຂອງເຮົາ,7 ແລະ ພຣະຜູ້ວິງວອນແທນເຮົາ8 ກັບພຣະບິດານິລັນດອນ ແລະ ເປັນດານຫີນ ຊຶ່ງເທິງນັ້ນເຮົາຄວນສ້າງຮາກຖານທາງວິນຍານແຫ່ງຊີວິດຂອງເຮົາ.
ຮີລາມັນໄດ້ອະທິບາຍວ່າ, “ຈົ່ງຈື່ໄວ້ວ່າ ລູກຈະຕ້ອງສ້າງຮາກຖານ ຂອງລູກ ຂຶ້ນເທິງດານຫີນຂອງພຣະຜູ້ໄຖ່ຂອງພວກເຮົາ, ຄື ພຣະຄຣິດ, ພຣະບຸດຂອງພຣະເຈົ້າ; ເພື່ອວ່າເມື່ອມານສົ່ງລົມພະຍຸຮ້າຍຂອງມັນມາ, ແທ້ຈິງແລ້ວ, ຟ້າແມບເຫລື້ອມກັບລົມບ້າໝູຂອງມັນມາ, ແທ້ຈິງແລ້ວ, ເມື່ອໝາກເຫັບທັງໝົດ ແລະ ລົມຝົນອັນແຮງກ້າຂອງມັນລົງມາຕີລູກ, ມັນຈະບໍ່ມີອຳນາດອັນໃດເໜືອລູກເລີຍທີ່ຈະແກ່ລູກລົງໄປຫາເຫວເລິກແຫ່ງຄວາມທຸກທໍລະມານ ແລະ ຄວາມຈິບຫາຍອັນບໍ່ສິ້ນສຸດ, ເພາະດານຫີນບ່ອນທີ່ລູກຖືກສ້າງຂຶ້ນ, ເທິງມັນ, ຊຶ່ງເປັນຮາກຖານທີ່ແໜ້ນໜາ, ເປັນຮາກຖານຊຶ່ງຫາກມະນຸດສ້າງຂຶ້ນເທິງມັນ ພວກເຂົາຈະຕົກໄປບໍ່ໄດ້.”9
ສັນຍາລັກຂອງພຣະຄຣິດ ໃນຖານະ “ດານຫີນ” ທີ່ເຮົາຄວນສ້າງຮາກຖານຂອງຊີວິດເຮົານັ້ນໃຫ້ຄວາມຮູ້ຫລາຍທີ່ສຸດ. ກະລຸນາສັງເກດໃນຂໍ້ນີ້ທີ່ພຣະຜູ້ຊ່ວຍໃຫ້ລອດບໍ່ແມ່ນຮາກຖານ. ແທນທີ່, ເຮົາໄດ້ຮັບການຕັກເຕືອນໃຫ້ສ້າງຮາກຖານທາງວິນຍານສ່ວນຕົວຂອງເຮົາໃສ່ເທິງພຣະອົງ.10
ຮາກຖານແມ່ນສ່ວນໜຶ່ງຂອງອາຄານທີ່ເຊື່ອມຕໍ່ເຂົ້າກັບພື້ນດິນ. ຮາກຖານທີ່ເຂັ້ມແຂງຊ່ວຍປ້ອງກັນໄພພິບັດທາງທຳມະຊາດ ແລະ ພະລັງທຳລາຍລ້າງອື່ນໆ. ຮາກຖານທີ່ເໝາະສົມຍັງແຈກຢາຍນ້ຳໜັກຂອງໂຄງສ້າງໃນພື້ນທີ່ຂະໜາດໃຫຍ່ນຳອີກ ເພື່ອຫລີກເວັ້ນການຮັບນ້ຳໜັກຫລາຍເກີນໄປສຳລັບດິນທີ່ຢູ່ຂ້າງລຸ່ມ ແລະ ຈັດພື້ນທີ່ໃຫ້ຮາບພຽງສຳລັບໂຄງສ້າງ.
ການເຊື່ອມຕໍ່ທີ່ເຂັ້ມແຂງ ແລະ ເຊື່ອຖືໄດ້ລະຫວ່າງພື້ນດິນ ແລະ ຮາກຖານແມ່ນສຳຄັນ ຖ້າຢາກໃຫ້ໂຄງສ້າງຍັງຄົງແໜ້ນໜາ ແລະ ຄົງທີ່ເມື່ອເວລາຜ່ານໄປ. ແລະ ສຳລັບການກໍ່ສ້າງບາງປະເພດໂດຍສະເພາະ, ຫລັກໝັ້ນ ແລະ ແທ່ງເຫລັກສາມາດໃຊ້ເພື່ອຍຶດຮາກຖານຂອງອາຄານເຂົ້າກັບ “ພື້ນຫີນ,” ຊຶ່ງເປັນຫີນທີ່ແຂງຢູ່ໃຕ້ວັດສະດຸ ເຊັ່ນດິນ ແລະ ກ້ອນຫີນ.
ໃນທາງທີ່ຄ້າຍຄືກັນ, ຮາກຖານຂອງຊີວິດເຮົາຕ້ອງເຊື່ອມຕໍ່ກັບດານຫີນຂອງພຣະຄຣິດ ຖ້າຫາກເຮົາຈະຕ້ອງໝັ້ນຄົງ ແລະ ແນ່ວແນ່. ພັນທະສັນຍາ ແລະ ພິທີການສັກສິດຂອງພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະຜູ້ຊ່ວຍໃຫ້ລອດ ສາມາດປຽບທຽບໄດ້ກັບຫລັກໝັ້ນ ແລະ ແທ່ງເຫລັກ ທີ່ໃຊ້ເຊື່ອມຕໍ່ອາຄານໃສ່ກັບພື້ນຫີນ. ທຸກຄັ້ງທີ່ເຮົາຮັບ, ທົບທວນ, ຈື່ຈຳ, ແລະ ຕໍ່ພັນທະສັນຍາສັກສິດຢ່າງຊື່ສັດ, ຫລັກໝັ້ນທາງວິນຍານຂອງເຮົາຈະຕິດຢູ່ກັບ “ດານຫີນ” ຂອງພຣະເຢຊູຄຣິດຢ່າງໝັ້ນຄົງ ແລະ ແນ່ວແນ່ຫລາຍຂຶ້ນ.
“ດັ່ງນັ້ນ, ຜູ້ໃດທີ່ເຊື່ອໃນພຣະເຈົ້າ ຜູ້ນັ້ນອາດຈະມຸ້ງຫວັງຢ່າງແນ່ນອນສຳລັບໂລກທີ່ຈະດີກວ່ານີ້, ແທ້ຈິງແລ້ວ, ແມ່ນທາງເບື້ອງຂວາພຣະຫັດຂອງພຣະເຈົ້າ, ຊຶ່ງຄວາມຫວັງນີ້ມາຈາກສັດທາ, ອັນເຮັດ ຫລັກໝັ້ນ ໃຫ້ແກ່ຈິດວິນຍານຂອງມະນຸດ, ຊຶ່ງຈະເຮັດໃຫ້ເຂົາແນ່ໃຈ ແລະ ແນ່ວແນ່, ເຮັດວຽກງານດີໃຫ້ຫລາຍຢູ່ສະເໝີ, ອັນຈະນຳໄປຫາການຖວາຍບາລະມີແດ່ພຣະເຈົ້າ.”11
ເທື່ອລະເລັກເທື່ອລະນ້ອຍ ແລະ ຫລາຍຂຶ້ນເລື້ອຍໆ “ຕາມຄວາມສົມຄວນຂອງເວລາ,”12 “ໃຫ້ຄຸນນະທຳ [ປະດັບຄວາມນຶກຄິດຂອງເຮົາ] ຢ່າງບໍ່ເສື່ອມຄາຍ,” “ຄວາມໝັ້ນໃຈຂອງເຮົາ [ຈະເຂັ້ມແຂງຂຶ້ນ] ໃນທີ່ປະທັບຂອງພຣະເຈົ້າ,” ແລະ “ພຣະວິນຍານບໍລິສຸດຈະເປັນເພື່ອນ [ຂອງເຮົາ] ສະເໝີ.”13 ເຮົາຈະໝັ້ນຄົງ, ຢັ່ງຮາກ, ກໍ່ຮ່າງ, ແລະ ຖາວອນຫລາຍຂຶ້ນ.14 ເມື່ອຮາກຖານຂອງຊີວິດເຮົາຖືກສ້າງຂຶ້ນເທິງພຣະຜູ້ຊ່ວຍໃຫ້ລອດ, ເຮົາຈະໄດ້ຮັບພອນທີ່ໃຫ້ “ສະຫງົບ”—ມີຫລັກປະກັນທາງວິນຍານວ່າ ພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ, ເຮົາເປັນລູກຂອງພຣະອົງ, ແລະ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
ເວລາສັກສິດ, ສະຖານທີ່ສັກສິດ, ແລະ ບ້ານເຮືອນ
ພຣະຜູ້ເປັນເຈົ້າໄດ້ຈັດຫາທັງເວລາສັກສິດ ແລະ ສະຖານທີ່ສັກສິດ ເພື່ອຊ່ວຍໃຫ້ເຮົາມີປະສົບການ ແລະ ຮຽນຮູ້ກ່ຽວກັບຄວາມສະຫງົບພາຍໃນນີ້ຂອງຈິດວິນຍານຂອງເຮົາ.
ຍົກຕົວຢ່າງ, ວັນຊະບາໂຕແມ່ນວັນຂອງພຣະເຈົ້າ, ແມ່ນ ເວລາສັກສິດ ທີ່ຕັ້ງໄວ້ເພື່ອລະນຶກເຖິງ ແລະ ນະມັດສະການພຣະບິດາໃນພຣະນາມຂອງພຣະບຸດຂອງພຣະອົງ, ມີສ່ວນຮ່ວມໃນພິທີການຂອງຖານະປະໂລຫິດ, ແລະ ຮັບເອົາ ແລະ ຕໍ່ພັນທະສັນຍາສັກສິດ. ແຕ່ລະອາທິດເຮົານະມັດສະການພຣະຜູ້ເປັນເຈົ້າລະຫວ່າງການສຶກສາໃນບ້ານຂອງເຮົາ ແລະ ໃນຖານະ “ເປັນພົນລະເມືອງອັນດຽວກັນກັບພວກໄພ່ພົນ”15 ລະຫວ່າງກອງປະຊຸມສິນລະລຶກ ແລະ ການປະຊຸມອື່ນໆນຳອີກ. ໃນວັນສັກສິດຂອງພຣະອົງ, ຄວາມຄິດ, ການກະທຳ, ແລະ ການປະພຶດຂອງເຮົາ ເປັນສັນຍານທີ່ເຮົາໄດ້ຖວາຍໃຫ້ແກ່ພຣະເຈົ້າ ແລະ ເປັນສິ່ງບົ່ງບອກເຖິງຄວາມຮັກຂອງເຮົາທີ່ມີຕໍ່ພຣະອົງ.16 ທຸກວັນອາທິດ, ຖ້າຫາກເຮົາຈະເຮັດເຊັ່ນນັ້ນ, ເຮົາຈະສະຫງົບ ແລະ ຮູ້ວ່າພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ, ເຮົາເປັນລູກຂອງພຣະອົງ, ແລະ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
ລັກສະນະສຳຄັນຂອງການນະມັດສະການໃນວັນຊະບາໂຕຂອງເຮົາແມ່ນ “ໄປຍັງບ້ານແຫ່ງການອະທິຖານ ແລະ ຖວາຍສິນລະລຶກ [ຂອງເຮົາ] ໃນວັນສັກສິດ [ຂອງພຣະຜູ້ເປັນເຈົ້າ].”17 “ບ້ານແຫ່ງການອະທິຖານ” ທີ່ເຮົາເຕົ້າໂຮມກັນໃນວັນຊະບາໂຕແມ່ນສະຖານທີ່ປະຊຸມ ແລະ ສະຖານທີ່ອື່ນໆທີ່ຖືກອະນຸມັດ—ສະຖານທີ່ສັກສິດ ແຫ່ງຄວາມຄາລະວະ, ນະມັດສະການ, ແລະ ຮຽນຮູ້. ສະຖານທີ່ປະຊຸມ ແລະ ສະຖານທີ່ອື່ນໆແຕ່ລະບ່ອນໄດ້ຖືກອຸທິດໂດຍສິດອຳນາດຂອງຖານະປະໂລຫິດ ເພື່ອເປັນບ່ອນທີ່ພຣະວິນຍານຂອງພຣະຜູ້ເປັນເຈົ້າສາມາດສະຖິດຢູ່ ແລະ ບ່ອນທີ່ລູກໆຂອງພຣະເຈົ້າສາມາດມາຫາ “ເພື່ອຮູ້ເລື່ອງພຣະຜູ້ໄຖ່ຂອງພວກເຂົາ.”18 ຖ້າຫາກເຮົາຈະເຮັດເຊັ່ນນັ້ນ, ເຮົາຈະສາມາດ “ສະຫງົບ” ໃນສະຖານທີ່ສັກສິດແຫ່ງການນະມັດສະການຂອງເຮົາ ແລະ ຮູ້ຢ່າງແນ່ນອນຫລາຍຂຶ້ນວ່າ ພຣະເຈົ້າເປັນພຣະບິດາເທິງສະຫວັນ, ເຮົາເປັນລູກຂອງພຣະອົງ, ແລະ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
ພຣະວິຫານເປັນ ສະຖານທີ່ສັກສິດ ອີກແຫ່ງໜຶ່ງ ທີ່ຖືກສະຫງວນໄວ້ໂດຍສະເພາະ ສຳລັບການນະມັດສະການ ແລະ ການຮັບໃຊ້ພຣະເຈົ້າ ແລະ ການຮຽນຮູ້ຄວາມຈິງນິລັນດອນ. ເຮົາຄິດ, ກະທຳ, ແລະ ແຕ່ງກາຍແຕກຕ່າງຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ ຈາກສະຖານທີ່ອື່ນໆທີ່ເຮົາອາດຈະໄປເລື້ອຍໆ. ໃນບ້ານສັກສິດຂອງພຣະອົງ, ຖ້າຫາກເຮົາຈະເຮັດເຊັ່ນນັ້ນ, ເຮົາຈະສາມາດສະຫງົບ ແລະ ຮູ້ວ່າພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ, ເຮົາເປັນລູກຂອງພຣະອົງ, ແລະ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
ຈຸດປະສົງຫລັກຂອງເວລາສັກສິດ ແລະ ສະຖານທີ່ສັກສິດແມ່ນຄືກັນ: ເພື່ອສຸມໃຈເຮົາໃສ່ພຣະບິດາເທິງສະຫວັນ ແລະ ແຜນຂອງພຣະອົງ, ອົງພຣະເຢຊູຄຣິດເຈົ້າ ແລະ ການຊົດໃຊ້ຂອງພຣະອົງ, ອຳນາດແຫ່ງການເສີມສ້າງຂອງພຣະວິນຍານບໍລິສຸດ, ແລະ ຄຳສັນຍາທີ່ກ່ຽວຂ້ອງກັບພິທີການສັກສິດ ແລະ ພັນທະສັນຍາຂອງພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະຜູ້ຊ່ວຍໃຫ້ລອດ ຊ້ຳແລ້ວຊ້ຳອີກ.
ມື້ນີ້ຂ້າພະເຈົ້າຈະເວົ້າຍ້ຳຫລັກທຳທີ່ຂ້າພະເຈົ້າໄດ້ເນັ້ນກ່ອນໜ້ານີ້. ບ້ານຂອງເຮົາຄວນປະສົມປະສານສູງສຸດທັງ ເວລາສັກສິດ ແລະ ສະຖານທີ່ສັກສິດ ຊຶ່ງບຸກຄົນ ແລະ ຄອບຄົວສາມາດ “ສະຫງົບ” ແລະ ຮູ້ວ່າພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ, ເຮົາເປັນລູກຂອງພຣະອົງ, ແລະ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ການອອກຈາກບ້ານໄປນະມັດສະການໃນວັນຊະບາໂຕ ແລະ ໃນບ້ານຂອງພຣະຜູ້ເປັນເຈົ້າ ເປັນສິ່ງສຳຄັນຢ່າງຍິ່ງ. ພຽງແຕ່ເມື່ອເຮົາກັບບ້ານດ້ວຍທັດສະນະທາງວິນຍານ ແລະ ຄວາມເຂັ້ມແຂງທີ່ໄດ້ຮັບໃນສະຖານທີ່ສັກສິດເຫລົ່ານັ້ນເທົ່ານັ້ນ ເຮົາຈຶ່ງຈະສາມາດຮັກສາຈຸດສຸມຂອງເຮົາຢູ່ທີ່ຈຸດປະສົງຕົ້ນຕໍຂອງຊີວິດມະຕະ ແລະ ເອົາຊະນະການລໍ້ລວງ ທີ່ແຜ່ລາມໄປທົ່ວໃນໂລກທີ່ຕົກຂອງເຮົານີ້.
ປະສົບການວັນຊະບາໂຕ, ພຣະວິຫານ, ແລະ ບ້ານຂອງເຮົາຢ່າງຕໍ່ເນື່ອງຄວນປົກປ້ອງເຮົາດ້ວຍອຳນາດຂອງພຣະວິນຍານບໍລິສຸດ, ດ້ວຍພັນທະສັນຍາທີ່ຕໍ່ເນື່ອງ ແລະ ເຂັ້ມແຂງຍິ່ງຂຶ້ນກັບພຣະບິດາ ແລະ ພຣະບຸດ ແລະ ດ້ວຍ “ຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ”19 ໃນຄຳສັນຍານິລັນດອນຂອງພຣະເຈົ້າ.
ເມື່ອບ້ານ ແລະ ສາດສະໜາຈັກມາເຕົ້າໂຮມກັນເປັນໜຶ່ງດຽວໃນພຣະຄຣິດ,20 ເຮົາອາດລຳບາກໃຈໃນທຸກດ້ານ, ແຕ່ເຮົາຈະບໍ່ເປັນທຸກໃນຈິດໃຈ ແລະ ໃນໃຈຂອງເຮົາ. ເຮົາອາດຈະສັບສົນກັບສະຖານະການ ແລະ ສິ່ງທ້າທາຍຂອງເຮົາ, ແຕ່ເຮົາຈະບໍ່ໝົດຫວັງ. ເຮົາອາດຖືກຂົ່ມເຫັງ, ແຕ່ເຮົາຈະຮັບຮູ້ວ່າ ເຮົາບໍ່ເຄີຍຢູ່ຄົນດຽວ.21 ເຮົາສາມາດໄດ້ຮັບຄວາມເຂັ້ມແຂງທາງວິນຍານ ທີ່ຈະໝັ້ນຄົງ, ແນ່ວແນ່, ແລະ ຈິງໃຈ.
ຄຳສັນຍາ ແລະ ປະຈັກພະຍານ
ຂ້າພະເຈົ້າສັນຍາວ່າ ເມື່ອເຮົາສ້າງຮາກຖານຂອງຊີວິດເຮົາຢູ່ເທິງ “ດານຫີນ” ຂອງພຣະເຢຊູຄຣິດ, ເຮົາຈະສາມາດໄດ້ຮັບພອນຈາກພຣະວິນຍານບໍລິສຸດ ທີ່ຈະໄດ້ຮັບຄວາມສະຫງົບເປັນສ່ວນຕົວ ແລະ ທາງວິນຍານຂອງຈິດວິນຍານ ທີ່ເຮັດໃຫ້ເຮົາຮູ້ ແລະ ຈື່ຈຳວ່າ ພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ, ເຮົາເປັນລູກຂອງພຣະອົງ, ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ແລະ ເຮົາສາມາດໄດ້ຮັບພອນທີ່ຈະກະທຳ ແລະ ເອົາຊະນະເລື່ອງຍາກໆ.
ຂ້າພະເຈົ້າເປັນພະຍານດ້ວຍຄວາມຊື່ນຊົມວ່າ ພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ, ເຮົາເປັນລູກຂອງພຣະອົງ, ແລະ ພຣະເຢຊູຄຣິດເປັນພຣະຜູ້ໄຖ່ຂອງເຮົາ ແລະ ເປັນ “ດານຫີນ” ແຫ່ງຄວາມລອດຂອງເຮົາ. ຂ້າພະເຈົ້າເປັນພະຍານໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.