ເປັນໜຶ່ງກັບພຣະຄຣິດ
ເຮົາເປັນນ້ຳໜຶ່ງໃຈດຽວກັນໂດຍຄວາມຮັກ ແລະ ສັດທາຂອງເຮົາໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ. ແກ່ນສານຂອງການເປັນພາກສ່ວນທີ່ແທ້ຈິງຄືການເປັນໜຶ່ງກັບພຣະຄຣິດ.
ຂ້າພະເຈົ້າຮູ້ສຶກເລິກເຊິ່ງກ່ຽວກັບການຊົດໃຊ້ຂອງພຣະເຢຊູຄຣິດ ນັບຕັ້ງແຕ່ຂ້າພະເຈົ້າຍັງນ້ອຍ, ແຕ່ຄວາມເປັນຈິງຂອງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດກັບມາສູ່ຂ້າພະເຈົ້າ ເມື່ອຂ້າພະເຈົ້າມີອາຍຸ 25 ປີ. ຂ້າພະເຈົ້າຫາກໍຈົບຈາກໂຮງຮຽນກົດໝາຍສະແຕນຝອດ ແລະ ກຳລັງສຶກສາເພື່ອສອບເສັງເຂົ້າເປັນທະນາຍຄວາມຢູ່ລັດຄາລິຟໍເນຍ. ແມ່ຂອງຂ້າພະເຈົ້າໄດ້ໂທຫາ ແລະ ເວົ້າວ່າ ພໍ່ຕູ້ຂອງຂ້າພະເຈົ້າ, ໂຄຣຊິເອີ ຄິມໂບ, ຜູ້ອາໄສຢູ່ໃນລັດຢູທາ, ໃກ້ຈະເສຍຊີວິດ. ເພິ່ນເວົ້າວ່າ ຖ້າຫາກຂ້າພະເຈົ້າຢາກໄປເບິ່ງເພິ່ນ, ຂ້າພະເຈົ້າຕ້ອງກັບບ້ານດ່ວນ. ພໍ່ຕູ້ຂອງຂ້າພະເຈົ້າມີອາຍຸ 86 ປີ ແລະ ເຈັບປ່ວຍໜັກ. ຂ້າພະເຈົ້າໄດ້ມີເວລາຢ້ຽມຢາມທີ່ດີເລີດກັບເພິ່ນ. ເພິ່ນດີໃຈຫລາຍທີ່ໄດ້ເຫັນຂ້າພະເຈົ້າ ແລະ ໄດ້ແບ່ງປັນປະຈັກພະຍານຂອງເພິ່ນກັບຂ້າພະເຈົ້າ.
ຕອນພໍ່ຕູ້ ໂຄຣຊິເອີ ມີອາຍຸພຽງສາມປີ, ພໍ່ຂອງເພິ່ນ, ເດວິດ ແພັດເທັນ ຄິມໂບ, ໄດ້ເສຍຊີວິດເມື່ອອາຍຸ 44 ປີ.1 ພໍ່ຕູ້ ໂຄຣຊິເອີ ຫວັງວ່າພໍ່ຂອງເພິ່ນ ແລະ ພໍ່ຕູ້ຂອງເພິ່ນ ຮີເບີ ຊີ ຄິມໂບ ຈະເຫັນດີນຳຊີວິດຂອງເພິ່ນ ແລະ ຮູ້ສຶກວ່າເພິ່ນໄດ້ຊື່ສັດຕໍ່ມໍລະດົກຂອງເພິ່ນຕະຫລອດມາ.
ຄຳແນະນຳຕົ້ນຕໍຂອງພໍ່ຕູ້ຕໍ່ຂ້າພະເຈົ້າຄື ໃຫ້ຫລີກເວັ້ນຈາກການມີສິດໄດ້ຮັບ ຫລື ສິດທິພິເສດໃດໆ ເນື່ອງຈາກບັນພະບຸລຸດທີ່ຊື່ສັດເຫລົ່ານີ້. ເພິ່ນໄດ້ບອກຂ້າພະເຈົ້າວ່າຄວນສຸມໃຈໃສ່ທີ່ພຣະຜູ້ຊ່ວຍໃຫ້ລອດ ແລະ ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ. ເພິ່ນເວົ້າວ່າເຮົາທຸກຄົນເປັນລູກຂອງພຣະບິດາເທິງສະຫວັນທີ່ຊົງຮັກ. ບໍ່ວ່າບັນພະບຸລຸດທາງໂລກຂອງເຮົາຈະເປັນໃຜ, ເຮົາແຕ່ລະຄົນຈະລາຍງານຕໍ່ພຣະຜູ້ຊ່ວຍໃຫ້ລອດ ວ່າເຮົາໄດ້ຮັກສາພຣະບັນຍັດຂອງພຣະອົງໄດ້ດີພຽງໃດ.
ພໍ່ຕູ້ໄດ້ອ້າງເຖິງພຣະຜູ້ຊ່ວຍໃຫ້ລອດວ່າເປັນ “ຜູ້ຮັກສາປະຕູ,” ຊຶ່ງເປັນການອ້າງອີງເຖິງ 2 ນີໄຟ 9:41. ເພິ່ນໄດ້ບອກຂ້າພະເຈົ້າວ່າ ເພິ່ນຫວັງວ່າເພິ່ນໄດ້ກັບໃຈພຽງພໍທີ່ຈະມີຄຸນສົມບັດສຳລັບຄວາມເມດຕາຂອງພຣະຜູ້ຊ່ວຍໃຫ້ລອດ.2
ຂ້າພະເຈົ້າຮູ້ສຶກປະທັບໃຈຢ່າງເລິກເຊິ່ງ. ຂ້າພະເຈົ້າຮູ້ວ່າເພິ່ນເປັນຄົນຊອບທຳ. ເພິ່ນເປັນປິຕຸ ແລະ ໄດ້ຮັບໃຊ້ວຽກງານເຜີຍແຜ່ຫລາຍຄັ້ງ. ເພິ່ນໄດ້ສິດສອນຂ້າພະເຈົ້າວ່າ ບໍ່ມີໃຜສາມາດກັບໄປຫາພຣະເຈົ້າໄດ້ ໂດຍການເຮັດຄວາມດີຢ່າງດຽວ ໂດຍບໍ່ໄດ້ຮັບປະໂຫຍດຈາກການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ. ຂ້າພະເຈົ້າຈື່ຈຳໄດ້ຈົນເຖິງທຸກວັນນີ້ ເຖິງຄວາມຮັກ ແລະ ຄວາມຮູ້ບຸນຄຸນອັນຍິ່ງໃຫຍ່ ທີ່ພໍ່ຕູ້ມີຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ການຊົດໃຊ້ຂອງພຣະອົງ.
ໃນປີ 2019 ລະຫວ່າງໄປເຮັດວຽກງານມອບໝາຍໃນເຢຣູຊາເລັມ,3 ຂ້າພະເຈົ້າໄດ້ໄປຢ້ຽມຢາມຫ້ອງຊັ້ນເທິງ ຊຶ່ງອາດໃກ້ກັບບ່ອນທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ລ້າງຕີນໃຫ້ພວກສາວົກຂອງພຣະອົງ ກ່ອນການຄຶງຂອງພຣະອົງ. ຂ້າພະເຈົ້າຮູ້ສຶກປະທັບໃຈທາງວິນຍານ ແລະ ນຶກເຖິງວິທີທີ່ພຣະອົງໄດ້ບັນຊາພວກສາວົກຂອງພຣະອົງໃຫ້ຮັກກັນແລະກັນ.
ຂ້າພະເຈົ້າຈື່ຄຳອະທິຖານອ້ອນວອນຂອງພຣະຜູ້ຊ່ວຍໃຫ້ລອດເພື່ອເຮົາ. ຄຳອະທິຖານນີ້ໄດ້ເກີດຂຶ້ນໃນຊ່ວງເວລາສຸດທ້າຍແຫ່ງພຣະຊົນຊີບມະຕະຂອງພຣະອົງ ຕາມທີ່ບັນທຶກໄວ້ໃນພຣະທຳໂຢຮັນ.
ຄຳອະທິຖານນີ້ມຸ້ງໄປທີ່ຜູ້ຕິດຕາມພຣະຄຣິດ, ລວມທັງເຮົາທຸກຄົນ.4 ໃນຄຳອ້ອນວອນຂອງພຣະຜູ້ຊ່ວຍໃຫ້ລອດຕໍ່ພຣະບິດາຂອງພຣະອົງ, ພຣະອົງໄດ້ອ້ອນວອນວ່າ “ເພື່ອໃຫ້ພວກເຂົາທັງໝົດເປັນອັນໜຶ່ງອັນດຽວກັນ; ໂອ ພຣະບິດາເອີຍ, ຂໍໂຜດໃຫ້ພວກເຂົາຢູ່ໃນເຮົາທັງສອງເໝືອນກັນ.” ແລ້ວພຣະຜູ້ຊ່ວຍໃຫ້ລອດກ່າວຕື່ມວ່າ, “ຂ້ານ້ອຍມອບກຽດຕິຍົດຢ່າງດຽວກັນກັບທີ່ພຣະອົງໃຫ້ຂ້ານ້ອຍນັ້ນແກ່ພວກເຂົາ, ເພື່ອພວກເຂົາຈະເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງພຣະອົງກັບຂ້ານ້ອຍເປັນອັນໜຶ່ງອັນດຽວກັນ.”5 ຄວາມເປັນອັນໜຶ່ງອັນດຽວກັນ ຄືສິ່ງທີ່ພຣະຄຣິດໄດ້ອະທິຖານທູນຂໍ ກ່ອນພຣະອົງຖືກທໍລະຍົດ ແລະ ຖືກຄຶງ. ຄວາມເປັນອັນໜຶ່ງອັນດຽວກັນກັບພຣະຄຣິດ ແລະ ພຣະບິດາເທິງສະຫວັນຂອງເຮົາ ສາມາດໄດ້ຮັບຜ່ານທາງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ.
ຄວາມເມດຕາທີ່ຊ່ວຍໃຫ້ລອດຂອງພຣະຜູ້ເປັນເຈົ້າບໍ່ໄດ້ຂຶ້ນຢູ່ກັບເຊື້ອສາຍ, ການສຶກສາ, ຖານະເສດຖະກິດ, ຫລື ເຊື້ອຊາດ. ມັນຂຶ້ນຢູ່ກັບການເປັນໜຶ່ງກັບພຣະຄຣິດ ແລະ ພຣະບັນຍັດຂອງພຣະອົງ.
ສາດສະດາໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ໄດ້ຮັບການເປີດເຜີຍກ່ຽວກັບການຈັດຕັ້ງ ແລະ ການປົກຄອງຂອງສາດສະໜາຈັກໃນປີ 1830, ບໍ່ດົນຫລັງຈາກສາດສະໜາຈັກໄດ້ຖືກຈັດຕັ້ງຂຶ້ນ. ພາກທີ 20 ໃນປະຈຸບັນ ໄດ້ຖືກອ່ານໂດຍສາດສະດາໂຈເຊັບ ຢູ່ໃນກອງປະຊຸມໃຫຍ່ຂອງສາດສະໜາຈັກຄັ້ງທຳອິດ ແລະ ເປັນການເປີດເຜີຍທຳອິດທີ່ຖືກອະນຸມັດໂດຍຄວາມຍິນຍອມນຳກັນ.6
ເນື້ອຫາຂອງການເປີດເຜີຍນີ້ແມ່ນໂດດເດັ່ນແທ້ໆ. ມັນສິດສອນເຮົາເຖິງຄວາມສຳຄັນ ແລະ ບົດບາດຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ວິທີທີ່ຈະເຂົ້າເຖິງອຳນາດ ແລະ ພອນຂອງພຣະອົງ ຜ່ານທາງພຣະຄຸນແຫ່ງການຊົດໃຊ້ຂອງພຣະອົງ. ສາດສະດາໂຈເຊັບມີອາຍຸ 24 ປີ ແລະ ໄດ້ຮັບການເປີດເຜີຍຫລາຍຢ່າງ ແລະ ໄດ້ສຳເລັດການແປພຣະຄຳພີມໍມອນ ໂດຍຂອງປະທານ ແລະ ອຳນາດຂອງພຣະເຈົ້າ. ທັງໂຈເຊັບ ແລະ ອໍລີເວີໄດ້ຖືກລະບຸວ່າເປັນອັກຄະສາວົກທີ່ໄດ້ຮັບການແຕ່ງຕັ້ງແລ້ວ, ດັ່ງນັ້ນຈຶ່ງມີສິດອຳນາດທີ່ຈະຄວບຄຸມສາດສະໜາຈັກ.
ຂໍ້ທີ 17 ເຖິງ 36 ບັນຈຸຂໍ້ສະຫລຸບຂອງຄຳສອນທີ່ຈຳເປັນຂອງສາດສະໜາຈັກ, ລວມທັງຄວາມເປັນຈິງຂອງພຣະເຈົ້າ, ແລະ ການສ້າງມະນຸດຊາດ, ການຕົກ, ແລະ ແຜນແຫ່ງຄວາມລອດຂອງພຣະບິດາເທິງສະຫວັນ ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ. ຂໍ້ທີ 37 ບັນຈຸຂໍ້ກຳນົດທີ່ຈຳເປັນສຳລັບການຮັບບັບຕິສະມາເຂົ້າໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້າ. ຂໍ້ທີ 75 ເຖິງ 79 ກຳນົດຄຳອະທິຖານສຳລັບສິນລະລຶກ ທີ່ເຮົາໃຊ້ທຸກໆວັນຊະບາໂຕ.
ຄຳສອນ, ຫລັກທຳ, ສິນລະລຶກ, ແລະ ການປະຕິບັດທີ່ພຣະຜູ້ເປັນເຈົ້າໄດ້ສະຖາປະນາຜ່ານທາງໂຈເຊັບ ສະມິດ, ສາດສະດາຂອງການຟື້ນຟູ, ມີອິດທິພົນຫລາຍແທ້ໆ.7
ຂໍ້ກຳນົດສຳລັບການບັບຕິສະມາ, ເຖິງແມ່ນຈະເລິກເຊິ່ງ, ແຕ່ກໍລຽບງ່າຍເປັນພິເສດ. ຕົ້ນຕໍແມ່ນລວມດ້ວຍຄວາມຖ່ອມຕົວຢູ່ຕໍ່ພຣະພັກຂອງພຣະເຈົ້າ, ຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ,8 ກັບໃຈຈາກບາບທັງໝົດ, ຮັບເອົາພຣະນາມຂອງພຣະເຢຊູຄຣິດ, ອົດທົນຈົນເຖິງທີ່ສຸດ, ແລະ ສະແດງອອກໂດຍວຽກງານຂອງເຮົາ ທີ່ເຮົາໄດ້ຮັບຈາກພຣະວິນຍານຂອງພຣະຄຣິດ.9
ມັນສຳຄັນທີ່ຄຸນສົມບັດທັງໝົດສຳລັບການຮັບບັບຕິສະມາ ເປັນເລື່ອງທາງວິນຍານ. ບໍ່ຈຳເປັນຕ້ອງລະບຸຜົນສຳເລັດທາງເສດຖະກິດ ຫລື ສັງຄົມ. ຄົນຍາກຈົນ ແລະ ຄົນຮັ່ງມີ ມີຂໍ້ກຳນົດທາງວິນຍານທີ່ເໝືອນກັນ.
ບໍ່ມີຂໍ້ກຳນົດດ້ານເຊື້ອຊາດ, ເພດ, ຫລື ຊົນເຜົ່າ. ພຣະຄຳພີມໍມອນປະກາດຢ່າງແຈ່ມແຈ້ງວ່າ ທຸກຄົນ ຖືກເຊື້ອເຊີນໃຫ້ຮັບເອົາພຣະກະລຸນາທິຄຸນຂອງພຣະຜູ້ເປັນເຈົ້າ, “ດຳ ແລະ ຂາວ, ຂ້າທາດ ແລະ ຜູ້ເປັນອິດສະລະ, ຊາຍ ແລະ ຍິງ; … ທຸກຄົນເທົ່າທຽມກັນໝົດສຳລັບພຣະເຈົ້າ.”10 “ທຸກຄົນມີສິດເທົ່າທຽມກັນ ແລະ ບໍ່ມີໃຜຖືກຫ້າມ.”11
ເນື່ອງຈາກ “ຄວາມຄ້າຍຄືກັນ” ຂອງພວກເຮົາຢູ່ຕໍ່ພຣະພັກຂອງພຣະເຈົ້າ, ຈຶ່ງບໍ່ສົມຄວນທີ່ຈະເນັ້ນຄວາມແຕກຕ່າງຂອງພວກເຮົາ. ບາງຄົນຊັກຈູງເຮົາຢ່າງຜິດໆ “ໃຫ້ຈິນຕະນາການວ່າ ຜູ້ຄົນແຕກຕ່າງຈາກຕົວເຮົາເອງ ແລະ ຈາກກັນແລະກັນ ຫລາຍກວ່າຄວາມເປັນຈິງ. [ບາງຄົນ] ຍົກເອົາຄວາມແຕກຕ່າງທີ່ແທ້ຈິງ ແຕ່ເລັກນ້ອຍ ແລ້ວຂະຫຍາຍມັນອອກຢ່າງກວ້າງຂວາງ.”12
ນອກເໜືອຈາກນີ້, ບາງຄົນຍັງຄິດຜິດວ່າ ເນື່ອງຈາກທຸກຄົນໄດ້ຖືກເຊື້ອເຊີນໃຫ້ຮັບເອົາພຣະກະລຸນາທິຄຸນຂອງພຣະອົງ ແລະ ຊີວິດນິລັນດອນ, ຈຶ່ງບໍ່ຈຳເປັນມີຂໍ້ກຳນົດໃນການປະພຶດ.13
ເຖິງຢ່າງໃດກໍຕາມ, ພຣະຄຳພີຢືນຢັນວ່າ ທຸກຄົນທີ່ມີຄວາມຮັບຜິດຊອບ ຖືກຮຽກຮ້ອງໃຫ້ກັບໃຈຈາກບາບ ແລະ ຮັກສາພຣະບັນຍັດຂອງພຣະອົງ.14 ພຣະຜູ້ເປັນເຈົ້າປະກາດຢ່າງແຈ່ມແຈ້ງວ່າ ທຸກຄົນມີອຳເພີໃຈທາງສິນທຳ ແລະ “ເປັນອິດສະລະທີ່ຈະເລືອກເສລີພາບ ແລະ ຊີວິດນິລັນດອນ, ໂດຍທາງພຣະຜູ້ເປັນກາງທີ່ຍິ່ງໃຫຍ່ຂອງມະນຸດທັງປວງ, … ແລະ ເຊື່ອຟັງພຣະບັນຍັດອັນຍິ່ງໃຫຍ່ຂອງພຣະອົງ; ແລະ ຊື່ສັດຕໍ່ຄຳຂອງພຣະອົງ, ແລະ ເລືອກຊີວິດນິລັນດອນ.”15 ເພື່ອຮັບພອນແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາຕ້ອງໃຊ້ອຳເພີໃຈທາງສິນທຳໂດຍຢືນຢັນ ເພື່ອເລືອກພຣະຄຣິດ ແລະ ເຊື່ອຟັງພຣະບັນຍັດຂອງພຣະອົງ.
ໃນຊ່ວງຊີວິດຂອງຂ້າພະເຈົ້າ, ຄວາມໝາຍຂອງ “ອຳເພີໃຈ” ແລະ “ຄວາມສະໝັກໃຈ” ໄດ້ຖືກຖົກຖຽງ ແລະ ໂຕ້ວາທີຕະຫລອດມາ. ເຄີຍມີ ແລະ ຍັງສືບຕໍ່ໂຕ້ຖຽງທາງປັນຍາຢ່າງຫລວງຫລາຍກ່ຽວກັບຫົວຂໍ້ເຫລົ່ານີ້.
ຢູ່ໃນໜ້າປົກຂອງໜັງສືລ່າສຸດ ຂອງສິດເກົ່າມະຫາວິທະຍາໄລຊື່ດັງ, ອາຈານນັກຊີວະວິທະຍາທີ່ມີຊື່ສຽງຢືນຢັນວ່າ, “ບໍ່ມີບ່ອນວ່າງສຳລັບຄວາມສະໝັກໃຈ.”16 ບໍ່ໜ້າແປກໃຈເລີຍທີ່, ອາຈານຄົນນີ້ຖືກອ້າງເຖິງໃນບົດຄວາມທີ່ວ່າ, “ບໍ່ມີສິ່ງທີ່ເອີ້ນວ່າພຣະເຈົ້າ, … ແລະ ບໍ່ມີຄວາມສະໝັກໃຈ, ແລະ ນີ້ແມ່ນຈັກກະວານອັນກວ້າງໃຫຍ່ໄພສານ, ທີ່ເສີຍເມີຍ, ແລະ ວ່າງເປົ່າ.”17 ຂ້າພະເຈົ້າບໍ່ສາມາດບໍ່ເຫັນດ້ວຍແຮງກວ່ານີ້.
ຄຳສອນພື້ນຖານຂອງຄວາມເຊື່ອຂອງເຮົາແມ່ນວ່າ ເຮົາມີອຳເພີໃຈທາງສິນທຳ,18 ຊຶ່ງລວມດ້ວຍຄວາມສະໝັກໃຈ.19 ອຳເພີໃຈແມ່ນຄວາມສາມາດທີ່ຈະເລືອກ ແລະ ປະຕິບັດ. ມັນເປັນສິ່ງຈຳເປັນຕໍ່ແຜນແຫ່ງຄວາມລອດ. ຖ້າບໍ່ມີອຳເພີໃນທາງສິນທຳ, ເຮົາບໍ່ສາມາດຮຽນຮູ້, ກ້າວໜ້າ, ຫລື ເລືອກທີ່ຈະເປັນໜຶ່ງກັບພຣະຄຣິດໄດ້. ຍ້ອນອຳເພີໃຈທາງສິນທຳ, ເຮົາຈຶ່ງ “ເປັນອິດສະລະທີ່ຈະເລືອກເສລີພາບ ແລະ ຊີວິດນິລັນດອນ.”20 ໃນສະພາກ່ອນເກີດໃນສະຫວັນ, ແຜນຂອງພຣະບິດາແມ່ນລວມທັງອຳເພີໃຈ ຊຶ່ງເປັນອົງປະກອບທີ່ສຳຄັນ. ລູຊິເຟີໄດ້ກະບົດ ແລະ “ໄດ້ສະແຫວງຫາທີ່ຈະທຳລາຍອຳເພີໃຈຂອງມະນຸດ.”21 ອີງຕາມນັ້ນ, ສິດທິພິເສດຂອງການມີຮ່າງກາຍມະຕະຈຶ່ງໄດ້ຖືກປະຕິເສດຕໍ່ຊາຕານ ແລະ ຜູ້ທີ່ຕິດຕາມມັນ.
ວິນຍານກ່ອນເກີດດວງອື່ນໆໄດ້ໃຊ້ອຳເພີໃຈຂອງພວກເຂົາໃນການເຮັດຕາມແຜນຂອງພຣະບິດາເທິງສະຫວັນ. ວິນຍານທີ່ໄດ້ຮັບພອນຈາກການມາເກີດສູ່ຊີວິດມະຕະນີ້ ຍັງຄົງມີອຳເພີໃຈຕໍ່ໄປ. ເຮົາເປັນອິດສະລະທີ່ຈະເລືອກ ແລະ ປະຕິບັດ, ແຕ່ເຮົາບໍ່ສາມາດຄວບຄຸມຜົນສະທ້ອນ. “ການເລືອກຄວາມດີ ແລະ ຄວາມຊອບທຳ ນຳໄປສູ່ຄວາມສຸກ, ສັນຕິສຸກ, ແລະ ຊີວິດນິລັນດອນ ໃນຂະນະທີ່ການເລືອກບາບ ແລະ ຄວາມຊົ່ວ ນຳໄປສູ່ຄວາມເຈັບປວດໃຈ ແລະ ຄວາມທຸກທໍລະມານ.”22 ດັ່ງທີ່ແອວມາໄດ້ກ່າວ, “ຄວາມຊົ່ວຮ້າຍບໍ່ເຄີຍເປັນຄວາມສຸກ.”23
ໃນໂລກທີ່ມີການແຂ່ງຂັນສູງນີ້, ມີການພະຍາຍາມທີ່ຈະຂຶ້ນໃຫ້ສູງສະເໝີ. ການພະຍາຍາມເປັນຄົນດີທີ່ສຸດ ທີ່ເຮົາສາມາດເປັນໄດ້ ແມ່ນຄວາມພະຍາຍາມທີ່ຊອບທຳ ແລະ ກຸ້ມຄ່າ. ມັນສອດຄ່ອງກັບຄຳສອນຂອງພຣະຜູ້ເປັນເຈົ້າ. ການພະຍາຍາມທີ່ຈະຫລຸດຜ່ອນ ຫລື ຄັດຄ້ານຄົນອື່ນ ຫລື ສ້າງສິ່ງກີດກັນຄວາມສຳເລັດຂອງພວກເຂົາ ແມ່ນຂັດກັບຄຳສອນຂອງພຣະຜູ້ເປັນເຈົ້າ. ເຮົາບໍ່ສາມາດຕຳນິສະຖານະການ ຫລື ຄົນອື່ນກັບການຕັດສິນໃຈເຮັດສິ່ງທີ່ຂັດກັບພຣະບັນຍັດຂອງພຣະເຈົ້າ.
ໃນໂລກປະຈຸບັນ, ມັນງ່າຍທີ່ຈະສຸມໃຈໃສ່ຄວາມສຳເລັດທາງດ້ານໂລກ ແລະ ອາຊີບ. ບາງຄົນມອງຂ້າມຫລັກທຳນິລັນດອນ ແລະ ການເລືອກທີ່ມີຄວາມສຳຄັນນິລັນດອນ. ເຮົາຈະສະຫລາດຖ້າເຮັດຕາມຄຳແນະນຳຂອງປະທານຣະໂຊ ເອັມ ແນວສັນ ທີ່ວ່າ “ຈົ່ງຄິດກ່ຽວກັບຊັ້ນສູງ.”24
ເກືອບທຸກຄົນສາມາດເລືອກຕັດສິນໃຈເຮັດສິ່ງສຳຄັນທີ່ສຸດໄດ້ ໂດຍບໍ່ຄຳນຶງເຖິງພອນສະຫວັນ, ຄວາມສາມາດ, ໂອກາດ, ຫລື ສະຖານະການທາງເສດຖະກິດ. ການເນັ້ນເລື່ອງການເລືອກຄອບຄົວກ່ອນ ເປັນສິ່ງສຳຄັນ. ເລື່ອງນີ້ແມ່ນແຈ່ມແຈ້ງຕະຫລອດທົ່ວພຣະຄຳພີ. ໃຫ້ຄິດເຖິງເລື່ອງລາວໃນ 1 ນີໄຟ ທີ່ລີໄຮ “ໄດ້ອອກໄປ ໃນຖິ່ນແຫ້ງແລ້ງກັນດານ. ແລະ ເພິ່ນໄດ້ປະຖິ້ມເຮືອນຊານ [ຂອງເພິ່ນ], ແລະ ແຜ່ນດິນຊຶ່ງເປັນມູນມໍລະດົກຂອງເພິ່ນ, ແລະ ຄຳຂອງເພິ່ນ, ແລະ ເງິນຂອງເພິ່ນ, ແລະ ຂອງມີຄ່າຂອງເພິ່ນ, ແລະ ບໍ່ໄດ້ເອົາສິ່ງໃດໄປກັບເພິ່ນເລີຍ, ນອກຈາກຄອບຄົວ [ຂອງເພິ່ນ].”25
ຂະນະທີ່ເຮົາປະເຊີນໜ້າກັບຄວາມຫຍຸ້ງຍາກຂອງຊີວິດ, ເຫດການຫລາຍຢ່າງຈະເກີດຂຶ້ນ ໂດຍທີ່ເຮົາສາມາດຄວບຄຸມໄດ້ໜ້ອຍ ຫລື ຄວບຄຸມບໍ່ໄດ້ເລີຍ. ຄວາມທ້າທາຍດ້ານສຸຂະພາບ ແລະ ອຸບັດຕິເຫດ ແນ່ນອນສາມາດຈັດຢູ່ໃນປະເພດນີ້ໄດ້. ການລະບາດໃຫຍ່ຂອງ ໂຄວິດ-19 ເມື່ອບໍ່ດົນມານີ້ ໄດ້ສົ່ງຜົນກະທົບຢ່າງຮຸນແຮງຕໍ່ຜູ້ທີ່ເຮັດທຸກຢ່າງໃນທາງທີ່ຖືກຕ້ອງ. ສຳລັບທາງເລືອກທີ່ສຳຄັນທີ່ສຸດ, ເຮົາສາມາດຄວບຄຸມໄດ້. ຢ້ອນກັບໄປສະໄໝເປັນຜູ້ສອນສາດສະໜາ, ແອວເດີ ແມຣິອອນ ດີ ແຮ໊ງສ໌, ປະທານເຜີຍແຜ່ຂອງພວກເຮົາ, ໄດ້ໃຫ້ພວກເຮົາທຸກຄົນທ່ອງຈຳບົດກະວີບົດໜຶ່ງຂອງ ເອວລາ ວຽວເລີ ວິວຄ໊ອກສ໌:
ບໍ່ມີໂອກາດໃດ, ໂຊກຊາຕາໃດ, ຊາຕາກຳໃດ,
ສາມາດຫລີກເວັ້ນ ຫລື ຂັດຂວາງ ຫລື ຄວບຄຸມ
ຈິດວິນຍານທີ່ຕັ້ງໃຈຢ່າງແນ່ວແນ່ໄດ້.26
ໃນເລື່ອງຫລັກທຳ, ການປະພຶດ, ການປະຕິບັດສາດສະໜາກິດ, ການດຳລົງຊີວິດຢ່າງຊອບທຳ, ເຮົາສາມາດຄວບຄຸມໄດ້. ສັດທາຂອງເຮົາໃນການນະມັດສະການພຣະເຈົ້າອົງເປັນພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ເປັນທາງເລືອກທີ່ເຮົາສາມາດເຮັດໄດ້.27
ກະລຸນາເຂົ້າໃຈວ່າຂ້າພະເຈົ້າບໍ່ໄດ້ສົ່ງເສີມຄວາມສົນໃຈໜ້ອຍລົງ ໃນການສຶກສາ ຫລື ອາຊີບ. ສິ່ງທີ່ຂ້າພະເຈົ້າເວົ້າຄື ເມື່ອຄວາມພະຍາຍາມໃນດ້ານການສຶກສາ ແລະ ອາຊີບຢູ່ເໜືອກວ່າຄອບຄົວ ຫລື ເໜືອກວ່າການເປັນໜຶ່ງກັບພຣະຄຣິດ, ແລ້ວຜົນທີ່ບໍ່ຕັ້ງໃຈ ສາມາດເປັນທາງລົບຢ່າງຫລວງຫລາຍ.
ຄຳສອນທີ່ແຈ່ມແຈ້ງ ແລະ ລຽບງ່າຍ ທີ່ກຳນົດໄວ້ໃນ ຄຳສອນ ແລະ ພັນທະສັນຍາ 20 ເປັນໜ້າປະທັບໃຈ ແລະ ໜ້າສົນໃຈ ຂະນະທີ່ມັນຂະຫຍາຍ ແລະ ຊີ້ແຈງແນວຄິດທາງວິນຍານທີ່ສັກສິດ. ມັນສິດສອນວ່າ ຄວາມລອດມີມາ ເມື່ອພຣະເຢຊູຄຣິດໃຫ້ຄວາມຍຸດຕິທຳ ແລະ ຊຳລະຈິດວິນຍານທີ່ກັບໃຈໃຫ້ບໍລິສຸດ ເພາະພຣະຄຸນຂອງພຣະຜູ້ຊ່ວຍໃຫ້ລອດ.28 ມັນເປັນການກຳນົດຂັ້ນຕອນສຳລັບບົດບາດທີ່ສຳຄັນຂອງການຊົດໃຊ້ຂອງພຣະອົງ.
ເຮົາຄວນພະຍາຍາມລວມຄົນອື່ນເຂົ້າໃນວົງການແຫ່ງຄວາມເປັນໜຶ່ງດຽວກັນຂອງເຮົາ. ຖ້າຫາກເຮົາຕິດຕາມຄຳແນະນຳຂອງປະທານຣະໂຊ ເອັມ ແນວສັນ ເພື່ອເຕົ້າໂຮມອິດສະຣາເອນຢູ່ທັງສອງຟາກມ່ານ, ເຮົາຕ້ອງລວມຄົນອື່ນເຂົ້າໃນວົງການແຫ່ງຄວາມເປັນໜຶ່ງດຽວກັນຂອງເຮົາດ້ວຍ. ດັ່ງທີ່ປະທານແນວສັນໄດ້ສິດສອນຢ່າງສວຍງາມວ່າ: “ໃນທຸກທະວີບ ແລະ ທຸກເກາະໃນທະເລ, ຜູ້ຄົນທີ່ຊື່ສັດກຳລັງຖືກເຕົ້າໂຮມເຂົ້າໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຄວາມແຕກຕ່າງໃນວັດທະນະທຳ, ພາສາ, ເພດ, ເຊື້ອຊາດ, ແລະ ສັນຊາດ ໄດ້ກາຍເປັນເລື່ອງທີ່ບໍ່ສຳຄັນ ເມື່ອຜູ້ທີ່ຊື່ສັດເຂົ້າໄປໃນເສັ້ນທາງແຫ່ງພັນທະສັນຍາ ແລະ ມາຫາພຣະຜູ້ໄຖ່ທີ່ຊົງຮັກຂອງເຮົາ.”29
ເຮົາເປັນນ້ຳໜຶ່ງໃຈດຽວກັນໂດຍຄວາມຮັກ ແລະ ສັດທາຂອງເຮົາໃນພຣະເຢຊູຄຣິດ ແລະ ໃນຖານະລູກໆຂອງພຣະບິດາເທິງສະຫວັນທີ່ຊົງຮັກ. ແກ່ນສານຂອງການເປັນພາກສ່ວນທີ່ແທ້ຈິງຄືການເປັນໜຶ່ງກັບພຣະຄຣິດ. ພິທີການບັບຕິສະມາ ແລະ ສິນລະລຶກທີ່ກຳນົດໄວ້ໃນ ຄຳສອນ ແລະ ພັນທະສັນຍາ 20, ຮ່ວມກັບພັນທະສັນຍາພຣະວິຫານ ເຮັດໃຫ້ເຮົາເປັນອັນໜຶ່ງອັນດຽວກັນໃນວິທີພິເສດ ແລະ ເຮັດໃຫ້ເຮົາເປັນອັນໜຶ່ງອັນດຽວກັນໃນທຸກໆວິທີທາງທີ່ສຳຄັນຊົ່ວນິລັນດອນ ແລະ ດຳລົງຊີວິດໃນສັນຕິສຸກ ແລະ ຄວາມຖືກຕ້ອງປອງດອງ.
ຂ້າພະເຈົ້າເປັນພະຍານຢ່າງແນ່ນອນ ແລະ ໝັ້ນໃຈວ່າ ພຣະເຢຊູຄຣິດຊົງພຣະຊົນ, ແລະ ຍ້ອນການຊົດໃຊ້ຂອງພຣະອົງ, ເຮົາຈຶ່ງສາມາດເປັນໜຶ່ງກັບພຣະຄຣິດ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.