​2010–2019
ລະນຶກເຖິງພຣະອົງຕະຫລອດເວລາ
ເມສາ 2016


12:6

ລະນຶກເຖິງພຣະອົງຕະຫລອດເວລາ

ຂ້າພະເຈົ້າເປັນພະຍານຢ່າງຖ່ອມຕົນ, ແລະ ອະທິຖານວ່າ ເຮົາຈະລະນຶກເຖິງພຣະອົງຕະຫລອດເວລາ—ໃນທຸກເວລາ, ແລະ ໃນທຸກບ່ອນທີ່ເຮົາຢູ່.

ອ້າຍເອື້ອຍນ້ອງທີ່ຮັກແພງທັງຫລາຍ, ຕອນຂ້າພະເຈົ້າໄດ້ຮັບໃຊ້ຢູ່ໃນເຂດອາຊີ, ບາງເທື່ອຜູ້ຄົນໄດ້ຖາມຂ້າພະເຈົ້າ ວ່າ, “ແອວເດີ ກອງ, ມີຈັກຄົນອາໄສຢູ່ໃນເຂດອາຊີຂອງສາດສະໜາຈັກ?”

ຂ້າພະເຈົ້າໄດ້ຕອບວ່າ, “ເຄິ່ງໜຶ່ງຂອງປະຊາກອນຂອງໂລກ—3.6 ພັນລ້ານຄົນ.”

ຄົນໜຶ່ງໄດ້ຖາມວ່າ, “ມັນຍາກບໍ ທີ່ຈະຈື່ຊື່ຂອງທຸກຄົນ?”

ການຈື່ຈຳ—ແລະ ການຫລົງລືມ—ເປັນພາກສ່ວນຂອງຊີວິດປະຈຳວັນ. ຍົກຕົວຢ່າງ, ເທື່ອໜຶ່ງ, ຫລັງຈາກໄດ້ຊອກຫາ ໂທລະສັບມືຖືຂອງນາງໃນທຸກບ່ອນແລ້ວ, ໃນທີ່ສຸດ ພັນລະຍາຂອງຂ້າພະເຈົ້າ ໄດ້ຕັດສິນໃຈວ່າ ຈະໂທຫາຈາກ ໂທລະສັບໜ່ວຍອື່ນ. ເມື່ອນາງໄດ້ຍິນສຽງໂທລະສັບດັງ, ພັນລະຍາຂອງຂ້າພະເຈົ້າໄດ້ເວົ້າວ່າ, “ໃຜນໍໂທມາ? ບໍ່ໄດ້ເອົາເລກໂທນີ້ໃຫ້ໃຜນາ!”

ການຈື່ຈຳ—ແລະ ການຫລົງລືມ—ເປັນພາກສ່ວນຂອງການເດີນທາງນິລັນດອນຂອງເຮົາ. ການເວລາ, ອິດສະລະ ໃນການເລືອກ ແລະ ຄວາມຊົງຈຳຊ່ວຍເຮົາໃຫ້ຮຽນຮູ້, ເຕີບໂຕ, ແລະ ມີສັດທາຫລາຍຂຶ້ນ.

ໃນເນື້ອເພງສວດທີ່ເຮົາມັກ ບອກວ່າ:

ເຮົາຮ້ອງສັນເສີນນາມເຢຊູເຈົ້າ,

ແລະ ເຝົ້າຖະຫວາຍກຽດນ້ອມ. …

ໄພ່ພົນຜູ້ຮັບສ່ວນ ເປັນພະຍານວ່າ

ທ່ານຈົດຈຳພຣະອົງ.1

ແຕ່ລະອາທິດ, ເມື່ອເຮົາຮັບສ່ວນສິນລະລຶກ, ເຮົາເຮັດພັນທະສັນຍາວ່າ ຈະລະນຶກເຖິງພຣະອົງຕະຫລອດເວລາ. ໃນການນຳໃຊ້ຂໍ້ພຣະຄຳພີເກືອບເຖິງ 400 ຂໍ້ທີ່ອ້າງເຖິງຄຳທີ່ວ່າ ລະນຶກເຖິງ, ຕໍ່ໄປນີ້ຄືວິທີທາງຫົກຢ່າງ ທີ່ເຮົາຈະສາມາດລະນຶກເຖິງພຣະອົງໄດ້ຕະຫລອດເວລາ.

ທີໜຶ່ງ, ເຮົາສາມາດລະນຶກເຖິງພຣະອົງໄດ້ຕະຫລອດເວລາ ໂດຍການມີຄວາມໝັ້ນໃຈໃນພັນທະສັນຍາ, ຄຳສັນຍາ, ແລະ ຄຳຮັບຮອງຂອງພຣະອົງ.

ພຣະຜູ້ເປັນເຈົ້າຈົດຈຳພັນທະສັນຍາອັນເປັນນິດຂອງພຣະອົງ—ຈາກວັນເວລາຂອງອາດາມ ຕະຫລອດເຖິງວັນເວລາ ທີ່ລູກຫລານຂອງອາດາມ “ຈະຍອມຮັບຄວາມຈິງ, ແລະ ຫລຽວຂຶ້ນຟ້າສະຫວັນ, ແລ້ວ ຊີໂອນຈະຫລຽວລົງມາ, ແລະ ຟ້າສະຫວັນທັງໝົດ ຈະສັ່ນດ້ວຍຄວາມສຸກ, ແລະ ແຜ່ນດິນໂລກຈະສັ່ນສາຍດ້ວຍຄວາມປິຕິຍິນດີ.”2

ພຣະຜູ້ເປັນເຈົ້າຈົດຈຳຄຳສັນຍາຂອງພຣະອົງ, ຮ່ວມທັງຄຳສັນຍາທີ່ຈະເຕົ້າໂຮມອິດສະຣາເອນ ທີ່ໄດ້ກະຈັດກະຈາຍໄປ ຜ່ານພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ ແລະ ຄຳສັນຍາ ທີ່ໄດ້ມອບໃຫ້ສະມາຊິກ ແລະ ຜູ້ສອນສາດສະໜາທຸກໆຄົນ ຜູ້ທີ່ຈົດຈຳຄຸນຄ່າຂອງຈິດວິນຍານທັງຫລາຍ.3

ພຣະຜູ້ເປັນເຈົ້າຈົດຈຳ ແລະ ໃຫ້ຄຳຮັບຮອງຕໍ່ປະຊາຊາດ ແລະ ຜູ້ຄົນ. ໃນວັນເວລາຂອງຄວາມຫຍຸ້ງຍາກ ແລະ ຄວາມສັບສົນວຸ້ນວາຍນີ້,4 “ບາງຄົນໄວ້ວາງໃຈໃນລົດຮົບຂອງພວກຕົນ, ຄົນອື່ນໄວ້ວາງໃຈໃນມ້າຮົບຂອງເຂົາເຈົ້າ: ແຕ່ພວກເຮົາໄວ້ວາງໃຈໃນພຣະນາມແຫ່ງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ,”5 ອົງທີ່ນຳພາ “ອະນາຄົດດັ່ງໃນອະດີດ.”6 “ໃນວັນເວລາທີ່ວຸ້ນວາຍ,”7 ເຮົາຈະຈື່ຈຳວ່າ ບໍ່ແມ່ນວຽກງານຂອງພຣະເຈົ້າທີ່ລົ້ມເຫລວ, ແຕ່ແມ່ນວຽກງານຂອງມະນຸດ.8

ທີສອງ, ເຮົາສາມາດລະນຶກເຖິງພຣະອົງໄດ້ຕະຫລອດເວລາ ໂດຍການຍອມຮັບພຣະຫັດຂອງພຣະອົງ ດ້ວຍຄວາມກະຕັນຍູ ຕະຫລອດຊີວິດຂອງເຮົາ.

ພຣະຫັດຂອງພຣະອົງຢູ່ໃນຊີວິດຂອງເຮົາ ສ່ວນຫລາຍຈະແຈ້ງຊັດດີໃນຄວາມຫວນຄິດເຫັນສະພາບການໃນອະດີດ. ນັກປັດສະຍາຊາວຄຣິດຄົນໜຶ່ງຊື່ ໂຊເຣັນ ເຄຍຄະກາດ ໄດ້ກ່າວວ່າ: “ເຮົາຕ້ອງເຂົ້າໃຈຊີວິດຫວນກັບຫລັງ. ແຕ່ … ເຮົາຕ້ອງ ໃຊ້ຊີວິດໄປໜ້າ.”9

ເມື່ອບໍ່ດົນມານີ້ ແມ່ທີ່ຮັກຂອງຂ້າພະເຈົ້າ ໄດ້ສະຫລອງວັນເກີດຄົບຮອບທີ 90 ປີ. ແມ່ໄດ້ກ່າວເປັນພະຍານຢ່າງມີຄວາມກະຕັນຍູ ສຳລັບພອນຕ່າງໆຈາກພຣະເຈົ້າ ໃນແຕ່ລະຈຸດທີ່ສຳຄັນໃນຊີວິດຂອງເພິ່ນ. ປະຫວັດຂອງຄອບຄົວ, ປະເພນີຂອງຄອບຄົວ, ແລະ ຄວາມຜູກພັນຂອງຄອບຄົວ ຊ່ວຍເຮົາໃຫ້ຖະໜອມຄວາມຊົງຈຳເຖິງອະດີດ, ຂະນະທີ່ຈະຈັດໃຫ້ມີແບບແຜນ ແລະ ຄວາມຫວັງໃນອະນາຄົດ. ເສັ້ນສາຍຂອງສິດອຳນາດຂອງຖານະປະໂລຫິດ ແລະ ປິຕຸພອນເປັນພະຍານເຖິງພຣະຫັດຂອງພຣະເຈົ້າ ຕະຫລອດທຸກລຸ້ນຄົນ.

ທ່ານເຄີຍໄດ້ຄິດກັບຕົວເອງ ວ່າເປັນປຶ້ມຂອງຄວາມຊົງຈຳທີ່ມີຊີວິດຢູ່ບໍ—ສະທ້ອນເຖິງສິ່ງ ແລະ ວິທີທີ່ທ່ານເລືອກຈະຈື່ຈຳ?

ຍົກຕົວຢ່າງ, ຕອນຂ້າພະເຈົ້າຍັງນ້ອຍ, ຂ້າພະເຈົ້າຢາກຫລິ້ນບານບ້ວງໃນໂຮງຮຽນ. ຂ້າພະເຈົ້າໄດ້ເຝິກແລ້ວເຝິກອີກ. ມື້ໜຶ່ງຫົວໜ້າ ໄດ້ຊີ້ໄປຫານັກກິລາເດັ່ນແຫ່ງລັດສອງຄົນ ທີ່ມີຄວາມສູງ 6.4 ຟຸດ (1.93 ແມັດ) ແລະ 6.2 ຟຸດ (1.2 ແມັດ) ແລະ ບອກຂ້າພະເຈົ້າວ່າ, “ຂ້ອຍຈະໃຫ້ເຈົ້າເຂົ້າຮ່ວມທິມ, ແຕ່ເຈົ້າອາດຈະບໍ່ໄດ້ຫລິ້ນບານດອກ.” ຂ້າພະເຈົ້າຈຳໄດ້ວ່າ ເພິ່ນໄດ້ໃຫ້ກຳລັງໃຈດ້ວຍຄວາມເມດຕາວ່າ, “ເປັນຫຍັງຈຶ່ງບໍ່ລອງຫລິ້ນເຕະບານ. ເຈົ້າຈະຫລິ້ນໄດ້ດີແນ່ນອນ.” ຄອບຄົວຂອງຂ້າພະເຈົ້າ ໄດ້ໂຮຮ້ອງຢ່າງໃຫຍ່ ຕອນຂ້າພະເຈົ້າໄດ້ເຕະບານເຂົ້າເປົ້າເປັນເທື່ອທຳອິດ.

ເຮົາສາມາດຈື່ຈຳຜູ້ຄົນທີ່ໃຫ້ໂອກາດເຮົາ, ແລະ ໂອກາດທີສອງ, ດ້ວຍຄວາມຊື່ຕົງ, ຄວາມເມດຕາ, ຄວາມອົດທົນ, ແລະ ກຳລັງໃຈ. ແລະ ເຮົາສາມາດກາຍເປັນຄົນທີ່ຄົນອື່ນຈະຈື່ຈຳໄດ້ ເມື່ອເຂົາເຈົ້າຕ້ອງການຄວາມຊ່ວຍເຫລືອ. ການຈື່ຈຳຄວາມຊ່ວຍເຫລືອຂອງຄົນອື່ນ ແລະ ອິດທິພົນທີ່ຊີ້ນຳຂອງພຣະວິນຍານ ດ້ວຍຄວາມກະຕັນຍູ ກໍເປັນວິທີທີ່ເຮົາຈະລະນຶກເຖິງພຣະອົງ. ມັນເປັນວິທີທີ່ເຮົານັບພຣະພອນທັງຫລາຍຂອງເຮົາ ແລະ ເຫັນສິ່ງທີ່ພຣະເຈົ້າກະທຳ.10

ທີສາມ, ເຮົາສາມາດລະນຶກເຖິງພຣະອົງໄດ້ຕະຫລອດເວລາ ໂດຍການໄວ້ພຣະໄທ ເມື່ອພຣະຜູ້ເປັນເຈົ້າໄດ້ໃຫ້ຄຳຮັບຮອງແກ່ເຮົາວ່າ ພຣະອົງຈະໃຫ້ອະໄພແກ່ຄົນບາບຜູ້ທີ່ກັບໃຈ, ແລະ ຈະບໍ່ຈື່ຈຳບາບຂອງເຂົາອີກຕໍ່ໄປ.11

ເມື່ອເຮົາກັບໃຈຢ່າງເຕັມທີ, ຮ່ວມທັງການສາລະພາບ ແລະ ການປະຖິ້ມບາບຂອງເຮົາ, ເຮົາຈະຖາມດັ່ງເອໂນດ, ຂະນະທີ່ຄວາມຮູ້ສຶກຜິດຂອງເຮົາຖືກກວາດລ້າງໄປ ວ່າ, “ຂ້າແດ່ພຣະອົງເຈົ້າ, ມັນເປັນໄປໄດ້ແນວໃດ?” ແລະ ຈະໄດ້ຍິນຄຳຕອບທີ່ວ່າ, “ເພາະສັດທາຂອງເຈົ້າໃນພຣະຄຣິດ”12 ແລະ ຄຳເຊື້ອເຊີນຂອງພຣະອົງແມ່ນວ່າ, “ຈົ່ງລະນຶກເຖິງເຮົາ.”13

ເມື່ອເຮົາກັບໃຈແລ້ວ ແລະ ຜູ້ນຳປະກາດວ່າເຮົາມີຄຸນຄ່າດີພໍ, ເຮົາບໍ່ຈຳເປັນຕ້ອງສາລະພາບແລ້ວ ສາລະພາບອີກເຖິງບາບໃນອະດີດ. ການມີຄຸນຄ່າດີພໍ ບໍ່ໄດ້ໝາຍຄວາມວ່າ ຕ້ອງດີພ້ອມທຸກຢ່າງ. ແຜນແຫ່ງຄວາມສຸກຂອງພຣະບິດາເທິງສະຫວັນ ເຊື້ອເຊີນໃຫ້ເຮົາມີຄວາມສະຫງົບສຸກຢ່າງຖ່ອມຕົນ ຢູ່ໃນການເດີນທາງຂອງເຮົາ ໃນຊີວິດນີ້ ທີ່ໃນມື້ໜຶ່ງ ເຮົາຈະຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະຄຣິດ,14 ບໍ່ແມ່ນຈະກັງວົນ, ຫງຸດງິດ, ຫລື ເສົ້າໃຈຢູ່ຕະຫລອດ ໃນຄວາມບໍ່ດີພ້ອມຂອງເຮົາໃນມື້ນີ້. ຈົ່ງຈຳໄວ້ວ່າ, ພຣະອົງຮູ້ທຸກສິ່ງທີ່ເຮົາບໍ່ຢາກໃຫ້ຜູ້ໃດຮູ້ ກ່ຽວກັບຕົວເຮົາ—ແລະ ກໍຍັງຮັກເຮົາຢູ່.

ບາງເທື່ອ ຊີວິດຈະທົດລອງຄວາມໄວ້ພຣະໄທຂອງເຮົາ ໃນຄວາມເມດຕາ, ຄວາມຍຸດຕິທຳ, ແລະ ການຕັດສິນຂອງພຣະອົງ, ແລະ ໃນການເຊື້ອເຊີນໃຫ້ເປັນອິດສະລະ ທີ່ຈະອະນຸຍາດໃຫ້ການຊົດໃຊ້ ຂອງພຣະອົງປິ່ນປົວເຮົາ ຂະນະທີ່ເຮົາໃຫ້ອະໄພຄົນອື່ນ ແລະ ຕົວເຮົາເອງ.

ຍິງໜຸ່ມຄົນໜຶ່ງໃນປະເທດໜຶ່ງ ໄດ້ສະໝັກເຮັດງານເປັນນັກຂ່າວ, ແຕ່ເຈົ້າໜ້າທີ່ຜູ້ທີ່ມອບໝາຍວຽກງານ ເປັນຄົນທີ່ຂາດຄວາມເມດຕາ. ລາວໄດ້ເວົ້າກັບນາງວ່າ, “ດ້ວຍລາຍເຊັນຂອງຂ້ອຍ, ຂ້ອຍຮັບປະກັນໄດ້ວ່າ ເຈົ້າຈະບໍ່ໄດ້ເປັນນັກຂ່າວ ແຕ່ຈະຂຸດຂຸມນ້ຳໂສໂຄກ.” ນາງເປັນຜູ້ຍິງຄົນດຽວທີ່ໄດ້ຂຸດຂຸມນ້ຳໂສໂຄກ ໃນກຸ່ມຂອງພວກຜູ້ຊາຍ.

ຫລາຍປີຕໍ່ມາ, ຜູ້ຍິງຄົນນີ້ໄດ້ກາຍມາເປັນເຈົ້າໜ້າທີ່. ມື້ໜຶ່ງຜູ້ຊາຍຄົນໜຶ່ງໄດ້ມາຫາ ເພາະຕ້ອງການ ລາຍເຊັນຂອງນາງ ສຳລັບວຽກງານໜຶ່ງ.

ນາງໄດ້ຖາມລາວວ່າ, “ເຈົ້າຈຳຂ້ອຍໄດ້ບໍ?” ລາວຈຳນາງບໍ່ໄດ້.

ນາງໄດ້ເວົ້າວ່າ, “ເຈົ້າຈຳຂ້ອຍບໍ່ໄດ້, ແຕ່ຂ້ອຍຈຳເຈົ້າໄດ້. ເພາະຍ້ອນລາຍເຊັນຂອງເຈົ້າ, ເຈົ້າໄດ້ຮັບຮອງວ່າ ຂ້ອຍຈະກາຍເປັນນັກຂ່າວບໍ່ໄດ້ຈັກເທື່ອ. ດ້ວຍລາຍເຊັນຂອງເຈົ້າ, ເຈົ້າໄດ້ສົ່ງຂ້ອຍໄປຂຸດຂຸມນ້ຳໂສໂຄກ, ເປັນຜູ້ຍິງຄົນດຽວໃນກຸ່ມຂອງພວກຜູ້ຊາຍ.”

ນາງໄດ້ບອກຂ້າພະເຈົ້າວ່າ, “ຂ້ານ້ອຍຮູ້ສຶກວ່າ ຄວນຈະເຮັດກັບຊາຍຄົນນັ້ນດີກວ່າທີ່ລາວໄດ້ເຮັດກັບຂ້ານ້ອຍ—ແຕ່ຂ້ານ້ອຍບໍ່ໄດ້ມີຄວາມເຂັ້ມແຂງນັ້ນ.” ບາງເທື່ອເຮົາຈະບໍ່ມີຄວາມເຂັ້ມແຂງພາຍໃນຕົວເຮົາ, ແຕ່ເຮົາຈະພົບເຫັນມັນໄດ້ ໃນການລະນຶກເຖິງ ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ອົງພຣະເຢຊູຄຣິດຂອງເຮົາ.

ເມື່ອການໄວ້ວາງໃຈຖືກທໍລະຍົດ, ຄວາມຝັນແຕກສະຫລາຍ, ຫົວໃຈຊອກຊ້ຳເທື່ອແລ້ວເທື່ອອີກ, ເມື່ອຢາກໄດ້ຄວາມຍຸດຕິທຳ ແລະ ຕ້ອງການຄວາມເມດຕາ, ເມື່ອກຳປັ້ນກຳຢູ່ ແລະ ນ້ຳຕາຂອງເຮົາຫລັ່ງໄຫລ, ເມື່ອເຮົາຈຳເປັນຕ້ອງຮູ້ວ່າຈະຈັບສິ່ງໃດໄວ້ໃຫ້ແໜ້ນ ແລະ ວ່າຈະປ່ອຍສິ່ງໃດໄປ, ເຮົາສາມາດລະນຶກເຖິງ ພຣະອົງໄດ້ຕະຫລອດເວລາ. ຊີວິດບໍ່ໄດ້ໂຫດຮ້າຍເທົ່າກັບເຮົາຄິດໃນບາງຄັ້ງ. ຄວາມເມດຕາອັນເປັນນິດ ຂອງພຣະອົງ ສາມາດຊ່ວຍເຮົາໃຫ້ພົບເຫັນເສັ້ນທາງ, ຄວາມຈິງ, ແລະ ຊີວິດຂອງເຮົາໄດ້.15

ເມື່ອເຮົາລະນຶກເຖິງພຣະຄຳ ແລະ ຕົວຢ່າງຂອງພຣະອົງ, ເຮົາຈະບໍ່ເຮັດໃຫ້ມີການເຄືອງໃຈ ຫລື ຄຽດງ່າຍ.

ພໍ່ຂອງເພື່ອນຂອງຂ້າພະເຈົ້າເປັນຊ່າງແປງລົດ. ຜົນງານທີ່ຊື່ສັດຂອງລາວ ໄດ້ສະແດງໃຫ້ເຫັນ ແມ່ນແຕ່ໃນວິທີທີ່ລາວລ້າງມືຢ່າງລະມັດລະວັງ. ມື້ໜຶ່ງມີຄົນໃນ ພຣະວິຫານບອກພໍ່ຂອງເພື່ອນຂ້າພະເຈົ້າວ່າ ລາວຄວນລ້າງມື ຂອງລາວກ່ອນ ກ່ອນຈະຮັບໃຊ້ຢູ່ທີ່ນັ້ນ. ແທນທີ່ຈະຄຽດ, ຊາຍທີ່ດີຄົນນີ້ໄດ້ເລີ່ມຖູ ຖ້ວຍຊາມຂອງຄອບຄົວ ໂດຍການໃຊ້ນ້ຳທີ່ມີສະບູຫລາຍຂຶ້ນ ກ່ອນໄປພຣະວິຫານ. ລາວໄດ້ເປັນຕົວຢ່າງຂອງຜູ້ຄົນທີ່ “ຂຶ້ນໄປຍັງເນີນພູ ຂອງອົງພຣະຜູ້ເປັນເຈົ້າ” ແລະ “ເຂົ້າໄປໃນພຣະວິຫານອັນບໍລິສຸດ” ດ້ວຍມືທີ່ສະອາດສຸດ ແລະ ໃຈບໍລິສຸດ.16

ຖ້າຫາກເຮົາມີຄວາມຮູ້ສຶກບໍ່ດີໃຈ, ມີຄວາມຄຽດແຄ້ນ, ຫລື ມີຄວາມບໍ່ພໍໃຈ, ຫລື ຖ້າຫາກເຮົາມີເຫດຜົນທີ່ຕ້ອງຂໍອະໄພຈາກຄົນອື່ນ, ນີ້ຄືເວລາທີ່ຈະໄປຂໍ.

ທີສີ່, ພຣະອົງເຊື້ອເຊີນເຮົາໃຫ້ລະນຶກເຖິງວ່າ ພຣະອົງຕ້ອນຮັບເຮົາກັບບ້ານສະເໝີ.

ເຮົາຮຽນຮູ້ໂດຍການທູນຖາມ ແລະ ການຄົ້ນຄວ້າ. ແຕ່ຂໍຢ່າຢຸດການຄົ້ນຫານັ້ນ ຈົນກວ່າທ່ານຈະໄປເຖິງ—ດັ່ງໃນຖ້ອຍຄຳຂອງ ທີ ແອັສ ເອລີອຽດ ທີ່ວ່າ—“ບ່ອນທີ່ [ທ່ານ] ໄດ້ເລີ່ມຕົ້ນ ແລະ ຮູ້ບ່ອນນັ້ນເປັນເທື່ອທຳອິດ.”17 ເມື່ອທ່ານພ້ອມແລ້ວ, ຂໍໃຫ້ທ່ານເປີດໃຈໃຫ້ແກ່ພຣະຄຳພີມໍມອນອີກ, ເປັນເທື່ອທຳອິດ. ຂໍໃຫ້ອະທິຖານ ດ້ວຍຄວາມຕັ້ງໃຈອີກ, ເປັນເທື່ອທຳອິດ.

ຂໍໃຫ້ໄວ້ວາງໃຈໃນຕອນຕົ້ນ ຫລື ໃນຄວາມຊົງຈຳທີ່ບໍ່ແຈ່ມແຈ້ງນັ້ນ. ປ່ອຍໃຫ້ມັນເຮັດໃຫ້ສັດທາ ຂອງທ່ານເຕີບໂຕຂຶ້ນ. ກັບພຣະເຈົ້າ, ຈະບໍ່ມີຈຸດທີ່ໄກເກີນກວ່າຈະກັບຄືນມາໄດ້.

ສາດສະດາໃນຍຸກສະໄໝບູຮານ ແລະ ໃນສະໄໝໃໝ່ຂໍຮ້ອງບໍ່ໃຫ້ເຮົາປ່ອຍໃຫ້ ຂໍ້ບົກຜ່ອງ, ຄວາມຜິດພາດ, ຫລື ຄວາມອ່ອນແອຂອງມະນຸດ—ຂອງຄົນອື່ນ ຫລື ຂອງຕົວເຮົາເອງ—ເຮັດໃຫ້ເຮົາພາດຄວາມຈິງ, ພັນທະສັນຍາ, ແລະ ອຳນາດທີ່ໄຖ່ ຢູ່ໃນພຣະກິດຕິຄຸນທີ່ຟື້ນຟູແລ້ວຂອງພຣະອົງ.18 ສິ່ງນີ້ຍິ່ງສຳຄັນ ຢູ່ໃນສາດສະໜາຈັກ ບ່ອນທີ່ເຮົາແຕ່ລະຄົນເຕີບໂຕ ຜ່ານການມີພາກສ່ວນຮ່ວມທີ່ບໍ່ດີພ້ອມຂອງເຮົາ. ສາດສະດາໂຈເຊັບ ໄດ້ກ່າວວ່າ, “ຂ້າພະເຈົ້າບໍ່ເຄີຍບອກທ່ານວ່າຂ້າພະເຈົ້າດີພ້ອມ; ແຕ່ບໍ່ມີຄວາມຜິດພາດຫຍັງໃນການເປີດເຜີຍ ທີ່ຂ້າພະເຈົ້າໄດ້ສິດສອນ.”19

ທີຫ້າ, ເຮົາສາມາດລະນຶກເຖິງພຣະອົງໄດ້ຕະຫລອດເວລາ ໃນວັນຊະບາໂຕ ຜ່ານສິນລະລຶກ. ໃນບັ້ນທ້າຍ ຂອງການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງ ແລະ ໃນຕອນຕົ້ນ ຂອງການປະຕິບັດສາດສະໜາກິດ ຫລັງການຟື້ນຄືນພຣະຊົນ—ທັງສອງຕອນ—ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ໄດ້ຈັບເຂົ້າຈີ່ ແລະ ເຫລົ້າແວງຂຶ້ນມາ ແລະ ໄດ້ຂໍໃຫ້ເຮົາລະນຶກເຖິງພຣະກາຍ ແລະ ໂລຫິດຂອງພຣະອົງ,20 “ເພາະຕາບໃດທີ່ພວກເຈົ້າເຮັດສິ່ງນີ້ ພວກເຈົ້າຈະລະນຶກເຖິງເວລາທີ່ເຮົາໄດ້ຢູ່ກັບພວກເຈົ້າ.”21

ໃນພິທີການຂອງພິທີສິນລະລຶກ, ເຮົາເປັນສັກຂີພະຍານຕໍ່ອົງພຣະບິດາເຈົ້າວ່າ ເຮົາເຕັມໃຈຮັບ ພຣະນາມຂອງພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ, ຊຶ່ງປະທານໃຫ້ເຮົາ, ເພື່ອເຮົາຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ.22

ດັ່ງທີ່ແອມມິວເລັກສອນ, ເຮົາລະນຶກເຖິງພຣະອົງ ເມື່ອເຮົາອະທິຖານຢູ່ໃນທົ່ງ, ເພື່ອຝູງສັດ, ແລະ ໃນຄອບຄົວຂອງເຮົາ, ແລະ ເມື່ອເຮົາລະນຶກເຖິງຄົນຂັດສົນ, ຄົນເປື່ອຍເປົ່າ, ຄົນເຈັບປ່ວຍ ແລະ ຄົນເປັນທຸກ.23

ສຸດທ້າຍ, ທີຫົກ, ພຣະຜູ້ຊ່ວຍໃຫ້ລອດ ເຊື້ອເຊີນເຮົາ ໃຫ້ລະນຶກເຖິງພຣະອົງຕະຫລອດເວລາ ດັ່ງທີ່ພຣະອົງລະນຶກເຖິງເຮົາຕະຫລອດເວລາ.

ໃນໂລກໃໝ່, ພຣະຜູ້ຊ່ວຍໃຫ້ລອດທີ່ໄດ້ຟື້ນຄືນພຣະຊົນແລ້ວ ໄດ້ເຊື້ອເຊີນຜູ້ທີ່ມີໜ້າຢູ່ທີ່ນັ້ນໃຫ້ມາ, ແຕ່ລະຄົນ, ໃຫ້ມາແຕະຕ້ອງຂ້າງຂອງພຣະອົງ, ແລະ ລູບຄຳຮອຍຕະປູທີ່ພຣະຫັດ ແລະ ທີ່ພຣະບາດຂອງພຣະອົງນຳອີກ.24

ພຣະຄຳພີບັນຍາຍເຖິງການຟື້ນຄືນຊີວິດວ່າ, “ທຸກແຂນຂາ ແລະ ຂໍ້ຕໍ່ຈະຖືກນຳເຂົ້າຫາໂຄງຮ່າງອັນຖືກຕ້ອງ ແລະ ສົມບູນຂອງມັນ,” ແລະ “ແມ່ນແຕ່ຜົມເສັ້ນໜຶ່ງໃນຫົວກໍຈະບໍ່ເສຍໄປ.”25 ເພາະເປັນເຊັ່ນນັ້ນ, ຂໍໃຫ້ພິຈາລະນາວ່າ ເພາະເຫດໃດ ພຣະກາຍທີ່ສົມບູນ ແລະ ທີ່ຖືກຟື້ນຄືນພຣະຊົນແລ້ວຂອງພຣະອົງ ຍັງມີຮອຍແຜໃນຂ້າງ ແລະ ຮອຍຕະປູຢູ່ໃນພຣະຫັດ ແລະ ໃນພຣະບາດຂອງພຣະອົງຢູ່.26

ໃນເວລາໃດເວລາໜຶ່ງໃນປະຫວັດສາດ, ມະນຸດໄດ້ຖືກປະຫານໂດຍການຄຶງທີ່ໄມ້ກາງແຂນ. ແຕ່ ມີພຽງແຕ່ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດເທົ່ານັ້ນ, ທີ່ຍອມຮັບເຮົາ ໂດຍຍັງແບກຫາບຮອຍແຜແຫ່ງຄວາມຮັກ ທີ່ບໍລິສຸດຂອງພຣະອົງຢູ່. ພຣະອົງໄດ້ສຳເລັດຄຳພະຍາກອນ ຂອງການຖືກຍົກຂຶ້ນເທິງໄມ້ກາງແຂນ ເພື່ອວ່າພຣະອົງຈະໄດ້ຊັກນຳເຮົາແຕ່ລະຄົນ, ຕາມຊື່ຂອງເຮົາ, ໃຫ້ມາຫາພຣະອົງ.27

ພຣະຜູ້ຊ່ວຍໃຫ້ລອດຂອງເຮົາປະກາດວ່າ:

“ແທ້ຈິງແລ້ວ, ນາງອາດລືມໄດ້, ແຕ່ເຮົາຈະບໍ່ລືມເຈົ້າ.”

“ຈົ່ງເບິ່ງ, ເຮົາຈາລຶກເຈົ້າໄວ້ໃນຝາມືຂອງເຮົາ.”28

ພຣະອົງເປັນພະຍານວ່າ: “ເຮົາຄືຜູ້ທີ່ຖືກຍົກຂຶ້ນ. ເຮົາຄືພຣະເຢຊູຜູ້ຖືກຄຶງ. ເຮົາຄືພຣະບຸດຂອງພຣະເຈົ້າ.”29

ຂ້າພະເຈົ້າເປັນພະຍານຢ່າງຖ່ອມຕົນ, ແລະ ອະທິຖານ, ວ່າເຮົາຈະລະນຶກເຖິງພຣະອົງຕະຫລອດເວລາ—ໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນທີ່ເຮົາຢູ່.30 ໃນພຣະນາມອັນສັກສິດ ແລະ ບໍລິສຸດຂອງພຣະເຢຊູຄຣິດ, ອາແມນ.