ການປົດບາບຂອງພວກທ່ານຈະມີຢູ່ສະເໝີ
ໂດຍອຳນາດທີ່ເຮັດໃຫ້ສັກສິດຂອງພຣະວິນຍານບໍລິສຸດ ໃນຖານະທີ່ເປັນເພື່ອນຂອງເຮົາຕະຫລອດເວລາ, ເຮົາຈະສາມາດຮັກສາການປົດບາບຂອງເຮົາໄວ້ຢູ່ສະເໝີ.
ສຳນວນທີ່ເລິກຊຶ້ງ ຊຶ່ງກະສັດເບັນຢາມິນ ໄດ້ໃຊ້ໃນຄຳສອນ ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ການຊົດໃຊ້ຂອງພຣະອົງ ໄດ້ເປັນຫົວຂໍ້ທີ່ຂ້າພະເຈົ້າມັກເອົາມານຳໃຊ້ເລື້ອຍໆ ໃນການສຶກສາ ແລະ ການໄຕ່ຕອງຂອງຂ້າພະເຈົ້າ ເປັນເວລາຫລາຍປີ.
ໃນຄຳເທດສະໜາອຳລາເລື່ອງວິນຍານທີ່ໜ້າຕື່ນເຕັ້ນ ຕໍ່ຜູ້ຄົນທີ່ເພິ່ນໄດ້ຮັບໃຊ້ ແລະ ຮັກ, ກະສັດເບັນຢາມິນ ໄດ້ບັນຍາຍເຖິງຄວາມສຳຄັນຂອງຄວາມຮູ້ເລື່ອງລັດສະໝີພາບຂອງພຣະເຈົ້າ ແລະ ການຊື່ນຊົມກັບຄວາມຮັກຂອງພຣະອົງ, ເຖິງການປົດບາບ, ການລະນຶກເຖິງຄວາມຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ, ແລະ ການອະທິຖານທຸກວັນ ແລະ ການຍຶດໝັ້ນຢູ່ໃນສັດທາ.1 ເພິ່ນຍັງໄດ້ສັນຍາອີກວ່າ ໂດຍການເຮັດສິ່ງເຫລົ່ານີ້, “ພວກທ່ານຈະປິຕິຍິນດີຢູ່ສະເໝີ, ແລະ ຈະເຕັມໄປດ້ວຍຄວາມຮັກຂອງພຣະເຈົ້າ, ແລະ ການປົດບາບຂອງພວກທ່ານຈະມີຢູ່ສະເໝີ.”2
ຂ່າວສານຂອງຂ້າພະເຈົ້າແມ່ນເນັ້ນໃສ່ຫລັກທຳ ເຖິງການປົດບາບຂອງເຮົາຈະມີຢູ່ສະເໝີ. ຄວາມຈິງໃນສຳນວນນີ້ ສາມາດເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຮົາໃນອົງພຣະເຢຊູຄຣິດໄດ້ ແລະ ຊ່ວຍເຮົາໃຫ້ເປັນສານຸສິດທີ່ດີກວ່າເກົ່າ. ຂ້າພະເຈົ້າອະທິຖານວ່າ ພຣະວິນຍານບໍລິສຸດ ຈະດົນໃຈ ແລະ ໃຫ້ຄວາມຮູ້ແກ່ເຮົາ ເມື່ອເຮົາພິຈາລະນາຄວາມຈິງທີ່ຈຳເປັນທາງວິນຍານນີ້.
ການເກີດໃໝ່ທາງວິນຍານ
ໃນຊ່ວງມະຕະ ເຮົາຈະປະເຊີນກັບການເກີດທາງເນື້ອໜັງ ແລະ ມີໂອກາດສຳລັບການເກີດໃໝ່ທາງວິນຍານ.3 ເຮົາໄດ້ຮັບການຕັກເຕືອນຈາກສາດສະດາ ແລະ ອັກຄະສາວົກ ໃຫ້ “[ຕື່ນຂຶ້ນ] ມາຫາພຣະເຈົ້າ,4 “ເກີດໃໝ່,”5 ແລະ ກາຍເປັນ “ຄົນທີ່ຖືກສ້າງຂຶ້ນໃໝ່ … ໃນພຣະຄຣິດ6 ໂດຍການຮັບເອົາພອນໃນຊີວິດຂອງເຮົາ ຊຶ່ງເປັນໄປໄດ້ ໂດຍຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ. “ພຣະຄຸນຄວາມດີ, … ພຣະເມດຕາ, ແລະ ພຣະຄຸນຂອງພຣະເມຊີອາຜູ້ບໍລິສຸດ”7 ສາມາດຊ່ວຍເຫລືອເຮົາ ໃຫ້ເອົາຊະນະ ການຄິດແຕ່ນຳຕົນເອງ ແລະ ການມັກເຫັນແກ່ຕົວ ຕາມທຳມະຊາດຂອງມະນຸດໄດ້ ແລະ ກາຍເປັນຄົນບໍ່ເຫັນແກ່ຕົວ, ມີເມດຕາກະລຸນາ, ແລະ ເປັນນັກບຸນຫລາຍຂຶ້ນ. ເຮົາໄດ້ຮັບການຕັກເຕືອນໃຫ້ດຳລົງຊີວິດ ໃນທາງທີ່ເຮົາຈະສາມາດ “ຢືນຢູ່ໂດຍບໍ່ມີມົນທິນຕໍ່ພຣະພັກຂອງ [ພຣະຜູ້ເປັນເຈົ້າ] ໃນວັນສຸດທ້າຍ.”8
ພຣະວິນຍານບໍລິສຸດ ແລະ ພິທີການຂອງຖານະປະໂລຫິດ
ສາດສະດາໂຈເຊັບ ສະມິດ ໄດ້ສະຫລຸບສັ້ນໆ ເຖິງບົດບາດທີ່ຈຳເປັນຂອງພິທີການຂອງຖານະປະໂລຫິດ ໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ ດັ່ງນີ້: “ການເກີດໃໝ່ ມີມາໂດຍທາງພຣະວິນຍານຂອງພຣະເຈົ້າ ຜ່ານພິທີການ.”9 ຂໍ້ຄວາມທີ່ແຈ່ມແຈ້ງນີ້ ເນັ້ນເຖິງບົດບາດຂອງພຣະວິນຍານບໍລິສຸດ ແລະ ພິທີການທີ່ສັກສິດ ໃນຂັ້ນຕອນຂອງການເກີດໃໝ່ທາງວິນຍານ.
ພຣະວິນຍານບໍລິສຸດ ເປັນສະມາຊິກອົງທີສາມ ໃນຝ່າຍພຣະເຈົ້າ. ພຣະອົງມີຮ່າງກາຍທີ່ເປັນວິນຍານ ແລະ ພຣະອົງເປັນພະຍານເຖິງຄວາມຈິງທັງໝົດ. ໃນພຣະຄຳພີ ພຣະວິນຍານບໍລິສຸດ ໄດ້ຖືກກ່າວເຖິງວ່າເປັນ ຜູ້ປອບໂຍນ,10 ເປັນຄູສອນ,11 ແລະ ເປັນຜູ້ເປີດເຜີຍ.12 ນອກເໜືອຈາກນັ້ນ, ພຣະວິນຍານບໍລິສຸດ ຍັງເປັນຜູ້ຊຳລະ,13 ເປັນຜູ້ລ້າງສ່ວຍ, ຈູດເຜົາຄວາມບໍ່ສະອາດ ແລະ ຄວາມຊົ່ວຮ້າຍ ອອກຈາກຈິດວິນຍານຂອງມະນຸດ ຄືກັນກັບດ້ວຍໄຟ.
ພິທີການທີ່ສັກສິດ ເປັນຈຸດໃຈກາງໃນຫລັກທຳຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ໃນຂັ້ນຕອນຂອງການມາຫາພຣະອົງ ແລະ ສະແຫວງຫາການເກີດໃໝ່ທາງວິນຍານ. ພິທີການ ເປັນການກະທຳທີ່ສັກສິດ ໂດຍມີຈຸດປະສົງທາງວິນຍານ, ມີຄວາມສຳຄັນນິລັນດອນ, ແລະ ມີສ່ວນຜູກພັນກັບກົດ ແລະ ຂໍ້ບັງຄັບຂອງພຣະເຈົ້າ.14 ພິທີການຊ່ວຍໃຫ້ລອດທັງໝົດ ແລະ ພິທີສິນລະລຶກ ຈະຕ້ອງໄດ້ຮັບອະນຸຍາດຈາກຜູ້ທີ່ດຳລົງຂໍກະແຈຂອງຖານະປະໂລຫິດ.
ພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ ທີ່ຖືກປະຕິບັດ ໃນສາດສະໜາຈັກທີ່ຖືກຟື້ນຟູຄືນມາໃໝ່ຂອງພຣະຜູ້ເປັນເຈົ້າ ແມ່ນເກີນກວ່າພິທີຕ່າງໆ ຫລື ການປະຕິບັດໃນທາງເປັນສັນຍາລັກເທົ່ານັ້ນ. ແຕ່ມັນປະກອບດ້ວຍແບບແຜນທີ່ຖືກອະນຸມັດ ຊຶ່ງຜ່ານແບບແຜນເຫລົ່ານີ້ ພອນ ແລະ ອຳນາດຈາກສະຫວັນ ຈະຫລັ່ງໄຫລລົງມາສູ່ຊີວິດຂອງບຸກຄົນ.
ແລະ ຖານະປະໂລຫິດດັ່ງກ່າວທີ່ສູງກວ່າປະຕິບັດພຣະກິດຕິຄຸນ ແລະ ຖືຂໍກະແຈແຫ່ງຄວາມລຶກລັບ ຂອງອານາຈັກ, ແມ່ນແຕ່ຂໍກະແຈແຫ່ງຄວາມຮູ້ຂອງພຣະເຈົ້າ.
ສະນັ້ນ, ໃນພິທີການດັ່ງກ່າວ, ອຳນາດຂອງຄວາມເປັນເໝືອນພຣະເຈົ້າຈະສະແດງໃຫ້ປະຈັກ.
ແລະ ຖ້າຫາກປາດສະຈາກພິທີການດັ່ງກ່າວ, ແລະ ສິດອຳນາດຂອງຖານະປະໂລຫິດ, ອຳນາດຂອງຄວາມເປັນເໝືອນພຣະເຈົ້າ ຈະບໍ່ສະແດງໃຫ້ປະຈັກແກ່ມະນຸດໃນເນື້ອໜັງ.15
ພິທີການທີ່ຮັບເອົາ ແລະ ໃຫ້ກຽດ ດ້ວຍຄວາມຊື່ສັດ ເປັນສິ່ງຈຳເປັນຕໍ່ການໄດ້ຮັບອຳນາດ ຂອງຄວາມເປັນເໝືອນພຣະເຈົ້າ ແລະ ພອນທັງໝົດ ທີ່ມີໄວ້ໃຫ້ ຜ່ານທາງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ.
ການຮັບ ແລະ ການຮັກສາ ການປົດບາບ ຜ່ານພິທີການ
ເພື່ອຈະໄດ້ເຂົ້າໃຈຢ່າງເລິກຊຶ້ງ ເຖິງຂັ້ນຕອນທີ່ເຮົາຈະສາມາດໄດ້ຮັບ ແລະ ຮັກສາການປົດບາບຂອງເຮົາໄວ້ຢູ່ສະເໝີ, ທຳອິດເຮົາຕ້ອງເຂົ້າໃຈເຖິງຄວາມສຳພັນ ທີ່ແຍກອອກຈາກກັນບໍ່ໄດ້ ລະຫວ່າງພິທີການສາມຢ່າງ ຊຶ່ງເປີດທາງສູ່ອຳນາດຂອງສະຫວັນ. ການຮັບບັບຕິສະມາໂດຍລົງໄປໃນນ້ຳໝົດທັງຕົວ, ການວາງມືສຳລັບຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ສິນລະລຶກ.
ການຮັບບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວ “ເປັນພິທີການຂັ້ນຕົ້ນແຫ່ງພຣະກິດຕິຄຸນ”16 ຂອງພຣະເຢຊູຄຣິດ ແລະ ຈະຕ້ອງມີສັດທາໃນພຣະຜູ້ຊ່ວຍໃຫ້ລອດ ແລະ ໂດຍການກັບໃຈຢ່າງຈິງໃຈກ່ອນ. ພິທີການນີ້ “ເປັນເຄື່ອງໝາຍ ແລະ ພຣະບັນຍັດ ຊຶ່ງພຣະເຈົ້າໄດ້ສົ່ງມາໃຫ້ [ລູກໆຂອງພຣະອົງ] ເພື່ອຈະໄດ້ເຂົ້າໄປໃນອານາຈັກຂອງພຣະອົງ.”17 ການບັບຕິສະມາເປັນການປະຕິບັດ ດ້ວຍສິດອຳນາດຂອງຖານະປະໂລຫິດແຫ່ງອາໂຣນ. ໃນຂັ້ນຕອນຂອງການເຂົ້າມາຫາພຣະຜູ້ຊ່ວຍໃຫ້ລອດ ແລະ ເກີດໃໝ່ທາງວິນຍານ, ການບັບຕິສະມາເປັນສິ່ງຈຳເປັນຕໍ່ ການຊຳລະລ້າງເທື່ອທຳອິດ ຂອງຈິດວິນຍານຂອງເຮົາຈາກບາບ.
ພັນທະສັນຍາແຫ່ງການຮັບບັບຕິສະມາ ແມ່ນຮ່ວມດ້ວຍ ຄຳສັນຍາທີ່ສຳຄັນສາມຢ່າງ: (1) ເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ, (2) ທີ່ຈະລະນຶກເຖິງພຣະອົງຕະຫລອດເວລາ, ແລະ (3) ທີ່ຈະຮັກສາພຣະບັນຍັດຂອງພຣະອົງ. ພອນທີ່ໄດ້ສັນຍາໄວ້ສຳລັບການຮັກສາພັນທະສັນຍານີ້ ແມ່ນ ເພື່ອ [ເຮົາ] ຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ.18 ດັ່ງນັ້ນ, ການບັບຕິສະມາ ຈຶ່ງເປັນການຕຽມທີ່ຈຳເປັນ ເພື່ອຮັບເອົາໂອກາດ ຊຶ່ງໄດ້ລະບຸໄວ້ ສຳລັບການມີເພື່ອນຢູ່ດ້ວຍຕະຫລອດເວລາ ທີ່ເປັນສະມາຊິກອົງທີສາມ ໃນຝ່າຍພຣະເຈົ້າ.
“ການບັບຕິສະມາ [ດ້ວຍ] ນ້ຳ … ຈະຕ້ອງຕິດຕາມດ້ວຍການບັບຕິສະມາດ້ວຍພຣະວິນຍານ ຈຶ່ງຈະສຳເລັດຄົບຖ້ວນ.”19 ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສອນ ນີໂກເດມ ວ່າ, “ຖ້າຜູ້ໃດບໍ່ບັງເກີດຈາກນ້ຳ ແລະ ຈາກພຣະວິນຍານ ຜູ້ນັ້ນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້.”20
ບົດຄວາມສາມບົດ ທີ່ກ່າວໂດຍສາດສະດາໂຈເຊັບ ສະມິດ ເນັ້ນເຖິງຄວາມຜູກພັນອັນຈຳເປັນ ລະຫວ່າງພິທີບັບຕິສະມາສຳລັບການປົດບາບ ແລະ ການວາງມືສຳລັບຂອງປະທານແຫ່ງພຣະວິນຍານບໍລິສຸດ.
ບົດຄວາມທີ 1: “ການບັບຕິສະມາແມ່ນພິທີການທີ່ສັກສິດ ເພື່ອຕຽມຮັບເອົາພຣະວິນຍານບໍລິສຸດ; ມັນເປັນແບບແຜນ ແລະ ຂໍກະແຈ ຊຶ່ງໂດຍທາງນີ້ ພຣະວິນຍານບໍລິສຸດຈະຖືກປະຕິບັດຕໍ່ບຸກຄົນ.”21
ບົດຄວາມທີ 2: “ການບັບຕິສະມາໃຫ້ບາງຄົນ ກໍເທົ່າກັບການຈຸ່ມຖົງດິນຊາຍລົງນ້ຳ ຖ້າຫາກບໍ່ປະຕິບັດໃນທາງທີ່ຈະໄດ້ຮັບການປົດບາບ ແລະ ຮັບເອົາພຣະວິນຍານບໍລິສຸດ. ການບັບຕິສະມາພຽງເຄິ່ງດຽວ ກໍໄຮ້ປະໂຫຍດ ຖ້າຫາກປາດສະຈາກເຄິ່ງໜຶ່ງຂອງມັນ—ນັ້ນຄື, ການບັບຕິສະມາດ້ວຍພຣະວິນຍານບໍລິສຸດ.”22
ບົດຄວາມທີ 3: “ການບັບຕິສະມາດ້ວຍນ້ຳ ທີ່ປາດສະຈາກການບັບຕິສະມາດ້ວຍໄຟ ແລະ ບໍ່ມີພຣະວິນຍານບໍລິສຸດສະຖິດຢູ່ນຳ, ກໍໄຮ້ປະໂຫຍດ; ທັງສອງແມ່ນຈຳເປັນ ແລະ ແຍກອອກຈາກກັນບໍ່ໄດ້.”23
ຄວາມສຳພັນອັນໝັ້ນຄົງລະຫວ່າງຫລັກທຳແຫ່ງການປ່ຽນໃຈ, ພິທີບັບຕິສະມາ ແລະ ການຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ພອນອັນຮຸ່ງເຫລື້ອມແຫ່ງການປົດບາບ ຖືກເນັ້ນຫລາຍເທື່ອຢູ່ໃນພຣະຄຳພີ.
ນີໄຟໄດ້ປະກາດວ່າ, “ເພາະປະຕູທີ່ພວກທ່ານຄວນເຂົ້າໄປຄືການກັບໃຈ ແລະ ຮັບການບັບຕິສະມາດ້ວຍນ້ຳ; ແລະ ເວລານັ້ນການປົດບາບຂອງພວກທ່ານຈະມາເຖິງໂດຍໄຟ ແລະ ໂດຍພຣະວິນຍານບໍລິສຸດ.”24
ພຣະຜູ້ຊ່ວຍໃຫ້ລອດເອງ ໄດ້ປະກາດວ່າ, “ບັດນີ້ ນີ້ຄືພຣະບັນຍັດ: ຈົ່ງກັບໃຈ, ເຈົ້າທັງຫລາຍຈົນເຖິງທີ່ສຸດຂອງແຜ່ນດິນໂລກ, ແລະ ຈົ່ງມາຫາເຮົາ ແລະ ຮັບບັບຕິສະມາໃນນາມຂອງເຮົາ, ເພື່ອເຈົ້າຈະໄດ້ຮັບການຊຳລະໃຫ້ບໍລິສຸດ ໂດຍການຮັບພຣະວິນຍານບໍລິສຸດ, ເພື່ອເຈົ້າຈະຢືນຢູ່ໂດຍບໍ່ມີມົນທິນຕໍ່ໜ້າເຮົາໃນວັນສຸດທ້າຍ.”25
ການວາງມືສຳລັບຂອງປະທານແຫ່ງພຣະວິນຍານບໍລິສຸດ ເປັນພິທີການປະຕິບັດດ້ວຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ. ໃນຂັ້ນຕອນຂອງການມາສູ່ພຣະຜູ້ຊ່ວຍໃຫ້ລອດ ແລະ ເກີດໃໝ່ທາງວິນຍານ, ການຮັບອຳນາດທີ່ເຮັດໃຫ້ສັກສິດຂອງພຣະວິນຍານບໍລິສຸດ ໃນຊີວິດຂອງເຮົາ ຈະເຮັດໃຫ້ເຮົາສາມາດ ຊຳລ້າງລ້າງຈິດວິນຍານຂອງເຮົາຕໍ່ໄປ ຈາກບາບຂອງເຮົາ. ພອນທີ່ປິຕິຍິນດີນີ້ແມ່ນຈຳເປັນ ເພາະວ່າ “ສິ່ງທີ່ເປິເປື້ອນຈະບໍ່ສາມາດຢູ່ກັບພຣະເຈົ້າໄດ້.”26
ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກທີ່ຖືກຟື້ນຟູຄືນມາໃໝ່ຂອງພຣະຜູ້ເປັນເຈົ້າ, ເຮົາໄດ້ຮັບພອນທັງການຖືກ ຊຳລະລ້າງເທື່ອທຳອິດຈາກບາບ ຂອງເຮົາ ທີ່ກ່ຽວພັນກັບການບັບຕິສະມາ ແລະ ການມີຄວາມສາມາດທີ່ຈະ ຊຳລະລ້າງບາບຂອງເຮົາຕໍ່ໄປ ຜ່ານການເປັນເພື່ອນ ແລະ ອຳນາດຂອງພຣະວິນຍານບໍລິສຸດ—ຜູ້ເປັນສະມາຊິກອົງທີສາມ ໃນຝ່າຍພຣະເຈົ້າ.
ໃຫ້ເຮົາມາພິຈາລະນາເບິ່ງ ຊາວນາຜູ້ເພິ່ງແບບແຜນຂອງການປູກຝັງ ແລະ ການເກັບກ່ຽວ. ຄວາມເຂົ້າໃຈເລື່ອງການຫວ່ານ ແລະ ການເກັບກ່ຽວ ເປັນແຫລ່ງທີ່ບໍ່ປ່ຽນແປງ ຂອງຈຸດປະສົງ ແລະ ເປັນອິດທິພົນ ໃຫ້ແກ່ການຕັດສິນໃຈ ແລະ ການກະທຳທັງໝົດ ຂອງຊາວນາຄົນໜຶ່ງ ທີ່ຈະເຮັດໃນທຸກລະດູການ ພາຍໃນປີ. ເຊັ່ນດຽວກັນນີ້, ຄວາມຜູກພັນທີ່ແຍກກອອກຈາກກັນບໍ່ໄດ້ ລະຫວ່າງພິທີບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວເພື່ອການປົດບາບ ແລະ ການວາງມືສຳລັບຂອງປະທານແຫ່ງພຣະວິນຍານບໍລິສຸດ ຄວນເປັນຜົນກະທົບຕໍ່ການເປັນສານຸສິດໃນທຸກດ້ານຂອງເຮົາ ບໍ່ວ່າຈະເປັນໃນເວລາໃດກໍຕາມ ໃນຊີວິດຂອງເຮົາ.
ສິນລະລຶກເປັນພິທີການທີ່ຈຳເປັນຢ່າງທີສາມ ຊຶ່ງເປີດທາງສູ່ອຳນາດຂອງຄວາມເປັນພຣະເຈົ້າ. ເພື່ອວ່າເຮົາຈະສາມາດຮັກສາຕົນເອງຈາກມົນທິນຂອງໂລກ, ເຮົາໄດ້ຖືກບັນຊາໃຫ້ໄປຫາບ້ານແຫ່ງການອະທິຖານ ແລະ ຖະຫວາຍສິນລະລຶກໃນວັນທີ່ສັກສິດຂອງພຣະຜູ້ເປັນເຈົ້າ.27 ໃຫ້ພິຈາລະນາສ່ວນສິນລະລຶກນັ້ນ ວ່າເປັນພຣະກາຍ ແລະ ໂລຫິດຂອງພຣະຜູ້ເປັນເຈົ້າ, ເຂົ້າຈີ່ ແລະ ນ້ຳ, ທັງສອງໄດ້ຖືກໃຫ້ພອນ ແລະ ເຮັດໃຫ້ສັກສິດ. “ໂອ້ ພຣະອົງເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ, ພວກຂ້າພຣະອົງທູນຂໍພຣະອົງໃນພຣະນາມຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະອົງ; ໂປດປະທານພອນ ແລະ ເຮັດໃຫ້ເຂົ້າຈີ່ນີ້ [ຫລື ນ້ຳນີ້] ສັກສິດແກ່ຈິດວິນຍານຂອງເຂົາທັງຫລາຍຜູ້ທີ່ຮັບສ່ວນ [ຫລື ດື່ມ].”28 ການເຮັດໃຫ້ສັກສິດ ແມ່ນການເຮັດໃຫ້ບໍລິສຸດ ແລະ ສັກສິດ. ເຄື່ອງໝາຍຂອງສິນລະລຶກໄດ້ຖືກເຮັດໃຫ້ສັກສິດ ໃນການລະນຶກເຖິງຄວາມບໍລິສຸດຂອງພຣະຄຣິດ, ເຖິງຄວາມຈຳເປັນຕ້ອງເພິ່ງການຊົດໃຊ້ຂອງພຣະອົງແທ້ໆ, ແລະ ເຖິງໜ້າທີ່ຮັບຜິດຊອບຂອງເຮົາ ທີ່ຈະໃຫ້ກຽດແກ່ພິທີການ ແລະ ພັນທະສັນຍາຂອງເຮົາ ວ່າເຮົາຈະສາມາດ “ຢືນຢູ່ໂດຍບໍ່ມີມົນທິນຕໍ່ພຣະພັກຂອງ [ພຣະອົງ] ໃນວັນສຸດທ້າຍ.”29
ພິທີສິນລະລຶກເປັນການເຊື້ອເຊີນເລື້ອຍໆທີ່ສັກສິດ ເພື່ອໃຫ້ກັບໃຈຢ່າງຈິງໃຈ ແລະ ເກີດໃໝ່ທາງວິນຍານ. ການພຽງແຕ່ຮັບສ່ວນສິນລະລຶກເທົ່ານັ້ນ ຈະບໍ່ປົດບາບ. ແຕ່ຖ້າຫາກເຮົາຕຽມຢ່າງຕັ້ງໃຈ ແລະ ມີສ່ວນຮ່ວມໃນພິທີການທີ່ສັກສິດນີ້ ດ້ວຍໃຈອັນຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ແລ້ວເຮົາຈະໄດ້ຮັບຕາມທີ່ຖືກສັນຍາໄວ້ວ່າ ເຮົາຈະມີພຣະວິນຍານຂອງພຣະຜູ້ເປັນເຈົ້າສະຖິດຢູ່ນຳ ຕະຫລອດເວລາ. ແລະ ໂດຍອຳນາດທີ່ເຮັດໃຫ້ສັກສິດຂອງພຣະວິນຍານບໍລິສຸດ ໃນຖານະທີ່ເປັນເພື່ອນຂອງເຮົາ ຕະຫລອດເວລາ, ເຮົາຈະສາມາດຮັກສາການປົດບາບຂອງເຮົາໄວ້ຢູ່ສະເໝີ.
ເຮົາໄດ້ຮັບພອນຫລາຍແທ້ໆ ໃນແຕ່ລະອາທິດ ໂດຍການມີໂອກາດທີ່ຈະປະເມີນຊີວິດຂອງເຮົາ ຜ່ານພິທີສິນລະລຶກ, ເພື່ອຕໍ່ພັນທະສັນຍາ, ແລະ ເພື່ອຮັບເອົາຄຳສັນຍາແຫ່ງພັນທະສັນຍາຂອງເຮົາ.30
ບັບຕິສະມາຄືນໃໝ່
ບາງເທື່ອ ໄພ່ພົນຍຸກສຸດທ້າຍ ໄດ້ເວົ້າວ່າ ເຂົາເຈົ້າຢາກຮັບບັບຕິສະມາຄືນໃໝ່—ຊຶ່ງໂດຍການນັ້ນ ເຂົາເຈົ້າຈະສະອາດ ແລະ ມີຄ່າຄວນ ຄືກັນກັບມື້ທີ່ເຂົາເຈົ້າໄດ້ຮັບພິທີການຂອງພຣະກິດຕິຄຸນທີ່ຊ່ວຍໃຫ້ລອດ. ຂ້າພະເຈົ້າຂໍແນະນຳວ່າ ພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຮັກຂອງພຣະອົງ ບໍ່ມີເຈດຕະນາໃຫ້ເຮົາ ໄດ້ມີປະສົບການ ທີ່ຮູ້ສຶກໄດ້ຕໍ່ອາຍຸທາງວິນຍານ, ຖືກເຮັດໃຫ້ສົດຊື່ນ, ແລະ ຖືກຟື້ນຟູ ພຽງແຕ່ເທື່ອດຽວເທົ່ານັ້ນ ໃນຊີວິດ. ພອນຂອງການໄດ້ຮັບ ແລະ ການຮັກສາການປົດບາບຂອງເຮົາໄວ້ຢູ່ສະເໝີ ຜ່ານທາງພິທີການຂອງພຣະກິດຕິຄຸນ ຈະຊ່ວຍເຮົາໃຫ້ເຂົ້າໃຈວ່າ ການບັບຕິສະມາ ເປັນຈຸດເດີນທາງ ທາງວິນຍານຂອງເຮົາ ໃນຊ່ວງມະຕະ; ມັນບໍ່ໄດ້ເປັນຈຸດ ທີ່ເຮົາຢາກໄປຢ້ຽມຢາມເທື່ອແລ້ວ ເທື່ອອີກ.
ພິທີບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວ, ການວາງມືສຳລັບຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ສິນລະລຶກ ບໍ່ໄດ້ເປັນເຫດການທີ່ແຍກກັນ; ແຕ່ ທັງສາມເປັນສ່ວນປະສົມ ໃນແບບແຜນທີ່ກ່ຽວພັນ ແລະ ຕໍ່ເຕີມໃຫ້ກັນ ຂອງຄວາມກ້າວໜ້າສູ່ການໄຖ່. ພິທີການໃນແຕ່ລະຂັ້ນຕອນ ຈະຍົກລະດັບ ແລະ ຂະຫຍາຍຈຸດປະສົງທາງວິນຍານ, ຄວາມປາດຖະໜາ, ແລະ ພາກປະຕິບັດ. ແຜນຂອງພຣະບິດາ, ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ແລະ ພິທີການແຫ່ງພຣະກິດຕິຄຸນ ຈັດຫາພຣະຄຸນທີ່ເຮົາຕ້ອງການເພື່ອຈະກ້າວໄປໜ້າ ແລະ ກ້າວຂຶ້ນໄປເທື່ອລະແຖວ ແລະ ເທື່ອລະບົດ ສູ່ຈຸດໝາຍປາຍທາງນິລັນດອນຂອງເຮົາ.
ຄຳສັນຍາ ແລະ ປະຈັກພະຍານ
ເຮົາເປັນມະນຸດທີ່ຍັງຂາດຕົກບົກພ່ອງ ພະຍາຍາມດຳລົງຊີວິດໃນຊ່ວງມະຕະ ອີງຕາມແຜນທີ່ດີພ້ອມທຸກຢ່າງແຫ່ງຄວາມກ້າວໜ້ານິລັນດອນ ຂອງພຣະບິດາເທິງສະຫວັນ. ເງື່ອນໄຂໃນແຜນຂອງພຣະອົງແມ່ນຮຸ່ງເຫລື້ອມ, ມີເມດຕາ, ແລະ ເຄັ່ງຄັດ. ບາງເທື່ອເຮົາຈະເຕັມໄປດ້ວຍຄວາມຕັ້ງໃຈ ແລະ ບາງເທື່ອເຮົາຈະຮູ້ສຶກວ່າບໍ່ພຽບພ້ອມ. ເຮົາອາດສົງໄສວ່າ ເຮົາຈະສາມາດບັນລຸຕາມພຣະບັນຍັດ ທີ່ຈະຢືນຢູ່ໂດຍບໍ່ມີມົນທິນຕໍ່ພຣະພັກຂອງພຣະອົງໃນວັນສຸດທ້າຍ ໄດ້ຫລືບໍ.
ດ້ວຍຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ ແລະ ຜ່ານອຳນາດຂອງພຣະວິນຍານຂອງພຣະອົງ ທີ່ຈະ “ສັ່ງສອນ [ເຮົາ] ໃນທຸກສິ່ງ,”31 ແນ່ນອນ ເຮົາຈະສາມາດໄດ້ຮັບພອນ ເພື່ອຈະໄດ້ຮູ້ຈັກຄວາມເປັນໄປໄດ້ທາງວິນຍານຂອງເຮົາ. ພິທີການຈະເຊື້ອເຊີນຈຸດປະສົງທາງວິນຍານ ແລະ ອຳນາດ ໃຫ້ມາສູ່ຊີວິດເຮົາ ເມື່ອເຮົາພະຍາຍາມເກີດໃໝ່ ແລະ ກາຍເປັນຊາຍ ແລະ ຍິງ ຂອງພຣະຄຣິດ.32 ຄວາມອ່ອນແອຂອງເຮົາ ສາມາດໄດ້ຮັບຄວາມເຂັ້ມແຂງ, ແລະ ຄວາມຈຳກັດຂອງເຮົາ ສາມາດຖືກເອົາຊະນະໄດ້.
ເຖິງແມ່ນວ່າ ບໍ່ມີຄົນໃດໃນພວກເຮົາ ສາມາດບັນລຸຄວາມດີພ້ອມທຸກຢ່າງໃນຊີວິດນີ້ໄດ້, ແຕ່ເຮົາສາມາດມີຄ່າຄວນຫລາຍຂຶ້ນ ແລະ ປາດສະຈາກມົນທິນ ເມື່ອເຮົາ “ຖືກຊຳລະລ້າງໂດຍໂລຫິດຂອງພຣະເມສານ້ອຍ.”33 ຂ້າພະເຈົ້າສັນຍາ ແລະ ເປັນພະຍານວ່າ ເຮົາຈະໄດ້ຮັບພອນ ໂດຍການມີສັດທາຫລາຍຂຶ້ນ ໃນພຣະຜູ້ຊ່ວຍໃຫ້ລອດ ແລະ ມີຄວາມໝັ້ນໃຈຫລາຍຂຶ້ນທາງວິນຍານ ເມື່ອເຮົາສະແຫວງຫາການປົດບາບຂອງເຮົາຢູ່ສະເໝີ ແລະ ໃນທີ່ສຸດ ຈະຢືນຢູ່ໂດຍບໍ່ມີມົນທິນຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າໃນວັນສຸດທ້າຍ. ຂ້າພະເຈົ້າເປັນພະຍານ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.