ມື້ອື່ນພຣະຜູ້ເປັນເຈົ້າຈະເຮັດການອັດສະຈັນໃນທ່າມກາງພວກເຈົ້າ
ໃຫ້ຍັງຮັກຕໍ່ໄປ. ໃຫ້ຍັງພະຍາຍາມຕໍ່ໄປ. ໃຫ້ຍັງຫວັງຕໍ່ໄປ. ໃຫ້ຍັງເຊື່ອຕໍ່ໄປ. ໃຫ້ຍັງເຕີບໂຕຕໍ່ໄປ. ສະຫວັນຈະຍັງຊຸກຍູ້ທ່ານໃນມື້ນີ້, ມື້ອື່ນ, ແລະ ຊົ່ວນິລັນດອນ.
ອ້າຍເອື້ອຍນ້ອງທັງຫລາຍ, ທ່ານຮູ້ບໍ ທ່ານເຂົ້າໃຈບໍ ຫລື ສົງໄສບໍ ວ່າພວກເຮົາຮັກທ່ານຫລາຍຂະໜາດໃດ? ເປັນເວລາ 10 ຊົ່ວໂມງ ທີ່ທ່ານໄດ້ຫລຽວເບິ່ງເວທີນີ້, ແລະ ໃນໄລຍະ 10 ຊົ່ວໂມງນັ້ນ, ພວກເຮົາກໍໄດ້ນັ່ງຢູ່ເທິງເວທີນີ້ ຫລຽວເບິ່ງທ່ານຄືກັນ. ທ່ານໄດ້ເຮັດໃຫ້ພວກເຮົາຊາບຊຶ້ງ ເຖິງສ່ວນເລິກຂອງຈິດວິນຍານຂອງພວກເຮົາ. ບໍ່ວ່າທ່ານຈະຢູ່ໃນສູນກາງປະຊຸມໃຫຍ່ນີ້ ຊຶ່ງມີປະມານ 21,000 ຄົນ, ຫລື ຢູ່ໃນຕຶກໂບດແຫ່ງຕ່າງໆ, ຫລື ຢູ່ໃນບ້ານຕະຫລອດທົ່ວໂລກ ຊຶ່ງເປັນຈຳນວນຫລາຍລ້ານຄົນ, ບາງທີເຕົ້າໂຮມກັນເປັນຄອບຄົວ ຢູ່ຕໍ່ໜ້າຈໍຄອມພິວເຕີ. ທ່ານຜູ້ຢູ່ທີ່ນີ້, ທ່ານຜູ້ຢູ່ທີ່ນັ້ນ, ເປັນເວລາຫລາຍຊົ່ວໂມງ, ໄດ້ນຸ່ງເຄື່ອງທີ່ໃສ່ໄປໂບດ, ໄດ້ປະພຶດຕົວທີ່ດີທີ່ສຸດ. ທ່ານຮ້ອງເພງ ແລະ ທ່ານອະທິຖານ. ທ່ານຮັບຟັງ ແລະ ເຊື່ອ. ທ່ານເປັນການມະຫັດສະຈັນຂອງສາດສະໜາຈັກນີ້.
ກອງປະຊຸມໃຫຍ່ສາມັນເທື່ອນີ້ຂອງພວກເຮົາກໍເປັນໜ້າອັດສະຈັນໃຈແທ້ໆ. ພວກເຮົາໄດ້ຮັບພອນຍ້ອນມີປະທານທອມມັສ ແອັສ ມອນສັນ ຢູ່ນຳໂດຍສະເພາະ ແລະ ມີຂ່າວສານຂອງສາດສະດາ. ປະທານເອີຍ, ພວກເຮົາຮັກທ່ານ, ພວກເຮົາອະທິຖານເພື່ອທ່ານ, ພວກເຮົາຂອບໃຈທ່ານ, ແລະ ເໜືອກວ່າສິ່ງອື່ນໃດ, ພວກເຮົາສະໜັບສະໜູນທ່ານ. ພວກເຮົາກະຕັນຍູທີ່ໄດ້ຮັບການສິດສອນຈາກທ່ານ, ຈາກທີ່ປຶກສາທີ່ດີເດັ່ນຂອງທ່ານ, ແລະ ຈາກບັນດາຜູ້ນຳທັງຊາຍ ແລະ ຍິງ ທີ່ດີເລີດຂອງພວກເຮົາ. ພວກເຮົາໄດ້ຍິນເພງທີ່ຫາທີ່ປຽບບໍ່ໄດ້. ພວກເຮົາມີຄົນທີ່ອະທິຖານເພື່ອ ແລະ ວິງວອນກັບພວກເຮົາ. ທີ່ຈິງແລ້ວ ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ຢູ່ທີ່ນີ້ຢ່າງຫລວງຫລາຍ. ແສນເປັນທ້າຍສັບປະດາອັນດົນໃຈຫລາຍ ໃນທຸກແບບທຸກຢ່າງ.
ບັດນີ້ ຂ້າພະເຈົ້າເຫັນບັນຫາແຕ່ສອງຢ່າງ. ຢ່າງໜຶ່ງຄື ຂ້າພະເຈົ້າເປັນຄົນດຽວທີ່ຢູ່ລະຫວ່າງທ່ານ ກັບຂອງຫວານ ທີ່ທ່ານຈະກິນຫລັງຈາກກອງປະຊຸມ. ຢ່າງໜຶ່ງອີກ ແມ່ນຢູ່ໃນຮູບໃບນີ້ ທີ່ຂ້າພະເຈົ້າໄດ້ເຫັນຢູ່ອິນເຕີແນັດ ເມື່ອບໍ່ດົນມານີ້.
ຂ້າພະເຈົ້າຂໍໂທດນຳເດັກນ້ອຍທຸກຄົນທີ່ກຳລັງລີ້ຊ່ອນຕົວຢູ່ຕັ່ງສະລົ້ງ, ແຕ່ຄວາມຈິງຄື ບໍ່ມີຜູ້ໃດໃນພວກເຮົາທີ່ຢາກໃຫ້ມື້ອື່ນ ຫລື ມື້ຕໍ່ໄປ ທຳລາຍຄວາມຮູ້ສຶກປະເສີດທີ່ພວກເຮົາໄດ້ມີໃນທ້າຍສັບປະດານີ້. ພວກເຮົາຢາກຍຶດຄວາມປະທັບໃຈທາງວິນຍານທີ່ໄດ້ມີ ແລະ ຄຳສອນທີ່ດົນໃຈທີ່ໄດ້ຍິນ ໄວ້ດົນໆ. ແຕ່ເປັນທີ່ຫລີກບໍ່ໄດ້ວ່າ ຫລັງຈາກປະສົບການທາງວິນຍານໃນຊີວິດພວກເຮົາ, ມັນຈຳເປັນທີ່ພວກເຮົາຕ້ອງກັບຄືນສູ່ໂລກ, ຊຶ່ງຈະປະເຊີນໜ້າອີກກັບສະພາບການທີ່ບໍ່ເປັນດັ່ງໃນອຸດົມຄະຕິ.
ຜູ້ຂຽນພຣະທຳເຮັບເຣີ ໄດ້ເຕືອນພວກເຮົາກ່ຽວກັບສິ່ງນັ້ນ ຕອນທີ່ເພິ່ນຂຽນວ່າ, “ຈົ່ງລະນຶກເຖິງສິ່ງທີ່ໄດ້ເກີດຂຶ້ນກັບພວກທ່ານຄາວກ່ອນ, ໃນເວລານັ້ນຫລັງຈາກແສງສະຫວ່າງຂອງພຣະເຈົ້າໄດ້ສ່ອງແຈ້ງໃສ່ພວກທ່ານ. ພວກທ່ານໄດ້ທົນທຸກຫລາຍປະການ.”1 ຄວາມທຸກທີ່ມາເຖິງຫລັງຈາກໄດ້ຮັບແສງສະຫວ່າງດັ່ງກ່າວນັ້ນ ມາໄດ້ຫລາຍວິທີທາງ ແລະ ສາມາດເກີດກັບພວກເຮົາທຸກຄົນໄດ້. ແນ່ນອນຜູ້ສອນສາດສະໜາທຸກຄົນທີ່ເຄີຍຮັບໃຊ້ ຄົງເຂົ້າໃຈວ່າ ຊີວິດຢູ່ເຂດຮັບໃຊ້ຂອງຕົນ ຈະບໍ່ຄືສະພາບອັນເລີດລ້ຳແຫ່ງສູນອົບລົມຜູ້ສອນສາດສະໜາ. ພວກເຮົາທຸກຄົນກໍເປັນເຊັ່ນນັ້ນຄືກັນ ຂະນະທີ່ອອກໄປຈາກພຣະວິຫານ ຫລື ຫລັງຈາກກອງປະຊຸມສິນລະລຶກທີ່ຮູ້ສຶກເຖິງພຣະວິນຍານ.
ຂໍໃຫ້ຈື່ວ່າ ເມື່ອໂມເຊ ໄດ້ລົງຈາກພູຊີນາຍໂດຍທີ່ໄດ້ມີປະສົບການພິເສດ, ເພິ່ນພົບເຫັນຜູ້ຄົນຂອງເພິ່ນໄດ້ “ເຮັດບາບ” ແລະ ໄດ້ “ປະຖິ້ມ [ພຣະເຈົ້າ] ສາແລ້ວ.”2 ຜູ້ຄົນຂອງເພິ່ນກໍຢູ່ຕີນພູ ກຳລັງເຮັດຮູບປັ້ນງົວເຖິກນ້ອຍດ້ວຍຄຳ ເພື່ອຂາບໄຫວ້, ແມ່ນແຕ່ໃນຊົ່ວໂມງອັນດຽວກັນທີ່ພຣະເຢໂຮວາ ຢູ່ທີ່ຈອມພູນັ້ນ ຫາກໍໄດ້ບອກໂມເຊວ່າ, “ຢ່ານະມັດສະການພຣະອື່ນ ນອກຈາກເຮົາແຕ່ເທົ່ານັ້ນ,” ແລະ “ຢ່າເຮັດສຳລັບຕົນ ຮູບຢ່າງໃດຢ່າງໜຶ່ງອັນເປັນຕົວແທນ.”3 ໃນວັນນັ້ນ ໂມເຊ ບໍ່ ໄດ້ດີໃຈເລີຍນຳຊາວອິດສະຣາເອນ ທີ່ພະເນຈອນຂອງເພິ່ນ!
ຕອນພຣະອົງປະຕິບັດສາດສະໜາກິດຢູ່ໃນໂລກນີ້, ພຣະເຢຊູໄດ້ພາ ເປໂຕ, ຢາໂກໂບ, ແລະ ໂຢຮັນ ຂຶ້ນໄປເທິງພູແຫ່ງການປ່ຽນສະພາບ ຊຶ່ງທີ່ນັ້ນພຣະຄຳພີບອກວ່າ, “ພຣະພັກຂອງພຣະອົງສ່ອງແສງດັ່ງຕາເວັນ ແລະ ເຄື່ອງນຸ່ງຂອງພຣະອົງກໍຂາວຜ່ອງເຫລື້ອມເໝືອນແສງສະຫວ່າງກ້າ.”4 ທ້ອງຟ້າສະຫວັນໄດ້ເປີດ, ສາດສະດາຈາກສະໄໝບູຮານໄດ້ລົງມາ, ແລະ ພຣະບິດາໄດ້ກ່າວ.
ຫລັງຈາກໄດ້ມີປະສົບການອັນສັກສິດຢ່າງນັ້ນແລ້ວ ພຣະເຢຊູໄດ້ພົບຫຍັງ ເມື່ອພຣະອົງລົງມາຈາກພູ? ທຳອິດ ພຣະອົງໄດ້ພົບພວກສານຸສິດຂອງພຣະອົງກັບພວກປໍລະປັກກຳລັງໂຕ້ຖຽງກັນກ່ຽວກັບການອວຍພອນໃຫ້ເດັກທີ່ບໍ່ເກີດຜົນ. ແລ້ວພຣະອົງໄດ້ພະຍາຍາມໃຫ້ອັກຄະສາວົກສິບສອງເຂົ້າໃຈ—ແຕ່ກໍບໍ່ໄດ້ຜົນ, ກັບເປັນວ່າ—ບໍ່ດົນຈາກນັ້ນ ພຣະອົງຈະຖືກນຳໄປຫາເຈົ້າໜ້າທີ່ທ້ອງຖິ່ນ ຜູ້ທີ່ຈະຂ້າພຣະອົງ. ແລ້ວມີຄົນບອກພຣະອົງວ່າ ເຖິງເວລາຕ້ອງ ຈ່າຍພາສີແລ້ວ ຊຶ່ງໄດ້ຈ່າຍ ໄປທັນທີ. ແລ້ວພຣະອົງໄດ້ຕີສອນສານຸສິດບາງຄົນ ເພາະເຂົາເຈົ້າໄດ້ຖຽງກັນເລື່ອງໃຜຈະເປັນໃຫຍ່ທີ່ສຸດໃນອານາຈັກຂອງພຣະອົງ. ທັງໝົດນີ້ໄດ້ເຮັດໃຫ້ພຣະອົງກ່າວວ່າ, “ໂອ້ ພວກທ່ານຄົນທີ່ຂາດຄວາມເຊື່ອເອີຍ … ເຮົາຈະຕ້ອງອົດທົນກັບພວກທ່ານອີກດົນນານປານໃດ?”5 ພຣະອົງໄດ້ຖາມຄຳຖາມ ຫລາຍກວ່າໜຶ່ງເທື່ອ ລະຫວ່າງການປະຕິບັດຂອງພຣະອົງ. ດ້ວຍເຫດນີ້ ພຣະອົງຈຶ່ງປາດຖະໜາໄປອະທິຖານຢູ່ຄົນດຽວຢູ່ເທິງຈອມພູ!
ໂດຍທີ່ຮັບຮູ້ວ່າ ພວກເຮົາ ທຸກຄົນ ຈະຕ້ອງລົງມາ ຫລັງຈາກທີ່ໄດ້ປະສົບການພິເສດ ເພື່ອຈັດການກັບຊີວິດປະຈຳວັນ, ຂ້າພະເຈົ້າຂໍໃຫ້ຄຳຊຸກຍູ້ຕໍ່ໄປໃນຂະນະທີ່ກອງປະຊຸມໃຫຍ່ສາມັນກຳລັງຈະຈົບລົງ.
ທຳອິດ ໃນອະນາຄົດ ບໍ່ພຽງແຕ່ທ່ານຈະເຫັນຄວາມຈຳກັດຂອງຄົນທີ່ຢູ່ອ້ອມຮອບທ່ານເທົ່ານັ້ນ, ແຕ່ທ່ານຈະເຫັນວ່າ ບາງສິ່ງໃນຊີວິດຂອງທ່ານເອງ ກໍຍັງບໍ່ພຽບພ້ອມກັບຂ່າວສານທີ່ທ່ານໄດ້ຍິນໃນທ້າຍສັບປະດານີ້. ຢ່າທໍ້ຖອຍເດີ້ ແລະ ຢ່າເລີກລົ້ມ. ພຣະກິດຕິຄຸນ, ສາດສະໜາຈັກ, ແລະ ກອງປະຊຸມປະຈຳເຫລົ່ານີ້ ໝາຍທີ່ຈະໃຫ້ຄວາມຫວັງ ແລະ ຄວາມດົນໃຈ. ກອງປະຊຸມບໍ່ໝາຍທີ່ຈະເຮັດໃຫ້ທ່ານທໍ້ຖ້ອຍ. ມີແຕ່ຄູ່ຕໍ່ສູ້ ແມ່ນສັດຕູຂອງເຮົາທຸກຄົນ ຢາກໃຫ້ພວກເຮົາເຊື່ອວ່າ ມາດຕະຖານທີ່ບົ່ງບອກໃນກອງປະຊຸມໃຫຍ່ສາມັນ ເປັນສິ່ງທີ່ໜ້າກຸ້ມໃຈ ແລະ ເປັນໄປບໍ່ໄດ້, ວ່າຄົນບໍ່ປັບປຸງແທ້ໆ, ວ່າບໍ່ມີໃຜທີ່ກ້າວໜ້າແທ້ໆ. ແລະ ເປັນຫຍັງລູຊິເຟີ ຈຶ່ງເວົ້າຈັ່ງຊັ້ນ? ເພາະມັນຮູ້ວ່າ ມັນເອງ ບໍ່ສາມາດປັບປຸງ, ມັນເອງ ບໍ່ສາມາດ ກ້າວໜ້າ, ທຸກຍຸກທຸກສະໄໝຕະຫລອດໄປເປັນນິດ ມັນເອງ ຈະບໍ່ມີມື້ອື່ນທີ່ສ່ອງແສງເລີຍ. ມັນເປັນຄົນຕ່ຳຊ້າທີ່ມີຄວາມຈຳກັດອັນນິດນິລັນ ແລະ ມັນຢາກໃຫ້ພວກເຮົາເປັນຄົນຕ່ຳຊ້າຄືກັນ. ຢ່າເຊື່ອມັນເດີ. ໂດຍທາງຂອງປະທານແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດ ພ້ອມດ້ວຍພະລັງຂອງສະຫວັນທີ່ຊ່ວຍພວກເຮົາ, ພວກເຮົາ ສາມາດ ປັບປຸງໄດ້ ແລະ ສິ່ງທີ່ປະເສີດກ່ຽວກັບພຣະກິດຕິຄຸນນີ້ແມ່ນວ່າ ເມື່ອພວກເຮົາ ພະຍາຍາມ ພວກເຮົາຈະໄດ້ຮັບພອນ ເຖິງແມ່ນພວກເຮົາອາດຈະບໍ່ສຳເລັດກໍຕາມ.
ໃນຕອນສາດສະໜາຈັກເລີ່ມຕົ້ນໃໝ່ ມີການໂຕ້ຖຽງກັນວ່າ ໃຜສາມາດຮັບພອນຈາກສະຫວັນໄດ້ ແລະ ໃຜບໍ່ສາມາດຮັບ, ພຣະຜູ້ເປັນເຈົ້າໄດ້ປະກາດຕໍ່ສາດສະດາໂຈເຊັບ ສະມິດ ວ່າ ຂອງປະທານຈາກພຣະເຈົ້າໃຫ້ໄວ້ເພື່ອຜົນປະໂຫຍດຂອງຄົນທີ່ຮັກພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ ແລະ ໃຫ້ຄົນທີ່ ພະຍາຍາມ ເຮັດແນວນັ້ນ.6 ພວກເຮົາ ທຸກຄົນ ຄົງຂອບໃຈແນ່ນອນສຳລັບເງື່ອນໄຂຕໍ່ໄປ “ແລະ … ທີ່ຈະພະຍາຍາມເຮັດແນວນັ້ນ”! ຂໍ້ນັ້ນເຄີຍໃຫ້ການປອບໂຍນ ເພາະບາງເທື່ອ ເປັນສິ່ງດຽວທີ່ພວກເຮົາສາມາດເຮັດໄດ້! ພວກເຮົາໄດ້ຮັບການປອບໂຍນໃນຄວາມຈິງທີ່ວ່າ ຖ້າພຣະເຈົ້າຈະປະທານລາງວັນໃຫ້ແກ່ຄົນທີ່ສັດຊື່ແທ້ໆເທົ່ານັ້ນ ແລ້ວພຣະອົງຄົງບໍ່ມີຫລາຍຄົນຢູ່ໃນບັນຊີ ທີ່ຈະປະທານລາງວັນໃຫ້ດອກນໍ.
ຂໍໃຫ້ຈື່ຈຳໃນມື້ອື່ນ ແລະ ໃນມື້ຕໍ່ໆໄປຫລັງຈາກມື້ອື່ນອີກດ້ວຍວ່າ ພຣະຜູ້ເປັນເຈົ້າຈະໃຫ້ພອນແກ່ຄົນທີ່ ຢາກ ປັບປຸງ, ຄົນທີ່ຍອມວ່າຕ້ອງມີພຣະບັນຍັດແລ້ວ ພະຍາຍາມ ຮັກສາມັນໄວ້, ຄົນທີ່ຖະໜອມຮັກຄຸນສົມບັດຄືພຣະຄຣິດ ແລະ ພະຍາຍາມ ຈົນສຸດຄວາມສາມາດ ທີ່ຈະມີຄຸນສົມບັດເຫລົ່ານັ້ນ. ຖ້າທ່ານຜິດພາດໃນການພະຍາຍາມ, ຄົນອື່ນກໍຄືກັນ; ພຣະຜູ້ຊ່ວຍໃຫ້ລອດຢູ່ໃກ້ ເພື່ອຊ່ວຍທ່ານໃຫ້ພະຍາຍາມຕໍ່ໄປ. ຖ້າທ່ານຕົກ ຂໍໃຫ້ໃຊ້ກຳລັງຈາກພຣະອົງ. ໃຫ້ອ້ອນວອນດັ່ງແອວມາ ວ່າ, ໂອ້ ພຣະເຢຊູເຈົ້າ, … ຂໍຊົງມີເມດຕາປານີຕໍ່ຂ້ານ້ອຍ.”7 ແລ້ວພຣະອົງຈະຊ່ວຍເຫລືອທ່ານໃຫ້ລຸກຂຶ້ນ. ພຣະອົງຈະຊ່ວຍເຫລືອທ່ານໃຫ້ກັບໃຈ, ສ້ອມແປງສິ່ງໃດທີ່ທ່ານຕ້ອງສ້ອມແປງ, ແລ້ວພະຍາຍາມຕໍ່ໄປ. ອີກຈັກໜ້ອຍທ່ານຈະບັນລຸຜົນສຳເລັດ ທີ່ທ່ານມຸ່ງໝາຍ.
ພຣະຜູ້ເປັນເຈົ້າປະກາດວ່າ ພຣະອົງຈະເຮັດນຳເຮົາສິ່ງທີ່ເຮົາປາດຖະໜາຈາກພຣະອົງ.
ພຣະອົງສັ່ງເຮົາໃຫ້ໄວ້ວາງໃຈໃນພຣະວິນຍານອົງນັ້ັນ ຊຶ່ງພາຄົນໃຫ້ເຮັດດີ, ໃຫ້ເຮັດຢ່າງທ່ຽງທຳ, ໃຫ້ເດີນຢ່າງຖ່ອມຕົວ, ໃຫ້ຕັດສິນຢ່າງຊອບທຳ.
ແລ້ວເຮົາຈະໄດ້ຮັບສິ່ງທັງປວງ ບໍ່ວ່າຈະເປັນອັນໃດກໍຕາມ ທີ່ເຮົາປາດຖະໜາຢ່າງຊອບທຳ ຈາກພຣະອົງ.8
ຂ້າພະເຈົ້າຮັກຄຳສອນນັ້ນ! ມັນບອກຫລາຍເທື່ອວ່າ ເຮົາຈະໄດ້ຮັບພອນຕາມ ຄວາມປາດຖະໜາ ຂອງເຮົາທີ່ຈະເຮັດຄວາມດີ, ເມື່ອເຮົາພະຍາຍາມທີ່ຈະເປັນຄົນດີ. ແລະ ຄຳສອນນັ້ນເຕືອນໃຈເຮົາວ່າ ກ່ອນຈະມີຄ່າຄວນ ສຳລັບພອນເຫລົ່ານັ້ນ ເຮົາຕ້ອງແນ່ໃຈວ່າ ເຮົາບໍ່ກີດກັນຄົນອື່ນ ຈາກການໄດ້ຮັບມັນດ້ວຍ: ເຮົາຄວນເຮັດຢ່າງທ່ຽງທຳ, ບໍ່ຄວນເຮັດຢ່າງບໍ່ຍຸດຕິທຳ, ບໍ່ຄວນເຮັດແບບສໍ້ໂກງ; ເຮົາຄວນເດີນຢ່າງຖ່ອມຕົວ ບໍ່ຄວນເດີນຢ່າງອວດອ້າງ, ບໍ່ຄວນເດີນໄປຢ່າງທະນົງຕົວ; ເຮົາຄວນຕັດສິນຢ່າງຊອບທຳ, ບໍ່ຄວນຕັດສິນວ່າ ຕົວເອງດີກວ່າຄົນອື່ນ, ບໍ່ຄວນຕັດສິນຢ່າງບໍ່ຊອບທຳ.
ອ້າຍເອື້ອຍນ້ອງທັງຫລາຍຂອງຂ້າພະເຈົ້າ, ພຣະບັນຍັດ ຂໍ້ໃຫຍ່ ແລະ ຂໍ້ຕົ້ນແຫ່ງນິລັນດອນ ແມ່ນທີ່ຈະຮັກພຣະເຈົ້າດ້ວຍສຸດໃຈ, ດ້ວຍສຸດພະລັງ, ດ້ວຍສຸດຄວາມນຶກຄິດ, ແລະ ດ້ວຍສຸດກຳລັງ ຂອງເຮົາ. ແຕ່ ຄວາມຈິງ ທີ່ຍິ່ງໃຫຍ່ຂໍ້ທຳອິດແຫ່ງນິລັນດອນ ແມ່ນພຣະເຈົ້າຮັກ ເຮົາ ດ້ວຍສຸດໃຈ, ດ້ວຍສຸດພະລັງ, ດ້ວຍສຸດຄວາມນຶກຄິດ, ແລະ ດ້ວຍສຸດກຳລັງ ຂອງພຣະອົງ. ຄວາມຮັກນັ້ນແມ່ນຮາກຖານແຫ່ງນິລັນດອນ ແລະ ຄວນເປັນຮາກຖານຂອງຊີວິດປະຈຳວັນຂອງເຮົາ. ແທ້ຈິງແລ້ວ ມັນເປັນຄວາມແນ່ນອນຢູ່ໃນສ່ວນເລິກຂອງໃຈ ທີ່ເຮັດໃຫ້ພວກເຮົາມີຄວາມໝັ້ນໃຈ, ທີ່ຈະພະຍາຍາມປັບປຸງຕໍ່ໄປ, ທີ່ຈະຊອກຫາຕໍ່ໄປເພື່ອຮັບການໃຫ້ອະໄພ, ແລະ ທີ່ຈະມອບຄວາມເມດຕານັ້ນໃຫ້ແກ່ເພື່ອນມະນຸດຕໍ່ໄປ.
ປະທານຈອດ ຄິວ ແຄນນັນ ເຄີຍສອນວ່າ: “ບໍ່ວ່າການທົດລອງຈະຮ້າຍແຮງປານໃດກໍຕາມ, ຄວາມຫຍຸ້ງຍາກຈະໜັກໜ່ວງຫລາຍປານໃດກໍຕາມ, ຄວາມທຸກທໍລະມານຈະໃຫຍ່ຫລວງປານໃດກໍຕາມ, [ພຣະເຈົ້າ] ຈະບໍ່ປະຖີ້ມເຮົາດອກ. ພຣະອົງບໍ່ເຄີຍເຮັດ ແລະ ພຣະອົງຈະບໍ່ມີວັນເຮັດ. ພຣະອົງເຮັດແນວນັ້ນບໍ່ໄດ້. ມັນບໍ່ແມ່ນຄຸນສົມບັດຂອງພຣະອົງ [ທີ່ຈະເຮັດແນວນັ້ນ]. … ພຣະອົງຈະຢູ່ນຳເຮົາ [ຕະຫລອດໄປ]. ເຮົາອາດຈະຜ່ານເຕົາໄຟຮ້ອນ; ເຮົາອາດຈະຜ່ານນ້ຳເລິກ; ແຕ່ເຮົາຈະບໍ່ຖືກທຳລາຍ ບໍ່ເຄີຍແພ້. ເຮົາຈະຜ່ານການທົດລອງ ແລະ ຄວາມຫຍຸ້ງຍາກທັງໝົດນີ້ ແລະ ເປັນຄົນດີກວ່າເກົ່າ ບໍລິສຸດກວ່າເກົ່າຍ້ອນມັນ.”9
ບັດນີ້, ໂດຍທີ່ມີຄວາມຈົງຮັກພັກດີຈາກສະຫວັນ ຊຶ່ງເປັນສິ່ງຖາວອນອັນໃຫຍ່ຍິ່ງໃນຊີວິດຂອງເຮົາ ທີ່ສະແດງໃຫ້ເຫັນຢ່າງບໍລິບູນໃນຊີວິດ, ໃນຄວາມຕາຍ, ແລະ ໃນການຊົດໃຊ້ຂອງອົງພຣະເຢຊູຄຣິດເຈົ້າ ເຮົາສາມາດລອດພົ້ນໄດ້ຈາກຜົນຂອງບາບ ແລະ ຄວາມໂງ່ຈ້າ—ຂອງເຮົາເອງ ຫລື ຂອງຄົນອື່ນ—ບໍ່ວ່າຊີວິດປະຈຳວັນຂອງເຮົາຈະເປັນແນວໃດກໍຕາມ. ຖ້າຫາກເຮົາມອບໃຈຂອງເຮົາໃຫ້ແກ່ພຣະເຈົ້າ, ຖ້າຫາກເຮົາຮັກອົງພຣະເຢຊູຄຣິດເຈົ້າ, ຖ້າຫາກເຮົາເຮັດໃຫ້ດີທີ່ສຸດເພື່ອດຳລົງຊີວິດຕາມພຣະກິດຕິຄຸນ, ແລ້ວມື້ອື່ນ ແລະ ທຸກມື້ຕໍ່ໄປ ໃນທີ່ສຸດຈະດີເລີດ ເຖິງແມ່ນເຮົາອາດບໍ່ເຫັນວ່າເປັນແນວນັ້ນ ໃນເວລານີ້. ເປັນຫຍັງ? ເພາະພຣະບິດາເທິງສະຫວັນຂອງເຮົາຢາກໃຫ້ເປັນແນວນັ້ນ! ພຣະອົງຢາກອວຍພອນເຮົາ. ຊີວິດນິລັນດອນທີ່ຄົບບໍລິບູນ ແມ່ນຈຸດໝາຍປາຍທາງຂອງແຜນອັນເມດຕາຂອງພຣະອົງ ເພື່ອລູກຂອງພຣະອົງ! ມັນເປັນແຜນທີ່ຂຶ້ນຢູ່ກັບຄວາມຈິງ ທີ່ວ່າ “ທຸກເຫດການທີ່ເກີດຂຶ້ນນັ້ນ ພຣະເຈົ້າໄດ້ບັນດານໃຫ້ເກີດຜົນດີສຳລັບຜູ້ທີ່ຮັກພຣະອົງ.”10 ສະນັ້ນ ໃຫ້ຍັງຮັກຕໍ່ໄປ. ໃຫ້ຍັງພະຍາຍາມຕໍ່ໄປ. ໃຫ້ຍັງຫວັງຕໍ່ໄປ. ໃຫ້ຍັງເຊື່ອຕໍ່ໄປ. ໃຫ້ຍັງເຕີບໂຕຕໍ່ໄປ. ສະຫວັນຈະຍັງຊຸກຍູ້ທ່ານໃນມື້ນີ້, ມື້ອື່ນ, ແລະ ຊົ່ວນິລັນດອນ.
“ໝູ່ເຈົ້າບໍ່ຮູ້ ໝູ່ເຈົ້າບໍ່ໄດ້ຍິນບໍ?” ເອຊາຢາໄດ້ຮ້ອງວ່າ.
“[ພຣະເຈົ້າ] ເຊີດຊູກຳລັງຜູ້ທີ່ອິດເມື່ອຍອ່ອນແຮງ ແລະ ໃຫ້ກຳລັງອັນເຂັ້ມແຂງແກ່ຜູ້ທີ່ຂາດ. …
“… ພວກທີ່ມີຄວາມໄວ້ວາງໃຈໃນພຣະອົງ … ເຂົາກໍຈະໄດ້ມີກຳລັງວັງຊາຂຶ້ນໃໝ່ ເຂົາຈະລຸກຂຶ້ນໄດ້ດັ່ງນົກອິນຊີບິນໄປ. …
“ພຣະຜູ້ເປັນເຈົ້າ … ຈະໜຸນກຳລັງ ແລະ ບອກ [ພວກເຂົາ] ວ່າ ຢ່າສູ່ຢ້ານ ເພາະເຮົາຈະຊ່ວຍເຈົ້າ.”11
ອ້າຍເອື້ອຍນ້ອງທັງຫລາຍ, ຂໍໃຫ້ພຣະບິດາເທິງສະຫວັນທີ່ຊົງຮັກພວກເຮົາ ອວຍພອນພວກເຮົາ ໃນມື້ອື່ນ ເພື່ອພວກເຮົາຈະໄດ້ຈື່ຈຳຄວາມຮູ້ສຶກຂອງພວກເຮົາ ໃນມື້ນີ້. ຂໍໃຫ້ພຣະອົງຈົ່ງອວຍພອນພວກເຮົາ ເພື່ອໃຫ້ພະຍາຍາມມີຄວາມອົດທົນ ແລະ ມີຄວາມພາກພຽນຕໍ່ໄປ ເພື່ອຈະໄດ້ເໝາະສົມກັບມາດຕະຖານທີ່ໄດ້ຍິນໃນກອງປະຊຸມ ໃນທ້າຍສັບປະດານີ້ ໂດຍທີ່ຮູ້ວ່າ ຄວາມຮັກອັນສັກສິດ ແລະ ຄວາມຊ່ວຍເຫລືອທີ່ບໍ່ເຄີຍເລີກລາ ຂອງພຣະອົງຈະຢູ່ນຳພວກເຮົາ ເຖິງແມ່ນພວກເຮົາຈະດີ້ນລົນ—ວ່າຈະຢູ່ນຳພວກເຮົາ ໂດຍສະເພາະ ຕອນທີ່ພວກເຮົາດີ້ນລົນຢູ່.
ຖ້າຫາກມາດຕະຖານຂອງພຣະກິດຕິຄຸນເບິ່ງຄືສູງໂພດ ແລະ ການປັບປຸງສ່ວນຕົວທີ່ຈຳເປັນໃນວັນຕໍ່ມາເບິ່ງຄືເປັນໄປບໍ່ໄດ້, ຂໍໃຫ້ຈື່ຈຳຄຳຊຸກຍູ້ທີ່ ໂຢຊວຍໄດ້ມອບໃຫ້ແກ່ຜູ້ຄົນຂອງເພິ່ນ ຕອນທີ່ພວກເຂົາປະເຊີນໜ້າກັບອະນາຄົດອັນໜ້າຢ້ານກົວ ທີ່ວ່າ “ຈົ່ງຊຳລະຕົນໃຫ້ບໍລິສຸດ,” ເພີ່ນວ່າ, “ເພາະມື້ອື່ນ ພຣະຜູ້ເປັນເຈົ້າຈະເຮັດການອັດສະຈັນໃນທ່າມກາງພວກເຈົ້າ.”12 ຂ້າພະເຈົ້າ ຂໍປະກາດຄຳສັນຍາ ອັນດຽວກັນນັ້ນ. ມັນເປັນຄຳສັນຍາຂອງກອງປະຊຸມນີ້. ມັນເປັນຄຳສັນຍາຂອງສາດສະໜາຈັກນີ້. ມັນເປັນຄຳສັນຍາຂອງພຣະອົງ ຜູ້ກະທຳການອັດສະຈັນ, ຜູ້ຊຶ່ງເປັນ “ຜູ້ປະເສີດ, ຜູ້ປຶກສາ, ພຣະເຈົ້າຜູ້ຊົງລິດທານຸພາບ, … ອົງສັນຕິລາດ.”13 ຂ້າພະເຈົ້າຂໍເປັນພະຍານເຖິງພຣະອົງ ແລະ ພ້ອມນີ້ກອງປະຊຸມນີ້ກໍເປັນພະຍານເຖິງວຽກງານຂອງພຣະອົງທີ່ດຳເນີນຢູ່ ໃນຍຸກສຸດທ້າຍທີ່ຍິ່ງໃຫຍ່ນີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.