ເບິ່ງຊາຍຄົນນີ້ແມ!
ຜູ້ທີ່ຊອກຫາທາງທີ່ຈະເບິ່ງຊາຍຄົນນີ້ ຈະພົບເຫັນປະຕູທີ່ນຳໄປສູ່ຄວາມສຸກທີ່ຍິ່ງໃຫຍ່ທີ່ສຸດ ໃນຊີວິດ ແລະ ພົບຫວ້ານຢາສຳລັບຄວາມໝົດຫວັງ ທີ່ໜັກໜ່ວງຫລາຍທີ່ສຸດໃນຊີວິດ.
ອ້າຍເອື້ອຍນ້ອງ, ໝູ່ເພື່ອນ, ທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າມີຄວາມກະຕັນຍູຫລາຍ ທີ່ໄດ້ມາຢູ່ກັບທ່ານ ໃນກອງປະຊຸມໃຫຍ່ສາມັນທີ່ດີເລີດ ໃນທ້າຍສັບປະດານີ້. ແຮຣີແອດ ແລະ ຂ້າພະເຈົ້າຊື່ນຊົມກັບທ່ານ ໃນການສະໜັບສະໜູນ ແອວເດີ ກອງ ແລະ ແອວເດີ ໂຊອາເຣສ໌ ແລະ ອ້າຍເອື້ອຍນ້ອງຫລາຍຄົນ ຜູ້ໄດ້ຮັບການເອີ້ນໃໝ່ ທີ່ສຳຄັນ ລະຫວ່າງກອງປະຊຸມໃຫຍ່ສາມັນນີ້.
ເຖິງແມ່ນວ່າ ຂ້າພະເຈົ້າຄິດຮອດ ປະທານທອມມັສ ແອັສ ມອນສັນ ເພື່ອນທີ່ຮັກຂອງຂ້າພະເຈົ້າ, ແຕ່ຂ້າພະເຈົ້າກໍຮັກ, ສະໜັບສະໜູນ, ແລະ ສົ່ງເສີມ ສາດສະດາຂອງພວກເຮົາ ປະທານຣະໂຊ ເອັມ ແນວສັນ, ແລະ ທີ່ປຶກສາທີ່ມີກຽດຂອງເພິ່ນ.
ຂ້າພະເຈົ້າຂໍຂອບໃຈ ແລະ ຖືວ່າໄດ້ຮັບກຽດຫລາຍ ທີ່ໄດ້ທຳງານຢ່າງໃກ້ຊິດ ອີກເທື່ອໜຶ່ງ ຮ່ວມກັບບັນດາອ້າຍນ້ອງໃນກຸ່ມອັກຄະສາວົກສິບສອງ.
ຍິ່ງກວ່າສິ່ງອື່ນໃດ, ຂ້າພະເຈົ້າຖ່ອມຕົວ ແລະ ດີໃຈຫລາຍ ທີ່ໄດ້ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ບ່ອນທີ່ຊາຍ, ຍິງ, ແລະ ເດັກນ້ອຍ ຫລາຍໆລ້ານຄົນ ເຕັມໃຈທີ່ຈະ ຍົກໃນບ່ອນທີ່ເຂົາເຈົ້າຢືນ—ໃນການເອີ້ນອັນໃດກໍຕາມທີ່ເຂົາເຈົ້າໄດ້ຮັບ—ແລະ ພະຍາຍາມດ້ວຍສຸດໃຈ ເພື່ອຮັບໃຊ້ພຣະເຈົ້າ ແລະ ລູກໆຂອງພຣະອົງ, ໃນການສ້າງສາອານາຈັກຂອງພຣະເຈົ້າ.
ມື້ນີ້ແມ່ນວັນທີ່ສັກສິດ. ມື້ນີ້ແມ່ນວັນອິດສະເຕີ, ແມ່ນວັນທີ່ເຮົາສະເຫລີມສະຫລອງເຊົ້າຂອງວັນທີ່ຮຸ່ງເຫລື້ອມ ຕອນພຣະຜູ້ຊ່ວຍໃຫ້ລອດ ໄດ້ເຮັດໃຫ້ສາຍຮັດແຫ່ງຄວາມຕາຍຂາດອອກ1 ແລະ ໄດ້ອອກມາຈາກອຸບມຸງຢ່າງຜູ້ມີໄຊ.
ວັນທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດ
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຖາມອິນເຕີເນັດວ່າ, “ວັນໃດທີ່ປ່ຽນແປງປະຫວັດສາດຫລາຍທີ່ສຸດ?”
ຄຳຕອບ ແມ່ນທັງປະຫລາດໃຈ, ທັງແປກ, ໃຫ້ຄວາມຮູ້, ແລະ ກະຕຸ້ນແນວຄິດ. ໃນບັນດາຄຳຕອບເຫລົ່ານັ້ນ, ແມ່ນມື້ທີ່ກ້ອນຫີນໃຫຍ່ກ້ອນໜຶ່ງ ຈາກອາວະກາດ ຕົກລົງໃສ່ແຫລມ ຢູກະແທນ; ຫລື ໃນປີ 1440, ໂຢຮັນ ກະເຕິນເບີກ ໄດ້ສຳເລັດການພິມຂອງລາວ; ແລະ, ແນ່ນອນ, ໃນປີ 1903 ຕອນອ້າຍນ້ອງ ວະໄຣ້ ໄດ້ສະແດງໃຫ້ເຫັນວ່າ ມະນຸດສາມາດ ບິນໄດ້.
ຖ້າຫາກທ່ານ ຖືກຖາມ ໃນຄຳຖາມອັນດຽວກັນນັ້ນ, ທ່ານຈະຕອບວ່າແນວໃດ?
ໃນຄວາມຄິດຂອງຂ້າພະເຈົ້າ, ຄຳຕອບແມ່ນແຈ່ມແຈ້ງ.
ໃນການຊອກຫາວັນແຫ່ງປະຫວັດສາດທີ່ສຳຄັນທີ່ສຸດ, ເຮົາຕ້ອງຄືນໄປຫາຄ່ຳຄືນໜຶ່ງ ທີ່ເກືອບເຖິງ 2,000 ປີຜ່ານມາແລ້ວ ຢູ່ໃນສວນເຄັດເຊມາເນ ຕອນພຣະເຢຊູຄຣິດ ໄດ້ຄຸເຂົ່າອະທິຖານຢ່າງຕັ້ງໃຈ ແລະ ໄດ້ສະເໜີມອບຕົວເອງເພື່ອຊົດໃຊ້ແທນບາບຂອງເຮົາ. ມັນ ແມ່ນລະຫວ່າງການເສຍສະລະ ທີ່ຍິ່ງໃຫຍ່ ແລະ ເປັນນິດນີ້ຂອງການຮັບທຸກທໍລະມານທີ່ບໍ່ມີສິ່ງໃດເທົ່າທຽມ ໄດ້ ທັງ ຮ່າງກາຍ ແລະ ວິນຍານ ທີ່ ພຣະເຢຊູຄຣິດ, ແມ່ນແຕ່ພຣະເຈົ້າ, ໄດ້ຫລັ່ງໂລຫິດ ຈາກທຸກຂຸມຂົນ. ດ້ວຍຄວາມຮັກທີ່ດີພ້ອມ, ພຣະອົງໄດ້ມອບທັງໝົດ ເພື່ອວ່າເຮົາຈະໄດ້ຮັບທັງໝົດ. ການເສຍສະລະທີ່ຍິ່ງໃຫຍ່ທີ່ສຸດຂອງພຣະອົງ, ຊຶ່ງຍາກທີ່ຈະເຂົ້າໃຈໄດ້, ພຽງແຕ່ຮູ້ສຶກຢູ່ໃນໃຈ ແລະ ໃນຄວາມຄິດຂອງເຮົາ, ເຕືອນເຮົາເຖິງການເປັນໜີ້ທາງຄວາມກະຕັນຍູທັງໝົດ ທີ່ເຮົາມີຕໍ່ພຣະຄຣິດ ສຳລັບຂອງປະທານທີ່ສູງສົ່ງຂອງພຣະອົງ.
ຕໍ່ມາໃນຄ່ຳຄືນນັ້ນ, ພຣະເຢຊູໄດ້ຖືກນຳໄປຫາເຈົ້າໜ້າທີ່ຝ່າຍສາດສະໜາ ແລະ ຝ່າຍການເມືອງ ຜູ້ໄດ້ເຍາະເຍີ້ຍ, ຂ້ຽນຕີພຣະອົງ, ແລະ ໄດ້ສົ່ງພຣະອົງໄປສູ່ຄວາມຕາຍຢ່າງໜ້າອັບອາຍ. ພຣະອົງໄດ້ຖືກແຂວນໄວ້ເທິງໄມ້ກາງແຂນ ດ້ວຍຄວາມເຈັບປວດອັນແສນສາຫັດ ຈົນກວ່າ, ໃນທີ່ສຸດ, “ສຳເລັດແລ້ວ.”2 ພຣະກາຍທີ່ປາດສະຈາກພຣະວິນຍານຂອງພຣະອົງ ໄດ້ຖືກນຳໄປວາງໄວ້ໃນອຸບມຸງທີ່ຢືມໃຊ້. ແລະ ຈາກນັ້ນ, ໃນເຊົ້າຂອງມື້ທີສາມ, ພຣະເຢຊູ, ພຣະບຸດຂອງພຣະເຈົ້າອົງຊົງລິດອຳນາດຍິ່ງໃຫຍ່, ໄດ້ອອກມາຈາກອຸບມຸງ ດ້ວຍລັດສະໝີພາບ, ໄດ້ຟື້ນຄືນພຣະຊົນຢ່າງສະຫງ່າລາສີ, ຮຸ່ງເຫລື້ອມ, ແລະ ດ້ວຍອຳນາດ.
ແທ້ຈິງແລ້ວ, ມັນມີຫລາຍເຫດການຕະຫລອດທົ່ວປະຫວັດສາດ ທີ່ມີຜົນກະທົບຕໍ່ຈຸດໝາຍປາຍທາງ ຂອງປະຊາຊາດ ແລະ ຜູ້ຄົນ. ແຕ່ເມື່ອລວມທັງໝົດເຂົ້າກັນ, ເຫດການທັງໝົດກໍຍັງບໍ່ສຳຄັນເທົ່າກັບ ສິ່ງທີ່ໄດ້ເກີດຂຶ້ນ ໃນເຊົ້າຂອງວັນອິດສະເຕີ ເທື່ອທຳອິດນັ້ນ.
ແມ່ນຫຍັງທີ່ເຮັດໃຫ້ການເສຍສະລະ ເປັນນິດ ແລະ ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ ເປັນເຫດການທີ່ສຳຄັນທີ່ສຸດໃນປະຫວັດສາດ—ມີອິດທິພົນຫລາຍກວ່າສົງຄາມໂລກ, ຫລາຍກວ່າຄວາມພິນາດ, ແລະ ຫລາຍກວ່າການຄົ້ນພົບຂອງນັກວິທະຍາສາດ ທີ່ປ່ຽນແປງຊີວິດ?
ເພາະພຣະເຢຊູຄຣິດ, ເຮົາຈຶ່ງສາມາດມີຊີວິດອີກ
ຄຳຕອບມີຢູ່ໃນການທ້າທາຍສອງຢ່າງທີ່ບໍ່ສາມາດເອົາຊະນະໄດ້, ຊຶ່ງເຮົາແຕ່ລະຄົນປະເຊີນຢູ່.
ຢ່າງທຳອິດ, ເຮົາທຸກຄົນຕ້ອງຕາຍ. ບໍ່ວ່າເຮົາຈະໜຸ່ມ, ສວຍງາມ, ແຂງແຮງ, ຫລື ລະມັດລະວັງຫລາຍປານໃດກໍຕາມ, ມື້ໜຶ່ງຮ່າງກາຍຂອງເຮົາ ຈະມີສະພາບທີ່ບໍ່ມີວິນຍານ. ໝູ່ເພື່ອນ ແລະ ຄອບຄົວຈະໂສກເສົ້າ ເພາະການຈາກໄປຂອງທ່ານ. ແຕ່ເຂົາເຈົ້າບໍ່ສາມາດເຮັດໃຫ້ທ່ານກັບຄືນມາມີຊີວິດອີກ.
ເຖິງຢ່າງໃດກໍຕາມ, ເພາະພຣະເຢຊູຄຣິດ, ການຕາຍຂອງທ່ານ ເປັນພຽງຊົ່ວຄາວເທົ່ານັ້ນ. ໃນມື້ໜຶ່ງ ວິນຍານຂອງທ່ານຈະເຂົ້າຄືນສູ່ຮ່າງກາຍຂອງທ່ານ. ຮ່າງກາຍທີ່ໄດ້ຟື້ນຄືນຊີວິດ ຈະບໍ່ຕາຍອີກ,3 ແລະ ທ່ານຈະຢູ່ໃນນິລັນດອນ, ບໍ່ມີຄວາມເຈັບປວດ ແລະ ຄວາມທຸກທໍລະມານຂອງຮ່າງກາຍ.4
ສິ່ງນີ້ຈະເກີດຂຶ້ນ ເພາະ ພຣະເຢຊູຄຣິດ, ຜູ້ໄດ້ສະລະພຣະຊົນຊີບຂອງພຣະອົງ ແລະ ຮັບເອົາມັນຄືນ.
ພຣະອົງໄດ້ເຮັດສິ່ງນີ້ ເພື່ອທຸກຄົນ ທີ່ເຊື່ອໃນພຣະອົງ.
ພຣະອົງໄດ້ເຮັດສິ່ງນີ້ ເພື່ອທຸກຄົນທີ່ບໍ່ເຊື່ອໃນພຣະອົງ.
ພຣະອົງໄດ້ເຮັດສິ່ງນີ້ ແມ່ນແຕ່ເພື່ອຜູ້ທີ່ເຍາະເຍີ້ຍ, ປ້ອຍດ່າ, ແລະ ສາບແຊ່ງພຣະນາມຂອງພຣະອົງ.5
ເພາະພຣະເຢຊູຄຣິດ, ເຮົາຈຶ່ງສາມາດຢູ່ກັບພຣະເຈົ້າ.
ຢ່າງທີສອງ, ເຮົາທຸກຄົນມີບາບ. ບາບຂອງເຮົາຄົງກີດກັນ ເຮົາຈາກການໄດ້ຢູ່ກັບພຣະເຈົ້າຕະຫລອດການ, ເພາະ “ສິ່ງທີ່ບໍ່ສະອາດ ຈະບໍ່ສາມາດເຂົ້າໄປໃນອານາຈັກຂອງພຣະອົງໄດ້.”6
ດ້ວຍເຫດຜົນນີ້, ຊາຍ, ຍິງ, ແລະ ເດັກນ້ອຍ ທຸກຄົນ ຈຶ່ງຖືກກີດກັນຈາກທີ່ປະທັບຂອງພຣະອົງ—ນັ້ນຄື, ຈົນກວ່າພຣະເຢຊູຄຣິດ, ພຣະເມສານ້ອຍທີ່ປາດສະຈາກມົນທິນ, ໄດ້ສະລະພຣະຊົນຊີບຂອງພຣະອົງ ເປັນຄ່າໄຖ່ສຳລັບບາບຂອງເຮົາ. ເພາະພຣະເຢຊູ ບໍ່ໄດ້ເປັນໜີ້ຄວາມຍຸດຕິທຳ, ພຣະອົງຈຶ່ງສາມາດຈ່າຍຄ່າໜີ້ສິນໃຫ້ເຮົາ ແລະ ສະໜອງການຮຽກຮ້ອງຂອງຄວາມຍຸດຕິທຳ ສຳລັບຈິດວິນຍານທຸກດວງໄດ້. ແລະ ນັ້ນແມ່ນຮ່ວມທັງທ່ານ ແລະ ຂ້າພະເຈົ້າ.
ພຣະເຢຊູໄດ້ຊົດໃຊ້ແທນບາບຂອງເຮົາ.
ແທນບາບທັງໝົດ.
ໃນມື້ທີ່ສຳຄັນທີ່ສຸດນັ້ນ ໃນປະຫວັດສາດ, ພຣະເຢຊູຄຣິດໄດ້ເປີດປະຕູແຫ່ງຄວາມຕາຍ ແລະ ຍົກຮົ້ວກັ້ນອອກ ຊຶ່ງກີດກັນເຮົາຈາກ ເສັ້ນທາງທີ່ບໍລິສຸດ ແລະ ສັກສິດ ທີ່ພາໄປສູ່ຊີວິດອັນເປັນນິດ. ເພາະພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ທ່ານ ແລະ ຂ້າພະເຈົ້າຈຶ່ງໄດ້ຮັບຂອງປະທານທີ່ປະເສີດເລີດລ້ຳ ແລະ ມີຄ່າທີ່ສຸດ—ບໍ່ວ່າອະດີດຂອງເຮົາຈະເປັນແນວໃດ, ເຮົາສາມາດກັບໃຈ ແລະ ເດີນໄປໃນເສັ້ນທາງ ທີ່ພາເຮົາໄປສູ່ຄວາມສະຫວ່າງ ແລະ ລັດສະໝີພາບແຫ່ງຊັ້ນສູງ, ອ້ອມຮອບໄປດ້ວຍລູກໆທີ່ຊື່ສັດຂອງພຣະບິດາເທິງສະຫວັນ.
ເປັນຫຍັງເຮົາຈຶ່ງປິຕິຍິນດີ
ນີ້ຄືສິ່ງທີ່ເຮົາສະເຫລີມສະຫລອງ ໃນວັນອາທິດບຸນອິດສະເຕີ—ເຮົາສະເຫລີມສະຫລອງຊີວິດ!
ເພາະພຣະເຢຊູຄຣິດ, ເຮົາຈະລຸກຂຶ້ນຈາກຄວາມໝົດຫວັງແຫ່ງຄວາມຕາຍ ແລະ ໂອບກອດ ຜູ້ຄົນທີ່ເຮົາຮັກ, ຫລັ່ງນ້ຳຕາ ທີ່ເຕັມໄປດ້ວຍຄວາມຊື່ນຊົມ ແລະ ເຕັມໄປດ້ວຍຄວາມກະຕັນຍູຢ່າງລົ້ນເຫລືອ. ເພາະພຣະເຢຊູຄຣິດ, ເຮົາຈະ ອອກໄປໃນຖານະທີ່ເປັນບຸກຄົນນິລັນດອນ, ສູ່ໂລກທີ່ປາດສະຈາກການສິ້ນສຸດ.
ເພາະພຣະເຢຊູຄຣິດ, ບໍ່ພຽງແຕ່ບາບຂອງເຮົາຈະຖືກລຶບຖິ້ມເທົ່ານັ້ນ; ແຕ່ມັນຈະຖືກລືມນຳອີກ.
ເຮົາສາມາດກາຍເປັນຄົນບໍລິສຸດ ແລະ ສູງສົ່ງໄດ້.
ສັກສິດ.
ເພາະພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກຂອງເຮົາ, ເຮົາຈຶ່ງສາມາດດື່ມຈາກນ້ຳພຸ ທີ່ພຸ່ງຂຶ້ນເຖິງຊີວິດລັນດອນ.7 ເຮົາສາມາດອາໄສຢູ່ໃນປາສາດຂອງອົງກະສັດແຫ່ງນິລັນດອນຕະຫລອດການ, ໃນລັດສະໝີພາບທີ່ຄິດບໍ່ເຖິງ ແລະ ມີຄວາມສຸກທີ່ສົມບູນແບບໄດ້.
ເຮົາ “ເບິ່ງຊາຍຄົນນີ້ຢູ່ບໍ”?
ເຖິງແມ່ນທຸກສິ່ງທຸກຢ່າງນີ້, ຍັງມີຜູ້ຄົນຢ່າງຫລວງຫລາຍຢູ່ໃນໂລກ ທຸກວັນນີ້ ທີ່ບໍ່ຮູ້ຈັກ ຫລື ບໍ່ເຊື່ອໃນຂອງປະທານທີ່ປະເສີດເລີດລ້ຳ ຂອງພຣະເຢຊູຄຣິດ ທີ່ໄດ້ມອບໃຫ້ເຮົາ. ເຂົາເຈົ້າອາດໄດ້ຍິນເຖິງພຣະອົງ ແລະ ຮູ້ເຖິງພຣະອົງ ວ່າເປັນບຸກຄົນຢູ່ໃນປະຫວັດສາດ, ແຕ່ເຂົາເຈົ້າບໍ່ໄດ້ເຫັນພຣະອົງ ຢ່າງທີ່ພຣະອົງເປັນ.
ເມື່ອຂ້າພະເຈົ້າຄິດກ່ຽວກັບເລື່ອງນີ້, ຂ້າພະເຈົ້າຖືກເຕືອນເຖິງພຣະຜູ້ຊ່ວຍໃຫ້ລອດ ຢືນຢູ່ຕໍ່ໜ້າປີລາດ ຜູ້ປົກຄອງ, ພຽງແຕ່ສອງສາມຊົ່ວໂມງ ກ່ອນການສິ້ນພຣະຊົນ ຂອງພຣະຜູ້ຊ່ວຍໃຫ້ລອດ.
ປີລາດໄດ້ເບິ່ງພຣະເຢຊູ ຕາມທັດສະນະຂອງໂລກເທົ່ານັ້ນ. ປີລາດມີໜ້າທີ່ວຽກງານ, ແລະ ມັນກ່ຽວພັນກັບພາລະກິດສອງຢ່າງ: ການເກັບພາສີໃຫ້ກຸງໂຣມ ແລະ ຮັກສາຄວາມສະຫງົບ. ບັດນີ້ ຊາວຢິວຈາກສານ ຊານເຮັດລິນ ໄດ້ພາຊາຍຄົນໜຶ່ງມາ ຜູ້ຖືກກ່າວຫາວ່າ ເປັນຜູ້ກີດກັນທັງສອງຢ່າງນັ້ນ.8
ຫລັງຈາກໄດ້ສອບສວນນັກໂທດຂອງເພິ່ນແລ້ວ, ປີລາດຈຶ່ງໄດ້ປະກາດວ່າ, “ເຮົາບໍ່ພົບຄວາມຜິດຈັກຢ່າງໃນຊາຍຜູ້ນີ້.”9 ແຕ່ເພິ່ນຄິດວ່າ ເພິ່ນຕ້ອງເອົາໃຈຜູ້ຟ້ອງພຣະເຢຊູ, ສະນັ້ນ ປີລາດຈຶ່ງໄດ້ເຮັດຕາມປະເພນີຂອງຊາວຢິວ ທີ່ຕ້ອງປ່ອຍນັກໂທດຄົນໜຶ່ງໄປ ລະຫວ່າງງານປັດສະຄາ. ເປັນຫຍັງພວກເຂົາຈຶ່ງບໍ່ໃຫ້ເພິ່ນປ່ອຍພຣະເຢຊູໄປ ແທນໂຈນ ແລະ ຄາດຕະກອນທີ່ໂຫດຮ້າຍ ຊື່ ບາຣາບາ?10
ແຕ່ກຸ່ມຄົນຮ້າຍໄດ້ສັ່ງໃຫ້ປີລາດປ່ອຍ ບາຣາບາ ແລະ ໃຫ້ຄຶງພຣະເຢຊູ.
“ເປັນຫຍັງ?” ປີລາດໄດ້ຖາມ. “ພວກທ່ານຢາກໃຫ້ເຮົາເຮັດຢ່າງໃດ?”
ແຕ່ພວກເຂົາໄດ້ຮ້ອງຕອບ. “ຄຶງມັນ!”11
ເພິ່ນໄດ້ພະຍາຍາມອີກເທື່ອໜຶ່ງ ເພື່ອໃຫ້ກຸ່ມຄົນຮ້າຍເພິ່ງພໍໃຈ, ປີລາດໄດ້ສັ່ງທະຫານໃຫ້ຂ້ຽນຕີພຣະເຢຊູ.12 ພວກເຂົາໄດ້ເຮັດສິ່ງນີ້, ຈົນພຣະອົງເລືອດໄຫລຍ້ອຍ ແລະ ຂຽວຊ້ຳ. ພວກເຂົາໄດ້ເຍາະເຍີ້ຍພຣະອົງ, ໄດ້ເອົາມົງກຸດທີ່ເຮັດດ້ວຍເຄືອໜາມ ສຸບໃສ່ພຣະສຽນຂອງພຣະອົງ, ແລະ ເອົາເສື້ອຄຸມສີມ່ວງອ່ອນນຸ່ງໃຫ້ພຣະອົງ.13
ບາງທີປີລາດຄິດວ່າ ສິ່ງນີ້ຄົງເຮັດໃຫ້ກຸ່ມຄົນຮ້າຍພໍໃຈແລ້ວ. ບາງທີ ພວກເຂົາຈະສົງສານຊາຍຄົນນີ້. ປີລາດໄດ້ກ່າວວ່າ, “ຈົ່ງເບິ່ງ, ເຮົາຈະນຳລາວອອກມາ ເພື່ອໃຫ້ພວກທ່ານຮູ້ວ່າ, ເຮົາບໍ່ພົບຄວາມຜິດຈັກຢ່າງໃນຄົນນີ້. … ເບິ່ງຊາຍຄົນນີ້ແມ!”14
ພຣະບຸດຂອງພຣະເຈົ້າ ໄດ້ຢືນຢູ່ໃນເນື້ອໜັງ ຕໍ່ໜ້າຜູ້ຄົນຂອງເຢຣູຊາເລັມ.
ພວກເຂົາສາມາດຫລຽວເຫັນພຣະເຢຊູ, ແຕ່ພວກເຂົາບໍ່ເບິ່ງພຣະອົງ.
ພວກເຂົາບໍ່ມີຕາ ທີ່ສາມາດຫລຽວເຫັນໄດ້.15
ໃນຄຳປຽບທຽບ, ເຮົາກໍຖືກເຊື້ອເຊີນໃຫ້ “ເບິ່ງຊາຍຄົນນີ້” ຄືກັນ. ຜູ້ຄົນມີຄວາມຄິດເຫັນ ທີ່ແຕກຕ່າງກັນ ກ່ຽວກັບພຣະອົງ. ສາດສະດາໃນສະໄໝບູຮານ ແລະ ໃນສະໄໝໃໝ່ ເປັນພະຍານວ່າ ພຣະອົງເປັນພຣະບຸດຂອງພຣະເຈົ້າ. ຂ້າພະເຈົ້າກໍເຮັດແນວນີ້ຄືກັນ. ມັນຈຳເປັນ ແລະ ສຳຄັນ ທີ່ເຮົາທຸກຄົນ ຈະມາຮູ້ຈັກດ້ວຍຕົວເອງ. ສະນັ້ນ, ເມື່ອທ່ານໄຕ່ຕອງພຣະຊົນຊີບ ແລະ ການປະຕິບັດສາດສະໜາກິດຂອງພຣະເຢຊູຄຣິດ, ທ່ານເຫັນສິ່ງໃດແດ່?
ຜູ້ທີ່ຊອກຫາທາງທີ່ຈະເບິ່ງຊາຍຄົນນີ້ ຈະພົບເຫັນປະຕູທີ່ນຳໄປສູ່ຄວາມສຸກທີ່ຍິ່ງໃຫຍ່ທີ່ສຸດ ໃນຊີວິດ ແລະ ພົບຫວ້ານຢາສຳລັບຄວາມໝົດຫວັງ ທີ່ໜັກໜ່ວງຫລາຍທີ່ສຸດໃນຊີວິດ.
ສະນັ້ນ, ເມື່ອທ່ານຖືກອ້ອມຮອບໄປດ້ວຍຄວາມໂສກເສົ້າເສຍໃຈ, ຈົ່ງເບິ່ງຊາຍຄົນນີ້.
ເມື່ອທ່ານຮູ້ສຶກທໍ້ຖອຍ ແລະ ຖືກລືມ, ຈົ່ງເບິ່ງຊາຍຄົນນີ້.
ເມື່ອທ່ານໝົດຫວັງ, ສົງໄສ, ເສຍຫາຍ, ຫລື ຜ່າຍແພ້, ຈົ່ງເບິ່ງຊາຍຄົນນີ້.
ພຣະອົງຈະປອບໂຍນທ່ານ.
ພຣະອົງຈະປິ່ນປົວທ່ານ ແລະ ເຮັດໃຫ້ການເດີນທາງຂອງທ່ານມີຄວາມໝາຍ. ພຣະອົງຈະຖອກເທພຣະວິນຍານຂອງພຣະອົງລົງມາ ແລະ ເຮັດໃຫ້ໃຈຂອງທ່ານມີຄວາມສຸກຢ່າງລົ້ນເຫລືອ.16
ພຣະອົງ “ເຊີດຊູກຳລັງຜູ້ທີ່ອິດເມື່ອຍອ່ອນແຮງ ແລະ ໃຫ້ກຳລັງອັນເຂັ້ມແຂງແກ່ຜູ້ທີ່ຂາດ.”17
ເມື່ອເຮົາເບິ່ງຊາຍຄົນນີ້ແທ້ໆ, ເຮົາຈະຮຽນຮູ້ກ່ຽວກັບພຣະອົງ ແລະ ສະແຫວງຫາທີ່ຈະເຮັດໃຫ້ຊີວິດຂອງເຮົາສອດຄ່ອງກັບພຣະອົງ. ເຮົາກັບໃຈ ແລະ ພະຍາຍາມຫລໍ່ຫລອມທັດສະນະຂອງຕົວເອງ ແລະ ເຂົ້າໃກ້ພຣະອົງຫລາຍຂຶ້ນ ເຮົາໄວ້ວາງໃຈໃນພຣະອົງ. ເຮົາສະແດງຄວາມຮັກຕໍ່ພຣະອົງ ໂດຍການຮັກສາພຣະບັນຍັດຂອງພຣະອົງ ແລະ ໂດຍການດຳລົງ ຊີວິດຕາມພັນທະສັນຍາທີ່ສັກສິດຂອງເຮົາ.
ໃນອີກຄຳໜຶ່ງ, ເຮົາກາຍເປັນສານຸສິດຂອງພຣະອົງ.
ຄວາມສະຫວ່າງທີ່ບໍລິສຸດຂອງພຣະອົງ ສ່ອງແຈ້ງຢູ່ໃນຈິດວິນຍານຂອງເຮົາ. ພຣະຄຸນຂອງພຣະອົງເຊີດຊູເຮົາ. ພາລະຂອງເຮົາກໍເບົາບາງລົງ, ຄວາມສະຫງົບສຸກຂອງເຮົາກໍເລິກຊຶ້ງກວ່າເກົ່າ. ເມື່ອເຮົາເບິ່ງຊາຍຄົນນີ້ແທ້ໆ, ເຮົາຈະໄດ້ຮັບຄຳສັນຍາ ທີ່ເປັນພອນໃນອະນາຄົດ ຊຶ່ງໃຫ້ການດົນໃຈ ແລະ ຄ້ຳຊູເຮົາ ຜ່ານຜ່າບ່ອນທີ່ຄົດລ້ຽວ ແລະ ຫລຸບໂນນ ໃນເສັ້ນທາງແຫ່ງຊີວິດຂອງເຮົາ. ເມື່ອຫວນຄິດຄືນຫລັງ, ເຮົາຈະເຫັນວ່າ ມັນມີແບບແຜນແຫ່ງສະຫວັນ, ຈຸດຕ່າງໆເຫລົ່ານັ້ນ ຕິດຕໍ່ເຂົ້າກັນແທ້ໆ.18
ເມື່ອທ່ານຮັບເອົາການເສຍສະລະຂອງພຣະອົງ, ກາຍເປັນສານຸສິດຂອງພຣະອົງ, ແລະ ໃນທີ່ສຸດ ໄປເຖິງຈຸດໝາຍປາຍທາງຂອງຊ່ວງມະຕະນີ້, ແລ້ວຄວາມໂສກເສົ້າ ທີ່ທ່ານຕ້ອງອົດທົນຕໍ່ ໃນຊີວິດນີ້ ຈະກັບກາຍເປັນສິ່ງໃດ?
ມັນຈະໝົດໄປ.
ຄວາມຜິດຫວັງ, ການທໍລະຍົດ, ການຖືກຂົ່ມເຫັງທີ່ທ່ານເຄີຍປະເຊີນເດ້?
ຈະໝົດໄປ.
ຄວາມທຸກທໍລະມານ, ຄວາມເຈັບປວດຫົວ, ຄວາມຮູ້ສຶກຜິດ, ຄວາມອັບອາຍ, ແລະ ຄວາມເຈັບປວດຕ່າງໆ ທີ່ທ່ານເຄີຍຜ່ານຜ່າເດ້?
ຈະໝົດໄປ.
ຈະຖືກລືມໄປ.
ຈຶ່ງບໍ່ແປກໃຈເລີຍທີ່ “ພວກເຮົາເວົ້າເຖິງພຣະຄຣິດ, ພວກເຮົາປິຕິຍິນດີໃນພຣະຄຣິດ, ພວກເຮົາສັ່ງສອນເລື່ອງພຣະຄຣິດ, ພວກເຮົາທຳນາຍເຖິງພຣະຄຣິດ … ເພື່ອລູກຫລານຂອງພວກເຮົາ ຈະໄດ້ຮູ້ວ່າ ພວກເຂົາຈະຫລຽວຫາແຫລ່ງໃດເພື່ອການປົດບາບ.”19
ມັນເປັນເລື່ອງແປກປະຫລາດບໍ ທີ່ເຮົາພະຍາຍາມດ້ວຍສຸດໃຈ ເພື່ອຈະໄດ້ເບິ່ງຊາຍຄົນນີ້?
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າເປັນພະຍານວ່າ ວັນທີ່ສຳຄັນທີ່ສຸດ ໃນປະຫວັດສາດຂອງມະນຸດ ແມ່ນວັນທີ່ພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ, ໄດ້ເອົາຊະນະຄວາມຕາຍ ແລະ ຄວາມຜິດບາບ ເພື່ອລູກໆທຸກຄົນຂອງພຣະເຈົ້າ. ແລະ ວັນທີ່ສຳຄັນທີ່ສຸດໃນຊີວິດຂອງທ່ານ ແລະ ຂອງຂ້າພະເຈົ້າ ແມ່ນວັນທີ່ເຮົາຮຽນຮູ້ທີ່ຈະ “ເບິ່ງຊາຍຄົນນີ້”; ເມື່ອເຮົາເຫັນພຣະອົງ ໃນແບບທີ່ພຣະອົງເປັນ; ເມື່ອເຮົາຮັບເອົາອຳນາດແຫ່ງການຊົດໃຊ້ຂອງພຣະອົງ ດ້ວຍສຸດໃຈ ແລະ ສຸດຄວາມຄິດ; ເມື່ອເຮົາສັນຍາທີ່ຈະຕິດຕາມພຣະອົງ ດ້ວຍຄວາມກະຕືລືລົ້ນ ແລະ ດ້ວຍພະລັງ. ຂໍໃຫ້ວັນນັ້ນເກີດຂຶ້ນ ເທື່ອແລ້ວເທື່ອອີກ ຕະຫລອດຊົ່ວຊີວິດຂອງເຮົາ.
ຂ້າພະເຈົ້າຂໍມອບປະຈັກພະຍານ ແລະ ພອນຂອງຂ້າພະເຈົ້າໃຫ້ແກ່ທ່ານ ວ່າເມື່ອເຮົາ “ເບິ່ງຊາຍຄົນນີ້,” ເຮົາຈະພົບເຫັນຄວາມໝາຍ, ຄວາມຊື່ນຊົມ, ແລະ ຄວາມສະຫງົບ ໃນຊີວິດຢູ່ໃນໂລກ ແລະ ຊີວິດນິລັນດອນ ໃນໂລກທີ່ຈະມາເຖິງ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.