ການປະຕິບັດສາດສະໜາກິດທີ່ດົນໃຈ
ເຮົາໄດ້ຮັບພຣະວິນຍານສັກສິດໄດ້ດີທີ່ສຸດ ເມື່ອເຮົາເອົາໃຈໃສ່ຕໍ່ການຮັບໃຊ້ຄົນອື່ນ. ນັ້ນແຫລະຄືເຫດຜົນທີ່ເຮົາມີໜ້າທີ່ຮັບຜິດຊອບຂອງຖານະປະໂລຫິດ ເພື່ອຈະຮັບໃຊ້ແທນພຣະຜູ້ຊ່ວຍໃຫ້ລອດ.
ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າກະຕັນຍູຫລາຍສຳລັບສິດທິພິເສດ ທີ່ຈະກ່າວກັບທ່ານໃນກອງປະຊຸມໃຫຍ່ສາມັນແຫ່ງປະຫວັດສາດຄັ້ງນີ້. ເຮົາໄດ້ສະໜັບສະໜູນ ປະທານຣະໂຊ ເອັມ ແນວສັນ ເປັນປະທານຄົນທີ 17 ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຂະນະທີ່ຂ້າພະເຈົ້າໄດ້ຮັບພອນໃນການຮ່ວມງານກັບເພິ່ນແຕ່ລະວັນ, ຂ້າພະເຈົ້າໄດ້ຮູ້ສຶກເຖິງການຢືນຢັນຈາກພຣະວິນຍານວ່າ ປະທານແນວສັນ ໄດ້ຖືກເອີ້ນຈາກພຣະເຈົ້າ ເພື່ອໃຫ້ນຳພາສາດສະໜາຈັກທີ່ແທ້ຈິງຂອງພຣະຜູ້ເປັນເຈົ້າ.
ຂ້າພະເຈົ້າຍັງເປັນພະຍານອີກວ່າ ພຣະຜູ້ເປັນເຈົ້າໄດ້ເອີ້ນ ແອວເດີ ແກຣິດ ດັບເບິນຢູ ກອງ ແລະ ແອວເດີ ຢູລິດຊິສ໌ ໂຊອາເຣສ໌ ໃຫ້ຮັບໃຊ້ໃນຖານະສະມາຊິກຂອງກຸ່ມອັກຄະສາວົກສິບສອງ. ຂ້າພະເຈົ້າຮັກ ແລະ ສະໜັບສະໜູນພວກເພິ່ນ. ໂດຍການປະຕິບັດສາດສະໜາກິດຂອງພວກເພິ່ນ, ພວກເພິ່ນຈະເປັນພອນໃຫ້ແກ່ທຸກຄົນຕະຫລອດທົ່ວໂລກ ແລະ ຕະຫລອດຫລາຍລຸ້ນຄົນ.
ກອງປະຊຸມຄັ້ງນີ້ ກໍເປັນໜຶ່ງໃນປະຫວັດສາດ ເພາະເຫດຜົນອີກຢ່າງໜຶ່ງ. ປະທານແນວສັນ ໄດ້ປະກາດເຖິງບາດກ້າວທີ່ດົນໃຈຕໍ່ໄປ ໃນແຜນການຈັດຕັ້ງຂອງພຣະຜູ້ເປັນເຈົ້າ ສຳລັບສາດສະໜາຈັກຂອງພຣະອົງ. ແຜນການນັ້ນກໍຮ່ວມດ້ວຍໂຄງສ້າງໃໝ່ສຳລັບກຸ່ມຖານະປະໂລຫິດ ໃນຫວອດ ແລະ ສະເຕກ ເພື່ອວ່າເຮົາຈະບັນລຸໜ້າທີ່ຮັບຜິດຊອບຂອງຖານະປະໂລຫິດຂອງເຮົາໄດ້ດີຂຶ້ນ. ຄວາມຮັບຜິດຊອບເຫລົ່ານັ້ນແມ່ນກ່ຽວພັນກັບການດູແລຂອງເຮົາ ທີ່ມີຕໍ່ລູກໆຂອງພຣະບິດາຂອງເຮົາ.
ແຜນຂອງພຣະຜູ້ເປັນເຈົ້າສຳລັບໄພ່ພົນຂອງພຣະອົງ ທີ່ຈະໃຫ້ການດູແລທີ່ຮັກຫອມກໍໄດ້ເກີດຂຶ້ນ ໃນຫລາຍໆຮູບແບບໃນຊ່ວງຫລາຍປີທີ່ຜ່ານມາ. ໃນສະໄໝເລີ່ມຕົ້ນຂອງເມືອງນາວູ, ສາດສະດາໂຈເຊັບ ສະມິດ ມີຄວາມຕ້ອງການວິທີທາງທີ່ເປັນລະບຽບ ເພື່ອຈະໃຫ້ການດູແລຜູ້ປ່ຽນໃຈເຫລື້ອມໃສທີ່ຍາກລຳບາກ ທີ່ໄດ້ເຂົ້າມາອາໄສຢູ່ໃນເມືອງນັ້ນ. ປູ່ຍ່າຕາຍາຍທວດຂອງຂ້າພະເຈົ້າສີ່ລຸ້ນຄົນກໍໄດ້ຢູ່ໃນບັນດາຜູ້ຄົນເຫລົ່ານັ້ນ—ຄອບຄົວໄອຣິງ, ຄອບຄົວເບັນນຽນ, ຄອບຄົວຣອມນີ, ແລະ ຄອບຄົວສະມິດ. ສາດສະດາໄດ້ຈັດຕັ້ງການດູແລໄພ່ພົນເຫລົ່ານັ້ນຕາມພູມມີພາກ. ໃນລັດອິລິນອຍ ເຂດຕ່າງໆທີ່ຢູ່ໃນເມືອງຖືກເອີ້ນວ່າ “ຫວອດ.”
ເມື່ອໄພ່ພົນໄດ້ຍົກຍ້າຍຂ້າມທົ່ງພຽງ, ການດູແລກັນແລະກັນຂອງເຂົາເຈົ້າກໍໄດ້ຈັດຂຶ້ນເປັນ “ກອງຮ້ອຍຕ່າງໆ.” ປູ່ທວດຂອງຂ້າພະເຈົ້າຄົນໜຶ່ງໄດ້ກັບມາຈາກການເຜີຍແຜ່ຂອງເພິ່ນ ຊຶ່ງດຽວນີ້ແມ່ນ ລັດໂອຄະລາໂຮມາ ຕອນເພິ່ນໄດ້ພົບກັບກອງຮ້ອຍໜຶ່ງຢູ່ໃນເສັ້ນທາງ. ເພິ່ນອ່ອນເພຍຫລາຍເພາະຍ້ອນພະຍາດ ຈົນເພິ່ນ ແລະ ຄູ່ສອນຂອງເພິ່ນຕ້ອງໄດ້ຂີ່ກວຽນ.
ຜູ້ນຳຂອງກຸ່ມນັ້ນໄດ້ສົ່ງຍິງສາວສອງຄົນໃຫ້ໄປຊ່ວຍຜູ້ໃດກໍຕາມທີ່ອາດຢູ່ໃນກວຽນນັ້ນ. ໜຶ່ງໃນນັ້ນແມ່ນຍິງໜຸ່ມທີ່ໄດ້ປ່ຽນໃຈເຫລື້ອມໃສໃນ ປະເທດສະວິດເຊີແລນ, ໄດ້ເຫັນຜູ້ສອນສາດສະໜາຄົນໜຶ່ງ ແລະ ກໍໄດ້ຮູ້ສຶກເຫັນອົກເຫັນໃຈ. ໄພ່ພົນກຸ່ມນັ້ນໄດ້ຊ່ວຍຊີວິດເພິ່ນໄວ້. ເພິ່ນໄດ້ຫາຍດີພໍທີ່ຈະຍ່າງຕະຫລອດທາງຈົນມາເຖິງຮ່ອມພູເຊົາເລັກ ພ້ອມດ້ວຍຍິງສາວທີ່ໄດ້ຊ່ວຍຊີວິດເພິ່ນຢູ່ຄຽງຂ້າງ. ເຂົາເຈົ້າໄດ້ຕົກຫຼຸມຮັກ ແລະ ໄດ້ແຕ່ງງານກັນ. ຊາຍຄົນນັ້ນໄດ້ກາຍມາເປັນປູ່ທວດ ເຮັນຣີ ໄອຣິງ ຂອງຂ້າພະເຈົ້າ, ແລະ ນາງກໍເປັນຍ່າທວດ ມາເຣຍ ໂບມເມລີ ໄອຣິງ ຂອງຂ້າພະເຈົ້າ.
ຫລາຍປີຕໍ່ມາ, ເມື່ອຜູ້ຄົນໄດ້ກ່າວເຖິງຄວາມຍາກລຳບາກຂອງການຍົກຍ້າຍຂ້າມທະວີບມາ ນາງກໍໄດ້ເວົ້າວ່າ, “ໂອ້ ບໍ່ດອກ, ບໍ່ຍາກເລີຍ. ຕອນທີ່ພວກເຮົາພາກັນຍ່າງ, ພວກເຮົາໄດ້ເວົ້າລົມກັນຕະຫລອດທາງ ກ່ຽວກັບວ່າ ມັນຊ່າງເປັນສິ່ງມະຫັດສະຈັນທີ່ພວກເຮົາທັງສອງ ໄດ້ພົບເຫັນພຣະກິດຕິຄຸນ ທີ່ແທ້ຈິງຂອງພຣະເຢຊູຄຣິດ. ມັນເປັນຊ່ວງເວລາທີ່ມີຄວາມສຸກຫລາຍທີ່ສຸດທີ່ຂ້ອຍຈຳໄດ້.”
ຕັ້ງແຕ່ເວລານັ້ນມາ, ພຣະຜູ້ເປັນເຈົ້າໄດ້ໃຊ້ຫລາຍໆວິທີທາງ ເພື່ອຊ່ວຍໄພ່ພົນຂອງພຣະອົງໃຫ້ດູແລກັນແລະກັນ. ບັດນີ້ ພຣະອົງໄດ້ປະທານພອນໃຫ້ເຮົາມີກຸ່ມທີ່ເຂັ້ມແຂງ ແລະ ເປັນນ້ຳໜຶ່ງໃຈດຽວກັນ ໃນລະດັບຫວອດ ແລະ ສະເຕກ—ກຸ່ມທີ່ເຮັດວຽກຮ່ວມມືປະສານງານກັນກັບອົງການຕ່າງໆໃນຫວອດ.
ຫວອດ, ກອງຮ້ອຍ ແລະ ກຸ່ມຕ່າງໆທີ່ເຂັ້ມແຂງໄດ້ຮຽກຮ້ອງ ຢ່າງໜ້ອຍສອງສິ່ງທີ່ຈະບັນລຸຜົນສຳເລັດ ໃນພຣະປະສົງຂອງພຣະຜູ້ເປັນເຈົ້າ ທີ່ຈະໃຫ້ໄພ່ພົນຂອງພຣະອົງ ດູແລກັນແລະກັນໃນວິທີທີ່ພຣະອົງດູແລເຂົາເຈົ້າ. ເຂົາເຈົ້າໄດ້ບັນລຸຜົນສຳເລັດເມື່ອໄພ່ພົນຮູ້ສຶກ ເຖິງຄວາມຮັກຂອງພຣະຄຣິດທີ່ມີຕໍ່ກັນແລະກັນ ເໜືອກວ່າຄວາມສົນໃຈຂອງຕົນເອງ. ພຣະຄຳພີເອີ້ນສິ່ງນີ້ວ່າ, “ຄວາມໃຈບຸນ … ຄວາມຮັກອັນບໍລິສຸດຂອງພຣະຄຣິດ” (ໂມໂຣໄນ 7:47). ແລະ ເຂົາເຈົ້າໄດ້ບັນລຸຜົນສຳເລັດເມື່ອພຣະວິນຍານບໍລິສຸດນຳພາຜູ້ໃຫ້ການດູແລ ໃຫ້ຮັບຮູ້ສິ່ງທີ່ພຣະຜູ້ເປັນເຈົ້າຮູ້ວ່າເປັນສິ່ງທີ່ດີທີ່ສຸດ ສຳລັບຜູ້ຄົນທີ່ລາວພະຍາຍາມຈະຊ່ວຍຢູ່.
ເທື່ອແລ້ວເທື່ອອີກ ໃນອາທິດທີ່ຜ່ານມານີ້, ສະມາຊິກຂອງສາດສະໜາຈັກໄດ້ກະທຳໃຫ້ຂ້າພະເຈົ້າເຫັນ ເໝືອນກັບວ່າເຂົາເຈົ້າໄດ້ຄາດເຫັນສິ່ງທີ່ພຣະຜູ້ເປັນເຈົ້າກຳລັງຈະກຳທຳ, ດັ່ງທີ່ໄດ້ຖືກປະກາດມື້ນີ້. ຂ້າພະເຈົ້າຂໍຍົກຕົວຢ່າງສອງປະການ. ໜຶ່ງ, ຄຳປາໄສທີ່ລຽບງ່າຍຢູ່ທີ່ກອງປະຊຸມສິນລະລຶກ ທີ່ຊາຍໜຸ່ມອາຍຸ 14 ປີ ຄູສອນຢູ່ໃນກຸ່ມຖານະປະໂລຫິດແຫ່ງອາໂຣນ ຜູ້ທີ່ເຂົ້າໃຈສິ່ງທີ່ຜູ້ດຳລົງຖານະປະໂລຫິດ ສາມາດສຳເລັດໄດ້ ໃນການຮັບໃຊ້ໃຫ້ແທນພຣະຜູ້ເປັນເຈົ້າ. ສອງ, ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ, ພ້ອມດ້ວຍຄວາມຮັກຂອງພຣະຄຣິດ, ຜູ້ທີ່ໄດ້ຮັບການດົນໃຈໃຫ້ຮັບໃຊ້ຄອບຄົວໜຶ່ງ.
ທຳອິດ, ຂ້າພະເຈົ້າຂໍແບ່ງປັນຖ້ອຍຄຳຂອງຊາຍໜຸ່ມຄົນນັ້ນ ຕອນລາວກ່າວຄຳປາໄສໃນກອງປະຊຸມສິນລະລຶກຢູ່ຫວອດ. ຂ້າພະເຈົ້າກໍຢູ່ທີ່ນັ້ນ. ຂໍໃຫ້ພະຍາຍາມລະນຶກເຖິງວ່າທ່ານເປັນແນວໃດໃນຊ່ວງເວລາທີ່ທ່ານອາຍຸ 14 ປີ ແລະ ໃຫ້ຟັງເພື່ອຈະໄດ້ຍິນລາວກ່າວຫລາຍກວ່າ ທີ່ຊາຍໜຸ່ມຄົນໜຶ່ງອາດຈະຮູ້ໄດ້ຢ່າງມີເຫດຜົນວ່າ:
“ຂ້ານ້ອຍມັກເປັນສະມາຊິກຂອງກຸ່ມຄູສອນຫລາຍ ໃນຫວອດຂອງເຮົາ ຕັ້ງແຕ່ຂ້ານ້ອຍມີອາຍຸ 14 ປີ ປີຜ່ານມານີ້. ຄູສອນຍັງມີໜ້າທີ່ຮັບຜິດຊອບຂອງມັກຄະນາຍົກ ແລະ ໜ້າທີ່ຮັບຜິດຊອບໃໝ່ຕື່ມອີກດ້ວຍ.
“ເພາະເຮົາບາງຄົນກໍເປັນຄູສອນ, ຄົນອື່ນກໍຈະໄດ້ເປັນໃນມື້ໜຶ່ງ, ແລະ ທຸກຄົນໃນສາດສະໜາຈັກກໍໄດ້ຮັບພອນໂດຍຖານະປະໂລຫິດ, ສະນັ້ນມັນຈຶ່ງສຳຄັນສຳລັບເຮົາທຸກຄົນ ທີ່ຈະຮູ້ຈັກໜ້າທີ່ຂອງຄູສອນຫລາຍຂຶ້ນ.
“ທຳອິດ, Doctrine and Covenants 20:53 ກ່າວວ່າ, ໜ້າທີ່ຂອງຄູສອນແມ່ນດູແລສາດສະໜາຈັກສະເໝີ, ແລະ ຢູ່ກັບພວກເຂົາ ແລະ ໃຫ້ພວກເຂົາເຂັ້ມແຂງຂຶ້ນ.
“ຕໍ່ໄປ, Doctrine and Covenants 20:54–55 ກ່າວວ່າ:
ແລະ ເບິ່ງວ່າບໍ່ມີຄວາມຊົ່ວຮ້າຍຢູ່ໃນສາດສະໜາຈັກ, ທັງບໍ່ໃຫ້ມີຄວາມເຄືອງແຄ້ນກັນ, ທັງບໍ່ໃຫ້ເວົ້າຕົວະ, ເວົ້າລັບຫລັງ, ຫລື ເວົ້າຈາບໍ່ດີ;
ແລະ ເບິ່ງວ່າສາດສະໜາຈັກປະຊຸມກັນເລື້ອຍໆ, ແລະ ໃຫ້ເບິ່ງອີກວ່າສະມາຊິກທຸກຄົນເຮັດໜ້າທີ່ຂອງຕົນ.”
ຊາຍໜຸ່ມຄົນນັ້ນໄດ້ກ່າວຕໍ່ໄປວ່າ:
“ພຣະຜູ້ເປັນເຈົ້າກຳລັງບອກເຮົາວ່າ ມັນເປັນຄວາມຮັບຜິດຊອບຂອງເຮົາ ບໍ່ພຽງແຕ່ຈະດູແລສາດສະໜາຈັກເທົ່ານັ້ນ ແຕ່ໃຫ້ດູແລຜູ້ຄົນທີ່ຢູ່ພາຍໃນສາດສະໜາຈັກດ້ວຍ ໃນວິທີທາງທີ່ພຣະຄຣິດຈະດູແລ ເພາະນີ້ແມ່ນສາດສະໜາຈັກຂອງພຣະອົງ. ຖ້າຫາກເຮົາພະຍາຍາມຮັກສາພຣະບັນຍັດ, ມີເມດຕາຕໍ່ກັນແລະກັນ, ຊື່ສັດ, ເປັນເພື່ອນທີ່ດີ, ແລະ ມີຄວາມສຸກນຳການຢູ່ຮ່ວມກັນ, ແລ້ວເຮົາກໍຈະສາມາດມີພຣະວິນຍານສະຖິດຢູ່ນຳເຮົາ ແລະ ຮັບຮູ້ສິ່ງທີ່ພຣະບິດາເທິງສະຫວັນປະສົງໃຫ້ເຮົາເຮັດ. ຖ້າຫາກເຮົາບໍ່ມີພຣະວິນຍານ, ແລ້ວເຮົາຈະບໍ່ສາມາດບັນລຸການເອີ້ນຂອງເຮົາໄດ້.”
ລາວໄດ້ກ່າວຕໍ່ໄປວ່າ:
“ເມື່ອຄູສອນເລືອກທີ່ຈະເປັນຕົວຢ່າງທີ່ຖືກຕ້ອງໂດຍການເປັນຄູສອນປະຈຳບ້ານທີ່ດີ, ທັກທາຍສະມາຊິກໃນໂບດ, ຈັດຕຽມສິນລະລຶກ, ຊ່ວຍເຫຼືອຢູ່ທີ່ບ້ານ, ແລະ ເປັນຄົນຮັກສາຄວາມສະຫງົບ, ລາວກລຳລັງເລືອກທີ່ຈະໃຫ້ກຽດຖານະປະໂລຫິດຂອງລາວ ແລະ ບັນລຸການເອີ້ນຂອງລາວ.
“ການເປັນຄູສອນທີ່ດີບໍ່ພຽງແຕ່ໝາຍຄວາມວ່າ ຮັບຜິດຊອບເມື່ອເຮົາຢູ່ທີ່ໂບດ ຫລື ຢູ່ທີ່ກິດຈະກຳຂອງສາດສະໜາຈັກເທົ່ານັ້ນ. ອັກຄະສາວົກໂປໂລໄດ້ສອນວ່າ ‘ຈົ່ງເປັນຕົວຢ່າງໃຫ້ຄົນທີ່ເຊື່ອທັງຫລາຍໃນຄຳເວົ້າຈາ, ຄວາມປະພຶດ, ຄວາມຮັກ, ຄວາມເຊື່ອ, ແລະ ຄວາມບໍລິສຸດຜຸດຜ່ອງຂອງເຈົ້າ” (1 ຕີໂມທຽວ 4:12).
ແລ້ວຊາຍໜຸ່ມຄົນນັ້ນໄດ້ກ່າວວ່າ:
“ບໍ່ສຳຄັນວ່າເຮົາຈະຢູ່ໃສ ຫລື ເຮົາກຳລັງເຮັດຫຍັງຢູ່ກໍຕາມ, ເຮົາສາມາດເປັນຕົວຢ່າງທີ່ດີ ເຖິງຄວາມຊອບທຳໄດ້ ໃນທຸກເວລາ ແລະ ໃນທຸກບ່ອນ.”
“ພໍ່ກັບຂ້າພະເຈົ້າ ເປັນຄູສອນປະຈຳບ້ານຂອງຄອບຄົວ ບຣາວ. ທຸກໆເທື່ອທີ່ພວກເຮົາໄປທີ່ນັ້ນ, ຂ້ານ້ອຍມີຄວາມມ່ວນຊື່ນໃນການຢ້ຽມຢາມ ແລະ ຮູ້ຈັກເຂົາເຈົ້າດີຂຶ້ນ. ສິ່ງໜຶ່ງທີ່ຂ້ານ້ອຍມັກຫລາຍກ່ຽວກັບ ຄອບຄົວບຣາວ ຄື ເມື່ອໃດກໍຕາມຕອນພວກເຮົາໄປຢາມ, ເຂົາເຈົ້າເຕັມໃຈຈະຮັບຟັງ ແລະ ເຂົາເຈົ້າມີເລື່ອງລາວມ່ວນໆມາເລົ່າໃຫ້ຟັງ.
“ເມື່ອເຮົາຮູ້ຈັກຜູ້ຄົນຢູ່ໃນຫວອດເຮົາເປັນຢ່າງດີເພາະການສອນປະຈຳບ້ານ, ມັນກໍງ່າຍຂຶ້ນທີ່ຈະປະຕິບັດໜ້າທີ່ຕໍ່ໄປຂອງຄູສອນ, ແລະ ນັ້ນກໍຄື ການທັກທາຍສະມາຊິກຢູ່ທີ່ໂບດ. ການຊ່ວຍໃຫ້ຜູ້ຄົນຮູ້ສຶກອົບອຸ່ນ ແລະ ມີສ່ວນຮ່ວມຢູ່ທີ່ໂບດຈະຊ່ວຍໃຫ້ສະມາຊິກທຸກຄົນ ໃນຫວອດຮູ້ສຶກວ່າເປັນທີ່ຊົງຮັກ ແລະ ຕຽມພ້ອມທີ່ຈະຮັບສ່ວນສິນລະລຶກ.
“ຫລັງຈາກທັກທາຍສະມາຊິກຜູ້ທີ່ໄດ້ມາໂບດແລ້ວ, ຄູສອນກໍໃຫ້ຄວາມຊ່ວຍເຫລືອທຸກໆວັນອາທິດ ໂດຍການຈັດຕຽມສິນລະລຶກ. ຂ້ານ້ອຍມີຄວາມສຸກຫລາຍນຳການຢາຍ ແລະ ການຕຽມສິນລະລຶກໃນຫວອດນີ້ ເພາະວ່າທຸກຄົນມີຄວາມຄາລະວະ. ຂ້ານ້ອຍຮູ້ສຶກເຖິງພຣະວິນຍານສະເໝີຕອນຂ້ານ້ອຍຕຽມ ແລະ ຢາຍສິນລະລຶກ. ມັນເປັນພອນແທ້ໆສຳລັບຂ້ານ້ອຍ ທີ່ຂ້ານ້ອຍສາມາດເຮັດສິ່ງນີ້ທຸກໆວັນອາທິດ.
“ການຮັບໃຊ້ບາງຢ່າງ ດັ່ງເຊັ່ນການຢາຍສິນລະລຶກເປັນສິ່ງທີ່ຜູ້ຄົນເຫັນໄດ້ ແລະ ເຂົາເຈົ້າກໍຂອບໃຈພວກເຮົາທີ່ເຮັດສິ່ງນີ້, ແຕ່ການຮັບໃຊ້ຢ່າງອື່ນ ດັ່ງເຊັ່ນການຕຽນສິນລະລຶກນັ້ນສ່ວນຫລາຍແລ້ວຈະກະທຳລົງໄປໂດຍບໍ່ມີໃຜເຫັນເລີຍ. ມັນ ບໍ່ ສຳຄັນ ຖ້າຫາກຄົນ ເຫັນ ເຮົາຮັບໃຊ້, ສິ່ງທີ່ສຳຄັນນັ້ນແມ່ນວ່າ ພຣະຜູ້ເປັນເຈົ້າຮັບຮູ້ວ່າ ເຮົາໄດ້ຮັບໃຊ້ພຣະອົງ.
“ໃນຖານະຄູສອນ, ເຮົາຄວນພະຍາຍາມສະເໝີທີ່ຈະເສີມຄວາມເຂັ້ມແຂງໃຫ້ແກ່ສາດສະໜາຈັກ, ໝູ່ເພື່ອນ, ແລະ ຄອບຄົວຂອງເຮົາ ໂດຍການບັນລຸໜ້າທີ່ຮັບຜິດຊອບຂອງຖານະປະໂລຫິດຂອງເຮົາ. ມັນບໍ່ເປັນເລື່ອງງ່າຍສະເໝີໄປ, ແຕ່ພຣະຜູ້ເປັນເຈົ້າບໍ່ປະທານພຣະບັນຍັດໃດໆໃຫ້ເຮົາ ‘ນອກຈາກ ພຣະອົງຕຽມທາງໄວ້ໃຫ້ [ເຮົາ] ເພື່ອຈະໄດ້ສຳເລັດໃນສິ່ງທີ່ພຣະອົງບັນຊາ’ (1 ນີໄຟ 3:7).”
ຂະນະທີ່ຊາຍໜຸ່ມຄົນນັ້ນໄດ້ສະຫລຸບຄຳປາໄສ, ຂ້າພະເຈົ້າກໍໄດ້ປະຫລາດໃຈຕໍ່ໄປກັບຄວາມເປັນຜູ້ໃຫຍ່ ແລະ ສະຕິປັນຍາຂອງລາວ. ລາວໄດ້ສະຫລຸບຄຳປາໄສໂດຍການກ່າວວ່າ: “ຂ້ານ້ອຍຮູ້ວ່າເຮົາຈະເຮັດໄດ້ດີຂຶ້ນ ຖ້າຫາກເຮົາເລືອກທີ່ຈະຕິດຕາມ [ພຣະເຢຊູຄຣິດ].”
ອີກເລື່ອງໜຶ່ງທີ່ກ່ຽວກັບການຮັບໃຊ້ຂອງຖານະປະໂລຫິດຖືກບອກເລົ່າເມື່ອໜຶ່ງເດືອນ ກ່ອນຢູ່ທີ່ກອງປະຊຸມໃນຫວອດແຫ່ງໜຶ່ງ. ອີກເທື່ອໜຶ່ງ, ຂ້າພະເຈົ້າກໍຢູ່ທີ່ນັ້ນ. ຜູ້ດຳລົງຖານະປະໂລຫິດອາວຸໂສຄົນໜຶ່ງບໍ່ໄດ້ຮູ້ຕອນທີ່ລາວໄດ້ກ່າວປາໄສວ່າ ລາວກຳລັງບັນຍາຍຢ່າງຖືກຕົງເຖິງສິ່ງທີ່ພຣະຜູ້ເປັນເຈົ້າປາດຖະໜາ ໃຫ້ເກີດຂຶ້ນກັບກຸ່ມຖານະປະໂລຫິດທີ່ເຂັ້ມແຂງ. ຕໍ່ໄປນີ້ຄືເລື່ອງລາວສັ້ນໆນັ້ນ:
ລາວ ແລະ ຄູ່ສອນປະຈຳບ້ານຖືກມອບໝາຍໃຫ້ຮັບໃຊ້ເຈັດຄອບຄົວ. ເກືອບທຸກໆຄອບຄົວ ບໍ່ ຢາກໃຫ້ໃຜໄປຢາມ. ເມື່ອຄູສອນປະຈຳບ້ານໄປຫາເຮືອນຫ້ອງແຖວເຂົາເຈົ້າ, ເຂົາເຈົ້າບໍ່ຍອມເປີດປະຕູຮັບ. ເມື່ອເຂົາເຈົ້າໂທຫາ, ເຂົາເຈົ້າບໍ່ຮັບໂທລະສັບ. ເມື່ອເຂົາເຈົ້າປະຂໍ້ຄວາມໄວ້ໃນໂທລະສັບ, ເຂົາເຈົ້າກໍບໍ່ໂທກັບ. ຄູ່ສອນອາວຸໂສຄົນນີ້ກໍເລີຍຕັດສິນໃຈປະຕິບັດສາດສະໜາກິດ ຜ່ານທາງການຂຽນຈົດໝາຍ. ລາວໄດ້ເລີ່ມໂດຍການໃຊ້ຊອງຈົດໝາຍສີເຫລືອງ ເພື່ອຫວັງວ່າຈະໄດ້ຮັບຄຳຕອບ.
ໜຶ່ງໃນຈຳນວນເຈັດຄອບຄົວນັ້ນແມ່ນເອື້ອຍນ້ອງໂສດຄົນໜຶ່ງ ທີ່ໄດ້ຍ້າຍມາແຕ່ເຂດເອີຣົບ. ນາງມີລູກນ້ອຍສອງຄົນ.
ຫຼັງຈາກໄດ້ພະຍາຍາມຕິດຕໍ່ຫານາງຫລາຍໆເທື່ອ, ລາວໄດ້ຮັບຂໍ້ຄວາມຈາກນາງ. ນາງໄດ້ບອກລາວຢ່າງທັນທີທັນໃດວ່າ ນາງຫຍຸ້ງເກີນຈະມີເວລາພົບປະກັບຄູສອນປະຈຳບ້ານ. ນາງເຮັດວຽກຢູ່ສອງບ່ອນ ແລະ ຢູ່ໃນກອງທັບທະຫານອີກດ້ວຍ. ວຽກງານຫລັກຂອງນາງແມ່ນນາຍຕຳຫລວດ, ແລະ ເປົ້າໝາຍອາຊີບຂອງນາງແມ່ນຈະເປັນນັກສືບ ແລະ ແລ້ວກັບຄືນໄປບ້ານເກີດຂອງນາງ ແລະ ເຮັດວຽກຂອງນາງຕໍ່ໄປຢູ່ທີ່ນັ້ນ.
ຄູສອນປະຈຳບ້ານບໍ່ສາມາດຢ້ຽມຢາມນາງຢູ່ທີ່ບ້ານນາງຈັກເທື່ອເລີຍ. ລາວໄດ້ສົ່ງຂໍ້ຄວາມຫານາງເປັນບາງຄັ້ງບາງຄາວ. ທຸກໆເດືອນລາວໄດ້ສົ່ງຈົດໝາຍທີ່ລາວຂຽນໄປຫານາງ, ແລະ ເພີ່ມດ້ວຍບັດພິເສດສຳລັບລູກໆຂອງນາງ.
ລາວບໍ່ໄດ້ຮັບຄຳຕອບໃດໆ. ແຕ່ນາງໄດ້ຮູ້ວ່າຄູສອນປະຈຳບ້ານຂອງນາງນັ້ນເປັນໃຜ, ວິທີຈະຕິດຕໍ່ຫາເຂົາເຈົ້າ, ແລະ ວ່າເຂົາເຈົ້າຈະບໍ່ລົດລະໃນການຮັບໃຊ້ຂອງຖານະປະໂລຫິດຂອງເຂົາເຈົ້າ.
ແລ້ວມື້ໜຶ່ງລາວກໍໄດ້ຮັບຂໍ້ຄວາມທີ່ຮີບດ່ວນຈາກນາງ. ນາງຕ້ອງການຄວາມຊ່ວຍເຫລືອແທ້ໆ. ນາງບໍ່ຮູ້ວ່າອະທິການເປັນໃຜ ແຕ່ຮູ້ວ່າໃຜເປັນຄູສອນປະຈຳບ້ານຂອງນາງ.
ໃນສາມສີ່ວັນ, ນາງຈຳເປັນຕ້ອງໄດ້ອອກຈາກລັດເປັນເວລາໜຶ່ງເດືອນ ເພື່ອໄປເຝິກງານກອງທັບທະຫານ. ນາງຈະເອົາລູກໄປນຳບໍ່ໄດ້. ແມ່ຂອງນາງ, ຜູ້ທີ່ຈະດູແລລູກຂອງນາງ, ຫາກໍໄດ້ບິນໄປທີ່ເອີຣົບເພື່ອດູແລສາມີຂອງຕົນ, ຜູ້ທີ່ໄດ້ມີເຫດສຸກເສີນທາງສຸຂະພາບ.
ເອື້ອຍນ້ອງໂສດທີ່ບໍ່ໄປໂບດຄົນນີ້ມີເງິນພໍທີ່ຈະຊື້ປີ້ຍົນໄປເອີຣົບໃຫ້ລູກຫລ້າຂອງນາງ ແຕ່ບໍ່ມີເງິນພໍທີ່ຈະຊື້ໃຫ້ລູກຊາຍກົກຂອງນາງ ຜູ້ມີອາຍຸ 12 ປີ, ຊື່ ທ້າວແອຣິກ.2 ນາງໄດ້ຖາມຄູສອນປະຈຳບ້ານ ຖ້າຫາກວ່າລາວຈະສາມາດຫາຄອບຄົວໄພ່ພົນຍຸກສຸດທ້າຍ ທີ່ດີຄອບຄົວໜຶ່ງໄດ້ບໍ ທີ່ຈະຮັບເອົາ ທ້າວແອຣິກ ໄປຢູ່ນຳທີ່ບ້ານຂອງເຂົາເຈົ້າເປັນເວລາ 30 ວັນຕໍ່ໄປນັ້ນ!
ຄູສອນໄດ້ສົ່ງຂໍ້ຄວາມກັບໄປວ່າລາວຈະເຮັດສຸດຄວາມສາມາດຂອງລາວ. ແລ້ວລາວກໍໄດ້ຕິດຕໍ່ຫາຜູ້ນຳຖານະປະໂລຫິດຂອງລາວ. ອະທິການໄດ້ອະນຸມັດໃຫ້ລາວປຶກສານຳສະມາຊິກໃນສະພາຫວອດ, ຮ່ວມທັງປະທານສະມາຄົມສະຕີສົງເຄາະ.
ປະທານສະມາຄົມສະຕີສົງເຄາະ ໄດ້ພົບເຫັນຄອບຄົວໄພ່ພົນຍຸກສຸດທ້າຍທີ່ດີສີ່ຄອບຄົວຢ່າງວ່ອງໄວ, ທີ່ມີເດັກນ້ອຍອາຍຸຊ່ຳ ທ້າວແອຣິກ, ຜູ້ທີ່ຈະຮັບເອົາລາວໄປຢູ່ນຳທີ່ບ້ານຂອງເຂົາເຈົ້າ ເປັນເວລາໜຶ່ງອາທິດແຕ່ລະຄອບຄົວ. ໃນຊ່ວງເວລາໜຶ່ງເດືອນນັ້ນ, ຄອບຄົວເຫລົ່ານີ້ໄດ້ລ້ຽງດູ ທ້າວແອຣິກ, ໄດ້ຈັດຫາບ່ອນໃຫ້ລາວຢູ່ໃນຫ້ອງແຖວຄັບແຄບ ຫລື ບ້ານນ້ອຍໆຂອງເຂົາເຈົ້າ, ໄດ້ເອົາລາວໄປເຮັດກິດຈະກຳຕອນພັກຮ້ອນຂອງຄອບຄົວທີ່ເຂົາເຈົ້າໄດ້ວາງແຜນໄວ້ລ່ວງໜ້າແລ້ວ, ໄດ້ພາລາວມາໂບດນຳ, ໃຫ້ລາວມີສ່ວນຮ່ວມໃນການສັງສັນໃນຄອບຄົວຂອງເຂົາເຈົ້າ, ແລະ ອີກຫລາຍໆກິດຈະກຳ.
ຫລາຍຄອບຄົວມີລູກຊາຍອາຍຸຊ່ຳ ທ້າວແອຣິກ, ແລະ ພວກເຂົາກໍໄດ້ໃຫ້ລາວມີສ່ວນຮ່ວມໃນກອງປະຊຸມ ແລະ ກິດຈະກຳຂອງກຸ່ມມັກຄະນາຍົກ. ໃນລະຫວ່າງເວລາ 30 ວັນ, ທ້າວແອຣິກ ໄດ້ໄປໂບດທຸກໆວັນອາທິດເປັນເທື່ອທຳອິດ.
ຫລັງຈາກແມ່ລາວໄດ້ກັບບ້ານຈາກການເຝິກງານຂອງນາງ, ທ້າວແອຣິກ ກໍໄດ້ໄປໂບດຕໍ່ໄປ, ຕາມປົກກະຕິກໍໄປກັບຄອບຄົວໃດໜຶ່ງໃນຈຳນວນສີ່ຄອບຄົວໄພ່ພົນຍຸກສຸດທ້າຍທີ່ອາສາສະໝັກ ຫລື ໄປກັບຄອບຄົວອື່ນທີ່ໄດ້ຜູກມິດກັບລາວ, ຮ່ວມທັງຄູຢ້ຽມສອນຂອງແມ່ລາວເອງ. ເມື່ອເວລາຜ່ານໄປ, ລາວກໍຖືກແຕ່ງຕັ້ງໃຫ້ເປັນມັກຄະນາຍົກ ແລະ ໄດ້ເລີ່ມຢາຍສິນລະລຶກຢ່າງສະໝ່ຳສະເໝີ.
ບັດນີ້, ໃຫ້ເຮົາມາມອງເບິ່ງອະນາຄົດຂອງ ທ້າວແອຣິກ ນຳກັນ. ເຮົາຈະບໍ່ແປກໃຈຖ້າຫາກວ່າລາວຈະກາຍເປັນຜູ້ນຳໃນສາດສະໜາຈັກໃນບ້ານເກີດຂອງແມ່ຂອງລາວ ເມື່ອຄອບຄົວພາກັນກັບຄືນໄປທີ່ນັ້ນ—ທັງໝົດຈະເປັນເພາະໄພ່ພົນຍຸກສຸດທ້າຍ ຜູ້ທີ່ໄດ້ຮ່ວມມືກັນໃນການເປັນນ້ຳໜຶ່ງໃຈດຽວກັນ ເພື່ອຮັບໃຊ້ພາຍໃຕ້ການຊີ້ນຳຂອງພຣະວິນຍານບໍລິສຸດ ແລະ ຈາກຄວາມໃຈບຸນໃນໃຈຂອງເຂົາເຈົ້າ.
ເຮົາຮູ້ວ່າຄວາມໃຈບຸນນັ້ນແມ່ນຈຳເປັນສຳລັບເຮົາ ເພື່ອຈະລອດໄດ້ໃນອານາຈັກຂອງພຣະເຈົ້າ. ໂມໂຣໄນໄດ້ຂຽນວ່າ, “ຖ້າຫາກທ່ານບໍ່ມີຄວາມໃຈບຸນ ທ່ານຈະລອດຢູ່ໃນອານາຈັກຂອງພຣະເຈົ້າບໍ່ໄດ້” (ໂມໂຣໄນ 10:21; ເບິ່ງ ອີເທີ 12:34 ນຳອີກ).
ເຮົາກໍຮູ້ອີກວ່າ ຄວາມໃຈບຸນເປັນຂອງປະທານທີ່ຖືກມອບໃຫ້ແກ່ເຮົາ ຫລັງຈາກເຮົາເຮັດທຸກສິ່ງທີ່ເຮົາເຮັດໄດ້ແລ້ວ. ເຮົາຕ້ອງ “ອະທິຖານຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ, ເພື່ອ [ເຮົາ] ຈະເຕັມໄປດ້ວຍຄວາມຮັກນີ້, ຊຶ່ງພຣະອົງປະທານໃຫ້ທຸກຄົນຊຶ່ງເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະອົງ” (ໂມໂຣໂນ 7:48).
ສຳລັບຂ້າພະເຈົ້າ ປາກົດວ່າເຮົາຈະໄດ້ຮັບພຣະວິນຍານຂອງພຣະເຈົ້າດີທີ່ສຸດ ເມື່ອເຮົາເອົາໃຈໃສ່ການຮັບໃຊ້ຄົນອື່ນ. ນັ້ນແຫລະຄືເຫດຜົນທີ່ເຮົາມີໜ້າທີ່ຮັບຜິດຊອບຂອງຖານະປະໂລຫິດ ເພື່ອຈະຮັບໃຊ້ແທນພຣະຜູ້ຊ່ວຍໃຫ້ລອດ. ເມື່ອເຮົາມີສ່ວນຮ່ວມໃນການຮັບໃຊ້ຄົນອື່ນ, ເຮົາຈະຄິດກ່ຽວກັບຕົວເອງໜ້ອຍລົງ, ແລະ ພຣະວິນຍານສັກສິດຈະສາມາດມາຫາເຮົາໄດ້ຢ່າງທັນທີ ແລະ ຊ່ວຍເຮົາໃນການສະແຫວງຫາຕະຫລອດຊີວິດຂອງເຮົາ ທີ່ຈະມີຂອງປະທານແຫ່ງຄວາມໃຈບຸນຖືກປະທານໃຫ້ເຮົາ.
ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ເປັນເຈົ້າໄດ້ເລີ່ມດຳເນີນໄປໜ້າແລ້ວ ໃນບາດກ້າວທີ່ສຳຄັນ ໃນແຜນຂອງພຣະອົງສຳລັບເຮົາ ເພື່ອຈະໄດ້ຮັບການດົນໃຈ ແລະ ເປັນຄົນໃຈບຸນຫລາຍຂຶ້ນໃນ ການຮັບໃຊ້ແຫ່ງການປະຕິບັດຕໍ່ກັນຂອງຖານະປະໂລຫິດ. ຂ້າພະເຈົ້າກະຕັນຍູສຳລັບຄວາມຮັກຂອງພຣະອົງ, ຊຶ່ງພຣະອົງໄດ້ປະທານໃຫ້ເຮົາຢ່າງເພື່ອແຜ່. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.