ຂອງປະທານທີ່ລ້ຳຄ່າຈາກພຣະເຈົ້າ
ຊີວິດສາມາດເຕັມໄປດ້ວຍສັດທາ, ຄວາມຊື່ນຊົມ, ຄວາມສຸກ, ຄວາມຫວັງ, ແລະ ຄວາມຮັກ ເມື່ອເຮົານຳໃຊ້ຈຳນວນນ້ອຍໆຂອງສັດທາທີ່ແທ້ຈິງໃນພຣະຄຣິດ.
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາຫາກໍມີສ່ວນຮ່ວມໃນການຊຸມນຸມທີ່ສັກສິດ, ຊຶ່ງເປັນການປະຕິບັດທີ່ເຮົາຕິດຕາມຄືນໄປເຖິງຍຸກສະໄໝພຣະຄຣິສຕະທຳຄຳພີ ເມື່ອຊາວອິດສະຣາເອນໃນສະໄໝບູຮານໄດ້ເຕົ້າໂຮມກັນ ເພື່ອຈະຮູ້ສຶກເຖິງການປະທັບຢູ່ຂອງພຣະຜູ້ເປັນເຈົ້າ ແລະ ສະຫລອງພຣະພອນຂອງພຣະອົງ.1 ເຮົາໄດ້ຮັບສິດທິພິເສດທີ່ມີຊີວິດຢູ່ໃນວັນເວລາທີ່ການປະຕິບັດບູຮານນີ້ໄດ້ຖືກຟື້ນຟູແລ້ວ ຜ່ານທາງສາດສະດາ ໂຈເຊັບ ສະມິດ.2 ຂ້າພະເຈົ້າຂໍຊຸກຍູ້ທ່ານໃຫ້ບັນທຶກມັນໄວ້ໃນບັນທຶກສ່ວນຕົວຂອງທ່ານ ເຖິງສິ່ງທີ່ທ່ານໄດ້ຮູ້ສຶກກ່ຽວກັບໂອກາດທີ່ສັກສິດທີ່ໆນີ້ ທີ່ທ່ານໄດ້ມີສ່ວນຮ່ວມດ້ວຍ.
ເມື່ອບໍ່ດົນມານີ້, ເຮົາໄດ້ອຳລາເພື່ອນ ແລະ ສາດສະດາທີ່ຮັກແພງຂອງເຮົາ, ປະທານທອມມັສ ແອັສ ມອນສັນ. ເຖິງແມ່ນວ່າເຮົາທຸກຄົນກໍຄິດຮອດເພິ່ນ, ແຕ່ເຮົາກໍຮູ້ສຶກກະຕັນຍູຫລາຍທີ່ພຣະຜູ້ເປັນເຈົ້າໄດ້ເອີ້ນ ສາດສະດາທ່ານໃໝ່, ປະທານຣະໂຊ ເອັມ ແນວສັນ, ໃຫ້ຄວບຄຸມສາດສະໜາຈັກຂອງພຣະອົງ. ໃນວິທີທາງທີ່ເປັນລະບຽບ ບັດນີ້ເຮົາໄດ້ເລີ່ມຕົ້ນບົດໃໝ່ໃນປຶ້ມປະຫວັດສາດຂອງ ສາດສະໜາຈັກຂອງເຮົາ. ນີ້ແມ່ນຂອງປະທານທີ່ລ້ຳຄ່າຈາກພຣະເຈົ້າ.
ເມື່ອເຮົາແຕ່ລະຄົນໄດ້ສະໜັບສະໜູນ ປະທານແນວສັນ ໂດຍການຍົກມືຂອງເຮົາຂຶ້ນ, ເຮົາໄດ້ຢືນເປັນສັກຂີພະຍານຕໍ່ພຣະເຈົ້າ ແລະ ໄດ້ຮັບຮູ້ວ່າ ເພິ່ນເປັນຜູ້ສືບທອດຕຳແໜ່ງທີ່ຖືກຕ້ອງຂອງ ປະທານມອນສັນ. ດ້ວຍມືຂອງເຮົາທີ່ໄດ້ຍົກຂຶ້ນ, ເຮົາໄດ້ສັນຍາທີ່ຈະເຊື່ອຟັງຖ້ອຍຄຳຂອງເພິ່ນ ຂະນະທີ່ເພິ່ນໄດ້ຮັບການຊີ້ນຳຈາກພຣະຜູ້ເປັນເຈົ້າ.
ພຣະຜູ້ເປັນເຈົ້າໄດ້ວ່າ
ເຮົາຄວນເຊື່ອຟັງຖ້ອຍຄຳ ແລະ ພຣະບັນຍັດຂອງເພິ່ນ [ໝາຍເຖິງປະທານຂອງສາດສະໜາຈັກ] ທີ່ເພິ່ນຈະມອບໃຫ້ແກ່ເຮົາ ຕາມທີ່ເພິ່ນໄດ້ຮັບມັນ. … ;
ເຮົາຄວນເອົາໃຈໃສ່ຕໍ່ຖ້ອຍຄຳຂອງເພິ່ນ, ຄືກັນກັບວ່າມັນມາຈາກພຣະໂອດຂອງພຣະອົງເອງ, ດ້ວຍຄວາມອົດທົນທີ່ສຸດ ແລະ ສັດທາທັງໝົດ.3
ຂ້າພະເຈົ້າໄດ້ຮູ້ຈັກສາດສະດາ-ປະທານທ່ານໃໝ່ຂອງເຮົາເປັນເວລາທີ່ນານກວ່າ 60 ປີ. ຂ້າພະເຈົ້າໄດ້ຮັບໃຊ້ຮ່ວມກັບເພິ່ນ ໃນກຸ່ມອັກຄະສາວົກສິບສອງ ເປັນເວລາ 33 ປີ, ແລະ ຂ້າພະເຈົ້າເປັນພະຍານວ່າ ພຣະຫັດຂອງພຣະຜູ້ເປັນເຈົ້າໄດ້ຈັດຕຽມເພິ່ນໄວ້ເພື່ອກາຍເປັນອັກຄະສາວົກ ແລະ ສາດສະດາຜູ້ບໍລິຫານຂໍກະແຈທັງໝົດຂອງຖານະປະໂລຫິດທີ່ສັກສິດຢູ່ເທິງແຜ່ນດິນໂລກ. ຂ້າພະເຈົ້າຫວັງວ່າເຮົາແຕ່ລະຄົນຈະສະໜັບສະໜູນເພິ່ນ ແລະ ທີ່ປຶກສາຂອງເພິ່ນຢ່າງສົມບູນ ແລະ ຕິດຕາມການຊີ້ນຳຂອງພວກເພິ່ນ. ເຮົາກໍຂໍສະແດງຄວາມຍິນດີຕ້ອນຮັບ ແອວເດີ ກອງ ແລະ ແອວເດີ ໂຊອາເຣສ໌ ໃນຖານະສະມາຊິກຂອງກຸ່ມອັກຄະສາວົກສິບສອງ.
ຫລັງຈາກການຟື້ນຄືນພຣະຊົນຂອງພຣະເຢຊູ, ເທດສະການທີ່ເຮົາສະຫລອງໃນທ້າຍອາທິດອິດສະເຕີທີ່ຮຸ່ງໂລດນີ້, ພຣະອົງໄດ້ມາປາກົດຕໍ່ສານຸສິດຂອງພຣະອົງ ແລະ ໄດ້ກ່າວວ່າ, “ສັນຕິສຸກຈົ່ງຢູ່ກັບເຈົ້າທັງຫລາຍ: ພຣະບິດາໄດ້ໃຊ້ເຮົາມາຢ່າງໃດ, ເຮົາກໍໃຊ້ພວກເຈົ້າໄປຢ່າງນັ້ນ.”4 ຂໍໃຫ້ສັງເກດເຫັນການກະທຳສອງຂັ້ນຕອນ—ພຣະເຈົ້າໃຊ້ພຣະບຸດຂອງພຣະອົງມາ. ພຣະບຸດໃຊ້ຜູ້ຮັບໃຊ້ຂອງພຣະອົງ—ບັນດາຊາຍ ແລະ ຍິງມະຕະ—ໄປເຮັດວຽກງານຂອງພວກພຣະອົງໃຫ້ສຳເລັດ.
ເຮົາບໍ່ຄວນແປກໃຈທີ່ຈະຮູ້ວ່າ ບຸກຄົນເຫລົ່ານີ້ທີ່ຖືກເອີ້ນໃຫ້ເຮັດວຽກງານຂອງພຣະຜູ້ເປັນເຈົ້າ ບໍ່ໄດ້ເປັນມະນຸດທີ່ດີພ້ອມ. ເລື່ອງລາວໃນພຣະຄຳພີໃຫ້ເຫດການທີ່ລະອຽດກ່ຽວກັບບັນດາຊາຍ ແລະ ຍິງ ຜູ້ທີ່ຖືກເອີ້ນຈາກພຣະເຈົ້າ ເພື່ອໃຫ້ສຳເລັດວຽກງານຍິ່ງໃຫຍ່—ບຸດ ແລະ ທິດາທີ່ດີຂອງພຣະບິດາເທິງສະຫວັນຂອງເຮົາ ຖືກເອີ້ນໃຫ້ຮັບໃຊ້ໃນໜ້າທີ່ມອບໝາຍຂອງເຂົາເຈົ້າ ໃນສາດສະໜາຈັກ, ພະຍາຍາມທີ່ຈະເຮັດໃຫ້ໄດ້ດີທີ່ສຸດ, ແຕ່ຍັງບໍ່ມີຄົນໃດດີພ້ອມເທື່ອ. ມັນກໍຈິງເຊັ່ນດຽວກັນກັບເຮົາທຸກຄົນໃນທຸກວັນນີ້.
ເມື່ອເຮົາຮູ້ຄວາມເປັນຈິງຂອງຄວາມອ່ອນແອ ແລະ ຂໍ້ບົກພ່ອງຂອງມະນຸດແລ້ວ, ເຮົາຈະກ້າວໄປໜ້າໄດ້ແນວໃດ ໃນການສົ່ງເສີມ ແລະ ການສະໜັບສະໜູນກັນແລະກັນ? ມັນຕ້ອງເລີ່ມຕົ້ນດ້ວຍສັດທາ—ສັດທາທີ່ແທ້ຈິງ, ແລະ ຈິງໃຈໃນອົງພຣະເຢຊູຄຣິດເຈົ້າ. ສັດທາໃນພຣະຜູ້ຊ່ວຍໃຫ້ລອດເປັນຫລັກທຳຂໍ້ທຳອິດຂອງຄຳສອນ ແລະ ພຣະກິດຕິຄຸນຂອງພຣະຄຣິດ.
ເມື່ອຫລາຍປີກ່ອນ ຂ້າພະເຈົ້າໄດ້ໄປຢາມດິນແດນອັນສັກສິດ. ຂະນະທີ່ພວກເຮົາຂັບລົດກາຍຕົ້ນຜັກກາດ, ຜູ້ອຳນວຍການຂອງສູນເຢຣູຊາເລັມ ບີວາຍຢູ ໄດ້ຖາມຖ້າຫາກຂ້າພະເຈົ້າເຄີຍໄດ້ເຫັນເມັດຜັກກາດຫລືບໍ່. ຂ້າພະເຈົ້າຍັງບໍ່ເຄີຍ, ສະນັ້ນພວກເຮົາຈຶ່ງໄດ້ຢຸດລົດ. ລາວໄດ້ສະແດງໃຫ້ຂ້າພະເຈົ້າເຫັນເມັດຈາກຕົ້ນຜັກກາດ. ເມັດມັນນ້ອຍໆ.
ແລ້ວຂ້າພະເຈົ້າກໍໄດ້ຄິດເຖິງຄຳສອນຂອງພຣະເຢຊູ ທີ່ວ່າ: “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າມີຄວາມເຊື່ອທໍ່ເມັດຜັກກາດ, ພວກເຈົ້າກໍຈະສັ່ງພູໜ່ວຍນີ້ວ່າ, ຈົ່ງເຄື່ອນຈາກບ່ອນນີ້ໄປຢູ່ບ່ອນນັ້ນ; ແລະ ມັນກໍຈະເຄື່ອນໄປ; ບໍ່ມີສິ່ງໃດທີ່ພວກເຈົ້າເຮັດບໍ່ໄດ້.”5
ຖ້າເຮົາມີສັດທານ້ອຍໆທໍ່ເມັດຜັກກາດ, ພຣະຜູ້ເປັນເຈົ້າສາມາດຊ່ວຍເຮົາໃຫ້ເຄື່ອນພູເຂົາແຫ່ງຄວາມທໍ້ຖອຍ ແລະ ຄວາມສົງໄສໃນວຽກງານທີ່ຢູ່ຕໍ່ໜ້າເຮົາ ຂະນະທີ່ເຮົາຮັບໃຊ້ກັບລູກໆຂອງພຣະເຈົ້າ, ຮ່ວມທັງສະມາຊິກໃນຄອບຄົວ, ສະມາຊິກຂອງສາດສະໜາຈັກ, ແລະ ຜູ້ຄົນທີ່ຍັງບໍ່ທັນເປັນສະມາຊິກຂອງສາດສະໜາຈັກເທື່ອ.
ອ້າຍເອື້ອຍນ້ອງທັງຫລາຍ, ຊີວິດສາມາດເຕັມໄປດ້ວຍສັດທາ, ຄວາມຊື່ນຊົມ, ຄວາມສຸກ, ຄວາມຫວັງ, ແລະ ຄວາມຮັກ ເມື່ອເຮົານຳໃຊ້ຈຳນວນນ້ອຍໆຂອງສັດທາທີ່ແທ້ຈິງໃນພຣະຄຣິດ—ແມ່ນແຕ່ເມັດຜັກກາດແຫ່ງສັດທາ.
ແອວເດີ ໂຈດ ເອ ສະມິດ ໄດ້ຈື່ຈຳຄຳແນະນຳບາງຢ່າງທີ່ ສາດສະດາໂຈເຊັບ ສະມິດ ໄດ້ມອບໃຫ້ເພິ່ນວ່າ: “ເພິ່ນໄດ້ບອກຂ້າພະເຈົ້າວ່າ ຂ້າພະເຈົ້າບໍ່ຄວນທໍ້ຖອຍເລີຍ, ບໍ່ວ່າຈະມີຄວາມຍາກລຳບາກໃດໆຢູ່ອ້ອມຂ້າງຂ້າພະເຈົ້າກໍຕາມ. ຖ້າຂ້າພະເຈົ້າຈະຕົກຫລຸມເລິກຂອງ ໂນວາ ສະໂກຊາ ແລະ ໜ່ວຍພູຣອກກີ້ທັງໝົດຈະຕົກທັບຂ້າພະເຈົ້າກໍຕາມ, ຂ້າພະເຈົ້າບໍ່ຄວນທໍ້ຖອຍໃຈ ແຕ່ຕ້ອງອົດທົນ, ໃຊ້ສັດທາ, ແລະ ຮັກສາຄວາມກ້າຫານເອົາໄວ້ ແລະ ໃນທີ່ສຸດຈະເອົາຊະນະຄວາມຍາກລຳບາກເຫລົ່ານັ້ນໄດ້.”6
ເຮົາຄວນຈື່ຈຳຄຳປະກາດຂອງ ໂປໂລ ທີ່ວ່າ: “ເຮົາສາມາດສູ້ກັບທຸກສິ່ງໄດ້ ໂດຍພຣະອົງຜູ້ຊູກຳລັງເຮົາ.”7 ໂດຍທີ່ຮູ້ວ່າ ສິ່ງນີ້ເປັນຂອງປະທານທີ່ລ້ຳຄ່າອີກຢ່າງໜຶ່ງຈາກພຣະເຈົ້າ.
ນອກເໜືອໄປຈາກຂອງປະທານທີ່ຂ້າພະເຈົ້າໄດ້ກ່າວເຖິງແລ້ວ, ຍັງມີອີກຫລາຍສິ່ງຫລາຍຢ່າງຕື່ມອີກ. ບັດນີ້ ຂ້າພະເຈົ້າຂໍກ່າວເຖິງສອງສາມຢ່າງ—ກ່ຽວກັບຂອງປະທານຂອງວັນຊະບາໂຕ, ສິນລະລຶກ, ການຮັບໃຊ້ຄົນອື່ນ, ແລະ ຂອງປະທານທີ່ເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ຈາກພຣະເຈົ້າ ທີ່ບໍ່ມີຫຍັງທຽບເທົ່າໄດ້ເລີຍ.
ອຳນາດຂອງວັນຊະບາໂຕແມ່ນທີ່ຈະມີຄວາມຊື່ນບານ, ຄວາມຊື່ນຊົມ, ແລະ ຄວາມອົບອຸ່ນຈາກຄວາມຮູ້ສຶກເຖິງພຣະວິນຍານຂອງພຣະຜູ້ເປັນເຈົ້າ ປາດສະຈາກການລົບກວນໃດໆທັງສິ້ນ ຢູ່ທີ່ໂບດ ແລະ ຢູ່ທີ່ບ້ານເຮືອນ.
ຫລາຍຄົນປ່ອຍໃຫ້ຕົວເອງເສຍເວລາຢູ່ກັບອິນເຕີເນັດ ແລະ ເຄື່ອງມືຖືຂອງເຂົາເຈົ້າເກືອບຕະຫລອດຊີວິດ—ຈໍສ່ອງແສງໃສ່ໜ້າຕາເຂົາເຈົ້າທັງວັນ ແລະ ຄືນ ແລະ ເຄື່ອງຟັງຢູ່ໃນຫູ ປິດບັງສຽງກະຊິບເບົາໆຂອງພຣະວິນຍານ. ຖ້າຫາກເຮົາບໍ່ຫາເວລາຖອນຕົວເອງອອກຈາກເຄື່ອງອີເລັກໂທນິກ, ເຮົາອາດສູນເສຍໂອກາດທີ່ຈະໄດ້ຍິນສຸລະສຽງຂອງພຣະອົງ ທີ່ກ່າວວ່າ, “ຈົ່ງຢຸດສູ້ຮົບກັນ, ຈົ່ງຮູ້ເຖີດວ່າເຮົາຄືພຣະເຈົ້າ.”8 ບໍ່ມີຫຍັງຜິດທີ່ຈະໄດ້ຮັບຜົນປະໂຫຍດຈາກຄວາມກ້າວໜ້າຂອງເທັກໂນໂລຈີ ທີ່ຖືກດົນໃຈຈາກພຣະຜູ້ເປັນເຈົ້າ, ແຕ່ເຮົາຕ້ອງສະຫລາດໃນການນຳໃຊ້ມັນ. ຂໍໃຫ້ຈຶ່ຈຳ ຂອງປະທານຂອງວັນຊະບາໂຕ.
ພອນຂອງການໄດ້ຮັບສ່ວນສິນລະລຶກ ຢູ່ໃນກອງປະຊຸມສິນລະລຶກ ບໍ່ຄວນໃຫ້ກາຍເປັນສິ່ງປົກກະຕິ ທີ່ປະຕິບັດກັນເປັນປະຈຳເທົ່ານັ້ນ. ມັນໃຊ້ເວລາພຽງແຕ່ 70 ນາທີແຕ່ລະອາທິດ ເມື່ອເຮົາສາມາດຢຸດພັກໜ້ອຍໜຶ່ງ ແລະ ສະແຫວງຫາຄວາມສະຫງົບ, ຄວາມຊື່ນຊົມ, ແລະ ຄວາມສຸກເພີ່ມຂຶ້ນໃນຊີວິດຂອງເຮົາ.
ການຮັບສ່ວນສິນລະລຶກ ແລະ ຕໍ່ພັນທະສັນຍາຂອງເຮົາເປັນສັນຍານຈາກເຮົາຕໍ່ພຣະຜູ້ເປັນເຈົ້າວ່າ ເຮົາລະນຶກເຖິງພຣະອົງຕະຫລອດເວລາ. ການຊົດໃຊ້ຂອງພຣະອົງເປັນຂອງປະທານທີ່ລ້ຳຄ່າຈາກພຣະເຈົ້າ.
ສິດທີພິເສດຂອງການຮັບໃຊ້ລູກໆຂອງພຣະບິດາເທິງສະຫວັນ ເປັນໂອກາດໜຶ່ງອີກ ທີ່ຈະຕິດຕາມຕົວຢ່າງພຣະບຸດທີ່ຊົງຮັກຂອງພຣະອົງ ໂດຍການຮັບໃຊ້ກັນແລະກັນ.
ໂອກາດທີ່ຈະຮັບໃຊ້ບາງຢ່າງກໍເປັນທາງການ—ໃນຄອບຄົວຂອງເຮົາ, ການເອີ້ນໃນສາດສະໜາຈັກຂອງເຮົາ, ແລະ ການມີສ່ວນຮ່ວມໃນອົງການຮັບໃຊ້ໃນຊຸມຊົນ.
ສະມາຊິກຂອງສາດສະໜາຈັກ—ທັງຊາຍ ແລະ ຍິງ—ບໍ່ຄວນລັງເລໃຈ, ຖ້າຫາກເຂົາເຈົ້າປາດຖະໜາ, ທີ່ຈະສະໝັກຫາສຽງຄັດເລືອກສູ່ຕຳແໜ່ງໃນລະດັບໃດໆຂອງລັດຖະບານກໍຕາມ ໃນບ່ອນທີ່ເຂົາເຈົ້າອາໄສຢູ່. ການອອກຄວາມຄິດຄວາມເຫັນຂອງເຮົາແມ່ນຈຳເປັນໃນວັນເວລານີ້ ແລະ ມັນສຳຄັນໃນໂຮງຮຽນຂອງເຮົາ, ໃນເມືອງ, ແລະ ໃນປະເທດຂອງເຮົາ. ໃນບ່ອນທີ່ມີປະຊາທິປະໄຕ, ມັນກໍເປັນໜ້າທີ່ຂອງເຮົາ ໃນຖານະສະມາຊິກທີ່ຈະຄັດເລືອກເອົາຊາຍ ແລະ ຍິງທີ່ມີກຽດສັກສີ ຜູ້ທີ່ເຕັມໃຈຈະຮັບໃຊ້.
ຫລາຍໆໂອກາດທີ່ຈະຮັບໃຊ້ກໍບໍ່ເປັນທາງການ—ປາດສະຈາກການມອບໝາຍ—ແລະ ມີມາເມື່ອເຮົາເອື້ອມອອກໄປຫາຄົນອື່ນ ທີ່ເຮົາພົບປະໃນການເດີນທາງຂອງຊີວິດ. ຂໍໃຫ້ຈຳໄວ້ວ່າ ພຣະເຢຊູໄດ້ສອນທະນາຍວ່າ ເຮົາຄວນຮັກພຣະເຈົ້າ ແລະ ເພື່ອນບ້ານຂອງເຮົາ ດັ່ງທີ່ເຮົາຮັກຕົວເຮົາເອງ ໂດຍເບິ່ງເອົາໄທຊາມາເຣຍຜູ້ໃຈດີ ເປັນຕົວຢ່າງ.9
ການຮັບໃຊ້ເປີດໂອກາດໃຫ້ ຊຶ່ງໂດຍໂອກາດນັ້ນເຮົາຈະເຂົ້າໃຈພຣະຊົນຊີບ ແລະ ການປະຕິບັດສາດສະໜາກິດຂອງພຣະຄຣິດ. ພຣະອົງໄດ້ມາເພື່ອຮັບໃຊ້, ດັ່ງທີ່ຂໍ້ພຣະຄຳພີສອນວ່າ, “ເໝືອນຢ່າງບຸດມະນຸດບໍ່ໄດ້ມາ ເພື່ອໃຫ້ຄົນອື່ນຮັບໃຊ້ຕົນ, ແຕ່ມາເພື່ອຮັບໃຊ້, ແລະ ຍອມສະລະຊີວິດຂອງຕົນ ເປັນຄ່າໄຖ່ຄົນຈຳນວນຫລວງຫລາຍ.”10
ເປໂຕ ອາດໄດ້ໃຫ້ຄຳບັນຍາຍທີ່ດີທີ່ສຸດເຖິງການປະຕິບັດສາດສະໜາກິດໃນຊ່ວງມະຕະ ຂອງພຣະຜູ້ຊ່ວຍໃຫ້ລອດ ພາຍໃນຖ້ອຍຄຳເຫລົ່ານີ້ ເມື່ອເພິ່ນໄດ້ອ້າງເຖິງພຣະເຢຊູວ່າ, “ໄດໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ”11
ອົງພຣະເຢຊູຄຣິດເຈົ້າແມ່ນຂອງປະທານທີ່ລ້ຳຄ່າທີ່ສຸດຈາກພຣະເຈົ້າ. ພຣະເຢຊູ ໄດ້ກ່າວວ່າ, “ເຮົານີ້ແຫລະ ເປັນທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ: ບໍ່ມີຜູ້ໃດມາເຖິງພຣະບິດາໄດ້, ນອກຈາກມາທາງເຮົາ.”12
ນີໄຟ ໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ເມື່ອເພິ່ນໄດ້ປະກາດວ່າ, “ພວກເຮົາເວົ້າເຖິງພຣະຄຣິດ, ພວກເຮົາປິຕິຍິນດີໃນພຣະຄຣິດ, ພວກເຮົາສັ່ງສອນເລື່ອງພຣະຄຣິດ, ພວກເຮົາທຳນາຍເຖິງພຣະຄຣິດ, ແລະ ພວກເຮົາບັນທຶກຕາມຄຳທຳນາຍຂອງພວກເຮົາ, ເພື່ອລູກຫລານຂອງພວກເຮົາຈະໄດ້ຮູ້ວ່າ ພວກເຂົາຈະຫລຽວຫາແຫລ່ງໃດເພື່ອການປົດບາບຂອງພວກເຂົາ.”13 ເຮົາຕ້ອງໃຫ້ພຣະຄຣິດເປັນຈຸດໃຈກາງໃນຊີວິດຂອງເຮົາ ຕະຫລອດເວລາ ແລະ ໃນທຸກບ່ອນ.
ເຮົາຄວນຈື່ຈຳໄວ້ວ່າ ແມ່ນພຣະນາມຂອງພຣະອົງ ທີ່ປະກົດຢູ່ໃນສະຖານທີ່ນະມັດສະການຂອງເຮົາ; ເຮົາໄດ້ຮັບບັບຕິສະມາໃນພຣະນາມຂອງພຣະອົງ; ແລະ ໄດ້ຮັບການຢືນຢັນ, ການແຕ່ງຕັ້ງ, ຂອງປະທານສັກສິດ, ແລະ ຖືກຜະນຶກໃນການແຕ່ງງານໃນພຣະນາມຂອງພຣະອົງ. ເຮົາຮັບສ່ວນສິນລະລຶກ ແລະ ສັນຍາທີ່ຈະຮັບເອົາພຣະນາມຂອງພຣະອົງ—ແລະ ກາຍເປັນຊາວຄຣິດທີ່ແທ້ຈິງ. ທ້າຍສຸດ, ໃນຄຳອະທິຖານຂອງພິທີສິນລະລຶກ, ເຮົາຖືກຮຽກຮ້ອງໃຫ້ “ລະນຶກເຖິງພຣະອົງຕະຫລອດເວລາ.”14
ໃນເມື່ອເຮົາຕຽມພ້ອມສຳລັບວັນອາທິດບຸນອິດສະເຕີມື້ອື່ນນີ້, ຂໍໃຫ້ເຮົາຈົ່ງຈຳໄວ້ວ່າ ພຣະຄຣິດສູງສຸດ. ພຣະອົງຄືຜູ້ພິພາກສາທີ່ຍຸດຕິທຳ, ຜູ້ກ່າວແທນທີ່ຊື່ສັດຂອງເຮົາ, ພຣະຜູ້ໄຖ່ທີ່ເປັນພອນ, ພຣະຜູ້ລ້ຽງທີ່ດີ, ພຣະເມຊີອາທີ່ຖືກສັນຍາໄວ້, ເພື່ອນທີ່ແທ້ຈິງ, ແລະ ອີກຫລາຍໆຢ່າງ. ແທ້ຈິງແລ້ວ ພຣະອົງເປັນຂອງປະທານທີ່ລ້ຳຄ່າທີ່ສຸດໃຫ້ແກ່ເຮົາຈາກ ພຣະບິດາຂອງເຮົາ.
ໃນການເປັນສານຸສິດຂອງເຮົາ, ເຮົາມີຂໍ້ຮຽກຮ້ອງ, ຄວາມຫ່ວງໃຍ, ແລະ ໜ້າທີ່ມອບໝາຍຫລາຍຢ່າງ. ເຖິງຢ່າງໃດກໍຕາມ, ກິດຈະກຳບາງຢ່າງຕ້ອງເປັນພື້ນຖານຂອງສະມາຊິກຂອງເຮົາ. ພຣະຜູ້ເປັນເຈົ້າບັນຊາໃຫ້ເຮົາຊື່ສັດ, ຍຶດໝັ້ນໃນຕຳແໜ່ງຊຶ່ງພຣະອົງໄດ້ກຳນົດໃຫ້ເຮົາ; ຊ່ວຍເຫລືອ ຄົນທີ່ອ່ອນແອ ຍົກ ມືທີ່ເມື່ອຍລ້າ ແລະ ໃຫ້ກຳລັງ ຫົວເຂົ່າທີ່ອ່ອນເພຍ.15
ນີ້ຄືການກະທຳຂອງສາດສະໜາຈັກ! ນີ້ຄືທຳມະທີ່ບໍລິສຸດ! ແມ່ນພຣະກິດຕິຄຸນໃນຄວາມຈິງຂອງມັນ ເມື່ອເຮົາຊ່ວຍເຫລືອ, ເຊີດຊູ, ແລະ ເສີມຄວາມເຂັ້ມແຂງໃຫ້ຜູ້ທີ່ຂັດສົນທັງທາງຝ່າຍວິນຍານ ແລະ ຝ່າຍໂລກ! ການກະທຳດັ່ງກ່າວຮຽກຮ້ອງເຮົາໃຫ້ໄປຢ້ຽມຢາມ ແລະ ຊ່ວຍເຫລືອເຂົາເຈົ້າ16 ເພື່ອວ່າປະຈັກພະຍານຂອງເຂົາເຈົ້າໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງຈະຍຶດໝັ້ນຢູ່ໃນຫົວໃຈຂອງເຂົາເຈົ້າ.
ຂໍໃຫ້ພຣະຜູ້ເປັນເຈົ້າຊ່ວຍເຫລືອ ແລະ ອວຍພອນເຮົາ ໃຫ້ທະນຸຖະໜອມຂອງປະທານຫລາຍໆຢ່າງຈາກພຣະເຈົ້າໄວ້, ຮ່ວມທັງການເປັນສະມາຊິກຂອງເຮົາ ໃນສາດສະໜາຈັກທີ່ຖືກຟື້ນຟູຂອງພຣະອົງ. ຂ້າພະເຈົ້າອະທິຖານວ່າ ເຮົາຈະເຕັມໄປດ້ວຍຄວາມຮັກທີ່ມີໃຫ້ລູກໆຂອງພຣະບິດາເທິງສະຫວັນ ແລະ ສາມາດເຫັນຄວາມຕ້ອງການຂອງເຂົາເຈົ້າ ແລະ ເຕັມໃຈທີ່ຈະຕອບຄຳຖາມ ແລະ ຄວາມຫ່ວງໃຍຂອງເຂົາເຈົ້າກ່ຽວກັບພຣະກິດຕິຄຸນ ໃນວິທີທາງທີ່ຊັດເຈນ ແລະ ມີເມດຕາປານີ ທີ່ຈະເພີ່ມຄວາມເຂົ້າໃຈ ແລະ ຄວາມຮູ້ສຶກບຸນຄຸນທີ່ມີໃຫ້ກັນແລະກັນ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ສິ່ງທີ່ເຮົາຈະໄດ້ຮັບການສິດສອນໃນກອງປະຊຸມນີ້ມາສູ່ເຮົາໂດຍການດົນໃຈຈາກອັກຄະສາວົກ ແລະ ສາດສະດາ, ຈາກເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ແລະ ເອື້ອຍນ້ອງຜູ້ນຳ ຜູ້ທີ່ເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຂອງສາດສະໜາຈັກ. ຂໍໃຫ້ຄວາມຊື່ນຊົມ ແລະ ຄວາມສະຫງົບສຸກຂອງພຣະຜູ້ເປັນເຈົ້າຈົ່ງສະຖິດຢູ່ກັບເຮົາແຕ່ລະຄົນ. ນີ້ຄືຄຳອະທິຖານທີ່ຖ່ອມຕົວຂອງຂ້າພະເຈົ້າ ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.