ອຳນາດຂອງຖານະປະໂລຫິດ
ການຂະຫຍາຍຖານະປະໂລຫິດທີ່ສັກສິດ ຊຶ່ງທ່ານດຳລົງຢູ່ ແມ່ນຈຳເປັນຕໍ່ວຽກງານຂອງພຣະຜູ້ເປັນເຈົ້າ ໃນຄອບຄົວ ແລະ ໃນການເອີ້ນຂອງທ່ານ.
ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເຮົາຫາກໍໄດ້ຍິນການປະກາດທີ່ເປັນການເປີດເຜີຍ ຈາກປະທານຣະໂຊ ເອັມ ແນວສັນ. ເຮົາໄດ້ຍິນຄຳບັນຍາຍທີ່ສຳຄັນຢ່າງລະອຽດ ຈາກແອວເດີ ຄຣິດໂຕເຟີສັນ ແລະ ແອວເດີ ແຣັສ໌ແບນ ແລະ ປະທານໄອຣິງ. ສິ່ງທີ່ຍັງບໍ່ທັນໄດ້ຍິນເທື່ອ, ຮ່ວມທັງຈາກປະທານແນວສັນ ຕື່ມອີກ, ຈະບັນຍາຍຢ່າງລະອຽດ ເຖິງສິ່ງທີ່ ຜູ້ນຳ ແລະ ຜູ້ດຳລົງຖານະປະໂລຫິດຂອງພຣະຜູ້ເປັນເຈົ້າ, ຈະເຮັດໃນເວລານີ້ ໃນໜ້າທີ່ຮັບຜິດຊອບຂອງທ່ານ. ເພື່ອຊ່ວຍໃນເລື່ອງນີ້, ຂ້າພະເຈົ້າຈະທົບທວນຫລັກທຳຂັ້ນພື້ນຖານບາງຢ່າງ ຊຶ່ງປົກຄອງຖານະປະໂລຫິດ ທີ່ທ່ານດຳລົງຢູ່.
I. ຖານະປະໂລຫິດ
ຖານະປະໂລຫິດແຫ່ງເມນຄີເສເດັກ ເປັນສິດອຳນາດແຫ່ງສະຫວັນຂອງພຣະເຈົ້າ ຊຶ່ງໄດ້ມອບໝາຍໃຫ້ ເພື່ອບັນລຸວຽກງານຂອງພຣະອົງ ເພື່ອເຮັດໃຫ້ເກີດ … ຊີວິດນິລັນດອນຂອງມະນຸດ (ເບິ່ງ Moses 1:39). ໃນປີ 1829, ມັນໄດ້ຖືກມອບໃຫ້ແກ່ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ໂດຍ ເປໂຕ, ຢາໂກໂບ, ແລະ ໂຢຮັນ, ອັກຄະສາວົກຂອງພຣະຜູ້ຊ່ວຍໃຫ້ລອດ (ເບິ່ງ D&C 27:12). ມັນສັກສິດ ແລະ ມີພະລັງ ເກີນກວ່າທີ່ເຮົາຈະບັນຍາຍໄດ້.
ຂໍກະແຈ ຂອງຖານະປະໂລຫິດ ແມ່ນພະລັງທີ່ຈະຊີ້ນຳການໃຊ້ສິດອຳນາດຂອງຖານະປະໂລຫິດ. ດັ່ງນັ້ນ, ເມື່ອອັກຄະສາວົກໄດ້ມອບຖານະປະໂລຫິດແຫ່ງເມນຄີເສເດັກໃຫ້ແກ່ໂຈເຊັບ ແລະ ອໍລີເວີ, ພວກເພິ່ນຍັງໄດ້ມອບຂໍກະແຈ ເພື່ອຊີ້ນຳການໃຊ້ມັນນຳອີກ. (ເບິ່ງ D&C 27:12–13). ແຕ່ຂໍກະແຈທັງໝົດຂອງຖານະປະໂລຫິດ ບໍ່ໄດ້ຖືກມອບໃຫ້ໃນເວລານັ້ນ. ຂໍກະແຈ ແລະ ຄວາມຮູ້ທັງໝົດ ແມ່ນຈຳເປັນສຳລັບ ຍຸກສະໄໝຂອງຄວາມສົມບູນແຫ່ງເວລາ (ເບິ່ງ D&C 128:18) ໄດ້ຖືກມອບໃຫ້ເປັນບັນທັດ (ຂໍ້ທີ 21). ຂໍກະແຈເພີ່ມເຕີມ ໄດ້ຖືກມອບໃຫ້ຢູ່ໃນພຣະວິຫານເຄີດແລນ ເຈັດປີຈາກນັ້ນ (ເບິ່ງ D&C 110:11–16). ຂໍກະແຈເຫລົ່ານີ້ ໄດ້ຖືກມອບໃຫ້ ເພື່ອຊີ້ນຳສິດອຳນາດຂອງຖານະປະໂລຫິດ ໃນການມອບໝາຍເພີ່ມເຕີມ ທີ່ມອບໃຫ້ໃນເວລານັ້ນ, ດັ່ງເຊັ່ນການບັບຕິສະມາແທນຄົນຕາຍ.
ຖານະປະໂລຫິດແຫ່ງເມນຄີເສເດັກ ບໍ່ແມ່ນສະຖານະພາບ ຫລື ຕຳແໜ່ງ. ມັນແມ່ນອຳນາດແຫ່ງສະຫວັນ ຊຶ່ງດຳລົງດ້ວຍຄວາມໄວ້ວາງໃຈ ເພື່ອໃຫ້ໃຊ້ເປັນຜົນປະໂຫຍດຕໍ່ວຽກງານຂອງພຣະເຈົ້າ ສຳລັບລູກໆຂອງພຣະອົງ. ເຮົາຄວນຈື່ຈຳສະເໝີວ່າ ມະນຸດຜູ້ທີ່ດຳລົງຖານະປະໂລຫິດ ບໍ່ແມ່ນ “ຖານະປະໂລຫິດ.” ມັນບໍ່ສົມຄວນທີ່ຈະກ່າວເຖິງ “ຖານະປະໂລຫິດ ແລະ ຜູ້ຍິງ.” ເຮົາຄວນກ່າວເຖິງ “ຜູ້ດຳລົງ ຖານະປະໂລຫິດ ແລະ ຜູ້ຍິງ.”
II. ການປະຕິບັດສາດສະໜາກິດຂອງການຮັບໃຊ້
ບັດນີ້ ໃຫ້ເຮົາມາພິຈາລະນາເບິ່ງສິ່ງທີ່ອົງພຣະເຢຊູຄຣິດ ຄາດຫວັງຈາກຜູ້ທີ່ດຳລົງຖານະປະໂລຫິດຂອງພຣະອົງ—ວິທີທີ່ເຮົານຳພາຈິດວິນຍານມາຫາພຣະອົງ.
ປະທານໂຈເຊັບ ແອັຟ ສະມິດ ໄດ້ສອນວ່າ: “ມັນເຄີຍມີການເວົ້າວ່າ ສາດສະໜາຈັກໄດ້ຖືກຈັດຕັ້ງຢ່າງສົມບູນແບບແທ້ໆ. ບັນຫາຢ່າງດຽວທີ່ມີຢູ່ ແມ່ນອົງການຈັດຕັ້ງເຫລົ່ານີ້ ບໍ່ຮູ້ຈັກພັນທະທີ່ຕົນໄດ້ຮັບຢ່າງຄົບຖ້ວນ. ເມື່ອເຂົາເຈົ້າຮູ້ຈັກສິ່ງທີ່ຖືກຮຽກຮ້ອງໃຫ້ເຂົາເຈົ້າເຮັດຢ່າງລະອຽດ, ເຂົາເຈົ້າຈະເຮັດໜ້າທີ່ຂອງຕົນດ້ວຍຄວາມຕັ້ງໃຈຫລາຍຂຶ້ນ, ແລະ ວຽກງານຂອງພຣະຜູ້ເປັນເຈົ້າ ຈະມີພະລັງຫລາຍຂຶ້ນ ແລະ ເປັນອິດທິພົນຢູ່ໃນໂລກ.”1
ປະທານສະມິດ ຍັງໄດ້ເຕືອນຄືກັນວ່າ:
“ຕຳແໜ່ງທີ່ມີກຽດທີ່ພຣະເຈົ້າປະທານໃຫ້ … ທີ່ກ່ຽວພັນກັບພາລະໜ້າທີ່ຫລາຍຢ່າງ ແລະ ກັບລຳດັບຂອງຖານະປະໂລຫິດທີ່ສັກສິດ, ບໍ່ແມ່ນເພື່ອໃຫ້ໃຊ້ ຫລື ເພື່ອຄິດວ່າ ມັນເປັນຕຳແໜ່ງທີ່ມະນຸດໄດ້ສ້າງຂຶ້ນມາ; ມັນບໍ່ແມ່ນເພື່ອການເອ້ປະດັບ ຫລື ສະແດງວ່າມີອຳນາດເໜືອ, ແຕ່ມັນໄດ້ຖືກມອບໃຫ້ເພື່ອຮັບໃຊ້ຢ່າງຖ່ອມຕົວ ໃນວຽກງານຂອງພຣະອາຈານ ຜູ້ທີ່ເຮົາປະກາດວ່າ ຈະຮັບໃຊ້. …
“… ເຮົາອອກແຮງງານເພື່ອຄວາມລອດຂອງຈິດວິນຍານ, ແລະ ເຮົາຄວນຮູ້ສຶກວ່າ ນີ້ແມ່ນໜ້າທີ່ ທີ່ສຳຄັນທີ່ສຸດ ທີ່ຖືກມອບໃຫ້ແກ່ເຮົາ. ສະນັ້ນ, ເຮົາຄວນເຕັມໃຈທີ່ຈະເສຍສະລະທຸກສິ່ງ, ຖ້າຈຳເປັນ, ເພື່ອຄວາມຮັກຂອງພຣະເຈົ້າ, ຄວາມລອດຂອງມະນຸດ, ແລະ ຄວາມມີໄຊຂອງອານາຈັກຂອງພຣະເຈົ້າ ຢູ່ໃນໂລກ.”2
III. ພາລະໜ້າທີ່ຂອງຖານະປະໂລຫິດ
ໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້າ, ພາລະໜ້າທີ່ໃນຖານະປະໂລຫິດແຫ່ງເມນຄີເສເດັກ ມີວຽກງານທີ່ແຕກຕ່າງກັນ. ຄຳສອນ ແລະ ພັນທະສັນຍາ ກ່າວເຖິງມະຫາປະໂລຫິດ ວ່າເປັນປະທານປະຈຳ ຫລື ເປັນຜູ້ຮັບໃຊ້ດູແລສະເຕກຕ່າງໆທີ່ກະຈາຍກັນໄປທົ່ວ (ເບິ່ງ D&C 124:134). ມັນກ່າວເຖິງແອວເດີ ວ່າເປັນຜູ້ປະຕິບັດສາດສະໜາກິດປະຈຳຢູ່ກັບສາດສະໜາຈັກ (ເບິ່ງ D&C 124:137). ຕໍ່ໄປນີ້ ແມ່ນຄຳສອນກ່ຽວກັບວຽກງານທີ່ແຕກຕ່າງກັນເຫລົ່ານີ້.
ມະຫາປະໂລຫິດປະຕິບັດໜ້າທີ່ ແລະ ບໍລິຫານ ໃນເລື່ອງທີ່ເປັນທາງວິນຍານ (ເບິ່ງ D&C 107:10, 12). ພ້ອມນີ້, ປະທານໂຈເຊັບ ແອັຟ ສະມິດ ຍັງໄດ້ສອນວ່າ, “ເມື່ອບຸກຄົນໃດໄດ້ຖືກແຕ່ງຕັ້ງໃຫ້ເປັນມະຫາປະໂລຫິດ, [ບຸກຄົນນັ້ນ] ຄວນຮູ້ສຶກວ່າຕົນມີພັນທະ … ທີ່ຈະເປັນຕົວຢ່າງໃຫ້ແກ່ ທັງຄົນສູງອາຍຸ ແລະ ຄົນໜຸ່ມເພື່ອເອົາແບບຢ່າງ, ແລະ ເພື່ອວາງຕົນຢູ່ໃນຕຳແໜ່ງ ເພື່ອເປັນຄູສອນເລື່ອງຄວາມຊອບທຳ, ບໍ່ແມ່ນພຽງແຕ່ໂດຍເປັນຂໍ້ໆ ແຕ່ໂດຍຕົວຢ່າງຫລາຍກວ່າ—ມອບຜົນປະໂຫຍດຂອງປະສົບການໃນຊີວິດ ໃຫ້ແກ່ຄົນໜຸ່ມ, ແລະ ດັ່ງນັ້ນ ແຕ່ລະຄົນຈະກາຍເປັນພະລັງ ໃນທ່າມກາງຊຸມຊົນທີ່ເຂົາເຈົ້າອາໄສຢູ່.”3
ໃນເລື່ອງພາລະໜ້າທີ່ຂອງແອວເດີ, ແອວເດີ ບຣູສ ອາ ມິກຄອງກີ ແຫ່ງກຸ່ມອັກຄະສາວົກສິບສອງ ໄດ້ສອນວ່າ: “ແອວເດີເປັນຜູ້ປະຕິບັດສາດສະໜາກິດຂອງອົງພຣະເຢຊູຄຣິດເຈົ້າ. … ລາວໄດ້ຖືກມອບໝາຍໃຫ້ຢືນຢູ່ໃນບ່ອນ ແລະ ເປັນຕົວແທນຂອງພຣະອາຈານ … ໃນການປະຕິບັດສາດສະໜາກິດຕໍ່ເພື່ອນມະນຸດ. ລາວເປັນຕົວແທນຂອງພຣະຜູ້ເປັນເຈົ້າ.”4
ແອວເດີ ມັກຄອງກີ ໄດ້ວິຈານແນວຄິດທີ່ວ່າ “ເປັນພຽງແອວເດີເທົ່ານັ້ນ.” “ແອວເດີທຸກຄົນໃນສາດສະໜາຈັກ ດຳລົງຖານະປະໂລຫິດຫລາຍເທົ່າກັບປະທານຂອງສາດສະໜາຈັກ … ,” ເພິ່ນໄດ້ກ່າວ. “ແອວເດີຄືຫຍັງ? ລາວເປັນຜູ້ລ້ຽງ, ຜູ້ລ້ຽງທີ່ຮັບໃຊ້ໃນຝູງຂອງພຣະຜູ້ລ້ຽງທີ່ດີ.”5
ໃນພາລະໜ້າທີ່ອັນສຳຄັນນີ້ ເພື່ອປະຕິບັດສາດສະໜາກິດໃນຝູງຂອງພຣະຜູ້ລ້ຽງທີ່ດີ, ມັນບໍ່ມີຄວາມແຕກຕ່າງລະຫວ່າງຕຳແໜ່ງຂອງມະຫາປະໂລຫິດ ແລະ ແອວເດີ ໃນຖານະປະໂລຫິດແຫ່ງເມນຄີເສເດັກ. ໃນ ພາກທີ 107 ທີ່ຍິ່ງໃຫຍ່ ຂອງຄຳສອນ ແລະ ພັນທະສັນຍາ, ພຣະຜູ້ເປັນເຈົ້າໄດ້ປະກາດວ່າ ມະຫາປະໂລຫິດຕາມລະບຽບຂອງຖານະປະໂລຫິດແຫ່ງເມນຄີເສເດັກ ມີສິດທີ່ຈະປະຕິບັດໜ້າທີ່ໃນຕຳແໜ່ງຂອງຕົນເອງ, ພາຍໃຕ້ການຊີ້ນຳຂອງຝ່າຍປະທານ, ໃນການປະຕິບັດເລື່ອງທາງວິນຍານ, ແລະ ໃນຕຳແໜ່ງຂອງແອວເດີ [ຫລື ໃນຕຳແໜ່ງອື່ນໆ ໃນຖານະປະໂລຫິດແຫ່ງອາໂຣນ]” (ເບິ່ງ D&C 107:10; ເບິ່ງ ຂໍ້ທີ 12 ນຳອີກ).
ຫລັກທຳທີ່ສຳຄັນທີ່ສຸດສຳລັບຜູ້ດຳລົງຖານະປະໂລຫິດທັງໝົດ ແມ່ນຫລັກທຳທີ່ຖືກສິດສອນ ໂດຍສາດສະດາຢາໂຄບ ໃນພຣະຄຳພີມໍມອນ. ຫລັງຈາກລາວ ແລະ ໂຢເຊັບນ້ອງຊາຍຂອງລາວ ໄດ້ຮັບຕຳແໜ່ງໃຫ້ເປັນປະໂລຫິດ ແລະ ຜູ້ສອນຜູ້ຄົນແລ້ວ, ລາວໄດ້ປະກາດວ່າ, “ພວກເຮົາຕ້ອງມີຄວາມຮັບຜິດຊອບຮັບເອົາບາບຂອງຜູ້ຄົນໄວ້ເທິງຫົວຂອງພວກເຮົາເອງ ຖ້າຫາກພວກເຮົາບໍ່ສອນພຣະຄຳຂອງພຣະເຈົ້າ ໃຫ້ພວກເຂົາດ້ວຍຄວາມພາກພຽນຢ່າງເຕັມທີ່;” (ຢາໂຄບ 1:19).
ອ້າຍນ້ອງທັງຫລາຍ, ໜ້າທີ່ຮັບຜິດຊອບຂອງເຮົາ ໃນຖານະຜູ້ດຳລົງຖານະປະໂລຫິດ ເປັນເລື່ອງທີ່ຈິງຈັງແທ້ໆ. ອົງການຈັດຕັ້ງອື່ນໆ ສາມາດພໍໃຈກັບມາດຕະຖານເລື່ອງການປະຕິບັດການຂອງໂລກ ໃນການສົ່ງຂ່າວສານ ແລະ ປະຕິບັດພາລະໜ້າທີ່ຢ່າງອື່ນໆຂອງເຂົາເຈົ້າ. ແຕ່ເຮົາຜູ້ດຳລົງຖານະປະໂລຫິດຂອງພຣະເຈົ້າ ມີອຳນາດແຫ່ງສະຫວັນ ທີ່ດູແລທາງເຂົ້າສູ່ອານາຈັກຊັ້ນສູງຂອງພຣະເຈົ້າ. ເຮົາມີຈຸດປະສົງ ແລະ ມີໜ້າທີ່ຮັບຜິດຊອບ ທີ່ພຣະຜູ້ເປັນເຈົ້າໄດ້ແປຄວາມໝາຍໄວ້ ຊຶ່ງຖືກເປີດເຜີຍຢູ່ໃນຄຳນຳຕໍ່ ຄຳສອນ ແລະ ພັນທະສັນຍາ. ເຮົາຕ້ອງປະກາດຕໍ່ໂລກວ່າ:
ມະນຸດທຸກຄົນ ອາດກ່າວໃນພຣະນາມຂອງພຣະເຈົ້າອົງເປັນພຣະຜູ້ເປັນເຈົ້າ, ແມ່ນແຕ່ພຣະຜູ້ຊ່ວຍໃຫ້ລອດຂອງໂລກ.
ພ້ອມນີ້ ເພື່ອສັດທາຈະໄດ້ເພີ່ມທະວີຂຶ້ນໃນແຜ່ນດິນໂລກ;
ເພື່ອພັນທະສັນຍາອັນເປັນນິດຂອງພຣະອົງຈະໄດ້ຖືກສະຖາປະນາຂຶ້ນ;
ເພື່ອຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະອົງຈະຖືກປ່າວປະກາດ ໂດຍຄົນທີ່ອ່ອນແອ ແລະ ຄົນທີ່ຕ່ຳຕ້ອຍຈົນເຖິງທີ່ສຸດຂອງໂລກ (ເບິ່ງ D&C 1:20–23).
ເພື່ອບັນລຸການມອບໝາຍແຫ່ງສະຫວັນນີ້, ເຮົາຕ້ອງຊື່ສັດ ໃນການ “ຂະຫຍາຍ” ການເອີ້ນ ແລະ ໜ້າທີ່ຮັບຜິດຊອບຂອງເຮົາ ໃນຖານະປະໂລຫິດ (ເບິ່ງ D&C 84:33). ປະທານ ແຮໂຣນ ບີ ລີ ໄດ້ອະທິບາຍເຖິງຄວາມໝາຍຂອງການຂະຫຍາຍຖານະປະໂລຫິດ ດັ່ງນີ້: “ເມື່ອບຸກຄົນກາຍເປັນຜູ້ດຳລົງຖານະປະໂລຫິດ, ລາວຕ້ອງກາຍເປັນຕົວແທນຂອງພຣະຜູ້ເປັນເຈົ້າ. ລາວຕ້ອງຄິດເຖິງການເອີ້ນຂອງລາວ ຄືກັບວ່າລາວເປັນຄົນແລ່ນວຽກໃຫ້ພຣະຜູ້ເປັນເຈົ້າ. ນັ້ນຄືຄວາມໝາຍຂອງການຂະຫຍາຍຖານະປະໂລຫິດ.”6
ສະນັ້ນ, ອ້າຍນ້ອງທັງຫລາຍ, ຖ້າຫາກພຣະຜູ້ເປັນເຈົ້າເອງ ໄດ້ຂໍໃຫ້ທ່ານຊ່ວຍເຫລືອບຸດ ຫລື ທິດາຄົນໜຶ່ງຂອງພຣະອົງ—ຊຶ່ງພຣະອົງເຄີຍໄດ້ເຮັດຜ່ານມາ ຜ່ານທາງຜູ້ຮັບໃຊ້ຂອງພຣະອົງ—ທ່ານຈະເຮັດບໍ? ແລະ ຖ້າຫາກທ່ານເຮັດ, ທ່ານຈະທຳຕົວເປັນຕົວແທນຂອງພຣະອົງບໍ, “ເປັນຄົນແລ່ນວຽກໃຫ້ພຣະຜູ້ເປັນເຈົ້າ,” ເພິ່ງອາໄສຄວາມຊ່ວຍເຫລືອທີ່ພຣະອົງໄດ້ສັນຍາໄວ້?
ປະທານ ລີ ມີຄຳສອນຢ່າງໜຶ່ງອີກ ກ່ຽວກັບການຂະຫຍາຍຖານະປະໂລຫິດ: “ເມື່ອທ່ານເຍິງແວ່ນຂະຫຍາຍໃສ່ສິ່ງໃດສິ່ງໜຶ່ງ ມັນຈະເບິ່ງໃຫຍ່ຂຶ້ນກວ່າທີ່ທ່ານສາມາດຫລຽວເຫັນດ້ວຍຕາເປົ່າ; ນັ້ນຄືແວ່ນຂະຫຍາຍ. ບັດນີ້, … ຖ້າຫາກບຸກຄົນໃດຂະຫຍາຍຖານະປະໂລຫິດຂອງຕົນ—ນັ້ນຄື, ການເຮັດໃຫ້ມັນໃຫຍ່ຂຶ້ນກວ່າ ທີ່ຕົນເຄີຍຄິດ ແລະ ສຳຄັນຫລາຍກວ່າ ທີ່ຄົນອື່ນໆເຄີຍຄິດ—ນັ້ນຄືວິທີທີ່ທ່ານຂະຫຍາຍຖານະປະໂລຫິດຂອງທ່ານ.”7
ຕໍ່ໄປນີ້ ແມ່ນຕົວຢ່າງຂອງຜູ້ດຳລົງຖານະປະໂລຫິດຄົນໜຶ່ງ ຜູ້ໄດ້ຂະຫຍາຍໜ້າທີ່ຮັບຜິດຊອບ ໃນຖານະປະໂລຫິດຂອງລາວ. ຂ້າພະເຈົ້າໄດ້ຍິນສິ່ງນີ້ຈາກແອວເດີ ແຈັບຟະຣີ ດີ ແອເຣັກສັນ, ຄູ່ສອນຂອງຂ້າພະເຈົ້າ ໃນກອງປະຊຸມສະເຕກ ຢູ່ລັດໄອດາໂຮ. ໃນຕອນເປັນແອວເດີໜຸ່ມ ທີ່ແຕ່ງງານແລ້ວ, ທັງທຸກຍາກຫລາຍ ແລະ ຮູ້ສຶກບໍ່ສາມາດທີ່ຈະຮຽນຈົບວິທະຍາໄລ ປີສຸດທ້າຍ, ແຈັບຟະຣີ ໄດ້ຕັດສິນໃຈລາອອກຈາກໂຮງຮຽນ ແລະ ຮັບເອົາການງານທີ່ເປັນໜ້າສົນໃຈ ຊຶ່ງຖືກສະເໜີມອບໃຫ້ລາວ. ສອງສາມມື້ຈາກນັ້ນ ປະທານກຸ່ມແອວເດີ ໄດ້ມາເຮືອນລາວ. “ເຈົ້າເຂົ້າໃຈຄວາມສຳຄັນຂອງຂໍກະແຈຂອງຖານະປະໂລຫິດທີ່ຂ້ອຍດຳລົງຢູ່ບໍ? ປະທານກຸ່ມແອວເດີໄດ້ຖາມ. ເມື່ອ ແຈັບຟະຣີ ໄດ້ບອກວ່າ ລາວເຂົ້າໃຈ, ປະທານໄດ້ບອກລາວວ່າ ເມື່ອເພິ່ນໄດ້ຍິນເຖິງການຕັດສິນໃຈທີ່ລາວຈະລາອອກຈາກໂຮງຮຽນ, ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ເພິ່ນທໍລະມານໃຈ ຈົນນອນບໍ່ຫລັບໝົດຄືນ ເພື່ອໃຫ້ມາສົ່ງຂ່າວນີ້ໃຫ້ ແຈັບຟະລີ ວ່າ: “ໃນຖານະທີ່ເປັນປະທານກຸ່ມແອວເດີຂອງເຈົ້າ, ຂ້ອຍຂໍແນະນຳເຈົ້າບໍ່ໃຫ້ລາອອກຈາກໂຮງຮຽນ. ນັ້ນຄືຂ່າວສານສຳລັບເຈົ້າ ຈາກພຣະຜູ້ເປັນເຈົ້າ.” ແຈັບຟະຣີ ໄດ້ຮຽນຕໍ່. ຫລາຍປີຕໍ່ມາ ຂ້າພະເຈົ້າໄດ້ພົບກັບລາວ ຕອນລາວເປັນນັກທຸລະກິດທີ່ເກັ່ງກ້າ ແລະ ໄດ້ຍິນລາວກ່າວຢູ່ໃນກອງປະຊຸມຂອງຜູ້ດຳລົງຖານະປະໂລຫິດວ່າ, “[ຄຳແນະນຳ] ນັ້ນ ໄດ້ສ້າງຄວາມແຕກຕ່າງ ໃນຊີວິດຂອງຂ້າພະເຈົ້າ.”
ຜູ້ດຳລົງຖານະປະໂລຫິດ ຂະຫຍາຍຖານະປະໂລຫິດ ແລະ ການເອີ້ນຂອງຕົນ, ແລະ ສິ່ງນັ້ນ ໄດ້ສ້າງ “ຄວາມແຕກຕ່າງທັງໝົດ” ໃນຊີວິດຂອງລູກຄົນໜຶ່ງຂອງພຣະເຈົ້າ.
IV. ຖານະປະໂລຫິດຢູ່ໃນຄອບຄົວ
ຈົນເຖິງເວລານີ້, ຂ້າພະເຈົ້າໄດ້ກ່າວກ່ຽວກັບໜ້າທີ່ຂອງຖານະປະໂລຫິດໃນສາດສະໜາຈັກ. ຕໍ່ໄປນີ້ ຂ້າພະເຈົ້າຈະກ່າວເຖິງຖານປະໂລຫິດຢູ່ໃນຄອບຄົວ. ຂ້າພະເຈົ້າເລີ່ມຕົ້ນດ້ວຍຂໍກະແຈ. ຫລັກທຳທີ່ສິດອຳນາດຂອງຖານະປະໂລຫິດ ທີ່ພຽງແຕ່ສາມາດນຳໃຊ້ ພາຍໃຕ້ການຊີ້ນຳຂອງບຸກຄົນທີ່ດຳລົງຂໍກະແຈ ສຳລັບໜ້າທີ່ນັ້ນ ແມ່ນພື້ນຖານໃນສາດສະໜາຈັກ ແຕ່ບໍ່ກ່ຽວຂ້ອງກັບການໃຊ້ສິດອຳນາດຂອງຖານະປະໂລຫິດໃນຄອບຄົວ.8 ພໍ່ຜູ້ດຳລົງຖານະປະໂລຫິດ ປົກຄອງໃນຄອບຄົວ ໂດຍສິດອຳນາດຂອງຖານະປະໂລຫິດ ທີ່ຕົນດຳລົງຢູ່. ລາວບໍ່ຈຳເປັນຕ້ອງໄດ້ຮັບການຊີ້ນຳ ຫລື ການອະນຸມັດຂໍກະແຈຂອງຖານະປະໂລຫິດ ກ່ອນຈະໃຫ້ຄຳແນະນຳແກ່ສະມາຊິກໃນຄອບຄົວຂອງລາວ, ການປະຊຸມຂອງຄອບຄົວ, ການໃຫ້ພອນຖານະປະໂລຫິດແກ່ລູກເມຍຂອງລາວ, ຫລື ໃຫ້ພອນສຳລັບການປິ່ນປົວ ແກ່ສະມາຊິກໃນຄອບຄົວ ຫລື ຄົນອື່ນໆ
ຖ້າຫາກພໍ່ຂະຫຍາຍຖານະປະໂລຫິດ ໃນຄອບຄົວຂອງຕົນ, ຈະເປັນການຊ່ວຍເຫລືອໃນພາລະກິດຂອງສາດສະໜາຈັກ ໄດ້ຫລາຍເທົ່າໆກັບທີ່ລາວສາມາດເຮັດສິ່ງອື່ນ. ພໍ່ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ຄວນຮັກສາພຣະບັນຍັດ ເພື່ອວ່າຕົນຈະມີອຳນາດຂອງຖານະປະໂລຫິດ ເພື່ອໃຫ້ພອນແກ່ສະມາຊິກໃນຄອບຄົວຂອງຕົນໄດ້. ພໍ່ກໍຄວນພັດທະນາຄວາມສຳພັນທີ່ເຕັມໄປດ້ວຍຄວາມຮັກ ໃນຄອບຄົວ ເພື່ອວ່າສະມາຊິກໃນຄອບຄົວ ຈະຢາກຂໍໃຫ້ພໍ່ຂອງເຂົາໃຫ້ພອນແກ່ເຂົາ. ແລະ ພໍ່ແມ່ຄວນຊຸກຍູ້ເລື່ອງພອນຂອງຖານະປະໂລຫິດໃຫ້ຫລາຍກວ່າເກົ່າ ໃນຄອບຄົວ.
ພໍ່ທັງຫລາຍ, ຈົ່ງປະຕິບັດໜ້າທີ່ ເປັນ “ຫຸ້ນສ່ວນທີ່ເທົ່າທຽມກັນ” ກັບພັນລະຍາຂອງທ່ານ, ດັ່ງທີ່ໃບປະກາດກ່ຽວກັບຄອບຄົວ ສິດສອນ.9 ແລະ, ພໍ່ທັງຫລາຍ, ເມື່ອທ່ານມີໂອກາດໃຊ້ອຳນາດ ແລະ ອິດທິພົນຂອງສິດອຳນາດຖານະປະໂລຫິດຂອງທ່ານ, ຈົ່ງເຮັດ “ໂດຍການຊັກຊວນ, ໂດຍຄວາມອົດກັ້ນ, ໂດຍຄວາມອ່ອນໂຍນ ແລະ ໂດຍຄວາມອ່ອນນ້ອມ, ແລະ ໂດຍຄວາມຮັກອັນບໍ່ແກ້ງເຮັດ” (ເບິ່ງ D&C 121:41). ມາດຕະຖານສູງນັ້ນ ສຳລັບການໃຊ້ສິດອຳນາດຂອງຖານະປະໂລຫິດ ເປັນສິ່ງສຳຄັນຫລາຍໃນຄອບຄົວ. ປະທານ ແຮໂຣນ ບີ ລີ ໄດ້ໃຫ້ຄຳສັນຍານີ້ ບໍ່ດົນຫລັງຈາກເພິ່ນໄດ້ກາຍເປັນປະທານຂອງສາດສະໜາຈັກ: “ບໍ່ເຄີຍມີອຳນາດຂອງຖານະປະໂລຫິດ, ຊຶ່ງທ່ານດຳລົງຢູ່, ຈະປະເສີດໄປກວ່າ ຕອນມີວິກິດຢູ່ໃນບ້ານເຮືອນຂອງທ່ານ, ຕອນມີການເຈັບປ່ວຍໜັກ, ຫລື ຕອນຕ້ອງໄດ້ຕັດສິນໃຈເຮັດບາງສິ່ງທີ່ສຳຄັນ. … ໂດຍທີ່ມີອຳນາດຂອງຖານະປະໂລຫິດ, ຊຶ່ງເປັນອຳນາດຂອງພຣະເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່, ເປັນອຳນາດທີ່ຈະເຮັດການມະຫັດສະຈັນ ຖ້າຫາກມັນແມ່ນພຣະປະສົງຂອງພຣະຜູ້ເປັນເຈົ້າ ທີ່ຈະໃຫ້ເຮັດ, ແຕ່ສຳລັບເຮົາທີ່ຈະໃຊ້ຖານະປະໂລຫິດນັ້ນ, ເຮົາຕ້ອງມີຄ່າຄວນທີ່ຈະໃຊ້ມັນ. ການບໍ່ເຂົ້າໃຈຫລັກທຳຂໍ້ນີ້ ເປັນການບໍ່ເໝາະສົມທີ່ຈະໄດ້ຮັບພອນຂອງການດຳລົງຖານະປະໂລຫິດທີ່ຍິ່ງໃຫຍ່ນັ້ນ.”10
ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ການຂະຫຍາຍຖານະປະໂລຫິດທີ່ສັກສິດ ຊຶ່ງທ່ານດຳລົງຢູ່ ເປັນສິ່ງຈຳເປັນຕໍ່ວຽກງານຂອງພຣະຜູ້ເປັນເຈົ້າ ໃນຄອບຄົວ ແລະ ໃນການເອີ້ນຂອງທ່ານ.
ຂ້າພະເຈົ້າເປັນພະຍານເຖິງພຣະອົງ ຜູ້ເປັນເຈົ້າຂອງ ຂອງຖານະປະໂລຫິດເຫລົ່ານັ້ນ. ຜ່ານທາງການເສຍສະລະຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງພຣະອົງ, ຊາຍ ແລະ ຍິງທັງປວງ ຈຶ່ງແນ່ໃຈໄດ້ວ່າ ຈະໄດ້ຮັບຄວາມເປັນມະຕະ ແລະ ໂອກາດສຳລັບຊີວິດນິລັນດອນ. ເຮົາແຕ່ລະຄົນຄວນຊື່ສັດ ແລະ ພາກພຽນໃນການເຮັດພາກສ່ວນຂອງເຮົາ ໃນວຽກງານອັນຍິ່ງໃຫຍ່ຂອງພຣະເຈົ້າ ອົງເປັນພຣະບິດານິລັນດອນຂອງເຮົາ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.