​2010–2019
ສາດ​ສະ​ດາຂອງ​ພຣະ​ເຈົ້າ
ເດືອນ​ເມສາ 2018


2:3

ສາດ​ສະ​ດາຂອງ​ພຣະ​ເຈົ້າ

ສາດ​ສະ​ດາບໍ່​ໄດ້​ຢືນ​ກີດ​ກັນ​ທ່ານ ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແຕ່​ເພິ່ນ​ໄດ້​ຢືນ​ຄຽງ​ຂ້າງ​ທ່ານ ແລະ ຊີ້​ນຳ​ທາງ ໃຫ້​ທ່ານໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຂ້າ​ພະ​ເຈົ້າ​ກໍ​ຂໍ​ຕ້ອນ​ຮັບ ແອວ​ເດີ ແກ​ຣິດ ກອງ ແລະ ແອວ​ເດີ ຢູ​ລິດ​ຊິສ໌ ໂຊ​ອາ​ເຣສ໌ ເຂົ້າ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ຂອງ​ບັນ​ດາ​ອ້າຍ​ນ້ອງ​ທີ່ບໍ່​ມີ​ສິ່ງ​ເທົ່າ​ທຽມ.

ໃນ​ການ​ສະ​ໜັນ​ສະ​ໜູນ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໃຫ້​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາ​ມີ​ພາກ​ສ່ວນ​ໃນ​ການ​ຊຸມ​ນຸມ​ທີ່​ສັກ​ສິດ​ທີ່​ສະ​ຫວັນ​ບັນ​ຊາ—ສັກ​ສິດ ເພາະ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເຊົ້າ​ມື້ນີ້ ເຄີຍ​ມີ​ຢູ່​ໃນ​ສະ​ຫວັນ ນັບ​ຕັ້ງ​ແຕ່​ຊີ​ວິດ​ກ່ອນ​ມະ​ຕະ​ຂອງ​ເຮົາ. ໃນ​ມື້ນີ້ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ຜູ້​​ຊີ້​ນຳ​ວຽກ​ງານ​ຂອງ​ພຣະ​ອົງ, ຜ່ານ​ທາງ​ປະ​ທານ​ໄອ​ຣິງ, ໄດ້​ນຳ​ສະ​ເໜີ​ສາດ​ສະ​ດາ​ຂອງ​ພຣະ​ອົງ, ຜູ້​ທີ່​ພຣະ​ອົງ​ໄດ້​ເຈີມ​ໄວ້, ແກ່​​ເຮົາ​ທັງ​ຫລາຍ, ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ອະ​ນຸ​ຍາດ​ໃຫ້​ເຮົາ​ສະ​ແດງ​​ຄວາມ​ເຕັມ​ໃຈ​ຢ່າງ​ເປີດ​ເຜີຍ ເພື່ອ​ສະ​ໜັນ​ສະ​ໜູນ​ເພິ່ນ ແລະ ຕິດ​ຕາມ​ຄຳ​ແນະ​ນຳ​ຂອງ​ເພິ່ນ.

ຕໍ່​ສະ​ມາ​ຊິກ​ເປັນ​ລ້ານໆ ຜູ້ບໍ່​ໄດ້​ຢູ່ທີ່ນີ້ກັບ​ພວກ​ເຮົາ ໃນ​ສູນ​ກາງ​ປະ​ຊຸມ​ໃຫຍ່, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທ່ານ​ຮູ້​ໄວ້​ວ່າ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່ໃນ​ສູນ​ກາງນີ້ ລະ​ຫວ່າງ​ການ​ສະ​ໜັບ​ສະ​ໜູນ​ປະ​ທານ​ແນວ​ສັນ ໄດ້​ເປັນ​ດັ່ງ​ທີ່ ຖ້າ​ຫາກ​ທ່ານ​ໄດ້​ຢູ່​ນຳ—​ເຕັມ​ໄປ​ດ້ວຍ​ພະ​ລັງ​ທາງວິນ​ຍານ. ແຕ່ການ​ຊຸມ​ນຸມ​ທີ່​ສະ​ຫວັນ​ບັນ​ຊາ​ຂອງ​ເຮົາ ບໍ່​ແມ່ນ​ເກີດ​ຂຶ້ນ​ໃນ​ສູນ​ກາງ​ປະ​ຊຸມ​ໃຫຍ່​ແຫ່ງນີ້​ເທົ່າ​ນັ້ນ ແຕ່​ຕະ​ຫລອດ​ທົ່ວ​ໂລກ—ໃນ​ຕຶກ​ໂບດ​ຢູ່​ເຂດ​ອາ​ຊີ, ອາ​ຟຣິ​ກາ, ແລະ ອາ​ເມ​ຣິ​ກາ​ເໜືອ; ໃນ​ບ້ານ​ເຮືອນ​ຢູ່​ອາ​ເມຣິ​ກາ​ກາງ ແລະ ໃຕ້ ແລະ ເອີ​ຣົບ; ຢູ່​ລະ​ບຽງ​ໃນ​ເກາະ​ປາ​ຊີ​ຟິກ. ການ​ຊຸມ​ນຸມນີ້ ແມ່ນ​ເກີດ​ຂຶ້ນ​ໃນ​ທຸກ​ບ່ອນ​ຕະ​ຫລອດ​ທົ່ວ​ໂລກ ບໍ່​ວ່າ​ທ່ານ​ຈະ​ຢູ່​ໃສ​ກໍ​ຕາມ, ເຖິງ​ແມ່ນ​ທ່ານ​ພຽງ​ແຕ່​ຮັບ​ຟັງ​ໄດ້ ຜ່ານທາງ​ການ​ກະ​ຈາຍ​ສຽງ ຫລື ຈາກ​ມື​ຖື​ຂອງ​ທ່ານ​ກໍ​ຕາມ. ມື​ທີ່​ຍົກ​ຂຶ້ນ ຈະ​ບໍ່​ຖືກ​ນັບ​ໂດຍ​ອະ​ທິ​ການ​ຂອງ​ເຮົາ, ແຕ່​ມັນ​ຈະ​ຖືກ​ສັງ​ເກດ​ເບິ່ງ​ໃນ​ສະ​ຫວັນ, ຊຶ່ງມັນ​ເປັນ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພຣະ​ເຈົ້າ, ແລະ ການ​ກະ​ທຳ​ຂອງ​ເຮົາ ໄດ້​ຖືກ​ບັນ​ທຶກ​ໄວ້ ຢູ່​ໃນ​ທະ​ບຽນແຫ່ງ​ຊີ​ວິດ

ພຣະ​ຜູ້​ເປັນ​ເຈົ້າ​ເລືອກ​ສາດ​ສະ​ດາ​ຂອງ​ພຣະ​ອົງ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ເອົາ​ສາດ​ສະ​ດາ​ ດ້ວຍ​ຕົວ​ພຣະ​ອົງ​ເອງ. ບໍ່​ມີ​ການ​ໂຄ​ສະ​ນາ​ຫາ​ສຽງ, ບໍ່​ມີ​ການ​ໂຕ້ວາທີ, ບໍ່​ມີ​ການ​ສະເໜີ​ຢາກ​ໄດ້​ຕຳ​ແໜ່ງ, ບໍ່​ມີ​ການ​ໂຕ້​ຖຽງ, ຖືກລົບ​ກວນ, ສັບ​ສົນ, ຫລື ວຸ້ນ​ວາຍ. ຂ້າ​ພະ​ເຈົ້າກໍ​ຢືນ​ຢັນ​ຄື​ກັນວ່າ ​ອຳ​ນາດ​ຂອງ​​ສະ​ຫວັນ​ໄດ້​ຢູ່​ກັບ​ພວກ​ເຮົາ ຢູ່ໃນ​ຫ້ອງ​ຊັ້ນ​ເທິງ​ຂອງ​ພຣະ​ວິ​ຫານ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ໄດ້​ຢືນ​ອ້ອມ​ຮອບ​ປະ​ທານ​ແນວ​ສັນ ໃນ​ການ​ອະ​ທິ​ຖານ ແລະ ຮູ້​ສຶກ​ເຖິງ​ຄວາມ​ເຫັນ​ຊອບຂອງ​ພຣະ​ຜູ້​ເປັນ​ເຈົ້າທີ່​ມີ​ຕໍ່​ເພິ່ນ ຢ່າງ​ປະ​ຕິ​ເສດບໍ່​ໄດ້.

ການ​ເລືອກ​ໃຫ້​ປະ​ທານ​ແນວ​ສັນ ຮັບ​ໃຊ້​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ໄດ້​ຖືກ​ເລືອກ​ໄວ້​ກ່ອນ ດົນ​ນານ​ມາ​ແລ້ວ. ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ໄດ້​ກ່າວ​ຕໍ່​ເຢ​ເຣ​ມີ​ຢາ ກໍ​ກ່ຽວ​ພັນ​ກັບ​ປະ​ທານ​ແນວ​ສັນ ຄື​ກັນ ທີ່​ວ່າ: “ເຮົາ​ເລືອກ​ເຈົ້າ​ໄວ້ ກ່ອນ​ເຮົາ​ໄດ້​ໃຫ້​ຊີ​ວິດ​ແກ່​ເຈົ້າ ແລະ ກ່ອນ​ເຈົ້າ​ໄດ້​ເກີດ​ມາ ເຮົາ​ໄດ້​ເລືອກ​ເອົາ​ເຈົ້າ​ໄວ້​ແລ້ວ ເພື່ອ​ໃຫ້​ເປັນ​​ສາດ​ສະ​ດາ​ແກ່​ປະ​ຊາ​ຊາດ​ທັງ​ປວງ.”1 ພຽງ​ແຕ່ສາມ​ປີ​ກ່ອນ, ແອວ​ເດີ​ແນວ​ສັນ, ມີ​ອາ​ຍຸ​ໄດ້ 90 ປີ, ໄດ້​ເປັນ​ຄົນ​ທີສີ່​ໃນ​ລຳ​ດັບ ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ກຸ່ມ​ດົນ​ກວ່າ​ໝູ່, ຊຶ່ງ​ສອງ ໃນ​ສາມທ່ານ ຂອງ​ກຸ່ມ​​ອັກ​ຄະ​ສາ​ວົກ ມີອາ​ຍຸ​ນ້ອຍກວ່າ​ເພິ່ນ​ອີກ. ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ຄວບ​ຄຸມ​ຊີ​ວິດ ແລະ ຄວາມຕາຍ, ໄດ້ເລືອກ​ເອົາສາດ​ສະ​ດາ​ຂອງ​ພຣະ​ອົງ. ປະ​ທານ​ແນວ​ສັນ, ຜູ້ອາ​ຍຸ 93 ປີ, ມີ​ສຸຂະ​ພາບ​ແຂງ​ແຮງ ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ຫລາຍ. ພວກ​ເຮົາ​ຫວັງ​ວ່າ ເພິ່ນ​ຈະ​ຢູ່​ກັບ​ພວກ​ເຮົາຕື່ມ​ອີກ​ຈັກສິບ ຫລື ຊາວ​ປີ, ແຕ່​ເວ​ລານີ້ ພວກ​ເຮົາ​ພະ​ຍາ​ຍາມ​ເກ້ຍ​ກ່ອມ ​ໃຫ້​ເພິ່ນ​ຢູ່​ຫ່າງໆ​ຈາກ ບ່ອນ​ຫລິ້ນ ສະ​ກີ ຢູ່.

ໃນ​ຂະ​ນະ​ທີ່​ເຮົາ​​ສະ​ໜັບ​ສະ​ໜູນ​ສາດ​ສະ​ດາ ວ່າ​ເປັນ​ຜູ້​ຖືກ​ເຈີມ​ໄວ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຂໍ​ໃຫ້​ເຮົາ​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງວ່າ ເຮົາພຽງ​ນະ​ມັດ​ສະ​ການ​ພຣະ​ເຈົ້າ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ແລະ ພຣະ​ບຸດ​ທີ່​ສູງ​ສົ່ງ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ. ມັນ​ແມ່ນ​ຜ່ານ​ທາງ​ຄຸນ​ງາມ​ຄວາມ​ດີ, ຄວາມ​ເມດ​ຕາ, ແລະ ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ​ຂອງ​ເຮົາເທົ່າ​ນັ້ນ, ທີ່ເຮົາ​ຈະສາ​ມາດ​ເຂົ້າ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພວກ​ພຣະ​ອົງ​ໄດ້ ໃນ​ມື້​ໜຶ່ງ.2

ເປັນ​ຫຍັງ​ເຮົາ​ຈຶ່ງຕິດ​ຕາມ​ສາດ​ສະ​ດາ

ແຕ່ພຣະ​ເຢ​ຊູ​ກໍໄດ້​ສອນ​ເຖິງ​ຄວາມ​ຈິງ​ທີ່​ສຳ​ຄັນ​​ຄື​ກັນ ກ່ຽວ​ກັບ​ຜູ້​ຮັບ​ໃຊ້ ທີ່​ພຣະ​ອົງ​ໄດ້​ສົ່ງ​ມາ​ໃຫ້​ເຮົາ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ຜູ້​ໃດ​ທີ່​ຕ້ອນ​ຮັບຜູ້​ທີ່​ເຮົາ​ໃຊ້​ໄປ ກໍ​ຕ້ອນ​ຮັບ​ເຮົາ​ເໝືອນ​ກັນ, ແລະ ຜູ້​ໃດ​ທີ່​ຕ້ອນ​ຮັບ​ເຮົາ ກໍ​ຕ້ອນ​ຮັບ​ພຣະ​ອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.”3

ບົດ​ບາດ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ທີ່​ຈະ​ສິດ​ສອນເຮົາ ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ນຳ​ພາ​ເຮົາ​ໄປ​ຫາ​ພຣະ​ອົງ.

ມັນ​ມີ​ເຫດ​ຜົນ​ຫລາຍ​ຢ່າງ​ທີ່​ຖືກ​ຕ້ອງ ທີ່​ຈະ​​ເຮັດ​ຕາມ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ແມ່ນ​ແຕ່​​ຜູ້​ທີ່ບໍ່​ເຊື່ອ​ຖື​ຄື​ກັນ​ກັບ​ເຮົາ ກໍ​ຍັງເວົ້າ​ວ່າ ເພິ່ນສະ​ຫລາດ​ຫລັກ​ແຫລມ. ເພິ່ນ​​ໄດ້​ກາຍ​ເປັນ​ໝໍ ຕອນ​ມີ​ອາ​ຍຸ​ໄດ້ 22 ປີ, ເປັນ​ໝໍ​ຜ່ານ​ຕັດ​ຫົວ​ໃຈ​ທີ່​ຖືກ​ເຄົາ​ລົບ​ນັບ​ຖື, ແລະ ເປັນ​ຜູ້​ທຳ​ອິດ ທີ່​ໄດ້​ພັດ​ທະ​ນາ​ການ​ຜ່າ​ຕັດ​ແບບ​ເປີດຫົວ​ໃຈ.

ຜູ້ຄົນ​ສ່ວນ​ຫລາຍກໍ​ຮັບ​ຮູ້​ສະ​ຕິ​ປັນ​ຍາ ແລະ ການ​ຕັດ​ສິນ​ໃຈ​ຂອງ​ເພິ່ນ: ເກົ້າ​ສິບ​ປີ ທີ່​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຊີ​ວິດ ແລະ ຄວາມ​ຕາຍ, ໄດ້​ໃຊ້​ຊີ​ວິດ​ແບບບໍ່​ເຫັນ​ແກ່​ຕົວ, ຮັກ​ແພງ ແລະ ສິດ​ສອນ​​ລູກໆ​ຂອງ​ພຣະ​ເຈົ້າ ໃນ​ທຸກ​ມຸມ​ຂອງ​ໂລກ, ແລະ ເຕີບ​ໂຕ​ກັບປະ​ສົບ​ການ ທີ່ມີ​ລູກ 10 ຄົນ, ຫລານ 57 ຄົນ, ແລະ ເຫລັນ 118 ຄົນ (ຊຶ່ງຈຳ​ນວນເຫລັນ​ແມ່ນ​ສູງ​ຂຶ້ນ​ໄປ​ເລື້ອຍໆ; ເຫລັນ​ຊາຍ​ຜູ້​ໜຶ່ງ ຫາ​ກໍ​ໄດ້​ເກີດ​ໃນ​ວັນ​ພຸດ ຜ່ານ​ມານີ້).

ປະທານຣະໂຊເອັມ ແນວສັນ ກັບ​ເຫລັນ​ຊາຍ​ໃໝ່

ຜູ້​ທີ່​ຮູ້​ຈັກ​ເພິ່ນ​ດີ ໄດ້​ເວົ້າ​ເຖິງ​ປະ​ທານ​ແນວ​ສັນ ວ່າ ເພິ່ນເຄີຍ​ໄດ້​ປະ​ເຊີນ​ກັບ​ຊີ​ວິດ​ທີ່​ຫຍຸ້ງ​ຍາກ ​ດ້ວຍ​ສັດ​ທາ ແລະ ຄວາມ​ກ້າ​ຫານ. ເມື່ອ​ໂຣກ​ມະ​ເລັງໄດ້​ເອົາ​ຊີ​ວິດ​ຂອງ​ລູກ​ສາວ ຜູ້​ອາ​ຍຸ 37 ປີ ຂອງ​ເພິ່ນ​ໄປ, ໂດຍ​ໄດ້​ປະສາ​ມີ ແລະ ລູກ​ນ້ອຍ​ຫ້າ​ຄົນ​ໄວ້, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ເພິ່ນ​ກ່າວ​ວ່າ, “ຂ້າ​ພະ​ເຈົ້າເປັນ​ພໍ່​ຂອງ​ນາງ, ເປັນ​ໝໍ, ແລະ ເປັນ​ອັກ​ຄະ​ສາ​ວົກ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ແຕ່​ຂ້າ​ພະ​ເຈົ້າ​ຕ້ອງກົ້ມ​ຫົວ … ແລະ ຮັບ​ຮູ້​ວ່າ, ‘ຂໍຢ່າ​ໃຫ້​ເປັນ​ໄປ​ຕາມຄວາມ​ປາດ​ຖະ​ໜາ​ຂອງ​ຂ້າ​ນ້ອຍ ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ເທີ້ນ.’”4

ຜູ້​ເຝົ້າ​ຍາມຢູ່​ເທິງ​ຫໍ​ສູງ

ເຖິງ​ແມ່ນວ່າ​ເຮົາ​ນັບ​ຖື​ຄຸນ​ສົມ​ບັດ​ທີ່​ມີ​ກຽດ​ທັງ​ໝົດ​ເຫລົ່າ​ນີ້, ແຕ່​ເປັນ​ຫຍັງ​ເຮົາ​ຈຶ່ງ​ຕິດ​ຕາມ​ປະ​ທານ​ແນວ​ສັນ? ເປັນ​ຫຍັງ​ເຮົາ​ຈຶ່ງຕິດ​ຕາມ​ສາດ​ສະ​ດາ? ເພາະ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ໄດ້​ເອີ້ນ ແລະ ໄດ້​ມອບ​ໝາຍໃຫ້​ເພິ່ນເປັນ​ຜູ້​ເຝົ້າ​ຍາມ​ຂອງ​ພຣະ​ອົງ ຢູ່​ເທິງ​ຫໍສູງ.

ເມືອງ​ຄາ​ຄັດ​ຊ່ອງ, ປະ​ເທດ​ຝະຣັ່ງ

ເມືອງ​ຄາ​ຄັດ​ຊ່ອງ ເປັນ​ເມືອງ​ໜຶ່ງ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ທີ່​ມີ​ກຳ​ແພງ​ລ້ອມ ໃນ​ປະ​ເທດ​ຝະຣັ່ງ ຊຶ່ງ​ຕັ້ງ​ຢູ່​ນັບ​ຕັ້ງ​ແຕ່​ສະ​ໄໝ​ກາງ ເປັນ​ຕົ້ນ​ມາ. ຫໍ​ສູງ​ໄດ້​ຕັ້ງ​ຢູ່​ເໜືອ​ຄວາມ​ສູງ​ຂອງ​ກຳ​ແພງ, ຖືກ​ສ້າງ​ຂຶ້ນສຳ​ລັບ​​ຜູ້​ເຝົ້າ​ຍາມ ທີ່​ຢືນ​ຢູ່​ເທິງ​​ຫໍ​ສູງ ທັງ​​ກາງເວັນ ແລະ ກາງຄືນ, ເພື່ອເບິ່ງ​ໄປ​ໄກໆ ແນມ​ຫາ​ສັດ​ຕູ. ເມື່ອ​ຜູ້ເຝົ້າ​ຍາມ​ເຫັນ​ສັດ​ຕູ​ກຳ​ລັງ​ເດີນ​ທາງມາ, ສຽງ​ຮ້ອງ​ເຕືອນ​ຂອງ​ລາວ ໄດ້​ປົກ​ປ້ອງ​ຜູ້​ຄົນ​ຂອງ​ເມືອງຄາ​ຄັດ​ຊ່ອງ ຈາກ​ສິ່ງ​ອັນ​ຕະ​ລາຍທີ່​ກຳ​ລັງ​ຈະ​ເກີດ​ຂຶ້ນ ຊຶ່ງເຂົາ​ເຈົ້າ​ຫລຽວບໍ່​ເຫັນ.

ສາດ​ສະ​ດາ​ກໍ​ເປັນ​ຜູ້ເຝົ້າ​ຍາມ ຢູ່​ເທິງ​ຫໍ​ສູງ, ປົກ​ປ້ອງ​ເຮົາ​ຈາກ​ສິ່ງ​ອັນ​ຕະ​ລາຍ​ທາງວິນ​ຍານ ຊຶ່ງ​ເຮົາ​ອາດຫລຽວບໍ່​ເຫັນ.

ພຣະ​ຜູ້​ເປັນ​ເຈົ້າ ໄດ້​ກ່າວ​ກັບ ເອ​ເຊ​ກຽນ​ວ່າ, “ເຮົາ​ໄດ້​ແຕ່ງ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ເຝົ້າ​ຍາມຊົນ​ຊາດ​ອິດ​ສະ​ຣາ​ເອນ; ສະ​ນັ້ນ ເຈົ້າ​ຕ້ອງ​ນຳ​ຄຳ​ຕັກ​ເຕືອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ ໄປ​ບອກ​ພວກ​ເຂົາ.”5

ເຮົາ​ມັກ​ຈະ​ເວົ້າ​ວ່າ ເຮົາ​ຕ້ອງ​ເຮັດ​ຕາມ​ສາດ​ສະ​ດາ, ແຕ່​ໃຫ້​ພິ​ຈາ​ລະ​ນາພາ​ລະອັນ​ໜັກ​ໜ່ວງນີ້ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ມອບ​ໃຫ້​ສາດ​ສະ​ດາ​ຂອງ​ພຣະ​ອົງ ທີ່​ວ່າ: “ແຕ່​ຖ້າ​ຫາກ​ເຈົ້າ​ບໍ່​ໄດ້​ຕັກ​ເຕືອນ​ລາວ​ໃຫ້​ປ່ຽນ​ທິດ​ທາງ, [ແລະ] ລາວ​ກໍ​ຈະ​ຕາຍ​ເສຍ​ທັງໆ​ທີ່​ຍັງ​ເປັນ​ຄົນ​ບາບ​ຢູ່; … ເຮົາ​ຈະ​ຖື​ວ່າ ການ​ຕາຍ​ຂອງ​ຄົນ​ນັ້ນ ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຈົ້າ.”6

ປະຈັກພະຍານສ່ວນຕົວ​ທີ່​ຍິ່ງ​ໃຫຍ່ກວ່າ

ເຮົາ​ຮັບ​ເອົາ​ປະ​ທານ​ແນວ​ສັນ ດັ່ງ​ທີ່​ເຮົາ​​ຮັບ​ເອົາ​​ເປ​ໂຕ ແລະ ໂມ​ເຊ ຖ້າ​ຫາກ​ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ຂອງ​ພວກ​ເພິ່ນ. ພຣະ​ເຈົ້າ​ໄດ້​ບອກ​ໂມ​ເຊວ່າ, “ເຮົາ​ຈະ​ຊ່ວຍ​ເຈົ້າ​ກ່າວ, ແລະ ຈະ​ບອກ​ສິ່ງ​ທີ່​ເຈົ້າ​ຈະ​ກ່າວ.”7 ເຮົາ​ຮັບ​ຟັງ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສັດ​ທາ ວ່າ​ຖ້ອຍ​ຄຳ​ຂອງ​ເພິ່ນ ແມ່ນ ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເອງ.8

ນີ້​ແມ່ນ​ສັດ​ທາ​ທີ່ບອດ​ບໍ? ບໍ່​ແມ່ນ. ເຮົາ​ແຕ່​ລະ​ຄົນ​ໄດ້​ຮັບ​ການ​ເປັນ​ພະ​ຍານ​ທາງວິນ​ຍານ ເຖິງ​ຄວາມ​ຈິງ​ຂອງ​ການ​ຟື້ນ​ຟູ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໂດຍ​ຄວາມ​ປາດ​ຖະ​ໜາ ແລະ ການ​ເລືອກ​ຂອງ​ເຮົາ​ເອງ, ເຮົາ​ໄດ້ຍົກ​ມື​​ຂຶ້ນມື້​ເຊົ້າ​ນີ້, ໂດຍ​ປະ​ກາດ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ ທີ່​ຈະສະ​ໜັບ​ສະ​ໜູນ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ “ດ້ວຍຄວາມ​ໝັ້ນ​ໃຈ, ສັດ​ທາ, ແລະ ຄຳ​ອະ​ທິ​ຖານ” ຂອງ​ເຮົາ9 ແລະ ຕິດ​ຕາມ​ຄຳ​ແນະ​ນຳ​ຂອງ​ເພິ່ນ. ເຮົາ​ມີ​ສິດ​ທິ​ພິ​ເສດ ໃນ​ຖາ​ນະ​ທີ່​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ທີ່​ຈະ​ໄດ້​ຮັບ​ການ​ເປັນ​ພະ​ຍານ​ສ່ວນ​ຕົວ ວ່າ​ປະ​ທານ​ແນວ​ສັນ ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ. ເຖິງ​ແມ່ນ​ວ່າ ຄາຕີ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ຮູ້​ຈັກ​ປະ​ທານ​ແນວ​ສັນ ມາ​ເປັນ​ເວ​ລາ​ເກືອບ ສາມ​ສິບ​ປີ ແລ້ວ ແລະ ກໍ​ບໍ່​ເຄີຍ​ສົງ​ໄສ​ກ່ຽວ​ກັບ​ຕຳ​ແໜ່ງ​ອັນ​ສູງ​ສົ່ງ​ຂອງ​ເພິ່ນ, ເລື່ອງ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ຂອງ​ເພິ່ນ, ແຕ່​ນາງ​ໄດ້​ເລີ່ມ​ຕົ້ນ​ອ່ານ​ບົດ​ປາ​ໄສ​ທັງ​ໝົດ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ຂອງ​ເພິ່ນ ນັບ​ແຕ່ 34 ປີ​ກ່ອນ, ແລະ ໄດ້​ອະ​ທິ​ຖານ​ຂໍ​ຄວາມ​ແນ່ນອນ​ໃຈ​ກ່ຽວ​ກັບ​ບົດ​ບາດ​ຂອງ​ການ​ເປັນ​ສາດ​ສະ​ດາ​ຂອງ​ເພິ່ນ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ພະ​ຍານ​ທີ່​ຍິ່ງ​ໃຫຍ່ນີ້ ຈະ​ມາ​ສູ່​ທ່ານ ເມື່ອ​ທ່ານ​ສະ​ແຫວງ​ຫາ​ມັນ ດ້ວຍ​ຄວາມ​ຖ່ອມ​ຕົວ ແລະ ມີ​ຄ່າ​ຄວນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ເຕັມ​ໃຈ​ທີ່​ຈະ​ເຮັດ​ຕາມ​ສຽງຂອງ​ສາດ​ສະ​ດາ? ສຳ​ລັບ​ບຸກ​ຄົນ​ທີ່​ສະ​ແຫວງ​ຫາ​ຊີ​ວິດ​ນິ​ລັນ​ດອນ​ຢ່າງ​ພາກ​ພຽນ, ສຽງຂອງ​ສາດ​ສະ​ດາ​ຈະ​ນຳ​ຄວາມ​ປອດ​ໄພ​ທາງວິນ​ຍານ​ມາ​ໃຫ້ ໃນ​ຊ່ວງ​ເວ​ລາ​ທີ່​ວຸ້ນ​ວາຍນີ້.

ເຮົາ​ອາ​ໄສ​ຢູ່​ໃນ​ໂລກ​ທີ່​ດັງ​ກ້ອງ​ໄປ​ດ້ວຍ​ສຽງ​ຮ້ອງ​ໂຮ ເປັນ​ລ້ານໆ. ອິນ​ເຕີ​ເນັດ, ມື​ຖື, ໂທ​ລະ​ພາບ, ທັງ​ໝົດ ກໍ​ພະ​ຍາ​ຍາມ​ຮຽກ​ຮ້ອງ​ຄວາມ​ສົນ​ໃຈ​ຈາກ​ເຮົາ ແລະ ຢາກ​ມີ​ອິດ​ທິ​ພົນ​ເໜືອ​ເຮົາ, ຫວັງ​ວ່າ​ເຮົາ​ຈະ​ຊື້​ສິນ​ຄ້າ​ຂອງ​ເຂົາ ແລະ ຍອມ​ຮັບມາດ​ຕະ​ຖານ​ຂອງ​ເຂົາ.

ຂໍ້​ມູນ ແລະ ຄວາມ​ຄິດ​ຄວາມ​ເຫັນ ທີ່​ເບິ່ງ​ຄື​ວ່າ ບໍ່​ມີ​ສິ້ນ​ສຸດ ຈະ​ເຕືອນ​ເຮົາ​ທາງວິນ​ຍານ ຂອງ​ການ “ຖືກ​ພັດ​ໄປ​ພັດ​ມາ,”10 “ຖືກ​ຊັດ​ໄປ​ມາ,”11 ດ້ວຍ​ອິດ​ທິ​ພົນ “ຂອງ​ຄົນ​ທີ່​ຫລອກ​ຫລວງ,” ແລະ ຖືກເອົາ​ຊະ​ນະ ໂດຍຄົນ​ທີ່ “ນຳ​ຄົນ​ອື່ນ​ໃຫ້​ຫລົງ​ຜິດ.”12

ໃນ​ການ​ຍຶດ​ໝັ້ນ​ຈິດ​ວິນ​ຍານ​ຂອງ​ເຮົາ​ໄວ້​ນຳ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ເຮົາ​ຕ້ອງເຊື່ອ​ຟັງ​ຜູ້​ທີ່​ພຣະ​ອົງ​ໄດ້​ສົ່ງ​ມາ. ການ​ເຮັດ​ຕາມ​ສຽງຂອງ​ສາດ​ສະ​ດາ ຢູ່​ໃນ​ໂລກ​ທີ່​ວຸ້ນ​ວາຍ ແມ່ນ​ຄື​ກັນ​ກັບ ການ​ຖືກ​ຕູ້ມ​ໄວ້ ດ້ວຍຜ້າ​ຫົ່ມ​ທີ່​ຊ່ວຍ​ບັນ​ເທົາ ແລະ ອົບ​ອຸ່ນ ໃນ​ມື້​ທີ່​ໜາວ​ເຢັນ.

ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່​ຕ້ອງ​ມີ​ເຫດ​ຜົນ, ໂຕ້​ວາ​ທີ, ໂຕ້​ຖຽງ, ຄວາມ​ຮູ້​ສຶກ​ໃນ​ເຫດ​ຜົນ, ແລະ ຄຳ​ອະ​ທິ​ບາຍ. ຄຳ​ຖາມ​ທີ່​ວ່າ, “ເປັນ​ຫຍັງ?” ແມ່ນເປັນ​ສິ່ງ​ດີ ໃນ​ລັກ​ສະ​ນະຫລາຍ​ຢ່າງ ຂອງ​ຊີ​ວິດ​ເຮົາ, ປ່ອຍ​ໃຫ້​ພະ​ລັງ​ແຫ່ງ​ສະ​ຕິ​ປັນ​ຍາ​ຂອງ​ເຮົາ ນຳ​ພາ​ໃນ​ການ​ເລືອກ ແລະ ການ​ຕັດ​ສິນ​ໃຈ​ຕ່າງໆ ທີ່​ເຮົາ​ປະ​ເຊີນ​ໃນ​ແຕ່​ລະ​ວັນ.

ແຕ່​ສຸ​ລະ​ສຽງຂອງ​ພຣະ​ຜູ້​ເປັນ​ເຈົ້າ ມັກ​ຈະ​ມາ​ເຖິງ ໃນ​ແບບ​ທີ່ບໍ່​ມີ​ຄຳອະ​ທິ​ບາຍ.13 ເປັນ​ເວ​ລາ​ດົນ​ນານ ກ່ອນ​ມີການ​ສຶກ​ສາກ່ຽວ​ກັບເລື່ອງ​ການນອກ​ໃຈ ມີ​ຜົນ​ກະ​ທົບ​ແນວ​ໃດ​ແດ່​ຕໍ່ຄູ່​ແຕ່ງ​ງານ ແລະ ລູກໆ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ, “ຢ່າ​ຫລິ້ນ​ຊູ້​ສູ່​ຜົວ​ເມຍ​ຜູ້​ອື່ນ.”14 ເຮົາ​ທະ​ນຸ​ຖະ​ໜອມຂອງ​ປະທານແຫ່ງພຣະວິນຍານບໍລິສຸດ ເກີນກວ່າ​ການ​ເພິ່ງ​ອາ​ໄສສະ​ຕິ​ປັນ​ຍາ.

ບໍ່​ຕ້ອງ​ແປກ​ໃຈ

ໂນ​ອາ​ກຳ​ລັງ​ສັ່ງ​ສອນ

ສຽງ​ຂອງ​ສາດ​ສະ​ດາ, ໃນ​ຂະ​ນະ​ທີ່​ກ່າວ​ດ້ວຍ​ຄວາມ​ອ່ອນ​ນ້ອມ, ມັກ​ຈະ​ເປັນ​ສຽງ​ຂໍ​ໃຫ້​ເຮົາ​ປ່ຽນ​ແປງ, ກັບ​ໃຈ, ແລະ ເພື່ອຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ຈຳ​ເປັນ​ຕ້ອງ​ດັດ​ແປງ, ກໍຢ່າ​ລັງ​ເລ​ໃຈ. ແລະ ຢ່າ​ຕື່ນ​ຕົກ​ໃຈ ເມື່ອ​ສຽງ​ເຕືອນ​ຂອງ​ສາດ​ສະ​ດາ ຕໍ່​ຕ້ານ​ສຽງ​ອື່ນທີ່ ຜູ້​ຄົນນິ​ຍົມ​ຊົມ​ຊອບ ໃນ​ເວ​ລານັ້ນ. ຄຳ​ເຍາະ​ເຍີ້ຍ​ຂອງ​ຜູ້ບໍ່​ເຊື່ອ ຈະ​ເກີດ​ຂຶ້ນ ທັນ​ທີ​ທີ່​ສາດ​ສະ​ດາ​ເລີ່ມ​ກ່າວ. ເມື່ອ​ທ່ານເຮັດ​ຕາມ​ຄຳ​ແນະ​ນຳ ຂອງ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ຄວາມ​ຖ່ອມ​ຕົວ, ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ທ່ານ​ຈະ​ໄດ້​ຮັບ​ພອນ ທີ່​ຈະ​ມີ​ຄວາມ​ປອດ​ໄພ ແລະ ສະ​ຫງົບ​ສຸກ ຫລາຍ​ຂຶ້ນ.

ຊາ​ມູ​ເອນ​ຄົນເລ​ມັນ​ພະ​ຍາ​ກອນ

ຢ່າ​ຕື່ນຕົກ​ໃຈ ຖ້າ​ຫາກ​ໃນ​ເວ​ລານັ້ນ ຄວາມ​ຄິດໃນ​ຕອນ​ຕົ້ນຂອງ​ທ່ານ ບໍ່​ສອດ​ຄ່ອງ​ກັບ​ຄຳ​ສອນ​ຂອງ​ສາດ​ສະ​ດາ​ຂອງ​ພຣະຜູ້​ເປັນ​ເຈົ້າ. ມັນ​ເປັນ​ເວ​ລາ​ແຫ່ງ​ການ​ຮຽນ​ຮູ້, ທີ່​ຕ້ອງ​ຖ່ອມ​ຕົວ, ເມື່ອ​ເຮົາຄຸ​ເຂົ່າ​ອະ​ທິ​ຖານ. ເຮົາ​ເດີນ​ໄປ​ໜ້າດ້ວຍ​ສັດ​ທາ, ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ, ຮູ້ວ່າ​ເມື່ອ​ເວ​ລາ​ຜ່ານ​ໄປ ເຮົາ​ຈະ​ໄດ້​ຮັບ​ຄວາມ​ແຈ່ມ​ແຈ້ງ​ທາງວິນ​ຍານ​ຫລາຍ​ຂຶ້ນ ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ສາດ​ສະ​ດາ​ທ່ານ​ໜຶ່ງ ໄດ້​ບັນ​ຍາຍ​ກ່ຽວ​ກັບ​ຂອງ​ປະ​ທານ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້ ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ “ພຣະ​ບຸດ​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ສະ​ເໝີ.”15 ການ​ຍິນຍອມ​ຂອງ​ເຮົາ ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ, ຕາມ​ຈິງ​ແລ້ວ, ມັນ​ບໍ່​ແມ່ນ​ການ​ຍິນຍອມ ແຕ່​ແມ່ນ​ການ​ເລີ່ມ​ຕົ້ນ ທີ່​ຈະຮັບ​ໄຊ​ຊະ​ນະ​ທີ່​ຮຸ່ງ​ໂລດ.

ບາງ​ຄົນ​ຈະ​ພະ​ຍາ​ຍາມ​ວິ​ເຄາະ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ, ພະ​ຍາ​ຍາມ​ພິ​ຈາ​ລະ​ນາ​ວ່າ ມັນ​ເປັນ​ສຽງ​ທີ່​ຖືກເປີດ​ເຜີຍ ຫລື ເປັນ​ຄວາມ​ຄິດ​ເຫັນ​ສ່ວນ​ຕົວ​ຂອງ​ເພິ່ນ.

ໃນ​ປີ 1982, ສອງ​ປີ​ກ່ອນ​ເພິ່ນ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ບຣາ​ເດີ ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຖາມ​ຕົວ​ເອງວ່າ, ‘ເມື່ອ​ໃດ​ທີ່ສາດ​ສະ​ດາ​ໄດ້​ກ່າວ ໃນ​ຖາ​ນະ​ທີ່​ເປັນ​ສາດ​ສະ​ດາ ແລະ ເມື່ອ​ໃດ​ທີ່ບໍ່​ໄດ້​ເປັນ?’ ຂ້າ​ພະ​ເຈົ້າ​ພຽງ​ສົນ​ໃຈ​ວ່າ, ‘ຂ້າ​ພະ​ເຈົ້າ​ຈະ​ເປັນ​ເໝືອນ​ດັ່ງ​ເພິ່ນ​ໄດ້​ແນວ​ໃດ?’” ແລະ ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ, “[ຂ້າ​ພະ​ເຈົ້າ​ພຽງ​ແຕ່ຄິດ​ວ່າ] ບໍ່ຕ້ອງສົງ​ໄສ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ ແລະ ຕ້ອງ​ປະ​ຕິ​ບັດ​ຕາມ.”16 ນີ້​ແມ່ນ​ວິ​ທີ​ທີ່ ຊາຍ​ທີ່​ຖ່ອມ​ຕົວ ແລະ ເຕັມ​ໄປ​ດ້ວຍ​ວິນ​ຍານ ເລືອກ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຂອງ​ເພິ່ນ. ບັດ​ນີ້, 36 ປີ ຕໍ່​ມາ, ເພິ່ນ​ໄດ້​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ການ​ມີ​ສັດ​ທາ​ຫລາຍ​ຂຶ້ນ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ໃນ​ຊີ​ວິດ​ສ່ວນ​ຕົວຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ສຶກ​ສາ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ຢ່າງ​ລະ​ມັດ​ລະ​ວັງ, ດ້ວຍ​ຄວາມ​ອົດ​ທົນ, ແລະ ເຮັດ​ໃຫ້​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ສອດ​ຄ່ອງ​ກັບ​ຄຳ​ສອນ​ທີ່​ດົນ​ໃຈຂອງ​ເພິ່ນ, ແລ້ວ​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈະ​ເພີ່ມ​ທະ​ວີ​ຂຶ້ນ​ເລື້ອຍໆ.17 ຖ້າ​ຫາກ​ເຮົາ​ບໍ່​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ເພິ່ນ ແລະ ຄິດ​ວ່າ​ເຮົາ​ຮູ້​ຫລາຍກວ່າ, ແລ້ວ​ສັດ​ທາ​ຂອງ​ເຮົາ​ຈະ​ໝົດ​ໄປ ແລະ ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ເຮົາ ຈະ​ມືດ​ມົວ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ເມື່ອ​ທ່ານ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ​ສາດ​ສະ​ດາ, ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ເພີ່ມ​ທະ​ວີ​ຂຶ້ນ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ກ່າວ​ວ່າ, “ສາດ​ສະ​ດາ​ທັງ​ໝົດ … , ໄດ້ໃຫ້​ຖ້ອຍ​ຄຳ​ເຖິງ​ເຮົາ.”18

ສາດ​ສະ​ດາບໍ່​ໄດ້​ຢືນ​ກີດ​ກັນ​ທ່ານ ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແຕ່​ເພິ່ນ​ໄດ້​ຢືນ​ຄຽງ​ຂ້າງ​ທ່ານ ແລະ ຊີ້​ນຳ​ທາງ ໃຫ້​ທ່ານໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ຂອງ​ປະ​ທານທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່ສາດ​ສະ​ດາ​ມອບ​ໃຫ້​ເຮົາ ຄື​ການ​ເປັນ​ພະ​ຍານ​ທີ່​ແນ່​ນອນ ແລະ ຄວາມ​ຮູ້​ທີ່ໝັ້ນ​ໃຈ​ຂອງ​ເພິ່ນ, ວ່າ​ພ​ຣະ​ເຢ​ຊູ ຄື​ພຣະ​ຄຣິດ. ເຊັ່ນ​ດຽວ​ກັບ​ເປ​ໂຕ ໃນ​ສະ​ໄໝ​ບູ​ຮານ, ສາດ​ສະ​ດາ​ຂອງ​ເຮົາ ປະ​ກາດ​ວ່າ, “[ພຣະ​ອົງເປັນ] ພຣະ​ຄຣິດ, ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ອົງ​ຊົງ​ພຣະ​ຊົນ​ຢູ່.”19

ໃນ​ອະ​ນາ​ຄົດ, ເມື່ອ​ເຮົາ​ຫວນ​ຄິດ​ຄືນ​ຫລັງ​ກ່ຽວ​ກັບ​ຊ່ວງ​ມະ​ຕະ, ເຮົາ​ຈະ​ປິ​ຕິ​ຍິນ​ດີ ທີ່​ຮູ້​ວ່າ ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ໂລກ ຕອນ​ມີ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ໃນ​ມື້ນັ້ນ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ສາ​ມາດກ່າວ​ອອກ​ມາ​ໄດ້​ວ່າ:

ເຮົາ​ໄດ້ຟັງ​ເພິ່ນ.

ເຮົາ​ໄດ້ເຊື່ອ​ເພິ່ນ.

ເຮົາ​ໄດ້ສຶກ​ສາ​ຖ້ອຍ​ຄຳ​ຂອງ​ເພິ່ນ ດ້ວຍ​ຄວາມ​ອົດ​ທົນ ແລະ ດ້ວຍ​ສັດ​ທາ.

ເຮົາ​ໄດ້ອະ​ທິ​ຖານ​ເພື່ອ​ເພິ່ນ.

ເຮົາ​ໄດ້ຢືນຄຽງ​ຂ້າງ​ເພິ່ນ.

ເຮົາ​ໄດ້ຖ່ອມ​ຕົວ​ພຽງ​ພໍ ທີ່​ຈະ​ເຮັດ​ຕາມ​ເພິ່ນ.

ເຮົາ​ໄດ້ຮັກເພິ່ນ.

ຂ້າ​ພະ​ເຈົ້າ​ຂໍ​ມອບ​ພະ​ຍານ​ຢ່າງ​ໜັກ​ແໜ້ນ ໃຫ້​ແກ່​ທ່ານ ວ່າ​ພຣະ​ເຢ​ຊູ ຄື​ພຣະ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່ຂອງ​ເຮົາ, ແລະ ວ່າ​ປະ​ທານ​ຣະ​ໂຊ ເອັມ ແນວສັນ ເປັນ​ສາດ​ສະ​ດາ​ທີ່​ພຣະ​ອົງ​ໄດ້​ເຈີມ​ໄວ້ ຢູ່​ໃນ​ໂລກນີ້. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເຢເຣມີຢາ 1:5.

  2. ເບິ່ງ 2 ນີ​ໄຟ 2:8.

  3. ມັດ​ທາຍ 10:40.

  4. ຄວາມ​ຊົງ​ຈຳ​ສ່ວນ​ຕົວ; ເບິ່ງ Spencer J. Condie, Russell M. Nelson: Father, Surgeon, Apostle (2003), 235 ນຳ​ອີກ.

  5. ເອ​ເຊ​ກຽນ 33:7.

  6. ເອ​ເຊ​ກຽນ 33:8.

  7. ອົບ​ພະ​ຍົບ 4:12.

  8. ເບິ່ງ Doctrine and Covenants 21:5.

  9. ເບິ່ງ Doctrine and Covenants 107:22.

  10. ເອ​ເຟ​ໂຊ 4:14.

  11. ຢາໂກໂບ 1:6.

  12. ເອ​ເຟ​ໂຊ 4:14.

  13. ປະ​ທານ​ດາ​ລິນ ເອັຈ ໂອກສ໌ ຄັ້ງ​ໜຶ່ງ​ໄດ້​ກ່າວ​ວ່າ:

    “ໃນ​ການ​ສຳ​ພາດ ໃນ​ປີ 1988 … ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ບາຍ​​ເຖິງຄວາມ​ນຶກ​ຄິດ​ຂອງ​ຂ້າ​ພະ​ເຈົ້າ ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ໃຫ້ເຫດ​ຜົນ​ທາງ​ໂລກ ​ສຳ​ລັບການ​ເປີດ​ເຜີຍ​ຈາກ​ສະ​ຫວັນ ດັ່ງ​ນີ້:

    “‘ຖ້າ​ຫາກ​ທ່ານ​ອ່ານ​ພຣະ​ຄຳ​ພີ​ດ້ວຍ​ຄຳ​ຖາມ​ຢູ່​ໃນ​ຈິດ​ໃຈວ່າ, “ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ ຈຶ່ງ​ບັນ​ຊາ​ເລື່ອງນີ້ ຫລື ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ບັນ​ຊາ​ເລື່ອງນັ້ນ,” ແລ້ວ​ທ່ານ​ຈະ​ພົບ​ວ່າ ໜຶ່ງ​ໃນພຣະ​ບັນ​ຊາ​ຈຳ​ນວນ​ໜຶ່ງ​ຮ້ອຍ ມີ​ເຫດ​ຜົນ. ມັນ​ບໍ່​ແມ່ນ​ແບບ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ຈະ​ໃຫ້​ເຫດ​ຜົນ. ເຮົາ [ທີ່​ເປັນ​ມະ​ນຸດມະ​ຕະ] ສາ​ມາດ​ຫາ​ເຫດ​ຜົນ​ໃຫ້​ແກ່ການ​ເປີດ​ເຜີຍ. ເຮົາ​ສາ​ມາດ​ຫາ​ເຫດ​ຜົນ​ໃຫ້​ແກ່​ພຣະ​ບັນ​ຍັດ. ເມື່ອ​ເຮົາ​ເຮັດ, ເຮົາ​ກໍ​ເພິ່ງ​ຕົວ​ເອງ. ບາງ​ຄົນ​ໄດ້​ຫາ​ເຫດ​ຜົນ​ໃຫ້​ແກ່ [ການ​ເປີດ​ເຜີຍ] … , ແລະ ມັນ​ກັບ​ປ່ຽນ​ເປັນ​ທາງ​ຜິດ. ມັນ​ມີ​ບົດ​ຮຽນ​ໃນ​ນັ້ນ. … ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​​ດົນ​ນານ​ມາ​ແລ້ວ ວ່າ​ຂ້າ​ພະ​ເຈົ້າ​ມີ​ສັດ​ທາ​ໃນ​ພຣະ​ບັນ​ຊາ ແລະ ຂ້າ​ພະ​ເຈົ້າ​ບໍ່​ມີ​ສັດ​ທາ​ໃນ​ເຫດ​ຜົນ ທີ່​ຖືກ​ແນະ​ນຳ​ສຳ​ລັບ​ພຣະ​ບັນ​ຊານັ້ນ.’ …

    “‘… ​ເຫດ​ຜົນ​ທັງ​ໝົດ ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ ເບິ່ງ​ຄື​ວ່າ ເປັນ​ການ​ສ່ຽງ​ທີ່ບໍ່​ຈຳ​ເປັນ. … ​ຢ່າ​ເຮັດ​ຄວາມ​ຜິດ​ທີ່​ເຄີຍ​ເຮັດ​ຜ່ານ​ມາ, … ໃນ​ການ​ພະ​ຍາ​ຍາມ​ຫາ​ເຫດ​ຜົນ​ໃຫ້​ກັບ​ການ​ເປີດ​ເຜີຍ. ສ່ວນ​ຫລາຍ​ແລ້ວ ເຫດ​ຜົນ​ຕ່າງໆ ເປັນ​ສິ່ງ​ທີ່​ມະ​ນຸດ​ສ້າງ​ຂຶ້ນ​ມາ. ການ​ເປີດ​ເຜີຍ​ຄື​ສິ່ງ​ທີ່​ເຮົາ​ສະ​ໜັບ​ສະ​ໜູນ​ວ່າ ເປັນ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ມັນ​ກໍ​ຄວນ​ເປັນ​ແນວນັ້ນ​ໄປ​ຕະ​ຫລອດ’” (Life’s Lessons Learned [2011], 68–69).

  14. ອົບ​ພະ​ຍົບ 20:14.

  15. ໂມໄຊຢາ 15:7.

  16. Russell M. Nelson, in Lane Johnson, “Russell M. Nelson: A Study in Obedience,” Tambuli, Jan. 1983.

  17. ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ກ່າວ​ວ່າ: “ຄວາມ​ເຊື່ອ​ທີ່​ຜິດ​ອີກ​ຢ່າງ​ໜຶ່ງ ແມ່ນ​ການ​ເຊື່ອ​ວ່າ ການ​ເລືອກ​ທີ່​ຈະ​ຮັບ​ເອົາ ຫລື ບໍ່​ຮັບ​ເອົາ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ ກໍ​​ຄື​ກັນ​ກັບ​ການ​ຕັດ​ສິນ​ໃຈ​ວ່າ ຈະ​ຮັບ​ເອົາ​ຄຳ​ແນະ​ນຳ​ທີ່​ດີ ແລະ ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍ​ຂຶ້ນຫລືບໍ່ ຫລື ຢູ່​ເສີຍໆ​ຕໍ່​ໄປ. “ການ​ເລືອກ​ທີ່​ຈະ​ບໍ່ເຮັດ​ຕາມ​ຄຳແນະ​ນຳ​ຂອງ​ສາດ​ສະ​ດາ ຈະ​ປ່ຽນ​ສະ​ພາບ​ພື້ນ​ຖານ​ທີ່​ເຮົາ​ຢືນ​ຢູ່ໄດ້. ມັນ​ຈະ​ກາຍ​ເປັນ​ບ່ອນ​ທີ່​ອັນ​ຕະ​ລາຍ. ການບໍ່​ຍອມ​ຮັບ​ເອົາ​ຄຳ​ແນະ​ນຳ​ທີ່​ເປັນ​ການ​ທຳ​ນາຍ​ຂອງ​ສາດ​ສະ​ດາ ຈະ​ເຮັດ​ໃຫ້​ພະ​ລັງ​ຂອງ​ເຮົາ​​ຫລຸດ​ນ້ອຍ​ຖອຍ​ລົງ ແລະ ຍາກທີ່​ຈະ​ຮັບ​ເອົາ​ຄຳ​ແນະ​ນຳ​ທີ່​ດົນ​ໃຈ ໃນ​ອະ​ນາ​ຄົດ. ເວ​ລາ​ທີ່​ດີ​ທີ່​ສຸດ ທີ່​ຈະ​ຕັດ​ສິນ​ໃຈ​ຊ່ວຍ​ໂນອາ​ສ້າງ​ເຮືອ​ໃຫຍ່ ແມ່ນ​ຕອນ​ທີ່​ເພິ່ນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ເທື່ອ​ທຳ​ອິດ. ທຸກ​ເທື່ອ​ທີ່​ເພິ່ນ​ໄດ້​ຂໍ​ໃຫ້​ຊ່ວຍ​ເຫລືອ​ຫລັງ​ຈາກນັ້ນ, ຖ້າ​ຫາກ​ປະ​ຕິ​ເສດ​ອີກ ບຸກ​ຄົນ​ຈະ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ໜ້ອຍ​ລົງ. ແລະ ສະ​ນັ້ນ ທຸກ​ເທື່ອ​ທີ່​ເພິ່ນ​ຂໍ​ໃຫ້​ຊ່ວຍ​ເຫລືອ ຈະ​ເບິ່ງ​ຄື​ວ່າ ມັນເປັນ​ເລື່ອງ​ໂງ່​ຈ້າ, ຈົນ​ກວ່າຝົນ​ໄດ້​ຕົກ​ລົງ​ມາ. ແລະ ມັນ​ກໍ​ສາຍ​ໄປ​ແລ້ວ” (“Finding Safety in Counsel,” Ensign, May 1997, 25).

  18. 3 ນີ​ໄຟ 20:24.

  19. ມັດ​ທາຍ 16:16; ເບິ່ງ ໂຢ​ຮັນ 6:69 ນຳ​ອີກ.