ສາດສະດາຂອງພຣະເຈົ້າ
ສາດສະດາບໍ່ໄດ້ຢືນກີດກັນທ່ານ ຈາກພຣະຜູ້ຊ່ວຍໃຫ້ລອດ. ແຕ່ເພິ່ນໄດ້ຢືນຄຽງຂ້າງທ່ານ ແລະ ຊີ້ນຳທາງ ໃຫ້ທ່ານໄປຫາພຣະຜູ້ຊ່ວຍໃຫ້ລອດ.
ຂ້າພະເຈົ້າກໍຂໍຕ້ອນຮັບ ແອວເດີ ແກຣິດ ກອງ ແລະ ແອວເດີ ຢູລິດຊິສ໌ ໂຊອາເຣສ໌ ເຂົ້າໃນກຸ່ມອັກຄະສາວົກສິບສອງ ຂອງບັນດາອ້າຍນ້ອງທີ່ບໍ່ມີສິ່ງເທົ່າທຽມ.
ໃນການສະໜັນສະໜູນປະທານຣະໂຊ ເອັມ ແນວສັນ ໃຫ້ເປັນສາດສະດາຂອງພຣະຜູ້ເປັນເຈົ້າ ແລະ ເປັນປະທານຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເຮົາມີພາກສ່ວນໃນການຊຸມນຸມທີ່ສັກສິດທີ່ສະຫວັນບັນຊາ—ສັກສິດ ເພາະເຫດການທີ່ໄດ້ເກີດຂຶ້ນໃນເຊົ້າມື້ນີ້ ເຄີຍມີຢູ່ໃນສະຫວັນ ນັບຕັ້ງແຕ່ຊີວິດກ່ອນມະຕະຂອງເຮົາ. ໃນມື້ນີ້ ອົງພຣະເຢຊູຄຣິດເຈົ້າ, ຜູ້ຊີ້ນຳວຽກງານຂອງພຣະອົງ, ຜ່ານທາງປະທານໄອຣິງ, ໄດ້ນຳສະເໜີສາດສະດາຂອງພຣະອົງ, ຜູ້ທີ່ພຣະອົງໄດ້ເຈີມໄວ້, ແກ່ເຮົາທັງຫລາຍ, ຜູ້ຄົນແຫ່ງພັນທະສັນຍາຂອງພຣະອົງ, ອະນຸຍາດໃຫ້ເຮົາສະແດງຄວາມເຕັມໃຈຢ່າງເປີດເຜີຍ ເພື່ອສະໜັນສະໜູນເພິ່ນ ແລະ ຕິດຕາມຄຳແນະນຳຂອງເພິ່ນ.
ຕໍ່ສະມາຊິກເປັນລ້ານໆ ຜູ້ບໍ່ໄດ້ຢູ່ທີ່ນີ້ກັບພວກເຮົາ ໃນສູນກາງປະຊຸມໃຫຍ່, ຂ້າພະເຈົ້າຢາກໃຫ້ທ່ານຮູ້ໄວ້ວ່າ ພຣະວິນຍານຂອງພຣະຜູ້ເປັນເຈົ້າຢູ່ໃນສູນກາງນີ້ ລະຫວ່າງການສະໜັບສະໜູນປະທານແນວສັນ ໄດ້ເປັນດັ່ງທີ່ ຖ້າຫາກທ່ານໄດ້ຢູ່ນຳ—ເຕັມໄປດ້ວຍພະລັງທາງວິນຍານ. ແຕ່ການຊຸມນຸມທີ່ສະຫວັນບັນຊາຂອງເຮົາ ບໍ່ແມ່ນເກີດຂຶ້ນໃນສູນກາງປະຊຸມໃຫຍ່ແຫ່ງນີ້ເທົ່ານັ້ນ ແຕ່ຕະຫລອດທົ່ວໂລກ—ໃນຕຶກໂບດຢູ່ເຂດອາຊີ, ອາຟຣິກາ, ແລະ ອາເມຣິກາເໜືອ; ໃນບ້ານເຮືອນຢູ່ອາເມຣິກາກາງ ແລະ ໃຕ້ ແລະ ເອີຣົບ; ຢູ່ລະບຽງໃນເກາະປາຊີຟິກ. ການຊຸມນຸມນີ້ ແມ່ນເກີດຂຶ້ນໃນທຸກບ່ອນຕະຫລອດທົ່ວໂລກ ບໍ່ວ່າທ່ານຈະຢູ່ໃສກໍຕາມ, ເຖິງແມ່ນທ່ານພຽງແຕ່ຮັບຟັງໄດ້ ຜ່ານທາງການກະຈາຍສຽງ ຫລື ຈາກມືຖືຂອງທ່ານກໍຕາມ. ມືທີ່ຍົກຂຶ້ນ ຈະບໍ່ຖືກນັບໂດຍອະທິການຂອງເຮົາ, ແຕ່ມັນຈະຖືກສັງເກດເບິ່ງໃນສະຫວັນ, ຊຶ່ງມັນເປັນພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບພຣະເຈົ້າ, ແລະ ການກະທຳຂອງເຮົາ ໄດ້ຖືກບັນທຶກໄວ້ ຢູ່ໃນທະບຽນແຫ່ງຊີວິດ
ພຣະຜູ້ເປັນເຈົ້າເລືອກສາດສະດາຂອງພຣະອົງ
ພຣະຜູ້ເປັນເຈົ້າໄດ້ເລືອກເອົາສາດສະດາ ດ້ວຍຕົວພຣະອົງເອງ. ບໍ່ມີການໂຄສະນາຫາສຽງ, ບໍ່ມີການໂຕ້ວາທີ, ບໍ່ມີການສະເໜີຢາກໄດ້ຕຳແໜ່ງ, ບໍ່ມີການໂຕ້ຖຽງ, ຖືກລົບກວນ, ສັບສົນ, ຫລື ວຸ້ນວາຍ. ຂ້າພະເຈົ້າກໍຢືນຢັນຄືກັນວ່າ ອຳນາດຂອງສະຫວັນໄດ້ຢູ່ກັບພວກເຮົາ ຢູ່ໃນຫ້ອງຊັ້ນເທິງຂອງພຣະວິຫານ ໃນຂະນະທີ່ພວກເຮົາໄດ້ຢືນອ້ອມຮອບປະທານແນວສັນ ໃນການອະທິຖານ ແລະ ຮູ້ສຶກເຖິງຄວາມເຫັນຊອບຂອງພຣະຜູ້ເປັນເຈົ້າທີ່ມີຕໍ່ເພິ່ນ ຢ່າງປະຕິເສດບໍ່ໄດ້.
ການເລືອກໃຫ້ປະທານແນວສັນ ຮັບໃຊ້ເປັນສາດສະດາຂອງພຣະເຈົ້າ ໄດ້ຖືກເລືອກໄວ້ກ່ອນ ດົນນານມາແລ້ວ. ພຣະຄຳຂອງພຣະຜູ້ເປັນເຈົ້າ ທີ່ໄດ້ກ່າວຕໍ່ເຢເຣມີຢາ ກໍກ່ຽວພັນກັບປະທານແນວສັນ ຄືກັນ ທີ່ວ່າ: “ເຮົາເລືອກເຈົ້າໄວ້ ກ່ອນເຮົາໄດ້ໃຫ້ຊີວິດແກ່ເຈົ້າ ແລະ ກ່ອນເຈົ້າໄດ້ເກີດມາ ເຮົາໄດ້ເລືອກເອົາເຈົ້າໄວ້ແລ້ວ ເພື່ອໃຫ້ເປັນສາດສະດາແກ່ປະຊາຊາດທັງປວງ.”1 ພຽງແຕ່ສາມປີກ່ອນ, ແອວເດີແນວສັນ, ມີອາຍຸໄດ້ 90 ປີ, ໄດ້ເປັນຄົນທີສີ່ໃນລຳດັບ ຜູ້ທີ່ໄດ້ເຂົ້າຮ່ວມກຸ່ມດົນກວ່າໝູ່, ຊຶ່ງສອງ ໃນສາມທ່ານ ຂອງກຸ່ມອັກຄະສາວົກ ມີອາຍຸນ້ອຍກວ່າເພິ່ນອີກ. ພຣະຜູ້ເປັນເຈົ້າ, ຜູ້ຄວບຄຸມຊີວິດ ແລະ ຄວາມຕາຍ, ໄດ້ເລືອກເອົາສາດສະດາຂອງພຣະອົງ. ປະທານແນວສັນ, ຜູ້ອາຍຸ 93 ປີ, ມີສຸຂະພາບແຂງແຮງ ທີ່ໜ້າອັດສະຈັນໃຈຫລາຍ. ພວກເຮົາຫວັງວ່າ ເພິ່ນຈະຢູ່ກັບພວກເຮົາຕື່ມອີກຈັກສິບ ຫລື ຊາວປີ, ແຕ່ເວລານີ້ ພວກເຮົາພະຍາຍາມເກ້ຍກ່ອມ ໃຫ້ເພິ່ນຢູ່ຫ່າງໆຈາກ ບ່ອນຫລິ້ນ ສະກີ ຢູ່.
ໃນຂະນະທີ່ເຮົາສະໜັບສະໜູນສາດສະດາ ວ່າເປັນຜູ້ຖືກເຈີມໄວ້ຂອງພຣະຜູ້ເປັນເຈົ້າ, ຂໍໃຫ້ເຮົາເຂົ້າໃຈຢ່າງແຈ່ມແຈ້ງວ່າ ເຮົາພຽງນະມັດສະການພຣະເຈົ້າ, ພຣະບິດາເທິງສະຫວັນຂອງເຮົາ, ແລະ ພຣະບຸດທີ່ສູງສົ່ງຂອງພຣະອົງເທົ່ານັ້ນ. ມັນແມ່ນຜ່ານທາງຄຸນງາມຄວາມດີ, ຄວາມເມດຕາ, ແລະ ພຣະຄຸນຂອງພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດຂອງເຮົາເທົ່ານັ້ນ, ທີ່ເຮົາຈະສາມາດເຂົ້າໄປສູ່ທີ່ປະທັບຂອງພວກພຣະອົງໄດ້ ໃນມື້ໜຶ່ງ.2
ເປັນຫຍັງເຮົາຈຶ່ງຕິດຕາມສາດສະດາ
ແຕ່ພຣະເຢຊູກໍໄດ້ສອນເຖິງຄວາມຈິງທີ່ສຳຄັນຄືກັນ ກ່ຽວກັບຜູ້ຮັບໃຊ້ ທີ່ພຣະອົງໄດ້ສົ່ງມາໃຫ້ເຮົາ. ພຣະອົງໄດ້ກ່າວວ່າ, “ຜູ້ໃດທີ່ຕ້ອນຮັບຜູ້ທີ່ເຮົາໃຊ້ໄປ ກໍຕ້ອນຮັບເຮົາເໝືອນກັນ, ແລະ ຜູ້ໃດທີ່ຕ້ອນຮັບເຮົາ ກໍຕ້ອນຮັບພຣະອົງຜູ້ທີ່ໃຊ້ເຮົາມາ.”3
ບົດບາດທີ່ສຳຄັນທີ່ສຸດຂອງສາດສະດາຂອງພຣະຜູ້ເປັນເຈົ້າ ແມ່ນທີ່ຈະສິດສອນເຮົາ ເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ນຳພາເຮົາໄປຫາພຣະອົງ.
ມັນມີເຫດຜົນຫລາຍຢ່າງທີ່ຖືກຕ້ອງ ທີ່ຈະເຮັດຕາມປະທານຣະໂຊ ເອັມ ແນວສັນ. ແມ່ນແຕ່ຜູ້ທີ່ບໍ່ເຊື່ອຖືຄືກັນກັບເຮົາ ກໍຍັງເວົ້າວ່າ ເພິ່ນສະຫລາດຫລັກແຫລມ. ເພິ່ນໄດ້ກາຍເປັນໝໍ ຕອນມີອາຍຸໄດ້ 22 ປີ, ເປັນໝໍຜ່ານຕັດຫົວໃຈທີ່ຖືກເຄົາລົບນັບຖື, ແລະ ເປັນຜູ້ທຳອິດ ທີ່ໄດ້ພັດທະນາການຜ່າຕັດແບບເປີດຫົວໃຈ.
ຜູ້ຄົນສ່ວນຫລາຍກໍຮັບຮູ້ສະຕິປັນຍາ ແລະ ການຕັດສິນໃຈຂອງເພິ່ນ: ເກົ້າສິບປີ ທີ່ໄດ້ຮຽນຮູ້ກ່ຽວກັບຊີວິດ ແລະ ຄວາມຕາຍ, ໄດ້ໃຊ້ຊີວິດແບບບໍ່ເຫັນແກ່ຕົວ, ຮັກແພງ ແລະ ສິດສອນລູກໆຂອງພຣະເຈົ້າ ໃນທຸກມຸມຂອງໂລກ, ແລະ ເຕີບໂຕກັບປະສົບການ ທີ່ມີລູກ 10 ຄົນ, ຫລານ 57 ຄົນ, ແລະ ເຫລັນ 118 ຄົນ (ຊຶ່ງຈຳນວນເຫລັນແມ່ນສູງຂຶ້ນໄປເລື້ອຍໆ; ເຫລັນຊາຍຜູ້ໜຶ່ງ ຫາກໍໄດ້ເກີດໃນວັນພຸດ ຜ່ານມານີ້).
ຜູ້ທີ່ຮູ້ຈັກເພິ່ນດີ ໄດ້ເວົ້າເຖິງປະທານແນວສັນ ວ່າ ເພິ່ນເຄີຍໄດ້ປະເຊີນກັບຊີວິດທີ່ຫຍຸ້ງຍາກ ດ້ວຍສັດທາ ແລະ ຄວາມກ້າຫານ. ເມື່ອໂຣກມະເລັງໄດ້ເອົາຊີວິດຂອງລູກສາວ ຜູ້ອາຍຸ 37 ປີ ຂອງເພິ່ນໄປ, ໂດຍໄດ້ປະສາມີ ແລະ ລູກນ້ອຍຫ້າຄົນໄວ້, ຂ້າພະເຈົ້າໄດ້ຍິນເພິ່ນກ່າວວ່າ, “ຂ້າພະເຈົ້າເປັນພໍ່ຂອງນາງ, ເປັນໝໍ, ແລະ ເປັນອັກຄະສາວົກຂອງອົງພຣະເຢຊູຄຣິດເຈົ້າ, ແຕ່ຂ້າພະເຈົ້າຕ້ອງກົ້ມຫົວ … ແລະ ຮັບຮູ້ວ່າ, ‘ຂໍຢ່າໃຫ້ເປັນໄປຕາມຄວາມປາດຖະໜາຂອງຂ້ານ້ອຍ ແຕ່ຂໍໃຫ້ເປັນໄປຕາມພຣະປະສົງຂອງພຣະອົງເທີ້ນ.’”4
ຜູ້ເຝົ້າຍາມຢູ່ເທິງຫໍສູງ
ເຖິງແມ່ນວ່າເຮົານັບຖືຄຸນສົມບັດທີ່ມີກຽດທັງໝົດເຫລົ່ານີ້, ແຕ່ເປັນຫຍັງເຮົາຈຶ່ງຕິດຕາມປະທານແນວສັນ? ເປັນຫຍັງເຮົາຈຶ່ງຕິດຕາມສາດສະດາ? ເພາະອົງພຣະເຢຊູຄຣິດເຈົ້າ ໄດ້ເອີ້ນ ແລະ ໄດ້ມອບໝາຍໃຫ້ເພິ່ນເປັນຜູ້ເຝົ້າຍາມຂອງພຣະອົງ ຢູ່ເທິງຫໍສູງ.
ເມືອງຄາຄັດຊ່ອງ ເປັນເມືອງໜຶ່ງທີ່ໜ້າອັດສະຈັນໃຈ ທີ່ມີກຳແພງລ້ອມ ໃນປະເທດຝະຣັ່ງ ຊຶ່ງຕັ້ງຢູ່ນັບຕັ້ງແຕ່ສະໄໝກາງ ເປັນຕົ້ນມາ. ຫໍສູງໄດ້ຕັ້ງຢູ່ເໜືອຄວາມສູງຂອງກຳແພງ, ຖືກສ້າງຂຶ້ນສຳລັບຜູ້ເຝົ້າຍາມ ທີ່ຢືນຢູ່ເທິງຫໍສູງ ທັງກາງເວັນ ແລະ ກາງຄືນ, ເພື່ອເບິ່ງໄປໄກໆ ແນມຫາສັດຕູ. ເມື່ອຜູ້ເຝົ້າຍາມເຫັນສັດຕູກຳລັງເດີນທາງມາ, ສຽງຮ້ອງເຕືອນຂອງລາວ ໄດ້ປົກປ້ອງຜູ້ຄົນຂອງເມືອງຄາຄັດຊ່ອງ ຈາກສິ່ງອັນຕະລາຍທີ່ກຳລັງຈະເກີດຂຶ້ນ ຊຶ່ງເຂົາເຈົ້າຫລຽວບໍ່ເຫັນ.
ສາດສະດາກໍເປັນຜູ້ເຝົ້າຍາມ ຢູ່ເທິງຫໍສູງ, ປົກປ້ອງເຮົາຈາກສິ່ງອັນຕະລາຍທາງວິນຍານ ຊຶ່ງເຮົາອາດຫລຽວບໍ່ເຫັນ.
ພຣະຜູ້ເປັນເຈົ້າ ໄດ້ກ່າວກັບ ເອເຊກຽນວ່າ, “ເຮົາໄດ້ແຕ່ງຕັ້ງເຈົ້າໃຫ້ເປັນຜູ້ເຝົ້າຍາມຊົນຊາດອິດສະຣາເອນ; ສະນັ້ນ ເຈົ້າຕ້ອງນຳຄຳຕັກເຕືອນທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນ ໄປບອກພວກເຂົາ.”5
ເຮົາມັກຈະເວົ້າວ່າ ເຮົາຕ້ອງເຮັດຕາມສາດສະດາ, ແຕ່ໃຫ້ພິຈາລະນາພາລະອັນໜັກໜ່ວງນີ້ ທີ່ພຣະຜູ້ເປັນເຈົ້າໄດ້ມອບໃຫ້ສາດສະດາຂອງພຣະອົງ ທີ່ວ່າ: “ແຕ່ຖ້າຫາກເຈົ້າບໍ່ໄດ້ຕັກເຕືອນລາວໃຫ້ປ່ຽນທິດທາງ, [ແລະ] ລາວກໍຈະຕາຍເສຍທັງໆທີ່ຍັງເປັນຄົນບາບຢູ່; … ເຮົາຈະຖືວ່າ ການຕາຍຂອງຄົນນັ້ນ ເປັນຄວາມຮັບຜິດຊອບຂອງເຈົ້າ.”6
ປະຈັກພະຍານສ່ວນຕົວທີ່ຍິ່ງໃຫຍ່ກວ່າ
ເຮົາຮັບເອົາປະທານແນວສັນ ດັ່ງທີ່ເຮົາຮັບເອົາເປໂຕ ແລະ ໂມເຊ ຖ້າຫາກເຮົາມີຊີວິດຢູ່ໃນວັນເວລາຂອງພວກເພິ່ນ. ພຣະເຈົ້າໄດ້ບອກໂມເຊວ່າ, “ເຮົາຈະຊ່ວຍເຈົ້າກ່າວ, ແລະ ຈະບອກສິ່ງທີ່ເຈົ້າຈະກ່າວ.”7 ເຮົາຮັບຟັງສາດສະດາຂອງພຣະຜູ້ເປັນເຈົ້າດ້ວຍສັດທາ ວ່າຖ້ອຍຄຳຂອງເພິ່ນ ແມ່ນ ມາຈາກພຣະໂອດຂອງພຣະຜູ້ເປັນເຈົ້າເອງ.8
ນີ້ແມ່ນສັດທາທີ່ບອດບໍ? ບໍ່ແມ່ນ. ເຮົາແຕ່ລະຄົນໄດ້ຮັບການເປັນພະຍານທາງວິນຍານ ເຖິງຄວາມຈິງຂອງການຟື້ນຟູ ພຣະກິດຕິຄຸນຂອງພຣະເຢຊູຄຣິດ. ໂດຍຄວາມປາດຖະໜາ ແລະ ການເລືອກຂອງເຮົາເອງ, ເຮົາໄດ້ຍົກມືຂຶ້ນມື້ເຊົ້ານີ້, ໂດຍປະກາດຄວາມປາດຖະໜາຂອງເຮົາ ທີ່ຈະສະໜັບສະໜູນສາດສະດາຂອງພຣະຜູ້ເປັນເຈົ້າ “ດ້ວຍຄວາມໝັ້ນໃຈ, ສັດທາ, ແລະ ຄຳອະທິຖານ” ຂອງເຮົາ9 ແລະ ຕິດຕາມຄຳແນະນຳຂອງເພິ່ນ. ເຮົາມີສິດທິພິເສດ ໃນຖານະທີ່ເປັນໄພ່ພົນຍຸກສຸດທ້າຍ ທີ່ຈະໄດ້ຮັບການເປັນພະຍານສ່ວນຕົວ ວ່າປະທານແນວສັນ ໄດ້ຖືກເອີ້ນຈາກພຣະເຈົ້າ. ເຖິງແມ່ນວ່າ ຄາຕີ ພັນລະຍາຂອງຂ້າພະເຈົ້າ, ໄດ້ຮູ້ຈັກປະທານແນວສັນ ມາເປັນເວລາເກືອບ ສາມສິບປີ ແລ້ວ ແລະ ກໍບໍ່ເຄີຍສົງໄສກ່ຽວກັບຕຳແໜ່ງອັນສູງສົ່ງຂອງເພິ່ນ, ເລື່ອງການແຕ່ງຕັ້ງເປັນທາງການຂອງເພິ່ນ, ແຕ່ນາງໄດ້ເລີ່ມຕົ້ນອ່ານບົດປາໄສທັງໝົດຢູ່ໃນກອງປະຊຸມໃຫຍ່ສາມັນ ຂອງເພິ່ນ ນັບແຕ່ 34 ປີກ່ອນ, ແລະ ໄດ້ອະທິຖານຂໍຄວາມແນ່ນອນໃຈກ່ຽວກັບບົດບາດຂອງການເປັນສາດສະດາຂອງເພິ່ນ. ຂ້າພະເຈົ້າສັນຍາກັບທ່ານວ່າ ພະຍານທີ່ຍິ່ງໃຫຍ່ນີ້ ຈະມາສູ່ທ່ານ ເມື່ອທ່ານສະແຫວງຫາມັນ ດ້ວຍຄວາມຖ່ອມຕົວ ແລະ ມີຄ່າຄວນ.
ເປັນຫຍັງເຮົາຈຶ່ງເຕັມໃຈທີ່ຈະເຮັດຕາມສຽງຂອງສາດສະດາ? ສຳລັບບຸກຄົນທີ່ສະແຫວງຫາຊີວິດນິລັນດອນຢ່າງພາກພຽນ, ສຽງຂອງສາດສະດາຈະນຳຄວາມປອດໄພທາງວິນຍານມາໃຫ້ ໃນຊ່ວງເວລາທີ່ວຸ້ນວາຍນີ້.
ເຮົາອາໄສຢູ່ໃນໂລກທີ່ດັງກ້ອງໄປດ້ວຍສຽງຮ້ອງໂຮ ເປັນລ້ານໆ. ອິນເຕີເນັດ, ມືຖື, ໂທລະພາບ, ທັງໝົດ ກໍພະຍາຍາມຮຽກຮ້ອງຄວາມສົນໃຈຈາກເຮົາ ແລະ ຢາກມີອິດທິພົນເໜືອເຮົາ, ຫວັງວ່າເຮົາຈະຊື້ສິນຄ້າຂອງເຂົາ ແລະ ຍອມຮັບມາດຕະຖານຂອງເຂົາ.
ຂໍ້ມູນ ແລະ ຄວາມຄິດຄວາມເຫັນ ທີ່ເບິ່ງຄືວ່າ ບໍ່ມີສິ້ນສຸດ ຈະເຕືອນເຮົາທາງວິນຍານ ຂອງການ “ຖືກພັດໄປພັດມາ,”10 “ຖືກຊັດໄປມາ,”11 ດ້ວຍອິດທິພົນ “ຂອງຄົນທີ່ຫລອກຫລວງ,” ແລະ ຖືກເອົາຊະນະ ໂດຍຄົນທີ່ “ນຳຄົນອື່ນໃຫ້ຫລົງຜິດ.”12
ໃນການຍຶດໝັ້ນຈິດວິນຍານຂອງເຮົາໄວ້ນຳອົງພຣະເຢຊູຄຣິດເຈົ້າ, ເຮົາຕ້ອງເຊື່ອຟັງຜູ້ທີ່ພຣະອົງໄດ້ສົ່ງມາ. ການເຮັດຕາມສຽງຂອງສາດສະດາ ຢູ່ໃນໂລກທີ່ວຸ້ນວາຍ ແມ່ນຄືກັນກັບ ການຖືກຕູ້ມໄວ້ ດ້ວຍຜ້າຫົ່ມທີ່ຊ່ວຍບັນເທົາ ແລະ ອົບອຸ່ນ ໃນມື້ທີ່ໜາວເຢັນ.
ເຮົາມີຊີວິດຢູ່ໃນໂລກທີ່ຕ້ອງມີເຫດຜົນ, ໂຕ້ວາທີ, ໂຕ້ຖຽງ, ຄວາມຮູ້ສຶກໃນເຫດຜົນ, ແລະ ຄຳອະທິບາຍ. ຄຳຖາມທີ່ວ່າ, “ເປັນຫຍັງ?” ແມ່ນເປັນສິ່ງດີ ໃນລັກສະນະຫລາຍຢ່າງ ຂອງຊີວິດເຮົາ, ປ່ອຍໃຫ້ພະລັງແຫ່ງສະຕິປັນຍາຂອງເຮົາ ນຳພາໃນການເລືອກ ແລະ ການຕັດສິນໃຈຕ່າງໆ ທີ່ເຮົາປະເຊີນໃນແຕ່ລະວັນ.
ແຕ່ສຸລະສຽງຂອງພຣະຜູ້ເປັນເຈົ້າ ມັກຈະມາເຖິງ ໃນແບບທີ່ບໍ່ມີຄຳອະທິບາຍ.13 ເປັນເວລາດົນນານ ກ່ອນມີການສຶກສາກ່ຽວກັບເລື່ອງການນອກໃຈ ມີຜົນກະທົບແນວໃດແດ່ຕໍ່ຄູ່ແຕ່ງງານ ແລະ ລູກໆ, ພຣະຜູ້ເປັນເຈົ້າໄດ້ປະກາດວ່າ, “ຢ່າຫລິ້ນຊູ້ສູ່ຜົວເມຍຜູ້ອື່ນ.”14 ເຮົາທະນຸຖະໜອມຂອງປະທານແຫ່ງພຣະວິນຍານບໍລິສຸດ ເກີນກວ່າການເພິ່ງອາໄສສະຕິປັນຍາ.
ບໍ່ຕ້ອງແປກໃຈ
ສຽງຂອງສາດສະດາ, ໃນຂະນະທີ່ກ່າວດ້ວຍຄວາມອ່ອນນ້ອມ, ມັກຈະເປັນສຽງຂໍໃຫ້ເຮົາປ່ຽນແປງ, ກັບໃຈ, ແລະ ເພື່ອຫັນມາຫາພຣະຜູ້ເປັນເຈົ້າ. ເມື່ອຈຳເປັນຕ້ອງດັດແປງ, ກໍຢ່າລັງເລໃຈ. ແລະ ຢ່າຕື່ນຕົກໃຈ ເມື່ອສຽງເຕືອນຂອງສາດສະດາ ຕໍ່ຕ້ານສຽງອື່ນທີ່ ຜູ້ຄົນນິຍົມຊົມຊອບ ໃນເວລານັ້ນ. ຄຳເຍາະເຍີ້ຍຂອງຜູ້ບໍ່ເຊື່ອ ຈະເກີດຂຶ້ນ ທັນທີທີ່ສາດສະດາເລີ່ມກ່າວ. ເມື່ອທ່ານເຮັດຕາມຄຳແນະນຳ ຂອງສາດສະດາຂອງພຣະຜູ້ເປັນເຈົ້າ ດ້ວຍຄວາມຖ່ອມຕົວ, ຂ້າພະເຈົ້າສັນຍາວ່າ ທ່ານຈະໄດ້ຮັບພອນ ທີ່ຈະມີຄວາມປອດໄພ ແລະ ສະຫງົບສຸກ ຫລາຍຂຶ້ນ.
ຢ່າຕື່ນຕົກໃຈ ຖ້າຫາກໃນເວລານັ້ນ ຄວາມຄິດໃນຕອນຕົ້ນຂອງທ່ານ ບໍ່ສອດຄ່ອງກັບຄຳສອນຂອງສາດສະດາຂອງພຣະຜູ້ເປັນເຈົ້າ. ມັນເປັນເວລາແຫ່ງການຮຽນຮູ້, ທີ່ຕ້ອງຖ່ອມຕົວ, ເມື່ອເຮົາຄຸເຂົ່າອະທິຖານ. ເຮົາເດີນໄປໜ້າດ້ວຍສັດທາ, ໄວ້ວາງໃຈໃນພຣະເຈົ້າ, ຮູ້ວ່າເມື່ອເວລາຜ່ານໄປ ເຮົາຈະໄດ້ຮັບຄວາມແຈ່ມແຈ້ງທາງວິນຍານຫລາຍຂຶ້ນ ຈາກພຣະບິດາເທິງສະຫວັນ. ສາດສະດາທ່ານໜຶ່ງ ໄດ້ບັນຍາຍກ່ຽວກັບຂອງປະທານອັນຫາທີ່ປຽບບໍ່ໄດ້ ຂອງພຣະຜູ້ຊ່ວຍໃຫ້ລອດວ່າ “ພຣະບຸດຈະເຮັດຕາມພຣະປະສົງຂອງພຣະບິດາສະເໝີ.”15 ການຍິນຍອມຂອງເຮົາ ທີ່ຈະເຮັດຕາມພຣະປະສົງຂອງພຣະເຈົ້າ, ຕາມຈິງແລ້ວ, ມັນບໍ່ແມ່ນການຍິນຍອມ ແຕ່ແມ່ນການເລີ່ມຕົ້ນ ທີ່ຈະຮັບໄຊຊະນະທີ່ຮຸ່ງໂລດ.
ບາງຄົນຈະພະຍາຍາມວິເຄາະຖ້ອຍຄຳຂອງສາດສະດາ, ພະຍາຍາມພິຈາລະນາວ່າ ມັນເປັນສຽງທີ່ຖືກເປີດເຜີຍ ຫລື ເປັນຄວາມຄິດເຫັນສ່ວນຕົວຂອງເພິ່ນ.
ໃນປີ 1982, ສອງປີກ່ອນເພິ່ນໄດ້ຖືກເອີ້ນໃຫ້ເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ບຣາເດີ ຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ: “ຂ້າພະເຈົ້າບໍ່ເຄີຍຖາມຕົວເອງວ່າ, ‘ເມື່ອໃດທີ່ສາດສະດາໄດ້ກ່າວ ໃນຖານະທີ່ເປັນສາດສະດາ ແລະ ເມື່ອໃດທີ່ບໍ່ໄດ້ເປັນ?’ ຂ້າພະເຈົ້າພຽງສົນໃຈວ່າ, ‘ຂ້າພະເຈົ້າຈະເປັນເໝືອນດັ່ງເພິ່ນໄດ້ແນວໃດ?’” ແລະ ເພິ່ນໄດ້ກ່າວຕື່ມວ່າ, “[ຂ້າພະເຈົ້າພຽງແຕ່ຄິດວ່າ] ບໍ່ຕ້ອງສົງໄສຄຳເວົ້າຂອງສາດສະດາ ແລະ ຕ້ອງປະຕິບັດຕາມ.”16 ນີ້ແມ່ນວິທີທີ່ ຊາຍທີ່ຖ່ອມຕົວ ແລະ ເຕັມໄປດ້ວຍວິນຍານ ເລືອກທີ່ຈະດຳລົງຊີວິດຂອງເພິ່ນ. ບັດນີ້, 36 ປີ ຕໍ່ມາ, ເພິ່ນໄດ້ເປັນສາດສະດາຂອງພຣະຜູ້ເປັນເຈົ້າ.
ການມີສັດທາຫລາຍຂຶ້ນໃນພຣະຜູ້ຊ່ວຍໃຫ້ລອດ
ໃນຊີວິດສ່ວນຕົວຂອງຂ້າພະເຈົ້າ, ຂ້າພະເຈົ້າເຫັນວ່າ ຂ້າພະເຈົ້າໄດ້ສຶກສາຖ້ອຍຄຳຂອງສາດສະດາຂອງພຣະເຈົ້າ ຢ່າງລະມັດລະວັງ, ດ້ວຍຄວາມອົດທົນ, ແລະ ເຮັດໃຫ້ຊີວິດຂອງຂ້າພະເຈົ້າສອດຄ່ອງກັບຄຳສອນທີ່ດົນໃຈຂອງເພິ່ນ, ແລ້ວສັດທາຂອງຂ້າພະເຈົ້າໃນອົງພຣະເຢຊູຄຣິດເຈົ້າ ຈະເພີ່ມທະວີຂຶ້ນເລື້ອຍໆ.17 ຖ້າຫາກເຮົາບໍ່ເຮັດຕາມຄຳແນະນຳຂອງເພິ່ນ ແລະ ຄິດວ່າເຮົາຮູ້ຫລາຍກວ່າ, ແລ້ວສັດທາຂອງເຮົາຈະໝົດໄປ ແລະ ຄວາມກ້າວໜ້ານິລັນດອນຂອງເຮົາ ຈະມືດມົວ. ຂ້າພະເຈົ້າສັນຍາກັບທ່ານວ່າ ເມື່ອທ່ານຕັ້ງໃຈທີ່ຈະເຮັດຕາມສາດສະດາ, ສັດທາຂອງທ່ານໃນພຣະຜູ້ຊ່ວຍໃຫ້ລອດ ຈະເພີ່ມທະວີຂຶ້ນ.
ພຣະຜູ້ຊ່ວຍໃຫ້ລອດ ໄດ້ກ່າວວ່າ, “ສາດສະດາທັງໝົດ … , ໄດ້ໃຫ້ຖ້ອຍຄຳເຖິງເຮົາ.”18
ສາດສະດາບໍ່ໄດ້ຢືນກີດກັນທ່ານ ຈາກພຣະຜູ້ຊ່ວຍໃຫ້ລອດ. ແຕ່ເພິ່ນໄດ້ຢືນຄຽງຂ້າງທ່ານ ແລະ ຊີ້ນຳທາງ ໃຫ້ທ່ານໄປຫາພຣະຜູ້ຊ່ວຍໃຫ້ລອດ. ໜ້າທີ່ຮັບຜິດຊອບ ແລະ ຂອງປະທານທີ່ຍິ່ງໃຫຍ່ທີ່ສຸດ ທີ່ສາດສະດາມອບໃຫ້ເຮົາ ຄືການເປັນພະຍານທີ່ແນ່ນອນ ແລະ ຄວາມຮູ້ທີ່ໝັ້ນໃຈຂອງເພິ່ນ, ວ່າພຣະເຢຊູ ຄືພຣະຄຣິດ. ເຊັ່ນດຽວກັບເປໂຕ ໃນສະໄໝບູຮານ, ສາດສະດາຂອງເຮົາ ປະກາດວ່າ, “[ພຣະອົງເປັນ] ພຣະຄຣິດ, ພຣະບຸດຂອງພຣະເຈົ້າ ອົງຊົງພຣະຊົນຢູ່.”19
ໃນອະນາຄົດ, ເມື່ອເຮົາຫວນຄິດຄືນຫລັງກ່ຽວກັບຊ່ວງມະຕະ, ເຮົາຈະປິຕິຍິນດີ ທີ່ຮູ້ວ່າ ເຮົາມີຊີວິດຢູ່ໃນໂລກ ຕອນມີສາດສະດາທີ່ມີຊີວິດຢູ່. ໃນມື້ນັ້ນ, ຂ້າພະເຈົ້າອະທິຖານວ່າ ເຮົາຈະສາມາດກ່າວອອກມາໄດ້ວ່າ:
ເຮົາໄດ້ຟັງເພິ່ນ.
ເຮົາໄດ້ເຊື່ອເພິ່ນ.
ເຮົາໄດ້ສຶກສາຖ້ອຍຄຳຂອງເພິ່ນ ດ້ວຍຄວາມອົດທົນ ແລະ ດ້ວຍສັດທາ.
ເຮົາໄດ້ອະທິຖານເພື່ອເພິ່ນ.
ເຮົາໄດ້ຢືນຄຽງຂ້າງເພິ່ນ.
ເຮົາໄດ້ຖ່ອມຕົວພຽງພໍ ທີ່ຈະເຮັດຕາມເພິ່ນ.
ເຮົາໄດ້ຮັກເພິ່ນ.
ຂ້າພະເຈົ້າຂໍມອບພະຍານຢ່າງໜັກແໜ້ນ ໃຫ້ແກ່ທ່ານ ວ່າພຣະເຢຊູ ຄືພຣະຄຣິດ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ແລະ ວ່າປະທານຣະໂຊ ເອັມ ແນວສັນ ເປັນສາດສະດາທີ່ພຣະອົງໄດ້ເຈີມໄວ້ ຢູ່ໃນໂລກນີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.