ພາກທີ 138
ພາບນິມິດມອບໃຫ້ແກ່ປະທານ ໂຈເຊັບ ແອັຟ ສະມິດ ໃນເມືອງເຊົາເລັກ, ລັດຢູທາ, ວັນທີ 3 ເດືອນຕຸລາ, 1918. ໃນການກ່າວເປີດກອງປະຊຸມໃຫຍ່ສາມັນເຄິ່ງປີ ຄັ້ງທີ 89 ຂອງສາດສະໜາຈັກ, ວັນທີ 4 ເດືອນຕຸລາ 1918, ປະທານສະມິດໄດ້ປະກາດວ່າ ເພິ່ນໄດ້ຮັບການສື່ສານຫລາຍຢ່າງຈາກສະຫວັນໃນລະຫວ່າງເດືອນທີ່ຜ່ານມາ. ຢ່າງໜຶ່ງໃນການສື່ສານນັ້ນທີ່ປະທານສະມິດໄດ້ຮັບໃນວັນກ່ອນແມ່ນກ່ຽວກັບພຣະຜູ້ຊ່ວຍໃຫ້ລອດມາຢ້ຽມຢາມວິນຍານຂອງຄົນຕາຍໃນຂະນະທີ່ພຣະສົບຂອງພຣະອົງຢູ່ໃນອຸບມຸງ. ມັນໄດ້ຖືກຂຽນໄວ້ທັນທີຫລັງຈາກປິດກອງປະຊຸມໃຫຍ່. ໃນວັນທີ 31 ເດືອນຕຸລາ, 1918, ມັນໄດ້ຖືກມອບໃຫ້ທີ່ປຶກສາຂອງຝ່າຍປະທານສູງສຸດ, ສະພາອັກຄະສາວົກສິບສອງ, ແລະ ປິຕຸ, ແລະ ມັນໄດ້ຖືກຮັບຮູ້ຢ່າງເປັນເອກະສັນຈາກພວກເພິ່ນ.
1–10, ປະທານໂຈເຊັບ ແອັຟ ສະມິດ ໄຕ່ຕອງເຖິງການຂຽນຂອງເປໂຕ ແລະ ການໄປຢ້ຽມຢາມໂລກວິນຍານຂອງພຣະຜູ້ເປັນເຈົ້າ; 11–24, ປະທານສະມິດເຫັນຄົນຕາຍທີ່ຊອບທຳເຕົ້າໂຮມຢູ່ໃນທີ່ສຸຂະເສີມ ແລະ ການປະຕິບັດສາດສະໜາກິດຂອງພຣະຄິດໃນທ່າມກາງພວກເຂົາ; 25–37, ເພິ່ນເຫັນການສັ່ງສອນພຣະກິດຕິຄຸນໄດ້ຖືກຈັດຕັ້ງໃນທ່າມກາງວິນຍານ; 38–52, ເພິ່ນເຫັນອາດາມ, ເອວາ, ແລະ ສາດສະດາຜູ້ບໍລິສຸດຫລາຍຄົນໃນໂລກວິນຍານພິຈາລະນາວ່າວິນຍານຂອງພວກເພິ່ນກ່ອນການຟື້ນຄືນຊີວິດເປັນສະພາບຂອງການຖືກຈ່ອງຈຳ; 53–60, ຄົນຕາຍທີ່ຊອບທຳໃນຍຸກນີ້ຈະທຳງານຂອງພວກເຂົາຕໍ່ໄປຢູ່ໃນໂລກວິນຍານ.
1 ວັນທີສາມຂອງເດືອນຕຸລາ, ໃນປີພັນເກົ້າຮ້ອຍສິບແປດ, ຂ້າພະເຈົ້າໄດ້ນັ່ງ ໄຕ່ຕອງຂໍ້ພຣະຄຳພີຢູ່ໃນຫ້ອງຂອງຂ້າພະເຈົ້າ;
2 ແລະ ໄດ້ຄຳນຶງເຖິງການເສຍສະລະ ຊົດໃຊ້ອັນຍິ່ງໃຫຍ່ທີ່ພຣະບຸດຂອງພຣະເຈົ້າໄດ້ເຮັດ, ເພື່ອ ການໄຖ່ໂລກ;
3 ແລະ ຄວາມຮັກອັນຍິ່ງໃຫຍ່ ແລະ ປະເສີດທີ່ພຣະບິດາ ແລະ ພຣະບຸດໄດ້ສະແດງໃຫ້ປະຈັກໃນການສະເດັດມາສູ່ໂລກຂອງ ພຣະຜູ້ໄຖ່;
4 ເພື່ອວ່າໂດຍ ການຊົດໃຊ້ຂອງພຣະອົງ, ແລະ ໂດຍ ການເຊື່ອຟັງຕໍ່ຫລັກທຳພຣະກິດຕິຄຸນ, ມະນຸດຊາດຈະລອດ.
5 ໃນຂະນະທີ່ຂ້າພະເຈົ້າໄຕ່ຕອງຢູ່ນັ້ນ, ຈິດໃຈຂອງຂ້າພະເຈົ້າໄດ້ຫວນຄິດເຖິງການຂຽນຂອງອັກຄະສາວົກເປໂຕ, ເຖິງ ໄພ່ພົນຂອງພຣະເຈົ້າໃນສະໄໝບູຮານທີ່ໄດ້ກະຈັດກະຈາຍໄປທົ່ວ ປົນໂຕ, ຄາລາເຕຍ, ກາປາໂດເກຍ, ແລະ ພາກອື່ນໆຂອງເອເຊຍ, ບ່ອນທີ່ພຣະກິດຕິຄຸນໄດ້ຖືກສັ່ງສອນຫລັງຈາກການຄຶງຂອງພຣະຜູ້ເປັນເຈົ້າ.
6 ຂ້າພະເຈົ້າໄດ້ເປີດພຣະຄຣິສຕະທຳຄຳພີ ແລະ ໄດ້ອ່ານບົດທີສາມ ແລະ ທີສີ່ໃນສານສະບັບທຳອິດຂອງເປໂຕ, ແລະ ໃນຂະນະທີ່ຂ້າພະເຈົ້າອ່ານ, ຂ້າພະເຈົ້າປະທັບໃຈຫລາຍ, ຫລາຍກວ່າທີ່ຂ້າພະເຈົ້າເຄີຍເປັນມາກ່ອນ, ກັບຂໍ້ຄວາມດັ່ງຕໍ່ໄປນີ້:
7 “ດ້ວຍວ່າຄັ້ງໜຶ່ງພຣະຄຣິດກໍໄດ້ຮັບທຸກທໍລະມານແທນບາບເໝືອນກັນ, ຜູ້ທ່ຽງທຳແທນຜູ້ບໍ່ທ່ຽງທຳ, ເພື່ອຈະໄດ້ນຳເຮົາທັງຫລາຍໄປຫາພຣະເຈົ້າ, ໂດຍທີ່ໄດ້ຖືກປະຫານໃນເນື້ອໜັງ, ແຕ່ພຣະວິນຍານໄດ້ຖືກບັນດານໃຫ້ມີຊີວິດຊີວາຄືນ:
8 “ໂດຍທາງນັ້ນພຣະອົງຈຶ່ງໄດ້ສະເດັດໄປປະກາດແກ່ບັນດາວິນຍານທີ່ຢູ່ໃນ ຄຸກ;
9 “ຊຶ່ງເມື່ອກ່ອນນັ້ນບໍ່ໄດ້ຍອມເຊື່ອຟັງ, ຄືເມື່ອຕອນພຣະເຈົ້າໄດ້ສະແດງຄວາມອົດກັ້ນໃນສະໄໝຂອງໂນອາ, ຂະນະທີ່ກຳລັງຕຽມນາວາ, ຊຶ່ງໃນນັ້ນໜ້ອຍຄົນ, ນັ້ນຄື, ແປດຄົນທີ່ໄດ້ລອດຊີວິດຈາກນ້ຳຖ້ວມນັ້ນ.” (1 ເປໂຕ 3:18–20.)
10 “ດ້ວຍເຫດນີ້ແຫລະ ຂ່າວປະເສີດຈຶ່ງໄດ້ປະກາດແກ່ພວກຄົນທີ່ຕາຍໄປແລ້ວເໝືອນກັນ, ເພື່ອເຂົາຈະໄດ້ຖືກພິພາກສາຕາມມະນຸດໃນເນື້ອໜັງ, ແຕ່ດຳເນີນຊີວິດຕາມພຣະເຈົ້າໃນວິນຍານ.” (1 ເປໂຕ 4:6.)
11 ໃນຂະນະທີ່ຂ້າພະເຈົ້າໄດ້ໄຕ່ຕອງເຖິງເລື່ອງເຫລົ່ານີ້ຊຶ່ງມີ ຂຽນໄວ້, ດວງຕາແຫ່ງຄວາມເຂົ້າໃຈຂອງຂ້າພະເຈົ້າໄດ້ເປີດອອກ, ແລະ ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ມາ ສະຖິດຢູ່ເທິງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ເຫັນໝູ່ ຄົນຕາຍ, ທັງຜູ້ນ້ອຍ ແລະ ຜູ້ໃຫຍ່.
12 ແລະ ມີໝູ່ວິນຍານຂອງ ຄົນທີ່ທ່ຽງທຳມາເຕົ້າໂຮມກັນຢູ່ເປັນກຸ່ມໃຫຍ່ໃນບ່ອນໜຶ່ງ, ຜູ້ໄດ້ ຊື່ສັດໃນປະຈັກພະຍານເຖິງພຣະເຢຊູ ໃນຕອນທີ່ເຂົາເຈົ້າມີຊີວິດຢູ່ໃນຄວາມເປັນມະຕະ;
13 ແລະ ຜູ້ໄດ້ ເສຍສະລະໃນລັກສະນະດຽວກັນກັບການເສຍສະລະອັນຍິ່ງໃຫຍ່ຂອງພຣະບຸດຂອງພຣະເຈົ້າ, ແລະ ໄດ້ ທົນຮັບຄວາມທຸກຍາກລຳບາກໃນພຣະນາມຂອງພຣະຜູ້ໄຖ່ຂອງເຂົາເຈົ້າ.
14 ວິນຍານທັງປວງເຫລົ່ານີ້ໄດ້ຈາກຊີວິດມະຕະໄປແລ້ວ, ໝັ້ນຄົງໃນ ຄວາມຫວັງແຫ່ງ ການຟື້ນຄືນຊີວິດອັນຮຸ່ງເຫລື້ອມ, ຜ່ານ ພຣະຄຸນຂອງພຣະເຈົ້າອົງເປັນ ພຣະບິດາ ແລະ ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ພຣະເຢຊູຄຣິດ.
15 ຂ້າພະເຈົ້າເຫັນວ່າເຂົາເຈົ້າເຕັມໄປດ້ວຍ ຄວາມຊື່ນຊົມ ແລະ ຄວາມຊື່ນຊົມຍິນດີ, ແລະ ປິຕິຍິນດີຢູ່ນຳກັນ ເພາະວ່າວັນແຫ່ງການປົດປ່ອຍຂອງເຂົາເຈົ້າມາເຖິງແລ້ວ.
16 ເຂົາເຈົ້າໄດ້ມາຊຸມນຸມກັນຄອຍຖ້າໃຫ້ພຣະບຸດຂອງພຣະເຈົ້າສະເດັດມາ ໂລກວິນຍານ, ເພື່ອປະກາດການໄຖ່ຂອງເຂົາເຈົ້າຈາກ ສາຍຫັດແຫ່ງຄວາມຕາຍ.
17 ຝຸ່ນດິນທີ່ຫລັບໄຫລຂອງເຂົາເຈົ້າຈະຖືກ ນຳກັບຄືນສູ່ໂຄງຮ່າງອັນສົມບູນຂອງມັນ, ກະດູກສູ່ກະດູກຂອງມັນ, ແລະ ເອັນກັບເນື້ອໜັງຢູ່ເທິງນັ້ນ, ວິນຍານ ແລະ ຮ່າງກາຍຈະຮ່ວມເຂົ້າກັນເປັນໜຶ່ງບໍ່ມີວັນແຍກອອກຈາກກັນອີກຕໍ່ໄປ, ເພື່ອວ່າມັນຈະໄດ້ຮັບຄວາມສົມບູນແຫ່ງ ຄວາມຊື່ນຊົມ.
18 ໃນຂະນະທີ່ຝູງຊົນພວມຄອຍຖ້າ ແລະ ເວົ້າລົມກັນຢູ່, ປິຕິຍິນດີໃນຊົ່ວໂມງແຫ່ງການປົດປ່ອຍຂອງເຂົາເຈົ້າຈາກໂສ້ແຫ່ງຄວາມຕາຍ, ພຣະບຸດຂອງພຣະເຈົ້າໄດ້ມາປະກົດ, ໂດຍປະກາດ ເສລີພາບແກ່ຊະເລີຍຜູ້ຊື່ສັດຕະຫລອດມາ;
19 ແລະ ຢູ່ທີ່ນັ້ນພຣະອົງໄດ້ ສັ່ງສອນ ພຣະກິດຕິຄຸນອັນເປັນນິດໃຫ້ແກ່ເຂົາເຈົ້າ, ຄຳສອນກ່ຽວກັບການຟື້ນຄືນຊີວິດ ແລະ ການໄຖ່ມະນຸດຊາດຈາກ ການຕົກ, ແລະ ຈາກບາບຂອງແຕ່ລະຄົນໂດຍມີເງື່ອນໄຂຂອງ ການກັບໃຈ.
20 ແຕ່ກັບ ຄົນຊົ່ວ ພຣະອົງບໍ່ໄດ້ໄປຫາ, ແລະ ໃນບັນດາຄົນອະທຳ ແລະ ຄົນທີ່ບໍ່ກັບໃຈຜູ້ເຮັດໃຫ້ຕົນເອງ ເສື່ອມຄວາມສັກສິດໃນຕອນທີ່ຢູ່ໃນເນື້ອໜັງ, ພຣະອົງບໍ່ເອີ່ຍຄຳ.
21 ທັງຄົນກະບົດຜູ້ປະຕິເສດປະຈັກພະຍານ ແລະ ຄຳເຕືອນຂອງສາດສະດາໃນສະໄໝບູຮານກໍບໍ່ໄດ້ເຫັນທີ່ປະທັບຂອງພຣະອົງ, ຫລື ໄດ້ຫລຽວເບິ່ງພຣະພັກຂອງພຣະອົງ.
22 ບ່ອນໃດທີ່ຄົນເຫລົ່ານີ້ອາໄສຢູ່, ຄວາມມືດກໍຄວບງຳ, ແຕ່ໃນບັນດາຄົນຊອບທຳມີແຕ່ ສັນຕິສຸກ;
23 ແລະ ໄພ່ພົນຂອງພຣະເຈົ້າປິຕິຍິນດີໃນ ການໄຖ່ຂອງເຂົາເຈົ້າ, ແລະ ໄດ້ ຄຸເຂົ່າລົງ ແລະ ຮັບຮູ້ພຣະບຸດຂອງພຣະເຈົ້າວ່າເປັນພຣະຜູ້ໄຖ່ ແລະ ພຣະຜູ້ປົດປ່ອຍຂອງເຂົາເຈົ້າຈາກຄວາມຕາຍ ແລະ ໂສ້ແຫ່ງນະລົກ.
24 ໃບໜ້າຂອງເຂົາເຈົ້າຮຸ່ງເຫລື້ອມ, ແລະ ແສງຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າຢູ່ເທິງເຂົາເຈົ້າ, ແລະ ເຂົາເຈົ້າ ຮ້ອງເພງສັນລະເສີນແດ່ພຣະນາມອັນສັກສິດຂອງພຣະອົງ.
25 ຂ້າພະເຈົ້າປະຫລາດໃຈ, ເພາະວ່າຂ້າພະເຈົ້າເຂົ້າໃຈວ່າ ພຣະຜູ້ຊ່ວຍໃຫ້ລອດໄດ້ໃຊ້ເວລາປະມານສາມປີໃນການປະຕິບັດສາດສະໜາກິດຂອງພຣະອົງໃນບັນດາຊາວຢິວ ແລະ ຄົນທີ່ເປັນເຊື້ອສາຍອິດສະຣາເອນ, ໂດຍໄດ້ພະຍາຍາມສິດສອນພຣະກິດຕິຄຸນອັນເປັນນິດໃຫ້ແກ່ພວກເຂົາ ແລະ ເອີ້ນພວກເຂົາໃຫ້ມາສູ່ການກັບໃຈ;
26 ແລະ ເຖິງຢ່າງໃດກໍຕາມ, ທັງໆທີ່ວຽກງານອັນຍິ່ງໃຫຍ່ຂອງພຣະອົງ ແລະ ສິ່ງມະຫັດສະຈັນ, ແລະ ການປະກາດເຖິງຄວາມຈິງ, ໃນ ອຳນາດ ແລະ ສິດອຳນາດອັນຍິ່ງໃຫຍ່, ແຕ່ກໍຍັງມີໜ້ອຍຄົນທີ່ເຊື່ອຟັງສຸລະສຽງຂອງພຣະອົງ, ແລະ ປິຕິຍິນດີໃນການປະທັບຢູ່ຂອງພຣະອົງ, ແລະ ຮັບເອົາຄວາມລອດຈາກພຣະຫັດຂອງພຣະອົງ.
27 ແຕ່ການປະຕິບັດສາດສະໜາກິດຂອງພຣະອົງໃນບັນດາຜູ້ຄົນທີ່ໄດ້ຕາຍໄປນັ້ນຖືກຈຳກັດເວລາ ສັ້ນໆ ຊຶ່ງເປັນໄປໃນລະຫວ່າງການຄຶງ ແລະ ການຟື້ນຄືນພຣະຊົນຂອງພຣະອົງ;
28 ແລະ ຂ້າພະເຈົ້າໄດ້ປະຫລາດໃຈໃນຖ້ອຍຄຳຂອງເປໂຕ—ຊຶ່ງໃນນັ້ນ ເພິ່ນໄດ້ກ່າວວ່າພຣະບຸດຂອງພຣະເຈົ້າໄດ້ສັ່ງສອນເຫລົ່າວິນຍານຢູ່ໃນຄຸກ, ຜູ້ທີ່ຄັ້ງໜຶ່ງບໍ່ໄດ້ເຊື່ອຟັງ, ຕອນທີ່ຄວາມອົດກັ້ນຂອງພຣະເຈົ້າໄດ້ລໍຖ້າໃນວັນເວລາຂອງໂນອາ—ແລະ ເປັນໄປໄດ້ແນວໃດສຳລັບພຣະອົງທີ່ຈະສັ່ງສອນວິນຍານເຫລົ່ານັ້ນ ແລະ ເຮັດວຽກງານທີ່ຈຳເປັນໃນບັນດາພວກເຂົາໃນເວລາອັນສັ້ນໆນັ້ນ.
29 ແລະ ໃນຂະນະທີ່ຂ້າພະເຈົ້າປະຫລາດໃຈຢູ່ນັ້ນ, ພຣະອົງໄດ້ເປີດຕາຂອງຂ້າພະເຈົ້າ, ແລະ ໄດ້ໃຫ້ ຊີວິດຊີວາແກ່ຄວາມເຂົ້າໃຈຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ເຫັນວ່າພຣະຜູ້ເປັນເຈົ້າບໍ່ໄດ້ໄປໂດຍພຣະອົງເອງໃນບັນດາຄົນຊົ່ວ ແລະ ຄົນບໍ່ເຊື່ອຟັງ ຜູ້ໄດ້ປະຕິເສດຄວາມຈິງ, ເພື່ອສິດສອນພວກເຂົາ;
30 ແຕ່ຈົ່ງເບິ່ງ, ຈາກບັນດາຄົນຊອບທຳ, ພຣະອົງໄດ້ຈັດຕັ້ງກຳລັງຄົນຂອງພຣະອົງ ແລະ ໄດ້ກຳນົດຜູ້ສົ່ງຂ່າວ, ຫຸ້ມຫໍ່ດ້ວຍ ອຳນາດ ແລະ ສິດອຳນາດ, ແລະ ໄດ້ມອບໝາຍເຂົາເຈົ້າໃຫ້ອອກໄປ ແລະ ນຳຄວາມສະຫວ່າງແຫ່ງພຣະກິດຕິຄຸນໄປໃຫ້ຄົນເຫລົ່ານັ້ນທີ່ຢູ່ໃນ ຄວາມມືດ, ແມ່ນແຕ່ວິນຍານ ທັງປວງຂອງມະນຸດ; ແລະ ພຣະກິດຕິຄຸນໄດ້ຖືກສັ່ງສອນໃຫ້ແກ່ຄົນຕາຍດັ່ງນັ້ນ.
31 ແລະ ຜູ້ສົ່ງຂ່າວທີ່ເລືອກແລ້ວເຫລົ່ານັ້ນໄດ້ອອກໄປ ປະກາດວັນອັນ ຊົງໂປດຂອງພຣະຜູ້ເປັນເຈົ້າ ແລະ ປະກາດ ເສລີພາບແກ່ຊະເລີຍຜູ້ຖືກມັດໄວ້, ແມ່ນແຕ່ໃຫ້ແກ່ຜູ້ຄົນທັງປວງທີ່ຈະກັບໃຈຈາກບາບຂອງພວກເຂົາ ແລະ ຮັບເອົາພຣະກິດຕິຄຸນ.
32 ພຣະກິດຕິຄຸນໄດ້ຖືກສັ່ງສອນດັ່ງນັ້ນ ໃຫ້ແກ່ຜູ້ທີ່ໄດ້ ຕາຍໃນບາບຂອງພວກເຂົາ, ປາດສະຈາກ ຄວາມຮູ້ເລື່ອງຄວາມຈິງ, ຫລື ໃນການລ່ວງລະເມີດ, ໂດຍໄດ້ປະຕິເສດສາດສະດາ.
33 ຄົນເຫລົ່ານັ້ນໄດ້ຖືກສິດສອນເຖິງ ສັດທາໃນພຣະເຈົ້າ, ການກັບໃຈຈາກບາບ, ການບັບຕິສະມາແທນເພື່ອ ການປົດບາບ, ຂອງປະທານແຫ່ງພຣະວິນຍານບໍລິສຸດໂດຍການວາງມື,
34 ແລະ ຫລັກທຳອື່ນໆຂອງພຣະກິດຕິຄຸນທີ່ພວກເຂົາຈຳເປັນຕ້ອງຮູ້ ເພື່ອເຮັດໃຫ້ຕົນເອງມີຄຸນຄ່າພໍທີ່ຈະໄດ້ຮັບ ການພິພາກສາຕາມມະນຸດໃນເນື້ອໜັງ, ແຕ່ດຳເນີນຊີວິດຕາມພຣະເຈົ້າໃນວິນຍານ.
35 ແລະ ດັ່ງນັ້ນຈຶ່ງເປັນທີ່ຮູ້ຈັກໃນບັນດາຄົນຕາຍ, ທັງຜູ້ນ້ອຍ ແລະ ຜູ້ໃຫຍ່, ຄົນບໍ່ຊອບທຳ ແລະ ຄົນຊື່ສັດ, ວ່າການໄຖ່ໄດ້ເກີດຂຶ້ນແລ້ວຜ່ານ ການເສຍສະລະຂອງພຣະບຸດຂອງພຣະເຈົ້າຢູ່ເທິງ ໄມ້ກາງແຂນ.
36 ດັ່ງນັ້ນຈຶ່ງເປັນທີ່ຮູ້ຈັກກັນວ່າ ພຣະຜູ້ໄຖ່ໄດ້ໃຊ້ເວລາຂອງພຣະອົງໃນຂະນະທີ່ພຣະອົງຢູ່ໃນໂລກວິນຍານ, ໄດ້ແນະນຳ ແລະ ຕຽມວິນຍານທີ່ຊື່ສັດຂອງ ບັນດາສາດສະດາຜູ້ໄດ້ເປັນພະຍານເຖິງພຣະອົງໃນເນື້ອໜັງ;
37 ເພື່ອວ່າເຂົາເຈົ້າຈະໄດ້ນຳຂ່າວສານແຫ່ງການໄຖ່ໄປຍັງຄົນຕາຍທັງປວງ, ໄປຍັງຜູ້ທີ່ພຣະອົງໄປຫາເອງບໍ່ໄດ້, ເພາະ ການກະບົດ ແລະ ການລ່ວງລະເມີດຂອງພວກເຂົາ, ເພື່ອວ່າຜ່ານການປະຕິບັດສາດສະໜາກິດຂອງຜູ້ຮັບໃຊ້ຂອງພຣະອົງ, ພວກເຂົາຈະໄດ້ຍິນພຣະຄຳຂອງພຣະອົງ.
38 ໃນບັນດາຜູ້ຄົນທີ່ຍິ່ງໃຫຍ່ ແລະ ມີອຳນາດຊຶ່ງໄດ້ມາຮ່ວມການຊຸມນຸມອັນໃຫຍ່ໂຕຂອງຄົນຊອບທຳມີພໍ່ ອາດາມ, ຜູ້ມີຊີວິດຢູ່ຕະຫລອດໄປ ແລະ ເປັນບິດາຂອງຄົນທັງປວງ,
39 ແລະ ແມ່ ເອວາຜູ້ປະເສີດຂອງພວກເຮົາ, ພ້ອມດ້ວຍທິດາທີ່ຊື່ສັດຂອງນາງຫລາຍຄົນຜູ້ໄດ້ມີຊີວິດຢູ່ໃນທຸກຍຸກທຸກສະໄໝ ແລະ ໄດ້ນະມັດສະການພຣະເຈົ້າອົງທ່ຽງແທ້ ແລະ ຊົງພຣະຊົນຢູ່.
40 ອາເບັນ, ຄົນທຳອິດທີ່ໄດ້ ຖືກຂ້າຍ້ອນຄວາມເຊື່ອ, ແລະ ນ້ອງຊາຍຂອງລາວ ເຊດ, ໜຶ່ງໃນຜູ້ຄົນທີ່ຍິ່ງໃຫຍ່, ຜູ້ ມີລັກສະນະເໝືອນອາດາມ ບິດາຂອງລາວກໍຢູ່ທີ່ນັ້ນ.
41 ໂນອາ, ຜູ້ໄດ້ເຕືອນເລື່ອງນ້ຳຖ້ວມ; ເຊມ, ມະຫາປະໂລຫິດຜູ້ຍິ່ງໃຫຍ່; ອັບຣາຮາມ, ບິດາຂອງຄົນຊື່ສັດ; ອີຊາກ, ຢາໂຄບ, ແລະ ໂມເຊ, ຜູ້ໃຫ້ກົດທີ່ຍິ່ງໃຫຍ່ຂອງອິດສະຣາເອນ;
42 ແລະ ເອຊາຢາ, ຜູ້ໄດ້ປະກາດໂດຍການທຳນາຍວ່າພຣະຜູ້ໄຖ່ໄດ້ຖືກເຈີມເພື່ອປອບໂຍນຫົວໃຈທີ່ຊອກຊ້ຳ, ເພື່ອປະກາດເສລີພາບແກ່ ຊະເລີຍ, ແລະ ເປີດ ຄຸກໃຫ້ແກ່ຜູ້ທີ່ຖືກມັດໄວ້, ກໍໄດ້ຢູ່ທີ່ນັ້ນຄືກັນ.
43 ຍິ່ງໄປກວ່ານັ້ນ, ເອເຊກຽນຜູ້ໄດ້ເຫັນຮ່ອມພູ ກະດູກແຫ້ງອັນກວ້າງໃຫຍ່ໃນນິມິດ, ຊຶ່ງຈະຫໍ່ຫຸ້ມດ້ວຍເນື້ອໜັງ, ເພື່ອອອກມາອີກໃນ ການຟື້ນຄືນຊີວິດຂອງຄົນຕາຍ, ເປັນຈິດວິນຍານທີ່ມີຊີວິດ;
44 ດານີເອນ, ຜູ້ໄດ້ເຫັນລ່ວງໜ້າ ແລະ ບອກລ່ວງໜ້າເຖິງການສ້າງຕັ້ງ ອານາຈັກຂອງພຣະເຈົ້າຂຶ້ນໃນຍຸກສຸດທ້າຍ, ໂດຍບໍ່ມີວັນຖືກທຳລາຍ ຫລື ຖືກມອບໃຫ້ແກ່ຄົນອື່ນອີກເລີຍ;
45 ອີລາຍ, ຜູ້ໄດ້ຢູ່ກັບໂມເຊຢູ່ເທິງພູແຫ່ງ ການປ່ຽນສະພາບ;
46 ແລະ ມາລາກີ, ສາດສະດາຜູ້ໄດ້ເປັນພະຍານເຖິງການມາຂອງ ເອລີຢາ—ຜູ້ທີ່ໂມໂຣໄນໄດ້ກ່າວເຖິງຄືກັນເມື່ອເພິ່ນໄດ້ກ່າວກັບສາດສະດາໂຈເຊັບ ສະມິດ, ໂດຍປະກາດວ່າ ເພິ່ນຈະມາກ່ອນການເລີ່ມຕົ້ນຂອງ ມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະຜູ້ເປັນເຈົ້າ—ກໍໄດ້ຢູ່ທີ່ນັ້ນຄືກັນ.
47 ສາດສະດາເອລີຢາຕ້ອງປູກຄຳສັນຍາທີ່ໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາໄວ້ໃນ ໃຈຂອງລູກຫລານ,
48 ໂດຍບອກລ່ວງໜ້າເຖິງ ວຽກງານອັນຍິ່ງໃຫຍ່ທີ່ຈະຕ້ອງເຮັດ ໃນ ພຣະວິຫານຂອງພຣະຜູ້ເປັນເຈົ້າໃນ ຍຸກສະໄໝຂອງຄວາມສົມບູນແຫ່ງເວລາ, ເພື່ອການໄຖ່ຄົນຕາຍ, ແລະ ການຜະນຶກລູກໆເຂົ້າກັບພໍ່ແມ່ຂອງພວກເຂົາ, ຖ້າບໍ່ດັ່ງນັ້ນ ທັງແຜ່ນດິນໂລກຈະຖືກທຳລາຍໃຫ້ໝົດສິ້ນໃນຕອນພຣະອົງສະເດັດມາ.
49 ຄົນເຫລົ່ານີ້ທັງປວງ ແລະ ຫລາຍໆຄົນຕື່ມອີກ, ແມ່ນແຕ່ ສາດສະດາຜູ້ໄດ້ອາໄສໃນບັນດາຊາວນີໄຟ ແລະ ໄດ້ເປັນພະຍານເຖິງການສະເດັດມາຂອງພຣະບຸດຂອງພຣະເຈົ້າ, ໄດ້ປະປົນຢູ່ໃນການຊຸມນຸມອັນໃຫຍ່ໂຕ ແລະ ໄດ້ຄອຍຖ້າການປົດປ່ອຍຂອງເຂົາເຈົ້າ,
50 ເພາະເນື່ອງດ້ວຍຄົນຕາຍໄດ້ຄິດວ່າການແຍກຂອງ ວິນຍານ ແລະ ຮ່າງກາຍຂອງພວກເຂົາເປັນເວລາດົນນານ ເປັນ ການຈ່ອງຈຳ.
51 ຄົນເຫລົ່ານີ້ພຣະຜູ້ເປັນເຈົ້າໄດ້ສິດສອນ, ແລະ ໄດ້ມອບ ອຳນາດໃຫ້ເຂົາເຈົ້າອອກມາ, ຫລັງຈາກການຟື້ນຄືນພຣະຊົນຈາກຄວາມຕາຍຂອງພຣະອົງ, ເພື່ອເຂົ້າໄປໃນອານາຈັກຂອງພຣະບິດາຂອງພຣະອົງ, ຢູ່ທີ່ນັ້ນເພື່ອຮັບການສວມມົງກຸດດ້ວຍ ຄວາມເປັນອະມະຕະ ແລະ ຊີວິດນິລັນດອນ,
52 ແລະ ນັບຈາກນັ້ນເປັນຕົ້ນໄປພວກເຂົາຈະທຳງານຕໍ່ໄປດັ່ງທີ່ສັນຍາໄວ້ໂດຍພຣະຜູ້ເປັນເຈົ້າ, ແລະ ເປັນຜູ້ຮັບສ່ວນໃນ ພອນທັງປວງຊຶ່ງຖືກເກັບໄວ້ສຳລັບຄົນທີ່ຮັກພຣະອົງ.
53 ສາດສະດາໂຈເຊັບ ສະມິດ, ແລະ ພໍ່ຂອງຂ້າພະເຈົ້າ, ໄຮຣຳ ສະມິດ, ບຣິກຳ ຢັງ, ຈອນ ເທເລີ, ວິວເຝີດ ວູດຣັບ, ແລະ ວິນຍານທີ່ໂປດປານອື່ນໆ ຜູ້ທີ່ໄດ້ຖືກ ຮັກສາໄວ້ເພື່ອໃຫ້ອອກມາໃນຄວາມສົມບູນແຫ່ງເວລາ ເພື່ອມີສ່ວນໃນ ການວາງຮາກຖານຂອງວຽກງານອັນຍິ່ງໃຫຍ່ໃນຍຸກສຸດທ້າຍ,
54 ລວມທັງການສ້າງພຣະວິຫານ ແລະ ການປະຕິບັດພິທີການໃນນັ້ນເພື່ອການໄຖ່ ຄົນຕາຍ, ກໍຢູ່ໃນໂລກວິນຍານຄືກັນ.
55 ຂ້າພະເຈົ້າໄດ້ສັງເກດເຫັນວ່າ ພວກເພິ່ນໄດ້ຢູ່ໃນບັນດາ ຜູ້ທີ່ສູງສັກ ແລະ ຍິ່ງໃຫຍ່ ຜູ້ໄດ້ ຖືກເລືອກໄວ້ແຕ່ຕອນຕົ້ນໃຫ້ເປັນຜູ້ປົກຄອງໃນສາດສະໜາຈັກຂອງພຣະເຈົ້າ.
56 ແມ່ນແຕ່ກ່ອນພວກເພິ່ນເກີດ, ພວກເພິ່ນພ້ອມກັບຄົນອື່ນໆຫລາຍຄົນ, ໄດ້ຮັບບົດຮຽນທຳອິດຂອງພວກເພິ່ນຢູ່ໃນໂລກວິນຍານ ແລະ ໄດ້ ຕຽມພ້ອມແລ້ວທີ່ຈະອອກມາໃນ ເວລາອັນເໝາະສົມຂອງພຣະຜູ້ເປັນເຈົ້າ ເພື່ອເຮັດວຽກງານໃນ ສວນອະງຸ່ນຂອງພຣະອົງ ເພື່ອຄວາມລອດຂອງຈິດວິນຍານຂອງມະນຸດ.
57 ຂ້າພະເຈົ້າເຫັນວ່າ ພວກແອວເດີທີ່ຊື່ສັດຂອງຍຸກສະໄໝນີ້, ເມື່ອເຂົາເຈົ້າອອກໄປຈາກຊີວິດມະຕະ, ໄດ້ສືບຕໍ່ ວຽກງານຂອງເຂົາເຈົ້າໃນການສັ່ງສອນພຣະກິດຕິຄຸນແຫ່ງການກັບໃຈ ແລະ ການໄຖ່, ຜ່ານການເສຍສະລະຂອງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ, ໃນບັນດາຄົນທີ່ຢູ່ໃນ ຄວາມມືດ ແລະ ພາຍໃຕ້ຄວາມເປັນທາດຂອງບາບໃນໂລກວິນຍານອັນກວ້າງໃຫຍ່ໄພສານຂອງຄົນຕາຍ.
58 ຄົນຕາຍຜູ້ທີ່ກັບໃຈຈະ ຖືກໄຖ່, ໂດຍການເຊື່ອຟັງຕໍ່ ພິທີການຂອງບ້ານຂອງພຣະເຈົ້າ,
59 ແລະ ຫລັງຈາກພວກເຂົາໄດ້ຮັບໂທດຂອງການລ່ວງລະເມີດຂອງພວກເຂົາແລ້ວ, ແລະ ໄດ້ຖືກ ຊຳລະໃຫ້ສະອາດແລ້ວ, ຈະໄດ້ຮັບລາງວັນຕາມ ວຽກງານຂອງພວກເຂົາ, ເພາະວ່າພວກເຂົາເປັນທາຍາດແຫ່ງຄວາມລອດ.
60 ພາບນິມິດກ່ຽວກັບການໄຖ່ຄົນຕາຍໄດ້ເປີດເຜີຍແກ່ຂ້າພະເຈົ້າດັ່ງນັ້ນ, ແລະ ຂ້າພະເຈົ້າຂໍກ່າວເປັນພະຍານ, ແລະ ຂ້າພະເຈົ້າຮູ້ວ່າບັນທຶກນີ້ເປັນ ຄວາມຈິງ, ຜ່ານພອນຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ, ແມ່ນເປັນດັ່ງນັ້ນ. ອາແມນ.