ການຕຽມທີ່ຈະພົບກັບພຣະເຈົ້າ
ການສະແຫວງຫາໜ້າທີ່ຮັບຜິດຊອບທີ່ສະຫວັນມອບໃຫ້ ໃນຄວາມຊອບທຳ, ການເປັນອັນໜຶ່ງອັນດຽວກັນ, ແລະ ຄວາມສະເໝີພາບ ຈະຕຽມເຮົາ ເພື່ອພົບກັບພຣະເຈົ້າ.
ອີລາຍຊາ ອາ ສະໂນ, ເມື່ອກ່າວເຖິງການອຸທິດພຣະວິຫານເຄີດແລນ (ຊຶ່ງນາງໄດ້ໄປຮ່ວມ), ໄດ້ກ່າວວ່າ: “ພິທີການອຸທິດນັ້ນ ອາດເຝິກຊ້ອມກັນກ່ອນ, ແຕ່ບໍ່ມີພາສາໃດ ທີ່ສາມາດບັນຍາຍ ເຖິງການສະແດງໃຫ້ປະຈັກຂອງສະຫວັນ ໃນວັນທີ່ໜ້າຊົງຈຳນັ້ນ. ທູດສະຫວັນໄດ້ມາປະກົດຕໍ່ບາງຄົນ, ໃນຂະນະທີ່ທຸກຄົນຮູ້ສຶກເຖິງຄວາມສູງສົ່ງ, ແລະ ທຸກຫົວໃຈ ໄດ້ເຕັມໄປດ້ວຍຄວາມຊື່ນຊົມ ຢ່າງທີ່ບອກບໍ່ໄດ້ ແລະ ເຕັມໄປດ້ວຍລັດສະໝີພາບ.”1
ການສະແດງໃຫ້ປະຈັກຈາກສະຫວັນ ທີ່ໄດ້ເກີດຂຶ້ນໃນພຣະວິຫານເຄີດແລນນັ້ນ ໄດ້ເປັນພື້ນຖານໃຫ້ແກ່ຈຸດປະສົງຂອງການຟື້ນຟູສາດສະໜາຈັກຂອງພຣະເຢຊູຄຣິດ ເພື່ອນຳຄວາມລອດ ແລະ ຄວາມສູງສົ່ງມາໃຫ້ລູກໆຂອງພຣະບິດາເທິງສະຫວັນ.2 ເມື່ອເຮົາຕຽມທີ່ຈະພົບກັບພຣະເຈົ້າ, ເຮົາຈະສາມາດຮູ້ໄດ້ວ່າ ໜ້າທີ່ຮັບຜິດຊອບທີ່ສະຫວັນມອບໃຫ້ນັ້ນ ແມ່ນສິ່ງໃດ ໂດຍການທົບທວນຂໍກະແຈທີ່ສັກສິດ ຊຶ່ງໄດ້ຖືກຟື້ນຟູຢູ່ໃນພຣະວິຫານເຄີດແລນ.
ໃນຄຳອະທິຖານອຸທິດ, ສາດສະດາໂຈເຊັບ ສະມິດ ໄດ້ອ້ອນວອນຕໍ່ພຣະຜູ້ເປັນເຈົ້າຢ່າງຖ່ອມຕົວ “ເພື່ອໃຫ້ຮັບເອົາບ້ານຂອງພຣະອົງ … ຊຶ່ງພຣະອົງໄດ້ບັນຊາພວກຂ້ານ້ອຍໃຫ້ສ້າງ.”3
ອາທິດໜຶ່ງຈາກນັ້ນ, ໃນວັນອາທິດບຸນອິດສະເຕີ, ພຣະຜູ້ເປັນເຈົ້າໄດ້ມາປະກົດໃນພາບນິມິດທີ່ສະຫງ່າງາມ ແລະ ໄດ້ຮັບເອົາພຣະວິຫານຂອງພຣະອົງ. ສິ່ງນີ້ໄດ້ເກີດຂຶ້ນໃນວັນທີ 3 ເດືອນເມສາ, 1836, ເກືອບເຖິງ 182 ປີ ຜ່ານມາແລ້ວ ນັບແຕ່ວັນອິດສະເຕີມື້ນີ້. ມັນກໍເປັນຊ່ວງສະຫລອງງານປັດສະຄານຳອີກ—ເປັນເວລາທີ່ພິເສດ ເມື່ອວັນອິດສະເຕີ ແລະ ງານປັດສະຄາ ມາຄົບກັນ. ຫລັງຈາກພາບນິມິດໄດ້ສິ້ນສຸດລົງ, ໂມເຊ, ອີລາຍ, ແລະ ເອລີຢາ ສາດສະດາໃນສະໄໝບູຮານ ໄດ້ມາປະກົດ ແລະ ໄດ້ມອບຂໍກະແຈ ຊຶ່ງຈຳເປັນຕໍ່ການບັນລຸຈຸດປະສົງຂອງພຣະຜູ້ເປັນເຈົ້າ ສຳລັບການຟື້ນຟູສາດສະໜາຈັກຂອງພຣະອົງ ໃນຍຸກສະໄໝນີ້. ຈຸດປະສົງນັ້ນ ແມ່ນລຽບງ່າຍ, ແຕ່ມີພະລັງຫລາຍ, ຊຶ່ງແປເປັນການເຕົ້າໂຮມອິດສະຣາເອນ, ການຜະນຶກເຂົາເຈົ້າເຂົ້າກັບຄອບຄົວ, ແລະ ຕຽມໂລກສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ.4
ສຳລັບການມາປະກົດຂອງເອລີຢາ ແລະ ໂມເຊ ແມ່ນເປັນ “ສິ່ງໃກ້ຄຽງ … ກັບ ປະເພນີຂອງຊາວຢິວ, ທີ່ວ່າ ໂມເຊ ແລະ ເອລີຢາ ຈະມາປະກົດນຳກັນໃນ ‘ເວລາສຸດທ້າຍ.’”5 ໃນຄຳສອນຂອງເຮົາ, ການມາປະກົດນີ້ ໄດ້ສຳເລັດພື້ນຖານການຟື້ນຟູຂໍກະແຈບາງຢ່າງ “ຊຶ່ງມອບໃຫ້ … ສຳລັບຍຸກສຸດທ້າຍ ແລະ ສຳລັບເທື່ອສຸດທ້າຍ, ຊຶ່ງໃນນັ້ນ ເປັນສະໄໝຂອງຄວາມສົມບູນແຫ່ງເວລາ.”6
ພຣະວິຫານເຄີດແລນ, ທັງສະຖານທີ່ ແລະ ຂະໜາດ, ແມ່ນບໍ່ແຈ້ງຊັດປານໃດ. ແຕ່ຄວາມສຳຄັນຂອງມັນຕໍ່ມະນຸດນັ້ນແມ່ນຍິ່ງໃຫຍ່, ມັນມີ ຜົນກະທົບຕໍ່ນິລັນດອນ. ສາດສະດາໃນສະໄໝບູຮານ ໄດ້ມາຟື້ນຟູຂໍກະແຈຂອງຖານະປະໂລຫິດ ສຳລັບພິທີການຊ່ວຍໃຫ້ລອດຊົ່ວນິລັນດອນ ຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ສິ່ງນີ້ເຮັດໃຫ້ສະມາຊິກທີ່ຊື່ສັດ ເຕັມໄປດ້ວຍຄວາມຊື່ນຊົມຢ່າງລົ້ນເຫລືອ.
ຂໍກະແຈເຫລົ່ານີ້ ມີ “ອຳນາດຈາກເບື້ອງບົນ”7 ສຳລັບໜ້າທີ່ຮັບຜິດຊອບທີ່ສະຫວັນໄດ້ມອບໃຫ້ ທີ່ລວມກັນເປັນຈຸດປະສົງຕົ້ນຕໍຂອງສາດສະໜາຈັກ.8 ໃນວັນອິດສະເຕີທີ່ປະເສີດ ໃນພຣະວິຫານເຄີດແລນມື້ນັ້ນ, ຂໍກະແຈສາມຢ່າງໄດ້ຖືກຟື້ນຟູ:
ຢ່າງທີໜຶ່ງ, ໂມເຊໄດ້ມາປະກົດ ແລະ ໄດ້ມອບຂໍກະແຈແຫ່ງການເຕົ້າໂຮມອິດສະຣາເອນ ຈາກສີ່ສ່ວນຂອງແຜ່ນດິນໂລກໃຫ້, ຊຶ່ງແມ່ນວຽກງານການເຜີຍແຜ່.9
ຢ່າງທີສອງ, ອີລາຍໄດ້ມາປະກົດ ແລະ ໄດ້ມອບຂໍກະແຈຂອງຍຸກສະໄໝພຣະກິດຕິຄຸນຂອງອັບຣາຮາມໃຫ້, ຊຶ່ງຮ່ວມທັງການຟື້ນຟູພັນທະສັນຍາຂອງອັບຣາຮາມ.10 ປະທານຣະໂຊ ເອັມ ແນວສັນ ໄດ້ສອນວ່າ ຈຸດປະສົງຂອງຂໍກະແຈແຫ່ງພັນທະສັນຍາ ແມ່ນການຕຽມສະມາຊິກສຳລັບອານາຈັກຂອງພຣະເຈົ້າ. ເພິ່ນໄດ້ກ່າວວ່າ, “ເຮົາຮູ້ຈັກວ່າເຮົາເປັນໃຜ ແລະ [ເຮົາຮູ້ຈັກ] ສິ່ງທີ່ພຣະເຈົ້າຄາດຫວັງຈາກເຮົາ.”11
ຢ່າງທີສາມ, ເອລີຢາໄດ້ມາປະກົດ ແລະ ໄດ້ມອບຂໍກະແຈແຫ່ງພະລັງຂອງການຜະນຶກໃນຍຸກສະໄໝນີ້ໃຫ້, ຊຶ່ງແມ່ນວຽກງານການສືບປະຫວັດຄອບຄົວ ແລະ ພິທີການໃນພຣະວິຫານ ເພື່ອຊ່ວຍນຳຄວາມລອດມາສູ່ ທັງຄົນເປັນ ແລະ ຄົນຕາຍ.12
ພາຍໃຕ້ການຊີ້ນຳຂອງຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ, ມັນມີສະພາສູງສຸດຢູ່ດ້ວຍກັນຢູ່ສາມກຸ່ມ ຢູ່ທີ່ສູນກາງໃຫຍ່ຂອງສາດສະໜາຈັກ ຊຶ່ງຄວບຄຸມໜ້າທີ່ສາມຢ່າງທີ່ສະຫວັນໄດ້ມອບໃຫ້ ອີງຕາມຂໍກະແຈທີ່ໄດ້ຖືກຟື້ນຟູ ຢູ່ໃນພຣະວິຫານເຄີດແລນ. ມັນແມ່ນ ສະພາສູງສຸດຝ່າຍການສອນສາດສະໜາ, ສະພາສູງສຸດຝ່າຍປະໂລຫິດ ແລະ ຄອບຄົວ, ແລະ ສະພາສູງສຸດຝ່າຍພຣະວິຫານ ແລະ ການສືບປະຫວັດຄອບຄົວ.
ທຸກວັນນີ້ ເຮົາໄປຮອດໃສແລ້ວ ໃນການບັນລຸໜ້າທີ່ຮັບຜິດຊອບທີ່ສະຫວັນໄດ້ມອບໃຫ້?
ທຳອິດ, ໃນເລື່ອງການມາຟື້ນຟູຂໍກະແຈຂອງໂມເຊ ສຳລັບການເຕົ້າໂຮມອິດສະຣາເອນ, ປະຈຸບັນນີ້ ມີຜູ້ສອນສາດສະໜາເກືອບເຖິງ 70,000 ຄົນ ຢູ່ຕະຫລອດທົ່ວໂລກ ສັ່ງສອນພຣະກິດຕິຄຸນຂອງພຣະອົງ ໃນການເຕົ້າໂຮມຜູ້ທີ່ຖືກເລືອກໄວ້ຂອງພຣະອົງ. ນີ້ແມ່ນການເລີ່ມຕົ້ນບັນລຸວຽກງານທີ່ຍິ່ງໃຫຍ່ ແລະ ໜ້າອັດສະຈັນໃຈ ທີ່ນີໄຟໄດ້ຫລິງເຫັນ ໃນບັນດາຄົນຕ່າງຊາດ ແລະ ເຊື້ອສາຍຂອງອິດສະຣາເອນ. ນີໄຟໄດ້ເຫັນວັນເວລາຂອງເຮົາ ຕອນທີ່ໄພ່ພົນຂອງພຣະເຈົ້າ ຈະເຕັມຢູ່ໃນໂລກ, ແຕ່ຈຳນວນຈະມີໜ້ອຍ ເພາະຄວາມຊົ່ວຮ້າຍ. ເຖິງຢ່າງໃດກໍຕາມ, ເພິ່ນຍັງໄດ້ຫລິງເຫັນວ່າ ເຂົາເຈົ້າ “ມີອາວຸດຄືຄວາມຊອບທຳ ພ້ອມກັບອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່.”13 ເມື່ອທົບທວນເບິ່ງປະຫວັດສາດ ຂອງການຟື້ນຟູສາດສະໜາຈັກແບບຫຍໍ້ໆ, ຄວາມພະຍາຍາມດ້ານການເຜີຍແຜ່ ແມ່ນດີເປັນພິເສດ. ເຮົາເຫັນພາບນິມິດຂອງນີໄຟ ກຳລັງເກີດເປັນຈິງ. ເຖິງແມ່ນສະມາຊິກຂອງເຮົາມີຈຳນວນໜ້ອຍ, ເຮົາຈະພະຍາຍາມຕໍ່ໄປ ແລະ ເອື້ອມອອກໄປຫາຜູ້ທີ່ຮັບເອົາຂ່າວສານຂອງພຣະຜູ້ຊ່ວຍໃຫ້ລອດ.
ທີສອງ, ອີລາຍໄດ້ມາປະກົດ ແລະ ໄດ້ມອບຍຸກສະໄໝພຣະກິດຕິຄຸນຂອງອັບຮາຣາມໃຫ້, ປະກາດວ່າ ໃນຕົວເຮົາ ແລະ ໃນເຊັ່ນລູກຫລານຂອງເຮົາ ຄົນທຸກລຸ້ນຫລັງຈາກເຮົາ ຈະໄດ້ຮັບພອນ. ໃນກອງປະຊຸມໃຫຍ່ນີ້, ການຊີ້ນຳທີ່ສຳຄັນໄດ້ຖືກມອບໃຫ້ ເພື່ອຊ່ວຍໃນການເຮັດໃຫ້ໄພ່ພົນດີພ້ອມ ແລະ ຕຽມເຂົາເຈົ້າສຳລັບອານາຈັກຂອງພຣະເຈົ້າ.14 ການປະກາດໃນພາກຖານະປະໂລຫິດ ດ້ວຍຄວາມນັບຖືຕໍ່ແອວເດີ ແລະ ມະຫາປະໂລຫິດ ຈະປ່ອຍອຳນາດ ແລະ ສິດອຳນາດຂອງຖານະປະໂລຫິດອອກໄປ. ການສອນປະຈຳບ້ານ ແລະ ການຢ້ຽມສອນ, ບັດນີ້ ຈະເປັນ “ການປະຕິບັດສາດສະໜາກິດ,” ດັ່ງທີ່ຖືກສິດສອນຢ່າງລະອຽດໃນພາກນີ້, ຈະຕຽມໄພ່ພົນຍຸກສຸດທ້າຍ ເພື່ອພົບກັບພຣະເຈົ້າ.
ທີສາມ, ເອລີຢາໄດ້ມອບຂໍກະແຈແຫ່ງການຜະນຶກຂອງສະໄໝນີ້ໃຫ້. ສຳລັບເຮົາຜູ້ທີ່ມີຊີວິດຢູ່ໃນເວລານີ້, ຈຳນວນພຣະວິຫານທີ່ມີເພີ່ມຂຶ້ນ ແລະ ວຽກງານການສືບປະຫວັດຄອບຄົວ ແມ່ນເປັນໜ້າອັດສະຈັນໃຈ. ສິ່ງນີ້ຈະດຳເນີນໄປໜ້າ ແລະ ໄວຂຶ້ນເລື້ອຍໆ ຈົນເຖິງການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ ຖ້າບໍ່ດັ່ງນັ້ນ ທັງແຜ່ນດິນໂລກ “ຈະຖືກທຳລາຍໃຫ້ໝົດສິ້ນ ໃນຕອນພຣະອົງສະເດັດມາ.”15
ວຽກງານການສືບປະຫວັດຄອບຄົວ, ທີ່ສະຫວັນໄດ້ໃຫ້ພອນທາງເທັກໂນໂລຈີ, ໄດ້ກ້າວໜ້າຫລາຍຂຶ້ນ ເມື່ອສອງສາມປີຜ່ານມາ. ມັນຈະບໍ່ເປັນສິ່ງສະຫລາດ ຖ້າຫາກເຮົາຄິດວ່າເຮົາເຮັດໜ້າທີ່ຮັບຜິດຊອບທີ່ສະຫວັນມອບໃຫ້ນີ້ດີພໍແລ້ວ ແລະ ປ່ອຍໃຫ້ປ້າເຈນ ຫລື ຍາດພີ່ນ້ອງຄົນອື່ນໆ ຈັດການຕໍ່ໄປ. ຂ້າພະເຈົ້າຂໍກ່າວຖ້ອຍຄຳຂອງປະທານໂຈເຊັບ ຟຽວດິງ ສະມິດ ທີ່ວ່າ: “ບໍ່ມີຄົນໃດທີ່ຖືກຍົກເວັ້ນຈາກພັນທະອັນສຳຄັນນີ້. ອັກຄະສາວົກ ຕະຫລອດທັງແອວເດີ [ຫລື ຊິດສະເຕີ] ທີ່ຖ່ອມຕົວ ກໍຢູ່ໃນພັນທະນີ້ນຳກັນ. ບໍ່ວ່າຈະອາໄສຢູ່ບ່ອນໃດ, ມີຊື່ສຽງແບບໃດ, ຫລື ໄດ້ຮັບໃຊ້ໃນສາດສະໜາຈັກດົນນານປານໃດ … ທຸກຄົນກໍຄວນຫ່ວງໃຍນຳຄວາມລອດຂອງຄົນຕາຍ.”16
ເວລານີ້ເຮົາມີພຣະວິຫານຢູ່ຕະຫລອດທົ່ວໂລກ ແລະ ມີເງິນທຶນຊ່ວຍເຫລືອຜູ້ກະທຳພິພີແທນ ທີ່ອາໄສຢູ່ຫ່າງໄກຈາກພຣະວິຫານ.
ເຮົາແຕ່ລະຄົນຈະເຮັດໄດ້ດີ ເມື່ອເຮົາສຳຫລວດຕົວເອງ ເລື່ອງຄວາມພະຍາຍາມເຮັດວຽກງານເຜີຍແຜ່, ວຽກງານພຣະວິຫານ ແລະ ການສືບປະຫວັດຄອບຄົວ, ແລະ ການຕຽມທີ່ຈະພົບກັບພຣະເຈົ້າ.
ຄວາມຊອບທຳ, ການເປັນອັນໜຶ່ງອັນດຽວກັນ, ແລະ ຄວາມສະເໝີພາບ ຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ ຈະເປັນພື້ນຖານໃຫ້ແກ່ໜ້າທີ່ຮັບຜິດຊອບທີ່ສັກສິດເຫລົ່ານີ້.
ກ່ຽວກັບຄວາມຊອບທຳ, ຊີວິດນີ້ ເປັນເວລາສຳລັບເຮົາທຸກຄົນ ທີ່ຈະຕຽມຕົວ ເພື່ອພົບກັບພຣະເຈົ້າ.17 ພຣະຄຳພີມໍມອນ ມີຫລາຍໆຕົວຢ່າງ ກ່ຽວກັບຜົນສະທ້ອນທີ່ຮ້າຍແຮງ ເມື່ອບຸກຄົນ ຫລື ກຸ່ມຜູ້ຄົນ ບໍ່ຮັກສາພຣະບັນຍັດຂອງພຣະເຈົ້າ.18
ໃນຕະຫລອດຊີວິດຂອງຂ້າພະເຈົ້າ, ບັນຫາ ແລະ ຄວາມເປັນຫ່ວງຂອງໂລກ ແມ່ນປ່ຽນແປງຢູ່ຕະຫລອດ—ຈາກການສະແຫວງຫາສິ່ງທຳມະດາ ແລະ ບໍ່ສຳຄັນ ໄປເຖິງການເຮັດຜິດສິນທຳທີ່ຮ້າຍແຮງ. ມັນເປັນຕາຍົກຍ້ອງ ທີ່ການເຮັດຜິດສິນທຳທີ່ບໍ່ເຫັນດ້ວຍ ໄດ້ຖືກເປີດເຜີຍ ແລະ ຖືກປະນາມ.19 ການເຮັດຜິດສິນທຳທີ່ບໍ່ເຫັນດ້ວຍເຊັ່ນນັ້ນ ແມ່ນຜິດກົດຂອງພຣະເຈົ້າ ແລະ ຜິດກົດໝາຍຂອງບ້ານເມືອງ. ຜູ້ທີ່ເຂົ້າໃຈແຜນຂອງພຣະເຈົ້າ ຄວນຕໍ່ຕ້ານການເຮັດຜິດສິນທຳທີ່ບໍ່ເຫັນດ້ວຍ, ຊຶ່ງເປັນບາບຄືກັນ. ໃບປະກາດຕໍ່ໂລກກ່ຽວກັບຄອບຄົວ ເຕືອນວ່າ “ຜູ້ໃດທີ່ລະເມີດກົດພົມມະຈັນ, ຜູ້ໃດທີ່ທຳຮ້າຍລູກເມຍ [ຫລື ຄົນອື່ນໆ, ບໍ່ວ່າຈະເປັນຜູ້ໃດກໍຕາມ] … ຈະຖືກຕັດສິນໃສ່ໂທດຢູ່ຕໍ່ພຣະພັກຂອງພຣະເຈົ້າໃນມື້ໜຶ່ງ.”20
ເມື່ອເຮົາຫລຽວເບິ່ງຮອບໆ, ເຮົາຈະເຫັນຄວາມຊົ່ວຮ້າຍ ແລະ ການຕິດແສດທີ່ຮ້າຍແຮງ ໃນທຸກບ່ອນ. ຖ້າຫາກເຮົາແຕ່ລະຄົນ ເປັນຫ່ວງນຳການພິພາກສາອັນສູງສຸດຂອງພຣະຜູ້ຊ່ວຍໃຫ້ລອດ, ແລ້ວເຮົາກໍຄວນສະແຫວງຫາການກັບໃຈ. ຂ້າພະເຈົ້າຢ້ານວ່າ ຫລາຍຄົນຈະບໍ່ຮູ້ສຶກຮັບຜິດຊອບຕໍ່ພຣະເຈົ້າ ແລະ ບໍ່ເປີດອ່ານພຣະຄຳພີ ຫລື ເຮັດຕາມການຊີ້ນຳຂອງສາດສະດາ. ຖ້າເຮົາໃນຖານະສັງຄົມ ຈະໄຕ່ຕອງຜົນສະທ້ອນຂອງບາບ, ຄົງຈະມີການຕໍ່ຕ້ານໃນສັງຄົມເລື່ອງຮູບພາບລາມົກ ແລະ ຖືວ່າຜູ້ຍິງເປັນວັດຖຸ.21 ດັ່ງທີ່ແອວມາໄດ້ບອກ ໂຄຣິອານທັນ ລູກຊາຍຂອງເພິ່ນ ຢູ່ໃນພຣະຄຳພີມໍມອນວ່າ, “ຄວາມຊົ່ວຮ້າຍບໍ່ເຄີຍເປັນຄວາມສຸກເລີຍ.”22
ກ່ຽວກັບການເປັນອັນໜຶ່ງອັນດຽວກັນ, ພຣະຜູ້ຊ່ວຍໃຫ້ລອດໄດ້ປະກາດວ່າ ຖ້າຫາກເຮົາບໍ່ໄດ້ເປັນອັນໜຶ່ງອັນດຽວກັນ ເຮົາກໍ່ບໍ່ແມ່ນຂອງພຣະອົງ.23 ເຮົາຮູ້ວ່າ ວິນຍານແຫ່ງການຂັດແຍ້ງ ແມ່ນມາຈາກມານ.24
ໃນວັນເວລາຂອງເຮົາ, ຄຳບັນຊາໃນພຣະຄຳພີ ທີ່ໃຫ້ເປັນອັນໜຶ່ງອັນດຽວກັນ ແມ່ນຖືກເມີນເສີຍ, ແລະ ສຳລັບຫລາຍຄົນຈະເນັ້ນເລື່ອງເຜົ່າພັນ,25 ສ່ວນຫລາຍກ່ຽວກັບສະຖານະພາບ, ເພດ, ເຊື້ອຊາດ, ແລະ ຄວາມຮັ່ງມີ. ໃນຫລາຍໆປະເທດ, ຖ້າຫາກບໍ່ແມ່ນທຸກປະເທດ, ຜູ້ຄົນຈະແຍກຊົນຊັ້ນ. ໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້າ, ວັດທະນະທຳຢ່າງດຽວທີ່ເຮົາຍຶດໝັ້ນ ແລະ ສິດສອນ ແມ່ນວັດທະນະທຳຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ການເປັນອັນໜຶ່ງອັນດຽວກັນ ທີ່ເຮົາສະແຫວງຫາ ແມ່ນການເປັນນ້ຳໜຶ່ງໃຈດຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ຄຳສອນຂອງພຣະອົງ.26
ເມື່ອເຮົາເບິ່ງຈຸດປະສົງຕົ້ນຕໍຂອງສາດສະໜາຈັກ, ທັງໝົດແມ່ນຂຶ້ນຢູ່ກັບ ຄວາມສະເໝີພາບຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ 27 ແລະ ການເຮັດຕາມວັດທະນະທຳຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ກ່ຽວກັບວຽກງານເຜີຍແຜ່, ເງື່ອນໄຂຂອງຄວາມເໝາະສົມສຳລັບການຮັບບັບຕິສະມາ ຄືການຖ່ອມຕົວຢູ່ຕໍ່ພຣະພັກຂອງພຣະເຈົ້າ ແລະ ອອກມາດ້ວຍຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ.28 ການສຶກສາ, ຄວາມຮັ່ງມີ, ເຊື້ອສາດ, ຫລື ສັນຊາດຕະກຸນ ແມ່ນບໍ່ສຳຄັນ.
ນອກເໜືອຈາກນັ້ນ, ຜູ້ສອນສາດສະໜາຕ້ອງຮັບໃຊ້ດ້ວຍຄວາມຖ່ອມຕົວ ໃນບ່ອນທີ່ເຂົາເຈົ້າຖືກເອີ້ນ. ເຂົາເຈົ້າຈະບໍ່ພະຍາຍາມຮັບໃຊ້ ອີງຕາມມາດຕະຖານຂອງໂລກເລື່ອງສະຖານະພາບ ຫລື ອີງຕາມການຕຽມສຳລັບວິຊາຊີບໃນອະນາຄົດ. ເຂົາເຈົ້າຮັບໃຊ້ດ້ວຍສຸດໃຈ, ພະລັງ, ແລະ ຄວາມນຶກຄິດ, ແລະ ກຳລັງ ໃນບ່ອນທີ່ເຂົາເຈົ້າຖືກມອບໝາຍ. ເຂົາເຈົ້າບໍ່ໄດ້ເລືອກຄູ່ສອນດ້ວຍຕົວເອງ, ແລະ ເຂົາເຈົ້າພະຍາຍາມຢ່າງພາກພຽນ ທີ່ຈະພັດທະນາຄຸນລັກສະນະທີ່ເປັນເໝືອນດັ່ງພຣະຄຣິດ,29 ຊຶ່ງເປັນສິ່ງສຳຄັນໃນວັດທະນະທຳຂອງພຣະເຢຊູຄຣິດ.
ພຣະຄຳພີໄດ້ໃຫ້ການຊີ້ນຳ ເລື່ອງຄວາມສຳພັນທີ່ສຳຄັນທີ່ສຸດສຳລັບເຮົາ. ພຣະຜູ້ຊ່ວຍໃຫ້ລອດໄດ້ສອນວ່າ ພຣະບັນຍັດຂໍ້ໃຫຍ່ ແມ່ນ “ຈົ່ງຮັກພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງເຈົ້າ.” ແລະ ຂໍ້ທີສອງແມ່ນ “ຈົ່ງຮັກເພື່ອນບ້ານ ເໝືອນຮັກຕົນເອງ.”30
ພຣະຜູ້ຊ່ວຍໃຫ້ລອດ ໄດ້ອະທິບາຍຕື່ມວ່າ ທຸກຄົນເປັນເພື່ອນບ້ານ.31 ພຣະຄຳພີມໍມອນບອກຢ່າງແຈ່ມແຈ້ງວ່າ ຈະບໍ່ມີຊາວໃດໆ, ເຜົ່າໃດໆ, ຫລື ຊົນຊັ້ນໃດໆ.32 ເຮົາຈະຕ້ອງເປັນນ້ຳໜຶ່ງໃຈດຽວກັນ ແລະ ສະເໝີພາບຢູ່ຕໍ່ພຣະພັກຂອງພຣະເຈົ້າ.
ພິທີການທີ່ສັກສິດ ແລະ ໜ້າທີ່ຮັບຜິດຊອບທີ່ສະຫວັນໄດ້ມອບໃຫ້ ແມ່ນຖືກສ້າງຂຶ້ນເທິງຮາກຖານນີ້. ຂ້າພະເຈົ້າຫວັງວ່າ ປະສົບການຂອງທ່ານໃນພຣະວິຫານ ຈະເປັນເໝືອນດັ່ງຂອງຂ້າພະເຈົ້າ. ເມື່ອຂ້າພະເຈົ້າອອກຈາກໂລກໃນບ່ອນທຳງານ ທີ່ເມືອງແຊນແຟຣນຊິດສະໂກ ໄປຫາພຣະວິຫານໂອກແລນ, ຂ້າພະເຈົ້າຈະຮູ້ສຶກເຕັມໄປດ້ວຍຄວາມຮັກ ແລະ ຄວາມສະຫງົບ. ພາກສ່ວນໃຫຍ່ແມ່ນຄວາມຮູ້ສຶກທີ່ຂ້າພະເຈົ້າໄດ້ເຂົ້າໃກ້ພຣະເຈົ້າ ແລະ ຈຸດປະສົງຂອງພຣະອົງ. ພິທີການຊ່ວຍໃຫ້ລອດ ຄືສິ່ງທີ່ຂ້າພະເຈົ້າເອົາໃຈໃສ່ເປັນພິເສດ, ແຕ່ພາກສ່ວນທີ່ສຳຄັນຂອງຄວາມຮູ້ສຶກດີເຫລົ່ານັ້ນ ແມ່ນຄວາມສະເໝີພາບ ແລະ ການເປັນອັນໜຶ່ງອັນດຽວກັນ ທີ່ກະຈາຍໄປທົ່ວໃນພຣະວິຫານ. ທຸກຄົນນຸ່ງເຄື່ອງຂາວ. ບໍ່ມີຫລັກຖານເລື່ອງຄວາມຮັ່ງມີ, ຕຳແໜ່ງ, ຫລື ລະດັບການສຶກສາ; ເຮົາທຸກຄົນເປັນອ້າຍເອື້ອຍນ້ອງກັນ ທີ່ຖ່ອມຕົວຢູ່ຕໍ່ພຣະພັກຂອງພຣະເຈົ້າ.
ຢູ່ໃນຫ້ອງຜະນຶກທີ່ສັກສິດ, ພິທີການການແຕ່ງງານນິລັນດອນ ແມ່ນຄືກັນໝົດສຳລັບທຸກຄົນ. ຂ້າພະເຈົ້າມັກເມື່ອໄດ້ເຫັນຄູ່ສາມີພັນລະຍາທີ່ທຸກຍາກ ແລະ ຄູ່ສາມີພັນລະຍາທີ່ຮັ່ງມີ ໄດ້ມີປະສົບການຄືໆກັນ. ເຂົາເຈົ້ານຸ່ງຖືຄືກັນ ແລະ ເຮັດພັນທະສັນຍາອັນດຽວກັນ ຢູ່ທີ່ແທ່ນບູຊາອັນດຽວກັນ. ເຂົາເຈົ້າກໍໄດ້ຮັບພອນແຫ່ງນິລັນດອນຂອງຖານະປະໂລຫິດຢ່າງດຽວກັນ. ສິ່ງນີ້ໄດ້ເຮັດສຳເລັດຢູ່ໃນພຣະວິຫານທີ່ສວຍງາມ ຊຶ່ງຖືກສ້າງໂດຍເງິນສ່ວນສິບຂອງໄພ່ພົນ ໃຫ້ເປັນບ້ານທີ່ສັກສິດຂອງພຣະຜູ້ເປັນເຈົ້າ.
ການບັນລຸໜ້າທີ່ຮັບຜິດຊອບທີ່ສະຫວັນໄດ້ມອບໃຫ້, ອີງຕາມຄວາມຊອບທຳ, ການເປັນອັນໜຶ່ງອັນດຽວກັນ, ແລະ ຄວາມສະເໝີພາບ ຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ຈະນຳຄວາມສຸກມາໃຫ້ບຸກຄົນ ຢູ່ໃນໂລກນີ້ ແລະ ຕຽມເຮົາສຳລັບຊີວິດນິລັນດອນ ໃນໂລກທີ່ຈະມາເຖິງ.33 ມັນຕຽມເຮົາ ເພື່ອພົບກັບພຣະເຈົ້າ.34
ພວກເຮົາອະທິຖານວ່າ ທ່ານແຕ່ລະຄົນ, ບໍ່ວ່າສະພາບການໃນປະຈຸບັນຂອງທ່ານຈະເປັນແນວໃດກໍຕາມ, ໃຫ້ທ່ານໄປເວົ້າລົມກັບອະທິການຂອງທ່ານ ແລະ ໃຫ້ມີຄ່າຄວນສຳລັບໃບຮັບຮອງເຂົ້າພຣະວິຫານ.35
ພວກເຮົາມີຄວາມກະຕັນຍູ ທີ່ສະມາຊິກເປັນຈຳນວນຫລວງຫລາຍ ກຳລັງຕຽມຕົວໄປພຣະວິຫານ. ຈຳນວນສະມາຊິກຜູ້ໃຫຍ່ທີ່ມີໃບຮັບຮອງເຂົ້າພຣະວິຫານ ໄດ້ມີເພີ່ມຫລາຍຂຶ້ນເລື້ອຍໆ ເປັນເວລາຫລາຍປີ. ໃບຮັບຮອງເຂົ້າພຣະວິຫານທີ່ຈຳກັດ ສຳລັບຊາວໜຸ່ມ ກໍມີເພີ່ມຫລາຍຂຶ້ນເລື້ອຍໆ ໃນໄລຍະສອງປີຜ່ານມາ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ ສະມາຊິກທີ່ຊື່ສັດຂອງສາດສະໜາຈັກ ແມ່ນເຂັ້ມແຂງຂຶ້ນເລື້ອຍໆ.
ສຸດທ້າຍນີ້, ໃຫ້ທ່ານແນ່ໃຈໄດ້ວ່າ ຜູ້ນຳອະວຸໂສຂອງສາດສະໜາຈັກ ຜູ້ຄວບຄຸມຈຸດປະສົງຂອງສາດສະໜາຈັກ ທີ່ສະຫວັນໄດ້ມອບໃຫ້ ໄດ້ຮັບຄວາມຊ່ວຍເຫລືອຈາກສະຫວັນ. ການຊີ້ນຳນີ້ ມາຈາກພຣະວິນຍານ ແລະ ບາງເທື່ອ ຈາກພຣະຜູ້ຊ່ວຍໃຫ້ລອດໂດຍກົງ. ການຊີ້ນຳທາງວິນຍານຈາກທັງສອງຝ່າຍ ໄດ້ຖືກມອບໃຫ້. ຂ້າພະເຈົ້າມີຄວາມກະຕັນຍູ ທີ່ໄດ້ຮັບຄວາມຊ່ວຍເຫລືອເຊັ່ນນັ້ນ. ແຕ່ການຊີ້ນຳໄດ້ຖືກມອບໃຫ້ຕາມເວລາຂອງພຣະຜູ້ເປັນເຈົ້າ, ເທື່ອລະບັນທັດ ແລະ ເທື່ອລະຂໍ້,36 ເມື່ອ “ພຣະຜູ້ເປັນເຈົ້າທີ່ຮອບຮູ້ທຸກຢ່າງ ເລືອກທີ່ຈະສິດສອນເຮົາ.”37 ການຊີ້ນຳສຳລັບສາດສະໜາຈັກເປັນກຸ່ມກ້ອນ ແມ່ນມາສູ່ສາດສະດາຂອງພຣະອົງເທົ່ານັ້ນ.
ເຮົາທຸກຄົນໄດ້ມີໂອກາດສະໜັບສະໜູນປະທານຣະໂຊ ເອັມ ແນວສັນ ໃຫ້ເປັນສາດສະດາ ແລະ ປະທານຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຢູ່ໃນກອງປະຊຸມໃຫຍ່ນີ້. ອັກຄະສາວົກສິບສອງ, ເປັນກຸ່ມ ແລະ ເປັນສ່ວນຕົວ, ໄດ້ມີປະສົບການທາງວິນຍານທີ່ສຳຄັນ ຕອນພວກເຮົາໄດ້ວາງມືໃສ່ເທິງຫົວຂອງປະທານແນວສັນ ແລະ ປະທານດາລິນ ເອັຈ ໂອກສ໌ ໄດ້ເປັນຜູ້ກ່າວ ແຕ່ງຕັ້ງເພິ່ນເປັນທາງການ ໃຫ້ເປັນປະທານຂອງສາດສະໜາຈັກ. ຂ້າພະເຈົ້າເປັນພະຍານວ່າ ເພິ່ນໄດ້ຖືກແຕ່ງຕັ້ງໄວ້ລ່ວງໜ້າແລ້ວ ແລະ ໄດ້ຖືກຕຽມມາຕະຫລອດຊີວິດ ເພື່ອໃຫ້ເປັນສາດສະດາຂອງພຣະເຈົ້າ ສຳລັບວັນເວລາຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.