​2010–2019
ຢ່າສູ່ຢ້ານ
ເດືອນ​ຕຸລາ 2018


2:3

ຢ່າສູ່ຢ້ານ

ຂໍໃຫ້ຮັບຮູ້ໄວ້ເຖີດ, ອ້າຍເອື້ອຍນ້ອງທັງຫລາຍ. ແມ່ນແລ້ວ, ເຮົາມີຊີວິດຢູ່ໃນວັນເວລາທີ່ວຸ້ນວາຍ, ແຕ່ເມື່ອເຮົາຢຶດໝັ້ນຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ເຮົາຈະບໍ່ຢ້ານກົວ.

ຂ້າພະເຈົ້າຕື່ມພະຍານຂອງຂ້າພະເຈົ້າໃສ່ກັບຂ່າວສານຂອງ ປະທານຣະ​ໂຊ ເອັມ ແນວສັນ ແລະ ແອວເດີ ຄວິນ​ຕິນ ແອວ ຄຸກ ທີ່ຫາກໍໄດ້ກ່າວໄປເມື່ອກີ້ນີ້ ເຖິງຄວາມປອງດອງ ແລະ ຄວາມເປັນເອກະສັນຂອງສະພາຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ. ຂ້າພະເຈົ້າຮູ້ວ່າ ການປະກາດທີ່ເປີດເຜີຍເຫລົ່ານີ້ ແມ່ນເປັນ​ພຣະ​ດຳ​ລັດ ແລະ ພຣະປະສົງຂອງພຣະຜູ້ເປັນເຈົ້າ ແລະ ຈະເປັນພອນ ແລະ ເສີມສ້າງຄວາມເຂັ້ມແຂງໃຫ່ແກ່ສ່ວນບຸກຄົນ, ຄອບຄົວ, ແລະ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຕະຫລອດຫລາຍລຸ້ນຄົນໃນອະນາຄົດ.

ເມື່ອຫລາຍປີກ່ອນ, ລູກສາວທີ່ຫາກໍແຕ່ງງານຄົນໜຶ່ງຂອງພວກຂ້າພະເຈົ້າ ແລະ ສາມີຂອງນາງໄດ້ຖາມ ຊິດສະເຕີ ແຣັສ໌ແບນ ແລະ ຂ້າພະເຈົ້າ ຄຳຖາມທີ່ສຳຄັນ ແລະ ມີອິດທິພົນຕໍ່ຊີວິດຫລາຍທີ່ສຸດວ່າ: “ມັນຍັງປອດໄພ ແລະ ສະຫລາດຢູ່ບໍ ທີ່ຈະມີລູກຢູ່ໃນໂລກທີ່ເບິ່ງຄືວ່າຊົ່ວຮ້າຍ ແລະ ໜ້າຢ້ານກົວທີ່ເຮົາອາໄສຢູ່?”

ນັ້ນ ເປັນຄຳຖາມທີ່ສຳຄັນສຳລັບພໍ່ແມ່ ທີ່ຈະພິຈາລະນາກັບລູກໆ ທີ່ແຕ່ງງານແລ້ວຂອງເຂົາເຈົ້າ. ເຮົາສາມາດໄດ້ຍິນຄວາມຢ້ານກົວຢູ່ໃນນ້ຳສຽງຂອງເຂົາເຈົ້າ ແລະ ຮູ້ສຶກເຖິງຄວາມຢ້ານກົວຢູ່ໃນຫົວໃຈຂອງເຂົາເຈົ້າດ້ວຍ. ຄຳຕອບຂອງພວກຂ້າພະເຈົ້າກໍເດັດດ່ຽວວ່າ, “ແມ່ນ, ມັນຍັງປອດໄພດີຢູ່,” ຂະນະທີ່ພວກຂ້າພະເຈົ້າໄດ້ແບ່ງປັນຄຳສອນພຣະກິດຕິຄຸນຂັ້ນພື້ນຖານ ແລະ ຄວາມຮູ້ສຶກຈາກໃຈຈິງ ແລະ ປະສົບການໃນຊີວິດ.

ຄວາມຢ້ານກົວບໍ່ໄດ້ເປັນເລື່ອງໃໝ່. ສານຸສິດຂອງພຣະເຢຊູຄຣິດ, ຕອນຢູ່ໃນທະເລຄາລີເລ, ກໍໄດ້ຢ້ານ “ລົມພະຍຸ, ແລະ ຟອງນ້ຳ” ໃນຄ່ຳຄືນທີ່ມືດມົວນັ້ນ.1 ໃນຖານະສານຸສິດຂອງພຣະອົງໃນວັນເວລານີ້, ເຮົາກໍມີຄວາມຢ້ານກົວຄືກັນ. ຄົນໜຸ່ມໂສດຂອງເຮົາກໍຢ້ານທີ່ຈະເຮັດຄຳໝັ້ນສັນຍາ ດັ່ງເຊັ່ນການແຕ່ງງານ. ຄົນໜຸ່ມທີ່ແຕ່ງງານແລ້ວ, ເໝືອນດັ່ງລູກໆຂອງພວກຂ້າພະເຈົ້າ, ກໍຢ້ານທີ່ຈະມີລູກໃນໂລກທີ່ນັບມື້ນັບຊົ່ວຮ້າຍຂຶ້ນເລື້ອຍໆ. ຜູ້ສອນສາດສະໜາກໍຢ້ານຫລາຍສິ່ງຫລາຍຢ່າງ, ໂດຍສະເພາະການເຂົ້າເວົ້າລົມກັບຄົນແປກໜ້າ. ແມ່ໝ້າຍກໍຢ້ານທີ່ກ້າວໄປໜ້າຄົນດຽວ. ຄົນໄວລຸ້ນກໍຢ້ານທີ່ຈະບໍ່ເປັນທີ່ຍອມຮັບ; ເດັກນ້ອຍໃນຊັ້ນປະຖົມກໍຢ້ານວັນທຳອິດທີ່ໄປໂຮງຮຽນ; ນັກສຶກສາທີ່ມະຫາວິທະຍາໄລກໍຢ້ານທີ່ຈະໄດ້ຮັບຜົນສອບຄືນ. ເຮົາຢ້ານຄວາມລົ້ມເຫລວ, ການປະຕິເສດ, ຄວາມຜິດຫວັງ, ແລະ ສິ່ງທີ່ເຮົາບໍ່ຮູ້ຈັກ. ເຮົາຢ້ານພະຍຸເຮີຣິເຄນ, ແຜ່ນດິນໄຫວ, ແລະ ໄຟໄໝ້ທີ່ທຳລາຍທີ່ດິນ ແລະ ຊີວິດຂອງເຮົາ. ເຮົາຢ້ານທີ່ຈະບໍ່ມີໃຜເລືອກເຮົາ, ແລະ ກົງກັນຂ້າມ, ເຮົາກໍຢ້ານທີ່ຈະຖືກເລືອກ. ເຮົາຢ້ານທີ່ຈະເປັນຄົນບໍ່ດີພໍ; ເຮົາຢ້ານວ່າພຣະຜູ້ເປັນເຈົ້າບໍ່ມີພອນອັນໃດໃຫ້ແກ່ເຮົາ. ເຮົາຢ້ານການປ່ຽນແປງ, ແລະ ຄວາມຢ້ານກົວຂອງເຮົາຈະຮ້າຍແຮງຂຶ້ນໄປ ເປັນຄວາມສະທົກສະທ້ານຢ້ານກົວ. ຂ້າພະເຈົ້າໄດ້ກ່າວເຖິງເກືອບທຸກໆຄົນແລ້ວບໍ?

ນັບຕັ້ງແຕ່ສະໄໝບູຮານ, ຄວາມຢ້ານກົວໄດ້ຈຳກັດທັດສະນະຂອງລູກໆຂອງພຣະເຈົ້າ. ຂ້າພະເຈົ້າມັກເລື່ອງລາວຂອງເອລີຊາຢູ່ໃນ 2 ກະສັດ. ກະສັດຂອງຊີເຣຍໄດ້ສົ່ງກອງທັບໃຫຍ່ໄປ “ໃນເວລາກາງຄືນ, ແລະ ໄດ້ອ້ອມເມືອງໄວ້.”2 ຈຸດປະສົງຂອງພວກເຂົາແມ່ນຈະຈັບຕົວ ແລະ ຂ້າສາດສະດາເອລີຊາ. ເຮົາ​ອ່ານ​ວ່າ:

“ມື້ຕໍ່ມາ ເມື່ອ​ຄົນ​ຮັບ​ໃຊ້ໄດ້ລຸກຂຶ້ນແຕ່ເຊົ້າໆ, ແລະ ອອກໄປທາງນອກເຮືອນ, ລາວຈຶ່ງເຫັນກຳລັງທະຫານ ພ້ອມດ້ວຍຝູງມ້າ ແລະ ລົດຮົບອ້ອມເມືອງຢູ່. ຄົນຮັບໃຊ້ ຮ້ອງຂື້ນວ່າ ທ່ານເອີຍ ຕາຍແລ້ວບັດນີ້ ພວກເຮົາຈະເຮັດຢ່າງໃດ?”3

ນັ້ນແມ່ນ​ຄຳ​ເວົ້າ​ທີ່ຢ້ານກົວ.

“[ເອລີຊາ] ຕອບວ່າ, ບໍ່ຕ້ອງຢ້ານ: ຝ່າຍຂອງພວກເຮົາມີຫລາຍກວ່າຝ່າຍຂອງພວກເຂົາ.”4

ແຕ່ເພິ່ນບໍ່ໄດ້ຢຸດພຽງເທົ່ານັ້ນ.

“ເອລີຊາກໍອະທິຖານວ່າ, ຂ້າແດ່ພຣະຜູ້ເປັນເຈົ້າ, ຂໍພຣະອົງເປີດຕາຄົນຮັບໃຊ້ຂອງຂ້ານ້ອຍຄົນນີ້ໃຫ້ເຫັນກຳລັງຝ່າຍເຮົາແດ່ທ້ອນ. ພຣະຜູ້ເປັນເຈົ້າໄດ້ ເປີດຕາຄົນຮັບໃຊ້ຂອງເພິ່ນ: ເມື່ອຄົນຮັບໃຊ້ຂອງເພິ່ນຫລຽວຂຶ້ນໄປທີ່ເທິງພູ ລາວກໍເຫັນຝູງມ້າ ແລະ ລົດຮົບເປັນໄຟຢູ່ອ້ອມລ້ອມເອລີຊາ.”5

ເຮົາອາດມີ ຫລື ບໍ່ມີລົດຮົບທີ່ເປັນໄຟຖືກສົ່ງມາກຳຈັດຄວາມຢ້ານກົວຂອງເຮົາ ແລະ ເອົາຊະນະມານຂອງເຮົາ, ແຕ່ບົດຮຽນກໍແຈ່ມແຈ້ງດີ. ພຣະຜູ້ເປັນເຈົ້າຢູ່ນຳເຮົາ, ເປັນຫ່ວງເຮົາ ແລະ ໃຫ້ພອນເຮົາໃນວິທີທາງທີ່ພຽງແຕ່ພຣະອົງເທົ່າ​ນັ້ນ​ທີ່ສາມາດເຮັດໄດ້. ຄຳອະທິຖານສາມາດຮຽກຮ້ອງໃຫ້ພະລັງ ແລະ ການເປີດເຜີຍທີ່ເຮົາຈະຕ້ອງການລົງມາ ເພື່ອໃຫ້ຄວາມນຶກຄິດຂອງເຮົາເຈາະຈົງຢູ່ທີ່ພຣະເຢຊູຄຣິດ ແລະ ການເສຍສະລະຊົດໃຊ້ຂອງພຣະອົງ. ພຣະຜູ້ເປັນເຈົ້າຮູ້ແລ້ວວ່າ ບາງເທື່ອເຮົາຈະຮູ້ສຶກເຖິງຄວາມຢ້ານກົວ. ຂ້າພະເຈົ້າເຄີຍຢູ່ໃນສະພາບນັ້ນ ແລະ ທ່ານດ້ວຍ, ຊຶ່ງເປັນເຫດຜົນທີ່ພຣະຄຳພີ ຈຶ່ງເຕັມໄປດ້ວຍຄຳແນະນຳຂອງພຣະຜູ້ເປັນເຈົ້າວ່າ,

ຈົ່ງເບີກບານເຖີດ, ແລະ ຢ່າສູ່ຢ້ານ.6

ໃຫ້ເບິ່ງທີ່ພຣະອົງໃນຄວາມນຶກຄິດທຸກຢ່າງ; ບໍ່ໃຫ້ສົງໄສ, ບໍ່ໃຫ້ຢ້ານກົວ.7

ຢ່າຢ້ານກົວ ຝູງແກະນ້ອຍເອີຍ.8 ຂ້າພະເຈົ້າມັກຄວາມລະອຽດອ່ອນຂອງ “ຝູງແກະນ້ອຍ.” ໃນສາດສະໜາຈັກ ເຖິງແມ່ນວ່າເຮົາຈະມີຈຳນວນໜ້ອຍຕາມທີ່ໂລກຄຳນວນອິດທິພົນ, ແຕ່ເມື່ອເຮົາເປີດຕາທາງວິນຍານຂອງເຮົາ, “ຝ່າຍຂອງພວກເຮົາມີຫລາຍກວ່າຝ່າຍຂອງພວກເຂົາ.”9 ພຣະຜູ້ລ້ຽງທີ່ຮັກຂອງເຮົາ, ພຣະເຢຊູຄຣິດ, ກໍໄດ້ກ່າວຕໍ່ໄປວ່າ, ໃຫ້ແຜ່ນດິນໂລກ ແລະ ນະລົກລວມກັນຕໍ່ຕ້ານເຈົ້າ, ແຕ່ຖ້າຫາກເຈົ້າຖືກສ້າງຂຶ້ນເທິງດານຫີນຂອງເຮົາ, ແລ້ວມັນຈະເອົາຊະນະເຈົ້າບໍ່ໄດ້.10

ຄວາມຢ້ານກົວຖືກກຳຈັດແນວໃດ? ສຳລັບຄົນຮັບໃຊ້ໜຸ່ມ, ລາວໄດ້ຢືນຢູ່ຄຽງຂ້າງເອລີຊາ, ສາດສະດາຂອງພຣະເຈົ້າ. ເຮົາກໍມີຄຳສັນຍາອັນດຽວກັນນັ້ນ. ເມື່ອເຮົາຮັບຟັງ ປະທານຣະໂຊ ເອັມ ແນວສັນ, ເມື່ອເຮົາເຊື່ອຟັງຄຳແນະນຳຂອງເພິ່ນ, ເຮົາກໍຢືນຢູ່ຄຽງຂ້າງສາດສະດາຂອງພຣະເຈົ້າ. ໃຫ້ຈື່ຈຳຖ້ອຍຄຳຂອງ ໂຈເຊັບ ສະມິດ ທີ່ວ່າ, ບັດນີ້, ຫລັງຈາກປະຈັກພະຍານຫລາຍຢ່າງທີ່ໃຫ້ໄວ້ເຖິງພຣະອົງ, ນີ້ຄືປະຈັກພະຍານ, ສຸດທ້າຍຂອງທັງໝົດ, ຊຶ່ງພວກເຮົາມອບໃຫ້ເຖິງພຣະອົງ: ວ່າພຣະອົງຊົງພຣະຊົນ!11 ພຣະເຢຊູຄຣິດຊົງພຣະຊົນ. ຄວາມຮັກຂອງເຮົາທີ່ມີໃຫ້ແດ່ພຣະອົງ ແລະ ພຣະກິດຕິຄຸນຂອງພຣະອົງຈະກຳຈັດຄວາມຢ້ານກົວອອກໄປ.

ຄວາມປາດຖະໜາຂອງເຮົາທີ່ຈະ “ມີພຣະວິນຍານຂອງພຣະອົງ”12 ຢູ່ກັບເຮົາຕະຫລອດເວລາ ຈະຂັບໄລ່ຄວາມຢ້ານກົວອອກໄປ ເພື່ອມຸມມອງນິລັນດອນເຖິງຊີວິດມະຕະຂອງເຮົາ. ປະທານແນວສັນ ໄດ້ເຕືອນວ່າ, “ແຕ່ໃນອະນາຄົດ, ມັນເປັນໄປບໍ່ໄດ້ ທີ່ເຮົາຈະປອດໄພທາງວິນຍານ ຖ້າປາດສະຈາກການນຳພາ, ການຊີ້ນຳ, ການ​ປອບ​ໂຍນ, ແລະ ອິດທິພົນ​ທີ່ບໍ່​ລົດ​ລະ​ຂອງພຣະວິນຍານບໍລິສຸດ.”13

ພຣະຜູ້ເປັນເຈົ້າໄດ້ກ່າວ, ກ່ຽວກັບໄພພິບັດທີ່ຈະປົກຄຸມແຜ່ນດິນ ແລະ ຈະເຮັດໃຫ້ຫົວໃຈຂອງຫລາຍຄົນແຂງກະດ້າງວ່າ ສານຸສິດຂອງພຣະອົງຈະຢືນຢູ່ໃນສະຖານທີ່ສັກສິດ, ແລະ ຈະບໍ່ຫວັ່ນໄຫວ.14

ແລະ ແລ້ວກໍມີຄຳແນະນຳຈາກສະຫວັນນີ້ວ່າ: ຢ່າສູ່ຢ້ານ, ເພາະ, ເມື່ອສິ່ງເຫລົ່ານີ້ທັງໝົດຈະເກີດຂຶ້ນ, ເຈົ້າຈະຮູ້ວ່າ ຄຳສັນຍາທີ່ໄດ້ເຮັດໄວ້ກັບເຈົ້າຈະສຳເລັດຄົບຖ້ວນ.15

ຈົ່ງຢືນຢູ່ໃນສະຖານທີ່ສັກສິດ—ຢ່າສູ່ຢ້ານ—ແລະ ຄຳສັນຍາຈະສຳເລັດຄົບຖ້ວນ. ໃຫ້ເຮົາມາສັງເກດເບິ່ງແຕ່ລະສິ່ງເຫລົ່ານີ້ທີ່ກ່ຽວພັນກັບຄວາມຢ້ານກົວຂອງເຮົາ.

ທຳອິດ, ຢືນຢູ່ໃນສະຖານທີ່ສັກສິດ. ເມື່ອເຮົາຢືນຢູ່ໃນສະຖານທີ່ສັກສິດ—ບ້ານເຮືອນທີ່ຊອບທຳຂອງເຮົາ, ຕຶກໂບດທີ່ຖືກອຸທິດຂອງເຮົາ, ພຣະວິຫານທີ່ຖືກອຸທິດຖະຫວາຍຂອງເຮົາ—ເຮົາຈະຮູ້ສຶກເຖິງພຣະວິນຍານຂອງພຣະຜູ້ເປັນເຈົ້າສະຖິດຢູ່ກັບເຮົາ. ເຮົາຈະພົບເຫັນຄຳຕອບຕໍ່ຄຳອະທິຖານທີ່ເຮັດໃຫ້ເຮົາເປັນທຸກ ຫລື ຄວາມສະຫງົບສຸກທີ່ຈະປ່ອຍວາງມັນໄວ້ກ່ອນ. ນັ້ນລະຄືພຣະວິນຍານທີ່ທຳງານຢູ່. ສະຖານທີ່ສັກສິດ​ເຫລົ່າ​ນີ້ ຢູ່ໃນອານາຈັກຂອງພຣະເຈົ້າຢູ່ເທິງໂລກ ຮຽກຮ້ອງຄວາມຄາລະວະຈາກເຮົາ, ຄວາມນັບຖືສຳລັບຄົນອື່ນ, ຄວາມດີທີ່ສຸດຂອງເຮົາໃນການດຳລົງຊີວິດຕາມພຣະກິດຕິຄຸນ, ແລະ ຄວາມຫວັງຂອງເຮົາທີ່ຈະປ່ອຍວາງຄວາມຢ້ານກົວຂອງເຮົາໄວ້ກ່ອນ ແລະ ສະແຫວງຫາອຳນາດທີ່ປິ່ນປົວຂອງພຣະເຢຊູຄຣິດ ຜ່ານທາງການຊົດໃຊ້ຂອງພຣະອົງ.

ຈະບໍ່ມີບ່ອນວ່າງໃຫ້ຄວາມຢ້ານກົວໃນສະຖານທີ່ສັກສິດເຫລົ່ານີ້ຂອງພຣະເຈົ້າ ຫລື ໃນຫົວໃຈຂອງລູກໆຂອງພຣະອົງ. ເປັນຫຍັງ? ເປັນເພາະຄວາມຮັກ. ພຣະເຈົ້າຮັກເຮົາ—ຕະຫລອດການ—ແລະ ເຮົາກໍຮັກພຣະອົງ. ຄວາມຮັກຂອງເຮົາທີ່ມີແດ່ພຣະເຈົ້າຈະຕໍ່ຕ້ານຄວາມຢ້ານກົວທັງໝົດ, ແລະ ຄວາມຮັກຂອງພຣະອົງກໍມີຢ່າງມາກມາຍຢູ່ໃນສະຖານທີ່ສັກສິດ. ຂໍໃຫ້ຄິດກ່ຽວກັບເລື່ອງນີ້ເບິ່ງ. ເມື່ອເຮົາບໍ່ແນ່ນອນໃນຄຳໝັ້ນສັນຍາຂອງເຮົາກັບພຣະຜູ້ເປັນເຈົ້າ, ເມື່ອເຮົາອອກໄປນອກເສັ້ນທາງຂອງພຣະອົງທີ່ນຳໄປສູ່ຊີວິດນິລັນດອນ, ເມື່ອເຮົາສັບສົນ ຫລື ສົງໄສຄວາມສຳຄັນຂອງເຮົາໃນແຜນແຫ່ງສະຫວັນຂອງພຣະອົງ, ເມື່ອເຮົາປ່ອຍໃຫ້ຄວາມຢ້ານກົວເປີດປະຕູໃຫ້ແກ່ໝູ່ຄູ່ຂອງມັນເຊັ່ນ—ຄວາມສິ້ນຫວັງ, ຄວາມໂມໂຫ, ຄວາມໃຈຮ້າຍ, ຄວາມຜິດຫວັງ—ພຣະວິນຍານຈະຈາກເຮົາໄປ, ແລະ ເຮົາກໍບໍ່ມີພຣະຜູ້ເປັນເຈົ້າສະຖິດຢູ່ດ້ວຍ. ຖ້າຫາກທ່ານຮູ້ວ່າຄວາມຮູ້ສຶກນັ້ນເປັນແບບໃດ, ທ່ານກໍຈະຮູ້ວ່ານັ້ນບໍ່ແມ່ນຈຸດທີ່ດີທີ່ຈະຄົງຢູ່. ກົງກັນຂ້າມ, ເມື່ອເຮົາຢືນຢູ່ໃນສະຖານທີ່ສັກສິດ, ເຮົາສາມາດຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າ, ແລະ “ຄວາມຮັກທີ່ສົມບູນຍ່ອມຂັບໄລ່ຄວາມຢ້ານກົວທັງໝົດອອກໄປ.”16

ຄຳສັນຍາຕໍ່ໄປແມ່ນ ຢ່າສູ່ຢ້ານ.17 ບໍ່ວ່າຈະມີຄວາມຊົ່ວຮ້າຍ ແລະ ຄວາມວຸ້ນວາຍເຕັມໄປທົ່ວແຜ່ນດິນໂລກຫລາຍຂະໜາດໃດກໍຕາມ, ເຮົາໄດ້ຮັບຄຳສັນຍາໂດຍຄວາມຊື່ສັດຂອງເຮົາໃນພຣະເຢຊູຄຣິດແຕ່ລະວັນເຖິງ “ສັນຕິສຸກອັນມາແຕ່ພຣະເຈົ້າ ຊຶ່ງເກີນຄວາມເຂົ້າໃຈ.”18 ແລະ ເມື່ອພຣະຄຣິດສະເດັດມາໃນອຳນາດ ແລະ ລັດສະໝີພາບທັງໝົດ, ຄວາມຊົ່ວຮ້າຍ, ການກະບົດ, ແລະ ຄວາມບໍ່ຍຸດຕິທຳກໍຈະສິ້ນສຸດລົງ.

ເມື່ອດົນນານມາແລ້ວ ອັກຄະສາວົກໂປໂລ ໄດ້ພະຍາກອນເຖິງວັນເວລາຂອງເຮົາ, ທີ່ກ່າວກັບ​ຊາຍໜຸ່ມຕີໂມທຽວວ່າ:

“ຈົ່ງຮູ້ຈັກຂໍ້ຄວາມນີ້ວ່າ, ໃນຄາວທີ່ສຸດນັ້ນຈະເກີດຄວາມລຳບາກຢ່າງຮ້າຍແຮງ.

“ເພາະວ່າຄົນທັງຫລາຍຈະເຫັນແກ່ຕົວ, ເຫັນແກ່ເງິນຄຳ, ອວດຕົວ, ຈອງຫອງ, ມັກດ່າວ່າ, ບໍ່ເຊື່ອຟັງຄວາມຂອງພໍ່ແມ່, ເນລະຄຸນ, ເປັນຄົນບໍ່ມີສິນທຳ, …

“… ເປັນຄົນຮັກຄວາມສະໜຸກ ຫລາຍກວ່າຮັກພຣະເຈົ້າ.”19

ຂໍໃຫ້ຈຳໄວ້ວ່າ, “ຝ່າຍຂອງພວກເຮົາ” ຢູ່ທັງສອງຟາກມ່ານ, ຜູ້ທີ່ຮັກພຣະຜູ້ເປັນເຈົ້າ​ດ້ວຍ​ສຸດ​ໃຈ, ສຸດພະລັງ, ສຸດຈິດ, ແລະ ສຸດກຳລັງ​ຂອງ​ເຂົາ​ເຈົ້າ ກໍ, “ມີຫລາຍກວ່າຝ່າຍຂອງພວກເຂົາ.”20 ຖ້າຫາກເຮົາໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ໃນວິທີທາງຂອງພຣະອົງແທ້ໆ, ຖ້າຫາກເຮົາມີພາກສ່ວນໃນວຽກງານຂອງພຣະອົງ, ເຮົາຈະບໍ່ຢ້ານຄວາມຄິດຂອງໂລກ ຫລື ເປັນທຸກເພາະສິ່ງເຫລົ່ານັ້ນ. ຂ້າພະເຈົ້າຂໍອ້ອນວອນກັບທ່ານວ່າ ໃຫ້ປ່ອຍວາງອິດທິພົນ ແລະ ຄວາມກົດດັນຂອງໂລກໄປ ແລະ ສະແຫວງຫາຄວາມເປັນຢູ່ທາງວິນຍານ ໃນຊີວິດປະຈຳວັນຂອງທ່ານ. ຂໍໃຫ້ຮັກສິ່ງທີ່ພຣະຜູ້ເປັນເຈົ້າຮັກ—ຊຶ່ງຮ່ວມດ້ວຍພຣະບັນຍັດຂອງພຣະອົງ, ພຣະວິຫານສັກສິດຂອງພຣະອົງ, ພັນທະສັນຍາສັກສິດຂອງເຮົາກັບພຣະອົງ, ສິນລະລຶກແຕ່ລະວັນຊະບາໂຕ, ການສື່ສານຂອງເຮົາຜ່ານການອະທິຖານ—ແລະ ທ່ານຈະບໍ່ຢ້ານກົວ.

ຈຸດສຸດທ້າຍ: ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ຄຳສັນຍາຂອງພຣະອົງ. ຂ້າພະເຈົ້າຮູ້ວ່າຄຳສັນຍາທັງໝົດຂອງພຣະອົງຈະສຳເລັດຄົບຖ້ວນ. ຂ້າພະເຈົ້າຮູ້ຢ່າງແນ່ນອນດັ່ງທີ່ຂ້າພະເຈົ້າຢືນຢູ່ທີ່ນີ້ຕໍ່ໜ້າທ່ານ ໃນກອງປະຊຸມສັກສິດນີ້.

ພຣະຜູ້ເປັນເຈົ້າໄດ້ເປີດເຜີຍວ່າ ເພາະພວກເຂົາເປັນຄົນສະຫລາດ ແລະ ໄດ້ຮັບເອົາຄວາມຈິງ, ແລະ ໄດ້ຮັບເອົາພຣະວິນຍານສັກສິດເພື່ອການນຳພາ, ແລະ ບໍ່ໄດ້ຖືກຫລອກລວງ—ຕາມຄວາມຈິງແລ້ວ ພຣະອົງກ່າວກັບເຮົາວ່າ ພວກເຂົາຈະບໍ່ຖືກໂຄ່ນລົງ ແລະ ໂຍນເຂົ້າກອງໄຟ, ແຕ່ຈະດຳລົງຢູ່ໃນວັນນັ້ນ.21

ນັ້ນລະເປັນຫຍັງເຮົາຈຶ່ງບໍ່ຕ້ອງຢ້ານກົວໂດຍຄວາມວຸ້ນວາຍຂອງວັນເວລານີ້, ໂດຍຜູ້ຄົນທີ່ຢູ່ໃນອາຄານໃຫຍ່ ແລະ ກວ້າງຂວາງ, ໂດຍຜູ້ທີ່ເຍາະເຍີ້ຍຄວາມພະຍາຍາມທີ່ສັດຊື່ ແລະ ການຮັບໃຊ້ທີ່ອຸທິດຖະຫວາຍແດ່ອົງພຣະເຢຊູຄຣິດ. ການມອງໂລກໃນແງ່ດີ, ຄວາມກ້າຫານ, ແມ່ນແຕ່ຄວາມໃຈບຸນຈະມາຈາກຫົວໃຈທີ່ບໍ່ແບກຫາບພາລະໜັກ ໂດຍບັນຫາ ຫລື ຄວາມວຸ້ນວາຍ. ປະທານແນວສັນ, ຜູ້ທີ່ “ມອງອະນາຄົດໃນແງ່ດີ,” ໄດ້ເຕືອນໃຈເຮົາແລ້ວວ່າ, “ຖ້າຫາກເຮົາຈະມີຄວາມຫວັງທີ່ຈະຮ່ອນຜ່ານສຽງທີ່ນັບບໍ່ຖ້ວນ ແລະ ປັດຊະຍາຂອງມະນຸດ ທີ່ໂຈມຕີຄວາມຈິງ, ເຮົາຕ້ອງຮຽນຮູ້ທີ່ຈະໄດ້ຮັບການເປີດເຜີຍ.”22

ເພື່ອຈະໄດ້ຮັບການເປີດເຜີຍສ່ວນຕົວ, ເຮົາຕ້ອງວາງລຳດັບຄວາມສຳຄັນໄວ້ ໃນການດຳລົງຊີວິດຕາມພຣະກິດຕິຄຸນ ແລະ ສະໜັບສະໜູນຄວາມຊື່ສັດ ແລະ ຄວາມເປັນຢູ່ທາງວິນຍານ ໃນຕົວຄົນອື່ນ ແລະ ໃນຕົວເຮົາເອງດ້ວຍ.

ສະເປັນເຊີ ດັບເບັນຢູ ຄິມໂບ ໄດ້ເປັນສາດສະດາຕອນຂ້າພະເຈົ້າເປັນໄວລຸ້ນ. ສາມສີ່ປີທີ່ຜ່ານມານີ້, ຫລັງຈາກຖືກເອີ້ນໃຫ້ເປັນອັກຄະສາວົກ, ຂ້າພະເຈົ້າໄດ້ພົບເຫັນຄວາມສະຫງົບໃນຂ່າວສານຄັ້ງທຳອິດຂອງເພິ່ນ ຢູ່ທີ່ກອງປະຊຸມໃຫຍ່ສາມັນ ເດືອນຕຸລາ ປີ 1943. ເພິ່ນໄດ້ຮູ້ສຶກຕື້ນຕັນໃຈໂດຍການເອີ້ນຂອງເພິ່ນ; ຂ້າພະເຈົ້າຮູ້ວ່າຄວາມຮູ້ສຶກນັ້ນເປັນແບບໃດ. ແອວເດີ ຄິມໂບ ໄດ້ກ່າວວ່າ: “ຂ້າພະເຈົ້າໄດ້ຄິດ ແລະ ອະທິຖານ ແລະ ຖືສິນອົດເຂົ້າ ແລະ ອະທິຖານ. ມີຄວາມຄິດທີ່ຂັດກັນ ທີ່ເຂົ້າມາໃນຄວາມນຶກຄິດຂອງຂ້າພະເຈົ້າ—ສຽງທີ່ມີທ່າທີວ່າ: ‘ເຈົ້າເຮັດວຽກງານນີ້ບໍ່ໄດ້ດອກ. ເຈົ້າບໍ່ມີຄຸນຄ່າດີພໍ. ເຈົ້າບໍ່ມີຄວາມສາມາດ’—ແລະ ໃນທີ່ສຸດຄວາມນຶກຄິດທີ່ມີໄຊກໍເຂົ້າມາວ່າ: ‘ເຈົ້າຕ້ອງເຮັດວຽກງານທີ່ຖືກມອບໝາຍ—ເຈົ້າຕ້ອງເຮັດໃຫ້ຕົນເອງມີຄວາມສາມາດ, ມີຄຸນຄ່າດີພໍ, ແລະ ເໝາະສົມ.’ ແລະ ການສູ້ຮົບນັ້ນກໍໄດ້ດຳເນີນຕໍ່ໄປ.”23

ຂ້າພະເຈົ້າຮັບຮູ້ຈາກປະຈັກພະຍານທີ່ຈິງໃຈຂອງອັກຄະສາວົກຄົນນີ້ ຜູ້ທີ່ໄດ້ກາຍມາເປັນປະທານຄົນທີສິບສອງຂອງສາດສະໜາຈັກທີ່ຍິ່ງໃຫຍ່ນີ້. ເພິ່ນໄດ້ຮັບຮູ້ວ່າເພິ່ນຕ້ອງກຳຈັດຄວາມຢ້ານກົວ ເພື່ອຈະ “ເຮັດວຽກງານທີ່ຖືກມອບໝາຍ” ແລະ ວ່າເພິ່ນຕ້ອງເພິ່ງອາໄສພຣະຜູ້ເປັນເຈົ້າສຳລັບຄວາມເຂັ້ມແຂງ ທີ່ຈະເຮັດໃຫ້ຕົວເພິ່ນເອງ “ມີຄວາມສາມາດ, ມີຄຸນຄ່າດີພໍ ແລະ ເໝາະສົມ.” ເຮົາກໍສາມາດເຮັດໄດ້ຄືກັນ. ການສູ້ຮົບຈະດຳເນີນຕໍ່ໄປ, ແຕ່ເຮົາຈະປະເຊີນໜ້າກັບມັນ ດ້ວຍພຣະວິນຍານຂອງພຣະຜູ້ເປັນເຈົ້າ. ເຮົາຈະ “ບໍ່ຢ້ານ” ເພາະເມື່ອເຮົາຢືນຢູ່ກັບພຣະຜູ້ເປັນເຈົ້າ ແລະ ເປັນພະຍານເຖິງຫລັກທຳ ແລະ ແຜນຂອງພຣະອົງ, ເຮົາກໍຢືນຢູ່ໃນສະຖານທີ່ສັກສິດ.

ບັດນີ້, ເປັນຈັ່ງໃດກັບລູກສາວ ແລະ ລູກເຂີຍຜູ້ທີ່ໄດ້ຖາມຄຳຖາມທີ່ຈິງໃຈ ແລະ ເລິກຊຶ້ງ, ແຕ່ມີຄວາມຢ້ານກົວເມື່ອຫລາຍປີກ່ອນນັ້ນ? ເຂົາເຈົ້າກໍໄດ້ພິຈາລະນາການເວົ້າລົມຂອງພວກເຮົາໃນຄ່ຳຄືນນັ້ນ; ເຂົາເຈົ້າໄດ້ອະທິຖານ ແລະ ໄດ້ຖືສິນອົດເຂົ້າ ແລະ ໄດ້ຕັດສິນໃຈເຮັດເອງ. ພວກຂ້າພະເຈົ້າ, ຜູ້ທີ່ເປັນພໍ່ຕູ້ແມ່ຕູ້, ມີຄວາມສຸກ ແລະ ຄວາມປິຕິຍິນດີ​ນຳ​ເຂົາ​ເຈົ້າ ທີ່ເຂົາເຈົ້າໄດ້ຮັບພອນໂດຍມີລູກທີ່ໜ້າຮັກເຈັດຄົນ ຂະນະທີ່ເຂົາເຈົ້າກ້າວໄປໜ້າ ໃນສັດທາ ແລະ ຄວາມຮັກ.

ຫລານ​ເຈັດ​ຄົນ​ຂອງ​ແອວ​ເດີ ແລະ ຊິດ​ສະ​ເຕີ ແຣັສ໌ແບນ

ຂໍໃຫ້ຮັບຮູ້ໄວ້ເຖີດ, ອ້າຍເອື້ອຍນ້ອງທັງຫລາຍ. ແມ່ນແລ້ວ, ເຮົາມີຊີວິດຢູ່ໃນວັນເວລາທີ່ວຸ້ນວາຍ, ແຕ່ເມື່ອເຮົາຢຶດໝັ້ນຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ເຮົາຈະບໍ່ຢ້ານກົວ. ຂ້າພະເຈົ້າອວຍພອນທ່ານຂະນະທີ່ທ່ານເຮັດດັ່ງນີ້, ທ່ານຈະບໍ່ຢ້ານກົວໂດຍວັນເວລາ ທີ່ເຮົາອາໄສຢູ່ ຫລື ບັນຫາທີ່ຈະເຂົ້າມາໃນຊີວິດຂອງທ່ານ. ຂ້າພະເຈົ້າອວຍພອນທ່ານໃຫ້ເລືອກທີ່ຈະຢືນຢູ່ໃນສະຖານທີ່ສັກສິດ ແລະ ບໍ່ຫວັ່ນໄຫວ. ຂ້າພະເຈົ້າອວຍພອນທ່ານໃຫ້ເຊື່ອໃນຄຳສັນຍາຂອງພຣະເຢຊູຄຣິດ, ວ່າພຣະອົງຊົງພຣະຊົນ ແລະ ວ່າພຣະອົງຄຸ້ມຄອງເຮົາຢູ່, ຫ່ວງໃຍເຮົາ ແລະ ຢືນຢູ່ຄຽງຂ້າງເຮົາ. ໃນພຣະນາມຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ອາແມນ.