ຄວາມບໍ່ພໍໃຈທີ່ດີເລີດ
ຄວາມບໍ່ພໍໃຈທີ່ດີເລີດສາມາດກະຕຸ້ນເຮົາໃຫ້ກະທຳດ້ວຍສັດທາ, ເຮັດຕາມຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະເຮັດຄວາມດີ, ແລະ ມອບຊີວິດຂອງເຮົາໃຫ້ພຣະອົງດ້ວຍຄວາມຖ່ອມຕົວ.
ຕອນທີ່ຂ້າພະເຈົ້າຍັງຮຽນຢູ່ຊັ້ນປະຖົມ, ພວກເຮົາໄດ້ຍ່າງກັບບ້ານໄປຕາມ ທາງເດີນທີ່ປູໄວ້ ຊຶ່ງໄດ້ວົນໄປວົນມາຈົນຂຶ້ນເນີນເຂົາ. ມີທາງເດີນອີກເສັ້ນໜຶ່ງທີ່ບໍ່ໄດ້ປູ ທີ່ເອີ້ນວ່າ “ທາງເດີນຂອງເດັກຜູ້ຊາຍ.” ທາງເດີນຂອງເດັກຜູ້ຊາຍແມ່ນຫົນທາງຂີ້ດິນທີ່ຂຶ້ນເນີນເຂົາຢ່າງຊື່ຕົງ. ທາງນັ້ນສັ້ນກວ່າ ແຕ່ມັນຊັນກວ່າ. ຕອນຍັງນ້ອຍ, ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າສາມາດຍ່າງໄປຕາມທາງໃດກໍໄດ້ ຄືກັນກັບເດັກຜູ້ຊາຍ. ສຳຄັນກວ່ານັ້ນ, ຂ້າພະເຈົ້າຮູ້ວ່າ ຕົວເອງມີຊີວິດຢູ່ໃນຍຸກສຸດທ້າຍ ແລະ ຈະຕ້ອງເຮັດສິ່ງທີ່ຍາກ ເໝືອນດັ່ງຜູ້ບຸກເບີກ—ແລະ ຂ້າພະເຈົ້າຢາກຕຽມພ້ອມ. ດັ່ງນັ້ນບາງເທື່ອ ຂ້າພະເຈົ້າໄດ້ຍ່າງຢູ່ທ້າຍໝູ່ ຕາມທາງບ່ອນປູ ແລ້ວໄດ້ປົດເກີບ ແລະ ຍ່າງຂຶ້ນໄປຕາມທາງເດີນຂອງເດັກຜູ້ຊາຍ ດ້ວຍຕີນເປົ່າ. ຂ້າພະເຈົ້າໄດ້ພະຍາຍາມໃຫ້ພື້ນຕີນແຂງກວ່າເກົ່າ.
ຕອນຢູ່ຊັ້ນປະຖົມໄວ, ນັ້ນເປັນສິ່ງທີ່ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າສາມາດເຮັດ ເພື່ອຕຽມຕົວ. ບັດນີ້ຂ້າພະເຈົ້າຮູ້ດີກວ່າ! ແທນທີ່ຈະຍ່າງຕີນເປົ່າໄປຕາມທາງເດີນໃນປ່າ, ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າສາມາດຕຽມຕີນ ເພື່ອເດີນຕາມເສັ້ນທາງແຫ່ງພັນທະສັນຍາ ໂດຍການຮັບເອົາຄຳເຊື້ອເຊີນຂອງພຣະວິນຍານບໍລິສຸດ. ເພາະພຣະຜູ້ເປັນເຈົ້າ, ຜ່ານທາງສາດສະດາຂອງພຣະອົງ, ໄດ້ຂໍໃຫ້ເຮົາແຕ່ລະຄົນ ໃຫ້ດຳລົງຊີວິດ ແລະ ເປັນຫ່ວງເປັນໃຍຕາມ “ວິທີທາງທີ່ສູງກວ່າ ແລະ ສັກສິດກວ່າ” ແລະ ທີ່ຈະ “ກ້າວຂຶ້ນສູງກວ່າ.”1
ການຮຽກຮ້ອງໂດຍທາງສາດສະດາເພື່ອໃຫ້ກະທຳ ຮ່ວມກັບຄວາມຮູ້ສຶກພາຍໃນ ທີ່ເຮົາສາມາດເຮັດ ແລະ ເປັນຫລາຍກວ່າໄດ້, ບາງເທື່ອຈະສ້າງບາງສິ່ງຢູ່ພາຍໃນຕົວເຮົາ ອັນທີ່ ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ເອີ້ນວ່າ “ຄວາມບໍ່ພໍໃຈທີ່ດີເລີດ.”2 ຄວາມບໍ່ພໍໃຈທີ່ດີເລີດ ມາເຖິງເມື່ອເຮົາປຽບທຽບ “ສິ່ງທີ່ເຮົາ ເປັນຢູ່ [ໃສ່ກັບ] ສິ່ງທີ່ເຮົາມີພະລັງທີ່ຈະ ກາຍເປັນ.”3 ເຮົາແຕ່ລະຄົນ, ຖ້າຫາກເຮົາຊື່ສັດ, ຈະຮູ້ສຶກມີຊ່ອງວ່າງລະຫວ່າງບ່ອນທີ່ເຮົາຢູ່ ແລະ ຄົນທີ່ເຮົາເປັນຢູ່, ແລະ ບ່ອນທີ່ເຮົາຢາກຢູ່ ແລະ ຄົນທີ່ເຮົາຢາກກາຍເປັນ. ເຮົາຢາກມີຄວາມສາມາດສ່ວນຕົວຫລາຍກວ່າເກົ່າ. ເຮົາມີຄວາມຮູ້ສຶກດັ່ງກ່າວນີ້ ເພາະວ່າເຮົາເປັນທິດາ ແລະ ບຸດຂອງພຣະເຈົ້າ, ເກີດມາພ້ອມດ້ວຍຄວາມສະຫວ່າງຂອງພຣະຄຣິດ ແຕ່ເຮົາຢູ່ໃນໂລກທີ່ເສື່ອມໂຊມ. ຄວາມຮູ້ສຶກເຫລົ່ານີ້ມາຈາກພຣະເຈົ້າ ແລະ ສ້າງໃຫ້ມີຄວາມຮີບດ່ວນທີ່ຈະກະທຳ.
ເຮົາຄວນຕ້ອນຮັບຄວາມຮູ້ສຶກ ບໍ່ພໍໃຈທີ່ດີເລີດ ທີ່ເອີ້ນເຮົາໃຫ້ຂຶ້ນໄປຫາບ່ອນທີ່ສູງກວ່າ, ຂະນະທີ່ຮັບຮູ້ ແລະ ຫລີກເວັ້ນຈາກສິ່ງຈອມປອມຂອງຊາຕານ—ຄືຄວາມທໍ້ຖອຍໃຈ ທີ່ເຮັດໃຫ້ຢຸດສະງັກ. ຊາຕານພ້ອມແລ້ວທີ່ຈະແຊກຕົວເຂົ້າໄປໃນຊ່ອງວ່າງອັນມີຄ່ານີ້. ເຮົາສາມາດເລືອກທີ່ຈະເດີນຕາມທາງທີ່ສູງກວ່າ ຊຶ່ງພາເຮົາໄປຊອກຫາພຣະເຈົ້າ ແລະ ຄວາມສັນຕິສຸກ ແລະ ພຣະຄຸນຂອງພຣະອົງ, ຫລື ເຮົາສາມາດຟັງຊາຕານ ຜູ້ທີ່ໂຈມຕີເຮົາ ໂດຍການບອກເຮົາວ່າ ເຮົາຈະບໍ່ເຄີຍພໍ: ບໍ່ຮັ່ງມີພໍ, ບໍ່ເກັ່ງພໍ, ບໍ່ງາມພໍ, ບໍ່ພໍຫຍັງເລີຍ. ຄວາມບໍ່ພໍໃຈຂອງເຮົາສາມາດກາຍເປັນສິ່ງທີ່ດີເລີດ—ຫລື ສິ່ງທີ່ທຳລາຍ.
ກະທຳດ້ວຍສັດທາ
ວິທີໜຶ່ງທີ່ຈະຮູ້ເຖິງຄວາມບໍ່ພໍໃຈທີ່ດີເລີດ ຈາກຄວາມຈອມປອມຂອງຊາຕານແມ່ນວ່າ ຄວາມບໍ່ພໍໃຈທີ່ດີເລີດຈະພາເຮົາໃຫ້ກະທຳດ້ວຍສັດທາ. ຄວາມບໍ່ພໍໃຈທີ່ດີເລີດບໍ່ແມ່ນການເຊື້ອເຊີນໃຫ້ຢູ່ຢ່າງສະບາຍ, ແລະ ມັນກໍຈະບໍ່ນຳເຮົາໄປສູ່ຄວາມຜິດຫວັງ. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເມື່ອຂ້າພະເຈົ້າມີແຕ່ຄິດກັບທຸກສິ່ງທີ່ຂ້າພະເຈົ້າ ບໍ່ແມ່ນ, ຂ້າພະເຈົ້າບໍ່ກ້າວໜ້າເລີຍ ແລະ ຂ້າພະເຈົ້າພົບວ່າ ກໍຍາກກວ່າທີ່ຈະຮູ້ສຶກ ແລະ ເຮັດຕາມພຣະວິນຍານ.4
ຕອນທີ່ເພິ່ນເປັນໄວລຸ້ນ, ໂຈເຊັບ ສະມິດ ໄດ້ເຂົ້າໃຈເຖິງຄວາມບົກຜ່ອງຂອງຕົນ ແລະ ໄດ້ກັງວົນກ່ຽວກັບ “ສະພາບການຂອງຈິດວິນຍານອະມະຕະຂອງ [ເພິ່ນ].” ຕາມຄຳເວົ້າຂອງເພິ່ນເອງ, “ຂ້າພະເຈົ້າລຳບາກໃຈຢ່າງໜັກ ເພາະຂ້າພະເຈົ້າໄດ້ເຮັດຜິດບາບ, ແລະ … ໄດ້ຮູ້ສຶກເປັນທຸກ ຍ້ອນບາບຂອງຂ້າພະເຈົ້າເອງ ພ້ອມດ້ວຍບາບຂອງໂລກ.”5 ຄວາມຮູ້ສຶກເຊັ່ນນີ້ ໄດ້ “ເຮັດໃຫ້ເພິ່ນບໍ່ສະບາຍໃຈເລີຍ.”6 ທ່ານກໍເຄີຍເປັນບໍ? ທ່ານຮູ້ສຶກບໍ່ສະບາຍໃຈ ຫລື ອຸກໃຈ ເພາະຄວາມບົກຜ່ອງຂອງຕົນບໍ?
ໂຈເຊັບໄດ້ເຮັດບາງສິ່ງ. ເພິ່ນບອກວ່າ, “ຂ້າພະເຈົ້າເຄີຍເວົ້າກັບຕົວເອງວ່າ: ຊິເຮັດຈັ່ງໃດ?”7 ໂຈເຊັບໄດ້ກະທຳດ້ວຍສັດທາ. ເພິ່ນໄດ້ຫັນໄປອ່ານພຣະຄຳພີ, ໄດ້ອ່ານຄຳເຊື້ອເຊີນໃນ ຢາໂກໂບ 1:5, ແລ້ວໄດ້ຫັນໄປຫາພຣະເຈົ້າເພື່ອຄວາມຊ່ວຍເຫລືອ. ພາບທີ່ມາໃຫ້ເຫັນນັ້ນ ໄດ້ພາໄປສູ່ການຟື້ນຟູ. ຂ້າພະເຈົ້າກະຕັນຍູຫລາຍສຳລັບຄວາມບໍ່ພໍໃຈທີ່ດີເລີດຂອງໂຈເຊັບ, ຕໍ່ ຊ່ວງເວລາທີ່ເພິ່ນຮູ້ສຶກບໍ່ສະບາຍໃຈ ແລະ ສັບສົນ, ຊຶ່ງນຳພາເພິ່ນໃຫ້ກະທຳດ້ວຍສັດທາ.
ເຮັດຕາມການກະຕຸ້ນທີ່ໃຫ້ເຮັດຄວາມດີ
ສ່ວນຫລາຍແລ້ວ ໂລກມັກໃຊ້ຄວາມຮູ້ສຶກບໍ່ພໍໃຈເປັນສິ່ງແກ້ຕົວສຳລັບການຄິດແຕ່ນຳຕົວເອງ, ກັບຄວາມຄິດບໍ່ເລີກບໍ່ແລ້ວກັບການທີ່ເຮົາເປັນ ຄົນທີ່ເຮົາບໍ່ເປັນ ແລະ ສິ່ງທີ່ເຮົາຢາກໄດ້. ຄວາມບໍ່ພໍໃຈທີ່ດີເລີດຊັກຊວນເຮົາ ໃຫ້ເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ, “ຜູ້ທີ່ໄດ້ໄປທຸກຫົນທຸກແຫ່ງ ເຮັດຄຸນງາມຄວາມດີ.”8 ຂະນະທີ່ເຮົາເດີນໄປຕາມທາງແຫ່ງການເປັນສານຸສິດ, ເຮົາຈະໄດ້ຮັບການກະຕຸ້ນທາງວິນຍານ ເພື່ອໃຫ້ເອື້ອມອອກໄປຫາຄົນອື່ນ.
ມີເລື່ອງທີ່ຂ້າພະເຈົ້າໄດ້ຍິນຫລາຍປີແລ້ວ ຊຶ່ງຊ່ວຍຂ້າພະເຈົ້າໃຫ້ເຂົ້າໃຈ ແລະ ແລ້ວເຮັດຕາມການກະຕຸ້ນຈາກພຣະວິນຍານບໍລິສຸດ. ຊິດສະເຕີ ບອນນີ ດີ ພາຄິນ, ອະດີດປະທານສະມາຄົມສະຕີສົງເຄາະສາມັນ, ໄດ້ແບ່ງປັນເລື່ອງຕໍ່ໄປນີ້:
“ນາງຊູຊັນ … ເປັນຊ່າງຕັດເສື້ອເກັ່ງ. ປະທານ [ສະເປັນເຊີ ດັບເບິນຢູ] ຄິມໂບ ໄດ້ອາໃສຢູ່ໃນຫວອດຂອງນາງ. ວັນອາທິດໜຶ່ງ, ນາງຊູຊັນໄດ້ສັງເກດວ່າ ເພິ່ນນຸ່ງຊຸດໃໝ່. ກ່ອນໜ້ານັ້ນ ພໍ່ຂອງນາງ … ໄດ້ມອບຜ້າໄໝທີ່ສວຍງາມໃຫ້ນາງ. ນາງຊູຊັນຈຶ່ງຄິດວ່າ ຜ້າໄໝຜືນນີ້ຈະເປັນກະລະວັດທີ່ສວຍງາມ ໃຫ້ກັບຊຸດໃໝ່ຂອງປະທານຄິມໂບ. ດັ່ງນັ້ນມື້ຕໍ່ມາ ນາງຈຶ່ງຫຍິບກະລະວັດ. ນາງໄດ້ຫໍ່ມັນດ້ວຍເຈ້ຍບາງ ແລ້ວໄດ້ຍ່າງໄປຫາເຮືອນປະທານຄິມໂບ.
“ຂະນະທີ່ໄປຮອດປະຕູບ້ານ, ທັນທີນາງໄດ້ຢຸດ ແລະ ຄິດວ່າ, ‘ເຮົາແມ່ນໃຜ ຈຶ່ງຊິມາຫຍິບກະລະວັດໃຫ້ສາດສະດາ? ເພິ່ນຄືຊິມີຫລາຍຢູ່ແລ້ວ.’ ໂດຍທີ່ຕັດສິນໃຈວ່າ ນາງໄດ້ເລືອກຜິດແລ້ວ, ຈຶ່ງຫັນຕົວເພື່ອກັບໄປ.
“ທັນໃດນັ້ນ ຊິດສະເຕີ ຄິມໂບ ກໍໄດ້ເປີດປະຕູບ້ານ ແລະ ເວົ້າວ່າ, ‘ຊູຊັນ!’
“ໂດຍທີ່ເວົ້າກຶກໆ ກັກໆ, ນາງຊູຊັນກ່າວວ່າ, ‘ຂ້ານ້ອຍໄດ້ເຫັນປະທານຄິມໂບ ໃສ່ຊຸດໃໝ່ມື້ວານນີ້. ພໍ່ຂອງຂ້ານ້ອຍ ຫາກໍໄດ້ເອົາຜ້າໄໝຈາກນິວຢອກມາໃຫ້ຂ້ານ້ອຍ … ແລ້ວຂ້ານ້ອຍຈຶ່ງຫຍິບກະລະວັດໃຫ້ເພິ່ນ.’
“ກ່ອນນາງຊູຊັນເອີ່ຍປາກເວົ້າອີກ, ຊິດສະເຕີ ຄິມໂບ ໄດ້ຢຸດນາງໄວ້, ໄດ້ຈັບບ່າໄລ່ຂອງນາງ ແລະ ໄດ້ເວົ້າວ່າ: ‘ຊູຊັນເອີຍ, ຢ່າລະງັບຄວາມຄິດທີ່ມີໃຈກວ້າງຂວາງເລີຍເດີ້.’”9
ຂ້າພະເຈົ້າມັກຄຳນີ້! “ຢ່າລະງັບຄວາມຄິດທີ່ມີໃຈກວ້າງຂວາງເລີຍເດີ້.” ມີບາງເທື່ອ ເມື່ອຂ້າພະເຈົ້າຮູ້ສຶກຢາກເຮັດບາງສິ່ງໃຫ້ຄົນໃດຄົນໜຶ່ງ, ຂ້າພະເຈົ້າກໍສົງໄສວ່າ ມັນເປັນການກະຕຸ້ນ ຫລື ເປັນຄວາມຄິດຂອງຂ້າພະເຈົ້າເອງ. ແຕ່ຂ້າພະເຈົ້າໄດ້ຖືກເຕືອນໃຈວ່າ “ສິ່ງທີ່ເປັນຂອງພຣະເຈົ້າເຊື້ອເຊີນ ແລະ ຊັກຈູງໃຫ້ມະນຸດເຮັດຄວາມດີຢູ່ຕະຫລອດເວລາ; ດັ່ງນັ້ນ, ທຸກສິ່ງທຸກຢ່າງທີ່ເຊື້ອເຊີນ ແລະ ຊັກຈູງໃຫ້ເຮັດຄວາມດີ, ແລະ ໃຫ້ຮັກພຣະເຈົ້າ ແລະ ໃຫ້ຮັບໃຊ້ພຣະອົງ, ແມ່ນມາຈາກການດົນໃຈຈາກພຣະເຈົ້າ.”10
ບໍ່ວ່າຈະເປັນການກະຕຸ້ນໂດຍກົງ ຫລື ເປັນຄວາມຮູ້ສຶກຢາກຊ່ວຍເຫລືອກໍຕາມ, ການເຮັດຄວາມດີ ບໍ່ເຄີຍເປັນສິ່ງໄຮ້ປະໂຫຍດ; ເພາະ “ຄວາມໃຈບຸນດຳລົງຢູ່ຕະຫລອດ”11—ແລະ ບໍ່ເຄີຍເປັນການຕອບຮັບທີ່ຜິດ.
ສ່ວນຫລາຍເວລາອາດບໍ່ສະດວກ, ແລະ ສ່ວນຫລາຍເຮົາບໍ່ຮູ້ຜົນທີ່ເກີດຈາກການຮັບໃຊ້ເລັກໆນ້ອຍໆຂອງເຮົາ. ແຕ່ບາງເທື່ອ ເຮົາຈະຮັບຮູ້ວ່າ ເຮົາໄດ້ເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າ ແລະ ເຮົາຈະກະຕັນຍູທີ່ຮູ້ວ່າ ສິ່ງທີ່ພຣະວິນຍານບໍລິສຸດເຮັດຜ່ານທາງເຮົາ ເປັນການສະແດງອອກເຖິງການຮັບຮູ້ຈາກພຣະເຈົ້າ.
ເອື້ອຍນ້ອງທັງຫລາຍ, ທ່ານ ແລະ ຂ້າພະເຈົ້າສາມາດວິງວອນຂໍໃຫ້ພຣະວິນຍານບໍລິສຸດ ສະແດງ “ທຸກຢ່າງທີ່ [ເຮົາ]ຄວນເຮັດ,” ໃຫ້ເຮົາຮູ້12 ເຖິງແມ່ນເຮົາມີຫລາຍສິ່ງທີ່ຕ້ອງເຮັດກໍຕາມ. ເມື່ອໄດ້ຮັບການກະຕຸ້ນ, ເຮົາສາມາດວາງຖ້ວຍຊາມໄວ້ໃນອ່າງ ຫລື ປະອີເມວທີ່ເຕັມຢູ່ໄວ້ກ່ອນ ເພື່ອຈະໄດ້ອ່ານປຶ້ມໃຫ້ລູກຟັງ, ໄປຢ້ຽມຢາມໝູ່ເພື່ອນ, ຊ່ວຍດູແລລູກໃຫ້ເພື່ອນບ້ານ, ຫລື ໄປຮັບໃຊ້ໃນພຣະວິຫານ. ຢ່າເຂົ້າໃຈຜິດເດີ້—ຂ້າພະເຈົ້າເປັນຄົນມັກຂຽນໃບລາຍການທີ່ຈະເຮັດ, ມັກໝາຍຂີດສິ່ງທີ່ຕົວເອງເຮັດສຳເລັດອອກ. ແຕ່ມີຄວາມສະຫງົບ ທີ່ຮູ້ວ່າ ການເປັນ ຫລາຍກວ່າ ບໍ່ເທົ່າກັບການເຮັດ ຫລາຍກວ່າ. ການຕອບສະໜອງຄວາມບໍ່ພໍໃຈ ໂດຍການເອົາໃຈໃສ່ຕໍ່ການກະຕຸ້ນ ໄດ້ປ່ຽນວິທີທີ່ຂ້າພະເຈົ້າຄິດກ່ຽວກັບ “ເວລາສ່ວນຕົວ,” ແລະ ເຫັນຄົນອື່ນ, ວ່າເຂົາເຈົ້າບໍ່ໄດ້ລົບກວນ, ແຕ່ເປັນຈຸດປະສົງໃນຊີວິດຂອງຂ້າພະເຈົ້າ.
ຄວາມບໍ່ພໍໃຈທີ່ດີເລີດນຳເຮົາໄປສູ່ພຣະຄຣິດ
ຄວາມບໍ່ພໍໃຈທີ່ດີເລີດນຳໄປສູ່ຄວາມຖ່ອມຕົວ, ບໍ່ແມ່ນການສົງສານຕົວເອງ ຫລື ຄວາມອຸກໃຈທີ່ເກີດຂຶ້ນເມື່ອເຮົາປຽບທຽບ ແລະ ເຫັນຕົວເອງວ່າມີຄວາມບົກຜ່ອງຢູ່. ຜູ້ຍິງທີ່ຮັກສາພັນທະສັນຍາບໍ່ເໝືອນກັນໃນທາງຄອບຄົວ, ປະສົບການໃນຊີວິດ, ແລະ ສະຖານະການ.
ແນ່ນອນທີ່ເຮົາທຸກຄົນຈະຂາດຕົກບົກຜ່ອງ ເລື່ອງສັກກະຍະພາບທີ່ສູງສົ່ງຂອງເຮົາ, ແລະ ກໍມີມູນຄວາມຈິງຢູ່ເຮົາຮັບຮູ້ວ່າ ຖ້າ ພຽງຕົວຄົນດຽວ ເຮົາບໍ່ພຽງພໍ. ແຕ່ຂ່າວປະເສີດຂອງພຣະກິດຕິຄຸນ ແມ່ນວ່າ ດ້ວຍພຣະຄຸນຂອງພຣະເຈົ້າ, ເຮົາ ພຽງພໍ. ດ້ວຍຄວາມຊ່ວຍເຫລືອຂອງພຣະຄຣິດ, ເຮົາສາມາດເຮັດທຸກສິ່ງໄດ້.13 ພຣະຄຳພີສັນຍາວ່າ ເຮົາຈະ “ພົບພຣະຄຸນທີ່ຈະຊ່ວຍເຮົາໃນເວລາທີ່ຕ້ອງການ.”14
ຄວາມຈິງທີ່ໜ້າແປກໃຈ ແມ່ນວ່າຄວາມອ່ອນແອຂອງເຮົາ ສາມາດເປັນພອນໄດ້ ເມື່ອເຮົາຖ່ອມຕົວ ແລະ ຫັນໄປຫາພຣະຄຣິດ.15 ຄວາມບໍ່ພໍໃຈກາຍເປັນສິ່ງທີ່ສັກສິດ ເມື່ອເຮົາເຂົ້າຫາພຣະເຢຊູຄຣິດຢ່າງຖ່ອມຕົວ ພ້ອມກັບຄວາມຢາກໄດ້ຂອງເຮົາ, ແທນທີ່ບໍ່ເຂົ້າຫາພຣະອົງເລີຍ ເພາະສົງສານຕົວເອງ.
ຕາມຈິງແລ້ວ, ການມະຫັດສະຈັນຂອງພຣະເຢຊູ ສ່ວຍຫລາຍມັກຈະເລີ່ມຕົ້ນດ້ວຍການຮັບຮູ້ເຖິງຄວາມຢາກໄດ້, ຄວາມຕ້ອງການ, ຄວາມລົ້ມເຫລວ, ຫລື ຄວາມຂາດເຂີນ. ຈື່ບໍເລື່ອງເຂົ້າຈີ່ ກັບ ປາ? ຜູ້ຂຽນພຣະຄຳພີໄດ້ເລົ່າເລື່ອງທີ່ພຣະເຢຊູໄດ້ຈັດຫາອາຫານຢ່າງມະຫັດສະຈັນ ເພື່ອຫລາຍພັນຄົນ ທີ່ໄດ້ຕິດຕາມພຣະອົງ.16 ແຕ່ເລື່ອງເລີ່ມຕົ້ນ ເມື່ອພວກສາວົກໄດ້ຮັບຮູ້ເຖິງຄວາມຂາດເຂີນຂອງຕົນ; ເຂົາເຈົ້າຮູ້ວ່າ ເຂົາເຈົ້າມີພຽງແຕ່ “ເຂົ້າຈີ່ຫ້າກ້ອນ ທີ່ເຮັດດ້ວຍແປ້ງເຂົ້າເດືອຍ ແລະ ປານ້ອຍສອງໂຕ: ຈະພໍສຳລັບຄົນເຫລົ່ານີ້ທັງໝົດໄດ້ແນວໃດ?”17 ພວກສາວົກກໍເວົ້າຖືກ: ພວກເຂົາບໍ່ ມີອາຫານພຽງພໍ, ແຕ່ພວກເຂົາໄດ້ມອບສິ່ງທີ່ພວກເຂົາມີ ໃຫ້ພຣະເຢຊູ ແລະ ແລ້ວພຣະອົງ ໄດ້ທຳການມະຫັດສະຈັນ.
ທ່ານເຄີຍຮູ້ສຶກບໍວ່າ ພອນສະຫວັນ ແລະ ຄວາມສາມາດຂອງທ່ານ ບໍ່ດີພໍສຳລັບວຽກທີ່ຕ້ອງເຮັດ? ຂ້າພະເຈົ້າເຄີຍຮູ້ສຶກ. ແຕ່ທ່ານ ແລະ ຂ້າພະເຈົ້າສາມາດມອບສິ່ງທີ່ມີ ໃຫ້ພຣະຄຣິດ, ແລ້ວພຣະອົງຈະເສີມກຳລັງໃຫ້ເຮົາ. ສິ່ງທີ່ທ່ານມີ ກໍຫລາຍເກີນພໍຢູ່ແລ້ວ—ເຖິງແມ່ນມີຄວາມອ່ອນແອ ແລະ ຄວາມບົກຜ່ອງຂອງມະນຸດ—ຖ້າຫາກ ທ່ານເພິ່ງອາໄສພຣະຄຸນຂອງພຣະເຈົ້າ.
ຄວາມຈິງກໍຄື ເຮົາທຸກຄົນຫ່າງຈາກພຣະເຈົ້າ ແຕ່ພຽງລຸ້ນດຽວ—ແຕ່ລະຄົນເປັນລູກຂອງພຣະເຈົ້າ.18 ແລະ ເຊັ່ນດຽວກັບທີ່ພຣະອົງໄດ້ກະທຳກັບສາດສາດສະດາ ແລະ ຄົນທຳມະດາ ຕະຫລອດທຸກຍຸກທຸກສະໄໝ, ພຣະບິດາເທິງສະຫວັນປະສົງທີ່ຈະປ່ຽນແປງເຮົາ.
ຊີ ແອັສ ຫລຸຍ ໄດ້ບັນຍາຍເຖິງອຳນາດແຫ່ງການປ່ຽນຂອງພຣະເຈົ້າວ່າ: “ໃຫ້ຈິນຕະນາວ່າ ຕົນເປັນເຮືອນທີ່ມີຊີວິດຢູ່. ພຣະເຈົ້າສະເດັດມາເພື່ອສ້ອມແປງເຮືອນຫລັງນັ້ນ. ທຳອິດບາງທີທ່ານອາດເຂົ້າໃຈສິ່ງທີ່ພຣະອົງກະທຳ. ພຣະອົງໄດ້ແປງທໍ່ນ້ຳ ແລະ ຢາລັງຄາຮົ່ວ ແລະ ອື່ນໆ; ທ່ານຮູ້ວ່າວຽກງານເຫລົ່ານັ້ນຕ້ອງໄດ້ເຮັດກ່ອນ ສະນັ້ນທ່ານຈຶ່ງບໍ່ປະຫລາດໃຈເລີຍ. ແຕ່ແລ້ວພຣະອົງເລີ້ມຕີນີ້ຕີນັ້ນ ແບບທີ່ເຈັບປວດຫລາຍຂະໜາດ. … [ທ່ານເຫັນວ່າ] ພຣະອົງກຳລັງສ້າງເຮືອນທີ່ແຕກຕ່າງ ໄປຈາກສິ່ງທີ່ທ່ານຄິດ. ທ່ານເຄີຍຄິດວ່າ ທ່ານຖືກສ້າງໃຫ້ເປັນຕູບພໍດີຢູ່: ແຕ່ພຣະອົງກຳລັງສ້າງພະລາຊາວັງ. ພຣະອົງເອງກໍປະສົງທີ່ຈະມາສະຖິດຢູ່ໃນນັ້ນ.19
ຍ້ອນການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ເຮົາຈຶ່ງຖືກເຮັດໃຫ້ເທົ່າກັບວຽກງານທີ່ຕ້ອງເຮັດ. ບັນດາສາດສະດາໄດ້ສອນວ່າ ຂະນະທີ່ເຮົາໄຕ່ຂຶ້ນຕາມທາງແຫ່ງການເປັນສານຸສິດ, ເຮົາສາມາດຖືກຊຳລະ ຜ່ານທາງພຣະຄຸນຂອງພຣະຄຣິດ. ຄວາມບໍ່ພໍໃຈທີ່ດີເລີດສາມາດກະຕຸ້ນເຮົາໃຫ້ກະທຳດ້ວຍສັດທາ, ເຮັດຕາມຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະເຮັດຄວາມດີ, ແລະ ມອບຊີວິດຂອງເຮົາໃຫ້ພຣະອົງດ້ວຍຄວາມຖ່ອມຕົວ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.