​2010–2019
ຄຳ​ປາ​ໄສ​ເປີດກອງ​ປະ​ຊຸມ
ເດືອນ​ຕຸລາ 2018


ຄຳ​ປາ​ໄສ​ເປີດກອງ​ປະ​ຊຸມ

ມັນ​ເຖິງ​ເວ​ລາແລ້ວ​ທີ່​ຈະ​ເປັນສາດ​ສະ​ໜາ​ຈັກ ທີ່​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ, ໂດຍ​ທີ່​ໄດ້​ຮັບ​ການສະ​ໜັບ​ສະ​ໜູນ​ຈາກ ສິ່ງ​ທີ່​ເກີດ​ຂຶ້ນ ໃນ​ຕຶກ​ສາ​ຂາ, ຫວອດ, ແລະ ສະ​ເຕກ​ຂອງ​ເຮົາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາ​ຕື່ນ​ເຕັ້ນ​ຫລາຍ​ທີ່​ໄດ້​ມາ​ເຕົ້າ​ໂຮມ​ກັບ​ທ່ານ​ອີກ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລານີ້ ຂອງ​ສາດ​ສະ​ໜາ​ຈັກ. ພວກ​ເຮົາ​ຂໍ​ຕ້ອນ​ຮັບ​ທ່ານ​ແຕ່​ລະ​ຄົນ​ດ້ວຍ​ຄວາມ​ຊື່ນ​ຊົມ​ຢ່າງ​ຍິ່ງ. ພວກ​ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ສຳ​ລັບ​ຄຳ​ອະ​ທິ​ຖານ​ທີ່ສະ​ໜັບ​ສະ​ໜູນ​ຂອງ​ທ່ານ. ພວກ​ເຮົາ​ຮູ້​ສຶກ​ເຖິງ​ຜົນຂອງ​ຄຳ​ອະ​ທິ​ຖານ​ເຫລົ່າ​ນັ້ນ. ຂໍຂອບໃຈຫລາຍໆ!

ພວກ​ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຫລວງ​ຫລາຍ​ຂອງ​ທ່ານ ທີ່​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ ທີ່​ໄດ້ມອບ​ໃຫ້​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເມື່ອຫົກເດືອນ​ຜ່ານ​ມານີ້. ປະ​ທານ​ສະ​ເຕກ​ຕະ​ຫລອດ​ທົ່ວ​ໂລກ ກໍ​ໄດ້​ສະ​ແຫວງ​ຫາ​ການ​ເປີດ​ເຜີຍ ທີ່​ຈຳ​ເປັນ​ຕໍ່​ການ​ສ້າງ​ຕັ້ງ​ກຸ່ມ​ແອວ​ເດີ​ຂຶ້ນ​ໃໝ່. ຜູ້​ຊາຍ​ຂອງ​ກຸ່ມ​ເຫລົ່າ​ນັ້ນ ພ້ອມ​ດ້ວຍ​ເອື້ອຍ​ນ້ອງ​ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ທີ່​ອຸ​ທິດ​ຕົນ ໄດ້​ທຳ​ງານ​ຢ່າງ​ພາກ​ພຽນ ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກເຮົາ ໃນ​ວິ​ທີ​ທີ່​ສູງກວ່າ ແລະ ສັກ​ສິດກວ່າ. ພວກ​ເຮົາ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ຄວາມ​ດີ ແລະ ຄວາມ​ພະ​ຍາ​ຍາມ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ຂອງ​ທ່ານ ທີ່​ຈະ​ນຳ​ຄວາມ​ຮັກຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ມາ​ສູ່ຄອບ​ຄົວ, ເພື່ອນ​ບ້ານ, ແລະ ໝູ່​ເພື່ອນ​ຂອງ​ທ່ານ ແລະ ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ເຂົາ​ເຈົ້າ ດັ່ງ​ທີ່​ພຣະ​ອົງ​ຈະ​ກະ​ທຳ.

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ເດືອນ​ເມ​ສາ ເປັນ​ຕົ້ນ​ມາ, ຊິດ​ສະ​ເຕີ ແນວ​ສັນ ແລະ ຂ້າ​ພະ​ເຈົ້າ ໄດ້​ໄປ​ພົບ​ກັບ​ສະ​ມາ​ຊິກ​ຢູ່​ໃນ​ສີ່​ທະ​ວີບ ແລະ ໃນ​ໝູ່​ເກາະຕ່າງໆ. ຈາກ ​ເຢ​ຣູ​ຊາ​ເລັມ ເຖິງ ຮາ​ຣາ​ເຣ, ຈາກ ວິນ​ນິ​ເພກ ເຖິງ ບາງກອກ, ພວກ​ເຮົາ​ໄດ້​ມີ​ປະ​ສົບ​ການກັບ​ສັດ​ທາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ຈັກ​ພະ​ຍານ ທີ່ເຂັ້ມ​ແຂງ​ຂອງ​ທ່ານ.

ພວກ​ເຮົາ​ດີ​ໃຈ​ຫລາຍ ກັບ​ຊາວ​ໜຸ່ມ​ຢ່າງ​ຫລວງ​ຫລາຍ​ ທີ່​ໄດ້​ເຂົ້າ​ຮ່ວມກອງ​ທັບ​ໜຸ່ມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ເຕົ້າ​ໂຮມອິດ​ສະ​ຣາ​ເອນ ທີ່​ກະ​ຈັດ​ກະ​ຈາຍ​ໄປ.1 ພວກ​ເຮົາ​ຂໍ​ຂອບ​ໃຈ​ພວກ​ເຈົ້າ​ຫລາຍໆ! ແລະ ເມື່ອ​ພວກ​ເຈົ້າ​ສືບ​ຕໍ່​ເຮັດ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ຂ້າ​ພະ​ເຈົ້າ ຢູ່​ທີ່ກອງ​ປະ​ຊຸມ​ສຳ​ລັບ​ຊາວ​ໜຸ່ມ​ທົ່ວ​ໂລກ,​ ພວກ​ເຈົ້າ​ໄດ້​ສ້າງ​ຕັ້ງ​ມາດ​ຕະ​ຖານ ໃຫ້​ພວກ​ເຮົາ​ທຸກ​ຄົນ ທີ່​ຈະ​ເຮັດ​ຕາມ. ພວກ​ເຈົ້າ​ໄດ້​ສ້າງ​ຄວາມ​ແຕກ​ຕ່າງທີ່​ດີ​ເລີດ!

ໃນ​ຫລາຍ​ປີ​ທີ່​ຜ່ານ​ມາ, ພວກເຮົາ ໃນ​ສະ​ພາຝ່າຍ​ຄວບ​ຄຸມ ຂອງ​ສາດ​ສະ​ໜາ​ຈັກ ໄດ້​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ຄຳ​ຖາມ​ທີ່​ສຳ​ຄັນ​ ທີ່​ວ່າ: ເຮົາ​ຈະ​ເອົາ​ພຣະ​ກິດ​ຕິ​ຄຸນ ໃນ​ຄວາມ​ບໍ​ລິ​ສຸດ​ຂອງ​ມັນ, ແລະ ພິ​ທີ​ການ​ຕ່າງໆ ກັບ​ຜົນ​ສະ​ທ້ອນ​ນິ​ລັນ​ດອນ​ຂອງ​ມັນ ໄປ​ໃຫ້​ລູກໆ ທຸກ​ຄົນ ຂອງ​ພຣະ​ເຈົ້າ​ໄດ້​ແນວ​ໃດ?

ໃນ​ຖາ​ນະ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາມັກ​ຄິດກ່ຽວ​ກັບ “ສາດ​ສະ​ໜາ​ຈັກ” ວ່າ​ເປັນ ບາງ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ໂບດ, ທີ່​ສະ​ໜັບ​ສະ​ໜູນ​ໂດຍ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ທີ່​ບ້ານ. ເຮົາ​ຕ້ອງ​ໄດ້​ປັບ​ຕົວ​ເຂົ້າ​ກັບ​ແບບ​ແຜນນີ້. ມັນ​ເຖິງ​ເວ​ລາແລ້ວ ທີ່​ຈະ​ເປັນ ສາດ​ສະ​ໜາ​ຈັກ ທີ່​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ, ໂດຍທີ່​ໄດ້​ຮັບ​ການສະ​ໜັບ​ສະ​ໜູນ​ຈາກ ສິ່ງ​ທີ່​ເກີດ​ຂຶ້ນ ໃນ​ຕຶກ​ສາ​ຂາ, ຫວອດ, ແລະ ສະ​ເຕກ​ຂອງ​ເຮົາ.

ເມື່ອ​ສາດ​ສະ​ໜາ​ຈັກສືບ​ຕໍ່​ຂະ​ຫຍາຍ​ອອກ​ໄປ​ຕະ​ຫລອດ​ທົ່ວ​ໂລກ, ມີສະ​ມາ​ຊິກ​ຫລາຍ​ຄົນ​ທີ່ອາ​ໄສ​ຢູ່​ໃນ​ບ່ອນ​ທີ່ບໍ່​ມີ​ຕຶກ​ໂບດ—ແລະ ອາດບໍ່​ມີ​ຕຶກ​ໂບດ ໃນ​ມໍ່ໆ​ນີ້. ຂ້າ​ພະ​ເຈົ້າ​ຈື່​ຄອບ​ຄົວ​ໜຶ່ງ​ໄດ້ ຜູ້​ຊຶ່ງ, ເພາະ​ສະ​ຖາ​ນະ​ການ​ເຊັ່ນ​ນັ້ນ, ໄດ້​ຖືກຂໍ​ຮ້ອງ​ໃຫ້​ຈັດ​ພິ​ທີ​ນະ​ມັດ​ສະ​ການ​ຢູ່​ໃນເຮືອນ​ຂອງ​ເຂົາ​ເຈົ້າ​ເອງ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຜູ້​ເປັນ​ແມ່​ວ່າ ນາງ​ຮູ້​ສຶກ​ແນວ​ໃດ ທີ່​ໄດ້​ໄປ​ໂບດ ຢູ່ເຮືອນ​ຂອງ​ຕົວ​ເອງ. ນາງ​ຕອບ​ວ່າ, “ຂ້າ​ນ້ອຍ​ມັກຫລາຍ! ດຽວນີ້ ຜົວ​ຂອງ​ຂ້າ​ນ້ອຍ ໄດ້​ໃຊ້​ພາ​ສາ​ທີ່​ສຸ​ພາບ​ຢູ່​ໃນບ້ານ, ໂດຍ​ທີ່​ຮູ້​ວ່າ ລາວຈະ​ເປັນ​ຜູ້​ກ່າວ​ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະລຶກ ໃນ​ທຸກວັນ​ອາ​ທິດ.”

ຈຸດ​ປະ​ສົງ​ຂອງ​ສາດ​ສະ​ໜາ​ຈັກ ເປັນ​ເວ​ລາ​ດົນ​ນານ ແມ່ນ​ເພື່ອ​ຮັບ​ໃຊ້​ສະ​ມາ​ຊິກ​ທຸກ​ຄົນ ໃຫ້​ມີ​ສັດ​ທາ​ຫລາຍ​ຂຶ້ນ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເພື່ອ​ຮັບ​ໃຊ້​ເຂົາ​ເຈົ້າ ໃນ​ການ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ນຳ​ພຣະ​ເຈົ້າ ແລະ ເພື່ອ​ໃຫ້​ມີຄວາມ​ເຂັ້ມ​ແຂງ ແລະ ຜະ​ນຶກ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ເຂົ້າ​ກັນ. ໃນ​ໂລກ​ທີ່​ສັບ​ສົນ ທຸກວັນ​ນີ້, ສິ່ງນີ້ ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ. ຜູ້​ປໍ​ລະ​ປັກ ກໍ​ເພີ່ມ​ການ​ໂຈມ​ຕີ ເລື່ອງ​ສັດ​ທາ ແລະ ໂຈມ​ຕີ​ເຮົາເລື່ອງ​ຄອບ​ຄົວ ໃນ​ລະ​ດັບທີ່ໄວ​ກວ່າ​ເກົ່າ. ໃນ​ການ​ເອົາ​ຕົວ​ລອດ​ທາງວິນ​ຍານ, ເຮົາ​ຕ້ອງ​ມີ​ແຜນ​ຕໍ່​ຕ້ານ ແລະ ແຜນ​ຊ່ວຍ​ເຫລືອ. ຍ້ອນ​ສິ່ງນີ້, ບັດ​ນີ້ ພວກ​ເຮົາ​ຈຶ່ງ​ໄດ້​ຈັດ​ໃຫ້​ມີ​ການ​ດັດ​ແປງ​ໃນ​ອົງ​ການ ໃນ​ແບບ​ທີ່​ປົກ​ປ້ອງ​ສະ​ມາ​ຊິກ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

ເປັນ​ເວ​ລາ​ຫລາຍ​ປີ​ທີ່ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ທຳ​ງານ​ໃນ​ການ​ຮວບ​ຮວມ​ຫລັກ​ສູດ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ ແລະ ບຸກ​ຄົນ ຜ່ານທາງ​ແຜນ ທີ່​ໃຫ້ ບ້ານ​ເຮືອນ​ເປັນ​ສູນ​ກາງ ແລະ ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ ​ເພື່ອ​ຮຽນ​ຄຳ​ສອນ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ, ແລະ ສົ່ງ​ເສີມການ​ນະ​ມັດ​ສະ​ການ​ເປັນ​ສ່ວນ​ຕົວ ທີ່​ດີ​ກວ່າ​ເກົ່າ. ຄວາມພະ​ຍາ​ຍາມຂອງ​ເຮົາ​ເມື່ອ​ສອງ​ສາມ​ປີທີ່​ຜ່ານ​ມາ, ທີ່​ຈະເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ສັກ​ສິດ—ເພື່ອ​ເຮັດ​ໃຫ້​ມັນ​ເປັນ​ເຄື່ອງ​ໝາຍ​ທີ່​ມີ​ຄວາມ​ສຸກ ແລະ ເປັນ​ສ່ວນ​ຕົວ ຕໍ່​ພຣະ​ເຈົ້າ ເຖິງ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພຣະ​ອົງ—ຈະ​ດີ​ຂຶ້ນ​ໂດຍ​ການ​ດັດ​ແປງ ຊຶ່ງ​ບັດ​ນີ້ ພວກ​ເຮົາ​ຈະ​ນຳ​ສະ​ເໜີ.

ເຊົ້າ​ມື້ນີ້ ພວກ​ເຮົາ​ຈະ​ປະ​ກາດ​ຄວາມ​ດຸນ​ດ່ຽງ ແລະ ການ​ເຊື່ອມ​ໂຍງລະ​ຫວ່າງ​ຄຳ​ແນະ​ນຳ​ເລື່ອງ​ພຣະ​ກິດ​ຕິ​ຄຸນ ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ. ເຮົາ​ແຕ່​ລະ​ຄົນ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ເຕີບ​ໂຕ​ທາງວິນ​ຍານ ຂອງ​ເຮົາ​ເອງ. ແລະ ຂໍ້​ພຣະ​ຄຳ​ພີ ກໍບົ່ງ​ບອກຢ່າງ​ແຈ່ມ​ແຈ້ງວ່າ ຜູ້​ເປັນ​ພໍ່​ແມ່ ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ ທີ່​ຈະ​ສິດ​ສອນ​ຄຳ​ສອນ ໃຫ້​ແກ່​ລູກໆ​ຂອງຕົນ.2 ມັນ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ການ​ຊ່ວຍ​ສະ​ມາ​ຊິກ​ແຕ່​ລະ​ຄົນ ໄປ​​ສູ່ຈຸດ​ເປົ້າ​ໝາຍ​ທີ່​ສູງ​ສົ່ງ ເພື່ອ​ໃຫ້​ມີ​ຄວາມ​ຮູ້​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ຫລາຍກວ່າ​ເກົ່າ.

ບັດ​ນີ້ ແອວ​ເດີ ຄວິນ​ຕິນ ແອວ ຄຸກ ຈະ​ອະ​ທິ​ບາຍ ການ​ປ່ຽນ​ແປງ​ທີ່​ສຳ​ຄັນເຫລົ່າ​ນັ້ນ. ສະ​ມາ​ຊິກ​ທຸກ​ຄົນ​ໃນ​ສະ​ພາ​​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ເຫັນ​ດີ​ນຳ​ກັນ ທີ່​ຈະ​ສະ​ໜັບ​ສະໜູນ​ຂ່າວ​ສານນີ້. ພວກ​ເຮົາ​ຮັບ​ຮູ້​ດ້ວຍຄວາມ​ກະ​ຕັນ​ຍູ ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊຶ່ງ​ມີ​ອິດ​ທິ​ພົນ​ຫລາຍ ໃນ​ການ​ພັດ​ທະ​ນາ​ແຜນ ແລະ ຂັ້ນ​ຕອນ​ຕ່າງໆ ທີ່ແອວ​ເດີ ຄຸກ ຈະ​ນຳ​ສະ​ເໜີ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່! ພຣະ​ເຢ​ຊູ​ຄື ພຣະ​ຄຣິດ! ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງນຳ​ພາ​ໂດຍການມອບ​ຄຳ​ທຳ​ນາຍ ແລະ ການ​ເປີດ​ເຜີຍ ໃຫ້​ແກ່ຜູ້​ຮັບ​ໃຊ້​ທີ່​ຖ່ອມ​ຕົວ​ຂອງ​ພຣະ​ອົງ. ຂ້າພະເຈົ້າຂໍເປັນພະຍານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.

ພິມ