​2010–2019
ຊື່​ແທ້ຂອງ​ສາດ​ສະ​ໜາ​ຈັກ
ເດືອນ​ຕຸລາ 2018


ຊື່​ແທ້​ຂອງ​ສາດ​ສະ​ໜາ​ຈັກ

ພຣະ​ເຢ​ຊູ​ຄຣິດ​ໄດ້​ບັນ​ຊາ​ເຮົາ​ໃຫ້​ເອີ້ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ໂດຍ​ຊື່​ຂອງ​ພຣະ​ອົງ ເພາະ​ມັນ​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ຊຶ່ງເຕັມ​ໄປ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ອົງ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ວັນ​ຊະ​ບາ​ໂຕ​ທີ່​​ສວຍ​ງາມນີ້ ເຮົາ​ປິ​ຕິ​ຍິນ​ດີ​ນຳ​ກັນ ກັບ​ພອນ​ຢ່າງ​ຫລວງ​ຫລາຍ​ຂອງ​ເຮົາ ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ສຳ​ລັບ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ຖືກ​ຟື້ນ​ຟູ, ສຳ​ລັບ​ການ​ເສຍ​ສະ​ລະທີ່​ທ່ານ​ໄດ້​ເຮັດ ເພື່ອ​ຢູ່​ໃນ ຫລື ກັບ​ຄືນ​ມາ​ສູ່​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ແລະ ສຳ​ລັບ​ການ​ຮັບ​ໃຊ້​ທີ່​ອຸ​ທິດ​ຕົນ​ຂອງ​ທ່ານ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ມື້ນີ້ ຂ້າ​ພະ​ເຈົ້າ​ຮູ້ສຶກ​ຈຳ​ເປັນ​ຕ້ອງ​ໄດ້​ກ່າວ​ກັບ​ທ່ານ ໃນ​ເລື່ອງ​ທີ່​ສຳ​ຄັນ​ແທ້ໆ. ຫລາຍ​ອາ​ທິດ​ຜ່ານ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ອະ​ນຸ​ມັດເອ​ກະ​ສານ ກ່ຽວ​ກັບ​ການເອີ້ນ​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ໃຫ້​ຖືກ​ຕ້ອງ.1 ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ສິ່ງນີ້ ເພາະພຣະ​ຜູ້​ເປັນ​ເຈົ້າໄດ້​ເຮັດ​ໃຫ້ຂ້າ​ພະ​ເຈົ້າ ​ຮູ້ເຖິງ​ຄວາມ​ສຳ​ຄັນ​ຂອງ​ຊື່​ທີ່​ພຣະ​ອົງ​ໄດ້​ຕັ້ງ​ໄວ້​ສຳ​ລັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ນັ້ນ​ຄື ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.2

ດັ່ງ​ທີ່​ທ່ານ​ຄາດ​ໝາຍ, ການ​ຕອບ​ຮັບ​ຕໍ່​ເອ​ກະ​ສານນີ້ ແລະ ການ​ດັດ​ແປງ​ການ​ເອີ້ນ​ຕາມ​ຊື່​ທີ່​ຖືກ​ຕ້ອງ3 ແມ່ນ​ເປັນ​ທັງ​ທາງບວກ ແລະ ທາງ​ລົບ. ໃນ​ທັນ​ທີ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຫລາຍ​ຄົນ ກໍ​ໄດ້​ເອີ້ນ​ຕາມ​ຊື່​ແທ້ຂອງ​ສາດ​ສະ​ໜາ​ຈັກ​ ຢູ່​ໃນ​ເວບ​ໄຊ້​ສົນ​ທະ​ນາ ແລະ ໃນໜ້າ​ສື່​ສານມວນ​ຊົນຂອງ​ເຂົາ​ເຈົ້າ. ໃນທຸກ​ສິ່ງ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ໂລກນີ້, ບາງ​ຄົນ​ກໍ​ແປກ​ໃຈວ່າ ເປັນ​ຫຍັງຈຶ່ງ​ຈຳ​ເປັນ​ຕ້ອງ​ເນັ້ນ​ກ່ຽວ​ກັບ​ບາງ​ສິ່ງ​ທີ່ “ບໍ່​ສຳ​ຄັນ.” ແລະ ບາງ​ຄົນ​ໄດ້​ເວົ້າ​ວ່າ ເປັນ​ໄປ​ບໍ່​ໄດ້, ແລະ ຊິ​ພະ​ຍາ​ຍາມ​ໄປ​ເຮັດ​ຫຍັງ? ຂ້າ​ພະ​ເຈົ້າ​ຈະອະ​ທິ​ບາຍ​ເຖິງ​ຄວາມ​ຈຳ​ເປັນ​​ທີ່ຕ້ອງ​ເອົາ​ໃຈ​ໃສ່ກັບ​ເລື່ອງນີ້. ແຕ່​ກ່ອນ​ອື່ນ​ໝົດ ຂ້າ​ພະ​ເຈົ້າ​ຂໍ​ກ່າວກ່ຽວ​ກັບ​ສິ່ງ​ທີ່​ມັນ ບໍ່ ໄດ້​ເປັນ:

  • ມັນ ບໍ່ ໄດ້​ເປັນ​ການ​ປ່ຽນ​ຊື່ໃໝ່.

  • ມັນ ບໍ່ ໄດ້​ເປັນ​ການຕັ້ງ​ຊື່​ໃໝ່.

  • ມັນ ບໍ່ ໄດ້​ເປັນ​ການ​ດັດ​ແປງ​ໃໝ່.

  • ມັນ ບໍ່ ໄດ້​ເປັນ​ການປ່ຽນຊື່ຕາມ​ອຳ​ເພີ​ໃຈ.

  • ແລະ ມັນ ບໍ່ ໄດ້​ເປັນສິ່ງ​ທີ່ບໍ່​ສຳ​ຄັນ.

ແຕ່​ມັນ ເປັນ ສິ່ງ​ທີ່​ຖືກ​ຕ້ອງ. ມັນ ເປັນ ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໂຈ​ເຊັບ ສະ​ມິດ ບໍ່​ໄດ້​ຕັ້ງ​ຊື່​ໃຫ້​ສາດ​ສະ​ໜາ​ຈັກ ທີ່​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ເພິ່ນ, ແລະ ມໍ​ມອນ​ກໍ​ບໍ່​ໄດ້​ຕັ້ງ​ຊື່​ໃຫ້. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ ທີ່​ກ່າວ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຈະ​ຖືກ​ເອີ້ນ​ດັ່ງ​ນັ້ນ​ໃນ​ຍຸກ​ສຸດ​ທ້າຍ, ວ່າ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.4

ແມ່ນ​ແຕ່ໃນ​ສະ​ໄໝ​ກ່ອນ, ຄ.ສ. 34, ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທີ່​ຟື້ນ​ຄືນ​ພຣະ​ຊົນ ກໍ​ໄດ້​​ໃຫ້​ຄຳແນະ​ນຳ​ທີ່​ຄ້າຍ​ຄື​ກັນ​ນີ້ ແກ່ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ເມື່ອ​ພຣະ​ອົງ​ໄດ້​ໄປ​ຢ້ຽມ​ຢາມ​ເຂົາ​ເຈົ້າ ຢູ່​ທະ​ວີບ​ອາ​ເມ​ຣິ​ກາ. ໃນ​ເວ​ລານັ້ນ ພຣະ​ອົງ​ໄດ້​ກ່າວ​ວ່າ:

“ເຈົ້າ​ຈົ່ງ​ເອີ້ນ​ສາດສະໜາ​ຈັກ​ຕາມ​ນາມ​ຂອງ​ເຮົາ. …

“ແລະ ມັນ​ຈະ​ເປັນ​ສາດສະໜາ​ຈັກ​ຂອງ​ເຮົາ​ໄດ້​ແນວ​ໃດ ຖ້າ​ຫາກ​ມັນ​ບໍ່​ມີ​ຊື່​ຕາມ​ນາມຂອງ​ເຮົາ? ເພາະ​ຖ້າ​ຫາກ​ສາດສະໜາ​ຈັກ​ມີ​ຊື່​ຕາມ​ຊື່ຂອງ​ໂມ​ເຊ, ແລ້ວມັນ​ກໍ​ຈະ​ເປັນ​ສາດສະໜາ​ຈັກ​ຂອງ​ໂມ​ເຊ; ຫລື ຖ້າ​ຫາກ​ມັນ​ມີ​ຊື່​ຕາມ​ຊື່​ຂອງ​ມະນຸດ, ມັນ​ກໍ​ຈະ​ເປັນ​ສາດສະໜາ​ຈັກ​ຂອງ​ມະນຸດ; ແຕ່​ຖ້າ​ຫາກ​ມັນ​ມີ​ຊື່​ຕາມ​ນາມ​ຂອງ​ເຮົາ, ມັນ​ກໍ​ຈະ​ເປັນ​ສາດສະໜາ​ຈັກ​ຂອງ​ເຮົາ.”5

ດັ່ງ​ນັ້ນ, ຊື່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຈຶ່ງບໍ່​ສາ​ມາດ​ຕໍ່​ລອງ​ໄດ້. ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ກ່າວ​ຢ່າງ​ແຈ່ມ​ແຈ້ງວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຄວນ​ມີ​ຊື່​ຈັ່ງ​ໃດ, ແລະ ກ່ອນພຣະອົງ​ໄດ້​ປະ​ກາດຊື່, ພຣະ​ອົງ​ໄດ້​ກ່າວ​ຂໍ້​ຄວາມນີ້, “ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຈະຕ້ອງ​ຖືກ​ເອີ້ນ​ຕາມນັ້ນ,” ພຣະ​ອົງ​ຈິງ​ຈັງ​ໃນ​ເລື່ອງນີ້. ແລະ ຖ້າ​ຫາກ​ເຮົາ​ປ່ອຍ​ໃຫ້​ຊື່​ຫລິ້ນ​ຖືກ​ໃຊ້ ຫລື ເຮົາຮັບ​ເອົາ ຫລື ແມ່ນ​ແຕ່​ສະ​ໜັບ​ສະ​ໜູນ​ຊື່​ຫລິ້ນ​, ພຣະ​ອົງ​ຈະ​ບໍ່​ພໍ​ພຣະ​ໄທ.

ຊື່​ມີ​ຄ່າຫຍັງ​ແດ່, ຫລື ໃນ​ກໍ​ລະ​ນີນີ້, ຊື່​ຫລິ້ນ​ມີ​ຄ່າ​ຫຍັງ​ແດ່? ເມື່ອ​ກ່າວ​ເຖິງ​ຊື່​ຫລິ້ນ​ຂອງ​ສາດ​ສະ​ໜາ​ຈັກ, ດັ່ງ​ເຊັ່ນ “ສາດ​ສະ​ໜາ​ຈັກ LDS,” “ສາດ​ສະ​ໜາ​ຈັກ​ມໍ​ມອນ,” ຫລື “​ສາດ​ສະ​ໜາ​ຈັກ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ,” ໃນ ຊື່​ເຫລົ່າ​ນັ້ນ ສິ່ງທີ່ສຳ​ຄັນ​ທີ່​ສຸດ ທີ່​ຖືກ ຕັດ​ອອກ ແມ່ນ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໃນ​ການ​ເອົາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ອອກ​ຈາກ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກໍເປັນ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່ສຳ​ລັບຊາ​ຕານແລ້ວ. ເມື່ອ​ເຮົາ ປະ​ຖິ້ມ ພຣະ​ນາມ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ກໍ ເຊົານັບ​ຖື ແບບ​ງຽບໆ ກັບທຸກ​ສິ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ ໄດ້​ກະ​ທຳ​ເພື່ອ​ເຮົາ—​ແມ່ນ​ແຕ່​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ຈົ່ງພິ​ຈາ​ລະ​ນາ​ສິ່ງນີ້ ຈາກທັດ​ສະ​ນະຂອງ​ພຣະ​ອົງ: ໃນ​ໂລ​ກ​ກ່ອນ​ມະ​ຕະ ພຣະ​ອົງ​ໄດ້​ເປັນ​ພຣະ​ເຢ​ໂຮ​ວາ, ພຣະ​ເຈົ້າ​ຂອງ​ພຣະ​ຄຳ​ພີ​ເດີມ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ເປັນ​ຜູ້​ສ້າງ​ໂລກນີ້ ແລະ ໂລກ​ອື່ນໆ.6 ພຣະ​ອົງ​ໄດ້​ເລືອກ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ ແລະ ເຮັດ​ບາງ​ສິ່ງ​ເພື່ອ​ລູກໆ​ທັງ​ໝົດ​ຂອງ​ພຣະ​ເຈົ້າ ທີ່​ຄົນ​ອື່ນບໍ່​ສາ​ມາດ​ເຮັດ! ການ​ທີ່ໄດ້​ຈາກ​ສະ​ຫວັນ​ມາ​ສູ່​ໂລກ ໃນ​ຖາ​ນະ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຈາກ​ພຣະ​ບິ​ດາ ໃນ​ເນື້ອ​ໜັງ, ພຣະ​ອົງ​ໄດ້​ຖືກ​ປ້ອຍ​ດ່າ, ຖືກ​ເຍາະ​ເຍີ້ຍ, ຖືກ​ຖົ່ມ​ນ້ຳ​ລາຍ​ໃສ່, ແລະ ຖືກ​ຂ້ຽນ​ຕີ. ໃນ​ສວນ​ເຄັດ​ເຊ​ມາ​ເນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ໄດ້​ຮັບ​ເອົາ​ຄວາມ​ເຈັບ​ປວດ​ ທັງ​ໝົດ, ບາບ ທັງ​ໝົດ, ແລະ​ ຄວາມ​ທຸກ​ໃຈ ແລະ ຄວາມ​ທຸກ​ທໍ​ລະ​ມານ ທັງ​ປວງ ທີ່​ທ່ານ ແລະ ຂ້າ​ພະ​ເຈົ້າ ພ້ອມ​ທັງທຸກ​ຄົນ​ຜູ້​ເຄີຍ​ມີ​ຊີ​ວິດ ແລະ ຈະ​ມີ​ຊີ​ວິດ ເຄີຍ ປະ​ສົບ. ພາຍ​ໃຕ້​ພາ​ລະ​ອັນ​ໜັກ​ໜ່ວງ ທີ່​ເຈັບ​ປວດແສນ​ສາ​ຫັດ​ນັ້ນ, ໂລ​ຫິດ​ຂອງ​ພຣະ​ອົງ ໄດ້ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ.7 ການ​ຮັບ​ທຸກ​ທໍ​ລະ​ມານ​ທີ່​ເຈັບ​ປວດ​ຫລາຍ​ທີ່​ສຸດ ແມ່ນ​​ຕອນ​ທີ່​ພຣະ​ອົງ​ຖືກ​ຄຶງ​ໄວ້​ເທິງ​ໄມ້​ກາງ​ແຂນ ຢູ່​ທີ່​ພູ​ຫົວ​ກະ​ໂຫລກ.

ຜ່ານ​ປະ​ສົບ​ການ​ທີ່ເຈັບ​ປວດ​ແສນ​ສາ​ຫັດ​ເຫລົ່າ​ນີ້ ແລະ ການ​ຟື້ນ​ຄືນພຣະ​ຊົນ​ຂອງ​ພຣະ​ອົງ​ຫລັງ​ຈາກນັ້ນ—ການ​ຊົດ​ໃຊ້​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ—ພຣະ​ອົງ​ໄດ້​ມອບ​ຄວາມ​ເປັນ​ອະ​ມະ​ຕະ​ໃຫ້​ແກ່​ເຮົາ ແລະ ໄດ້​ໄຖ່​ເຮົາ​ແຕ່​ລະ​ຄົນ​ຈາກ​ຜົນ​ຂອງ​ບາບ ໃນ​ເງື່ອນ​ໄຂ​ທີ່​ເຮົາ​ຕ້ອງ​ກັບ​ໃຈ.

ຫລັງ​ຈາກການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ ແລະ ​ຫລັງ​ຈາກການ​ຕາຍ​ຂອງ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ, ໂລກ​ໄດ້​ຈົມ​ລົງ​ຢູ່​ໃນ​ຄວາມ​ມືດ​ມົວ ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ. ແລ້ວ​ໃນ​ປີ 1820, ພຣະ​ເຈົ້າອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ປະ​ກົດ​ຕໍ່​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ເພື່ອ​ເລີ່ມ​ຕົ້ນ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຫລັງ​ຈາກ​ທີ່​ພຣະ​ອົງ​ໄດ້​ອົດ​ທົນ​ກັບ​ທຸກ​ຢ່າງ—ແລະ ຫລັງ​ຈາກ​ທີ່​ພຣະ​ອົງ​ໄດ້ກະ​ທຳ​ທຸກ​ສິ່ງ​ເພື່ອ​ມະ​ນຸດ—ຂ້າ​ພະ​ເຈົ້າ​ຮັບ​ຮູ້​ດ້ວຍຄວາມ​ຮູ້​ສຶກ​ເສຍ​ໃຈ ທີ່​ເຮົາ​ໄດ້​ຮັບ​ເອົາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ໃນ​ຊື່​ອື່ນ, ຊຶ່ງ​ຊື່​ເຫລົ່າ​ນັ້ນ ໄດ້​ຕັດ​ພຣະ​ນາມ​ທີ່​ສັກ​ສິດ​ຂອງ​ພຣະເຢ​ຊູ​ຄຣິດ​ອອກ​ໄປ!

ທຸກວັນ​ອາ​ທິດ ຂະ​ນະ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄ່າ​ຄວນ, ເຮົາ​ໄດ້​ຕໍ່​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ຂອງ​ເຮົາ ນຳ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ວ່າ ເຮົາ​ຈະ​ເຕັມ​ໃຈ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ.8 ເຮົາ​ສັນ​ຍາ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ, ກັບ​ໃຈ, ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ລະ​ນຶກ​ເຖິງ​ພຣະ​ອົງ ຕະ​ຫລອດ​ເວ​ລາ.

ເມື່ອ​ເຮົາ​ຕັດ​ພຣະ​ນາມ​ຂອງ​ພຣະ​ອົງອອກຈາກ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ເຮົາກໍ​ໄດ້​ເອົາ​ພຣະ​ນາມຂອງ​ພຣະ​ອົງ ອອກ​ໄປ​ຢ່າງບໍ່​ຕັ້ງ​ໃຈ ຊຶ່ງ​ເປັນ​ສິ່ງ​ສຳ​ຄັນ​ທີ່​ເຮົາ​ຄວນ​ເອົາ​ໃຈ​ໃສ່ ໃນ​ຊີ​ວິດ​ຂອງ​ເຮົາ.

ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແມ່ນ​ຮ່ວມ​ທັງ​ການ​ປະ​ກາດ ແລະ ການ​ເປັນ​ພະ​ຍານ​ຕໍ່​ຄົນ​ອື່ນ—ຜ່ານ​ທາງ​ການ​ກະ​ທຳ ແລະ ຖ້ອຍ​ຄຳ​ຂອງ​ເຮົາ—ວ່າ ພຣະ​ເຢ​ຊູ​ຄື ພຣະ​ຄຣິດ. ເຮົາ​ຢ້ານຄົນ​ອື່ນ ຜິດ​ໃຈ ບໍ ຜູ້​ເອີ້ນ​ເຮົາ​ວ່າ “ຊາວ​ມໍ​ມອນ” ຈົນ​ວ່າ​ເຮົາ​ບໍ່​ໄດ້ ຕໍ່​ສູ້ ເພື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເພື່ອປົກ​ປ້ອງ​ພຣະ​ນາມຂອງ​ພຣະ​ອົງ ຊຶ່ງ​ສາດ​ສະ​ໜາ​ຈັກ​ຖືກ​ເອີ້ນ​ຕາມ​ພຣະ​ນາມນັ້ນ?

ຖ້າ​ຫາກ​ເຮົາທັງ​ສາດ​ສະ​ໜາ​ຈັກ ແລະ ຕົວ​ເຮົາ​ເອງ ຈະເຂົ້າ​ເຖິງ​ພະ​ລັງ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ—ເພື່ອ​ຊຳ​ລະ ແລະ ປິ່ນ​ປົວ​ເຮົາ, ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ຂະ​ຫຍາຍ​ເຮົາ, ແລະ ໃນ​ທີ່​ສຸດ ເພື່ອນຳ​ຄວາມ​ສູງ​ສົ່ງ​ມາ​ໃຫ້​ເຮົາ—ເຮົາ​ຕ້ອງ​ຮັບ​ຮູ້​ພຣະ​ອົງ​ຢ່າງ​ແຈ່ມ​ແຈ້ງ ວ່າ​ເປັນ​ແຫລ່ງ​ຂອງ​ພະ​ລັງ​ນັ້ນ. ເຮົາ​ສາ​ມາດ​ເລີ່ມ​ຕົ້ນ​ໂດຍ​ການ​ເອີ້ນ​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຕາມ​ທີ່​ພຣະ​ອົງ​ໄດ້​ປະ​ກາດ.

ສຳ​ລັບຜູ້​ຄົນ​ສ່ວນ​ຫລາຍ​ໃນ​ໂລກ, ໃນ​ເວ​ລານີ້ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຖືກປົກ​ປິດ​ໄວ້​ດ້ວຍ​ຄຳ​ວ່າ “ສາດ​ສະ​ໜາ​ຈັກ​ມໍ​ມອນ.” ແຕ່​ເຮົາ​ຜູ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຮູ້​ວ່າ​ຜູ້​ໃດ​ເປັນ​ປະ​ມຸກ​ຂອງ​ສາດ​ສະ​ໜາ​ຈັກ: ພຣະ​ເຢ​ຊູ​ຄຣິດນັ້ນ​ເອງ. ບໍ່​ສົມ​ຄວນ​ເລີຍ ທີ່ຫລາຍ​ຄົນ​ຜູ້​ໄດ້​ຍິນ​ຄຳ​ວ່າ ມໍ​ມອນ ອາດຄິດ​ວ່າ ເຮົາ​ນະ​ມັດ​ສະ​ການ​ມໍ​ມອນ. ບໍ່ແມ່ນ​ແນວນັ້ນ! ເຮົາ​ໃຫ້​ກຽດ ແລະ ນັບ​ຖື​ສາດ​ສະ​ດາ​ໃນອາ​ເມ​ຣິ​ກາ ສະ​ໄໝ​ບູ​ຮານ ຜູ້​ຍິ່ງ​ໃຫຍ່.9 ແຕ່​ເຮົາ ບໍ່ ໄດ້​ເປັນ​ສາ​ນຸ​ສິດ​ຂອງ​ມໍ​ມອນ. ເຮົາ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ໃນ​ຕອນ​ຕົ້ນຂອງ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ, ຄຳ​ວ່າ ສາດ​ສະ​ໜາ​ຈັກ​ມໍ​ມອນ ແລະ ຊາວ​ມໍ​ມອນ 10 ໄດ້​ຖືກ​ໃຊ້​ເລື້ອຍໆ ໃນ​ແບບ​ທີ່ດູ​ຖູກ—ເປັນ​ຄຳ​ທີ່​ໂຫດ​ຮ້າຍ, ທີ່ຫຍາບ​ຄາຍ—ມີ​ຈຸດ​ປະ​ສົງ​ທີ່​ຈະ​ລົບ​ລ້າງ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ໃນ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ຍຸກ​ສຸດ​ທ້າຍນີ້.11

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ມັນ​ມີ​ການ​ໂຕ້​ຖຽງ​ກັນ​ຢູ່​ໃນ​ໂລກນີ້ ກ່ຽວ​ກັບ​ການ​ກ່າວ​ຊື່​ແທ້​ຂອງ​ສາດ​ສະ​ໜາ​ຈັກ. ເພາະ​ໃນ​ໂລກ ດິ​ຈິ​ຕັນ ທີ່​ເຮົາອາ​ໄສ​ຢູ່ນີ້ ແລະ ດ້ວຍ​ການ​ຊອກ​ຫາ​ຂໍ້​ມູນ​ໄດ້​ຢ່າງວ່ອງ​ໄວ—ຮ່ວມ​ທັງ​ຂໍ້​ມູນ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ຜູ້​ວິ​ຈານ​ຈຶ່ງ​ກ່າວ​ວ່າ ການ​ຈະເອີ້ນ​ຕາມ​ຊື່​ແທ້​ໃນ​ຕອນນີ້ ແມ່ນບໍ່​ສະ​ຫລາດ. ບາງ​ຄົນ​ກໍ​ຮູ້ສຶກວ່າ ເພາະ​ເຮົາຖືກ​ຮັບ​ຮູ້​ໂດຍ​ທົ່ວ​ໄປ​ວ່າ​ເປັນ “ຊາວ​ມໍ​ມອນ” ແລະ “ສາດ​ສະ​ໜາ​ຈັກ​ມໍ​ມອນ,” ເຮົາ​ຈຶ່ງ​ຄວນ​ໃຊ້​ຄຳ​ນີ້​ຕໍ່​ໄປ.

ຖ້າ​ຫາກ​ເຮົາ​ກ່າວ​ກ່ຽວ​ກັບ​ຊື່​ຂອງ​ອົງ​ການ​ທີ່​ມະ​ນຸດ​ຈັດຕັ້ງ​ຂຶ້ນ​ເອງ, ການ​ໂຕ້​ຖຽງ​ເຫລົ່າ​ນັ້ນ​ອາດ​ຊະ​ນະ. ແຕ່ນີ້​ແມ່ນ​ເລື່ອງ​ທີ່​ສຳ​ຄັນ, ເຮົາ​ຫວັງ​ເພິ່ງ​ພຣະ​ອົງ ຜູ້​ເປັນເຈົ້າ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຮັບ​ຮູ້​ວ່າ ວິ​ທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈະ​ບໍ່​ເປັນ​ເໝືອນ​ວິ​ທີ​ທາງ​ຂອງ​ມະ​ນຸດ​ຈັກ​ເທື່ອ. ຖ້າ​ຫາກ​ເຮົາ​ຈະມີ​ຄວາມ​ອົດ​ທົນ ແລະ ​ຖ້າ​ຫາກ​ເຮົາ​ຈະເຮັດ​ພາກ​ສ່ວນ​ຂອງ​ເຮົາ​ໃຫ້​ດີ, ພຣະ​ຜູ້​ເປັນ​ເຈົ້າ​ຈະຊ່ວຍ​ເຮົາ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກນີ້​ໄປ​ໄດ້​ຢ່າງ​ແນ່ນອນ. ໃນ​ທີ່​ສຸດ, ເຮົາ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ຜູ້​ທີ່​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ດັ່ງ​ທີ່​ພຣະ​ອົງ​ໄດ້​ຊ່ວຍ​ນີ​ໄຟ ສຳ​ເລັດ​ການ​ສ້າງ​ເຮືອ​ໃຫຍ່ ເພື່ອ​ຂ້າມ​ທະ​ເລ.12

ເຮົາ​ຕ້ອງ​ສຸ​ພາບ ແລະ ອົດ​ທົນ ໃນ​ຄວາມ​ພະ​ຍາ​ຍາມ ທີ່​ຈະດັດ​ແປງ​ຄວາມ​ຜິດນີ້. ໜ່ວຍ​ສື່​ສານ​ທີ່​ຮູ້​ຈັກ​ຮັບ​ຜິດ​ຊອບ ຈະ​ເຂົ້າ​ໃຈ ຕໍ່​ຄຳ​ຮຽກ​ຮ້ອງນີ້.

ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ທີ່​ຜ່ານ​ມາ, ແອວ​ເດີ ເບັນ​ຈາ​ມິນ ເດ ໂອໂຢະສ໌ ໄດ້​ກ່າວ​ກ່ຽວ​ກັບ​ເລື່ອງນີ້. ເພິ່ນໄດ້ກ່າວວ່າ:

“ເມື່ອຫລາຍ​ປີ​ກ່ອນ ຕອນ​ຮັບ​ໃຊ້​ຢູ່​ຫ້ອງ​ການ​ຮັບ​ໃຊ້​ມວນ​ຊົນ ຂອງ​ສາດ​ສະ​ໜາ​ຈັກ​ຢູ່ ແມັກ​ຊິ​ໂກ, [ເພື່ອນ​ຄົນ​ໜຶ່ງ ກັບ​ຂ້າ​ພະ​ເຈົ້າ] ໄດ້​ຖືກ​ເຊີນ​ໄປ​ຮ່ວມ​ລາຍ​ການ​ຢູ່​ໃນ​ວິ​ທະ​ຍຸ ເພື່ອ​ສົນ​ທະ​ນາ. … [ຜູ້​ດຳ​ເນີນ​ລາຍ​ການຄົນ​ໜຶ່ງ] ໄດ້​ຖາມ [ພວກ​ເຮົາ] ວ່າ, ‘ເປັນ​ຫຍັງ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ທ່ານ​ຈຶ່ງ​ມີ​ຊື່​ຍາວ​ແທ້? …’

“ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ ກັບ​ຂ້າ​ພະ​ເຈົ້າ ໄດ້​ພາ​ກັນ​ຍິ້ມ ເມື່ອ​ໄດ້​ຍິນ​ຄຳ​ຖາມ​ທີ່​ສຳ​ຄັນ ແລ້ວ​ໄດ້ເລີ່ມ​ຕົ້ນ​ອະ​ທິ​ບາຍ​ວ່າ ຊື່​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ໄດ້​ຖືກ​ຕັ້ງ​ຂຶ້ນ​ໂດຍ​ມະ​ນຸດ. ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕັ້ງ​ຂຶ້ນ​ເອງ. … ຜູ້​ດຳ​ເນີນ​ລາຍ​ການ​ໄດ້​ຕອບ​ທັນ​ທີດ້ວຍ​ຄວາມ​ນັບ​ຖື​ວ່າ, ‘ຄັນ​ຊັ້ນ ພວກ​ເຮົາ​ຈະ​ກ່າວ​ຊື່ນີ້ ດ້ວຍ​ຄວາມ​ຍິນ​ດີ.’”13

ການ​ລາຍ​ງານນັ້ນ ໄດ້​ຈັດ​ຕັ້ງ​ແບບ​ແຜນ. ເຮົາ​ຈະ​ຖືກ​ຮຽກ​ຮ້ອງ​ໃຫ້​ດັດ​ແປງ​ຄວາມ​ຜິດ​ໄປ​ເທື່ອ​ລະຢ່າງ ຊຶ່ງ​ຄວາມ​ຜິດ​ເຫລົ່າ​ນັ້ນ​ໄດ້​ຕິດ​ພັນ​ຢູ່​ກັບ​ເຮົາ​ເປັນ​ເວ​ລາ​ດົນ​ນານ.14 ຄົນ​ສ່ວນ​ຫລາຍ​ຢູ່​ໃນ​ໂລກ ອາດບໍ່​ເຫັນ​ດ້ວຍ​ກັບ​ເຮົາ ທີ່​ຈະ​ເອີ້ນ​ຊື່ແທ້​ຂອງ​ສາດ​ສະ​ໜາ​ຈັກ. ແຕ່​ເຮົາ​ຊິ​ໄປ​ໃຈ​ຮ້າຍ​ໃຫ້​ຄົນ​ອື່ນບໍ່​ໄດ້ ເມື່ອ​ເຂົາ​ເຈົ້າເອີ້ນ​ຊື່​ຂອງ​ສາດ​ສະ​ໜາ​ຈັກ ແລະ ສະ​ມາ​ຊິກຜິດ ຖ້າ​ຫາກຕົວ​ເຮົາ​ເອງ​ກໍ​ເອີ້ນຜິດຄື​ກັນ.

ແບບ​ແຜນ​ໃໝ່​ຂອງ​ເຮົາ​ແມ່ນ​ຊ່ວຍ​ໄດ້​ຫລາຍ. ມັນ​ກ່າວ​ວ່າ: “ໃນ​ຂໍ້​ອ້າງ​ອີງ​ທຳ​ອິດ, ຊື່​ເຕັມ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ຢາກ​ໃຫ້​ເອີ້ນ​ແມ່ນ: ‘ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.’ ຂໍ້​ອ້າງ​ອີງ [ທີ​ສອງ] ເມື່ອ​ຕ້ອງ​ຫຍໍ້ຊື່, ຄຳ​ວ່າ ‘ສາດ​ສະ​ໜາ​ຈັກ’ ຫລື ‘ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ’ ກໍຖືກ​ສະ​ໜັບ​ສະ​ໜູນ​ໃຫ້​ໃຊ້. ຄຳ​ວ່າ ‘ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ’ ກໍ​ຖືກ​ສະ​ໜັບ​ສະ​ໜູນ​ໃຫ້​ໃຊ້​ຄື​ກັນ.”15

ຖ້າ​ຫາກ​ມີ​ຄົນ​ຖາມ​ວ່າ, “ເຈົ້າ​ແມ່ນ​ຄົນ​ມໍ​ມອນ​ບໍ?” ທ່ານ​ສາ​ມາດ​ຕອບ​ວ່າ, “ຖ້າ​ຫາກ​ເຈົ້າ​ຖາມວ່າ ຂ້ອຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ບໍ, ແມ່ນ​ແລ້ວ ຂ້ອຍ​ເປັນ!”

ຖ້າ​ຫາກ​ມີ​ຄົນ​ຖາມ​ວ່າ, “ເຈົ້າ​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ບໍ?”16 ທ່ານ​ສາ​ມາດ​ຕອບ​ວ່າ, “ແມ່ນ​ແລ້ວ ຂ້ອຍ​ເປັນ. ຂ້ອຍ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຂ້ອຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກຟື້ນ​ຟູ​ຂອງ​ພຣະ​ອົງ.”

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຖ້າ​ຫາກ​ເຮົາ​ເຮັດ​ໃຫ້​ດີ​ທີ່​ສຸດ ໃນ​ການ​ເອີ້ນ​ຊື່​ແທ້​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ພຣະ​ອົງ ຜູ້​ເປັນ​ເຈົ້າ​ຂອງ​ສາດ​ສະ​ໜາ​ຈັກ ຈະ​ຖອກ​ເທ​ອຳ​ນາດ ແລະ ພອນ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ຫົວ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ,17 ໃນ​ວິ​ທີ​ທີ່​ເຮົາ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ. ເຮົາ​ຈະ​ມີ​ຄວາມ​ຮູ້ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ ເພື່ອ​ຊ່ວຍ​ເຮົາ​ເອົາ​ພອນ​ຂອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໄປ​ຫາ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ ແລະ ກະ​ກຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ສະ​ນັ້ນ, ຊື່​ມີ​ຄ່າ​ຫຍັງ​ແດ່? ເມື່ອ​ກ່າວ​ເຖິງ​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຄຳ​ຕອບ​ແມ່ນ “ທັງ​ໝົດ!” ພຣະ​ເຢ​ຊູ​ຄຣິດ​ໄດ້​ບັນ​ຊາ​ເຮົາ​ໃຫ້​ເອີ້ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ໂດຍ​ຊື່​ຂອງ​ພຣະ​ອົງ ເພາະ​ມັນ​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ຊຶ່ງເຕັມ​ໄປ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່. ພຣະ​ເຢ​ຊູ ຄື​ພຣະ​ຄຣິດ. ພຣະ​ອົງ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ໃນ​ທຸກວັນ​ນີ້. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ດົນ​ໃຈ​ຂ້າ​ພະ​ເຈົ້າ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຊື່ ທີ່​ພຣະ​ອົງ​ໄດ້​ເປີດ​ເຜີຍ​ສຳ​ລັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ນັ້ນ​ຄື ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ເຮົາ​ມີ​ວຽກ​ງານ​ທີ່​ຈະ​ເຮັດ ເພື່ອ​ເຮັດ​ໃຫ້​ຕົວ​ເອງ​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ. ໃນຫລາຍ​ອາ​ທິດ​ຜ່ານ​ມານີ້, ຜູ້​ນຳ​ຫລາຍ​ທ່ານ​ຂອງ​ສາດ​ສະ​ໜາ​ຈັກ ແລະ ພະ​ແນກ​ຕ່າງໆ ໄດ້​ລິ​ເລີ່ມ​ຂັ້ນ​ຕອນ​ທີ່​ສຳ​ຄັນ ເພື່ອ​ເຮັດ​ສິ່ງນີ້. ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ເລື່ອງ​ສຳ​ຄັນ​ນີ້ ຈະ​ຖືກອະ​ນຸ​ມັດ​ໃນ​ຫລາຍ​ເດືອນ​ຂ້າງ​ໜ້າ” (Russell M. Nelson, in “The Name of the Church” [official statement, Aug. 16, 2018], mormonnewsroom.org).

  2. ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ຜ່ານ​ມາ ກໍ​ໄດ້​ຮຽກ​ຮ້ອງ​ໃນ​ເລື່ອງ​ທີ່​ຄ້າຍ​ຄື​ກັນ​ນີ້. ຍົກ​ຕົວ​ຢ່າງ, ປະ​ທານ​ໂຈດ ອາເບີດ ສະມິດ ໄດ້​ກ່າວ​ວ່າ: “ຢ່າເຮັດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຜິດ​ຫວັງ ໂດຍ​ການ​ເອີ້ນ​ສາດ​ສະ​ໜາ​ຈັກ​ນີ້​ວ່າ ສາດ​ສະ​ໜາ​ຈັກ​ມໍ​ມອນ. ພຣະ​ອົງ​ບໍ່​ໄດ້​ເອີ້ນ​ມັນ​ວ່າ ສາດ​ສະ​ໜາ​ຈັກ​ມໍ​ມອນ” (in Conference Report, Apr. 1948, 160).

  3. ເບິ່ງ “Style Guide—The Name of the Church,” mormonnewsroom.org.

  4. ເບິ່ງ Doctrine and Covenants 115:4.

  5. 3 ນີ​ໄຟ 27:7–8.

  6. ເບິ່ງ Moses 1:33.

  7. ເບິ່ງ Doctrine and Covenants 19:18.

  8. ເບິ່ງ ໂມ​ໂຣ​ໄນ 4:3; Doctrine and Covenants 20:37, 77.

  9. ມໍ​ມອນ​ເປັນ​ຜູ້​ຂຽນ​ທີ່​ສຳ​ຄັນ​ຄົນ​ໜຶ່ງ ໃນຈຳ​ນວນ​ຜູ້​ຂຽນ​ສີ່​ຄົນ ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ບຸກ​ຄົນ​ອື່ນໆ​ແມ່ນ ນີ​ໄຟ, ຢາ​ໂຄບ, ແລະ ໂມ​ໂຣ​ໄນ. ທຸກ​ຄົນ​ກໍ​ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ຜູ້​ແປມັນ​ກໍ​ຄື​ກັນ.

  10. ແມ່ນ​ແຕ່​ຄຳ​ວ່າ ຊາວ​ມໍ​ມອນ ກໍ​ຖືກ​ໃຊ້​ໃນ​ແບບ​ທີ່​ເຍາະ​ເຍີ້ຍ (ເບິ່ງ History of the Church, 2:62–63, 126).

  11. ຄຳ​ຫຍໍ້​ຫຍັນແບບ​ອື່ນໆ ເບິ່ງ​ຄື​ເຄີຍ​ເກີດ​ຂຶ້ນ​ໃນ​ສະ​ໄໝ​ພຣະ​ຄຳ​ພີ​ໃໝ່. ລະຫວ່າງຄະ​ດີ​ຄວາມ​ຂອງອັກ​ຄະ​ສາ​ວົກ​ໂປ​ໂລ ຢູ່​ຕໍ່​ໜ້າ​ເຟລິກ, ໂປໂລໄດ້​ຖືກ​ກ່າວຫາ​ວ່າເປັນ “ຜູ້​ນຳຂອງ​ໄທນາ​ຊາ​ເຣັດ” (ກິດ​ຈະ​ການ 24:5). ກ່ຽວ​ກັບ​ການ​ໃຊ້​ຄຳ​ວ່າ “​ຊາວນາ​ຊາ​ເຣັດ,” ຜູ້​ບັນ​ຍາຍ​ຄົນ​ໜຶ່ງ ໄດ້​ຂຽນ​ວ່າ: “ນີ້​ຄື​ຊື່​ທີ່​ຊາວ​ຄຣິດ​ຖືກ​ເອີ້ນ ໃນ​ທາງ​ທີ່​ດູ​ຖູກ. ເຂົາ​ເຈົ້າ​ຖືກ​ເອີ້ນ​ແນວນັ້ນ ເພາະ​ວ່າ ພຣະ​ເຢ​ຊູ​ເປັນ​ໄທ​ນາ​ຊາ​ເຣັດ” (Albert Barnes, Notes, Explanatory and Practical, on the Acts of the Apostles [1937], 313).

    ຄ້າຍ​ຄື​ກັນ​ນີ້, ຜູ້​ບັນ​ຍາຍ​ອີກ​ຄົນ​ໜຶ່ງ ໄດ້​ກ່າວ​ວ່າ: “ນັບ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ ຖືກ​ເອີ້ນ​ແບບ​ດູ​ຖູກວ່າ ‘ໄທນາ​ຊາ​ເຣັດ’ (ມັດ​ທາຍ 26:71), ສະ​ນັ້ນ ຊາວ​ຢິວ​ຈຶ່ງ​ໄດ້​ເອີ້ນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ ‘ໄທ​ນາ​ຊາ​ເຣັດ.’ ພວກ​ເຂົາ​ບໍ່​ຍອມ​ຮັບ​ວ່າ ເຂົາ​ເຈົ້າ​ເປັນ​ຊາວ​ຄຣິດ, ເຊັ່ນວ່າ ສາ​ນຸ​ສິດ​ຂອງ​ພຣະ​ເມ​ຊີ​ອາ” (The Pulpit Commentary: The Acts of the Apostles, ed. H. D. M. Spence and Joseph S. Exell [1884], 2:231).

    ໃນ​ທຳ​ນອງ​ດຽວ​ກັນ, ແອວ​ເດີ ນຽວ ເອ ແມ້ກ​ສະ​ແວວ ໄດ້​ສັງ​ເກດ​ເຫັນ​ວ່າ: “ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ​ຂອງ​ພຣະ​ຄຳ​ພີ, ເຮົາ​ເຫັນ​ຫລາຍໆ​ເທື່ອ ທີ່​ບັນ​ດາ​ສາດ​ສະ​ດາ​ຖືກ​ດູ​ຖູກ ເພື່ອ​ວ່າ​ຜູ້​ຄົນ​ຈະ​ໄດ້​ກຳ​ຈັດ​ພວກ​ເພິ່ນ—ໄດ້ເອີ້ນ​ພວກ​ເພິ່ນ​ຕ່າງໆ​ນາໆ ເພື່ອວ່າ​ຜູ້​ຄົນ​ຈະ​ໄດ້​ລົດ​ຄວາມ​ສຳ​ຄັນ​ຂອງ​ພວກ​ເພິ່ນ. ແຕ່ສ່ວນ​ຫລາຍ​ແລ້ວ, ພວກ​ເພິ່ນ​ຖືກມອງ​ຂ້າມ​ໂດຍ​ຜູ້​ຄົນ​ໃນ​ສະ​ໄໝ​ດຽວ​ກັນ ແລະ ໂດຍ​ປະ​ຫວັດ​ສາດ​ທາງ​ໂລກ. ເຖິງ​ແນວ​ໃດ, ຊາວ​ຄຣິດ​ໃນ​ສະ​ໄໝ​ບູ​ຮານ ກໍໄດ້​ຖືກ​ເອີ້ນ​ພຽງ​ແຕ່​ວ່າ​ເປັນ ‘ໄທ​ນາ​ຊາ​ເຣັດ.’ ເທົ່າ​ນັ້ນ (ກິດ​ຈະ​ການ 24:5.)” (“Out of Obscurity,” Ensign, Nov. 1984, 10).

  12. ເບິ່ງ 1 ນີ​ໄຟ 18:1–2.

  13. Benjamín De Hoyos, “Called to Be Saints,” Liahona, May 2011, 106.

  14. ຂະ​ນະ​ທີ່​ເຮົາ​ບໍ່​ສາ​ມາດ​ບັງ​ຄັບ​ຄົນ​ອື່ນ​ໃຫ້​ເອີ້ນ​ເຮົາ ຕາມ​ທີ່​ເຮົາ​ຕ້ອງ​ການ​ໄດ້, ແຕ່​ເຮົາ​ກໍ​ສາ​ມາດ​ເອີ້ນ​ຕົວ​ເອງ ຕາມ​ຊື່​ທີ່​ຖືກ​ຕ້ອງ​ໄດ້. ເຮົາ​ຈະ​ຫວັງ​ໃຫ້​ຄົນ​ອື່ນ​ໃຫ້​ກຽດ​ແກ່​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ແນວ​ໃດ ຖ້າ​ຫາກ​ເຮົາ ທີ່​ເປັນ​ສະ​ມາ​ຊິກ ບໍ່​ໃຫ້​ກຽດ​ແກ່​ຊື່​ຂອງ​ສາດ​ສະໜາ​ຈັກ?

  15. Style Guide—The Name of the Church,” mormonnewsroom.org.

  16. ຄຳ​ວ່າ ໄພ່​ພົນ ຖືກ​ໃຊ້​ເລື້ອຍໆ ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ໃນ​ສານ​ຂອງ​ໂປ​ໂລ ເຖິງ ຊາວ​ເອ​ເຟ​ໂຊ, ຍົກ​ຕົວ​ຢ່າງ, ເພິ່ນ​ໄດ້​ໃຊ້​ຄຳ​ວ່າ ໄພ່​ພົນ ຢ່າງ​ໜ້ອຍ​ໜຶ່ງ​ເທື່ອ ໃນ​ແຕ່​ລະ​ບົດ. ໄພ່​ພົນ​ຄື​ບຸກ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ພະ​ຍາ​ຍາມ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ.

  17. ເບິ່ງ Doctrine and Covenants 121:33.

ພິມ