ພາລະກິດແຫ່ງການຄືນດີກັນ
ຂ້າພະເຈົ້າເປັນພະຍານວ່າ ການຄືນດີກັບພຣະເຈົ້າ ແລະ ການຄືນດີກັນ ຈະນຳຄວາມສະຫງົບມາສູ່ຈິດວິນຍານ ຖ້າພວກເຮົາຖ່ອມຕົວ ແລະ ກ້າຫານພໍທີ່ຈະສະແຫວງຫາມັນ.
ເດືອນ ເມສາ ແລ້ວນີ້, ເມື່ອປະທານຣະໂຊ ເອັມ ແນວສັນ ໄດ້ແນະນຳແນວທາງການປະຕິບັດສາດສະໜາກິດ, ເພິ່ນໄດ້ເນັ້ນວ່າ ມັນເປັນວິທີທາງທີ່ຈະ ຮັກສາພຣະບັນຍັດຂໍ້ໃຫຍ່ ທີ່ຈະຮັກພຣະເຈົ້າ ແລະ ຮັກກັນແລະກັນ.1 ພວກເຮົາ, ຖານະເຈົ້າໜ້າທີ່ຂອງສາດສະໜາຈັກ, ຂໍສັນລະເສີນທ່ານ ແລະ ສະແດງຄວາມຍິນດີ ຢ່າງເປີດເຜີຍ ສຳລັບການເລີ່ມຕົ້ນທີ່ດີຂະໜາດຂອງທ່ານ ໃນເລື່ອງນັ້ນ. ພວກເຮົາຂໍຂອບໃຈທ່ານສຳລັບການເຮັດຕາມສາດສະດາທີ່ຮັກແພງຂອງເຮົາ ໃນອຸດົມການທີ່ດີເລີດນີ້ ແລະ ພວກເຮົາຂໍແນະນຳພວກທ່ານ ບໍ່ໃຫ້ລໍຖ້າຄຳແນະນຳຫລາຍຢ່າງຕື່ມອີກ. ໃຫ້ໂດດລົງສະນ້ຳ ແລະ ລອຍໄປໂລດ. ມຸ້ງໜ້າໄປຫາຜູ້ທີ່ຕ້ອງການຄວາມຊ່ວຍເຫລືອ. ຢ່າຢຸດສະຫງັກເພື່ອຄິດກ່ອນວ່າ ທ່ານຈະລອຍແບບໃດ, ລອຍແບບເອົາຫລັງສູ້ນ້ຳ ຫລື ລອຍແບບໝາ. ຖ້າພວກເຮົາເຮັດຕາມຫລັກທຳຂັ້ນພື້ນຖານ ທີ່ສອນມາແລ້ວ, ໃຫ້ສອດຄ່ອງກັບຂໍກະແຈຂອງຖານະປະໂລຫິດ, ແລະ ສະແຫວງຫາການນຳທາງຈາກພຣະວິນຍານສັກສິດ, ແລ້ວພວກເຮົາຈະບໍ່ພາດພັ້ງ.
ເຊົ້າວັນນີ້ ຂ້າພະເຈົ້າຢາກເວົ້າເຖິງຄວາມຄິດເຫັນສ່ວນຕົວຂອງການປະຕິບັດສາດສະໜາກິດ ທີ່ບໍ່ແມ່ນມາຈາກການມອບໝາຍ, ແລ້ວກໍຍັງບໍ່ຕ້ອງມີມື້ກຳນົດສຳພາດ, ແລະ ບໍ່ຕ້ອງລາຍງານ ຍົກເວັ້ນແຕ່ຕໍ່ສະຫວັນ. ຂ້າພະເຈົ້າຂໍແບ່ງປັນຕົວຢ່າງແບບງ່າຍໆຢ່າງໜຶ່ງ ກ່ຽວກັບການປະຕິບັດສາດສະໜາກິດເຊັ່ນນັ້ນ.
ທ່ານ ແກຣນ ມໍແຣວ ໂບເວິນ ເປັນສາມີ ແລະ ພໍ່ ທີ່ດຸໝັ່ນ ແລະ ດີຄົນໜຶ່ງ, ເໝືອນຫລາຍຄົນ ທີ່ມີອາຊີບເປັນຊາວສວນ, ແລະ ຕົກທຸກໄດ້ຍາກ ເມື່ອຜົນເກັບກ່ຽວມັນຝະຣັ່ງໃນທ້ອງຖິ່ນບໍ່ໄດ້ຜົນດີປານໃດ. ລາວ ແລະ ນໍມາ ຜູ້ເປັນພັນລະຍາ ໄດ້ຫາວຽກເຮັດ, ຕໍ່ມາເຂົາເຈົ້າໄດ້ຍ້າຍໄປຢູ່ເມືອງອື່ນ, ແລະ ການເປັນຢູ່ກໍເລີ່ມດີຂຶ້ນຄືເກົ່າ. ແຕ່ມີເຫດການທີ່ໂຊກຮ້າຍເກີດຂຶ້ນກັບ ບຣາເດີ ໂບເວິນ ຄືລາວຄຽດຫຼາຍ ເມື່ອໄປສຳພາດເອົາໃບຮັບຮອງເຂົ້າພຣະວິຫານ, ອະທິການບໍ່ເຊື່ອລາວໜ້ອຍໜຶ່ງ ຕອນທີ່ລາວແຈ້ງວ່າ ລາວຈ່າຍສ່ວນສິບເຕັມສ່ວນ.
ຂ້າພະເຈົ້າບໍ່ຮູ້ວ່າ ແມ່ນຜູ້ໃດເປັນຄົນມີຂໍ້ມູນທີ່ຖືກຕ້ອງກວ່າກັນ ໃນມື້ນັ້ນ, ແຕ່ຂ້າພະເຈົ້າຮູ້ວ່າ ຊິດສະເຕີ ໂບເວິນ ໄດ້ໃບຮັບຮອງເຂົ້າພຣະວິຫານໃໝ່ ຈາກການໄປສຳພາດ, ແຕ່ບຣາເດີ ໂບເວິນ ຍ່າງອອກຈາກບ່ອນສຳພາດດ້ວຍຄວາມໃຈຮ້າຍ ຊຶ່ງເຮັດໃຫ້ລາວບໍ່ໄປໂບດເປັນເວລາ 15 ປີ.
ບໍ່ວ່າໃຜເປັນຄົນຖືກກ່ຽວກັບການຈ່າຍເງິນສ່ວນສິບນັ້ນ, ເຮົາເຫັນໄດ້ວ່າ ທັງບຣາເດີ ມໍແຣວ ແລະ ອະທິການ ໄດ້ລືມຄຳຕັກເຕືອນຂອງ ພຣະຜູ້ຊ່ວຍໃຫ້ລອດ ທີ່ວ່າ “ຈົ່ງຕົກລົງ ກັບຄູ່ປໍລະປັກຂອງເຈົ້າຢ່າງໄວ”2 ແລະ ຄຳແນະນຳຂອງໂປໂລ ທີ່ວ່າ “ຢ່າເກັບຄວາມໂກດຂອງທ່ານໄວ້ ຈົນຮອດເວລາຕາເວັນຕົກດິນ.”3 ຄວາມຈິງ ກໍຄືວ່າ ເຂົາເຈົ້າຕົກລົງກັນ ບໍ່ໄດ້ ກ່ອນຕາເວັນ ຕົກ ດິນ, ແລະ ຄວາມຄຽດແຄ້ນຂອງບຣາເດີ ໂບເວິນ ໄດ້ແກ່ຍາວເປັນເວລາຫລາຍມື້, ຫລາຍອາທິດ, ຫລາຍປີ, ເໝືອນດັ່ງຄຳເວົ້າຂອງນັກປາດໃນສະໄໝກ່ອນ ຊາວ ໂຣມັນ ທີ່ຊີ້ໃຫ້ເຫັນວ່າ “ຖ້າຄວບຄຸມ ຄວາມໂກດເຄືອງບໍ່ໄດ້ ສ່ວນຫລາຍມັນຈະກາຍເປັນຄວາມເສຍຫາຍ ຍິ່ງໄປກວ່າການໄດ້ຮັບຄວາມບາດເຈັບ ໃນຕອນຕົ້ນ”4 ແຕ່ໂອກາດມະຫັດສະຈັນ ແຫ່ງການຄືນດີກັນ ແມ່ນມີໃຫ້ເຮົາສະເໝີ, ແລະ ຍ້ອນວ່າ ບຣາເດີ ມໍແຣວ ໂບເວິນ ຮັກຄອບຄົວ ແລະ ຮັກສາດສະໜາຈັກ ທີ່ລາວຮູ້ວ່າມັນແທ້ຈິງ, ລາວຈຶ່ງກັບຄືນມາໂບດຢ່າງເຕັມສ່ວນອີກ. ຂ້າພະເຈົ້າຂໍເລົ່າສັ້ນໆວ່າ ເລື່ອງເປັນແນວໃດ.
ທ້າວ ແບຣດ, ລູກຊາຍຂອງບຣາເດີ ໂບເວິນ ເປັນໝູ່ເພື່ອນທີ່ດີກັບພວກເຮົາ ແລະ ເປັນສາວົກເຈັດສິບປະຈຳເຂດ ທີ່ອຸທິດຕົນ ໃນລັດໄອດາໂຮພາກໃຕ້. ເລື່ອງນັ້ນໄດ້ເກີດຂຶ້ນຕອນທ້າວ ແບຣດ ມີອາຍຸ 11 ປີ, ແລະ ເປັນເວລາ 15 ປີທີ່ ລາວໄດ້ສັງເກດເບິ່ງພໍ່ຂອງລາວຂາດສັດທາໃນສາດສະໜາຈັກ, ຊຶ່ງເປັນຜົນບໍ່ດີຕໍ່ຄອບຄົວ ຍ້ອນຄວາມໂກດເຄືອງ ແລະ ຄວາມເຂົ້າໃຈຜິດກັນ ເລື່ອງການຈ່າຍສ່ວນສິບ. ຕ້ອງໄດ້ເຮັດບາງສິ່ງກ່ຽວກັບເລື່ອງນີ້. ດັ່ງນັ້ນ ເມື່ອໃກ້ຈະຮອດວັນຂອບຄຸນພຣະເຈົ້າ ໃນປີ 1977, ທ້າວແບຣດ ອາຍຸ 26 ປີ, ເປັນນັກສຶກສາຢູ່ມະຫາວິທະຍາໄລ ບຣິກຳ ຢັງ, ໄດ້ພາພັນລະຍາ ທີ່ຊື່ວ່າ ວາເລີຣີ ແລະ ລູກຊາຍນ້ອຍຫາກໍເກີດ ທີ່ຊື່ ມິກ ຂຶ້ນລົດຂອງເຂົາເຈົ້າ ທີ່ເປັນແບບລົດນັກສຶກສາ ແລ້ວເດີນທາງໄປເມືອງ ບິນລິ່ງ, ລັດມອນແທນາ ເຖິງແມ່ນວ່າອາກາດບໍ່ດີປານໃດກໍຕາມ. ເຖິງແມ່ນວ່າ ລົດໄດ້ໄປຕຳເອົາຄັນຄູຫິມະ ຢູ່ໃກ້ ເຢັນໂລສະໂຕນ ພາກຕາເວັນຕົກ ແຕ່ສິ່ງນັ້ນບໍ່ສາມາດກີດກັນຄອບຄົວໜ້າຮັກສາມຄົນນີ້ ຈາກການປະຕິບັດສາດສະໜາກິດຕໍ່ບຣາເດີ ໂບເວິນ ຜູ້ເປັນພໍ່ເລີຍ.
ເມື່ອໄປຮອດແລ້ວ, ທ້າວແບຣດ ແລະ ເອື້ອຍຂອງລາວ ຊື່ ແພມ ໄດ້ຂໍເວົ້າລົມກັບພໍ່ເປັນການສ່ວນຕົວ. ທ້າວແບຣດ ເວົ້າດ້ວຍສຽງສັ່ນເຄືອວ່າ “ພໍ່ເອີຍ, ພໍ່ເປັນພໍ່ທີ່ດີມາຕະຫລອດ, ແລະ ພວກເຮົາກໍຮູ້ວ່າ ພໍ່ຮັກພວກເຮົາຫລາຍສ່ຳໃດ. ແຕ່ມີບາງຢ່າງທີ່ບໍ່ປົກກະຕິ ເປັນເວລາດົນນານແລ້ວ. ເພາະວ່າ ພໍ່ເຄີຍເຈັບໃຈມາແລ້ວເທື່ອໜຶ່ງ, ໝົດຄອບຄົວກໍພອຍເຈັບໃຈຕາມ ເປັນເວລາຫລາຍປີ. ພວກເຮົາແຕກສະແຫລກຂາດ, ແລະ ມີແຕ່ພໍ່ຄົນດຽວເທົ່ານັ້ນ ທີ່ຈະດຶງພວກເຮົາຄືນມາໄດ້. ພວກເຮົາ ຂໍຮ້ອງໃຫ້ພໍ່ຈົ່ງພິຈາລະນາປ່ອຍວາງເລື່ອງທີ່ໂຊກຮ້າຍ ທີ່ຜ່ານມາກັບອະທິການຄົນນັ້ນສາ ແລະ ນຳພາຄອບຄົວມາສູ່ພຣະກິດຕິຄຸນອີກເທື່ອໜຶ່ງ ດັ່ງທີ່ພໍ່ເຄີຍເຮັດມາແລ້ວ ໄດ້ບໍ?”
ແລ້ວທຸກຄົນກໍງຽບສະໜິດ. ແລ້ວ ບຣາເດີ ໂບເວິນ ໄດ້ຫລຽວເບິ່ງລູກສອງຄົນທີ່ເປັນເລືອດເນື້ອເຊື້ອໄຂ ຂອງຕົນ,5 ແລ້ວຕອບຢ່າງແຜ່ວເບົາວ່າ, “ໄດ້. ພໍ່ຈະເຮັດ.”
ເຂົາເຈົ້າຕື່ນເຕັ້ນ ແລະ ແປກໃຈ ກັບຄຳຕອບທີ່ບໍ່ຄາດຄິດນັ້ນ. ທ້າວແບຣດ ໂບເວິນ ແລະ ຄອບຄົວຂອງລາວ ໄດ້ເບິ່ງ ຜູ້ເປັນສາມີ ແລະ ພໍ່ ຂອງເຂົາເຈົ້າ ໄປຫາອະທິການຄົນປະຈຸບັນ ເພື່ອຄືນດີ ແລະ ຕັ້ງຕົ້ນຊີວິດໃໝ່. ໃນການຕ້ອນຮັບການໄປຢ້ຽມຢາມ ດ້ວຍຄວາມກ້າຫານ ແລະ ບໍ່ຄາດຄິດນັ້ນ, ອະທິການ ຊຶ່ງໄດ້ເຊື້ອເຊີນບຣາເດີ ໂບເວິນ ໃຫ້ກັບໄປໂບດຫລາຍເທື່ອແລ້ວ, ໄດ້ໂອບກອດບຣາເດີ ມໍແຣວ ແລະ ໂອບກອດລາວຢູ່ຈັ່ງຊັ້ນ—ໂອບກອດລາວໄວ້ ບັກດົນໆ.
ພາຍໃນ ສອງສາມອາທິດເທົ່ານັ້ນ—ຊຶ່ງບໍ່ໄດ້ໃຊ້ເວລາດົນ—ບຣາເດີ ໂບເວິນ ກໍໄດ້ມີສ່ວນຮ່ວມໃນກິດຈະກຳຕ່າງໆຂອງໂບດ ແລະ ລາວໄດ້ເຮັດໃຫ້ຕົນເອງມີຄ່າຄວນ ໃນການກັບໄປພຣະວິຫານອີກ. ອີກບໍ່ດົນ ລາວໄດ້ຕົກລົງຮັບການຮຽກຮ້ອງໃຫ້ເປັນປະທານສາຂານ້ອຍແຫ່ງໜຶ່ງ ທີ່ກຳລັງບຶກບືນ ຊຶ່ງມີສະມາຊິກ 25 ຄົນ ຕໍ່ມາກໍມີສະມາຊິກເພີ່ມຂຶ້ນຫລາຍຈົນກາຍ 100 ຄົນ. ເຫດການນີ້ໄດ້ເກີດຂຶ້ນ ເກືອບເຖິງເຄິ່ງສັດຕະວັດຜ່ານມາແລ້ວ, ແຕ່ຜົນທີ່ຕາມມາຍ້ອນວ່າ ລູກຊາຍ ແລະ ລູກສາວ ໄດ້ປະຕິບັດສາດສະໜາກິດ ໃນການຂໍຮ້ອງພໍ່ ແລະ ພໍ່ກໍເຕັມໃຈທີ່ຈະໃຫ້ອະໄພໃຫ້ຄົນອື່ນ ທີ່ຂາດຕົກບົກຜ່ອງ ແລະ ກ້າວໄປໜ້າ ໄດ້ນຳພອນມາໃຫ້ ຊຶ່ງພອນເຫລົ່ານັ້ນຍັງຫລັ່ງໄຫລມາຢູ່—ແລະ ຈະຫລັ່ງໄຫລມາເລື້ອຍໆ—ສູ່ຄອບຄົວໂບເວິນ.
ອ້າຍເອື້ອຍນ້ອງທັງຫລາຍ, ພຣະເຢຊູ ໄດ້ຂໍຮ້ອງໃຫ້ພວກເຮົາ “ຢູ່ນຳກັນດ້ວຍຄວາມຮັກ”6 ໂດຍ “ບໍ່ຂັດແຍ້ງກັນເລີຍ.”7 ພຣະອົງໄດ້ເຕືອນຊາວນີໄຟວ່າ “ຜູ້ທີ່ມີວິນຍານແຫ່ງການຂັດແຍ້ງນັ້ນ ບໍ່ໄດ້ມາຈາກເຮົາ.”8 ແນ່ນອນທີ່ວ່າ ຄວາມສຳພັນຂອງເຮົາຕໍ່ພຣະຄຣິດ ກໍຈະຖືກພິຈາລະນາ—ຫລື ຢ່າງໜ້ອຍ ກໍມີຜົນສະທ້ອນ—ຕາມຄວາມສຳພັນຂອງເຮົາຕໍ່ກັນແລະກັນ.
ພຣະອົງກ່າວວ່າ, “ຖ້າເຈົ້າ … ຢາກມາຫາເຮົາ, ແລະ ຍັງຈື່ວ່າ ອ້າຍນ້ອງ ຂອງເຈົ້າໄດ້ເວົ້າຫຍັງໃຫ້ເຈົ້າ—
“ກໍໃຫ້ກັບໄປຄືນດີກັບອ້າຍນ້ອງຂອງເຈົ້າເສຍກ່ອນ, ແລ້ວຈຶ່ງມາຫາເຮົາ ດ້ວຍຄວາມມຸ້ງໝາຍເຕັມທີ່ແຫ່ງໃຈ, ແລະ ເຮົາຈະຮັບເອົາເຈົ້າ.”9
ແນ່ນອນທີ່ ເຮົາແຕ່ລະຄົນສາມາດເລົ່າເລື່ອງບາດແຜເກົ່າ ແລະ ຄວາມເຈັບໃຈຕ່າງໆໃນອະດີດ ທີ່ຍັງປັ່ນປ່ວນຢູ່ໃນຈິດໃຈຂອງບາງຄົນ ຫລື ຄອບຄົວ ຫລື ຊຸມຊົນຢູ່. ບໍ່ວ່າເຮົາເປັນຜູ້ກໍ່ຄວາມເຈັບປວດ ຫລື ເປັນຜູ້ຮັບຄວາມເຈັບປວດກໍຕາມ, ບາດແຜເຫລົ່ານັ້ນຕ້ອງມີການປິ່ນປົວໃຫ້ຫາຍ ເພື່ອຊີວິດນັ້ນ ຈະໄດ້ເປັນສຸກ ຕາມທີ່ພຣະເຈົ້າປະສົງໃຫ້ເປັນ. ຄືກັນກັບອາຫານເກົ່າທີ່ໝົດອາຍຸແລ້ວ ຢູ່ໃນຕູ້ເຢັນ ທີ່ຫລານຂອງທ່ານໄປກວດເບິ່ງໃຫ້ທ່ານ, ຄວາມຄັບແຄ້ນໃຈເກົ່າເຫລົ່ານັ້ນ ກໍໝົດອາຍຸຄືກັນ. ຢ່າເກັບສິ່ງນັ້ນໄວ້ໃນຊ່ອງວ່າງທີ່ປະເສີດ ໃນຈິດວິນຍານຂອງທ່ານອີກເລີຍ. ເໝືອນດັ່ງ ໂພຼເພີໂຣ ໄດ້ເວົ້າຕໍ່ ອາໂຣນໂຊ ຜູ້ໂສກເສົ້າ ໃນລະຄອນເລື່ອງ The Tempest, ວ່າ “ຢ່າອາໄລອາວອນກັບເລື່ອງທີ່ຜ່ານມາແລ້ວໃນອະດີດ.”10
“ຈົ່ງຍົກໂທດໃຫ້ຄົນອື່ນ, ແລ້ວເຈົ້າຈະຖືກຍົກໂທດ,”11 ຕາມທີ່ພຣະຄຣິດໄດ້ສອນ ຢູ່ໃນສະໄໝຂອງພຣະຄຳພີໃໝ່. ແລະ ໃນວັນເວລາຂອງເຮົາ ພຣະຜູ້ເປັນເຈົ້າຈະໃຫ້ອະໄພຜູ້ທີ່ພຣະອົງຈະໃຫ້ອະໄພ, ແຕ່ເຮົາຖືກຮຽກຮ້ອງໃຫ້ອະໄພມະນຸດທັງປວງ.12 ແຕ່ວ່າ, ມັນສຳຄັນສຳລັບຜູ້ທີ່ຍັງໂກດເຄືອງຢູ່ ໃຫ້ສັງເກດວ່າ ພຣະອົງ ບໍ່ ໄດ້ກ່າວຄຳໃດ. ພຣະອົງ ບໍ່ ໄດ້ກ່າວວ່າ, “ເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ຮູ້ສຶກເຈັບປວດ ຫລື ໂສກເສົ້າແທ້ໆ ຈາກປະສົບການທີ່ແຕກລ້າວ ຊຶ່ງເຈົ້າເຄີຍປະເຊີນ ທີ່ຜູ້ອື່ນເປັນຕົ້ນເຫດ.” ພຣະອົງກໍ ບໍ່ ໄດ້ກ່າວວ່າ, “ເພື່ອເປັນການຍົກໂທດທັງໝົດ, ເຈົ້າຕ້ອງກັບຄືນສູ່ຄວາມສຳພັນທີ່ເປັນພິດ ຫລື ກັບໄປຢູ່ໃນສະຖານະການທີ່ຖືກຂົ່ມເຫັງ, ແລະ ພັງທະລາຍນັ້ນ.” ເຖິງແມ່ນວ່າພວກເຮົາອາດຈະປະເຊີນກັບການກະທຳຜິດຢ່າງຮ້າຍແຮງຫລາຍປານໃດກໍຕາມ, ພວກເຮົາສາມາດຜ່ານຜ່າຄວາມເຈັບປວດເຫລົ່ານັ້ນໄດ້ ຖ້າພວກເຮົາເດີນຕາມທາງແຫ່ງການປິ່ນປົວທີ່ແທ້ຈິງ. ເສັ້ນທາງນັ້ນ ເປັນທາງແຫ່ງການໃຫ້ອະໄພ ທີ່ພຣະຢຊູແຫ່ງນາຊາເຣັດເຄີຍເດີນໄປ, ຜູ້ຊຶ່ງເອີ້ນພວກເຮົາແຕ່ລະຄົນວ່າ, “ຈົ່ງຕາມເຮົາມາ.”13
ການເຊື້ອເຊີນໃຫ້ເປັນສານຸສິດ ແລະ ເຮັດເໝືອນພຣະອົງນັ້ນ ແມ່ນ ພຣະເຢຊູໄດ້ຂໍຮ້ອງພວກເຮົາໃຫ້ເປັນເຄື່ອງມືແຫ່ງພຣະຄຸນຂອງພຣະອົງ—ເພື່ອເປັນ “ອັກຄະທູດຂອງພຣະຄຣິດ” ໃນ “ການເຮັດພາລະກິດຫ່ງການຄືນດີກັນ,” ຕາມດັ່ງສາວົກໂປໂລໄດ້ກ່າວໄວ້ໃນພຣະທຳ ໂກຣິນໂທ.14 ພຣະອົງເປັນຜູ້ປິ່ນປົວບາດແຜທັງໝົດ, ເປັນຜູ້ແກ້ໄຂຄວາມຜິດພາດທຸກຢ່າງ, ໄດ້ຂໍຮ້ອງໃຫ້ພວກເຮົາ ຮ່ວມເຮັດວຽກກັບພຣະອົງ ໃນພາລະທີ່ລຳບາກ ໃນການຮັກສາຄວາມສະຫງົບ ຢູ່ໃນໂລກນີ້ ທີ່ບໍ່ສາມາດພົບເຫັນໄດ້ ໃນວິທີອື່ນໃດ.
ດັ່ງນັ້ນ, ດັ່ງທີ່ທ່ານ ຟິລິບ ບຣຸກ ໄດ້ຂຽນວ່າ: “ຜູ້ໃດທີ່ປ່ອຍໃຫ້ ຄວາມເຂົ້າໃຈຜິດແກ່ຍາວ ເປັນເວລາຫລາຍປີ, ຕັ້ງໃຈວ່າຈະສະສາງມັນໃນມື້ໃດມື້ໜຶ່ງ; ຜູ້ໃດທີ່ຍັງຜິດຖຽງ ບໍ່ລົງຮອຍກັນ ບັດນີ້ເຖິງເວລາແລ້ວ ທີ່ຈະປັດປ່າຍຄວາມຍິ່ງ ແລະ [ຕົກລົງກັນໄດ້ແລ້ວ]; ຜູ້ໃດທີ່ຍ່າງເຮັດໜ້າບູດກາຍຄົນອື່ນຢູ່ຫົນທາງ ບໍ່ຢາກເວົ້າກັບເຂົາ ຍ້ອນຄວາມອາຄາດບ້າບໍ … ; ຜູ້ໃດທີ່ເຮັດໃຫ້ຄົນອື່ນເຈັບໃຈ ຍ້ອນບໍ່ສະແດງຄວາມຮູ້ບຸນຄຸນ ແລະ ບໍ່ເຫັນໃຈ, ທີ່ຕັ້ງໃຈຈະບອກເຂົາ … ໃນມື້ໃດມື້ໜຶ່ງ … ຈົ່ງໄປບອກເຂົາທັນທີ ແລະ ໃຫ້ໄປເຮັດສິ່ງທີ່ທ່ານອາດບໍ່ມີໂອກາດທີ່ຈະເຮັດອີກ.”15
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າເປັນພະຍານວ່າ ການໃຫ້ອະໄພ ແລະ ການປ່ອຍວາງຄວາມເຈັບໃຈ, ບໍ່ວ່າເກົ່າ ຫລື ໃໝ່, ເປັນສິ່ງສຳຄັນຕໍ່ການຊົດໃຊ້ທີ່ຍິ່ງໃຫຍ່ ຂອງພຣະເຢຊູຄຣິດ. ຂ້າພະເຈົ້າເປັນພະຍານວ່າ ໃນທີ່ສຸດກໍຈະມີການແກ້ໄຂທາງວິນຍານແບບນີ້ໄດ້ ໂດຍພຣະຜູ້ໄຖ່ທີ່ສູງສົ່ງເທົ່ານັ້ນ, ຊຶ່ງເປັນຜູ້ຟ້າວມາຊ່ວຍພວກເຮົາ ທີ່ “ມີຢາປົວວິເສດ.”16 ພວກເຮົາຂອບພຣະໄທພຣະອົງ. ແລະ ພຣະບິດາເທິງສະຫວັນ ຜູ້ໄດ້ສົ່ງພຣະອົງມາ, ການເລີ່ມໃໝ່ ແລະ ການເກີດໃໝ່ນັ້ນ ເປັນອະນາຄົດທີ່ບໍ່ມີຄວາມໂສກເສົ້າ, ແລະ ຄວາມຜິດໃນອະດີດ, ບໍ່ພຽງແຕ່ເປັນໄປໄດ້ເທົ່ານັ້ນ, ແຕ່ເຮົາໄດ້ສິ່ງນັ້ນມາແລ້ວ, ໄດ້ແລກປ່ຽນມັນມາດ້ວຍຄວາມລຳບາກຍາກເຂັນ ດ້ວຍໂລຫິດຂອງພຣະເມສານ້ອຍ.
ດ້ວຍສິດອຳນາດຂອງການເປັນອັກຄະສາວົກ ທີ່ພຣະຜູ້ຊ່ວຍໃຫ້ລອດຂອງໂລກ ໄດ້ປະທານໃຫ້ຂ້າພະເຈົ້າ, ຂ້າພະເຈົ້າເປັນພະຍານວ່າ ການຄືນດີກັບພຣະເຈົ້າ ແລະ ການຄືນດີກັນ ຈະນຳຄວາມສະຫງົບມາສູ່ຈິດວິນຍານ ຖ້າພວກເຮົາຖ່ອມຕົວ ແລະ ກ້າຫານພໍທີ່ຈະສະແຫວງຫາມັນ. ພຣະຜູ້ຊ່ວຍໃຫ້ລອດ ໄດ້ຂໍຮ້ອງວ່າ, “ຈົ່ງເຊົາຜິດກັນ.”17 ຖ້າທ່ານຮູ້ວ່າ ມີບາດແຜເກົ່າຢູ່ບ່ອນໃດ, ກໍຈົ່ງປິ່ນປົວສາ. ຈົ່ງເບິ່ງແຍງກັນ ດ້ວຍຄວາມຮັກ.
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ໃນການທີ່ພວກເຮົາແບ່ງປັນພາລະກິດແຫ່ງການຄືນດີກັນນັ້ນ, ຂ້າພະເຈົ້າຂໍໃຫ້ພວກເຂົາເປັນຄົນມັກສະຫງົບ—ມັກສະແຫວງຫາຄວາມສະຫງົບ, ມັກສ້າງຄວາມສະຫງົບ, ແລະ ມັກຮັກສາຄວາມສະຫງົບ. ຂ້າພະເຈົ້າຂໍຮ້ອງໃນພຣະນາມຂອງອົງສັນຕິລາດ, ຜູ້ຊຶ່ງຮູ້ທຸກສິ່ງກ່ຽວກັບການໄດ້“ຮັບບາດເຈັບ ໃນເຮືອນຂອງໝູ່ເພື່ອນ [ຂອງພຣະອົງ]”18 ແຕ່ພຣະອົງຍັງມີແຮງໃຫ້ອະໄພ ແລະ ລືມມັນໄປ—ແລະ ຫາຍດີ—ແລະ ມີຄວາມສຸກ. ສຳລັບສິ່ງນັ້ນ, ຂ້າພະເຈົ້າອະທິຖານເພື່ອທ່ານ ແລະ ເພື່ອຂ້າພະເຈົ້າ, ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.