ໃຫ້ໃຈຜູກພັນກັນໄວ້
ເມື່ອພວກເຈົ້າມີຄວາມເມດຕາ, ໃຫ້ການດູແລ, ແລະ ເຫັນອົກເຫັນໃຈ, ຂ້າພະເຈົ້າສັນຍາວ່າ ພວກເຈົ້າຈະຍົກແຂນທີ່ຕົກ ແລະ ປິ່ນປົວຫົວໃຈໄດ້.
ຄຳນຳ
ມັນແມ່ນສິ່ງທີ່ໜ້າປະທັບໃຈບໍ ທີ່ການຄົ້ນພົບທາງວິທະຍາສາດບາງຄັ້ງໄດ້ຮັບການດົນໃຈໂດຍເຫດການທີ່ລຽບງ່າຍ ດັ່ງເຊັ່ນໝາກແອັບເປີ້ນຕົກລົງຈາກຕົ້ນ?
ມື້ນີ້, ຂ້າພະເຈົ້າຂໍແບ່ງປັນການຄົ້ນພົບ ທີ່ໄດ້ເກີດຂຶ້ນຍ້ອນກຸ່ມກະຕ່າຍທົດລອງ.
ໃນຊຸມປີ 1970, ນັກຄົ້ນຄວ້າໄດ້ທຳການກວດສອບເບິ່ງຜົນກະທົບຂອງອາຫານຕໍ່ສຸຂະພາບຫົວໃຈ. ໃນລະຫວ່າງຫລາຍເດືອນ, ເຂົາເຈົ້າໄດ້ລ້ຽງ ແລະ ຄວບຄຸມກະຕ່າຍຈຳນວນໜຶ່ງດ້ວຍອາຫານທີ່ມີໄຂມັນສູງ ແລະ ຕິດຕາມເບິ່ງຄວາມດັນຂອງເລືອດ, ການເຕັ້ນຂອງຫົວໃຈ, ແລະ ໄຂມັນໃນເສັ້ນເລືອດ.
ຕາມທີ່ຄາດໝາຍ, ກະຕ່າຍຫລາຍໂຕໄດ້ສະສົມໄຂມັນຢູ່ດ້ານໃນຂອງເສັ້ນເລືອດແດງ. ບໍ່ພຽງແຕ່ເທົ່ານີ້! ນັກຄົ້ນຄວ້າກໍໄດ້ຄົ້ນພົບບາງສິ່ງທີ່ບໍ່ມີເຫດຜົນ. ເຖິງແມ່ນວ່າກະຕ່າຍທຸກໂຕໄດ້ສະສົມໄຂມັນ, ແຕ່ເປັນໜ້າແປກໃຈທີ່ກຸ່ມໜຶ່ງມີໄຂມັນໜ້ອຍກວ່າກຸ່ມອື່ນໆ 60 ເປີເຊັນ. ເຫັນໄດ້ຄືວ່າເຂົາເຈົ້າໄດ້ສັງເກດເບິ່ງກະຕ່າຍສອງກຸ່ມທີ່ແຕກຕ່າງການ.
ຕໍ່ນັກວິທະຍາສາດແລ້ວ, ຜົນທີ່ອອກມານີ້ເຮັດໃຫ້ເຂົາເຈົ້ານອນບໍ່ຫລັບ. ມັນເປັນໄປໄດ້ແນວໃດ? ກະຕ່າຍທຸກໂຕກໍເປັນຊະນິດດຽວກັນຈາກປະເທດນູແວນເຊລັງ, ຕາມຄວາມຈິງແລ້ວ ມາຈາກກຸ່ມສາຍພັນດຽວກັນ. ທຸກໂຕກໍໄດ້ຮັບອາຫານເທົ່າກັນ ແລະ ຊະນິດດຽວກັນ.
ນີ້ໝາຍຄວາມວ່າແນວໃດ?
ຜົນຮັບເຮັດໃຫ້ການສຶກສາບໍ່ຖືກຕ້ອງບໍ? ມັນມີສິ່ງຂາດຕົກບົກພ່ອງໃນການອອກແບບການທົດລອງບໍ?
ນັກວິທະຍາສາດໄດ້ພະຍາຍາມເຂົ້າໃຈຜົນຮັບທີ່ບໍ່ຄາດຫວັງນັ້ນ!
ໃນທີ່ສຸດ, ເຂົາເຈົ້າໄດ້ຫັນໄປສົນໃຈກັບພະນັກງານຄົ້ນຄວ້າ. ເປັນໄປໄດ້ບໍທີ່ນັກຄົ້ນຄວ້າໄດ້ເຮັດບາງສິ່ງທີ່ກໍ່ໃຫ້ເກີດຜົນຮັບທີ່ແຕກຕ່າງກັນ? ຂະນະທີ່ເຂົາເຈົ້າຊອກຫາຄຳຕອບ, ເຂົາເຈົ້າໄດ້ຄົ້ນພົບວ່າ ກະຕ່າຍທຸກໂຕທີ່ມີໄຂມັນໜ້ອຍ ໄດ້ຢູ່ໃນການດູແລຂອງນັກຄົ້ນຄວ້າຄົນໜຶ່ງ. ນາງໄດ້ເອົາອາຫານເທົ່າກັນ ແລະ ຊະນິດດຽວກັນໃຫ້ກະຕ່າຍກິນ. ແຕ່, ນັກວິທະຍາສາດຄົນໜຶ່ງໄດ້ລາຍງານວ່າ, “ນາງເປັນຄົນໃຈດີ ແລະ ມີນ້ຳໃຈ.” ຕອນນາງເກືອກະຕ່າຍ, “ນາງໄດ້ເວົ້າລົມກັບພວກມັນ, ອູ້ມກອດພວກມັນ ແລະ ລູບຄຳພວກມັນ. … ‘ນາງອົດເຮັດບໍ່ໄດ້. ເພາະມັນເປັນນິໄສຂອງນາງ.’”1
ນາງໄດ້ເຮັດຫລາຍກວ່າພຽງແຕ່ເອົາອາຫານໃຫ້ກະຕ່າຍກິນເທົ່ານັ້ນ. ນາງໃຫ້ຄວາມຮັກແກ່ພວກມັນ!
ເມື່ອພິຈາລະນາບຶດໜຶ່ງ, ເບິ່ງຄືເປັນໄປບໍ່ໄດ້ ທີ່ຜົນແຕກຕ່າງກັນຫລາຍຂະໜາດນີ້, ແຕ່ທີມວິທະຍາສາດກໍບໍ່ສາມາດມອງເຫັນຄວາມເປັນໄປໄດ້ໃນວິທີອື່ນ.
ສະນັ້ນເຂົາເຈົ້າຈຶ່ງໄດ້ທົດລອງອີກຄັ້ງ—ເທື່ອນີ້ໃຫ້ຄວບຄຸມການປ່ຽນແປງຢ່າງເຂັ້ມງວດທຸກຢ່າງ. ເມື່ອເຂົາເຈົ້າວິເຄາະຜົນຮັບ, ກໍເຫັນສິ່ງດຽວກັນນັ້ນ! ກະຕ່າຍທີ່ຖືກດູແລດ້ວຍຄວາມຮັກຂອງນັກຄົ້ນຄວ້າ ມີສຸຂະພາບດີກວ່າໝູ່.
ນັກວິທະຍາສາດໄດ້ພິມຜົນຂອງການສຶກສາ ໃນໜັງສືພິມ Science ທີ່ໂດ່ງດັງ.2
ຫລາຍປີຕໍ່ມາຜົນຂອງການທົດລອງນີ້ເບິ່ງຄືຍັງມີອິດທິພົນໃນວົງການແພດຢູ່. ໃນສອງສາມປີຜ່ານມານີ້, ດຣ. ແຄວລີ ຮາດດິງ ໄດ້ພິມປຶ້ມຫົວໜຶ່ງ ຊື່ວ່າ The Rabbit Effect ຊຶ່ງເອົາຊື່ມາຈາກການທົດລອງ. ເພິ່ນໄດ້ສະຫລຸບວ່າ: “ໃຫ້ດູແລກະຕ່າຍທີ່ບໍ່ມີຊີວິດທີ່ດີ. ເວົ້າກັບມັນ. ອູ້ມມັນ. ໃຫ້ຄວາມຮັກແກ່ມັນ. … ຄວາມສຳພັນຈະສ້າງຄວາມແຕກຕ່າງ. … ໃນທີ່ສຸດ,” ເພິ່ນໄດ້ຈົບດ້ວຍຖ້ອຍຄຳນີ້, “ສິ່ງທີ່ມີຜົນກະທົບຕໍ່ສຸຂະພາບຂອງເຮົາໃນຮູບແບບທີ່ມີຄວາມໝາຍທີ່ສຸດນັ້ນ ກ່ຽວຂ້ອງກັບວິທີທີ່ເຮົາປະຕິບັດຕໍ່ກັນ, ວິທີທີ່ເຮົາໃຊ້ຊີວິດ, ແລະ ວິທີທີ່ເຮົາຄິດກ່ຽວກັບຄວາມໝາຍຂອງການເປັນມະນຸດ.”3
ໃນໂລກທີ່ບໍ່ສົນໃຈເລື່ອງສາດສະໜາ, ການເຊື່ອມໂຍງວິທະຍາສາດກັບຄວາມຈິງຂອງພຣະກິດຕິຄຸນ ບາງເທື່ອກໍເບິ່ງຈະມີໜ້ອຍ ແລະ ໄກກັນຫລາຍ. ແຕ່ໃນຖານະຊາວຄຣິດ, ຜູ້ຕິດຕາມຂອງພຣະເຢຊູຄຣິດ, ໄພ່ພົນຍຸກສຸດທ້າຍ, ຜົນຂອງການສຶກສາທາງວິທະຍາສາດ ອາດເບິ່ງຄືວ່າເປັນເລື່ອງທີ່ຄາດໝາຍ ແລະ ບໍ່ປະຫລາດໃຈແນວໃດເລີຍ. ສຳລັບຂ້າພະເຈົ້າແລ້ວ, ສິ່ງນີ້ໄດ້ວາງຮາກຖານຂອງຄວາມເມດຕາ ເປັນຫລັກທຳພຣະກິດຕິຄຸນຢ່າງພື້ນຖານທີ່ໃຫ້ການປິ່ນປົວ—ຄວາມຮັກສາມາດປິ່ນປົວຄວາມຮູ້ສຶກທາງຈິດໃຈ, ທາງວິນຍານ, ແລະ ດັ່ງທີ່ສະແດງໃຫ້ເຫັນໃນນີ້, ແມ່ນແຕ່ປິ່ນປົວທາງຮ່າງກາຍດ້ວຍ.
ໃຫ້ໃຈຜູກພັນກັນໄວ້
ເມື່ອຖືກຖາມວ່າ, “ອາຈານເອີຍ, ໃນກົດບັນຍັດແມ່ນຂໍ້ໃດທີ່ເປັນຂໍ້ໃຫຍ່ສຳຄັນທີ່ສຸດ?” ພຣະຜູ້ຊ່ວຍໃຫ້ລອດໄດ້ຕອບວ່າ “ຈົ່ງຮັກພຣະຜູ້ເປັນເຈົ້າດ້ວຍສຸດໃຈ,” ຕິດຕາມດ້ວຍ, “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”4 ຄຳຕອບຂອງພຣະຜູ້ຊ່ວຍໃຫ້ລອດສະໜັບສະໜູນໜ້າທີ່ແຫ່ງສະຫວັນຂອງເຮົາ. ສາດສະດາໃນສະໄໝບູຮານທ່ານໜຶ່ງໄດ້ບັນຊາ “ວ່າບໍ່ຄວນມີການຂັດແຍ້ງກັນແຕ່ [ເຮົາ] ຄວນມຸ້ງຫາ … , ໂດຍ ໃຫ້ໃຈ [ຂອງເຮົາ] ຜູກພັນກັນໄວ້ ໃນຄວາມເປັນອັນໜຶ່ງດຽວກັນ ແລະ ໃນຄວາມຮັກທີ່ມີຕໍ່ກັນ.”5 ເຮົາໄດ້ຖືກສິດສອນຕື່ມອີກວ່າ “ອຳນາດ ຫລື ອິດທິພົນ … ດຳລົງຮັກສາໄວ້ … ໂດຍຄວາມອ່ອນໂຍນ ແລະ ໂດຍຄວາມອ່ອນນ້ອມ, … ໂດຍຄວາມຮັກ, … ອັນບໍ່ແກ້ງເຮັດ.”6
ຂ້າພະເຈົ້າເຊື່ອວ່າ ຫລັກທຳນີ້ສາມາດນຳເອົາໄປໃຊ້ໄດ້ກັບໄພ່ພົນຍຸກສຸດທ້າຍທຸກຄົນ: ຜູ້ໃຫຍ່, ຊາວໜຸ່ມ, ແລະ ເດັກນ້ອຍ.
ດ້ວຍເຫດນີ້, ຂ້າພະເຈົ້າຈຶ່ງຂໍເວົ້າໂດຍກົງກັບພວກເຈົ້າເດັກອາຍຸຊັ້ນປະຖົມໄວ ຈັກບຶດໜຶ່ງ.
ພວກເຈົ້າກໍເຂົ້າໃຈຢູ່ແລ້ວວ່າ ການເປັນຄົນມີເມດຕານັ້ນ ສຳຄັນຫລາຍຂະໜາດໃດ. ເພງຊັ້ນປະຖົມໄວຂອງພວກເຈົ້າ ຊື່ວ່າ, “I’m Trying to Be Like Jesus,” ສິດສອນວ່າ:
ຮັກກັນແລະກັນດັ່ງທີ່ພຣະເຢຊູຮັກເຈົ້າ.
ພະຍາຍາມສະແດງຄວາມເມດຕາໃນທຸກສິ່ງທີ່ເຈົ້າເຮັດ.
ອ່ອນໂຍນ ແລະ ຮັກແພງ ໃນການກະທຳ ແລະ ໃນຄວາມຄິດ,
ເພາະນີ້ຄືສິ່ງທີ່ພຣະເຢຊູໄດ້ສິດສອນ.7
ເຖິງປານນັ້ນ, ພວກເຈົ້າກໍຍັງອາດຈະມີບັນຫາ. ຕໍ່ໄປນີ້ແມ່ນເລື່ອງໜຶ່ງທີ່ອາດຊ່ວຍພວກເຈົ້າໄດ້ກ່ຽວກັບເດັກຊາຍຊັ້ນປະຖົມໄວຊື່ ມິນຈັນ ຄິມ ຈາກປະເທດເກົາຫລີໃຕ້. ຄອບຄົວຂອງລາວໄດ້ເຂົ້າຮ່ວມສາດສະໜາຈັກປະມານຫົກປີກ່ອນ.
“ມື້ໜຶ່ງຕອນຢູ່ໂຮງຮຽນ, ໝູ່ນັກຮຽນໄດ້ເວົ້າຢອກລໍ້ນັກຮຽນຄົນໜຶ່ງ ໂດຍການເອີ້ນລາວຕ່າງໆນາໆ. ເບິ່ງຄືວ່າເປັນເລື່ອງສະໜຸກດີ, ສະນັ້ນ ໃນລະຫວ່າງສອງສາມອາທິດນັ້ນ ຂ້ານ້ອຍກໍໄດ້ເຮັດນຳພວກເຂົາ.
“ຫລາຍອາທິດຕໍ່ມາ, ທ້າວນັ້ນໄດ້ບອກກັບຂ້ານ້ອຍວ່າ ເຖິງແມ່ນວ່າລາວທຳທ່າວ່າລາວບໍ່ສົນໃຈ, ແຕ່ພາຍໃນລາວເຈັບປວດ, ແລະ ຮ້ອງໄຫ້ທຸກຄືນ. ເມື່ອໄດ້ຍິນລາວເວົ້າ ຂ້ານ້ອຍເກືອບນ້ຳຕາໄຫລ. ຂ້ານ້ອຍຮູ້ສຶກເສຍໃຈຫລາຍ ແລະ ຢາກຊ່ວຍເຫລືອລາວ. ມື້ຕໍ່ມາ ຂ້ານ້ອຍໄດ້ໄປຫາລາວ ແລະ ເອົາມືໂອບກອດບ່າໄຫລ່ຂອງລາວ ແລະ ຂໍໂທດ, ໂດຍເວົ້າວ່າ, ‘ຂ້ອຍຂໍໂທດ ທີ່ຂ້ອຍໄດ້ເວົ້າຢອກລໍ້ເຈົ້າ.’ ລາວກໍງຶກຫົວ, ແລະ ມີນ້ຳຕາຄາປໍ້.
“ແຕ່ເດັກຄົນອື່ນໆກໍຍັງເວົ້າຢອກລໍ້ລາວຄືເກົ່າ. ແລ້ວຂ້ານ້ອຍຈື່ສິ່ງທີ່ຂ້ານ້ອຍໄດ້ຮຽນຢູ່ຫ້ອງປະຖົມໄວ: ເລືອກສິ່ງດີ. ສະນັ້ນຂ້ານ້ອຍຈຶ່ງໄດ້ຂໍໃຫ້ໝູ່ນັກຮຽນເຊົາເວົ້າ. ຫລາຍຄົນບໍ່ຢາກເຊົາ, ແລະ ພວກເຂົາໄດ້ໃຈຮ້າຍໃຫ້ຂ້ານ້ອຍ. ແຕ່ມີຄົນໜຶ່ງເວົ້າວ່າ ລາວກໍເສຍໃຈຄືກັນ, ແລະ ສາມຄົນພວກເຮົາກໍໄດ້ກາຍເປັນໝູ່ຮັກແພງກັນ.
“ເຖິງແມ່ນວ່າ ມີສອງສາມຄົນທີ່ຍັງເວົ້າຢອກລໍ້ລາວຢູ່, ແຕ່ລາວກໍຮູ້ສຶກດີຂຶ້ນ ເພາະລາວມີພວກເຮົາ.
“ຂ້ານ້ອຍເລືອກສິ່ງດີ ໂດຍການຊ່ວຍເຫລືອໝູ່ເພື່ອນຜູ້ຂັດສົນ.”8
ເລື່ອງນີ້ເປັນຕົວຢ່າງທີ່ດີສຳລັບພວກເຈົ້າແມ່ນບໍ ໃນຄວາມພະຍາຍາມທີ່ຈະກາຍເປັນເໝືອນດັ່ງພຣະເຢຊູ?
ບັດນີ້, ຕໍ່ຊາຍໜຸ່ມ ແລະ ຍິງໜຸ່ມ, ຂະນະທີ່ພວກເຈົ້າເຕີບໂຕຂຶ້ນ, ການເວົ້າຢອກລໍ້ຄົນອື່ນອາດນຳໄປສູ່ອັນຕະລາຍທີ່ຮ້າຍແຮງໄດ້. ຄວາມກັງວົນ, ຄວາມເສົ້າໃຈ, ແລະ ຮ້າຍແຮງກວ່ານັ້ນ ມັກຈະເກີດຈາກການຖືກກັ່ນແກ້ງ. “ເຖິງແມ່ນວ່າການກັ່ນແກ້ງບໍ່ແມ່ນເລື່ອງໃໝ່, ສື່ສັງຄົມ ແລະ ເທັກໂນໂລຈີໄດ້ນຳການກັ່ນແກ້ງໄປສູ່ລະດັບໜຶ່ງອີກ. ມັນກາຍເປັນການເວົ້າຂູ່ເຂັນຢູ່ຕະຫລອດ, ຫລາຍກວ່າທີ່ຜ່ານມາ—ເປັນການກັ່ນແກ້ງທາງອິນເຕີເນັດ.”9
ເຫັນໄດ້ຢ່າງແຈ້ງຊັດວ່າ, ຜູ້ປໍລະປັກກຳລັງໃຊ້ສິ່ງນີ້ເພື່ອທຳລາຍລຸ້ນຂອງພວກເຈົ້າ. ບໍ່ຄວນໃຫ້ມີສິ່ງນີ້ໃນອິນເຕີເນັດ, ໃນຄຸ້ມບ້ານ, ໃນໂຮງຮຽນ, ໃນກຸ່ມຖານະປະໂລຫິດ, ຫລື ໃນຫ້ອງຮຽນຂອງພວກເຈົ້າເລີຍ. ຈົ່ງເຮັດຈົນສຸດຄວາມສາມາດຂອງພວກເຈົ້າ ເພື່ອເຮັດໃຫ້ສະຖານທີ່ເຫລົ່ານີ້ດີກວ່າເກົ່າ ແລະ ປອດໄພກວ່າເກົ່າ. ຖ້າພວກເຈົ້າເປັນຄົນສັງເກດ ຫລື ມີສ່ວນຮ່ວມໃນການເຮັດສິ່ງນີ້, ຂ້າພະເຈົ້າຮູ້ວ່າ ບໍ່ມີຄຳແນະນຳອື່ນໃດທີ່ດີໄປກວ່າຄຳແນະນຳຂອງ ແອວເດີ ດີເດີ ແອັຟ ອຸກດອບ ທີ່ກ່າວຜ່ານມາວ່າ:
“ໃນເລື່ອງທີ່ກ່ຽວກັບຄວາມກຽດຊັງ, ການເວົ້າຂວັນນິນທາ, ການເມີນເສີຍ, ການເວົ້າເຍາະເຍີ້ຍ, ການມີຄວາມເຄືອງແຄ້ນ, ຫລື ການຢາກທຳຮ້າຍ, ຈົ່ງເຮັດຕາມນີ້:
“ໃຫ້ຢຸດ”10
ພວກເຈົ້າໄດ້ຍິນຄຳນັ້ນບໍ? ໃຫ້ຢຸດ! ເມື່ອພວກເຈົ້າມີຄວາມເມດຕາ, ໃຫ້ການດູແລ, ແລະ ເຫັນອົກເຫັນໃຈ, ແມ່ນແຕ່ໃນທາງດິຈິຕັນ, ຂ້າພະເຈົ້າສັນຍາວ່າ ພວກເຈົ້າຈະຍົກແຂນທີ່ຕົກ ແລະ ປິ່ນປົວຫົວໃຈໄດ້.
ໂດຍທີ່ໄດ້ກ່າວກັບກຸ່ມເດັກນ້ອຍຊັ້ນປະຖົມໄວ ແລະ ກຸ່ມຊາວໜຸ່ມແລ້ວ, ບັດນີ້ ຂ້າພະເຈົ້າຢາກກ່າວກັບຜູ້ໃຫຍ່ຂອງສາດສະໜາຈັກ. ພວກເຮົາມີໜ້າທີ່ຮັບຜິດຊອບຕົ້ນຕໍເພື່ອເປັນແບບຢ່າງຂອງຄວາມເມດຕາ, ການລວມຄົນອື່ນເຂົ້ານຳ, ແລະ ປະຕິບັດກັບຄົນອື່ນດ້ວຍຄວາມສຸພາບ—ເພື່ອສິດສອນການປະພຶດທີ່ເໝືອນພຣະຄຣິດໃຫ້ແກ່ຄົນລຸ້ນໃໝ່ ໃນສິ່ງທີ່ເຮົາເວົ້າ ແລະ ວິທີທີ່ເຮົາກະທຳ. ມັນສຳຄັນໂດຍສະເພາະ ເມື່ອເຮົາສັງເກດເຫັນການປ່ຽນແປງທາງສັງຄົມໃນການແບ່ງແຍກທາງການເມືອງ, ຊົນຊັ້ນທາງສັງຄົມ, ແລະ ຄວາມແຕກຕ່າງອື່ນໆທີ່ມະນຸດສ້າງຂຶ້ນເກືອບທັງໝົດ.
ປະທານເອັມ ຣະໂຊ ບາເລີດ ກໍໄດ້ສິດສອນວ່າ ໄພ່ພົນຍຸກສຸດທ້າຍຕ້ອງມີເມດຕາ ບໍ່ແມ່ນຕໍ່ກັນເທົ່ານັ້ນ ແຕ່ຕໍ່ທຸກຄົນທີ່ຢູ່ອ້ອມຂ້າງເຮົານຳອີກ. ເພິ່ນໄດ້ສັງເກດເຫັນວ່າ: “ບາງຄັ້ງຂ້າພະເຈົ້າໄດ້ເຫັນສະມາຊິກເຮັດໃຫ້ຜູ້ທີ່ນັບຖືສາດສະໜາອື່ນບໍ່ສະບາຍໃຈ ໂດຍການມອງຂ້າມ ແລະ ບໍ່ຕ້ອນຮັບເຂົາເຈົ້າ. ສ່ວນຫລາຍສິ່ງນີ້ຈະເກີດຂຶ້ນໃນຊຸມຊົນທີ່ມີສະມາຊິກໂບດຂອງພວກເຮົາເປັນສ່ວນໃຫຍ່. ຂ້າພະເຈົ້າເຄີຍໄດ້ຍິນກ່ຽວກັບພໍ່ແມ່ທີ່ມີໃຈແຄບ ຜູ້ໄດ້ບອກລູກໆວ່າ ພວກເຂົາບໍ່ສາມາດຫລິ້ນກັບເດັກນ້ອຍຄົນໃດຄົນໜຶ່ງທີ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ. ການປະພຶດເຊັ່ນນີ້ແມ່ນບໍ່ສອດຄ່ອງກັບຄຳສອນຂອງອົງພຣະເຢຊູຄຣິດເຈົ້າ. ຂ້າພະເຈົ້າບໍ່ເຂົ້າໃຈວ່າເປັນຫຍັງສະມາຊິກຂອງສາດສະໜາຈັກໄດ້ປ່ອຍໃຫ້ສິ່ງເຫລົ່ານີ້ເກີດຂຶ້ນ. … ຂ້າພະເຈົ້າບໍ່ເຄີຍໄດ້ຍິນສະມາຊິກຂອງສາດສະໜາຈັກຊຸກຍູ້ກັນໃນທາງອື່ນ ນອກຈາກໃຫ້ຮັກ, ມີເມດຕາ, ອົດທົນ, ແລະ ໃຈດີກັບໝູ່ເພື່ອນ ແລະ ເພື່ອນບ້ານ ທີ່ນັບຖືສາດສະໜາອື່ນ.”11
ພຣະຜູ້ເປັນເຈົ້າຄາດໝາຍໃຫ້ເຮົາສິດສອນວ່າ ການລວມຄົນອື່ນເຂົ້ານຳເຮົາ ເປັນການກະທຳໃນທາງບວກ ຊຶ່ງນຳໄປສູ່ຄວາມສາມັກຄີ ແລະ ວ່າການບໍ່ຍອມຮັບເຂົ້າກຸ່ມ ຈະນຳໄປສູ່ການແຕກແຍກ.
ໃນຖານະຜູ້ຕິດຕາມຂອງພຣະເຢຊູຄຣິດ, ພວກເຮົາຕົກໃຈເມື່ອພວກເຮົາໄດ້ຍິນກ່ຽວກັບລູກໆຂອງພຣະເຈົ້າທີ່ຖືກຂົ່ມເຫັງເພາະເຊື້ອຊາດຂອງພວກເຂົາ. ພວກເຮົາເຈັບປວດໃຈເມື່ອໄດ້ຍິນກ່ຽວກັບການທຳຮ້າຍຄົນດຳ, ຄົນເອເຊຍ, ຄົນລາຕິນ, ຫລື ຜູ້ຄົນກຸ່ມອື່ນໆ. ອະຄະຕິ, ຄວາມຕຶງຄຽດທາງເຊື້ອຊາດ, ຫລື ຄວາມຮຸນແຮງ ບໍ່ຄວນມີຢູ່ໃນບ່ອນໃດເລີຍ ໃນຄຸ້ມບ້ານ, ໃນຊຸມຊົນ, ຫລື ໃນສາດສະໜາຈັກຂອງພວກເຮົາ.
ຂໍໃຫ້ເຮົາແຕ່ລະຄົນ, ບໍ່ວ່າເຮົາຈະມີອາຍຸເທົ່າໃດ, ຈົ່ງພະຍາຍາມເຮັດໃຫ້ດີທີ່ສຸດ.
ຈົ່ງຮັກສັດຕູຂອງທ່ານ
ຂະນະທີ່ທ່ານພະຍາຍາມເອື້ອມອອກໄປດ້ວຍຄວາມຮັກ, ຄວາມນັບຖື, ແລະ ຄວາມເມດຕາ, ແຕ່ຢ່າງບໍ່ຕ້ອງສົງໄສ ທ່ານກໍຍັງຈະໄດ້ຮັບຄວາມເຈັບປວດຈາກການເລືອກທີ່ບໍ່ດີຂອງຄົນອື່ນຢູ່. ແລ້ວຕອນນັ້ນເຮົາຈະເຮັດແນວໃດ? ເຮົາຈະເຮັດຕາມຄຳຕັກເຕືອນຂອງພຣະຜູ້ເປັນເຈົ້າວ່າ “ຈົ່ງຮັກສັດຕູຂອງພວກເຈົ້າ … ແລະ ຈົ່ງອະທິຖານເພື່ອຄົນທີ່ຂົ່ມເຫັງພວກເຈົ້າ.”12
ເຮົາຈະເຮັດຈົນສຸດຄວາມສາມາດ ເພື່ອເອົາຊະນະຄວາມຍາກລຳບາກທີ່ວາງຢູ່ໃນເສັ້ນທາງຂອງເຮົາ. ເຮົາຈະພະຍາຍາມຈົນເຖິງທີ່ສຸດ, ອະທິຖານຕະຫລອດເວລາວ່າ ພຣະຫັດຂອງພຣະຜູ້ເປັນເຈົ້າຈະປ່ຽນສະຖານະການຂອງເຮົາ. ເຮົາຈະກ່າວຂອບຄຸນພຣະເຈົ້າ ສຳລັບຜູ້ທີ່ພຣະອົງວາງໄວ້ຢູ່ໃນເສັ້ນທາງຂອງເຮົາ ເພື່ອຊ່ວຍເຫລືອເຮົາ.
ຂ້າພະເຈົ້າປະທັບໃຈກັບຕົວຢ່າງຕໍ່ໄປນີ້ ຈາກປະຫວັດສາດຂອງສາດສະໜາຈັກສະໄໝເລີ່ມຕົ້ນ. ໃນຊ່ວງລະດູໜາວຂອງປີ 1838, ໂຈເຊັບ ສະມິດ ແລະ ຜູ້ນຳສາດສະໜາຈັກຄົນອື່ນໆ ໄດ້ຖືກຄຸມຂັງຢູ່ໃນຄຸກລີເບີຕີ ຕອນທີ່ໄພ່ພົນຍຸກສຸດທ້າຍຖືກບັງຄັບໃຫ້ໜີຈາກບ້ານເຮືອນຂອງເຂົາເຈົ້າ ຢູ່ໃນລັດມີເຊີຣີ. ໄພ່ພົນໄດ້ຕົກທຸກໄດ້ຍາກ, ຂາດເພື່ອນ, ແລະ ທຸກທໍລະມານກັບຄວາມໜາວເຢັນທີ່ສຸດ ແລະ ຂາດສະບຽງອາຫານ. ຊາວເມືອງຄວິນສີ, ລັດອິລິນອຍ, ໄດ້ເຫັນສະພາບຄວາມທຸກຍາກຂອງເຂົາເຈົ້າ ແລະ ໄດ້ເອື້ອມອອກໄປດ້ວຍຄວາມເຫັນອົກເຫັນໃຈ ແລະ ມິດຕະພາບ.
ວັນໂດ ເມ, ຊາວເມືອງຄວິນສີ, ຕໍ່ມາໄດ້ເລົ່າເຖິງຕອນທີ່ລາວໄດ້ເຫັນໄພ່ພົນຕາມແຄມແມ່ນ້ຳມິດຊີຊິບປີ ໃນຜ້າເຕັ້ນພັກຊົ່ວຄາວວ່າ: “ບາງຄົນໄດ້ເອົາແຜ່ນຜ້າມຸງເຮັດເປັນບ່ອນກຳບັງຈາກລົມ, … ພວກເດັກນ້ອຍໜາວສັ່ນຢູ່ອ້ອມກອງໄຟ ຊຶ່ງມີລົມພັດຢູ່ອ້ອມຮອບ ຈຶ່ງຊ່ວຍຫຍັງບໍ່ໄດ້ຫລາຍ. ໄພ່ພົນຍຸກສຸດທ້າຍໄດ້ຮັບທຸກທໍລະມານຢ່າງແສນສາຫັດ.”13
ເມື່ອເຫັນສະພາບຂອງໄພ່ພົນ, ຊາວເມືອງຄວິນສີ ຈຶ່ງລວມຕົວກັນເພື່ອໃຫ້ຄວາມຊ່ວຍເຫລືອ, ບາງຄົນເຖິງກັບຊ່ວຍຂົນສົ່ງເພື່ອນໃໝ່ຂອງເຂົາເຈົ້າຂ້າມແມ່ນ້ຳ. ທ່ານເມໄດ້ເວົ້າຕື່ມວ່າ: “[ເຂົາເຈົ້າ] ໄດ້ບໍລິຈາກຢ່າງຫລວງຫລາຍ, ພວກພໍ່ຄ້າກໍແຂ່ງກັນ ວ່າໃຜຊິບໍລິຈາກຫລາຍກວ່າໝູ່ … ທັງ … ຊີ້ນໝູ, … ນ້ຳຕານ, … ເກີບ ແລະ ເຄື່ອງນຸ່ງຫົ່ມ, ທຸກສິ່ງທີ່ຜູ້ຖືກຂັບໄລ່ ທີ່ໜ້າເວດທະນາເຫລົ່ານີ້ຕ້ອງການຫລາຍທີ່ສຸດ.”14 ບໍ່ດົນ, ຊາວອົບພະຍົບກໍມີຈຳນວນຫລາຍກວ່າຊາວເມືອງຄວິນສີ, ຜູ້ໄດ້ຕ້ອນຮັບເຂົາເຈົ້າເຂົ້າໄປໃນເຮືອນ ແລະ ແບ່ງປັນສິ່ງຂອງເລັກນ້ອຍທີ່ເຂົາເຈົ້າມີ ຊຶ່ງເປັນການເສຍສະລະຫລາຍທີ່ສຸດ.15
ໄພ່ພົນຫລາຍຄົນໄດ້ລອດຕາຍຈາກອາກາດໜາວເຢັນ ກໍຍ້ອນນ້ຳໃຈອັນກວ້າງຂວາງຂອງຊາວເມືອງຄວິນສີນີ້ແຫລະ. ເຫລົ່າທູດສະຫວັນຢູ່ໃນໂລກເຫລົ່ານີ້ໄດ້ເປີດຫົວໃຈ ແລະ ບ້ານເຮືອນຂອງເຂົາເຈົ້າ, ໄດ້ລ້ຽງດູ, ໃຫ້ຄວາມອົບອຸ່ນ, ແລະ—ບາງທີ ສິ່ງທີ່ສຳຄັນທີ່ສຸດ—ແມ່ນການເປັນມິດຕໍ່ໄພ່ພົນທີ່ທຸກທໍລະມານ. ເຖິງແມ່ນວ່າ ການພັກຢູ່ເມືອງຄວິນສີ ເປັນພຽງຊົ່ວຄາວເທົ່ານັ້ນ, ແຕ່ໄພ່ພົນກໍບໍ່ເຄີຍລືມໜີ້ບຸນຄຸນຕໍ່ເພື່ອນບ້ານທີ່ຮັກແພງຂອງເຂົາເຈົ້າ, ແລະ ເມືອງຄວິນສີໄດ້ເປັນທີ່ຮູ້ຈັກກັນວ່າ “ເມືອງລີ້ໄພ.”16
ເມື່ອຄວາມຍາກລຳບາກ ແລະ ຄວາມທຸກທໍລະມານມາສູ່ເຮົາ ຈາກການວິພາກວິຈານ, ສິ່ງທີ່ເປັນທາງລົບ, ແມ່ນແຕ່ການກະທຳທີ່ໂຫດຮ້າຍ, ເຮົາກໍຍັງສາມາດເລືອກມີຄວາມຫວັງໃນພຣະຄຣິດໄດ້. ຄວາມຫວັງນີ້ມາຈາກຄຳເຊື້ອເຊີນ ແລະ ຄຳສັນຍາຂອງພຣະອົງທີ່ວ່າ “ຈົ່ງເບີກບານເຖີດ, ເພາະເຮົາຈະນຳພາເຈົ້າໄປ”17 ແລະ ວ່າພຣະອົງຈະອຸທິດຖວາຍຄວາມທຸກຂອງທ່ານເພື່ອຜົນປະໂຫຍດຂອງທ່ານ.18
ຜູ້ລ້ຽງທີ່ດີ
ບັດນີ້ ເຮົາຈະຈົບລົງຈາກບ່ອນທີ່ເຮົາເລີ່ມຕົ້ນ: ຜູ້ດູແລທີ່ເຫັນອົກເຫັນໃຈຄົນໜຶ່ງ, ໄດ້ເອື້ອມອອກໄປດ້ວຍຄວາມເມດຕາ ພ້ອມກັບວິນຍານແຫ່ງການບຳລຸງລ້ຽງ, ແລະ ຜົນຮັບທີ່ບໍ່ຄາດຄິດ—ປິ່ນປົວໃຈສັດທີ່ນາງຖືກມອບໝາຍໃຫ້ດູແລ. ເປັນຫຍັງ? ເພາະນາງເປັນຄົນແບບນັ້ນ!
ຂະນະທີ່ເຮົາຫລຽວເບິ່ງຜ່ານແວ່ນຕາແຫ່ງພຣະກິດຕິຄຸນຂອງເຮົາ, ເຮົາຈະຮັບຮູ້ວ່າ ເຮົາກໍຢູ່ໃນການດູແລຂອງຜູ້ດູແລທີ່ເຫັນອົກເຫັນໃຈຄືກັນ, ຜູ້ເອື້ອມອອກມາດ້ວຍຄວາມເມດຕາ ແລະ ບຳລຸງລ້ຽງວິນຍານ. ຜູ້ລ້ຽງທີ່ດີຮູ້ຈັກເຮົາແຕ່ລະຄົນຕາມຊື່ ແລະ ມີຄວາມສົນໃຈກັບເຮົາ.19 ອົງພຣະເຢຊູຄຣິດເຈົ້າເອງກໍໄດ້ກ່າວວ່າ, “ເຮົານີ້ແຫລະເປັນຜູ້ລ້ຽງທີ່ດີ, ແລະ ຮູ້ຈັກແກະຂອງເຮົາ. … ແລະ ເຮົາ [ຈະ] ເຕັມໃຈສະລະຊີວິດເພື່ອຝູງແກະຂອງເຮົາ.”20
ໃນທ້າຍອາທິດເທດສະການອີດສະເຕີນີ້, ຂ້າພະເຈົ້າພົບຄວາມສະຫງົບສຸກໃນການຮູ້ວ່າ “ພຣະຜູ້ເປັນເຈົ້າເປັນຜູ້ລ້ຽງຂ້ານ້ອຍ”21 ແລະ ພຣະອົງກໍຮູ້ຈັກເຮົາແຕ່ລະຄົນ ແລະ ພຣະອົງຄອຍດູແລເຮົາຢູ່. ເມື່ອເຮົາປະເຊີນໜ້າກັບລົມ ແລະ ພະຍຸຝົນແຫ່ງຊີວິດ, ຄວາມເຈັບປ່ວຍ ແລະ ການບາດເຈັບ, ພຣະຜູ້ເປັນເຈົ້າ—ຜູ້ລ້ຽງຂອງເຮົາ, ຜູ້ດູແລຂອງເຮົາ—ຈະບຳລຸງລ້ຽງເຮົາດ້ວຍຄວາມຮັກ ແລະ ດ້ວຍຄວາມເມດຕາ. ພຣະອົງຈະປິ່ນປົວຫົວໃຈ ແລະ ນຳຈິດວິນຍານຂອງເຮົາກັບຄືນມາ.
ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້—ແລະ ເຖິງພຣະເຢຊູຄຣິດ ໃນຖານະພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ—ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.