ຫ້ອງວ່າງໃນໂຮງແຮມ
ໃນຊ່ວງເທດສະການອີດສະເຕີນີ້, ພຣະເຢຊູຄຣິດເຊື້ອເຊີນເຮົາໃຫ້ກາຍເປັນ, ເໝືອນພຣະອົງ, ເໝືອນໄທຊາມາເຣຍຜູ້ໃຈດີ, ເພື່ອຈະເຮັດໃຫ້ໂຮງແຮມ (ສາດສະໜາຈັກຂອງພຣະອົງ) ເປັນບ່ອນລີ້ໄພສຳລັບທຸກຄົນ.
ອ້າຍເອື້ອຍນ້ອງທີ່ຮັກແພງ, ເຖິງແມ່ນວ່າເພິ່ນໄດ້ເສຍຊີວິດໄປ 20 ປີແລ້ວ, ເປັນບາງຄັ້ງຂ້າພະເຈົ້າກໍຍັງຄິດຮອດພໍ່ຂອງຂ້າພະເຈົ້າຢູ່. ເທດສະການອີດສະເຕີສັນຍາວ່າຂ້າພະເຈົ້າຈະໄດ້ເຫັນເພິ່ນອີກຄັ້ງ.
ຕອນຂ້າພະເຈົ້າໄປສຶກສາປະລິນຍາເອກຢູ່ປະເທດອັງກິດ, ພໍ່ຂອງຂ້າພະເຈົ້າໄດ້ໄປຢາມຂ້າພະເຈົ້າ. ພໍ່ຂອງຂ້າພະເຂົ້າກໍຮູ້ວ່າຂ້າພະເຈົ້າຄິດຮອດບ້ານ.
ພໍ່ຂອງຂ້າພະເຈົ້າມັກການຜະຈົນໄພ ຍົກເວັ້ນໃນເລື່ອງອາຫານການກິນ. ແມ່ນແຕ່ໃນປະເທດຝຣັ່ງ, ໂດ່ງດັງເພາະອາຫານ, ເພິ່ນກໍຈະເວົ້າວ່າ, “ໄປຫາກິນອາຫານຈີນເນາະ.” ໂດຍທີ່ໄດ້ຮັບໃຊ້ເປັນປິຕຸໃນສາດສະໜາຈັກເປັນເວລາຫລາຍປີ, ພໍ່ຂອງຂ້າພະເຈົ້າເປັນຄົນທີ່ຮູ້ສຶກພຣະວິນຍານ ແລະ ເຫັນອົກເຫັນໃຈ. ຄືນໜຶ່ງ, ໃນຂະນະທີ່ລົດສຸກເສີນຜ່ານໄປຢ່າງໄວວາດ້ວຍສຽງສັນຍານດັງໆໃນກຸງປາຣີ, ເພິ່ນໄດ້ເວົ້າວ່າ, “ແກຣິດ, ສຽງເຫລົ່ານັ້ນແມ່ນສຽງຮ້ອງໄຫ້ຄວນຄາງຂອງຜູ້ຄົນທີ່ເຈັບປວດໃນເມືອງນີ້.”
ໃນການເດີນທາງເທື່ອນັ້ນ, ຂ້າພະເຈົ້າໄດ້ຮູ້ສຶກເຖິງສຽງຮ້ອງໄຫ້ຄວນຄາງ ແລະ ຄວາມເຈັບປວດຢ່າງອື່ນໆ. ຍິງໜຸ່ມຄົນໜຶ່ງໄດ້ຂາຍກະແລັມຈາກລໍ້ຍູ້ນ້ອຍໆ. ຈອກເຂົ້າໜົມໃສ່ກະແລັມຂອງນາງມີຂະໜາດໃສ່ກະແລັມໄດ້ພຽງແຕ່ກ້ອນນ້ອຍດຽວເທົ່ານັ້ນ. ດ້ວຍເຫດຜົນໃດໜຶ່ງ, ຊາຍຕົວໃຫຍ່ໆຄົນໜຶ່ງໄດ້ຕໍ່ວ່າຍິງໜຸ່ມຄົນນັ້ນ. ໂດຍການຮ້ອງຂຶ້ນ ແລະ ການຊຸກດັນ, ລາວໄດ້ເຮັດໃຫ້ລໍ້ຍູ້ຂອງນາງຂວ້ຳ, ແລະ ເຮັດໃຫ້ຈອກໃສ່ກະແລັມຂອງນາງຕົກລົງທີ່ພື້ນ. ຂ້າພະເຈົ້າກໍເຮັດຫຍັງບໍ່ໄດ້ຂະນະທີ່ລາວຢຽບຈອກໃສ່ກະແລັມດ້ວຍເກີບໂບກຂອງລາວ. ຂ້າພະເຈົ້າຍັງວາດພາບເຫັນຍິງໜຸ່ມຄົນນັ້ນນັ່ງຄຸເຂົ່າລົງໃນຖະໜົນ, ພະຍາຍາມເກັບຈອກໃສ່ກະແລັມທີ່ແຕກກະຈາຍ, ນ້ຳຕາແຫ່ງຄວາມເຈັບປວດໄຫລລົງອາບໜ້າຂອງນາງ. ຂ້າພະເຈົ້າຄິດເຖິງພາບຂອງນາງດ້ວຍຄວາມເສົ້າໃຈ, ເປັນສິ່ງເຕືອນສະຕິເຖິງການຂາດຄວາມເມດຕາ, ຂາດຄວາມຫ່ວງໃຍ, ການເຂົ້າໃຈຜິດທີ່ເຮົາເຮັດໃສ່ກັນແລະກັນເລື້ອຍເກີນໄປ.
ໃນອີກຕອນບ່າຍມື້ໜຶ່ງ, ຢູ່ໃກ້ກຸງປາຣີ, ພໍ່ ແລະ ຂ້າພະເຈົ້າໄດ້ໄປທ່ຽວຊົມໂບດກາໂຕລິກໃຫຍ່ຢູ່ເມືອງຈາດ. ມາວກຳ ມິວເລີ,1 ຜູ້ຊ່ຽວຊານລະດັບໂລກເລື່ອງໂບດໃຫຍ່, ໄດ້ຊີ້ໃຫ້ເຫັນປ່ອງຢ້ຽມແກ້ວປະສານສີສາມຊຸດ. ເພິ່ນໄດ້ບອກວ່າປ່ອງຢ້ຽມເຫລົ່ານັ້ນມີເລື່ອງເລົ່າ.
ປ່ອງຢ້ຽມຊຸດທຳອິດສະແດງໃຫ້ເຫັນອາດາມ ແລະ ເອວາໜີອອກໄປຈາກສວນເອເດນ.
ປ່ອງຢ້ຽມຊຸດທີສອງເລົ່າເຖິງຄຳອຸປະມາເລື່ອງໄທຊາມາເຣຍຜູ້ໃຈດີ.
ປ່ອງຢ້ຽມຊຸດທີສາມສະແດງໃຫ້ເຫັນການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ.
ເມື່ອເບິ່ງທັງສາມຊຸດລວມກັນ, ປ່ອງຢ້ຽມແກ້ວປະສານສີເຫລົ່ານີ້ບັນຍາຍເຖິງການເດີນທາງນິລັນດອນຂອງເຮົາ. ມັນເຊື້ອເຊີນເຮົາໃຫ້ຕ້ອນຮັບທຸກໆຄົນເຂົ້າມາຮ່ວມໃນໂຮງແຮມຂອງພຣະອົງ.2
ເໝືອນດັ່ງອາດາມ ແລະ ເອວາ, ເຮົາກໍມາສູ່ໂລກທີ່ເຕັມໄປດ້ວຍຄວາມຍາກລຳບາກ ແລະ ການທົດລອງ.3
ໃນຄວາມກ້າວໜ້າຂອງເຮົາຢູ່ເທິງເສັ້ນທາງທີ່ນຳໄປສູ່ ເຢຣີໂກ, ເຮົາກໍຖືກຈູ່ໂຈມ, ໄດ້ຮັບບາດເຈັບ, ແລະ ຖືກປະຖິ້ມໄວ້ໃນຄວາມເຈັບປວດ.4
ເຖິງແມ່ນວ່າເຮົາຄວນຊ່ວຍເຫລືອກັນແລະກັນ, ສ່ວນຫລາຍແລ້ວເຮົາກໍຈະຍ່າງຜ່ານໄປອີກຟາກອື່ນ, ບໍ່ວ່າໂດຍເຫດຜົນໃດກໍຕາມ.
ເຖິງຢ່າງໃດກໍຕາມ, ດ້ວຍຄວາມເຫັນອົກເຫັນໃຈ, ໄທຊາມາເຣຍຜູ້ໃຈດີກໍຢຸດ, ແລະ ເອົາເຫລົ້າອະງຸ່ນ ແລະ ນ້ຳມັນຖອກໃສ່ບາດແຜ ແລະ ເອົາຜ້າພັນບາດໃຫ້ເຮົາ. ສັນລາຍັກຂອງສິນລະລຶກ ແລະ ພິທີການອື່ນໆ, ເຫລົ້າອະງຸ່ນ ແລະ ນ້ຳມັນ ຊີ້ບອກເຮົາເຖິງການປິ່ນປົວທາງວິນຍານໃນພຣະເຢຊູຄຣິດ.5 ໄທຊາມາເຣຍຜູ້ໃຈດີໂຈມເຮົາຂຶ້ນເທິງມ້າລໍຂອງພຣະອົງ ຫລື, ໃນເລື່ອງເລົ່າຂອງປ່ອງຢ້ຽມແກ້ວປະສານສີນັ້ນ, ຈະອຸ້ມເຮົາຂຶ້ນເທິງບ່າຂອງພຣະອົງ. ພຣະອົງພາເຮົາມາທີ່ໂຮງແຮມ, ຊຶ່ງເປັນຕົວແທນໃຫ້ແກ່ສາດສະໜາຈັກຂອງພຣະອົງ. ຢູ່ທີ່ໂຮງແຮມ, ໄທຊາເຣຍຜູ້ໃຈດີສັ່ງວ່າ, “ຈົ່ງຊ່ວຍເບິ່ງແຍງຊາຍຄົນນີ້ໃຫ້ດີເນີ; … ເມື່ອຂ້ອຍກັບມາ, ຂ້ອຍຈະຈ່າຍເງິນໃຫ້.”6 ໄທຊາມາເຣຍຜູ້ໃຈດີ, ສັນຍາລັກເຖິງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ສັນຍາວ່າຈະສະເດັດກັບຄືນມາ, ເທື່ອນີ້ຈະສະເດັດຄືນມາດ້ວຍສະຫງ່າລາສີ ແລະ ລັດສະໝີພາບ.
ໃນຊ່ວງເທດສະການອີດສະເຕີນີ້, ພຣະເຢຊູຄຣິດເຊື້ອເຊີນເຮົາໃຫ້ກາຍເປັນ, ເໝືອນພຣະອົງ, ເໝືອນໄທຊາມາເຣຍຜູ້ໃຈດີ, ເພື່ອຈະເຮັດໃຫ້ໂຮງແຮມ (ສາດສະໜາຈັກຂອງພຣະອົງ) ເປັນບ່ອນລີ້ໄພສຳລັບທຸກຄົນຈາກຄວາມເຈັບປວດ ແລະ ຄວາມຍາກລຳບາກຂອງຊີວິດທັງໝົດ.7 ເຮົາກະກຽມສຳລັບການສະເດັດມາຄັ້ງທີສອງທີ່ສັນຍາໄວ້ຂອງພຣະອົງ ຂະນະທີ່ແຕ່ລະມື້ເຮົາເຮັດສິ່ງເຫລົ່ານີ້ແກ່ “ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງ”8 ດັ່ງທີ່ເຮົາຈະເຮັດແດ່ພຣະອົງ. “ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງ” ກໍແມ່ນເຮົາແຕ່ລະຄົນ.
ເມື່ອເຮົາມາສູ່ໂຮງແຮມກັບໄທຊາມາເຣຍຜູ້ໃຈດີ, ເຮົາຮຽນຮູ້ຫ້າສິ່ງກ່ຽວກັບພຣະເຢຊູຄຣິດ ແລະ ຕົວເຮົາເອງ.
ໜຶ່ງ, ເຮົາເຂົ້າມາໃນໂຮງແຮມຕາມສະພາບທີ່ເຮົາເປັນຢູ່, ພ້ອມດ້ວຍຄວາມບົກພ່ອງ ແລະ ຄວາມບໍ່ດີພ້ອມ, ຊຶ່ງເຮົາທຸກຄົນກໍມີ. ແຕ່ເຮົາແຕ່ລະຄົນກໍມີບາງສິ່ງທີ່ສຳຄັນມາປະກອບສ່ວນ. ການເດີນທາງຂອງເຮົາທີ່ຈະກັບໄປຫາພຣະເຈົ້າສ່ວນຫລາຍແລ້ວຈະພົບເຫັນຢູ່ໃນຄວາມສຳພັນຂອງເຮົາກັບຄົນອື່ນ. ເຮົາຮູ້ສຶກວ່າເປັນພາກສ່ວນຜ່ານການເປັນນ້ຳໜຶ່ງໃຈດຽວກັນ—ບໍ່ວ່າການປະເຊີນໜ້າກັບການລະບາດ, ພະຍຸຮ້າຍ, ໄຟໄໝ້ປ່າ, ຄວາມແຫ້ງແລ້ງ ຫລື ການສະໜອງຄວາມຕ້ອງການປະຈຳວັນຢ່າງງຽບໆກໍຕາມ. ເຮົາໄດ້ຮັບການດົນໃຈ ຂະນະທີ່ເຮົາປຶກສາຫາລືນຳກັນ, ຮັບຟັງຄວາມຄິດຄວາມເຫັນຂອງແຕ່ລະຄົນ, ລວມທັງເອື້ອຍນ້ອງແຕ່ລະຄົນ, ແລະ ພຣະວິນຍານ.
ໃນຂະນະທີ່ຫົວໃຈຂອງເຮົາປ່ຽນໄປ ແລະ ເຮົາໄດ້ຮັບເງົາຂອງພຣະອົງໄວ້ໃນໃບໜ້າຂອງເຮົາ,9 ເຮົາຈະເຂົ້າໃຈບົດບາດຂອງພຣະອົງ ແລະ ຂອງຕົວເຮົາເອງຢູ່ໃນສາດສະໜາຈັກຂອງພຣະອົງ. ຜ່ານທາງພຣະອົງ, ເຮົາຈະພົບເຫັນຄວາມແຈ່ມແຈ້ງ, ບໍ່ເຫັນການຂັດແຍ້ງ. ຜ່ານທາງພຣະອົງ, ເຮົາຈະພົບເຫັນສາເຫດທີ່ຈະເຮັດສິ່ງດີ, ເຫດຜົນທີ່ຈະເປັນຄົນດີ, ແລະ ມີຄວາມສາມາດຫລາຍຂຶ້ນ ທີ່ຈະເປັນຄົນດີກວ່າເກົ່າ. ຜ່ານທາງພຣະອົງ, ເຮົາຈະຄົ້ນພົບສັດທາທີ່ທົນທານ, ການເປັນອິດສະລະຈາກຄວາມເຫັນແກ່ຕົວ, ການປ່ຽນແປງທີ່ຫ່ວງໃຍ, ແລະ ໄວ້ວາງໃຈໃນພຣະເຈົ້າ. ຢູ່ໃນໂຮງແຮມຂອງພຣະອົງ, ເຮົາຈະພົບເຫັນ ແລະ ເຮັດໃຫ້ຄວາມສຳພັນສ່ວນຕົວຂອງເຮົາກັບພຣະເຈົ້າພຣະບິດາຂອງເຮົາ ແລະ ພຣະເຢຊູຄຣິດເລິກເຊິ່ງຫລາຍຂຶ້ນ.
ພຣະອົງໄວ້ວາງພຣະໄທໃນຕົວເຮົາທີ່ຈະຊ່ວຍເຮັດໃຫ້ໂຮງແຮມເປັນບ່ອນທີ່ພຣະອົງປະສົງຢາກໃຫ້ມັນເປັນ. ເມື່ອເຮົາສະເໜີມອບພອນສະຫວັນ ແລະ ຄວາມພະຍາຍາມທີ່ດີທີ່ສຸດຂອງເຮົາ, ຂອງປະທານແຫ່ງວິນຍານຂອງພຣະອົງ ກໍຈະເສີມຄວາມເຂັ້ມແຂງ ແລະ ເປັນພອນໃຫ້ແກ່ເຮົານຳອີກ.10
ນາຍພາສາສະເປນຄົນໜຶ່ງໄດ້ບອກຂ້າພະເຈົ້າວ່າ, “ແອວເດີ ກອງ, ຂ້ານ້ອຍໄດ້ຮູ້ໂດຍພຣະວິນຍານສິ່ງທີ່ທ່ານຈະກ່າວອອກມາເພື່ອວ່າຂ້ານ້ອຍຈະແປໄດ້,” ນ້ອງຜູ້ຊື່ສັດຄົນນີ້ໄດ້ກ່າວວ່າ, “ໂດຍຂອງປະທານແຫ່ງການເວົ້າພາສາ.”
ຂອງປະທານແຫ່ງສັດທາ ແລະ ຄວາມແນ່ນອນໃຈຈະມີມາ, ຖືກສະແດງໃຫ້ປະຈັກຢ່າງແຕກຕ່າງໃນສະພາບການທີ່ແຕກຕ່າງກັນ. ເອື້ອຍນ້ອງທີ່ຮັກຄົນໜຶ່ງໄດ້ຮັບການປອບໂຍນທາງວິນຍານຕອນສາມີຂອງນາງໄດ້ເສຍຊີວິດໄປຈາກພະຍາດໂຄວິດ-19. ນາງໄດ້ເວົ້າວ່າ, “ຂ້ານ້ອຍຮູ້ວ່າສາມີທີ່ຮັກຂອງຂ້ານ້ອຍ ແລະ ຂ້ານ້ອຍຈະໄດ້ຢູ່ນຳກັນອີກ.” ຢູ່ໃນສະພາບໂຄວິດທີ່ແຕກຕ່າງອີກຢ່າງໜຶ່ງ, ເອື້ອຍນ້ອງທີ່ຮັກອີກຄົນໜຶ່ງໄດ້ເວົ້າວ່າ, “ຂ້ານ້ອຍໄດ້ຮູ້ສຶກວ່າຂ້ານ້ອຍຄວນອ້ອນວອນກັບພຣະຜູ້ເປັນເຈົ້າ ແລະ ທ່ານໝໍທັງຫລາຍວ່າໃຫ້ເວລາສາມີຂອງຂ້ານ້ອຍອີກແດ່ຈັກໜ້ອຍໜຶ່ງ.”
ສອງ, ພຣະອົງອ້ອນວອນເຮົາໃຫ້ເຮັດໂຮງແຮມຂອງພຣະອົງເປັນສະຖານທີ່ແຫ່ງພຣະຄຸນ ແລະ ກວ້າງຂວາງ, ບ່ອນທີ່ທຸກຄົນສາມາດມາເຕົ້າໂຮມກັນ, ໂດຍທີ່ມີຫ້ອງວ່າງສຳລັບທຸກຄົນ. ໃນຖານະສານຸສິດຂອງພຣະເຢຊູຄຣິດ, ທຸກຄົນເທົ່າທຽມກັນ, ບໍ່ມີໃຜເປັນກຸ່ມຄົນຊັ້ນທີສອງ.
ທຸກຄົນກໍຖືກເຊື້ອເຊີນໃຫ້ມາຮ່ວມກອງປະຊຸມສິນລະລຶກ, ການປະຊຸມວັນອາທິດ, ແລະ ກິດຈະກຳການພົບປະສັງສັນອື່ນໆ.11 ເມື່ອເຮົານະມັດສະການພຣະຜູ້ຊ່ວຍໃຫ້ລອດຂອງເຮົາດ້ວຍຄວາມຄາລະວະ, ເຮົາກໍຄິດຢ່າງຮອບຄອບ ແລະ ເກງໃຈກັນແລະກັນ. ເຮົາເຫັນ ແລະ ຮັບຮູ້ແຕ່ລະຄົນ. ເຮົາຍິ້ມໃຫ້ກັນ, ນັ່ງນຳຜູ້ຄົນທີ່ນັ່ງຄົນດຽວ, ຮຽນຮູ້ຊື່, ລວມທັງຜູ້ປ່ຽນໃຈເຫລື້ອມໃສໃໝ່, ອ້າຍເອື້ອຍນ້ອງທີ່ກັບຄືນມາໂບດ, ຍິງໜຸ່ມ ແລະ ຊາຍໜຸ່ມ, ແລະ ເດັກປະຖົມໄວທີ່ໜ້າຮັກແຕ່ລະຄົນ.
ໂດຍທີ່ວາດພາບເຫັນຕົວເອງຢູ່ໃນທີ່ຂອງເຂົາເຈົ້າ, ເຮົາຕ້ອນຮັບໝູ່ເພື່ອນ, ຜູ້ມາຢ້ຽມຢາມ, ຄົນທີ່ຍ້າຍມາໃໝ່, ບຸກຄົນທີ່ຫຍຸ້ງຍາກມີພາລະຫລາຍ. ເຮົາເປັນທຸກ, ປິຕິຍິນດີ, ແລະ ຊ່ວຍເຫລືອກັນແລະກັນ. ເມື່ອເຮົາຜິດພາດຈາກຄວາມຄາດຫວັງ ແລະ ຮ້ອນຮົນໃຈ, ບໍ່ຮູ້ຕົວ, ຕັດສິນຄົນອື່ນ, ຫລື ມີອະຄະຕິ, ເຮົາສະແຫວງຫາການໃຫ້ອະໄພຈາກກັນແລະກັນ ແລະ ພະຍາຍາມເຮັດໃຫ້ດີກວ່າເກົ່າ.
ຄອບຄົວໜຶ່ງຈາກອາຟຣິກາ ທີ່ດຽວນີ້ອາໄສຢູ່ໃນສະຫະລັດໄດ້ກ່າວວ່າ, “ນັບຕັ້ງແຕ່ມື້ທຳອິດ, ສະມາຊິກຂອງສາດສະໜາຈັກໄດ້ເປັນມິດ ແລະ ຕ້ອນຮັບຢ່າງອົບອຸ່ນ. ທຸກຄົນໄດ້ເຮັດໃຫ້ພວກເຮົາຮູ້ສຶກສະບາຍໃຈ. ບໍ່ມີໃຜດູຖູກພວກເຮົາ.” ຜູ້ເປັນພໍ່ໄດ້ເວົ້າວ່າ, “ພຣະຄຣິສຕະທຳຄຳພີສັກສິດ ສິດສອນວ່າ ໝາກຜົນຂອງພຣະກິດຕິຄຸນນັ້ນມາຈາກຮາກເຫງົ້າຂອງພຣະກິດຕິຄຸນ.” “ແລະ ຜູ້ສອນສາດສະໜາ,” ພໍ່ ແລະ ແມ່ໄດ້ເວົ້າ, “ພວກເຮົາຢາກໃຫ້ລູກຊາຍ ແລະ ລູກສາວຂອງພວກເຮົາເຕີບໂຕຂຶ້ນຄືກັນກັບຜູ້ສອນສາດສະໜາເຫລົ່ານັ້ນ.” ອ້າຍເອື້ອຍນ້ອງທັງຫລາຍ, ຂໍໃຫ້ເຮົາແຕ່ລະຄົນຈົ່ງຕ້ອນຮັບທຸກຄົນໃຫ້ເຂົ້າມາໃນໂຮງແຮມຂອງພຣະອົງດ້ວຍຄວາມອົບອຸ່ນ.
ສາມ, ຢູ່ໃນໂຮງແຮມຂອງພຣະອົງ, ເຮົາຮຽນຮູ້ວ່າ ຄວາມສົມບູນແບບນັ້ນແມ່ນຢູ່ໃນພຣະເຢຊູຄຣິດ, ບໍ່ແມ່ນຢູ່ໃນຄວາມສົມບູນແບບຂອງໂລກ. ຄວາມບໍ່ຈິງແທ້ ແລະ ບໍ່ມີເຫດຜົນ, “ຄວາມສົມບູນແບບຫລອກໆ” ຂອງໂລກທີ່ຖືກປິດບັງກໍສາມາດເຮັດໃຫ້ເຮົາຮູ້ສຶກວ່າເຮົາບໍ່ພຽບພ້ອມ, ຖືກຄວບຄຸມໂດຍເຄື່ອງມືຖື. ກົງການຂ້າມ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ ຮູ້ທຸກສິ່ງກ່ຽວກັບຕົວເຮົາທີ່ເຮົາບໍ່ຢາກໃຫ້ຄົນອື່ນຮູ້, ແລະ ພຣະອົງກໍຍັງຮັກເຮົາຢູ່. ພຣະກິດຕິຄຸນຂອງພຣະອົງໃຫ້ໂອກາດເຮົາເປັນຄັ້ງທີສອງ ແລະ ທີສາມ, ຊຶ່ງເຮັດໃຫ້ເປັນໄປໄດ້ໂດຍການເສຍສະລະຊົດໃຊ້ຂອງພຣະອົງ.12 ພຣະອົງເຊື້ອເຊີນເຮົາແຕ່ລະຄົນໃຫ້ເປັນໄທຊາມາເຣຍຜູ້ໃຈດີ, ຕັດສິນໜ້ອຍລົງ ແລະ ໃຫ້ອະໄພຕົວເອງ ແລະ ກັນແລະກັນຫລາຍຂຶ້ນ, ແມ່ນແຕ່ຂະນະທີ່ເຮົາພະຍາຍາມຮັກສາພຣະບັນຍັດຂອງພຣະອົງຢ່າງເຕັມທີ່.
ເຮົາຊ່ວຍຕົວເຮົາເອງຂະນະທີ່ເຮົາຊ່ວຍກັນແລະກັນ. ຄອບຄົວໜຶ່ງທີ່ຂ້າພະເຈົ້າຮູ້ຈັກໄດ້ອາໄສຢູ່ໃກ້ຖະໜົນທີ່ມີຄົນຜ່ານໄປມາເລື້ອຍໆ. ຄົນເດີນທາງມັກຈະຢຸດ ແລະ ຂໍຄວາມຊ່ວຍເຫລືອ. ເຊົ້າມືດມື້ໜຶ່ງ ຄອບຄົວນັ້ນໄດ້ຍິນສຽງເຄາະດັງໆທີ່ປະຕູ. ໂດຍທີ່ອິດເມື່ອຍ ແລະ ກັງວົນວ່າຈະເປັນໃຜນໍໃນເວລາ 2 ໂມງເຊົ້າ, ເຂົາເຈົ້າຄິດຖ້າຫາກວ່າ, ເທື່ອນີ້, ຄົນອື່ນຈະສາມາດຊ່ວຍໄດ້. ເມື່ອສຽງເຄາະນັ້ນດັງຕໍ່ໄປຢ່າງບໍ່ຢຸດຢ່ອນ, ເຂົາເຈົ້າໄດ້ຍິນຄຳວ່າ, “ໄຟໄໝ້—ໄຟໄໝ້ທາງຫລັງບ້ານຂອງພວກເຈົ້າ!” ໄທຊາມາເຣຍຜູ້ໃຈດີຊ່ວຍເຫລືອກັນແລະກັນ.
ສີ່, ຢູ່ໃນໂຮງແຮມຂອງພຣະອົງ, ເຮົາສາມາດກາຍເປັນພາກສ່ວນຂອງຊຸມຊົນຂອງພຣະກິດຕິຄຸນທີ່ມີຈຸດໃຈກາງຢູ່ທີ່ພຣະເຢຊູຄຣິດ, ທີ່ຕັ້ງຢູ່ເທິງຄວາມຈິງທີ່ຟື້ນຟູ, ສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່, ແລະ ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ—ພຣະຄຳພີມໍມອນ. ພຣະອົງພາເຮົາມາສູ່ໂຮງແຮມຂອງພຣະອົງ ແລະ ບ້ານຂອງພຣະອົງນຳອີກ—ພຣະວິຫານທີ່ສັກສິດ. ບ້ານຂອງພຣະຜູ້ເປັນເຈົ້າເປັນບ່ອນ, ດັ່ງເຊັ່ນຜູ້ຊາຍທີ່ໄດ້ຮັບບາດເຈັບຢູ່ໃນເສັ້ນທາງໄປສູ່ເຢຣີໂກ, ໄທຊາມາເຣຍຜູ້ໃຈດີສາມາດຊຳລະເຮົາໃຫ້ສະອາດ ແລະ ນຸ່ງຫົ່ມໃຫ້ເຮົາ, ຕຽມເຮົາເພື່ອຈະກັບຄືນໄປຫາທີ່ປະທັບຂອງພຣະເຈົ້າ, ແລະ ເຕົ້າໂຮມເຮົາໄວ້ຊົ່ວນິລັນດອນ ຢູ່ໃນຄອບຄົວຂອງພຣະເຈົ້າ. ພຣະວິຫານຂອງພຣະອົງກໍເປີດຕ້ອນຮັບທຸກຄົນທີ່ດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະອົງ ດ້ວຍສັດທາ ແລະ ການເຊື່ອຟັງ.
ຄວາມປິຕິຍິນດີທີ່ກ່ຽວພັນກັບພຣະວິຫານແມ່ນຮ່ວມດ້ວຍຄວາມເປັນອັນໜຶ່ງດຽວກັນໃນພຣະກິດຕິຄຸນທ່າມກາງຄວາມແຕກຕ່າງທາງດ້ານວັດທະນະທຳ, ພາສາ, ແລະ ລຸ້ນຄົນ. ຢູ່ບ່ອນອຸທິດທີ່ດິນເພື່ອສ້າງພຣະວິຫານເທເລີສະວຽວ ຢູທາ, ທ້າວ ແມັກສ໌ ຮາເກີ, ອາຍຸ 17 ປີໄດ້ແບ່ງປັນມໍລະດົກແຫ່ງສັດທາຂອງຄອບຄົວ ທີ່ໄດ້ເລີ່ມຕົ້ນຢ້ອນຫລັງກັບໄປເຖິງຫົກລຸ້ນຄົນ ຈາກປູ່ທວດຂອງປູ່ທວດຂອງປູ່ທວດ ໂຈເຊັບ ຮາເກີ ແລະ ພັນລະຍາຂອງເພິ່ນ, ນາງຊູຊານນາ ສະນີດ. ໃນພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ, ເຮົາແຕ່ລະຄົນສາມາດກາຍເປັນສາຍເຊື່ອມທີ່ແຂງແກ່ນໃນຫລາຍລຸ້ນຄົນໃນຄອບຄົວຂອງເຮົາໄດ້.
ສຸດທ້າຍ, ທີຫ້າ, ເຮົາປິຕິຍິນດີທີ່ພຣະເຈົ້າຮັກລູກໆຂອງພຣະອົງທຸກຄົນຢູ່ໃນພື້ນຖານ ແລະ ສະຖານະການທີ່ແຕກຕ່າງກັນຂອງເຮົາ, ໃນທຸກປະຊາຊາດ, ທຸກຕະກຸນ, ແລະ ທຸກພາສາ, ໂດຍມີຫ້ອງວ່າງສຳລັບທຸກຄົນຢູ່ໃນໂຮງແຮມຂອງພຣະອົງ.
ຕະຫລອດ 40 ປີຜ່ານມານີ້, ສະມາຊິກຂອງສາດສະໜາຈັກກໍມີຫລາຍຂຶ້ນທົ່ວໂລກ. ນັບຕັ້ງແຕ່ປີ 1998, ສະມາຊິກສ່ວນຫລາຍໄດ້ອາໄສຢູ່ນອກສະຫະລັດ ແລະ ການາດາ. ເມື່ອເຖິງປີ 2025, ພວກເຮົາຄາດຫວັງວ່າ ສະມາຊິກຂອງສາດສະໜາຈັກທີ່ອາໄສຢູ່ອາເມຣິກາລາຕິນ ຈະມີຈຳນວນເທົ່າກັບສະມາຊິກທີ່ອາໄສຢູ່ໃນສະຫະລັດ ແລະ ການາດາ. ການເຕົ້າໂຮມລູກຫລານຜູ້ຊື່ສັດຂອງບິດາລີໄຮເປັນການບັນລຸຄຳທຳນາຍ. ໄພ່ພົນຜູ້ຊື່ສັດ, ລວມທັງເຂດທີ່ຜູ້ບຸກເບີກໄດ້ໄປຕັ້ງຖິ່ນຖານ, ຍັງເປັນແຫລ່ງຂອງຄວາມອຸທິດຕົນ ແລະ ການຮັບໃຊ້ສຳລັບສາດສະໜາຈັກທົ່ວໂລກຢູ່.
ນອກຈາກນີ້, ສະມາຊິກຜູ້ໃຫຍ່ຢູ່ໃນສາດສະໜາຈັກສ່ວນຫລາຍດຽວນີ້ກໍບໍ່ໄດ້ແຕ່ງງານ, ເປັນໝ້າຍ, ຫລື ໄດ້ຢ່າຮ້າງ. ນີ້ເປັນການປ່ຽນແປງທີ່ສຳຄັນ. ມັນລວມທັງຈຳນວນເອື້ອຍນ້ອງຫລາຍກວ່າເຄິ່ງໜຶ່ງໃນສະມາຄົມສະຕີສົງເຄາະຂອງເຮົາ ແລະ ຫລາຍກວ່າເຄິ່ງໜຶ່ງໃນຈຳນວນອ້າຍນ້ອງຖານະປະໂລຫິດຜູ້ໃຫຍ່. ຮູບແບບຂອງປະຊາກອນນີ້ກໍໄດ້ເກີດຂຶ້ນໃນສາດສະໜາຈັກທົ່ວໂລກນັບຕັ້ງແຕ່ 1992 ແລະ ໃນສາດສະໜາຈັກໃນສະຫະລັດ ແລະ ການາດານັບຕັ້ງແຕ່ປີ 2019.
ຖານະຂອງເຮົາຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ ແລະ ໃນສາດສະໜາຈັກຂອງພຣະອົງບໍ່ໄດ້ກ່ຽວກັບສະຖານະພາບການແຕ່ງງານ ຫລື ເປັນໂສດ ແຕ່ກ່ຽວກັບການເປັນສານຸສິດທີ່ຊື່ສັດ ແລະ ກ້າຫານຂອງພຣະເຢຊູຄຣິດ.13 ຜູ້ໃຫຍ່ກໍຢາກໃຫ້ຄົນອື່ນເຫັນວ່າຕົນເປັນຜູ້ໃຫຍ່ ແລະ ຮູ້ຈັກຮັບຜິດຊອບ ແລະ ມີສ່ວນປະກອບໃນສັງຄົມໃນຖານະຜູ້ໃຫຍ່. ສານຸສິດຂອງພຣະເຢຊູຄຣິດມາຈາກທຸກແຫ່ງຫົນ, ໃນທຸກຮູບຮ່າງ, ທຸກຂະຫນາດ, ທຸກຜິວພັນ, ແລະ ທຸກໄວ, ແຕ່ລະຄົນດ້ວຍພອນສະຫວັນ, ຄວາມປາດຖະໜາທີ່ຊອບທຳ, ແລະ ຄວາມສາມາດຢ່າງຫລວງຫລາຍເພື່ອເປັນພອນ ແລະ ຮັບໃຊ້. ເຮົາສະແຫວງຫາທີ່ຈະຕິດຕາມພຣະເຢຊູຄຣິດດ້ວຍສັດທາໄປສູ່ການກັບໃຈທຸກວັນ14 ແລະ ມີຄວາມສຸກອັນຍືນຍົງ.
ໃນລະຫວ່າງຊີວິດນີ້, ບາງເທື່ອເຮົາກໍລໍຄອຍພຣະຜູ້ເປັນເຈົ້າ. ເຮົາອາດຍັງບໍ່ທັນໄດ້ຢູ່ໃນບ່ອນທີ່ເຮົາຫວັງ ແລະ ຢາກຈະຢູ່ໃນອະນາຄົດ. ເອື້ອຍນ້ອງທີ່ອຸທິດຕົນຄົນໜຶ່ງເວົ້າວ່າ, “ການລໍຄອຍພຣະຜູ້ເປັນເຈົ້າເພື່ອຮັບພອນຂອງພຣະອົງເປັນສະຖານະທີ່ສັກສິດ. ການລໍຄອຍຈະບໍ່ຖືກສະໜອງດ້ວຍຄວາມສົງສານ, ການດູຖູກ, ຫລື ການຕັດສິນ ແຕ່ດ້ວຍກຽດສັກສີອັນສັກສິດ.”15 ໃນຂະນະນີ້, ເຮົາດຳລົງຊີວິດຢູ່ໃນເວລາປະຈຸບັນ, ບໍ່ໄດ້ລໍຖ້າໃຫ້ຊີວິດເລີ່ມຕົ້ນ.
ເອຊາຢາສັນຍາວ່າ, “ພວກທີ່ລໍຄອຍໄວ້ວາງໃຈໃນພຣະຜູ້ເປັນເຈົ້າຈະໄດ້ຮັບການເສີມກຳລັງເຮື່ອແຮງຂຶ້ນໃໝ່; ພວກເຂົາຈະແລ່ນໄດ້ ແລະ ບໍ່ອິດເມື່ອຍອ່ອນແຮງ, ພວກເຂົາຈະຍ່າງໄປ ແລະ ບໍ່ອ່ອນເພຍລົງອີກ.”16
ໄທຊາມາເຣຍຜູ້ໃຈດີຂອງເຮົາສັນຍາວ່າຈະສະເດັດກັບຄືນມາ. ການມະຫັດສະຈັນເກີດຂຶ້ນເມື່ອເຮົາດູແລກັນແລະກັນດັ່ງທີ່ພຣະອົງກະທຳ. ເມື່ອເຮົາມາພ້ອມດ້ວຍຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ,17 ເຮົາສາມາດພົບເຫັນສຸລະສຽງໃນພຣະເຢຊູຄຣິດ, ແລະ ຖືກໂອບກອດໄວ້ໃນອ້ອມແຂນທີ່ປອດໄພຂອງພຣະອົງ.18 ພິທີການສັກສິດສະເໜີມອບພັນທະສັນຍາຂອງການໄດ້ເປັນພາກສ່ວນ ແລະ “ອຳນາດຂອງຄວາມເປັນເໝືອນພຣະເຈົ້າ”19 ເພື່ອຊຳລະເຈດຕະນາພາຍໃນ ແລະ ການກະທຳພາຍນອກໃຫ້ບໍລິສຸດ. ດ້ວຍຄວາມກະລຸນາຮັກຫອມ ແລະ ຄວາມອົດກັ້ນຂອງພຣະອົງ, ສາດສະໜາຈັກຂອງພຣະອົງກາຍເປັນໂຮງແຮມຂອງເຮົາ.
ຂະນະທີ່ເຮົາຈັດໃຫ້ມີຫ້ອງວ່າງຢູ່ໃນໂຮງແຮມຂອງພຣະອົງ, ຕ້ອນຮັບທຸກຄົນ, ໄທຊາມາເຣຍຜູ້ໃຈດີຂອງເຮົາສາມາດປິ່ນປົວເຮົາຢູ່ໃນຄວາມກ້າວໜ້າຂອງເຮົາຢູ່ເທິງໂລກມະຕະນີ້. ດ້ວຍຄວາມຮັກທີ່ສົມບູນ, ພຣະບິດາຂອງເຮົາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ສັນຍາວ່າ “ສັນຕິສຸກໃນໂລກນີ້ ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ”20—“ເພື່ອວ່າເຮົາຢູ່ບ່ອນໃດພວກເຈົ້າຈະຢູ່ບ່ອນນັ້ນຄືກັນ.”21 ຂ້າພະເຈົ້າເປັນພະຍານດ້ວຍຄວາມກະຕັນຍູຢ່າງຍິ່ງ ໃນພຣະນາມອັນສັກສິດ ແລະ ບໍລິສຸດຂອງພຣະເຢຊູຄຣິດ, ອາແມນ.