ຄວາມຫວັງໃນພຣະຄຣິດ
ພວກເຮົາຢາກຊ່ວຍທຸກຄົນທີ່ຮູ້ສຶກເປົ່າປ່ຽວດຽວດາຍ ຫລື ຮູ້ສຶກວ່າເຂົາເຈົ້າບໍ່ໄດ້ເປັນພາກສ່ວນ. ຂ້າພະເຈົ້າຂໍອະນຸຍາດກ່າວເຖິງບຸກຄົນທີ່ເປັນໂສດໃນເວລານີ້ໂດຍສະເພາະ.
ອ້າຍເອື້ອຍນ້ອງທັງຫລາຍ, ໃນຊ່ວງເທດສະການອີດສະເຕີນີ້ ເຮົາສຸມໃສ່ການຟື້ນຄືນພຣະຊົນທີ່ຮຸ່ງໂລດຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ເຮົາຈື່ຈຳຄຳເຊື້ອເຊີນດ້ວຍຄວາມຮັກຂອງພຣະອົງວ່າ “ຈົ່ງມາຫາເຮົາ, ທຸກຄົນທີ່ອິດເມື່ອຍຈາກການແບກຫາບພາລະໜັກ, ແລະ ເຮົາຈະໃຫ້ພວກເຈົ້າໄດ້ພັກຜ່ອນ.
“ຈົ່ງເອົາແອກຂອງເຮົາແບກໄວ້, ແລ້ວຮຽນຮູ້ຈາກເຮົາ; ເພາະວ່າເຮົາເປັນຜູ້ມີໃຈອ່ອນສຸພາບ ແລະ ຖ່ອມລົງ: ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ.
“ດ້ວຍວ່າ ແອກຂອງເຮົາກໍພໍເໝາະ ແລະ ພາລະຂອງເຮົາກໍເບົາ.” 1
ຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດບອກໃຫ້ມາຫາພຣະອົງ ເປັນຄຳເຊື້ອເຊີນຕໍ່ທຸກຄົນ ວ່າບໍ່ແມ່ນພຽງແຕ່ມາຫາພຣະອົງເທົ່ານັ້ນ ແຕ່ໃຫ້ມາເປັນພາກສ່ວນໃນສາດສະໜາຈັກຂອງພຣະອົງນຳອີກ.
ໃນຂໍ້ພຣະຄຳພີໜຶ່ງ ກ່ອນຄຳເຊື້ອເຊີນດ້ວຍຄວາມຮັກນີ້, ພຣະເຢຊູສິດສອນເຖິງວິທີທີ່ຈະຕິດຕາມພຣະອົງໄດ້ແນວໃດ. ພຣະອົງໄດ້ປະກາດວ່າ, “ບໍ່ມີຊາຍ [ຫລື ຍິງຄົນໃດ] ຮູ້ຈັກພຣະບຸດ, ນອກຈາກພຣະບິດາ; ທັງບໍ່ມີຊາຍ [ຫລື ຍິງຄົນໃດ] ຮູ້ຈັກພຣະບິດາ, ນອກຈາກພຣະບຸດ, ແລະ ຊາຍ [ຫລື ຍິງຄົນໃດ] ທີ່ພຣະບຸດຢາກຈະເປີດເຜີຍໃຫ້ຮູ້.” 2
ພຣະເຢຊູຢາກໃຫ້ເຮົາຮູ້ຈັກພຣະເຈົ້າວ່າເປັນພຣະບິດາເທິງສະຫວັນທີ່ຊົງຮັກ.
ການຮູ້ວ່າເຮົາເປັນທີ່ຮັກຂອງພຣະບິດາເທິງສະຫວັນ ຈະຊ່ວຍເຮົາໃຫ້ຮູ້ຈັກວ່າເຮົາເປັນໃຜ ແລະ ຮູ້ວ່າເຮົາເປັນພາກສ່ວນຂອງຄອບຄົວນິລັນດອນທີ່ຍິ່ງໃຫຍ່ຂອງພຣະອົງແນວໃດ.
ເມື່ອບໍ່ດົນມານີ້ ຄະລິນິກ ເມໂຢ ໄດ້ສັງເກດເຫັນວ່າ: “ຄວາມຮູ້ສຶກວ່າເຮົາເປັນພາກສ່ວນແມ່ນສຳຄັນຫລາຍ. … ເກືອບທຸກໆດ້ານຂອງຊີວິດ ເຮົາພົວພັນກັບຄວາມເປັນພາກສ່ວນຂອງບາງຢ່າງ.” ຄຳລາຍງານນີ້ບອກຕື່ມວ່າ, “ເຮົາບໍ່ສາມາດແຍກຄວາມສຳຄັນຂອງຄວາມຮູ້ສຶກເປັນພາກສ່ວນ ຈາກສຸຂະພາບທາງຮ່າງກາຍ ແລະ ທາງຈິດໃຈຂອງເຮົາ” 3 —ແລະ, ຂ້າພະເຈົ້າຈະຕື່ມ, ສຸຂະພາບທາງວິນຍານຂອງເຮົານຳອີກ.
ໃນຄ່ຳຄືນກ່ອນການທົນທຸກທໍລະມານຢູ່ໃນສວນເຄັດເຊມາເນ ແລະ ການສິ້ນພຣະຊົນຢູ່ເທິງໄມ້ກາງແຂນ, ພຣະຜູ້ຊ່ວຍໃຫ້ລອດໄດ້ຢູ່ກັບສານຸສິດຂອງພຣະອົງເພື່ອຮັບປະທານເຂົ້າແລງຄາບສຸດທ້າຍ. ພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ໃນໂລກນີ້ ພວກເຈົ້າຈະມີຄວາມທຸກລຳບາກ: ແຕ່ຈົ່ງຊື່ນໃຈເທາະ; ເພາະຝ່າຍເຮົາໄດ້ຊະນະໂລກແລ້ວ.” 4 ກ່ອນຕາເວັນຕົກດິນໃນມື້ຕໍ່ມາ, ພຣະເຢຊູຄຣິດໄດ້ທົນທຸກທໍລະມານ ແລະ ໄດ້ “ສິ້ນພຣະຊົນຢູ່ [ເທິງໄມ້ກາງແຂນ] ແທນຄວາມຜິດບາບຂອງເຮົາທັງຫລາຍ.” 5
ຂ້າພະເຈົ້າຢາກຮູ້ວ່າ ພວກຜູ້ຍິງ ແລະ ພວກຜູ້ຊາຍທີ່ຊື່ສັດ ຜູ້ໄດ້ຕິດຕາມພຣະອົງໄປໃນເຢຣູຊາເລັມ ຮູ້ສຶກເປົ່າປ່ຽວດຽວດາຍຫລາຍຂະໜາດໃດ ຂະນະທີ່ຕາເວັນຕົກດິນ ແລະ ຄວາມມືດ ແລະ ຄວາມຢ້ານກົວອ້ອມຮອບພວກເຂົາ. 6
ຄືກັນກັບສານຸສິດໃນສະໄໝບູຮານເຫລົ່ານີ້ ເກືອບເຖິງ 2,000 ປີມາແລ້ວ, ພວກທ່ານຫລາຍຄົນກໍຄົງຮູ້ສຶກເປົ່າປ່ຽວດຽວດາຍເປັນບາງຄັ້ງ. ຂ້າພະເຈົ້າເຄີຍປະເຊີນກັບຄວາມເປົ່າປ່ຽວດຽວດາຍ ນັບແຕ່ການຈາກໄປຂອງ ບາບາຣາ ພັນລະຍາທີ່ປະເສີດຂອງຂ້າພະເຈົ້າ ເປັນເວລາສອງປີເຄິ່ງມາແລ້ວ. ຂ້າພະເຈົ້າຮູ້ວ່າ ເຖິງແມ່ນຖືກອ້ອມຮອບໄປດ້ວຍສະມາຊິກໃນຄອບຄົວ, ໝູ່ເພື່ອນ, ແລະ ເພື່ອນຮ່ວມງານ ແຕ່ກໍຍັງຮູ້ສຶກເປົ່າປ່ຽວດຽວດາຍຢູ່—ເພາະວ່າຄູ່ຊີວິດຂອງຂ້າພະເຈົ້າບໍ່ໄດ້ຢູ່ຄຽງຂ້າງຂ້າພະເຈົ້າອີກແລ້ວ.
ການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຫລາຍຄົນຮູ້ສຶກເຖິງການຢູ່ດ່ຽວ ແລະ ເຖິງຄວາມເປົ່າປ່ຽວດຽວດາຍນີ້. ເຖິງຢ່າງໃດກໍຕາມ, ເຖິງແມ່ນວ່າເຮົາກຳລັງປະເຊີນກັບການທ້າທາຍໃນຊີວິດ, ຄືກັນກັບເຊົ້າຂອງວັນອີດສະເຕີເທື່ອທຳອິດນັ້ນ, ເຮົາສາມາດຕື່ນຂຶ້ນສູ່ຊີວິດໃໝ່ໃນພຣະຄຣິດ ດ້ວຍຄວາມເປັນໄປໄດ້ທີ່ໜ້າອັດສະຈັນ ແລະ ຄວາມເປັນຈິງໃໝ່ ຂະນະທີ່ເຮົາຫັນມາຫາພຣະຜູ້ເປັນເຈົ້າ ເພື່ອຄວາມຫວັງ ແລະ ການເປັນພາກສ່ວນ.
ສຳລັບຂ້າພະເຈົ້າແລ້ວ ຂ້າພະເຈົ້າຮູ້ສຶກເຖິງຄວາມເຈັບປວດຂອງຜູ້ທີ່ຮູ້ສຶກວ່າ ບໍ່ໄດ້ເປັນພາກສ່ວນ. ຂະນະທີ່ຂ້າພະເຈົ້າເບິ່ງຂ່າວຈາກທົ່ວໂລກ, ຂ້າພະເຈົ້າໄດ້ເຫັນຫລາຍຄົນ ເບິ່ງຄືກຳລັງປະເຊີນກັບຄວາມເປົ່າປ່ຽວດຽວດາຍນີ້. ຂ້າພະເຈົ້າຄິດວ່າ, ສຳລັບຫລາຍຄົນ, ເຂົາເຈົ້າບໍ່ຮູ້ວ່າ ເຂົາເຈົ້າເປັນທີ່ຮັກຂອງພຣະບິດາເທິງສະຫວັນ ແລະ ວ່າເຮົາທຸກຄົນເປັນພາກສ່ວນໃນຄອບຄົວນິລັນດອນຂອງພຣະອົງ. ການເຊື່ອວ່າພຣະອົງຮັກເຮົາ ແລະ ເຮົາເປັນລູກຂອງພຣະອົງ ເປັນສິ່ງປອບໂຍນ ແລະ ໃຫ້ຄວາມໝັ້ນໃຈ.
ຍ້ອນວ່າເຮົາເປັນລູກໆທາງວິນຍານຂອງພຣະເຈົ້າ, ທຸກຄົນຈຶ່ງມີຕົ້ນກຳເນີດ, ທຳມະຊາດ, ແລະ ສັກກະຍະພາບແຫ່ງສະຫວັນ. ເຮົາແຕ່ລະຄົນ “ກໍເປັນບຸດ ຫລື ທິດາທາງວິນຍານທີ່ຮັກຫອມຂອງພຣະບິດາມານດາເທິງສະຫວັນ.” 7 ນີ້ຄືເອກະລັກຂອງເຮົາ! ນີ້ຄືຕົວຈິງຂອງເຮົາ!
ເອກະລັກທາງວິນຍານຂອງເຮົາຈະຂະຫຍາຍຕົວເມື່ອເຮົາເຂົ້າໃຈເອກະລັກຂອງຄວາມເປັນມະຕະຫລາຍຢ່າງ, ລວມທັງຊົນເຜົ່າ, ວັດທະນະທຳ, ຫລື ມໍລະດົກແຫ່ງຊາດ.
ຄວາມຮູ້ສຶກເຖິງເອກະລັກ, ຄວາມຮັກ, ແລະ ການເປັນພາກສ່ວນທາງວິນຍານ ແລະ ວັດທະນະທຳນີ້, ສາມາດດົນໃຈໃຫ້ມີຄວາມຫວັງ ແລະ ຄວາມຮັກຕໍ່ພຣະເຢຊູຄຣິດ.
ຂ້າພະເຈົ້າກ່າວເຖິງຄວາມຫວັງໃນພຣະຄຣິດ ບໍ່ພຽງແຕ່ເປັນຄວາມຄິດທີ່ປາດຖະໜາເທົ່ານັ້ນ. ແຕ່, ຂ້າພະເຈົ້າກ່າວເຖິງຄວາມຫວັງເຊັ່ນດຽວກັນກັບຄວາມຄາດໝາຍວ່າຈະເກີດເປັນຈິງ. ຄວາມຫວັງເຊັ່ນນັ້ນແມ່ນສຳຄັນຕໍ່ການເອົາຊະນະຄວາມຍາກລຳບາກ, ການສົ່ງເສີມຄວາມທົນທານ ແລະ ຄວາມເຂັ້ມແຂງທາງວິນຍານ, ແລະ ການມາຮູ້ວ່າເຮົາເປັນທີ່ຮັກຂອງພຣະບິດານິລັນດອນຂອງເຮົາ ແລະ ວ່າເຮົາເປັນລູກຂອງພຣະອົງ, ຜູ້ເປັນພາກສ່ວນໃນຄອບຄົວຂອງພຣະອົງ.
ເມື່ອເຮົາມີຄວາມຫວັງໃນພຣະຄຣິດ, ເຮົາມາຮູ້ວ່າ ເມື່ອເຮົາຕ້ອງເຮັດ ແລະ ຮັກສາພັນທະສັນຍາສັກສິດ, ຄວາມປາດຖະໜາ ແລະ ຄວາມຝັນທີ່ເຮົາມັກຫລາຍທີ່ສຸດ ສາມາດເກີດເປັນຈິງໄດ້ຜ່ານທາງພຣະອົງ.
ກຸ່ມອັກຄະສາວົກສິບສອງໄດ້ປຶກສານຳກັນດ້ວຍການອະທິຖານ ແລະ ດ້ວຍຄວາມປາດຖະໜາຢາກເຂົ້າໃຈເຖິງວິທີທີ່ຈະຊ່ວຍທຸກຄົນ ຜູ້ຮູ້ສຶກເປົ່າປ່ຽວດຽວດາຍ ແລະ ຮູ້ສຶກວ່າເຂົາເຈົ້າບໍ່ໄດ້ເປັນພາກສ່ວນ. ພວກເຮົາຢາກຊ່ວຍທຸກຄົນທີ່ຮູ້ສຶກແບບນີ້. ຂ້າພະເຈົ້າຂໍອະນຸຍາດກ່າວເຖິງບຸກຄົນທີ່ເປັນໂສດໃນເວລານີ້ໂດຍສະເພາະ.
ອ້າຍເອື້ອຍນ້ອງທັງຫລາຍ, ຫລາຍກວ່າຈຳນວນເຄິ່ງໜຶ່ງຂອງຜູ້ໃຫຍ່ໃນສາດສະໜາຈັກໃນທຸກວັນນີ້ ເປັນໝ້າຍ, ເປັນຮ້າງ, ຫລື ຍັງບໍ່ໄດ້ແຕ່ງງານເທື່ອ. ບາງຄົນສົງໄສກ່ຽວກັບໂອກາດ ແລະ ບ່ອນຂອງເຂົາເຈົ້າໃນແຜນຂອງພຣະເຈົ້າ ແລະ ໃນສາດສະໜາຈັກ. ເຮົາຄວນເຂົ້າໃຈວ່າຊີວິດນິລັນດອນບໍ່ພຽງແຕ່ເປັນຄຳຖາມເລື່ອງສະຖານະພາບການແຕ່ງງານ ຫລື ເປັນໂສດເທົ່ານັ້ນ ແຕ່ກ່ຽວກັບການເປັນສານຸສິດ ແລະ ການເປັນຄົນ “ກ້າຫານໃນປະຈັກພະຍານເຖິງພຣະເຢຊູ” ນຳອີກ. 8 ຄວາມຫວັງຂອງທຸກຄົນຜູ້ເປັນໂສດ ແມ່ນຄືກັນໝົດສຳລັບສະມາຊິກທຸກຄົນຂອງສາດສະໜາຈັກທີ່ຖືກຟື້ນຟູຂອງພຣະຜູ້ເປັນເຈົ້າ—ຄືການເຂົ້າເຖິງພຣະຄຸນຂອງພຣະຄຣິດຜ່ານທາງ “ການປະຕິບັດຕາມກົດ ແລະ ພິທີການແຫ່ງພຣະກິດຕິຄຸນ.” 9
ຂ້າພະເຈົ້າຂໍແນະນຳວ່າ ມັນມີຫລັກທຳທີ່ສຳຄັນບາງຢ່າງທີ່ເຮົາຄວນເຂົ້າໃຈ.
ທຳອິດ, ພຣະຄຳພີ ແລະ ສາດສະດາໃນຍຸກສຸດທ້າຍຢືນຢັນວ່າ ທຸກຄົນຜູ້ທີ່ຊື່ສັດໃນການຮັກສາພັນທະສັນຍາແຫ່ງພຣະກິດຕິຄຸນ ຈະໄດ້ຮັບໂອກາດສຳລັບຄວາມສູງສົ່ງ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ: “ໃນວິທີ ແລະ ເວລາຂອງພຣະຜູ້ເປັນເຈົ້າ, ບໍ່ມີພອນໃດທີ່ຈະຖືກກັກກັ້ນຈາກໄພ່ພົນທີ່ຊື່ສັດຂອງພຣະອົງ. ພຣະຜູ້ເປັນເຈົ້າຈະພິພາກສາ ແລະ ໃຫ້ລາງວັນແຕ່ລະຄົນຕາມຄວາມປາດຖະໜາຂອງໃຈເຂົາ ຕະຫລອດທັງການກະທຳຂອງເຂົາ.” 10
ສອງ, ເວລາ ແລະ ລັກສະນະທີ່ຊັດເຈນ ຊຶ່ງໃນນັ້ນພອນຂອງຄວາມສູງສົ່ງຈະຖືກມອບໃຫ້ ຍັງບໍ່ທັນຖືກເປີດເຜີຍທັງໝົດເທື່ອ, ແຕ່ເຖິງຢ່າງໃດກໍຕາມ ມັນຈະເກີດຂຶ້ນຢ່າງແນ່ນອນ. 11 ປະທານດາລິນ ເອັຈ ໂອກສ໌ ໄດ້ອະທິບາຍວ່າ ສະຖານະການບາງຢ່າງ “ຂອງຊ່ວງເປັນມະຕະຈະຖືກຕັ້ງໄວ້ຢູ່ໃນຊ່ວງໄລຍະພັນປີ, ຊຶ່ງທຸກສິ່ງທີ່ຍັງບໍ່ສົມບູນເທື່ອໃນແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ສຳລັບລູກໆທີ່ມີຄ່າຄວນຂອງພຣະບິດາທັງໝົດ ຈະສຳເລັດຄົບຖ້ວນໃນຊ່ວງເວລານັ້ນ.” 12
ນັ້ນບໍ່ໄດ້ໝາຍຄວາມວ່າ ພອນທຸກປະການຖືກໂຈະໄວ້ຈົນກວ່າເຖິງຊ່ວງໄລຍະພັນປີ; ບາງຢ່າງກໍໄດ້ຮັບແລ້ວ ແລະ ບາງຢ່າງຈະໄດ້ຮັບໃນວັນນັ້ນ. 13
ສາມ, ການລໍຄອຍພຣະຜູ້ເປັນເຈົ້າໝາຍເຖິງການເຊື່ອຟັງ ແລະ ການສືບຕໍ່ດຳເນີນທາງວິນຍານ ໄປສູ່ພຣະອົງ. ການລໍຄອຍພຣະຜູ້ເປັນເຈົ້າບໍ່ໄດ້ໝາຍເຖິງການນັ່ງຢູ່ລ້າໆ. ທ່ານບໍ່ຄວນຮູ້ສຶກວ່າທ່ານກຳລັງນັ່ງ ລໍຄອຍ ຢູ່ໃນຫ້ອງ.
ການລໍຄອຍພຣະຜູ້ເປັນເຈົ້າໝາຍເຖິງການລົງມືປະຕິບັດ. ຂ້າພະເຈົ້າໄດ້ຮຽນຮູ້ໃນຊ່ວງຫລາຍປີທີ່ຜ່ານມາວ່າ ຄວາມຫວັງຂອງເຮົາໃນພຣະຄຣິດເພີ່ມຂຶ້ນເມື່ອເຮົາຮັບໃຊ້ຄົນອື່ນ. ການຮັບໃຊ້ດັ່ງທີ່ພຣະອົງໄດ້ຮັບໃຊ້, ເຮົາໄດ້ເພີ່ມຄວາມຫວັງຂອງເຮົາໃນພຣະອົງຂຶ້ນຕາມທຳມະຊາດ.
ຄວາມເຕີບໂຕສ່ວນຕົວທີ່ບຸກຄົນສາມາດມີໄດ້ໃນເວລານີ້ ຂະນະທີ່ລໍຄອຍພຣະຜູ້ເປັນເຈົ້າ ແລະ ຄຳສັນຍາຂອງພຣະອົງ ແມ່ນພາກສ່ວນໜຶ່ງທີ່ລ້ຳຄ່າ ແລະ ສັກສິດ ໃນແຜນຂອງພຣະອົງ ສຳລັບເຮົາແຕ່ລະຄົນ. ການມີພາກສ່ວນຂອງບຸກຄົນ ສາມາດເຮັດໄດ້ໃນເວລານີ້ ເພື່ອຊ່ວຍສ້າງສາສາດສະໜາຈັກຢູ່ເທິງແຜ່ນດິນໂລກ ແລະ ເພື່ອເຕົ້າໂຮມອິດສະຣາເອນ ຊຶ່ງເປັນສິ່ງທີ່ຕ້ອງການຫລາຍ. ສະຖານະພາບການແຕ່ງງານ ຫລື ເປັນໂສດ ບໍ່ກ່ຽວຂ້ອງກັບຄວາມສາມາດຂອງບຸກຄົນທີ່ຈະຮັບໃຊ້. ພຣະຜູ້ເປັນເຈົ້າຍ້ອງຍໍຜູ້ທີ່ຮັບໃຊ້ ແລະ ລໍຄອຍພຣະອົງ ດ້ວຍຄວາມອົດທົນ ແລະ ດ້ວຍສັດທາ. 14
ສີ່, ພຣະເຈົ້າສະເໜີມອບຊີວິດນິລັນດອນໃຫ້ລູກໆທຸກຄົນຂອງພຣະອົງ. ທຸກຄົນທີ່ຮັບເອົາຂອງປະທານແຫ່ງການກັບໃຈອັນລ້ຳຄ່າ ທີ່ພຣະຜູ້ຊ່ວຍໃຫ້ລອດມອບໃຫ້ ແລະ ດຳລົງຊີວິດຕາມພຣະບັນຍັດຂອງພຣະອົງ ຈະໄດ້ຮັບຊີວິດນິລັນດອນ, ເຖິງແມ່ນວ່າເຂົາບໍ່ໄດ້ຮັບບຸກຄະລິກລັກສະນະທັງໝົດ ແລະ ຄວາມດີພ້ອມທຸກຢ່າງໃນຊ່ວງເປັນມະຕະກໍຕາມ. ຜູ້ທີ່ກັບໃຈຈະເຫັນວ່າ ພຣະຜູ້ເປັນເຈົ້າພ້ອມສະເໝີທີ່ຈະໃຫ້ອະໄພ ດັ່ງທີ່ພຣະອົງສັນຍາວ່າ: “ແທ້ຈິງແລ້ວ, ເຖິງແມ່ນວ່າຜູ້ຄົນຂອງເຮົາຈະກັບໃຈເທົ່າໃດເທື່ອກໍຕາມ ເຮົາກໍຈະໃຫ້ອະໄພແກ່ເຂົາສຳລັບການລ່ວງລະເມີດຂອງເຂົາທີ່ມີຕໍ່ເຮົາ.” 15
ໃນການພິຈາລະນາທຸກສິ່ງນີ້, ຄວາມສາມາດ, ຄວາມປາດຖະໜາ, ແລະ ໂອກາດໃນເລື່ອງອຳເພີໃຈ ແລະ ການເລືອກທັງໝົດຂອງບຸກຄົນ, ລວມທັງຄວາມເໝາະສົມສຳລັບພອນນິລັນດອນ, ແມ່ນສຳຄັນເພາະພຣະຜູ້ເປັນເຈົ້າເທົ່ານັ້ນທີ່ສາມາດຕັດສິນໄດ້.
ຫ້າ, ຄວາມໝັ້ນໃຈຂອງເຮົາໃນຄຳສັນຍາເຫລົ່ານີ້ ກ່ຽວພັນກັບສັດທາຂອງເຮົາໃນພຣະເຢຊູຄຣິດ ຊຶ່ງໂດຍພຣະຄຸນຂອງພຣະອົງ ທຸກສິ່ງທີ່ກ່ຽວຂ້ອງກັບຄວາມເປັນມະຕະຈະຖືກເຮັດໃຫ້ຖືກຕ້ອງ. 16 ພອນທີ່ສັນຍາໄວ້ທັງໝົດຈະເປັນໄປໄດ້ຜ່ານທາງພຣະອົງ ຜູ້ຊຶ່ງ, ໂດຍການຊົດໃຊ້ຂອງພຣະອົງ, ພຣະອົງ “ໄດ້ສະເດັດລົງຕ່ຳກວ່າທຸກສິ່ງ” 17 ແລະ ໄດ້ “ເອົາຊະນະໂລກແລ້ວ.” 18 ພຣະອົງ “ປະທັບຢູ່ທາງເບື້ອງຂວາພຣະຫັດຂອງພຣະເຈົ້າ, ເພື່ອຮຽກຮ້ອງສິດແຫ່ງຄວາມເມດຕາຈາກພຣະບິດາ ຊຶ່ງພຣະອົງມີຕໍ່ລູກຫລານມະນຸດ … ; ພຣະອົງຈຶ່ງວິງວອນແທນລູກຫລານມະນຸດ.” 19 ໃນທີ່ສຸດ, “ໄພ່ພົນຂອງພຣະເຈົ້າຈະເຕັມໄປດ້ວຍລັດສະໝີພາບຂອງພຣະອົງ, ແລະ ໄດ້ຮັບມູນມໍລະດົກຂອງພວກເຂົາ” 20 ໃນຖານະ “ຜູ້ຮັບມໍລະດົກຮ່ວມກັບພຣະຄຣິດ.” 21
ຄວາມປາດຖະໜາຂອງພວກເຮົາແມ່ນ ຢາກໃຫ້ຫລັກທຳເຫລົ່ານີ້ຊ່ວຍທຸກຄົນໃຫ້ມີຄວາມຫວັງໃນພຣະຄຣິດ ແລະ ຮູ້ສຶກເຖິງການເປັນພາກສ່ວນຫລາຍຂຶ້ນ.
ຢ່າລືມວ່າທ່ານເປັນລູກຂອງພຣະເຈົ້າ, ພຣະບິດານິລັນດອນຂອງເຮົາ, ໃນເວລານີ້ ແລະ ຕະຫລອດໄປ. ພຣະອົງຮັກທ່ານ, ແລະ ສາດສະໜາຈັກຢາກໄດ້ ແລະ ຕ້ອງການທ່ານ. ແມ່ນແລ້ວ, ພວກເຮົາຕ້ອງການທ່ານ! ພວກເຮົາຕ້ອງການສຽງ, ພອນສະຫວັນ, ທັກສະ, ຄວາມດີງາມ, ແລະ ຄວາມຊື່ສັດຂອງທ່ານ.
ເປັນເວລາຫລາຍປີ, ທີ່ພວກເຮົາໄດ້ປຶກສາກັນ ເລື່ອງຄຳວ່າ “ຜູ້ໃຫຍ່ໜຸ່ມໂສດ,” “ຜູ້ໃຫຍ່ໂສດ,” ແລະ “ຜູ້ໃຫຍ່.” ຊື່ເຫລົ່ານັ້ນອາດເປັນປະໂຫຍດໃນການບໍລິຫານ ບາງຄັ້ງ ແຕ່ສາມາດປ່ຽນວິທີທີ່ເຮົາຮັບຮູ້ຜູ້ອື່ນໄດ້.
ມີວິທີອື່ນໃດບໍ ເພື່ອຫລີກລ້ຽງຈາກແນວໂນ້ມຂອງມະນຸດທີ່ສາມາດແຍກເຮົາອອກຈາກກັນ?
ປະທານແນວສັນໄດ້ຂໍໃຫ້ພວກເຮົາກ່າວເຖິງຕົວເອງວ່າເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ສິ່ງນັ້ນແມ່ນລວມທັງເຮົາທຸກຄົນ, ບໍ່ແມ່ນບໍ?
ພຣະກິດຕິຄຸນຂອງພຣະເຢຊູຄຣິດມີພະລັງທີ່ຈະລວມເຮົາເຂົ້າກັນ. ເຮົາມີສິ່ງທີ່ຄ້າຍຄືກັນຫລາຍກວ່າສິ່ງທີ່ແຕກຕ່າງກັນ. ໃນຖານະສະມາຊິກໃນຄອບຄົວຂອງພຣະເຈົ້າ, ເຮົາເປັນອ້າຍເອື້ອຍນ້ອງກັນແທ້ໆ. ໂປໂລໄດ້ກ່າວວ່າ, “ແລະ [ພຣະເຈົ້າ] ໄດ້ສ້າງມະນຸດທຸກຊາດໃຫ້ເກີດມາຈາກມະນຸດຄົນດຽວ ແລະ ໃຫ້ພວກເຂົາຢູ່ທົ່ວພິພົບໂລກ.” 22
ຕໍ່ທ່ານທີ່ເປັນປະທານສະເຕກ, ອະທິການ, ແລະ ຜູ້ນຳກຸ່ມຜູ້ຊາຍ ແລະ ຜູ້ຍິງ, ຂ້າພະເຈົ້າຂໍໃຫ້ທ່ານຈົ່ງພິຈາລະນາສະມາຊິກທຸກຄົນໃນສະເຕກ, ໃນຫວອດ, ແລະ ໃນອົງການຂອງທ່ານ ວ່າເປັນສະມາຊິກຜູ້ທີ່ມີພາກສ່ວນ ແລະ ຮັບໃຊ້ໃນການເອີ້ນ ແລະ ມີສ່ວນຮ່ວມໃນຫລາຍວິທີທາງ.
ສະມາຊິກທຸກຄົນໃນກຸ່ມ, ໃນອົງການ, ໃນຫວອດ, ແລະ ໃນສະເຕກ ມີຂອງປະທານ ແລະ ພອນສະຫວັນທີ່ພຣະເຈົ້າປະທານໃຫ້ ຊຶ່ງສາມາດຊ່ວຍສ້າງສາອານາຈັກຂອງພຣະອົງໃນເວລານີ້ໄດ້.
ຂໍໃຫ້ເຮົາຈົ່ງເອີ້ນສະມາຊິກຄົນໂສດໃຫ້ຮັບໃຊ້, ຍົກລະດັບ, ແລະ ສິດສອນ. ຂໍໃຫ້ເຊົາຄຳນຶງເຖິງແນວຄິດເກົ່າ ຊຶ່ງບາງເທື່ອ ໂດຍທີ່ບໍ່ໄດ້ຕັ້ງໃຈ ເຮັດໃຫ້ເຂົາເຈົ້າຮູ້ສຶກເປົ່າປ່ຽວດຽວດາຍ ແລະ ວ່າເຂົາເຈົ້າບໍ່ໄດ້ເປັນພາກສ່ວນ ຫລື ບໍ່ສາມາດຮັບໃຊ້.
ຂ້າພະເຈົ້າຂໍເປັນພະຍານໃນທ້າຍອາທິດຂອງເທດສະການອີດສະເຕີນີ້ ເຖິງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ແລະ ເຖິງຄວາມຫວັງນິລັນດອນ ທີ່ພຣະອົງໄດ້ປະທານໃຫ້ຂ້າພະເຈົ້າ ແລະ ທຸກຄົນຜູ້ທີ່ເຊື່ອໃນພຣະນາມຂອງພຣະອົງ. ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້ດ້ວຍຄວາມຖ່ອມຕົວ ໃນພຣະນາມອັນສັກສິດຂອງພຣະອົງ, ແມ່ນແຕ່ພຣະເຢຊູຄຣິດ, ອາແມນ.