ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ຫວັງ​ໃນ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ຄວາມ​ຫວັງ​ໃນ​ພຣະ​ຄຣິດ

ພວກ​ເຮົາ​ຢາກ​ຊ່ວຍ​ທຸກ​ຄົນ​ທີ່​ຮູ້​ສຶກ​ເປົ່າ​ປ່ຽວ​ດຽວ​ດາຍ ຫລື ຮູ້​ສຶກ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ພາກ​ສ່ວນ. ຂ້າ​ພະ​ເຈົ້າ​ຂໍ​ອະ​ນຸ​ຍາດ​ກ່າວ​ເຖິງ​ບຸກ​ຄົນ​ທີ່​ເປັນ​ໂສດ​ໃນ​ເວ​ລາ​ນີ້​ໂດຍ​ສະ​ເພາະ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ໃນ​ຊ່ວງ​ເທດ​ສະ​ການ​ອີດ​ສະ​ເຕີນີ້ ເຮົາ​ສຸມ​ໃສ່​ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ຮຸ່ງ​ໂລດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ເຮົາ​ຈື່​ຈຳ​ຄຳ​ເຊື້ອ​ເຊີນ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ​ວ່າ “ຈົ່ງ​ມາ​ຫາ​ເຮົາ, ທຸກ​ຄົນ​ທີ່​ອິດ​ເມື່ອຍ​ຈາກ​ການ​ແບກ​ຫາບ​ພາ​ລະ​ໜັກ, ແລະ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ພັກ​ຜ່ອນ.

“ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້, ແລ້ວ​ຮຽນ​ຮູ້​ຈາກ​ເຮົາ; ເພາະ​ວ່າ​ເຮົາ​ເປັນ​ຜູ້​ມີ​ໃຈ​ອ່ອນ​ສຸ​ພາບ ແລະ ຖ່ອມ​ລົງ: ແລ້ວ​ຈິດ​ໃຈ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາ​ເມື່ອຍ.

“ດ້ວຍ​ວ່າ ແອກ​ຂອງ​ເຮົາ​ກໍ​ພໍ​ເໝາະ ແລະ ພາ​ລະ​ຂອງ​ເຮົາ​ກໍ​ເບົາ.” 1

ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບອກ​ໃຫ້​ມາ​ຫາ​ພຣະ​ອົງ ເປັນ​ຄຳ​ເຊື້ອ​ເຊີນ​ຕໍ່​ທຸກ​ຄົນ ວ່າ​ບໍ່​ແມ່ນ​ພຽງ​ແຕ່​ມາ​ຫາ​ພຣະ​ອົງ​ເທົ່າ​ນັ້ນ ແຕ່​ໃຫ້​ມາ​ເປັນ​ພາກ​ສ່ວນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ນຳ​ອີກ.

ໃນ​ຂໍ້​ພຣະ​ຄຳ​ພີ​ໜຶ່ງ ກ່ອນ​ຄຳ​ເຊື້ອ​ເຊີນ​ດ້ວຍ​ຄວາມ​ຮັກ​ນີ້, ພຣະ​ເຢ​ຊູ​ສິດ​ສອນ​ເຖິງ​ວິ​ທີ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ​ໄດ້​ແນວ​ໃດ. ພຣະ​ອົງ​ໄດ້​ປະ​ກາດ​ວ່າ, “ບໍ່​ມີ​ຊາຍ [ຫລື ຍິງ​ຄົນ​ໃດ] ຮູ້​ຈັກ​ພຣະ​ບຸດ, ນອກ​ຈາກ​ພຣະ​ບິ​ດາ; ທັງ​ບໍ່​ມີ​ຊາຍ [ຫລື ຍິງ​ຄົນ​ໃດ] ຮູ້​ຈັກ​ພຣະ​ບິ​ດາ, ນອກ​ຈາກ​ພຣະ​ບຸດ, ແລະ ຊາຍ [ຫລື ຍິງ​ຄົນ​ໃດ] ທີ່​ພຣະ​ບຸດ​ຢາກ​ຈະ​ເປີດ​ເຜີຍ​ໃຫ້​ຮູ້.” 2

ພຣະ​ເຢ​ຊູ​ຢາກ​ໃຫ້​ເຮົາ​ຮູ້​ຈັກ​ພຣະ​ເຈົ້າ​ວ່າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ.

ການ​ຮູ້​ວ່າ​ເຮົາ​ເປັນ​ທີ່​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ຈັກ​ວ່າ​ເຮົາ​ເປັນ​ໃຜ ແລະ ຮູ້​ວ່າ​ເຮົາ​ເປັນ​ພາກ​ສ່ວນ​ຂອງ​ຄອບ​ຄົວ​ນິ​ລັນ​ດອນ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ແນວ​ໃດ.

ເມື່ອ​ບໍ່​ດົນ​ມາ​ນີ້ ຄະ​ລິ​ນິກ ເມ​ໂຢ ໄດ້​ສັງ​ເກດ​ເຫັນ​ວ່າ: “ຄວາມ​ຮູ້​ສຶກ​ວ່າ​ເຮົາ​ເປັນ​ພາກ​ສ່ວນ​ແມ່ນ​ສຳ​ຄັນ​ຫລາຍ. … ເກືອບ​ທຸກໆ​ດ້ານ​ຂອງ​ຊີ​ວິດ ເຮົາ​ພົວ​ພັນ​ກັບ​ຄວາມ​ເປັນ​ພາກ​ສ່ວນ​ຂອງ​ບາງ​ຢ່າງ.” ຄຳ​ລາຍ​ງານ​ນີ້​ບອກ​ຕື່ມ​ວ່າ, “ເຮົາ​ບໍ່​ສາ​ມາດ​ແຍກ​ຄວາມ​ສຳ​ຄັນ​ຂອງ​ຄວາມ​ຮູ້​ສຶກ​ເປັນ​ພາກ​ສ່ວນ ຈາກ​ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ ແລະ ທາງ​ຈິດ​ໃ​ຈ​ຂອງ​ເຮົາ” 3 —ແລະ, ຂ້າ​ພະ​ເຈົ້າ​ຈະ​ຕື່ມ, ສຸ​ຂະ​ພາບ​ທາງ​ວິນ​ຍານ​ຂອງ​ເຮົາ​ນຳ​ອີກ.

ໃນ​ຄ່ຳ​ຄືນ​ກ່ອນ​ການ​ທົນ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ ແລະ ການ​ສິ້ນ​ພຣະ​ຊົນ​ຢູ່​ເທິງ​ໄມ້​ກາງ​ແຂນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຢູ່​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ເພື່ອ​ຮັບ​ປະ​ທານ​ເຂົ້າ​ແລງ​ຄາບ​ສຸດ​ທ້າຍ. ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເພິ່ນ​ວ່າ, “ໃນ​ໂລກ​ນີ້ ພວກ​ເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳ​ບາກ: ແຕ່​ຈົ່ງ​ຊື່ນ​ໃຈ​ເທາະ; ເພາະ​ຝ່າຍ​ເຮົາ​ໄດ້​ຊະ​ນະ​ໂລກ​ແລ້ວ.” 4 ກ່ອນ​ຕາ​ເວັນ​ຕົກ​ດິນ​ໃນ​ມື້​ຕໍ່​ມາ, ພຣະ​ເຢ​ຊູ​ຄຣິດ​ໄດ້​ທົນ​ທຸກ​ທໍ​ລະ​ມານ ແລະ ໄດ້ “ສິ້ນ​ພຣະ​ຊົນ​ຢູ່ [ເທິງ​ໄມ້​ກາງ​ແຂນ] ແທນ​ຄວາມ​ຜິດ​ບາບ​ຂອງ​ເຮົາ​ທັງ​ຫລາຍ.” 5

ຂ້າ​ພະ​ເຈົ້າ​ຢາກ​ຮູ້​ວ່າ ພວກ​ຜູ້​ຍິງ ແລະ ພວກ​ຜູ້​ຊາຍ​ທີ່​ຊື່​ສັດ ຜູ້​ໄດ້​ຕິດ​ຕາມ​ພຣະ​ອົງ​ໄປ​ໃນ​ເຢ​ຣູ​ຊາ​ເລັມ ຮູ້​ສຶກ​ເປົ່າ​ປ່ຽວ​ດຽວ​ດາຍ​ຫລາຍ​ຂະ​ໜາດ​ໃດ ຂະ​ນະ​ທີ່​ຕາ​ເວັນ​ຕົກ​ດິນ ແລະ ຄວາມ​ມືດ ແລະ ຄວາມ​ຢ້ານ​ກົວ​ອ້ອມ​ຮອບ​ພວກ​ເຂົາ. 6

ຄື​ກັນ​ກັບ​ສາ​ນຸ​ສິດ​ໃນ​ສະ​ໄໝ​ບູ​ຮານ​ເຫລົ່າ​ນີ້ ເກືອບ​ເຖິງ 2,000 ປີ​ມາ​ແລ້ວ, ພວກ​ທ່ານ​ຫລາຍ​ຄົນ​ກໍ​ຄົງ​ຮູ້​ສຶກ​ເປົ່າ​ປ່ຽວ​ດຽວ​ດາຍ​ເປັນ​ບາງ​ຄັ້ງ. ຂ້າ​ພະ​ເຈົ້າ​ເຄີຍ​ປະ​ເຊີນ​ກັບ​ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ ນັບ​ແຕ່​ການ​ຈາກ​ໄປ​ຂອງ ບາ​ບາ​ຣາ ພັນ​ລະ​ຍາ​ທີ່​ປະ​ເສີດ​ຂອງ​ຂ້າ​ພະ​ເຈົ້າ ເປັນ​ເວ​ລາ​ສອງ​ປີ​ເຄິ່ງ​ມາ​ແລ້ວ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ເຖິງ​ແມ່ນ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ, ໝູ່​ເພື່ອນ, ແລະ ເພື່ອນ​ຮ່ວມ​ງານ ແຕ່​ກໍ​ຍັງ​ຮູ້​ສຶກ​ເປົ່າ​ປ່ຽວ​ດຽວ​ດາຍ​ຢູ່—ເພາະ​ວ່າ​ຄູ່​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຢູ່​ຄຽງ​ຂ້າງ​ຂ້າ​ພະ​ເຈົ້າ​ອີກ​ແລ້ວ.

ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ໄດ້​ເຮັດ​ໃຫ້​ຫລາຍ​ຄົນ​ຮູ້​ສຶກ​ເຖິງ​ການ​ຢູ່​ດ່ຽວ ແລະ ເຖິງ​ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ​ນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຖິງ​ແມ່ນ​ວ່າ​ເຮົາ​ກຳ​ລັງ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໃນ​ຊີ​ວິດ, ຄື​ກັນ​ກັບ​ເຊົ້າ​ຂອງ​ວັນ​ອີດ​ສະ​ເຕີ​ເທື່ອ​ທຳ​ອິດ​ນັ້ນ, ເຮົາ​ສາ​ມາດ​ຕື່ນ​ຂຶ້ນ​ສູ່​ຊີ​ວິດ​ໃໝ່​ໃນ​ພຣະ​ຄຣິດ ດ້ວຍ​ຄວາມ​ເປັນ​ໄປ​ໄດ້​ທີ່​ໜ້າ​ອັດ​ສະ​ຈັນ ແລະ ຄວາມ​ເປັນ​ຈິງ​ໃໝ່ ຂະ​ນະ​ທີ່​ເຮົາ​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຄວາມ​ຫວັງ ແລະ ການ​ເປັນ​ພາກ​ສ່ວນ.

ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ເຈັບ​ປວດ​ຂອງ​ຜູ້​ທີ່​ຮູ້​ສຶກ​ວ່າ ບໍ່​ໄດ້​ເປັນ​ພາກ​ສ່ວນ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ເບິ່ງ​ຂ່າວ​ຈາກ​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຫລາຍ​ຄົນ ເບິ່ງ​ຄື​ກຳ​ລັງ​ປະ​ເຊີນ​ກັບ​ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ​ນີ້. ຂ້າ​ພະ​ເຈົ້າ​ຄິດ​ວ່າ, ສຳ​ລັບ​ຫລາຍ​ຄົນ, ເຂົາ​ເຈົ້າ​ບໍ່​ຮູ້​ວ່າ ເຂົາ​ເຈົ້າ​ເປັນ​ທີ່​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ວ່າ​ເຮົາ​ທຸກ​ຄົນ​ເປັນ​ພາກ​ສ່ວນ​ໃນ​ຄອບ​ຄົວ​ນິ​ລັນ​ດອນ​ຂອງ​ພຣະ​ອົງ. ການ​ເຊື່ອ​ວ່າ​ພຣະ​ອົງ​ຮັກ​ເຮົາ ແລະ ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ ເປັນ​ສິ່ງ​ປອບ​ໂຍນ ແລະ ໃຫ້​ຄວາມ​ໝັ້ນ​ໃຈ.

ຍ້ອນ​ວ່າ​ເຮົາ​ເປັນ​ລູກໆ​ທາງວິນ​ຍານ​ຂອງ​ພຣະ​ເຈົ້າ, ທຸກ​ຄົນ​ຈຶ່ງ​ມີ​ຕົ້ນ​ກຳ​ເນີດ, ທຳ​ມະ​ຊາດ, ແລະ ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ. ເຮົາ​ແຕ່​ລະ​ຄົນ “ກໍ​ເປັນ​ບຸດ ຫລື ທິ​ດາ​ທາງ​ວິນ​ຍານ​ທີ່​ຮັກ​ຫອມ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ.” 7 ນີ້​ຄື​ເອ​ກະ​ລັກ​ຂອງ​ເຮົາ! ນີ້​ຄື​ຕົວ​ຈິງ​ຂອງ​ເຮົາ!

ເອ​ກະ​ລັກ​ທາງ​ວິນ​ຍານ​ຂອງ​ເຮົາ​ຈະ​ຂະ​ຫຍາຍ​ຕົວ​ເມື່ອ​ເຮົາ​ເຂົ້າ​ໃຈ​ເອ​ກະ​ລັກ​ຂອງ​ຄວາມ​ເປັນ​ມະ​ຕະ​ຫລາຍ​ຢ່າງ, ລວມ​ທັງ​ຊົນ​ເຜົ່າ, ວັດ​ທະ​ນະ​ທຳ, ຫລື ມໍ​ລະ​ດົກ​ແຫ່ງ​ຊາດ.

ຄວາມ​ຮູ້​ສຶກ​ເຖິງ​ເອ​ກະ​ລັກ, ຄວາມ​ຮັກ, ແລະ ການ​ເປັນ​ພາກ​ສ່ວນ​ທາງ​ວິນ​ຍານ ແລະ ວັດ​ທະ​ນະ​ທຳ​ນີ້, ສາ​ມາດ​ດົນ​ໃຈ​ໃຫ້​ມີ​ຄວາມ​ຫວັງ ແລະ ຄວາມ​ຮັກ​ຕໍ່​ພຣະ​ເຢ​ຊູ​ຄຣິດ.

ຂ້າ​ພະ​ເຈົ້າ​ກ່າວ​ເຖິງ​ຄວາມ​ຫວັງ​ໃນ​ພຣະ​ຄຣິດ ບໍ່​ພຽງ​ແຕ່​ເປັນ​ຄວາມ​ຄິດ​ທີ່​ປາດ​ຖະ​ໜາ​ເທົ່າ​ນັ້ນ. ແຕ່, ຂ້າ​ພະ​ເຈົ້າ​ກ່າວ​ເຖິງ​ຄວາມ​ຫວັງ​ເຊັ່ນ​ດຽວ​ກັນ​ກັບ​ຄວາມ​ຄາດ​ໝາຍ​ວ່າ​ຈະ​ເກີດ​ເປັນ​ຈິງ. ຄວາມ​ຫວັງ​ເຊັ່ນ​ນັ້ນ​ແມ່ນ​ສຳ​ຄັນ​ຕໍ່​ການ​ເອົາ​ຊະ​ນະ​ຄວາມ​ຍາກ​ລຳ​ບາກ, ການ​ສົ່ງ​ເສີມ​ຄວາມ​ທົນ​ທານ ແລະ ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ, ແລະ ການ​ມາ​ຮູ້​ວ່າ​ເຮົາ​ເປັນ​ທີ່​ຮັກ​ຂອງ​ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຮົາ ແລະ ວ່າ​ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ, ຜູ້​ເປັນ​ພາກ​ສ່ວນ​ໃນ​ຄອບ​ຄົວ​ຂອງ​ພຣະ​ອົງ.

ເມື່ອ​ເຮົາ​ມີ​ຄວາມ​ຫວັງ​ໃນ​ພຣະ​ຄຣິດ, ເຮົາ​ມາ​ຮູ້​ວ່າ ເມື່ອ​ເຮົາ​ຕ້ອງ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ສັກ​ສິດ, ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ຝັນ​ທີ່​ເຮົາ​ມັກ​ຫລາຍ​ທີ່​ສຸດ ສາ​ມາດ​ເກີດ​ເປັນ​ຈິງ​ໄດ້​ຜ່ານ​ທາງ​ພຣະ​ອົງ.

ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ປຶກ​ສາ​ນຳ​ກັນ​ດ້ວຍ​ການ​ອະ​ທິ​ຖານ ແລະ ດ້ວຍ​ຄວາມ​ປາດ​ຖະ​ໜາ​ຢາກ​ເຂົ້າ​ໃຈ​ເຖິງວິ​ທີ​ທີ່​ຈະ​ຊ່ວຍ​ທຸກ​ຄົນ ຜູ້​ຮູ້​ສຶກ​ເປົ່າ​ປ່ຽວ​ດຽວ​ດາຍ ແລະ ຮູ້​ສຶກ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ພາກ​ສ່ວນ. ພວກ​ເຮົາ​ຢາກ​ຊ່ວຍ​ທຸກ​ຄົນ​ທີ່​ຮູ້​ສຶກ​ແບບ​ນີ້. ຂ້າ​ພະ​ເຈົ້າ​ຂໍ​ອະ​ນຸ​ຍາດ​ກ່າວ​ເຖິງ​ບຸກ​ຄົນ​ທີ່​ເປັນ​ໂສດ​ໃນ​ເວ​ລາ​ນີ້​ໂດຍ​ສະ​ເພາະ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຫລາຍ​ກວ່າ​ຈຳ​ນວນ​ເຄິ່ງ​ໜຶ່ງ​ຂອງ​ຜູ້​ໃຫຍ່​ໃນ​ສາດ​ສະ​ໜາ​ຈັກ​ໃນ​ທຸກ​ວັນ​ນີ້ ເປັນ​ໝ້າຍ, ເປັນ​ຮ້າງ, ຫລື ຍັງ​ບໍ່​ໄດ້​ແຕ່ງ​ງານ​ເທື່ອ. ບາງ​ຄົນ​ສົງ​ໄສ​ກ່ຽວ​ກັບ​ໂອ​ກາດ ແລະ ບ່ອນ​ຂອງ​ເຂົາ​ເຈົ້າ​ໃນ​ແຜນ​ຂອງ​ພຣະ​ເຈົ້າ ແລະ ໃນ​ສາດ​ສະ​ໜາ​ຈັກ. ເຮົາ​ຄວນ​ເຂົ້າ​ໃຈ​ວ່າ​ຊີ​ວິດ​ນິ​ລັນ​ດອນ​ບໍ່​ພຽງ​ແຕ່​ເປັນ​ຄຳ​ຖາມ​ເລື່ອງ​ສະ​ຖາ​ນະ​ພາບ​ການ​ແຕ່ງ​ງານ ຫລື ເປັນ​ໂສດ​ເທົ່າ​ນັ້ນ ແຕ່​ກ່ຽວ​ກັບ​ການ​ເປັນ​ສາ​ນຸ​ສິດ ແລະ ການ​ເປັນ​ຄົນ “ກ້າ​ຫານ​ໃນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ” ນຳ​ອີກ. 8 ຄວາມ​ຫວັງ​ຂອງ​ທຸກ​ຄົນ​ຜູ້​ເປັນ​ໂສດ ແມ່ນ​ຄື​ກັນ​ໝົດ​ສຳ​ລັບ​ສະ​ມາ​ຊິກ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ຄື​ການ​ເຂົ້າ​ເຖິງ​ພຣະ​ຄຸນ​ຂອງ​ພຣະ​ຄຣິດ​ຜ່ານ​ທາງ “ການ​ປະ​ຕິ​ບັດ​ຕາມ​ກົດ ແລະ ພິ​ທີ​ການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ.” 9

ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ວ່າ ມັນ​ມີ​ຫລັກ​ທຳ​ທີ່​ສຳ​ຄັນ​ບາງ​ຢ່າງ​ທີ່​ເຮົາ​ຄວນ​ເຂົ້າ​ໃຈ.

ທຳ​ອິດ, ພຣະ​ຄຳ​ພີ ແລະ ສາດ​ສະ​ດາ​ໃນ​ຍຸກ​ສຸດ​ທ້າຍ​ຢືນ​ຢັນ​ວ່າ ທຸກ​ຄົນ​ຜູ້​ທີ່​ຊື່​ສັດ​ໃນ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ຈະ​ໄດ້​ຮັບ​ໂອ​ກາດ​ສຳ​ລັບ​ຄວາມ​ສູງ​ສົ່ງ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ: “ໃນ​ວິ​ທີ ແລະ ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ມີ​ພອນ​ໃດ​ທີ່​ຈະ​ຖືກ​ກັກ​ກັ້ນ​ຈາກ​ໄພ່​ພົນ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ພິ​ພາກ​ສາ ແລະ ໃຫ້​ລາງ​ວັນ​ແຕ່​ລະ​ຄົນ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ເຂົາ ຕະ​ຫລອດ​ທັງ​ການ​ກະ​ທຳ​ຂອງ​ເຂົາ.” 10

ສອງ, ເວ​ລາ ແລະ ລັກ​ສະ​ນະ​ທີ່​ຊັດ​ເຈນ ຊຶ່ງ​ໃນ​ນັ້ນ​ພອນ​ຂອງ​ຄວາມ​ສູງ​ສົ່ງ​ຈະ​ຖືກ​ມອບ​ໃຫ້ ຍັງ​ບໍ່​ທັນ​ຖືກ​ເປີດ​ເຜີຍ​ທັງ​ໝົດ​ເທື່ອ, ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ມັນ​ຈະ​ເກີດ​ຂຶ້ນ​ຢ່າງ​ແນ່​ນອນ. 11 ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ອະ​ທິ​ບາຍ​ວ່າ ສະ​ຖາ​ນະ​ການ​ບາງ​ຢ່າງ “ຂອງ​ຊ່ວງ​ເປັນ​ມະ​ຕະ​ຈະ​ຖືກ​ຕັ້ງ​ໄວ້​ຢູ່​ໃນ​ຊ່ວງ​ໄລ​ຍະ​ພັນ​ປີ, ຊຶ່ງ​ທຸກ​ສິ່ງ​ທີ່​ຍັງ​ບໍ່​ສົມ​ບູນ​ເທື່ອ​ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ສຳ​ລັບ​ລູກໆ​ທີ່​ມີ​ຄ່າ​ຄວນ​ຂອງ​ພຣະ​ບິ​ດາ​ທັງ​ໝົດ ຈະ​ສຳ​ເລັດ​ຄົບ​ຖ້ວນ​ໃນ​ຊ່ວງ​ເວ​ລາ​ນັ້ນ.” 12

ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ພອນ​ທຸກ​ປະ​ການ​ຖືກ​ໂຈະ​ໄວ້​ຈົນ​ກວ່າ​ເຖິງ​ຊ່ວງ​ໄລ​ຍະ​ພັນ​ປີ; ບາງ​ຢ່າງ​ກໍ​ໄດ້​ຮັບ​ແລ້ວ ແລະ ບາງ​ຢ່າງ​ຈະ​ໄດ້​ຮັບ​ໃນ​ວັນ​ນັ້ນ. 13

ສາມ, ການ​ລໍ​ຄອຍ​ພຣະ​ຜູ້​ເປັນ​ເຈົ້າ​ໝາຍ​ເຖິງ​ການ​ເຊື່ອ​ຟັງ ແລະ ການ​ສືບ​ຕໍ່​ດຳ​ເນີນ​ທາງ​ວິນ​ຍານ ໄປ​ສູ່​ພຣະ​ອົງ. ການ​ລໍ​ຄອຍ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ໝາຍ​ເຖິງ​ການ​ນັ່ງ​ຢູ່​ລ້າໆ. ທ່ານ​ບໍ່​ຄວນ​ຮູ້​ສຶກວ່າ​ທ່ານ​ກຳ​ລັງ​ນັ່ງ ລໍ​ຄອຍ ຢູ່​ໃນ​ຫ້ອງ.

ການ​ລໍ​ຄອຍ​ພຣະ​ຜູ້​ເປັນ​ເຈົ້າ​ໝາຍ​ເຖິງ​ການ​ລົງ​ມື​ປະ​ຕິ​ບັດ. ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ຊ່ວງ​ຫລາຍ​ປີ​ທີ່​ຜ່ານ​ມາ​ວ່າ ຄວາມ​ຫວັງ​ຂອງ​ເຮົາ​ໃນ​ພຣະ​ຄຣິດ​ເພີ່ມ​ຂຶ້ນ​ເມື່ອ​ເຮົາ​ຮັບ​ໃຊ້​ຄົນ​ອື່ນ. ການ​ຮັບ​ໃຊ້​ດັ່ງ​ທີ່​ພຣະ​ອົງ​ໄດ້​ຮັບ​ໃຊ້, ເຮົາ​ໄດ້​ເພີ່ມ​ຄວາມ​ຫວັງ​ຂອງ​ເຮົາ​ໃນ​ພຣະ​ອົງ​ຂຶ້ນ​ຕາມ​ທຳ​ມະ​ຊາດ.

ຄວາມ​ເຕີບ​ໂຕ​ສ່ວນ​ຕົວ​ທີ່​ບຸກ​ຄົນ​ສາ​ມາດ​ມີ​ໄດ້​ໃນ​ເວ​ລາ​ນີ້ ຂະ​ນະ​ທີ່​ລໍ​ຄອຍ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ລ້ຳ​ຄ່າ ແລະ ສັກ​ສິດ ໃນ​ແຜນ​ຂອງ​ພຣະ​ອົງ ສຳ​ລັບ​ເຮົາ​ແຕ່​ລະ​ຄົນ. ການ​ມີ​ພາກ​ສ່ວນ​ຂອງ​ບຸກ​ຄົນ ສາ​ມາດ​ເຮັດ​ໄດ້​ໃນ​ເວ​ລາ​ນີ້ ເພື່ອ​ຊ່ວຍ​ສ້າງ​ສາ​ສາດ​ສະ​ໜາ​ຈັກ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ເພື່ອ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ຊຶ່ງ​ເປັນ​ສິ່ງ​ທີ່​ຕ້ອງ​ການ​ຫລາຍ. ສະ​ຖາ​ນະ​ພາບ​ການ​ແຕ່ງ​ງານ ຫລື ເປັນ​ໂສດ ບໍ່​ກ່ຽວ​ຂ້ອງ​ກັບ​ຄວາມ​ສາ​ມາດ​ຂອງ​ບຸກ​ຄົນ​ທີ່​ຈະ​ຮັບ​ໃຊ້. ພຣະ​ຜູ້​ເປັນ​ເຈົ້າ​ຍ້ອງ​ຍໍ​ຜູ້​ທີ່​ຮັບ​ໃຊ້ ແລະ ລໍ​ຄອຍ​ພຣະ​ອົງ ດ້ວຍ​ຄວາມ​ອົດ​ທົນ ແລະ ດ້ວຍ​ສັດ​ທາ. 14

ສີ່, ພຣະ​ເຈົ້າ​ສະ​ເໜີ​ມອບ​ຊີ​ວິດ​ນິ​ລັນ​ດອນ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ. ທຸກ​ຄົນ​ທີ່​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ການ​ກັບ​ໃຈ​ອັນ​ລ້ຳ​ຄ່າ ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມອບ​ໃຫ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ, ເຖິງ​ແມ່ນ​ວ່າ​ເຂົາ​ບໍ່​ໄດ້​ຮັບ​ບຸກ​ຄະ​ລິກ​ລັກ​ສະ​ນະ​ທັງ​ໝົດ ແລະ ຄວາມ​ດີ​ພ້ອມ​ທຸກ​ຢ່າງ​ໃນ​ຊ່ວງ​ເປັນ​ມະ​ຕະ​ກໍ​ຕາມ. ຜູ້​ທີ່​ກັບ​ໃຈ​ຈະ​ເຫັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພ້ອມ​ສະ​ເໝີ​ທີ່​ຈະ​ໃຫ້​ອະ​ໄພ ດັ່ງ​ທີ່​ພຣະ​ອົງ​ສັນ​ຍາ​ວ່າ: “ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ວ່າ​ຜູ້​ຄົນ​ຂອງ​ເຮົາ​ຈະ​ກັບ​ໃຈ​ເທົ່າ​ໃດ​ເທື່ອ​ກໍ​ຕາມ ເຮົາ​ກໍ​ຈະ​ໃຫ້​ອະ​ໄພ​ແກ່​ເຂົາ​ສຳ​ລັບ​ການ​ລ່ວງ​ລະ​ເມີດ​ຂອງ​ເຂົາ​ທີ່​ມີ​ຕໍ່​ເຮົາ.” 15

ໃນ​ການ​ພິ​ຈາ​ລະ​ນາ​ທຸກ​ສິ່ງ​ນີ້, ຄວາມ​ສາ​ມາດ, ຄວາມ​ປາດ​ຖະ​ໜາ, ແລະ ໂອ​ກາດ​ໃນ​ເລື່ອງ​ອຳ​ເພີ​ໃຈ ແລະ ການ​ເລືອກ​ທັງ​ໝົດ​ຂອງ​ບຸກ​ຄົນ, ລວມ​ທັງ​ຄວາມ​ເໝາະ​ສົມ​ສຳ​ລັບ​ພອນ​ນິ​ລັນ​ດອນ, ແມ່ນ​ສຳ​ຄັນ​ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຕັດ​ສິນ​ໄດ້.

ຫ້າ, ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ​ໃນ​ຄຳ​ສັນ​ຍາ​ເຫລົ່າ​ນີ້ ກ່ຽວ​ພັນ​ກັບ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ ຊຶ່ງ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ອົງ ທຸກ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ເປັນ​ມະ​ຕະ​ຈະ​ຖືກ​ເຮັດ​ໃຫ້​ຖືກ​ຕ້ອງ. 16 ພອນ​ທີ່​ສັນ​ຍາ​ໄວ້​ທັງ​ໝົດ​ຈະ​ເປັນ​ໄປ​ໄດ້​ຜ່ານ​ທາງ​ພຣະ​ອົງ ຜູ້​ຊຶ່ງ, ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ອົງ “ໄດ້​ສະ​ເດັດ​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ” 17 ແລະ ໄດ້ “ເອົາ​ຊະ​ນະ​ໂລກ​ແລ້ວ.” 18 ພຣະ​ອົງ “ປະ​ທັບ​ຢູ່​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ, ເພື່ອ​ຮຽກ​ຮ້ອງ​ສິດ​ແຫ່ງ​ຄວາມ​ເມດ​ຕາ​ຈາກ​ພຣະ​ບິ​ດາ ຊຶ່ງ​ພຣະ​ອົງ​ມີ​ຕໍ່​ລູກ​ຫລານ​ມະ​ນຸດ … ; ພຣະ​ອົງ​ຈຶ່ງ​ວິງ​ວອນ​ແທນ​ລູກ​ຫລານ​ມະ​ນຸດ.” 19 ໃນ​ທີ່​ສຸດ, “ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ແລະ ໄດ້​ຮັບ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ” 20 ໃນ​ຖາ​ນະ “ຜູ້​ຮັບ​ມໍ​ລະ​ດົກ​ຮ່ວມ​ກັບ​ພຣະ​ຄຣິດ.” 21

ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຮົາ​ແມ່ນ ຢາກ​ໃຫ້​ຫລັກ​ທຳ​ເຫລົ່າ​ນີ້​ຊ່ວຍ​ທຸກ​ຄົນ​ໃຫ້​ມີ​ຄວາມ​ຫວັງ​ໃນ​ພຣະ​ຄຣິດ ແລະ ຮູ້​ສຶກ​ເຖິງ​ການ​ເປັນ​ພາກ​ສ່ວນ​ຫລາຍ​ຂຶ້ນ.

ຢ່າ​ລືມ​ວ່າ​ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຮົາ, ໃນ​ເວ​ລາ​ນີ້ ແລະ ຕະ​ຫລອດ​ໄປ. ພຣະ​ອົງ​ຮັກ​ທ່ານ, ແລະ ສາດ​ສະ​ໜາ​ຈັກ​ຢາກ​ໄດ້ ແລະ ຕ້ອງ​ການ​ທ່ານ. ແມ່ນ​ແລ້ວ, ພວກ​ເຮົາ​ຕ້ອງ​ການ​ທ່ານ! ພວກ​ເຮົາ​ຕ້ອງ​ການ​ສຽງ, ພອນ​ສະ​ຫວັນ, ທັກ​ສະ, ຄວາມ​ດີ​ງາມ, ແລະ ຄວາມ​ຊື່​ສັດ​ຂອງ​ທ່ານ.

ເປັນ​ເວ​ລາ​ຫລາຍ​ປີ, ທີ່​ພວກ​ເຮົາ​ໄດ້​ປຶກ​ສາ​ກັນ ເລື່ອງ​ຄຳ​ວ່າ “ຜູ້​ໃຫຍ່​ໜຸ່ມ​ໂສດ,” “ຜູ້​ໃຫຍ່​ໂສດ,” ແລະ “ຜູ້​ໃຫຍ່.” ຊື່​ເຫລົ່າ​ນັ້ນ​ອາດ​ເປັນ​ປະ​ໂຫຍດ​ໃນ​ການ​ບໍ​ລິ​ຫານ ບາງ​ຄັ້ງ ແຕ່​ສາ​ມາດ​ປ່ຽນ​ວິ​ທີ​ທີ່​ເຮົາ​ຮັບ​ຮູ້​ຜູ້​ອື່ນ​ໄດ້.

ມີ​ວິ​ທີ​ອື່ນ​ໃດ​ບໍ ເພື່ອ​ຫລີກ​ລ້ຽງ​ຈາກ​ແນວ​ໂນ້ມ​ຂອງ​ມະ​ນຸດ​ທີ່​ສາ​ມາດ​ແຍກ​ເຮົາ​ອອກ​ຈາກ​ກັນ?

ປະ​ທານ​ແນວ​ສັນ​ໄດ້​ຂໍ​ໃຫ້​ພວກ​ເຮົາ​ກ່າວ​ເຖິງ​ຕົວ​ເອງວ່າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ສິ່ງ​ນັ້ນ​ແມ່ນ​ລວມ​ທັງ​ເຮົາ​ທຸກ​ຄົນ, ບໍ່​ແມ່ນ​ບໍ?

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ມີ​ພະ​ລັງ​ທີ່​ຈະ​ລວມ​ເຮົາ​ເຂົ້າ​ກັນ. ເຮົາ​ມີ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ຫລາຍ​ກວ່າ​ສິ່ງ​ທີ່​ແຕກ​ຕ່າງ​ກັນ. ໃນ​ຖາ​ນະ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ, ເຮົາ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ​ແທ້ໆ. ໂປ​ໂລ​ໄດ້​ກ່າວ​ວ່າ, “ແລະ [ພຣະ​ເຈົ້າ] ໄດ້​ສ້າງ​ມະ​ນຸດ​ທຸກ​ຊາດ​ໃຫ້​ເກີດ​ມາ​ຈາກ​ມະ​ນຸດ​ຄົນ​ດຽວ ແລະ ໃຫ້​ພວກ​ເຂົາ​ຢູ່​ທົ່ວ​ພິ​ພົບ​ໂລກ.” 22

ຕໍ່​ທ່ານ​ທີ່​ເປັນ​ປະ​ທານ​ສະ​ເຕກ, ອະ​ທິ​ການ, ແລະ ຜູ້​ນຳ​ກຸ່ມ​ຜູ້​ຊາຍ ແລະ ຜູ້​ຍິງ, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ຈົ່ງ​ພິ​ຈາ​ລະ​ນາ​ສະ​ມາ​ຊິກ​ທຸກ​ຄົນ​ໃນ​ສະ​ເຕກ, ໃນ​ຫວອດ, ແລະ ໃນ​ອົງ​ການ​ຂອງ​ທ່ານ ວ່າ​ເປັນ​ສະ​ມາ​ຊິກ​ຜູ້​ທີ່​ມີ​ພາກ​ສ່ວນ ແລະ ຮັບ​ໃຊ້​ໃນ​ການ​ເອີ້ນ ແລະ ມີ​ສ່ວນ​ຮ່ວມ​ໃນ​ຫລາຍ​ວິ​ທີ​ທາງ.

ສະ​ມາ​ຊິກ​ທຸກ​ຄົນ​ໃນ​ກຸ່ມ, ໃນ​ອົງ​ການ, ໃນ​ຫວອດ, ແລະ ໃນ​ສະ​ເຕກ ມີ​ຂອງ​ປະ​ທານ ແລະ ພອນ​ສະ​ຫວັນ​ທີ່​ພຣະ​ເຈົ້າ​ປະ​ທານ​ໃຫ້ ຊຶ່ງ​ສາ​ມາດ​ຊ່ວຍ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ໃນ​ເວ​ລາ​ນີ້​ໄດ້.

ຂໍ​ໃຫ້​ເຮົາ​ຈົ່ງ​ເອີ້ນ​ສະ​ມາ​ຊິກ​ຄົນ​ໂສດ​ໃຫ້​ຮັບ​ໃຊ້, ຍົກ​ລະ​ດັບ, ແລະ ສິດ​ສອນ. ຂໍ​ໃຫ້​ເຊົາ​ຄຳ​ນຶງ​ເຖິງ​ແນວ​ຄິດ​ເກົ່າ ຊຶ່ງ​ບາງ​ເທື່ອ ໂດຍ​ທີ່​ບໍ່​ໄດ້​ຕັ້ງ​ໃຈ ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ເປົ່າ​ປ່ຽວ​ດຽວ​ດາຍ ແລະ ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ພາກ​ສ່ວນ ຫລື ບໍ່​ສາ​ມາດ​ຮັບ​ໃຊ້.

ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ໃນ​ທ້າຍ​ອາ​ທິດ​ຂອງ​ເທດ​ສະ​ການ​ອີດ​ສະ​ເຕີ​ນີ້ ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ແລະ ເຖິງ​ຄວາມ​ຫວັງ​ນິ​ລັນ​ດອນ ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ຂ້າ​ພະ​ເຈົ້າ ແລະ ທຸກ​ຄົນ​ຜູ້​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ນີ້​ດ້ວຍ​ຄວາມ​ຖ່ອມ​ຕົວ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ແມ່ນ​ແຕ່​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ