ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ເຮັດຫຍັງເພື່ອເຮົາ?
ພຣະເຢຊູຄຣິດໄດ້ເຮັດທຸກສິ່ງທຸກຢ່າງທີ່ຈຳເປັນຕໍ່ການເດີນທາງຂອງເຮົາ ຜ່ານຄວາມເປັນມະຕະ ເພື່ອໄປຫາຈຸດໝາຍປາຍທາງທີ່ລະບຸຢູ່ໃນແຜນຂອງພຣະບິດາເທິງສະຫວັນ.
ໃນກອງປະຊຸມສະເຕກແລງວັນເສົາມື້ໜຶ່ງ ເມື່ອຫລາຍປີກ່ອນ, ຂ້າພະເຈົ້າໄດ້ພົບກັບຜູ້ຍິງຄົນໜຶ່ງຜູ້ເວົ້າວ່າ ໝູ່ເພື່ອນຂອງນາງໄດ້ຊວນນາງກັບໄປໂບດຫລັງຈາກທີ່ບໍ່ໄດ້ເຂັ້ມແຂງມາຫລາຍປີແລ້ວ, ແຕ່ນາງບໍ່ມີເຫດຜົນວ່າ ເປັນຫຍັງນາງຈຶ່ງຢາກກັບໄປ. ເພື່ອຊຸກຍູ້ນາງ, ຂ້າພະເຈົ້າໄດ້ເວົ້າວ່າ, “ເມື່ອເຈົ້າພິຈາລະນາທຸກສິ່ງທຸກຢ່າງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດເພື່ອເຈົ້າ, ເຈົ້າຈະມີເຫດຜົນຫລາຍຢ່າງທີ່ຈະກັບໄປນະມັດສະການ ແລະ ຮັບໃຊ້ພຣະອົງ.” ຂ້າພະເຈົ້າແປກໃຈເມື່ອນາງຕອບວ່າ, “ພຣະອົງໄດ້ເຮັດຫຍັງເພື່ອຂ້ານ້ອຍ?”
ພຣະເຢຊູຄຣິດໄດ້ເຮັດຫຍັງເພື່ອເຮົາແຕ່ລະຄົນ? ພຣະອົງໄດ້ເຮັດທຸກສິ່ງທຸກຢ່າງທີ່ຈຳເປັນຕໍ່ການເດີນທາງຂອງເຮົາ ຜ່ານຄວາມເປັນມະຕະ ເພື່ອໄປຫາຈຸດໝາຍປາຍທາງທີ່ລະບຸຢູ່ໃນແຜນຂອງພຣະບິດາເທິງສະຫວັນ. ຂ້າພະເຈົ້າຈະກ່າວເຖິງຫລັກທຳສີ່ຢ່າງຂອງແຜນນັ້ນ. ໃນແຕ່ລະຢ່າງເຫລົ່ານີ້, ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ພຣະເຢຊູຄຣິດ, ໄດ້ເປັນຜູ້ສຳຄັນ. ແຮງຈູງໃຈທັງໝົດນີ້ແມ່ນ “ຄວາມຮັກຂອງພຣະເຈົ້າ, ຊຶ່ງແຜ່ຜາຍອອກມາຫາໃຈຂອງລູກຫລານມະນຸດ; ດັ່ງນັ້ນ, ມັນຈຶ່ງເປັນທີ່ເພິ່ງປາດຖະໜາທີ່ສຸດເໜືອກວ່າທຸກສິ່ງທຸກຢ່າງທັງສິ້ນ” (1 ນີໄຟ 11:22).
I.
ກ່ອນວັນອາທິດອີດສະເຕີ, ມັນເປັນເວລາທີ່ຈະເວົ້າເລື່ອງການຟື້ນຄືນພຣະຊົນຄັ້ງທຳອິດຂອງພຣະເຢຊູຄຣິດ. ການຟື້ນຄືນພຣະຊົນຈາກຄວາມຕາຍແມ່ນການໃຫ້ຄວາມໝັ້ນໃຈສ່ວນຕົວໃນສິ່ງທີ່ສຳຄັນຕໍ່ສັດທາຂອງເຮົາ. ມັນເພີ່ມຄວາມໝາຍໃສ່ຄຳສອນ, ແຮງຈູງໃຈຕໍ່ການປະພຶດ, ແລະ ຄວາມຫວັງສຳລັບອະນາຄົດຂອງເຮົາ.
ເພາະເຮົາເຊື່ອຄຳບັນຍາຍ ຢູ່ໃນພຣະຄຣິສຕະທຳຄຳພີ ແລະ ພຣະຄຳພີມໍມອນເຖິງການຟື້ນຄືນພຣະຊົນແທ້ໆຂອງພຣະເຢຊູຄຣິດ, ເຮົາຈຶ່ງຮັບເອົາຄຳສອນໃນພຣະຄຳພີຫລາຍຢ່າງ ຊຶ່ງການຟື້ນຄືນຊີວິດ ທີ່ຄ້າຍຄືກັນນັ້ນ ຈະເກີດກັບມະນຸດທັງປວງ ຜູ້ທີ່ເຄີຍມີຊີວິດຢູ່ເທິງໂລກນີ້.1 ດັ່ງທີ່ພຣະເຢຊູໄດ້ສິດສອນວ່າ, “ເພາະເຮົາມີຊີວິດຢູ່, ພວກເຈົ້າກໍຈະມີຊີວິດຢູ່ເໝືອນກັນ” (ໂຢຮັນ 14:19). ແລະ ອັກຄະສາວົກຂອງພຣະອົງໄດ້ສິດສອນວ່າ “ຄົນທີ່ຕາຍແລ້ວຈະຖືກບັນດານໃຫ້ເປັນຂຶ້ນມາໂດຍບໍ່ເປື່ອຍເນົ່າ” ແລະ “ສະພາບທີ່ເປື່ອຍເນົ່າໄດ້ສວມສະພາບທີ່ບໍ່ເປື່ອຍເນົ່າ” (1 ໂກຣິນໂທ 15:52, 54).
ແຕ່ການຟື້ນຄືນພຣະຊົນມີຄວາມໝາຍຫລາຍກວ່າພຽງແຕ່ໃຫ້ເຮົາໝັ້ນໃຈກັບຄວາມເປັນອະມະຕະນີ້ເທົ່ານັ້ນ. ມັນປ່ຽນວິທີທີ່ເຮົາເບິ່ງຊີວິດມະຕະ.
ການຟື້ນຄືນພຣະຊົນຊ່ວຍເຮົາໃຫ້ມີທັດສະນະ ແລະ ຄວາມເຂັ້ມແຂງທີ່ຈະອົດທົນກັບການທ້າທາຍໃນຊ່ວງມະຕະ ທີ່ເຮົາແຕ່ລະຄົນ ແລະ ຄົນທີ່ເຮົາຮັກໄດ້ປະເຊີນ. ມັນມອບວິທີໃໝ່ໃຫ້ເຮົາທີ່ຈະເບິ່ງຄວາມບົກພ່ອງທາງຮ່າງກາຍ, ທາງຈິດໃຈ, ຫລື ທາງອາລົມ ທີ່ເຮົາມີມາແຕ່ເກີດ ແລະ ໄດ້ມາລະຫວ່າງຊີວິດມະຕະ. ມັນໃຫ້ຄວາມເຂັ້ມແຂງແກ່ເຮົາ ເພື່ອອົດທົນກັບຄວາມໂສກເສົ້າ, ຄວາມອ່ອນແອ, ແລະ ຄວາມອຸກອັ່ງ. ຍ້ອນວ່າເຮົາແຕ່ລະຄົນແນ່ໃຈໄດ້ວ່າຈະຟື້ນຄືນຊີວິດ, ເຮົາຈຶ່ງຮູ້ວ່າຄວາມບົກພ່ອງ ແລະ ການຕໍ່ຕ້ານໃນຊ່ວງມະຕະເຫລົ່ານີ້ ແມ່ນເປັນພຽງຊົ່ວຄາວເທົ່ານັ້ນ.
ການຟື້ນຄືນພຣະຊົນກໍໃຫ້ແຮງຈູງໃຈທີ່ມີພະລັງ ເພື່ອໃຫ້ຮັກສາພຣະບັນຍັດຂອງພຣະເຈົ້າລະຫວ່າງຊີວິດມະຕະຂອງເຮົາ. ເມື່ອເຮົາລຸກຂຶ້ນຈາກຄວາມຕາຍ ແລະ ກ້າວໄປສູ່ການຕັດສິນຄັ້ງສຸດທ້າຍຕາມຄຳທຳນາຍ, ເຮົາຈະຢາກມີຄວາມເໝາະສົມສຳລັບພອນທີ່ດີທີ່ສຸດທີ່ມີໃຫ້ບຸກຄົນທີ່ໄດ້ຟື້ນຄືນຊີວິດ.2
ນອກເໜືອຈາກນັ້ນ, ຄຳສັນຍາທີ່ວ່າການຟື້ນຄືນພຣະຊົນສາມາດລວມທັງໂອກາດໃຫ້ໄດ້ຢູ່ນຳຄອບຄົວຂອງເຮົາ—ສາມີ, ພັນລະຍາ, ລູກໆ, ພໍ່ແມ່, ແລະ ລູກຫລານ—ເປັນການຊຸກຍູ້ທີ່ມີພະລັງ ເພື່ອໃຫ້ບັນລຸໜ້າທີ່ຮັບຜິດຊອບຂອງເຮົາໃນຊ່ວງມະຕະ. ມັນຍັງຊ່ວຍເຮົາໃຫ້ດຳລົງຊີວິດນຳກັນດ້ວຍຄວາມຮັກໃນຊີວິດນີ້, ແລະ ມັນປອບໂຍນເຮົາໃນການຕາຍຂອງຄົນທີ່ເຮົາຮັກ. ເຮົາຮູ້ວ່າການແຍກຈາກກັນຂອງຊ່ວງມະຕະເຫລົ່ານີ້ ແມ່ນເປັນພຽງຊົ່ວຄາວເທົ່ານັ້ນ, ແລະ ເຮົາລໍຄອຍການຈະໄດ້ຢູ່ນຳກັນ ແລະ ຄວາມສຳພັນດ້ວຍຄວາມຊົມຊື່ນຍິນດີໃນອະນາຄົດນັ້ນ. ການຟື້ນຄືນພຣະຊົນໃຫ້ຄວາມຫວັງແກ່ເຮົາ ແລະ ຄວາມເຂັ້ມແຂງເພື່ອໃຫ້ມີຄວາມອົດທົນຂະນະທີ່ລໍຖ້າ. ມັນກໍຍັງຕຽມເຮົາດ້ວຍຄວາມກ້າຫານ ແລະ ກຽດເພື່ອປະເຊີນກັບການຕາຍຂອງເຮົາເອງ—ແມ່ນແຕ່ການຕາຍທີ່ອາດເອີ້ນວ່າ ກ່ອນກຳນົດ.
ຜົນກະທົບທັງໝົດນີ້ຂອງການຟື້ນຄືນພຣະຊົນແມ່ນພາກສ່ວນໜຶ່ງໃນຄຳຕອບຂໍ້ທຳອິດຕໍ່ຄຳຖາມທີ່ວ່າ “ພຣະເຢຊູຄຣິດໄດ້ເຮັດຫຍັງເພື່ອຂ້ານ້ອຍ?”
II.
ສຳລັບເຮົາສ່ວນຫລາຍ, ໂອກາດທີ່ຈະໄດ້ຮັບການໃຫ້ອະໄພບາບຂອງເຮົາ ເປັນຄວາມໝາຍທີ່ສຳຄັນຂອງການຊົດໃຊ້ຂອງພຣະເຢຊູຄຣິດ. ໃນການນະມັດສະການ, ເຮົາຮ້ອງເພງນີ້ດ້ວຍຄວາມຄາລະວະ:
ໂລຫິດລ້ຳຄ່າພຣະອົງຫລັ່ງໃຫ້ອີກ;
ທັງຊີວັນຍອມຕາຍຖວາຍບູຊາ,
ເພື່ອຜູ້ມີບາບລົ້ນ,
ເພື່ອຊ່ວຍໂລກລອດຊີບວາຍ.3
ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ ໄດ້ທົນກັບຄວາມທຸກທໍລະມານທີ່ບໍ່ສາມາດເຂົ້າໃຈໄດ້ ເພື່ອໃຫ້ກາຍເປັນການເສຍສະລະແທນບາບຂອງມະນຸດທຸກຄົນຜູ້ຈະກັບໃຈ. ການເສຍສະລະຊົດໃຊ້ນີ້ໄດ້ມອບສິ່ງທີ່ດີທີ່ສຸດ, ລູກແກະທີ່ບໍລິສຸດບໍ່ມີຕຳນິ, ແລກກັບຄວາມຊົ່ວຮ້າຍທີ່ສຸດ, ບາບຂອງທັງທົ່ວໂລກ. ມັນໃຫ້ໂອກາດເຮົາແຕ່ລະຄົນເພື່ອຊຳລະບາບຂອງຕົວເອງ ເພື່ອວ່າເຮົາຈະສາມາດກັບຄືນໄປຫາທີ່ປະທັບຂອງພຣະເຈົ້າ, ພຣະບິດານິລັນດອນຂອງເຮົາອີກຄັ້ງ. ໂອກາດທີ່ເປີດຢູ່ນີ້ມີໃຫ້ລູກໆທຸກຄົນຂອງພຣະເຈົ້າ. ໃນການນະມັດສະການ, ເຮົາຮ້ອງ:
ຂ້າແປກໃຈ ເຫດໃດພຣະອົງລາຈາກບັນລັງລົງມາ
ເພື່ອຊ່ວຍເຫລືອວິນຍານທໍລະຍົດ ແລະ ເຍີ້ຍິ່ງຢ່າງຂ້າ,
ທີ່ແບ່ງປັນຮັກລົ້ນ ໃຫ້ກັບຄົນເໝືອນດັ່ງເຊັ່ນຕົວຂ້າ.4
ຜົນກະທົບອັນໃຫຍ່ຫລວງ ແລະ ບໍ່ສາມາດເຂົ້າໃຈໄດ້ຂອງການຊົດໃຊ້ຂອງພຣະເຢຊູຄຣິດ ແມ່ນຂຶ້ນກັບຄວາມຮັກຂອງພຣະເຈົ້າຕໍ່ເຮົາແຕ່ລະຄົນ. ມັນຢືນຢັນການປະກາດຂອງພຣະອົງວ່າ “ຄຸນຄ່າຂອງຈິດວິນຍານ”—ທຸກຄົນ—“ແມ່ນຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າ” (ຄຳສອນ ແລະ ພັນທະສັນຍາ 18:10). ໃນພຣະຄຣິສຕະທຳຄຳພີ, ພຣະເຢຊູຄຣິດໄດ້ອະທິບາຍເຖິງເລື່ອງນີ້ໃນຄຳສັບເຖິງຄວາມຮັກຂອງພຣະບິດາເຖິງສະຫວັນຂອງເຮົາດັ່ງນີ້: “ເພາະວ່າພຣະເຈົ້າຮັກໂລກຫລາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ, ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ, ແຕ່ມີຊີວິດອັນຕະຫລອດໄປເປັນນິດ” (ໂຢຮັນ 3:16). ໃນການເປີດເຜີຍສະໄໝໃໝ່ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ໄດ້ປະກາດວ່າ ພຣະອົງ “ຮັກໂລກຫລາຍ ຈົນວ່າພຣະອົງໄດ້ມອບຊີວິດຂອງພຣະອົງ, ເພື່ອວ່າຫລາຍຕໍ່ຫລາຍຄົນທີ່ເຊື່ອຈະກາຍເປັນບຸດຂອງພຣະເຈົ້າ” (ຄຳສອນ ແລະ ພັນທະສັນຍາ 34:3).
ແລ້ວບໍ່ເປັນສິ່ງແປກໃຈບໍທີ່ພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະຄຣິດ ໄດ້ສະຫລຸບດ້ວຍຄຳສອນວ່າ ຖ້າຈະກາຍເປັນຄົນ “ດີພ້ອມ” ແລະ “ຖືກຊຳລະໃຫ້ບໍລິສຸດໃນພຣະຄຣິດ” ເຮົາ ຕ້ອງ “ຮັກພຣະເຈົ້າດ້ວຍສຸດພະລັງ, ຄວາມນຶກຄິດ, ແລະ ກຳລັງ [ຂອງເຮົາ]”? (ໂມໂຣໄນ 10:32–33). ແຜນຂອງພຣະອົງທີ່ຈູງໃຈດ້ວຍຄວາມຮັກຕ້ອງໄດ້ຮັບຄວາມຮັກຕອບແທນ.
III.
ພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ, ໄດ້ເຮັດຫຍັງອີກແດ່ເພື່ອເຮົາ? ຜ່ານທາງການສິດສອນຂອງບັນດາສາດສະດາຂອງພຣະອົງ ແລະ ຜ່ານທາງການປະຕິບັດສາດສະໜາກິດສ່ວນຕົວຂອງພຣະອົງ, ພຣະເຢຊູໄດ້ສິດສອນເຮົາເຖິງແຜນແຫ່ງຄວາມລອດ. ແຜນນີ້ລວມທັງການສ້າງ, ຈຸດປະສົງຂອງຊີວິດ, ຄວາມຈຳເປັນຂອງການກົງກັນຂ້າມ, ແລະ ຂອງປະທານແຫ່ງອຳເພີໃຈ. ພຣະອົງຍັງໄດ້ສິດສອນເຮົາເຖິງພຣະບັນຍັດ ແລະ ພັນທະສັນຍາ ທີ່ເຮົາຕ້ອງເຊື່ອຟັງ ແລະ ພິທີການທີ່ເຮົາຕ້ອງມີປະສົບການ ເພື່ອຊ່ວຍເຮົາກັບຄືນໄປຫາບິດາມານດາໃນສະຫວັນຂອງເຮົານຳອີກ.
ໃນພຣະຄຣິສຕະທຳຄຳພີ ເຮົາອ່ານຄຳສອນຂອງພຣະອົງທີ່ວ່າ: “ເຮົານີ້ແຫລະເປັນຄວາມສະຫວ່າງຂອງໂລກ: ຜູ້ທີ່ຕາມເຮົາມາຈະມີຄວາມສະຫວ່າງແຫ່ງຊີວິດ ແລະ ຈະບໍ່ເດີນຢູ່ໃນຄວາມມືດຈັກເທື່ອ, ແຕ່ຈະມີຄວາມສະຫວ່າງຂອງຊີວິດ”(ໂຢຮັນ 8:12). ແລະ ໃນການເປີດເຜີຍສະໄໝໃໝ່ ເຮົາອ່ານວ່າ, “ຈົ່ງເບິ່ງ, ເຮົາຄືພຣະເຢຊູຄຣິດ, … ເປັນຄວາມສະຫວ່າງ ຊຶ່ງບໍ່ສາມາດຊຸກເຊື່ອງໄວ້ຢູ່ໃນຄວາມມືດ” (ຄຳສອນ ແລະ ພັນທະສັນຍາ 14:9). ຖ້າຫາກເຮົາເຮັດຕາມຄຳສອນຂອງພຣະອົງ, ພຣະອົງຈະເຍືອງທາງເຮົາໄປໃນຊີວິດນີ້ ແລະ ໃຫ້ຄວາມໝັ້ນໃຈກັບຈຸດໝາຍປາຍທາງຂອງເຮົາໃນຊີວິດຕໍ່ໄປ.
ເພາະພຣະອົງຮັກເຮົາ, ພຣະອົງຈຶ່ງທ້າທາຍເຮົາໃຫ້ເອົາໃຈໃສ່ຕໍ່ພຣະອົງ ແທນທີ່ຈະເອົາໃຈໃສ່ຕໍ່ສິ່ງທີ່ເປັນຂອງໂລກມະຕະນີ້. ໃນຄຳເທດສະໜາຂອງພຣະອົງເລື່ອງເຂົ້າຈີ່ແຫ່ງຊີວິດ, ພຣະເຢຊູໄດ້ສິດສອນວ່າ ເຮົາບໍ່ຄວນຢູ່ໃນບັນດາຜູ້ທີ່ໝົກໝຸ້ນຢູ່ກັບສິ່ງທີ່ເປັນຂອງໂລກ—ສິ່ງທີ່ຄ້ຳຈູນຊີວິດຢູ່ໃນໂລກ ແຕ່ບໍ່ບຳລຸງລ້ຽງຊີວິດນິລັນດອນ.5 ດັ່ງທີ່ພຣະເຢຊູໄດ້ເຊື້ອເຊີນເຮົາເທື່ອແລ້ວເທື່ອອີກວ່າ, “ຈົ່ງຕາມເຮົາມາ.”6
IV.
ໃນທີ່ສຸດ, ພຣະຄຳພີມໍມອນສິດສອນວ່າ ໃນພາກສ່ວນໜຶ່ງຂອງການຊົດໃຊ້ຂອງພຣະອົງນັ້ນ ພຣະເຢຊູຄຣິດ “ໄດ້ທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກ ແລະ ການລໍ້ລວງທຸກຢ່າງ; ແລະ ນີ້ກໍເພື່ອຄຳເວົ້າຈະໄດ້ສຳເລັດຊຶ່ງໄດ້ກ່າວໄວ້ວ່າ ພຣະອົງຈະຮັບເອົາຄວາມເຈັບປວດ ແລະ ຄວາມເຈັບໄຂ້ຂອງຜູ້ຄົນຂອງພຣະອົງ” (ແອວມາ 7:11).
ເປັນຫຍັງພຣະຜູ້ຊ່ວຍໃຫ້ລອດຈຶ່ງທຸກທໍລະມານກັບການທ້າທາຍຂອງຄວາມເປັນມະຕະ “ທຸກຢ່າງ” ເຫລົ່ານີ້? ແອວມາໄດ້ອະທິບາຍວ່າ, “ແລະ ພຣະອົງຮັບເອົາຄວາມບົກພ່ອງຂອງພວກເຂົາ, ເພື່ອອຸທອນຂອງພຣະອົງຈະເຕັມໄປດ້ວຍຄວາມເມດຕາຕາມທາງຂອງເນື້ອໜັງ ເພື່ອພຣະອົງຈະຮູ້ຈັກຕາມທາງຂອງເນື້ອໜັງ ຈະຊ່ວຍເຫລືອ [ຊຶ່ງໝາຍຄວາມວ່າ ການບັນເທົາ ຫລື ການສົງເຄາະ] ຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງຂອງພວກເຂົາໄດ້ແນວໃດ” (ແອວມາ 7:12).
ພຣະຜູ້ຊ່ວຍໃຫ້ລອດຂອງເຮົາຮູ້ສຶກ ແລະ ຮູ້ຈັກການລໍ້ລວງຂອງເຮົາ, ການດີ້ນລົນຂອງເຮົາ, ໃຈທີ່ເຈັບປວດຂອງເຮົາ, ແລະ ຄວາມທຸກທໍລະມານຂອງເຮົາ, ເພາະພຣະອົງໄດ້ເຕັມພຣະໄທປະເຊີນກັບມັນທັງໝົດ ຊຶ່ງເປັນພາກສ່ວນໜຶ່ງຂອງການຊົດໃຊ້ຂອງພຣະອົງ. ພຣະຄຳພີອື່ນໆກໍຢືນຢັນເຖິງສິ່ງນີ້. ພຣະຄຳພີໃໝ່ປະກາດວ່າ, “ພຣະອົງເອງໄດ້ຖືກທົດລອງ ແລະ ຖືກທົນທຸກທໍລະມານມາກ່ອນ ພຣະອົງຈຶ່ງສາມາດຊ່ວຍຜູ້ທີ່ຖືກທົດລອງນັ້ນໄດ້” (ເຮັບເຣີ 2:18). ເອຊາຢາສິດສອນວ່າ, “ຢ່າສູ່ຢ້ານສິ່ງໃດໆ ເຮົາຄືພຣະເຈົ້າຂອງພວກເຈົ້າ: … ເຮົາຈະຊ່ວຍເຫລືອໃຫ້ພວກເຈົ້າໄດ້ເຂັ້ມແຂງ; ເຮົາຈະປົກປັກຮັກສາຊ່ວຍພວກເຈົ້າໃຫ້ພົ້ນ” (ເອຊາຢາ 41:10). ທຸກຄົນທີ່ທຸກທໍລະມານກັບຄວາມອ່ອນແອໃດໆຂອງຊ່ວງມະຕະ ຄວນຈື່ຈຳວ່າພຣະຜູ້ຊ່ວຍໃຫ້ລອດໄດ້ປະເຊີນກັບຄວາມເຈັບປວດນັ້ນຄືກັນ, ແລະ ວ່າຜ່ານທາງການຊົດໃຊ້ຂອງພຣະອົງ, ພຣະອົງໄດ້ສະເໜີມອບຄວາມເຂັ້ມແຂງໃຫ້ເຮົາແຕ່ລະຄົນເພື່ອອົດທົນກັບມັນ.
ສາດສະດາໂຈເຊັບ ສະມິດ ໄດ້ສະຫລຸບທັງໝົດນີ້ຢູ່ໃນ ຫລັກແຫ່ງຄວາມເຊື່ອຂໍ້ທີສາມ ຂອງເຮົາວ່າ: “ພວກເຮົາເຊື່ອວ່າ ໂດຍທາງການຊົດໃຊ້ຂອງພຣະຄຣິດ ມະນຸດຊາດທັງປວງຈະລອດໄດ້ໂດຍການປະຕິບັດຕາມກົດ ແລະ ພິທີການແຫ່ງພຣະກິດຕິຄຸນ.”
“ພຣະເຢຊູຄຣິດໄດ້ເຮັດຫຍັງເພື່ອຂ້ານ້ອຍ?” ເອື້ອຍນ້ອງຄົນນັ້ນຖາມ. ພາຍໃຕ້ແຜນຂອງພຣະບິດາເທິງສະຫວັນ, ພຣະອົງ “ໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ” (ຄຳສອນ ແລະ ພັນທະສັນຍາ 14:9) ເພື່ອວ່າເຮົາແຕ່ລະຄົນຈະສາມາດມີປະສົບການທີ່ຈຳເປັນໃນຊ່ວງມະຕະ ເພື່ອສະແຫວງຫາຈຸດໝາຍປາຍທາງແຫ່ງສະຫວັນຂອງເຮົາ. ພາກສ່ວນໜຶ່ງໃນແຜນຂອງພຣະບິດາ, ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ ໄດ້ເອົາຊະນະຄວາມຕາຍ ເພື່ອໃຫ້ແນ່ໃຈວ່າເຮົາແຕ່ລະຄົນຈະໄດ້ຮັບຄວາມເປັນອະມະຕະ. ການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດໃຫ້ໂອກາດເຮົາແຕ່ລະຄົນເພື່ອກັບໃຈຈາກບາບຂອງເຮົາ ແລະ ກັບໄປຫາບ້ານໃນສະຫວັນຂອງເຮົາຢ່າງສະອາດ. ພຣະບັນຍັດ ແລະ ພັນທະສັນຍາຂອງພຣະອົງ ສະແດງໃຫ້ເຮົາເຫັນວິທີທາງ, ແລະ ຖານະປະໂລຫິດຂອງພຣະອົງມອບສິດອຳນາດໃຫ້ປະຕິບັດພິທີການທີ່ຈຳເປັນຕໍ່ການໄປເຖິງຈຸດໝາຍປາຍທາງ. ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ເຕັມພຣະໄທຮັບເອົາປະສົບການທີ່ເຈັບປວດ ເພື່ອວ່າພຣະອົງຈະໄດ້ຮູ້ຈັກວິທີເພີ່ມຄວາມເຂັ້ມແຂງໃຫ້ແກ່ເຮົາ ໃນຄວາມທຸກຂອງເຮົາ.
ພຣະເຢຊູຄຣິດໄດ້ເຮັດທັງໝົດນີ້ຍ້ອນວ່າພຣະອົງຮັກລູກໆທຸກຄົນຂອງພຣະເຈົ້າ. ຄວາມຮັກເປັນແຮງຈູງໃຈຂອງທຸກສິ່ງ, ແລະ ມັນເປັນເຊັ່ນນັ້ນຕັ້ງແຕ່ຕົ້ນເດີມເປັນຕົ້ນມາ. ພຣະເຈົ້າໄດ້ບອກເຮົາໃນການເປີດເຜີຍສະໄໝໃໝ່ວ່າ “ພຣະອົງໄດ້ສ້າງ … ຊາຍ ແລະ ຍິງ, ຕາມຮູບຮ່າງລັກສະນະຂອງພຣະອົງ … , ແລະ ໄດ້ປະທານພຣະບັນຍັດໃຫ້ພວກເຂົາ ເພື່ອວ່າພວກເຂົາຄວນຈະຮັກ ແລະ ຮັບໃຊ້ພຣະອົງ” (ຄຳສອນ ແລະ ພັນທະສັນຍາ 20:18–19).
ຂ້າພະເຈົ້າຂໍເປັນພະຍານເຖິງທຸກສິ່ງເຫລົ່ານີ້ ແລະ ອະທິຖານວ່າ ເຮົາຈະຈື່ຈຳສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດເພື່ອເຮົາແຕ່ລະຄົນ ແລະ ວ່າເຮົາທຸກຄົນຈະຮັກ ແລະ ຮັບໃຊ້ພຣະອົງ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.