ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84


ພາກ​ທີ 84

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ວັນ​ທີ 22 ແລະ 23 ເດືອນ​ກັນ​ຍາ, 1832. ລະ​ຫວ່າງ​ເດືອນ​ກັນ​ຍາ, ພວກ​ແອວ​ເດີ​ໄດ້​ເລີ່ມກັບ​ຄືນ​ມາ​ຈາກ​ການ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ​ໃນ​ລັດ​ພາກ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດ ແລະ ເພື່ອ​ລາຍ​ງານ​ການ​ທຳ​ງານ​ຂອງ​ເຂົາ​ເຈົ້າ. ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຢູ່​ນຳ​ກັນ​ຢ່າງ​ມີ​ຄວາມ​ສຸກ​ນີ້ ສາດ​ສະ​ດາ​ໄດ້​ຮັບ​ການ​ສື່​ສານ​ດັ່ງ​ຕໍ່​ໄປ​ນີ້. ສາດ​ສະ​ດາ​ໄດ້​ລະ​ບຸ​ມັນ​ໄວ້​ເປັນ​ການ​ເປີດ​ເຜີຍ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ.

1–5, ເຢ​ຣູ​ຊາ​ເລັມ​ໃໝ່ ແລະ ພຣະ​ວິ​ຫານ​ຈະ​ຖືກ​ສ້າງ​ຂຶ້ນ​ໃນ​ລັດ​ມີ​ເຊີ​ຣີ; 6–17, ລຳ​ດັບ​ສາຍ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈາກ ໂມ​ເຊ ເຖິງ ອາ​ດາມ ໄດ້​ຖືກ​ມອບ​ໃຫ້; 18–25, ຖາ​ນະ​ປະ​ໂລ​ຫິດ​ທີ່​ສູງ​ກວ່າ​ມີ​ຂໍ​ກະ​ແຈ​ແຫ່ງ​ຄວາມ​ຮູ້​ເລື່ອງ​ພຣະ​ເຈົ້າ; 26–32, ຖາ​ນະ​ປະ​ໂລ​ຫິດ​ທີ່​ຕ່ຳ​ກວ່າ​ມີ​ຂໍ​ກະ​ແຈ​ແຫ່ງ​ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ ແລະ ຂອງ​ພຣະ​ກິດ​ຕິ​ຄຸນ​ຂັ້ນ​ຕຽມ; 33–44, ຜູ້​ຄົນ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ​ຜ່ານ​ຄຳ​ສາ​ບານ ແລະ ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ; 45–53, ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ​ໃຫ້​ຄວາມ​ສະ​ຫວ່າງ​ແກ່​ມະ​ນຸດ, ແລະ ໂລກ​ຈົມ​ຢູ່​ໃນ​ບາບ; 54–61, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ເປັນ​ພະ​ຍານ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ; 62–76, ເຂົາ​ເຈົ້າ​ຕ້ອງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ, ແລະ ເຄື່ອງ​ໝາຍ​ຈະ​ຕິດ​ຕາມ​ມາ; 77–91, ພວກ​ແອວ​ເດີ​ຕ້ອງ​ໄປ​ໂດຍ​ບໍ່​ເອົາ​ກະເປົາ​ເງິນ ຫລື ກະເປົາ​ເຄື່ອງ​ໄປ​ນຳ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ດູ​ແລ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ; 92–97, ໂຣກ​ລະ​ບາດ ແລະ ການ​ສາບ​ແຊ່ງ​ຈະ​ເກີດ​ກັບ​ຄົນ​ທີ່​ປະ​ຕິ​ເສດ​ພຣະ​ກິດ​ຕິ​ຄຸນ; 98–102, ເພງ​ໃໝ່​ແຫ່ງ​ການ​ໄຖ່​ຂອງ​ຊີ​ໂອນ​ໄດ້​ຖືກ​ມອບ​ໃຫ້; 103–110, ໃຫ້​ທຸກ​ຄົນ​ຢືນ​ຢູ່​ໃນ​ໜ້າ​ທີ່​ຂອງ​ຕົນ​ເອງ ແລະ ທຳ​ງານ​ໃນ​ການ​ເອີ້ນ​ຂອງ​ຕົນ​ເອງ; 111–120, ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ປະ​ກາດ​ຄວາມ​ໜ້າ​ກຽດ​ຊັງ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ເປົ່າ​ປ່ຽວ​ຂອງ​ຍຸກ​ສຸດ​ທ້າຍ.

1 ການ​ເປີດ​ເຜີຍ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ມອບ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ແລະ ພວກ​ແອວ​ເດີ​ຫົກ​ຄົນ, ຂະ​ນະ​ທີ່​ເຂົາ​ເຈົ້າ​ພ້ອມ​ໃຈ​ກັນ ແລະ ເປັ່ງ​ສຽງ​ຂອງ​ເຂົາ​ເຈົ້າ​ຂຶ້ນ​ສູ່​ເບື້ອງ​ບົນ.

2 ແທ້​ຈິງ​ແລ້ວ, ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ໄດ້​ຈັດ​ຕັ້ງ​ຂຶ້ນ​ໃນ​ຍຸກ​ສຸດ​ທ້າຍ​ເພື່ອ ການ​ຟື້ນ​ຟູ​ຜູ້​ຄົນ​ຂອງ​ພຣະ​ອົງ, ດັ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ໂດຍ​ປາກ​ຂອງ ສາດ​ສະ​ດາ​ຂອງ​ພຣະ​ອົງ, ແລະ ເພື່ອ​ການ​ເຕົ້າ​ໂຮມ​ຂອງ ໄພ່​ພົນ​ຂອງ​ພຣະ​ອົງ ເພື່ອ​ຢືນ​ຢູ່ ເທິງ​ພູ​ຊີ​ໂອນ, ຊຶ່ງຈະ​ເປັນ​ເມືອງ ເຢ​ຣູ​ຊາ​ເລັມ​ໃໝ່.

3 ຊຶ່ງ​ເມືອງ​ນັ້ນ​ຈະ​ຖືກ​ສ້າງ​ຂຶ້ນ, ໂດຍ​ເລີ່ມ​ຕົ້ນ​ໃນ​ບ່ອນ​ທີ່​ຈະ​ສ້າງ ພຣະ​ວິ​ຫານ, ຊຶ່ງ​ຖືກ​ກຳ​ນົດ​ໄວ້​ດ້ວຍ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໃນ​ເຂດ​ແດນ​ພາກ​ຕາ​ເວັນ​ຕົກ​ຂອງ​ລັດ​ມີ​ເຊີ​ຣີ, ແລະ ຖືກ​ອຸ​ທິດ​ໂດຍ​ມື​ຂອງ​ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ແລະ ຄົນ​ອື່ນໆ ຜູ້​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພໍ​ພຣະ​ໄທ​ຫລາຍ.

4 ຕາມ​ຄວາມ​ຈິງ​ແລ້ວ ນີ້​ຄື​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ວ່າ​ເມືອງ ເຢ​ຣູ​ຊາ​ເລັມ​ໃໝ່​ຈະ​ຖືກ​ສ້າງ​ຂຶ້ນ​ໂດຍ​ການ​ເຕົ້າ​ໂຮມ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ເລີ່ມ​ຕົ້ນ​ໃນ​ສະ​ຖານ​ທີ່​ນີ້, ແມ່ນ​ແຕ່​ສະ​ຖານ​ທີ່​ຂອງ ພຣະ​ວິ​ຫານ, ຊຶ່ງ​ພຣະ​ວິ​ຫານ​ຈະ​ຖືກ​ສ້າງ​ຂຶ້ນ​ໃນ​ຄົນ​ລຸ້ນ​ນີ້.

5 ເພາະ​ຕາມ​ຄວາມ​ຈິງ​ຄົນ​ລຸ້ນ​ນີ້​ຈະ​ບໍ່​ລ່ວງ​ລັບ​ໄປ​ຈົນ​ກວ່າ​ບ້ານ​ແຫ່ງ​ນີ້​ຈະ​ຖືກ​ສ້າງ​ຂຶ້ນ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເມກ​ຈະ​ມາ​ຢູ່​ເທິງ​ນັ້ນ, ຊຶ່ງ​ເມກ​ນັ້ນ​ຈະ​ເປັນ​ແມ່ນ​ແຕ່​ດັ່ງ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ຈະ​ເຕັມ​ຢູ່​ໃນ​ບ້ານ.

6 ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ເຊ, ຕາມ​ຖາ​ນະ​ປະ​ໂລ​ຫິດ​ສັກ​ສິດ ຊຶ່ງ​ເພິ່ນ​ໄດ້​ຮັບ​ພາຍ​ໃຕ້ ມື ຂອງ​ພໍ່​ເຖົ້າ​ຂອງ​ເພິ່ນ, ເຢ​ທະ​ໂຣ;

7 ແລະ ເຢ​ທະ​ໂຣ ໄດ້​ຮັບ​ມັນ​ພາຍ​ໃຕ້​ມື​ຂອງ ກາ​ເຫລັບ;

8 ແລະ ກາ​ເຫລັບ ໄດ້​ຮັບ​ມັນ​ພາຍ​ໃຕ້​ມື​ຂອງ ເອ​ລີ​ຮູ;

9 ແລະ ເອ​ລີ​ຮູ ພາຍ​ໃຕ້​ມື​ຂອງ ເຢ​ເຣ​ມີ;

10 ແລະ ເຢ​ເຣ​ມີ ພາຍ​ໃຕ້​ມື​ຂອງ ກາດ;

11 ແລະ ກາດ ພາຍ​ໃຕ້​ມື​ຂອງ ເອ​ຊາ​ອັດ;

12 ແລະ ເອ​ຊາ​ອັດ ໄດ້​ຮັບ​ມັນ​ພາຍ​ໃຕ້​ພຣະ​ຫັດ​ຂອງ​ພຣະ​ເຈົ້າ.

13 ເອ​ຊາ​ອັດ​ກໍ​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ຂອງ​ອັບ​ຣາ​ຮາມ​ຄື​ກັນ, ແລະ ໄດ້​ຮັບ​ພອນ​ຈາກ​ເພິ່ນ—

14 ຊຶ່ງ ອັບ​ຣາ​ຮາມ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ຈາກ ເມນ​ຄີ​ເສ​ເດັກ, ຜູ້​ໄດ້​ຮັບ​ມັນ​ຜ່ານ​ທາ​ຍາດ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເພິ່ນ, ແມ່ນ​ແຕ່​ຈົນ​ເຖິງ ໂນ​ອາ;

15 ແລະ ຈາກ​ໂນ​ອາ​ຈົນ​ເຖິງ ເອ​ນົກ, ຜ່ານ​ທາ​ຍາດ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເພິ່ນ;

16 ແລະ ຈາກ​ເອ​ນົກ ເຖິງ ອາ​ເບັນ, ຜູ້​ຖືກ​ຂ້າ​ໂດຍ ແຜນ​ລັບ​ຂອງ​ອ້າຍ​ຂອງ​ລາວ, ຜູ້ ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ໂດຍ​ພຣະ​ບັນ​ຊາ​ຂອງ​ພຣະ​ເຈົ້າ, ໂດຍ​ມື​ຂອງ​ພໍ່​ຂອງ​ລາວ ອາ​ດາມ, ຜູ້​ເປັນ​ມະ​ນຸດ​ຄົນ​ທຳ​ອິດ—

17 ຊຶ່ງ ຖາ​ນະ​ປະ​ໂລ​ຫິດ​ນັ້ນ​ຍັງ​ມີ​ຢູ່​ຕໍ່​ໄປ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ຕະ​ຫລອດ​ທຸກ​ຍຸກ​ທຸກ​ສະ​ໄໝ, ແລະ ປາດ​ສະ​ຈາກ​ການ​ເລີ່ມ​ຕົ້ນ​ຂອງ​ມື້ ຫລື ການສິ້ນ​ສຸດ​ຂອງ​ປີ.

18 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢືນ​ຢັນ ຖາ​ນະ​ປະ​ໂລ​ຫິດ​ໄວ້​ເທິງ ອາ​ໂຣນ​ນຳ​ອີກ ແລະ ລູກ​ຫລານ​ຂອງ​ເພິ່ນ, ຕະ​ຫລອດ​ທຸກ​ຍຸກ​ທຸກ​ສະ​ໄໝ​ຂອງ​ພວກ​ເພິ່ນ, ຊຶ່ງ​ຖາ​ນະ​ປະ​ໂລ​ຫິດ​ນັ້ນ​ຍັງ​ມີ​ຢູ່​ຕໍ່​ໄປ ແລະ ຄົງ​ຢູ່​ຕະ​ຫລອດ​ໄປ​ກັບ​ຖາ​ນະ​ປະ​ໂລ​ຫິດ ຊຶ່ງ​ຕາມ​ລະ​ບຽບ​ອັນ​ສັກ​ສິດ​ທີ່​ສຸດ​ຂອງ​ພຣະ​ເຈົ້າ.

19 ແລະ ຖາ​ນະ​ປະ​ໂລ​ຫິດ​ດັ່ງ​ກ່າວ​ທີ່​ສູງ​ກວ່າ​ປະ​ຕິ​ບັດ​ພຣະ​ກິດ​ຕິ​ຄຸນ ແລະ ຖືຂໍ​ກະ​ແຈ​ແຫ່ງ ຄວາມ​ລຶກ​ລັບ ຂອງ​ອາ​ນາ​ຈັກ, ແມ່ນ​ແຕ່​ຂໍ​ກະ​ແຈ​ແຫ່ງ ຄວາມ​ຮູ້​ຂອງ​ພຣະ​ເຈົ້າ.

20 ສະ​ນັ້ນ, ໃນ ພິ​ທີ​ການ​ດັ່ງ​ກ່າວ, ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ​ຈະ​ສະ​ແດງ​ໃຫ້​ປະ​ຈັກ.

21 ແລະ ຖ້າ​ຫາກ​ປາດ​ສະ​ຈາກ​ພິ​ທີ​ການ​ດັ່ງ​ກ່າວ, ແລະ ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ ຈະ​ບໍ່​ສະ​ແດງ​ໃຫ້​ປະ​ຈັກ​ແກ່​ມະ​ນຸດ​ໃນ​ເນື້ອ​ໜັງ;

22 ເພາະ​ປາດ​ສະ​ຈາກ​ສິ່ງ​ນີ້ ບໍ່​ມີ ມະ​ນຸດ​ຄົນ​ໃດ​ຈະ​ໄດ້​ເຫັນ​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ພຣະ​ບິ​ດາ, ແລະ ມີ​ຊີ​ວິດ​ຢູ່.

23 ບັດ​ນີ້ ໂມ​ເຊ​ໄດ້​ສິດ​ສອນ​ສິ່ງ​ດັ່ງ​ກ່າວ​ຢ່າງ​ແຈ່ມ​ແຈ້ງ ແກ່​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ໄດ້​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ​ທີ່​ຈະ ຊຳ​ລະ​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ບໍ​ລິ​ສຸດ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້ ເຫັນ​ພຣະ​ພັກ​ຂອງ​ພຣະ​ເຈົ້າ;

24 ແຕ່​ພວກ​ເຂົາ​ໄດ້​ເຮັດ​ໃຈ ແຂງ​ກະ​ດ້າງ ແລະ ບໍ່​ສາ​ມາດ​ອົດ​ທົນ​ກັບ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ອົງ; ສະ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຄວາມ ພຣະ​ພິ​ໂລດ​ຂອງ​ພຣະ​ອົງ, ເພາະ​ຄວາມ​ໂມ​ໂຫ​ຂອງ​ພຣະ​ອົງ​ໄດ້​ເກີດ​ກັບ​ພວກ​ເຂົາ, ໄດ້​ສາ​ບານ​ວ່າ​ພວກ​ເຂົາ​ຈະ​ບໍ່​ໄດ້ ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ອົງ ໃນ​ຂະ​ນະ​ທີ່​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ຊຶ່ງ​ທີ່​ພັກ​ນັ້ນ​ຄື​ຄວາມ​ສົມ​ບູນ​ແຫ່ງ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ.

25 ສະ​ນັ້ນ, ພຣະ​ອົງ​ຈຶ່ງ​ໄດ້​ເອົາ ໂມ​ເຊ​ໄປ​ຈາກ​ທ່າມ​ກາງ​ພວກ​ເຂົາ, ແລະ ພ້ອມ ຖາ​ນະ​ປະ​ໂລ​ຫິດ​ສັກ​ສິດ​ດ້ວຍ;

26 ແລະ ຖາ​ນະ​ປະ​ໂລ​ຫິດ​ທີ່​ຕ່ຳ​ກວ່າ​ມີ​ຢູ່​ຕໍ່​ໄປ, ຊຶ່ງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຕ່ຳ​ກວ່າ​ຖື ຂໍ​ກະ​ແຈ​ແຫ່ງ ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ ແລະ ຂອງ​ພຣະ​ກິດ​ຕິ​ຄຸນ​ຂັ້ນ​ຕຽມ;

27 ຊຶ່ງ​ພຣະ​ກິດ​ຕິ​ຄຸນ​ດັ່ງ​ກ່າວ​ຄື​ພຣະ​ກິດ​ຕິ​ຄຸນ​ແຫ່ງ ການ​ກັບ​ໃຈ ແລະ ແຫ່ງ ການ​ບັບ​ຕິ​ສະ​ມາ, ແລະ ການ​ປົດ​ບາບ, ແລະ ກົດ​ຂອງ​ພຣະ​ບັນ​ຍັດ ຝ່າຍ​ໂລກ, ຊຶ່ງພຣະ​ຜູ້​ເປັນ​ເຈົ້າ​ໃນ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ໄດ້​ເຮັດ​ໃຫ້​ມັນ​ມີ​ຢູ່​ຕໍ່​ໄປ​ກັບ​ເຊື້ອ​ສາຍ​ຂອງ​ອາ​ໂຣນ ໃນ​ບັນ​ດາ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ຈົນ​ເຖິງ ໂຢ​ຮັນ, ຜູ້​ຊຶ່ງ​ພຣະ​ເຈົ້າ​ໄດ້​ຍົກ​ຂຶ້ນ, ໂດຍ​ທີ່ ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ນັບ​ແຕ່​ຢູ່​ໃນ​ຄັນ​ຂອງ​ແມ່​ຂອງ​ເພິ່ນ.

28 ເພາະ​ເພິ່ນ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ຂະ​ນະ​ທີ່​ເພິ່ນ​ຢູ່​ໃນ​ໄວ​ເຍົາ, ແລະ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຕໍ່​ອຳ​ນາດ​ນີ້​ໂດຍ​ທູດ​ຂອງ​ພຣະ​ເຈົ້າ​ຕອນ​ເພິ່ນ​ມີ​ອາ​ຍຸ​ໄດ້​ແປດ​ມື້, ເພື່ອ​ໂຄ່ນ​ລົ້ມ​ອາ​ນາ​ຈັກ​ຂອງ​ຊາວ​ຢິວ, ແລະ ເພື່ອ ຕຽມ​ທາງຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຊື່​ຢູ່​ຕໍ່​ໜ້າ​ຜູ້​ຄົນ​ຂອງ​ພຣະ​ອົງ, ເພື່ອ​ຕຽມ​ພວກ​ເຂົາ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ ອຳ​ນາດ​ທັງ​ມວນ​ໄດ້​ຖືກ​ມອບ​ໃຫ້.

29 ແລະ ອີກ​ເທື່ອ​ໜຶ່ງ, ຕຳ​ແໜ່ງ​ຂອງ​ແອວ​ເດີ ແລະ ອະ​ທິ​ການ​ເປັນ ສ່ວນ​ປະ​ກອບ​ທີ່​ຈຳ​ເປັນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສູງ.

30 ແລະ ອີກ​ເທື່ອ​ໜຶ່ງ, ຕຳ​ແໜ່ງ​ຂອງ​ຄູ​ສອນ ແລະ ມັກ​ຄະ​ນາ​ຍົກ​ເປັນ​ສ່ວນ​ປະ​ກອບ​ທີ່​ຈຳ​ເປັນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຕ່ຳ​ກວ່າ, ຊຶ່ງ​ຖາ​ນະ​ປະ​ໂລ​ຫິດ​ດັ່ງ​ກ່າວ​ໄດ້​ຖືກ​ຢືນ​ຢັນ​ໄວ້​ເທິງ​ອາ​ໂຣນ ແລະ ພວກ​ລູກ​ຊາຍ​ຂອງ​ເພິ່ນ.

31 ສະ​ນັ້ນ, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກ່ຽວ​ກັບ​ພວກ​ລູກ​ຊາຍ​ຂອງ​ໂມ​ເຊ—ເພາະ​ພວກ​ລູກ​ຊາຍ​ຂອງ​ໂມ​ເຊ ແລະ ພວກ​ລູກ​ຊາຍ​ຂອງ​ອາ​ໂຣນ​ນຳ​ອີກ ຈະ ຖວາຍ​ເຄື່ອງ​ເຜົາ ແລະ ເຄື່ອງ​ບູ​ຊາ​ອັນ​ເປັນ​ທີ່​ຍອມ​ຮັບ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ບ້ານ​ນັ້ນ​ຈະ​ຖືກ​ສ້າງ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຄົນ​ລຸ້ນ​ນີ້, ໄວ້​ເທິງ ບ່ອນ​ທີ່​ໄດ້​ຮັບ​ການ​ອຸ​ທິດ​ຖວາຍ​ແລ້ວ ດັ່ງ​ທີ່​ເຮົາ​ໄດ້​ກຳ​ນົດ​ໄວ້—

32 ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ເຊ ແລະ ຂອງ​ອາ​ໂຣນ ຈະ​ເຕັມ​ໄປ​ດ້ວຍ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຢູ່​ເທິງ ພູ​ຊີ​ໂອນ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ລູກ​ຊາຍ​ທັງ​ຫລາຍ​ຂອງ​ພວກ​ເພິ່ນ​ຄື​ພວກ​ເຈົ້າ; ແລະ ຫລາຍ​ຄົນ​ອື່ນ​ອີກ ຜູ້​ຊຶ່ງ​ເຮົາ​ໄດ້​ເອີ້ນ ແລະ ໄດ້​ສົ່ງ​ອອກ​ໄປ​ສ້າງ​ສາ ສາດ​ສະ​ໜາ​ຈັກ​ຂອງ​ເຮົາ.

33 ເພາະ​ຜູ້​ໃດ​ທີ່ ຊື່​ສັດ​ຕໍ່​ການ​ໄດ້​ຮັບ ຖາ​ນະ​ປະ​ໂລ​ຫິດ​ທັງ​ສອງ​ຢ່າງ​ນີ້ ຊຶ່ງ​ເຮົາ​ໄດ້​ກ່າວ​ມາ​ນັ້ນ, ແລະ ຂະ​ຫຍາຍ​ການ​ເອີ້ນ​ຂອງ​ຕົນ, ຍ່ອມ​ໄດ້​ຮັບ​ການ ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ແລ້ວ​ໂດຍ​ພຣະ​ວິນ​ຍານ​ຈົນ​ເຖິງ​ການ​ເຮັດ​ໃຫ້​ຮ່າງ​ກາຍ​ຂອງ​ພວກ​ເຂົາ​ໃໝ່​ຄືນ​ອີກ.

34 ພວກ​ເຂົາ​ກາຍ​ເປັນ​ລູກ​ຊາຍ​ຂອງ​ໂມ​ເຊ ແລະ ຂອງ​ອາ​ໂຣນ ແລະ ເປັນ ເຊື້ອ​ສາຍ​ຂອງ ອັບ​ຣາ​ຮາມ, ແລະ ເປັນ​ຂອງ​ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ, ແລະ ເປັນ ຜູ້​ຖືກ​ເລືອກ​ໄວ້​ຂອງ​ພຣະ​ເຈົ້າ.

35 ແລະ ທຸກ​ຄົນ​ນຳ​ອີກ​ທີ່​ຮັບ​ເອົາ​ຖາ​ນະ​ປະ​ໂລ​ຫິດ​ນີ້ ກໍ​ຮັບ​ເອົາ​ເຮົາ​ຄື​ກັນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ;

36 ເພາະ​ຄົນ​ໃດ​ທີ່​ຮັບ​ເອົາ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ກໍ ຮັບ​ເອົາ​ເຮົາ​ຄື​ກັນ;

37 ແລະ ຄົນ​ໃດ​ທີ່ ຮັບ​ເອົາ​ເຮົາ ກໍ​ຮັບ​ເອົາ​ພຣະ​ບິ​ດາ​ຂອງ​ເຮົາ​ຄື​ກັນ;

38 ແລະ ຄົນ​ໃດ​ທີ່​ຮັບ​ເອົາ​ພຣະ​ບິ​ດາ​ຂອງ​ເຮົາ ກໍ​ຮັບ​ເອົາ​ອາ​ນາ​ຈັກ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ; ສະ​ນັ້ນ ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ຂອງ​ເຮົາ​ມີ ຈະ​ຖືກ​ມອບ​ໃຫ້​ແກ່​ເຂົາ.

39 ແລະ ສິ່ງ​ນີ້​ເປັນ​ໄປ​ຕາມ ຄຳ​ສາ​ບານ ແລະ ພັນ​ທະ​ສັນ​ຍາ ຊຶ່ງ​ເປັນ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

40 ສະ​ນັ້ນ, ທຸກ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ, ໄດ້​ຮັບ​ຄຳ​ສາ​ບານ ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ, ຊຶ່ງ​ເຂົາ​ຈະ​ຝ່າ​ຝືນ​ບໍ່​ໄດ້, ທັງ​ຈະ​ປ່ຽນ​ແປງ​ບໍ່​ໄດ້.

41 ແຕ່​ຜູ້​ໃດ​ທີ່ ຝ່າ​ຝືນ​ພັນ​ທະ​ສັນ​ຍາ​ນີ້ ຫລັງ​ຈາກ​ເຂົາ​ໄດ້​ຮັບ​ມັນ​ແລ້ວ, ແລະ ຫັນ​ໜີ​ຈາກ​ມັນ​ຢ່າງ​ສິ້ນ​ເຊີງ, ຈະ ບໍ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ໃນ​ໂລກ​ນີ້ ຫລື ໃນ​ໂລກ​ທີ່​ຈະ​ມາ​ເຖິງ.

42 ແລະ ວິ​ບັດ​ແກ່​ທຸກ​ຄົນ​ເຫລົ່າ​ນັ້ນ​ຜູ້​ບໍ່​ມາ​ຫາ​ຖາ​ນະ​ປະ​ໂລ​ຫິດ​ນີ້ ຊຶ່ງ​ພວກ​ເຈົ້າ​ໄດ້​ຮັບ, ຊຶ່ງ​ບັດ​ນີ້​ເຮົາ​ໄດ້​ຢືນ​ຢັນ​ມັນ​ໄວ້​ເທິງ​ຫົວ​ຂອງ​ພວກ​ເຈົ້າ ຜູ້​ທີ່​ຢູ່​ໃນ​ມື້​ນີ້, ໂດຍ​ສຽງ​ຂອງ​ເຮົາ​ເອງ​ທີ່​ອອກ​ມາ​ຈາກ​ສະ​ຫວັນ; ແລະ ແມ່ນ​ແຕ່ ເຮົາ​ກໍ​ໄດ້​ໃຫ້ ເຫລົ່າ​ທູດ​ສະ​ຫວັນ ແລະ ທູດ​ຂອງ​ເຮົາ​ດູ​ແລ​ເລື່ອງ​ພວກ​ເຈົ້າ.

43 ແລະ ບັດ​ນີ້​ເຮົາ​ໄດ້​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ ເພື່ອ​ໃຫ້​ລະ​ວັງ​ກ່ຽວ​ກັບ​ຕົນ​ເອງ, ເພື່ອ​ໃຫ້ ເອົາ​ໃຈ​ໃສ່​ຢ່າງ​ພາກ​ພຽນ​ຕໍ່​ພຣະ​ຄຳ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ.

44 ເພາະ​ພວກ​ເຈົ້າ​ຕ້ອງ ດຳ​ລົງ​ຊີ​ວິດ​ຕາມ​ທຸກ​ຄຳ​ທີ່​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ.

45 ເພາະ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ ຄວາມ​ຈິງ, ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ເປັນ​ຄວາມ​ຈິງ​ຄື​ຄວາມ​ສະ​ຫວ່າງ, ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ເປັນ​ຄວາມ​ສະ​ຫວ່າງ​ຄື​ພຣະ​ວິນ​ຍານ, ແມ່ນ​ແຕ່​ພຣະ​ວິນ​ຍານ​ຂອງ​ພຣະ​ເຢ​ຊູ​ຄຣິດ.

46 ແລະ ພຣະ​ວິນ​ຍານ​ໃຫ້ ຄວາມ​ສະ​ຫວ່າງ​ແກ່ ມະ​ນຸດ​ທຸກ​ຄົນ​ທີ່​ມາ​ສູ່​ໂລກ; ແລະ ພຣະ​ວິນ​ຍານ​ໃຫ້​ຄວາມ​ສະ​ຫວ່າງ​ແກ່​ທຸກ​ຄົນ​ຕະ​ຫລອດ​ທົ່ວ​ໂລກ​ທີ່​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ.

47 ແລະ ທຸກ​ຄົນ​ທີ່​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ​ຍ່ອມ​ມາ​ຫາ​ພຣະ​ເຈົ້າ, ແມ່ນ​ແຕ່​ພຣະ​ບິ​ດາ.

48 ແລະ ພຣະ​ບິ​ດາ​ຈະ ສິດ​ສອນ​ເຂົາ​ເຖິງ ພັນ​ທະ​ສັນ​ຍາ ຊຶ່ງ​ພຣະ​ອົງ​ໄດ້​ຕໍ່ ແລະ ຢືນ​ຢັນ​ໄວ້​ເທິງ​ພວກ​ເຈົ້າ, ຊຶ່ງ​ໄດ້​ຢືນ​ຢັນ​ໄວ້​ເທິງ​ພວກ​ເຈົ້າ​ເພື່ອ​ເຫັນ​ແກ່​ພວກ​ເຈົ້າ, ແລະ ບໍ່​ແມ່ນ​ເພື່ອ​ເຫັນ​ແກ່​ພວກ​ເຈົ້າ​ພຽງ​ເທົ່າ​ນັ້ນ, ແຕ່​ເພື່ອ​ເຫັນ​ແກ່​ໂລກ​ທັງ​ໂລກ​ນຳ​ອີກ.

49 ແລະ ໂລກ​ທັງ ໂລກ​ຢູ່​ໃນ​ຄວາມ​ບາບ, ແລະ ຮ້ອງ​ຄວນ​ຄາງ​ຢູ່​ພາຍ​ໃຕ້ ຄວາມ​ມືດ ແລະ ຢູ່​ພາຍ​ໃຕ້​ຄວາມ​ເປັນ​ທາດ​ຂອງ​ບາບ.

50 ແລະ ໂດຍ​ສິ່ງ​ນີ້​ພວກ​ເຈົ້າ​ຈະ​ຮູ້​ວ່າ ພວກ​ເຂົາ​ຢູ່​ພາຍ​ໃຕ້ ຄວາມ​ເປັນ​ທາດ​ຂອງ ບາບ, ເພາະ​ວ່າ​ພວກເຂົາ​ບໍ່​ໄດ້​ມາ​ຫາ​ເຮົາ.

51 ເພາະ​ຄົນ​ໃດ​ກໍ​ຕາມ​ທີ່​ບໍ່​ມາ​ຫາ​ເຮົາ ຍ່ອມ​ຢູ່​ພາຍ​ໃຕ້​ຄວາມ​ເປັນ​ທາດ​ຂອງ​ບາບ.

52 ແລະ ຜູ້​ໃດກໍ​ຕາມ​ທີ່​ບໍ່​ຍອມ​ຮັບ​ສຽງ​ຂອງ​ເຮົາ ຍ່ອມ​ບໍ່​ຄຸ້ນ​ເຄີຍ​ກັບ ສຽງ​ຂອງ​ເຮົາ, ແລະ ບໍ່​ໄດ້​ເປັນ​ຂອງ​ເຮົາ.

53 ແລະ ໂດຍ​ສິ່ງ​ນີ້​ພວກ​ເຈົ້າ​ຈະ​ຮູ້​ຈັກ​ຄົນ​ຊອບ​ທຳ​ຈາກ​ຄົນ​ຊົ່ວ, ແລະ ວ່າ​ໂລກ​ທັງ ໂລກ​ຈະ ຮ້ອງ​ຄວນ​ຄາງ​ພາຍ​ໃຕ້ ບາບ ແລະ ຄວາມ​ມືດ​ແມ່ນ​ແຕ່​ບັດ​ນີ້.

54 ແລະ ໃນ​ເວ​ລາ​ທີ່​ຜ່ານ​ມາ ຈິດ​ໃຈ​ຂອງ​ພວກ​ເຈົ້າ​ຖືກ​ເຮັດ​ໃຫ້​ມືດ​ມົນເພາະ​ຄວາມ ບໍ່​ເຊື່ອ​ຖື, ແລະ ເພາະ​ພວກ​ເຈົ້າ​ໄດ້​ເຮັດ​ຫລິ້ນໆ​ກັບ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຮັບ—

55 ຊຶ່ງ ຄວາມ​ໂອ້​ອວດ ແລະ ຄວາມ​ບໍ່​ເຊື່ອ​ຖື​ໄດ້​ນຳ​ທັງ​ສາດ​ສະ​ໜາ​ຈັກ​ມາ​ຢູ່​ພາຍ​ໃຕ້​ການ​ກ່າວ​ໂທດ.

56 ແລະ ການ​ກ່າວ​ໂທດ​ນີ້​ຈະ​ຢູ່​ເທິງ​ລູກ​ຫລານ​ຂອງ​ຊີ​ໂອນ, ແມ່ນ​ແຕ່​ທັງ​ໝົດ.

57 ແລະ ເຂົາ​ຈະ​ຢູ່​ພາຍ​ໃຕ້​ການ​ກ່າວ​ໂທດ​ນີ້​ຈົນ​ກວ່າ​ເຂົາ​ຈະ​ກັບ​ໃຈ ແລະ ຈື່​ຈຳ ພັນ​ທະ​ສັນ​ຍາ​ໃໝ່, ແມ່ນ​ແຕ່ ພຣະ​ຄຳ​ພີ​ມໍ​ມອນ ແລະ ບັນ​ຍັດ ກ່ອນ​ນັ້ນ ຊຶ່ງ​ເຮົາ​ໄດ້​ປະ​ທານ​ໃຫ້​ເຂົາ, ບໍ່​ແມ່ນ​ພຽງ​ເພື່ອ​ກ່າວ​ເທົ່າ​ນັ້ນ, ແຕ່​ເພື່ອ ເຮັດ​ຕາມ​ທີ່​ເຮົາ​ໄດ້​ຂຽນ​ໄວ້​ນຳ​ອີກ—

58 ເພື່ອ​ວ່າ​ເຂົາ​ຈະ​ໄດ້​ນຳ​ຜົນ​ອັນ​ເໝາະ​ສົມ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ບິ​ດາ​ອອກ​ມາ; ຖ້າ​ບໍ່​ດັ່ງ​ນັ້ນ​ການ​ຂ້ຽນ​ຕີ ແລະ ການ​ພິ​ພາກ​ສາ​ຈະ​ຖອກ​ເທ​ລົງ​ມາ​ເທິງ​ລູກ​ຫລານ​ຂອງ​ຊີ​ໂອນ​ຢູ່.

59 ເພາະ​ລູກ​ຫລານ​ຂອງ​ອາ​ນາ​ຈັກ​ຈະ​ເຮັດ​ໃຫ້​ແຜ່ນ​ດິນ​ສັກ​ສິດ​ຂອງ​ເຮົາ​ສົກ​ກະ​ປົກ​ບໍ? ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ບໍ່​ເລີຍ.

60 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ ຜູ້​ໄດ້​ຍິນ ຄຳ​ຂອງ​ເຮົາ​ໃນ​ຕອນ​ນີ້, ຊຶ່ງ​ເປັນ​ສຽງ​ຂອງ​ເຮົາ, ພວກ​ເຈົ້າ​ເປັນ​ສຸກ​ແລ້ວ ຕາບ​ໃດ​ທີ່​ພວກ​ເຈົ້າ​ຮັບ​ເອົາ​ສິ່ງ​ເຫລົ່າ​ນີ້;

61 ເພາະ​ເຮົາ​ຈະ ໃຫ້​ອະ​ໄພ​ພວກ​ເຈົ້າ​ກ່ຽວ​ກັບ​ບາບ​ຂອງ​ພວກ​ເຈົ້າ​ພ້ອມ​ດ້ວຍ​ບັນ​ຍັດ​ຂໍ້​ນີ້—ພວກ​ເຈົ້າ​ຕ້ອງ​ຍຶດ​ໝັ້ນ​ໃນ​ຈິດ​ໃຈ​ຂອງ​ພວກ​ເຈົ້າ​ດ້ວຍ​ຄວາມ ນອບ​ນ້ອມ ແລະ ໃນ​ວິນ​ຍານ​ແຫ່ງ​ການ​ອະ​ທິ​ຖານ, ໃນ​ການ​ສະ​ແດງ​ປະ​ຈັກ​ພະ​ຍານ​ຕໍ່​ໂລກ​ເຖິງ​ເລື່ອງ​ເຫລົ່າ​ນັ້ນ​ທີ່​ໄດ້​ສື່​ສານ​ມາ​ເຖິງ​ພວກ​ເຈົ້າ.

62 ສະ​ນັ້ນ, ພວກ​ເຈົ້າ​ຈົ່ງ ໄປ​ທົ່ວ​ໂລກ; ແລະ ບ່ອນ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ບໍ່​ສາ​ມາດ​ໄປ​ຫາ ໃຫ້​ພວກ​ເຈົ້າ​ສົ່ງ​ມັນ​ໄປ, ເພື່ອ​ວ່າ​ປະ​ຈັກ​ພະ​ຍານ​ນັ້ນ​ຈະ​ໄດ້​ອອກ​ຈາກ​ພວກ​ເຈົ້າ​ໄປ​ທົ່ວ​ໂລກ​ເຖິງ​ມະ​ນຸດ​ສະ​ໂລກ​ທັງ​ໝົດ.

63 ແລະ ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ອັກ​ຄະ​ສາ​ວົກ​ຂອງ​ເຮົາ​ສັນ​ໃດ, ແມ່ນ​ແຕ່​ສັນ​ນັ້ນ​ເຮົາ​ຈະ​ກ່າວ​ກັບ​ພວກ​ເຈົ້າ, ເພາະ​ພວກ​ເຈົ້າ​ເປັນ ອັກ​ຄະ​ສາ​ວົກ​ຂອງ​ເຮົາ, ແມ່ນ​ແຕ່​ມະ​ຫາ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ; ພວກ​ເຈົ້າ​ຄື​ຜູ້​ທີ່​ພຣະ​ບິ​ດາ​ຂອງ​ເຮົາ​ໄດ້ ມອບ​ໃຫ້​ເຮົາ; ພວກ​ເຈົ້າ​ຄື ມິດ​ສະ​ຫາຍ​ຂອງ​ເຮົາ;

64 ສະ​ນັ້ນ, ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ອັກ​ຄະ​ສາ​ວົກ​ຂອງ​ເຮົາ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ອີກ, ວ່າ ທຸກ​ຄົນ​ທີ່ ເຊື່ອ​ຖ້ອຍ​ຄຳ​ຂອງ​ພວກ​ເຈົ້າ, ແລະ ຮັບ​ບັບ​ຕິ​ສະ​ມາ​ໂດຍ​ນ້ຳ​ເພື່ອ ການ​ປົດ​ບາບ, ຈະ​ໄດ້​ຮັບ ພຣະ​ວິນ​ຍານ​ບໍ​ລິ​ສຸດ.

65 ແລະ ເຄື່ອງ​ໝາຍ​ເຫລົ່າ​ນີ້​ຈະ​ຕິດ​ຕາມ​ຄົນ​ທີ່​ເຊື່ອ—

66 ໃນ​ນາມ​ຂອງ​ເຮົາ ພວກ​ເຂົາ​ຈະ​ເຮັດ ວຽກ​ງານ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ​ຫລາຍ​ຢ່າງ;

67 ໃນ ນາມ​ຂອງ​ເຮົາ ພວກ​ເຂົາ​ຈະ​ຂັບ​ໄລ່​ຜີ​ມານ​ໃຫ້​ອອກ​ໄປ;

68 ໃນ​ນາມ​ຂອງ​ເຮົາ ພວກ​ເຂົາ​ຈະ ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ;

69 ໃນ​ນາມ​ຂອງ​ເຮົາ ພວກ​ເຂົາ​ຈະ​ເປີດ​ຕາ​ຂອງ​ຄົນ​ຕາ​ບອດ, ແລະ ເປີດ​ຫູ​ຂອງ​ຄົນ​ຫູ​ໜວກ;

70 ແລະ ລີ້ນ​ຂອງ​ຄົນ​ປາກ​ກືກ​ຈະ​ເວົ້າ​ໄດ້;

71 ແລະ ຖ້າ​ຄົນ​ໃດ​ຈະ​ໃສ່ ຢາ​ພິດ​ພວກ​ເຂົາ ມັນ​ກໍ​ຈະ​ບໍ່​ເປັນ​ອັນ​ຕະ​ລາຍ​ຕໍ່​ພວກ​ເຂົາ;

72 ແລະ ພິດ​ຂອງ​ງູ ຈະ​ບໍ່​ມີ​ພະ​ລັງ​ທີ່​ຈະ​ທຳ​ຮ້າຍ​ພວກ​ເຂົາ.

73 ແຕ່​ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຂົາ, ວ່າ​ພວກ​ເຂົາ​ຈະ​ບໍ່ ອວດ​ອ້າງ​ຕົນ​ເອງ​ເຖິງ​ເລື່ອງ​ເຫລົ່າ​ນີ້, ທັງ​ບໍ່​ໃຫ້​ກ່າວ​ເຖິງ​ເລື່ອງ​ເຫລົ່າ​ນີ້​ຢູ່​ຕໍ່​ໜ້າ​ໂລກ; ເພາະ​ເລື່ອງ​ເຫລົ່າ​ນີ້​ໄດ້​ຖືກ​ມອບ​ໃຫ້​ພວກ​ເຈົ້າ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຈົ້າ ແລະ ເພື່ອ​ຄວາມ​ລອດ​ຂອງ​ພວກ​ເຈົ້າ.

74 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ຄົນ​ທີ່​ບໍ່​ເຊື່ອ​ຖ້ອຍ​ຄຳ​ຂອງ​ພວກ​ເຈົ້າ, ແລະ ບໍ່ ຮັບ​ບັບ​ຕິ​ສະ​ມາ​ໃນ​ນ້ຳ​ໃນ​ນາມ​ຂອງ​ເຮົາ, ເພື່ອ​ການ​ປົດ​ບາບ​ຂອງ​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຈະ ອັບ​ປະ​ໂຫຍດ, ແລະ ຈະ​ບໍ່​ໄດ້​ມາ​ຫາ​ອາ​ນາ​ຈັກ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ ບ່ອນ​ທີ່​ພຣະ​ບິ​ດາ​ຂອງ​ເຮົາ ແລະ ເຮົາ​ຢູ່.

75 ແລະ ການ​ເປີດ​ເຜີຍ​ນີ້​ທີ່​ພວກ​ເຈົ້າ​ໄດ້​ຮັບ, ແລະ ບັນ​ຍັດ, ມີ​ຜົນ​ນັບ​ແຕ່​ຊົ່ວ​ໂມງ​ນີ້​ໄປ​ເຖິງ​ທົ່ວ​ໂລກ, ແລະ ພຣະ​ກິດ​ຕິ​ຄຸນ​ໄປ​ເຖິງ​ທຸກ​ຄົນ​ທີ່​ຍັງ​ບໍ່​ໄດ້​ຮັບ​ມັນ​ເທື່ອ.

76 ແຕ່, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ທຸກ​ຄົນ​ເຫລົ່າ​ນັ້ນ ຜູ້​ຊຶ່ງ​ອາ​ນາ​ຈັກ​ຖືກ​ມອບ​ໃຫ້—ພວກ​ເຈົ້າ​ຕ້ອງ​ນຳ​ສິ່ງ​ນີ້​ໄປ​ສັ່ງ​ສອນ​ພວກ​ເຂົາ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ກັບ​ໃຈ​ຈາກ​ວຽກ​ງານ​ອັນ​ຊົ່ວ​ຮ້າຍ​ທີ່​ຜ່ານ​ມາ​ຂອງ​ພວກ​ເຂົາ; ເພາະ​ພວກ​ເຂົາ​ຈະ​ຖືກ​ຕຳ​ນິ​ເນື່ອງ​ດ້ວຍ​ໃຈ​ອັນ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ທີ່​ບໍ່​ເຊື່ອ, ແລະ ອ້າຍ​ນ້ອງ​ຂອງ​ພວກ​ເຈົ້າ​ໃນ​ຊີ​ໂອນ​ເນື່ອງ​ດ້ວຍ​ການ​ກະ​ບົດ​ຂອງ​ພວກ​ເຂົາ​ຕໍ່​ພວກ​ເຈົ້າ​ໃນ​ເວ​ລາ​ທີ່​ເຮົາ​ໄດ້​ສົ່ງ​ພວກ​ເຈົ້າ​ໄປ.

77 ແລະ ອີກ​ເທື່ອ​ໜຶ່ງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ເພື່ອນ​ທັງ​ຫລາຍ​ຂອງ​ເຮົາ, ເພາະ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ​ເຮົາ​ຈະ​ເອີ້ນ​ພວກ​ເຈົ້າ​ວ່າ​ເພື່ອນ, ມັນ​ເປັນ​ສິ່ງ​ຈຳ​ເປັນ​ທີ່​ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ນີ້​ແກ່​ພວກ​ເຈົ້າ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ກາຍ​ເປັນ​ແມ່ນ​ແຕ່ ເພື່ອນ​ຂອງ​ເຮົາ​ໃນ​ເວ​ລາ​ທີ່​ເຮົາ​ຢູ່​ນຳ​ພວກ​ເຂົາ, ເດີນ​ທາງ​ໄປ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃນ​ອຳ​ນາດ​ຂອງ​ເຮົາ;

78 ເພາະ​ເຮົາ​ບໍ່​ຍອມ​ໃຫ້​ພວກ​ເຂົາ​ມີ ກະເປົາ​ເງິນ ຫລື ກະເປົາ​ເຄື່ອງ, ທັງ​ບໍ່​ໃຫ້​ມີ​ເສື້ອ​ໃຫຍ່​ສອງ​ໂຕ​ນຳ​ອີກ.

79 ຈົ່ງ​ເບິ່ງ, ເຮົາ​ສົ່ງ​ພວກ​ເຈົ້າ​ອອກ​ໄປ​ເພື່ອ​ພິ​ສູດ​ໂລກ, ແລະ ຄົນ​ງານ​ກໍ​ເໝາະ​ສົມ​ກັບ ຄ່າ​ຈ້າງ​ຂອງ​ເຂົາ.

80 ແລະ ຄົນ​ໃດ​ທີ່​ຈະ​ໄປ ແລະ ສັ່ງ​ສອນ ພຣະ​ກິດ​ຕິ​ຄຸນ​ຂອງ​ອາ​ນາ​ຈັກ, ແລະ ບໍ່​ລົ້ມ​ເຫລວ​ທີ່​ຈະ​ຊື່​ສັດ​ຕໍ່​ໄປ​ໃນ​ທຸກ​ສິ່ງ, ຈະ​ບໍ່​ເມື່ອຍ​ລ້າ​ໃນ​ຈິດ​ໃຈ, ທັງ​ບໍ່​ມືດ​ມົນ, ທັງ​ໃນ​ຮ່າງ​ກາຍ, ແຂນ​ຂາ, ຫລື ຂໍ້​ຕໍ່; ແລະ ຜົມ​ເສັ້ນ​ໜຶ່ງ​ຈາກ​ຫົວ​ຂອງ​ເຂົາ ກໍ​ຈະ​ບໍ່​ລົ່ນ​ລົງ​ພື້ນ​ດິນ​ຢ່າງ​ບໍ່​ຖືກ​ສັງ​ເກດ​ເຫັນ. ແລະ ພວກ​ເຂົາ​ຈະ​ບໍ່​ຫິວ, ທັງ​ບໍ່​ກະ​ຫາຍ​ເລີຍ.

81 ສະ​ນັ້ນ, ຢ່າ ຄິດ​ນຳ​ມື້​ອື່ນ, ວ່າ​ພວກ​ເຈົ້າ​ຈະ​ກິນ​ຫຍັງ, ຫລື ພວກ​ເຈົ້າ​ຈະ​ດື່ມ​ຫຍັງ, ຫລື ພວກ​ເຈົ້າ​ຈະ​ນຸ່ງ​ຫົ່ມ​ຫຍັງ.

82 ເພາະ, ຈົ່ງ​ສັງ​ເກດ​ເບິ່ງ​ດອກ​ໄມ້​ໃນ​ທົ່ງ, ວ່າ​ມັນ​ເຕີບ​ໂຕ​ຂຶ້ນ​ໄດ້​ແນວ​ໃດ, ມັນ​ບໍ່​ໄດ້​ທຳ​ງານ ທັງ​ບໍ່​ໄດ້​ເຂັນ​ຝ້າຍ; ແລະ ອາ​ນາ​ຈັກ​ຂອງ​ໂລກ, ໃນ​ຄວາມ​ສະ​ຫງ່າ​ລາ​ສີ​ທັງ​ໝົດ​ຂອງ​ມັນ, ຍັງ​ບໍ່​ໄດ້​ທົງ​ເຄື່ອງ​ງາມ​ເທົ່າ​ກັບ​ດອກ​ໄມ້​ເຫລົ່າ​ນີ້​ດອກ​ໜຶ່ງ.

83 ເພາະ ພຣະ​ບິ​ດາ​ຂອງ​ພວກ​ເຈົ້າ, ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ, ຮູ້​ວ່າ​ພວກ​ເຈົ້າ​ຕ້ອງ​ການ​ສິ່ງ​ທັງ​ໝົດ​ນີ້.

84 ສະ​ນັ້ນ, ໃຫ້​ມື້​ອື່ນ ຄິດ​ເຖິງ​ເລື່ອງ​ຂອງ​ມັນ​ເອງ.

85 ທັງ​ບໍ່​ໃຫ້​ພວກ​ເຈົ້າ​ຄິດ​ລ່ວງ​ໜ້າ​ວ່າ​ພວກ​ເຈົ້າ​ຈະ​ກ່າວ ຫຍັງ; ແຕ່​ໃຫ້ ສະ​ສົມ​ຖ້ອຍ​ຄຳ​ແຫ່ງ​ຊີ​ວິດ​ໄວ້​ໃນ​ຈິດ​ໃຈ​ຂອງ​ພວກ​ເຈົ້າ​ເລື້ອຍ​ໄປ, ແລະ ມັນ​ຈະ​ຖືກ ມອບ​ໃຫ້​ແກ່​ພວກ​ເຈົ້າ​ໃນ​ຊົ່ວ​ໂມງ​ນັ້ນ​ເອງ ສ່ວນ​ທີ່​ຈະ​ຜອງ​ໃຫ້​ແກ່​ມະ​ນຸດ​ທຸກ​ຄົນ.

86 ສະ​ນັ້ນ, ຢ່າ​ໃຫ້​ຄົນ​ໃດ​ໃນ​ບັນ​ດາ​ພວກ​ເຈົ້າ, ທີ່​ຈະ​ອອກ​ໄປ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ນີ້​ຂອງ​ອາ​ນາ​ຈັກ​ຈາກ​ຊົ່ວ​ໂມງ​ນີ້ ເອົາ​ກະເປົາ​ເງິນ ຫລື ກະເປົາ​ເຄື່ອງ​ໄປ​ນຳ; ເພາະ​ບັນ​ຍັດ​ຂໍ້​ນີ້​ແມ່ນ​ສຳ​ລັບ​ທຸກ​ຄົນ​ທີ່ ຊື່​ສັດ​ຜູ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ​ໃນ​ສາດ​ສະ​ໜາ​ຈັກ ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

87 ຈົ່ງ​ເບິ່ງ, ເຮົາ ສົ່ງ​ພວກ​ເຈົ້າ​ໄປ​ເພື່ອ​ຕຳ​ນິ​ໂລກ ເຖິງ​ການ​ກະ​ທຳ​ທີ່​ບໍ່​ຊອບ​ທຳ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ເພື່ອ​ສິດ​ສອນ​ພວກ​ເຂົາ​ເຖິງ​ການ​ພິ​ພາກ​ສາ​ທີ່​ຈະ​ມາ​ເຖິງ.

88 ແລະ ຜູ້​ໃດ​ກໍ​ຕາມ​ທີ່ ຮັບ​ເອົາ​ພວກ​ເຈົ້າ, ທີ່​ນັ້ນ​ເຮົາ​ຈະ​ຢູ່​ນຳ​ຄື​ກັນ, ເພາະ​ເຮົາ​ຈະ​ອອກ​ໜ້າ​ພວກ​ເຈົ້າ. ເຮົາ​ຈະ​ຢູ່​ທາງ​ເບື້ອງ​ຂວາ​ມື​ພວກ​ເຈົ້າ ແລະ ທາງ​ຊ້າຍ​ພວກ​ເຈົ້າ, ແລະ ວິນ​ຍານ​ຂອງ​ເຮົາ​ຈະ​ຢູ່​ໃນ​ໃຈ​ຂອງ​ພວກ​ເຈົ້າ, ແລະ ທູດ​ຂອງ​ເຮົາ​ຈະ​ອ້ອມ​ຮອບ​ພວກ​ເຈົ້າ​ໄວ້, ເພື່ອ​ຄ້ຳ​ຊູ​ພວກ​ເຈົ້າ.

89 ຜູ້​ໃດ​ກໍ​ຕາມ​ທີ່​ຮັບ​ເອົາ​ພວກ​ເຈົ້າ ກໍ​ຮັບ​ເອົາ​ເຮົາ​ຄື​ກັນ; ແລະ ຄົນໆ​ນັ້ນ​ຈະ​ເອົາ​ເຂົ້າ​ໃຫ້​ພວກ​ເຈົ້າ​ກິນ, ແລະ ຈະ​ເອົາ​ເຄື່ອງ​ໃຫ້​ພວກ​ເຈົ້າ​ນຸ່ງ, ແລະ ຈະ​ມອບ​ເງິນ​ໃຫ້​ພວກ​ເຈົ້າ.

90 ແລະ ຄົນ​ທີ່​ເອົາ​ເຂົ້າ​ໃຫ້​ພວກ​ເຈົ້າ​ກິນ, ຫລື ເອົາ​ເຄື່ອງ​ໃຫ້​ພວກ​ເຈົ້າ​ນຸ່ງ, ຫລື ມອບ​ເງິນ​ໃຫ້​ພວກ​ເຈົ້າ, ຈະ​ບໍ່​ມີ​ທາງ ສູນ​ເສຍ​ລາງ​ວັນ​ຂອງ​ເຂົາ​ໄປ.

91 ແລະ ຄົນ​ທີ່​ບໍ່​ເຮັດ​ສິ່ງ​ເຫລົ່າ​ນີ້ ບໍ່​ໄດ້​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ; ໂດຍ​ການ​ນີ້​ພວກ​ເຈົ້າ​ຈະ​ຮູ້​ວ່າ​ໃຜ​ເປັນ ສາ​ນຸ​ສິດ​ຂອງ​ເຮົາ.

92 ຄົນ​ທີ່​ບໍ່​ຮັບ​ເອົາ​ພວກ​ເຈົ້າ, ໃຫ້​ພວກ​ເຈົ້າ​ໄປ​ຈາກ​ເຂົາ, ແລະ ລ້າງ​ຕີນ​ຂອງ​ພວກ​ເຈົ້າ​ແມ່ນ​ແຕ່​ດ້ວຍ​ນ້ຳ, ນ້ຳ​ບໍ​ລິ​ສຸດ, ບໍ່​ວ່າ​ໃນ​ຄວາມ​ຮ້ອນ ຫລື ໃນ​ຄວາມ​ໜາວ, ແລະ ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ສິ່ງ​ນີ້​ຕໍ່​ພຣະ​ບິ​ດາ​ຂອງ​ພວກ​ເຈົ້າ ຊຶ່ງ​ສະ​ຖິດ​ຢູ່​ໃນ​ສະ​ຫວັນ, ແລະ ຢ່າ​ກັບ​ຄືນ​ໄປ​ຫາ​ຄົນ​ນັ້ນ​ອີກ.

93 ແລະ ບໍ່​ວ່າ​ໃນ​ໝູ່​ບ້ານ​ໃດ ຫລື ເມືອງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ເຂົ້າ​ໄປ, ຈົ່ງ​ເຮັດ​ແບບ​ດຽວ​ກັນ​ນີ້.

94 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈົ່ງ​ຊອກ​ຫາ​ຢ່າງ​ພາກ​ພຽນ ແລະ ຢ່າ​ຢັບ​ຢັ້ງ; ແລະ ວິ​ບັດ​ແກ່​ເຮືອນ​ຫລັງ​ນັ້ນ, ຫລື ໝູ່​ບ້ານ​ນັ້ນ ຫລື ເມືອງ​ນັ້ນ​ທີ່​ປະ​ຕິ​ເສດ​ພວກ​ເຈົ້າ, ຫລື ຖ້ອຍ​ຄຳ​ຂອງ​ພວກ​ເຈົ້າ, ຫລື ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຈົ້າ​ເຖິງ​ເຮົາ.

95 ວິ​ບັດ, ເຮົາ​ກ່າວ​ອີກ​ເທື່ອ​ໜຶ່ງ, ແກ່​ເຮືອນ​ຫລັງ​ນັ້ນ, ຫລື ໝູ່​ບ້ານ​ນັ້ນ ຫລື ເມືອງ​ນັ້ນ​ທີ່​ປະ​ຕິ​ເສດ​ພວກ​ເຈົ້າ, ຫລື ຖ້ອຍ​ຄຳ​ຂອງ​ພວກ​ເຈົ້າ, ຫລື ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຈົ້າ​ເຖິງ​ເຮົາ;

96 ເພາະ​ເຮົາ, ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່, ໄດ້​ວາງມື​ຂອງ​ເຮົາ​ໄວ້​ເທິງ​ປະ​ຊາ​ຊາດ, ເພື່ອ ຂ້ຽນ​ຕີ​ພວກ​ເຂົາ​ເພາະ ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ.

97 ແລະ ໂຣກ​ລະ​ບາດ​ຈະ​ອອກ​ໄປ, ແລະ ມັນ​ຈະ​ບໍ່​ຖືກ​ເອົາ​ໄປ​ຈາກ​ແຜ່ນ​ດິນ​ໂລກ ຈົນ​ກວ່າ​ເຮົາ​ໄດ້​ສຳ​ເລັດ​ວຽກ​ງານ​ຂອງ​ເຮົາ​ເສຍ​ກ່ອນ, ຊຶ່ງ​ຈະ​ຖືກ​ຕັດ​ໃຫ້ ສັ້ນ​ລົງ​ໃນ​ຄວາມ​ຊອບ​ທຳ—

98 ຈົນ​ກວ່າ​ທຸກ​ຄົນ​ຈະ​ຮູ້​ຈັກ​ເຮົາ, ຜູ້​ທີ່​ເຫລືອ​ຢູ່, ແມ່ນ​ແຕ່​ຈາກ​ນ້ອຍ​ທີ່​ສຸດ​ຫາ​ຍິ່ງ​ໃຫຍ່​ທີ່​ສຸດ, ແລະ ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຈະ ເຫັນ​ກັບ​ຕາ, ແລະ ຈະ​ເປັ່ງ​ສຽງ​ຂອງ​ພວກ​ເຂົາ, ແລະ ດ້ວຍ​ສຽງ​ຈະ ຮ້ອງ​ເພງ​ໃໝ່​ນີ້​ນຳ​ກັນ, ມີ​ຄວາມ​ວ່າ:

99 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ຊີ​ໂອນ​ຄືນ​ມາ​ອີກ;ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ, ອິດ​ສະ​ຣາ​ເອນ,ຕາມ ການ​ເລືອກ​ແຫ່ງ ພຣະ​ຄຸນ,ຊຶ່ງ​ບັງ​ເກີດ​ຂຶ້ນ​ດ້ວຍ​ສັດ​ທາແລະ ພັນ​ທະ​ສັນ​ຍາ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ.

100 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ;ແລະ ຊາ​ຕານ​ຖືກ ມັດ​ໄວ້ ແລະ ເວ​ລາ​ຈະ​ບໍ່​ມີ​ຢູ່​ອີກ​ຕໍ່​ໄປ.ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕົ້າ​ໂຮມ​ທຸກ​ສິ່ງ​ທັງ​ປວງ​ໄວ້ ນຳ​ກັນ.ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ ຊີ​ໂອນ​ລົງ​ມາ​ຈາກ​ເບື້ອງ​ເທິງ.ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ນຳ​ຊີ​ໂອນ​ຂຶ້ນ​ມາ​ຈາກ​ເບື້ອງ​ລຸ່ມ.

101 ແຜ່ນ​ດິນ​ໂລກ​ໄດ້​ເຈັບ​ທ້ອງ ແລະ ໄດ້​ຄອດ​ພະ​ລັງ​ຂອງ​ນາງ​ອອກ​ມາ;ແລະ ຄວາມ​ຈິງ​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ອຸ​ທອນ​ຂອງ​ນາງ;ແລະ ສະ​ຫວັນ​ຍິ້ມ​ໃຫ້​ນາງ;ແລະ ນາງ​ຖືກ​ຫຸ້ມ​ຫໍ່​ດ້ວຍ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ຂອງ​ນາງ;ເພາະ​ພຣະ​ອົງ​ຢືນ​ຢູ່​ໃນ​ທ່າມ​ກາງ​ຜູ້​ຄົນ​ຂອງ​ພຣະ​ອົງ.

102 ລັດ​ສະ​ໝີ​ພາບ, ແລະ ກຽດ​ຕິ​ຍົດ, ແລະ ອຳ​ນາດ, ແລະ ພະ​ລັງ,ຈົ່ງ​ເປັນ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ; ເພາະ​ພຣະ​ອົງ​ເຕັມ​ໄປ​ດ້ວຍ ຄວາມ​ເມດ​ຕາ,ຄວາມ​ຍຸດ​ຕິ​ທຳ, ພຣະ​ຄຸນ, ແລະ ຄວາມ​ຈິງ, ແລະ ສັນ​ຕິ​ສຸກ,ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ, ອາ​ແມນ.

103 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ມັນ​ເປັນ​ສິ່ງ​ຈຳ​ເປັນ​ທີ່​ທຸກ​ຄົນ​ຜູ້​ອອກ​ໄປ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ຂອງ​ເຮົາ, ວ່າ​ຕາບ​ໃດ​ທີ່​ພວກ​ເຂົາ​ມີ​ຄອບ​ຄົວ, ແລະ ໄດ້​ຮັບ​ເງິນ​ເປັນ​ຂອງ​ຂວັນ, ວ່າ​ພວກ​ເຂົາ​ຄວນ​ສົ່ງ​ມັນ​ໄປ​ໃຫ້​ຄອບ​ຄົວ ຫລື ໃຊ້​ຈ່າຍ​ມັນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຄອບ​ຄົວ, ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ແນະ​ນຳ​ພວກ​ເຂົາ, ເພາະ​ເຮົາ​ເຫັນ​ວ່າ​ມັນ​ເປັນ​ສິ່ງ​ດີ​ດັ່ງ​ນີ້.

104 ແລະ ໃຫ້​ຄົນ​ເຫລົ່າ​ນັ້ນ​ທຸກ​ຄົນ​ທີ່​ບໍ່​ມີ​ຄອບ​ຄົວ, ຜູ້​ໄດ້​ຮັບ ເງິນ, ສົ່ງ​ມັນ​ໄປ​ໃຫ້​ອະ​ທິ​ການ​ໃນ​ຊີ​ໂອນ, ຫລື ໄປ​ໃຫ້​ອະ​ທິ​ການ​ໃນ​ລັດ​ໂອ​ໄຮ​ໂອ, ເພື່ອ​ອຸ​ທິດ​ຖວາຍ​ສຳ​ລັບ​ການ​ນຳ​ການ​ເປີດ​ເຜີຍ​ຕ່າງໆ​ອອກ​ມາ ແລະ ເພື່ອ​ການ​ພິມ​ສິ່ງ​ເຫລົ່າ​ນັ້ນ, ແລະ ເພື່ອ​ສະ​ຖາ​ປະ​ນາ​ຊີ​ໂອນ​ຂຶ້ນ.

105 ແລະ ຖ້າ​ຫາກ​ຄົນ​ໃດ​ຈະ​ເອົາ​ເສື້ອ​ໃຫຍ່​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ບັນ​ດາ​ພວກ​ເຈົ້າ, ຫລື ເອົາ​ໂສ້ງ​ເສື້ອ​ເປັນ​ຊຸດ​ໃຫ້​ພວກ​ເຈົ້າ, ໃຫ້​ພວກ​ເຈົ້າ​ມອບ​ໂສ້ງ​ເສື້ອ​ຊຸດ​ເກົ່າ​ໃຫ້ ຄົນ​ຍາກ​ຄົນ, ແລະ ໄປ​ຕາມ​ທາງ​ຂອງ​ພວກ​ເຈົ້າ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ.

106 ແລະ ຖ້າ​ຫາກ​ຄົນ​ໃດ​ໃນ​ບັນ​ດາ​ພວກ​ເຈົ້າ​ເຂັ້ມ​ແຂງ​ໃນ​ພຣະ​ວິນ​ຍານ, ກໍ​ໃຫ້​ເຂົາ​ເອົາ ຄົນ​ທີ່​ອ່ອນ​ແອ​ໄປ​ກັບ​ເຂົາ, ເພື່ອ​ວ່າ​ເຂົາ​ຈະ​ໄດ້​ຮັບ​ການ​ເສີມ​ສ້າງ​ໃນ ຄວາມ​ອ່ອນ​ໂຍນ​ທຸກ​ຢ່າງ, ເພື່ອ​ວ່າ​ເຂົາ​ຈະ​ກາຍ​ເປັນ​ຄົນ​ເຂັ້ມ​ແຂງ​ຄື​ກັນ.

107 ສະ​ນັ້ນ, ຈົ່ງ​ເອົາ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່ ຖາ​ນະ​ປະ​ໂລ​ຫິດ​ທີ່​ຕ່ຳ​ກວ່າ​ໄປ​ກັບ​ພວກ​ເຈົ້າ, ແລະ ສົ່ງ​ພວກ​ເຂົາ​ໄປ​ກ່ອນ​ພວກ​ເຈົ້າ​ເພື່ອ​ນັດ​ໝາຍ, ແລະ ເພື່ອ​ຕຽມ​ທາງ, ແລະ ເພື່ອ​ໄປ​ຕາມ​ນັດ​ໝາຍ​ທີ່​ຕົວ​ພວກ​ເຈົ້າ​ເອງ​ບໍ່​ສາ​ມາດ​ໄປ.

108 ຈົ່ງ​ເບິ່ງ, ນີ້​ຄື​ວິ​ທີ​ທີ່​ອັກ​ຄະ​ສາ​ວົກ​ຂອງ​ເຮົາ, ໃນ​ສະ​ໄໝ​ບູ​ຮານ, ໄດ້​ສ້າງ​ສາ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ໃຫ້​ແກ່​ເຮົາ.

109 ສະ​ນັ້ນ, ໃຫ້​ທຸກ​ຄົນ​ຢືນ​ຢູ່​ໃນ​ໜ້າ​ທີ່​ຂອງ​ຕົນ​ເອງ, ແລະ ທຳ​ງານ​ໃນ​ການ​ເອີ້ນ​ຂອງ​ຕົນ​ເອງ; ແລະ ບໍ່​ໃຫ້​ຫົວ​ກ່າວ​ກັບ​ຕີນ​ວ່າ ມັນ​ບໍ່​ຕ້ອງ​ການ​ຕີນ; ເພາະ​ຖ້າ​ຫາກ​ປາດ​ສະ​ຈາກ​ຕີນ​ແລ້ວ ຮ່າງ​ກາຍ​ຈະ​ຢືນ​ຢູ່​ໄດ້​ແນວ​ໃດ?

110 ຮ່າງ​ກາຍ​ກໍ​ຕ້ອງ​ການ ອະ​ໄວ​ຍະ​ວະ​ທຸກ​ສ່ວນ​ຄື​ກັນ, ເພື່ອ​ວ່າ​ທຸກ​ພາກ​ສ່ວນ​ຈະ​ໄດ້​ຮັບ​ການ​ເສີມ​ສ້າງ​ນຳ​ກັນ, ເພື່ອ​ວ່າ​ລະ​ບົບ​ການ​ຈະ​ດຳ​ເນີນ​ໄປ​ຢ່າງ​ສົມ​ບູນ.

111 ແລະ ຈົ່ງ​ເບິ່ງ, ມະ​ຫາ​ປະ​ໂລ​ຫິດ​ຄວນ​ເດີນ​ທາງ, ແລະ ແອວ​ເດີ​ນຳ​ອີກ, ແລະ ປະ​ໂລ​ຫິດ​ທີ່​ຕ່ຳ​ກວ່າ​ນຳ​ອີກ; ແຕ່ ມັກ​ຄະ​ນາ​ຍົກ ແລະ ຄູ​ສອນ ຄວນ​ຖືກ​ກຳ​ນົດ​ໃຫ້ ດູ​ແລ​ສາດ​ສະ​ໜາ​ຈັກ, ເພື່ອ​ໃຫ້​ເປັນ​ຜູ້​ປະ​ຕິ​ບັດ ສາດ​ສະ​ໜາ​ກິດ​ປະ​ຈຳ​ຢູ່​ກັບ​ສາດ​ສະ​ໜາ​ຈັກ.

112 ແລະ ອະ​ທິ​ການ, ນິວ​ເອັນ ເຄ ວິດ​ນີ, ຄວນ​ເດີນ​ທາງ​ໄປ​ອ້ອມ​ຮອບ​ນຳ​ອີກ, ແລະ ໃນ​ບັນ​ດາ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ທັງ​ໝົດ, ຊອກ​ຫາ​ຄົນ​ຍາກ​ຈົນ​ເພື່ອ ປະ​ຕິ​ບັດ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ພວກ​ເຂົາ ໂດຍ​ການ​ເຮັດ​ໃຫ້​ຄົນ​ລ້ຳ​ລວຍ ແລະ ຄົນ​ອວດ​ດີ ຖ່ອມ​ຕົວ.

113 ລາວ​ຄວນ​ຈ້າງ​ຄົນ​ໜຶ່ງ​ນຳ​ອີກ​ໃຫ້​ເປັນ ຕົວ​ແທນ​ເພື່ອ​ດູ​ແລ ແລະ ເຮັດ​ທຸ​ລະ​ກິດ​ທາງ​ໂລກ​ແທນ​ລາວ ດັ່ງ​ທີ່​ລາວ​ຈະ​ແນະ​ນຳ.

114 ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃຫ້​ອະ​ທິ​ການ​ໄປ​ເມືອງ​ນິວ​ຢອກ, ໄປ​ເມືອງ​ອາ​ບາ​ນີ​ນຳ​ອີກ, ແລະ ໄປ​ເມືອງ​ບອສ໌​ຕັນ​ນຳ​ອີກ, ແລະ ເຕືອນ​ຜູ້​ຄົນ​ໃນ​ເມືອງ​ເຫລົ່າ​ນັ້ນ​ດ້ວຍ​ສຽງ​ຂອງ​ພຣະ​ກິດ​ຕິ​ຄຸນ, ດ້ວຍ​ສຽງ​ອັນ​ດັງ, ເຖິງ ຄວາມ​ເປົ່າ​ປ່ຽວ ແລະ ການ​ລົ້ມ​ເລີກ​ຈົນ​ໝົດ​ສິ້ນ ຊຶ່ງ​ຄອຍ​ຖ້າ​ພວກ​ເຂົາ​ຢູ່ ຖ້າ​ຫາກ​ພວກ​ເຂົາ​ປະ​ຕິ​ເສດ ສິ່ງ​ເຫລົ່າ​ນີ້.

115 ເພາະ​ຖ້າ​ຫາກ​ພວກ​ເຂົາ​ປະ​ຕິ​ເສດ​ສິ່ງ​ເຫລົ່າ​ນີ້ ຊົ່ວ​ໂມງ​ແຫ່ງ​ການ​ພິ​ພາກ​ສາ​ຂອງ​ພວກ​ເຂົາ​ໃກ້​ຈະ​ມາ​ເຖິງ​ແລ້ວ, ແລະ ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ຈະ​ຖືກ​ປະ​ໃຫ້ ຮ້າງ​ເປົ່າ​ແກ່​ພວກ​ເຂົາ.

116 ໃຫ້​ພວກ​ເຂົາ ໄວ້​ວາງ​ໃຈ​ໃນ​ເຮົາ ແລະ ພວກ​ເຂົາ​ຈະ​ບໍ່​ຖືກ​ເຮັດ​ໃຫ້ ສັບ​ສົນ; ແລະ ຜົມ​ເສັ້ນ​ໜຶ່ງ​ຈາກ​ຫົວ​ຂອງ​ພວກ​ເຂົາ​ກໍ​ຈະ​ບໍ່​ລົ່ນ​ລົງ​ພື້ນ​ດິນ​ຢ່າງ​ບໍ່​ຖືກ​ສັງ​ເກດ​ເຫັນ.

117 ແລະ ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ຜູ້​ຮັບ​ໃຊ້​ທີ່​ເຫລືອ​ຢູ່​ຂອງ​ເຮົາ​ທັງ​ໝົດ, ໃຫ້​ພວກ​ເຈົ້າ​ອອກ​ໄປ​ດັ່ງ​ທີ່​ສະ​ພາບ​ການ​ຂອງ​ພວກ​ເຈົ້າ​ຈະ​ອຳ​ນວຍ, ໃນ​ການ​ເອີ້ນ​ຫລາຍ​ຢ່າງ​ຂອງ​ພວກ​ເຈົ້າ, ໄປ​ຫາ​ເມືອງ ແລະ ໝູ່​ບ້ານ​ຕ່າງໆ​ທີ່​ຍິ່ງ​ໃຫຍ່ ແລະ ສຳ​ຄັນ, ໂດຍ​ກ່າວ​ຕຳ​ນິ​ໂລກ​ໃນ​ຄວາມ​ຊອບ​ທຳ​ເຖິງ​ຄວາມ​ບໍ່​ຊອບ​ທຳ ແລະ ການ​ກະ​ທຳ​ທີ່​ອະ​ທຳ​ຂອງ​ພວກ​ເຂົາ, ໂດຍ​ການ​ບອກ​ຢ່າງ​ແຈ່ມ​ແຈ້ງ ແລະ ໃຫ້​ເຂົ້າ​ໃຈ​ເຖິງ​ຄວາມ​ເປົ່າ​ປ່ຽວ​ຂອງ​ຄວາມ​ໜ້າ​ກຽດ​ຊັງ​ໃນ​ຍຸກ​ສຸດ​ທ້າຍ.

118 ເພາະ, ພຣະ​ຜູ້​ເປັນ​ເຈົ້າຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່​ໄດ້​ກ່າວ​ກັບ​ພວກ​ເຈົ້າ, ເຮົາ​ຈະ ຈີກ​ອາ​ນາ​ຈັກ​ຂອງ​ພວກ​ເຂົາ; ເຮົາ​ບໍ່​ພຽງ​ແຕ່​ຈະ ສັ່ນ​ແຜ່ນ​ດິນ​ໂລກ​ເທົ່າ​ນັ້ນ, ແຕ່​ຟ້າ​ສະ​ຫວັນ​ພ້ອມ​ດ້ວຍ​ດວງ​ດາວ​ຈະ​ສັ່ນ​ສະ​ເທືອນ​ນຳ​ອີກ.

119 ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ຍື່ນ​ມື​ຂອງ​ເຮົາ​ອອກ​ໄປ​ສະ​ແດງ​ອຳ​ນາດ​ຂອງ​ສະ​ຫວັນ; ພວກ​ເຈົ້າ​ບໍ່​ສາ​ມາດ​ເຫັນ​ມັນ​ຕອນ​ນີ້, ແຕ່​ບໍ່​ດົນ​ພວກ​ເຈົ້າ​ຈະ​ເຫັນ​ມັນ, ແລະ ຮູ້​ວ່າ​ເຮົາ​ເປັນ​ຢູ່, ແລະ ວ່າ​ເຮົາ​ຈະ ມາ ແລະ ປົກ​ຄອງ​ກັບ​ຜູ້​ຄົນ​ຂອງ​ເຮົາ.

120 ເຮົາ​ຄື ອາ​ລະ​ຟາ ແລະ ໂອ​ເມ​ຄາ, ເປັນ​ຕົ້ນ ແລະ ທີ່​ສຸດ. ອາ​ແມນ