ພາກທີ 84
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 22 ແລະ 23 ເດືອນກັນຍາ, 1832. ລະຫວ່າງເດືອນກັນຍາ, ພວກແອວເດີໄດ້ເລີ່ມກັບຄືນມາຈາກການເຜີຍແຜ່ຂອງເຂົາເຈົ້າໃນລັດພາກຕາເວັນອອກຂອງສະຫະລັດ ແລະ ເພື່ອລາຍງານການທຳງານຂອງເຂົາເຈົ້າ. ໃນຂະນະທີ່ເຂົາເຈົ້າຢູ່ນຳກັນຢ່າງມີຄວາມສຸກນີ້ ສາດສະດາໄດ້ຮັບການສື່ສານດັ່ງຕໍ່ໄປນີ້. ສາດສະດາໄດ້ລະບຸມັນໄວ້ເປັນການເປີດເຜີຍກ່ຽວກັບຖານະປະໂລຫິດ.
1–5, ເຢຣູຊາເລັມໃໝ່ ແລະ ພຣະວິຫານຈະຖືກສ້າງຂຶ້ນໃນລັດມີເຊີຣີ; 6–17, ລຳດັບສາຍຂອງຖານະປະໂລຫິດຈາກ ໂມເຊ ເຖິງ ອາດາມ ໄດ້ຖືກມອບໃຫ້; 18–25, ຖານະປະໂລຫິດທີ່ສູງກວ່າມີຂໍກະແຈແຫ່ງຄວາມຮູ້ເລື່ອງພຣະເຈົ້າ; 26–32, ຖານະປະໂລຫິດທີ່ຕ່ຳກວ່າມີຂໍກະແຈແຫ່ງການປະຕິບັດຂອງເຫລົ່າທູດ ແລະ ຂອງພຣະກິດຕິຄຸນຂັ້ນຕຽມ; 33–44, ຜູ້ຄົນໄດ້ຮັບຊີວິດນິລັນດອນຜ່ານຄຳສາບານ ແລະ ພັນທະສັນຍາຂອງຖານະປະໂລຫິດ; 45–53, ພຣະວິນຍານຂອງພຣະຄຣິດໃຫ້ຄວາມສະຫວ່າງແກ່ມະນຸດ, ແລະ ໂລກຈົມຢູ່ໃນບາບ; 54–61, ໄພ່ພົນຂອງພຣະເຈົ້າຕ້ອງເປັນພະຍານເຖິງສິ່ງທີ່ເຂົາເຈົ້າໄດ້ຮັບ; 62–76, ເຂົາເຈົ້າຕ້ອງສັ່ງສອນພຣະກິດຕິຄຸນ, ແລະ ເຄື່ອງໝາຍຈະຕິດຕາມມາ; 77–91, ພວກແອວເດີຕ້ອງໄປໂດຍບໍ່ເອົາກະເປົາເງິນ ຫລື ກະເປົາເຄື່ອງໄປນຳ, ແລະ ພຣະຜູ້ເປັນເຈົ້າຈະດູແລໃນສິ່ງທີ່ເຂົາເຈົ້າຕ້ອງການ; 92–97, ໂຣກລະບາດ ແລະ ການສາບແຊ່ງຈະເກີດກັບຄົນທີ່ປະຕິເສດພຣະກິດຕິຄຸນ; 98–102, ເພງໃໝ່ແຫ່ງການໄຖ່ຂອງຊີໂອນໄດ້ຖືກມອບໃຫ້; 103–110, ໃຫ້ທຸກຄົນຢືນຢູ່ໃນໜ້າທີ່ຂອງຕົນເອງ ແລະ ທຳງານໃນການເອີ້ນຂອງຕົນເອງ; 111–120, ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າຕ້ອງປະກາດຄວາມໜ້າກຽດຊັງທີ່ກໍ່ໃຫ້ເກີດຄວາມເປົ່າປ່ຽວຂອງຍຸກສຸດທ້າຍ.
1 ການເປີດເຜີຍຂອງພຣະເຢຊູຄຣິດທີ່ມອບໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງ ໂຈເຊັບ ສະມິດ, ຜູ້ລູກ, ແລະ ພວກແອວເດີຫົກຄົນ, ຂະນະທີ່ເຂົາເຈົ້າພ້ອມໃຈກັນ ແລະ ເປັ່ງສຽງຂອງເຂົາເຈົ້າຂຶ້ນສູ່ເບື້ອງບົນ.
2 ແທ້ຈິງແລ້ວ, ພຣະຄຳຂອງພຣະຜູ້ເປັນເຈົ້າກ່ຽວກັບສາດສະໜາຈັກຂອງພຣະອົງ, ໄດ້ຈັດຕັ້ງຂຶ້ນໃນຍຸກສຸດທ້າຍເພື່ອ ການຟື້ນຟູຜູ້ຄົນຂອງພຣະອົງ, ດັ່ງທີ່ພຣະອົງໄດ້ກ່າວໂດຍປາກຂອງ ສາດສະດາຂອງພຣະອົງ, ແລະ ເພື່ອການເຕົ້າໂຮມຂອງ ໄພ່ພົນຂອງພຣະອົງ ເພື່ອຢືນຢູ່ ເທິງພູຊີໂອນ, ຊຶ່ງຈະເປັນເມືອງ ເຢຣູຊາເລັມໃໝ່.
3 ຊຶ່ງເມືອງນັ້ນຈະຖືກສ້າງຂຶ້ນ, ໂດຍເລີ່ມຕົ້ນໃນບ່ອນທີ່ຈະສ້າງ ພຣະວິຫານ, ຊຶ່ງຖືກກຳນົດໄວ້ດ້ວຍນິ້ວພຣະຫັດຂອງພຣະຜູ້ເປັນເຈົ້າ, ໃນເຂດແດນພາກຕາເວັນຕົກຂອງລັດມີເຊີຣີ, ແລະ ຖືກອຸທິດໂດຍມືຂອງໂຈເຊັບ ສະມິດ, ຜູ້ລູກ, ແລະ ຄົນອື່ນໆ ຜູ້ຊຶ່ງພຣະຜູ້ເປັນເຈົ້າພໍພຣະໄທຫລາຍ.
4 ຕາມຄວາມຈິງແລ້ວ ນີ້ຄືພຣະຄຳຂອງພຣະຜູ້ເປັນເຈົ້າ, ວ່າເມືອງ ເຢຣູຊາເລັມໃໝ່ຈະຖືກສ້າງຂຶ້ນໂດຍການເຕົ້າໂຮມຂອງໄພ່ພົນຂອງພຣະເຈົ້າ, ເລີ່ມຕົ້ນໃນສະຖານທີ່ນີ້, ແມ່ນແຕ່ສະຖານທີ່ຂອງ ພຣະວິຫານ, ຊຶ່ງພຣະວິຫານຈະຖືກສ້າງຂຶ້ນໃນຄົນລຸ້ນນີ້.
5 ເພາະຕາມຄວາມຈິງຄົນລຸ້ນນີ້ຈະບໍ່ລ່ວງລັບໄປຈົນກວ່າບ້ານແຫ່ງນີ້ຈະຖືກສ້າງຂຶ້ນໃຫ້ແກ່ພຣະຜູ້ເປັນເຈົ້າ, ແລະ ເມກຈະມາຢູ່ເທິງນັ້ນ, ຊຶ່ງເມກນັ້ນຈະເປັນແມ່ນແຕ່ດັ່ງ ລັດສະໝີພາບຂອງພຣະຜູ້ເປັນເຈົ້າ, ຊຶ່ງຈະເຕັມຢູ່ໃນບ້ານ.
6 ແລະ ພວກລູກຊາຍຂອງໂມເຊ, ຕາມຖານະປະໂລຫິດສັກສິດ ຊຶ່ງເພິ່ນໄດ້ຮັບພາຍໃຕ້ ມື ຂອງພໍ່ເຖົ້າຂອງເພິ່ນ, ເຢທະໂຣ;
7 ແລະ ເຢທະໂຣ ໄດ້ຮັບມັນພາຍໃຕ້ມືຂອງ ກາເຫລັບ;
8 ແລະ ກາເຫລັບ ໄດ້ຮັບມັນພາຍໃຕ້ມືຂອງ ເອລີຮູ;
9 ແລະ ເອລີຮູ ພາຍໃຕ້ມືຂອງ ເຢເຣມີ;
10 ແລະ ເຢເຣມີ ພາຍໃຕ້ມືຂອງ ກາດ;
11 ແລະ ກາດ ພາຍໃຕ້ມືຂອງ ເອຊາອັດ;
12 ແລະ ເອຊາອັດ ໄດ້ຮັບມັນພາຍໃຕ້ພຣະຫັດຂອງພຣະເຈົ້າ.
13 ເອຊາອັດກໍໄດ້ມີຊີວິດຢູ່ໃນວັນເວລາຂອງອັບຣາຮາມຄືກັນ, ແລະ ໄດ້ຮັບພອນຈາກເພິ່ນ—
14 ຊຶ່ງ ອັບຣາຮາມໄດ້ຮັບຖານະປະໂລຫິດຈາກ ເມນຄີເສເດັກ, ຜູ້ໄດ້ຮັບມັນຜ່ານທາຍາດຂອງບັນພະບຸລຸດຂອງເພິ່ນ, ແມ່ນແຕ່ຈົນເຖິງ ໂນອາ;
15 ແລະ ຈາກໂນອາຈົນເຖິງ ເອນົກ, ຜ່ານທາຍາດຂອງບັນພະບຸລຸດຂອງພວກເພິ່ນ;
16 ແລະ ຈາກເອນົກ ເຖິງ ອາເບັນ, ຜູ້ຖືກຂ້າໂດຍ ແຜນລັບຂອງອ້າຍຂອງລາວ, ຜູ້ ໄດ້ຮັບຖານະປະໂລຫິດໂດຍພຣະບັນຊາຂອງພຣະເຈົ້າ, ໂດຍມືຂອງພໍ່ຂອງລາວ ອາດາມ, ຜູ້ເປັນມະນຸດຄົນທຳອິດ—
17 ຊຶ່ງ ຖານະປະໂລຫິດນັ້ນຍັງມີຢູ່ຕໍ່ໄປ ໃນສາດສະໜາຈັກຂອງພຣະເຈົ້າຕະຫລອດທຸກຍຸກທຸກສະໄໝ, ແລະ ປາດສະຈາກການເລີ່ມຕົ້ນຂອງມື້ ຫລື ການສິ້ນສຸດຂອງປີ.
18 ແລະ ພຣະຜູ້ເປັນເຈົ້າໄດ້ຢືນຢັນ ຖານະປະໂລຫິດໄວ້ເທິງ ອາໂຣນນຳອີກ ແລະ ລູກຫລານຂອງເພິ່ນ, ຕະຫລອດທຸກຍຸກທຸກສະໄໝຂອງພວກເພິ່ນ, ຊຶ່ງຖານະປະໂລຫິດນັ້ນຍັງມີຢູ່ຕໍ່ໄປ ແລະ ຄົງຢູ່ຕະຫລອດໄປກັບຖານະປະໂລຫິດ ຊຶ່ງຕາມລະບຽບອັນສັກສິດທີ່ສຸດຂອງພຣະເຈົ້າ.
19 ແລະ ຖານະປະໂລຫິດດັ່ງກ່າວທີ່ສູງກວ່າປະຕິບັດພຣະກິດຕິຄຸນ ແລະ ຖືຂໍກະແຈແຫ່ງ ຄວາມລຶກລັບ ຂອງອານາຈັກ, ແມ່ນແຕ່ຂໍກະແຈແຫ່ງ ຄວາມຮູ້ຂອງພຣະເຈົ້າ.
20 ສະນັ້ນ, ໃນ ພິທີການດັ່ງກ່າວ, ອຳນາດຂອງຄວາມເປັນເໝືອນພຣະເຈົ້າຈະສະແດງໃຫ້ປະຈັກ.
21 ແລະ ຖ້າຫາກປາດສະຈາກພິທີການດັ່ງກ່າວ, ແລະ ສິດອຳນາດຂອງຖານະປະໂລຫິດ, ອຳນາດຂອງຄວາມເປັນເໝືອນພຣະເຈົ້າ ຈະບໍ່ສະແດງໃຫ້ປະຈັກແກ່ມະນຸດໃນເນື້ອໜັງ;
22 ເພາະປາດສະຈາກສິ່ງນີ້ ບໍ່ມີ ມະນຸດຄົນໃດຈະໄດ້ເຫັນພຣະພັກຂອງພຣະເຈົ້າ, ແມ່ນແຕ່ພຣະບິດາ, ແລະ ມີຊີວິດຢູ່.
23 ບັດນີ້ ໂມເຊໄດ້ສິດສອນສິ່ງດັ່ງກ່າວຢ່າງແຈ່ມແຈ້ງ ແກ່ລູກຫລານຂອງອິດສະຣາເອນໃນຖິ່ນແຫ້ງແລ້ງກັນດານ, ແລະ ໄດ້ພະຍາຍາມຢ່າງພາກພຽນທີ່ຈະ ຊຳລະຜູ້ຄົນຂອງເພິ່ນໃຫ້ບໍລິສຸດ ເພື່ອວ່າພວກເຂົາຈະໄດ້ ເຫັນພຣະພັກຂອງພຣະເຈົ້າ;
24 ແຕ່ພວກເຂົາໄດ້ເຮັດໃຈ ແຂງກະດ້າງ ແລະ ບໍ່ສາມາດອົດທົນກັບການປະທັບຢູ່ຂອງພຣະອົງ; ສະນັ້ນ, ພຣະຜູ້ເປັນເຈົ້າໃນຄວາມ ພຣະພິໂລດຂອງພຣະອົງ, ເພາະຄວາມໂມໂຫຂອງພຣະອົງໄດ້ເກີດກັບພວກເຂົາ, ໄດ້ສາບານວ່າພວກເຂົາຈະບໍ່ໄດ້ ເຂົ້າໄປໃນທີ່ພັກຂອງພຣະອົງ ໃນຂະນະທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານ, ຊຶ່ງທີ່ພັກນັ້ນຄືຄວາມສົມບູນແຫ່ງລັດສະໝີພາບຂອງພຣະອົງ.
25 ສະນັ້ນ, ພຣະອົງຈຶ່ງໄດ້ເອົາ ໂມເຊໄປຈາກທ່າມກາງພວກເຂົາ, ແລະ ພ້ອມ ຖານະປະໂລຫິດສັກສິດດ້ວຍ;
26 ແລະ ຖານະປະໂລຫິດທີ່ຕ່ຳກວ່າມີຢູ່ຕໍ່ໄປ, ຊຶ່ງຖານະປະໂລຫິດທີ່ຕ່ຳກວ່າຖື ຂໍກະແຈແຫ່ງ ການປະຕິບັດຂອງເຫລົ່າທູດ ແລະ ຂອງພຣະກິດຕິຄຸນຂັ້ນຕຽມ;
27 ຊຶ່ງພຣະກິດຕິຄຸນດັ່ງກ່າວຄືພຣະກິດຕິຄຸນແຫ່ງ ການກັບໃຈ ແລະ ແຫ່ງ ການບັບຕິສະມາ, ແລະ ການປົດບາບ, ແລະ ກົດຂອງພຣະບັນຍັດ ຝ່າຍໂລກ, ຊຶ່ງພຣະຜູ້ເປັນເຈົ້າໃນພຣະພິໂລດຂອງພຣະອົງໄດ້ເຮັດໃຫ້ມັນມີຢູ່ຕໍ່ໄປກັບເຊື້ອສາຍຂອງອາໂຣນ ໃນບັນດາລູກຫລານຂອງອິດສະຣາເອນຈົນເຖິງ ໂຢຮັນ, ຜູ້ຊຶ່ງພຣະເຈົ້າໄດ້ຍົກຂຶ້ນ, ໂດຍທີ່ ເຕັມໄປດ້ວຍພຣະວິນຍານບໍລິສຸດ ນັບແຕ່ຢູ່ໃນຄັນຂອງແມ່ຂອງເພິ່ນ.
28 ເພາະເພິ່ນໄດ້ຮັບບັບຕິສະມາໃນຂະນະທີ່ເພິ່ນຢູ່ໃນໄວເຍົາ, ແລະ ໄດ້ຮັບການແຕ່ງຕັ້ງຕໍ່ອຳນາດນີ້ໂດຍທູດຂອງພຣະເຈົ້າຕອນເພິ່ນມີອາຍຸໄດ້ແປດມື້, ເພື່ອໂຄ່ນລົ້ມອານາຈັກຂອງຊາວຢິວ, ແລະ ເພື່ອ ຕຽມທາງຂອງພຣະຜູ້ເປັນເຈົ້າໃຫ້ຊື່ຢູ່ຕໍ່ໜ້າຜູ້ຄົນຂອງພຣະອົງ, ເພື່ອຕຽມພວກເຂົາສຳລັບການສະເດັດມາຂອງພຣະຜູ້ເປັນເຈົ້າ, ຊຶ່ງໃນພຣະຫັດຂອງພຣະອົງ ອຳນາດທັງມວນໄດ້ຖືກມອບໃຫ້.
29 ແລະ ອີກເທື່ອໜຶ່ງ, ຕຳແໜ່ງຂອງແອວເດີ ແລະ ອະທິການເປັນ ສ່ວນປະກອບທີ່ຈຳເປັນຂອງຖານະປະໂລຫິດສູງ.
30 ແລະ ອີກເທື່ອໜຶ່ງ, ຕຳແໜ່ງຂອງຄູສອນ ແລະ ມັກຄະນາຍົກເປັນສ່ວນປະກອບທີ່ຈຳເປັນຂອງຖານະປະໂລຫິດທີ່ຕ່ຳກວ່າ, ຊຶ່ງຖານະປະໂລຫິດດັ່ງກ່າວໄດ້ຖືກຢືນຢັນໄວ້ເທິງອາໂຣນ ແລະ ພວກລູກຊາຍຂອງເພິ່ນ.
31 ສະນັ້ນ, ດັ່ງທີ່ຂ້າພະເຈົ້າໄດ້ກ່າວກ່ຽວກັບພວກລູກຊາຍຂອງໂມເຊ—ເພາະພວກລູກຊາຍຂອງໂມເຊ ແລະ ພວກລູກຊາຍຂອງອາໂຣນນຳອີກ ຈະ ຖວາຍເຄື່ອງເຜົາ ແລະ ເຄື່ອງບູຊາອັນເປັນທີ່ຍອມຮັບໃນບ້ານຂອງພຣະຜູ້ເປັນເຈົ້າ, ຊຶ່ງບ້ານນັ້ນຈະຖືກສ້າງໃຫ້ແກ່ພຣະຜູ້ເປັນເຈົ້າໃນຄົນລຸ້ນນີ້, ໄວ້ເທິງ ບ່ອນທີ່ໄດ້ຮັບການອຸທິດຖວາຍແລ້ວ ດັ່ງທີ່ເຮົາໄດ້ກຳນົດໄວ້—
32 ແລະ ພວກລູກຊາຍຂອງໂມເຊ ແລະ ຂອງອາໂຣນ ຈະເຕັມໄປດ້ວຍ ລັດສະໝີພາບຂອງພຣະຜູ້ເປັນເຈົ້າ, ຢູ່ເທິງ ພູຊີໂອນໃນບ້ານຂອງພຣະຜູ້ເປັນເຈົ້າ, ຊຶ່ງລູກຊາຍທັງຫລາຍຂອງພວກເພິ່ນຄືພວກເຈົ້າ; ແລະ ຫລາຍຄົນອື່ນອີກ ຜູ້ຊຶ່ງເຮົາໄດ້ເອີ້ນ ແລະ ໄດ້ສົ່ງອອກໄປສ້າງສາ ສາດສະໜາຈັກຂອງເຮົາ.
33 ເພາະຜູ້ໃດທີ່ ຊື່ສັດຕໍ່ການໄດ້ຮັບ ຖານະປະໂລຫິດທັງສອງຢ່າງນີ້ ຊຶ່ງເຮົາໄດ້ກ່າວມານັ້ນ, ແລະ ຂະຫຍາຍການເອີ້ນຂອງຕົນ, ຍ່ອມໄດ້ຮັບການ ຊຳລະໃຫ້ບໍລິສຸດແລ້ວໂດຍພຣະວິນຍານຈົນເຖິງການເຮັດໃຫ້ຮ່າງກາຍຂອງພວກເຂົາໃໝ່ຄືນອີກ.
34 ພວກເຂົາກາຍເປັນລູກຊາຍຂອງໂມເຊ ແລະ ຂອງອາໂຣນ ແລະ ເປັນ ເຊື້ອສາຍຂອງ ອັບຣາຮາມ, ແລະ ເປັນຂອງສາດສະໜາຈັກ ແລະ ອານາຈັກ, ແລະ ເປັນ ຜູ້ຖືກເລືອກໄວ້ຂອງພຣະເຈົ້າ.
35 ແລະ ທຸກຄົນນຳອີກທີ່ຮັບເອົາຖານະປະໂລຫິດນີ້ ກໍຮັບເອົາເຮົາຄືກັນ, ພຣະຜູ້ເປັນເຈົ້າໄດ້ກ່າວ;
36 ເພາະຄົນໃດທີ່ຮັບເອົາຜູ້ຮັບໃຊ້ຂອງເຮົາ ກໍ ຮັບເອົາເຮົາຄືກັນ;
37 ແລະ ຄົນໃດທີ່ ຮັບເອົາເຮົາ ກໍຮັບເອົາພຣະບິດາຂອງເຮົາຄືກັນ;
38 ແລະ ຄົນໃດທີ່ຮັບເອົາພຣະບິດາຂອງເຮົາ ກໍຮັບເອົາອານາຈັກຂອງພຣະບິດາຂອງເຮົາ; ສະນັ້ນ ທຸກສິ່ງທີ່ພຣະບິດາຂອງເຮົາມີ ຈະຖືກມອບໃຫ້ແກ່ເຂົາ.
39 ແລະ ສິ່ງນີ້ເປັນໄປຕາມ ຄຳສາບານ ແລະ ພັນທະສັນຍາ ຊຶ່ງເປັນຂອງຖານະປະໂລຫິດ.
40 ສະນັ້ນ, ທຸກຄົນເຫລົ່ານັ້ນທີ່ໄດ້ຮັບຖານະປະໂລຫິດ, ໄດ້ຮັບຄຳສາບານ ແລະ ພັນທະສັນຍາຂອງພຣະບິດາຂອງເຮົາ, ຊຶ່ງເຂົາຈະຝ່າຝືນບໍ່ໄດ້, ທັງຈະປ່ຽນແປງບໍ່ໄດ້.
41 ແຕ່ຜູ້ໃດທີ່ ຝ່າຝືນພັນທະສັນຍານີ້ ຫລັງຈາກເຂົາໄດ້ຮັບມັນແລ້ວ, ແລະ ຫັນໜີຈາກມັນຢ່າງສິ້ນເຊີງ, ຈະ ບໍ່ໄດ້ຮັບການໃຫ້ອະໄພຈາກບາບໃນໂລກນີ້ ຫລື ໃນໂລກທີ່ຈະມາເຖິງ.
42 ແລະ ວິບັດແກ່ທຸກຄົນເຫລົ່ານັ້ນຜູ້ບໍ່ມາຫາຖານະປະໂລຫິດນີ້ ຊຶ່ງພວກເຈົ້າໄດ້ຮັບ, ຊຶ່ງບັດນີ້ເຮົາໄດ້ຢືນຢັນມັນໄວ້ເທິງຫົວຂອງພວກເຈົ້າ ຜູ້ທີ່ຢູ່ໃນມື້ນີ້, ໂດຍສຽງຂອງເຮົາເອງທີ່ອອກມາຈາກສະຫວັນ; ແລະ ແມ່ນແຕ່ ເຮົາກໍໄດ້ໃຫ້ ເຫລົ່າທູດສະຫວັນ ແລະ ທູດຂອງເຮົາດູແລເລື່ອງພວກເຈົ້າ.
43 ແລະ ບັດນີ້ເຮົາໄດ້ມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຈົ້າ ເພື່ອໃຫ້ລະວັງກ່ຽວກັບຕົນເອງ, ເພື່ອໃຫ້ ເອົາໃຈໃສ່ຢ່າງພາກພຽນຕໍ່ພຣະຄຳແຫ່ງຊີວິດນິລັນດອນ.
44 ເພາະພວກເຈົ້າຕ້ອງ ດຳລົງຊີວິດຕາມທຸກຄຳທີ່ອອກມາຈາກພຣະໂອດຂອງພຣະເຈົ້າ.
45 ເພາະ ພຣະຄຳຂອງພຣະຜູ້ເປັນເຈົ້າເປັນ ຄວາມຈິງ, ແລະ ສິ່ງໃດກໍຕາມທີ່ເປັນຄວາມຈິງຄືຄວາມສະຫວ່າງ, ແລະ ສິ່ງໃດກໍຕາມທີ່ເປັນຄວາມສະຫວ່າງຄືພຣະວິນຍານ, ແມ່ນແຕ່ພຣະວິນຍານຂອງພຣະເຢຊູຄຣິດ.
46 ແລະ ພຣະວິນຍານໃຫ້ ຄວາມສະຫວ່າງແກ່ ມະນຸດທຸກຄົນທີ່ມາສູ່ໂລກ; ແລະ ພຣະວິນຍານໃຫ້ຄວາມສະຫວ່າງແກ່ທຸກຄົນຕະຫລອດທົ່ວໂລກທີ່ເຊື່ອຟັງສຸລະສຽງຂອງພຣະວິນຍານ.
47 ແລະ ທຸກຄົນທີ່ເຊື່ອຟັງສຸລະສຽງຂອງພຣະວິນຍານຍ່ອມມາຫາພຣະເຈົ້າ, ແມ່ນແຕ່ພຣະບິດາ.
48 ແລະ ພຣະບິດາຈະ ສິດສອນເຂົາເຖິງ ພັນທະສັນຍາ ຊຶ່ງພຣະອົງໄດ້ຕໍ່ ແລະ ຢືນຢັນໄວ້ເທິງພວກເຈົ້າ, ຊຶ່ງໄດ້ຢືນຢັນໄວ້ເທິງພວກເຈົ້າເພື່ອເຫັນແກ່ພວກເຈົ້າ, ແລະ ບໍ່ແມ່ນເພື່ອເຫັນແກ່ພວກເຈົ້າພຽງເທົ່ານັ້ນ, ແຕ່ເພື່ອເຫັນແກ່ໂລກທັງໂລກນຳອີກ.
49 ແລະ ໂລກທັງ ໂລກຢູ່ໃນຄວາມບາບ, ແລະ ຮ້ອງຄວນຄາງຢູ່ພາຍໃຕ້ ຄວາມມືດ ແລະ ຢູ່ພາຍໃຕ້ຄວາມເປັນທາດຂອງບາບ.
50 ແລະ ໂດຍສິ່ງນີ້ພວກເຈົ້າຈະຮູ້ວ່າ ພວກເຂົາຢູ່ພາຍໃຕ້ ຄວາມເປັນທາດຂອງ ບາບ, ເພາະວ່າພວກເຂົາບໍ່ໄດ້ມາຫາເຮົາ.
51 ເພາະຄົນໃດກໍຕາມທີ່ບໍ່ມາຫາເຮົາ ຍ່ອມຢູ່ພາຍໃຕ້ຄວາມເປັນທາດຂອງບາບ.
52 ແລະ ຜູ້ໃດກໍຕາມທີ່ບໍ່ຍອມຮັບສຽງຂອງເຮົາ ຍ່ອມບໍ່ຄຸ້ນເຄີຍກັບ ສຽງຂອງເຮົາ, ແລະ ບໍ່ໄດ້ເປັນຂອງເຮົາ.
53 ແລະ ໂດຍສິ່ງນີ້ພວກເຈົ້າຈະຮູ້ຈັກຄົນຊອບທຳຈາກຄົນຊົ່ວ, ແລະ ວ່າໂລກທັງ ໂລກຈະ ຮ້ອງຄວນຄາງພາຍໃຕ້ ບາບ ແລະ ຄວາມມືດແມ່ນແຕ່ບັດນີ້.
54 ແລະ ໃນເວລາທີ່ຜ່ານມາ ຈິດໃຈຂອງພວກເຈົ້າຖືກເຮັດໃຫ້ມືດມົນເພາະຄວາມ ບໍ່ເຊື່ອຖື, ແລະ ເພາະພວກເຈົ້າໄດ້ເຮັດຫລິ້ນໆກັບສິ່ງທີ່ພວກເຈົ້າໄດ້ຮັບ—
55 ຊຶ່ງ ຄວາມໂອ້ອວດ ແລະ ຄວາມບໍ່ເຊື່ອຖືໄດ້ນຳທັງສາດສະໜາຈັກມາຢູ່ພາຍໃຕ້ການກ່າວໂທດ.
56 ແລະ ການກ່າວໂທດນີ້ຈະຢູ່ເທິງລູກຫລານຂອງຊີໂອນ, ແມ່ນແຕ່ທັງໝົດ.
57 ແລະ ເຂົາຈະຢູ່ພາຍໃຕ້ການກ່າວໂທດນີ້ຈົນກວ່າເຂົາຈະກັບໃຈ ແລະ ຈື່ຈຳ ພັນທະສັນຍາໃໝ່, ແມ່ນແຕ່ ພຣະຄຳພີມໍມອນ ແລະ ບັນຍັດ ກ່ອນນັ້ນ ຊຶ່ງເຮົາໄດ້ປະທານໃຫ້ເຂົາ, ບໍ່ແມ່ນພຽງເພື່ອກ່າວເທົ່ານັ້ນ, ແຕ່ເພື່ອ ເຮັດຕາມທີ່ເຮົາໄດ້ຂຽນໄວ້ນຳອີກ—
58 ເພື່ອວ່າເຂົາຈະໄດ້ນຳຜົນອັນເໝາະສົມກັບອານາຈັກຂອງພຣະບິດາອອກມາ; ຖ້າບໍ່ດັ່ງນັ້ນການຂ້ຽນຕີ ແລະ ການພິພາກສາຈະຖອກເທລົງມາເທິງລູກຫລານຂອງຊີໂອນຢູ່.
59 ເພາະລູກຫລານຂອງອານາຈັກຈະເຮັດໃຫ້ແຜ່ນດິນສັກສິດຂອງເຮົາສົກກະປົກບໍ? ຕາມຄວາມຈິງແລ້ວ, ເຮົາກ່າວກັບເຈົ້າວ່າ, ບໍ່ເລີຍ.
60 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ ຜູ້ໄດ້ຍິນ ຄຳຂອງເຮົາໃນຕອນນີ້, ຊຶ່ງເປັນສຽງຂອງເຮົາ, ພວກເຈົ້າເປັນສຸກແລ້ວ ຕາບໃດທີ່ພວກເຈົ້າຮັບເອົາສິ່ງເຫລົ່ານີ້;
61 ເພາະເຮົາຈະ ໃຫ້ອະໄພພວກເຈົ້າກ່ຽວກັບບາບຂອງພວກເຈົ້າພ້ອມດ້ວຍບັນຍັດຂໍ້ນີ້—ພວກເຈົ້າຕ້ອງຍຶດໝັ້ນໃນຈິດໃຈຂອງພວກເຈົ້າດ້ວຍຄວາມ ນອບນ້ອມ ແລະ ໃນວິນຍານແຫ່ງການອະທິຖານ, ໃນການສະແດງປະຈັກພະຍານຕໍ່ໂລກເຖິງເລື່ອງເຫລົ່ານັ້ນທີ່ໄດ້ສື່ສານມາເຖິງພວກເຈົ້າ.
62 ສະນັ້ນ, ພວກເຈົ້າຈົ່ງ ໄປທົ່ວໂລກ; ແລະ ບ່ອນໃດກໍຕາມທີ່ພວກເຈົ້າບໍ່ສາມາດໄປຫາ ໃຫ້ພວກເຈົ້າສົ່ງມັນໄປ, ເພື່ອວ່າປະຈັກພະຍານນັ້ນຈະໄດ້ອອກຈາກພວກເຈົ້າໄປທົ່ວໂລກເຖິງມະນຸດສະໂລກທັງໝົດ.
63 ແລະ ດັ່ງທີ່ເຮົາໄດ້ກ່າວກັບອັກຄະສາວົກຂອງເຮົາສັນໃດ, ແມ່ນແຕ່ສັນນັ້ນເຮົາຈະກ່າວກັບພວກເຈົ້າ, ເພາະພວກເຈົ້າເປັນ ອັກຄະສາວົກຂອງເຮົາ, ແມ່ນແຕ່ມະຫາປະໂລຫິດຂອງພຣະເຈົ້າ; ພວກເຈົ້າຄືຜູ້ທີ່ພຣະບິດາຂອງເຮົາໄດ້ ມອບໃຫ້ເຮົາ; ພວກເຈົ້າຄື ມິດສະຫາຍຂອງເຮົາ;
64 ສະນັ້ນ, ດັ່ງທີ່ເຮົາໄດ້ກ່າວກັບອັກຄະສາວົກຂອງເຮົາ, ເຮົາກ່າວກັບພວກເຈົ້າອີກ, ວ່າ ທຸກຄົນທີ່ ເຊື່ອຖ້ອຍຄຳຂອງພວກເຈົ້າ, ແລະ ຮັບບັບຕິສະມາໂດຍນ້ຳເພື່ອ ການປົດບາບ, ຈະໄດ້ຮັບ ພຣະວິນຍານບໍລິສຸດ.
65 ແລະ ເຄື່ອງໝາຍເຫລົ່ານີ້ຈະຕິດຕາມຄົນທີ່ເຊື່ອ—
66 ໃນນາມຂອງເຮົາ ພວກເຂົາຈະເຮັດ ວຽກງານອັນໜ້າອັດສະຈັນໃຈຫລາຍຢ່າງ;
67 ໃນ ນາມຂອງເຮົາ ພວກເຂົາຈະຂັບໄລ່ຜີມານໃຫ້ອອກໄປ;
68 ໃນນາມຂອງເຮົາ ພວກເຂົາຈະ ປິ່ນປົວຄົນເຈັບປ່ວຍ;
69 ໃນນາມຂອງເຮົາ ພວກເຂົາຈະເປີດຕາຂອງຄົນຕາບອດ, ແລະ ເປີດຫູຂອງຄົນຫູໜວກ;
70 ແລະ ລີ້ນຂອງຄົນປາກກືກຈະເວົ້າໄດ້;
71 ແລະ ຖ້າຄົນໃດຈະໃສ່ ຢາພິດພວກເຂົາ ມັນກໍຈະບໍ່ເປັນອັນຕະລາຍຕໍ່ພວກເຂົາ;
72 ແລະ ພິດຂອງງູ ຈະບໍ່ມີພະລັງທີ່ຈະທຳຮ້າຍພວກເຂົາ.
73 ແຕ່ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຂົາ, ວ່າພວກເຂົາຈະບໍ່ ອວດອ້າງຕົນເອງເຖິງເລື່ອງເຫລົ່ານີ້, ທັງບໍ່ໃຫ້ກ່າວເຖິງເລື່ອງເຫລົ່ານີ້ຢູ່ຕໍ່ໜ້າໂລກ; ເພາະເລື່ອງເຫລົ່ານີ້ໄດ້ຖືກມອບໃຫ້ພວກເຈົ້າເພື່ອຜົນປະໂຫຍດຂອງພວກເຈົ້າ ແລະ ເພື່ອຄວາມລອດຂອງພວກເຈົ້າ.
74 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ, ຄົນທີ່ບໍ່ເຊື່ອຖ້ອຍຄຳຂອງພວກເຈົ້າ, ແລະ ບໍ່ ຮັບບັບຕິສະມາໃນນ້ຳໃນນາມຂອງເຮົາ, ເພື່ອການປົດບາບຂອງພວກເຂົາ, ເພື່ອພວກເຂົາຈະໄດ້ຮັບພຣະວິນຍານບໍລິສຸດ, ຈະ ອັບປະໂຫຍດ, ແລະ ຈະບໍ່ໄດ້ມາຫາອານາຈັກຂອງພຣະບິດາຂອງເຮົາ ບ່ອນທີ່ພຣະບິດາຂອງເຮົາ ແລະ ເຮົາຢູ່.
75 ແລະ ການເປີດເຜີຍນີ້ທີ່ພວກເຈົ້າໄດ້ຮັບ, ແລະ ບັນຍັດ, ມີຜົນນັບແຕ່ຊົ່ວໂມງນີ້ໄປເຖິງທົ່ວໂລກ, ແລະ ພຣະກິດຕິຄຸນໄປເຖິງທຸກຄົນທີ່ຍັງບໍ່ໄດ້ຮັບມັນເທື່ອ.
76 ແຕ່, ຕາມຄວາມຈິງແລ້ວ ເຮົາກ່າວກັບທຸກຄົນເຫລົ່ານັ້ນ ຜູ້ຊຶ່ງອານາຈັກຖືກມອບໃຫ້—ພວກເຈົ້າຕ້ອງນຳສິ່ງນີ້ໄປສັ່ງສອນພວກເຂົາ, ເພື່ອວ່າພວກເຂົາຈະກັບໃຈຈາກວຽກງານອັນຊົ່ວຮ້າຍທີ່ຜ່ານມາຂອງພວກເຂົາ; ເພາະພວກເຂົາຈະຖືກຕຳນິເນື່ອງດ້ວຍໃຈອັນຊົ່ວຮ້າຍຂອງພວກເຂົາທີ່ບໍ່ເຊື່ອ, ແລະ ອ້າຍນ້ອງຂອງພວກເຈົ້າໃນຊີໂອນເນື່ອງດ້ວຍການກະບົດຂອງພວກເຂົາຕໍ່ພວກເຈົ້າໃນເວລາທີ່ເຮົາໄດ້ສົ່ງພວກເຈົ້າໄປ.
77 ແລະ ອີກເທື່ອໜຶ່ງ ເຮົາກ່າວກັບພວກເຈົ້າ, ເພື່ອນທັງຫລາຍຂອງເຮົາ, ເພາະນັບແຕ່ນີ້ເປັນຕົ້ນໄປເຮົາຈະເອີ້ນພວກເຈົ້າວ່າເພື່ອນ, ມັນເປັນສິ່ງຈຳເປັນທີ່ເຮົາຈະມອບບັນຍັດຂໍ້ນີ້ແກ່ພວກເຈົ້າ, ເພື່ອວ່າພວກເຈົ້າຈະກາຍເປັນແມ່ນແຕ່ ເພື່ອນຂອງເຮົາໃນເວລາທີ່ເຮົາຢູ່ນຳພວກເຂົາ, ເດີນທາງໄປສັ່ງສອນພຣະກິດຕິຄຸນໃນອຳນາດຂອງເຮົາ;
78 ເພາະເຮົາບໍ່ຍອມໃຫ້ພວກເຂົາມີ ກະເປົາເງິນ ຫລື ກະເປົາເຄື່ອງ, ທັງບໍ່ໃຫ້ມີເສື້ອໃຫຍ່ສອງໂຕນຳອີກ.
79 ຈົ່ງເບິ່ງ, ເຮົາສົ່ງພວກເຈົ້າອອກໄປເພື່ອພິສູດໂລກ, ແລະ ຄົນງານກໍເໝາະສົມກັບ ຄ່າຈ້າງຂອງເຂົາ.
80 ແລະ ຄົນໃດທີ່ຈະໄປ ແລະ ສັ່ງສອນ ພຣະກິດຕິຄຸນຂອງອານາຈັກ, ແລະ ບໍ່ລົ້ມເຫລວທີ່ຈະຊື່ສັດຕໍ່ໄປໃນທຸກສິ່ງ, ຈະບໍ່ເມື່ອຍລ້າໃນຈິດໃຈ, ທັງບໍ່ມືດມົນ, ທັງໃນຮ່າງກາຍ, ແຂນຂາ, ຫລື ຂໍ້ຕໍ່; ແລະ ຜົມເສັ້ນໜຶ່ງຈາກຫົວຂອງເຂົາ ກໍຈະບໍ່ລົ່ນລົງພື້ນດິນຢ່າງບໍ່ຖືກສັງເກດເຫັນ. ແລະ ພວກເຂົາຈະບໍ່ຫິວ, ທັງບໍ່ກະຫາຍເລີຍ.
81 ສະນັ້ນ, ຢ່າ ຄິດນຳມື້ອື່ນ, ວ່າພວກເຈົ້າຈະກິນຫຍັງ, ຫລື ພວກເຈົ້າຈະດື່ມຫຍັງ, ຫລື ພວກເຈົ້າຈະນຸ່ງຫົ່ມຫຍັງ.
82 ເພາະ, ຈົ່ງສັງເກດເບິ່ງດອກໄມ້ໃນທົ່ງ, ວ່າມັນເຕີບໂຕຂຶ້ນໄດ້ແນວໃດ, ມັນບໍ່ໄດ້ທຳງານ ທັງບໍ່ໄດ້ເຂັນຝ້າຍ; ແລະ ອານາຈັກຂອງໂລກ, ໃນຄວາມສະຫງ່າລາສີທັງໝົດຂອງມັນ, ຍັງບໍ່ໄດ້ທົງເຄື່ອງງາມເທົ່າກັບດອກໄມ້ເຫລົ່ານີ້ດອກໜຶ່ງ.
83 ເພາະ ພຣະບິດາຂອງພວກເຈົ້າ, ຜູ້ສະຖິດຢູ່ໃນສະຫວັນ, ຮູ້ວ່າພວກເຈົ້າຕ້ອງການສິ່ງທັງໝົດນີ້.
84 ສະນັ້ນ, ໃຫ້ມື້ອື່ນ ຄິດເຖິງເລື່ອງຂອງມັນເອງ.
85 ທັງບໍ່ໃຫ້ພວກເຈົ້າຄິດລ່ວງໜ້າວ່າພວກເຈົ້າຈະກ່າວ ຫຍັງ; ແຕ່ໃຫ້ ສະສົມຖ້ອຍຄຳແຫ່ງຊີວິດໄວ້ໃນຈິດໃຈຂອງພວກເຈົ້າເລື້ອຍໄປ, ແລະ ມັນຈະຖືກ ມອບໃຫ້ແກ່ພວກເຈົ້າໃນຊົ່ວໂມງນັ້ນເອງ ສ່ວນທີ່ຈະຜອງໃຫ້ແກ່ມະນຸດທຸກຄົນ.
86 ສະນັ້ນ, ຢ່າໃຫ້ຄົນໃດໃນບັນດາພວກເຈົ້າ, ທີ່ຈະອອກໄປປະກາດພຣະກິດຕິຄຸນນີ້ຂອງອານາຈັກຈາກຊົ່ວໂມງນີ້ ເອົາກະເປົາເງິນ ຫລື ກະເປົາເຄື່ອງໄປນຳ; ເພາະບັນຍັດຂໍ້ນີ້ແມ່ນສຳລັບທຸກຄົນທີ່ ຊື່ສັດຜູ້ຖືກເອີ້ນຈາກພຣະເຈົ້າໃນສາດສະໜາຈັກ ໃຫ້ປະຕິບັດສາດສະໜາກິດ.
87 ຈົ່ງເບິ່ງ, ເຮົາ ສົ່ງພວກເຈົ້າໄປເພື່ອຕຳນິໂລກ ເຖິງການກະທຳທີ່ບໍ່ຊອບທຳທັງໝົດຂອງພວກເຂົາ, ແລະ ເພື່ອສິດສອນພວກເຂົາເຖິງການພິພາກສາທີ່ຈະມາເຖິງ.
88 ແລະ ຜູ້ໃດກໍຕາມທີ່ ຮັບເອົາພວກເຈົ້າ, ທີ່ນັ້ນເຮົາຈະຢູ່ນຳຄືກັນ, ເພາະເຮົາຈະອອກໜ້າພວກເຈົ້າ. ເຮົາຈະຢູ່ທາງເບື້ອງຂວາມືພວກເຈົ້າ ແລະ ທາງຊ້າຍພວກເຈົ້າ, ແລະ ວິນຍານຂອງເຮົາຈະຢູ່ໃນໃຈຂອງພວກເຈົ້າ, ແລະ ທູດຂອງເຮົາຈະອ້ອມຮອບພວກເຈົ້າໄວ້, ເພື່ອຄ້ຳຊູພວກເຈົ້າ.
89 ຜູ້ໃດກໍຕາມທີ່ຮັບເອົາພວກເຈົ້າ ກໍຮັບເອົາເຮົາຄືກັນ; ແລະ ຄົນໆນັ້ນຈະເອົາເຂົ້າໃຫ້ພວກເຈົ້າກິນ, ແລະ ຈະເອົາເຄື່ອງໃຫ້ພວກເຈົ້ານຸ່ງ, ແລະ ຈະມອບເງິນໃຫ້ພວກເຈົ້າ.
90 ແລະ ຄົນທີ່ເອົາເຂົ້າໃຫ້ພວກເຈົ້າກິນ, ຫລື ເອົາເຄື່ອງໃຫ້ພວກເຈົ້ານຸ່ງ, ຫລື ມອບເງິນໃຫ້ພວກເຈົ້າ, ຈະບໍ່ມີທາງ ສູນເສຍລາງວັນຂອງເຂົາໄປ.
91 ແລະ ຄົນທີ່ບໍ່ເຮັດສິ່ງເຫລົ່ານີ້ ບໍ່ໄດ້ເປັນສານຸສິດຂອງເຮົາ; ໂດຍການນີ້ພວກເຈົ້າຈະຮູ້ວ່າໃຜເປັນ ສານຸສິດຂອງເຮົາ.
92 ຄົນທີ່ບໍ່ຮັບເອົາພວກເຈົ້າ, ໃຫ້ພວກເຈົ້າໄປຈາກເຂົາ, ແລະ ລ້າງຕີນຂອງພວກເຈົ້າແມ່ນແຕ່ດ້ວຍນ້ຳ, ນ້ຳບໍລິສຸດ, ບໍ່ວ່າໃນຄວາມຮ້ອນ ຫລື ໃນຄວາມໜາວ, ແລະ ສະແດງປະຈັກພະຍານເຖິງສິ່ງນີ້ຕໍ່ພຣະບິດາຂອງພວກເຈົ້າ ຊຶ່ງສະຖິດຢູ່ໃນສະຫວັນ, ແລະ ຢ່າກັບຄືນໄປຫາຄົນນັ້ນອີກ.
93 ແລະ ບໍ່ວ່າໃນໝູ່ບ້ານໃດ ຫລື ເມືອງໃດກໍຕາມທີ່ພວກເຈົ້າເຂົ້າໄປ, ຈົ່ງເຮັດແບບດຽວກັນນີ້.
94 ເຖິງຢ່າງໃດກໍຕາມ, ຈົ່ງຊອກຫາຢ່າງພາກພຽນ ແລະ ຢ່າຢັບຢັ້ງ; ແລະ ວິບັດແກ່ເຮືອນຫລັງນັ້ນ, ຫລື ໝູ່ບ້ານນັ້ນ ຫລື ເມືອງນັ້ນທີ່ປະຕິເສດພວກເຈົ້າ, ຫລື ຖ້ອຍຄຳຂອງພວກເຈົ້າ, ຫລື ປະຈັກພະຍານຂອງພວກເຈົ້າເຖິງເຮົາ.
95 ວິບັດ, ເຮົາກ່າວອີກເທື່ອໜຶ່ງ, ແກ່ເຮືອນຫລັງນັ້ນ, ຫລື ໝູ່ບ້ານນັ້ນ ຫລື ເມືອງນັ້ນທີ່ປະຕິເສດພວກເຈົ້າ, ຫລື ຖ້ອຍຄຳຂອງພວກເຈົ້າ, ຫລື ປະຈັກພະຍານຂອງພວກເຈົ້າເຖິງເຮົາ;
96 ເພາະເຮົາ, ຜູ້ຊົງລິດອຳນາດຍິ່ງໃຫຍ່, ໄດ້ວາງມືຂອງເຮົາໄວ້ເທິງປະຊາຊາດ, ເພື່ອ ຂ້ຽນຕີພວກເຂົາເພາະ ຄວາມຊົ່ວຮ້າຍຂອງພວກເຂົາ.
97 ແລະ ໂຣກລະບາດຈະອອກໄປ, ແລະ ມັນຈະບໍ່ຖືກເອົາໄປຈາກແຜ່ນດິນໂລກ ຈົນກວ່າເຮົາໄດ້ສຳເລັດວຽກງານຂອງເຮົາເສຍກ່ອນ, ຊຶ່ງຈະຖືກຕັດໃຫ້ ສັ້ນລົງໃນຄວາມຊອບທຳ—
98 ຈົນກວ່າທຸກຄົນຈະຮູ້ຈັກເຮົາ, ຜູ້ທີ່ເຫລືອຢູ່, ແມ່ນແຕ່ຈາກນ້ອຍທີ່ສຸດຫາຍິ່ງໃຫຍ່ທີ່ສຸດ, ແລະ ຈະເຕັມໄປດ້ວຍຄວາມຮູ້ເລື່ອງພຣະຜູ້ເປັນເຈົ້າ, ແລະ ຈະ ເຫັນກັບຕາ, ແລະ ຈະເປັ່ງສຽງຂອງພວກເຂົາ, ແລະ ດ້ວຍສຽງຈະ ຮ້ອງເພງໃໝ່ນີ້ນຳກັນ, ມີຄວາມວ່າ:
99 ພຣະຜູ້ເປັນເຈົ້າໄດ້ນຳຊີໂອນຄືນມາອີກ;ພຣະຜູ້ເປັນເຈົ້າໄດ້ ໄຖ່ຜູ້ຄົນຂອງພຣະອົງ, ອິດສະຣາເອນ,ຕາມ ການເລືອກແຫ່ງ ພຣະຄຸນ,ຊຶ່ງບັງເກີດຂຶ້ນດ້ວຍສັດທາແລະ ພັນທະສັນຍາຂອງບັນພະບຸລຸດຂອງພວກເຂົາ.
100 ພຣະຜູ້ເປັນເຈົ້າໄດ້ໄຖ່ຜູ້ຄົນຂອງພຣະອົງ;ແລະ ຊາຕານຖືກ ມັດໄວ້ ແລະ ເວລາຈະບໍ່ມີຢູ່ອີກຕໍ່ໄປ.ພຣະຜູ້ເປັນເຈົ້າໄດ້ເຕົ້າໂຮມທຸກສິ່ງທັງປວງໄວ້ ນຳກັນ.ພຣະຜູ້ເປັນເຈົ້າໄດ້ນຳ ຊີໂອນລົງມາຈາກເບື້ອງເທິງ.ພຣະຜູ້ເປັນເຈົ້າໄດ້ ນຳຊີໂອນຂຶ້ນມາຈາກເບື້ອງລຸ່ມ.
101 ແຜ່ນດິນໂລກໄດ້ເຈັບທ້ອງ ແລະ ໄດ້ຄອດພະລັງຂອງນາງອອກມາ;ແລະ ຄວາມຈິງຖືກຈັດຕັ້ງຂຶ້ນໃນອຸທອນຂອງນາງ;ແລະ ສະຫວັນຍິ້ມໃຫ້ນາງ;ແລະ ນາງຖືກຫຸ້ມຫໍ່ດ້ວຍ ລັດສະໝີພາບຂອງພຣະເຈົ້າຂອງນາງ;ເພາະພຣະອົງຢືນຢູ່ໃນທ່າມກາງຜູ້ຄົນຂອງພຣະອົງ.
102 ລັດສະໝີພາບ, ແລະ ກຽດຕິຍົດ, ແລະ ອຳນາດ, ແລະ ພະລັງ,ຈົ່ງເປັນຂອງພຣະເຈົ້າຂອງພວກເຮົາ; ເພາະພຣະອົງເຕັມໄປດ້ວຍ ຄວາມເມດຕາ,ຄວາມຍຸດຕິທຳ, ພຣະຄຸນ, ແລະ ຄວາມຈິງ, ແລະ ສັນຕິສຸກ,ຕະຫລອດການ ແລະ ຕະຫລອດໄປ, ອາແມນ.
103 ແລະ ອີກເທື່ອໜຶ່ງ, ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າວ່າ, ມັນເປັນສິ່ງຈຳເປັນທີ່ທຸກຄົນຜູ້ອອກໄປປະກາດພຣະກິດຕິຄຸນອັນເປັນນິດຂອງເຮົາ, ວ່າຕາບໃດທີ່ພວກເຂົາມີຄອບຄົວ, ແລະ ໄດ້ຮັບເງິນເປັນຂອງຂວັນ, ວ່າພວກເຂົາຄວນສົ່ງມັນໄປໃຫ້ຄອບຄົວ ຫລື ໃຊ້ຈ່າຍມັນເພື່ອຜົນປະໂຫຍດຂອງຄອບຄົວ, ຕາມທີ່ພຣະຜູ້ເປັນເຈົ້າຈະແນະນຳພວກເຂົາ, ເພາະເຮົາເຫັນວ່າມັນເປັນສິ່ງດີດັ່ງນີ້.
104 ແລະ ໃຫ້ຄົນເຫລົ່ານັ້ນທຸກຄົນທີ່ບໍ່ມີຄອບຄົວ, ຜູ້ໄດ້ຮັບ ເງິນ, ສົ່ງມັນໄປໃຫ້ອະທິການໃນຊີໂອນ, ຫລື ໄປໃຫ້ອະທິການໃນລັດໂອໄຮໂອ, ເພື່ອອຸທິດຖວາຍສຳລັບການນຳການເປີດເຜີຍຕ່າງໆອອກມາ ແລະ ເພື່ອການພິມສິ່ງເຫລົ່ານັ້ນ, ແລະ ເພື່ອສະຖາປະນາຊີໂອນຂຶ້ນ.
105 ແລະ ຖ້າຫາກຄົນໃດຈະເອົາເສື້ອໃຫຍ່ໃຫ້ຄົນໃດຄົນໜຶ່ງໃນບັນດາພວກເຈົ້າ, ຫລື ເອົາໂສ້ງເສື້ອເປັນຊຸດໃຫ້ພວກເຈົ້າ, ໃຫ້ພວກເຈົ້າມອບໂສ້ງເສື້ອຊຸດເກົ່າໃຫ້ ຄົນຍາກຄົນ, ແລະ ໄປຕາມທາງຂອງພວກເຈົ້າດ້ວຍຄວາມປິຕິຍິນດີ.
106 ແລະ ຖ້າຫາກຄົນໃດໃນບັນດາພວກເຈົ້າເຂັ້ມແຂງໃນພຣະວິນຍານ, ກໍໃຫ້ເຂົາເອົາ ຄົນທີ່ອ່ອນແອໄປກັບເຂົາ, ເພື່ອວ່າເຂົາຈະໄດ້ຮັບການເສີມສ້າງໃນ ຄວາມອ່ອນໂຍນທຸກຢ່າງ, ເພື່ອວ່າເຂົາຈະກາຍເປັນຄົນເຂັ້ມແຂງຄືກັນ.
107 ສະນັ້ນ, ຈົ່ງເອົາຄົນເຫລົ່ານັ້ນທີ່ໄດ້ຮັບການແຕ່ງຕັ້ງສູ່ ຖານະປະໂລຫິດທີ່ຕ່ຳກວ່າໄປກັບພວກເຈົ້າ, ແລະ ສົ່ງພວກເຂົາໄປກ່ອນພວກເຈົ້າເພື່ອນັດໝາຍ, ແລະ ເພື່ອຕຽມທາງ, ແລະ ເພື່ອໄປຕາມນັດໝາຍທີ່ຕົວພວກເຈົ້າເອງບໍ່ສາມາດໄປ.
108 ຈົ່ງເບິ່ງ, ນີ້ຄືວິທີທີ່ອັກຄະສາວົກຂອງເຮົາ, ໃນສະໄໝບູຮານ, ໄດ້ສ້າງສາສາດສະໜາຈັກຂອງເຮົາໃຫ້ແກ່ເຮົາ.
109 ສະນັ້ນ, ໃຫ້ທຸກຄົນຢືນຢູ່ໃນໜ້າທີ່ຂອງຕົນເອງ, ແລະ ທຳງານໃນການເອີ້ນຂອງຕົນເອງ; ແລະ ບໍ່ໃຫ້ຫົວກ່າວກັບຕີນວ່າ ມັນບໍ່ຕ້ອງການຕີນ; ເພາະຖ້າຫາກປາດສະຈາກຕີນແລ້ວ ຮ່າງກາຍຈະຢືນຢູ່ໄດ້ແນວໃດ?
110 ຮ່າງກາຍກໍຕ້ອງການ ອະໄວຍະວະທຸກສ່ວນຄືກັນ, ເພື່ອວ່າທຸກພາກສ່ວນຈະໄດ້ຮັບການເສີມສ້າງນຳກັນ, ເພື່ອວ່າລະບົບການຈະດຳເນີນໄປຢ່າງສົມບູນ.
111 ແລະ ຈົ່ງເບິ່ງ, ມະຫາປະໂລຫິດຄວນເດີນທາງ, ແລະ ແອວເດີນຳອີກ, ແລະ ປະໂລຫິດທີ່ຕ່ຳກວ່ານຳອີກ; ແຕ່ ມັກຄະນາຍົກ ແລະ ຄູສອນ ຄວນຖືກກຳນົດໃຫ້ ດູແລສາດສະໜາຈັກ, ເພື່ອໃຫ້ເປັນຜູ້ປະຕິບັດ ສາດສະໜາກິດປະຈຳຢູ່ກັບສາດສະໜາຈັກ.
112 ແລະ ອະທິການ, ນິວເອັນ ເຄ ວິດນີ, ຄວນເດີນທາງໄປອ້ອມຮອບນຳອີກ, ແລະ ໃນບັນດາໜ່ວຍຂອງສາດສະໜາຈັກທັງໝົດ, ຊອກຫາຄົນຍາກຈົນເພື່ອ ປະຕິບັດຕໍ່ຄວາມຕ້ອງການຂອງພວກເຂົາ ໂດຍການເຮັດໃຫ້ຄົນລ້ຳລວຍ ແລະ ຄົນອວດດີ ຖ່ອມຕົວ.
113 ລາວຄວນຈ້າງຄົນໜຶ່ງນຳອີກໃຫ້ເປັນ ຕົວແທນເພື່ອດູແລ ແລະ ເຮັດທຸລະກິດທາງໂລກແທນລາວ ດັ່ງທີ່ລາວຈະແນະນຳ.
114 ເຖິງຢ່າງໃດກໍຕາມ, ໃຫ້ອະທິການໄປເມືອງນິວຢອກ, ໄປເມືອງອາບານີນຳອີກ, ແລະ ໄປເມືອງບອສ໌ຕັນນຳອີກ, ແລະ ເຕືອນຜູ້ຄົນໃນເມືອງເຫລົ່ານັ້ນດ້ວຍສຽງຂອງພຣະກິດຕິຄຸນ, ດ້ວຍສຽງອັນດັງ, ເຖິງ ຄວາມເປົ່າປ່ຽວ ແລະ ການລົ້ມເລີກຈົນໝົດສິ້ນ ຊຶ່ງຄອຍຖ້າພວກເຂົາຢູ່ ຖ້າຫາກພວກເຂົາປະຕິເສດ ສິ່ງເຫລົ່ານີ້.
115 ເພາະຖ້າຫາກພວກເຂົາປະຕິເສດສິ່ງເຫລົ່ານີ້ ຊົ່ວໂມງແຫ່ງການພິພາກສາຂອງພວກເຂົາໃກ້ຈະມາເຖິງແລ້ວ, ແລະ ບ້ານເຮືອນຂອງພວກເຂົາຈະຖືກປະໃຫ້ ຮ້າງເປົ່າແກ່ພວກເຂົາ.
116 ໃຫ້ພວກເຂົາ ໄວ້ວາງໃຈໃນເຮົາ ແລະ ພວກເຂົາຈະບໍ່ຖືກເຮັດໃຫ້ ສັບສົນ; ແລະ ຜົມເສັ້ນໜຶ່ງຈາກຫົວຂອງພວກເຂົາກໍຈະບໍ່ລົ່ນລົງພື້ນດິນຢ່າງບໍ່ຖືກສັງເກດເຫັນ.
117 ແລະ ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ຜູ້ຮັບໃຊ້ທີ່ເຫລືອຢູ່ຂອງເຮົາທັງໝົດ, ໃຫ້ພວກເຈົ້າອອກໄປດັ່ງທີ່ສະພາບການຂອງພວກເຈົ້າຈະອຳນວຍ, ໃນການເອີ້ນຫລາຍຢ່າງຂອງພວກເຈົ້າ, ໄປຫາເມືອງ ແລະ ໝູ່ບ້ານຕ່າງໆທີ່ຍິ່ງໃຫຍ່ ແລະ ສຳຄັນ, ໂດຍກ່າວຕຳນິໂລກໃນຄວາມຊອບທຳເຖິງຄວາມບໍ່ຊອບທຳ ແລະ ການກະທຳທີ່ອະທຳຂອງພວກເຂົາ, ໂດຍການບອກຢ່າງແຈ່ມແຈ້ງ ແລະ ໃຫ້ເຂົ້າໃຈເຖິງຄວາມເປົ່າປ່ຽວຂອງຄວາມໜ້າກຽດຊັງໃນຍຸກສຸດທ້າຍ.
118 ເພາະ, ພຣະຜູ້ເປັນເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່ໄດ້ກ່າວກັບພວກເຈົ້າ, ເຮົາຈະ ຈີກອານາຈັກຂອງພວກເຂົາ; ເຮົາບໍ່ພຽງແຕ່ຈະ ສັ່ນແຜ່ນດິນໂລກເທົ່ານັ້ນ, ແຕ່ຟ້າສະຫວັນພ້ອມດ້ວຍດວງດາວຈະສັ່ນສະເທືອນນຳອີກ.
119 ເພາະເຮົາ, ພຣະຜູ້ເປັນເຈົ້າ, ໄດ້ຍື່ນມືຂອງເຮົາອອກໄປສະແດງອຳນາດຂອງສະຫວັນ; ພວກເຈົ້າບໍ່ສາມາດເຫັນມັນຕອນນີ້, ແຕ່ບໍ່ດົນພວກເຈົ້າຈະເຫັນມັນ, ແລະ ຮູ້ວ່າເຮົາເປັນຢູ່, ແລະ ວ່າເຮົາຈະ ມາ ແລະ ປົກຄອງກັບຜູ້ຄົນຂອງເຮົາ.
120 ເຮົາຄື ອາລະຟາ ແລະ ໂອເມຄາ, ເປັນຕົ້ນ ແລະ ທີ່ສຸດ. ອາແມນ