​2010–2019
ພອນ​ຂອງ​ພຣະ​ວິຫານ
ເມສາ 2015


11:1

ພອນ​ຂອງ​ພຣະ​ວິຫານ

ເມື່ອ​ເຮົາ​ໄປ​ພຣະ​ວິຫານ, ລະດັບ​ທາງ​ວິນ​ຍານ​ຂອງ​ເຮົາ​ຈະ​ຖືກ​ຍົກ​ສູງ​ຂຶ້ນ ແລະ ເຮົາ​ຈະ​ມີ​ຄວາມ​ສະຫງົບ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກແພງ​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ມີ​ຄວາມ​ກະຕັນຍູ​ຫລາຍ ທີ່​ໄດ້​ມາ​ຮ່ວມ​ນຳ​ທ່ານ ໃນ​ເຊົ້າ​ວັນ​ອິດ​ສະ​ເຕີ ທີ່​ສວຍງາມ​ນີ້ ເມື່ອ​ຄວາມ​ຄິດ​ຂອງ​ເຮົາ ຫັນ​ມາ​ຫາ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ. ຂ້າພະເຈົ້າ​ຂໍ​ສະແດງ​ຄວາມ​ຮັກ ແລະ ຄວາມ​ປາດຖະໜາ​ດີ​ມາ​ຍັງ​ທ່ານ​ແຕ່ລະຄົນ ແລະ ອະທິຖານ​ວ່າ ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຈະ​ດົນ​ໃຈ​ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ.

ກອງ​ປະຊຸມ​ເທື່ອ​ນີ້ ເປັນ​ວັນ​ຄົບຮອບ​ເຈັດ​ປີ ນັບ​ແຕ່ຂ້າພະເຈົ້າ​ໄດ້​ຖືກ​ສະໜັບສະໜູນ​ໃຫ້​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ. ແຕ່​ລະ​ປີ​ກໍ​ຫຍຸ້ງ​ຫລາຍ, ບໍ່​ພຽງ​ແຕ່​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ​ຫລາຍ​ຢ່າງ​ເທົ່າ​ນັ້ນ, ແຕ່​ຍັງ​ເຕັມໄປ​ດ້ວຍ​ພອນ​ຈົນ​ນັບ​ບໍ່​ຖ້ວນ​ຄື​ກັນ. ໃນ​ບັນດາ​ພອນ​ທີ່​ໜ້າ​ຊື່ນ​ຊົມ ແລະ ສັກສິດ​ເຫລົ່ານັ້ນ ຂ້າພະເຈົ້າ​ໄດ້​ມີ​ໂອກາດ​ໄປ​ອຸທິດ​ພຣະ​ວິຫານ​ໃໝ່ ແລະ ພຣະ​ວິຫານ​ທີ່​ຖືກ​ສ້ອມແຊມ​ຄືນໃໝ່​ດ້ວຍ.

ເມື່ອ​ບໍ່​ດົນ​ມາ​ນີ້, ໃນ​ເດືອນ​ພະຈິກ ປີ​ແລ້ວນີ້ ຂ້າພະເຈົ້າ​ໄດ້​ມີ​ໂອກາດ​ໄປ​ອຸທິດ​ພຣະ​ວິຫານ​ໃໝ່ທີ່ ຟີ​ນິ​ກສ໌ ອາ​ຣິ​ໂຊ​ນາ. ປະທານ​ດີ​ເດີ ແອັຟ ອຸກ​ດອບ, ແອວ​ເດີ ດາ​ລິນ ເອັຈ ໂອກ​ສ໌, ແອວ​ເດີ ຣິ​ເຈີດ ເຈ ເມ​ນ​ສ໌, ແອວ​ເດີ ລິນ ຈີ ຣໍ​ບິນ​ສ໌ ແລະ ແອວ​ເດີ ເຄັນ ແອັຟ ຣິ​ເຈີດ ກໍ​ໄດ້​ເດີນທາງ​ໄປ​ກັບ​ຂ້າ​ພະ​ເຈົ້າ. ໃນ​ຄ່ຳ​ຄືນ​ກ່ອນ​ມື້​ອຸທິດ, ໄດ້​ມີ​ການສະແດງ​ທີ່​ໜ້າ​ປະທັບ​ໃຈ ໂດຍ​ກຸ່ມ​ຊາວ​ໜຸ່ມ​ຈຳນວນ 4,000 ຄົນ ຈາກ​ເຂດ​ຂອງ​ພຣະ​ວິ​ຫານ. ມື້ຕໍ່ມາ ໄດ້​ມີ​ການ​ອຸທິດ​ໃນ​ສາມ​ພາກ ທີ່​ສັກສິດ ແລະ ດົນ​ໃຈ​ຫລາຍ.

ການ​ສ້າງ​ພຣະ​ວິຫານ​ເປັນ​ການສະແດງ​ອອກ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ຄວາມ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ສາດສະໜາ​ຈັກ. ປະຈຸ​ບັນ​ນີ້ ພວກ​ເຮົາ​ມີ​ພຣະ​ວິຫານ​ຢູ່​ດ້ວຍ​ກັນ 144 ແຫ່ງ ທີ່​ເປີດ​ບໍລິການ ຕະຫລອດ​ທົ່ວ​ໂລກ, ພ້ອມ​ດ້ວຍ 5 ແຫ່ງ​ທີ່​ກຳລັງ​ຖືກ​ສ້ອມແຊມ ແລະ 13 ແຫ່ງ ກຳລັງ​ສ້າງ​ຂຶ້ນ​ໃໝ່. ນອກ​ເໜືອ​ຈາກ​ນີ້, ພຣະ​ວິຫານ 13 ແຫ່ງ​ທີ່​ໄດ້​ແຈ້ງ​ໃຫ້​ທ່ານ​ຊາບ​ມາ​ກ່ອນ ຕອນ​ນີ້​ກໍ​ຢູ່​ໃນ​ຂັ້ນ​ການ​ດຳເນີນ​ຕຽມ​ສ້າງ. ປີ​ນີ້ ພວກ​ເຮົາ​ຈະ​ອຸທິດ​ພຣະ​ວິຫານ​ຄືນໃໝ່ 2 ແຫ່ງ ແລະ ຈະ​ອຸ​ທິ​ດພຣະ​ວິຫານ​ໃໝ່ 5 ແຫ່ງ ຊຶ່ງ​ໃກ້​ຈະ​ສຳເລັດ​ແລ້ວ.

ລະຫວ່າງ​ສອງ​ປີຜ່ານມາ​ນີ້, ໂດຍ​ທີ່​ພວກ​ເຮົາ​ພະຍາຍາມ​ເອົາໃຈໃສ່​ກັບ​ການ​ສ້າງ​ພຣະ​ວິຫານ​ທີ່​ໄດ້ປະກາດ​ໄປ ໃຫ້​ສຳເລັດ, ພວກ​ເຮົາ​ໄດ້​ງົດ​ແຜນທີ່​ຈະ​ປະກາດ​ພຣະ​ວິຫານ​ທີ່​ຈະ​ສ້າງ​ເພີ່ມ​ເຕີມ. ເຖິງ​ຢ່າງໃດ​ກໍ​ຕາມ, ເຊົ້າ​ມື້ນີ້ ຂ້າພະເຈົ້າ​ຍິນດີ​ທີ່​ຈະ​ປະກາດ​​ເຖິງພຣະ​ວິຫານ​ໃໝ່​ສາມ​ແຫ່ງ ທີ່​ຈະ​ຖືກ​ສ້າງ​ຂຶ້ນ​ໃນ​ສະຖານທີ່ ດັ່ງ​ຕໍ່​ໄປ​ນີ້: ເມືອງ​ອາ​ບີ​ຈານ, ປະເທດ​ໄອ​ໂວ​ຣີ ໂຄ​ສ໌; ເມືອງ​ພໍ​ອໍ​ພຣີ​ນສ໌, ປະເທດ​ເຮ​ຕີ້; ແລະ ເມືອງ​ບາງກອກ, ປະເທດ​ໄທ. ມັນ​ເປັນ​ພອນ​ອັນ​ປະເສີດ​ສຳລັບ​ສະມາຊິກ​ທີ່​ຊື່ສັດ​ຢູ່​ໃນ​ເຂດ​ເຫລົ່າ​ນີ້, ແລະ ແນ່ນອນ​ໃນ ບ່ອນ​ໃດ​ກໍ​ຕາມ​ທີ່​ມີ​ພຣະ​ວິຫານ​ຕັ້ງ​ຢູ່ ຕະຫລອດ​ທົ່ວ​ໂລກ.

ຂັ້ນ​ຕອນ​ການ​ພິຈາລະນາ ແລະ ການ​ຊອກ​ຫາ​ສະຖານ​ທີ່​ສຳລັບພຣະ​ວິຫານ ກໍ​ຍັງ​ດຳເນີນ​ຢູ່​ຕໍ່​ໄປ, ເພາະ​ພວກ​ເຮົາ​ມີ​ຄວາມ​ປາດຖະໜາ​ທີ່​ຈະ​ໃຫ້​ສະມາຊິກ​ຫລາຍໆ​ຄົນ ມີ​ໂອກາດ​ໄປ​ພຣະ​ວິຫານ ໂດຍ​ບໍ່​ຕ້ອງ​ເສຍ​ສະລະ​ເວລາ ແລະ ຊັບ​ສິນ​ຫລາຍ. ດັ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ຜ່ານ​ມາ​ໃນ​ອາ​ດີດ, ພວກ​ເຮົາ​ຈະແຈ້ງ​ການ​ຕັດສິນ​ໃຈ​ກ່ຽວ​ກັບ​ເລື່ອງ​ນີ້ ໃຫ້​ທ່ານ​ຊາບ.

ເມື່ອ​ຂ້າພະເຈົ້າ​ຄິດ​ກ່ຽວ​ກັບ​ພຣະ​ວິຫານ, ຂ້າພະເຈົ້າ​ໄດ້​ຄິດ​ເຖິງ​ພອນ​ຫລາຍ​ຢ່າງ​ທີ່​ເຮົາ​ໄດ້​ຮັບ​ຢູ່​ໃນ​ນັ້ນ. ເມື່ອ​ເຮົາ​ຍ່າງ​ເຂົ້າ​ໄປ​ໃນ​ພຣະ​ວິຫານ, ເຮົາ​ໄດ້​ປະ​ສິ່ງ​ລົບ​ກວນ ແລະ ຄວາມ​ສັບສົນ​ຂອງ​ໂລກ ໄວ້​ຢູ່​ຂ້າງ​ນອກ. ຢູ່​ໃນ​ພຣະ​ວິຫານ​ທີ່​ສັກສິດ​ນັ້ນ, ເຮົາ​ພົບ​ເຫັນ​ຄວາມ​ສວຍ​ງາມ ແລະ ຄວາມ​ເປັນລະ​ບຽບ. ຈິດ​ວິນ​ຍານ​ຂອງ​ເຮົາ​ໄດ້​ຮັບ​ການ​ພັກຜ່ອນ ແລະ ການບັນເທົາ​ຈາກ​ບັນຫາ ໃນ​ຊີວິດ​ຂອງ​ເຮົາ.

ເມື່ອ​ເຮົາ​ໄປ​ພຣະ​ວິຫານ, ລະດັບ​ທາງ​ວິນ​ຍານ​ຂອງ​ເຮົາ​ຈະ​ຖືກ​ຍົກ​ສູງ​ຂຶ້ນ ແລະ ເຮົາ​ຈະ​ມີ​ຄວາມ​ສະຫງົບ ທີ່​ເກີນ​ກວ່າ​ຄວາມ​ຮູ້ສຶກ​ອື່ນໆ ທີ່​ສາມາດ​ມາສູ່​ໃຈ​ຂອງ​ມະ​ນຸດ. ເຮົາ​ຈະ​ຮູ້ຈັກ​ຄວາມ​ໝາຍ​ທີ່ແທ້​ຈິງ​ຂອງ​ພຣະ​ຄຳ ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ເມື່ອ​ພຣະ​ອົງ​ໄດ້​ກ່າວ​ວ່າ: “ສັນຕິ​ສຸກ​ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ, ສັນຕິ​ສຸກ​ທີ່​ເຮົາ​ໃຫ້​ນັ້ນ. … ຢ່າ​ວຸ້ນວາຍ​ເປັນ​ທຸກ​ໃຈ ແລະ ຢ່າ​ສູ່​ຢ້ານ.”1

ຄວາມ​ສະຫງົບ​ເຊັ່ນ​ນັ້ນ ສາມາດ​ຊຶມ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ຄົນ​ໄດ້—ໃຈ​ທີ່​ມີ​ບັນຫາ, ໃຈ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂສກເສົ້າ, ໃຈ​ທີ່​ຮູ້ສຶກ​ສັບສົນ, ໃຈ​ທີ່​ອ້ອນວອນ​ຂໍ​ຄວາມ​ຊ່ອຍ​ເຫ​ລື​ອ.

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະເຈົ້າ​ໄດ້​ຮູ້ຈັກ​ດ້ວຍ​ຕົນ​ເອງ ກ່ຽວ​ກັບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ຜູ້​ໄປ​ພຣະ​ວິຫານ ດ້ວຍ​ຫົວໃຈ​ທີ່​ອ້ອນວອນ​ຂໍ​ຄວາມ​ຊ່ອຍ​ເຫ​ລື​ອ. ຫລາຍ​ເດືອນ​ກ່ອນ​ນັ້ນ ລາວ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ສອນ​ສາດສະໜາ​ຢູ່ ອະ​ເມ​ຣິ​ກາ​ໃຕ້. ເຖິງ​ຢ່າງໃດ​ກໍ​ຕາມ, ລາວ​ຕ້ອງ​ໄດ້​ລໍຖ້າ ບັດ​ວີ​ຊ້າ ຂອງ​ລາວ​ດົນ​ເຕີບ ສະນັ້ນ ລາວ​ຈຶ່ງ​ຖືກມອບ​ໝາຍ​ໃຫ້​ໄປ​ສອນ​ຢູ່​ບ່ອນ​ໃໝ່ ໃນ​ສະຫະລັດ​ອາ​ເມ​ຣິ​ກາ. ເຖິງ​ແມ່ນ​ວ່າ ລາວ​ຜິດ​ຫວັງ​ກັບ​ການ​ບໍ່​ໄດ້​ໄປ​ຮັບ​ໃຊ້​ຢູ່​ໃນ​ເຂດ ທີ່​ລາວ​ຖືກ​ເອີ້ນ​ໄປ​ສອນ, ແຕ່​ລາວ​ກໍ​ໄດ້​ທຳ​ງານ​ຢ່າງ​ພາກ​ພຽນ​ຢູ່​ໃນ​ບ່ອນ​ທີ່​ລາວ​ໄດ້​ຖືກ​ມອບ​ໝາຍ, ໄດ້​ຕັ້ງໃຈ​ທີ່​ຈະ​ຮັບ​ໃຊ້ ຈົນ​ສຸດ​ຄວາມ​ສາມາດ​ຂອງ​ລາວ. ແຕ່​ລາວ​ເລີ່ມ​ມີ​ຄວາມ​ທໍ້ຖອຍ​ໃຈ ເພາະ​ປະສົບ​ການ​ທີ່​ບໍ່​ດີ ທີ່​ລາວ​ເຄີຍ​ມີ ນຳ​ຜູ້​ສອນ​ສາດສະໜາ ຜູ້​ທີ່​ເບິ່ງ​ຄື​ວ່າ ສົນໃຈ​ແຕ່​ນຳ​ຄວາມ​ສະໜຸກ​ສະ​ໜານ ຫລາຍ​ກວ່າ ການ​ແບ່ງປັນ​ພຣະ​ກິດ​ຕິ​ຄຸນ.

ສອງ​ສາມ​ເດືອນ​ຈາກ​ນັ້ນ ຊາຍ​ໜຸ່ມ​ຄົນ​ນີ້ ໄດ້​ເກີດ​ລົ້ມ​ປ່ວຍ ຈົນ​ກາຍເປັນ​ອຳມະພາດ, ແລະ ລາວ​ໄດ້​ຖືກ​ສົ່ງ​ກັບ​ບ້ານ ດ້ວຍ​ເຫດຜົນ​ເລື່ອງ​ສຸ​ຂະ​ພາບ.

ຫລາຍ​ເດືອນ​ຈາກ​ນັ້ນ ລາວ​ໄດ້​ຫາຍ​ດີ​ເປັນ​ປົກກະຕິ, ແລະ ອາການ​ອຳມະພາດ​ຂອງ​ລາວ​ກໍ​ຫາຍ​ດີ. ລາວ​ໄດ້​ຖືກ​ແຈ້ງ​ບອກ​ວ່າ ລາວ​ສາມາດ​ກັບ​ຄືນ​ໄປ​ສອນ​ສາດສະໜາ, ຊຶ່ງ​ເປັນ​ສິ່ງ​ທີ່​ລາວ​ໄດ້​ອະທິຖານ​ທູນ​ຂໍ​ທຸກ​ມື້. ຂ່າວ​ບໍ່​ດີ​ຢ່າງ​ໜຶ່ງ​ແມ່ນ ລາວ​ຕ້ອງ​ກັບ​ໄປ​ຫາ​ເຂດ​ເຜີຍແຜ່​ບ່ອນ​ເກົ່າ ທີ່​ລາວ​ໄດ້​ຈາກ​ມາ, ບ່ອນ​ທີ່​ລາວ​ໄດ້​ເຫັນ​ພຶດຕິ​ກຳ ແລະ ທ່າ​ທີ​ຂອງ​ຜູ້​ສອນ​ສາດສະໜາ​ບາງ​ຄົນ ທີ່​ຕ່ຳ​ກວ່າ​ເຂົາເຈົ້າ​ຄວນ​ເປັນ.

ລາວ​ໄດ້​ມາ​ພຣະ​ວິຫານ ເພື່ອ​ສະແຫວງຫາ​ຄວາມ​ປອບ​ໂຍນ ແລະ ການ​ຢືນຢັນ​ວ່າ ລາວ​ຈະ​ມີ​ປະສົບ​ການ​ທີ່​ດີ ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ. ພໍ່​ແມ່​ຂອງ​ລາວ​ກໍ​ໄດ້​ອະທິຖານ​ຄື​ກັນ​ວ່າ ການ​ໄປ​ພຣະ​ວິຫານ​ເທື່ອ​ນີ້ ຈະ​ຊ່ອຍ​ລູກ​ຊາຍ​ຂອງ​ເຂົາເຈົ້າ​ໄດ້.

ໃນ​ຂະນະ​ທີ່ ຊາຍ​ໜຸ່ມ​ຍ່າງ​ເຂົ້າ​ໄປ​ໃນ​ຫ້ອງ​ຊັ້ນ​ສູງ ຫລັງ​ຈາກ​ໄດ້​ຮັບ​ພິທີການ​ສັກສິດ​ແລ້ວ, ລາວ​ໄດ້​ນັ່ງ​ຢູ່​ຕັ່ງ ເພື່ອ​ເລີ່ມ​ຕົ້ນ​ອະທິຖານ​ຂໍ​ການ​ນຳພາ​ຈາກ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ລາວ.

ມີ​ຊາຍ​ໜຸ່ມ​ອີກ​ຄົນ​ໜຶ່ງ ຜູ້​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ຫ້ອງ​ຊັ້ນ​ສູງ​ນັ້ນ​ຄື​ກັນ ບໍ່​ດົນ​ຫລັງ​ຈາກ​ລາວ. ຊາຍ​ຄົນ​ນັ້ນ​ຊື່ວ່າ ແລນ​ດອນ. ເມື່ອ​ລາວ​ເຂົ້າ​ໄປ​ເຖິງ​ຫ້ອງ, ລາວ​ໄດ້​ຫລຽວ​ເຫັນ​ຊາຍ​ໜຸ່ມ​ຄົນ​ນັ້ນ​ທັນທີ ນັ່ງ​ຢູ່​ຕັ່ງ, ຫລັບ​ຕາ ແລະ ອະທິຖານ​ຢູ່. ທ້າວ​ແລນ​ດອນ​ໄດ້​ຮັບ​ການ​ກະ​ຕຸ້ນ​ທີ່​ແຈ່ມ​ແຈ້ງວ່າ ລາວ​ຄວນ​ເວົ້າ​ລົມ​ນຳ​ຊາຍ​ໜຸ່ມ​ຄົນ​ນັ້ນ. ໂດຍ​ທີ່​ບໍ່​ຢາກ​ລົບ​ກວນ, ລາວ​ຈຶ່ງ​ໄດ້​ລໍຖ້າ. ຫລັງ​ຈາກ​ຫລາຍ​ນາທີ​ຜ່ານ​ໄປ ຊາຍ​ໜຸ່ມ​ຄົນ​ນັ້ນ ກໍ​ຍັງ​ອະທິຖານ​ຢູ່. ທ້າວ​ແລນ​ດອນ ຮູ້ສຶກ​ວ່າ ລາວ​ບໍ່​ຄວນ​ລໍຖ້າ​ຕໍ່​ໄປ. ລາວ​ໄດ້​ເຂົ້າ​ໄປ​ຫາ​ຊາຍ​ໜຸ່ມ ແລະ ແຕະ​ບ່າ​ໄຫລ່​ຂອງ​ລາວ​ຢ່າງ​ເບົາໆ. ຊາຍ​ໜຸ່ມ​ໄດ້​ເປີດ​ຕາ, ຕື່ນ​ສະດຸ້ງ ທີ່​ລາວ​ຖືກ​ລົບ​ກວນ. ທ້າວ​ແລນ​ດອນ​ໄດ້​ເວົ້າ​ຄ່ອຍໆ​ວ່າ, “ຂ້ອຍ​ຮູ້ສຶກ​ວ່າ ຂ້ອຍ​ຕ້ອງ​ໄດ້​ເວົ້າ​ລົມ​ນຳ​ເຈົ້າ, ແຕ່​ຂ້ອຍ​ບໍ່​ຮູ້​ສາ​ເຫດ.”

ເມື່ອ​ທັງ​ສອງ​ເລີ່ມ​ຕົ້ນ​ເວົ້າ​ລົມ​ກັນ, ຊາຍ​ໜຸ່ມ​ໄດ້​ເປີດ​ຄວາມ​ໃນ​ໃຈ​ຕໍ່​ທ້າວ​ແລນ​ດອນ, ໄດ້​ອະທິບາຍ​ສະຖານະ​ການ​ຂອງ​ລາວ ແລະ ສຸດ​ທ້າຍ ໄດ້​ບອກ​ເຖິງ​ຄວາມ​ປາດຖະໜາ​ຂອງ​ລາວ ວ່າ​ລາວ​ຢາກ​ໄດ້​ຮັບ​ຄວາມ​ປອບ​ໂຍນ ແລະ ກຳລັງ​ໃຈ ກ່ຽວ​ກັບ​ການ​ສອນ​ສາດສະໜາ​ຂອງ​ລາວ. ທ້າວ​ແລນ​ດອນ, ຜູ້​ຫາ​ກໍ​ໄດ້​ກັບ​ມາ​ຈາກ​ການ​ເຜີຍແຜ່​ທີ່​ມີ​ປະສິດທິພາບ ເມື່ອ​ປີ​ທີ່​ຜ່ານ​ມາ, ໄດ້​ບອກ​ເຖິງ​ປະສົບ​ການ​ໃນ​ການ​ເຜີຍແຜ່​ຂອງ​ລາວ, ບອກ​ເຖິງ​ການ​ທ້າ​ທາຍ ແລະ ບັນຫາ​ທີ່​ລາວ​ໄດ້​ປະ​ເຊີນ, ບອກ​ເຖິງ​ກິລິຍາ ທີ່​ລາວ​ຕ້ອງ​ໄດ້​ທູນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ອຍ​ເຫລືອ, ແລະ ບອກ​ເຖິງ​ພອນ​ທີ່​ລາວ​ໄດ້​ຮັບ. ຖ້ອຍ​ຄຳ​ຂອງ​ລາວ​ໄດ້​ມອບ​ຄວາມ​ປອບ​ໂຍນ ແລະ ໃຫ້​ຄວາມ​ແນ່ນອນ​ໃຈ​, ແລະ ລາວ​ກໍໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ກະຕືລືລົ້ນສຳລັບ​ການສອນ​ສາດ​ສະ​ໜາຂອງ​ລາວ. ໃນ​ທີ່​ສຸດ, ຄວາມ​ຢ້ານ​ກົວ​ຂອງ​ຊາຍ​ໜຸ່ມ​ຄົນ​ນັ້ນ​ກໍ​ໄດ້​ຫາຍ​ໄປ, ຄວາມ​ຮູ້ສຶກ​ສະຫງົບ​ໄດ້​ມາສູ່​ລາວ. ລາວ​ມີ​ຄວາມ​ກະຕັນຍູ​ຫລາຍ​ທີ່​ສຸດ ເມື່ອ​ລາວ​ຮູ້​ວ່າ ຄຳ​ອະທິຖານ​ຂອງ​ລາວ ໄດ້​ຮັບ​ຄຳ​ຕອບ​ແລ້ວ.

ຊາຍ​ໜຸ່ມ​ສອງ​ຄົນ​ໄດ້​ອະທິຖານ​ນຳ​ກັນ, ແລ້ວ​ທ້າວ​ແລນ​ດອນໄດ້​ຕຽມ​ກັບ​ບ້ານ, ດີໃຈ​ທີ່​ລາວ​ໄດ້​ເຮັດ​ຕາມ​ການ​ກະ​ຕຸ້ນ ທີ່​ລາວ​ໄດ້​ຮັບ. ເມື່ອ​ລາວ​ຢືນ​ຂຶ້ນ, ຊາຍ​ໜຸ່ມ​ຄົນ​ນັ້ນ​ຖາມ​ທ້າວ​ແລນ​ດອນ​ວ່າ, “ເຈົ້າ​ໄປ​ສອນ​ສາດສະໜາ​ຢູ່​ໃສ?” ຈົນ​ເຖິງ​ເວລາ​ນີ້, ທັງ​ສອງ​ຄົນ​ບໍ່​ໄດ້​ບອກ​ກັນ​ວ່າ ເຂົາເຈົ້າ​ເຄີຍ​ໄປ​ສອນ​ສາດສະໜາ​ຢູ່​ບ່ອນ​ໃດ. ເມື່ອ​ທ້າວ​ແລນ​ດອນ​ບອກ​ຊື່​ບ່ອນ​ທີ່​ລາວ​ໄດ້​ໄປ​ສອນ, ນ້ຳ​ຕາ​ຂອງ​ຊາຍ​ໜຸ່ມ​ໄດ້​ໄຫລ​ລົງ​ອາບ​ແກ້ມ. ທ້າວ​ແລນ​ດອນ​ໄດ້​ໄປ​ຮັບ​ໃຊ້​ເຜີຍແຜ່ ຢູ່​ບ່ອນ​ດຽວ​ກັນ ກັບ​ບ່ອນ​ທີ່​ຊາຍ​ໜຸ່ມ​ຄົນ​ນັ້ນ ຕ້ອງ​ກັບ​ໄປ​ສອນ!

ໃນ​ຈົດໝາຍ​ທີ່​ຂ້າພະເຈົ້າ​ໄດ້​ຮັບ ເມື່ອ​ບໍ່​ດົນ​ມາ​ນີ້, ທ້າວ​ແລນ​ດອນ​ໄດ້​ແບ່ງປັນ ຖ້ອຍ​ຄຳ​ສ່ວນ​ນ້ອຍ​ໜຶ່ງ ທີ່​ຊາຍ​ໜຸ່ມ​ໄດ້​ເວົ້າ​ນຳ​ລາວວ່າ “ຂ້ອຍ​ເຊື່ອ​ວ່າ ພຣະ​ບິດາ​ເທິງ​ສະຫວັນ ຈະ​ອວຍພອນ​ຂ້ອຍ, ແຕ່​ຂ້ອຍ​ບໍ່​ນຶກ​ບໍ່​ຝັນ​ວ່າ ພຣະ​ອົງ​ຈະ​ສົ່ງ​ຄົນ​ທີ່​ເຄີຍ​ຮັບ​ໃຊ້​ໃນ​ເຂດ​ເຜີຍແຜ່​ດຽວ​ກັນ​ກັບ​ຂ້ອຍ ມາ​ຫາ​ຂ້ອຍ. ຂ້ອຍ​ຮູ້​ວ່າ ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ.”2 ພຣະ​ເຈົ້າ​ໄດ້​ຟັງ ແລະ ຕອບ​ຄຳ​ອະທິຖານ​ທີ່​ຖ່ອມຕົວ ແລະ ຈິງ​ໃຈ.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະເຈົ້າ, ໃນ​ຊີວິດ​ຂອງ​ເຮົາ ເຮົາ​ຈະ​ຖືກ​ລໍ້​ລວງ; ເຮົາ​ຈະ​ປະ​ເຊີນ​ກັບ​ການ​ທົດ​ສອບ ແລະ ການ​ທ້າ​ທາຍ. ເມື່ອ​ເຮົາ​ໄປ​ພຣະ​ວິຫານ, ເມື່ອ​ເຮົາ​ຈື່​ຈຳ​ພັນທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ຢູ່​ທີ່​ນັ້ນ, ເຮົາ​ຈະ​ສາມາດ​ເອົາ​ຊະນະ​ການ​ລໍ້​ລວງ​ເຫລົ່ານັ້ນ​ໄດ້ ແລະ ທົນ​ກັບ​ການ​ທົດ​ສອບ​ໄດ້. ໃນ​ພຣະ​ວິຫານ ເຮົາ​ສາມາດ ພົບ​ຄວາມ​ສະຫງົບ​ສຸກ.

ພອນ​ຂອງ​ພຣະ​ວິຫານ ແມ່ນ​ມີຄ່າ​ປະເສີດ​ລ້ຳ. ພອນ​ຢ່າງ​ໜຶ່ງ​ທີ່​ຂ້າພະເຈົ້າ​ມີ​ຄວາມ​ກະຕັນຍູ​ຕໍ່ ໃນ​ທຸກ​ວັນ ຂອງ​ຊີວິດ​ຂອງ​ຂ້າພະເຈົ້າ ແມ່ນ​ພັນ​ລະ​ຍາ​ສຸດ​ທີ່​ຮັກ​ຂອງ​ຂ້າພະເຈົ້າ, ແຟຣນ​ຊິສ, ແລະ ຂ້າພະເຈົ້າ​ໄດ້​ຮັບ​ພອນ​ນັ້ນ ໃນ​ຂະນະ​ທີ່​ພວກ​ເຮົາ​ນັ່ງ​ຄຸເຂົ່າ​ນຳ​ກັນ ທີ່​ແທ່ນ​ບູຊາ ແລະ ໄດ້​ເຮັດ​ພັນທະ​ສັນຍາ ຜູກ​ມັດ​ເຂົ້າກັນ​ຊົ່ວ​ນິລັນດອນ. ບໍ່​ມີ​ພອນ​ອື່ນ​ໃດ ທີ່​ມີຄ່າ​ຫລາຍ​ໄປ​ກວ່າ ການ​ທີ່​ຮູ້​ວ່າ ນາງ ແລະ ຂ້າພະເຈົ້າ​ຈະ​ໄດ້​ຢູ່​ນຳ​ກັນ​ອີກ ໃນ​ມື້​ໜຶ່ງ.

ຂໍ​ໃຫ້​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຈົ່ງ​ອວຍພອນ​ເຮົາ ວ່າ​ເຮົາ​ຈະ​ມີ​ພຣະ​ວິນ​ຍານ​ແຫ່ງ​ການ​ນະມັດ​ສະການ​​ໃນພຣະ​ວິຫານ ສະຖິດ​ຢູ່​ນຳເຮົາ, ວ່າ​ເຮົາ​ຈະ​ເຊື່ອ​ຟັງ​ຕໍ່​ພຣະ​ບັນຍັດ​ຂອງ​ພຣະ​ອົງ, ແລະ ວ່າ​ເຮົາ​ຈະ​ຕິດຕາມ​ພຣະ​ບາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ ໄປ​ຢ່າງ​ລະ​ມັດ​ລະ​ວັງ. ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ພຣະ​ອົງ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ. ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ໄດ້​ອອກ​ມາ​ຈາກ​ຫລຸມ​ຝັງ​ສົບ ໃນ​ເຊົ້າ​ຂອງ​ວັນ​ອິດ​ສະ​ເຕີ, ນຳ​ຂອງ​ປະທານ​ແຫ່ງ​ຊີວິດ​ອັນ​ເປັນນິດ ມາ​ໃຫ້​ລູກ​ໆ​ຂອງ​ພຣະ​ເຈົ້າທຸກ​ຄົນ. ໃນ​ມື້​ທີ່​ສວຍ​ງາມ​ນີ້, ຂະນະ​ທີ່​ເຮົາ​ສະເຫລີມສະຫລອງ​ເຫດການ​ທີ່​ສຳຄັນ, ຂໍ​ໃຫ້​ເຮົາ​ຈົ່ງ​ອະທິຖານ​ດ້ວຍ​ຄວາມ​ກະຕັນຍູ ສຳລັບ​ຂອງ​ປະທານ​ອັນ​ຍິ່ງ​ໃຫຍ່ ແລະ ປະເສີດ​ລ້ຳຂອງ​ພຣະ​ອົງ ທີ່​ເຮົາ​ໄດ້​ຮັບ. ຂ້າພະເຈົ້າ​ອະທິຖານ​ດ້ວຍ​ຄວາມ​ຖ່ອມຕົວ​ວ່າ ຈະ​ເປັນ​ເຊັ່ນ​ນີ້ ໃນ​ພຣະ​ນາມ​ອັນ​ສັກສິດ​ຂອງ​ພຣະ​ອົງ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ​ໂຢຮັນ 14:27.

  2. ຈົດໝາຍ​ຢູ່​ໃນ​ກຳມະສິດ​ຂອງ​ ທອມ​ມັສ ແ​ອັສ ມອນ​ສັນ