ໄພ່ພົນຍຸກສຸດທ້າຍພະຍາຍາມຕໍ່ໄປ
ເມື່ອເຮົາພະຍາຍາມ, ພາກພຽນ, ແລະ ຊ່ອຍຄົນອື່ນໃຫ້ເຮັດເໝືອນກັນ, ເຮົາກໍເປັນໄພ່ພົນຍຸກສຸດທ້າຍທີ່ແທ້ຈິງ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ໃນເດືອນທັນວາ ປີ 2013 ມວນໂລກໄດ້ໄວ້ທຸກກັບຄວາມຕາຍຂອງທ່ານແນວສັນ ມານເດລາ. ຫລັງຈາກໄດ້ເຂົ້າຄຸກເປັນເວລາ 27 ປີ ເພາະບົດບາດຂອງເພິ່ນໃນການຕໍ່ສູ້ເລື່ອງການແບ່ງແຍກຜິວພັນລະຫວ່າງ ຄົນຜິວຂາວ ແລະ ຜິວດຳ, ທ່ານມານເດລາໄດ້ເປັນປະທານຄົນທຳອິດທີ່ຖືກຄັດເລືອກຢ່າງປະຊາທິປະໄຕ ໃນປະເທດອາຟຣິກາໃຕ້. ການໃຫ້ອະໄພຂອງເພິ່ນຕໍ່ຄົນທີ່ໄດ້ເອົາເພິ່ນເຂົ້າຄຸກນັ້ນກໍເປັນໜ້າປະທັບໃຈ. ຜູ້ຄົນຢ່າງກວ້າງໄກໄດ້ຍ້ອງຍໍ ແລະ ສັນລະເສີນເພິ່ນ.1 ສ່ວນຫລາຍແລ້ວ ທ່ານມານເດລາຈະປະຕິເສດ ຄຳຍ້ອງຍໍນັ້ນ ໂດຍກ່າວວ່າ, “ຂ້າພະເຈົ້າບໍ່ໄດ້ເປັນນັກບຸນ—ເວັ້ນເສຍແຕ່ ຖ້າພວກທ່ານຄິດວ່າ ນັກບຸນເປັນຄົນບາບທີ່ພະຍາຍາມຕໍ່ໄປ.”2
ປະໂຫຍກທີ່ວ່າ—“ນັກບຸນຄືຄົນບາບທີ່ພະຍາຍາມຕໍ່ໄປ”—ຄວນໃຫ້ຄວາມໝັ້ນໃຈ ແລະ ກຳລັງໃຈ ແກ່ສະມາຊິກຂອງສາດສະໜາຈັກ. ເຖິງແມ່ນວ່າເຮົາຖືກເອີ້ນວ່າ “ໄພ່ພົນຍຸກສຸດທ້າຍ” ບາງເທື່ອເຮົາ ກໍບໍ່ສະບາຍໃຈນຳການກ່າວເຖິງແບບນີ້. ຄຳທີ່ວ່າ ນັກບຸນ ແມ່ນໃຊ້ກັນທົ່ວໄປ ເພື່ອແຕ່ງຕັ້ງຜູ້ຄົນ ທີ່ໄດ້ບັນລຸສະພາບທີ່ສູງສົ່ງ ແຫ່ງຄວາມບໍລິສຸດ ຫລື ແມ່ນແຕ່ຄວາມດີພ້ອມ. ແລະ ເຮົາກໍຮູ້ດີວ່າ ເຮົາບໍ່ດີພ້ອມ.
ຄວາມເຊື່ອທາງດ້ານສາດສະໜາຂອງເຮົາສອນເຮົາວ່າ, ເຮົາອາດຈະດີພ້ອມໂດຍການ “ໄວ້ວາງໃຈຢ່າງເຕັມທີ່” ໃນຄຳສອນຂອງພຣະຄຣິດ ຊ້ຳແລ້ວຊ້ຳອີກທີ່ເພີ່ມຂຶ້ນເລື້ອຍໆ: ໃຊ້ສັດທາໃນພຣະອົງ, ກັບໃຈ, ຮັບສ່ວນສິນລະລຶກ ເພື່ອຕໍ່ພັນທະສັນຍາ ແລະ ພອນຂອງການບັບຕິສະມາ, ແລະ ຮັບເອົາພຣະວິນຍານບໍລິສຸດໃຫ້ມາສະຖິດຢູ່ນຳເປັນເພື່ອນ ໃນລະດັບທີ່ສູງກວ່າ. ເມື່ອເຮົາເຮັດເຊັ່ນນັ້ນ, ເຮົາຈະກາຍເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນ ແລະ ອົດທົນຈົນເຖິງທີ່ສຸດ.3 ເມື່ອກ່າວແບບທຳມະດາແລ້ວກໍຄື, ວ່າພຣະເຈົ້າສົນໃຈວ່າເຮົາເປັນຄົນແບບໃດ ແລະ ວ່າເຮົາຈະກາຍເປັນຄົນແບບໃດ, ຫລາຍກວ່າ ວ່າເຮົາໄດ້ເປັນຄົນແບບໃດໃນຄັ້ງໜຶ່ງ.4 ພຣະອົງປະສົງໃຫ້ເຮົາພະຍາຍາມຕໍ່ໄປ.
ລະຄອນຕະຫລົກເລື່ອງ As You Like It, ແປວ່າ ຕາມທີ່ທ່ານມັກ, ທີ່ທ່ານວິວລຽມ ເຊັກສະເປຍ, ນັກປະພັນຊາວອັງກິດໄດ້ຂຽນ, ສະແດງເຖິງການປ່ຽນແປງອັນຍິ່ງໃຫຍ່ໃນຊີວິດຂອງຕົວລະຄອນ. ຜູ້ເປັນອ້າຍພະຍາຍາມ ຈະຂ້ານ້ອງຊາຍຂອງຕົນ. ເຖິງແມ່ນວ່າລາວຮູ້ເລື່ອງນີ້, ຜູ້ເປັນນ້ອງຍັງຊ່ອຍຊີວິດອ້າຍ ທີ່ຊົ່ວຮ້າຍຂອງລາວຈາກຄວາມຕາຍ. ເມື່ອຜູ້ເປັນອ້າຍໄດ້ເຫັນຖິງຄວາມເມດຕາທີ່ລາວບໍ່ສົມຄວນຈະໄດ້ຮັບ, ລາວກໍປ່ຽນໄປທັງໝົດ ແລະ ມີສິ່ງທີ່ລາວເອີ້ນວ່າ “ການປ່ຽນໃຈເຫລື້ອໃສ.” ຕໍ່ມາຜູ້ຍິງຫລາຍຄົນກໍຖາມຜູ້ເປັນອ້າຍວ່າ, “ບໍ່ແມ່ນບໍທີ່ເຈົ້າໄດ້ວາງແຜນຈະຂ້າ [ນ້ອງຊາຍຂອງເຈົ້າ] ຢູ່ເລື້ອຍໆ?”
ຜູ້ເປັນອ້າຍຕອບວ່າ: “ນັ້ນເຄີຍເປັນເຮົາ, ແຕ່ບັດນີ້ບໍ່ແມ່ນເຮົາ. ເຮົາບໍ່ອັບອາຍທີ່ຈະບອກເຈົ້າ ເຖິງສິ່ງທີ່ເຮົາເຄີຍໄດ້ເປັນ—ເພາະການປ່ຽນໃຈເຫລື້ອມໃສຂອງເຮົາມີລົດຊາດທີ່ຫວານຊື່ນ, ມັນຈຶ່ງເຮັດໃຫ້ເຮົາເປັນຄົນທີ່ເຮົາເປັນຢູ່ດຽວນີ້.”5
ສຳລັບເຮົາ, ເປັນເພາະຄວາມເມດຕາກະລຸນາຂອງພຣະເຈົ້າ ແລະ ການຊົດໃຊ້ຂອງພຣະເຢຊູຄຣິດ, ການປ່ຽນແປງດັ່ງກ່າວບໍ່ໄດ້ເປັນພຽງແຕ່ບົດປະພັນທີ່ຖືກແຕ່ງຂຶ້ນເທົ່ານັ້ນ. ຜ່ານເອເຊກຽນ, ພຣະຜູ້ເປັນເຈົ້າໄດ້ປະກາດວ່າ:
“ຖ້າຄົນຊົ່ວຜູ້ໜຶ່ງເຊົາເຮັດຊົ່ວ, ລາວຈະບໍ່ໄດ້ຖືກລົງໂທດ. …
“… ຖ້າລາວເຊົາເຮັດບາບ ແລະ ເຮັດໃນສິ່ງທີ່ຖືກຕ້ອງ ແລະ ດີງາມ;
“… ຄືນຂອງຈຳນຳ, ສົ່ງຂອງທີ່ຕົນໄດ້ລັກມານັ້ນ, ຖ້າລາວເຊົາເຮັດບາບ ແລະ ປະພຶດຕາມກົດບັນຍັດ ທັງຫລາຍທີ່ໃຫ້ຊີວິດ, ລາວຈະບໍ່ຕາຍ. …
“ເຮົາຈະອະໄພການບາບທີ່ລາວໄດ້ເຮັດນັ້ນ ແລະ ລາວຈະມີຊີວິດ ເພາະລາວໄດ້ເຮັດສິ່ງທີ່ຖືກຕ້ອງ ແລະ ດີງາມ.”6
ໃນພຣະເມດຕາຂອງພຣະອົງ, ພຣະເຈົ້າສັນຍາຈະໃຫ້ອະໄພເມື່ອເຮົາກັບໃຈ ແລະ ຫັນໜີຈາກຄວາມຊົ່ວຮ້າຍນັ້ນ—ຈົນວ່າບາບຂອງເຮົາຈະບໍ່ຖືກກ່າວກັບເຮົາອີກ. ສຳລັບເຮົາ, ເປັນເພາະການຊົດໃຊ້ຂອງພຣະຄຣິດ ແລະ ການກັບໃຈຂອງເຮົາ, ເຮົາຈະສາມາດຫລຽວເບິ່ງການກະທຳທີ່ຜ່ານມາຂອງເຮົາ ແລະ ກ່າວວ່າ, “ນັ້ນເຄີຍເປັນເຮົາ, ແຕ່ບັດນີ້ບໍ່ແມ່ນເຮົາ.” ບໍ່ວ່າເຮົາເຄີຍຊົ່ວຮ້າຍພຽງໃດກໍຕາມ, ເຮົາສາມາດກ່າວໄດ້ວ່າ, “ເຮົາເຄີຍເປັນຄົນແບບນັ້ນ, ແຕ່ຄົນຊົ່ວຮ້າຍໃນອາດີດຄົນນັ້ນບໍ່ແມ່ນເຮົາອີກຕໍ່ໄປ.”7
ປະທານທອມມັສ ແອັສ ມອນສັນ ໄດ້ສອນວ່າ, “ຂອງປະທານທີ່ຍິ່ງໃຫຍ່ຢ່າງໜຶ່ງ ທີ່ພຣະເຈົ້າມີໃຫ້ ເຮົາຄືຄວາມສຸກໃນການພະຍາຍາມອີກເທື່ອໜຶ່ງ, ເພາະບໍ່ມີຄວາມລົ້ມເຫລວອັນໃດຈຳເປັນຕ້ອງເປັນ ເທື່ອສຸດທ້າຍ.”8 ແມ່ນແຕ່ ຖ້າຫາກເຮົາໄດ້ຕັ້ງໃຈເຮັດບາບ ຫລື ໄດ້ມີຄວາມລົ້ມເຫລວ ແລະ ຄວາມຜິດຫວັງຊ້ຳແລ້ວຊ້ຳອີກ, ໃນວິນາທີທີ່ເຮົາຕັດສິນໃຈທີ່ຈະພະຍາຍາມກັບໃຈອີກເທື່ອໜຶ່ງ, ການຊົດໃຊ້ຂອງພຣະຄຣິດກໍສາມາດຊ່ອຍເຮົາໄດ້. ແລະ ເຮົາຕ້ອງຈຳໄວ້ວ່າ ມັນບໍ່ແມ່ນພຣະວິນຍານບໍລິສຸດທີ່ບອກເຮົາ ວ່າເຮົາຊົ່ວຮ້າຍເກີນທີ່ຈະພະຍາຍາມກັບໃຈໄດ້ອີກເລີຍ.
ພຣະປະສົງຂອງພຣະເຈົ້າທີ່ຢາກໃຫ້ໄພ່ພົນຍຸກສຸດທ້າຍພະຍາຍາມຕໍ່ໄປນັ້ນ ແມ່ນກວ້າງໄກໄປກວ່າ ການເອົາຊະນະບາບ. ບໍ່ວ່າເຮົາທົນທຸກທໍລະມານເພາະຄວາມສຳພັນທີ່ຫຍຸ້ງຍາກ, ການທ້າທາຍທາງເສດຖະກິດ, ຫລື ຄວາມເຈັບປ່ວຍ, ຫລື ເປັນເພາະຜົນສະທ້ອນຈາກບາບຂອງຄົນອື່ນ, ການຊົດໃຊ້ອັນບໍ່ມີຂອບເຂດຂອງພຣະຜູ້ຊ່ອຍໃຫ້ລອດກໍສາມາດປິ່ນປົວເຮົາໄດ້—ແມ່ນແຕ່—ຜູ້ທີ່ໄດ້ທົນທຸກໂດຍບໍ່ໄດ້ ເຮັດຜິດຫຍັງເລີຍ. ພຣະອົງເຂົ້າໃຈເປັນຢ່າງດີວ່າ ການທົນທຸກເພາະຜົນສະທ້ອນຂອງການລ່ວງລະເມີດຂອງຄົນອື່ນນັ້ນ ເປັນແນວໃດ. ຕາມທີ່ໄດ້ທຳນາຍມາແລ້ວ, ພຣະຜູ້ຊ່ອຍໃຫ້ລອດຈະ “ປິ່ນປົວຄົນທີ່ລະທົມປວດໃຈ, ... ຈະໃຫ້ຊົມຊື່ນຍິນດີ ແທນທີ່ຈະໂສກເສົ້າ, ແລະ ຮ້ອງເພງສັນລະເສີນ.”9 ບໍ່ວ່າຈະເປັນແນວໃດກໍຕາມ, ດ້ວຍຄວາມຊ່ອຍເຫລືອຂອງພຣະອົງ, ພຣະເຈົ້າຄາດຫວັງໃຫ້ໄພ່ພົນຍຸກສຸດທ້າຍພະຍາຍາມຕໍ່ໄປ.
ດັ່ງທີ່ພຣະເຈົ້າຊື່ນຊົມເມື່ອເຮົາພາກພຽນຕໍ່ໄປ, ພຣະອົງຈະຜິດຫວັງຖ້າຫາກເຮົາບໍ່ຮັບຮູ້ວ່າ ຄົນອື່ນກໍພະຍາຍາມຢູ່ຄືກັນ. ນາງຕໍບາ ເພື່ອນທີ່ຮັກຂອງພວກເຮົາຄົນໜຶ່ງ ໄດ້ເລົ່າວ່ານາງໄດ້ຮຽນຮູ້ບົດຮຽນນີ້ ຈາກແມ່ຂອງນາງ ຊື່ ຈູລີອາ. ນາງຈູລີອາ ແລະ ນາງຕໍບາໄດ້ເປັນຜູ້ປ່ຽນໃຈເຫລື້ອໃສ ຄົນຜິວດຳໃນຕອນຕົ້ນ ໃນປະເທດອາຟຣິກາໃຕ້. ຫລັງຈາກລະບົບການປົກຄອງທີ່ແບ່ງແຍກຜິວພັນໄດ້ສິ້ນສຸດລົງ, ສະມາຊິກທີ່ເປັນຄົນຜິວດຳ ແລະ ຂາວໄດ້ຮັບອະນຸຍາດໃຫ້ໄປໂບດຮ່ວມກັນ. ສຳລັບຫລາຍໆຄົນ, ຄວາມສະເໝີພາບຂອງການພົວພັນລະຫວ່າງຄົນທີ່ຕ່າງເຊື້ອຊາດນັ້ນ ໄດ້ເປັນຄວາມຄິດໃໝ່ ແລະ ໜ້າທ້າທາຍ. ເທື່ອໜຶ່ງ, ເມື່ອນາງຈູລີອາ ແລະ ນາງຕໍບາໄດ້ໄປໂບດ, ເຂົາເຈົ້າໄດ້ຮູ້ສຶກວ່າ ຖືກປະຕິບັດຕໍ່ຢ່າງບໍ່ມີຄວາມເມດຕາ ໂດຍສະມາຊິກທີ່ເປັນຄົນຜິວຂາວ. ເມື່ອເຂົາເຈົ້າອອກຈາກຕຶກໂບດ, ນາງຕໍບາໄດ້ຈົ່ມໂວຍວາຍຕໍ່ແມ່ຂອງນາງ. ນາງຈູລີອາໄດ້ຮັບຟັງຢ່າງສະຫງົບງຽບຈົນວ່າ ນາງຕໍບາໄດ້ລະບາຍຄວາມອຸກອັ່ງໃຈຂອງນາງທັງໝົດອອກມາ. ແລ້ວນາງຈູລີອາໄດ້ກ່າວວ່າ, “ໂອ້ ຕໍບາ, ລູກເອີຍ, ສາດສະໜາຈັກກໍເໝືອນໂຮງໝໍໃຫຍ່, ແລະ ເຮົາທຸກຄົນກໍເຈັບໄຂ້ໃນທາງໃດທາງໜຶ່ງ. ເຮົາພາກັນມາໂບດເພື່ອຈະໄດ້ຮັບການປິ່ນປົວ.”
ຄວາມຄິດເຫັນຂອງນາງຈູລີອາ ສະທ້ອນເຖິງຄວາມຮູ້ແຈ້ງທີ່ມີຄຸນຄ່າຫລາຍ. ເຮົາບໍ່ພຽງແຕ່ຕ້ອງອົດທົນ ຂະນະທີ່ຄົນອື່ນພະຍາຍາມປິ່ນປົວຄວາມເຈັບປ່ວຍທາງວິນຍານຂອງເຂົາເຈົ້າ, ແຕ່ເຮົາຕ້ອງມີເມດຕາ, ອົດທົນ, ສົ່ງເສີມ, ແລະ ເຂົ້າໃຈເຂົາເຈົ້ານຳອີກ. ໃນວິທີທາງດຽວກັນນັ້ນ ພຣະເຈົ້າກໍຊຸກຍູ້ເຮົາໃຫ້ ພະຍາຍາມຕໍ່ໄປ, ພຣະອົງຍັງຄາດຫວັງໃຫ້ເຮົາປ່ອຍໃຫ້ຄົນອື່ນມີເວລາ ທີ່ຈະເຮັດແບບດຽວກັນນັ້ນ, ຕາມເວລາຂອງເຂົາເຈົ້າເອງ. ການຊົດໃຊ້ຈະເຂົ້າມາສູ່ຊີວິດຂອງເຮົາຢ່າງຫລວງຫລາຍ. ແລ້ວເຮົາ ຈະຮັບຮູ້ວ່າ ບໍ່ວ່າຈະມີຄວາມແຕກຕ່າງທີ່ເຫັນໄດ້ກັບຕາກໍຕາມ, ເຮົາທຸກຄົນກໍຕ້ອງການ ການຊົດໃຊ້ທີ່ບໍ່ມີຂອບເຂດອັນດຽວກັນນັ້ນ.
ເມື່ອຫລາຍປີກ່ອນ, ຊາຍໜຸ່ມທີ່ປະເສີດຄົນໜຶ່ງ ຊື່ ເຄີທິສ໌ ຖືກເອີ້ນໄປເຜີຍແຜ່ສາດສະໜາ. ລາວໄດ້ເປັນຜູ້ສອນສາດສະໜາທີ່ປະທານເຜີຍແຜ່ທຸກຄົນຢາກມີ. ລາວໄດ້ຕັ້ງໃຈ ແລະ ດຸໝັ່ນ. ໃນຊ່ວງໜຶ່ງ, ລາວໄດ້ມີຄູ່ສອນສາດສະໜາທີ່ມີນິໄສເປັນເດັກນ້ອຍ, ບໍ່ມີຄວາມໝັ້ນໃຈໃນການປະຕິບັດຕໍ່ຄົນອື່ນ, ແລະ ບໍ່ມີຄວາມກະຕືລືລົ້ນກັບການເຮັດວຽກໃຫ້ສຳເລັດ.
ມື້ໜຶ່ງຂະນະທີ່ເຂົາເຈົ້າຂີ່ລົດຖີບຢູ່ນັ້ນ, ທ້າວເຄີທິສ໌ໄດ້ຫລຽວຄືນຫລັງ ແລະ ໄດ້ເຫັນວ່າຄູ່ສອນຂອງລາວໄດ້ລົງຈາກລົດຖີບຂອງລາວໂດຍບໍ່ມີເຫດຜົນ ແລະ ໄດ້ຍ່າງຕາມຫລັງ. ຢ່າງງຽບໆ, ທ້າວເຄີທິສ໌ໄດ້ສະແດງຄວາມອຸກອັ່ງໃຈຕໍ່ພຣະເຈົ້າ; ຈັ່ງແມ່ນລຳບາກແທ້ໆ ທີ່ມີຄູ່ສອນ ທີ່ຕ້ອງການຄວາມຊຸກຍູ້ຢູ່ຕະຫລອດ ກ່ອນຈະເຮັດສຳເລັດສິ່ງໃດສິ່ງໜຶ່ງ. ຕໍ່ຈາກນັ້ນໜ້ອຍໜຶ່ງ, ທ້າວເຄີທິສ໌ໄດ້ມີຄວາມປະທັບໃຈທີ່ເລິກຊຶ້ງ, ເໝືອນກັບວ່າພຣະເຈົ້າກຳລັງກ່າວກັບລາວວ່າ, “ເຄີທິສ໌, ເຈົ້າຮູ້ບໍ່ວ່າ, ເມື່ອປຽບໃສ່ກັບເຮົາແລ້ວ, ພວກເຈົ້າທັງສອງ ບໍ່ໄດ້ຕ່າງຈາກກັນເທົ່າໃດດອກ.” ທ້າວເຄີທິສ໌ໄດ້ຮຽນຮູ້ວ່າ ລາວຕ້ອງອົດທົນກັບຄວາມບົກພ່ອງຂອງຄູ່ສອນຂອງລາວ ຜູ້ທີ່ໄດ້ພະຍາຍາມຢູ່ ໃນວິທີທາງຂອງລາວເອງ.
ການເຊື້ອເຊີນຂອງຂ້າພະເຈົ້າຕໍ່ເຮົາທຸກໆຄົນ ແມ່ນໃຫ້ເຮົາປະເມີນຊີວິດຂອງເຮົາເອງ, ກັບໃຈ, ແລະ ພະຍາຍາມຕໍ່ໄປ. ຖ້າຫາກເຮົາບໍ່ພະຍາຍາມ, ເຮົາກໍເປັນພຽງແຕ່ຄົນບາບໃນຍຸກສຸດທ້າຍເທົ່ານັ້ນ; ຖ້າຫາກເຮົາບໍ່ພາກພຽນ, ເຮົາກໍເປັນພຽງແຕ່ຄົນຍອມແພ້; ແລະ ຖ້າຫາກເຮົາບໍ່ປ່ອຍໃຫ້ຄົນອື່ນພະຍາຍາມ, ເຮົາກໍເປັນພຽງແຕ່ຄົນໜ້າຊື່ໃຈຄົດ ຍຸກສຸດທ້າຍເທົ່ານັ້ນ.10 ເມື່ອເຮົາພະຍາຍາມ, ພາກພຽນ, ແລະ ຊ່ອຍຄົນອື່ນໃຫ້ເຮັດເໝືອນກັນ, ເຮົາກໍເປັນໄພ່ພົນຍຸກສຸດທ້າຍທີ່ແທ້ຈິງ. ເມື່ອເຮົາປ່ຽນແປງ, ເຮົາຈະພົບເຫັນວ່າ ພຣະເຈົ້າສົນໃຈວ່າເຮົາເປັນຄົນແບບໃດ ແລະ ວ່າເຮົາຈະກາຍເປັນຄົນແບບໃດ, ຫລາຍກວ່າກ່ຽວກັບວ່າເຮົາໄດ້ເປັນຄົນແບບໃດໃນຄັ້ງໜຶ່ງ.11
ຂ້າພະເຈົ້າກະຕັນຍູຫລາຍສຳລັບພຣະຜູ້ຊ່ອຍໃຫ້ລອດ, ສຳລັບການຊົດໃຊ້ທີ່ບໍ່ມີຂອບເຂດຂອງພຣະອົງ, ແລະ ສຳລັບສາດສະດາຍຸກສຸດທ້າຍ ຜູ້ທີ່ຊຸກຍູ້ເຮົາໃຫ້ເປັນໄພ່ພົນຍຸກສຸດທ້າຍ, ໃຫ້ພະຍາຍາມຕໍ່ໄປ.12 ຂ້າພະເຈົ້າເປັນພະຍານເຖິງຄວາມເປັນຈິງທີ່ດຳລົງຢູ່ຂອງພຣະຜູ້ຊ່ອຍໃຫ້ລອດ, ໃນພຣະນາມຂອງພຣະເຢຊູຄຣິດ. ອາແມນ.