ວັນຊະບາໂຕເປັນສິ່ງທີ່ຊື່ນຊົມ
ເຮົາຈະແນ່ໃຈໄດ້ແນວໃດວ່າ ພຶດຕິກຳຂອງເຮົາໃນວັນຊະບາໂຕຈະນຳໄປສູ່ຄວາມສຸກ ແລະ ຄວາມປິຕິຍິນດີ?
ອ້າຍເອື້ອຍນ້ອງທີ່ຮັກແພງ, ກອງປະຊຸມໃຫຍ່ໃນສອງວັນນີ້ກໍປະເສີດແທ້ໆ. ເຮົາຖືກເຊີດຊູໂດຍສຽງເພງທີ່ດົນໃຈ ແລະ ຄຳອະທິຖານທີ່ຊາບຊຶ້ງ. ວິນຍານຂອງເຮົາໄດ້ຖືກຍົກຂຶ້ນໂດຍຂ່າວສານແຫ່ງຄວາມສະຫວ່າງ ແລະ ຄວາມຈິງ. ໃນວັນອາທິດອິດສະເຕີນີ້, ເຮົາໄດ້ເປັນອັນໜຶ່ງອັນດຽວກັນ ແລະ ຂອບພຣະໄທພຣະຜູ້ເປັນເຈົ້າອີກຄັ້ງໜຶ່ງສຳລັບສາດສະດາ!
ຄຳຖາມສຳລັບເຮົາແຕ່ລະຄົນກໍຄື: ເພາະສິ່ງທີ່ເຮົາໄດ້ຍິນ ແລະ ໄດ້ຮູ້ສຶກໃນລະຫວ່າງກອງປະຊຸມໃຫຍ່ສາມັນນີ້, ເຮົາຈະປ່ຽນແປງແນວໃດ? ບໍ່ວ່າຄຳຕອບຂອງທ່ານອາດເປັນຫຍັງກໍຕາມ, ຂ້າພະເຈົ້າຈະຂໍໃຫ້ທ່ານກວດເບິ່ງຄວາມຮູ້ສຶກຂອງທ່ານ, ແລະ ພຶດຕິກຳຂອງທ່ານນຳອີກກ່ຽວກັບວັນຊະບາໂຕ.
ຂ້າພະເຈົ້າປະຫລາດໃຈນຳຖ້ອຍຄຳຂອງເອຊາຢາ, ຜູ້ທີ່ໄດ້ເອີ້ນວັນຊະບາໂຕວ່າ “ຄວາມຊົມຊື່ນຍິນດີ.”1 ແຕ່ຂ້າພະເຈົ້າຍັງຖາມຕົວເອງວ່າ, ວັນຊະບາໂຕເປັນສິ່ງທີ່ຊົມຊື່ນຍິນດີແທ້ໆບໍສຳລັບທ່ານ ແລະ ຂ້າພະເຈົ້າ?
ຂ້າພະເຈົ້າໄດ້ພົບເຫັນຄວາມຊົມຊື່ນຍິນດີເປັນເທື່ອທຳອິດເມື່ອຫລາຍປີກ່ອນ, ຕອນເປັນທ່ານໝໍຜ່າຕັດທີ່ຄາວຽກຫລາຍ, ຂ້າພະເຈົ້າຮູ້ວ່າ ວັນຊະບາໂຕໄດ້ກາຍເປັນວັນສຳລັບການປິ່ນປົວສ່ວນຕົວ. ເມື່ອເຖິງທ້າຍອາທິດທຸກໆທິດ, ມືຂອງຂ້າພະເຈົ້າກໍເຈັບປວດຈາກການລ້າງຖູດ້ວຍສະບູ, ນ້ຳ, ແລະ ແປງຖູຢ່າງຊ້ຳຊາກ. ຂ້າພະເຈົ້າຍັງຕ້ອງການພັກຜ່ອນ ຈາກພາລະໜັກຂອງອາຊີບທີ່ຍາກລຳບາກນຳອີກ. ວັນອາທິດໄດ້ໃຫ້ການບັນເທົາທີ່ຕ້ອງການຫລາຍແທ້ໆ.
ພຣະຜູ້ຊ່ອຍໃຫ້ລອດໝາຍຄວາມວ່າແນວໃດເມື່ອພຣະອົງໄດ້ກ່າວວ່າ “ວັນຊະບາໂຕຖືກຕັ້ງໄວ້ເພື່ອມະນຸດ, ບໍ່ແມ່ນສ້າງມະນຸດໄວ້ເພື່ອວັນຊະບາໂຕ”?2 ຂ້າພະເຈົ້າເຊື່ອວ່າ ພຣະອົງໄດ້ປະສົງໃຫ້ເຮົາເຂົ້າໃຈວ່າ ວັນຊະບາໂຕນັ້ນເປັນຂອງປະທານຂອງພຣະອົງໃຫ້ແກ່ເຮົາ, ປະທານຄວາມພັກຜ່ອນທີ່ແທ້ຈິງຈາກຄວາມຍາກລຳບາກໃນຊີວິດປະຈຳວັນ ແລະ ໂອກາດສຳລັບການຕໍ່ອາຍຸທາງວິນຍານ ແລະ ຮ່າງກາຍ. ພຣະເຈົ້າໄດ້ປະທານວັນພິເສດນີ້ໃຫ້ແກ່ເຮົາ, ບໍ່ແມ່ນເພື່ອການບັນເທີງ ຫລື ວຽກງານປະຈຳວັນ, ແຕ່ສຳລັບການພັກຜ່ອນຈາກໜ້າທີ່, ດ້ວຍຄວາມບັນເທົາທາງຮ່າງກາຍ ແລະ ວິນຍານ.
ໃນພາສາເຮັບເຣີ, ຊະບາໂຕ ໝາຍຄວາມວ່າ “ການພັກຜ່ອນ.” ຈຸດປະສົງຂອງວັນຊະບາໂຕຢ້ອນກັບໄປເຖິງການສ້າງໂລກ, ເມື່ອຫລັງຈາກເຮັດວຽກງານຫົກມື້ແລ້ວ, ພຣະຜູ້ເປັນເຈົ້າໄດ້ພັກຜ່ອນຈາກວຽກງານແຫ່ງການສ້າງ.3 ເມື່ອຕໍ່ມາພຣະອົງໄດ້ເປີດເຜີຍພຣະບັນຍັດສິບປະການ ໃຫ້ແກ່ໂມເຊ, ພຣະເຈົ້າໄດ້ບັນຊາເຮົາໃຫ້ຖືວັນຊະບາໂຕ ແລະ ຍຶດຖືໄວ້ເປັນວັນສັກສິດ.4 ຕໍ່ມາ, ວັນຊະບາໂຕຖືກຍຶດຖືໄວ້ເພື່ອເຕືອນໃຈເຖິງການປົດປ່ອຍຂອງຊາດອິດສະຣາເອນຈາກການເປັນຂ້າທາດໃນປະເທດເອຢິບ.5 ບາງທີສຳຄັນໄປກວ່ານັ້ນແມ່ນ, ວັນຊະບາໂຕໄດ້ຖືກມອບໃຫ້ເພື່ອໃຫ້ເປັນພັນທະສັນຍາຕະຫລອດໄປ, ເປັນສິ່ງເຕືອນໃຈສະເໝີໄປວ່າພຣະຜູ້ເປັນເຈົ້າຈະຊຳລະລ້າງຜູ້ຄົນຂອງພຣະອົງໃຫ້ສັກສິດ.6
ນອກຈາກນັ້ນແລ້ວ, ເຮົາຮັບສ່ວນສິນລະລຶກໃນວັນຊະບາໂຕ ໃນຄວາມລະນຶກເຖິງການຊົດໃຊ້ຂອງພຣະເຢຊູຄຣິດ.7 ເມື່ອເຮັດດັ່ງນີ້, ເຮົາເຮັດພັນທະສັນຍາວ່າ ເຮົາເຕັມໃຈຮັບພຣະນາມອັນສັກສິດຂອງພຣະອົງ.8
ພຣະຜູ້ຊ່ອຍໃຫ້ລອດໄດ້ບອກວ່າ ຕົວພຣະອົງເອງເປັນພຣະຜູ້ເປັນເຈົ້າ ຂອງວັນຊະບາໂຕ.9 ມັນເປັນວັນຂອງພຣະອົງ! ຊ້ຳແລ້ວຊ້ຳອີກ, ພຣະອົງໄດ້ຮຽກຮ້ອງໃຫ້ເຮົາ ຮັກສາ ວັນຊະບາໂຕ10 ຫລື ເຮັດໃຫ້ ວັນຊະບາໂຕ ເປັນວັນສັກສິດ.11 ເຮົາໄດ້ເຮັດພັນທະສັນຍາແລ້ວວ່າເຮົາຈະເຮັດດັ່ງນັ້ນ.
ເຮົາຈະເຮັດໃຫ້ວັນຊະບາໂຕເປັນວັນ ສັກສິດ ແນວໃດ? ໃນຕອນຂ້າພະເຈົ້າຍັງໜຸ່ມຫລາຍກວ່ານີ້, ຂ້າພະເຈົ້າໄດ້ສຶກສາວຽກງານຂອງຄົນອື່ນທີ່ໄດ້ຂຽນລາຍຊື່ຂອງສິ່ງທີ່ຕ້ອງເຮັດ ຫລື ບໍ່ ເຮັດໃນວັນຊະບາໂຕ. ຕໍ່ມາຫລາຍປີຂ້າພະເຈົ້າໄດ້ຮຽນຮູ້ຈາກພຣະຄຳພີວ່າ ພຶດຕິກຳ ແລະ ທັດສະນະຂອງຂ້າພະເຈົ້າໄດ້ເປັນ ສັນຍານ ລະຫວ່າງຂ້າພະເຈົ້າ ແລະ ພຣະບິດາເທິງສະຫວັນຂອງຂ້າພະເຈົ້າ.12 ດ້ວຍຄວາມເຂົ້າໃຈນັ້ນ, ຂ້າພະເຈົ້າບໍ່ຈຳເປັນຕ້ອງມີລາຍຊື່ຂອງສິ່ງທີ່ຂ້າພະເຈົ້າຄວນ ຫລື ບໍ່ຄວນເຮັດອີກຕໍ່ໄປ. ເມື່ອຂ້າພະເຈົ້າຕ້ອງໄດ້ຕັດສິນໃຈວ່າກິດຈະກຳໃດເໝາະສົມກັບວັນຊະບາໂຕ ຫລື ບໍ່, ຂ້າພະເຈົ້າພຽງແຕ່ໄດ້ຖາມຕົນເອງວ່າ, “ເຮົາຢາກມອບ ສັນຍານ ໃດໃຫ້ແດ່ພຣະເຈົ້າ?” ຄຳຖາມນັ້ນໄດ້ເຮັດໃຫ້ການເລືອກຂອງຂ້າພະເຈົ້າກ່ຽວກັບວັນຊະບາໂຕແຈ່ມແຈ້ງຂຶ້ນ.
ເຖິງແມ່ນວ່າຄຳສອນກ່ຽວກັບວັນຊະບາໂຕໄດ້ມີມາຕັ້ງແຕ່ສະໄໝໂບຮານ, ມັນໄດ້ຖືກຟື້ນຟູຄືນມາໃໝ່ໃນຍຸກສຸດທ້ານນີ້ ທີ່ເປັນພາກສ່ວນຂອງພັນທະສັນຍາໃໝ່ດ້ວຍຄຳສັນຍາ. ຂໍໃຫ້ຟັງອຳນາດຂອງຄຳສັ່ງທີ່ສູງສົ່ງນີ້ວ່າ:
“ເພື່ອວ່າເຈົ້າຈະສາມາດຮັກສາຕົນເອງໃຫ້ປາດສະຈາກມົນທິນຂອງໂລກໄດ້ຫລາຍກວ່າເກົ່າ, ຈົ່ງໄປຍັງບ້ານແຫ່ງການອະທິຖານ ແລະ ຖະຫວາຍສິນລະລຶກຂອງເຈົ້າໃນວັນສັກສິດຂອງເຮົາ;
“ເພາະຕາມຈິງແລ້ວ ນີ້ຄືມື້ທີ່ກຳນົດໄວ້ໃຫ້ເຈົ້າເພື່ອພັກຜ່ອນຈາກວຽກງານຂອງເຈົ້າ, ແລະ ເພື່ອສະແດງຄວາມຈົງຮັກພັກດີແດ່ພຣະຜູ້ສູງສຸດ. …
“ແລະ ໃນມື້ນີ້, … ໃຫ້ອາຫານຂອງເຈົ້າຖືກຈັດຕຽມດ້ວຍໃຈທີ່ເຫັນແກ່ພຣະອົງເທົ່ານັ້ນ ເພື່ອວ່າການຖືສິນອົດເຂົ້າຂອງເຈົ້າຈະສົມບູນ, … ເພື່ອຄວາມປິຕິຍິນດີຂອງເຈົ້າຈະເຕັມປ່ຽມ. …
“ຕາບໃດທີ່ເຈົ້າເຮັດສິ່ງນີ້ດ້ວຍຄວາມຂອບພຣະໄທ, ດ້ວຍໃຈ ແລະ ໃບໜ້າທີ່ຊື່ນບານ, … ຄວາມສົມບູນຂອງແຜ່ນດິນໂລກຈະເປັນຂອງເຈົ້າ.”13
ຂໍໃຫ້ຄິດເບິ່ງວ່າປະໂຫຍກນັ້ນສຳຄັນພຽງໃດ! ຄວາມສົມບູນຂອງແຜ່ນດິນໂລກຖືກສັນຍາໄວ້ໃຫ້ຜູ້ທີ່ຮັກສາວັນຊະບາໂຕໃຫ້ເປັນວັນສັກສິດ.14 ເພາະເຫດນີ້ ເອຊາຢາຈຶ່ງໄດ້ເອີ້ນວັນຊະບາໂຕວ່າ “ຄວາມຊື່ນຊົມ.”
ເຮົາຈະແນ່ໃຈໄດ້ແນວໃດວ່າ ພຶດຕິກຳຂອງເຮົາໃນວັນຊະບາໂຕຈະນຳໄປສູ່ຄວາມສຸກ ແລະ ຄວາມປິຕິຍິນດີ? ນອກເໜືອຈາກການໄປໂບດຂອງທ່ານ, ການຮັບສ່ວນສິນລະລຶກ, ແລະ ການເປັນຄົນທີ່ພາກພຽນໃນການເອີ້ນຂອງທ່ານທີ່ຈະຮັບໃຊ້ໂດຍສະເພາະ, ກິດຈະກຳອື່ນໆໃດແດ່ທີ່ຈະຊ່ອຍເຮັດໃຫ້ວັນຊະບາໂຕເປັນຄວາມຊື່ນຊົມສຳລັບທ່ານ? ທ່ານຈະມອບສັນຍານອັນໃດແດ່ໃຫ້ພຣະຜູ້ເປັນເຈົ້າ ເພື່ອສະແດງຄວາມຮັກທີ່ທ່ານມີຕໍ່ພຣະອົງ?
ວັນຊະບາໂຕໃຫ້ໂອກາດ ທີ່ຈະເພີ່ມຄວາມເຂັ້ມແຂງໃຫ້ຄວາມຜູກພັນຂອງຄອບຄົວ. ແນ່ນອນວ່າ, ພຣະເຈົ້າປະສົງໃຫ້ເຮົາແຕ່ລະຄົນ, ໃນຖານະລູກໆຂອງພຣະອົງ, ກັບຄືນໄປຫາພຣະອົງອີກ ເປັນໄພ່ພົນທີ່ໄດ້ຮັບຂອງປະທານສັກສິດໃນພຣະວິຫານແລ້ວ, ຖືກຜະນຶກໃນພຣະວິຫານເປັນຄອບຄົວ, ຜະນຶກເຂົ້າກັນກັບບັນພະບຸລຸດ, ແລະ ລູກຫລານຂອງເຮົາ.15
ເຮົາຈະເຮັດໃຫ້ວັນຊະບາໂຕເປັນສິ່ງທີ່ຊື່ນຊົມ ເມື່ອເຮົາສອນພຣະກິດຕິຄຸນໃຫ້ລູກໆຂອງເຮົາ. ໜ້າທີ່ຮັບຜິດຊອບຂອງເຮົາໃນບົດບາດທີ່ເປັນພໍ່ແມ່ກໍແຈ່ມແຈ້ງດີ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ຕາບໃດທີ່ພໍ່ແມ່ມີລູກໆຢູ່ໃນສີໂອນ, ຫລື ໃນສະເຕກໃດໆຂອງມັນ … ທີ່ ບໍ່ ໄດ້ສອນເຂົາໃຫ້ເຂົ້າໃຈຄຳສອນເລື່ອງການກັບໃຈ, ສັດທາໃນພຣະຄຣິດພຣະບຸດຂອງພຣະຜູ້ເປັນເຈົ້າທີ່ຊົງພຣະຊົນຢູ່, ແລະ ເລື່ອງການບັບຕິສະມາ ແລະ ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດໂດຍການວາງມື, ເມື່ອເຂົາມີອາຍຸແປດປີ, ແລ້ວບາບຈະຕົກຢູ່ເທິງຫົວຂອງຜູ້ເປັນພໍ່ແມ່.”16
ເມື່ອຫລາຍປີກ່ອນ ຝ່າຍປະທານສູງສຸດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເວລາຂອງຄອບຄົວທີ່ມີຄຸນນະພາບ. ພວກເພິ່ນໄດ້ຂຽນວ່າ:
“ພວກເຮົາຮຽກຮ້ອງໃຫ້ພໍ່ແມ່ອຸທິດຄວາມພະຍາຍາມທີ່ດີທີ່ສຸດໃຫ້ແກ່ການສັ່ງສອນ ແລະ ການລ້ຽງດູລູກໆຂອງເຂົາເຈົ້າໃນຫລັກທຳພຣະກິດຕິຄຸນ ຊຶ່ງຈະຮັກສາພວກເຂົາເອົາໄວ້ໃຫ້ໃກ້ຊິດກັບສາດສະໜາຈັກ. ຄອບຄົວເປັນແຫລ່ງພື້ນຖານຂອງຊີວິດທີ່ຊອບທຳ, ແລະ ບໍ່ມີສິ່ງອື່ນໃດເລີຍທີ່ຈະມາແທນຄອບຄົວໄດ້ ຫລື ບັນລຸໜ້າທີ່ຮັບຜິດຊອບອັນສຳຄັນ ທີ່ພຣະເຈົ້າໄດ້ມອບໝາຍໃຫ້ ເພື່ອສັ່ງສອນ ແລະ ລ້ຽງດູລູກໆ.
“ພວກເຮົາແນະນຳພໍ່ແມ່ ແລະ ລູກໆໃຫ້ຖືເອົາການອະທິຖານເປັນຄອບຄົວ, ການສັງສັນໃນຄອບຄົວ, ການສຶກສາພຣະກິດຕິຄຸນ ແລະ ຄຳສອນ, ແລະ ກິດຈະກຳຂອງຄອບຄົວທີ່ດີອື່ນໆ ໃຫ້ຢູ່ໃນລຳດັບຄວາມສຳຄັນສູງທີ່ສຸດ. ບໍ່ວ່າຄວາມຕ້ອງການ ຫລື ກິດຈະກຳອື່ນໆຈະດີ ແລະ ເໝາະສົມປານໃດກໍຕາມ, ເຮົາບໍ່ຕ້ອງປ່ອຍໃຫ້ມັນເຂົ້າມາແທນໜ້າທີ່ ທີ່ພຣະເຈົ້າໄດ້ມອບໝາຍໃຫ້ ທີ່ວ່າມີພຽງແຕ່ພໍ່ແມ່ ແລະ ຄອບຄົວທີ່ສາມາດປະຕິບັດໜ້າທີ່ນີ້ໄດ້ເປັນຢ່າງດີ.”17
ເມື່ອຂ້າພະເຈົ້າໄຕ່ຕອງຄຳແນະນຳນີ້, ຂ້າພະເຈົ້າເກືອບຢາກເປັນພໍ່ໜຸ່ມອີກເທື່ອໜຶ່ງ. ໃນເວລານີ້ພໍ່ແມ່ມີແຫລ່ງຊ່ອຍເຫລືອທີ່ດີຫລາຍ ເພື່ອຊ່ອຍເຂົາເຈົ້າເຮັດໃຫ້ເວລາຂອງຄອບຄົວມີຄວາມໝາຍຫລາຍຂຶ້ນ, ໃນວັນຊະບາໂຕ ແລະ ວັນອື່ນໆນຳອີກ. ເຂົາເຈົ້າມີ LDS.org, Mormon.org, the Bible videos, the Mormon Channel, the Media Library, the Friend, the New Era, the Ensign, the Liahona, ແລະ ອື່ນໆອີກ—ຫລາຍຢ່າງ. ແຫລ່ງຊ່ອຍເຫລືອເຫລົ່ານີ້ຊ່ອຍເຫລືອພໍ່ແມ່ໄດ້ຫລາຍ ໃນການບັນລຸໜ້າທີ່ອັນສັກສິດທີ່ເຂົາເຈົ້າມີຕໍ່ລູກຂອງເຂົາເຈົ້າ. ບໍ່ມີວຽກງານໃດທີ່ສຳຄັນຫລາຍໄປກວ່າການລ້ຽງດູທີ່ຊອບທຳ ແລະ ຢ່າງຕັ້ງອົກຕັ້ງໃຈ ດ້ວຍຄວາມລະມັດລະວັງ.
ເມື່ອທ່ານສອນພຣະກິດຕິຄຸນ, ທ່ານຈະຮຽນຮູ້ຫລາຍຂຶ້ນ. ນີ້ເປັນວິທີທາງຂອງພຣະຜູ້ເປັນເຈົ້າ ເພື່ອຊ່ອຍທ່ານໃຫ້ເຂົ້າໃຈພຣະກິດຕິຄຸນຂອງພຣະອົງ. ພຣະອົງໄດ້ກ່າວວ່າ
ພຣະອົງຈະໃຫ້ພຣະບັນຍັດຂໍ້ໜຶ່ງແກ່ເຮົາ, ວ່າເຮົາຕ້ອງສອນຄຳສອນຂອງອານາຈັກໃຫ້ກັນແລະກັນ.
ໃຫ້ສອນຢ່າງພາກພຽນ … , ເພື່ອເຮົາຈະໄດ້ຮັບການແນະນຳຢ່າງສົມບູນຫລາຍຂຶ້ນໃນທັດສະນະດີ … ໃນຄຳສອນ, ໃນກົດຂອງພຣະກິດຕິຄຸນ, ໃນທຸກສິ່ງທີ່ກ່ຽວກັບອານາຈັກຂອງພຣະເຈົ້າ.18
ການສຶກສາພຣະກິດຕິຄຸນເຊັ່ນນີ້ ເຮັດໃຫ້ວັນຊະບາໂຕເປັນສິ່ງທີ່ຊື່ນຊົມ. ຄຳສັນຍານີ້ມີຄວາມກ່ຽວພັນ ບໍ່ວ່າຄອບຄົວນັ້ນຈະໃຫຍ່ ຫລື ນ້ອຍກໍຕາມ, ຮ່ວມດ້ວຍຜູ້ໃດແດ່, ຫລື ວ່າຈະອາໄສຢູ່ໃສກໍຕາມ.
ນອກເໜືອໄປຈາກເວລາທີ່ຢູ່ກັບຄອບຄົວແລ້ວ, ທ່ານສາມາດມີຄວາມຊື່ນຊົມທີ່ແທ້ຈິງໃນວັນຊະບາໂຕຈາກການເຮັດວຽກງານສືບປະຫວັດຄອບຄົວ. ການຄົ້ນຫາ ແລະ ການພົບເຫັນສະມາຊິກຂອງຄອບຄົວທີ່ໄດ້ມີຊີວິດຢູ່ກ່ອນທ່ານຢູ່ເທິງໂລກ—ຜູ້ທີ່ບໍ່ໄດ້ມີໂອກາດທີ່ຈະຮັບເອົາພຣະກິດຕິຄຸນເມື່ອມີຊີວິດຢູ່ເທິງໂລກ ສາມາດນຳຄວາມສຸກອັນໃຫຍ່ຫລວງມາສູ່ທ່ານ.
ຂ້າພະເຈົ້າໄດ້ເຫັນສິ່ງນີ້ດ້ວຍຕົວເອງ. ເມື່ອຫລາຍປີກ່ອນ, ເວັນດີ, ພັນລະຍາທີ່ຮັກຂອງຂ້າພະເຈົ້າ, ໄດ້ຕັດສິນໃຈທີ່ຈະຮຽນຄົ້ນຄວ້າປະຫວັດຄອບຄົວ. ໃນຕອນຕົ້ນ ຄວາມກ້າວໜ້າຂອງນາງໃນເລື່ອງນີ້ກໍຊ້າແດ່, ແຕ່ເທື່ອລະເລັກເທື່ອລະນ້ອຍ, ນາງໄດ້ຮຽນຮູ້ວ່າມັນເປັນເລື່ອງງ່າຍທີ່ຈະເຮັດວຽກງານສັກສິດນີ້. ແລະ ຂ້າພະເຈົ້າບໍ່ເຄີຍເຫັນນາງມີຄວາມສຸກຫລາຍກວ່ານີ້. ຢູ່ທີ່ບ້ານ, ໂດຍການໃຊ້ຄອມພິວເຕີ ຫລື ອຸບປະກອນມືຖື, ທ່ານຈະສາມາດຊອກຫາລາຍຊື່ຂອງຜູ້ທີ່ປາດຖະໜາພິທີການຂອງເຂົາເຈົ້າ. ຈົ່ງເຮັດໃຫ້ວັນຊະບາໂຕເປັນສິ່ງທີ່ຊື່ນຊົມໂດຍການຄົ້ນຫາບັນພະບຸລຸດຂອງທ່ານ ແລະ ປົດປ່ອຍເຂົາເຈົ້າຈາກຄຸກທາງວິນຍານ!19
ຈົ່ງເຮັດໃຫ້ວັນຊະບາໂຕເປັນສິ່ງທີ່ຊື່ນຊົມໂດຍການຮັບໃຊ້ຄົນອື່ນ, ໂດຍສະເພາະຜູ້ທີ່ບໍ່ສະບາຍ ຫລື ຜູ້ທີ່ໂດດດ່ຽວ ຫລື ຂັດສົນ.20 ເມື່ອທ່ານຊ່ອຍໃຫ້ເຂົ້າເຈົ້າຮູ້ສຶກສະບາຍໃຈຂຶ້ນ ທ່ານກໍຈະຮູ້ສຶກດີໃຈເໝືອນກັນ.
ເມື່ອເອຊາຢາໄດ້ບັນຍາຍເຖິງວັນຊະບາໂຕວ່າ, ເປັນ “ສິ່ງຊື່ນຊົມ,” ເພິ່ນຍັງໄດ້ສອນເຮົາເຖິງວິທີທີ່ຈະເຮັດໃຫ້ມັນເປັນສິ່ງທີ່ຊື່ນຊົມນຳອີກ. ເພິ່ນໄດ້ກ່າວວ່າ:
“ຖ້າເຈົ້າຍຶດຖືວັນຊະບາໂຕເປັນມື້ສັກສິດ; ແລະ ຖ້າເຈົ້ານັບຖື ແລະ ໃຫ້ກຽດ [ພຣະຜູ້ເປັນເຈົ້າ], ໂດຍບໍ່ທ່ອງທ່ຽວໄປມາ, ບໍ່ເຮັດການ ຫລື ເວົ້າສິ່ງທີ່ບໍ່ມີປະໂຫຍດໃນມື້ນັ້ນ:
“ແລ້ວເຈົ້າກໍຈະມ່ວນຊື່ນເບີກບານໃຈ ໃນພຣະຜູ້ເປັນເຈົ້າ.”21
ການທີ່ບໍ່ສະແຫວງຫາ “ຄວາມສຳລານໃຈສຳລັບຕົນເອງ” ໃນວັນຊະບາໂຕ ຮຽກຮ້ອງລະບຽບວິໄນໃນຕົວເອງ. ທ່ານອາດຕ້ອງຫລີກລ້ຽງຈາກການເຮັດສິ່ງໃດສິ່ງໜຶ່ງທີ່ທ່ານຢາກເຮັດ. ຖ້າທ່ານເລືອກທີ່ຈະມ່ວນຊື່ນເບີກບານໃຈ ໃນພຣະຜູ້ເປັນເຈົ້າ, ແລ້ວທ່ານຈະບໍ່ປ່ອຍໃຫ້ຕົວເອງປະຕິບັດກັບວັນຊະບາໂຕເໝືອນດັ່ງວັນອື່ນໆ. ກິດຈະກຳປົກກະຕິ ແລະ ການພັກຜ່ອນຢ່ອນອາລົມນັ້ນກໍສາມາດເຮັດໄດ້ໃນເວລາອື່ນ.
ໃຫ້ພິຈາລະນາ ສິ່ງຕໍ່ໄປນີ້: ໃນການຈ່າຍສ່ວນສິບ, ເຮົາສົ່ງໜຶ່ງສ່ວນສິບຈາກລາຍໄດ້ຂອງເຮົາໃຫ້ພຣະຜູ້ເປັນເຈົ້າ. ໃນການຮັກສາວັນຊະບາໂຕໃຫ້ສັກສິດ, ເຮົາສະຫງວນວັນໜຶ່ງໃນເຈັດວັນນັ້ນໄວ້ໃຫ້ເປັນຂອງ ພຣະອົງ. ສະນັ້ນ ມັນເປັນສິດທິພິເສດຂອງເຮົາທີ່ຈະອຸທິດທັງເງິນ ແລະ ເວລາໃຫ້ແດ່ພຣະອົງ ຜູ້ທີ່ໃຫ້ເຮົາມີຊີວິດຢູ່ແຕ່ລະວັນ.22
ສັດທາໃນພຣະເຈົ້າຈະນຳໄປສູ່ຄວາມຮັກໃຫ້ແກ່ວັນຊະບາໂຕ; ສັດທາໃນວັນຊະບາໂຕຈະນຳໄປສູ່ຄວາມຮັກໃຫ້ແດ່ພຣະເຈົ້າ. ວັນຊະບາໂຕທີ່ສັກສິດເປັນຄວາມຊື່ນຊົມແທ້ໆ.
ບັດນີ້, ເມື່ອກອງປະຊຸມໃຫຍ່ນີ້ ມາເຖິງຕອນຈົບແລ້ວ, ເຮົາຮູ້ວ່າ ບໍ່ວ່າເຮົາຈະອາໄສຢູ່ໃສກໍຕາມ ເຮົາຕ້ອງເປັນຕົວຢ່າງຂອງຄົນທີ່ເຊື່ອໃນພຣະຄຣິດ ໃນບັນດາຄອບຄົວ, ເພື່ອນບ້ານ, ແລະ ໝູ່ເພື່ອນ.23 ຄົນທີ່ເຊື່ອໃນພຣະຄຣິດທີ່ແທ້ຈິງ ຈະຮັກສາວັນຊະບາໂຕໃຫ້ສັກສິດ.
ຂ້າພະເຈົ້າຂໍສະຫລຸບດ້ວຍຄຳອຳລາຂອງໂມໂຣໄນ, ຂະນະທີ່ເພິ່ນໄດ້ຈົບການຂຽນພຣະຄຳພີມໍມອນ. ເພິ່ນໄດ້ຂຽນວ່າ, “ຈົ່ງມາຫາພຣະຄຣິດ, ແລະ ຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະອົງ, ແລະ ປະຕິເສດຕົນຈາກຄວາມບໍ່ເປັນເໝືອນດັ່ງພຣະເຈົ້າທຸກຢ່າງ, ແລະ ຖ້າຫາກທ່ານປະຕິເສດຕົນຈາກຄວາມບໍ່ເປັນເໝືອນດັ່ງພຣະເຈົ້າທຸກຢ່າງ, ແລະ ຮັກພຣະເຈົ້າດ້ວຍສຸດພະລັງ, ຈິດໃຈ, ແລະ ກຳລັງຂອງທ່ານ, ເມື່ອນັ້ນ … ທ່ານຈະດີພ້ອມໃນພຣະຄຣິດ.”24
ດ້ວຍຄວາມຮັກໃນຫົວໃຈຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍມອບສິ່ງເຫລົ່ານີ້ໄວ້ກັບທ່ານ ຊຶ່ງເປັນຄຳອະທິຖານ, ປະຈັກພະຍານ, ແລະ ພອນຂອງຂ້າພະເຈົ້າ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.