ຖືກເອີ້ນໃຫ້ມາຫາວຽກງານ
ການມອບໝາຍໃຫ້ອອກແຮງງານໃນເຂດໃດເຂດໜຶ່ງໂດຍສະເພາະນັ້ນກໍຈຳເປັນ ແລະ ສຳຄັນ ແຕ່ເປັນສິ່ງສຳຄັນອັນດັບສອງຮອງການເອີ້ນໃຫ້ມາຫາວຽກງານ.
ປະທານມອນສັນ, ພວກເຮົາດີໃຈຫລາຍ ທີ່ໄດ້ຍິນສຽງຂອງທ່ານ ແລະ ທີ່ໄດ້ຮັບຄຳແນະນຳຂອງທ່ານ. ພວກເຮົາຮັກທ່ານ, ພວກເຮົາສະໜັນສະໜູນທ່ານ, ແລະ ພວກເຮົາຈະອະທິຖານເພື່ອທ່ານສະເໝີ.
ຂ້າພະເຈົ້າອະທິຖານວ່າ ພວກເຮົາຈະໄດ້ຮັບຄວາມຊ່ວຍເຫລືອຈາກພຣະວິນຍານບໍລິສຸດ ຂະນະທີ່ພວກເຮົາພິຈາລະນານຳກັນ ເຖິງຫລັກທຳທີ່ກ່ຽວຂ້ອງກັບວຽກງານທີ່ສຳຄັນຂອງການສັ່ງສອນພຣະກິດຕິຄຸນ ໃຫ້ແກ່ທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ.1
ຖືກເອີ້ນໃຫ້ຮັບໃຊ້ ແລະ ຖືກມອບໝາຍໃຫ້ອອກແຮງງານ
ທຸກໆປີ ຊາຍໜຸ່ມ ແລະ ຍິງໜຸ່ມຫລາຍໆສິບພັນຄົນ, ແລະ ຄູ່ສາມີພັນລະຍາອາວຸໂສເປັນຈຳນວນຫລາຍກໍພາກັນລໍຖ້າທີ່ຈະໄດ້ຮັບຈົດໝາຍພິເສດຈາກເມືອງເຊົາເລັກ ຢ່າງກະຕືລືລົ້ນ. ເນື້ອຫາຂອງຈົດໝາຍນັ້ນຈະມີຜົນກະທົບກະເທືອນຕໍ່ຜູ້ທີ່ຈະໄດ້ຮັບຈົດໝາຍນັ້ນຕະຫລອດໄປ, ພ້ອມທັງສະມາຊິກໃນຄອບຄົວ ແລະ ຄົນອື່ນໆເປັນຈຳນວນຫລວງຫລາຍນຳອີກ. ເມື່ອມັນມາເຖິງ, ຈົດໝາຍນັ້ນອາດຖືກເປີດຢ່າງເປັນລະບຽບ ແລະ ລະມັດລະວັງ ຫລື ຖືກຈີກເປີດຢ່າງຕື່ນເຕັ້ນ ແລະ ດ້ວຍຄວາມຮີບຮ້ອນໃຈທີ່ສຸດ. ການອ່ານຈົດໝາຍນີ້ເປັນປະສົບການທີ່ຜູ້ອ່ານຈະບໍ່ມີວັນລືມ.
ປະທານຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເປັນຜູ້ເຊັນຈົດໝາຍນັ້ນ, ແລະ ສອງປະໂຫຍກທຳອິດຈະມີຄຳດັ່ງຕໍ່ໄປນີ້ວ່າ: “ທ່ານຖືກເອີ້ນໃຫ້ຮັບໃຊ້ເປັນຜູ້ສອນສາດສະໜາ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ທ່ານຖືກມອບໝາຍໃຫ້ຮັບໃຊ້ຢູ່ທີ່ເຂດເຜີຍແຜ່ _______.”
ຂໍໃຫ້ສັງເກດເຫັນວ່າ ປະໂຫຍກທຳອິດຄືການເອີ້ນໃຫ້ຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາ ໃນສາດສະໜາຈັກທີ່ຖືກຟື້ນຟູຂອງພຣະຜູ້ເປັນເຈົ້າ. ປະໂຫຍກທີສອງບອກເຖິງການມອບໝາຍໃຫ້ອອກແຮງງານໃນສະຖານທີ່ ແລະ ເຂດເຜີຍແຜ່ໃດໜຶ່ງໂດຍສະເພາະ. ມັນສຳຄັນສຳລັບເຮົາທຸກຄົນ ທີ່ຈະເຂົ້າໃຈຄວາມແຕກຕ່າງທີ່ສຳຄັນ ລະຫວ່າງສິ່ງທີ່ແຕ່ລະປະໂຫຍກເຫລົ່ານີ້ສະແດງອອກ.
ໃນວັດທະນະທຳຂອງສາດສະໜາຈັກ, ເຮົາມັກຈະກ່າວວ່າ ຖືກເອີ້ນໃຫ້ຮັບໃຊ້ໃນປະເທດໃດປະເທດໜຶ່ງ ດັ່ງເຊັ່ນ ປະເທດອາກຊັງຕິນ, ໂປໂລຍ, ເກົາຫລີ, ຫລື ສະຫະລັດ. ແຕ່ຜູ້ສອນສາດສະໜາບໍ່ໄດ້ຖືກເອີ້ນໃຫ້ໄປສະຖານທີ່ໃດສະຖານທີ່ໜຶ່ງ; ແຕ່ເຂົາເຈົ້າຖືກເອີ້ນໃຫ້ຮັບໃຊ້. ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ປະກາດຕໍ່ສາດສະດາ ໂຈເຊັບ ສະມິດ ໃນປີ 1829 ວ່າ ຖ້າເພິ່ນມີຄວາມປາດຖະໜາທີ່ຈະຮັບໃຊ້ພຣະເຈົ້າ ເພິ່ນກໍໄດ້ຖືກເອີ້ນໃຫ້ມາຫາວຽກງານ.2
ການເອີ້ນ ແລະ ການມອບໝາຍຂອງການເຜີຍແຜ່ແຕ່ລະຢ່າງ, ຫລື ການມອບໝາຍໃໝ່ໃນເວລາຕໍ່ໄປ, ເປັນຜົນຂອງການເປີດເຜີຍຜ່ານຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ. ການເອີ້ນໃຫ້ມາຫາວຽກງານນັ້ນ ມາຈາກພຣະເຈົ້າ ຜ່ານປະທານຂອງສາດສະໜາຈັກ. ການມອບໝາຍໃຫ້ຮັບໃຊ້ຢູ່ໃນເຂດເຜີຍແຜ່ຫລາຍກວ່າ 400 ແຫ່ງ ທີ່ດຳເນີນງານຢູ່ໃນເວລາປະຈຸບັນ ຕະຫລອດທົ່ວໂລກນັ້ນ ມາຈາກພຣະເຈົ້າ ຜ່ານສະມາຊິກຂອງກຸ່ມອັກຄະສາວົກສິບສອງ, ທີ່ປະຕິບັດງານດ້ວຍສິດອຳນາດຂອງສາດສະດາທີ່ມີຊີວິດຢູ່ຂອງພຣະຜູ້ເປັນເຈົ້າ. ຂອງປະທານທາງວິນຍານແຫ່ງການພະຍາກອນ ແລະ ການເປີດເຜີຍຈະຢູ່ກັບການເອີ້ນ ແລະ ການມອບໝາຍຂອງການເຜີຍແຜ່ທັງໝົດ.
ພາກທີ 80 ຂອງ Doctrine and Covenants ມີບັນທຶກຂອງການເອີ້ນໃຫ້ເຜີຍແຜ່ຂອງ ສະຕີບເວັນ ເບີແນັດ ທີ່ສາດສະດາ ໂຈເຊັບ ສະມິດ ໄດ້ສະເໜີໃຫ້ໃນປີ 1832. ການສຶກສາການເອີ້ນຂອງ ບຣາເດີ ເບີແນັດ ສາມາດຊ່ວຍເຮົາໃຫ້ (1) ເຂົ້າໃຈຢ່າງແຈ່ມແຈ້ງຫລາຍຂຶ້ນ ລະຫວ່າງການ “ຖືກເອີ້ນໃຫ້ມາຫາວຽກງານ” ໃນຖານະທີ່ເປັນຜູ້ສອນສາດສະໜາ ແລະ ການ “ຖືກມອບໝາຍໃຫ້ອອກແຮງງານ” ໃນສະຖານທີ່ໃດໜຶ່ງໂດຍສະເພາະ ແລະ (2) ເຫັນຄຸນຄ່າຂອງໜ້າທີ່ຮັບຜິດຊອບສ່ວນຕົວ ແລະ ທີ່ຖືກມອບໝາຍຈາກສະຫວັນຂອງເຮົາ ທີ່ຈະປະກາດພຣະກິດຕິຄຸນ.
ຂໍ້ທີ 1 ຂອງພາກນີ້ຄືການເອີ້ນໃຫ້ຮັບໃຊ້. ພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ ຜູ້ຮັບໃຊ້ຂອງພຣະອົງ ສະຕີບເວັນ ເບີແນັດ ວ່າ ລາວຄວນອອກໄປໃນໂລກ ແລະ ສັ່ງສອນພຣະກິດຕິຄຸນໃຫ້ແກ່ມະນຸດສະໂລກທັງໝົດທີ່ໄດ້ຍິນສຽງຂອງລາວ.3
ໜ້າສົນໃຈທີ່ ຂໍ້ທີ 2 ບອກ ບຣາເດີ ເບີແນັດ ກ່ຽວກັບຄູ່ສອນສາດສະໜາທີ່ລາວໄດ້ຖືກມອບໝາຍໃຫ້. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ເພາະວ່າ ບຣາເດີ ເບີແນັດ ປາດຖະໜາຢາກມີເພື່ອນຮ່ວມງານ, ພຣະອົງຈະມອບ ອີເດັນ ສະມິດ ໃຫ້ເປັນເພື່ອນຮ່ວມງານຂອງລາວ.”4
ຂໍ້ທີ 3 ບອກເຖິງສະຖານທີ່ ທີ່ຜູ້ສອນສາດສະໜາສອງຄົນນີ້ຄວນອອກແຮງງານຮັບໃຊ້. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ບຣາເດີ ເບີແນັດ ຄວນອອກໄປ ແລະ ສັ່ງສອນພຣະກິດຕິຄຸນ, ແລະ ບໍ່ວ່າຈະໄປເໜືອ ຫລື ໃຕ້, ໄປພາກຕາເວັນອອກ ຫລື ຕາເວັນຕົກ, ມັນບໍ່ສຳຄັນ, ເພາະລາວຈະບໍ່ໄປຜິດທາງ.5
ຂ້າພະເຈົ້າບໍ່ເຊື່ອວ່າສຳນວນທີ່ວ່າ “ມັນບໍ່ສຳຄັນ” ທີ່ພຣະຜູ້ເປັນເຈົ້າໄດ້ໃຊ້ໃນພຣະຄຳພີຂໍ້ນີ້ພຣະອົງແນະນຳວ່າ ພຣະອົງບໍ່ສົນໃຈວ່າຜູ້ຮັບໃຊ້ຂອງພຣະອົງຈະອອກແຮງງານຢູ່ໃສ. ແທ້ຈິງແລ້ວ, ພຣະອົງສົນໃຈຫລາຍ. ແຕ່ ເພາະວ່າວຽກງານຂອງການສັ່ງສອນພຣະກິດຕິຄຸນ ເປັນວຽກງານຂອງພຣະອົງ, ພຣະອົງຈຶ່ງດົນໃຈ, ຊີ້ນຳ, ແລະ ນຳທາງຜູ້ຮັບໃຊ້ຂອງພຣະອົງທີ່ໄດ້ຮັບສິດອຳນາດ. ເມື່ອຜູ້ສອນສາດສະໜາພະຍາຍາມທີ່ຈະເປັນເຄື່ອງມືໃນພຣະຫັດຂອງພຣະອົງ ທີ່ມີຄ່າຄວນ ແລະ ມີຄວາມສາມາດຫລາຍຂຶ້ນ ແລະ ເຮັດໃຫ້ໄດ້ດີ ຈົນສຸດຄວາມສາມາດ ເພື່ອຈະບັນລຸໜ້າທີ່ຂອງຕົນຢ່າງຊື່ສັດ, ແລ້ວດ້ວຍຄວາມຊ່ວຍເຫລືອຂອງພຣະອົງ ເຂົາເຈົ້າຈະ “ບໍ່ໄປຜິດທາງ” ບໍ່ວ່າເຂົາເຈົ້າຈະຮັບໃຊ້ຢູ່ບ່ອນໃດກໍຕາມ. ບາງເທື່ອ ບົດຮຽນຢ່າງໜຶ່ງທີ່ພຣະຜູ້ຊ່ວຍໃຫ້ລອດກຳລັງສອນເຮົາຢູ່ໃນການເປີດເຜີຍນີ້ ຄືວ່າການມອບໝາຍໃຫ້ອອກແຮງງານໃນເຂດໃດເຂດໜຶ່ງໂດຍສະເພາະນັ້ນກໍຈຳເປັນ ແລະ ສຳຄັນ ແຕ່ເປັນສິ່ງສຳຄັນອັນດັບສອງຮອງການເອີ້ນໃຫ້ມາຫາວຽກງານ.
ຂໍ້ຕໍ່ໄປຊີ້ໃຫ້ເຫັນເຖິງຄຸນວຸດທິສຳຄັນສຳລັບຜູ້ສອນສາດສະໜາທຸກໆຄົນ. ພຣະອົງໄດ້ກ່າວວ່າ ເຂົາເຈົ້າຄວນປະກາດສິ່ງທີ່ເຂົາເຈົ້າ ໄດ້ຍິນ, ແລະ ສິ່ງທີ່ເຂົາເຈົ້າ ເຊື່ອ ແທ້ໆ, ແລະ ສິ່ງທີ່ເຂົາເຈົ້າຮູ້ວ່າເປັນຄວາມຈິງ.”6
ຂໍ້ສຸດທ້າຍເຕືອນ ບຣາເດີ ເບີແນັດ ແລະ ເຮົາທຸກຄົນວ່າ ການເອີ້ນໃຫ້ຮັບໃຊ້ນັ້ນມາຈາກໃຜແທ້ໆ. ມັນເປັນພຣະປະສົງຂອງພຣະຜູ້ເປັນເຈົ້າ, ພຣະຜູ້ໄຖ່ຂອງລາວ, ແມ່ນແຕ່ພຣະເຢຊູຄຣິດ ຜູ້ໄດ້ເອີ້ນລາວ.7
ການເອົາຊະນະຄວາມເຂົ້າໃຈຜິດ
ພວກທ່ານບາງຄົນອາດສົງໄສວ່າ ເປັນຫຍັງຂ້າພະເຈົ້າຈຶ່ງໄດ້ເລືອກທີ່ຈະສົນທະນາ ໃນພາກຖານະປະໂລຫິດຂອງກອງປະຊຸມໃຫຍ່ສາມັນ ເຖິງຄວາມແຕກຕ່າງທີ່ເບິ່ງຄືວ່າແຈ່ມແຈ້ງດີ ລະຫວ່າງການຖືກເອີ້ນໃຫ້ມາຫາວຽກງານ ແລະ ການມອບໝາຍໃຫ້ອອກແຮງງານ. ຄຳຕອບຂອງຂ້າພະເຈົ້າຕໍ່ຄຳຖາມຂອງທ່ານກໍແຈ່ມແຈ້ງດີວ່າ: ປະສົບການຂອງຂ້າພະເຈົ້າໄດ້ສອນວ່າ ສະມາຊິກຂອງສາດສະໜາຈັກສ່ວນຫລາຍບໍ່ເຂົ້າໃຈຫລັກທຳຂອງການຖືກເອີ້ນ ແລະ ການຖືກມອບໝາຍ ຄັກປານໃດ.
ເຫດຜົນສຳຄັນທີ່ສຸດທີ່ຈະກ່າວກ່ຽວກັບເລື່ອງນີ້ກໍຄື ສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ມາເປັນເວລາຫລາຍປີກ່ຽວກັບຄວາມເປັນຫ່ວງ, ຄວາມກັງວົນ, ແລະ ແມ່ນແຕ່ຄວາມຮູ້ສຶກຜິດ ທີ່ຜູ້ສອນສາດສະໜາຫລາຍຄົນໄດ້ຮູ້ສຶກ ຜູ້ທີ່ໄດ້ຖືກມອບໝາຍໃໝ່ ໃຫ້ຮັບໃຊ້ຢູ່ເຂດອື່ນ ໃນລະຫວ່າງເວລາທີ່ເຂົາເຈົ້າຢູ່ໃນການຮັບໃຊ້ເປັນຜູ້ສອນສາດສະໜາ ເປັນເພາະຫລາຍໆເຫດຜົນຕ່າງໆ. ການມອບໝາຍໃໝ່ດັ່ງກ່າວ ບາງເທື່ອກໍຈຳເປັນ ເພາະເຫດການ ແລະ ສະຖານະການດັ່ງເຊັ່ນ ອຸບປະຕິເຫດ ຫລື ການບາດເຈັບທາງຮ່າງກາຍ, ການຊັກຊ້າ ແລະ ບັນຫາໃນເລື່ອງໜັງສືເດີນທາງ, ການເມືອງທີ່ບໍ່ສະຫງົບ, ການຈັດ ແລະ ການເສີມຜູ້ສອນສາດສະໜາໃນເຂດເຜີຍແຜ່ແຫ່ງໃໝ່, ຫລື ຄວາມຕ້ອງການຢູ່ຕະຫລອດທົ່ວໂລກ ໃນວຽກງານຂອງການປະກາດພຣະກິດຕິຄຸນ ທີ່ປ່ຽນແປງຢ່າງຕໍ່ເນື່ອງ.8
ເມື່ອຜູ້ສອນສາດສະໜາຖືກມອບໝາຍໃໝ່ ໃຫ້ໄປຮັບໃຊ້ຢູ່ທີ່ອື່ນ, ຂັ້ນຕອນກໍເໝືອນກັນກັບການມອບໝາຍໃນຕອນຕົ້ນ. ສະມາຊິກຂອງກຸ່ມອັກຄະສາວົກສິບສອງ ສະແຫວງຫາການດົນໃຈ ແລະ ການຊີ້ນຳໃນການຈັດການກັບການມອບໝາຍຄັ້ງໃໝ່ດັ່ງກ່າວທັງໝົດ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ເວົ້າລົມກັບຊາຍທີ່ຊື່ສັດຄົນໜຶ່ງ ຜູ້ທີ່ໄດ້ສະແດງຄວາມຮູ້ສຶກຈາກສ່ວນເລິກຂອງໃຈລາວ. ໃນການປະຊຸມ ຂ້າພະເຈົ້າຫາກໍໄດ້ອະທິບາຍເຖິງຄວາມແຕກຕ່າງລະຫວ່າງການຖືກເອີ້ນໃຫ້ມາຫາວຽກງານ ແລະ ການຖືກມອບໝາຍໃຫ້ອອກແຮງງານ. ຊາຍທີ່ດີຄົນນີ້ໄດ້ຈັບມືທັກທາຍຂ້າພະເຈົ້າ ແລະ ດ້ວຍນ້ຳຕາເຕັມເບົ້າໄດ້ບອກຂ້າພະເຈົ້າວ່າ, “ສິ່ງທີ່ທ່ານໄດ້ຊ່ວຍຂ້ານ້ອຍໃຫ້ຮຽນຮູ້ໃນມື້ນີ້ໄດ້ກຳຈັດຄວາມໜັກໜ່ວງໃນໃຈຂອງຂ້ານ້ອຍ ທີ່ຂ້ານ້ອຍໄດ້ເກັບໄວ້ຢູ່ໃນໃຈຫລາຍກວ່າ 30 ປີ. ຕອນເປັນຜູ້ສອນສາດສະໜາໜຸ່ມ, ການມອບໝາຍຕົ້ນຕໍຂອງຂ້ານ້ອຍແມ່ນໃຫ້ຮັບໃຊ້ຢູ່ທີ່ອາເມຣິກາໃຕ້. ແຕ່ຂ້ານ້ອຍບໍ່ໄດ້ຮັບໜັງສືເດີນທາງ, ສະນັ້ນການມອບໝາຍຂອງຂ້ານ້ອຍຈຶ່ງໄດ້ປ່ຽນ ໃຫ້ຮັບໃຊ້ຢູ່ທີ່ສະຫະລັດ. ຕະຫລອດຫລາຍປີທີ່ຜ່ານມານີ້ ຂ້ານ້ອຍໄດ້ສົງໄສວ່າ ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດຮັບໃຊ້ຢູ່ໃນເຂດທີ່ຂ້ານ້ອຍໄດ້ຖືກເອີ້ນ. ບັດນີ້ຂ້ານ້ອຍຮູ້ວ່າຂ້ານ້ອຍໄດ້ຖືກເອີ້ນໃຫ້ມາຫາວຽກງານ ແລະ ບໍ່ແມ່ນໃຫ້ໄປຫາສະຖານທີ່ໃດໜຶ່ງ. ຄວາມເຂົ້າໃຈຫລັກທຳນີ້ໄດ້ຊ່ວຍຂ້ານ້ອຍຫລາຍກວ່າທີ່ຂ້ານ້ອຍຈະສະແດງອອກໄດ້.”
ຂ້າພະເຈົ້າສົງສານຊາຍທີ່ດີຄົນນີ້. ເມື່ອຂ້າພະເຈົ້າໄດ້ສອນຫລັກທຳພື້ນຖານເຫລົ່ານີ້ຕະຫລອດທົ່ວໂລກ, ບຸກຄົນເປັນຈຳນວນທີ່ນັບບໍ່ຖ້ວນ ໄດ້ສະແດງຄວາມຮູ້ສຶກແບບດຽວກັນນີ້ກັບຂ້າພະເຈົ້າຢ່າງເປັນສ່ວນຕົວ ດັ່ງທີ່ຊາຍຄົນນີ້ຫາກໍໄດ້ບັນຍາຍ. ຂ້າພະເຈົ້າກ່າວເຖິງຫົວຂໍ້ນີ້ໃນວັນນີ້ ເພາະບໍ່ມີສະມາຊິກຄົນໃດໃນສາດສະໜາຈັກນີ້ຄວນແບກຫາບພາລະໜັກໜ່ວງ ທີ່ຮ່ວມທັງຄວາມເຂົ້າໃຈຜິດ, ຄວາມບໍ່ແນ່ນອນ, ຄວາມທຸກທໍລະມານໃຈ, ຫລື ຄວາມຮູ້ສຶກຜິດທີ່ບໍ່ຈຳເປັນ ກ່ຽວກັບການມອບໝາຍໃຫ້ອອກແຮງງານ.
ພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ ສະຕີບເວັນ ເບີແນັດ ວ່າລາວຄວນອອກໄປ ແລະ ສັ່ງສອນພຣະກິດຕິຄຸນ, ແລະ ບໍ່ວ່າຈະໄປເໜືອ ຫລື ໃຕ້, ໄປພາກຕາເວັນອອກ ຫລື ຕາເວັນຕົກ, ມັນບໍ່ສຳຄັນ, ເພາະລາວຈະບໍ່ໄປຜິດທາງ.9 ເມື່ອທ່ານໄຕ່ຕອງພຣະຄຳ ໃນຂໍ້ພຣະຄຳພີນີ້ ແລະ ເປີດໃຈຮັບ, ຂ້າພະເຈົ້າຫວັງ ແລະ ອະທິຖານວ່າ ທ່ານຈະເຊື້ອເຊີນພຣະວິນຍານບໍລິສຸດໃຫ້ນຳເອົາຄວາມເຂົ້າໃຈ, ການປິ່ນປົວ, ແລະ ການຟື້ນຟູມາສູ່ຈິດວິນຍານຂອງທ່ານ ທີ່ທ່ານອາດຕ້ອງການ.
ອີກເຫດຜົນໜຶ່ງທີ່ຂ້າພະເຈົ້າໄດ້ຮູ້ສຶກດົນໃຈໃຫ້ສົນທະນາຫົວຂໍ້ນີ້ກໍແມ່ນ ປະສົບການສ່ວນຕົວຂອງຂ້າພະເຈົ້າ ໃນການມອບໝາຍຜູ້ສອນສາດສະໜາຕະຫລອດຫລາຍປີທີ່ຜ່ານມາ. ສຳລັບອັກຄະສາວົກສິບສອງແລ້ວ, ບໍ່ມີຫຍັງຈະຢືນຢັນເຖິງຄວາມເປັນຈິງຂອງການເປີດເຜີຍຂອງວັນເວລາສຸດທ້າຍທີ່ດຳລົງຢູ່ ຢ່າງມີພະລັງ ຫລາຍໄປກວ່າການສະແຫວງຫາການຫລິງເຫັນພຣະປະສົງຂອງພຣະຜູ້ເປັນເຈົ້າ ຂະນະທີ່ພວກເຮົາເຮັດໜ້າທີ່ຮັບຜິດຊອບຂອງພວກເຮົາ ໃນການມອບໝາຍຜູ້ສອນສາດສະໜາໃຫ້ໄປຮັບໃຊ້ຢູ່ໃນເຂດເຜີຍແຜ່ຂອງເຂົາເຈົ້າ. ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ຊ່ວຍໃຫ້ລອດຮູ້ຈັກ ແລະ ຮັບຮູ້ເຮົາແຕ່ລະຄົນ ແລະ ຮູ້ຊື່ຂອງເຮົາດ້ວຍ.
ການຕຽມພ້ອມສຳລັບການເອີ້ນໃຫ້ມາຫາວຽກງານ
ບັດນີ້ຂ້າພະເຈົ້າຢາກຈະສົນທະນາຈັກນ້ອຍ ກ່ຽວກັບຂອບເຂດຂອງການຕຽມຕົວສຳລັບການເອີ້ນໃຫ້ມາຫາວຽກງານ ທີ່ສ່ວນຫລາຍແລ້ວຖືກມອງຂ້າມ.
ສາມຄຳທີ່ພົວພັນກັນໃຫ້ຄຳອະທິບາຍເຖິງແບບແຜນຂອງການຕຽມຕົວ ແລະ ຂັ້ນຕອນສຳລັບບຸດຂອງພຣະເຈົ້າ ນັ້ນຄື: ຖານະປະໂລຫິດ, ພຣະວິຫານ, ການເຜີຍແຜ່. ບາງເທື່ອ ໃນຖານະທີ່ເປັນພໍ່ແມ່, ໝູ່ເພື່ອນ, ແລະ ສະມາຊິກຂອງສາດສະໜາຈັກ, ເຮົາເອົາໃຈໃສ່ການຕຽມຕົວຂອງຜູ້ສອນສາດສະໜາສຳລັບຊາຍໜຸ່ມຫລາຍເກີນໄປ ຈົນວ່າເຮົາບໍ່ເອົາໃຈໃສ່ຂັ້ນຕອນທີ່ສຳຄັນ ຍິ່ງກວ່າໃນລະດັບໃດລະດັບໜຶ່ງ ໃນເສັ້ນທາງແຫ່ງພັນທະສັນຍາ ທີ່ຈຳເປັນຕ້ອງບັນລຸ ກ່ອນການເລີ່ມຕົ້ນຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາ. ການເຮັດວຽກງານເປັນຜູ້ສອນສາດສະໜານັ້ນເປັນສ່ວນປະກອບທີ່ສຳຄັນແນ່ນອນ ແຕ່ມັນບໍ່ໄດ້ເປັນສ່ວນດຽວທີ່ສຳຄັນໃນຂັ້ນຕອນຂອງການສ້າງຕັ້ງພື້ນຖານທີ່ເຂັ້ມແຂງ ສຳລັບການເຕີບໂຕທາງວິນຍານ ແລະ ການຮັບໃຊ້. ຖານະປະໂລຫິດ ແລະ ພອນຂອງພຣະວິຫານ, ທັງສອງທີ່ມາກ່ອນການຖືກມອບໝາຍໃຫ້ອອກແຮງງານໃນເຂດເຜີຍແຜ່, ກໍຈຳເປັນເໝືອນກັນ ເພື່ອຈະປ້ອງກັນ ແລະ ເຮັດໃຫ້ເຮົາເຂັ້ມແຂງທາງວິນຍານ ຕະຫລອດຊີວິດຂອງເຮົາ.
ຊາຍໜຸ່ມທັງຫລາຍ, ເມື່ອພວກເຈົ້າບັນລຸໜ້າທີ່ຂອງພວກເຈົ້າ ແລະ ໃຫ້ກຽດຖານະປະໂລຫິດແຫ່ງອາໂຣນ ຫລື ຖານະປະໂລຫິດທີ່ຕ່ຳກວ່າ, ພວກເຈົ້າກໍຕຽມຕົວທີ່ຈະຮັບເອົາ ແລະ ຂະຫຍາຍ ຄຳສາບານ ແລະ ພັນທະສັນຍາຂອງຖານະປະໂລຫິດແຫ່ງເມນຄີເສເດັກ ຫລື ຖານະປະໂລຫິດທີ່ສູງກວ່າ.10 ຄວາມມີຄ່າຄວນສ່ວນຕົວຄືຂໍ້ຮຽກຮ້ອງທີ່ສຳຄັນທີ່ສຸດຢ່າງດຽວ ສຳລັບການໄດ້ຮັບຖານະປະໂລຫິດທີ່ສູງກວ່າ. ຊີວິດທີ່ເຕັມໄປດ້ວຍການຮັບໃຊ້ທີ່ບໍ່ເຫັນແກ່ຕົວຂອງຖານະປະໂລຫິດຍັງຢູ່ຕໍ່ໜ້າພວກເຈົ້າ. ຂໍໃຫ້ຕຽມຕົວໃນເວລານີ້ ໂດຍການໃຫ້ການຮັບໃຊ້ທີ່ມີຄວາມໝາຍຢູ່ເລື້ອຍໆ. ຂໍໃຫ້ຮຽນຮັກການເປັນຄົນທີ່ມີຄ່າຄວນ ແລະ ຄົງມີຄ່າຄວນຢູ່ເລື້ອຍໄປ. ຂໍໃຫ້ເປັນຄົນທີ່ມີຄ່າຄວນ. ຂໍໃຫ້ມີຄ່າຄວນຢູ່ສະເໝີໄປ.
ຫລັງຈາກໄດ້ຮັບຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ການເອີ້ນໃຫ້ຮັບໃຊ້, ຊາຍໜຸ່ມສາມາດມີອາວຸດດ້ວຍອຳນາດ11 ຜ່ານພັນທະສັນຍາ ແລະ ພິທີການຂອງພຣະວິຫານສັກສິດ. ການໄປພຣະວິຫານ ແລະ ການມີພຣະວິນຍານຂອງພຣະວິຫານຕິດຢູ່ໃນຕົວພວກເຈົ້າ ຈະມາກ່ອນການຮັບໃຊ້ທີ່ມີປະສິດທິພາບ ໃນບົດບາດຂອງການເປັນຜູ້ສອນສາດສະໜາເຕັມເວລາ. ການມີຄ່າຄວນສ່ວນຕົວຄືຂໍ້ຮຽກຮ້ອງທີ່ສຳຄັນທີ່ສຸດສຳລັບການໄດ້ຮັບພອນຂອງພຣະວິຫານສຳລັບພວກເຈົ້າຊາຍໜຸ່ມ ແລະ ສຳລັບສະມາຊິກຂອງສາດສະໜາຈັກທຸກໆຄົນ. ເມື່ອພວກເຈົ້າດຳລົງຊີວິດທີ່ສອດຄ່ອງກັບມາດຕະຖານຂອງພຣະກິດຕິຄຸນ, ພວກເຈົ້າຈະສາມາດເຂົ້າໄປໃນບ້ານຂອງພຣະຜູ້ເປັນເຈົ້າ ແລະ ເຂົ້າຮ່ວມໃນພິທີການສັກສິດຕະຫລອດໄວລຸ້ນຂອງພວກເຈົ້າ. ຄວາມຮັກ ແລະ ຄວາມເຂົ້າໃຈຂອງພວກເຈົ້າເຖິງພິທີການໃນພຣະວິຫານຈະເຮັດໃຫ້ພວກເຈົ້າເຂັ້ມແຂງ ແລະ ເປັນພອນແກ່ພວກເຈົ້າຕະຫລອດຊີວິດຂອງພວກເຈົ້າ. ຂໍໃຫ້ຮຽນຮັກການເປັນຄົນທີ່ມີຄ່າຄວນ ແລະ ຄົງມີຄ່າຄວນຢູ່ເລື້ອຍໄປ. ຂໍໃຫ້ເປັນຄົນທີ່ມີຄ່າຄວນ. ຂໍໃຫ້ເປັນຄົນທີ່ມີຄ່າຄວນຢູ່ສະເໝີໄປ.
ຊາຍໜຸ່ມ ແລະ ຍິງໜຸ່ມຫລາຍຄົນກໍມີໃບຮັບຮອງເຂົ້າພຣະວິຫານທີ່ຈຳກັດແລ້ວ. ໃນຖານະຜູ້ດຳລົງຖານະປະໂລຫິດ ພວກເຈົ້າກໍກຳລັງຄົ້ນພົບລາຍຊື່ ແລະ ກຳລັງດຳເນີນພິທີບັບຕິສະມາ ແລະ ການຢືນຢັນໃນພຣະວິຫານ ແທນສະມາຊິກໃນຄອບຄົວຂອງພວກເຈົ້າທີ່ໄດ້ເສຍຊີວິດໄປແລ້ວ. ການຮັກສາໃບຮັບຮອງເຂົ້າພຣະວິຫານຂອງພວກເຈົ້າໄວ້ ກໍສະແດງໃຫ້ເຫັນຄວາມມີຄ່າຄວນຂອງພວກເຈົ້າ, ແລະ ການຮັບໃຊ້ຄົນອື່ນໃນພຣະວິຫານກໍເປັນພາກສ່ວນທີ່ສຳຄັນຂອງການຕຽມຕົວຮັບ ແລະ ນຳໃຊ້ຖານະປະໂລຫິດແຫ່ງເມນຄີເສເດັກ.
ຊາຍໜຸ່ມທັງຫລາຍ, ພວກເຈົ້າແຕ່ລະຄົນກໍເປັນຜູ້ສອນສາດສະໜາຢູ່ໃນເວລານີ້. ຢູ່ອ້ອມຂ້າງພວກເຈົ້າ, ທຸກໆມື້, ຄືໝູ່ເພື່ອນ ແລະ ເພື່ອນບ້ານ ຜູ້ທີ່ຖືກກີດກັນຈາກຄວາມຈິງ ເພາະພວກເຂົາບໍ່ຮູ້ວ່າຈະຊອກຫາມັນໄດ້ຢູ່ບ່ອນໃດ.12 ເມື່ອພວກເຈົ້າຖືກຊີ້ນຳໂດຍພຣະວິນຍານ, ພວກເຈົ້າຈະສາມາດແບ່ງປັນຫລັກທຳ, ການເຊື້ອເຊີນ, ຂໍ້ຄວາມ, ຫລື ຂ່າວສານມວນຊົນ ທີ່ຈະແນະນຳໝູ່ເພື່ອນຂອງພວກເຈົ້າໃຫ້ຮູ້ຄວາມຈິງຂອງພຣະກິດຕິຄຸນທີ່ຟື້ນຟູ. ພວກເຈົ້າບໍ່ຈຳເປັນຕ້ອງລໍຖ້າການເອີ້ນທີ່ເປັນທາງການ ກ່ອນຈະກະຕືລືລົ້ນມີພາກສ່ວນໃນວຽກງານເຜີຍແຜ່.
ເມື່ອພອນຂອງຖານະປະໂລຫິດ, ພຣະວິຫານ, ແລະ ການເຜີຍແຜ່ຖືກຮວບຮວມ “ໄວ້ ... ໃນພຣະຄຣິດ”13 ແລະ ປະສົມປະສານກັນໃນຫົວໃຈ, ຈິດໃຈ, ແລະ ຄວາມຄິດຂອງຜູ້ສອນສາດສະໜາໜຸ່ມຄົນໜຶ່ງ, ລາວຈະມີຄຸນຄ່າເໝາະສົມສຳລັບວຽກງານນັ້ນ.14 ຄວາມສາມາດຂອງລາວຈະເພີ່ມທະວິຂຶ້ນ ເພື່ອບັນລຸໜ້າທີ່ຮັບຜິດຊອບ ທີ່ຈະເປັນຕົວແທນທີ່ມີສິດອຳນາດຂອງອົງພຣະເຢຊູຄຣິດ. ສ່ວນປະກອບທີ່ມີພະລັງທາງວິນຍານຂອງການໃຫ້ກຽດຖານະປະໂລຫິດ ແລະ ພັນທະສັນຍາຂອງພຣະວິຫານ, ການໄດ້ຮັບອຳນາດຂອງຄວາມເປັນເໝືອນພຣະເຈົ້າ15 ຜ່ານພິທີການຂອງຖານະປະໂລຫິດ,16 ການຮັບໃຊ້ຢ່າງບໍ່ເຫັນແກ່ຕົວ, ແລະ ການປະກາດພຣະກິດຕິຄຸນທີ່ເປັນນິດ ຕໍ່ລູກໆຂອງພຣະເຈົ້າ ຈະເຮັດໃຫ້ຊາຍໜຸ່ມສາມາດກາຍເປັນຄົນທີ່ “ໝັ້ນຄົງ ແລະ ແນ່ວແນ່ຢູ່ໃນສັດທາ”17 ແລະ “ຢັ່ງຮາກ ແລະ ກໍ່ຮ່າງສ້າງຊີວິດ ຂຶ້ນເທິງ [ພຣະຄຣິດ].”18
ໃນບ້ານເຮືອນຂອງເຮົາ ແລະ ໃນໂບດ, ເຮົາຄວນໃຫ້ຄວາມເນັ້ນໜັກທີ່ເທົ່າທຽມກັນ ຕໍ່ທັງສາມສ່ວນປະກອບຂອງແບບແຜນຂອງພຣະຜູ້ເປັນເຈົ້າ ເຖິງການຕຽມຕົວ ແລະ ຄວາມກ້າວໜ້າສຳລັບບຸດທີ່ຊື່ສັດຂອງພຣະເຈົ້າ ນັ້ນຄື: ຖານະປະໂລຫິດ, ພຣະວິຫານ, ການເຜີຍແຜ່. ທັງສາມຮຽກຮ້ອງໃຫ້ເຮົາຮັກການເປັນຄົນທີ່ມີຄ່າຄວນ ແລະ ຄົງມີຄ່າຄວນຢູ່ເລື້ອຍໄປ. ຂໍໃຫ້ເປັນຄົນທີ່ມີຄ່າຄວນ. ຂໍໃຫ້ມີຄ່າຄວນຢູ່ສະເໝີໄປ.
ຄຳສັນຍາ ແລະ ປະຈັກພະຍານ
ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າໃຫ້ສັນຍາວ່າ ຂອງປະທານທາງວິນຍານແຫ່ງການເປີດເຜີຍຈະຢູ່ກັບການເອີ້ນໃຫ້ມາຫາວຽກງານຂອງການປະກາດພຣະກິດຕິຄຸນ ແລະ ການມອບໝາຍຂອງທ່ານໃນເຂດໃດໜຶ່ງໂດຍສະເພາະ ຫລື ຫລາຍໆເຂດຂອງການອອກແຮງງານຂອງທ່ານ. ຂະນະທີ່ທ່ານຕຽມຕົວຢ່າງພາກພຽນໃນເວລານີ້ ຜ່ານການຮັບໃຊ້ຂອງຖານະປະໂລຫິດ ແລະ ໃນພຣະວິຫານທີ່ບໍ່ເຫັນແກ່ຕົວ, ການເປັນພາຍານຂອງທ່ານ ເຖິງຄວາມເປັນຈິງທີ່ດຳລົງຢູ່ຂອງພຣະຜູ້ເປັນເຈົ້າຈະຖືກເຮັດໃຫ້ເຂັ້ມແຂງຂຶ້ນ. ຄວາມຮັກທີ່ມີໃຫ້ພຣະອົງ ແລະ ວຽກງານຂອງພຣະອົງຈະເຕັມຢູ່ໃນຫົວໃຈຂອງທ່ານ. ຂະນະທີ່ທ່ານຮຽນທີ່ຈະຮັກການເປັນຄົນມີຄ່າຄວນ, ທ່ານຈະກາຍເປັນເຄື່ອງມືທີ່ຍິ່ງໃຫຍ່ໃນພຣະຫັດຂອງພຣະຜູ້ເປັນເຈົ້າ ທີ່ຈະເປັນພອນ ແລະ ຮັບໃຊ້ຜູ້ຄົນຢ່າງຫລວງຫລາຍ.
ດ້ວຍຄວາມປິຕິຍິນດີ, ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຊົງຮັກຂອງພຣະອົງ ພຣະເຢຊູຄຣິດ ຊົງພຣະຊົນຢູ່. ການທີ່ຈະມີພາກສ່ວນໃນການຮັບໃຊ້ຂອງພວກພຣະອົງ ຄືພອນທີ່ຍິ່ງໃຫຍ່ຢ່າງໜຶ່ງ ທີ່ເຮົາສາມາດຈະໄດ້ຮັບ. ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້ ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.