ການເຕົ້າໂຮມຄອບຄົວຂອງພຣະເຈົ້າ
ພຣະເຈົ້າອົງເປັນພຣະບິດາ ປະສົງໃຫ້ລູກໆຂອງພຣະອົງກັບຄືນບ້ານອີກ, ຢູ່ໃນຄອບຄົວ ແລະ ໃນລັດສະໝີພາບ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າມີຄວາມປິຕິຍິນດີຫລາຍ ສຳລັບໂອກາດທີ່ໄດ້ມາຮ່ວມກັບທ່ານ ໃນຕອນເລີ່ມຕົ້ນຂອງພາກນີ້ ຂອງກອງປະຊຸມໃຫຍ່ສາມັນ. ຂ້າພະເຈົ້າຂໍຕ້ອນຮັບທ່ານ ດ້ວຍຄວາມອົບອຸ່ນທີ່ສຸດ.
ແຕ່ໃດໆມາ ກອງປະຊຸມໃຫຍ່ສາມັນ ກໍເປັນເວລາທີ່ໄພ່ພົນຍຸກສຸດທ້າຍມາເຕົ້າໂຮມກັນ. ພວກເຮົາໄດ້ຂະຫຍາຍອອກຢ່າງກວ້າງຂວາງ ບໍ່ເໝືອນສະໄໝກ່ອນ ຕອນໄດ້ມາຮ່ວມກັນຢູ່ສະຖານທີ່ດຽວ, ແຕ່ພຣະຜູ້ເປັນເຈົ້າ ໄດ້ຈັດຫາທາງ ເພື່ອໃຫ້ພອນແກ່ກອງປະຊຸມໃຫຍ່ສາມັນ ເພື່ອຈະໄດ້ເອື້ອມອອກໄປຫາທ່ານ ບໍ່ວ່າທ່ານຈະອາໄສຢູ່ບ່ອນໃດກໍຕາມ. ເຖິງແມ່ນ ມັນເປັນພາບທີ່ປະທັບໃຈຫລາຍ ທີ່ເຫັນໄພ່ພົນມາເຕົ້າໂຮມກັນຢູ່ໃນສູນກາງປະຊຸມອັນໃຫຍ່ໂຕນີ້, ແຕ່ພວກເຮົາຜູ້ທີ່ຢືນຢູ່ເທິງເວທີ ກໍຍັງວາດພາບເຫັນຜູ້ຄົນຫລາຍລ້ານຄົນ ໄດ້ມາເຕົ້າໂຮມກັນ ຕະຫລອດທົ່ວໂລກ ເພື່ອຮັບຊົມຮັບຟັງກອງປະຊຸມ. ຫລາຍຄົນໃນພວກທ່ານກໍເຕົ້າໂຮມຢູ່ກັບຄອບຄົວ; ບາງຄົນກໍເຕົ້າໂຮມກັບໝູ່ເພື່ອນ ຫລື ສະມາຊິກດ້ວຍກັນຂອງສາດສະໜາຈັກ.
ບໍ່ວ່າທ່ານຈະຢູ່ໄສ ແລະ ຮັບຊົມຮັບຟັງສຽງຂອງຂ້າພະເຈົ້າ ໃນທາງໃດກໍຕາມ, ຂໍຈົ່ງຮູ້ໄວ້ວ່າ ເຖິງແມ່ນທ່ານບໍ່ໄດ້ຢູ່ກັບພວກເຮົາດ້ວຍຕົວເອງ, ແຕ່ພວກເຮົາຮູ້ສຶກວ່າ ທ່ານກໍຢູ່ກັບພວກເຮົາທາງວິນຍານ. ພວກເຮົາຫວັງວ່າ ທ່ານທຸກຄົນຈະຮູ້ສຶກວ່າ ໄດ້ເປັນອັນໜຶ່ງດຽວກັນກັບພວກເຮົາ—ວ່າທ່ານຈະຮູ້ສຶກເຖິງພະລັງທາງວິນຍານ ທີ່ມາເຖິງເມື່ອໃດກໍຕາມ ທີ່ກຸ່ມຂອງຜູ້ເຊື່ອຖືມາເຕົ້າໂຮມກັນ ໃນພຣະນາມຂອງພຣະເຢຊູຄຣິດ.
ຂ້າພະເຈົ້າໄດ້ຮັບການດົນໃຈໃຫ້ກ່າວກັບທ່ານໃນມື້ນີ້ ກ່ຽວກັບການເຕົ້າໂຮມອີກແບບໜຶ່ງ. ແບບນີ້ບໍ່ໄດ້ເກີດຂຶ້ນພຽງໃນທຸກຫົກເດືອນ, ຄືກັນກັບກອງປະຊຸມໃຫຍ່ສາມັນ. ແຕ່ມັນເກີດຂຶ້ນເລື້ອຍໆ ນັບຕັ້ງແຕ່ການຟື້ນຟູໃນລຸ້ນທຳອິດຂອງສາດສະໜາຈັກ, ແລະ ມັນໄດ້ເລັ່ງລັດຂຶ້ນເລື້ອຍໆ ເມື່ອບໍ່ຫລາຍປີມານີ້. ຂ້າພະເຈົ້າໝາຍເຖິງການເຕົ້າໂຮມຄອບຄົວຂອງພຣະເຈົ້າ.
ໃນການບັນຍາຍກ່ຽວກັບການເຕົ້າໂຮມນີ້, ອາດເປັນສິ່ງດີທີ່ສຸດ ທີ່ຈະເລີ່ມຕົ້ນກ່ອນເຮົາໄດ້ມາເກີດ, ກ່ອນສິ່ງທີ່ພຣະຄຣິສຕະທຳຄຳພີເອີ້ນວ່າ “ຕອນຕົ້ນ” (ປະຖົມມະການ 1:1). ໃນເວລານັ້ນ, ເຮົາໄດ້ຢູ່ກັບພຣະບິດາເທິງສະຫວັນ ໃນຖານະເປັນລູກທາງວິນຍານຂອງພຣະອົງ. ສິ່ງນີ້ເປັນຄວາມຈິງ ກັບທຸກຄົນທີ່ໄດ້ມີຊີວິດຢູ່ໃນໂລກນີ້.
ທ່ານເຫັນ, ຄຳວ່າ “ອ້າຍນ້ອງ” ແລະ “ເອື້ອຍນ້ອງ” ບໍ່ແມ່ນເປັນພຽງ ຄຳທັກທາຍທີ່ເປັນມິດ ຫລື ເປັນຄຳຮັກໄຄ່ ສຳລັບພວກເຮົາເທົ່ານັ້ນ. ມັນເປັນຄຳສະແດງອອກ ເຖິງຄວາມຈິງນິລັນດອນ ທີ່ວ່າ: ພຣະເຈົ້າເປັນພຣະບິດາແທ້ໆ ຂອງມວນມະນຸດທັງປວງ; ເຮົາແຕ່ລະຄົນໄດ້ເປັນສະມາຊິກ ໃນຄອບຄົວນິລັນດອນຂອງພຣະອົງ. ເພາະພຣະອົງຮັກເຮົາດ້ວຍຄວາມຮັກທີ່ດີພ້ອມທຸກຢ່າງຂອງພຣະອົງ, ພຣະອົງຈຶ່ງປະສົງໃຫ້ເຮົາຈະເລີນ ແລະ ກ້າວໜ້າ ແລະ ກາຍເປັນເໝືອນດັ່ງພຣະອົງ. ພຣະອົງໄດ້ຈັດຕັ້ງແຜນຂຶ້ນ ຊຶ່ງໃນແຜນນັ້ນ ເຮົາຈະມາສູ່ແຜ່ນດິນໂລກ, ຢູ່ໃນຄອບຄົວ, ແລະ ມີປະສົບການ ທີ່ຕຽມເຮົາເພື່ອກັບຄືນໄປຫາພຣະອົງ ແລະ ມີຊີວິດ ເໝືອນດັ່ງພຣະອົງ.
ສ່ວນສຳຄັນຂອງແຜນນີ້ ແມ່ນຄຳສັນຍາວ່າ ພຣະເຢຊູຄຣິດ ຈະມອບພຣະອົງເອງເປັນການເສຍສະລະ, ເພື່ອກູ້ເຮົາຈາກບາບ ແລະ ຄວາມຕາຍ. ໜ້າທີ່ຂອງເຮົາຄື ຕ້ອງຮັບເອົາການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດ ໂດຍການເຊື່ອຟັງກົດ ແລະ ພິທີການຂອງພຣະກິດຕິຄຸນ. ທ່ານ ແລະ ຂ້າພະເຈົ້າ ໄດ້ຮັບເອົາແຜນດັ່ງກ່າວ. ຕາມຈິງແລ້ວ, ເຮົາໄດ້ປິຕິຍິນດີຫລາຍ, ເຖິງແມ່ນໝາຍຄວາມວ່າ ເຮົາຕ້ອງໄດ້ຈາກທີ່ປະທັບຂອງພຣະບິດາຂອງເຮົາ ແລະ ລືມສິ່ງທີ່ເຮົາເຄີຍປະສົບການຢູ່ທີ່ນັ້ນ ກັບພຣະອົງ.
ແຕ່ເຮົາບໍ່ໄດ້ຖືກສົ່ງມານີ້ ໂດຍປາດສະຈາກຄວາມເຂົ້າໃຈ. ເຮົາແຕ່ລະຄົນ ໄດ້ຮັບຄວາມຮູ້ທາງວິນຍານພາກສ່ວນໜຶ່ງ ເອີ້ນວ່າ “ຄວາມສະຫວ່າງຂອງພຣະຄຣິດ,” ເພື່ອຊ່ວຍເຮົາ ໃຫ້ສາມາດແຍກລະຫວ່າງຄວາມດີ ແລະ ຄວາມຊົ່ວ, ຄວາມຖືກຕ້ອງ ແລະ ຄວາມຜິດ. ເພາະສະນັ້ນ ເຖິງແມ່ນຄົນທີ່ມີຊີວິດຢູ່ ໂດຍທີ່ມີຄວາມຮູ້ເລັກນ້ອຍ ຫລື ບໍ່ມີເລີຍ ກ່ຽວກັບແຜນຂອງພຣະບິດາ ກໍສາມາດຮູ້ສຶກໄດ້, ໃນໃຈຂອງເຂົາເຈົ້າ, ວ່າການກະທຳເຫລົ່ານັ້ນທ່ຽງທຳ ແລະ ມີສິນທຳ ໃນຂະນະທີ່ການກະທຳອື່ນໆ ບໍ່ທ່ຽງທຳ ແລະ ບໍ່ມີສິນທຳ.
ຄວາມຮູ້ສຶກຖືກ ແລະ ຜິດ ເບິ່ງຄືວ່າມີພະລັງຫລາຍ ໂດຍສະເພາະຕອນເຮົາລ້ຽງດູລູກໆ. ພໍ່ແມ່ທຸກຄົນກໍມີຄວາມປາດຖະໜາ ທີ່ຈະສິດສອນລູກໆຂອງຕົນໃຫ້ມີຄຸນຄ່າທາງສິນທຳ. ນີ້ຄືພາກສ່ວນຂອງການມະຫັດສະຈັນ ໃນແຜນຂອງພຣະບິດາເທິງສະຫວັນ. ພຣະອົງປະສົງໃຫ້ລູກໆຂອງພຣະອົງມາສູ່ໂລກ ຢູ່ໃນຄອບຄົວ, ເຮັດຕາມແບບແຜນຄອບຄົວທີ່ເຄີຍມີຢູ່ໃນສະຫວັນ. ຄອບຄົວເປັນໜ່ວຍພື້ນຖານທີ່ຖືກຈັດຕັ້ງຂຶ້ນ ໃນຂອບເຂດນິລັນດອນ, ແລະ ສະນັ້ນ ພຣະອົງຈຶ່ງມີເຈດຕະນາໃຫ້ເຂົາເຈົ້າເປັນໜ່ວຍພື້ນຖານຄືກັນ ຢູ່ໃນໂລກ. ເຖິງແມ່ນວ່າ ຄອບຄົວຢູ່ໃນໂລກໄກຈາກຄວາມດີພ້ອມທຸກຢ່າງ, ແຕ່ມັນກໍໃຫ້ລູກໆຂອງພຣະເຈົ້າ ໄດ້ຮັບໂອກາດທີ່ດີທີ່ສຸດ ເພື່ອຈະໄດ້ຖືກຮັບຕ້ອນເຂົ້າສູ່ໂລກ ດ້ວຍຄວາມຮັກທີ່ໃກ້ຄຽງທີ່ສຸດ ກັບຄວາມຮັກທີ່ເຂົາເຈົ້າເຄີຍຮູ້ສຶກໃນສະຫວັນ—ນັ້ນຄື ຄວາມຮັກຂອງພໍ່ແມ່. ຄອບຄົວກໍຍັງເປັນວິທີທີ່ດີທີ່ສຸດ ທີ່ຈະຮັກສາ ແລະ ສົ່ງຕໍ່ຄວາມດີທາງສິນທຳ ແລະ ຫລັກທຳທີ່ແທ້ຈິງ ຊຶ່ງສ່ວນຫລາຍຈະນຳພາເຮົາກັບຄືນສູ່ທີ່ປະທັບຂອງພຣະເຈົ້າ.
ພຽງແຕ່ລູກໆຂອງພຣະເຈົ້າ ຈຳນວນໜ້ອຍໜຶ່ງຈະໄດ້ຮັບຄວາມເຂົ້າໃຈຢ່າງເລິກຊຶ້ງ ເຖິງແຜນຂອງພຣະເຈົ້າ, ໃນຊ່ວງຊີວິດນີ້, ພ້ອມທັງໄດ້ຮັບພິທີການຂອງຖານະປະໂລຫິດ ແລະ ໄດ້ຮັບພັນທະສັນຍາ ຊຶ່ງເຮັດໃຫ້ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ມີພະລັງທີ່ຈະທຳງານຢ່າງເຕັມສ່ວນ ໃນຊີວິດຂອງເຮົາ. ເຖິງແມ່ນຄົນທີ່ມີພໍ່ແມ່ທີ່ດີທີ່ສຸດ ອາດດຳລົງຊີວິດຢ່າງຊື່ສັດ ຕາມຄວາມເຂົ້າໃຈທີ່ເຂົາເຈົ້າມີ ແຕ່ບໍ່ເຄີຍໄດ້ຍິນກ່ຽວກັບພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ ຫລື ຖືກເຊື້ອເຊີນໃຫ້ຮັບບັບຕິສະມາໃນພຣະນາມຂອງພຣະອົງ. ສິ່ງນີ້ເປັນຄວາມຈິງ ສຳລັບອ້າຍເອື້ອຍນ້ອງຫລາຍລ້ານຄົນ ຈົນນັບບໍ່ຖ້ວນ ຕະຫລອດທົ່ວປະຫວັດສາດຂອງໂລກ.
ບາງຄົນອາດຄິດວ່າ ສິ່ງນີ້ບໍ່ຍຸດຕິທຳ. ເຂົາເຈົ້າອາດຄິດວ່າ ບໍ່ມີແຜນ, ບໍ່ມີເງື່ອນໄຂສະເພາະ ສຳລັບຄວາມລອດ—ໂດຍທີ່ຮູ້ສຶກວ່າ ພຣະເຈົ້າທີ່ທ່ຽງທຳ ແລະ ຊົງຮັກ ຄົງບໍ່ໄດ້ສ້າງແຜນຂຶ້ນມາ ສຳລັບຜູ້ຄົນຈຳນວນໜ້ອຍໜຶ່ງເທົ່ານັ້ນ ໃນບັນດາລູກໆຂອງພຣະອົງ. ບາງຄົນອາດສະຫລຸບວ່າ ພຣະເຈົ້າຄົງໄດ້ພິຈາລະນາໄວ້ລ່ວງໜ້າແລ້ວວ່າ ລູກໆຂອງພຣະອົງຄົນໃດ ທີ່ພຣະອົງຈະຊ່ວຍໃຫ້ລອດ ແລະ ໃຫ້ໄດ້ຮັບພຣະກິດຕິຄຸນ, ໃນຂະນະທີ່ຄົນອື່ນໆ ຜູ້ບໍ່ເຄີຍໄດ້ຍິນພຣະກິດຕິຄຸນ ບໍ່ໄດ້ “ຖືກເລືອກ.”
ແຕ່ທ່ານ ແລະ ຂ້າພະເຈົ້າຮູ້, ເພາະຄວາມຈິງໄດ້ຖືກຟື້ນຟູຜ່ານທາງສາດສະດາໂຈເຊັບ ສະມິດ, ສະນັ້ນ ແຜນຂອງພຣະເຈົ້າ ຈຶ່ງເປັນຕາຮັກ ແລະ ທ່ຽງທຳຫລາຍກວ່ານັ້ນ. ພຣະບິດາເທິງສະຫວັນຂອງເຮົາ ຮີບຮ້ອນທີ່ຈະເຕົ້າໂຮມ ແລະ ໃຫ້ພອນທຸກຄົນໃນຄອບຄົວຂອງພຣະອົງ. ໂດຍທີ່ຮູ້ວ່າ ບໍ່ແມ່ນທຸກຄົນຈະເລືອກເຂົ້າຮ່ວມການເຕົ້າໂຮມ, ແຜນຂອງພຣະອົງຈຶ່ງໃຫ້ໂອກາດແກ່ລູກທຸກຄົນຂອງພຣະອົງ ເພື່ອຮັບເອົາ ຫລື ປະຕິເສດ ການເຊື້ອເຊີນຂອງພຣະອົງ. ແລະ ຄອບຄົວກໍເປັນຈຸດໃຫຍ່ໃຈກາງຂອງແຜນນີ້.
ຫລາຍສັດຕະວັດມາແລ້ວ, ສາດສະດາ ມາລາກີ ໄດ້ກ່າວວ່າ ໃນອະນາຄົດ, ພຣະເຈົ້າຈະສົ່ງເອລີຢາມາ ເພື່ອ “ຫັນໃຈພໍ່ມາຫາລູກ, ແລະ ຫັນໃຈລູກໄປຫາພໍ່” (ມາລາກີ 4:6).
ຄຳທຳນາຍນັ້ນແມ່ນສຳຄັນຫລາຍ, ສະນັ້ນ ພຣະຜູ້ຊ່ວຍໃຫ້ລອດ ຈຶ່ງໄດ້ກ່າວເຖິງມັນ ຕອນພຣະອົງໄປຢ້ຽມຢາມອາເມຣິກາ ຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງ (ເບິ່ງ 3 ນີໄຟ 25:5–6). ແລະ ຕອນທູດໂມໂຣໄນ ໄດ້ມາຢ້ຽມຢາມສາດສະດາໂຈເຊັບ ສະມິດ, ເພິ່ນກໍໄດ້ກ່າວເຖິງຄຳທຳນາຍກ່ຽວກັບ ເອລີຢາ ແລະ ໃຈ, ບັນພະບຸລຸດ, ແລະ ລູກຫລານ (ເບິ່ງ Joseph Smith—History 1:36–39).
ມື້ນີ້ແມ່ນວັນທີ 1 ເດືອນເມສາ. ສອງມື້ຈາກນີ້, ໃນວັນທີ 3 ເດືອນເມສາ, ຈະເປັນວັນຄົບຮອບ 181 ປີ ຈາກມື້ທີ່ຄຳທຳນາຍຂອງມາລາກີ ໄດ້ເກີດເປັນຈິງ. ໃນວັນນັ້ນ, ເອລີຢາ ໄດ້ມາ, ແລະ ໄດ້ມອບອຳນາດແຫ່ງຖານະປະໂລຫິດໃຫ້ແກ່ໂຈເຊັບ ສະມິດ ເພື່ອຜະນຶກຄອບຄົວເຂົ້າກັນຊົ່ວນິລັນດອນ (ເບິ່ງ D&C 110:13–16).
ຈາກມື້ນັ້ນ ຈົນເຖິງມື້ນີ້, ຄວາມສົນໃຈຂອງຜູ້ຄົນ ທີ່ຈະຊອກຫາປະຫວັດຄອບຄົວຂອງຕົນ ໄດ້ທະວີຂຶ້ນຢ່າງວ່ອງໄວ. ຜູ້ຄົນນັບມື້ນັບມີຄວາມສົນໃຈຫລາຍກັບບັນພະບຸລຸດຂອງເຂົາເຈົ້າ ຫລາຍກວ່າພຽງແຕ່ ຢາກຮູ້ຢາກເຫັນເທົ່ານັ້ນ. ຫໍສະໝຸດບັນທຶກລຳດັບເຊື້ອສາຍ, ສະມາຄົມ, ແລະ ເທັກໂນໂລຈີ ໄດ້ຖືກສ້າງຂຶ້ນ ຕະຫລອດທົ່ວໂລກ ເພື່ອສົ່ງເສີມຄວາມສົນໃຈນີ້. ພະລັງຂອງອິນເຕີເນັດ ເພື່ອຍົກລະດັບການສື່ສານ ໄດ້ຊ່ວຍໃຫ້ຄອບຄົວເຮັດວຽກງານນຳກັນໄດ້ ໃນການຄົ້ນຄວ້າປະຫວັດຄອບຄົວ ດ້ວຍຄວາມໄວ ແລະ ຄວາມຖືກຕ້ອງ ຊຶ່ງເມື່ອກ່ອນເປັນໄປບໍ່ໄດ້.
ເປັນຫຍັງທັງໝົດນີ້ຈຶ່ງເກີດຂຶ້ນ? ໂດຍທີ່ບໍ່ຮູ້ວ່າ ຈະໃຊ້ສັບໃດ, ພວກເຮົາຈຶ່ງເອີ້ນມັນວ່າ “ວິນຍານຂອງເອລີຢາ.” ເຮົາກໍຍັງເອີ້ນມັນອີກວ່າ ການບັນລຸຄຳທຳນາຍ. ຂ້າພະເຈົ້າເປັນພະຍານວ່າ ເອລີຢາ ໄດ້ມາ. ໃຈຂອງລູກ—ຂອງທ່ານ ແລະ ຂ້າພະເຈົ້າ—ໄດ້ຫັນໄປຫາພໍ່, ບັນພະບຸລຸດຂອງເຮົາ. ຄວາມຮັກທີ່ທ່ານຮູ້ສຶກສຳລັບບັນພະບຸລຸດຂອງທ່ານ ແມ່ນພາກສ່ວນຂອງການບັນລຸຄຳທຳນາຍນັ້ນ. ມັນຂຶ້ນກັບຄວາມຮູ້ສຶກຢ່າງເລິກຊຶ້ງວ່າ ທ່ານເປັນໃຜ. ແຕ່ມັນມີຄວາມໝາຍຫລາຍກວ່າ ພຽງແຕ່ເປັນສາຍເລືອດດຽວກັນເທົ່ານັ້ນ.
ຍົກຕົວຢ່າງ, ເມື່ອທ່ານເຮັດຕາມການດົນໃຈໃຫ້ຮຽນຮູ້ກ່ຽວກັບການສືບປະຫວັດຄອບຄົວ, ທ່ານອາດຄົ້ນພົບວ່າ ຍາດພີ່ນ້ອງທີ່ຫ່າງໄກ ມີໃບໜ້າຄ້າຍຄືທ່ານ ຫລື ມັກອ່ານປຶ້ມ ຫລື ຮ້ອງເພງຄືກັນ. ເລື່ອງນີ້ອາດເປັນສິ່ງທີ່ໜ້າສົນໃຈ ແລະ ແມ່ນແຕ່ໃຫ້ຄວາມຮູ້. ແຕ່ຖ້າຫາກທ່ານຢຸດການຄົ້ນຄວ້າໄວ້ພຽງເທົ່ານັ້ນ, ແລ້ວທ່ານຈະຮູ້ສຶກວ່າ ມີບາງສິ່ງຂາດໄປ. ມັນເປັນເພາະວ່າ ໃນການເຕົ້າໂຮມ ແລະ ການນຳຄອບຄົວຂອງພຣະເຈົ້າ ເຂົ້າເປັນອັນໜຶ່ງດຽວກັນ ແມ່ນເກີນກວ່າການພຽງແຕ່ຮູ້ສຶກຮັກແພງເຂົາເຈົ້າເທົ່ານັ້ນ. ມັນຮຽກຮ້ອງການເຮັດພັນທະສັນຍາທີ່ສັກສິດ ໃນການຜູກມັດ ດ້ວຍພິທີການຂອງຖານະປະໂລຫິດ.
ບັນພະບຸລຸດຂອງທ່ານຫລາຍຄົນ ບໍ່ໄດ້ຮັບພິທີການເຫລົ່ານັ້ນ. ແຕ່ໃນການຈັດຕຽມຂອງພຣະເຈົ້າ, ທ່ານໄດ້ເຮັດແທນ. ແລະ ພຣະເຈົ້າຮູ້ວ່າ ທ່ານຈະຮູ້ສຶກເຂົ້າໃກ້ຊິດກັບບັນພະບຸລຸດຂອງທ່ານ ໃນຄວາມຮັກ ແລະ ວ່າທ່ານຈະມີເທັກໂນໂລຈີ ເພື່ອຊອກຫາເຂົາເຈົ້າ. ພຣະອົງຍັງຮູ້ວ່າ ທ່ານຈະມີຊີວິດຢູ່ໃນວັນເວລາ ຕອນທີ່ສາມາດເຂົ້າໄປໃນພຣະວິຫານທີ່ສັກສິດໄດ້, ບ່ອນທີ່ສາມາດເຮັດພິທີການ, ຊຶ່ງຈະກ້າວໜ້າກວ່າ ທີ່ເຄີຍເປັນມາໃນປະຫວັດສາດ. ແລະ ພຣະອົງຮູ້ວ່າ ພຣະອົງສາມາດໄວ້ວາງໃຈທ່ານ ໃນການບັນລຸວຽກງານນີ້ ແທນບັນພະບຸລຸດຂອງທ່ານ.
ແນ່ນອນ, ເຮົາທຸກຄົນກໍມີໜ້າທີ່ຮັບຜິດຊອບ ດ່ວນ ແລະ ສຳຄັນ ອັນທີ່ຕ້ອງເຮັດໃຫ້ແລ້ວທັນເວລາ. ເຮົາທຸກຄົນຈະພົບເຫັນສິ່ງທີ່ ພຣະຜູ້ເປັນເຈົ້າຄາດຫວັງໃຫ້ເຮົາເຮັດ ຊຶ່ງເກີນກວ່າຄວາມສາມາດຂອງເຮົາ. ໂຊກດີແຕ່ ພຣະເຈົ້າໄດ້ຈັດຫາວິທີທີ່ເຮົາແຕ່ລະຄົນ ຈະມີຄວາມໝັ້ນໃຈ ແລະ ຄວາມເພິ່ງພໍໃຈ ກັບການຮັບໃຊ້ທັງໝົດຂອງເຮົາ, ຮ່ວມທັງການຮັບໃຊ້ໃນວຽກງານສືບປະຫວັດຄອບຄົວ. ເຮົາໄດ້ຮັບພະລັງທີ່ຈະເຮັດສິ່ງທີ່ພຣະອົງຂໍຮ້ອງ ຜ່ານທາງສັດທາຂອງເຮົາ ວ່າພຣະຜູ້ຊ່ວຍໃຫ້ລອດ ຈະບໍ່ບັນຊາ “ນອກຈາກພຣະອົງຈະຕຽມທາງໄວ້ໃຫ້ເຂົາ ເພື່ອເຂົາຈະໄດ້ສຳເລັດໃນສິ່ງທີ່ພຣະອົງບັນຊາເຂົາ” (1 ນີໄຟ 3:7).
ຂ້າພະເຈົ້າຮູ້ວ່າ ສິ່ງນີ້ເປັນຄວາມຈິງຈາກປະສົບການ. ເມື່ອຫລາຍປີກ່ອນ, ຕອນເປັນນັກສຶກສາຢູ່ມະຫາວິທະຍາໄລ, ຂ້າພະເຈົ້າໄດ້ພົບກັບຜູ້ຊາຍຄົນໜຶ່ງ ທີ່ໄດ້ທຳງານໃຫ້ບໍລິສັດຄອມພິວເຕີແຫ່ງໃຫຍ່. ຕອນນັ້ນຄອມພິວເຕີຫາກໍເລີ່ມຕົ້ນ, ແລະ ບັງເອີນ ບໍລິສັດຂອງລາວ ໄດ້ສົ່ງລາວມາຂາຍຄອມພິວເຕີໃຫ້ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ຕາມທີ່ຂ້າພະເຈົ້າຮູ້ຈັກ, ຊາຍຄົນນີ້ບໍ່ນັບຖືສາດສະໜາ. ແຕ່ລາວໄດ້ເວົ້າດ້ວຍຄວາມປະຫລາດໃຈ ແລະ ດ້ວຍຄວາມຕື່ນເຕັ້ນວ່າ, “ໃນສາດສະໜາຈັກນີ້ ເຂົາເຈົ້າເຮັດບາງສິ່ງທີ່ເອີ້ນວ່າ ‘ການສືບລຳດັບເຊື້ອສາຍ,’ ຄົ້ນຫາລາຍຊື່ຂອງຜູ້ຄົນທີ່ໄດ້ຕາຍໄປແລ້ວ, ພະຍາຍາມຊອກຫາບັນພະບຸລຸດຂອງເຂົາເຈົ້າ. ຜູ້ຄົນ, ໂດຍສະເພາະຜູ້ຍິງ, ໄດ້ແລ່ນໄປຫາຕູ້ເກັບລາຍຊື່ ບ່ອນນັ້ນບ່ອນນີ້, ຊອກຫາຂໍ້ມູນໃນເຈ້ຍແຜ່ນນ້ອຍໆ.” ຕາມທີ່ຂ້າພະເຈົ້າຈື່ໄດ້, ລາວເວົ້າວ່າ ພວກຜູ້ຍິງໄດ້ໃສ່ເກີບຕີເທັນນິດ ເພື່ອວ່າເຂົາເຈົ້າຈະໄດ້ແລ່ນໄວຂຶ້ນ. ຊາຍຄົນນັ້ນໄດ້ເວົ້າຕື່ມວ່າ, “ເມື່ອຂ້າພະເຈົ້າເຫັນຄວາມສຳຄັນຂອງສິ່ງທີ່ເຂົາເຈົ້າພະຍາຍາມເຮັດ, ຂ້າພະເຈົ້າຈຶ່ງຄິດເຫັນເຫດຜົນສຳລັບການສ້າງຄອມພິວເຕີຂຶ້ນມາ.”
ລາວກໍເວົ້າຖືກເປັນບາງສ່ວນ. ຄອມພິວເຕີຈະເປັນພາກສ່ວນສຳຄັນໃນອະນາຄົດຂອງວຽກງານສືບປະຫວັດຄອບຄົວ—ແຕ່ບໍ່ແມ່ນຄອມພິວເຕີ ທີ່ລາວພະຍາຍາມຂາຍ. ຜູ້ນຳທີ່ໄດ້ຮັບການດົນໃຈຂອງສາດສະໜາຈັກ ບໍ່ໄດ້ຊື້ຄອມພິວເຕີຂອງລາວ. ສາດສະໜາຈັກໄດ້ລໍຖ້າເທັກໂນໂລຈີ ທີ່ໃນເວລານັ້ນ ຍັງບໍ່ເກີດເທື່ອ. ແຕ່ຂ້າພະເຈົ້າໄດ້ຮຽນຮູ້ໃນຫລາຍປີ ນັບແຕ່ນັ້ນມາ ເຖິງແມ່ນເທັກໂນໂລຈີທີ່ດີທີ່ສຸດ ກໍບໍ່ສາມາດມາທົດແທນການເປີດເຜີຍຈາກສະຫວັນໄດ້, ຊຶ່ງຜູ້ນຳຂອງສາດສະໜາຈັກໄດ້ຮັບ. ນີ້ແມ່ນວຽກງານທາງວິນຍານ, ແລະ ພຣະຜູ້ເປັນເຈົ້າເປັນຜູ້ນຳພາ ຜ່ານທາງພຣະວິນຍານບໍລິສຸດ.
ສອງສາມອາທິດຜ່ານມານີ້, ຂ້າພະເຈົ້າໄດ້ເຮັດວຽກງານສືບປະຫວັດຄອບຄົວຂອງຂ້າພະເຈົ້າ ໂດຍມີຜູ້ປຶກສາຢູ່ທາງຂ້າງ ແລະ ມີອີກຜູ້ໜຶ່ງຊ່ວຍເຫລືອທາງໂທລະສັບ. ຢູ່ໃນຈໍຄອມພິວເຕີ ຢູ່ຕໍ່ໜ້າຂ້າພະເຈົ້າ ມີບັນຫາ ທີ່ເກີນກວ່າຂ້າພະເຈົ້າຈະແກ້ໄຂໄດ້. ຂ້າພະເຈົ້າໄດ້ເຫັນສອງຊື່, ຖືກສົ່ງມາໃຫ້ຂ້າພະເຈົ້າ ໂດຍທາງເທັກໂນໂລຈີ ທີ່ໜ້າອັດສະຈັນໃຈ, ຊຶ່ງເປັນບຸກຄົນທີ່ອາດລໍຖ້າພິທີການໃນພຣະວິຫານ. ແຕ່ບັນຫາແມ່ນຢູ່ທີ່ວ່າ ມີຊື່ແຕກຕ່າງກັນ, ແຕ່ມີເຫດຜົນທີ່ເຊື່ອວ່າ ອາດເປັນຄົນດຽວກັນ. ໜ້າທີ່ຂອງຂ້າພະເຈົ້າ ແມ່ນຕ້ອງຊອກຫາຄວາມຈິງ.
ຂ້າພະເຈົ້າໄດ້ຂໍໃຫ້ຜູ້ປຶກສາຂອງຂ້າພະເຈົ້າບອກຂ້າພະເຈົ້າ. ເຂົາເຈົ້າໄດ້ເວົ້າວ່າ, “ບໍ່, ທ່ານຕ້ອງເລືອກ.” ແລະ ເຂົາເຈົ້າກໍແນ່ໃຈວ່າ ຂ້າພະເຈົ້າຈະພົບຄວາມຈິງ. ຄອມພິວເຕີ, ດ້ວຍສຸດຄວາມສາມາດ ແລະ ດ້ວຍຂໍ້ມູນທັງໝົດຂອງມັນ, ໄດ້ປະໃຫ້ຂ້າພະເຈົ້ານັ່ງຈ້ອງມອງເບິ່ງຊື່ເຫລົ່ານັ້ນ ຢູ່ຈໍຄອມພິວເຕີ, ປະເມີນເບິ່ງຄວາມເປັນຈິງຂອງຂໍ້ມູນ, ຊອກຫາການຄົ້ນຄວ້າອື່ນໆ, ອະທິຖານຢູ່ໃນໃຈ, ແລະ ຄົ້ນຫາຄວາມຈິງ. ເມື່ອຂ້າພະເຈົ້າອະທິຖານ, ຂ້າພະເຈົ້າຮູ້ຢ່າງແນ່ນອນວ່າ ຄວນເຮັດສິ່ງໃດ—ດັ່ງທີ່ ຂ້າພະເຈົ້າເຄີຍໄດ້ເຮັດໃນສະຖານະການອື່ນ ຕອນຂ້າພະເຈົ້າຕ້ອງເພິ່ງອາໄສສະຫວັນ ເພື່ອຊ່ວຍແກ້ບັນຫາ.
ເຮົາບໍ່ຮູ້ວ່າພຣະເຈົ້າຈະທຳການມະຫັດສະຈັນຢ່າງໃດ ເພື່ອດົນໃຈຜູ້ຄົນ ໃຫ້ສ້າງສິ່ງຊ່ວຍເຫລືອ ໃນວຽກງານຂອງພຣະອົງ ເລື່ອງການເຕົ້າໂຮມຄອບຄົວຂອງພຣະອົງ. ເຖິງແມ່ນ ຈະມີການປະດິດຄິດສ້າງອັນໃດກໍຕາມ, ການໃຊ້ມັນ ຈະຮຽກຮ້ອງໃຫ້ມີພຣະວິນຍານໃນຜູ້ຄົນ ດັ່ງເຊັ່ນທ່ານ ແລະ ຂ້າພະເຈົ້າ. ເຮົາບໍ່ຄວນແປກໃຈໃນສິ່ງນີ້. ເພາະຕາມຄວາມຈິງແລ້ວ, ບຸກຄົນເຫລົ່ານັ້ນເປັນບຸດ ແລະ ທິດາທີ່ຮັກຂອງພຣະເຈົ້າ. ພຣະອົງຈະສົ່ງການດົນໃຈອັນໃດກໍຕາມທີ່ຕ້ອງການ ເພື່ອໃຫ້ໂອກາດເຂົາເຈົ້າໄດ້ກັບຄືນໄປຫາພຣະອົງ.
ເມື່ອສອງສາມປີກ່ອນ, ຊາວໜຸ່ມຂອງສາດສະໜາຈັກ ໄດ້ຕອບຮັບ ຕໍ່ວິນຍານຂອງເອລີຢາ ໃນວິທີທາງທີ່ໄດ້ຮັບການດົນໃຈ. ບັດນີ້ ຫລາຍຄົນກໍໄດ້ຮັບໃບຮັບຮອງເຂົ້າພຣະວິຫານແບບຈຳກັດເປັນຂອງຕົວເອງ ແລະ ໃຊ້ມັນເລື້ອຍໆ. ການບັບຕິສະມາໃນພຣະວິຫານ ແມ່ນຫຍຸ້ງຫລາຍກວ່າທີ່ຜ່ານມາ; ພຣະວິຫານບາງແຫ່ງ ຕ້ອງໄດ້ຈັດເວລາເພີ່ມ ເພື່ອສະໜອງຈຳນວນຊາວໜຸ່ມທີ່ໄປທຳການບັບຕິສະມາ.
ສະໄໝກ່ອນ ຊາວໜຸ່ມສ່ວນຫລາຍບໍ່ໄດ້ເອົາຊື່ຂອງບັນພະບຸລຸດຂອງເຂົາເຈົ້າມາພຣະວິຫານ. ຕອນນີ້ ມັນເປັນເລື່ອງທຳມະດາ, ແລະ ສ່ວນຫລາຍແມ່ນຊາວໜຸ່ມເຫລົ່ານັ້ນເອງ ທີ່ພົບເຫັນບັນພະບຸລຸດຂອງເຂົາເຈົ້າ.
ນອກເໜືອຈາກນີ້, ຊາວໜຸ່ມຫລາຍຄົນໄດ້ພົບເຫັນວ່າ ການເສຍສະລະເວລາຂອງເຂົາເຈົ້າ ໃນການເຮັດວຽກງານສືບປະຫວັດຄອບຄົວ ແລະ ວຽກງານພຣະວິຫານ ໄດ້ເຮັດໃຫ້ປະຈັກພະຍານຂອງເຂົາເຈົ້າ ເລິກຊຶ້ງຫລາຍຂຶ້ນ ກ່ຽວກັບແຜນແຫ່ງຄວາມລອດ. ມັນໄດ້ເພີ່ມອິດທິພົນຂອງພຣະວິນຍານ ໃນຊີວິດຂອງເຂົາເຈົ້າ ແລະ ກຳຈັດອິດທິພົນຂອງຜູ້ປໍລະປັກໃຫ້ໜ້ອຍລົງ. ມັນໄດ້ຊ່ວຍເຂົາເຈົ້າໃຫ້ຮູ້ສຶກເຂົ້າໃກ້ໃຊ້ຄອບຄົວຂອງເຂົາເຈົ້າ ແລະ ອົງພຣະເຢຊູຄຣິດເຈົ້າ. ເຂົາເຈົ້າໄດ້ຮຽນຮູ້ວ່າ ວຽກງານນີ້ ບໍ່ພຽງແຕ່ຊ່ວຍຄົນຕາຍໃຫ້ລອດເທົ່ານັ້ນ; ມັນຍັງຊ່ວຍເຮົາທຸກຄົນໃຫ້ລອດນຳອີກ (ເບິ່ງ D&C 128:18).
ຊາວໜຸ່ມໄດ້ເຫັນຄວາມສຳຄັນຂອງວຽກງານນີ້; ບັດນີ້ ພໍ່ແມ່ຂອງເຂົາເຈົ້າຕ້ອງຕິດຕາມ. ຕອນນີ້ ມີຫລາຍຄົນໄດ້ຮັບບັບຕິສະມາຢູ່ໃນໂລກວິນຍານ, ເພາະວຽກງານທີ່ຊາວໜຸ່ມໄດ້ເຮັດໄປນັ້ນ, ແລະ ເຂົາເຈົ້າກຳລັງລໍຖ້າພິທີການອື່ນໆ ຊຶ່ງພຽງແຕ່ຜູ້ໃຫຍ່ສາມາດກະທຳຢູ່ໃນພຣະວິຫານຢູ່ໃນໂລກນີ້. ວຽກງານແຫ່ງການເຕົ້າໂຮມຄອບຄົວຂອງພຣະບິດາເທິງສະຫວັນ ບໍ່ແມ່ນສຳລັບຊາວໜຸ່ມເທົ່ານັ້ນ, ແລະ ບໍ່ແມ່ນພຽງແຕ່ສຳລັບປູ່ຍ່າຕາຍາຍເທົ່ານັ້ນ. ມັນແມ່ນສຳລັບທຸກຄົນ. ເຮົາທຸກຄົນເປັນຜູ້ຊ່ວຍເຕົ້າໂຮມ.
ນີ້ແມ່ນວຽກງານຂອງລຸ້ນເຮົາ, ຊຶ່ງອັກຄະສາວົກໂປໂລ ໄດ້ເອີ້ນວ່າ “ເວລາກຳນົດຄົບບໍລິບູນ,” ເມື່ອພຣະເຈົ້າຈະ “ຮວບຮວມສິ່ງສາລະພັດ ທັງມີຢູ່ໃນຟ້າສະຫວັນ ແລະ ແຜ່ນດິນໂລກໄວ້ໃນພຣະຄຣິດ” (ເອເຟໂຊ 1:10). ສິ່ງນີ້ເຮັດໃຫ້ເປັນໄປໄດ້ ຜ່ານການຊົດໃຊ້ຂອງພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ. ເປັນເພາະພຣະອົງ, ສະມາຊິກໃນຄອບຄົວຂອງເຮົາ “ຜູ້ເຄີຍຢູ່ຫ່າງໄກ ໄດ້ຫຍັບເຂົ້າມາໃກ້ ໂດຍໂລຫິດຂອງພຣະຄຣິດ. ເພາະວ່າພຣະອົງ ເປັນອົງສັນຕິສຸກ ຂອງເຮົາທັງຫລາຍ, ຄືເປັນຜູ້ກະທຳ ໃຫ້ທັງສອງຝ່າຍ ເຂົ້າເປັນພວກດຽວກັນ” (ເອເຟໂຊ 2:13–14). ທ່ານໄດ້ຮູ້ສຶກສິ່ງນີ້, ດັ່ງທີ່ຂ້າພະເຈົ້າໄດ້ຮູ້ສຶກ, ເມື່ອທ່ານມີຄວາມຮັກຫລາຍຂຶ້ນ ເມື່ອທ່ານຫລຽວເບິ່ງຮູບຂອງບັນພະບຸລຸດຄົນໜຶ່ງ. ທ່ານໄດ້ຮູ້ສຶກຢູ່ໃນພຣະວິຫານ, ເມື່ອຊື່ຢູ່ໃນບັດ ເບິ່ງຄືວ່າເກີນກວ່າພຽງແຕ່ລາຍຊື່ເທົ່ານັ້ນ, ແລະ ທ່ານຫລີກລ້ຽງບໍ່ໄດ້ ຈາກຄວາມຮູ້ສຶກວ່າ ບຸກຄົນນັ້ນ ຮູ້ຈັກທ່ານ ແລະ ຮູ້ສຶກເຖິງຄວາມຮັກຂອງທ່ານ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າອົງເປັນພຣະບິດາ ປະສົງໃຫ້ລູກໆຂອງພຣະອົງກັບຄືນບ້ານອີກ, ຢູ່ໃນຄອບຄົວ ແລະ ໃນລັດສະໝີພາບ. ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່. ພຣະອົງນຳພາ ແລະ ອວຍພອນວຽກງານນີ້, ແລະ ພຣະອົງກໍດູແລ ແລະ ນຳພາເຮົາ. ພຣະອົງຂອບໃຈທ່ານ ສຳລັບການຮັບໃຊ້ທີ່ຊື່ສັດຂອງທ່ານ ໃນການເຕົ້າໂຮມຄອບຄົວຂອງພຣະບິດາຂອງພຣະອົງ, ແລະ ຂ້າພະເຈົ້າສັນຍາກັບທ່ານວ່າ ທ່ານຈະໄດ້ຮັບຄວາມຊ່ວຍເຫລືອທີ່ດົນໃຈ ທີ່ທ່ານສະແຫວງຫາ ແລະ ຕ້ອງການ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.